title
stringlengths 7
164
| text
stringlengths 18
16.7k
| category
stringclasses 7
values | date
stringlengths 25
25
| url
stringlengths 27
29
|
---|---|---|---|---|
ຄະດີລູກສາວ Huawei ເລື່ອນພິຈາລະນາຕັດສິນອອກໄປປີ 2021 ເພາະໂຄວິດ-19 | ເວັບໄຊ mgronline ລາຍງານວ່າ ການພິຈາລະນາຄະດີສົ່ງຕົວຜູ້ຮ້າຍຂ້າມແດນໃນການາດາ ສຳລັບລູກສາວຂອງຜູ້ກໍ່ຕັ້ງບໍລິສັດ ຫົວເວີ່ຍ ຂອງຈີນ ນາງ ເມິ່ງ ຫວ່ານໂຈ ໃນຄະດີສໍ້ໂກງອາດຕ້ອງເລື່ອນເວລາໄປຈົນເຖິງຕົ້ນປີໜ້າ ເນື່ອງຈາກບັນຫາການລະບາດຂອງໂຄວິດ-19.
ໜັງສືພິມເຊົາໄຊນ່າມໍນິງໂພສລາຍງານເມື່ອວັນທີ 4 ມິຖຸນາ ວ່າ ການພິຈາລະນາທີ່ສານສູງສຸດໃນເມືອງແວນຄູເວີ້ ເມື່ອວັນທີ 3 ມິຖຸນາ ທີ່ຜ່ານມາ ທີມນັກກົດໝາຍຂອງລູກສາວເຈົ້າຂອງບໍລິສັດ ຫົວເວີ່ຍ ແລະ ໄອຍະການລັດຖະບານການາດາ ທີ່ເປັນຕົວແທນໃຫ້ກັບອາເມລິກາໃນຄະດີນີ້ຮ່ວມກັນຕົກລົງວ່າເລື່ອນເວລາການພິຈາລະນາຄະດີການສົ່ງຕົວ ນາງ ເມິ່ງ ໄປດຳເນີນຄະດີໃນສະຫະລັດອາເມລິກາອອກໄປຈົນເຖິງຕົ້ນປີ 2021 ເຊິ່ງຕາມກຳນົດການເດີມ ຄະດີນີ້ຖືກຳນົດໃຫ້ມີການປິດພິຈາລະນາຄະດີໃນເດືອນຕຸລາ-ພະຈິກ 2020 ນີ້.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວຕ່າງປະເທດ | 2020-06-05T11:46:20+00:00 | https://laopost.com/?p=119623 |
ຈີນເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ | ສື່ມວນຊົນຂອງຈີນລາຍງານເມື່ອວັນທີ 7 ມິຖຸນາ 2021 ວ່າ ລັດຖະບານຈີນຈະເປັນເຈົ້າພາບຈັດປະຊຸມຮ່ວມກັບລັດຖະມົນຕີຕ່າງໆ 10 ປະເທດ ສະມາຊິກອາຊຽນ ຫຼື ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໃນວັນອັງຄານທີ 8 ມິຖຸນານີ້, ທີ່ນະຄອນສົງຊິງ ປະເທດຈີນ.
ໂດຍເນື້ອໃນຂອງການເຈລະຈາໄດ້ຄວບຄຸມຫຼາຍຫົວຂໍ້ເຊັ່ນ: ການຟື້ນຟູການທ່ອງທ່ຽວ ແລະ ການແລກປ່ຽນທາງເສດຖະກິດອື່ນໆ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງໂຄວິດ-19 ແລະ ຄວາມພະຍາຍາມຮ່ວມກັນໃນການຕໍ່ສູ້ກັບການແຜ່ລະບາດ ແລະ ການສຶກສາຄວາມເປັນໄປໄດ້ເລື່ອງວັກຊີນພລາສປອດ ເພື່ອໃຫ້ສາມາດເດີນທາງໄປມາລະຫວ່າງກັນໄດ້.
ນອກຈາກນັ້ນ ທ່ານ ຫວັງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ຈະພົບເຈລະຈານອກຮອບກັບລັດຖະມົນຕີຂອງແຕ່ລະປະເທດໃນອາຊຽນອີກດ້ວຍ.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວທ້ອງຖິ່ນ | 2021-06-08T09:42:30+00:00 | https://laopost.com/?p=125187 |
ຮູບປັ້ນພະເຈົ້າ ໄຊເສດຖາທິຣາດ ແລະ ຮູບຊ້າງຫຼໍ່ດ້ວຍທອງເຫຼືອງ ໜັກ 18 ໂຕນສ້າງສຳເລັດແລ້ວ | ໜັງສືພິມວຽງຈັນທາມລາຍງານວ່າ ການເທທອງເຫຼືອງຫຼໍ່ສຽນພະເຈົ້າໄຊເສດຖາທິຣາດໄດ້ສໍາເລັດເປັນທີ່ຮຽບຮ້ອຍແລ້ວໃນ ຕອນບ່າຍຂອງມື້ວັນທີ 6 ກຸມພາ 2020 ນີ້ທີ່ ວັດທາດ, ບ້ານ ວັດທາດ, ເມືອງ ໄຊເສດຖາ, ແຂວງ ອັດຕະປື ຫຼັງຈາກໄດ້ຈັດພິທີຫຼໍ່ມາ ແຕ່ມື້ວັນທີ 3 ກຸມພາທີ່ຜ່ານມາ. ໃນມື້ສຸດທ້າຍຂອງມື້ເທທອງເຫຼືອງຫຼໍ່ພະເຈົ້າໄຊເສດຖາທິຣາດ ໄດ້ມີການນໍາຈາກສູນກາງ, ການນໍາຂອງແຂວງອັດຕະປື, ການນໍາບັນດາແຂວງອ້ອມຂ້າງ ແລະ ພໍ່ແມ່ປະຊາຊົນທ້ອງຖິ່ນ ແລະ ຜູ້ມີຈິດໃຈໃສສັດທາຕໍ່ພະເຈົ້າໄຊເສດຖາທິຣາດ 300 ກວ່າຄົນເຂົ້າຮ່ວມ.
ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື ຜູ້ຊີ້ນໍາວຽກງານວັດທະນາທໍາ-ສັງຄົມ ທັງເປັນຫົວໜ້າອະນຸກໍາມະການເທທອງຫຼໍ່ສຽນພະເຈົ້າໄຊເສດຖາທິຣາດໄດ້ກ່າວຕໍ່ທີມງານ ຂ່າວວຽງຈັນທາມວ່າ: ການເທທອງຫຼໍ່ສຽນພະເຈົ້າໄຊເສດຖາທິຣາດໃນມື້ນີ້ ຖືວ່າເປັນຊິ້ນສ່ວນສຸດທ້າຍ ຂອງຮູບປັ້ນພະເຈົ້າໄຊເສດຖາທິຣາດ ທີ່ຫຼໍ່ດ້ວຍທອງເຫຼືອງ ເພາະຊິ້ນສ່ວນຕ່າງໆເຊັ່ນ: ສ່ວນໂຕ, ແຂນ, ຂາ, ມື, ຕີນ ແລະ ຮູບປັ້ນຊ້າງ ທີ່ພະເຈົ້າໄຊເສດຖາທິຣາດປະທັບອ່ວຍຫົວ ເຂົ້າເມືອງແມ່ນໄດ້ຫຼໍ່ສໍາເລັດແລ້ວຢູ່ນະຄອນຫຼວງວຽງຈັນ ຍັງແຕ່ຢູ່ໃນຂັ້ນຕອນຕົບແຕ່ງ ສ່ວນສຽນທີ່ຫຼໍ່ມື້ນີ້ຈະນໍາໄປປະກອບກັບຊິ້ນສ່ວນຕ່າງໆຢູ່ນະຄອນຫຼວງວຽງຈັນ.
ທ່ານ ອຸ່ນຫຼ້າ ໄດ້ກ່າວຕື່ມວ່າ: ຮູບປັ້ນພະເຈົ້າໄຊເສດຖາທິຣາດ ລວມທັງຮູບປັ້ນຊ້າງ ທີ່ເພີ່ນປະທັບ ຈະຫຼໍ່ດ້ວຍທອງເຫຼືອງທັງໝົດຈະມີນໍ້າໜັກ 18 ໂຕນ ມີຄວາມສູງ ປະມານ 1 ແມັດ 80 ແລະ ໜ້າຕັກກວ້າງ 1 ແມັດ. ຫຼັງຈາກທີ່ໄດ້ມີການຕົບແຕ່ງ ແລະ ປະກອບຮູບປັ້ນພະເຈົ້າໄຊເສດຖາທິຣາດ ແລະ ຮູບປັ້ນຊ້າງສໍາເລັດ ຄາດວ່າຫຼັງບຸນ ປີໃໝ່ລາວ 2020 ແລະ ຈະມີການແຫ່ມາໄວ້ທີ່ແຂວງ ອັດຕະປື ເພື່ອລໍຖ້າໃຫ້ການສ້າງອານຸສາວະລີ ແລະ ແທ່ນປະທັບ ໂດຍຈະມີການຕົບແຕ່ງໃຫ້ສວຍງາມ ແລະ ມີສວນດອກໄມ້ ຈຶ່ງຈະມີພິທີສົມໂພດ ຫຼື ຈັດພິທີປະດິດສະຖານ (ເປີດນໍາໃຊ້ອານຸສາວະລີ) ໄວ້ໃຫ້ປະຊາຊົນແຂວງອັດຕະປື ກໍ່ຄືປະຊາຊົນລາວບັນດາເຜົ່າໄວ້ສັກກາລະບູຊາ ຊຶ່ງຄາດວ່າຈະຈັດຂື້ນໃນເດືອນພະຈິກ ປີ 2020 ນີ້.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວທ້ອງຖິ່ນ | 2020-02-07T00:47:58+00:00 | https://laopost.com/?p=116456 |
5 ປີຜ່ານມາມີພັນກວ່າສະຫາຍຖືກໃຫ້ອອກສະມາຊິກພັກຍ້ອນຜິດລະບຽບ ແລະ ສໍ້ລາດບັງຫລວງ | ຄະນະກວດກາສູນກາງພັກ ໃຫ້ຮູ້ວ່າ: ພາຍຫລັງພັກ ແລະ ລັດຖະບານ, ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເພື່ອແກ້ໄຂບັນຫາອາດຍາສິດ ແລະ ຕ້ານການສໍ້ລາດບັງຫລວງຢ່າງເຂັ້ມງວດ ເພື່ອແນໃສ່ສ້າງຄວາມເຂັ້ມແຂງພາຍໃນພັກ ແລະ ຮັບປະກັນໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VII (2011-2015) ບັນລຸເປົ້າໝາຍວາງໄວ້, ຄະນະກວດກາສູນກາງພັກໄດ້ເຄື່ອນໄຫວຕິດຕາມກວດພົບ 734 ເປົ້າໝາຍທີ່ມີການສໍ້ລາດບັງຫລວງ, ຊຶ່ງໄດ້ສ້າງຄວາມເຊື່ອມເສຍຕໍ່ພາບພົດບົດບາດການຊີ້ນໍາ-ນໍາພາຂອງພັກ ແລະ ສ້າງຄວາມເສຍຫາຍງົບປະມານຂອງລັດເປັນຈຳນວນມະຫາສານ.
ຄະນະກວດກາສູນກາງພັກ ໃຫ້ຮູ້ວ່າ: ນັບແຕ່ປີ 2011 ເປັນຕົ້ນມາ, ຜ່ານການປະຕິບັດງານກວດກາຕົວຈິງໄດ້ພົບເຫັນສະມາຊິກພັກທີ່ມີການລະເມີດກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ຖືກປະຕິບັດລະບຽບວິໄນລະດັບຕ່າງໆ ຄື: ຄະນະພັກແຂວງຖືກກ່າວເຕືອນ 1 ແຂວງ, ຕິເຕືອນຄະນະພັກເມືອງ 7 ເມືອງ, ຕິເຕືອນ 3 ໜ່ວຍພັກ, ກ່າວເຕືອນ 3 ໜ່ວຍພັກ, ຍຸບການຈັດຕັ້ງ 3 ໜ່ວຍພັກ, ສະມາຊິກພັກຖືກປະຕິບັດວິໄນ 1.806 ສະຫາຍ, ຍິງ 173 ສະຫາຍ, ໃນນີ້ໃຫ້ອອກຈາກການເປັນສະມາຊິກພັກ 1.007 ສະຫາຍ, ສໍາລັບ ການກວດກາລັດ ແລະ ຕ້ານການສໍ້ລາດບັງຫລວງກວດພົບ 734 ເປົ້າໝາຍ ສ້າງຄວາມເສຍຫາຍ 4.145,86 ຕື້ກີບ, 70.77 ລ້ານໂດລາສະຫະລັດ, 381.68 ລ້ານບາດ (ສະກຸນເງິນໄທ) ແລະ 539.518 ຢວນ (ສະກຸນເງິນຈີນ), ໃນນີ້ສາມາດເກັບກູ້ຄືນໄດ້ 790.43 ຕື້ກີບ, 10.91 ລ້ານໂດລາສະຫະລັດ, 36.19 ລ້ານບາດ ແລະ 539.518 ຢວນ, ກວດພົບເຫັນການລັກລອບຂຸດຄົ້ນຊື້-ຂາຍໄມ້ຜິດກົດໝາຍ 303.193.297 ແມັດກ້ອນ, ໄດ້ຮັບຄຳຮ້ອງ ແລະ ຄຳສະເໜີໃນທົ່ວປະເທດ 3.640 ສະບັບ, ຄົ້ນຄວ້າແກ້ໄຂໄດ້ 2.719 ສະບັບ, ໂດຍຂໍ້ສະເໜີທີ່ພົ້ນເດັ່ນແມ່ນບັນຫາພົວພັນຂໍ້ຂັດແຍ່ງດ້ານທີ່ດິນເຮືອນ, ການດຳເນີນທຸລະກິດ ແລະ ຄວາມບໍ່ພໍໃຈຕໍ່ກັບການຕັດສິນຂອງສານເປັນຕົ້ນ ແລະ ໃນຕໍ່ໜ້ານີ້, ຍິ່ງຈະສືບຕໍ່ເອົາໃຈໃສ່ປັບປຸງຄຸນນະພາບການກວດກາໃຫ້ດີຂຶ້ນກວ່າເກົ່າ, ພາຍຫລັງໄດ້ສ້າງຕັ້ງກົມສືບສວນ-ສອບສວນການສໍ້ລາດບັງຫລວງ ແລະ ກົມຕິດຕາມກວດກາການປະຕິບັດຜົນການກວດກາເມື່ອປີຜ່ານມາ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ກໍຄືການຈັດຕັ້ງປະຕິບັດວຽກງານກວດກາພັກ ແລະ ລັດໃຫ້ມີປະສິດທິຜົນສູງກວ່າເກົ່າ.
ຂ່າວຈາກ:
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ! | ຂ່າວທ້ອງຖິ່ນ | 2016-10-05T08:11:49+00:00 | https://laopost.com/?p=71961 |
ການນຳຫາໂຈນຕ່າງຊາດລັກເງິນ ໜ້າທະນາຄານອິນດູຈີນ ຍັງມິດງຽບປານເປົ່າສາກ | ທ່ານຜູ້ອ່ານຄົງຍັງຈື່ໄດ້ເນາະ ກັບເຫດການໂຈນຕ່າງຊາດ ກໍ່ເຫດລັກເງິນລູກຄ້າທະນາຄານອິນດູຈີນ ເມື່ອວັນທີ 28 ກັນຍາ 2016 ທີ່ຜ່ານມາ, ພາຍຫຼັງທີ່ເກີດເຫດ ທາງເຈົ້າໜ້າທີ່ທີ່ກ່ຽວຂ້ອງກໍໄດ້ສຸມທຸກກຳລັງວິຊາຄວາມຮູ້ເຂົ້າໃສ່ ເພື່ອສະກັດຈັບກຸ່ມຄົນດັ່ງກ່າວມາລົງໂທດໃຫ້ໄວທີ່ສຸດເທົ່າທີ່ຈະເຮັດໄດ້.
ແຕ່ມາຮອດມື້ນີ້ ວັນທີ 10 ພະຈິກ 2016 ເຈົ້າໜ້າທີ່ທາງການຍັງບໍ່ໄດ້ເປີດເຜີຍຂໍ້ມູນອອກສູ່ສັງຄົມເລີຍວ່າ ຄວາມຄືບໜ້າຂອງການຕິດຕາມຈັບກຸມກຸ່ມຄົນຮ້າຍໄປຮອດໃສແລ້ວ ມີເບາະແສຈັ່ງໃດຫຼືຍັງ ຈຶ່ງຍັງເປັນໝາຍຖາມໂຕໃຫຍ່ໆ ທີ່ຄ້າງຄາໃຈສັງຄົມຢູ່.
ອີງຕາມການໃຫ້ຂ່າວຂອງຜູ້ບໍ່ປະສົງອອກນາມ ທີ່ໃກ້ຊິດກັບຄະດີດັ່ງກ່າວບອກວ່າ ມາຮອດປັດຈຸບັນຍັງບໍ່ມີເບາະແສເລີຍວ່າ ໂຈນພວກດັ່ງກ່າວ ລີ້ຊ່ອນຢູ່ບ່ອນໃດພາຍໃນປະເທດ ຫຼືໜີອອກນອກປະເທດໄປແລ້ວ ຫຼືບໍ່ແຕ່ປະການໃດ.
ເຫດການດັ່ງກ່າວນັ້ນຖືກບັນທຶກຈາກກ້ອງວົງຈອນປິດ ສາມາດເຫັນໜ້າຕາຈະແຈ້ງ ລວມທັງຮູບແລະຂໍ້ມູນຕ່າງໆ ທີ່ໄດ້ມາແມ່ນສາມາດລະບຸຊື່, ນາມສະກຸນ, ສັນຊາດ ແລະເວລາເຂົ້າປະເທດລາວໄດ້ຢ່າງຊັດເຈນ ແຕ່ການນຳຫາໂຕຂອງພວກກ່ຽວບໍ່ມີຄວາມຄືບໜ້າເລີຍ ເຊິ່ງສະພາບດັ່ງກ່າວນີ້ສະແດງໃຫ້ເຫັນ 2 ປະການຄື:
ກຸ່ມຄົນຮ້າຍດັ່ງກ່າວນັ້ນ ເປັນມືອາຊີບ ມີການວາງແຜນ ຫຼືອ່ານອອກເຖິງຂີດຄວາມສາມາດ ຂອງການປະຕິບັດງານຂອງເຈົ້າໜ້າທີ່ບ້ານເຮົາເປັນຢ່າງດີ.
ເຈົ້າໜ້າທີ່ທີ່ກ່ຽວຂ້ອງຄົງຈະຕ້ອງໄດ້ທົບທວນເຖິງຄວາມອາດສາມາດທາງດ້ານການຮັກສາຄວາມສະຫງົບສຸກ ກໍຄືການນຳຈັບຄົນຮ້າຍທີ່ກໍ່ເຫດຕ່າງໆ ເພື່ອສ້າງຄວາມເຊື່ອໝັ້ນແກ່ປະຊາຊົນ.
ຈັ່ງໃດກໍຂໍເປັນກຳລັງໃຈໃຫ້ອ້າຍນ້ອງເຈົ້າໜ້າທີ່ ແລະຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຈົ່ງມີສະຕິຮັກສາຊັບສິນແລະຊີວິດຂອງຕົນເອງໃຫ້ດີ ພ້ອມທັງເປັນຫູເປັນຕາສອດສ່ອງດູແລຊ່ວຍເຈົ້າໜ້າທີ່ດ້ວຍ. | ຂ່າວພາຍໃນ | 2016-11-10T09:24:33+00:00 | https://laopost.com/?p=75915 |
ຕຳຫຼວດລາວມ້າງ 5 ກຸ່ມຄ້າຢາເສບຕິດແລະອາວຸດເສິກລາຍໃຫຍ່ | ຕາມຂ່າວຈາກ ສຳນັກຂ່າວສານປະເທດລາວ ເມື່ອວັນທີ 15 ກຸມພາ 2017 ໃຫ້ຮູ້ວ່າເຈົ້າໜ້າທີ່ຕຳຫລວດ ສປປ ລາວ ຖະແຫລງການຈັບກຸມ ແລະ ມ້າງກຸ່ມຄ້າຂາຍຢາເສບຕິດ-ອາວຸດເສິກລາຍໃຫຍ່ 5 ກຸ່ມ.
ກົມຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ, ກົມໃຫຍ່ຕຳຫລວດ, ກອງປະຊວງປ້ອງກັນຄວາມສະຫງົບ ໄດ້ເປັນເຈົ້າການດຳເນີນວຽກງານວິຊາສະເພາະຂອງຕົນ ເພື່ອເກັບກຳຂໍ້ມູນຢ່າງເປັນລະບົບ, ຈາກນັ້ນ ໄດ້ປະສານສົມທົບລະຫວ່າງ ເຈົ້າໜ້າທີ່ຕຳຫລວດຢູ່ສູນກາງ ກັບທ້ອງຖິ່ນບັນດາແຂວງ ໃນທົ່ວປະເທດ, ພ້ອມກັບອົງການທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງທຸກຂັ້ນ ຈຶ່ງໄດ້ດຳເນີນການແກ້ໄຂ ເຄືອຂ່າຍກຸ່ມເປົ້າໝາຍຊື້-ຂາຍ ຢາເສບຕິດ ແລະ ຕິດພັນກັບອາວຸດເສີກ, ແຕ່ພາກເໜືອ ລົງຮອດ ພາກໃຕ້ ແລະ ສາມາດຈັບຕົວຜູ້ຖືກຫາທັງໝົດ ໄດ້ 33 ຄົນ, ຍິງ 11 ຄົນ.
ທ່ານ ພົນຈັດຕະວາ ທອງເຫລັກ ມັງໜໍ່ເມກ ຫົວໜ້າກົມໃຫຍ່ຕຳຫລວດ, ກະຊວງປ້ອງກັນຄວາມສະຫງົບ ຖະແຫລງ ກ່ຽວກັບເຫດການດັ່ງກ່າວ ໃນວັນທີ 16 ກັນຍາ 2016 ເຖິງ ວັນທີ 24 ມັງກອນ 2017 ທີ່ຜ່ານມາວ່າ:
ກຸ່ມທີ 1: ໃນວັນທີ 16/09/2016 ເຈົ້າໜ້າທີ່ຕຳຫລວດໄດ້ຈັບຕົວຄື: ທ້າວ ກິນ້ອຍ ຜາໄຊ ຫລື (ແອນ້ອຍ ຫລື ນ້ອຍອາກາດ), ອາຍຸ 34 ປີ ເຊື້ອຊາດ-ສັນຊາດລາວ, ຢູ່ບ້ານອາກາດ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ, ພ້ອມດ້ວຍພັກພວກຈຳນວນ 16 ຄົນ ຍິງ 04 ຄົນ;
ກຸ່ມທີ 2: ໃນວັນທີ 11/12/2016 ເຈົ້າໜ້າທີ່ໄດ້ຈັບຕົວ (ຄູ່ຜົວ-ເມຍ)ຄື: ທ້າວ ຫວາດ ພິລາບັນ, ອາຍຸ 41 ປີ, ເຊື້ອຊາດ-ສັນຊາດ ລາວ ແລະ ນາງ ແກ້ວ ພິລາບັນ ຫລື (ກິ່ວ), ອາຍຸ 39 ປີ ເຊື້ອຊາດ-ສັນຊາດ ລາວ ຢູ່ແຂວງບໍ່ແກ້ວ.
ກຸ່ມທີ 3: ໃນວັນທີ 10/01/2017 ເຈົ້າໜ້າທີ່ໄດ້ຈັບຕົວຄື: ທ້າວ ຄອນປະສົງ ສຸກກະເສີມ ຫລື (ຊຽງເທີ), ອາຍຸ 47 ປີ ເຊື້ອຊາດ-ສັນຊາດລາວ, ຢູ່ນະຄອນຫລວງວຽງຈັນ, ພ້ອມດ້ວຍພັກພວກ 3 ຄົນ; ເຊິ່ງເປັນຜູ້ຄ້າ-ຂາຍຢາເສບຕິດລາຍໃຫຍ່ ແລະ ເປັນລາຍໃຫຍ່ກວ່າ ທ້າວ ໄຊຊະນະ ແກ້ວພິມພາ ຫລື (ວັນລົບ).
ກຸ່ມທີ 4: ທ້າວ ໄຊຊະນະ ແກ້ວພິມພາ ຫລື (ວັນລົບ), ອາຍຸ 41 ປີ ສັນຊາດລາວ, ຢູ່ແຂວງຄຳມ່ວນ, ເປົ້າໝາຍນຳຈັບ ໄດ້ເອົາຕົວຫລົບໜີ, ເຈົ້າໜ້າທີ່ຕໍາຫລວດ ໄດ້ປະສານງານກັບເຈົ້າໜ້າ ທີ່ຕຳຫລວດປະເທດໄທ, ຈັບຕົວໄດ້ໃນວັນທີ 19/01/2017 ຢູ່ສະໜາມບິນສຸວັນນະພູມ, ປະເທດໄທ ແລະ ເຈົ້າໜ້າທີ່ພວກເຮົາໄດ້ຮັບກຸ່ມພັກພວກຂອງ ທ້າວ ໄຊຊະນະ ແກ້ວພິມພາ ຢູ່ແຂວງຄຳມ່ວນ ແລະ ນະຄອນຫລວງວຽງຈັນ, ໃນວັນທີ 20/01/2017, ໄດ້ກັກຕົວເປົ້າໝາຍຈຳນວນ 5 ຄົນ, ຍິງ 1 ຄົນ.
ທ້າວ ຄອນໄທ ໂຄດສົມບັດ (ສິ້ວ)
ນາງ ກີບແກ້ວ ໂຄດສົມບັດ
ກຸ່ມທີ 5 ຖືກຈັບຕົວ ໃນວັນທີ 24/01/2017ຄື: ທ້າວ ຄອນໄທ ໂຄດສົມບັດ ຫລື (ສິ້ວ), ບ້ານຫລັກເມືອງ, ເມືອງສອງຄອນ, ແຂວງສະຫວັນນະເຂດ, ພ້ອມດ້ວຍພັກພວກອີກ 2 ຄົນ
ຜ່ານການປະຕິບັດວຽກງານນັບແຕ່ວັນທີ 16/09/2016 ຮອດປັດຈຸບັນ, ສາມາດຢຶດຂອງກາງຄະດີໄດ້ຫລາຍລາຍການເຊັ່ນ: ຢາເສບຕິດ ຫລາຍຊະນິດ, ອາວຸດເສີກ(ປືນ)ຫລາຍກະບອກ, ເງິນສົດ ສະກຸນຕ່າງໆ, ວັດຖຸມີຄຳ ຈຳນວນໜຶ່ງ ແລະ ອື່ນໆ ເຈົ້າໜ້າທີ່ ຍັງໄດ້ອາຍັດເຮືອນ, ໂຮງແຮມ, ຕະຫລາດ, ຮ້ານອາຫານ, ໂຮງເຟີນິເຈີ, ໂຮງງານສັງກະສີ, ສາງ, ກາລາລົດ, ຫ້ອງແຖວ, ປ້ຳນ້ຳມັນ, ລົດໃຫຍ່, ເຮືອເຈັດສະກີ ແລະ ອື່ນໆ.
ຜ່ານການສືບສວນ-ສອບສວນຜູ້ຖືກຫາ ພວກກ່ຽວໄດ້ຮັບສາລະພາບວ່າ: ໄດ້ຮ່ວມກັນຊື້-ຂາຍ, ຂົນສົ່ງ ແລະ ມີຢາເສບຕິດໄວ້ໃນຄອບຄອງ, ດັ່ງກ່າວມາຂ້າງເທິງ ແລະ ເຄື່ອງຂອງກາງທີ່ເຈົ້າໜ້າທີ່ກວດພົບນັ້ນ ແມ່ນເປັນຂອງພວກກ່ຽວແທ້. ນອກຈາກນັ້ນ, ໃນວັນທີ 14 ກຸມພາ 2017 ເຈົ້າໜ້າທີ່ກຳລັງປ້ອງກັນຄວາມສະຫງົບ ຍັງໄດ້ຕິດຕາມ ແລະ ກັກຕົວກຸ່ມຄົນ ທີ່ແລ່ນຊື້ຈ້າງ ແລະ ໃຫ້ສິນບົນເຈົ້າໜ້າທີ່ ເພື່ອໃຫ້ປ່ອຍໂຕຜູ້ເປັນຫົວໂປ່ຕົວການດື້ດ້ານຊື້-ຂາຍຢາເສບຕິດລາຍໃຫຍ່ ເປັນເງິນຈຳນວນ 30.000.000 ບາດ ຕໍ່ໜຶ່ງຄົນ; ຈະຈ່າຍເງິນໃຫ້ກ່ອນ 10.000.000 ບາດ, ພາບຫລັງປ່ອຍຕົວແລ້ວ ຈຶ່ງຈະໃຫ້ຕື່ມອີກ 20.000.000 ບາດ. ຕໍ່ເຫດການດັ່ງກ່າວ ຄະນະຮັບຜິດຊອບດຳເນີນຄະດີ ຍັງສືບຕໍ່ເປີດກວ້າງດຳເນີນການສືບສວນ-ສອບສວນ ເກັບກຳຂໍ້ມູນຫລັກຖານຂະຫຍາຍຜົນໄປຫາກຸ່ມແກ້ງເຄືອຂ່າຍທີ່ຍັງເຫລືອ ເພື່ອມາລົງໂທດຕາມລະບຽບກົດໝາຍຢ່າງເຂັ້ມງວດ.
ແຫລ່ງຂ່າວ: ສໍານັກຂ່າວສານປະເທດລາວ | ຂ່າວພາຍໃນ | 2017-02-15T17:48:54+00:00 | https://laopost.com/?p=85173 |
ນັກໂທດ 7 ຄົນທີ່ຍັງຫຼົບໜີ ຄາດວ່ານັກໂທດບາງສ່ວນໄດ້ຫຼົບໜີໄປຕ່າງປະເທດແລ້ວ | ຫຼັງຈາກຊອກຄົ້ນ ແລະ ເລັ່ງຕິດຕາມມາໄດ້ 3 ວັນແລ້ວ ນັບແຕ່ມື້ໂຕນຄຸກໃນວັນທີ 24 ສິງຫາ ທີ່ຜ່ານມາ ລວມມີ 12 ຄົນເປັນນັກໂທດຄະດີຢາເສບຕິດ ໃນນັ້ນສາມາດຈັບກຸມໄດ້ແລ້ວ 5 ຄົນ, ນັກໂທດ 7 ຄົນ ຍັງເອົາໂຕຫຼົບໜີ ເຊິ່ງເຈົ້າໜ້າທີ່ຄາດວ່ານັກໂທດບາງສ່ວນໄດ້ເອົາໂຕຫຼົບໜີໄປຕ່າງປະເທດແລ້ວຍ້ອນວ່ານັກໂທດສ່ວນໜຶ່ງເປັນຄົນສັນຊາດຕ່າງປະເທດ.
ເຈົ້າໜ້າທີ່ຄ້າຍຄຸມຂັງໂພນຕ້ອງ (ຄຸກໂພນຕ້ອງ) ໄດ້ແຈ້ງຕໍ່ ທີມງານວຽງຈັນທາຍ ມື້ເຊົ້ານີ້ວ່າ: ຮອດປັດຈຸບັນຍັງບໍ່ສາມາດຈັບກຸມໄດ້ເທື່ອ ນັກໂທດ 7 ຄົນທີ່ຍັງເອົາໂຕຫຼົບໜີ.
ການຄົ້ນຫາແມ່ນໄດ້ມີການແກະຮອຍນັກໂທດຢູ່ຕາມກ້ອງວົງຈອນປິດຕາມເສັ້ນທາງຕ່າງໆ, ເຂດຈຸມສູມ ແລະ ກວດລົດທຸກຄັນ ແລະ ຄົນທີ່ຢູ່ພາຍໃນລົດທີ່ເດີນທາງໄປ ຕ່າງແຂວງ.
ເຈົ້າໜ້າທີ່ຄ້າຍຄຸມຂັງໂພນຕ້ອງໄດ້ແຈ້ງໃຫ້ຮູ້ຕື່ມອີກວ່າ: ຍັງບໍ່ສາມາດເວົ້າໄດ້ວ່າຈະສາມາດຈັບກຸມນັກໂທດ 7 ຄົນໄດ້ມີື້ໃດ, ແຕ່ມີຄວາມຄືບໜ້າຫຼາຍສົມຄວນກ່ຽວກັບສະຖານທີ່ ທີ່ນັກໂທດອາດຈະໄປລີ້ຊ່ອນໂຕ ຫຼັງຈາກທີ່ສືບສວນນັກໂທດທີ່ຮ່ວມຂະບວນການແຕ່ເຊື່ອວ່ານັກໂທດຈໍານວນໜຶ່ງໂດຍສະເພາະນັກໂທດສັນຊາດຕ່າງປະເທດອາດຈະເອົາໂຕຫຼົບໜີໄປຕ່າງປະເທດແລ້ວ ແລະ ສັນນິຖານວ່າ, ການໂຕນຄຸກໃນຄັ້ງນີ້ມີການວາງແຜນໄວ້ລ່ວງໜ້າແລ້ວ ເພາະເມື່ອຕິດຕາມເຊັກນໍາກ້ອງວົງຈອນປິດ ໄດ້ມີລົດກະບະວີໂກສີປອນເງິນມາລໍຖ້າເພື່ອພາໂຕຫຼົບໝີ.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວທ້ອງຖິ່ນ | 2020-08-27T10:50:43+00:00 | https://laopost.com/?p=121067 |
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ກະຊວງປ້ອງກັນປະເທດ ສສ ຫວຽດນາມ | ຂປລ. ສະຫາຍ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຄໍານັບ ຂອງຄະນະຜູ້ແທນກະຊວງ ປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ເຊິ່ງນໍາໂດຍ ສະຫາຍ ພົນໂທ ໂດບາຕິ ຫົວໜ້າກົມໃຫຍ່ ເສນາທິການ, ລັດຖະມົນຕີຊ່ວຍວ່າການ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ໃນວັນທີ 27 ສິງຫາ 2015 ນີ້ ຢູ່ຫ້ອງວ່າການລັດຖະມບານ. ໃນໂອກາດທີ່ຄະນະດັ່ງກ່າວ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 26-27 ສິງຫາ ນີ້.
ໃນໂອກາດດັ່ງກ່າວ ສະຫາຍ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ຂອບໃຈ ແລະ ຊົມເຊີຍ, ພ້ອມທັງຕີລາຄາສູງຕໍ່ ທ່ານ ພົນໂທ ໂດບາຕີ ທີ່ໄດ້ນໍາພາຄະນະຜູ້ແທນ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນ ອັນສໍາຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງທີ່ມີມູນເຊື້ອ ຄວາມສາມັກຄີຮ່ວມສູ້ຮົບນໍາກັນຢ່າງຍາວນານ ໃຫ້ນັບມື້ຫຍັບເຂົ້າສູ່ລວງເລິກເທື່ອລະກ້າວ, ໂດຍສະເພາະ ການພົວພັນຮ່ວມມື ລະຫວ່າງ ສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.
ສະຫາຍ ພົນໂທ ໂດບາຕີ ໄດ້ຕາງໜ້າຄະນະ ສະແດງຄວາມຂອບໃຈຕໍ່ ສະຫາຍ ທອງສິງ ທໍາມະວົງ ທີ່ໄດ້ສະຫລະເວລາອັນມີຄ່າ ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ແຈ້ງຈຸດປະສົງ ຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ໃຫ້ ສະຫາຍ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ໄດ້ຮັບຊາບຕື່ມ.
ຂອບໃຈຂ່າວຈາກ: | ຂ່າວເຫດການ | 2015-08-27T11:19:13+00:00 | https://laopost.com/?p=33579 |
ໝາກໄມ້ 5 ຊະນິດ ກິນຊ່ວຍລ້າງສານພິດ ຟອກລ້າງຕັບ-ລໍາໄສ້ ແລະໝາກໄຂ່ຫຼັງ | ຄວາມຮູ້ສຶກ ເມື່ອຍງ່າຍ, ໝົດແຮງ ແລະອ່ອນເພຍ ທີ່ເກີດຈາກພາວະຄວາມຄຽດ ຫຼືສານພິດຈາກສິ່ງແວດລ້ອມ ລ້ວນເປັນສາເຫດເຮັດໃຫ້ຮ່າງກາຍອ່ອນແອ ແລະເຈັບປ່ວຍໄດ້ງ່າຍ ອາການເຫຼົ່ານີ້້ອງກັນ ແລະບັນເທົາໄດ້ງ່າຍໆ ສຸດຍອດໝາກໄມ້ລ້າງສານພິດເຊັ່ນ:
ໝາກອາງຸ່ນ: ເປັນສານຟອກລ້າງສໍາຫຼັບຜິວໜັງ, ຕັບ, ລໍາໄສ້ ແລະໝາກໄຂ່ຫຼັງ ໂດຍສະເພາະເນື່ອງຈາກໝາກອາງຸ່ນມີຄຸນສົມບັດຮັກສານໍ້າມູກທີ່ຈະອອກມາຈາກເຍື່ອເມືອກຕ່າງໆໃນຮ່າງກາຍ ໝາກອາງຸ່ນຍັງໃຫ້ພະລັງງານສູງ ແລະນໍາໄປໃຊ້ໄດ້ງ່າຍ ອີກທັ້ງຍັງອຸດົມໄປດ້ວຍເກືອແຮ່ ດັ່ງນັ້ນຈຶ່ງຊ່ວຍບໍາລຸງເລືອດ ແລະຊ່ອມສ້າງເຊວໃນຮ່າງກາຍ.
ໝາກນັດ: ມີເອນໄຊໂປຣເມລິນສູງ ເອນໄຊຕົວນີ້ຈະຊ່ວຍການທໍາງານຂອງກົດໄຮໂດຣຄອນຣິກໃນກະເພາະ ແລະຊ່ວຍໃຫ້ຂອງເສຍທີ່ເປັນໂປຣຕີນແຕກຕົວໄດ້ໄວຂຶ້ນ ແລະໝາກນັດຍັງຊ່ວຍປິ່ນປົວການອັກເສບໃນທາງເດີນອາຫານ ຊ່ວຍໃນການຊ່ອມແຊມສ່ວນຕ່າງໆ, ຊ່ວຍການທໍາງານຂອງຕ່ອມໄຮ້ທໍ່ ແລະຊ່ວຍກໍາຈັດນໍ້າມູກພ້ອມ.
ແອັບເປິ່ນ: ຊ່ວຍຈັດຂອງເສຍອອກຈາກຮ່າງກາຍ ສານໃນໝາກແອັບເປິ່ນຈະຊ່ວຍນໍາສານພິດໄປກໍາຈັດຖີ້ ຍັງປ້ອງກັນບໍ່ໃຫ້ໂປຣຕີນໃນລໍາໄສ້ເກີດການບູດເນົ່າ ແລະຍັງມີເສັ້ນໃຍຫຼາຍ ຊຶ່ງຈະເຮັດໜ້າທີ່ເປັນຟອຍກວາດທໍາຄວາມສະອາດລໍາໄສ້ຊ່ວຍໃຫ້ຕັບ ແລະລະບົບຍ່ອຍທໍາງານໄດ້ດີຍິ່ງຂຶ້ນ ກະຕຸ້ນນໍ້າຍ່ອຍ ນອກຈາກນີ້ຍັງມີວິຕາມິນ ແລະເກືດແຮ່ ແລະເໝາະກັບຜູ້ທີ່ກໍາລັງຫຼຸດນໍ້າໜັກ.
ໝາກຫຸ່ງ+ໝາກມ່ວງ+ໝາກແຕງໂມ ມີລັກສະນະຄ້າຍຄືກັນ ແຕ່ໝາກມ່ວງມີສານສໍາຄັນໜ້ອຍກວ່າໝາກຮຸ່ງເລັກນ້ອຍ ໝາກໄມ້ທັງສອງຊະນິດນີ້ມີເອນໄຊຊື່ປາເປນ ຊຶ່ງມີລັກສະນະຄ້າຍຄືນໍ້າຍ່ອຍເປບຊິນໃນກະເພາະອາຫານ ຈະຊ່ວຍເຮັດໃຫ້ຂອງເສຍທີ່ເປັນໂປຣຕີນແຕກຕົວໄດ້ໄວ ເຊັ່ນດຽວກັບໂປຣເມລິນ ທັ້ງໝາກຮຸ່ງ ແລະໝາກມ່ວງດີສໍາຫຼັບການທໍາຄວາມສະອາດລໍາໄສ້ ແລະຊ່ວຍຍ່ອຍອາຫານ ແລະໝາກຮຸ່ງຍັງຊ່ວຍຫຼຸດອາການຊຶມເສົ້າໄດ້.
ໝາກແຕງໂມ: ມີລິດຂັບປັດສະວະ ດັງນັ້ນຈຶ່ງຊ່ວຍຟອກລ້າງຮ່າງກາຍໄດ້ເປັນຢ່າງດີ ໃຊ້ປິ່ນປົວບາດແຜໃນກະເພາະ ຫຼຸດຄວາມດັນໃນເລືອດສູງ, ເຮັດໃຫ້ສະບາຍທ້ອງ | ສຸຂະພາບ ແລະ ສີ່ງແວດລ້ອມ | 2016-12-01T11:49:38+00:00 | https://laopost.com/?p=78484 |
ປ້ອງກັນໂຄວິດ-19! ລາວມີ 2 ແຂວງສັ່ງປິດດ່ານເຂົ້າ-ອອກ ຊົ່ວຄາວ | Phou Keua Border Point
ຫ້ອງວ່າການ ແຂວງ ອັດຕະປື ໄດ້ອອກແຈ້ງການ ເມື່ອບໍ່ດົນມານີ້ວ່າ: ແຂວງອັດຕະປືໄດ້ສັ່ງປິດດ່ານທ້ອງຖິ່ນ ແລະ ດ່ານປະເພນີ ເຂົ້າ-ອອກ ຊົ່ວຄາວ ທີ່ຕິດກັບ ແຂວງ ກອນຕູມ ສສ ຫວຽດນາມ, ແຂວງ ຊຽງແຕງ ແລະ ແຂວງ ລັດຕະນະຄີລີ ຣາຊາອານາຈັກກຳປູເຈຍ ເພື່ອປ້ອງກັນ ແລະ ສະກັດກັ້ນເຊື້ອຈຸລະໂລກສາຍພັນໃໝ່ 2019 (COVID-19).
ອີງຕາມການແຈ້ງການ ໄດ້ລະບຸວ່າ: ດ່ານພູຍາງ ເມືອງ ພູວົງ, ດ່ານຟໍ 1 ເຂດວັງຕັດ ເມືອງ ຊານໄຊ, ດ່ານເຊປຽນ ເມືອງ ສະໜາມໄຊ, ດ່ານປະເພນີ (ຟໍ 2, ຟໍ 3, ຟໍ 4, ຟໍ 5 ແລະ ຟໍ 6) ຖ້າມີຄວາມຈຳເປັນໃນການ ເຂົ້າ-ອອກ ຂອງປະຊາຊົນ, ນິຕິບຸກຄົນທີ່ດຳລົງຊີວິດຢູ່ 2 ຟາກຝັ່ງຊາຍເເດນ ແມ່ນໃຫ້ມານໍາໃຊ້ບໍລິການ ດ່ານສາກົນພູເກືອ-ເບີອີ (ສສ ຫຽວດນາມ) ແລະ ດ່ານສາກົນໜອງນົກຂຽນ ຣາຊະອານາຈັກກຳປູເຈຍ.
ສະນັ້ນ, ຈຶ່ງຂໍຖືເປັນກຽດແຈ້ງມາ ຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດນັບແຕ່ມື້ອອກແຈ້ງການສະບັບນີ້ເປັນຕົ້ນໄປຈົນກວ່າຈະມີແຈ້ງການປ່ຽນແປງ.
ກ່ອນໜ້ານີ້ ໃນວັນທີ 12 ມີນາ ທີ່ຜ່ານມາ ຫ້ອງວ່າການ ແຂວງ ຫົວພັນ ກໍ່ໄດ້ອອກແຈ້ງການປິດບັນດາດ່ານປະເພນີ ເຂົ້າ-ອອກ ຊົ່ວຄາວ, ຈຳນວນ 10 ດ່ານ ເພື່ອປອ້ງກັນ ແລະ ສະກັດກັ້ນເຊື້ອພະຍາດ COVID-19.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວທ້ອງຖິ່ນ | 2020-03-16T18:23:26+00:00 | https://laopost.com/?p=117601 |
ປິດການສັນຈອນຊົ່ວຄາວຕໍ່ໜ້າໂຮງຮຽນມັດທະຍົມສົມບູນ ລາວ-ຫວຽດນາມ | ໃນວັນທີ 16 ສິງຫາ 2023 ພະແນກໂຍທາທິການ ແລະ ຂົນສົ່ງ ອອກແຈ້ງຫານ ປິດການສັນຈອນຊົ່ວຄາວຖະໜົນ ໄກສອນ ພົມວິຫານ ຂອບເຂດກໍ່ສ້າງຂົວຄົນຍ່າງຂ້າມທາງ ຫຼັກ (ຕໍ່ໜ້າໂຮງຮຽນມັດທະຍົມສົມບູນ ລາວ-ຫວຽດນາມ).
ເຊິ່ງຈະເລີ່ມປິດເວລາ 00:00-05:00 ໂມງ ໃນວັນທີ 17 ຫາ 22 ສິງຫາ 2023.
ໃນການປິດນີ້ ກໍເພື່ອຍົກຍ້າຍໂຄງເຫຼັກຂົວຄົນຍ່າງຂ້າມທາງ ຂຶ້ນຕິດຕັ້ງໃສ່ໂຄງສ້າງເບຕົງ. | ຂ່າວພາຍໃນ | 2023-08-16T13:36:17+00:00 | https://laopost.com/?p=146804 |
ຄາຮ໌ຣິກ ຍົກເຄຣດິດໃຫ້ກັບ ເຄມບຣິດຈ໌ ໃນເກັມສະໝີ ຜີສາດແດງ 0-0! | ຄາຮ໌ຣິກ ຍົກເຄຣດິດໃຫ້ກັບ ເຄມບຣິດຈ໌ ໃນເກັມສະໝີ ຜີສາດແດງ!
ເກັມບານເຕະລາຍການ ເອຟເອຄັພ ແມນເຊັດເຕີ ຢູໄນເຕັດ (ພຣີເມຍລີກ) 0-0 ແຄມບຣິດຈ໌ (ລີກ ທູ)
ໄມເຄີ່ລ ຄາຣ໌ຣິກ ມິດຟິລດ໌ ແມນເຊັດເຕີ ຢູໄນເຕັດ ຍອມຮັບທີມຂອງຕົນເອງຍາກທີ່ຈະທໍາໃຈກັບຜົນສະເໝີ ເຄມບຣິດຈ໌ ຢູໄນເຕັດ ແບບໄຮ້ຄະແນນ ໃນເກັມເອຟເອຄັພ ຮອບ 4 ເມື່ອ ວັນສຸກທີ່ຜ່ານມາ ແຕ່ຍົກຍ້ອງເຈົ້າບ້ານ ຫຼິ້ນເກັມຮັບໄດ້ດີ ສົມຄວນໄດ້ຮັບຄໍາຊົມເຊີນແລ້ວ.
ໄມເຄິ່ລ ຄາຣ໌ຣິກ ກອງກາງປະສົບການສູງຂອງ ຜີສາດແດງ ຍອດທີມແຫ່ງສຶກພຣີເມຍລີກອັງກິດ ກ່າວຍົກເຄຣດິດໃຫ້ກັບ ເຄມບຣິດຈ໌ ຢູໄນເຕັດ ທີມໃນລີກທູ ໃນເກັມທີ່ທັງສອງທີມສະເໝີກັນ 0-0 ທີ່ ສະໜາມເອ໊ບບີຍ໌ ສະເຕດ່ຽມ ສຶກເອຟເອຄັພ ຮອບ 4 ວັນສຸກທີ່ 23ມັງກອນ ທີ່ຜ່ານມາ.
>>ຂອບໃຈhttp://www.siamsport.co.th/football/premierleague/view.php?code=150124064419 | ຂ່າວພາຍໃນ | 2015-01-24T10:02:02+00:00 | https://laopost.com/?p=18669 |
ຫວຽດນາມ-ອິນໂດເນເຊຍ ຮ່ວມມືດ້ານປ້ອງກັນຊາດ | ຕາມຂ່າວ ຕ່າງປະເທດ, ເມື່ອບໍ່ດົນມານີ້, ທ່ານ ຮ່ວາງແອງຕ໋ວນ, ເອກອັກ ຄະລັດ ຖະທູດ ຫວຽດນາມ ປະຈຳ ອິນໂດ ເນເຊຍ ໄດ້ເຂົ້າ ຢ້ຽມຂ່ຳນັບ ທ່ານ ຣາຍ ມິຊາດ ໄຣ ຄິວດູ, ລັດຖະມົນຕີວ່າການ ກະຊວງ ປ້ອງກັນ ປະເທດ ອິນໂດເນເຊຍ ໂດຍທັງສອງຝ່າຍ ໄດ້ປຶກສາ ຫາລື ແລກປ່ຽນ ກ່ຽວກັບ ການຊຸກຍູ້ ການຮ່ວມມື ດ້ານປ້ອງກັນຊາດ ກໍຄື ການພົວພັນ 2 ປະເທດ ຫວຽດນາມ – ອິນໂດເນເຊຍ ໃຫ້ນັບມີ ເຂັ້ມແຂງ ຍິ່ງຂຶ້ນ ແລະ ມີບົດບາດ ສຳຄັນ ໃນການຮັກສາ ສັນຕິພາບ ແລະ ຄວາມສະຫງົບ ປອດໄພ ໃນພາກພື້ນ./.
ແຫ່ລງຂ່າວ | ຂ່າວຕ່າງປະເທດ | 2015-12-10T13:20:05+00:00 | https://laopost.com/?p=42642 |
ກອງປະຊຸມ ຈາອິບຄາຣາວານ ຄັ້ງທີ II | ໃນວັນທີ 14-15 ມັງກອນ 2016 ກົມອາຊຽນ, ກະຊວງການຕ່າງປະເທດຮ່ວມກັບທີມງານບໍລິຫານກອງທຶນການເຊື່ອມໂຍງຍີ່ປຸ່ນ-ອາຊຽນ (JAIF Management Team) ໄດ້ຈັດກອງປະຊຸມ ສຳມະນາຈາອິບຄາຣາວານ ຄັ້ງທີ II ໃຫ້ແກ່ບັນດາຂະແໜງການຂອງ ສປປ ລາວທີ່ໂຮງແຮມລາວພລາຊາ, ນະຄອນຫຼວງ ວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມພິ ທີເປີດໂດຍທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີຊ່ວຍວ່າການກະຊວງການ ຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສ ອາຊຽນຂອງ ສປປ ລາວ ແລະທ່ານ ໂຄ ອິຈິ ໄອໂບຊິ ຜູ້ຕາງໜ້າຖາວອນຍີ່ປຸ່ນປະຈຳອາຊຽນ, ທ່ານ ລັດສະໜີ ແກ້ວມະນີຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະ ຈຳອາຊຽນ ແລະທ່ານ ເຕຣິນ ດົງເຟືອງ ຫົວນ້າພະແນກການເງິນ, ກົມອຸດສາຫະ ກຳ ແລະພື້ນຖານໂຄງລ່າງຂອງກອງເລ ຂາອາຊຽນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມສຳມະ ນາຄັ້ງນີ້ແມ່ນ ເພື່ອທົບທວນຜົນສຳເລັດການຈັດຕັ້ງປະຕິບັດບັນດາໂຄງການທີ່ ສປປ ລາວ ໄດ້ຮັບການສະໜັບສະໜູນ ທຶນໂດຍກອງທຶນການເຊື່ອມໂຍງຍີ່ປຸ່ນ-ອາຊຽນ ຊຶ່ງຈະມີຜູ້ຕາງໜ້າຈາກຝ່າຍ ກ່ຽວຂ້ອງຂອງ ສປປ ລາວ ໃນບາງຂະ ແໜງການຂຶ້ນນຳສະເໜີກ່ຽວກັບຜົນ ສຳເລັດຂອງໂຄງການຊ່ວຍເຫຼືອໃນຂະ ແໜງການຂອງຕົນ, ນອກນັ້ນຍັງຈະໄດ້ ຮັບຟັງການອະທິບາຍ ແລະແນະນຳວິທີ ການ ໂດຍທີມງານຂອງກອງທຶນຍີ່ປຸ່ນ-ອາຊຽນ ຈາກກອງເລຂາອາຊຽນກ່ຽວ ກັບການຂຽນໂຄງການ, ຂັ້ນຕອນໃນ ການອະນຸມັດ, ການຈັດຕັ້ງປະຕິບັດ, ການ ສະຫຼຸບໂຄງການ ແລະບົດສະຫຼຸບລາຍ ງານ ແລະວິທີການເຂົ້າຫາແຫຼ່ງທຶນການ ຊ່ວຍເຫຼືອ ຊຶ່ງນອກນີ້ຍັງຊ່ວຍເຮັດໃຫ້ຜູ້ ເຂົ້າຮ່ວມຈາກບັນດາຂະແໜງການຈຸດ ປະສານງານອາຊຽນ ຂອງ ສປປ ລາວ ກຳໄດ້ ແລະນຳໄປຜັນຂະຫຍາຍໃນການ ຂຽນໂຄງການ ເພື່ອສະເໜີຂໍທຶນສະໜັບ ສະໜູນເຂົ້າໃນການຈັດຕັ້ງປະຕິບັດ ແລະ ໝູນໃຊ້ເຂົ້າໃນວຽກງານຂອງຕົນຕາມ ຄວາມເໝາະສົມ. ສຳລັບກອງປະຊຸມຈາອິບ ຄາຣາວານ ຄັ້ງທີ 1 ຜ່ານມາໄດ້ຈັດ ຂຶ້ນໃນທ້າຍປີ 2015 ທີ່ປະເທດມຽນມາ.
ທີ່ມາ: | ຂ່າວພາຍໃນ | 2016-01-15T09:18:02+00:00 | https://laopost.com/?p=44782 |
ປູຕິນ ຍົກນະໂຍບາຍສົ່ງອອກອາວຸດ ເພື່ອສ້າງຕຳແໜ່ງງານທີ່ມີຄຸນນະພາບໃນປະເທດ | ປະທານາທິບໍດີ ວະລາດີເມຍ ປູຕິນ ແຫ່ງສະຫະພັນຣັດເຊຍ ເນັ້ນຢ້ຳເຖິງຄວາມຈຳເປັນ ທີ່ຈະຕ້ອງສົ່ງເສີມ
ພາກການສົ່ງອອກອາວຸດ ເພື່ອຍົກລະດັບ ອຸດສາຫະກຳປະເພດນີ້ ແລະ ເພີ່ມຕຳແໜ່ງງານຄຸນນະພາບສູງ
ໃຫ້ແກ່ຕະຫຼາດແຮງງານພາຍໃນປະເທດ.
ປະທານາທິບໍດີ ວະລາດີເມຍ ປູຕິນ ແຫ່ງຣັດເຊຍ
ຄວາມເຄັ່ງຕຶງທາງການທະຫານລະຫວ່າງຣັດເຊຍ ແລະ ໂລກຕາເວັນຕົກໄດ້ແຕກຂຶ້ນ ຫຼັງຈາກຄາບສະໝຸດ
ໄຄຣເມຍ ເຊິ່ງເປັນເຂດປົກຄອງຕົນເອງ ຂອງຢູເຄຣນ ຖືກແບ່ງແຍກອອກໂດຍກຸ່ມຜູ້ສະໜັບສະໜູນຣັດ
ເຊຍ ແລະ ລວມເຂົ້າເປັນສ່ວນໜຶ່ງຂອງສະຫະພັນຣັດເຊຍ.
ສຳນັກຂ່າວ ອາໄອເອ ຂອງຣັດເຊຍອ້າງຄຳຖະແຫຼງຂອງ ປູຕິນ ລະຫວ່າງການປະຊຸມວ່າດ້ວຍການຮ່ວມມື
ທາງດ້ານທະຫານກັບຕ່າງປະເທດ ມື້ວານນີ້ (ໍ7 ກໍລະກົດ) ວ່າ ” ເປັນເລື່ອງສຳຄັນຍິ່ງ ທີ່ເຮົາຈະຕ້ອງສົ່ງເສີມ
ສະຖານະຂອງຣັດເຊຍໃຫ້ເຂັ້ມແຂງຍິ່ງຂຶ້ນ ໃນຕະຫຼາດຄ້າອາວຸດໂລກ, ແນ່ນອນວ່ານະໂຍບາຍດັ່ງກ່າວນີ້
ຈະຊ່ວຍໃຫ້ອຸດສາຫະກຳດ້ານການປ້ອງກັນປະເທດ ສາມາດວາງແຜນຂະຫຍາຍພັດທະນາການຜະລິດ
ແລະ ສ້າງຕຳແໜ່ງງານໃໝ່ໆ ທີ່ມີຄຸນນະພາບສູງ ”
ປະຈຸບັນ ຣັດເຊຍ ເປັນຜູ້ສົ່ງອອກອາວຸດລາຍໃຫຍ່ຂອງໂລກ ໂດຍມີມູນຄ່າການສົ່ງອອກໄປຍັງຕ່າງປະເທດ
ສູງເຖິງ 15,700 ລ້ານໂດລາສະຫະລັດ ໃນປີ 2013 ໂດຍສ່ວນໃຫຍ່ຈະເປັນປະເພດອາວຸດປືນ, ຂີປະນາວຸດ
ແລະ ເຮືອບິນຂັບໄລ່ ເຊິ່ງປະເທດທີ່ເປັນຄູ່ຄ້າລາຍໃຫຍ່ຂອງຣັດເຊຍ ໄດ້ແກ່ອິນເດຍ, ຈີນ ແລະ ເວເນຊູເອລາ.
ມົດສະກູ ຍັງເລັ່ງມືການພັດທະນາສັກກະຍະພາບກອງທັບ ໃຫ້ມີຄວາມທັນສະໄໝ ເຊິ່ງເຫັນໄດ້ຊັດເຈນຈາກ
ພາລະກິດຂອງກອງກຳລັງເຄື່ອນທີ່ໄວ ທີ່ຖືກສົ່ງເຂົ້າໄປຄວບຄຸມຄາບສະໝຸດໄຄຣເມຍໃນປີນີ້ ແລະ ເຮັດໃຫ້
ຊາດຕາເວັນຕົກ ປະກາດຂ້ວາມບາດຕອບໂຕ້ການກະທຳຂອງຣັດເຊຍ.
ຣັດເຊຍໄດ້ເປີດການຊ້ອມຮົບ ໂດຍບໍ່ແຈ້ງເຕືອນລ່ວງໜ້າຫຼາຍໆຄັ້ງ ໃນຊ່ວງບໍ່ເທົ່າໃດເດືອນຜ່ານມາ ເຊິ່ງ
ປະທານາທິບໍດີ ປູຕິນ ຢືນຢັນວ່າ ກິດຈະກຳດັ່ງກ່າວນີ້ຈະມີຂຶ້ນເລື້ອຍໆ ເພື່ອໃຫ້ກອງທະຫານໃນກອງທັບ
ຢູ່ໃນສະພາບກຽມພ້ອມສູ້ຮົບໃນຕະຫຼອດເວລາ.
ປູຕິນ ຍັງຮຽກຮ້ອງໃຫ້ຫຼຸດການນຳເຂົ້າອາວຸດຈາກຕ່າງປະເທດ ໂດຍສະເພາະຈາກຢູເຄຣນ ແລະ ເນັ້ນສົ່ງ
ເສີມອຸດສາຫະກຳອາວຸດຂອງຣັດເຊຍ ໃຫ້ສາມາດເພິ່ງຕົນເອງໄດ້, ປູຕິນລະບຸວ່າ ມູນຄ່າການສົ່ງອອກອາ
ວຸດຂອງຣັດເຊຍ ໃນໄລຍະທຳອິດຂອງປີນີ້ ຢູ່ທີ່ປະມານ 5,600 ລ້ານໂດລາສະຫະລັດ. | ຂ່າວຕ່າງປະເທດ | 2014-07-08T14:09:29+00:00 | https://laopost.com/?p=6813 |
ແຂວງຊຽງຂວາງສັ່ງຢຸດເຊົາການປິ່ນປົວແບບງົມງວາຍ | ເຈົ້າແຂວງຊຽງຂວາງໄດ້ອອກແຈ້ງການໃນວັນ 16 ສິງຫານີ້ ໃຫ້ອຳນາດການປົກຄອງຂັ້ນຕ່າງໆໃນທົ່ວແຂວງຮ່ວມແກ້ໄຂບັນຫາການບໍລິການປິ່ນປົວພະຍາດແບບງົມງວາຍ ອັນໄດ້ກໍ່ໃຫ້ເກີດບັນຫາວຸ້ນວາຍຫຼາຍຢ່າງພາຍໃນແຂວງ ໜຶ່ງໃນນັ້ນມີປະຊາຊົນເມືອງຄຳເດີນທາງມາປິ່ນປົວ ລົດປີ້ນເຮັດໃຫ້ເສຍຊີວິດເຖິງສອງຄົນ, ບັນຫາອຸບັດຕິເຫດ, ເສັ້ນທາງເປ່ເພຍ້ອນຄົນເດີນທາງເຂົ້າມາປິ່ປົວຢ່າງໜາແໜ້ນ ແລະ ບັນຫາກ່ຽວກັບສຸຂະອະນາໄມຍ້ອນຜູ້ປິ່ນປົວໃຊ້ນ້ຳເປື້ອນທີ່ມີຄວາມສ່ຽງເກີດພະຍາດຕ່າງໆສຳລັບຜູ້ມາປິ່ນປົວ.
ເຈົ້າໜ້າທີ່ກ່າວວ່າ ການກະທຳດັ່ງກ່າວເປັນການຕົວະຕົ້ມ, ຫຼອກລວງ, ຂາດວິທະຍາສາດ ແລະ ບໍ່ສາມາດປົວໄດ້ຕາມການໂຄສະນາ.
ຮູບພາບປະກອບບໍ່ກ່ຽວກັບເນື້ອໃນເອົາມາເປັນຕົວຢ່າງປະກອບເທົ່ານັ້ນ
ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ | ຂ່າວທ້ອງຖິ່ນ | 2017-08-19T10:29:17+00:00 | https://laopost.com/?p=93887 |
ນະວັດຕະກຳຜະລິດຕະພັນແບບຍືນຍົງໃນ ສປປ ລາວ | ລັດຖະບານແຫ່ງ ສປປ ລາວ ໄດ້ມີການສົ່ງເສີມການຜະລິດ ແລະ ການບໍລິໂພກແບບຍືນຍົງ ການສ້າງມູນຄ່າເພີ່ມໃຫ້ແກ່ການຜະລິດຫຼາຍຢ່າງ ເຊັ່ນ: ການສົ່ງເສີມສີມືແຮງງານ ເພື່ອປັບປຸງຄຸນນະພາບການຜະລິດ ໂດຍສະເພາະແມ່ນໃນອຸດສາຫະກຳປຸງແຕ່ງໄມ້ເຟີນິເຈີ ເຄື່ອງຫັດຖະກຳຈັກສານ ນະໂຍບາຍດັ່ງກ່າວຍັງບໍ່ພໍ ຕ້ອງໄດ້ມີການສົ່ງເສີມ ແລະ ພັດທະນາເພື່ອໃຫ້ທັນສະໄໝ ກັບຍຸດທະສາດການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄວາມຕ້ອງການໃນການພັດທະນານະວັດຕະກຳໃໝ່ໆ ຕອບສະໜອງໃຫ້ການຊົມໃຊ້ຊັບພະຍາກອນຢ່າງມີປະສິດທິພາບ.
ກອງປະຊຸມສະຫຼຸບວຽກງານໂຄງການ “ນະວັດຕະກຳຜະລິດຕະພັນແບບຍືນຍົງ” ໃນ ສປປ ລາວ ໄດ້ຈັດຂຶ້ນເມື່ອວັນທີ 27 ພະຈິກຜ່ານມາ ທີ່ໂຮງແຮມດອນຈັນພາເລດ ພາຍໃຕ້ການເປັນປະທານຂອງທ່ານ ມະໂນຮັກ ຣາຊະຈັກ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີຊ່ຽວຊານຈາກອົງການສະຫະປະຊາຊາດ ເພື່ອການພັດທະນາສິ່ງແວດລ້ອມ ຜູ້ປະສານງານໂຄງການນະວັດຕະກຳຜະລິດຕະພັນແບບຍືນຍົງ ປະເທດຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ມະໂນຮັກ ຣາຊະຈັກ ກ່າວວ່າ: ໂຄງການດັ່ງກ່າວ ສ້າງຂຶ້ນເພື່ອສົ່ງເສີມນະວັດຕະກຳຜະລິດຕະພັນແບບຍືນຍົງ ໂດຍໃຊ້ຫຼັກການຜະລິດທີ່ສະອາດ ການອອກແບບເພື່ອຍືນຍົງ ໂດຍນຳໃຊ້ 7 ຍຸດທະສາດປະກອບມີ: 1. ການນຳໃຊ້ວັດສະດຸຕໍ່ສິ່ງແວດລ້ອມທີ່ໄດ້ຈາກທຳມະຊາດ ແລະ ສາມາດທົດແທນໄດ້ 2. ນຳໃຊ້ວັດຖຸດິບໃຫ້ໜ້ອຍຢ່າງມີປະສິດທິພາບ 3. ນຳໃຊ້ວັດຖຸດິບທີ່ສະອາດນຳໃຊ້ເຂົ້າໃນການຜະລິດ ເພື່ອປັບປຸງຄຸນນະພາບຂອງຜະລິດຕະພັນ ແລະ ຫຼຸດຜ່ອນການນຳໃຊ້ວັດຖຸດິບ ແລະ ຕົ້ນທຶນການຜະລິດ 4. ການອອກແບບເພື່ອຫຼຸດຕົ້ນທຶນໃນການຂົນສົ່ງ 5. ຫຼຸດຜ່ອນການໃຊ້ສານເຄມີທີ່ເປັນອັນຕະລາຍຕໍ່ສຸຂະພາບ 6. ອອກແບບຜະລິດຕະພັນທີ່ທົນທານ ແລະ 7. ຜະລິດຕະພັນທີ່ໝົດອາຍຸ ສາມາດໃຊ້ງານຄືນໄດ້ ບໍ່ເປັນອັນຕະລາຍຕໍ່ມະນຸດ ແລະ ສິ່ງແວດລ້ອມ.
ສຳລັບຍຸດທະສາດໃນການອອກແບບດັ່ງກ່າວ ແມ່ນປະສົບຜົນສຳເລັດມາແລ້ວໃນປະເທດເອີຣົບ ເຊິ່ງໄດ້ນຳມາຈັດຕັ້ງປະຕິບັດໃນ 3 ປະເທດຄື: ລາວ ຫວຽດນາມ ແລະ ກຳປູເຈຍ ມາແຕ່ປີ 2010 ໂດຍເປົ້າໝາຍເພື່ອຕອບສະໜອງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ມີການນຳໃຊ້ຊັບພະຍາກອນທຳມະຊາດຢ່າງມີຄຸນນະພາບ ແລະ ຫຼຸດນ້ອຍຖອຍລົງ.
ທີ່ມາhttp://www.vientianemai.net | ຂ່າວພາຍໃນ | 2013-11-28T13:26:05+00:00 | https://laopost.com/?p=3916 |
ຜູ້ນຳເກຣັກປັບຫຼຸດເງິນບຳນານ | ນາຍົກລັດຖະມົນຕີເກຣັກຢືນຢັນເດີນໜ້າມາດຕະການຫຼຸດສະຫວັດດີການເງິນບຳນານຕາມແນວທາງເຈົ້າໜີ້ ເຖິງແມ່ນວ່າມີສຽງຄັດຄ້ານຢ່າງໜັກຈາກປະຊາຊົນ.
ຕາມຂ່າວຕ່າງປະເທດລາຍງານຈາກເກຣັກໃນວັນທີ 25 ມັງກອນທີ່ຜ່ານມາວ່າ ທ່ານ ອະເລັກຊິສ ຊີປາດ ລັດຖະມົນຕີເກຣັກກ່າວຄຳປາໄສຢູ່ທີ່ສະໜາມກິລາໃນນະຄອນເອເທນທ່າມກາງຜູ້ສະໜັບສະໜູນປະມານ 4 ພັນຄົນໃນວັນທີ 24 ມັງກອນທີ່ຜ່ານມາ ເນື່ອງໃນໂອກາດຄົບຮອບ 1 ປີດຳລົງຕຳແໜ່ງຜູ້ນຳເກຣັກຢືນຢັນເດີນໜ້າແຜນ ການປະຕິຮູບລະບົບບຳນານ ໂດຍສະເໜີຮ່າງມາດຕະການເຂົ້າສູ່ການພິຈາລະນາ ແລະ ລົງມະຕິຂອງສະພາຜູ້ແທນຮາກຖານພາຍໃນຕົ້ນເດືອນກຸມພານີ້ ໂດຍໃຫ້ຄຳໝັ້ນວ່າ ແຜນການດັ່ງກ່າວຈະເປັນທຳສຳລັບທຸກພາກສ່ວນ ແລະ ຈະບໍ່ມີການປັບຫຼຸດເງິນບຳນານລົງອີກ ຫຼັງຈາກຕັດໄປແລ້ວ 40% ຕາມຄວາມຕ້ອງການຂອງເຈົ້າໜີ້.
ທັງນີ້ທ່ານ ຊີປາດຊະນະການເລືອກຕັ້ງທົ່ວໄປຂອງເກຣັກໃນວັນທີ 25 ມັງກອນປີທີ່ຜ່ານມາ ດ້ວຍຄະແນນສຽງສະໜັບສະໜູນ 36,3% ໂດຍທ່ານ ຊີປາດຢືນຢັນຕະຫຼອດການຫາສຽງວ່າ ບໍ່ຕ້ອງການມາດຕະການຮັດສາຍແອວອີກ ແລະ ຕ້ອງການປະຕິຮູບໂຄງສ້າງໜີ້ຂະໜາດໃຫຍ່ກັບກຸ່ມທຣອຍກາຫຼືເຈົ້າໜີ້ 3 ລາຍເຊັ່ນ: ສະ ຫະພາບເອີຣົບ (ອີຢູ), ກອງທຶນການເງິນສາກົນ (ໄອເອັມເອຟ) ແລະ ທະນາຄານກາງເອີຣົບ (ອີຊີບີ).
ທີ່ມາ: | ຂ່າວຕ່າງປະເທດ | 2016-01-25T15:23:00+00:00 | https://laopost.com/?p=45627 |
ມີຢ່າງນ້ອຍ 30 ຄົນ ເສຍຊີວິດ ຍ້ອນລົມພາຍຸ ຢູ່ພາກໃຕ້ ສຫລ | ພາບລົມພາຍຸ ຢູ່ພາກໃຕ້ ສຫລ
ປະຊາຊົນອາເມຣິກັນໃນພາກໃຕ້ຂອງສະຫະລັດ ກຳລັງປະເຊີນ
ໜ້າ ກັບສະພາບອາກາດທີ່ປັ່ນປ່ວນ ທີ່ຮຸນແຮງ ໃນວັນອັງຄານ
ວານນີ້ ຫລັງຈາກທີ່ລົມພາຍຸຫົວກຸດ tornadoes ໄດ້ຖະຫຼົ່ມ ຊຶ່ງ
ເຮັດໃຫ້ຫຼາຍໆເຂດ ໄດ້ຮັບຄວາມເສຍຫາຍຮ້າຍແຮງ ແລະຍັງ
ໄດ້ສັງຫານຢ່າງນ້ອຍ 30 ຄົນອີກດ້ວຍ.
ໂຕເລກຜູ້ເສຍຊີວິດນີ້ ແມ່ນກວມເອົາທັງໝົດ 6 ລັດ ນັບແຕ່
ລັດ Oklahoma ຈົນເຖິງລັດ Atlanta. ລະບົບລົມຫົວກຸດ
ໄດ້ພັດປະທະລັດ Arkansas ແລະ Mississippi ແຮງທີ່ສຸດ
ໂດຍໄດ້ເຮັດໃຫ້ຕົ້ນໄມ້ຫັກ ແລະສາຍໄຟຟ້າຂາດ ແລະບ້ານ
ເຮືອນແລະທຸລະກິດຕ່າງໆຫັກພັງລົງມາເປັນກອງຂີ້ເຫຍື່ອ.
ຜູ້ຄົນຈຳນວນຫຼາຍສິບພັນຄົນ ບໍ່ມີໄຟຟ້າໃຊ້ ໃນວັນອັງຄານວານນີ້ ແລະພວກນັກ
ກູ້ໄພຍັງສືບຕໍ່ຊອກຄົ້ນຫາພວກທີ່ອາດລອດຊີວິດມາໄດ້.
ອົງການພະຍາກອນອາກາດແຫ່ງຊາດຂອງສະຫະລັດ ກ່າວວ່າ ບັນດາລັດ ຊຶ່ງຕັ້ງຢູ່
ໃນເຂດແຄມອ່າວ ທີ່ປະກອບດ້ວຍລັດ Mississippi Alabama ແລະ Louisiana ນັ້ນ ຍັງຄົງຖືກຂົ່ມຂູ່ ມາຈົນເຖິງແລງວັນອັງຄານວານນີ້ ຈາກພາຍຸ tornadoes ແລະລົມແຮງ ພ້ອມທັງໝາກເຫັບຊຶ່ງບາງໜ່ວຍມີຂະໜາດໃຫຍ່ເທົ່າກັບລູກໝາກບານ baseball.
ປະທານາທິບໍດີ Barack Obama ໄດ້ສະແດງຄວາມເສົ້າສະລົດໃຈ ຕໍ່ພວກທີ່ໄດ້ຮັບ
ເຄາະ ຈາກໄພພິບັດດັ່ງກ່າວ ໃນວັນຈັນຜ່ານມານີ້ ໃນຂະນະທີ່ທ່ານພວມຢູ່ໃນລະ
ຫວ່າງການຢ້ຽມຢາມຟິລິບປີນ ແລະໃຫ້ຄຳໝັ້ນສັນຍາວ່າ ລັດຖະບານຂອງທ່ານ ຈະໃຫ້ຄວາມຊ່ອຍເຫຼືອ ແກ່ຜູ້ເຄາະຮ້າຍ ແລະສ້າງບ້ານເຮືອນຄືນໃໝ່. | ຂ່າວຕ່າງປະເທດ | 2014-05-01T07:31:33+00:00 | https://laopost.com/?p=5007 |
ລັດສືບຕໍ່ປະຕິບັດບັນດາມາດຕະການຕ້ານພະຍາດໂຄວິດ-19 ອອກໄປອີກ 1 ເດືອນ | ຍ້ອນສະພາບການລະບາດຢູ່ໃນພາກພື້ນ ແລະ ໃນໂລກ ຍັງສືບຕໍ່ເພີ່ມຂຶ້ນ ແລະ ຍັງບໍ່ສາມາດຢັບຢັ້ງການລະບາດ ຂອງພະຍາດດັ່ງກ່າວໄດ້ເທື່ອ. ລັດຖະບານລາວຈຶ່ງສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ,ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໄປອີກ 1 ເດືອນ ເພາະເຫັນວ່າຍັງມີຄວາມສ່ຽງໃນການນຳເຂົ້າເຊື້ອພະຍາດດັ່ງກ່າວຈາກການເດີນທາງ ເຂົ້າ-ອອກ ໂດຍນັບແຕ່ ວັນທີ 1- 31 ສິງຫາ 2020 ເພື່ອປ້ອງກັນພະຍາດໂຄວິດ-19 ນີ້ບໍ່ໃຫ້ກັບມາຮອບ 2.
ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດ ໄດ້ຕາງໜ້າໃຫ້ລັດຖະບານລາວຖະແຫຼງຂ່າວໃນຕອນບ່າຍຂອງມື້ນີ້ວັນທີ 30 ກໍລະກົດ ກ່ຽວກັບ ການສືບຕໍ່ປະຕິບັດບັນດາມາຕະການຜ່ອນຜັນດັ່ງກ່າວໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ:
ໃຫ້ສືບຕໍ່ຂະຫຍາຍ ການຈັດຕັ້ງປະຕິບັດມາດຕະການຜ່ອນຜັນ ແລະ ຄວບຄຸມ ຕາມເນື້ອໃນ ທີ່ໄດ້ກຳນົດ ໃນແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 697/ສຫນຍ, ລົງວັນທີ 30 ມິຖຸນາ 2020 ແລະ ບາງມາດຕະການເພີ່ມເຕີມ ດັ່ງນີ້:
ໃຫ້ຄະນະສະເພາະກິດ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ໂຄສະນາເຜີຍແຜ່ ທັງທາງກວ້າງ ແລະ ທາງເລິກ ໃຫ້ສັງຄົມເຂົ້າໃຈ ຢ່າງເລິກເຊິ່ງ ແລະ ທົ່ວເຖິງ ກ່ຽວກັບຄວາມອັນຕະລາຍ ຂອງພະຍາດ COVID-19ແລະ ມາດຕະການປ້ອງກັນ ໂດຍມີວິທີແນະນຳຢ່າງລະອຽດ ແລະ ເຂົ້າໃຈງ່າຍ ເພື່ອເຜີຍແຜ່ຜ່ານສື່ຕ່າງໆ. ພ້ອມກັນນັ້ນ ກໍ່ໃຫ້ສືບຕໍ່ເອົາໃຈໃສ່ວຽກງານໂຕ້ຕອບ ແລະ ຕີຖອຍ ຂ່າວລວງ, ຂ່າວລື, ຂ່າວອະກຸສົນ ແລະ ຂ່າວປັ່ນປ່ວນ.
2. ເຫັນດີໃຫ້ສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນທີ່ໄດ້ກໍານົດໃນແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ ສະບັບເລກທີ 597/ຫສນຍ, ລົງວັນທີ 29 ພຶດສະພາ 2020 ແລະ ສະບັບເລກທີ 697/ສຫນຍ, ລົງວັນທີ 30 ມິຖຸນາ 2020.
3. ເຫັນດີໃຫ້ສືບຕໍ່ປະຕິບັດຢ່າງເຂັ້ມງວດ ບາງມາດຕະການທີ່ໄດ້ກຳນົດໃນຄຳສັ່ງ 06/ນຍ, ລົງວັນທີ 29 ມີນາ 2020 ດັ່ງນີ້:
ສືບຕໍ່ປິດບັນດາກິດຈະການຮ້ານບັນເທີງ, ຮ້ານຄາຣາໂອເກະ ແລະ ຮ້ານເກມ; ສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ສໍາລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ ແລະ ການຂົນສົ່ງສິນຄ້າ ຍົກເວັ້ນບາງດ່ານປະເພນີ ຫຼື ດ່ານທ້ອງຖິ່ນ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ ໃຫ້ລົດຂົນສົ່ງສິນຄ້າ ເຂົ້າ-ອອກ ໄດ້. ສ່ວນດ່ານສາກົນ ສືບຕໍ່ປິດສຳລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ, ຍົກເວັ້ນ ພົນລະເມືອງລາວ ແລະ ຊາວຕ່າງປະເທດ ທີ່ມີຄວາມຈຳເປັນຮີບດ່ວນ ໃນການເດີນທາງເຂົ້າ-ອອກ ສປປ ລາວ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ. ສຳລັບການຂົນສົ່ງສິນຄ້າ ຜ່ານດ່ານສາກົນ ແມ່ນສາມາດເຂົ້າ-ອອກໄດ້ຕາມປົກກະຕິ;
ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ຢ້ຽມຢາມ ສໍາລັບ ບຸກຄົນ ທີ່ເດີນທາງມາຈາກ ຫຼື ຜ່ານປະເທດ ທີ່ຍັງມີການລະບາດ ຂອງພະຍາດ COVID-19. ສຳລັບນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນ, ນັກທຸລະກິດ, ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈໍາເປັນ ແລະ ຮີບດ່ວນ ສາມາດເຂົ້າມາປະຕິບັດວຽກງານ ຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆ ໄດ້, ແຕ່ຕ້ອງຜ່ານການພິຈາລະນາເຫັນດີ ຈາກຄະນະສະເພາະກິດ. ສຳລັບ ຂັ້ນຕອນໃນການປະຕິບັດຕົວຈິງ ຄະນະສະເພາະກິດ ຈະອອກຄໍາແນະນໍາສະເພາະຕ່າງຫາກ.
ໃຫ້ຢຸດຊົ່ວຄາວ ການອະນຸຍາດໃຫ້ຍົນເຊົ່າເໝົາລຳກ່ອນ ແລະ ໃຫ້ຄະນະສະເພາະກິດ ສົມທົບກັບ ລັດວິສາຫະກິດການບິນລາວ ອອກມາດຕະການໃໝ່ ທີ່ຮັດກຸມ ແລະ ສະເໜີມາຍັງລັດຖະບານ ເພື່ອຂໍອະນຸມັດກ່ອນ ຈຶ່ງດຳເນີນການໄດ້. ໃຫ້ລັດວິສາຫະກິດການບິນລາວ ເຈລະຈາຄືນ ກັບສາຍການບິນຕ່າງປະເທດ ທີ່ໄດ້ດຳເນີນການຜ່ານມາ ຕື່ມອີກ.
ມາດຕະການຜ່ອນຜັນນີ້ ແມ່ນເປັນການຊົ່ວຄາວ, ຖ້າມີການລາຍງານ ກໍລະນີມີຜູ້ຕິດເຊື້ອເກີດຂຶ້ນ ຢູ່ໃນແຂວງໃດແຂວງໜຶ່ງ ຈະໄດ້ຈຳກັດການເຂົ້າ-ອອກ ແລະ ປະຕິບັດຄືນມາດຕະ ການຕ່າງໆ ຢ່າງເຂັ້ມງວດສະເພາະແຂວງນັ້ນ ເຊິ່ງແມ່ນຄະນະສະເພາະກິດແຂວງນັ້ນ ຈະເປັນຜູ້ພິຈາລະນາ;ຖ້າຫາກເກີດມີຜູ້ຕິດເຊື້ອ ເປັນຈຸ້ມ ແຕ່ 2 ແຂວງຂຶ້ນໄປ ແມ່ນຈະໄດ້ກັບມາປະຕິບັດບັນດາມາດຕະການຕ່າງໆ ທີ່ໄດ້ກຳນົດໃນຄໍາສັ່ງ ສະບັບເລກທີ 06/ນຍ ຄືນໃໝ່ ຢ່າງເຂັ້ມງວດ.
ທ່ານ ຮສ. ດຣ. ບຸນກອງ ໄດ້ແຈ້ງຕື່ມອີກວ່າ: ສຳລັບນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນ, ນັກທຸລະກິດ, ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈໍາເປັນ ແລະ ຮີບດ່ວນ ສາມາດເຂົ້າມາປະຕິບັດວຽກງານ ຢູ່ສະຖານທູດ,ບັນດາກິດຈະການ ແລະ ໂຄງການຕ່າງໆ ໄດ້, ແຕ່ຕ້ອງຜ່ານການພິຈາລະນາເຫັນດີ ຈາກຄະນະສະເພາະກິດ, ໃຫ້ຢຸດຊົ່ວຄາວ ການອະນຸຍາດໃຫ້ຍົນເຊົ່າເໝົາລຳກ່ອນ ແລະ ໃຫ້ຄະນະສະເພາະກິດ ສົມທົບກັບ ລັດວິສາຫະກິດການບິນລາວ ອອກມາດຕະການໃໝ່ ທີ່ຮັດກຸມ ແລະ ສະເໜີມາຍັງລັດຖະບານເພື່ອຂໍອະນຸມັດກ່ອນ ຈຶ່ງດຳເນີນການໄດ້ ແລະ ອື່ນໆ.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວທ້ອງຖິ່ນ | 2020-07-30T17:33:20+00:00 | https://laopost.com/?p=120641 |
ແຜນການທ່ອງທ່ຽວ 10 ປີ ຂອງອາຊຽນ | ໃນກອງປະຊຸມລັດຖະມົນຕີການທ່ອງທ່ຽວອາຊຽນ ທີ່ຈັດຂຶ້ນຢູ່ນະຄອນຫຼວງມະນິລາ ປະເທດ ຟິລິບປິນ ອາຊຽນໄດ້ວາງແຜນສົ່ງເສີມການທ່ອງທ່ຽວ ໂດຍເນັ້ນການລວມຕະຫຼາດໃນພາກພື້ນເປັນຈຸດໝາຍດຽວກັນ
ກອງປະຊຸມລັດຖະມົນຕີການທ່ອງທ່ຽວທີ່ຈັດຂຶ້ນ ຢູ່ນະຄອນຫຼວງມະນີລາ ປະເທດຟີລິບປິນ ໃນປີ 2015 ລັດຖະມົນຕີການທ່ອງທ່ຽວຂອງອາຊຽນໄດ້ເປີດເຜີຍແຜນ 10 ປີ ເພື່ອຮ່ວມເຮັດແຜນການຕະຫຼາດໃນພາກພື້ນເປັນຈຸດໝາຍການທ່ອງທ່ຽວໜຶ່ງດຽວ ແລະ ວາງເປົ້າໝາຍໃຫ້ການທ່ອງທ່ຽວຄອງສ່ວນແບ່ງທາງເສດຖະກິດຂອງພາກພື້ນເພີ່ມຂຶ້ນເປັນ 15% ພາຍໃນປີ 2020 ແລະ ນອກນັ້ນ, ລັດຖະມົນຕີຈາກ 10 ປະເທດສະມາຊິກຍັງປະກາດຈະເລີ່ມແຜນໂຄສະນາ Visit ASIAN (at) 50 ເພື່ອກຽມການສະເຫຼີມສະຫຼອງຄົບຮອບ 50 ປີ ການກໍ່ຕັ້ງອາຊຽນໃນປີ 2017 ໂດຍຈະເລີ່ມແຜນໃນເດືອນ ມີນາ ທີ່ຈະມາເຖິງນີ້ ລະຫວ່າງກອງປະຊຸມດ້ານການທ່ອງທ່ຽວທີ່ນະຄອນຫຼວງເບີລິນ ປະເທດ ເຢຍລະມັນ, ເຊິ່ງຈະມີການສະແດງຜະລິດຕະພັນ ແລະ ກິດຈະກຳດ້ານການທ່ອງທ່ຽວອາຊຽນຫຼາຍຮ້ອຍລາຍການ ເພື່ອດຶງດູດປະຊາຊົນເປົ້າໝາຍທັງພາຍນອກ ແລະ ໃນພາກພື້ນ
ສຳລັບແຜນການທ່ອງທ່ຽວອາຊຽນພາຍໃນ 10 ປີ ຕໍ່ໜ້າ ອາຊຽນໄດ້ຮຽກຮ້ອງໃຫ້ມີການຮ່ວມກັນສົ່ງເສີມ ແລະ ສ້າງຜະລິດຕະພັນການຕະຫຼາດທາງດ້ານທ່ອງທ່ຽວໃຫ້ມີຫຼາກຫຼາຍ, ລວມທັງການພັດທະນາເປົ້າໝາຍພາກພື້ນ, ການດຶງດູດການລົງທຶນດ້ານການທ່ອງທ່ຽວ, ການສົ່ງເສີມລະບົບຮັບຮອງມາດຕະຖານການທ່ອງທ່ຽວຂອງອາຊຽນ, ການຂະຫຍາຍການເຊື່ອມຕໍ່ ແລະ ສາທາລະນູປະໂພກ ພ້ອມທັງການເພີ່ມການມີສ່ວນຮ່ວມຂອງຊຸມຊົນທ້ອງຖິ່ນໃນດ້ານການທ່ອງທ່ຽວນຳອີກ. ຖ້າຫາກໂຄງການດຳເນີນເຕັມຮູບແບບຄາດວ່າຈະແບ່ງສ່ວນຂອງການທ່ອງທ່ຽວຂອງການຈ້າງງານຈະເພີ່ມຂຶ້ນຈາກ 3.7% ເປັນ 7% ພາຍໃນປີ 2025.
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ! | ຂ່າວທ່ອງທ່ຽວ | 2016-11-22T09:52:05+00:00 | https://laopost.com/?p=77315 |
ສະຫາຍ ບຸນທອງ ຈິດມະນີ ໂອ້ລົມຕໍ່ກອງປະຊຸມວຽກງານກວດກາ ຂອງກະຊວງສາທາລະນະສຸກ | ສະຫາຍ ບຸນທອງ ຈິດມະນີ ຮອງນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ປະທານ ຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ຖະບານ ຫົວໜ້າອົງການຕ້ານ ການສໍ້ລາດບັງຫຼວງຂັ້ນສູນກາງ ໂອ້ລົມຕໍ່ພິທີປິດກອງປະຊຸມວຽກງານກວດກາປະຈຳປີ 2015 ຂອງກະຊວງສາທາລະນະສຸກ ຊຶ່ງໄດ້ຈັດຂຶ້ນໃນວັນທີ 28 ມີຖຸນາ 2016 ທີ່ ສະໂມ ສອນກະຊວງສາທາລະ ນະສຸກ ໂດຍການເປັນປະທານ ຮ່ວມຂອງ ສະຫາຍ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງ ສາທາລະນະສຸກ, ສະຫາຍ ສີໃນ ມຽງລາວັນ ຮອງປະທານ ຄະນະກວດກາສູນກາງພັກ – ອົງການກວດກາລັດຖະ ບານ, ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ຄຳພອນ ພຸດທະ ວົງ ໄດ້ຜ່ານບົດສະຫຼຸຸບຕີລາຄາ ການເຄື່ອນໄຫວວຽກງານກວດ ກາກະຊວງສາທາລະນະສຸກ ແລະ ທິດທາງແຜນການປະຈຳ ປີ 2016 ແລະ ເຜີຍແຜ່ບົດ ໂອ້ລົມຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກ ປະຊາຊົນ ປະຕິວັດລາວ ຕໍ່ກອງປະຊຸມວຽກງານກວດ ກາທົ່ວປະເທດປະຈຳປີ 2015, ບົດແນະນຳເລກທີ 307/ອກລ ລົງວັນທີ 30/9/2015 ວ່າດ້ວຍ ລະບຽບການຄຸ້ມຄອງ ແລະ ນຳໃຊ້ເອກະສານແຈ້ງຊັບສິນ, ບົດບັນທຶກການປະສານລະ ຫວ່າງອົງການກວດກາລັດຖະ ບານ ແລະ ອົງການກວດສອບ ແຫ່ງລັດ, ໂອກາດດັ່ງກ່າວເປັນ ກຽດປາຖະກະຖາມູນເຊື້ອວັນ ສ້າງຕັ້ງອົງການກວດກາລັດ ຖະບານ ຄົບຮອບ 34 ປີ (16/2/1982 – 16/2/2016) ໂດຍ ສະຫາຍ ສີໃນ ມຽງລາ ວັນ ແລະ ບັນດາບົດແນະນຳ ຂອງອົງການກວດກາລັດຖະ ບານຈຳນວນໜຶ່ງ. ຕອນທ້າຍກອງປະຊຸມ ສະຫາຍ ບຸນທອງ ຈິດມະນີ ເປັນກຽດໂອ້ລົມຕໍ່ກອງປະຊຸມຊຶ່ງສະຫາຍໄດ້ສະແດງຄວາມເຫັນດີເປັນເອກະພາບຕໍ່ກອງປະຊຸມ ແລະ ສະແດງຄວາມ ຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ ຍາດມາໄດ້ ແມ່ນຍ້ອນຄວາມ ເອົາໃຈໃສ່, ຄວາມເປັນເຈົ້າ ການຂອງຄະນະພັກ, ຄະນະ ນຳຄະນະກວດກາ ແລະ ພະ ນັກງານຫຼັກແຫຼ່ງໃນການຈັດ ຕັ້ງປະຕິບັດວຽກງານກວດກາ. ພ້ອມນີ້, ສະຫາຍຍັງໄດ້ເນັ້ນ ໃຫ້ເອົາໃຈໃສ່ຕໍ່ບາງບັນຫາທີ່ ຍັງຄົງຄ້າງເປັນຕົ້ນແມ່ນການຄົ້ນຄວ້າຫັນຍຸດທະສາດພັດ ທະນາການແພດ ບາງດ້ານບໍ່ທັນລະອຽດ – ຄົບຖ້ວນ; ຕາໜ່າງສາທາລະນະສຸກ ໂດຍ ລວມແມ່ນ ໄດ້ປົກຄຸມໃນທົ່ວປະເທດ ແຕ່ຍັງບໍ່ທັນຕອບສະ ໜອງໄດ້ຕາມຄວາມຮຽກຮ້ອງ ຕ້ອງການຕົວຈິງ; ການຂະ ຫຍາຍ ແລະ ປັບປຸງຄຸນນະ ພາບໂຮງໝໍ, ສຸກສາລາຢູ່ເຂດ ຫ່າງໄກສອກຫຼີກຍັງບໍ່ທັນດີ; ການສ້າງບຸກຄະລາກອນແພດ ແລະ ການສຶກສາອົບຮົມແນວ ຄິດຍັງບໍ່ທັນດີເທົ່າທີ່ຄວນ. ເພື່ອແກ້ໄຂບັນດາຂໍ້ຄົງ ຄ້າງດັ່ງກ່າວນັ້ນ ສະຫາຍ ບຸນ ທອງ ຈິດມະນີ ຍັງໄດ້ໃຫ້ທິດຊີ້ ນຳຕື່ມ ໂດຍໃຫ້ສືບ ຕໍ່ພ້ອມກັນ ກຳແໜ້ນ ແລະ ເປີດຂະບວນ ແຂ່ງຂັນສູ້ຊົນຈັດຕັ້ງປະຕິບັດ ບັນດາຄາດໝາຍກອງປະຊຸມ ໃຫຍ່ຄັ້ງທີ X ຂອງພັກເວົ້າ ລວມ, ເວົ້າສະເພາະແມ່ນບັນ ດາຄາດໝາຍດ້ານວຽກງານ ສາທາລະນະສຸກ ແລະ ບັນດາ ຈິດໃຈມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ກະຊວງສາທາລະນະສຸກ, ທົບ ທວນຄືນຈິດໃຈເນື້ອໃນກອງ ປະຊຸມວຽກງານກວດກາທົ່ວ ປະເທດຄັ້ງທີ 2 ແລະ ບົດໂອ້ ລົມຂອງສະຫາຍເລຂາທິການ ໃຫຍ່ຕໍ່ກອງປະຊຸມດັ່ງກ່າວ, ສືບຕໍ່ຄົ້ນຄວ້າກຳແໜ້ນມະຕິ ຂອງຄະນະບໍລິຫານງານສູນ ກາງພັກສະໄໝທີ IX ວ່າດ້ວຍ ການເພີ່ມທະວີວຽກງານຕິດ ຕາມ – ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃນເງື່ອນໄຂໃໝ່; ຄະນະພັກ, ຄະນະນຳ ແລະ ພະນັກງານ ທຸກລະດັບຕ້ອງບຸກທະລຸດ້ານ ທັດສະນະ ແລະ ຄວາມຮັບຮູ້ ຕໍ່ວຽກງານຕິດຕາມ, ກວດກາ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃນເງື່ອນ ໄຂປັດຈຸບັນໃຫ້ຖືກຕ້ອງພ້ອມທັງເພີ່ມທະວີວຽກງານຕິດຕາມກວດກາຖືເປັນວຽກທີ່ສຳຄັນຕົ້ນຕໍ; ດ້ານວຽກງານການສະກັດກັ້ນ ແລະ ຕ້ານການ ສໍ້ລາດ ບັງຫຼວງ ບັນຫາທີ່ຕ້ອງໄດ້ເອົາ ໃຈໃສ່ແມ່ນສຶກສາອົບຮົມພະນັກງານ, ສະມາຊິກພັກໃຫ້ ເຫັນຜົນຮ້າຍ ແລະ ຄວາມອັນຕະລາຍຂອງການສໍ້ລາດບັງຫຼວງ ແລະ ອື່ນໆ.
ທີ່ມາ: ໜັງສືພິມປະຊາຊົນ | ສຸຂະພາບ ແລະ ສີ່ງແວດລ້ອມ | 2016-06-30T08:29:52+00:00 | https://laopost.com/?p=63574 |
ເສຍຊີວິດເພີ່ມ 8 ຄົນ ຈາກການໂຈມຕີຂອງເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງ | ໃນວັນທີ 22 ມີນາ ປີ 2021 ເວັບໄຊ້ອີລາວັດດີ ສຳນັກຂ່າວພາສາອັງກິດໃນມຽນມາ ລາຍງານວ່າ: ທະຫານມຽນມາຍັງປາບປາມ ສະກັດກັ້ນ ຜູ້ຊຸມນຸມທີ່ຕໍ່ຕ້ານລັດຖະປະຫານໂດຍໃຊ້ຄວາມຮຸນແຮງ ຈົນເຮັດໃຫ້ມີຜູ້ຖືກຍິງເສຍຊີວິດເພີ່ມ 8 ຄົນ ໃນຄືນວັນອາທິດທີ່ຜ່ານມາ ແລະ ມີຜູ້ບາດເຈັບຫຼາຍກວ່າ 30 ຄົນ ເຮັດໃຫ້ຈຳນວນຜູ້ຊຸມນຸມຕ້ານລັດຖະປະຫານເສຍຊີວິດໄປແລ້ວ 249 ຄົນ ນັບຕັ້ງແຕ່ ພົນເອກ ມິນ ອ່ອງ ຫຼ່າຍ ຜູ້ນຳທະຫານສູງສຸດກໍ່ລັດຖະປະຫານ ຍືດອຳນາດລັດຖະບານ ແລະຈັບໂຕ ທ່ານ ນາງ ອອງຊານ ຊູຈີ ຜູ້ນຳພັກສັນນິບາດແຫ່ງຊາດ ຕັ້ງແຕ່ວັນທີ 1 ກຸມພາ 2021 ທີ່ຜ່ານມາ.
ປະຊາຊົນມຽນມາ ແລະ ທີມກູ້ໄພ ທີ່ເຫັນເຫດສະເທືອນໃຈຄັ້ງນີ້ ເປີດເຜີຍວ່າ: ເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງໄດ້ໃຊ້ປືນອັດຕະໂນມັດຍິງຫຼາຍຮອບ ລະຫວ່າງການບຸກໂຈມຕີ ໃນບໍລິເວນ ອອງປິນແລ ໃນເມືອງ Chanmyathazi ເຂດ Mandalay ເມື່ອວັນອາທິດ (ວັນທີ 21 ມີນາ 2021) ແລະ ໄດ້ຍິນສຽງປືນດັງຕໍ່ເນື່ອງຈົນຮອດກາງເດິກ. ຕໍ່ມາພົບໄວລຸ້ນ ອາຍຸ 16 ປີ ເຊິ່ງເຮັດວຽກເປັນພະນັກງານເສີບຢູ່ຮ້ານນໍ້າຊາ ເປັນໜຶ່ງໃນ 8 ຄົນ ທີ່ຖືກຍິງເສຍຊີວິດ. | ຂ່າວຕ່າງປະເທດ | 2021-03-22T23:24:14+00:00 | https://laopost.com/?p=123623 |
ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານວັດທະນະທໍາ ແລະ ທ່ອງທ່ຽວ | ເມື່ອວັນທີ 10 ມິຖຸນາ 2019 ຜ່ານມາ ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຕ້ອນຮັບ ທ່ານ ຈ່າງ ສູ້ (Zhang Xu) ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງ 7-10 ມິຖຸນາ 2019.
ທ່ານ ບໍ່ແສງຄຳ ວົງດາລາ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ຈ່າງ ສູ້ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ນຳພາຄະນະສິລະປະກັນຟູ ໄທເກັກ ເຊົ້າຫຼິນ ແຂວງເຫີໜານ ສປ ຈີນ ມາສະແດງໃຫ້ປະຊາຊົນລາວໄດ້ຮັບຊົມໃນຄ່ຳຄືນວັນທີ 9 ມິຖຸນາທີ່ຜ່ານມາ ຖືເປັນການປະກອບສ່ວນອັນສຳຄັນເຂົ້າໃນວຽກງານໂຄສະນາການທ່ອງທ່ຽວ ລາວ-ຈີນ 2019 ໃຫ້ມີບັນຍາ ກາດຄຶກຄື້ນເບີກບານມ່ວນຊື່ນ ເຮັດໃຫ້ປະຊາຊົນສອງຊາດລາວ-ຈີນໄດ້ຮັບຮູ້ ແລະ ເຂົ້າໃຈກວ້າງຂວາງຍິ່ງຂຶ້ນ ໂອກາດດຽວກັນ ທັງສອງຝ່າຍກໍໄດ້ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດບັນດາກິດຈະກຳທີ່ໄດ້ກຳນົດໄວ້ຈົນເຖິງທ້າຍປີ 2019 ຕື່ມອີກ.
ໂອກາດດຽວກັນ ທ່ານ ຈ່າງ ສູ້ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ບໍ່ແສງຄຳ ວົງດາລາ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ພ້ອມຢືນຢັນວ່າຈະສືບຕໍ່ໃນການຈັດຕັ້ງປະຕິບັດບັນດາກິດຈະກຳປີທ່ອງທ່ຽວ ລາວ-ຈີນ 2019 ໃຫ້ມີຜົນສຳເລັດຕາມຄາດໝາຍ.
ໂດຍ: ສະຫະລັດ ວອນທິວົງໄຊ | ຂ່າວພາຍໃນ | 2019-06-11T14:22:23+00:00 | https://laopost.com/?p=114997 |
ກາຕາກາຍເປັນເຈົ້າພາບທຳອິດທີ່ເສຍໃນນັດເປີດສະໜາມບານໂລກ | ກາຕາຈາລຶກໃນປະຫວັດສາດໃນຮອບ 88 ປີ ນັບຕັ້ງແຕ່ມີບານໂລກມາ ທີ່ເສຍໃຫ້ກັບປະເທດເອກວາດໍ ໃນນັດເປີດສະໜາມບານໂລກ 2022.
ໃນຄ່ຳຄືນຂອງວັນທີ 20 ພະຈິກ 2022 ນັດເປີດສະໜາມບານເຕະໂລກ 2022 ທີມຊາດຂອງກາຕາ ເຈົ້າພາບ ໄດ້ເສຍໃຫ້ກັບທີມຊາດເອກວາດໍ ດ້ວຍຄະແນນ 0-2.
ການເສຍໃນການແຂ່ງຂັນບານເຕະໃນຄັ້ງນີ້ ຖືເປັນປະຫວັດຊາດໜ້າໃໝ່ຂອງເຈົ້າພາບງານບານໂລກ ທີ່ເຈົ້າພາບໄດ້ເສຍໃນນັດເປີດສະໜາມ ເຊິ່ງກ່ອນໜ້ານີ້ຊາດເຈົ້າພາບບໍ່ເຄີຍປະລາໄຊໃນການແຂ່ງຂັນນັດທຳອິດມາກ່ອນ ໂດຍມີຜົນການແຂ່ງຂັນຄືດັ່ງນີ້:
ບານໂລກ 2006 ທີ່ປະເທດເຢຍລະມັນ: ເຢຍລະມັນ ຊະນະ ຄໍສຕາຣິກາ 4-2
ບານໂລກ 2010 ທີ່ປະເທດອາຟຣິກາໃຕ້: ອາຟຣິກາໃຕ້ ສະເໝີ ແມັກຊິໂກ 1-1
ບານໂລກ 2014 ທີ່ປະເທດບຣາຊິນ: ບຣາຊິນ ຊະນະ ໂຄເອເຊຍ 3-1
ບານໂລກ 2018 ທີ່ປະເທດຣັດເຊຍ: ຣັດເຊຍ ຊະນະ ຊາອຸດິອາລັບບີ 5-0
ບານໂລກ 2022 ທີ່ປະເທດກາຕາ: ກາຕາ ເສຍ ເອກວາດໍ 0-2 | ຂ່າວຕ່າງປະເທດ | 2022-11-21T13:31:33+00:00 | https://laopost.com/?p=139545 |
ອຸບັດຕິເຫດລົດໃຫຍ່ສວນເລນຕຳລົດຈັກເສຍຊີວິດຄາທີ່ 2 ຄົນ | ໃນວັນທີ 31/12/2022 ເວລາ 23:10 ນາທີ ໜ່ວຍກູ້ໄພໄດ້ຮັບແຈ້ງເຫດ ລົດໃຫຍ່ຕຳລົດຈັກ ທີ່ບ້ານວັງຊາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ພາຍຫຼັງໄດ້ຮັບແຈ້ງ ເຈົ້າໜ້າທີ່ຈຶ່ງໄດ້ອອກກວດສອບເຫດ ພົບຜູ້ບາດເຈັບ 2 ຄົນ ເພດຊາຍ 1 ຄົນ ແລະ ເພດຍິງ 1 ຄົນ
ອາການເບື້ອງຕົ້ນຜູ້ບາດເຈັບຜູ້ທີ 1 ແມ່ນ ຫົວແຕກ (ເສຍເລືອດຫຼາຍ) ຊີກໂຄງຫັກ ແລະ ມີບາດແຜຈີກຢູ່ໜ້າເອິກເບຶ້ອງຂວາ (ຊີບພະຈອນບໍ່ເຕັ້ນ) ເຮົາໄດ້ນວດຫົວໃຈ CPR ແຕ່ບໍ່ຕອບສະໜອງ ແລະ ເສຍຊີວິດຄາທີ່.
ອາການເບື້ອງຕົ້ນຜູ້ບາດເຈັບຜູ້ທີ 2 ແມ່ນ ໜ້າຜາກແຕກ ແຂນຫັກປິດເບື້ອງຊ້າຍ (ເສຍຊິວິດຄາທີ່).
https://laopost-com.laocdn.com/2023/01/322654258_1315465082536404_4034662233483925847_n-1.mp4
ແຫຼ່ງຂ່າວ ໜ່ວຍກູ້ໄພ ນະຄອນຫຼວງວຽງຈັນ 1624 | ຂ່າວພາຍໃນ | 2023-01-03T09:27:25+00:00 | https://laopost.com/?p=140533 |
ປະເມີນການຄຸ້ມຄອງລາຄາສິນຄ້າ ຮອງຮັບດັດສະນີເງິນເດືອນ | ວັນທີ 7 ກຸມພາ 2017 ຜ່ານມາ ທີ່ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ມີກອງປະຊຸມຖອດຖອນບົດຮຽນ ການຈັດຕັ້ງປະຕິບັດກ່ຽວກັບມາດຕະການຄຸ້ມຄອງລາຄາສິນຄ້າ ເພື່ອຮອງຮັບການເພີ່ມຂຶ້ນຂອງດັດສະນີເງິນເດືອນປີ 2017 ເປັນປະທານຂອງທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ມີທ່ານ ສົມປະສົງ ສະຫງວນວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ພ້ອມດ້ວຍຫ້ອງການອຸດສາຫະກຳ ແລະ ການຄ້າເມືອງທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ນັນຕາ ສານຸວົງ ຫົວໜ້າພະແນກລາຄາ ກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ທ້າຍເດືອນພະຈິກ 2016 ກົມການຄ້າພາຍໃນ ໄດ້ສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າ ນວ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ເພື່ອແບ່ງຈຸລົງ 5 ຕົວເມືອງເປົ້າໝາຍຄື: ເມືອງ ສີໂຄດຕະບອງ, ເມືອງ ຈັນທະບູລີ, ເມືອງ ສີສັດຕະນາກ, ເມືອງ ໄຊເຊດຖາ ແລະ ເມືອງ ໄຊທານີ ໃນການຕິດຕາມກວດກາ ແລະ ແນະນຳໃຫ້ຜູ້ປະກອບການ ບໍ່ໃຫ້ຂຶ້ນລາຄາສິນຄ້າໂດຍບໍ່ໄດ້ຮັບອະນຸຍາດ ຈາກພາກສ່ວນທີ່ກ່ຽວຂ້ອງ ເວົ້າສະເພາະແມ່ນ ເພື່ອຮອງຮັບການເພີ່ມຂຶ້ນຂອງດັດຊະນີເງິນເດືອນ ໃນປີ 2017 ໂດຍເນັ້ນໃສ່ລົງຕິດຕາມຢູ່ຕະຫຼາດ ບັນດາຮ້ານຂາຍຍ່ອຍ ໃນຕະຫຼາດ ບໍລິສັດ ຂາອອກ-ຂາເຂົ້າ ແລະ ຫ້າງຮ້ານທົ່ວໄປ.
ເປົ້າໝາຍແມ່ນ ບໍລິສັດ ຂາອອກ-ຂາເຂົ້າ ແລະ ຫ້າງຮ້ານທົ່ວໄປ ເພື່ອບໍ່ໃຫ້ຜູ້ປະກອບການດັ່ງກ່າວ ສວຍໂອກາດປັດຂຶ້ນລາຄາສິນຄ້າໂດຍພະລະການ ໃນໄລຍະການເພີ່ມຂຶ້ນຂອງດັດຊະນີເງິນເດືອນ ຂອງພະນັກງານລັດ ໃນກໍລະນີທີ່ຈະປັບລາຄາຂຶ້ນ ຕ້ອງໄດ້ຮັບອະນຸມັດ ຫຼື ຮັບຮູ້ຈາກພະແນກອຸດສາຫະກຳ ແລະ ການຄ້າ ນວ ໃນການລົງເຮັດບົດບັນທຶກຕົວຈິງ ຂອງແຕ່ລະຈຸດງານ.
ໃນຕົ້ນເດືອນມັງກອນ 2017 ທີ່ຜ່ານມາ ແຕ່ລະຈຸຢູ່ແຕ່ລະເມືອງ ກໍ່ຄືພະແນກອຸດສາຫະກຳ ແລະ ການຄ້າ ນວ ແມ່ນໄດ້ສືບຕໍ່ໃນການຕິດຕາມກວດກາ ພ້ອມທັງປະຕິບັດຕາມລະບຽບການຕໍ່ຜູ້ຝ່າຝືນ ເຊິ່ງໄລຍະທີ່ລົງຕິດຕາມກວດກາວຽກຄຸ້ມຄອງສິນຄ້າ ເພື່ອບໍ່ໃຫ້ຜູ້ປະກອບການຂຶ້ນລາຄາສິນຄ້າໃນຄັ້ງນີ້ ຄະນະກອງເລຂາຍັງໄດ້ຄົ້ນຄວ້າລາຍການສິນຄ້າທີ່ຕ້ອງຕິດລາຄາ ຈຳນວນ 214 ລາຍການ ນອກຈາກນີ້ ກໍ່ໄດ້ອອກແຈ້ງການກ່ຽວກັບການຕິດລາຄາສິນຄ້າ ແລະ ຄ່າບໍລິການໃຫ້ພາກສ່ວນທີ່ກ່ຽວຂ້ອງຮັບຊາບ ເພື່ອຈັດຕັ້ງປະຕິບັດ.
ຂ່າວ: ໜັງສືພິມ ວຽງຈັນໃໝ່ | ຂ່າວເຫດການ | 2017-02-08T10:35:57+00:00 | https://laopost.com/?p=84629 |
ເກົາຫລີເຫນືອກຽມປິດ ໂຮງງານນິວເຄຣຍ ໃນເດືອນ ພຶດສະພາ ນີ້! | ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຫລວງໂຊລ, ປະເທດເກົາຫລີໃຕ້ ເມື່ອວັນທີ 29 ເມສາ ວ່າ ໂຄສົກທຳນຽບປະທານາທິບໍດີເກົາຫລີໃຕ້ ຫລື ຊອງວາແດ, ທ່ານ ຢຸນ ຢອງ ຊານ ຖະແຫລງການເມື່ອວັນອາທິດວ່າປະທານາທິບໍດີ ມຸນ ແຈ ອິນ ແລະ ຄິມ ຈອງ ອຶນ ເຫັນພ້ອງກັນລະຫວ່າງການພົບປະຫາລືທີ່ຫມູ່ບ້ານປັນມຸນຈອມ ຝັ່ງເກົາຫລີໃຕ້ ເມື່ອວັນສຸກທີ່ຜ່ານມາວ່າ ລັດຖະບານພຽງຢາງ ຈະທຳການປິດໂຮງງານນິວເຄຣຍ ໃນພາກຕາເວັນອອກສຽງເຫນືອຂອງເກົາຫລີເຫນືອຢ່າງເປັນທາງການ ສະຖານທີ່ທົດສອບລະເບີດນິວເຄຣຍຂອງເກົາຫລີເຫນືອ 6 ເທື່ອ ນັບຕັ້ງແຕ່ປິ 2006 ແລະ ການທົດສອບລະເບີດນິວເຄຣຍລ່າສຸດແມ່ນເມື່ອວັນທີ 3 ກັນຍາ ປິຜ່ານມາ ໂດຍລະເບີດມີອານຸພາກຮຸນແຮງກວ່າການທົດສອບທີ່ຜ່ານມາ. ຈະທຳການປິດລົງໃນຊ່ວງເດືອນ ພຶດສະພາ ນີ້ ຫລັງຈາກນັ້ນຈະມີການເຊີນຜູ້ສັງເກດການນານາຊາດ ພ້ອມສື່ຂ່າວຂອງເກົາຫລີໃຕ້ ແລະ ສະຫະລັດ ເຂົ້າໄປກວດສອບເພື່ອຄວາມໂປ່ງໃສ.
ໂຄສົກຊອງວາແດກ່າວຕໍ່ໄປວ່າ ຜູ້ນໍາຂອງເກົາຫລີເຫນືອກ່າວກັບຜູ້ນຳເກົາຫລີໃຕ້ວ່າ ຢາກຈະປ່ຽນແປງ ອຸດົມການທາງການເມືອງຂອງເຂົາຊື່ງຂັດແຍ້ງກັບສະຫະລັດ ແຕ່ເຂົາຈະສະແດງໃຫ້ປະຊາຊົນທຸກທົ່ວຫນ້າໄດ້ປະຈັກວ່າ ເກົາຫລີເຫນືອບໍ່ແມ່ນປະເທດທີ່ຈະຍິງຂີປະນາວຸດ ຫລື ໃຊ້ລະເບີດນິວເຄຣຍກັບອາເມລິກາ. ຢ່າງໃດກໍຕາມ ຄິມ ຈອງ ອຶນ ກ່າວເປັນນັຍຕື່ມວ່າ ເກົາຫລີເຫນືອ ຈະມີລະເບີດນິວເຄຣຍ ແລະ ຢູ່ພາຍໃຕ້ເງື່ອໄຂການຈຳກັດເພື່ອຫຍັງ? ຖ້າຫາກສະຫະລັດກູ້ຄືນຄວາມເຊື່ອຫມັ້ນດ້ວຍການໃຫ້ຄຳຫມັ້ນສັນຍາທີ່ຫນັກແຫນ້ນເຊັ່ນກັນວ່າຈະບໍ່ຮຸກຮານເກົາຫລີເຫນືອ.
ຂະນະດຽວກັນ ຄິມ ຈອງ ອຶນ ຍັງກ່າວກັບ ມຸນ ແຈ ອິນ ອີກວ່າ ສະຖານະການເທີງແຄມມະຫາສະຫມຸດເກົາຫລີນັບຈາກນີ້ຈະບໍ່ຊໍ້າຮອຍສົງຄາມອັນເຈັບປວດທີ່ເຄີຍເກີດຂື້ນ ແຕ່ທຸກພາກສ່ວນທີ່ກ່ຽວຂ້ອງຕ້ອງມີມາດຕະການອັນເປັນຮູບປະທຳຮ່ວມກັນ ເພື່ອປ້ອງກັນການປະທະທາງທະຫານ ຫລື ຄວາມຂັດແຍ່ງທາງອາວຸດ. ນອກຈາກນີ້ຜູ້ນຳສູງສຸດຂອງເກົາຫລີເຫນືອຍັງເຫັນພ້ອງກັບການກັບມານຳໃຊ້ເວລາມາດຕະຖານໃຫ້ເທົ່າກັນກັບເວລາຂອງເກົາຫລີໃຕ້ ຫລັງຈາກທີ່ເຄີຍກຳນົດເມື່ອ 3 ປີທີ່ແລ້ວວ່າໃຫ້ເວລາທ້ອງຖີ່ນຂອງເກົາຫລີເຫນືອຊ້າກ່ອນເກົາຫລີໃຕ້ 30 ນາທີ.
ນີ້ກໍແມ່ນອີກມຸມຫນື່ງທີ່ສະແດງໃຫ້ເຫັນເຖີງການຫັນໄປໃນແນວທາງທີ່ດີຮ່ວມກັບສັນຊາດດຽວກັນ.
ແຫລ່ງຂ່າວຕ່າງປະເທດ: TDN | ຂ່າວຕ່າງປະເທດ | 2018-04-30T11:31:49+00:00 | https://laopost.com/?p=100582 |
ບົດຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈໍາວັນທີ 30 ມັງກອນ 2022 | ວັນທີ 29 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງໝົດ 2,118 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 306 ຄົນ (ຕິດເຊື້ອພາຍໃນ 295 ຄົນ ແລະ ນໍາເຂົ້າ 11 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊື້ອພາຍໃນໃໝ່ ທັງໝົດ 295 ຄົນ ຈາກ 17ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
ນະຄອນຫຼວງ 54 ຄົນ
ຊຽງຂວາງ 35 ຄົນ
ຫົວພັນ 28 ຄົນ
ໄຊຍະບູລີ 26 ຄົນ
ຄໍາມ່ວນ 24 ຄົນ
ສະຫັວນນະເຂດ 17 ຄົນ
ສາລະວັນ 15 ຄົນ
ອຸດົມໄຊ 15 ຄົນ
ບໍລິຄໍາໄຊ 13 ຄົນ
ຈໍາປາສັກ 12 ຄົນ
ອັດຕະປື 12 ຄົນ
ໄຊສົມບູນ 11 ຄົນ
ວຽງຈັນ 10 ຄົນ
ເຊກອງ 10 ຄົນ
ຫຼວງພະບາງ 6 ຄົນ
ຜົ້ງສາລີ 4 ຄົນ
ບໍ່ແກ້ວ 2 ຄົນ
ຫຼວງນໍ້າທາ 1 ຄົນ
ສໍາລັບການຕິດເຊື້ອນໍາເຂົ້າ ມີ 11 ຄົນ ທັງໝົດຈາກ ນະຄອນຫຼວງວຽງຈັນ 3 ຄົົນ, ຈໍາປາສັກ 3 ຄົນແລະ ສະຫວັນນະເຂດ 5 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ. ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 133,524 ກໍລະນີ, ອອກໂຮງໝໍວານນີ້ 428 ຄົນ, ກຳລັງປິ່ນປົວ 6.293 ຄົນ ແລະ ເສຍຊີວິດສະສົມທັງໝົດ 544 ຄົນ (ເສຍຊິວິດໃໝ່ 6 ຄົນ).
ສຳລັບຜູ້ເສຍຊີວິດໃໝ່ 06 ຄົນ ຈາກ ໄຊຍະບູລີ 3 ຄົນ, ຫຼວງພະບາງ 01 ຄົນ, ອຸດົມໄຊ 01 ຄົນ ແລະ ຊຽງຂວາງ 01 ຄົນ ໃນນີ້ ມີຜູ້ສູງອາຍຸ 5 ຄົນ ແລະ ບໍ່ສັກວັກຊິນ 4 ຄົນ | ຂ່າວພາຍໃນ | 2022-01-30T10:45:23+00:00 | https://laopost.com/?p=131571 |
ຜູ້ນຳ EU ຕົກລົງແບນນ້ຳມັນຣັດເຊຍແຕ່ບາງສ່ວນ ຍ້ອນຮັງກາລີຄັດຄ້ານ | ຜູ້ນຳສະມາຊິກສະຫະພາບເອີຣົບ ເຫັນດີໃນການຜ່ອນຜັນເລື່ອງແບນການນຳເຂົ້ານ້ຳມັນຈາກຣັດເຊຍພຽງແຕ່ 2 ໃນ 3, ຫຼັງຈາກທີ່ຮັງກາລີຄັດຄ້ານເລື່ອງການນຳເຂົ້າທັງໝົດ.
ສຳນັກຂ່າວ ບີບີຊີ ລາຍງານວ່າ ໃນວັນທີ 30 ພຶດສະພາ 2022 ຜູ້ນຳປະເທດໃນສະມາຊິກສະຫະພາບເອີຣົບທັງ 27 ປະເທດ ເດີນທາງເຂົ້າມາຮ່ວມກອງປະຊຸມສຸດຍອດໃນກຸງບັສເຊລ ປະເທດເບວຢຽມ, ເພື່ອຫາລືກັນເລື່ອງການຄວ່ຳບາດຣັດເຊຍເທື່ອທີ 6 ເຊິ່ງລວມການຫ້າມນຳເຂົ້ານ້ຳມັນຈາກຣັດເຊຍ ເຊິ່ງສະມາຊິກທັງໝົດເຫັນດີໃຫ້ໃຊ້.
ທ່ານ ຊາສ ມິເຊວ ປະທານລັດສະພາເອີຣົບ ອອກມາຢືນຢັນວ່າ ບັນດາຜູ້ນຳເຫັນດີໃນຂໍ້ຕົກລົງຫ້າມນຳເຂົ້ານ້ຳມັນຈາກຣັດເຊຍ ແຕ່ເປັນຂໍ້ຕົກລົງແບບພ່ອນຜັນໂດຍແບນນ້ຳມັນຣັດເຊຍປະມານ 2 ໃນ 3 ບໍ່ແມ່ນທັງໝົດ ຕາມແຜນທີ່ສະເໜີທຳອິດ ເນື່ອງຈາກຖືກຄັດຄ້ານຢ່າງໜັກຈາກຮັງກາລີ ເຊິ່ງໃຫ້ເຫດຜົນວ່າພວກເຂົາບໍ່ສາມາດຈັດຫານ້ຳມັນຈາກແຫຼ່ງອື່ນໃນໄລຍະສັ້ນນີ້ໄດ້.
ຄະນະທີ່ປະເທດບໍ່ມີທາງອອກສູ່ທະເລເຊັ່ນ: ສະໂລວາເກຍ ແລະ ສາທາລະນະລັດເຊັກ ກໍໄດ້ຂໍເວລາໃນການຊອກຫາແຫຼ່ງຊື້ນ້ຳມັນດົນກວ່ານີ້ ສ່ວນບັນແກເລຍ ເຊິ່ງຖືກບໍລິສັດແກັສພຣອມ ຕັດການຂົນສົ່ງແກັສແລ້ວ ກໍຄັດຄ້ານເຊັ່ນກັນ.
ທ່ານ ມິເຊວ ໄດ້ຍ້ຳວ່າ ການແບນນ້ຳມັນຈາກຣັດເຊຍເທື່ອນີ້ ຈະເປັນການຕັດແຫຼ່ງເງິນທຶນໃນການຈັດຫາເຄື່ອງຈັກສົງຄາມຂອງຣັດເຊຍລົງຫຼາຍ, ນອກຈາກນີ້ ຜູ້ນຳ EU ຍັງເຫັນດີຕໍ່ມາດຕະການຄວ່ຳບາດທະນາຄານໃຫຍ່ທີ່ສຸດຂອງຣັດເຊຍ ແລະ ບໍລິສັດກະຈາຍສຽງຂອງຣັດເຊຍອີກດ້ວຍ. | ຂ່າວຕ່າງປະເທດ | 2022-05-31T13:52:09+00:00 | https://laopost.com/?p=134377 |
ທ່ານ ສອນໄຊ ສີພັນດອນ ເຄື່ອນໄຫວຢ້ຽມຢາມແຂວງອັດຕະປື | ວັນທີ 05 ມິຖຸນາ 2017 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງອັດຕະປື ເຊິ່ງມີ ທ່ານ ສຸກສະໄໝ ຈັນທະມາດ ຮອງເຈົ້າແຂວງໆອັດຕະປື ພ້ອມດ້ວຍບັນດາຄະນະພັກ-ຄະນະນຳແຂວງ ແລະ ພະແນກການທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ໂອກາດດັ່ງກ່າວ, ທ່ານ ສຸກສະໄໝ ຈັນທະມາດ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາຂອງແຂວງ ໂດຍສະເພາະ ດ້ານການລົງທຶນ ແມ່ນໄດ້ຮັບການອະນຸ ມັດໄປແລ້ວ 5 ໂຄງການ ມູນຄ່າກວ່າ 400 ລ້ານໂດລາສະຫະລັດ ແລະ ພວມສຳຫຼວດຄວາມເປັນໄປໄດ້ອີກຫຼາຍໂຄງການ; ດ້ານກະສິກຳ ແມ່ນໄດ້ສຸມໃສ່ການຜະລິດກະສິກຳເປັນສິນຄ້າ. ໃນນັ້ນ, ດ້ານການລ້ຽງສັດ ແມ່ນຫັນໄປສູ່ການລ້ຽງແບບຟາມຫຼາຍຂຶ້ນ ທັງຟາມລ້ຽງງົວ, ແບ້, ໝູ, ຟາມຜະລິດລູກໝູ່, ໄກ່ພັນໄຂ່ ແລະ ໄກ່ພັນຊິ້ນ ລວມ 21 ຟາມ. ນອກຈາກນີ້, ຍັງມີຂະບວນລ້ຽງປາຂະໜາດໃຫຍ່ອີກ 2 ແຫ່ງ; ດ້ານການປູກພືດລະດູຝົນໃນປີນີ້ ແມ່ນໄດ້ສຸມໃສ່ປູກເຂົ້ານາປີ ກວ່າ 24 ພັນເຮັກຕາ, ການປູກສາລີ, ມັນຕົ້ນ, ອ້ອຍ, ໝາກແໜ່ງ, ກາເຟ ແລະ ພືດອື່ນໆ ລວມກວ່າ 11 ພັນເຮັກຕາ; ສໍາລັບການຈັດຕັ້ງປະຕິບັດຄຳສັ່ງເລກທີ 15 ຂອງນາຍົກລັດຖະມົນຕີ ແມ່ນສາມາດດັດສົມໂຮງງານປຸງແຕ່ງໄມ້ໄດ້ 14 ແຫ່ງ, ສະເໜີຍຸບ 9 ແຫ່ງ ແລະ ສືບຕໍ່ດັດສົມອີກ 14 ແຫ່ງ ແລະ ໂຮງງານເຟີນິເຈີ້ແບບຄອບຄົວທີ່ມີ 131 ແຫ່ງ ກໍ່ສາມາດລົບລ້າງໄດ້ 33 ແຫ່ງ. ປະຈຸບັນ, ສາມາດສັງລວມຕົວເລກໄມ້ໄດ້ທັງ ໝົດ 76 ພັນກວ່າແມັດກ້ອນ ທັງເປັນບ້ວງລັດຖະບານອະນຸມັດ, ການບຸກເບີກພັດທະນາໂຄງລ່າງ, ໄມ້ທີ່ຍຶດໄດ້, ໄມ້ທີ່ຂຸດຄົ້ນອອກຈາກເຂື່ອນເຊກະໝານ ແລະ ເຂື່ອນນ້ຳກົງ. ໃນນັ້ນ, ມີໄມ້ຕົວຈິງຢູ່ສະໜາມ 2 ເຖິງ 63 ພັນກວ່າແມັດກ້ອນ, ໄດ້ຈັດຕັ້ງການປະມູນໄປແລ້ວ 5 ຄັ້ງ ຈຳນວນ 14 ພັນກວ່າແມັດກ້ອນ ໃນຈຳນວນໄມ້ທີ່ຢຶດມາໄດ້ ຄິດເປັນມູນຄ່າກວ່າ 17 ຕື້ກີບ. ນອກນີ້, ບັງສາມາດເກັບລາຍຮັບເຂົ້າງົບປະມານ ຈາກຄ່າພັນທະໄມ້ ໄດ້ເຖິງ 6,3 ກວ່າຕື້ກີບ.
ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ໝາກຜົນທີ່ອຳນາດການປົກຄອງແຂວງອັດຕະປື ຍາດມາໄດ້ໃນໄລຍະຜ່ານມາ. ແຕ່ໃນຕໍ່ໜ້າ ຍັງມີສິ່ງທ້າທາຍທົດສອບ ແລະ ຂໍ້ຫຍຸ້ງຍາກນາໆປະການ. ໃນນັ້ນ, ອັນລວມ ແມ່ນໃຫ້ເອົາໃຈໃສ່ຜັນຂະຫຍາຍ 14 ວຽກງານສຳຄັນຂອງລັດຖະບານ ໂດຍສະເພາະບັນດາວຽກງານທີ່ຕິດພັນກັບແຂວງ, ເອົາໃຈໃສ່ບາງບັນຫາຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ທັງບັນຫາຢາເສບຕິດ, ການຄ້າຂາຍເຖື່ອນ, ການລັກລອບຕັດໄມ້, ລັກລອບຂຸດຄົ້ນບໍ່ແຮ່ ແລະ ການນຳໃຊ້ສັງຄົມອອນລາຍ ເພື່ອຫັນປ່ຽນແນວຄິດ ເຮັດໃຫ້ເກີດຄວາມບໍ່ສະຫງົບໃນສັງຄົມ, ເອົາໃຈໃສ່ຄຸ້ມຄອງ ແລະ ຂຶ້ນຖະບຽນແຮງງານຕ່າງໆປະເທດ ໃຫ້ເຂົ້າສູ່ລະບຽບກົດໝາຍຂອງ ສປປ ລາວ, ສືບຕໍ່ສຸມໃສ່ເຮັດໃຫ້ເສດຖະກິດຂອງແຂວງ ມີການຂະຫຍາຍຕົວບໍ່ໃຫ້ຫຼຸດ 7%, ເກັບລາຍຮັບງົບປະມານ ໃຫ້ໄດ້ຕາມແຜນການທີ່ວາງໄວ້, ຕິດຕາມກວດກາຄືນການລົງທຶນ ໃຫ້ສາມາດປະຕິບັດຕາມລະບຽບກົດໝາຍ, ຄົ້ນຄວ້າແກ້ໄຂບັນຫາການນຳໃຊ້ທີ່ດິນ ທີ່ຕິດພັນກັບວຽກງານກະສິກຳ, ເອົາໃຈໃສ່ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ທັງການນຳໃຊ້ທ່າແຮງບົ່ມຊ້ອນຂອງແຂວງ, ໃຫ້ປະຊາຊົນມີສ່ວນຮ່ວມ ກັບບັນດາໂຄງການໃຫຍ່ໆຂອງແຂວງ, ການນຳໃຊ້ແຫຼ່ງນ້ຳ ຈາກບັນດາເຂື່ອນ ໃຫ້ເກີດປະໂຫຍດສູງສຸດ ຕິດພັນກັບວຽກງານ 3 ສ້າງ ໄປພ້ອມໆກັບການປັບປຸງຮາກຖານໃຫ້ເຂັ້ມແຂງ, ພ້ອມກັນຈັດຕັ້ງເຊື່ອມຊຶມ ແລະ ສະຫຼອງ 2 ວັນປະຫວັດສາດ ລາວ-ຫວຽດນາມ ໃຫ້ມີຄວາມໝາຍຄວາມສຳຄັນອັນເລິກເຊິ່ງ ບົນຈິດໃຈປະຫຍັດ ແລະ ພ້ອມກັນກວດກາຄືນ ຜົນການຈັດຕັ້ງປະຕິບັດບັນດານິຕິກຳ ທີ່ລັດຖະບານວາງອອກ ໃນແຕ່ລະໄລຍະ.
ໃນເວລາຕໍ່ມາ, ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະ ກໍ່ໄດ້ເດີນທາງໄປຕິດຕາມກວດກາເບິ່ງໄມ້ ທີ່ນຳມາເກັບ ໄວ້ທີ່ສະໜາມ 2 ແລະ ຢ້ງມຢາມການຜະລິດໄມ້ຝານ-ໄມ້ອັດ ທີ່ໂຮງງານຂອງບໍລິສັດ ເຊັນເຈີ້ລີພລີ ລາວ ຈຳກັດ ເຊິ່ງເລີ່ມສ້າງຕັ້ງມາແຕ່ປີ 2015, ເປັນການລົງທຶນຂອງນັກທຸລະກິດອິນເດຍ ມີມູນຄ່າການລົງທຶນກວ່າ 28 ຕື້ກີບ ປະ ກອບມີ 6 ສາຂາ ໃນ 6 ແຂວງທາງພາກກາງ ແລະ ພາກໃຕ້ຂອງ ສປປ ລາວ ໂດຍໄດ້ທຳການຜະລິດໄມ້ຝານ, ໄມ້ອັດ ແລະ ໄມ້ວິເນຍ ເພື່ອສົ່ງອອກ ມີຄວາມອາດສາມາດຜະລິດໄດ້ 20 ຕູ້ຄອນເທັນເນີ້ຕໍ່ເດືອນ. | ຂ່າວທ້ອງຖິ່ນ | 2017-06-06T11:45:52+00:00 | https://laopost.com/?p=90739 |
ໂຈ ໄບເດນ ອະນຸມັດງົບປະມານເຂົ້າຊ່ວຍເຫຼືອຜູ້ປະສົບໄພໜາວທີ່ລັດເທັກຊັສ | ປະທານາທິບໍດີ ໂຈ ໄບເດນ ປະກາດພາວະໄພພິບັດຮ້າຍແຮງໃນລັດເທັກຊັສ ທີ່ກຳລັງປະເຊີນໜ້າກັບອາກາດໜາວເຢັນທີ່ສຸດໃນຮອບ 30 ປີ ເພື່ອເປີດທາງໃນຈັດສັນງົບປະມານຈາກລັດຖະບານກາງໄປໃຊ້ບັນເທົາທຸກໃຫ້ແກ່ປະຊາຊົນຜູ້ປະສົບໄພໜາວໃນພື້ນທີ່ດັ່ງກ່າວ.
ທຳນຽບຂາວອອກຖະແຫຼງການເມື່ອວັນທີ 20 ກຸມພາ ວ່າ ປະທານາທິບໍດີ ໂຈ ໄບເດນ ໄດ້ອອກຄຳສັ່ງລັດຖະບານກາງເພື່ອຊ່ວຍເສີມຄວາມພະຍາຍາມຂອງທາງລັດຖະບານທ້ອງຖິ່ນໃນບັນເທົາທຸກ ແລະ ຟື້ນຟູທີ່ໄດ້ຮັບຜົນກະທົບຈາກພາຍຸລະດູໜາວຮຸນແຮງ ເມື່ອຕົ້ນອາທິດທີ່ຜ່ານມາ ໂດຍອຸນຫະພູມຕໍ່າສຸດ -18 ອົງສາ.
ສຳລັບການຊ່ວຍເຫຼືອຈາກລັດຖະບານດັ່ງກ່າວ ລວມເຖິງການອະນຸມັດເງິນຊ່ວຍເຫຼືອສຳລັບການຈັດຫາທີ່ພັກຊົ່ວຄາວ ການສ້ອມແປງເຮືອນ ແລະ ການໃຫ້ເງິນກູ້ດອກເບ້ຍຕໍ່າເພື່ອປົວແປງຄວາມເສຍຫາຍແກ່ຊັບສິນທີ່ບໍ່ມີປະກັນໄພລວມເຖິງໂຄງການອື່ນໆທີ່ຊ່ວຍບຸກຄົນ ແລະ ເຈົ້າຂອງທຸລະກິດຟື້ນຕົວຈາກໄພພິບັດທີ່ເກີດຂຶ້ນ.
ຮຽບຮຽນຂ່າວ: ພຸດສະດີ | ຂ່າວຕ່າງປະເທດ | 2021-02-22T10:31:21+00:00 | https://laopost.com/?p=123171 |
ໄທຈະເພີ່ມການລົງທຶນໃນພື້ນຖານໂຄງລ່າງ | ຕາມຂ່າວໜັງສືພິມລຽນເຫີຈ້າວປ້າວ: ຫວ່າງມໍ່ໆມານີ້ລັດຖະບານໄທກ່າວວ່າຈະເພີ່ມການລົງທຶນໃນພື້ນຖານໂຄງລ່າງ, ສ້າງໂຄງການທາງລົດໄຟສາຍດ່ວນ, ທາງຫຼວງຂ້າມຊາດແລະທ່າກຳປັ່ນອຸດສາຫະກຳເປັນຕົ້ນ, ເພື່ອສ້າງປະເທດໄທເປັນແຫຼ່ງດຶງດູດການລົງທຶນຂອງອາຊຽນ.
ວັນທີ 23 ກຸມພານີ້ຢູ່ສະມາຄົມການຄ້າໃຫຍ່ຈີນໄທ, ທ່ານນາງຍິ່ງລັກ ຊິນນະວັດ, ນາຍົກ ລັດຖະມົນຕີໄທໄດ້ກ່າວປາຖະກະຖາທີ່ຫົວຂໍ້ຊື່ວ່າ”ຍຸດທະສາດຊຸກຍູ້ການພັດທະນາຂອງລັດ”. ນາງກ່າວວ່າ, ຂໍ້ທຳອິດຂອງນະໂຍບາຍພັດທະນາແຫ່ງລັດຂອງລັດຖະບານກໍຄືເພີ່ມການລົງທຶນໃນພື້ນຖານໂຄງລ່າງ.
ຕາມຂ່າວແຈ້ງວ່າ, ໄທຈະລົງທຶນ2200ຕື້ບາດ(ປະມານ 73 ຕື້ 600 ລ້ານໂດລາ)ເພື່ອກໍ່ສ້າງພື້ນຖານໂຄງລ່າງ, ລວມທັງສ້າງທາງລົດໄຟສາຍດ່ວນ 4 ສາຍ, ທາງຫຼວງຂ້າມຊາດແລະທ່າກຳປັ່ນອຸດສາຫະກຳທີ່ຖືບາງກອກເປັນໃຈກາງ. ຄາດວ່າການລົງທຶນດັ່ງກາວຈະຫຼຸດຕົ້ນທຶນການຈໍລະຈອນສິນຄ້າຢ່າງຫຼວງຫຼາຍ.
ທີ່ມາhttp://laos.cri.cn | ຂ່າວພາຍໃນ | 2013-02-26T15:51:48+00:00 | https://laopost.com/?p=2290 |
ຜົນງານໃໝ່ຫຼ້າສຸດຂອງ ພິມຣີ່ພາຍ X ຮະໂຢຢອນ Girls’ Generation | ວັນທີ 6 ກຸມພາ 2023 ພິມຣີ່ພາຍ ແມ່ຄ້າຂາຍເຄື່ອງອອນລາຍຈາກປະເທດໄທ ປະກາດຜົນງານໃໝ່ຫຼ້າສຸດ ທີ່ຈະໄດ້ຮ່ວມງານກັບ ຮະໂຢຢອນ ຈາກ Girls’ Generation ວົງນັກຮ້ອງຊື່ດັງຂອງເກົາຫຼີໃຕ້ ໂດຍຈະປ່ອຍມາໃຫ້ສັງຄົມໄດ້ເບິ່ງໃນວັນທີ 8 ກຸມພາ 2023 ເວລາ 18:00 ໂມງ.
ງານນີ້ ບັນດາແຟນຄັບທັງ 2 ຄົນ ເຖິງກັບຕື່ນເຕັ້ນ ລໍຖ້າຟັງຜົນງານທັງສອງ ທີ່ຈະອອກໃນໄວໆນີ້.
ພິມຣີ່ພາຍ ແມ່ຄ້າຂາຍເຄື່ອງອອນລາຍຈາກປະເທດໄທ ທີ່ກຳລັງມີຊື່ສຽງໂດ່ງດັງທັງໃນປະເທດໄທ ແລະ ປະເທດລາວເຊັ່ນກັນ.
ຮະໂຢຢອນ Hyoyeon Girls’ Generation ເປັນໜຶ່ງໃນສະມາຊິກວົງນັກຮ້ອງຊື່ດັງຂອງເກົາຫຼີໃຕ້ ແຕ່ວົງນີ້ໄດ້ໂດ່ງດັງເຖິງລະດັບໂລກດ້ວຍເພງທີ່ມ່ວນຕິດຫູ ແລະ ສະມາຊິກທີ່ທັງງາມ-ໜ້າຮັກ ຈຶ່ງເຮັດໃຫ້ຫຼາຍຄົນທົ່ວໂລກຕ້ອງຮັກວົງນີ້. | ຂ່າວຕ່າງປະເທດ | 2023-02-08T11:46:51+00:00 | https://laopost.com/?p=142033 |
ຜູ້ນຳລັດເຊຍ ແລະ ຜູ້ນຳເກົາຫຼີເໜືອ ຈະຮ່ວມປະຊຸມສຸດຍອດໃນວັນພະຫັດນີ້ | ສຳນັກຂ່າວຕ່າງປະເທດຈາກນະຄອນຫຼວງມອສໂກ ປະເທດລັດເຊຍ ເມື່ອວັນທີ 23 ເມສາ 2019 ວ່າ ວັງເຄຣມລິນທຳນຽບປະທານາທິບໍດີລັດເຊຍຖະແຫຼງການວ່າ ປະທານາທິບໍດີວາລາດິເມຍ ປູຕິນ ແຫ່ງລັດເຊຍຈະພົບປະເຈລະຈາກັບ ທ່ານ ຄິມ ຈອງ ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອໃນການປະຊຸມສຸດຍອດທີ່ຈະມີຂຶ້ນໃນວັນພະຫັດທີ 25 ເມສາ 2019 ນີ້ ທີ່ເມືອງ ວາລາດີວອສຕອດ ເຊິ່ງມີການກະກຽມດ້ານສະຖານທີ່ໄວ້ຮຽບຮ້ອຍແລ້ວ ແຕ່ຍັງຂໍປົກປິດໄວ້ກ່ອນ ດ້ວຍເຫດຜົນດ້ານຄວາມປອດໄພຂອງທາງຝ່າຍເກົາຫຼີເໜືອ.
ທ່ານ ຍູຣິ ອູຊາຄອຟ ທີ່ປຶກສາວັງເຄຣມລິນຖະແຫຼງວ່າ ການເຈລະຈາຫາລືຈະເນັ້ນໄປທີ່ປະເດັນທີ່ຍັງຕົກລົງກັນບໍ່ໄດ້ວ່າດ້ວຍໂຄງການນິວເຄຣຍເກົາຫຼີເໜືອ ໂດຍລັດເຊຍຈະຫາທາງເສີມກຳລັງໄປໃນທາງທີ່ດີ ເຊິ່ງເຄີຍຖືກຂັດຂວາງຈາກຝ່າຍປະທານາທິບໍດີໂດນັລ ທຣໍ້າ ຂອງສະຫະລັດຈາກການປະຊຸມສຸດຍອດທີ່ຜ່ານມາກັບຜູ້ນຳເກົາຫຼີເໜືອ ນອກຈາກນີ້ລັດເຊຍຍັງຈະຫາທາງຊ່ວຍສ້າງ ຫຼື ກຳນົດເງື່ອນໄຂ ແລະ ບັນຍາກາດທີ່ດີເພື່ອໃຫ້ບັນລຸຂໍ້ຕົກລົງຂອງບັນຫາແຫຼມເກົາຫຼີ.
ວາລະຂອງການຫາລືລະຫວ່າງປະທານາທິບໍດີລັດເຊຍກັບຜູ້ນຳເກົາຫຼີເໜືອຍັງລວມເຖິງການຮ່ວມມືທະວີພາຄີ ເພາະມູນຄ່າການຄ້າລະຫວ່າງລັດເຊຍກັບເກົາຫຼີເໜືອນັ້ນມີໜ້ອຍຫຼາຍເມື່ອປີທີ່ຜ່ານມາ ຕົວເລກຢູ່ທີ່ 34 ລ້ານໂດລາເທົ່ານັ້ນ,ສາເຫດສຳຄັນນັ້ນເປັນເພາະມາດຕະການຄວໍ້າບາດຂອງນານາຊາດນັ້ນເອງ.
ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews | ຂ່າວຕ່າງປະເທດ | 2019-04-24T15:01:32+00:00 | https://laopost.com/?p=112563 |
ພາຍຸໄຕ້ຝຸ່ນ ມັງຄຸດ ປ່ຽນທິດ ອາດເຮັດໃຫ້ລາວເຮົາບໍ່ໄດ້ຮັບຜົນກະທົບຮ້າຍແຮງຄືທີ່ຄາດການໄວ້ | ຈາກການພະຍາກອນເສັ້ນທາງຂອງພາຍຸໄຕ້ຝຸ້ນມັງຄຸດ ຕາມເວັບໄຊ້ google.org/crisismap/google.com/2018-mangkhut ສະແດງໃຫ້ເຫັນວ່າ ລາວເຮົາອາດບໍ່ໄດ້ຮັບຜົນກະທົບຮ້າຍແຮງຈາກພາຍຸໄຕ້ຝຸ່ນມັງຄຸດ ຄືດັ່ງທີ່ໄດ້ຄາດການໄວ້ໃນເບື້ອງຕົ້ນ ເນື່ອງຈາກວ່າ ພາຍຸດັ່ງກ່າວໄດ້ມີການປ່ຽນທິດທາງ ແລະ ບໍ່ໄດ້ເຂົ້າມາລາວເຮົາໂດຍກົງ. ແຕ່ກໍຍັງຄົງມີບາງຂົງເຂດ ໂດຍສະເພາະແມ່ນບັນດາແຂວງພາກເໜືອທີ່ມີຊາຍແດນຕິດກັບຈີນ ທີ່ອາດຈະໄດ້ຮັບຜົນກະທົບຈາກພາຍຸດັ່ງກ່າວ. ເຖິງຢ່າງໃດກໍຕາມ, ຊາວບ້ານ ແລະ ນັກທ່ອງທ່ຽວ ທີ່ຈະເດີນທາງໄປຍັງພາກເໜືອ ແລະ ພາກກາງຂອງລາວກໍຄວນຢູ່ໃນຄວາມລະມັດລະວັງ ໃນເລື່ອງຂອງຝົນຕົກໜັກໃນຊ່ວງວັນຈັນ ແລະ ວັນອັງຄານນີ້ ໂດຍໃຫ້ເຝົ້າລະວັງ ແລະ ຕິດຕາມເບິ່ງການແຈ້ງການຈາກກົມອຸຕຸນິຍົມ ແລະ ອຸທົກກະສາດລາວ.
ແຫຼ່ງຂ່າວ: Laotiantimes | ຂ່າວພາຍໃນ | 2018-09-17T16:34:33+00:00 | https://laopost.com/?p=103876 |
ຄູເຝິກບິນໃນອັງກິດ ຫົວໃຈຢຸດເຕັ້ນ ເສຍຊີວິດກາງອາກາດ | ຄູເຝິກບິນໃນອັງກິດ ຫົວໃຈຢຸດເຕັ້ນ ເສຍຊີວິດກາງອາກາດ ແຕ່ຜູ້ຊ່ວຍຄິດວ່າຢອກຫຼິ້ນ.
ຕາມການລາຍງານຂອງສຳນັກງານສືບສວນອຸບັດຕິເຫດທາງອາກາດ (AAIB) ຂອງອັງກິດໄດ້ລາຍງານວ່າ: ຜູ້ຊ່ວຍນັກບິນຄິດວ່າ ຄູເຝິກບິນຂອງລາວເຮັດເປັນວ່າຫຼັບ ໃນຂະນະທີ່ບັງຄັບເຮືອບິນໃກ້ກັບສະໜາມບິນແບລັກພູ ໃນແລງຄາເຊຍ ໃນວັນທີ 29 ມີນາ 2022 ທີ່ຜ່ານມາ.
ທັ້ງສອງຄວບຄຸມເຮືອບິນຂະໜາດນ້ອຍ 4 ບ່ອນນັ່ງ Piper PA-28 ເພື່ອເຝິກການຄວບຄຸມເຮືອບິນທ່າມກາງສະຖານະການລົມແຮງ ໂດຍກ່ອນຂຶ້ນບິນ ທັງສອງກໍນັ່ງລົມກັນເປັນປົກກະຕິ ແຕ່ຫຼັງຈາກທີ່ບິນຂຶ້ນໄດ້ບໍ່ດົນ ຢູເຝິກກໍຫງາຍຫຼັງ ແຕ່ເນື່ອງຈາກທັງສອງສະໜິດກັນ ນັກບິນຄົນນີ້ຈຶ່ງຄິດວ່າຄູເຝິກຢອກຫຼິ້ນ.
ເມື່ອນັກບິນ ຄວບຄຸມເຮືອບິນວົນຄົບຮອບ ໂຕຂອງຄູເຝິກກໍອຽງມາດ້ານຂ້າງຈົນຫົວມາວາງຢູ່ບ່າຂອງລາວ ນັກບິນກໍຍັງຄິດວ່າຢອກຫຼິ້ນຢູ່ ຈົນຈອດເຮືອບິນສຳເລັດ ຈຶ່ງຮູ້ວ່າມັນຜິດປົກກະຕິ ແລະ ຂໍຄວາມຊ່ວຍເຫຼືອຈາກເຈົ້າໜ້າທີ່ຂອງສະໜາມບິນ ແຕ່ກໍຊ່ວຍຊີວິດໄວ້ບໍ່ໄດ້.
ແຫຼ່ງຂ່າວ cnn | ຂ່າວຕ່າງປະເທດ | 2023-02-22T15:41:51+00:00 | https://laopost.com/?p=142536 |
ປະຊາຊົນທີ່ມີດິນສອງຟາກທາງ ຢູ່ເສັ້ນທາງ 450 ປີ ຈະບໍ່ສາມາດຊື້-ຂາຍໄດ້ | ອີງຕາມການລາຍງານຂອງເພສຂ່າວ: ສໍາລັບປະຊາຊົນ ທີ່ມີທີ່ດິນ ໃນເຂດສະຫງວນທີ່ດິນສອງຟາກ ຢູ່ເສັ້ນທາງ 450 ປີ ໃນປັດຈຸບັນນີ້ ຈະບໍ່ສາມາດຊື້-ຂາຍ ຫຼືນໍາໃຊ້ດິນໃນເຂດດັ່ງກ່າວນີ້ໄດ້ແລ້ວ ຍ້ອນທີ່ຜ່ານມາ ຫ້ອງວ່າການ ນະຄອນຫຼວງວຽງຈັນ ກໍໄດ້ມີແຈ້ງການ ເລື່ຶອງການຖອນສິດນໍາໃຊ້ ແລະການຂາຍສິດນໍາໃຊ້ທີ່ດິນ ໃນເຂດສະຫງວນຂອງສອງຟາກທາງ ເສັ້ນທາງ 450 ປີ ລົງວັນທີ່ 14 ພາຈິກ 2021 ຜູ້ໃດຊື້-ຂາຍ ເຮັດສັນຍາກັນເອງ ກໍຖືວ່າຜິດກົດໝາຍ ເນື່ອງຈາກດິນເຂດດັ່ງກ່າວ ເປັນຂອງລັດຖະບານທັງໝົດ.
ດັ່ງເຈົ້າໜ້າທີ່ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນນະຄອນຫຼວງວຽງຈັນ ທ່ານໜື່ງ ທີ່ຂໍສະຫງວນຊື່ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 28 ກຸມພາ ຜ່ານມານີ້ວ່າ:
ຕອນດິນ ທີ່ຢູ່ໃນເຂດສະຫງວນ 2 ຟາກທາງເບື້ອງລະ 50 ແມັດ ຖອນສິດ ມາເປັນຂອງລັດໝົດແລ້ວ ໝາຍຄວາມວ່າ ຖອນອອກມາຈາກເຈົ້າຂອງ ບໍ່ມີສິດການຊື້-ຂາຍແລ້ວ ຫ້າມຊື້ຫ້າມຂາຍ ຫ້າມຈໍານອງ ຖ້າຜູ້ໃດເຊັນ ກໍແມ່ນລະເມີດຕໍ່ລະບຽບກົດໝາຍ ຖືໄດ້ວ່າ ດໍາເນີນການຕາມຄະດີ ຕາມກົດໝາຍ. ສໍາລັບເລື່ອງຄ່າຊົດເຊີຍດິນດັ່ງກ່າວ ກໍຍັງມີຢູ່ຈໍານວນໜຶ່ງ ທີ່ຍັງບໍ່ໄດ້ມາຮັບເອົາຄ່າຊົດເຊີຍ ເຊິ່ງບໍ່ສາມາດເປີດເຜີຍໂຕເລກໄດ້ ແລະ ທີ່ຜ່ານມາທາງການ ກໍເຄີຍໄດ້ແຈ້ງການອອກໄປ ຕັ້ງແຕ່ປີ 2008 ແລ້ວ ເພື່ອໃຫ້ປະຊາຊົນ ທີ່ມີດິນໃນເຂດດັ່ງກ່າວ ໄປຮັບເອົາຄ່າຊົດເຊີຍ ເຊິ່ງມາຮອດປັດຈະບັນ ກໍຖືວ່າ ເປັນເວລາ 10 ປາຍປີ ແລະ ຕາມກົດໝາຍແລ້ວ ຜູ້ໃດທີ່ບໍ່ໄປຮັບເອົາຄ່າຊົດເຊີຍ ກໍຖືວ່າໝົດສິດ ແຕ່ໃນປັດຈຸບັນນີ້ ທາງການຈະພິຈາລະນາ ໃຫ້ອີກເທື່ອນຶ່ງ ໂດຍໃຫ້ເຈົ້າຂອງດິນ ເອົາໃບຕາດິນມາແຈ້ງຍັງໜ່ວຍງານກອງເລຂາ ຂອງຫ້ອງການສນາມ 450 ປີ ເຈົ້າໜ້າທີ່ຈະເບິ່ງເອກະສານຄືນໃໝ່ ແລະພິຈາລະນາຕາມສົມຄວນ
ດິນໃນສອງຟາກ ເສັ້ນທາງ 450 ປີ ມີເນື້ອທີ່ທັງໝົດ 1 ລ້ານປາຍຕາແມັດ ໃນທະນາຄານ ຢູ່ການຄຸ້ມຄອງຂອງລັດຖະບານ 2 ແສນປາຍຕາແມັດ ລັດຖະບານຕ້ອງການທີ່ດິນບ່ອນນີ້ຄືນຈາກປະຊາຊົນກໍຍ້ອນວ່າ ຕ້ອງການເງິນໄປແກ້ໄຂໜີ້ສິນ ໂຄງການກໍ່ສ້າງເສັ້ນທາງ ວຽງຈັນ 450 ປີ.
ປະຊາຊົນໃນເຂດນັ້ນ ກໍກ່າວວ່າ ທີ່ຜ່ານມາ ປະຊາຊົນຫຼາຍຄົນ ທີ່ມີດິນໃນພື້ນທີ່ສອງຟາກທາງ ເສັ້ນທາງ 450 ປີ ສ່ວນໃຫຍ່ກໍບໍ່ພໍໃຈກັບຄ່າຊົດເຊີຍ ຍ້ອນຄ່າຊົດເຊີຍໜ້ອຍເກີນໄປ ຈຶ່ງຍັງເຮັດໃຫ້ຄົນຈໍານວນໜຶ່ງ ບໍ່ໄປຮັບເອົາຄ່າຊົດເຊີຍກໍມີ ແຕ່ຖ້າຫາກລັດບານເອົາດິນໄປເປັນຂອງຕົນເອງແລ້ວ ເຊື່ອວ່າຫຼາຍຄົນ ທີ່ຍັງບໍ່ໄປເອົາຄ່າຊົດເຊີຍ ກໍຕ້ອງຍອມເຂົ້າໄປພົວພັນເພື່ອຮັບຄ່າຊົດເຊີຍ ເພາະບໍ່ສາມາດເຮັດຫຍັງກັບດິນຕອນນີ້ໄດ້ແລ້ວ.
ເຊິ່ງໃນປີ 2008 ຣັຖບານກໍໄດ້ອອກຂໍ້ຕົກລົງ ແລະແຈ້ງການຂອງຣັຖບານຫຼາຍສບັບ ໂດຍມອບໃຫ້ ນະຄອນຫຼວງວຽງຈັນເປັນເຈົ້າຂອງໂຄງການກໍ່ສ້າງເສັ້ນທາງ 450 ປີ ທີ່ມີຄວາມຍາວ 20.3 ກິໂລແມັດ ເສັ້ນທາງເສັ້ນນີ້ ເປັນທາງເບຕົງເສີມເຫຼັກ, ກວ້າງ 18 ແມັດ, ເປັນທາງ 4 ຊ່ອງທາງຣົດແລ່ນ, ມູນຄ່າການກໍ່ສ້າງ ປະມານ 80 ລ້ານໂດລາ ສະຫະຣັຖ, ບໍຣິສັດ ສະຫະກໍ່ສ້າງຄົບວົງຈອນຈໍາກັດ ເປັນຜູ້ກໍ່ສ້າງເມື່ອປີ 2012 ເຊິ່ງແຫຼ່ງທຶນຊໍາລະ ມູນຄ່າການກໍ່ສ້າງເສັ້ນທາງ ຣັຖບານກໍຄື ນະຄອນຫຼວງວຽງຈັນ ໄດ້ກໍານົດເອົາດິນ ໃນເຂດສງວນ 2 ຟາກທາງ ເບື້ອງລະ 50 ແມັດ ເພື່ອເປັນທຶນ ຊໍາລະເງິນກູ້ ແກ່ທະນາຄານແຫ່ງ ສປປ.ລາວ.
ສະນັ້ນ ເພື່ອເປັນການແກ້ໄຂໜີ້ສິນ ບ້ວງທີ່ຍັງເຫຼືອໃຫ້ສໍາເລັດ ລະຫວ່າງນະຄອນຫຼວງວຽງຈັນ ກັບທະນາຄານແຫ່ງ ສປປ ລາວ ຈະໃຫ້ບໍລິສັດ ກຸ່ມດວງຈະເລີນ ເປັນຜູ້ຊໍາລະຕົ້ນທຶນ ແລະ ດອກເບັ້ຍໃຫ້ທະນາຄານ ແຫ່ງສປປ.ລາວ ຕາມສັນຍາທີ່ກໍານົດໄວ້ ໂດຍອົງການປົກຄອງນະຄອນຫຼວງວຽງຈັນ ແລະ ທະນາຄານແຫ່ງ ສປປ.ລາວ ຈຶ່ງມອບ-ໂອນ ສິດນໍາໃຊ້ທີ່ດິນ ໃນເຂດສະຫງວນ 2 ເບື້ອງ ຂອງເສັ້ນທາງ 450 ປີ ໃຫ້ບໍລິສັດ ກຸ່ມດວງຈະເລີນ ພັດທະນາກໍ່ສ້າງ ເພື່ອໃຫ້ພັດທະນາເຂດດັ່ງກ່າວ ໃຫ້ເປັນທີ່ໜ້າສົນໃຈຂອງຜູ້ທີ່ມາຊື້ດິນ ໃນຊ່ວງໄລຍະເວລາ 5 ປີ ຕໍ່ໜ້າ ເພື່ອເປັນທຶນຊໍາລະໃຫ້ທະນາຄານ ແຫ່ງສປປ.ລາວ ໃຫ້ສໍາເລັດ ໂດຍບໍ່ໄດ້ໃຊ້ງົບປະມານຂອງລັດ. | ຂ່າວພາຍໃນ | 2022-03-04T12:29:05+00:00 | https://laopost.com/?p=132230 |
ກອງທັບເຮືອໄທ ຈັບເຮືອຫາປາຫວຽດນາມ 3 ລຳ ຢູ່ນອກຊາຍຝັ່ງສົງຂາ | ກອງທັບເຮືອພາກທີ່ 2 ເຂົ້າຈັບກຸມເຮືອຫາປາຫວຽດນາມ 3 ລຳ ພ້ອມລູກເຮືອ 15 ຄົນ ລັກລອບເຂົ້າເຂດແດນ ເພື່ອມາຫາປີງທະເລ ເຊດທາງທະເລໃຕ້.
ໃນວັນທີ 1 ເມສາ ທີ່ຜ່ານມາ ເວລາປະມານ 07.30 ທ່ານ ວິຈິດ ສີຮຸ່ງເຮືອງ ຮອງຜູ້ບັນຊາການເຮືອພາກທີ່ 2 ຖະແຫຼງການຈັບກຸມເຮືອປະມົງຫວຽດນາມ ເຊິ່ງທັບເຮືອພາກທີ່ 2 ໄດ້ຮັບແຈ້ງເບາະແສຈາກແຫຼ່ງຂ່າວໃນພຶ້ນທີ່ວ່າມີເຮືອປະມົງຕ່າງຊາດ ລັກລອບເຂົ້າມາຫາປາແບບຜິດກົດໝາຍໃນນ່ານນໍ້າໄທ.
ທ່ານ ສຸນທອນ ຄຳຄ້າຍ ຜູ້ບັນຊາການທັບເຮືອພາກທີ່ 2 ໄດ້ສັ່ງເຮືອຫລວງອອກກວດສອບ ໂດຍວັນທີ 31 ມີນາ ເຮືອຫລວງໃຫຍ່ ກວດພົບເຫັນເຮືອສັນຊາດຫວຽດນາມ ຈຳນວນ 3 ລຳ ກໍາລັງລັກລອບທໍາການຫາປາ ຈຶ່ງໄດ້ຈັບກຸມເຮືອປະມົງຫວຽດນາມ ແລະ ລູກເຮືອລວມ 15 ຄົນ.
ຈາກການກວດສອບເບື້ອງຕົ້ນວ່າເຮືອອອກມາຈາກເມືອງກາເມົາ ປະເທດວຽດນາມ ໃນວັນທີ 26 ມີນາເຊິ່ງອອກຫາປາໄດ້ 5 ມື້ ຈຶ່ງໄດ້ຄວບຄຸມເຮືອ ພ້ອມລູກເຮືອທັງໝົດ ມາສອບສວນ ແລະ ກວດຫາເຊື້ອໂຄວິດ-19 ພ້ອມດຳເນີນຄະດີຕາມກົດໝາຍ.
ສຳລັບການຈັບກຸມເຮືອປະມົງຕ່າງຊາດໃນພຶ້ນທີ່ທັບເຮືອພາກທີ່ 2 ແມ່ນເປັນຄັ້ງທີ 6 ລວມເຮືອທັງໝົດ 9 ລຳ ຜູ້ຄວບຄຸມເຮືອພ້ອມລູກເຮືອທັງໝົດ 42 ຄົນ.
ແຫຼ່ງຂໍ້ມູນ:https://www.77kaoded.com/news/phumarin/2265145 | ຂ່າວຕ່າງປະເທດ | 2022-04-06T11:58:04+00:00 | https://laopost.com/?p=132934 |
ຕົວແບບ ການປູກພືດລະດູແລ້ງ ຢູ່ເມືອງສິງ ແຂວງຫຼວງນໍ້າທາ | ໃນສັງຄົມປະຈຸບັນ ການສ້າງລາຍຮັບທີ່ແນ່ນອນໃຫ້ຄອບຄົວແມ່ນປັດໄຈສຳຄັນຂອງການພັດທະນາຄຸນນະພາບຊີວິດບາງຄົນຄິດວ່າ:
ຕ້ອງຮຽນດີມີຄວາມຮູ້ສູງ ຫຼື ມີທຶນຮອນກ້ອນໃຫຍ່ ຈິ່ງຈະມີຊີວິດການເປັນຢູ່ດີຂຶ້ນແຕ່ສຳຄັນຄອບຄົວ ທ່ານ ໂຫຍີ່ແສງ ອິນແສງແພງ ຢູ່ບ້ານທົ່ງໃໝ່ ເມືອງສິງ ແຂວງຫຼວງນ້ຳທາ ບໍ່ໄດ້ຄິດເລີ່ມ ຕົ້ນດ້ວຍປັດໄຈພື້ນຖານດັ່ງກ່າວ ພຽງແຕ່ເອົາເຫື່ອແຮງ, ສະຕິປັນຍາ ແລະເຮັດແທ້ທຳຈິງກໍມີຜົນສຳເລັດຂອງຊີວິດໄດ້.
ທ່ານໄດ້ກ່າວກັບຜູ້ຂຽນວ່າ: ຂ້າພະເຈົ້າ ຊື່ ໂຫຍີ່ແສງ ອິນແສງແພງ ບ້ານທົ່ງໃໝ່ ເມືອງສິງ ແຂວງຫຼວງນ້ຳທາ ອາຍຸ 29 ປີອາຊີບ ເຮັດນາ ແລະປູກພືດລະດູແລ້ງ ແຕ່ກ່ອນຄອບຄົວຂອງຂ້າພະເຈົ້າແມ່ນເຮັດແຕ່ນາປີ ເບິ່ງແລ້ວພໍກຸ້ມຢູ່ ກຸ້ມກິນບໍ່ໄດ້ເຮັດໃຫ້ຄອບຄົວຂອງ ຂ້າພະເຈົ້າຈະເລີນກ້າວໜ້າ ຈິ່ງຫັນປ່ຽນປູກພືດລະດູແລ້ງເພີ່ມເຕີມ ປູກໄດ້ 78 ປີແລ້ວ ໃນເນື້ອທີ່ 2,5 ເຮັກຕາ ໂດຍເລີ່ມແຕ່ປີ 2006 ເປັນຕົ້ນມາໃນແຕ່ລະປີສ້າງລາຍຮັບ ເຂົ້າຄອບຄົວ 195 ລ້ານກີບ ສ່ວນແນວພັນພືດຊື້ມາແຕ່ປະເທດຈີນ, ຊື້ເອງ, ບໍ່ໄດ້ເອົານຳບໍລິສັດຂັ້ນຕອນໃນການປູກໝາກແຕງໂມ ໃນເມື່ອກ່ອນເລີ່ມຕົ້ນເຮັດໃໝ່ໆ ເຮົາຈະເອົາໝາກແຕງໂມລົງເລີຍ ບໍ່ໄດ້ຕໍ່ເຕົ້າເຮັດໄດ້ປະມານ 2 ປີ ເຮັດໃຫ້ແຕງໂມບໍ່ງາມ ຕໍ່ມາກໍຫັນປ່ຽນມາຕໍ່ເຕົ້າ ໃນປີ 2010 ໂດຍ ໄດ້ເພີ່ມຕົ້ນທຶນຕື່ມແຕ່ກ່ອນເຮັກຕາໜຶ່ງ 10 ລ້ານກີບ, ປີທຳອິດເຮັດ 9 ພັນຕາແມັດ ປີຕໍ່ມາປູກປະມານ 2 ເຮັກຕາ ໃນໄລຍະການປູກແມ່ນ 4 ເດືອນ ກໍເກັບຂາຍໄດ້ ວິທີການ ບົວລະບັດຮັກສາແຕງໂມມີຫຼາຍຂັ້ນຕອນເປັນຕົ້ນ ຕ້ອງໄດ້ຮັກສາ ຢ່າງໃກ້ຊິດຕິດແທດດີທີ່ສຸດເວລາກ້າເບ້ຍ ຫຼັງຈາກລົງແກ່ນແລ້ວກໍ ໄດ້ໃກ້ຊິດ, ໄດ້ເບິ່ງແຍງມັນຕະຫຼອດໜຶ່ງອາທິດ ອີກປະມານໜຶ່ງອາທິດເຮົາກໍເອົາແກ່ນແຕງຫວ່ານ ລົງດິນຕື່ມ ຫຼັງຈາກນັ້ນ ຖ້າຟ້າແດດ 3 ມື້ ກໍໄດ້ຕໍ່ແລ້ວ ຖ້າຟ້າບໍ່ ແດດມັນກໍໃຊ້ເວລາຍາວ ຫຼັງຈາກ ນັ້ນ, ປະມານ 15-20 ວັນ ເຮົາຈະໄດ້ປູກຕ້ອງໄດ້ໃກ້ຊິດເບິ່ງແຍງຈຸດສັດຕູພືດມັນມາລົບກວນ, ພະຍາດກໍຫຼາຍມີພະຍາດໃບແຫ້ງ, ເຄືອງໍ ຖ້າວ່າເປັນແນວນີ້ແລ້ວເຮົາຕ້ອງ ໄດ້ສີດຢາ, ຕ້ອງໄດ້ເບິ່ງໄປທຸກ ໜານ, ແຖວໃດເປັນພະຍາດຈະໄດ້ ເອົາຢາໄປກັນໄວ້ສຳລັບການຂາຍ ໃນແຕ່ລະປີ ແມ່ນລາຄາບໍ່ຄືກັນ ບາງປີກໍແພງ, ບາງປີກໍຖືກ, ບາງປີປະມານ 2.5002.600 ກີບຕໍ່ກິໂລ ໂດຍແມ່ນພໍ່ຄ້າຈາກປະເທດຈີນເຂົາເຈົ້າມາຊື້ຢູ່ສວນເລີຍບາງ ປີກໍໄດ້ 7080 ລ້ານກີບ ຖ້າເຮົາເຮັດ 2 ເຮັກຕາ ຈະມີລາຍໄດ້ຮອດ 195 ລ້ານກີບຕໍ່ປີ ພາຍຫຼັງທີ່ໄດ້ ຫັນປ່ຽນອາຊີບເຮັດໃຫ້ຄອບຄົວ ດີຂຶ້ນ ສາມາດຊື້ໄດ້ລົດຕູ້ 1 ຄັນ, ຊື້ເຄື່ອງຈັກປັ່ນເຂົ້າປຸ້ນ, ຊື້ໂຮງກະແລັມ ແລະກໍມີເງິນໃຊ້ຈ່າຍໃນຄອບຄົວ ນອກຈາກປູກໝາກແຕງໂມ, ລະດູຝົນຍັງປູກໝາກສາລີ, ໝາກຖົ່ວເຫຼືອງ ແລະຜັກ ເພື່ອໃຊ້ສອຍ ໃນຄອບຄົວ ອະນາຄົດຂ້າພະເຈົ້າຈະປູກໝາກບວບລອຍ, ໝາກນ້ອຍລ່ຽມ, ໝາກເຂືອ.
ທ່ານ ຈານແກ້ວ ໂຄດອິນແປງ ເລຂາພັກບ້ານ, ນາຍບ້ານໆທົ່ງ ໃໝ່ ໃຫ້ຮູ້ວ່າ: ບ້ານທົ່ງໃໝ່ມີ 70 ຫຼັງຄາເຮືອນ, 105 ຄອບຄົວ, ພົນລະເມືອງມີ 366 ຄົນ, ຍິງ 170 ຄົນ, ມີເນື້ອທີ່ລວມບ້ານ 111 ເຮັກຕາ, ເນື້ອທີ່ນາ 81 ເຮັກຕາ, ເນື້ອທີ່ ລ້ຽງສັດປະມານ 15 ເຮັກຕາ, ອາ ຊີບຕົ້ນຕໍແມ່ນເຮັດນາ, ລ້ຽງສັດ, ຄ້າຂາຍອື່ນໆເປັນອາຊີບສຳຮອງ ບ້ານທົ່ງໃໝ່ແມ່ນໜຶ່ງໃນຈຳນວນ ບ້ານ 3 ສ້າງ ທີ່ພັກລັດຖະບານ ໄດ້ກຳນົດເປັນບ້ານທີ່ຕ້ອງໄດ້ສ້າງ ສາພັດທະນາ, ໃນຫຼາຍປີຜ່ານມາ ໄດ້ມີໜໍ່ແໜງຂອງການສ້າງສາ ພັດທະນາຫຼາຍດ້ານຂຶ້ນມາ ເປັນ ຕົ້ນແມ່ນການຜະລິດເປັນສິນຄ້າ ດັ່ງຄອບຄົວທ່ານ ໂຫຍີ່ແສງ ທີ່ໄດ້ເຮັດສວນໝາກອຶ ເປັນສິນຄ້າກາຍເປັນຄອບຄົວຕົວແບບຢູ່ບ້ານທົ່ງໃໝ່ ນີ້ແລະເພິ່ນວ່າ “ສິບສະຫຼຶງຢູ່ຟາກຟ້າ ຢ່າໄດ້ອ່າວຄະນິງຫາ ມີກີບດຽວໃນມື ໃຫ້ຮີບໂຮມກຳໄວ້” ບໍ່ມີຜົນສຳເລັດໃດທີ່ໄດ້ມາໂດຍງ່າຍ ແຕ່ມັນຕ້ອງໄດ້ມາຈາກຄວາມດຸໝັ່ນ, ຄວາມປະຢັດ ແລະຄວາມອົດທົນຄືດັ່ງຄອບຄົວທ່ານ ໂຫຍີ່ ແສງ ອິນແສງແພງ ທີ່ເຮັດແທ້ທຳ ຈິງມີຄວາມດຸໝັ່ນຂະຫຍັນພຽນ ໜັກເອົາເບົາສູ້ຫັນຈາກຜະລິດແບບກຸ້ມຢູ່ກຸ້ມກິນໄປສູ່ການຜະລິດ ເປັນສິນຄ້າຕາມນະໂຍບາຍຂອງພັກລັດຖະບານ.
ແຫລ່ງຂ່າວຈາກ: | ຂ່າວທ້ອງຖິ່ນ | 2016-03-22T06:49:35+00:00 | https://laopost.com/?p=51090 |
ການໃຊ້ສານເຄມີໃນການຜະລິດກະສິກຳຍັງແຜ່ຫຼາຍ | ອີງຕາມການລາຍງານຂອງກະຊວງກະສິກຳ ແລະປ່າໄມ້ ໃຫ້ຮູ້ວ່າ: ປັດຈຸບັນ, ການຜະລິດກະສິກໍາໃນປະເທດເຮົາ, ຍັງອາໃສການນໍາໃຊ້ສານເຄມີເຂົ້າຊ່ວຍຢ່າງແຜ່ຫລາຍ, ບໍ່ວ່າຈະເປັນການປູກພືດ ແລະ ການລ້ຽງສັດ, ແຕ່ທີ່ຮ້າຍແຮງກ່ອນໝູ່ນັ້ນແມ່ນ ການໃຊ້ສານເຄມີອັນຕະລາຍຊະຊາຍ ແລະນໍາໃຊ້ເກີນຂະໜາດໂດຍສະເພາະແມ່ນ ໂຄງການປູກກ້ວຍ, ຟາມລ້ຽງໄກ່, ລ້ຽງໝູ ແລະການລ້ຽງປາກະຊັງ ຂອງນັກລົງທຶນຕ່າງປະເທດ ຈຳນວນໜຶ່ງຢູ່ນະຄອນຫລວງວຽງຈັນ, ແຂວງອຸດົມໄຊ, ຈໍາປາສັກ ແລະທ້ອງຖິ່ນອື່ນໆ, ເຫັນວ່າບໍ່ສອດຄ່ອງກັບລະບຽບກົດໝາຍຂອງຂະແໜງກ່ຽວຂ້ອງກໍານົດອອກ, ອັນໄດ້ສົ່ງຜົນກະທົບໂດຍກົງຕໍ່ສຸຂະພາບຂອງຜູ້ບໍລິໂພກ, ຕໍ່ສິ່ງແວດລ້ອມ ແລະສັງຄົມ.
ໃນໄລຍະຜ່ານມາ ກະຊວງກະສິກໍາ ແລະປ່າໄມ້, ໄດ້ເອົາໃຈໃສ່ຄົ້ນຄວ້າສ້າງນິຕິກໍາຫລາຍສະບັບເປັນຕົ້ນ: ກົດໝາຍວ່າດ້ວຍກະສິກໍາ, ການປ້ອງກັນພືດ, ການລ້ຽງສັດ ແລະ ສັດຕະວະແພດ, ການປະມົງ, ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຢາປາບສັດຕູພືດ, ຄໍາສັ່ງກ່ຽວກັບການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງຢາປາບສັດຕູພືດ, ຝຸ່ນ, ປຸຍ ແນວພັນພືດ ແລະ ອື່ນໆທີ່ນໍາໃຊ້ຢູ່ໃນລາວ, ແນໃສ່ສົ່ງເສີມໃຫ້ມີການຜະລິດສິນຄ້າກະສິກໍາສະອາດ ແລະ ປອດສານພິດ ເພື່ອເປັນທ່າແຮງໃນການສົ່ງອອກ, ເປັນສະບຽງອາຫານທີ່ສະອາດປອດໄພຕອບສະໜອງຄວາມຕ້ອງການ ຂອງສັງຄົມໃຫ້ຫລາຍຂຶ້ນ
ອົງການອາຫານ ແລະ ການກະເສດ ໃຫ້ຮູ້ວ່າ: ການນຳໃຊ້ສານເຄມີເຂົ້າໃນການຜະລິດກະສິກຳຫລາຍກ່ອນໝູ່ແມ່ນຢາຂ້າຫຍ້າ ແລະຢາປາບສັດຕູພືດ ຈະສົ່ງຜົນກະທົບບໍ່ດີຕໍ່ສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ, ເມື່ອເຂົ້າສູ່ຮ່າງກາຍຈະເກີດອາການເຈັບຫົວ, ເຈັບທ້ອງ, ປວດຮາກ, ວິນຫົວ, ປຸ້ນທ້ອງ, ເຈັບກ້າມເນື້ອ ແລະ ຖ້າຫາກມີການສະສົມໃນຮ່າງກາຍແມ່ນຈະມີຄວາມສ່ຽງສູງທີ່ຈະເປັນມະເລັງປອດ, ຜິວໜັງ, ເມັດເລືອດ, ລໍາໃສ້, ສະໝອງ, ເບົາຫວານ, ອໍາມະພາດ, ອໍາມະພຶກ, ພະຍາດຜິວໜັງ ແລະ ອື່ນໆ, ຖ້າປະປ່ອຍໃຫ້ມີການນໍາໃຊ້ສານເຄມີອັນຕະລາຍໄປດົນນານແມ່ນຈະສົ່ງຜົນຕໍ່ສັງຄົມ, ສິ່ງແວດລ້ອມທໍາມະຊາດ ແລະ ກະທົບຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງຊາດໃນໄລຍະຍາວແນ່ນອນ
ແຫຼ່ງຂ່າວ: ໜັງສືພິມ ລາວພັດທະນາ | ຂ່າວເຫດການ | 2017-03-03T13:19:02+00:00 | https://laopost.com/?p=86263 |
ເຈົ້າຂອງສະຖິຕິ ອາຍຸຍືນທີ່ສຸດໃນໂລກ ເສຍຊີວິດແລ້ວ | ແມ່ຕູ້ ມິຊາໂອະ ໂອກາວະ ຍິງອາຍຸ 117 ປີ ຊາວຍີ່ປຸ່ນ ເຈົ້າຂອງສະຖິຕິອາຍຸຍືນທີ່ສຸດໃນໂລກ ເສຍຊີວິດແລ້ວມື້ວານນີ້ (1 ເມສາ) ຈາກພາວະຫົວໃຈລົ້ມເຫລວ.
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 1 ເມສາຜ່ານມານີ້ວ່າ ແມ່ຕູ້ ມິຊາໂອະ ໂອກາວະ ອາຍຸ 117 ປີ ຊາວຍີ່ປຸ່ນ ເຊິງໄດ້ຮັບການບັນທຶກສະຖິຕິໂລກ ຈາກກິນເນັສບຸ໊ກ ໃນປີ 2013 ວ່າເປັນຜູ້ທີ່ມີອາຍຸຫລາຍທີ່ສຸດໃນໂລກ ໄດ້ເສຍຊີວິດລົງແລ້ວ ໃນມື້ວັນທີ 1 ເມສາຜ່ານມາ ຈາກພາວະຫົວໃຈລົ້ມເຫລວ ໂດຍທາງເຈົ້າໜ້າທີ່ບ້ານພັກຄົນຊະລາທີ່ແມ່ຕູ້ອາໄສຢູ່ໄດ້ລະບຸວ່າ ແມ່ຕູ້ເລີ່ມຮັບປະທານອາຫານໜ້ອຍລົງ ນັບຕັ້ງແຕ່ 10 ມື້ກ່ອນໜ້ານີ້ ກ່ອນທີ່ຈະມາເສຍຊີວິດລົງຢ່າງສະຫງົບ. | ຂ່າວຕ່າງປະເທດ | 2015-04-02T09:00:38+00:00 | https://laopost.com/?p=22278 |
ແຈກປີ້ເຂົ້າເບິ່ງເຕະບານ ເພື່ອການກຸສົນ ກະຊັບມິດ | ແຈກປີ້ເຂົ້າເບິ່ງເຕະບານ ເພື່ອການກຸສົນ ກະຊັບມິດ ກັບທີມລວມດາຮາ ຂອງປະເທດເພື່ອນບ້ານ ຈໍານວນ 2 ລາງວັນ ລາງວັນລະ 2 ປີ້ ງ່າຍໆ ພຽງແຕ່ທ່ານ ບອກຈຸດ ທີ່ທ່ານຢາກໃຫ້ ລາຍການ ທາງຄື້ນ FM 90.0 MHz ມີການປັບປຸງ ພ້ອມເຫດຜົນ. ຄໍາເຫັນໃດຖືກໃຈ ຮັບໄປເລີຍ. ປະກາດຜົນ ວັນສຸກ ທີ 22/4/2016 ນີ້ ເວລາ 21:00. ສົ່ງເຂົ້າມາຫຼາຍເດີ້ ພວກເຮົາພ້ອມທີ່ຈະຮັບເອົາ ຄໍາຕິຊົມຈາກທ່ານ ເພື່ອນໍາໄປປັບປຸງ ລາຍການຂອງພວກເຮົາຕໍ່ໄປ.
ຢ່າລືມເດີ້ ຖ້າໃຜຢາກເປັນເຈົ້າຂອງປີ້ເຂົ້າເບິ່ງເຕະບານ ເພື່ອການກຸສົນ ກະຊັບມິດແລ້ວ ເວລາຟັງລາຍການທີ່ຄື້ນFM 90.0 MHz ກໍ່ຢາລືມສົ່ງຂໍ້ຄວາມໄປຮ່ວມລຸ້ນຫຼາຍໆ ບໍ່ແນ່ວ່າໂຊກດີອາດເປັນຂອງທ່ານ
ຂ່າວຈາກ: ສະຖານີ ຊາວໜຸ່ມລາວສິນໄຊຍຸກໃໝ່ FM 90.0 MHz | ຂ່າວບັນເທິງ | 2016-04-21T06:34:00+00:00 | https://laopost.com/?p=54162 |
ກອງປະຊຸມປະຈຳປີ 2022 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ | ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມປະຈຳປີ 2022 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ໃນວັນທີ 6-7 ເມສາ 2023 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫລວງ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າພະແນກ ຈາກບັນດາກົມ, ສະຖາບັນ ແລະ ຫ້ອງການກະຊວງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ບັນດາລັດວິສາຫະກິດອ້ອມຂ້າງກະຊວງ, ຫົວໜ້າພະແນກ/ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງ ເຂົ້າຮ່ວມ ເພື່ອສະຫລຸບຜົນງານພົ້ນເດັ່ນຕາມ 5 ແຜນງານ ປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຂອງຂະແໜງ ອຸດສາຫະກຳ ແລະ ການຄ້າ, ລົງເລິກບາງໜ້າທີ່ວຽກງານ ທີ່ສັງຄົມໃຫ້ຄວາມສົນໃຈ ກໍຄື ສິ່ງທີ່ລັດໃຫ້ຄວາມສຳຄັນ ເປັນຕົ້ນ ການຄຸ້ມຄອງ ແລະ ການສະໜອງນໍ້າມັນເຊື້ອໄຟ ແລະ ການຄຸ້ມຄອງລາຄາສິນຄ້າ, ການຄຸ້ມຄອງສິນຄ້ານຳເຂົ້າ ແລະ ສົ່ງອອກ, ການສົ່ງເສີມຜະລິດເປັນສິນຄ່າ ເພື່ອທົດແທນ ການນຳເຂົ້າ, ການເຂົ້າເຖິງແຫລ່ງ ທຶນ MSME. ພ້ອມນີ້, ກອງປະຊຸມຍັງໄດ້ລົງເລິກ ທັງດ້ານດີ-ດ້ານອ່ອນ, ປຶກສາຫາລື ຖາມ-ຕອບ ໃນບບັນຫາຕ່າງໆ ທີ່ຕ້ອງມີຄວາມກະຈ່າງແຈ້ງ, ພ້ອມທັງເອົາໃຈໃສ່ ແລະ ສາມາດນຳໄປຈັດຕັ້ງປະຕິບັດຢ່າງເປັນເອກະພາບກັນ ໃນຂະແໜງ ອຸດສາຫະກຳ ແລະ ການຄ້າ.
ທ່ານ ມະໄລທອງ ກົມມະສິດ ໄດ້ໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາສາມາດສະຫລຸບການຈັດຕັ້ງປະຕິບັດ ພົ້ນເດັ່ນຄື ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ສາມາດບັນລຸໄດ້ 13.210 ຕື້ກີບ, ເທົ່າກັບ 101,56% ຂອງແຜນການ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 11, 21%, ມູນຄ່າການບໍລິການຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ ແລະ ຄ່າບໍລິການສ້ອມແປງ) ແມ່ນສາມາດບັນລຸໄດ້ 72. 622 ຕື້ກີບ, ເທົ່າກັບ 107% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 18,87%, ມູນຄ່ານຳເຂົ້າ-ສົ່ງອອກບັນລຸໄດ້ 15.006 ລ້ານໂດລາສາຫະລັດ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 11 % ແລະ ບັນລຸໄດ້ ທັງໝົດ 110 % ຂອງແຜນການປີ 2022 ໃນນີ້ ມູນຄ່າສົ່ງອອກ ປະຕິບັດໄດ້ 8.198 ລ້ານໂດລາສາຫະລັດ, ເພີ່ມຂຶ້ນ 7,5% ແລະ ບັນລຸໄດ້ 107,87% ຂອງແຜນການປີ, ມູນຄ່ານຳເຂົ້າ ປະຕິບັດໄດ້ 6.808 ລ້ານໂດລາສາຫະລັດ, ເພີ່ມຂຶ້ນ 15,6% ເທົ່າກັບ112,53% ຂອງແຜນການປີ. ຈາກຕົວເລກດັ່ງກ່າວເຫັນວ່າ, ມູນຄ່າການຄ້າແມ່ນເກີນດຸນ1. 390 ລ້ານໂດລາສາຫະລັດ ຖ້າບໍ່ລວມບໍ່ລວມຕົວເລກນຳເຂົ້າ ແລະ ສົ່ງອອກໄຟຟ້າກໍ່ຍັງຂາດດຸນການຄ້າຢູ່ປະມານ 928 ລ້ານໂດລາສາຫະລັດ.
ພ້ອມນີ້, ຍັງໄດ້ແກ້ໄຂບັນຫາການສະໜອງນໍ້າມັນເຊື້ອໄຟ, ລັດຖະບານ ໄດ້ສຸມໃສ່ແກ້ໄຂບັນຫາດ້ວຍຫລາຍ ມາດຕະການ ເລີ່ມຈາກການແຕ່ງຕັ້ງຄະນະສະເພາະກິດລະດັບສູນກາງ ເພື່ອຊີ້ນໍາຢ່າງໃກ້ຊິດ ຕາມທິດຊີ້ນຳ ບໍ່ໃຫ້ນໍ້າ ມັນເຊື້ອໄຟຂາດແຄນ ແລະ ໄດ້ປັບປຸງການອອກແຈ້ງການປັບລາຄານໍ້າມັນເຊື້ອໄຟ ພາຍຫລັງປໍ້ານໍ້າມັນປິດ ເພື່ອແກ້ ໄຂບັນຫາການຍາດແຍ່ງໃສ່ນໍ້າມັນ ກ່ອນມີການປັບລາຄາຂຶ້ນ; ໄດ້ເອົາໃຈ ໃສ່ໃນວຽກງານກໍານົດໂຄງປະກອບລາຄາ, ການກໍານົດລາຄາສູງສຸດ ຫລື ຂອບເຂດລາຄາ ແລະ ຄວບຄຸມສິນຄ້າໃນຄັງແຮສໍາຮອງ ເຮັດໃຫ້ບາງລາຍການສິນຄ້າ ມີລາຄາສະທ້ອນເຖິງຕົ້ນທຶນການຜະລິດ/ການນຳເຂົ້າຕົວຈິງ, ບາງລາຍການສິນຄ້າ ມີລາຄາຕໍ່າກວ່າ ປະເທດໃກ້ຄຽງຂອງ ສປປ ລາວ; ໄດ້ຮອງຮັບເອົາຍຸດທະສາດ ວຽກຍຸດທະສາດການສົ່ງອອກເຂົ້າ ຊຶ່ງໄດ້ລາຍງານການນໍາກະຊວງ, ທະນາຄານ ໂລກກ່ຽວກັບການປັບປຸງດັ່ງກ່າວ ໄດ້ຍົກລະດັບຄວາມສາມາດແຂ່ງຂັນ-ສົ່ງເສີມການຜະລິດ, ນໍາໃຊ້ຜົນຜະລິດອຸດສາ ຫະກຳພາຍໃນ, ປະຕິບັດເປົ້າໝາຍການເຕີບໂຕສີຂຽວແຫ່ງຊາດ, ສົ່ງເສີມການພັດທະນາອຸດສາຫະກຳປຸງແຕ່ງແບບຍືນ ຍົງ, ການສ້າງມູນຄ່າເພີ່ມ-ຍົກລະດັບຜະລິດຕະພາບ ສືບຕໍ່ຄົ້ນຄວ້າ ແລະ ສ້າງແຜນວຽກ, ກົນໄກການຕິດຕາມກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດດໍາລັດວ່າດ້ວຍ ການຄ້າທາງເອເລັກໂຕຣນິກ ອາຊຽນຂອງ ສປປ ລາວ, ສັນຍາການຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ (RCEP) ແລະ ຂອບອື່ນໆ ທີ່ກ່ຽວຂ້ອງ, ໄດ້ແກ້ໄຂ ບັນຫາ ລົດຂົນສົ່ງສິນຄ້າ ທີ່ແອອັດໃຫ້ ສາມາດສົ່ງອອກໄປ ສປ ຈີນ ຫລາຍຂຶ້ນ, ປັບປຸງກົນໄກ, ຫລຸດຜ່ອນຂັ້ນຕອນ ແລະ ໄລຍະເວລາການອອກໃບອະນຸຍາດດໍາເນີນທຸລະກິດ ແລະ ເລກປະຈໍາຕົວຜູ້ ເສຍອາກອນ ສາມາດຫລຸດຂັ້ນ ຕອນ ແລະ ໄລຍະເວລາການເລີ່ມຕົ້ນທຸລະກິດ ຈາກ 9 ຂັ້ນຕອນ ມາເປັນ 2 ຂັ້ນຕອນ, ຊຸກຍູ້ SME ທີ່ໄດ້ຮັບ ສິນເຊື່ອບ້ວງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ບ້ວງ 3% ສາມາດຖືບັນຊີໄດ້ 130 ຫົວໜ່ວຍ, ສົ່ງເສີມຄວາມສາມາດໃນການແຂ່ງຂັນທຸລະກິດໃຫ້ແກ່ສະມາຄົມສົ່ງເສີມຖິ່ນກໍາເນີດ ກາເຟບໍລະເວນ ແລະ ຊາປາກຊ່ອງ ຮ່ວມກັບອົງການຊັບສິນທາງປັນຍາໂລກ (WIPO) ສາມາດຢັ້ງຢືນຜະລິດຕະພັນ ແລະ ສິນຄ້າ ເພື່ອດໍາເນີນການຂໍອະນຸ ຍາດນໍາໃຊ້ກາໝາຍມາດຕະຖານແຫ່ງຊາດ ແລະ ໄດ້ພັດທະນາເວັບໄຊ ເອີ້ນວ່າ: ໂຄງການສົ່ງເສີມ ແລະ ພັດທະນາ ລະບົບການຄ້າຜ່ານທາງເອເລັກໂຕຣນິກ E-commerce ສໍາລັບຜະລິດຕະພັນກະສິກໍາ ແລະ ສິນຄ້າ ສປປ ລາວ ເພື່ອສົ່ງອອກໄປຕະຫລາດຕ່າງປະເທດ ແລະ ຊື້-ຂາຍພາຍໃນ ຊຶ່ງທັງໝົດແມ່ນໝາກຜົນທີ່ຍາດມາໄດ້ໃນ 1 ປີທີ່ຜ່ານມາ.
ໃນກອງປະຊຸມ, ໄດ້ກຳນົດຕົວເລກຄາດໝາຍສູ້ຊົນຕົ້ນຕໍ ປີ 2023 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ເຊິ່ງປະກອບມີ: ດ້ານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ, ສູ້ຊົນສ້າງມູນຄ່າຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳຄາດຄະເນ ໃຫ້ບັນລຸ 14.029,09 ຕື້ກີບ; ດ້ານການຄ້າພາຍໃນ: ສູ້ຊົນສ້າງມູນຄ່າຈໍລະຈອນສິນຄ້າ (ຂາຍົກ-ຂາຍ່ອຍ ແລະ ຄ່າບໍລິການສ້ອມແປງ) ຄາດຄະເນໃຫ້ບັນລຸ 73.541,08 ຕື້ກີບ; ດ້ານການຄ້າຕ່າງປະເທດ: ສູ້ຊົນສ້າງມູນຄ່າການນຳເຂົ້າ ແລະ ສົ່ງອອກ ຄາດຄະເນໃຫ້ບັນລຸ 15.325 ລ້ານໂດລາສາຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ 8. 225 ລ້ານໂດລາສາຫະລັດ ແລະ ມູນຄ່ານຳເຂົ້າ 7.100 ລ້ານໂດລາສາຫະລັດ.
ທີ່ມາ: ຂປລ | ຂ່າວພາຍໃນ | 2023-04-06T14:18:03+00:00 | https://laopost.com/?p=143817 |
ສິງເຄີ່ງທີມປະກາດທີມດີເດັ່ນPFAໃນປີ2015 | ສະມາຄົມບານເຕະອາຊີບຂອງອັງກິດຫຼືPFAປະກາດລາຍຊື່ທີມດີເດັ່ນປະຈຳປີ 2015 ອອກມາແລ້ວເຊີ່ງຜູ້ຫຼີ້ນຂອງເຊວຊີຕິດ 6 ຄົນນຳກັນ
ເອດອງ ຮາຊາ ປີກຕົວເກັ່ງຂອງເຊວຊີ ຄວງດິເອໂກ ຄອດສ໌ຕ້າ ພ້ອມກັບເພື່ອນຮ່ວມທີມອີກ 4 ຄົນໄດ້ແກ່ ເນມັນຢ່າ ມາຕິດ, ຈອນ ເທີຣີ່ ແລະ ບຣານິດສ໌ລາບຟ໌ ອິວາໂນວິດຊ໌ ຕິດທີມດີເດັ່ນໃນ PFA ໃນປີນີ້
ນອກຈາກ 6 ຜູ້ຫຼີ້ນຂອງເຊວຊີແລ້ວຜູ້ຮັກສາປະຕູຕົກເປັນຂອງ ດາວິດ ເດ ເກອາ ສ່ວນແຜງຫຼັງທີ່ເຫຼືອແມ່ນ ໄຣອັນ ເບີທຣານ ຜູ້ຫຼີ້ນຂອງເຊວຊີອີກຄົນໜື່ງຖືກປ່ອຍຕົວໃຫ້ ເຊົາແຮມຕັນຢືມຕົວຢູ່
ແດນກາງຝັ່ງຂວາເປັນຂອງດາວເຕະ ອາເລັກຊິດສ໌ ຊານເຊັດຊ໌ ຂອງອາເຊນອນ ແລະ ຟິລິບເປ້ ຄູຕິນໂຢ່ ດາວເຕະຂອງລິເວີພູ ຢູ່ກາງແລະກອງໜ້າອີກຄົນໜື່ງໄດ້ແກ່ ແຮຣີ່ ເຄນ ກອງໜ້າມາແຮງຂອງສະເປີທີ່ຍິງໄປແລ້ວ 20 ປະຕູໃນພຣີເມຍລີກ
ສຳລັບລາງວັນນີ້ມາຈາກການໂຫວດຂອງນັກເຕະເອງ ສ່ວນນັກເຕະດີເດັ່ນແຫ່ງປີແລະດາວເດັ່ນແຫ່ງປີແມ່ນຈະມີການປະກາດອີກຄັ້ງໃນງານສະຫຼອງຂອງ PFA | ຂ່າວພາຍໃນ | 2015-04-27T23:03:37+00:00 | https://laopost.com/?p=24589 |
ແຈກຫວຍໃຫ້ປະຊາຊົນທີ່ມາສັກວັກຊີນ ຖ້າຖືກໄດ້ 1 ລ້ານ ໂດລາ | ວັນທີ 13 ພຶດສະພາ ສະຫາລັດອາເມລິກາ ກຳລັງຫາວິທີທາງ ເພື່ອເປັນແຮງຈູງໃຈໃຫ້ປະຊາຊົນມາສັກວັກຊີນໂຄວິດ-19 ຫຼັງທີ່ປະຊາຊົນເລີ່ມມາສັກວັກຊີນໜ້ອຍລົງ ແລະ ເພື່ອໃຫ້ອາເມຣິກາສາມາດປະກາດ “ເອກະລາດຈາກໂຄວິດ” ໃຫ້ໄດ້ພາຍໃນວັນຊາດ ທີ 7 ກໍລະກົດ ຈະມາຮອດນີ້.
ຫຼ້າສຸດ, ລັດໂອໄຮໂອ ມີຄວາມຄິດສຸດສ້າງສັນຄື ການເຮັດຫວຍວັກຊີນ ຫຼື Lottery Vaccine ໂດຍຈະແຈກໃຫ້ຄົນທີ່ມາສັກວັກຊີນໂຄວິດທຸກຄົນ ແລະ ຈະປະກາດຜູ້ໂຊກດີ ທີ່ຖືກຫວຍ ອາທິດ ລະ 5 ຄົນ ໂດຍມີເງິນລາງວັນເປັນເງິນສົດ ຄົນ ລະ 1 ລ້ານ ໂດລາ.
ເງື່ອນໄຂລາງວັນມີຄື: ຖ້າເປັນຜູ້ໃຫຍ່ທີ່ມີອາຍຸ 18 ປີ ຂື້ນໄປ ກໍຈະໄດ້ຮັບຫວຍ ແລະ ມີສິດລຸ້ນເງິນລ້ານ ແຕ່ຖ້າແມ່ນຜູ້ທີ່ມີອາຍຸຕ່ຳ ກວ່າ 18 ປີ ມາສັກວັກຊີນ ກໍຈະໄດ້ຮັບຫວຍເຊັ່ນກັນ ແຕ່ລາງວັນ ຈະກາຍເປັນທຶນການສຶກສາແທນ ເຊິ່ງເປັນທຶນຮຽນຈົບ 4 ປີ ໃນມະຫາວິທະຍາໄລຕ່າງໆ ໃນລັດໂອໄຮໂອ. | ຂ່າວຕ່າງປະເທດ | 2021-05-13T13:12:38+00:00 | https://laopost.com/?p=124785 |
ທົ່ວປະເທດມີແຮງງານລາວຂຶ້ນທະບຽນ ແລ້ວເກືອບ 70 ພັນຄົນ | ພາຍຫຼັງທີ່ເລີ່ມຂຶ້ນທະບຽນແຮງງານໃຫ້ແກ່ບັນດາອ້າຍນ້ອງກຳມະກອນ ທີ່ເຮັດວຽກຢູ່ໃນຂົງເຂດທຸລະກິດ,
ການຜະລິດ ແລະ ການບໍລິການໃນຂອບເຂດທົ່ວປະເທດມາແຕ່ກາງປີ 2012 ເປັນຕົ້ນມາຮອດຂະນະນີ້ມີ
ແຮງງານຂຶ້ນທະບຽນແລ້ວເກືອບ 70 ພັນຄົນ, ໃນນີ້ ຍິງຫຼາຍກວ່າ 30 ພັນຄົນ.
ອີງຕາມຂໍ້ມູນເປີດເຜີຍຈາກກົມປົກປ້ອງແຮງງານ ສູນກາງສະຫະພັນກຳມະບານລາວຮູ້ວ່າ: ພາຍຫຼັງໄດ້
ເລີ່ມການຈັດຕັ້ງປະຕິບັດຂຶ້ນທະບຽນແຮງງານ ໃຫ້ແກ່ບັນດາອ້າຍນ້ອງກຳມະກອນທີ່ເຮັດວຽກຢູ່ໃນຫົວ
ໜ່ວຍແຮງງານຕ່າງໆໃນຂອບເຂດທົ່ວປະເທດມາແຕ່ວັນທີ 25 ກໍລະກົດ 2012 ມາຮອດ 11 ພະຈິກ 2014
ບັນລຸແລ້ວ 68.599 ຄົນ, ຍິງ 32.298 ຄົນ, ໂດຍຈຳນວນກຳມະກອນທີ່ຂຶ້ນທະບຽນທັງໝົດນັ້ນ ແມ່ນເຮັດ
ວຽກຢູ່ຫົວໜ່ວຍແຮງງານ 1.730 ແຫ່ງ.
ກົມປົກປ້ອງແຮງງານລະບຸວ່າ: ການຂຶ້ນທະບຽນດັ່ງກ່າວຈະຊ່ວຍເປັນຖານຂໍ້ມູນຊັ້ນດີໃນການເກັບກຳສະ
ຖິຕິ, ຕິດຕາມການເຄື່ອນຍ້າຍ, ຮູ້ປະຫວັດ, ການສຶກສາ ແລະ ລະດັບເງິນເດືອນລວມເຖິງຂໍ້ເສຍປຽບໃນເວ
ລາເກີດຂໍ້ຂັດແຍ່ງຂອງກຳມະກອນລາວ ທີ່ເຮັດວຽກຢູ່ໃນຂົງເຂດທຸລະກິດຂອງລັດ ແລະ ເອກະຊົນລາວ
ລວມທັງພາກເອກະຊົນຂອງຕ່າງປະເທດ ທີ່ເຂົ້າມາເຄື່ອນໄຫວທຸລະ ກິດຢູ່ ສປປ ລາວ ຄຽງຄູ່ກັນນັ້ນ ຍັງຈະ
ເຮັດໃຫ້ບັນດາແຮງງານລາວໄດ້ຮັບຮູ້ພາລະບົດບາດຂອງກຳມະບານລາວ ຕໍ່ກຳມະກອນຫຼາຍຂຶ້ນ.
ໂດຍມີພຽງແຕ່ກຳມະກອນທີ່ເຮັດວຽກຢູ່ພາຍໃນປະເທດເທົ່ານັ້ນ ຈິ່ງມີສິດຮັບປຶ້ມທະບຽນ ຊຶ່ງໄດ້ມອບໃຫ້
ກຳມະບານສູນກາງ, ນະຄອນຫຼວງ, ແຂວງ ແລະ ບັນດາເມືອງໃນທົ່ວປະເທດເປັນຜູ້ຈັດຕັ້ງປະຕິບັດໃນການ
ອອກປຶ້ມສ່ວນຂັ້ນຕອນການປະກອບເອກະສານກ່ອນ ແຮງງານຄົນໃດຈະໄດ້ປຶ້ມທະບຽນກຳມະກອນລາວ
ນັ້ນປະກອບມີ: ຂຽນໃບຄຳຮ້ອງຂໍເຮັດປື້ມທະບຽນ 1 ຊຸດ, ມີໃບຊີວະປະຫວັດຂອງກຳມະກອນລາວ 1 ຊຸດ,
ກຽມປື້ມສຳມະໂນຄົວ ຫຼື ໃບຢັ້ງຢືນຂອງຜູ້ກ່ຽວເອງ ຫຼື ໃບຢັ້ງຢືນຈາກບໍລິສັດ, ໂຮງຈັກ, ໂຮງງານບ່ອນທີ່ສັງ
ກັດຢູ່ຕິດຄັດມາພ້ອມ 1 ຊຸດ, ແລະ ມີຄ່າທຳນຽມອອກປື້ມພຽງ 8 ພັນກີບ ໂດຍມີກຳນົດນຳໃຊ້ດົນເຖິງ 5 ປີ.
ແຫລ່ງຂ່າວ: ເສດຖະກິດ – ສັງຄົມ | ຂ່າວພາຍໃນ | 2014-11-12T11:03:25+00:00 | https://laopost.com/?p=13602 |
ສາເຫດຂອງເຮືອບິນ ທີມບານເຕະ ບຣາຊິນ ຕົກໃນລະຫວ່າງເດີນທາງໄປ ໂກລົມບີ | ສຳນັກຂ່າວຕ່າງປະເທດລາຍງານຈາກ ນະຄອນໂບໂກຕາ ປະເທດ ໂກລົມບີ ເມື່ອວັນທີ 27 ທັນວາ ວ່າ. ສຳນັກງານການບິນພົນລະເຮືອນຂອງ ໂກລົມບີ ອອກຖະແຫລງການເມື່ອວັນຈັນທີ່ຜ່ານມາເຖິງຜົນການສືບສວນເບື້ອງຕົ້ນຂອງອຸບັດຕິເຫດເຮືອບິນໂດຍສານແບບບຣິຕິຊ ແອໂຣສເປຊ 146 ຂອງບໍລິສັດ ລາເມຍ ຕັ້ງຢູ່ປະເທດໂບລີເວຍ ເປັນເຮືອບິນເຊົ່າເໝົາລຳ ຂອງຄະນະທີມບານເຕະ ສະໂມສອນ ຊາເປໂຄເອ່ນເຊ່ ປະເທດ ບຣາຊິນ ໄດ້ເກີດອຸບັດຕິເຫດໃນລະຫວ່າງການເດີນທາງໃກ້ຮອດສະໜາມບິນເມືອງ ເມເດຍືນ ໃນປະເທດ ໂກລົມບີ ເມື່ອວັນທີ 28 ພະຈິກ ທີ່ຜ່ານມາ ຜົນການສືບສວນ-ສອບສວນຫາສາເຫດໂດຍໃຊ້ກ່ອງດຳ ຫຼື ເຄື່ອງບັນທຶກຂໍ້ມູນການບິນ ແລະ ຫຼັກຖານອື່ນໆ ລະບຸວ່າ ເປັນເພາະນ້ຳມັນເຊື້ອໄຟໝົດ ໃນລະຫວ່າງການເດີນທາງ.
ຂ່າວຈາກ: http://www.dailynews.co.th/foreign/545192
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ! | ຂ່າວຕ່າງປະເທດ | 2016-12-27T09:16:51+00:00 | https://laopost.com/?p=81546 |
ທ່ອງທ່ຽວຖໍ້າທີ່ໃຫຍ່ທີ່ສຸດ! ກັບຄວາມງາມທີ່ປະທັບໃຈຈົນທ່ານບໍ່ຮູ້ລືມ | ຊາວບ້ານໄດ້ພົບ ຮູຂະໜາດໃຫຍ່ໃກ້ພູເຂົາ ແຕ່ສິ່ງທີ່ຢູ່ຂ້າງໃນ ເຮັດໃຫ້ທ່ານຈົນບໍ່ຢາກເຊື່ອເລີຍລະ!
ການໄຫຼຜ່ານຂອງແມ່ນໍ້າ ທີ່ກັດກ້ອນຫິນປູນກ້ອງພູເຂົາເປັນເວລາຍາວນານ ຈົນຊັ້ນຫິນປູນອ່ອນໂຕລົງເພດານຖໍ້າຈຶ່ງຖະຫຼົມລົງມາຈົນກາຍເປັນອຸໂມງ ຊ່ອງແສງຂະໜາດໃຫຍ່ ທໍາມະຊາດທີ່ຍັງຊົງຄວາມງົດງາມ ອຸດົມສົມບຸນ ທີ່ສຸດພູເຂົາປ່າ ແລະ ສາຍນໍ້າ ຄວາມງາມຂອງທໍາມະຊາດທີ່ທ່ານຈະປະທັບໃຈບໍ່ຮູ້ລືມ
ປະເທດ ຫວຽດນາມປະເທດເພື່ອນບ້ານທີ່ໃກ້ຄຽງຂອງເຮົາ ມີຖໍ້າທີ່ໃຫຍ່ທີ່ສຸດໃນໂລກ Son Doong Cave (ຖໍ້າຊັນດອງ)
ເປັນຖໍ້າ ຫິນປຸນ ທີ່ຢູ່ໃນເຂດອຸທະຍານແຫ່ງຊາດ Nha-Ke Bang ຊຶ່ງຢູ່ທາງທິດໃຕ້ຂອງ Hanoi ເມື່ອງຫຼວງຂອງຫວຽດນາມ ໄລຍະທາງ 45 ໄມລ໌ ແລະ ຢູ່ຕິດກັບຊາຍແດນປະເທດລາວ
ຖໍ້າແຫ່ງນີ້ຖືກຄົ້ນພົບ ໂດຍຊາວທ້ອງຖິ່ນຊື່ Ho Khanh ໃນປີ 1991 ແລະ ໄດ້ຮັບການສໍາລວດຈາກກຸ່ມນັກວິທະຍາສາດຊາວອັງກິດເມື່ອປີ 2009
Son Doong ໝາຍເຖີງ ຖໍ້າພູເຂົາແມ່ນໍ້າ, ຄວາມໃຫຍ່ໂຕ ຂອງຖໍ້ານີ້ມີພື້ນທີ່ກວ່າ 5.5 ໄມລ໌ (8.8 ກິໂລແມັດ) ໃຫຍ່ ແລະ ສູງຂະໜາດທີສາມາດສ້າງຕຶກໄດ້ສູງເຖີງ 40 ຊັ້ນໄວ້ພາຍໃນຖໍ້າ, ຖໍ້ານີ້ເກີດຂຶ້ນເມື່ອປະມານ 2-5 ລ້ານປີກ່ອນ
ການໄຫຼຜ່ານຂອງແມ່ນໍ້າທີ່ກັດກ້ອນຫິນປູນໃຕ້ພູເຂົາເປັນເວລາຍາວນານ ຈົນຊັ້ນຫິນປູນອ່ອນໂຕລົງເພດານຖໍ້າຈຶ່ງຖະຫຼົມລົງມາຈົນກາຍເປັນອຸໂມງ ຊ່ອງແສງຂະໜາດໃຫຍ່
ປີ2013ນັກທ່ອງທ່ຽວກຸ່ມທໍາອິດ ທີ່ມີໂອກາດເຂົ້າເຖີງຖໍ້າແຫ່ງນີ້ ໜຶ່ງໃນຜູ້ໂຊກດີ ທີ່ໄດ້ເຂົ້າໄປສໍາພັດ ຄວາມງາມທີ່ເໜືອຄໍາບັນຍາຍ ຄື John Spies ແລະ ພາບຄວາມງາມສຸດອະລັງການຂອງຖໍ້າ Son Dong ແຫ່ງນີ້ກໍ່ໄດ້ອອກມາອວດໂສມກັບຊາວໂລກ ມັນຈຶ່ງກາຍເປັນສະຖານທີ່ທ່ອງທ່ຽວທີ່ໃຜໆ ກໍ່ຢາກມີໂອກາດໄປເຢືອນຈັກເທື່ອໜຶ່ງ
ການເດີນທາງພ້ອມໄກດ໌ໃຊ້ເວລາ 7ວັນ ຄ້າງແຮມໃນຖໍ້າ 5 ຄືນລາຄາໂດຍຢູ່ທີ່ປະມານ 20.000.000 ກີບ
ຖໍ້າແຫ່ງນີ້ຍັງອຸດົມສົມບຸນ ໄປດ້ວຍອັນຍະມະນີທີ່ຫາຍາກທີ່ເກີດຂຶ້ນໃນຊ່ວງຫຼາຍຮ້ອຍປີທີ່ຜ່ານມາ | ຂ່າວທ່ອງທ່ຽວ | 2015-03-16T17:02:47+00:00 | https://laopost.com/?p=21192 |
ອົງການໄອຍະການປະຊາຊົນສູງສຸດ ຫວນຄືນມູນເຊື້ອສຳຄັນຂອງຊາດ | ວັນທີ 21 ທັນວາ 2016ນີ້, ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດພິທີປາຖະກະຖາ ຫວນຄືນມູນເຊື້ອ 2 ວັນປະຫວັດສາດຂອງຊາດ ຄື: ວັນສະຖາປານາ ສປປ ລາວ ຄົບຮອບ 41 ປີ (2/12/1975-2/12/2016) ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 96 ປີ (13/12/1920-13/12/2016) ໃຫ້ກຽດເຜີຍແຜ່ໂດຍທ່ານ ໄຊຊະນະ ໂຄດພູທອນ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໂດຍມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍພະນັກງານ-ລັດຖະກອນ ອ້ອມຂ້າງ ອົງການໄອຍະການ ປະຊາຊົນສູງສຸດ ເຂົ້າຮ່ວມຮັບຟັງ.
ໃນໂອກາດດັ່ງກ່າວ, ທ່ານ ໄຊຊະນະ ໂຄດພູທອນ ໄດ້ຍົກໃຫ້ເຫັນມູນເຊື້ອປະຫວັດສາດ ອັນພິລະອາດຫານຂອງທ່ານ ຜູ້ນຳ ພັກ-ລັດ ກໍຄືບັນດາພໍ່ແມ່ປະຊາຊົນລາວບັນດາເຜົ່າ ທີ່ພ້ອມກັນເປັນຈິດໜຶ່ງໃຈດຽວກັນ ລຸກຂຶ້ນຕໍ່ສູ້ກູ້ຊາດບໍ່ຍອມຈຳນົນ ແກ່ພວກຈັກກະພັດລ່າເມືອງຂຶ້ນ ທັງເກົ່າ ແລະ ໃໝ່ ໃຫ້ຫລຸດພົ້ນອອກຈາກແອກປົກຄອງ ຂອງສັກດິນາຕ່າງດ້າວ ບົນເສັ້ນທາງແຫ່ງການຕໍ່ສູ້ ອັນຍາວນານລະອິດລະອ້ຽວ ຂ້ຽວຂາດຫຍຸ້ງຍາກສັບສົນແຕ່ເດັດຂາດມີໄຊ ພາຍໃຕ້ການນຳພາ ຂອງພັກທີ່ສະຫລາດສ່ອງໃສ, ສາມາດຕີເອົາຊະນະສັດຕູ ໃນແຕ່ລະໄລຍະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດ ແລະ ສະຖາປະນາເປັນ ສປປ ລາວ ໃນວັນທີ 2 ທັນວາ 1975. ຕະຫລອດໄລຍະ 41 ປີ ຜ່ານມາ ປະຊາຊົນລາວບັນດາເຜົ່າ ໄດ້ເປັນເຈົ້າຂອງປະເທດຊາດ ໄດ້ຢ່າງແທ້ຈິງ, ລັດເຮົາໄດ້ມີລັດຖະທຳມະນູນ ແລະ ກົດໝາຍ ເພື່ອປົກຄອງ ແລະ ຄ້ຳປະກັນສິດ-ພັນທະ ຂອງພົນລະເມືອງລາວ, ປະຊາຊົນລາວບັນດາເຜົ່າ ໄດ້ພ້ອມພຽງສາມັກຄີກັນ ພາຍໃຕ້ການນຳພາຂອງພັກ ປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງເຮັດໃຫ້ ສປປ ລາວ ໄດ້ມີການເຕີບໃຫຍ່ ຂະຫຍາຍຕົວຢ່າງຮອບດ້ານ, ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໄດ້ມີຜົນສຳເລັດສູງ ແລະ ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ.
ທ່ານ ໄຊຊະນະ ໂຄດພູທອນ ຍັງໄດ້ຍົກໃຫ້ຮູ້ກ່ຽວກັບຊີວິດ, ການເຄື່ອນໄຫວ, ຜົນງານ ແລະ ຄຸນງາມຄວາມດີ ຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ເຊິ່ງທ່ານ ເປັນຜູ້ທີ່ຮັກຊາດ, ນັກປະຕິວັດທີ່ຍິ່ງໃຫຍ່ ຂອງຊາດ, ເປັນວິລະບູລຸດ, ເປັນທັງຜູ້ນຳຂອງ ພັກ-ລັດ ທີ່ປີຊາສາມາດ, ສະຫລາດສ່ອງໃສ ນຳພາປະເທດຊາດ ຫລຸດພົ້ນອອກຈາກແອກປົກຄອງ ຂອງພວກຈັກກະພັດຜູ້ຮຸກຮານ ຈົນສາມາດຍາດ ໄດ້ໄຊຊະນະ ແລະ ສະຖາປະນາ ເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົນເຖິງປັດຈຸບັນ
ຂ່າວ: ສຳນັກຂ່າວສານປະເທດລາວ | ຂ່າວເຫດການ | 2016-12-21T15:53:25+00:00 | https://laopost.com/?p=80938 |
ນາຍົກເນັ້ນລັດ ແລະ ເອກະຊົນແກ້ຈຸດບົກຜ່ອງບາງບັນຫາ | ການພົບປະລະຫວ່າງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ກັບພາກລັດ ແລະພາກທຸລະກິດໃນຕອນບ່າຍຂອງວານນີ້ທີ່ໂຮງແຮມດອນຈັນພາເລດ, ທ່ານໄດ້ເນັ້ນໃຫ້ພາກລັດ ແລະພາກທຸລະກິດທົບທວນຄືນຫຼາຍບັນຫາທີ່ກ່ຽວພັນກັບການພັດທະນາ ທຸລະກິດຂອງພາກເອກະຊົນກໍຄື ການພັດທະນາເສດຖະກິດຂອງປະເທດໃຫ້ບັນລຸຕາມເປົ້າໝາຍ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະ ມົນຕີໄດ້ມີຄຳເຫັນວ່າ: ເພື່ອຢາກຫັນເອົາ ປະເທດຫຼຸດພົ້ນອອກຈາກປະເທດດ້ອຍ ພັດທະນາໃນປີ 2020 ນັ້ນ, ກ່ອນອື່ນ ເຮົາຕ້ອງເຂົ້າໃຈຈຸດຢືນຂອງປະເທດ ເຮົາ, ດຽວນີ້ເຮົາຢູ່ຈຸດໃດ? ເສັ້ນທາງ ໃດ? ຊຶ່ງພາກທຸລະກິດຕ້ອງເຂົ້າໃຈແນວ ທາງຂອງລັດຖະບານ, ພ້ອມດຽວກັນ ນັ້ນພາກລັດ-ທຸລະກິດເອງກໍຕ້ອງພ້ອມ ກັນຫາລືແກ້ໄຂບັນຫາທີ່ເກີດຂຶ້ນ, ປັບປຸງກົນໄກການປະສານງານ, ວາງວິໄນ ການເງິນ, ວິໄນແຜນການ, ຂະຫຍາຍ ການຜະລິດ, ຂະຫຍາຍຕະຫຼາດ, ສ້າງເງື່ອນໄຂໃຫ້ເກີດໜໍ່ແໜງທຸລະກິດໃຫ້ມີການຂະຫຍາຍໂຕ ແລະໝັ້ນຄົງ, ອຳນວຍຄວາມສະດວກຄອບຄຸມກາລົງທຶນພາຍ ໃນ ແລະຕ່າງປະເທດບຸກທະລຸໃຫ້ມີບາດກ້າວໃໝ່ປັບປຸງການບໍລິການທີ່ດີ, ໂປ່ງໃສ, ວ່ອງໄວ ແລະສ້າງເງື່ອນໄຂໃນການເຊື່ອມໂຍງ, ແກ້ໄຂພະຍາດອາຍາສິດການສໍ້ລາດບັງຫຼວງ, ສ້າງຕັ້ງ ແລະປັບປຸງສະຖາບັນຄົ້ນຄວ້າວິທະຍາສາດ ເພື່ອຄົ້ນຄວ້າວິໄຈໃຫ້ມີຄວາມຫຼາກຫຼາຍ.
ພ້ອມດຽວກັນນັ້ນທ່ານຍັງເຫັນດີໃຫ້ ປັບປຸງດຳລັດ 115/ນຍ ແລະ 316/ນຍເພື່ອເພີ່ມບົດບາດຂອງສະພາການຄ້າ ແລະອຸດສາຫະກຳແຫ່ງຊາດໃຫ້ມີການ ພັດທະນາໄວຂຶ້ນ, ແກ້ບັນຫາຂົນສົ່ງ, ເນັ້ນໃຫ້ພາກທຸລະກິດນຳໃຊ້ແຮງງານລາວ ໃຫ້ຫຼາຍຂຶ້ນ, ສ່ວນຄຳສັ່ງເລກທີ່ 15/ນຍ ລັດຖະບານເດັດຂາດເນັ້ນໜັກຕໍ່ບັນຫານີ້, ເຫັນດີແຕ່ງຕັ້ງລັດຖະມົນຕີປະສຳສຳ ນັກງານນາຍົກເປັນຜູ້ປະສານງານລະ ຫວ່າງພາກລັດ ແລະສະພາການຄ້າ ແລະອຸດສາຫະກຳແຫ່ງຊາດໂດຍກົງ ເພື່ອສົ່ງ ເສີມການດຳເນີນທຸລະກິດ.
ນອກຈາກນັ້ນພາກທຸລະກິດກໍຕ້ອງມີ ຄວາມເຂັ້ມແຂງ, ສ້າງຄວາມໂປ່ງໃສ, ກຽມພ້ອມທີ່ຈະຮຽນຮູ້ໃນສິ່ງໃໝ່ໃຫ້ຫຼາຍຂຶ້ນ, ລວມທັງການບຸກທະລຸເຂົ້າຫາແຫຼ່ງ ທຶນ, ພາກທຸລະກິດຕ້ອງລວມຕົວກັນພ້ອມດຽວກັນຕ້ອງປະກອບສ່ວນພັນທະ ຕ່າງໆຕາມລະບຽບກົດໝາຍ ສ່ວນພາກ ລັດໃຫ້ເພີ່ມທະວີນຳໃຈຮັບໃຊ້ປະຊາຊົນໃຫ້ຫຼາຍຂຶ້ນເພີມທະວີຄວາມຈິງໃຈຊ່ວຍໃຫ້ປະຊາຊົນມີຄວາມສະດວກໃນການ ທຳມາຫາກິນໃຫ້ຫຼາຍຂຶ້ນ
ສຳລັບຕອນແລງຂອງວັນດຽວກັນ ກໍມີພິທີມອບລາງວັນທຸລະກິດດີເດັ່ນປະ ຈຳປີ 2016 ຂອງ ສປປ ລາວ ໂດຍມີບໍລິສັດໄດ້ຮັບທັງໝົດ 46 ບໍລິສັດ ນອກນັ້ນຍັງມີລາງວັນ 40 ປີ ທຸລະກິດດີເດັ່ນ ຂອງ ສປປ ລາວ ປະຈຳ 2016, ລາງວັນທຸລະກິດດີເດັ່ນອາຊຽນ ຂອງ ສປປ ລາວ2016, ລາງວັນ Lao Priorit integration 8 ລາງວັນ, ລາງ ວັນ SME Excellence Awards 8 ທ່ານ, ຕໍ່ມາລາງວັນ Special Awards 3 ບໍລິສັດ.
ທີ່ມາ: ເສດຖະກິດ-ສັງຄົມ | ຂ່າວພາຍໃນ | 2016-07-28T08:58:53+00:00 | https://laopost.com/?p=66213 |
ສະຫຼຸບຫຼຽນຢ່າງເປັນທາງການຫຼັງຈົບການແຂ່ງຂັນງານມະຫາກຳ ກິລາ ອາຊຽນບີຊເກມ ທີ່ດານັງ | ກິລາອາຊຽນບີຊເກມ ຄັ້ງທີ 5, ຈັດຂື້ນໃນລະຫວ່າງວັນທີ 24 ກັນຍາ ຫາ 03 ຕຸລາ 2016 ທີ່ດານັງ ປະເທດ ສສ ຫວຽດນາມ, ເຊິ່ງມີ ນັກກິລາຈາກ 41 ຊາດ ເຂົ້າຮ່ວມ, ປະກອບມີ 22 ປະເພດກິລາ ແລະ ຊີງຫຼຽນທັງໝົດ 172 ຫຼຽນຄໍາ. ລາວເຮົາ ເຂົ້າຮ່ວມໃນງານນີ້ ມີ 8 ປະເພດກິລາຄື: ບານບ້ວງ ຫາດຊາຍ, ເປຕັງ ຫາດຊາຍ, ກະຕໍ້ ຫາດຊາຍ, ບານເຕະ ຫາດຊາຍ, ໂວໂກຈ່ຽນ, ປັນຈັກຊິລັດ, ໂວວີນາມ ແລະ ມວຍປໍ້າ.
ໃນນັ້ນ, ທີມນັກກິລາລາວ ໄດ້ສ້າງຜົນງານ ຢ່າງເຕັມທີ່ ເພື່ອຍາດເອົາໄຊຊະນະ ແລະ ຈົບລົງດ້ວຍ 3 ຫຼຽນຄຳ ຈາກກິລາ ໂວວີນາມ 1 ຫຼຽນ ແລະ ໂວໂກຈ່ຽນ 2 ຫຼຽນ, 3 ຫຼຽນເງິນ ຈາກ ກິລາເປຕັງ 2 ຫຼຽນ ແລະ ກະຕໍ້ 1 ຫຼຽນ ແລະ 24 ຫຽນທອງ ໄດ້ຈາກກິລາ ເປຕັງ 4 ຫຼຽນ, ປັນຈັກຊິລັດ 5 ຫຼຽນ, ກະຕໍ້ 3 ຫຼຽນ, ໂວໂກຈ່ຽນ 7 ຫຼຽນ ແລະ ໂວວີນາມ 5 ຫຼຽນ, ລວມຫຼຽນທັງໝົດ ທີ່ນັກກິລາລາວຍາດມາໄດ້ ແມ່ນ 30 ຫຼຽນ.
ຖ້າຈັດອັນດັບຫຼຽນລວມ ລາວເຮົາຢູ່ໃນ ອັນດັບທີ 4 ຮອງຈາກ ສປ ຈີນ ອັນດັບທີ 3, ໄທ ເປັນອັນດັບທີ 2 ແລະ ເຈົ້າພາບຫວຽດນາມ ອັນດັບທີ 1. ຈາກຜົນງານດັ່ງກ່າວ ເຫັນວ່າ ນັກກິລາລາວ ມີຄວາມສາມາດ ໃນລະດັບພາກພື້ນ ແລະ ສາມາດສູ້ກັບ ທຸກຊາດໄດ້ ຢ່າງສົມສັກສີ ພວກເຮົາທີມງານ ລາວສະປອດນິວ ຂໍຊົມເຊີຍ ຜົນງານດັ່ງກ່າວ.
ຂ່າວຈາກ:
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ! | ຂ່າວພາຍໃນ | 2016-10-04T16:10:56+00:00 | https://laopost.com/?p=71926 |
ຍ້ອງຍໍຜົນງານການປ້ອງກັນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 7 ທີ່ຜ່ານມາ | ເພື່ອເປັນການປະຕິບັດ ນະໂຍບາຍ້ອງຍໍພະນັກງານ-ນັກຮົບຜູ້ທີ່ມີຜົນ ງານດີເດັ່ນໃນການປະກອບ ສ່ວນຮັບໃຊ້ບັ້ນເລືອກຕັ້ງສະ ມາຊິກສະພາແຫ່ງຊາດຊຸດທີ VII ໄດ້ຮັບຜົນສຳເລັດເປັນ ຢ່າງ ດີ,ດັ່ງນັ້ນກະຊວງປ້ອງກັນ ປະເທດຈິ່ງໄດ້ຈັດພິທີຍ້ອງຍໍຜົນງານການປ້ອງກັນບັ້ນເລືອກຕັ້ງສະມາຊິກສະພາ ແຫ່ງຊາດຊຸດທີ VII ປີ 2011 ໃຫ້ກັບກົມກອງລວມຫມູ່ ແລະ ບຸກຄົນຂຶ້ນ ໃນວັນທີ 6 ກັນຍາ 2013 ຢູ່ທີ່ສະໂມສອນ ກົມໃຫຍ່ເສນາທິການກອງ ທັບ, ໂດຍເປັນກຽດເຂົ້າຮ່ວມ ແລະ ປະດັບຫລຽນໂດຍສະ ຫາຍພົນຕີ ຈັນສະໝອນ ຈັນ ຍາລາດ, ກຳມະການສູນກາງ ພັກ, ລັດຖະມົນຕີຊ່ວຍວ່າ ການກະຊວງປ້ອງກັນປະເທດ ມີສະຫາຍພົນຈັດຕະວາ ວິໄລ ຫລ້າຄຳຟອງ, ຄະນະປະຈຳ ພັກກະຊວງປ້ອງກັນປະເທດ, ຮອງຫົວຫນ້າກົມໃຫຍ່ການ ເມືອງກອງທັບ, ມີຄະນະພັກ- ຄະນະບັນຊາກະຊວງປ້ອງ ກັນປະເທດ ແລະ ພະນັກງານ ນັກຮົບຈາກກົມກອງທີ່ຂຶ້ນກັບ ກະຊວງປ້ອງກັນປະເທດເຂົ້າ ຮ່ວມ.
ການປະດັບຫລຽນໄຊແຮງ ງານໃຫ້ບັນດາບຸກຄົນ ແລະ ກົມກອງລວມຫມູ່ປະກອບມີ: ປະດັບຫລຽນໄຊແຮງງານຊັ້ນ II ມີ 8 ສະຫາຍ ແລະ 3 ກົມ ກອງ, ປະດັບຫລຽນໄຊແຮງ ງານຊັ້ນ III ມີ 16 ສະຫາຍ ແລະ 3 ກົມກອງ, ປະດັບຫຼຽນ ກາແຮງງານ 56 ສະຫາຍ ແລະ ມອບໃບຍ້ອງຍໍລັດຖະ ບານມີ 77 ສະຫາຍ, ນອກ ນັ້ນຍັງມີບຸກຄົນ ແລະ ກົມ ກອງລວມຫມູ່ໄດ້ຮັບໃບຍ້ອງ ຍໍຂອງຄະນະກຳມະການ ເລືອກຕັ້ງລະດັບຊາດທີ່ມີຜົນ ງານດີເດັ່ນບັ້ນເລືອກຕັ້ງສະ ມາຊິກສະພາແຫ່ງຊາດຊຸດທີ VII ໃນກະຊວງປ້ອງກັນປະ ເທດມີຈຳນວນ 44 ສະຫາຍ.
ທີ່ມາhttp://www.kongthap.gov.la | ຂ່າວພາຍໃນ | 2013-09-09T15:23:48+00:00 | https://laopost.com/?p=3316 |
ບໍ່ຄຳ-ທອງ ເຊໂປນ ຂອງ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ ຜະລິດຄຳໄດ້ 6,7 ໂຕນ ໃນປີ 2022 | ໃນປີ 2022, ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (ລຊມລ) ບໍ່ຄຳ-ທອງ ເຊໂປນ ສາມາດຜະລິດຄຳໄດ້ຫຼາຍກວ່າ 6,7 ໂຕນ ແລະ ທອງ 6.600 ໂຕນ ອັນໄດ້ສະໜັບສະໜູນລາຍຮັບຈາກການສົ່ງອອກ ແລະ ການພັດທະນາເສດຖະກິດ-ສັງຄົມ ຢູ່ໃນ ສປປ ລາວ.
ຄາດໝາຍການຜະລິດທີ່ຕັ້ງໄວ້ສຳລັບປີ 2023 ແມ່ນ ຄຳຫຼາຍກວ່າ 6 ໂຕນ ແລະ ທອງ 7.000 ໂຕນ.
ຕັ້ງແຕ່ເລີ່ມດຳເນີນງານໃນປີ 2003, ບໍລິສັດ ລຊມລ ໄດ້ປະກອບສ່ວນຫຼາຍກວ່າ US$1.6 ຕື້ເປັນລາຍຮັບໂດຍກົງໃຫ້ແກ່ລັດຖະບານລາວ ຜ່ານການຈ່າຍພາສີອາກອນ, ຄ່າຊັບພະຍາກອນແຮ່ທາດ ແລະ ເງິນປັນຜົນ. ນອກຈາກນີ້, ກໍໄດ້ປະກອບ່ສວນຫຼາຍຮ້ອຍລ້ານໂດລາໃສ່ການສ້າງວຽກເຮັດງານທຳ, ການຝຶກອົບຮົມ, ການພັດທະນາຊຸມຊົນ ແລະ ທຸລະກິດທ້ອງຖິ່ນ.
ໃນປີ 2022, ພວກເຮົາໄດ້ເປີດບໍ່ແຮ່ໃຕ້ດິນທີ່ທັນສະໄໝແຫ່ງທຳອິດ ຂອງ ສປປ ລາວ ຢູ່ ບໍ່ຄຳ-ທອງ ເຊໂປນ ອັນໄດ້ເປັນແບບຢ່າງ ແລະ ບັນທັດຖານໃຫ້ແກ່ໂຄງການບໍ່ແຮ່ອື່ນໆ ກໍຄື ການຂະຫຍາຍອາຍຸການບໍ່ແຮ່ຄຳ-ທອງ ເຊໂປນ ໄປເຖິງປີ 2033 ເປັນຢ່າງຕ່ຳ.
ນັບຕັ້ງແຕ່ປີ 2016, ລຊມລ ສາມາດຮັກສາ ໃບກຽດຕິສັກ-ຜົນງານປະເພດສູງສຸດ ຂັ້ນ A+ ຈາກ ກະຊວງພະລັງງານ ແລະ ບໍ່ແຮ່ ສຳລັບການຮັກສາມາດຕະຖານດ້ານສິ່ງແວດລ້ອມ ແລະ ການພັດທະນາຊຸມຊົນ.
ລຊມລ ໄດ້ບັນລຸໝາກຜົນທີ່ດີ ໃນວຽກງານພັດທະນາຊຸມຊົນ ໂດຍການຮ່ວມມືກັບລັດຖະບານລາວ ແລະ ຊຸມຊົນທ້ອງຖິ່ນ ຢ່າງສະເໝີມາ. ຜົນງານເຫຼົ່ານີ້ ໄດ້ເປັນສິ່ງຂັບເຄື່ອນໃຫ້ເມືອງວິລະບູລີ ໄດ້ຫລຸດພົ້ນຈາກສະຖານະເມືອງທີ່ທຸກຍາກທີ່ສຸດໄດ້ ໃນປີ 2015 ລຊມລ ໄດ້ຊື້ສິນຄ້າທ້ອງຖິ່ນຢ່າງຕ່ຳ US$3 ລ້ານ (75% ຂອງໝາກໄມ້, ຜັກ ແລະ ຜົນຜະລິດທ້ອງຖິ່ນ) ຜ່ານຫົວໜ່ວຍທຸລະກິດທ້ອງຖິ່ນ – ເຊິ່ງໄດ້ສ້າງລາຍໄດ້ໃຫ້ແກ່ທຸລະກິດທ້ອງຖິ່ນລວມທັງໝົດຫຼາຍກວ່າ US$50 ລ້ານ – ກໍຄື ສ້າງລາຍໄດ້ໃຫ້ແກ່ປະຊາຊົນທ້ອງຖິ່ນ.
ແຜນງານການພັດທະນາຊຸມຊົນຂອງພວກເຮົາ ສຸມໃສ່ ສາທາລະນະສຸກຂອງຊຸມຊົນ, ການສຶກສາຂອງອະນຸຊົນ-ຄົນຮຸ່ນຫຼັງ, ການປະຕິບັດກະສິກຳແບບຍືນຍົງ ແລະ ການປັບປຸງຊີວິດການເປັນຢູ່ໃຫ້ແກ່ຊຸມຊົນຜູ້ດ້ອຍໂອກາດ. ພວກເຮົາຈະສືບຕໍ່ຮ່ວມມື ແລະ ປຶກສາຫາລືກັບຊຸມຊົນທ້ອງຖິ່ນ ແລະ ຄູ່ຮ່ວມງານອື່ນໆ ກ່ຽວກັບ ບູລິມະສິດຂອງວຽກງານການພັດທະນາຊຸມຊົນ.
ໃນເດືອນ ເມສາ 2022, ລຊມລ ໄດ້ບໍລິຈາກ US$5 ລ້ານ ໃຫ້ແກ່ ແຂວງສະຫວັນນະເຂດ ເພື່ອຍົກລະດັບເສັ້ນທາງຫຼວງ 28A ຍາວ 41,56ກມ ຈາກນາບໍ່ ເຖິງ ເມືອງວິລະບູລີ ເຊິ່ງຈະສະໜອງ ການເຂົ້າເຖິງຕະຫຼາດທີ່ດີກວ່າເກົ່າສຳລັບປະຊາຊົນກວ່າ 40.000 ຄົນ. ເສັ້ນທາງ 28A ເປັນເສັ້ນທາງສຳຄັນທີ່ເຊື່ອມຕໍ່ ແລວທາງເສດຖະກິດ ຕາເວັນອອກ-ຕາເວັນຕົກ ທີ່ເຊື່ອມຈອດ ສປປ ລາວ ກັບ ຫວຽດນາມ ແລະ ໄທ.
ລຊມລ ໄດ້ລົງທຶນປະມານ US$34 ລ້ານໃສ່ໂຄງລ່າງພື້ນຖານ ເພື່ອຂະຫຍາຍຕາຂ່າຍໄຟຟ້າຈາກ ເມືອງທ່າແຂກ ເຖິງ ມະຫາໄຊ ໂດຍການຮ່ວມມືກັບ ລັດວິສາຫະກິດໄຟຟ້າລາວ ອັນໄດ້ຂະຫຍາຍໂອກາດດ້ານເສດຖະກິດໃຫ້ແກ່ຊຸມຊົນຢູ່ເຂດຊົນນະບົດ. | ຂ່າວພາຍໃນ | 2023-01-24T16:25:20+00:00 | https://laopost.com/?p=141628 |
ຮອງນາຍົກ ແລະລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ ລົງພື້ນທີ່ກວດສອບເຂື່ອນດ້ວຍຕົວເອງ | ຕອນບ່າຍວັນທີ 27 ກໍລະກົດ 2018, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສປປ.ລາວ ແລະ ທ່ານ ປອ.ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາຕົວຈິງຕື່ມ ທີ່ເຂື່ອນ ເຊປ່ຽນ-ເຊນ້ຳນ້ອຍ ຈຸດຄູກັ້ນນ້ຳເຈື່ອນ.
ຈາກເຫດການດັ່ງກ່າວໄດ້ເຮັດໃຫ້ປະຊາຊົນທີ່ຢູ່ກ້ອງເຂື່ອນໄດ້ຮັບຜົນກະທົບເປັນວົງກວ້າງແລະຫລາຍຫມູ່ບ້ານຈົມບາດານ ຊຶ່ງທ່ານ ຮອງນາຍົກ ແລະ ທ່ານ ລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ ກໍ່ໄດ້ມີການຈັດປະຊຸມປຶກສາຫາລື ກັບຄະນະທີ່ກ່ຽວຂ້ອງເພື່ອແກ້ໄຂວິກິດການດັ່ງກ່າວຢ່າງຮີບດ່ວນທັນການ ເພື່ອໃຫ້ປະຊາຊົນທີ່ຖືກຜົນກະທົບນັ້ນມີຄວາມປອດໄພ ແລະ ໄດ້ຮັບການຊ່ວຍ ເຫລືອຢ່າງທົ່ວເຖິງ
ແຫລ່ງຂ່າວ: ສຳນັກຂ່າວເອບີຊີລາວ | ຂ່າວທ້ອງຖິ່ນ | 2018-07-28T09:48:07+00:00 | https://laopost.com/?p=102504 |
ປະຫານຊີວິດ ຜູ້ຄາຕະກຳເມຍ ຄະດີດັງ 2013 | ອີງຕາມການລາຍງານຂ່າວຂອງໂທລະພາບ ແຫ່ງຊາດ ແລະໂທລະພາບ ປກສ ໃຫ້ຮູ້ວ່າ ຕອນເຊົ້າວັນທີ 15 ກໍລະກົດ 2014 ທີ່ຜ່ານມານີ້, ສານປະຊາຊົນແຂວງຫຼວງພະບາງໄດ້ມີພິຈາລະນາຕັດສິນຄະດີຢູ່ສານປະຊາຊົນນະຄອນຫຼວງວຽງຈັນ ເພື່ອຕັດສິນ ປະຫານຊີວິດ ທ້າວ ວິໄລສັກ ຈະເລິນຜົນ ອາຍຸ 38 ປີ ປະຊາຊົນບ້ານພະບາດໃຕ້, ເມືອງແລະແຂວງຫຼວງພະບາງ ຜູ້ກ່ຽວຖືກຫາວ່າ ຄາຕະກຳ, ມີອາວຸດເສິກໄວ້ໃນຄອບຄອງ ແລະການທຳມິດສະຈານ.
ວັນທີ 20 ກັນຍາ 2013 ພະແນກສືບສວນສອບສວນແຂວງຫຼວງພະບາງ ໄດ້ຮັບແຈ້ງຄວາມຈາກທ້າວກົງຄຳ ມະນີວົງ ອາຍຸ 66 ປີ, ຢູ່ບ້ານນາຫຼວງ ເມືອງແລະແຂວງຫຼວງພະບາງ ວ່າ ໃນຄ່ຳຄືນຂອງວັນທີ 19 ກັນຍາ 2013 ລູກສາວຂອງຜູ້ກ່ຽວ ຊື່ນາງສັນຕິ ໄດ້ເສຍຊີວິດຢູ່ເຮືອນຂອງທ້າວ ວິໄລສັກ ຈະເລີນຜົນ ແລະນາງສັນຕິ ຢູ່ບ້ານພະບາດໃຕ້ ເມືອງແລະແຂວງຫຼວງພະບາງ.
ພາຍຫຼັງໄດ້ຮັບແຈ້ງຄວາມ ເຈົ້າໜ້າທີ່ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງກໍໄດ້ລົງໄປກວດກາສະຖານທີ່ເກີດເຫດ. ໂດຍຜ່ານການກວດກາຕົວຈິງເຫັນວ່າ ມີຮ່ອງຮອຍຂອງການກະທຳຜິດທາງອາຍາ ປາກົດຢູ່ຕາມຮ່າງຄິງຂອງຜູ້ຕາຍ ເຊັ່ນ ຮອຍບາດແຜເລິ້ນຢູ່ຄໍເບື້ອງຂວາ… ຜ່ານການເກັບກຳຂໍ້ມູນຕົວຈິງຂອງເຈົ້າໜ້າທີ່ການສືບສວນສອບສວນຈາກສາເຫດຕົວຈິງ ສາມາດຮູ້ໄດ້ວ່າ ແມ່ນທ້າວວິໄລສັກ ຈະເລິນຜົນ ເປັນຜູ້ລົງມືຄາຕະກຳ ນາງສັນຕິ ຜູ້ເປັນເມຍ ຈົນເຖິງແກ່ຊີວິດ.
ຈາກການສືບສວນສອບສວນ ທ້າວວິໄລສັກ ຈະເລີນຜົນ ໄດ້ໃຫ້ການຮັບສາລະພາບວ່າ ໃນຄ່ຳຄືນຂອງວັນທີ 19 ກັນຍາ 2013, ພາຍຫຼັງກັບຈາກການໄປຄົບຫາກັບນາງ ພວງມະນີ ອຸດົມສຸກ ກໍໄດ້ກັບມາເຮືອນ ແລະໄດ້ຄາຕະກຳນາງສັນຕິ ຜູ້ເປັນເມຍ ໂດຍອ້າງວ່າ ນາງ ສັນຕິ ເປັນຜູ້ແຂວນຄໍຕາຍເອງ. ນອກຈາກນັ້ນແລ້ວ ທ້າວ ວິໄລສັກ ຈະເລີນຜົນ ຍັງໃຫ້ການຮັບສາລະພາບວ່າ ຕົນເອງໄດ້ພົວພັນກັບນາງ ພວງມະນີ ອຸດົມສຸກ ແບບຊູ້ສາວ. ຜ່ານການຕິດຕາມກວດກາ ການປະຕິບັດກົດໝາຍ ການຄົ້ນຄວ້າ ບັນດາຫຼັກຖານ ເອກະສານ ຂໍ້ມູນ ຕ່າງໆ ທີ່ປະກອບຢູ່ໃນສຳນວນຄະດີຢ່າງຄົບຖ້ວນແລະພາວະວິໄສແລ້ວ ເຫັນວ່າພຶດຕິກຳຂອງທ້າວ ວິໄລສັກ ຈະເລີນຜົນ ໄດ້ສ້າງຄວາມເປັນອັນຕະລາຍໃຫ້ແກ່ສັງຄົມ ໂດຍສະເພາະແມ່ນຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ການທຳຮ້າຍຮ່າງກາຍຂອງບຸກຄົນອື່ນ ເປັນຕົ້ນແມ່ນ ນາງ ສັນຕິ ຜູ້ເປັນເມຍ ແລະເປັນການກະທຳຜິດທີ່ແຕະຕ້ອງເຖິງສາຍພົວພັນຄອບຄົວ ຜົວເມຍ ຮີດຄອງປະເພນີອັນດີງາມຂອງລາວ, ສານປະຊາຊົນແຂວງຫຼວງພະບາງຈຶ່ງໄດ້ຕັດສິນ ຕັດອິດສະຫຼະພາບ ທ້າວ ວິໄລສັກ ຈະເລີນຜົນ ຈຳເລີຍທີໜຶ່ງ ກະທຳຜິດ ສາມສະຖານຄື: 1. ຄາຕະກຳ ຕັດສິນປະຫານຊີວິດ. 2. ມີອາວຸດເສິກໄວ້ໃນຄອບຄອງແບບບໍ່ຖືກຕ້ອງຕາມກົດໝາຍ ສານຕັດສິນຕັດອິສະລະພາບ 2 ປີ ພ້ອມປັບໃໝ 2 ລ້ານກີບ. 3. ທຳມິດສະຈານ ຕັດສິນຕັດອິດສະຫຼະພາບ 10 ເດືອນ ປັບໃໝ 2 ລ້ານກີບ. ອີງຕາມຫຼັກຖານການວາງໂທດ ສານຈຶ່ງຕັດສິນໃຫ້ຜູ້ກ່ຽວປະຕິບັດໂທດ ປະຫານຊີວິດ ແຕ່ສານອະນຸຍາດໃຫ້ຍື່ນອຸທອນພາຍໃນ 20 ວັນ.
ສຳລັບໂທດ ນາງ ພວງມະນີ ອຸດົມສຸກ ຢູ່ບ້ານວຽງໃໝ່ ເມືອງແລະແຂວງຫຼວງພະບາງ ກະທຳຜິດສະຖານ ທຳມິດສະຈານ ສານໄດ້ຕັດສິນ ຕັດອິດສະຫຼະພາບ 10 ພ້ອມປັບໃໝ 2 ລ້ານກີບ. | ຂ່າວພາຍໃນ | 2014-07-16T10:34:55+00:00 | https://laopost.com/?p=7262 |
ກອງທັບມຽນມາ ປະກາດຈະຢຸດຍິງເປັນເວລາ 1 ເດືອນ ແຕ່ບໍ່ໄດ້ແຈ້ງໃຫ້ຮູ້ວ່າຈະຢຸດຍິງຝ່າຍໃດ | ກອງທັບມຽນມາປະກາດຢຸດຍິງເປັນເວລາ 1 ເດືອນ, ແຕ່ບໍ່ໄດ້ແຈ້ງຊັດເຈນວ່າ ຈະຢຸດຍິງຝ່າຍໃດ. ສຳນັກງານຂ່າວຕ່າງປະເທດ ຄາດວ່າ ເປັນການຢຸດຍິງ ແລະ ໂຈມຕີກອງກຳລັງປະກອບອາວຸດຕ່າງໆ ໃນປະເທດ ໂດຍສະເພາະການໂຈມຕີເຂດໝູ່ບ້ານຊາວກະຫຼ່ຽງ ຈົນເຮັດໃຫ້ມີການອົບພະຍົບຫຼາຍພັນຄົນ.
ໃນວັນທີ 1 ເມສາ 2021 ທີ່ຜ່ານມາ, ສຳນັກຂ່າວ CNN ໄດ້ລາຍງານວ່າ: ລັດຖະບານທະຫານມຽນມາ ປະກາດຢຸດຍິງ ເປັນເວລາ 1 ເດືອນ, ແຕ່ໃນເບື້ອງຕົ້ນ ຄາດວ່າຈະເປັນການຢຸດຍິງຕໍ່ກອງກຳລັງສະຫະພາບ ກະຫຼ່ຽງ (KNU) ໃນລັດຄະຊິ່ນ (Kachin) ທີ່ໄດ້ມີການປະຕິບັດມາກ່ອນຕັ້ງແຕ່ທ້າຍເດືອນມີນາ 2021,ຈົນເຮັດໃຫ້ຊາວກະຫຼ່ຽງຫຼາຍພັນຄົນຕ້ອງຫຼົບໜີຈາກການຖືກໂຈມຕີທາງອາກາດ ມາອາໄສຢູ່ເຂດບໍລິເວນຊາຍແດນເບື້ອງຕິດກັບປະເທດໄທ ເພາະເນື້ອຫາໃນຖະແຫຼງການຂອງລັດຖະບານມຽນມາແຈ້ງວ່າ: ລັດຖະບານຈະດຳເນີນການຕອບໂຕ້ການກະທຳຕ່າງໆ ທີ່ບໍ່ທຳລາຍຄວາມໝັ່ນຄົງຂອງລັດຖະບານ ແລະ ການບໍລິຫານປະເທດຕໍ່ໄປ.
ສະຖານີໂທລະພາບ MRTV ທາງການຂອງມຽນມາ ໄດ້ເປີດເຜີຍວ່າ: ລັດຖະບານມຽນມາຂໍຮຽກຮ້ອງໃຫ້ກຸ່ມປະກອບອາວຸດຕ່າງໆໃນປະທດ “ຮັກສາຄວາມສະຫງົບ” ໂດຍກອງທັບຈະຢຸດຍິງຕັ້ງແຕ່ວັນທີ 1 ເມສາ 2021 ຫາ ວັນທີ 30 ເມສາ 2021 ເປັນຕົ້ນໄປ.
CNN ລາຍງານວ່າ: ປະຊາຊົນມຽນມາທົ່ວປະເທດຍັງຄົງພາກັນແຫ່ຂະບວນປະທ້ວງ ເພື່ອຮຽກຮ້ອງປະຊາທິປະໄຕໃນເມືອງຕ່າງໆຂອງປະເທດ ຫຼັງຈາກກອງທັບນຳໂດຍ ນາຍພົນ ມິນ ອ່ອງ ລາຍ ກໍ່ລັດຖະປະຫານຂື້ນ ທີ່ມາຈາກການເລືອກຕັ້ງ ໃນ 2 ເດືອນກ່ອນ ຫຼື ນັບແຕ່ວັນທີ 1 ກຸມພາ 2021 ແລະ ເຮັດໃຫ້ມີຜູ້ເສຍຊີວິດ. | ຂ່າວຕ່າງປະເທດ | 2021-04-06T12:54:08+00:00 | https://laopost.com/?p=123925 |
ເຈົ້າໜ້າທີ່ເຕືອນ! ລະວັງອາຫານແຊ່ນ້ຳຢາດອງສົບ ວາງຂາຍຕາມຕະຫລາດຢ່າງແຜ່ຫລາຍ! | ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ, ນະຄອນຫຼວງວຽງຈັນ ແຈ້ງຕໍ່ນັກຂ່າວພວກ ເຮົາໃນວັນ 29 ກັນຍານີ້ວ່າ: ຕະຫຼອດໄລຍະຜ່ານມາໜ່ວຍງານຂອງຕົນໄດ້ເອົາໃຈໃສ່ໃນການລົງກວດກາອາຫານຢູ່ຕາມຕະຫຼາດຕ່າງໆໃນນະຄອນຫຼວງວຽງຈັນຢ່າງເປັນປະຈຳ ເພື່ອແນ່ໃສ່ຄວບຄຸມທາງດ້ານໂພສະນາການໃຫ້ຖືກຫຼັກອະນາໄມປາສະຈາກສານປົນເປື້ອນຕ່າງໆ ທີ່ອາດສົ່ງຜົນກະທົບບໍ່ດີຕໍ່ສຸຂະພາບຂອງປະຊາຊັນ ແລະ ເຫັນວ່າ ຍັງມີຊາວຄ້າຂາຍຈຳນວນໜຶ່ງຢູ່ຕາມຕະຫຼາດຕ່າງໆຍັງນຳໃຊ້ສານກັນບູດ (ຟອ໋ກໂມນ) ເຂົ້າໃນການແຊ່ອາຫານຢ່າງແຜ່ຫຼາຍຄື: ຢູ່ຕະຫຼາດຂົວດິນ, ຕະຫຼາດສະພານທອງກວດພົບການນຳໃຊ້ສານກັນບູດຢູ່ໃນອາຫານຈຳນວນ 7 ລາຍການ ແລະ ສ່ວນຫຼາຍແມ່ນອາຫານທະເລເຊັ່ນ: ປາຫມຶກ, ຢໍ່ຂາວ, ຊີ້ນສ່ວນສັດ ແລະ ອື່ນໆ, ໂດຍແມ່ຄ້າສ່ວນຫຼາຍຈະໃຊ້ສານກັນບູດເພື່ອໃຫ້ສາມາດຮັກສາອາຫານໄວ້ໄດ້ດົນ ແລະ ເບິ່ງຄືວ່າອາຫານປະເພດດັ່ງກ່າວສົດຢູ່ຕະຫຼອດເວລາ, ແຕ່ສານດັ່ງກ່າວມີຜົນ ກະທົບຮ້າຍແຮງຕໍ່ສຸຂະພາບຂອງຜູ້ບໍລິໂພກ, ດັ່ງນັ້ນພາກສ່ວນກ່ຽວຂ້ອງກໍໄດ້ກ່າວວ່າຕັກເຕືອນແມ່ຄ້າຜູ້ກະທຳຜິດ , ພ້ອມທັງນຳເອົາອາຫານທີ່ປົນເປື້ອນນັ້ນໄປທຳລາຍຖິ້ມ ແລະ ຫາກຜູ້ກ່ຽວຍັງລະເມີດ ແລະ ກວດພົບໃນຄັ້ງຕໍ່ໄປກໍ່ຈະຖືກດຳເນີນມາດຕະການຕາມລະບຽບກົດໝາຍ, ເນື່ອງຈາກສານສານຟ໋ອກໂມນນັ້ນເປັນສານເຄມີທີ່ອັນຕະລາຍຕໍ່ສຸຂະພາບ, ເຊິງສ່ວນຫຼາຍຈະນຳໃຊ້ສະເພາະວຽກງານສາທາລະນະສຸກເທົ່ານັ້ນ(ໃຊ້ແຊ່ສົບຄົນຕາຍ) ແລະ ຖ້າຫາກມີ ການສູບດົມ ຫຼື ກິນສານດັ່ງກ່າວເຂົ້າໄປຈະເຮັດໃຫ້ຮ່າງກາຍໄດ້ຮັບຜົນກະທົບຫຼາຍຢ່າງຄື: ສານດັ່ງກ່າວຈະໄປທຳລາຍລະບົບຫາຍໃຈ, ສະໜອງ,ລະບົບຍ່ອຍອາຫານ ແລະ ຈຸລັງຕ່າງໆເຮັດໃຫ້ລະບົບຍ່ອຍອາຫານເປັນບາດແຜ່,ສົ່ງຜົນໃຫ້ສຸຂະພາບຊຸດໂຊມ ແລະ ກໍໃຫ້ເກີດພະຍາດອື່ນໆຕາມາ ແລະ ກໍໃຫ້ເກີດພະຍາດມະເຮັງອີກດ້ວຍ.
ຫົວຂະແໜງລ້ຽງສັດໃຫ້ຮູ້ອີກວ່າ: ເພື່ອປ້ອງກັນບໍ່ໃຫ້ມີການນຳໃຊ້ສານປົນເປື່ອນຕ່າງໆເຂົ້າໃນການແຊ່ອາ ຫານພາກສ່ວນກ່ຽວຂ້ອງຈະຕ້ອງໄດ້ເພີ່ມຄວາມເຂັ້ມງວດໃນການກວດກາຕາມທ້ອງຕະຫຼາດຕ່າງໆໃຫ້ເປັນປະຈຳ ແລະ ມີມາດຕະການເຂັ້ມງວດຕໍ່ຜູ້ລະເມີດ, ຖ້າກວດພົບເຫັນຈະຕ້ອງໄດ້ດຳເນີນຄະດີຕາມລະບຽບກົດໝາຍ, ເພື່ອບໍ່ສົ່ງຜົນກະທົບຮ້າຍຕໍ່ສຸຂະພາບຂອງຜູ້ບໍລິໂພກ.
ແຫລ່ງຂ່າວ: | ຂ່າວພາຍໃນ | 2015-09-30T10:57:56+00:00 | https://laopost.com/?p=36678 |
ກວດສອບອົງການຈັດຕັ້ງລັດ 58 ຫົວໜ່ວຍ ພົບເຫັນລາຍຮັບເພີ່ມ 689 ຕື້ກີບ | ທ່ານ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ
ອົງການກວດສອບແຫ່ງລັດ ໄດ້ຈັດກອງປະຊຸມເປີດກວ້າງວຽກງານກວດສອບງົບປະມານແຫ່ງລັດ ປະຈຳສົກປີ 2017 ໄດ້ໄຂຂຶ້ນວັນທີ 5 ກຸມພາ 2018 ທີ່ໂຮງແຮມດອນຈັນພາເລດ ເປັນປະທານຂອງ ມີຮອງລັດຖະມົນຕີ ອົງການກວດກາລັດຖະບານ ກຳມາທິການແຜນການ-ການເງິນ ແລະ ກວດສອບຂອງສະພາແຫ່ງຊາດ ຮອງເຈົ້າແຂວງ ຮອງເຈົ້າຄອງ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມເປີດກວ້າງວຽກງານກວດສອບໃນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຕໍ່ກັບການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມແຫ່ງຊາດ ວ່າດ້ວຍການຮັບຮອງຜົນການກວດສອບ ປະຈຳສົກປີ 2015-2016 ແລະ ແຈ້ງການຂອງລັດຖະບານ ໃນການຜັນຂະຫຍາຍຜົນການກວດສອບແຫ່ງລັດ ທັງໄດ້ຮັບຟັງບົດສະຫຼຸບການເຄື່ອນໄຫວວຽກງານຂອງອົງການກວດສອບແຫ່ງລັດ ປະຈຳປີ 2017 ແລະ ທິດທາງແຜນການ 2018 ບົດລາຍງານກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2015-2016 ແລະ ມາດຕະການແນະນຳປັບປຸງແກ້ໄຂ ບົດລາຍງານການຈັດຕັ້ງປະຕິບັດການແກ້ໄຂຜົນການກວດສອບ ສົກປີ 2014-2015 ແລະ ການຜັນຂະຫຍາຍມາດຕະການແນະນຳປັບປຸງແກ້ໄຂຜົນການກວດສອບ ສົກປີ 2015-2016 ຄຽງຄູ່ກັນນັ້ນ ກອງປະຊຸມຍັງໄດ້ປຶກສາຫາລື ແລະ ທົບທວນການດຳເນີນການກວດສອບ ການປະກອບຄຳເຫັນຂອງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ເຊິ່ງທັງໝົດນັ້ນ ກໍ່ເພື່ອເຮັດໃຫ້ມີຄວາມເປັນເອກະພາບໃນການແກ້ໄຂຂໍ້ຄົງຄ້າງ ຈາກການລະເມີດວິໄນແຜນການ-ການເງິນ ຈາກຜົນການກວດສອບ ແນໃສ່ໃຫ້ບັນດາຫົວໜ່ວຍງົບປະມານທີ່ນຳໃຊ້ທຶນຮອນຂອງລັດ ໄດ້ຮັບການປັບປຸງແກ້ໄຂເປັນຮູບປະທຳ ແລະ ຫັນເຂົ້າສູ່ລະບຽບກົດໝາຍຢ່າງເຂັ້ມງວດ ສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງປົກປ້ອງພັກປົກປ້ອງແນວທາງ ແລະ ພະນັກງານ-ລັດຖະກອນ ສະກັດກັ້ນປາກົດການຫຍໍ້ທໍ້ໃນການບໍລິຫານໃນລະບົບງົບປະມານແຫ່ງລັດ ປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດ ຄຸ້ມຄອງເສດຖະກິດ-ສັງຄົມມີຄວາມເຂັ້ມແຂງ ໂປ່ງໃສ ມີປະສິດທິພາບປະສິດທິຜົນ ແລະ ປະຢັດ.
ສຳລັບຜົນການກວດສອບຂາດຕົວການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ສົກປີ 2015-2016 ໄດ້ດຳເນີນການກວດສອບບັນດາອົງການຈັດຕັ້ງລັດຂັ້ນສູນກາງ ແລະ ທ້ອງຖິ່ນ ຈຳນວນ 58 ຫົວໜ່ວຍ ໃນນັ້ນໄດ້ກວດສອບເຫັນລາຍຮັບເພີ່ມລາຍຮັບສ່ວຍສາອາກອນລາຍຮັບຊັບສິນຂອງລັດ ເງິນກອງທຶນລັດ ແລະ ອື່ນໆ ຈຳນວນ 689,61 ຕື້ກີບ ກວດສອບເຫັນໜີ້ຕ້ອງຮັບສະສົມ ຮອດວັນທີ 30 ກັນຍາ 2016 ຈຳນວນ 985,28 ຕື້ກີບ ທັງກວດສອບເຫັນການເອົາເງິນປັນຜົນ ເງິນອາກອນມູນຄ່າເພີ່ມອາກອນລາຍໄດ້ ແລະ ອາກອນກຳໄລ ຈຳນວນ 3,45 ຕື້ກີບ ໄປຈົດຮັບ-ຈົດຈ່າຍ ແລະ ກວດສອບເຫັນກົມສ່ວຍອາກອນ ບໍ່ໄດ້ປັບໃໝບັນດາວິສາຫະກິດທີ່ແຈ້ງເສຍອາກອນບໍ່ຄົບຖ້ວນ ຈຳນວນ 16,23 ຕື້ກີບ ແລະ ປັບໃໝບໍ່ຖືກຕາມອັດຕາທີ່ກົດໝາຍ ຈຳນວນ 3,93 ຕື້ກີບ ກວດສອບເຫັນໜີ້ຕ້ອງຮັບຈາກເງິນຂາຍໄມ້ ຄ່າປັບໃໝຄ່າເຊົ່າ-ສຳປະທານທີ່ດິນ ແລະ ຄ່າຊັບພະຍາກອນທຳມະຊາດ ຈຳນວນ 427,76 ຕື້ກີບ ກວດເຫັນການຂຸດຄົ້ນໄມ້ເກີນໂກຕາລັດຖະບານອະນຸມັດຂອງ 2 ແຂວງ ຈຳນວນ 28 ພັນກວ່າແມັດກ້ອນ ຂຸດຄົ້ນໄມ້ບໍ່ໄດ້ຮັບອະນຸຍາດລັດຖະບານ 4 ແຂວງ ຈຳນວນ 11 ພັນກວ່າແມັດກ້ອນ ແລະ ອື່ນໆ ພ້ອມນັ້ນໄດ້ກວດເຫັນຄັງເງິນແຫ່ງຊາດປະຈຳສູນກາງ ບໍ່ໄດ້ສະສາງຍອດເງິນໃນບັນຊີລາຍຮັບ ລໍຖ້າແບ່ງປັນ ຈຳນວນ 114,14 ຕື້ກີບ ກວດສອບເຫັນຍອດເຫຼືອເງິນໃນບັນຊີເງິນຝາກບໍລິຫານກອງການວິຊາການທີ່ບໍ່ໄດ້ສະສາງ ຈຳນວນ 1.041 ຕື້ກວ່າກີບ ກວດສອບເຫັນເງິນຝາກນອກລະບົບຄັງເງິນ ຈຳນວນ 29 ບັນຊີ ສ່ວນຂະແໜງພາສີກວດສອບເຫັນມີການຍົກເວັ້ນຫຼຸດຜ່ອນພາສີ-ອາກອນ ປະເພດພາຫະນະນ້ຳມັນເຊື້ອໄຟ ຄ່າຊັກພິເສດໄມ້ຂາອອກ ແລະ ສິນຄ້າທົ່ວໄປ ຈຳນວນ 3.570 ຕື້ກວ່າກີບ ແລະ ອື່ນໆ.
ແຫຼ່ງຂ່າວ: ໜັງສືພິມວຽງຈັນໃໝ່ | ຂ່າວພາຍໃນ | 2018-02-08T00:27:48+00:00 | https://laopost.com/?p=99225 |
Phasellus adipiscing faucibus | [dropcap]P[/dropcap]roin tristique elit et augue varius pellentesque. Donec enim neque, vulputate et commodo in, tristique sed velit. Phasellus adipiscing faucibus felis eget hendrerit. Vestibulum aliquet mauris sed felis convallis, sed tempus augue malesuada. Vivamus mauris lorem, laoreet sed suscipit nec, dapibus at elit. In in augue lobortis, eleifend tortor et, varius eros. Vivamus dignissim sed justo vitae suscipit. Mauris mi sem, malesuada sed sapien ut, sagittis condimentum urna. Nullam lacus mi, vulputate sed sollicitudin in, semper ut elit. Phasellus nec est at leo euismod placerat a porttitor est. Curabitur vel varius nunc, nec tincidunt magna. Proin eros mauris, lobortis id quam non, euismod fringilla nulla. Fusce vel nisi et turpis tempor molestie sit amet a dolor.
[quote bcolor=”#e5e5e5″] quam eu nibh porttitor, vitae vestibulum turpis molestie. Sed quis mauris vitae dolor imperdiet pharetra. Sed et eros eget sapien tempor cursus sit amet eget eros. Nunc a mauris imperdiet, scelerisque diam laoreet, consequat nibh. Morbi gravida ornare sem, aliquet vehicula augue egestas eget. Sed mollis fringilla enim.[/quote]
Vestibulum sit amet ante eget diam scelerisque eleifend. Nam metus mauris, cursus non suscipit ut, faucibu[highlight]s ut quam. Quisque ac scelerisque dolor. Nam sapien leo[/highlight], euismod id elementum ut, dapibus eget elit. Nunc posuere porttitor nulla facilisis congue. Maecenas molestie quam eu nibh porttitor, vitae vestibulum turpis molestie. Sed quis mauris vitae dolor imperdiet pharetra. Sed et eros eget sapien tempor cursus sit amet eget eros. Nunc a mauris imperdiet, scelerisque diam laoreet, consequat nibh. Morbi gravida ornare sem, aliquet vehicula augue egestas eget. Sed mollis fringilla enim, ac accumsan metus porta et. Fusce ut lacinia ante, et pretium velit. Nullam eget metus enim. Vestibulum mollis leo in nulla tristique, sit amet tincidunt nibh tincidunt. Cras at sem at leo pretium bibendum et at nisl. Pellentesque odio enim, consectetur vitae commodo non, facilisis tincidunt justo.
Lorem ipsum dolor sit amet, consectetur adipiscing elit.
Curabitur suscipit elit vel quam mattis laoreet.
Duis non diam ut nulla sollicitudin porta.
Lorem ipsum dolor sit amet, consectetur adipiscing elit.
Curabitur suscipit elit vel quam mattis laoreet.
Duis non diam ut nulla sollicitudin porta.
Duis tortor metus, accumsan in elit eget, porttitor sollicitudin ante. Sed in nunc sem. Ut tincidunt libero sed tortor vulputate, sit amet interdum urna eleifend. Ut porta justo a mauris aliquam tincidunt. Maecenas faucibus ultrices mauris ac lacinia. Maecenas eget urna leo. Maecenas congue mauris erat, in eleifend ante eleifend quis. In quis leo sit amet nibh imperdiet dignissim. Morbi malesuada luctus tortor, id cursus diam venenatis non. Nulla sit amet dui metus. Ut at interdum ipsum, ac ornare lacus. Etiam rutrum magna diam, sed luctus risus consectetur at. Vestibulum sodales purus eget consectetur tincidunt. Praesent augue nisl, consectetur a leo vel, vehicula dapibus nibh.
[one_third][list list_items=”list item,list item,list item,list item,list item” icon=”fa-icon-ok” icon_color=”#92ca1a”][/one_third] [one_third][list list_items=”list item,list item,list item,list item,list item” icon=”fa-icon-remove” icon_color=”#de5b5b”][/one_third] [one_third_last][list list_items=”list item,list item,list item,list item,list item” icon=”fa-icon-cog” icon_color=”#5ba5de”][/one_third_last] [gap height=”20″]
Last Name
First Name
Email
Due
Web Site
Smith
John
[email protected]
$50.00
http://www.jsmith.com
Bach
Frank
[email protected]
$50.00
http://www.frank.com
Doe
Jason
[email protected]
$100.00
http://www.jdoe.com
Conway
Tim
[email protected]
$50.00
http://www.tway.com | ຂ່າວບັນເທິງ | 2013-08-20T03:47:07+00:00 | https://laopost.com/?p=23685 |
ສົກປີນີ້ ໂຍທາ ໄດ້ຮັບງົບສຳລັບເສັ້ນທາງ 400,000,000,000 ກີບ | ໃນສົກປີນີ້ ຍທຂ ໄດ້ຮັບອະນຸມັດນໍາໃຊ້ງົບປະມານ ບ້ວງກອງທຶນທາງຈໍານວນ 400,000,000,000 ກີບ (400 ຕື້ກີບ) ເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດ 658 ໂຄງການ ຄື: ວຽກງານບູລະນະຮັກສາ ແລະ ສ້ອມແປງຂົວທາງຈໍານວນ 528 ໂຄງການ, ໃນນີ້ລວມເອົາທາງຫລວງແຫ່ງຊາດ 465 ໂຄງ ການ ແລະ ທາງຫລວງທ້ອງຖິ່ນ 63 ໂຄງການ ເຊິ່ງບັນດາໂຄງການເຫລົ່ານີ້ ລ້ວນແຕ່ໄດ້ຈັດຕັ້ງປະຕິບັດສໍາເລັດ; ສໍາລັບວຽກງານກໍ່ສ້າງຍົກລະດັບເສັ້ນທາງຈໍານວນ 30 ໂຄງການ ໃນນີ້ລວມເອົາໂຄງການທີ່ປະຕິບັດວຽກສໍາເລັດ 100% ກ່ອນເດືອນ 12 ປີ2015 ຈໍານວນ 16 ໂຄງການ ແລະ ໂຄງການທີ່ພວມປະຕິບັດວຽກຢູ່ 14 ໂຄງການ ແລະ ຜ່ານການຈັດຕັ້ງປະຕິບັດໃນຜ່ານມາ ເຫັນວ່າທຸກໂຄງການມີຄວາມຄືບໜ້າຕາມແຜນການທີ່ວາງໄວ້.
ຂໍ້ມູນດັ່ງກ່າວ ຖືກເປີດເຜີຍໃນກອງປະຊຸມຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທີ່ໄດ້ຈັດຂຶ້ນໃນວັນທີ 7-8 ກໍລະກົດນີ້ ພາຍໃຕ້ການເປັນປະທານຂອງທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງ ໂທທາທິການແລະຂົນສົ່ງ. | ຂ່າວພາຍໃນ | 2016-07-08T17:05:06+00:00 | https://laopost.com/?p=64655 |
ລົດຮັບສົ່ງນັກຂ່າວໂອລິມປິກ ຖືກຍິງໂຈມຕີ ຂະນະເດີນທາງສູ່ສະໜາມແຂ່ງຂັນ ຢູ່ບຣາຊິນ! | ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 10 ສິງຫາຜ່ານມານີ້ວ່າ ລົດເມຮັບສົ່ງນັກຂ່າວ ໃນເມືອງ ຣີໂອ ເດີ ຈາເນໂຣ ໄດ້ຖືກໂຈມຕີດ້ວຍອາວຸດປືນ ເທິງທາງດ່ວນຈາກສະໜາມແຂ່ງຂັນບານບ້ວງ ໄປຍັງສະໜາມຫລັກ ໃນມື້ວັນອັງຄານທີ 9 ສິງຫາ 2016 ຕາມເວລາໃນທ້ອງຖິ່ນ ໂດຍຜູ້ສື່ຂ່າວລະບຸວ່າ ໄດ້ຍິນສຽງປືນດັງ 2 ຄັ້ງ ເຮັດໃຫ້ແວ່ນແກ້ວປ່ອງຢ້ຽມຂອງລົດແຕກ ແລະ ມີຜູ້ໄດ້ຮັບບາດເຈັບ 3 ຄົນ, ແນວໃດກໍຕາມ ໂຊເຟີຂັບລົດຄັນດັ່ງກ່າວ ໄດ້ຕັດສິນໃຈຂັບລົດຕໍ່ໄປ ກ່ອນທີ່ຈະຢຸດຈອດ ເມື່ອພົບກັບລົດຂອງ ເຈົ້າໜ້າທີ່ຕຳຫລວດ.
ປັດຈຸບັນ ທາງການບຣາຊິນ ໄດ້ອອກຄຳສັ່ງ ເພີ່ມມາດຕະການຮັກສາຄວາມປອດໄພ ໃຫ້ເຂັ້ມງວດຂຶ້ນກວ່າເກົ່າ ເພື່ອປ້ອງກັນບໍ່ໃຫ້ເກີດເຫດຮຸນແຮງ ດັ່ງກ່າວນີ້ອີກ.
ຕິດຕາມເຮາທາງFacebook ກົດຖືກໃຈເລີຍ! | ຂ່າວຕ່າງປະເທດ | 2016-08-11T11:12:21+00:00 | https://laopost.com/?p=68079 |
ຫຼວງພະບາງຈະສະຫຼອງປີໃໝ່ 10 ມື້ເຕັມໆ | ລາຍການເຄື່ອນໄຫວບຸນປີໃໝ່ລາວ ປະຈຳປີ ພສ 2561 ງານສະເຫຼີມສະຫຼອງປີທ່ອງທ່ຽວລາວ ທີ່ແຂວງຫຼວງພະບາງ ຄສ 2018 ແລະ ພິທີປະກາດການສ້າງຕັ້ງ “ນະຄອນຫຼວງ” ລະຫ່ວາງ ວັນທີ່ 11 – 20 ເມສາ (4) 2018, ພາສາລາວ, ອັງກິດ, ໄທ, ເກົາຫລີ.
Events for Lao New Year in LuangPrabang World Heritage Town between 11-20 April 2018, Lao, English, Thai, Korean | ຂ່າວພາຍໃນ | 2018-03-08T10:29:04+00:00 | https://laopost.com/?p=99780 |
ພົບແລ້ວ 168 ສົບ! ຫຼັງກູ້ໄພເລັ່ງຄົນຫາສົບຜູ້ເສຍຊີວິດຈາກເໝືອງຫຍົກມຽນມາຖະລົ່ມ | ການລາຍງານຈາກຊາຍແດນໄທ-ມຽນມາ ໄດ້ເກີດເຫດການເໝືອງຫຍົກຖະລົ່ມທີ່ບໍລິເວນເມືອງ ພະການ ຫ່າງຈາກເມືອງ ມິຈິນາ ໄປທາງທິດຕະເວັນຕົກຂອງລັດຄະສິ່ນ ປະເທດມຽນມາ ໃນວັນທີ 2 ກໍລະກົດ 2020 ເຊິ່ງສາເຫດເກີດມາຈາກຝົນຕົກໜັກເຮັດໃຫ້ດິນພູເຂົາຂະໜາດມະຫຶມາຖະລົ່ມຕົກລົງໃນໜອງນໍ້າກາງພູເຂົາ ເຮັດໃຫ້ເກີດຄື້ນສິນາມິໂຄນຕົມຂະໜາດຍັກ ພັດຖະລົ່ມກຳມະກອນເໝືອງຫຼາຍຮ້ອຍຄົນທີ່ກຳລັງຄົ້ນຫາຫີນຫຍົກຢູ່ດ້ານລຸ່ມ ຈົນສົ່ງຜົນໃຫ້ມີຜູ້ເສຍຊີວິດ ປະມານ 200 ຄົນ ເຊິ່ງເປັນແຮງງານໄວໜຸ່ມອາຍຸສະເລ່ຍປະມານ 18-30 ປີ.
ເວັບໄຊ sanook ລາຍງານຫຼຸ້າສຸດວ່າ ໜ່ວຍກູ້ໄພຂອງມຽນມາ ໄດ້ເຮັດການຄົ້ນຫາຮ່າງຜູ້ເສຍຊີວິດໄດ້ແລ້ວ 168 ຄົນ ມີຜູ້ບາດ ເຈັບ 54 ຄົນ ເຊິ່ງຖືກນຳຕົວສົ່ງໄປໂຮງໝໍໃນພື້ນທີ່ແລ້ວ. ສ່ວນສົບທີ່ກູ້ຂຶ້ນມາໄດ້ນັ້ນແມ່ນໄດ້ລຳລຽງຮ່າງຜູ້ເສຍຊີວິດໄປໄວ້ທີ່ສາລາປະຈຳໝູ່ບ້ານ ທ່າມກາງເສຍຮ້ອງໄຫ້ຂອງບັນດາຍາດພີ່ນ້ອງຜູ້ເສຍຊີວິດ.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວຕ່າງປະເທດ | 2020-07-06T16:51:35+00:00 | https://laopost.com/?p=120200 |
ໂຫດ! ໄອເອັສ ເຜີຍແຜ່ຄລິບຂ້າຕັດຄໍ ຕົວປະກັນອາເມຣິກັນ ແລະ ທະຫານຊີເຣຍ 10 ກ່ວາຄົນ! | ກຸ່ມລັດອິດສະລາມ ຫລື ໄອເອັສ ເຜີຍແຜ່ຄລິບວີດີໂອສະແດງພາບຫົວຂອງຕົວປະກັນຊາວອາເມຣິກັນ ຖືກຕັດ
ຂາດ ແລະ ການຂ້າຕັດຄໍນັກບິນຊີເຣຍອີກນັບສິບກ່ວາຄົນ.
ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 17 ພະຈິກນີ້ວ່າ ກຸ່ມຕິດອາວຸດລັດອິດສະລາມ ຫລື ໄອເອັສ ໄດ້ເຜີຍແຜ່
ຄລິບດັ່ງກ່າວເທິງສັງຄົມອອນລາຍ ໃນວັນອາທິດ (16 ພະຈິກ) ຜ່ານມານີ້ ໂດຍພວກເຂົາໄດ້ອ້າງວ່າ ຫົວທີ່ຖືກຕັດ
ຂາດນັ້ນ ແມ່ນເປັນຫົວຂອງ ທ້າວ ອັບດຸນ – ເຣາະມານ (ປີເຕີ້) ແຄສຊິກ ເຈົ້າໜ້າທີ່ພາສີຊາວອາເມຣິກັນ ເຊິ່ງນັບ
ເປັນຕົວປະກັນທີ່ຕົກເປັນເຫຍື່ອສັງຫານໂຫດຂອງກຸ່ມໄອເອັສ ຄົນທີ 5 ແລະ ເປັນຊາວອາເມຣິກັນຄົນທີ 3, ພ້ອມ
ນັ້ນ ພວກເຂົາຍັງໄດ້ເຜີຍແຜ່ຄລິບການຂ້າຕັດຄໍ ນັກບິນຂອງກອງທັບອາກາດຊີເຣຍນັບສິບກ່ວາຄົນອີກດ້ວຍ.
ອັບດຸນ – ເຣາະມານ (ປີເຕີ້) ແຄສຊິກ ເຈົ້າໜ້າທີ່ພາສີຊາວອາເມຣິກັນ ທີ່ຖືກຈັບກຸມເປັນຕົວປະກັນ ແລະ ໄດ້ຖືກສັງຫານໂຫດດ້ວຍການຂ້າຕັດຄໍຂອງກຸ່ມໄອເອັສ | ຂ່າວຕ່າງປະເທດ | 2014-11-17T11:13:11+00:00 | https://laopost.com/?p=13791 |
ມາແລ້ວ! ແຈ້ງການພັກປີໃຫມ່ລາວ 2018 | ເນື່ອງຈາກວັນປີໃໝ່ລາວປີ 2018 ແມ່ນວັນທີ 14, 15 ແລະ 16 ເມສາ 2018 ( ກົງກັບວັນເສົາ, ວັນອາທິດ ແລະ ວັນຈັນ). ສະນັ້ນ, ທາງພາກສ່ວນລັດຖະບານຈື່ງໄດ້ກຳນົດ ແລະ ເຫັນດີເອົາວັນທີ 17 ແລະ 18 ເມສາ 2018 ( ກົງກັບວັນອັງຄານ ແລະ ວັນພຸດ ) ເປັນວັນພັກຊົດເຊີຍ. ສ່ວນລາຍລະອຽດເພີ່ມຕື່ມແມ່ນຕາມແຈ້ງການດ້ານລຸ່ມນີ້: | ຂ່າວພາຍໃນ | 2018-03-27T14:50:40+00:00 | https://laopost.com/?p=100122 |
ສສຊ ສະເໜີບັນຫາພ້ອມກັບແກ້ໄຂບັນຫາເງິນເຟີ້ໃນ ສປປ ລາວ | ໃນວາລະດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 28 ມິຖຸນາ 2023 ນີ້, ທ່ານ ນາງ ວາລີ ເວດສະພົງ ສສຊ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ປະກອບຄຳເຫັນກ່ຽວກັບການປະເມີນການອອກພັນທະບັດ ມີປະສິດທິຜົນແລ້ວບໍ ພ້ອມຢືນຢັນວ່າ ເງິນຕາຕ່າງປະເທດ ຢູ່ນອກລະບົບມີຫຼາຍ.
ການອອກພັນທະບັດນີ້ຍັງບໍ່ສາມາດມັນຕອບໂຈດເລື່ອງບັນຫາເງິນເຟີ້ ເນື່ອງຈາກປະຊາຊົນລາວສ່ວນຫຼາຍແມ່ນນຳໃຊ້ເງິນ 3-4 ສະກຸນ ເມື່ອອອກພັນທະບັດມາກໍພຽງແຕ່ດູດເງິນກີບເຂົ້າໄປ ແລະ ເຮັດໃຫ້ລະບົບທະນາຄານບໍ່ມີເງິນກີບ ແຕ່ເງິນກີບກໍຍັງອ່ອນຄ່າຄືເກົ່າ ເນື່ອງຈາກປະຊາຊົນຍັງໃຊ້ເງິນສະກຸນອື່ນ ເພາະບໍ່ໄດ້ຜິດກົດໝາຍ.
ອີກບັນຫາໜຶ່ງທີ່ເປັນການອ່ອນຄ່າເງິນກີບນັ້ນກໍຄື ຍິ່ງມີແຈ້ງການຊຳລະຄ່າໄຟຟ້າເປັນເງິນຕາ ຍິ່ງເປັນການເຮັດໃຫ້ເງິນກີບອ່ອນຄ່າລົງ.
ພ້ອມນີ້ ທ່ານ ນາງ ວາລີ ເວດສະພົງ ຍັງສະເໜີວິທີການດູດເງິນຕາເຂົ້າລະບົບ ເຖິງວ່າປະຊາຊົນ ແລະ ທະນາຄານທຸລະກິດຈະໄດ້ຮັບຜົນກະທົບເລື່ອງຄວາມຫຍຸ້ງຍາກກໍຕາມ ແຕ່ມັນເປັນຜົນດີໃນອະນາຄົດດກ່ຽວກັບຄ່າຂອງເງິນກີບ ແລະ ຮຽກຮ້ອງໃຫ້ລັດຖະບານອອກມາແກ້ໄຂກໍຄື ຂ່າວກ່ຽວກັບປະເທດລາວຫັນມາໃຊ້ເງິນຢວນ ເຊິ່ງມັນສ້າງຄວາມເສຍຫາຍ ແລະ ສ້າງຄວາມບໍ່ເຊື່ອໝັ້ນໃຫ້ແກ່ສະກຸນເງິນກີບ.
ສະເໜີໃຫ້ລັດຖະບານ ຊຸກຍູ້ນະໂຍບາຍກ່ຽວກັບລົດໄຟຟ້າ ເນື່ອງຈາກສປປ ລາວ ເປັນແຫຼ່ງຜະລິດໄຟຟ້າຂະໜາດໃຫຍ່ໃນອາຊີ ທັ້ງນີ້ກໍເພື່ອເປັນການຫຼຸດຜ່ອນການນຳເຂົ້ານ້ຳມັນ ເພາະເປັນການກົດດັນເລື່ອງການໃຊ້ເງິນຕາອີກດ້ວຍ ແລະ ຢາກໃຫ້ທາງລັດຖະບານເຈລະຈາແກ້ໄຂໃນການຊື້-ຂາຍແຮ່ທາດ ໃຫ້ນຳໃຊ້ເປັນກີບ ເພາະເປັນສິ່ງທີ່ເຮົາໄດ້ປຽບ. | ຂ່າວພາຍໃນ | 2023-06-28T16:09:24+00:00 | https://laopost.com/?p=145660 |
ທ່ານ ສົມສະຫວາດ ເລັ່ງສະຫວັດ ສຳເລັດການ ຢ້ຽມຢາມ ສະຫະພັນຣັດເຊຍ ດ້ວຍຜົນສຳເລັດອັນສະຫງ່າງາມ | ແຕ່ວັນທີ 12 -18 ເມສາ 2016ທີ່ຜ່ານມາ, ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນໍາວຽກງານເສດຖະກິດຂົງເຂດການຜະລິດ ແລະ ຈໍລະຈອນ ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງລາວ ໄປຢ້ຽມຢາມ ສະ ຫະພັນຣັດເຊຍ ຢ່າງເປັນທາງການ.
ໃນໄລຍະຢູ່ຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ຄະນະຜູ້ແທນລາວເຮົາ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກທ່ານ ເດີໂວຣໂກວີຈ, ຮອງນາຍົກລັດຖະມົນຕີ ແຫ່ງ ສະຫະພັນຣັດເຊຍ ໂດຍທ່ານໄດ້ກ່າວ ຊົມເຊີຍ ແລະ ຕີລາຄາສູງຕໍ່ ການພົວພັນຮ່ວມມືຂອງສອງປະເທດ ທີ່ມີມູນເຊື້ອມາແຕ່ດົນນານ. ນອກນີ້, ທ່ານ ຍັງໄດ້ແຈ້ງໃຫ້ຮູ້ວ່າ: ພາຍຫລັງ ສປປ ລາວ ເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ (AEC) ແລ້ວ ຣັດເຊຍ ຍັງໄດ້ມີແຜນການເພື່ອສະເໜີແນວທາງການຮ່ວມມືອັນໃໝ່ໃນດ້ານຕ່າງໆ ກັບ ສປປ ລາວ ລວມທັງ ການສືບຕໍ່ສະໜັບສະໜູນການຮ່ວມມືພັດທະນາທາງດ້ານພະລັງງານ ຄຽງຄູ່ກັບການສືບຕໍ່ຕິດຕາມ ແລະ ຊຸກຍູ້ໃຫ້ບັນດາບໍລິສັດກ່ຽວຂ້ອງຂອງຣັດເຊຍ ເພື່ອໄປລົງທຶນຢູ່ ສປປ ລາວ ໃຫ້ນັບມື້ນັບຫລາຍຂຶ້ນ ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງລາວ.
ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ໄດ້ແຈ້ງໃຫ້ຄູ່ຕຳແໜ່ງຣັດເຊຍຊາບ ກ່ຽວກັບການມາເຮັດວຽກຂອງຄະນະຄັ້ງນີ້ ເຊິ່ງຈຸດປະສົງຕົ້ນຕໍ ແມ່ນເພື່ອສືບຕໍ່ຊຸກຍູ້ການຮ່ວມມື ລະຫວ່າງສອງປະເທດ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ແທດເຖິງຕົວຈິງຍິ່ງຂຶ້ນ, ເວົ້າສະເພາະ ແມ່ນເພື່ອຊຸກຍູ້ການຮ່ວມມືພັດທະນາໃນຂົງເຂດພະລັງງານ, ການຄ້າ ແລະ ການທ່ອງທ່ຽວ ເຊິ່ງ ສປປ ລາວ ພ້ອມທີ່ຈະອໍານວຍຄວາມສະດວກໃນດ້ານຕ່າງໆ ໃຫ້ແກ່ບັນດານັກທຸລະກິດຣັດເຊຍ. ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ສະເໜີໃຫ້ສອງຝ່າຍ ສືບຕໍ່ປຶກສາຫາລືກັນ ເພື່ອກ້າວໄປສູ່ການເຊັນສັນຍາ ການຄ້າສະບັບໃໝ່ ທີ່ແທດເໝາະກັບສະພາບການໃນປະຈຸບັນ. ນອກຈາກນັ້ນ, ຮອງນາຍົກລັດຖະມົນຕີທັງສອງ ຍັງໄດ້ປຶກສາຫາລື ກ່ຽວກັບການກະກຽມເຂົ້າຮ່ວມກອງປະຊຸມຄູ່ເຈລະຈາ ອາຊຽນ-ຣັດເຊຍ ແລະ ການພົບປະສຸດຍອດຂອງສອງປະເທດ ໃນຖະນາ ສປປ ລາວ ເປັນປະທານອາຊຽນ ເຊິ່ງຈະ ໄດ້ຈັດຂຶ້ນຢູ່ໂຊຈີ ໃນມໍ່ໆ ນີ້ ແລະ ເຊື່ອໝັ້ນວ່າ ຜ່ານກອງປະຊຸມຄັ້ງນີ້ ບົດບາດຂອງຣັດເຊຍ ຈະໄດ້ຮັບການເພີ່ມທະວີຂຶ້ນຢູ່ໃນອາຊຽນ. ພາຍຫລັງສໍາເລັດກອງປະຊຸມຮ່ວມມືຂອງຄະນະກໍາມາທິການຮ່ວມມື ຂອງສອງປະເທດ ຄັ້ງທີ 11 ທີ່ໄດ້ຈັດຂຶ້ນໃນເດືອນ ເມສາ 2015 ທີ່ນະຄອນຫລວງມົດສະກູ ເຫັນ ວ່າການຮ່ວມມືຂອງສອງປະເທດ ໄດ້ຮັບການຈັດຕັ້ງຜັນຂະຫຍາຍ ແລະ ມີຄວາມຄືບໜ້າ ເຊິ່ງມີຜົນສໍາເລັດໃນຫລາຍດ້ານ ແລະ ເຊື່ອວ່າ ກອງປະຊຸມຄັ້ງທີ 12 ຂອງຄະນະກຳມາທິກາານຮ່ວມມື ທີ່ຈະໄດ້ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນເດືອນ ກໍລະກົດ 2016 ທີ່ຈະມາເຖິງນີ້ ຈະໄດ້ຮັບຜົນສຳເລັດ ໃໝ່ອີກ.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງລັດຖະບານ ແລະ ປະຊາຊົນຣັດເຊຍ ທີ່ໄດ້ເອົາໃຈໃສ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນໄລຍະທີ່ຜ່ານມາ ໂດຍສະເພາະ ໃນຂົງເຂດວຽກງານປ້ອງກັນຊາດ ແລະ ການພັດ ທະນາຊັບພະຍາກອນມະນຸດ.
ໃນໄລຍະເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຄັ້ງນີ້ ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ພົບປະກັບທ່ານ ນີກີໂຟຣົບ, ລັດຖະມົນຕີກະຊວງຄົມມະນາຄົມ ແລະ ສື່ສານມວນຊົນ, ທັງເປັນປະທານຄະ ນະກຳມາທິການຮ່ວມມື ຣັດເຊຍ-ລາວ ແລະ ບໍລິສັດທີ່ພັດທະນາດ້ານພະລັງງານ ຈໍານວນໜຶ່ງຕື່ມອີກ.
ຂ່າວຈາກ: ສຳນັກຂ່າວສານປະເທດລາວ | ຂ່າວພາຍໃນ | 2016-04-21T07:12:15+00:00 | https://laopost.com/?p=11392 |
ຕຳຫລວດອິນໂດເນເຊຍ ປະທະຜູ້ປະທ້ວງຕ້ານຂຶ້ນລາຄານ້ຳມັນ ເສຍຊີວິດ 1 ຄົນ | ຕຳຫລວດອິນໂດເນເຊຍ ປະທະຜູ້ປະທ້ວງຕ້ານຂຶ້ນລາຄານ້ຳມັນ ທີ່ພະຍາຍາມຝ່າຝືນເຂົ້າໄປສຳນັກງານປົກຄອງ
ໃນທ້ອງຖິ່ນ ເມືອງມາຄາສຊາ ເທິງເກາະສຸລາເວສີ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ.
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 28 ພະຈິກນີ້ວ່າ ກຸ່ມຜູ້ປະທ້ວງຕ້ານຂຶ້ນລາຄານ້ຳມັນໃນອິນໂດເນເຊຍ
ໄດ້ປະທະກັບຕຳຫລວດໃນບໍລິເວນພາກກາງຂອງປະເທດ ໃນລະຫວ່າງການຊຸມນຸມຕໍ່ຕ້ານລາຄານ້ຳມັນທີ່ສູງຂຶ້ນ
ຢ່າງກະທັນຫັນ ຕາມພາຍຫລັງລັດຖະບານອິນໂດເນເຊຍ ໄດ້ປະກາດຫລຸດການອຸດໜນລາຄານ້ຳມັນເຊື້ອໄພເມື່ອ
ກາງເດືອນທີ່ຜ່ານມາ ສົ່ງຜົນເຮັດໃຫ້ການປະທະກັນດັ່ງກ່າວ ມີຜູ້ເສຍຊີວິດ 1 ຄົນ ເປັນຊາຍອາຍຸ 27 ປີ ເສຍຊີວິດ
ໂດຍພົບສົບຢູ່ເທິງຖະໜົນ ຫລັງຕຳຫລວດຍິງແກ໊ສນ້ຳຕາ ແລະ ສີດນ້ຳເຂົ້າສະຫລາຍກຸ່ມຜູ້ປະທ້ວງ ເຊິ່ງມີຢູ່ປະ
ມານ 200ອກ່ວາຄົນ ໂດຍກຸ່ມຜູ້ປະທ້ວງດັ່ງກ່າວ ໄດ້ພະຍາຍາມບຸກເຂົ້າໄປໃນສຳນັກງານປົກຄອງທ້ອງຖິ່ນຂອງ
ເມືອງມາຄາສຊາ ເທິງເກາະສຸລາເວສີ.
ດ້ານໂຄສົກຕຳຫລວດໃນທ້ອງຖິ່ນໄດ້ກ່າວວ່າ ຜູ້ຊຸມນຸມມີທັງນັກສຶກສາ ແລະ ຊາວບ້ານ ໄດ້ພາກັນແກ່ວງກ້ອນ
ຫີນເຂົ້າໃສ່ເຈົ້າໜ້າທີ່ກ່ອນ ເຮັດໃຫ້ຕຳຫລວດຕ້ອງແກ່ວງກ້ອນຫີນກັບຄືນໄປ ພ້ອມທັງກ່າວຕໍ່ອີກວ່າ ກຸ່ມຜູ້ປະ
ທ້ວງໄດ້ພັງປະຕູສຳກງານຜູ້ວ່າການ ແລະ ຕຳຫລວດພະຍາຍາມຜັກດັນພວກເຂົາກັບໄປ ແລະ ຫລັງຈາກເຫລົ່າ
ຜູ້ປະທ້ວງຖອຍອອກໄປນັ້ນ ກໍປະກົດເຫັນຊາຍຄົນໜຶ່ງນອນຢູ່ເທິງຖະໜົນ ໃນສະພາບທີ່ໄດ້ຮັບບາດເຈັບບໍລິ
ເວນຫົວ, ສ່ວນສາເຫດຂອງການເສຍຊີວິດໃນຄັ້ງນີ້ ຍັງຢູ່ລະຫວ່າງການສືບສວນຂອງເຈົາໜ້າທີ່. | ຂ່າວຕ່າງປະເທດ | 2014-11-28T14:36:52+00:00 | https://laopost.com/?p=14387 |
WHO ເຕືອນໂລກກຳລັງເຂົ້າສູ່ “ຊ່ວງເລີ່ມຕົ້ນຂອງຄື້ນຮອບໃໝ່” | ສຳນັກຂ່າວ CNBC: ອົງການອະນາໄມໂລກ (WHO) ກ່າວເຕືອນວ່າ ໂລກກຳລັງຢູ່ໃນຊ່ວງເລີ່ມຕົ້ນຂອງຄື້ນຮອບໃໝ່ ໃນການແຜ່ລະບາດຂອງເຊື້ອໂຄວິດ-19 ເນື່ອງຈາກຄວາມຫຼຸດດ່ຽງໃນການຈັດແບ່ງວັກຊີນທົ່ວໂລກຍັງບໍ່ມີຄວາມຍຸຕິທຳ.
ທ່ານ ເທດຣອສ ອັດຮານອມ ເກເບຣເຍຊຸສ, ຫົວໜ້າອົງການ WHO ກ່າວວ່າ: ໂລກກຳລັງຢູ່ໃນຊ່ວງເລີ່ມຕົ້ນຂອງການລະບາດຂອງເຊື້ອໂຄໂຣນາໄວຣັສອີກຮອບໃໝ່ ຍ້ອນຄວາມຄາດເຄື່ອນຂອງການແຈກຢາຍວັກຊີນທົ່ວໂລກ, ຂະນະທີ່ປະເທດທີ່ມີຊັບພະຍາກອນພຽງພໍແມ່ນສາມາດແຈກຢາຍວັກຊີນພາຍໃນ ແລະປະຊາຊົນກໍກັບມາໃຊ້ຊີວິດປົກກະຕິໄດ້, ກົງກັນຂ້າມ ຍັງມີອີກຫຼາຍປະທດຊໍ້າພັດລັອກດາວເພື່ອສະກັດກັ້ນບໍ່ໃຫ້ມີການແຜ່ລະບາດຂອງເຊື້ອໄວຣັສ.
ທ່ານ ເທດຣອສ ຍັງໄດ້ກ່າວເຖິງຄວາມແຕກໂຕນກັນຂອງການແຈກຢາຍວັກຊີນລະຫວ່າງປະເທດທີ່ຮັງມີ ກັບທຸກຍາກ ເຊິ່ງ 75% ຂອງປະລິມານວັກຊີນທັງໝົດ ຫຼື 3.5 ຕື້ເຂັມ ໄດ້ມີການແຈກຢາຍໃນ 10 ປະເທດເທົ່ານັ້ນ ຂະນະທີ່ພຽງ 1% ຂອງປະຊາກອນໃນປະເທດທຸກຍາກໄດ້ຮັບວັກຊີນພຽງເຂັມດຽວ.
ຫົວໜ້າອົງການ WHO ກ່າວຕື່ມວ່າ: ຍິ່ງການລະບາດຄັ້ງໃຫຍ່ແກ່ຍາວຂຶ້ນເທົ່າໃດ, ຄວາມວຸ້ນວາຍທາງດ້ານເສດຖະກິດ ແລະ ສັງຄົມກໍຍິ່ງເພີ່ມທະວີຫຼາຍຂຶ້ນເທົ່ານັ້ນ. ຕະຫຼອດ 19 ເດືອນພາຍຫຼັງມີການແຜ່ລະບາດຂອງເຊື້ອໄວຣັສ ແລະ ເຈັດເດືອນນັບແຕ່ວັກຊີນຊະນິດທຳອິດໄດ້ຮັບການອະນຸມັດໃຊ້, ຕອນນີ້ໂລກຂອງພວກເຮົາແມ່ນຍັງຢູ່ໃນໄລຍະເລີ່ມຕົ້ນຂອງການແຜ່ລະບາດອີກຮອບໃໝ່.
“ໄພຄຸກຄາມຈາກການລະບາດໃຫຍ່ທົ່ວໂລກຍັງຈະຢູ່ຄູ່ກັບມະນຸດອີກດົນຈົນກວ່າທຸກປະເທດສາມາດຈັດການມັນໄດ້.” ທ່ານ ເທດຣອສ ກ່າວ. | ຂ່າວຕ່າງປະເທດ | 2021-07-22T09:09:24+00:00 | https://laopost.com/?p=126298 |
ຕອບແທນຢ່າງຈິງໃຈກັບການເປີດສູນໃໝ່ຂອງຫົວເຫວີຍ | ຫົວເຫວີຍເຂົ້າໃຈ ແລະ ຖືໃຫ້ຄວາມສຳຄັນຢ່າງໜື່ງຂອງການໃຫ້ບໍລິການລູກຄ້າເພື່ອຕອບສະໜອງກັບຄວາມພືງພໍໃຈຂອງລູກຄ້າທີ່ເລືອກຊົມໃຊ້ຜະລິດຕະພັນຂອງຫົວເຫວີຍມາຕະຫຼອດເພີ່ນຈື່ງຈະໄດ້ມີການ ເປີດສູນບໍລິການຫຼັງການຂາຍຫົວເຫວີຍ ຢ່າງເປັນທາງການໃນວັນທີ່ 29/12/2016 ທີ່ຈະມາເຖີງນີ້ ເຊີ່ງສະຖານທີ່ກໍ່ຕັ້ງຢູ່ຮ້ານເພີ່ນເອງຢູ່ດົງປາລານ,ນະຄອນຫຼວງວຽງຈັນ (ກົງກັນຂ້າມກັບຕຶກK-Plaza)
ໃນງານຍັງຈະມີກິດຈະກຳຫຼາກຫຼາຍຢ່າງ ມີກິດຈະກຳຖ່າຍຮູບພາບພາຍໃນງານ ແລ້ວໂພສໃນເຟສບຸກ ລົງທ້າຍພິມດ້ວຍຄຳວ່າ #HUAWEI Laos Customer Service Center Opening ໃຜທີ່ໄດ້ Like ຫລາຍກ່ອນໝູ່ຮັບໄປເລີຍ ໂທລະສັບສາມາດໂຟນ ຫົວເຫວີຍ P9. ນອກຈາກນີ້ຍັງມີການສະຫຼັກຊື່ໃຫ້ລູກຄ້າຟຣີສຳລັບຜູ້ທີ່ມາຮ່ວມງານທີ່ໃຊ້ໂທລະສັບຫົວເຫວີຍ (ໂທລະສັບຫົວເຫວີຍທີ່ຊື້ໃນສູນລາວແລະເປັນລຸ້ນທີ່ມີຝາຫຼັງເປັນໂລຫະເທົ່ານັ້ນ)
ມາພົບກັບກັບຄວາມມ່ວນຊື່ນຫຼາກຫຼາຍຮູບແບບ ພ້ອມກັບການແຈກຂອງລາງວັນອີກຫຼາຍຢ່າງ ແລ້ວພົບກັນທີ່ສູນບໍລິການຫຼັງການຂາຍຂອງຫົວເຫວີຍ | ຂ່າວເຫດການ | 2016-12-28T10:44:14+00:00 | https://laopost.com/?p=81741 |
ເມືອງໄກສອນພົມວິຫານ ກຽມປະກາດເປັນ “ນະຄອນ” ຢ່າງເປັນທາງການ 1 ມິຖຸນານີ້ | ນະຄອນໄກສອນພົມວິຫານ ຈະຖືກປະກາດຢ່າງເປັນທາງການໃນວັນທີ 1 ມິຖຸນາ 2018 ນີ້ ຫຼັງຈາກທີ່ມີດຳລັດຂອງນາຍົກລັດຖະມົນຕີໃຫ້ສ້າງຕັ້ງເປັນນະຄອນ ອອກມາເມື່ອວັນທີ 11 ເມສາ 2018 ທີ່ຜ່ານມາ.
ໜັງສືພິມລາວພັດທະນາລາຍງານວ່າ ອົງການປົກຄອງເມືອງໄກສອນພົມວິຫານ ສົມທົບກັບອົງການປົກຄອງແຂວງ ແລະ ພາກສ່ວນຕ່າງໆ ກຳລັງກະກຽມຄວາມພ້ອມໃນການຈັດພິທີປະກາດເປັນນະຄອນໄກສອນພົມວິຫານຢ່າງເປັນທາງການໃນວັນທີ 1 ມະຖຸນາທີ່ຈະມາເຖິງນີ້.
ທ່ານ ບຸນຍູ້ ທຳມະວົງ ເຈົ້າເມືອງໄກສອນກ່າວວ່າ ໃນໂອກາດດັ່ງກ່າວນີ້ ຂໍເຊີນຊວນບັນດາອົງການຈັດຕັ້ງແຕ່ລະຂັ້ນ, ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນຊາວເມືອງໄກສອນພົມວິຫານ ຈົ່ງພ້ອມກັນເປັນເຈົ້າພາບທີ່ດີ ຮ່ວມແຮງຮ່ວມໃຈສາມັກຄີ ໃນການປະກາດເປັນນະຄອນໃນຄັ້ງນີ້.
ທັງນີ້ ການສ້າງຕັ້ງນະຄອນໄກສອນພົມວິຫານ ແມ່ນຈະປ່ຽນແທນເມືອງໄກສອນພົມວິຫານ ເຊິ່ງ ນະຄອນໃນທີ່ນີ້ເປັນການປົກຄອງທ້ອງຖິ່ນຂັ້ນດຽວກັນກັບເມືອງ ແລະ ຂຶ້ນກັບແຂວງສະຫວັນນະເຂດ ມີເນື້ອທີ່ທັງໝົດ 776 ກິໂລຕາແມັດ ແລະ ມີປະຊາກອນ 125,726 ຄົນໃນ 67 ບ້ານ.
ແຫລ່ງຂ່າວ: ໜັງສືພິມລາວພັດທະນາ | ຂ່າວພາຍໃນ | 2018-05-07T15:04:41+00:00 | https://laopost.com/?p=100712 |
ຊົນເຜົ່າພື້ນເມືອງຊູດານ ປະທະເດືອດ! ເສຍຊີວິດຢ່າງໜ້ອຍ 133 ຄົນ! | ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 28 ພະຈິກນີ້ວ່າ ເກີດການປະທະກັນຢ່າງຮຸນແຮງລະຫວ່າງສະມາຊິກຊົນເຜົ່າ
ມິສເຊຣິຍາ ເຊື້ອສາຊີອູດ ກັບສະມາຊິກຊົນເຜົ່າດຽວກັນທີ່ມີເຊື້ອສາຍ ອາວລັດ ອຳຣານ ເຊິ່ງເປັນເຫດເຮັດໃຫ້ມີຜູ້ເສຍຊີ
ວິດໄປແລ້ວຢ່າງໜ້ອຍ 133 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບ ເຊິ່ງບໍ່ສາມາດລະບຸຈຳນວນໄດ້ຊັດເຈນອີກເປັນຈຳນວນຫຼາຍ
ນັບຕັ້ງແຕ່ມີຂໍ້ຂັດແຍ່ງລະເບີດຂຶ້ນໃນວັນທີ 23 ພະຈິກ ທີ່ຜ່ານມາ.
ແຫລ່ງຂ່າວລະບຸວ່າ ຕົ້ນຕໍຂອງການປະທະກັນເອງຂອງສະມາຊິກຊົນເຜົ່າມິສເຊຣິຍາໃນເທື່ອນີ້ ແມ່ນເກີດມາຈາກການ
ຂັດແຍ່ງກັນເລື່ອງທີ່ດິນທຳກິນໃນເຂດອັນ-ກູວິກ ທີ່ຢູ່ບໍ່ໄກຈາກຊາຍແດນປະເທດຊູດານໃຕ້ ໂດຍຕ່າງຝ່າຍຕ່າງໃຊ້ອາ
ວຸດເຂົ້າປະຫັດປະຫານກັນ ເຊິ່ງປະກອບມີທັງປືນກົນຕ່າງໆ ໃນຂະນະທີ່ບໍ່ມີການສົ່ງທະຫານຂອງລັດຖະບານເຂົ້າມາຄວບ
ຄຸມສະຖານະການແຕ່ຢ່າງໃດ. | ຂ່າວຕ່າງປະເທດ | 2014-11-28T14:01:45+00:00 | https://laopost.com/?p=14368 |
ປະທານປະເທດ ເນັ້ນແຂວງຫຼວງພະບາງ ສຸມໃສ່ຈັດສັນອາຊີບ ກັບການອະນຸຮັກວັດທະນະທຳ! | ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດໄດ້ກ່າວໂອ້ລົມຊີ້ນຳອຳນາດການປົກຄອງແຂວງຫຼວງພະບາງ ໃຫ້ຖືສຳຄັນ
ການປຸກລະດົມຄວາມສາມັກຄີຂອງບັນດາເຜົ່າ ພ້ອມທັງຈັດສັນອາຊີບຄົງທີ່ໃຫ້ປະຊາຊົນຄຽງຄູ່ກັບການອະນຸຮັກວັດ
ທະນະທຳທີ່ເປັນເອກະຮັກຂອງຫຼວງພະບາງ ໃຫ້ຍືນຍົງຄົງຢູ່ຕະຫຼອດໄປ.
ທ່ານ ຈູມມາລີ ໄຊຍະສອນ ພ້ອມຄະນະການນຳໄດ້ເດີນທາງຢ້ຽມຢາມ ແຂວງຫຼວງພະບາງລະຫວ່າງວັນທີ 10-11 ທັນວາ
2014 ນີ້ໂດຍທາງຄະນະການນຳຂອງແຂວງນຳພາໂດຍ ທ່ານ ດຣ. ຄຳແພງ ໄຊສົມແພງ ເຈົ້າແຂວງໆຫຼວງພະບາງພ້ອມ
ດ້ວຍພະແນກການ ອ້ອມຂ້າງ, ນັກສຶກສາ ແລະ ພໍ່ແມ່ປະຊາຊົນຊາວບ້ານຫາດຫ່ຽນໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ໃນໂອກາດນີ້ ທ່ານປະທານປະເທດໄດ້ໃຫ້ກຽດໂອ້ລົມພ້ອມທັງເນັ້ນໜັກຫຼາຍບັນຫາໃຫ້ ບັນດາການນຳຂອງພະແນກ
ການຕ່າງໆທີ່ເປັນເສົາຫຼັກເອົາໃຈ ໃສ່ພັດທະນາລົບລ້າງຄວາມທຸກຍາກຢູ່ເຂດຊົນນະບົດ ເພື່ອໃຫ້ພໍ່ແມ່ປະຊາຊົນບັນ
ດາເຜົ່າມີອາຊີບ ແລະ ຊີວິດການເປັນຢູ່ດີຂຶ້ນ, ຊຸກຍູ້ສົ່ງເສີມບ້ານສາມສ້າງໃນການປູກຝັງ-ລ້ຽງສັດ ເພື່ອເຮັດການຜະ
ລິດຕິດພັນກັບການປຸງແຕ່ງຢ່າງມີປະສິດທິຜົນ, ຫັນເອົາພະນັກງານລົງຮາກຖານໃຫ້ຫຼາຍຂຶ້ນ ເພື່ອສ້າງຄວາມເຂັ້ມ
ແຂງຢູ່ທ້ອງຖິ່ນ ເພາະໃນເດືອນພະຈິກ 2015 ຈະມີການສະຫຼຸບວຽກງານບ້ານສາມສ້າງໃນຂອບເຂດທົ່ວປະເທດ ແລະ
ຫຼວງພະບາງຈະຕ້ອງມີຕົວແບບຢູ່ບັນດາເມືອງສາມສ້າງເຂົ້າຮ່ວມ.
ສ່ວນການລົງທຶນແມ່ນໃຫ້ພ້ອມກັນຊອກຫາວິທີດຶງດູດນັກລົງທຶນຈາກ ທັງພາຍໃນ ແລະ ຕ່າງປະເທດໃຫ້ໄດ້ຫຼາຍຂຶ້ນ
ກວ່າເກົ່າ, ດ້ານວຽກງານວັດທະນະທຳ-ສັງຄົມແມ່ນໃຫ້ທຸກໜ່ວຍງານພ້ອມພຽງກັນໃນ ການອະນຸຮັກຮັກສາວັດທະ
ນະທຳຂອງຊາວເມືອງມໍລະດົກໂລກໃຫ້ຄົງຢູ່ຄູ່ປະຊາຊົນຕະຫຼອດໄປ ແລະ ໃຫ້ຕິດພັນຢູ່ກັບການທ່ອງທ່ຽວທີ່ເປັນທ່າ
ແຮງ ຂອງການພັດທະນາເສດຖະກິດ-ສັງຄົມ ໃນແຂວງຫຼວງພະບາງ ໂດຍໃຫ້ປະຊາຊົນມີສ່ວນຮ່ວມເພື່ອເຂົາເຈົ້າມີ
ລາຍຮັບ, ມີເສດຖະກິດຄອບຄົວດີຂຶ້ນສາມາດຊຸກຍູ້ລູກຫຼານໃຫ້ໄດ້ຮັບການ ສຶກສາຮ່ຳຮຽນ ແລະ ມີວຽກເຮັດງານທຳ
ໃນອະນາຄົດ ແລະ ສິ່ງສຳຄັນແມ່ນການພັດທະນາໜໍ່ແໜງຜູ້ສືບທອດໃຫ້ມີແນວຄິດຫຼັກໝັ້ນຕໍ່ການນຳພາຂອງພັກ
-ລັດ ລວມເຖິງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕ້ອງສ້າງຄວາມ ສາມັກຄີກັນຢູ່ພາຍໃນໃຫ້ແໜ້ນແຟ້ນ
ບໍ່ເປັນຄົນຫູເບົາຟັງງ່າຍຕໍ່ກົນອຸບາຍຂອງພວກຍຸແຍ່ຫວັງກໍ່ຄວາມບໍ່ສະຫງົບຢູ່ພາຍໃນ ສະນັ້ນ ຄວາມສາມັກຄີທີ່ເປັນ
ຈິດໜຶ່ງໃຈດຽວກັນຢ່າງເປັນປຶກແຜ່ນແໜ້ນໜາ ນັ້ນຈະບໍ່ມີສິ່ງໃດສາມາດມ້າງເພໄດ້.
ແຫລ່ງຂ່າວ: ເສດຖະກິດ – ສັງຄົມ | ຂ່າວເຫດການ | 2014-12-12T10:38:10+00:00 | https://laopost.com/?p=15242 |
ອາຈານ ຄວສ ຫົວຄິດດີປ່ຽນບ່ອນຖິ້ມຂີ້ເຫຍື້ອ ໃຫ້ເປັນບ່ອນຄົ້ນຄວ້າບົດຮຽນ | ຕອນເຊົ້າມື້ນີ້, ວັນທີ 15 ພະຈິກ 2017 ໄດ້ມີພິທີເປີດນໍາໃຊ້ອາຄານຮຽນຮູ້ແລະສ້າງແຮງບັນດານໃຈ ຂອງບໍລິສັດບ໊ອດ ພາຍໃຕ້ໂຄງການ “ຜູ້ສ້າງອະນາຄົດ”.
ອາຄານດັ່ງກ່າວ ເມື່ອກ່ອນເປັນອ່າງນໍ້າຂະໜາດ 36 ຕາແມັດ ແຕ່ຖືກປ່ອຍປະລະເລີຍແລະກາຍເປັນບ່ອນຖິ້ມຂີ້ເຫຍື້ອໄປໂດຍປະລິຍາຍ. ພາຍຫຼັງໄດ້ມີໂຄງການ “ຜູ້ສ້າງອະນາຄົດ” ທີ່ສະໜັບສະໜູນໂດຍ ບໍລິສັດບ໊ອດ ເຮັດໃຫ້ນັກອອກແບບ 3 ຄົນ ຄື ທ່ານ ອະນຸສອນ ສີສຸທຳ, ທ່ານ ສຸພະໄຊ ໄຊຍະວົງ ແລະ ທ່ານ ນຸສິນ ນຳມານິນິນ ພ້ອມກັນໃຊ້ຫົວຄິດປະດິດສ້າງອອກແບບແລະປ່ຽນຈາກບ່ອນຖິ້ມຂີ້ເຫຍື້ອທີ່ຮົກເຮື້ອ ໃຫ້ກາຍເປັນຫ້ອງພັກຜ່ອນຄົ້ນຄວ້າບົດຮຽນຂອງນັກສຶກສາ.
ເຂົ້າຮ່ວມພິທີເປີດນຳໃຊ້ອາຄານດັ່ງກ່າວ ມີທ່ານ ປອ ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ແອນດຣິວເດຈອງ ຜູ້ອຳນວຍການໃຫຍ່ບໍລິສັດບ໊ອດປະເທດລາວ, ມຽນມາ ແລະກຳປູເຈຍ, ບັນດາທ່ານຄະນະບໍດີ, ນັກສຶກສາ ແລະສື່ມວນຊົນທຸກຂະແໜງການ. | ຂ່າວພາຍໃນ | 2017-11-15T13:22:15+00:00 | https://laopost.com/?p=97093 |
ພະນັກງານໄປສະນີເຢຍລະມັນ 6 ຄົນ ຖືກນຳສົ່ງໂຮງໝໍດ່ວນຍ້ອນກິ່ນຖົ່ວລຽນ | ເວັບໄຊ edition.cnn.com ລາຍງານວ່າ ຕຳຫຼວດ ແລະ ພະນັກງານດັບເພີງຕ້ອງຟ້າວນຳພະນັກງານໄປສະນີ 6 ຄົນ ໃນລັດບາວາເຣຍ ປະເທດ ເຢຍລະມັນ ສົ່ງໂຮງໝໍດ່ວນ ແລະ ສັ່ງອົບພະຍົບພະນັກງານທີ່ເຫຼືອອອກມາ ຫຼັງຈາກໄດ້ຮັບແຈ້ງວ່າມີພັດສະດຸທີ່ໜ້າສົງໃສສົ່ງມາທີ່ສຳນັກງານ ແຖມຍັງສົ່ງກິ່ນປະຫຼາດ.
ເມື່ອຕຳຫຼວດມາຮອດຈຸດເກີດເຫດ ກໍ່ພົບວ່າມີພະນັກງານ 12 ຄົນ ມີອາການວິນຫົວ ໂດຍ 6 ຄົນ ມີອາການຮຸນແຮງ ແລະ ພົບວ່າມີສາເຫດມາຈາກພັດສະດຸທີ່ໜ້າສົງໃສສົ່ງມາ ຕຳຫຼວດໄດ້ສັ່ງໃຫ້ພະນັກງານກວ່າ 60 ຄົນ ອົບພະຍົບອອກຈາກອາຄານສຳນັກງານ ຈາກນັ້ນຈຶ່ງເຂົ້າກວດສອບ ແລະ ເມື່ອເປີດພັດສະດຸອອກມາກໍ່ພົບວ່າ ໃນພັດສະດຸນັ້ນແມ່ນບັນຈຸ ໝາກຖົ່ວລຽນ 4 ໜ່ວຍ ສົ່ງມາໃຫ້ຜູ້ຮັບຄົນໜຶ່ງ ບໍ່ແມ່ນກ໊າຊພິດດັ່ງທີ່ສົງໃສ.
ມີລາຍງານວ່າ ເຈົ້າໜ້າທີ່ບໍ່ໄດ້ທຳລາຍຖົ່ວລຽນ ແລະ ໄດ້ດຳເນີນການສົ່ງຕໍ່ໝາກຖົ່ວລຽນດັ່ງກ່າວໄປຫາຜູ້ຮັບປາຍທາງຮຽບຮ້ອຍແລ້ວ.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວຕ່າງປະເທດ | 2020-06-25T14:44:41+00:00 | https://laopost.com/?p=120012 |
ແຈ້ງການ! ເລື່ອງການຈັດຕັ້ງສະເຫຼີມສະຫຼອງບຸນປີໃໝ່ລາວ 2016 | ທາງການປະກາດໃຫ້ວັນທີ 12/04/2016 ເປັນວັນພັກຊົດເຊີຍ ບຸນປີໃຫມ່ລາວ ຈະພັກຢ່າງເປັນທາງການແຕ່ວັນອັງຄານ ທີ 12/04/2016 ເຖິງວັນ 16/04/2016 ແຖມວັນທີ 17/04/2016 ຍັງຖືກເປັນວັນອາທິດອີກ ສະຫລຸບແລ້ວ ວັນພັກຕົວຈິງຈະແມ່ນແຕ່ ວັນທີ 12-17/04/2016
ແຫລ່ງຂ່າວຈາກ:
ປີໃໝ່ລາວ – Lao New Year | ຂ່າວພາຍໃນ | 2016-03-29T15:06:56+00:00 | https://laopost.com/?p=52050 |
ສະຖິຕິຂົ່ມຂືນເດັກນ້ອຍໃນມຽນມາ ເພີ່ມຂຶ້ນ 40% | ສຳນັກຂ່າວ ເອເອຟພີລາຍງານຈາກເມືອງຍ່າງກຸ້ງ ປະເທດມຽນມາ ເມື່ອວັນທີ 1 ທັນວາ ວ່າ ສະຖິຕິຕັ້ງແຕ່ຕົ້ນປີ ຈົນເຖິງເດືອນ ຕຸລາ 2016 ມີລາຍງານການລ່ວງລະເມີດທາງເພດຕໍ່ເດັກນ້ອຍ 380 ຄະດີ ທົ່ວມຽນມາ ຫຼາຍກວ່າປີທີ່ຜ່ານມາ ເຊິ່ງມີພຽງຈຳນວນ 150 ຄະດີ ແລະ ຄິດເປັນອັດຕາສ່ວນປະມານເຄິ່ງໜຶ່ງຂອງຄະດີຂົ່ມຂືນທັງໝົດ ເທົ່າທີ່ມີລາຍງານຈາກທົ່ວປະເທດ ແຕ່ກຸ່ມຜູ້ຊຽວຊານຢ້ານວ່າຈຳນວນທີ່ປາກົດອາດເປັນພຽງແຕ່ສ່ວນປາຍ ເນື່ອງຈາກຄວາມຍາກຈົນ ແລະ ກົດໝາຍທີ່ອ່ອນແອ ເຮັດໃຫ້ເດັກນ້ອຍໃນມຽນມາມີຄວາມສ່ຽງສູງທີ່ຈະຖືກລ່ວງລະເມີດ ໂດຍເດັກນ້ອຍຈຳນວນຫຼາຍຖືກຂາຍເຂົ້າສູ່ຕະຫຼາດແຮງງານ ແລະ ບັງຂັບໃຫ້ເຂົ້າຮ່ວມສູ້ຮົບ ໃນຫຼາຍພື້ນທີ່ຕາມເຂດຊາຍແດນຂອງປະເທດ ແລະ ຍັງມີເດັກນ້ອຍອີກຫຼາຍຄົນສ່ຽງຖືກລະເມີດ ທັງໃນຖານະເປັນຄົນຮັບໃຊ້ໃນເຮືອນຂອງຄົນລວຍ ຫຼື ຢູ່ພາຍໃນຊຸມຊົນຂອງຕົນເອງ.
ຂ່າວຈາກ: ຂ່າວເດລີເມລ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ! | ຂ່າວຕ່າງປະເທດ | 2016-12-02T09:58:33+00:00 | https://laopost.com/?p=78550 |
ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງບໍ່ແກ້ວຄົນໃໝ່ ເຂົ້າພິທີມອບ – ຮັບໜ້າທີ່! | ພິທີມອບ-ຮັບໜ້າທີ່ເຈົ້າແຂວງບໍ່ແກ້ວລະຫວ່າງທ່ານ ຄຳໝັ້ນ ສູນວິເລີດ ເຈົ້າ ແຂວງຜູ້ເກົ່າ ແລະ ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງຄົນໃໝ່ມີຂຶ້ນ ໃນທ້າຍອາ ທິດຜ່ານມານີ້, ຢູ່ຫ້ອງວ່າການປົກຄອງແຂວງດັ່ງກ່າວ, ໂດຍການເຂົ້າຮ່ວມ ຂອງ ທ່ານຮອງ ນາຍົກລັດຖະມົນຕີ ດຣ ບຸນປອນ ບຸດຕະນະວົງ, ໂດຍທ່ານ ຄຳໝັ້ນ ສູນວິເລີດ ຈະໄປຮັບໜ້າທີ່ໃໝ່ຢູ່ກະຊວງພາຍໃນ.
ທ່ານຮອງຫົວໜ້າຄະນະຈັດຕັ້ງສູນກາງພັກໃຫ້ຮູ້ວ່າ: ການມອບ-ຮັບໜ້າທີ່ຄັ້ງ ນີ້ແມ່ນປະຕິບັດຕາມມະຕິຕົກລົງຂອງກົມການ ເມືອງສູນກາງ ແລະ ລັດຖະດຳ ລັດຂອງປະທານປະເທດແຫ່ງ ສປປ ລາວ.
ໃນໂອກາດນີ້, ທ່ານຮອງນາຍົກ ດຣ ບຸນປອນ ບຸກຕະນະວົງ ໄດ້ໂອ້ລົມໃຫ້ທິດຊີ້ນຳວ່າ: ຂໍໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງເປັນ ເຈົ້າແຂວງຄົນໃໝ່ຈົ່ງສືບຕໍ່ເອົາໃຈໃສ່ຊີ້ນຳ-ນຳພາຄະນະພັກ, ຄະນະນຳແຂວງ ແລະພະນັກງານອ້ອມຂ້າງແຂວງພ້ອມກັນຈັດຕັ້ງ
ຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໄປຕາມທິດທາງທີ່ກຳນົດໄວ້, ເພີ່ມທະວີການສຶກສາອົບຮົມ ວຽກງານການເມືອງແນວຄິດໃຫ້ສະມາຊິກພັກ ແລະ ພະນັກງານຢ່າງປົກກະຕິ, ເຊື່ອມຊຶມບັນດາມະຕິ,ຄຳສັ່ງ ແລະ ລະບຽບ ກົດໝາຍຢ່າງເຂັ້ມງວດ, ເພື່ອເຮັດໃຫ້ແຂວງມີການພັດທະນາໄປຢ່າງບໍ່ຢຸດຢັ້ງ.
ແຫລ່ງຂ່າວ: ລາວພັດທະນາ | ຂ່າວເຫດການ | 2015-06-03T13:50:56+00:00 | https://laopost.com/?p=27311 |
ເປີດນຳໃຊ້ ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ຢ່າງເປັນທາງການ! | ເປີດດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ພາຍຫຼັງກໍ່ສ້າງກຳເລັດ ກໍໄດ້ມີພີທີເປີດນຳໃຊ້ຢ່າງເປັນທາງການແລ້ວ, ພ້ອມກັບການປ່ອຍຂະບວນລົດຂົນສົ່ງສີນຄ້າໄປຍັງ 3 ປະເທດ ໃນຮອບປະຖົມມະເລີກ ວັນນີ້.
ພິທີເປີດນຳໃຊ້ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ໄດ້ຈັດຂຶ້ນໃນວັນທີ 4 ທັນວາ ທີ່ຜ່ານມາ, ໂດຍເຂົ້າຮ່ວມຕັດແຖບຜ້າ ແລະ ດືງຄັນໂຍກເປີດງານຂອງທ່ານ ພັນຄຳ ວິພາວັນ ນາຍົກລະຖະມົນຕີ ແຫ່ງ ສປປລາວ, ພ້ອມນັ້ນ ຍັງມີບັນ ດາທູດ ທຸຕານຸທູດ, ລັດຖະມົນຕີ, ຄະນະບໍລິຫານບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ ແລະ ແຂກເຂົ້າຮ່ວມ.
ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ວຽງຈັນໂລຊິດສະຕິກ ພາກ ຈໍາກັດ ໄດ້ລາຍງານກ່ຽວກັບປະຫວັດຄວາມເປັນມາຂອງໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ຄົບວົງຈອນ ນະຄອນຫຼວງວຽງຈັນ ວ່າ: ໂຄງການນີ້ ເປັນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ເພື່ອຫັນປະເທດລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດ ດ້ານການຂົນສົ່ງການຄ້າ ຂອງພາກພື້ນ ແລະ ສາກົນ ໃຫ້ປະກົດຜົນເປັນຈິງ ໂດຍແມ່ນການລວມເອົາສອງອົງປະກອບສຳຄັນ ຄື: ທ່າບົກ ແລະ ດ່ານສາກົນ ລວມເຂົ້າກັນໃນຈຸດທີ່ຕັ້ງດຽວ ເພື່ອເຮັດໃຫ້ໂຄງການນີ້ ປຽບເໝືອນທ່າເຮືອທີ່ຕັ້ງຢູ່ເທິງບົກ ທີ່ຈະອຳນວຍຄວາມສະດວກສູງສຸດ ແກ່ການເຮັດກິດຈະກຳ, ທຸລະກຳໃນການຜ່ານແດນສິນຄ້າ ແລະ ສິນຄ້າຜ່ານແດນ, ໂດຍການເຫັນດີຂອງລັດຖະ ບານ ໃຫ້ເຊັນສຳປະທານໃນເດືອນກໍລະກົດ ແລະ ເລີ່ມມີການກໍ່ສ້າງເດືອນທັນວາ 2020 ຮອດປັດຈຸບັນ ແມ່ນໃຊ້ເວລາພຽງ 11 ເດືອນ, ເຊິ່ງຂອບເຂດສຳປະທານເບື້ອງຕົ້ນ 382 ເຮັກຕາ ໂດຍແບ່ງອອກເປັນ 2 ໂຄງປະກອບຄື: ການກໍ່ສ້າງທ່າບົກ ແລະ ສ້າງເຂດໂລຈີສຕິກຄົບວົງຈອນ, ທັງສອງໂຄງການຄາດຈະລົງທຶນທັງໝົດ 727 ລ້ານໂດລາສະຫະລັດ, ໃນນັ້ນ ໂຄງການທ່າບົກລົງທຶນເບື້ອງຕົ້ນ 180 ລ້ານໂດລາ ແລະ ເຂດໂລຈີສຕິກ ລົງທຶນ 547 ລ້ານໂດລາ ເຊິ່ງທັງໝົດນີ້ແມ່ນການລົງທຶນຂອງເອກະຊົນລາວ 100% ແລະ ຄາດຄະເນຈະສຳເລັດທັງສອງໂຄງການໃນອີກ 2 ປີຂ້າງໜ້າ, ຖ້າຫາກສຳເລັດ 100% ຈະສາມາດສ້າງໝາກຜົນອັນສຳຄັນຕໍ່ເສດຖະກິດ-ສັງຄົມ ກໍຄື ປະຊາຊົນລາວ, ເຮັດໃຫ້ ສປປລາວ ມີໂຄງລ່າງພື້ນຖານຂະໜາດໃຫຍ່ທີ່ໄດ້ມາດຕະຖານ ສາມາດເປັນຈຸດໃຈກາງການເຊື່ອມໂຍງເຊື່ອມຈອດດ້ານການຂົນສົ່ງ ແລະ ການຄ້າຂອງພາກພື້ນ ແລະ ສາກົນ, ເປັນແຫຼ່ງລາຍຮັບໃໝ່ທີ່ຍືນຍົງໃຫ້ລັດຖະບານ, ຮັບ ປະກັນຄວາມໂປ່ງໃສໃນການເກັບລາຍຮັບເຂົ້ງງົບປະມານ, ຫຼຸດຜ່ອນຕົ້ນທຶນການຂົ່ນສົ່ງ ແກ່ການຄ້າຢ່າງໜ້ອຍ 50% ແລະ ສ້າງວຽກເຮັດງານທຳຜ່ານກິດຈະກຳໂລຈີສຕິກ.
ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວວ່າ: ການກໍ່ສ້າງ ແລະ ການໃຫ້ບໍລິການ ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ເປັນຜົນສຳເລັດໃນການສ້າງລະບົບໂຄງລ່າງພື້ນຖານ ແລະ ລະບົບການບໍລິການທີ່ໂລ່ງລ່ຽນ, ວ່ອງໄວ, ປອດໄພ ແລະ ມີປະສິດທິພາບ, ດ່ານແຫ່ງນີ້ເປັນຂີດໝາຍສຳຄັນໃນການຫຼຸດຕົ້ນທຶນ ໂລຊິດສະຕິກ, ເພີ່ມຄວາມສາມາດແຂ່ງຂັນ ແລະ ສັກກະຍະພາບທາງດ້ານການຄ້າ, ການຂົນສົ່ງ, ພ້ອມທັງ ດຶງດູດ ແລະ ສົ່ງເສີມການລົງທຶນຂອງຕ່າງປະເທດເຂົ້າມາທໍາການຜະລິດ, ດຳເນີນການຄ້າ ກໍ່ຄື: ການບໍລິການຂົນສົ່ງໂລຊິດສະຕິກ ປະກອບສ່ວນສຳຄັນໃນການຂັບເຄື່ອນເສດຖະກິດຂອງລາວໃຫ້ຈະເລີນເຕີບໂຕໄວຂຶ້ນ.
ເພື່ອເຮັດໃຫ້ພິທີດັ່ງກ່າວ ມີຄວາມໝາຍສຳຄັນຫຼາຍຂຶ້ນ, ພາຍໃນງານຍັງໄດ້ມີການປ່ອຍຂະບວນລົດຂົນສົ່ງສິນ ຄ້າໄປຍັງ 3 ປະເທດ ຄື: ສສ ຫວຽດນາມ, ກຳປູເຈຍ ແລະ ປະເທດໄທ ເປັນຮອບປະຖົມມະເລິກ. | ຂ່າວພາຍໃນ | 2021-12-07T12:04:46+00:00 | https://laopost.com/?p=130168 |
ວາງພວງມາລາ ລະນຶກວັນນັກຮົບເສຍອົງຄະ ແລະ ສະຫຼະຊີວິດເພື່ອຊາດ ຄົບຮອບ 70 ປີ | ເນື່ອງໃນໂອກາດລະນຶກວັນນັກຮົບເສຍອົງຄະ ແລະ ສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 70 ປີ (21 ມີນາ 1946-21 ມີນາ 2016) ໃນວັນທີ 19 ມີນາ 2016 ບັນດາການນຳພັກ-ລັດ ແຫ່ງ ສປປ ລາວ ໄດ້ເຂົ້າວາງພວງມາລາ ທີ່ສຸສານນັກຮົບປະຕິວັດ (ຫຼັກ 24) ອົງການຈັດຕັ້ງພັກ ນຳໂດຍທ່ານ ດຣ. ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ປະຊາຊົນປະຕິວັດລາວ ຮອງນາຍົກລັດຖະມົນຕີ ກຳລັງປ້ອງກັນຊາດ ນຳໂດຍທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ ກຳລັງປ້ອງກັນຄວາມສະຫງົບ ນຳໂດຍ ພົນຕີ ສົມແກ້ວ ສີລາວົງ ເລຂາທິການສູນກາງພັກ ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ ນິຕິບັນຍັດ ແລະ ບັນດາກະຊວງອົງການນຳໂດຍທ່ານ ດຣ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ຮອງປະທານສະພາແຫ່ງຊາດ ທ່ານ ດຣ. ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການລັດຖະບານ ອົງການຈັດຕັ້ງນະຄອນຫຼວງວຽງຈັນ ແລະ ອົງການຈັດຕັ້ງມະຫາຊົນ ຂົງເຂດເສດຖະກິດ ແລະ ວັດທະນະທຳ-ສັງຄົມ ຕາມລຳດັບ.
ການວາງພວງມາລາໃນຄັ້ງນີ້ ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ ນ້ຳໃຈຕໍ່ສູ້ເດັດດ່ຽວຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍ່ຄືບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫຼະເລືອດເນື້ອເພື່ອປະເທດຊາດ ແລະ ປະຊາຊົນຢ່າງອົງອາດກ້າຫານ ເຊິ່ງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງດັ່ງກ່າວ ແມ່ນໄດ້ຖືກຈາລຶກໄວ້ໃນປະຫວັດສາດ ແລະ ຊີວິດຈິດໃຈຂອງທົ່ວປວງຊົນລາວທັງຊາດ ຕະຫຼອດກາລະນານ.
ແຫລ່ງຂ່າວຈາກ: | ຂ່າວທ້ອງຖິ່ນ | 2016-03-21T09:50:03+00:00 | https://laopost.com/?p=51014 |
ແອນຊິລີ ສະກັອດ ເຄມມິສ ຜູ້ຊະນະການປະກວດ Miss Universe Thailand 2021 | ແອນຊິລີ ສະກັອດ ເຄມມິສ (Anchilee Scott-Kemmis) ຜູ້ຊະນະການປະກວດ Miss Universe Thailand 2021 ໃນຄໍ່າຄືນທີ່ຜ່ານມາ ແລະ ໄດ້ເປັນຕົວແທນຂອງປະເທດໄທ ທີ່ຈະເດີນທາງໄປປະກວດ Miss Universe 2021 ທີ່ປະເທດອິດສະລາແອນ.
ການປະກວດ Miss Universe Thailand 2021 ໄດ້ຈັດຂຶ້ນໃນວັນທີ 24 ຕຸລາ 2021 ທີ່ສູນຫໍປະຊຸມ ແລະ ສະແດງສິນຄ້ານານາຊາດນົງນຸດພັດທະຍາ ແຂວງ ຊົນບູລີ ປະເທດໄທ.
ແອນຊິລີ ສະກັອດ ເຄມມິສ ເປັນລູກເຄິ່ງໄທ-ອົດສະຕຣາລີ ໂດຍມີລວງສູງຢູ່ທີ່ 183 ເຊັນຕີແມັດ, ຈົບການສຶກສາລະດັບປະລິນຍາຕີ ສາຂາ ສັງຄົມວິທະຍາ ຈາກປະເທດອົດສະຕຣາລີ.
ສໍາລັບການຕອບຄໍາຖາມໃນຮອບການຕັດສິນຂອງ ແອນຊີລີ ນັ້ນຖືໄດ້ວ່າຖືກໃຈກໍາມະການ ແລະ ກອງເຊຍເປັນຢ່າງຍິ່ງ. ນອກຈາກຄວາມຮູ້ ແລະ ຄວາມງາມທີ່ມີແລ້ວ ແອນຊີລີ ຍັງມາພ້ອມຄັອນເຊັບ Real Size Beauty ສົ່ງເສີມໃຫ້ຜູ້ຍິງໝັ້ນໃຈ ແລະ ພູມໃຈ ໃນຮູບຮ່າງທີ່ແທ້ຈິງຂອງຕົນເອງ ບໍ່ຈໍາເປັນຕ້ອງຈ່ອຍກໍສາມາດງາມໃນແບບຂອງເຈົ້າໄດ້. | ຂ່າວຕ່າງປະເທດ | 2021-10-25T15:37:00+00:00 | https://laopost.com/?p=128902 |
ງານເປີດໂຕ OPPO A94 ຂອງບໍລິສັດ ອ໋ອບໂປ້ ລາວ | ຜ່ານໄປແລ້ວເປັນທີ່ຮຽບຮ້ອຍ! ງານເປີດໂຕ OPPO A94 ທີ່ ສູນການຄ້າພາກຊັນ ພ້ອມທັງເປີດໃຫ້ຈອງເປັນເຈົ້າຂອງຕັ້ງແຕ່ມື້ນີ້ເປັນຕົ້ນໄປ.
ບໍລິສັດ ອ໋ອບໂປ້ລາວ ໄດ້ມີງານເປີດໂຕສະມາດໂຟນລຸ້ນໃໝ່ຫຼ້າສຸດ OPPO A94 ເຊິ່ງໄດ້ຈັດຂື້ນໃນວັນທີ 04 ເມສາ 2021 ທີ່ຜ່ານມາ ທີ່ ສູນການຄ້າພາກຊັນ (Pakson Mall) ຊັ້ນ 1.
ພາຍໃນງານມີແຂກພິເສດ ແລະ ບັນດານັກຂ່າວຫຼາຍທ່ານໄດ້ເຂົ້າຮ່ວມ ແລະ ຍັງມີກິດຈະກຳລຸ້ນຮັບຂອງລາງວັນຈາກທາງອ໋ອບໂປ້ລາວ ອີກດ້ວຍ. ແຂກທຸກທ່ານສາມາດຮ່ວມຫຼີ້ນກິດຈະກຳ ລວມໄປເຖິງຜູ້ຊົມທີ່ຢູ່ທາງບ້ານກໍ່ສາມາດເຂົ້າຮ່ວມຫຼີ້ນກິດຈະກຳນຳກັນໄດ້ ໂດຍຜ່ານ Live ສົດທາງໂທລະສັບ ເຊິ່ງຖືວ່າເປັນຄັ້ງທຳອິດຂອງການເປີດໂຕແບບນີ້. ນອນຈາກນີ້, ພາຍໃນງານຍັງໄດ້ວາງສະແດງສິນຄ້າໂຕຈິງຂອງ OPPO A94 ເພື່ອເປີດໂອກາດໃຫ້ແຂກມາຮ່ວມງານໄດ້ສຳພັດກັບຄວາມທັນສະໄໝ ແລະ ໂດດເດັ່ນ ຂອງເຄື່ອງຕົວຈິງນຳອີກ.
ທ່ານ ອານຸສອນ ວົງຈັນ Product Manager ໄດ້ຂື້ນເທິງເວທີເພື່ອນຳສະເໜີເຖິງຄຸນສົມບັດ ແລະ ຄວາມພິເສດຂອງຕົວເຄື່ອງ OPPO A94 ເຊິ່ງຄັ້ງນີ້ OPPO A94 ມາພ້ອມ: ໜ້າຈໍ 6.43 ນິ້ວ Punch-Hole AMOLED, ຂະຫນາດ/ນໍ້າໜັກ 7.8 mm, 172, ໜ່ວຍປະມວນຜົນ MTK P95 (ເພີ່ມປະສິທິພາບ AI ຂື້ນ 200%), ກ້ອງໜ້າ ເຊວຟີສວຍງາມ 32MP, ກ້ອງຫລັງ 48MP+8MP+2MP+2MP, ແບັດເຕີລີ ຂະໜາດໃຫຍ່ 4310mAh, 30W VOOC Flash Charge 4.0 (ຮອງຮັບການສາກໄວ), ຄວາມຈຳ Ram8+128G.
ບວກກັບຈຸດເດັ່ນຫຼັກໆຂອງລຸ້ນ OPPO A94 ເຄື່ອງນີ້ແມ່ນ: ການຖ່າຍພາບ ແລະ ວີດີໂອທີ່ມາພ້ອມກັບຟັງຊັ້ນທີ່ໂດດເດັ່ນ Al Color Portrait Video ທີ່ສາມາດຈຳແນກສີໃນພາບຖ່າຍໄດ້ ເຮັດໃຫ້ການຖ່າຍພາບຄົນມີຄວາມໂດດເດັ່ນຫຼາຍຍິ່ງຂື້ນ ໄດແກ່ Dual-View Video ການຖ່າຍພາບຄູ່ ໜ້າຫຼັງໃນເຟມດຽວ, Dynamic Bokeh ການຖ່າຍພາບທີ່ເຮັດໃຫ້ພື້ນຫຼັງມີສີສັນ ແລະ ຄົນໃນພາບກໍ່ໂດດເດັ່ນຂື້ນເຕີມ, Night Flare Portrait ເພີ່ມເອັຟເຟັກ SLR ການຖ່າຍພາບກາງຄືນທີ່ເຮັດໃຫ້ພື້ນຫຼັງເບີ (Bokeh) ແລະ ຄົນໃນພາບກໍ່ຊັດຂື້ນ, AI Scene Enhancement 2.0 ມາພ້ອມໂໝດສີສັນ + ການຈື່ຈໍາຈາກ AI, Night plus 3 ໂໝດຖ່າຍພາບໃນຕອນກາງຄືນທີ່ແຕກຕ່າງກັນ.
ຍັງບໍ່ໝົດພຽງເທົ່ານັ້ນ, ພາຍໃນງານຍັງມີສິລະປິນທີ່ມາສ້າງຄວາມມ່ວນຊື່ນໃຫ້ກັບແຂກຮ່ວມງານ ບໍ່ວ່າຈະເປັນ ລູກເຂີຍໃສ່ມອງ, ຕ່າຍ ອາກາດ, ແຈັກກີ້ ເດີວອຍສ໌ ແລະ ເມົາມັນ ພ້ອມກັບການມາແຈກຄວາມສົດໃສ ຈາກມາຍມີ້ນ ແລະ ເບບີ້. ພິເສດສຸດໆງານຄັ້ງນີ້, ຍັງໄດ້ເຊີນວິທະຍາກອນຜູ້ມີຄວາມຮູ້ດ້ານການເຮັດວີດີໂອ ແລະ ການຖ່າຍພາບ ເພື່ອໃຫ້ຄວາມຮູ້ກ່ຽວກັບການໃຊ້ໂທລະສັບໃນການສ້າງສັນຜົນງານ.
ຫຼັງຈາກນັ້ນ, ຖືເປັນກຽດມາຍັງທ່ານ ບ໋ອບວູ້ CEO ຂອງ ອ໋ອບໂປ້ລາວ ໄດ້ກົດພິທີ ເປີດລາຄາຂາຍຂອງ OPPO A94 ໃນປະເທດລາວ. ເຊິ່ງລາຄາຂາຍເປີດໂຕຄື 2,999.000 ເທົ່ານັ້ນ. | ຂ່າວພາຍໃນ | 2021-04-05T07:56:18+00:00 | https://laopost.com/?p=123902 |
ປກສ ແຂວງສະຫວັນນະເຂດ ຈັບຜູ້ທີ່ກໍ່ເຫດແອບອ້າງວ່າເປັນເຈົ້າໜ້າທີ່ຕຳຫຼວດ | ຈັບຜູ້ທີ່ແອບອ້າງວ່າເປັນເຈົ້າໜ້າທີ່ຕຳຫຼວດທີ່ໄປຕົວະເອົາລົດປະຊາຊົນ ທີ່ແຂວງສະວຫັນນະເຂດ ໄດ້ແລ້ວ.
ວັນທີ 2 ກັນຍາ 2022 ເຈົ້າໜ້າທີ່ ປກສ ແຂວງ ສະຫວັນນະເຂດ ໄດ້ລາຍງານວ່າ: ສາມາດຈັບຜູ້ກໍ່ເຫດໄດ້ ຖານແອບອ້າງເປັນເຈົ້າໜ້າທີ່ ແລະ ໄປຕົວະປະຊາຊົນ, ໂດຍມື້ເກີດເຫດ ໃນເວລາ 7 :15 ນາທີ ຂອງວັນ ອາທິດ ທີ 28 ສິງຫາ 2022 ມີຊາຍຜູ້ໜຶ່ງນຸ່ງເຄື່ອງແບບຕຳຫຼວດໄດ້ຍ່າງເຂົ້າມາທີ່ເຮືອນຂອງປະຊາຊົນ ແລ້ວໄດ້ອ້າງວ່າຕົນເປັນເຈົ້າໜັາທີ່ຕຳຫຼວດ ແລ້ວເວົ້າກັບເຈົ້າຂອງເຮືອນຜູ້ທີ່ເປັນປະຊາຊົນວ່າ ໄດ້ໃຫ້ຜູ້ກ່ຽວມາເອົາລົດ ແຕ່ປະຊາຊົນຜູ້ນັ້ນກໍ່ເບິ່ງວ່າມີທ່າທີບໍ່ດີ ບໍ່ໄດ້ຫຼົງເຊື່ອ ແລ້ວກໍ່ຮີບກັບເຂົ້າມາໃນເຮືອນ ແລະ ໄປແຈ້ງຕໍ່ເຈົ້າໜ້າທີ່ ປກສ ໃນພາຍຫຼັງ.
ມາໃນວັນທີ 30 ສິງຫາ 2022 ພາຍຫຼັງເຈົ້າໜ້າທີ່ສາມາດໄປຈັບໂຕໄດ້ ຈຶ່ງຮູ້ວ່າ ຜູ້ກ່ຽວມີຊື່ວ່າ ທ້າວ ສີເພັດໝັ້ນ ອາຍຸ 34 ປີ ບ້ານສຸນັນທາ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ຜູ້ກ່ຽວເປັນຄົນບ້າເສຍຈິດ ເຊິ່ງຊຸດຕຳຫຼວດທີ່ຜູ້ກ່ຽວໃສ່ ແມ່ນລັກເອົາມາຈາກພີ່ນ້ອງ ຜູ້ທີ່ເປັນພະນັກງານ, ພາຍຫຼັງຮູ້ແນວນັ້ນ ເຈົ້າໜ້າທີ່ ປກສ ຈຶ່ງໄດ້ນຳມາສຶກສາອົບຮົບ ແລ້ວປ່ອຍໂຕຜູ້ກ່ຽວໃຫ້ກັບຄອບຄົວ ເພື່ອໄປຮັກສາປິ່ນປົວຈິດ. | ຂ່າວພາຍໃນ | 2022-09-02T11:00:30+00:00 | https://laopost.com/?p=137262 |
HSBC ຊື້ທະນາຄານ Silicon Valley Bank UK ດ້ວຍລາຄາ 1 ປອນ | HSBC ຕົກລົງເຂົ້າຊື້ທະນາຄານ Silicon Valley Bank ທີ່ຫາກໍປິດລົງໄປ ໂດຍຢືນຢັນວ່າຈະຊື້ SVB ທີ່ປະເທດອັງກິດ ດ້ວຍລາຄາ 1 ປອນ ຫຼື ປະມານ 20.000 ກີບ ຢ່າງໃດກໍຕາມສິນຊັບ ແລະ ໜີ້ສິນຂອງ SVB ໃນອັງກິດຈະບໍ່ລວມເຂົ້າໃນການຊື້ທຸລະກິດໃນຄັ້ງນີ້.
ໂດຍທາງ Noel Quinn ຜູ້ອຳນວຍການສູງສຸດຂອງ HSBC Group ກ່າວວ່າ: ການຊື້ທຸລະກິດໃນຄັ້ງນີ້ ກໍເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ທະນາຄານທຸລະກິດ ແລະ ເພີ່ມຄວາມສາມາດໃນການໃຫ້ບໍລິການແກ່ບໍລິສັດທີ່ມີການເຕີບໃຫຍ່ຢ່າງໄວວາ.
Jeremy Hunt ລັດຖະມົນຕີກະຊວງການຄັງຂອງອັງກິດ ເນັ້ນຍ້ຳວ່າ: ຂໍ້ຕົກລົງດັ່ງກ່າວ ເຮັດໃຫ້ໝັ້ນໃຈໄດ້ວ່າເງິນຝາກຂອງລູກຄ້າ ຈະໄດ້ຮັບການຄຸ້ມຄອງ ແລະ ສາມາດຝາກທະນາຄານໄດ້ປົກກະຕິ ໂດຍບໍ່ໄດ້ຮັບການສະໜັບສະໜູນຈາກຜູ້ເສຍພາສີ ໃນພາກສ່ວນເຕັກໂນໂລຊີໃນອັງກິດນັ້ນ ຍັງເປັນຜູ້ນຳລະດັບໂລກ ແລະ ມີຄວາມສຳຄັນຕໍ່ເສດຖະກິດໃນອັງກິດ ໂດຍມີການສະໜັບສະໜູນງານຫຼາຍແສນຕຳແໜ່ງ.
Jeremy Hunt ກ່າວຕື່ມອີກວ່າ: ຕອນນີ້ກຳລັງເຮັດວຽກເພື່ອ ຫຼີກລ່ຽງ ຫຼື ຫຼຸດຄວາມເສຍຫາຍທີ່ອາດເກີດຂຶ້ນທີ່ທະນາຄານ SVB ສາຂາຂອງປະເທດອັງກິດ.
ແຫຼ່ງຂ່າວ Reuters | ຂ່າວຕ່າງປະເທດ | 2023-03-13T17:08:07+00:00 | https://laopost.com/?p=143046 |
ແອເອເຊຍ ເປີດຖ້ຽວບິນໃໝ “ວຽງຈັນ-ບາງກອກ”ລາຄາເລີ່ມຕົ້ນ 320,000ກີບ | ແອເອເຊຍ ເປັນສາຍການບິນທີ່ລາຄາປະຢັດທີ່ສຸດໃນໂລກ ໂດຍໄດ້ຮັບລາງວັນຈາກ (ສະກາຍແທຣັກ “Skytrax”) ຕິດຕໍ່ກັນ 7 ປີ (2009-2015), ໃນວັນທີ 27 ເມສາ 2016 ທີ່ນະຄອນຫຼວງວຽງຈັນ, ເລີ່ມຈາກວັນທີ 1 ເດືອນກໍລະກົດ 2016 ເປັນຕົ້ນໄປສາຍການບິນ ແອເອເຊຍ ຈະເພີ່ມເຄື່ອຄ່າຍສາຍການບິນໃນກຸມປະເທດອາຊຽນ ໂດຍເພີ່ມຈໍານວນຖ້ຽວບິນ ວຽງຈັນ-ບາງກອກ ດອນເມືອງ.
ການເພີ່ມຖ້ຽວບິນ ວຽງຈັນ-ບາງກອກຄັ້ງທີ່ 2 ລະຫວ່າງ ສປປ ລາວ ແລະ ປະເທດໄທ ຄັ້ງນີ້ໄດ້ເກີດຂຶ້ນບົນຄວາມສໍາເລັດຈາກການເພີ່ມເສັ້ນທາງການບິນ ຫຼວງພະບາງ-ບາງກອກ. ການສືບຕໍ່ເພີ່ມຖ້ຽວບິນດັ່ງກ່າວຍັງຮັກສາໄວ້ຊຶ່ງລາຄາປີ້ຍົນທີ່ສຸດປະຢັດ ທີ່ມາພ້ອມກັບຄວາມສະດວກສະບາຍ ໂດຍມີບ່ອນນັ່ງຜູ້ໂດຍສານເຖິງ 180 ບ່ອນນັ່ງ ກັບເຮືອບິນ ແອບັດ (Airbus) A320. ເປີດຈອງບ່ອນນັ່ງກັບລາຄາເລີ່ມຕົ້ນພຽງ 320,000ກີບ ຕໍ່ຖ້ຽວ ເລີ່ມຈາກວັນທີ 08 ພຶດສະພາ 2016.
ທ່ານ ໂທນີ ເຟີນານເດສ (Tony Fernades ) ປະທານຜູ້ບໍລິຫານ ຫຼື ຊີອີໂອຂອງ ສາຍການບິນແອເອເຊຍໃຫ້ຮູ້ວ່າ: ສຳລັບແອເອເຊຍໃນລາວແລ້ວປັດຈຸບັນພວກເຮົາມີຖ້ຽວບິນຈາກນະຄອນຫຼວງວຽງຈັນ ຫາກູລາລຳເປີ ແລະ ຫຼວງພະບາງ ຫາ ກູລາລຳເປີ ແລະ ຕົກມາປີນີ້ພວກເຮົາໄດ້ເພີ່ມຖ້ຽວບິນອີກເຊັ່ນ: ຫຼາວພະບາງ ຫາດອນເມືອງ ແລະ ຫຼ້າສຸດນີ້ກໍໄດ້ເປີດໃຫ້ບໍລິການອີກຄື ວຽງຈັນ ຫາ ບາງກອງ ພວກເຮົາຍັງຈະພະຍາຍາມເພີ່ຖ້ຽວບິນຂຶ້ນເລື້ອຍຕາມຄວາມຈຳເປັນທັງຖ້ຽວບິນພາຍໃນປະເທດລາວ ແລະ ຕ່າງປະເທດມການພະຍາຍາມໃຫ້ມີຖ້ຽວແອເອເຊຍເຊື່ອມໂຍງທຸກປະເທດອາຊຽນນີ້ກໍເພື່ອໃຫ້ນັກທ່ອງທ່ຽວ ແລະ ນັກທຸລະກິດສາມາດເດີນທາງໃນລາຄາປະຢັດທົ່ວທຸກເສັ້ນທາງຍບິນໃນອາຊຽນ.
ດ້ານ ທ່ານ. ສັນຕິສຸກ ຄລອງໄຊຍາ (Santisuk Klongchaiya), ຜູ້ອໍານວຍການດ້ານການຄ້າ ຂອງແອເອເຊຍ ປະເທດໄທ ໄດ້ກ່າວວ່າ: ການເພີ່ມຖ້ຽວບິນດັ່ງກ່າວແມ່ນເນື່ອງມາຈາາກທີ່ໄດ້ຮັບຜົນຕອບຮັບທີ່ດີ ຈາກການເຊື່ອມຕໍ່ສາຍການບິນຄັ້ງທໍາອິດ ລະຫວ່າງ ສປປ ລາວ ແລະ ປະເທດໄທ ພ້ອມຈໍານວນນໍ້າໜັກຂຶ້ນເຄື່ອງ 80-85%. ຈາກຜົນຕອບຮັບດັ່ງກ່າວ, ສາຍການບິນໄດ້ຕອບສອງຕໍ່ຄວາມຕ້ອງການ ໂດຍການເພີ່ມຖ້ຽວບິນເຊື່ອມຕໍ່ຊຸດທີ່ 2 ກັບເສັ້ນທາງ ວຽງຈັນ-ບາງກອກ ໂດຍນໍາໃຊ້ສະໜາມບິນສາກົນດອນເມືອງ ທີ່ອໍານວຍຄວາມສະດວກແກ່ຜູ້ເດີນທາງສາມາດເຂົ້າເຖິງຈຸດໃຈກາງ ຂອງບາງກອກ ໄດ້ຢ່າງງ່າຍດາຍ.
ເສັ້ນທາງການບິນໃໝ່ນີ້ຈະເຮັດໃຫ້ການເດີນທາງງ່າຍຂຶ້ນກວ່າເກົ່າຈາກ ສປປ ລາວ ເຖິງ ປະເທດໄທ, ຜູ້ໂດຍສານຍັງສາມາດເຂົ້າເຖິງການຕໍ່ຍົນເຖິງຈັງຫວັດ ພູເກັດ, ກຣະບີ, ຊຽງໃໝ່, ປະເທດສິງກະໂປ, ຢ້າງກຸ້ງ(Yangon) ແລະ ອີກຫຼາຍໆກວ່າ 100 ແຫ່ງໂດຍຜ່ານເຂດອາຊີ ແລະ ອົດສະຕຣາລີ.
ການເປີດຖ້ຽວບິນໃໝ່ນີ້ ຂອງແອເອເຊຍຄັ້ງນີ້ ພວກເຮົາຍັງໄດ້ໃຫ້ຂໍ້ສະເໜີພິເສດກັບລາຄາປີ້ຍົນເລີ່ມຕົ້ນພຽງ 320,000ກີບ ຕໍ່ຖ້ຽວ ເປີດຈອງບ່ອນນັ່ງມື້ນີ ເຖິງວັນທີ 08 ພຶດສະພາ 2016 ສໍາລັບຕາຕະລາງເດີນທາງເລີ່ມຈາກວັນທີ 01 ກໍລະກົດ 2016 ເຖິງ ວັນທີ 22 ພຶດສະພາ 2017.
ປະຈຸບັນນີ້ ແອເອເຊຍ ບິນຕົງຈາກວຽງຈັນ ເຖິງ ກຸລາລໍາເປີ ປະເທດມະເລເຊຍ ຈໍານວນ 3 ຖ້ຽວຕໍ່ອາທິດ ພ້ອມຈໍານວນນໍ້າໜັກຂຶ້ນເຄື່ອງ ຫຼາຍກວ່າ 80% ໃນປີ 2015 ທີ່ຜ່ານມາ. ຖ້ຽວບິນເປີດໃໝ່ດັ່ງກ່າວ ຂອງແອເອເຊຍ ລະຫັດ “FD” ວຽງຈັນ-ບາງກອກ ຈະໃຫ້ບໍລິການ ແຕ່ວັນຈັນ ຮອດ ວັນອາທິດ.
ລາຄາປີ້ຍົນທີ່ລະບຸໄວ້ໃນເອກະສານນີ້ແມ່ນລາຄາຖ້ຽວດຽວ, ລວມມີຄ່າຜ່ານເດີນ. ໃນໄລຍະສົ່ງເສີມການຂາຍລາຄາດັ່ງກ່າວແມ່ນມີຈໍານວນບ່ອນນັ່ງທີ່ຈໍາກັດ, ມີເງື່ອນໄຂອື່ນໆຮ່ວມຢູ່ນໍາ. ລາຄາປີ້ຍົນແມ່ນເປັນສະກຸນເງິນກີບ ແລະ ອາດຈະມີການປ່ຽນແປງເລັກນ້ອຍເນື່ອງຈາກອັດຕາແລກປ່ຽນ ຂອງທະນາຄານ ແຫ່ງ ສປປ ລາວ.
ຂ່າວຈາກ: ເສດຖະກິດ-ການຄ້າ | ຂ່າວພາຍໃນ | 2016-05-04T07:31:48+00:00 | https://laopost.com/?p=55821 |
ໄຊຍະບູລີຮັບຜົນກະທົບຈາກພາຍຸຊິນລາກຸ ຫຼາຍໝູ່ບ້ານເກີດນໍ້າຖ້ວມ | ຕາມການແຈ້ງເຕືອນຂອງກົມອຸຕຸນິຍົມ ແລະ ອຸທົກກະສາດໃນ ວັນທີ 02 ສິງຫາ 2020 ບອກວ່າ: ພາຍຸຊິນລາກຸ (Sinlaku) ຫົວທີ 3 ໃນເວລາ 7 ໂມງເຊົ້າ ຂອງວັນທີ 02 ສິງຫາ 2020, ມີຈຸດສູນກາງຢູ່ເສັ້ນຂະໜານທີ 19.2 ອົງສາ ເໜືອ ແລະ ເສັ້ນແວງທີ 106.1 ອົງສາຕາເວັນອອກ, ພວມເຄື່ອນທີ່ໄປທາງທິດຕາເວັນຕົກດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ.
ຕາມການລາຍງານຂອງ ສຳນັກຂ່າວສານປະເທດລາວ ໃນວັນທີ 2-3 ສິງຫາ 2020ນີ້ ເມືອງເງິນ ແຂວງໄຊຍະບູລີ ໄດ້ເກີດມີຝົນຕົກໜັກຫຼາຍຊົ່ວໂມງຕິດຕໍ່ກັນ ທັງເວັນ ແລະ ຄືນ ມາຮອດຕອນເຊົ້າເວລາ 5:30 ນາທີ ຂອງວັນທີ 3 ສິງຫາ 2020 ໄດ້ເຮັດໃຫ້ແມ່ນໍ້າຍາງ ເຊິ່ງເປັນແມ່ນໍ້າສາຍຫຼັກຂອງເມືອງ ບວກກັບນໍ້າປ່າໄຫລລັ່ງເຂົ້າຖ້ວມ ທົ່ງນາ ຮົ້ວ-ສວນຂອງປະຊາຊົນ ແລະ ຖ້ວມບ້ານເຮືອນຂອງປະຊາຊົນບ້ານແກ້ວດອນຄູນ.
ຕາມລາຍງານຈາກປະຊາຊົນ ທີ່ບ້ານຕົ້ນຕານ ແລະ ປະຊາຊົນບ້ານເໜືອງ ເມືອງບໍ່ແຕນ, ໄຊຍະບູລີ ນ້ຳໄດ້ໄຫຼເຂົ້າຖ້ວມມາແຕ່ວັນທີ 2 ສິງຫາເປັນຕົ້ນມາ.
ປັດຈຸບັນ, ພໍ່-ແມ່ປະຊາຊົນ, ເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນຄະນະກໍາມະການຕ້ານ ແລະ ສະກັດກັ້ນໄພພິບັດຂອງເມືອງ ກໍາລັງເລັ່ງໃຫ້ຄວາມຊ່ວຍເຫຼືອຂົນຍ້າຍເຄື່ອງຂອງ ແລະ ສັດລ້ຽງ ອອກຈາກເຂດດັ່ງກ່າວໄປໄວ້ໃນເຂດທີ່ປອດໄພ ສ່ວນມູນຄ່າການເສຍຫາຍຈະແຈ້ງໃຫ້ຊາບຕາມພາຍຫຼັງ.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວທ້ອງຖິ່ນ | 2020-08-03T16:21:18+00:00 | https://laopost.com/?p=120674 |
ນະຄອນຫຼວງວຽງຈັນເກີດນໍ້າຖ້ວມຫຼາຍເມືອງ ຫຼັງຝົນຕົກຕິດຕໍ່ກັນຫຼາຍມື້ | ຝົນຕົກຕິດຕໍ່ກັນຫຼາຍຊົ່ວໂມງໃນວັນທີ 3 ກັນຍາ 2018 ທີ່ຜ່ານມາ ໄດ້ເຮັດໃຫ້ລະດັບນໍ້າເພີ່ມສູງຂຶ້ນຢ່າງໄວວາ ໂດຍສະເພາະເສັ້ນທາງແຄມຂອງ (ສວນເຈົ້າອານຸວົງ), ສີຫອມ, ວັດຈັນ ໄດ້ເກີດນໍ້າຖ້ວມຂັງ ຈົນຕ້ອງໄດ້ເລັ່ງດູດນໍ້າອອກຈາກພື້ນທີ່ ເຊິ່ງປັດຈຸບັນ ທາງເຈົ້າໜ້າທີ່ໄດ້ປິດເສັ້ນທາງແຄມຂອງໄວ້ຊົ່ວຄາວຈົນກວ່າຈະດູດນໍ້າອອກຈາກພື້ນທີ່ໝົດ.
ເນື່ອງຈາກມີຝົນຕົກຕິດຕໍ່ກັນຫຼາຍມື້ເຮັດໃຫ້ເກີດນໍ້າຖ້ວມນະຄອນຫຼວງວຽງຈັນໃນຫຼາຍເມືອງເຊັ່ນ: ເມືອງ ສີໂຄດຕະບອງ, ເມືອງ ຈັນທະບຸລີ, ເມືອງຫາດຊາຍອງ, ເມືອງ ໄຊທານີ ທີ່ເກີດນໍ້າຖ້ວມຂັງ ແລະ ນໍ້າຖ້ວມໜັກໃນບາງຂົງເຂດ.
ສະພາບເຫດການນໍ້າຖ້ວມໃນແຕ່ລະຂົງເຂດ: ເມືອງ ສີໂຄດຕະບອງ ລະດັບນໍ້າທີ່ເພີ່ມຂຶ້ນຮອບໃໝ່ໃກ້ເຖິງຈຸດເຂດອັນຕະລາຍ, ມີ 3 ບ້ານທີ່ຕ້ອງໄດ້ອົບພະຍົບປະຊາຊົນໄປອາໃສຢູ່ບ່ອນທີ່ປອດໄພ ປະກອບມີປະຊາຊົນບ້ານ ດ່ານຄຳ 7 ຄອບຄົວ, ໂນນຂີ້ເຫຼັກ 13 ຄອບຄົວ, ໜອງດາ 50 ຄອບຄົວ; ເມືອງຫາດຊາຍຟອງ ເນື້ອທີ່ກວ່າ 500 ເຮັກຕາໄດ້ຮັບຄວາມເສຍຫາຍຈາກນໍ້າຖ້ວມ ແລະ ປະຊາຊົນສອງບ້ານທີ່ຢູ່ເຂດຕໍ່າຄືບ້ານ ດອນເກີດ ແລະ ບ້ານ ຫາດກັນຊາ ຕ້ອງຍົກຍ້າຍໄປອາໃສຢູ່ບ່ອນທີ່ປອດໄພ; ເມືອງຈັນທະບູລີ ໄດ້ເກີດນໍ້າຖ້ວມຂັງ ໃນເຂດ ສີຫອມ, ວັດຈັນ, ສວນເຈົ້າອານຸວົງ; ສຳລັບເມືອງໄຊທານີ ແມ່ນໄດ້ຮັບຜົນກະທົບຈາກນໍ້າຖ້ວມຫຼາຍບ້ານ ໂດຍສະເພາະບ້ານ ທ່າສະຫວ່າງ ມີປະຊາຊົນໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ 380 ຄົນ, 121 ຫຼັງຄາເຮືອນຖືກນໍ້າຖ້ວມ, ເນື້ອທີ່ນາເສຍຫາຍ 81 ເຮັກຕາ, ນໍ້າຖ້ວມ ໜອງປາ 30 ເຮັກຕາ, ໂຮງຮຽນປະຖົມພາຍໃນບ້ານຕ້ອງເລື່ອນວັນເປີດຮຽນອອກໄປຈົນກວ່ານໍ້າຫຼຸດລົງ, ບ້ານ ໜອງໂນ ມີເຮືອນປະຊາຊົນຖືກນໍ້າຖ້ວມ 160 ຫຼັງຄາເຮືອນ ແລະ ປະຊາຊົນບ້ານ ໂພນງາມ1 ປັດຈຸບັນກຳລັງກຽມຮັບມືກັບໄພສະພາບນໍ້າຖ້ວມ.
ແຫຼ່ງຂ່າວ ແລະ ຮູບປະກອບຂ່າວ: ໜັງສືພິມເສດຖະກິດ-ການຄ້າ | ຂ່າວພາຍໃນ | 2018-09-04T12:24:43+00:00 | https://laopost.com/?p=103415 |
ຂາຍຢາບ້າເທື່ອທຳອິດ ຊ້ຳຖືກຕຳຫລວດຈັບ ຮັບໂທດຕາມກົດໝາຍ! | ເຈົ້າໜ້າທີ່ຕຳຫຼວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ເວລາປະມານ 10:30
ໂມງຂອງວັນທີ 17 ເດືອນກັນຍາຜ່ານມານີ້ ໄດ້ມີພົນລະເມືອງດີແຈ້ງ ຈະມີການຊື້ຂາຍຢາເສບຕິດຢູ່ເຂດບ້ານນາບອນ
ເມືອງປາກກະດິງ ແຂວງບໍລິຄຳໄຊ, ຈາກນັ້ນທາງເຈົ້າໜ້າທີ່ຈິ່ງໄດ້ຮີບຮ້ອນນຳກຳລັງລົງຕິດຕາມເປົ້າໝາຍຢ່າງຮີບ
ດ່ວນ.
ພໍຮອດເວລາປະມານ 11:00 ໂມງຂອງວັນດຽວກັນ ກໍເຫັນລົດຕູ້ສະຕາແລັກ ໝາຍເລກທະບຽນ ກກ 7082 ຄຳມ່ວນ
ຊຶ່ງເປັນລົດເປົ້າໝາຍແລ່ນມາຈອດຢູ່ແຄມທາງເລກທີ່ 13 ໃຕ້ເຂດບ້ານນາບອນ ເມືອງປາກກະດິງ ເຈົ້າໜ້າທີ່ຕຳຫຼວດ
ຈິ່ງນຳກຳລັງເຂົ້າກວດຄົ້ນລົດຄັນດັ່ງກ່າວ ພົບເຫັນຂອງກາງ ຢາບ້າ ຈຳນວນ 1 ຖົງ ມີ 200 ເມັດ ແລະ ອີກຈຳນວນ
189 ເມັດ, ລວມຂອງກາງຢາບ້າຈຳນວນ 389 ເມັດ, ກັກຕົວຜູ້ຖືກຫາໄດ້ຈຳນວນ 3 ຄົນຄື: ທ້າວ ບຸນມາ ລໍວັນໄຊ ອາຍຸ
38 ປີ ອາຊີບເຮັດນາ, ທ້າວມີ ອາຍຸ 40 ປີ ອາຊີບເຮັດນາ ແລະ ທ້າວ ດາວເພັດ ອາຍຸ 38 ປີ ອາຊີບເຮັດນາພວກກ່ຽວ
ທັງສາມຢູ່ບ້ານໂພນສີ ເມືອງປາກກະດິງ ແຂວງບໍລິຄຳໄຊ, ຈາກນັ້ນເຈົ້າໜ້າທີ່ຕຳຫຼວດຈິ່ງໄດ້ກັກຕົວພວກກ່ຽວທັງ
ສາມຄົນ ພ້ອມຢຶດຂອງກາງຢາບ້າ ແລະ ລົດຕູ້ສະຕາແລັກໝາຍເລກທະບຽນ ກກ 7082 ຄຳມ່ວນມາດຳເນີນຄະດີ
ຕາມກົດໝາຍ.
ຜ່ານການສືບສວນສອບສວນໃນເບື້ອງຕົ້ນຂອງເຈົ້າໜ້າທີ່ ພວກກ່ຽວໄດ້ຮັບສາລະພາບວ່າ: ພວກຕົນໄດ້ຊື້ຢາບ້ານຳ
ພວກຮ່ວມຂະບວນການທີ່ຢູ່ບ້ານດຽວກັນ ໃນລາຄາຖົງປະມານ 2,1 ລ້ານກວ່າກີບ ແລ້ວຈະນຳໄປຕໍ່ໃຫ້ພວກຮ່ວມ
ຂະບວນການຢູ່ບ້ານນາບອນ ເມືອງປາກກະດິງ ໃນລາຄາຖົງລະ 2.3 ລ້ານ ກວ່າກີບ, ຊຶ່ງພວກກ່ຽວໄດ້ຮ່ວມກັນຊື້ຂາຍ
ຢາບ້າຄັ້ງນີ້ເປັນຄັ້ງທຳອິດ, ແຕ່ຖືກເຈົ້າໜ້າທີ່ຕຳຫຼວດຈັບຕົວມາດຳເນີນຄະດີສາກ່ອນ.
ແຫລ່ງຂ່າວ: ເສດຖະກິດ – ສັງຄົມ | ຂ່າວພາຍໃນ | 2014-09-22T10:19:00+00:00 | https://laopost.com/?p=10740 |
ບໍລິສັດໄອທີຊື່ດັງໃນຈີນຮ່ວມເລັ່ງພັດທະນາ “ໂອເອສຫົງເມິ່ງ” ຮ່ວມກັບຮົວເຫວີຍ | ບັນດາບໍລິສັດໄອທີຫຼາຍແຫ່ງໃນ ສປ ຈີນ ຮ່ວມມືກັບບໍລິສັດຍັກໃຫຍ່ນັ້ນກໍຄື ຮົວເຫວີຍ ເພື່ອພັດທະນາລະບົບປະຕິບັດການ ໂອເອສຫົງເມິ່ງ (OS Hongmeng) ຊຶ່ງພັດທະນາໂດຍຮົວເຫວີຍ ພາຍຫຼັງທີ່ກູເກິລຖືກລັດຖະບານອາເມຣິກາສັ່ງຫ້າມບໍ່ໃຫ້ເຮັດທຸລະກິດກັບຮົວເຫວີຍ.
ຂ່າວດັ່ງກ່າວຖືກເປີດເຜີຍໂດຍ ໂກລບອລ ໄທມ ກະບອກສຽງຂອງພັກຄອມມູນິດຈີນຊຶ່ງລະບຸເຖິງຄວາມຄືບໜ້າການພັດທະນາໂອເອສໃໝ່ຂອງຮົວເຫວີຍເພື່ອທົດແທນແອນດຣອຍຂອງກູເກິລ ຊຶ່ງມີກຳນົດຈະເປີດໂຕໃນອີກບໍ່ເທົ່າໃດເດືອນຂ້າງໜ້ານີ້.
ຢ່າງໃດກໍຕາມ ວາລະສານຊື່ດັງໃນອາເມຣິກາກໍໄດ້ຕັ້ງຂໍ້ສັງເກດວ່າ ລາຍງານຂ່າວດັ່ງກ່າວອາດເປັນພຽງຄວາມພະຍາຍາມຂອງທາງການຈີນໃນການໂຄສະນາຊວນເຊື່ອ ຫຼັງຈາກທີ່ອາເມຣິກາສັ່ງຫ້າມພາກທຸລະກິດພາຍໃນບໍ່ໃຫ້ຮ່ວມການຄ້າກັບຮົວເຫວີຍ ສົ່ງຜົນໃຫ້ກູເກິລຕ້ອງຍຸຕິການໃຫ້ບໍລິການແອນດຣອຍກັບຮົວເຫວີຍໃນເດືອນສິງຫານີ້ຕາມການປະກາດຜ່ອນຜັນຂອງທາງການອາເມຣິກາ.
ທັງນີ້ ບໍລິສັດທີ່ເຂົ້າຮ່ວມທົດລອງຮ່ວມກັບຮົວເຫວີຍປະກອບມີ ບໍລິສັດເທັນເຊັນ ສ່ຽວໝີ່ ອ໊ອບໂປ ແລະ ວີໂວ ເພື່ອພັດທະນາໂອເອສຫົງເມິ່ງ ເພື່ອຕອບໂຕ້ມາດຕະການທາງການຄ້າກັບອາເມຣິກາ ນອກຈາກນີ້ ໂກລບອລ ໄທມ ຍັງກ່າວອີກວ່າ ໂອເອສຫົວເມິ່ງມີຄວາມໄວໃນການເຮັດວຽກສູງກວ່າແອນດຣອຍເຖິງ 60% ໂດຍອ້າງຄຳກ່າວຂອງ ຣິຊາຣດ ຫຍູ ປະທານຝ່າຍອຸປະກອນໂທລະຄົມມະນາຄົມຂອງຮົວເຫວີຍ.
ຂະນະທີ່ມີລາຍງານວ່າ ໂອເອສຫົງເມິ່ງ ຈະເປີດໂຕພ້ອມກັບສະມາດໂຟນລຸ້ນໃໝ່ຂອງຮົວ ເຫວີຍນັ້ນກໍຄື Mate30 ໃນທ້າຍປີນີ້ ຫຼື ອາດເປັນລຸ້ນ P40 ໃນປີໜ້າ ທັງນີ້ ຄວາມເຄື່ອນໄຫວດັ່ງກ່າວເກີດຂຶ້ນທ່າມກາງຄວາມພະຍາຍາມເຈລະຈາຂອງກູເກິລຕໍ່ລັດຖະ ບານ ອາເມຣິກາເພື່ອຂໍໃຫ້ຍົກເວັ້ນກູເກິລຈາກຄຳສັ່ງຫ້າມເຮັດທຸລະກິດຮ່ວມກັບຮົວເຫວີຍ ເນື່ອງຈາກເປັນການກົດດັນໃຫ້ຮົວເຫວີຍນຳແອນດຣອຍໄປພັດທະນາຕໍ່ເປັນໂອເອສໃໝ່ອັນຈະສົ່ງຜົນກະທົບ ແລະ ເປັນໄພຄຸກຄາມຕໍ່ອາເມຣິກາຍິ່ງຂຶ້ນ.
ຮຽບຮຽງ: ສະຫະລັດ ວອນທິວົງໄຊ
ຮູບພາບ: khaosod.co.th | ຂ່າວຕ່າງປະເທດ | 2019-06-14T14:45:50+00:00 | https://laopost.com/?p=115230 |
ອີຣ່ານ ຈຳຄຸກຍິງສາວ ເປັນເວລາ 1 ປີ ຂໍ້ຫາພະຍາຍາມເຂົ້າເບິ່ງ ການແຂ່ງຂັນບານສົ່ງຊາຍ! | ອີຣ່ານຕັດສິນຈຳຄຸກຍິງສາວ ເປັນເວລາ 1 ປີ ໃນຂໍ້ຫາພະຍາຍາມເຂົ້າຊົມການແຂ່ງຂັນບານສົ່ງຊາຍ ທີ່ທາງການ
ຫ້າມ ເມື່ອເດືອນມິຖຸນາຜ່ານມາ.
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ພະຈິກຜ່ານມານີ້ວ່າ ນາງ ກອນເຊ ກາວາມີ ສາວອີຣ່ານເຊື້ອສາຍ
ອັງກິດ ອາຍຸ 25 ປີ ຖືກສານອີຣ່ານຕັດສິນຈຳຄຸກ 1 ປີ ຫລັງພະຍາຍາມຝ່າຝືນ ເຂົ້າຊົມການແຂ່ງຂັນບານສົ່ງຊາຍ
ໃນລາຍງານ ເວີຣດ໌ລີກ ນັດລະຫວ່າງ ອີຣ່ານ ກັບ ອີຕາລີ ເມື່ອເດືອນມິຖຸນາທີ່ຜ່ານມາ.
ຕາມແຫລ່ງຂ່າວລາຍງານວ່າ ນາງ ກາວາມີ ໄດ້ຖືກຈັບກຸມຕົວໃນຄັ້ງທຳອິດ ໃນວັນທີ 20 ມິຖຸນາທີ່ຜ່ານມາ ຫລັງ
ຈາກທີ່ນາງ ແລະ ຍິງສາວຈຳນວນໜຶ່ງ ພະຍາຍາມທີ່ຈະເຂົ້າຊົມການແຂ່ງຂັນບານສົ່ງຊາຍ ຢູ່ສະໜາມກິລາຂອງ
ນະຄອນຫລວງເຕຫະຣານ ເຊິ່ງລ່າສຸດທາງສານປະຕິວັດເຕຫະຣານ ໄດ້ຕັດສິນຈຳຄຸກນາງເປັນເວລາ 1 ປີ ໃນຂໍ້
ຫາເຜີຍແຜ່ໂຄສະນາ ແລະ ຊວນເຊື່ອຕໍ່ຕ້ານລະບອບການປົກຄອງ.
ໃນປະເທດອີຣ່ານ ໄດ້ມີການຕັ້ງກົດຫ້າມບໍ່ໃຫ້ຜູ້ຍິງເຂົ້າຊົມການແຂ່ງຂັນບານສົ່ງ ມາຕັ້ງແຕ່ປີ 2012 ແລະ ຮອດ
ປັດຈຸບັນກົດດັ່ງກ່າວ ກໍໄດ້ຖືກນຳໄປໃຊ້ໃນກິລາບານເຕະເປັນທີ່ຮຽບຮ້ອຍ ເຊິ່ງທາງເຈົ້າໜ້າທີ່ຂອງອີຣ່ານໄດ້ອ້າງ
ວ່າ ກົດຂໍ້ດັ່ງກ່າວຖືກຕັ້ງຂຶ້ນມາ ເພື່ອປ້ອງກັນບໍ່ໃຫ້ຜູ້ຍິງຖືກແຟນຄລັບບານສົ່ງຊາຍ ທຳຮ້າຍຮ່າງກາຍ. | ຂ່າວຕ່າງປະເທດ | 2014-11-04T11:15:53+00:00 | https://laopost.com/?p=13159 |
ກຸ່ມກໍ່ການຮ້າຍ ISIS ຢຶດເມືອງໃນຟີລິບປິນ ດູເຕີເຕ້ ປະກາດກົດໄອຍະການເສິກ | Philippine President Rodrigo Duterte interacts with reporters during a news conference upon his arrival from a four-day state visit in China at the Davao International Airport in Davao city, Philippines October 21, 2016. REUTERS/Lean Daval Jr.
ບໍ່ຮອດ 24 ຊົ່ວໂມງ ຫຼັງຈາກເກີດເຫດລະເບີດສະລະຊີບທີ່ຄອນເສີດຂອງອາຣີນາ ກຣານເດ ໃນເມືອງເຊັດສະເຕີ ຂອງອັງກິດ ຈົນເຮັດໃຫ້ມີຜູ້ເສຍຊີວິດຈຳນວນ 22 ຄົນ ຊັອກອັງກິດໝົດທັງເມືອງ ຂູ່ຂວັນຄົນທັງໂລກ ກ່ອນທີ່ກຸ່ມໄອຊິດ (ISIS: Islamic State of Iraq and Seria) ຈະອອກຖະແຫຼງການຮັບຜິດຊອບຕໍ່ເຫດການດັ່ງກ່າວ ຜູ້ທີ່ຈຸດຊະນວນຄືໜຶ່ງໃນມືສັງຫານຂອງໄອຊິດ ພາຍໃນທີ່ຊຸມນຸມຂອງຜູ້ເຮັດສົງຄາມສາດສະໜາ ໃນເມືອງແມນເຊັດສະເຕີ.
ຂ້າມທະວີບມາຍັງຟີລິບປິນ ສຳນັກຂ່າວຕ່າງປະເທດຫຼາຍສຳນັກລາຍງານວ່າ ກຸ່ມຕິດອາວຸດເມົາເຕ້ (Maute) ຫຼື ກຸ່ມໄອຊິດແຫ່ງລາເນົາ ບຸກເຂົ້າຢຶດເມືອງມາຣາວີ ເທິງເກາະມິນດາເນົາ ທາງໃຕ້ຂອງປະເທດຟີລິບປິນ ໂດຍເກີດມີການຕໍ່ສູ້ຍິງປະທະກັບກອງທັບຂອງລັດຖະບານຫຼາຍຄັ້ງ ຕັ້ງແຕ່ເວລາປະມານ 14.00 ຂອງວັນທີ 23 ພຶດສະພາ 2017 ວານນີ້ ຕາມເວລາໃນທ້ອງຖິ່ນ.
ຜູ້ເຫັນເຫດການລາຍງານວ່າ ໄດ້ມີກຸ່ມຕິດອາວຸດຢ່າງໜ້ອຍ 15 ຄົນ ຖືປືນໄລເຟີນ ຍ່າງໄປຕາມເສັ້ນທາງ ແລະໄດ້ຍິງປືນເຂົ້າໃສ່ບ້ານເຮືອນປະຊາຊົນແລະສຳນັກງານລັດຖະການຕ່າງໆ ພ້ອມທັງປະກາດຫ້າມບໍ່ໃຫ້ປະຊາຊົນອອກຈາກເຮືອນ. ພວກກຸ່ມຕິດອາວຸດ ເມົາເຕ້ ໄດ້ເຂົ້າກວດຄົ້ນແຕ່ລະເຮືອນ ຖ້າຫາກໃຜບໍ່ແມ່ນຊາວມຸດສະລິມຈະຖືກຈັບໄປເປັນໂຕປະກັນ ກ່ອນທີ່ປະຊາຊົນຈະແຈ້ງໃຫ້ເຈົ້າໜ້າທີ່ເຂົ້າມາແກ້ໄຂສະຖານະການ.
ດ້ານປະທານາທິບໍດີ ດູເຕີເຕ ທີ່ກຳລັງຢ້ຽມຢາມລັດເຊຍ ໄດ້ສັ່ງການຂ້າມທະວີບມາຍັງຟີລິບປິນ ປະກາດກົດໄອຍະການເສິກທົ່ວເກາະມິນດາເນົາ ພ້ອມທັງໄດ້ສົ່ງທະຫານແລະຕຳຫຼວດເຂົ້າໄປຕໍ່ສູ້ກັບພວກກຸ່ມກໍ່ການຮ້າຍ ເຊິ່ງມາຮອດປັດຈຸບັນນີ້ ສະຖານະການຍັງບໍ່ເບົາບາງລົງແຕ່ຢ່າງໃດ. | ຂ່າວຕ່າງປະເທດ | 2017-05-24T08:50:16+00:00 | https://laopost.com/?p=90194 |
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ | ໂດຍຕອບສະໜອງ ຕາມການເຊີນຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຫງວຽນ ຊວັນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງລັດຖະບານ ແຫ່ງ ສສ.ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ແຕ່ວັນທີ 26-27 ເມສາ 2017, ເຊິ່ງເປັນການຢ້ຽມຢາມທາງການ ຄັ້ງທຳອິດ ແລະ ເປັນການເຄື່ອນໄຫວກິດຈະກຳ ສະເຫລີມສະຫລອງ “ປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2017”.
ສຳນັກຂ່າວສານປະເທດລາວ ລາຍງານວ່າ ໃນຕອນເຊົ້າ ຂອງວັນທີ 26 ເມສາ 2017, ທີ່ ສຳນັກງານ ນາຍົກລັດຖະມົນຕີ, ໄດ້ມີພິທີຕ້ອນຮັບ ຢ່າງເປັນທາງການ ທີ່ດຳເນີນໄປດ້ວຍ ບັນຍາກາດອັນອົບອຸ່ນ ແລະ ສົມກຽດ. ພາຍຫລັງສຳເລັດ ພິທີຕ້ອນຮັບ ຢ່າງເປັນທາງການ, ໄດ້ມີການພົບປະສອງຝ່າຍ ລະຫວ່າງ ທ່ານ ນາຍົກລັດຖະ ມົນຕີລາວ ແລະ ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມດ້ວຍຄະນະ, ໂດຍສອງຝ່າຍ ໄດ້ປຶກສາຫາລືກັນຢ່າງກົງໄປກົງມາ, ດ້ວຍຄວາມຈິງໃຈ ກ່ຽວກັບການທົບທວນຄືນ ການຈັດຕັ້ງຜັນຂະຫຍາຍ ເນື້ອໃນຂອງຖະແຫລງການຮ່ວມ ແລະ ຂໍ້ຕົກລົງຂັ້ນສູງຕ່າງໆ, ໂດຍສະເພາະແມ່ນ ຜົນຂອງກອງປະຊຸມ ຄັ້ງທີ 39 ຂອງຄະນະກຳມະການຮ່ວມມື ທະວິພາຄີຂອງ ສອງລັດຖະບານ ແລະ ຈະສືບຕໍ່ເສີມຂະຫຍາຍ ການຈັດຕັ້ງປະຕິບັດ ການຮ່ວມມື ໃນຕໍ່ໜ້າໃຫ້ມີ ປະສິດທິຜົນສູງກວ່າເກົ່າ. ພ້ອມນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລືກັນ ໃນບັນຫາສາກົນ ແລະ ພາກພື້ນ ອັນພົ້ນເດັ່ນທີ່ສອງຝ່າຍ ມີຄວາມສົນໃຈ, ພ້ອມທັງ ຢືນຢັນສືບຕໍ່ ການປະສານສົມທົບກັນ ຢ່າງແໜ້ນແຟ້ນ ຢູ່ໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະ ຢູ່ ສປຊ, ອາຊຽນ ແລະ ບັນດາກົນໄກການຮ່ວມມື ໃນອະນຸພາກພື້ນອື່ນໆ.
ໃນໂອກາດນີ້, ສອງຝ່າຍໄດ້ບັນລຸຂໍ້ຕົກລົງ ໃນລະດັບສູງ ແລະ ໄດ້ຮ່ວມກັນເປັນ ສັກຂີພິຍານ ການລົງນາມ ເອກະສານຮ່ວມມືກັນ ຈຳນວນເຖິງ 8 ສະບັບ ຄື:
1. ຂໍ້ຕົກລົງ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງຄົມມະນາຄົມ ແລະ ຂົນສົ່ງ ແຫ່ງ ສສ.ຫວຽດນາມ ວ່າດ້ວຍການຮ່ວມລົງທຶນ ເພື່ອພັດທະນາທ່າເຮືອ ຫວຸ້ງອ່າງ (ທ່າທຽບເຮືອ 1, 2 ແລະ 3) ເປັນທ່າເຮືອສາກົນ ລາວ-ຫວຽດນາມ.
2. ຂໍ້ຕົກລົງ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງຄົມມະນາຄົມ ແລະ ຂົນສົ່ງ ແຫ່ງ ສສ.ຫວຽດນາມ ວ່າດ້ວຍການລົງທຶນ ກໍ່ສ້າງເສັ້ນທາງລົດໄຟ ວຽງຈັນ-ທ່າແຂກ-ມາຢູ-ເຕີນເອີບ-ຫວຸ້ງອ່າງ.
3. ຂໍ້ຕົກລົງ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງຄົມມະນາຄົມ ແລະ ຂົນສົ່ງ ແຫ່ງ ສສ.ຫວຽດນາມ ວ່າດ້ວຍການລົງທຶນກໍ່ສ້າງ ເສັ້ນທາງພູທິດເຜິ້ງ, ແຂວງຫລວງພະບາງ ຫາຊາຍແດນນາຊອນ ຕິດກັບ ເມືອງດຽນບຽນ, ແຂວງດຽນບຽນ, ສສ.ຫວຽດນາມ.
4. ຂໍ້ຕົກລົງ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງຄົມມະນາຄົມ ແລະ ຂົນສົ່ງ ແຫ່ງ ສສ. ຫວຽດນາມ ວ່າດ້ວຍການສຶກສາ ຄວາມເປັນໄປໄດ້ (FS) ບັນດາໂຄງການ: ໂຄງການຍົກລະດັບເສັ້ນທາງ 18B, ແຂວງ ອັດຕະປື; ເສັ້ນທາງມາແຕ່ບ້ານ ປຸ່ງທ່າ-ລຽບແມ່ນ້ຳທາມາ-ເພຍລີ, ແຂວງໄຊສົມບູນ; ເສັ້ນທາງແຕ່ແຂວງ ໄຊສົມບູນ-ເຕເບເລ-ພູກ່ອງເຂົ້າ-ຊ້ຳຫໍ້ປາດົງ, ແຂວງໄຊສົມບູນ ສປປ ລາວ.
5. ອະນຸສັນຍາ ເພື່ອປັບປຸງສັນຍາ ວ່າດ້ວຍສິນຄ້າຜ່ານແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ. ຫວຽດນາມ ໃນ ປີ 2009.
6. ອະນຸສັນຍາ ວ່າດ້ວຍການຮ່ວມມື ທາງດ້ານການສຶກສາ ລະຫວ່າງ ລັດຖະບານສອງປະເທດ ວ່າດ້ວຍການສ້າງ ບຸກຄະລາກອນ.
7. ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສສ. ຫວຽດນາມ ກ່ຽວກັບ ໂຄງການກໍ່ສ້າງສາງພັກ ນ້ຳມັນທ່າເຮືອຮ່ອນລາ ແລະ ລະບົບທໍ່ສົ່ງນ້ຳມັນ ຮ່ອນລາ-ຄຳມ່ວນ.
8. ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຊື້ຂາຍໄຟຟ້າ ຢູ່ໂຮງງານໄຟຟ້າ ພະລັງຄວາມຮ້ອນເຊກອງ ລະຫວ່າງ ກຸ່ມບໍລິສັດ ພະລັງງານໄຟຟ້າ ຫວຽດນາມ ແລະ ກຸ່ມບໍລິສັດ ພອນສັກລາວ. ນາຍົກຫວຽດນາມ ແລະ ກະຊວງສຶກສາ ຫວຽດນາມ ໄດ້ມອບປຶ້ມ ວັດຈະນານຸກົມ ລາວ-ຫວຽດ, ຫວຽດ-ລາວ ໃຫ້ຝ່າຍລາວ ຈຳນວນໜຶ່ງ, ເຊິ່ງປຶ້ມດັ່ງກ່າວ ເປັນຜົນງານສ້າງຮ່ວມກັນ ລະຫວ່າງ ສອງກະຊວງສຶກສາ ຫວຽດນາມ ແລະ ລາວ.
ໃນໂອກາດຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫງວຽນ ຊວັນຟຸກ ແລະ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ ການນຳຂັ້ນສູງ ສອງປະເທດ ຮ່ວມກັນ ເປີດປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ ຢ່າງເຄັ່ງຂຶມ ເພື່ອສະເຫລີມສະຫລອງ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 40 ປີ ແລະ ວັນສ້າງຕັ້ງ ສາຍພົວພັນການທູດ ສອງປະເທດ ຄົບຮອບ 55 ປີ ຂຶ້ນຢ່າງເປັນທາງການ, ແນໃສ່ສ້າງຄວາມເຂົ້າໃຈ ແລະ ປູກຈິດສຳນຶກທົ່ວສັງຄົມ ລາວ-ຫວຽດນາມ ເຂົ້າໃຈຕໍ່ສາຍພົວພັນ ມິດຕະພາບ ອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ສອງປະເທດ ລາວ-ຫວຽດນາມ ໃຫ້ເລິກເຊິ່ງກວ່າເກົ່າ, ທັງສະແດງເຖິງ ຄວາມຕັດສິນໃຈຂອງການນຳ ຂອງສອງປະເທດ ໃນການຮ່ວມມືກັນ ຈັດຕັ້ງບັນດາກິດຈະກຳ ເພື່ອເຮັດໃຫ້ການຮ່ວມມືຂອງສອງປະເທດ ນັບມື້ນັບຂະຫຍາຍຕົວຍິ່ງຂຶ້ນ ແລະ ມີປະສິດທິຜົນກວ່າເກົ່າ. | ຂ່າວພາຍໃນ | 2017-04-26T15:44:02+00:00 | https://laopost.com/?p=89205 |
ຢູເຄຣນເລີ່ມອົບພະຍົບພົນລະເຮືອນອອກຈາກພື້ນທີ່ບາງເຂດທີ່ຖືກປິດລ້ອມ | ຕາມການລາຍງານຂອງສໍານັກຂ່າວ Reuters ໃຫ້ຮູ້ວ່າ: ຢູເຄຣນໄດ້ເລີ່ມອົບພະຍົບພົນລະເຮືອນອອກຈາກບັນດາເມືອງຕ່າງໆທີ່ຖືກປິດລ້ອມໃນວັນອັງຄານ ຫຼັງຈາກທີ່ຣັດເຊຍໄດ້ອະນຸຍາດໃຫ້ສ້າງ “ແລວທາງດ້ານມະນຸດສະທຳ” ແລະ Kyiv ໄດ້ຮຽກຮ້ອງໃຫ້ມົສກູປິດສຽງປືນໄວ້ ເພື່ອໃຫ້ປະຊາຊົນສາມາດເດີນທາງໄດ້ຢ່າງປອດໄພ.
ປະຊາຊົນເລີ່ມອອກຈາກເມືອງ Sumy ທາງພາກຕາເວັນອອກສຽງເໜືອ ແລະ ເມືອງ Irpin ໃກ້ກັບນະຄອນຫຼວງ Kyiv, ແຕ່ຍັງບໍ່ເປັນທີ່ຈະແຈ້ງເທື່ອວ່າ ຢູເຄຣນຈະຕົກລົງທີ່ຈະໃຊ້ແລວທາງດ້ານມະນຸດສະທຳອື່ນຫຼືບໍ່ ຖ້າພວກເຂົານໍາພາຊາວຢູເຄຣນໄປຣັດເຊຍ ຫຼື ເບລາຣຸດ.
ທ່ານ Dmytro Zhyvytsky, ເຈົ້າຄອງເຂດ Sumy ກ່າວໃນຖະແຫຼງການທາງວີດີໂອວ່າ ຖັນແຖວພົນລະເຮືອນທີສອງຈະອອກຈາກເມືອງ Sumy ໃນເວລາປະມານ 1100 GMT. ທ່ານ Oleksiy Kuleba, ເຈົ້າແຂວງພາກພື້ນ Kyiv ກ່າວວ່າ ມີຫລາຍກວ່າ 150 ຄົນໄດ້ຖືກອົບພະຍົບອອກຈາກເມືອງ Irpin ໃນເວລາ 0730 GMT. ທ່ານ Iryna Vereshchuk, ຮອງນາຍົກລັດຖະມົນຕີ ກ່າວວ່າລົດເມ 30 ຄັນຍັງຢູ່ໃນເສັ້ນທາງເພື່ອຮວບຮວມເອົາຜູ້ອົບພະຍົບອອກຈາກເມືອງ Mariupol.
ພົນລະເຮືອນໄດ້ຖືກຕິດກັບດັກຈາກການສູ້ຮົບນັບຕັ້ງແຕ່ກອງທະຫານຮັດເຊຍເຂົ້າໄປໃນຢູເຄຣນໃນວັນທີ 24 ກຸມພາ ແລະ ເຈົ້າຫນ້າທີ່ກ່າວວ່າອາຫານ, ນ້ໍາ ແລະ ສະບຽງອື່ນໆກໍາລັງຫຼຸດລົງໃນບາງເມືອງ. ໃນວັນຈັນ ຢູເຄຣນໄດ້ປະຕິເສດຂໍ້ສະເໜີຂອງຣັດເຊຍໃນການອົບພະຍົບຊາວຢູເຄຣນໄປຍັງຣັດເຊຍ ຫລື ເບລາຣຸດ ຊຶ່ງເປັນພັນທະມິດຂອງຣັດເຊຍ. ແລວທາງດ້ານມະນຸດສະທຳຈາກເມືອງ Mariupol ລົ້ມເຫລວໃນວັນເສົາ ແລະ ວັນອາທິດ, ໂດຍແຕ່ລະຝ່າຍໄດ້ກ່າວຫາວ່າອີກຝ່າຍວ່າຍັງສືບຕໍ່ຍິງກັນ. ທ່ານ Filippo Grandi, ຫົວໜ້າອົງການດ້ານຜູ້ລີ້ໄພແຫ່ງສະຫະປະຊາຊາດ ກ່າວວ່າ ມີຜູ້ລີ້ໄພປະມານ 2 ລ້ານຄົນໄດ້ພາກັນຫລົບໜີອອກຈາກຢູເຄຣນໄປຍັງປະເທດອື່ນໆ. | ຂ່າວຕ່າງປະເທດ | 2022-03-09T11:57:25+00:00 | https://laopost.com/?p=132317 |
ສິງກະໂປຫ້າມ ພາຫະນາທີ່ມີນ້ຳມັນບໍ່ເຕັມຖັງ ອອກນອກປະເທດ | ພາຫະນະທີ່ຈົດທະບຽນໃນສິງກະໂປ ເມື່ອຈະອອກຈາກສິງກະໂປຜ່ານດ່ານກວດຊາຍແດນ ຈະຕ້ອງມີປະລິມານນ້ຳມັນເຊື້ອໄຟຂັ້ນຕ່ຳ 3ສ່ວນ4 ຂອງຖັງ. ໂດຍທົ່ວໄປເອີ້ນວ່າ “ກົດລະບຽບ 3ສ່ວນ4 ຂອງຖັງ”.
ກົດລະບຽບ 3ສ່ວນ4 ຂອງຖັງ ໄດ້ຖືກນຳໃຊ້ກັບ ພາຫະນະທີ່ແລ່ນດ້ວຍນ້ຳມັນ ຫຼື ແກັດສທຳມະຊາດ (CNG) ແລ້ວຜູ້ຂັບຂີ່ພາຫະນະຕ້ອງຮັບປະກັນວ່າຖັງນ້ຳມັນ ມີນ້ຳມັນເຊື້ອໄຟຢ່າງໜ້ອຍ 3ສ່ວນ4 ຂອງຖັງ.
ນັບຕັ້ງແຕ່ 1 ເມສາ 2019 ເປັນຕົ້ນໄປ, ກົດລະບຽບນີ້ຈະໄດ້ຂະຫຍາຍໃຫ້ກວມພາຫະນະທີ່ໃຊ້ນ້ຳມັນກາຊວນຢູ່ສິງກະໂປ. ເຊິ່ງສອດຄ່ອງກັບການ ກຳນົດອັດຕາການນຳໃຊ້ຂອງນ້ຳມັນກາຊວນ ທີ່ປະກາດໃນປີ 2017 ເພື່ອຫຼຸດຜ່ອນການຊົມໃຊ້ນ້ຳມັນກາຊວນ ແລະ ເພື່ອບໍ່ໃຫ້ເກີດມົນລະຜິດທາງອາກາດ.
ຜູ້ຂັບຂີ່ ທີ່ບໍ່ຕ້ອງປະຕິບັດຕາມກົດລະບຽບ ຈະຖືກປັບໄໝ 500 ໂດລາ ຫຼື ຈະຖືກດຳເນີນຄະດີໃນສານ.
ຖ້າເຄື່ອງວັດແທກນ້ຳມັນຂອງພາຫະນະມີການບິດເບືອນ, ຜູ້ຂັບຂີ່ອາດຈະຖືກຟ້ອງສານ ໃນຖານປ່ຽນອຸປະກອນວັດແທກນ້ຳມັນ ທີ່ຜິດກົດໝາຍ.
ເພື່ອຫຼີກລ້ຽງຄວາມບໍ່ສະດວກ ໃນການເດີນທາງອອກນອກປະເທດ, ຜູ້ຂັບຂີ່ຕ້ອງຮັບປະກັນວ່າຖັງນ້ຳມັນຂອງເຈົ້າ ເຕັມຢ່າງໜ້ອຍ 3ສ່ວນ4 ຂອງຖັງ ໃນເວລາອອກຈາກດ່ານກວດ. | ຂ່າວຕ່າງປະເທດ | 2022-05-12T12:19:01+00:00 | https://laopost.com/?p=133885 |
ໄຊທານີ ຍູ້ແຮງຜະລິດກະສິກຳ ສະໜອງເປັນສິນຄ້າໄດ້ລື່ນແຜນ | “>
ອີງຕາມບົດສະຫຼຸບວຽກງານການປົກຄອງສົກປີ 2012-2013 ໄດ້ໃຫ້ຮູ້ເຖິງການເຕີບໃຫຍ່ຂະຫຍາຍຕົວ ໃນການຍູ້ແຮງເປັນສິນຄ້າ ໃນການຜະລິດກະສິກຳຂອງເມືອງໄຊທານີ ໄດ້ເລັ່ງສົ່ງເສີມດ້ານກະສິກຳ ໂດຍໄດ້ສຸ່ມໃສ່ສ້າງຕົວແບບໃນການຜະລິດເປັນສິນຄ້າຫຼາຍຂຶ້ນ ສາມາດສະໜອງໃຫ້ນະຄອນຫຼວງວຽງຈັນ ແລະ ຕ່າງແຂວງໄດ້ ສຳລັບສົກປີດັ່ງກ່າວ ການຜະລິດເຂົ້າປະຕິບັດໄດ້ 19.700 ເຮັກຕາ ຜົນຜະລິດໄດ້ 91.686 ໂຕນ ສະເລ່ຍຜົນຜະລິດຜູ້ໜຶ່ງໄດ້ 545 ກິໂລຕໍ່ຄົນຕໍ່ປີ ທຽບໃສ່ແຜນປະຕິບັດໄດ້ 97,37% ພືດຜັກປະຕິບັດໄດ້ 2.921 ເຮັກຕາ ຜົນຜະລິດໄດ້ 29.911 ໂຕນ ສະເລ່ຍຜົນຜະລິດຜູ້ໜຶ່ງໄດ້ຮັບ 111 ກິໂລຕໍ່ຄົນຕໍ່ປີ ທຽບໃສ່ແຜນປະຕິບັດໄດ້ 113,8% ພືດອຸດສາຫະກຳປະຕິບັດໄດ້ 1.839 ເຮັກຕາ ຜົນຜະລິດໄດ້ 28.320 ໂຕນ ສະເລ່ຍຜົນຜະລິດຜູ້ໜຶ່ງໄດ້ 168 ກິໂລຕໍ່ຄົນຕໍ່ປີ ທຽບໃສ່ແຜນປີປະຕິບັດໄດ້ 121% ໄມ້ໃຫ້ໝາກປະຕິບັດໄດ້ 60 ເຮັກຕາ ຜົນຜະລິດໄດ້ 900 ໂຕນ ສະເລ່ຍຜົນຜະລິດຜູ້ໜຶ່ງໄດ້ 5,3 ກິໂລຕໍ່ຄົນຕໍ່ປີ ທຽບໃສ່ແຜນການປີປະຕິບັດໄດ້ 100%.
ການລ້ຽງສັດໄດ້ຊຸກຍູ້ການລ້ຽງສັດເປັນຟາມ ຫຼື ມີຂອບເຂດການລ້ຽງທີ່ແນ່ນອນ ເພື່ອຮັບປະກັນໃຫ້ແກ່ການຂະຫຍາຍຕົວຂອງສັດລ້ຽງ ແລະ ສາມາດຕອບສະໜອງທາດຊີ້ນໃຫ້ແກ່ສັງຄົມໄດ້ 8.460 ໂຕນ ທຽບໃສ່ແຜນການປະຕິບັດໄດ້ 113,8% ສະເລ່ຍໃສ່ພົນລະເມືອງຜູ້ໜຶ່ງໄດ້ 50 ກິໂລຕໍ່ຄົນຕໍ່ປີ.
ທີ່ມາhttp://www.vientianemai.net | ຂ່າວພາຍໃນ | 2013-12-04T15:07:24+00:00 | https://laopost.com/?p=4002 |
ລັດຖະບານອອກແຈ້ງການເພີ່ມທະວີຄຸ້ມຄອງສັດນ້ຳ-ສັດປ່າ | ຫ້ອງວ່າການລັດຖະບານ ໃຫ້ຮູ້ວ່າ: ອີງຕາມຜົນການເຂົ້າຮ່ວມກອງປະຊຸມຄະນະກຳມະການຄຸ້ມຄອງສົນທິສັນຍາສາກົນວ່າດ້ວຍການຄ້າຂາຍສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ (ສົນທິສັນຍາ CITES) ຄັ້ງທີ 69 ທີ່ປະເທດສະວິດເຊີແລນໃນທ້າຍປີ 2017 ທີ່ຜ່ານມາ, ອີງຕາມການຕົກລົງ ແລະ ຊີ້ນຳຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີຄັ້ງວັນທີ 5 ມັງກອນນີ້, ຫ້ອງວ່າການລັດຖະບານໄດ້ອອກແຈ້ງການເພີ່ມທະວີຄຸ້ມຄອງການຄ້າຂາຍສັດນໍ້າ-ສັດປ່າຢ່າງເຂັ້ມງວດຄື:
(1) ເຫັນດີໃຫ້ເຮັດເປັນຄຳສັ່ງນາຍົກລັດຖະມົນຕີ ເພື່ອຄຸ້ມຄອງການຄ້າຂາຍສັດນໍ້າ-ສັດປ່າ ແລະ ພືດທີ່ໃກ້ຈະສູນພັນທີ່ນອນໃນບັນຊີ I ແລະ ບັນຊີ II ຂອງສົນທິສັນຍາ CITES ແລະ ນອນໃນກົດໝາຍວ່າດ້ວຍສັດນໍ້າ-ສັດປ່າຂອງ ສປປ ລາວ, ມອບໃຫ້ກະຊວງກະສິກຳ ແລະ ປ່າໄມ້ຮີບຮ້ອນສົມທົບກັບພາກສ່ວນກ່ຽວຂ້ອງຮ່າງຄຳສັ່ງດັ່ງກ່າວໃຫ້ສຳເລັດ ແລະ ທັນປະກາດໃຊ້ຢ່າງຊ້າບໍ່ໃຫ້ກາຍເດືອນກຸມພາ 2018.
(2) ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ຈັດພິມບັນດາລາຍການສັດນໍ້າ-ສັດປ່າ, ສີ້ນສ່ວນສັດປ່າ ແລະ ພຶດທີ່ໃກ້ຈະສູນພັນທີ່ນອນໃນບັນຊີດັ່ງກ່າວຂອງສົນທິສັນຍາ CITES ເພື່ອໂຄສະນາເຜີຍແຜ່ໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ.
(3) ເຫັນດີໃຫ້ມີຄະນະຮັບຜິດຊອບວຽກງານຈັດຕັ້ງປະຕິບັດສົນທິສັນຍາ CITES ຂຶ້ນສະເພາະ, ໂດຍມອບໃຫ້ກະຊວງກະສິກຳ ແລະ ປ່າໄມ້ເປັນຫົວໜ້າຄະນະ ແລະ ປະກອບມີບັນດາຂະແໜງການທີ່ກ່ຽວຂ້ອງຢູ່ໃນຄະນະ, ພ້ອມທັງໃຫ້ມີກອງເລຂາເຮັດວຽກປະຈຳເພື່ອປະສານງານ, ລາຍງານ ແລະ ສະໜອງຂໍ້ມູນໃຫ້ກອງເລຂາ CITES ຢ່າງເປັນປົກກະຕິ, ມອບໃຫ້ກະຊວງກະສິກຳ ແລະ ປ່າໄມ້ຄົ້ນຄ້ວາຮ່າງຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີວ່າດ້ວຍການແຕ່ງຕັ້ງຄະນະດັ່ງກ່າວ ໂດຍໃຫ້ກຳນົດບຸກຄະລາກອນ, ພາລະບົດບາດ, ສິດ ແລະ ໜ້າທີ່ຄະນະດັ່ງກ່າວໃຫ້ລະອຽດ, ຈາກນັ້ນສະເຫນີທ່ານນາຍົກລັດຖະມົນຕີພິຈາລະນາພາຍໃນເດືອນມັງກອນ 2018.
(4) ກ່ຽວກັບການຊື້-ຂາຍສັດນໍ້າ-ສັດປ່າ ແລະ ສີ້ນສ່ວນສັດປ່າ, ລວມທັງການນຳເຂົ້າສົ່ງອອກຜ່ານແດນທີ່ລັດຖະບານ ຫລື ບັນດາຂະແໜງການ ແລະ ທ້ອງຖິ່ນ ໄດ້ຕົກລົງອະນຸຍາດຜ່ານມາ ທີ່ບໍ່ສອດຄ່ອງກັບສົນທິສັນຍາ CITES, ກົດໝາຍວ່າດ້ວຍສັດນໍ້າ-ສັດປ່າຂອງ ສປປ ລາວ ແລະ ລະບຽບການທີ່ກ່ຽວຂ້ອງແມ່ນໃຫ້ລົບລ້າງ ແລະ ຢຸດຕິຢ່າງຂາດຕົວ.
(5) ເຫັນດີມີມາດຕະການຕໍ່ຜູ້ກະທຳຜິດຢ່າງເດັດຂາດ ແລະ ກໍລະນີຈັບໄດ້ຜູ້ກະທຳຜິດ ກໍໃຫ້ອອກຂ່າວຜ່ານສື່ຕ່າງໆຢ່າງເປີດເຜີຍເພື່ອໃຫ້ສັງຄົມຊາບ.
(6) ເຫັນດີໃຫ້ເຮັດເປັນດຳລັດຂອງລັດຖະບານ ເພື່ອຄຸ້ມຄອງຟາມລ້ຽງສັດໃຫ້ເປັນລະບົບ, ມອບໃຫ້ກະຊວງກະສິກຳ ແລະ ປ່າໄມ້ຮີບຮ້ອນເປັນໃຈກາງສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງຄົ້ນຄວ້າຮ່າງດຳລັດດັ່ງກ່າວໃຫ້ສຳເລັດ, ຊ້າສຸດໃຫ້ມາຜ່ານລັດຖະບານບໍ່ເກີນເດືອນເມສາ 2018.
ແຫລ່ງຂ່າວ: ລາວພັດທະນາ | ຂ່າວທ້ອງຖິ່ນ | 2018-02-02T16:40:07+00:00 | https://laopost.com/?p=99089 |
ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ໄດ້ເຮັດໜ້າທີ່ເປັນປະທານ ນໍາພາການດຳເນີນກອງປະຊຸມ ໃນພາກສຸດທ້າຍຂອງກອງປະຊຸມລະດັບສູງ | Permanent Mission of the Lao PDR to the United Nations ໄດ້ໂພສຂໍ້ຄວາມຜ່ານສື່ເຟສບຸກວ່າ: ພາຍຫຼັງທີ່ ສປປ ລາວ ໄດ້ຮັບການເລືອກຕັ້ງໃຫ້ເປັນຮອງປະທານສະມັດຊາໃຫຍ່ຂອງອົງການສະຫະປະຊາຊາດ ສະໄໝທີ 76 ໃນເດືອນ ມິຖຸນາ 2021 ຜ່ານມາ, ໃນຕອນເຊົ້າ ວັນທີ 22 ກັນຍາ 2021, ສປປ ລາວ ໄດ້ເລີ່ມຕົ້ນປະຕິບັດໜ້າທີ່ຂອງຕົນເປັນຄັ້ງທຳອິດ ໂດຍມີທ່ານເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ໄດ້ເຮັດໜ້າທີ່ເປັນປະທານ ນໍາພາການດຳເນີນກອງປະຊຸມ ໃນພາກສຸດທ້າຍຂອງກອງປະຊຸມລະດັບສູງ ພາຍໃຕ້ສະມັດຊາໃຫ່ຍ ເພື່ອສະເຫຼີມສະຫຼອງຄົບຮອບ 20 ປີ ແຫ່ງການຮັບຮອງຖະແຫຼງການ ແລະ ແຜນປະຕິບັດງານເດີບັນ (Durban Declaration and Programme of Action) ທີ່ວ່າດ້ວຍການຕ້ານການຈຳແນກເຊື້ອຊາດ, ຜິວພັນ, ການລັງກຽດ ແລະ ການບໍ່ຍອມຮັບໃນຄວາມແຕກຕ່າງ.
ຫຼັງຈາກນັ້ນ, ທ່ານຜູ້ຕາງໜ້າຖາວອນ ແຫ່ງ ສປປລາວ ໄດ້ສືບຕໍ່ນຳພາກອງປະຊຸມຄົບຄະນະຄັ້ງທີ 6 (6th Plenary meeting) ຂອງພາກອະພິປາຍທົ່ວໄປ ເຊິ່ງມີບັນດາຜູ້ນໍາຂັ້ນປະມຸກລັດ ຂອງ 13 ປະເທດ ຜັດປ່ຽນກັນຂຶ້ນກ່າວບົດປາໄສໃນຫ້ອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ຜ່ານທາງໄກ.
ປະທານສະມັດຊາໃຫຍ່ຂອງອົງການສະຫະປະຊາຊາດ ສະໄໝທີ 76 ແມ່ນຈະປະຕິບັດໜ້າທີ່ເລີ່ມຈາກ ເດືອນກັນຍາ 2021 ຫາ ເດືອນກັນຍາ 2022, ພາຍໃຕ້ຫົວຂໍ້ “ການຟື້ນຟູຈາກສະພາບວິກິດການອັນເກີດຈາກພະຍາດ ໂຄວິດ-19, ການສົ່ງເສີມການພັດທະນາແບບຍືນຍົງ, ເຄົາລົບສິດທິຂອງປະຊາຊົນ ແລະ ປັບປຸງລະບົບການເຮັດວຽກຂອງອົງການສະຫະປະຊາຊາດ ໃຫ້ສອດຄ່ອງກັບສະພາບການໃນໄລຍະໃໝ່”.
ການເຮັດໜ້າທີ່ເປັນຮອງປະທານສະມັດຊາໃຫຍ່ ສະຫະປະຊາຊາດ ຂອງ ສປປ ລາວ, ແມ່ນການປະກອບສ່ວນປະຕິບັດພັນທະສາກົນ ໃນຖານະເປັນປະເທດສະມາຊິກ ອົງການສະຫະປະຊາດ, ໃນໄລຍະນີ້ ແມ່ນມີຄວາມໝາຍສໍາຄັນຍິ່ງ ໃນທ່າມກາງທີ່ສະພາບແວດລ້ອມພາກພື້ນ ແລະ ສາກົນ ມີການຜັນແປຢ່າງໄວວາ ເຊິ່ງຄາດຄະເນໄດ້ຍາກ, ໂດຍສະເພາະວິກິດການອັນເກີດຈາກພະຍາດໂຄວິດ-19 ແລະ ການປ່ຽນແປງຂອງສະພາບແວດລ້ອມ, ຂໍ້ຂັດແຍ່ງທີ່ຍັງເກີດຂຶ້ນຢູ່ບາງພາກພື້ນໃນໂລກ, ວິກິດການດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ທີ່ຍັງສືບຕໍ່ເປັນໄພຂົ່ມຂູ່ ຕໍ່ປະຊາຄົມໂລກ.
ການປະຕິບັດໜ້າທີ່ສາກົນດັ່ງກ່າວ ຮຽກຮ້ອງໃຫ້ ສປປ ລາວ ຕ້ອງເພີ່ມທະວີຄວາມເອົາໃຈໃສ່ຂຶ້ນກວ່າເກົ່າ, ພ້ອມທັງຮັບປະກັນການປະຕິບັດໜ້າທີ່ແບບເປັນກາງ, ມີຄວາມໂປ່ງໄສ ແລະ ອີງຕາມກົດລະບຽບການດໍາເນີນຂອງ ສະມັດຊາໃຫຍ່ ສະຫະປະຊາຊາດ, ລວມທັງການປຶກສາຫາລືຮ່ວມກັບ ປະເທດສະມາຊິກສະຫະປະຊາຊາດ ແບບເປີດກ້ວາງ ກ່ຽວກັບ ບັນຫາສໍາຄັນຕ່າງໆ ທີ່ບໍ່ສາມາດຄາດຄະເນລ່ວງໜ້າໄດ້, ເຊິ່ງບັນຫາສໍາຄັນຂອງໂລກດັ່ງກ່າວທັງຫມົດ ແມ່ນໄດ້ຖືກກໍານົດເຂົ້າໃນແຜນການເຮັດວຽກຂອງສະມັດຊາໃຫຍ່ ສະຫະປະຊາຊາດ ສະໄໝທີ 76 ນີ້.
ການເຮັດໜ້າທີ່ດັ່ງກ່າວ ນອກຈາກເປັນການປະຕິບັດພັນທະສາກົນແລ້ວ ຍັງເປັນການສືບຕໍ່ຍົກສູງບົດບາດ ຂອງ ສປປ ລາວ ໃນເວທີສາກົນ ໂດຍສະເພາະໃນເວທີສະຫະປະຊາຊາດ ໃຫ້ພົ້ນເດັ່ນຍິ່ງຂຶ້ນ, ເຊິ່ງ ສປປ ລາວ ເຮົາຈະເຮັດໜ້າທີ່ເປັນປະທານບັນດາກອງປະຊຸມສາກົນຕ່າງໆ ໃນຂອບສະມັດຊາໃຫຍ່ ສະຫະປະຊາຊາດ, ກອງປະຊຸມລະດັບສູງຕ່າງໆ. ຜ່ານມາ ສປປ ລາວ ເຮົາເຄີຍໄດ້ຮັບເລືອກຕັ້ງ ໃຫ້ເປັນຮອງປະທານສະມັດຊາໃຫຍ່ ສະຫະປະຊາຊາດ ແລ້ວ 1 ຄັ້ງ ຄື ໃນໄລຍະກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ສະໄໝທີ 50 ໃນປີ 1995. | ຂ່າວພາຍໃນ | 2021-09-23T13:57:23+00:00 | https://laopost.com/?p=127953 |
ໂຄງການສ້າງເຂື່ອນໄຟຟ້ານ້ຳຕົກເຊກະໝານ – ແກ້ງໃຫຍ່ ອັດຕະປື ຍັງຢູ່ໃນຂັ້ນຕອນພິຈາລະນາ. | ແຂວງອັດຕະປື ກຳລັງສຶກສາຄວາມເປັນໄປໄດ້ຂອງໂຄງການໄຟຟ້ານ້ຳຕົກເຊກະໝານ – ແກ້ງໃຫຍ່ ເມືອງໄຊເສດຖາ ຖ້າໂຄງການໄດ້ຮັບການເຫັນດີຕົກລົງອະນຸມັດຈາກພາກລັດໃຫ້ດຳເນີນການກໍ່ສ້າງ ຄາດວ່າຈະໄດ້ເລີ່ມກໍ່ສ້າງໃນທ້າຍປີໜ້າ.
ພະແນກພະລັງງານ ແລະ ບໍ່ແຮ່ແຂວງອັດຕະປື ຮ່ວມກັບ ບໍລິສັດ ພີແອນພີ ພາວເວີ ຈຳກັດ ແລະ ບໍລິສັດ ທີ່ປຶກສາ ເອັສຊີ ຈຳກັດ ໄດ້ຈັດກອງປະຊຸມຜ່ານບົດສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ, ເຕັກນິກ ແລະ ສັງຄົມຂອງໂຄງການເຂື່ອນໄຟຟ້ານ້ຳຕົກເຊກະໝານ – ແກ້ງໃຫຍ່ ຂຶ້ນໃນທ້າຍເດືອນຕຸລາ 2018 ທີ່ແຂວງອັດຕະປື.
ໂຄງການເຂື່ອນໄຟຟ້ານ້ຳຕົກເຊກະໝານ – ແກ້ງໃຫຍ່ ມີທີ່ຕັ້ງຢູ່ຕາມລຳນ້ຳເຊກະໝານ, ເປັນສາຂາຂອງສາຍນ້ຳເຊກອງ ຫ່າງຈາກຕົວເມືອງໄຊເສດຖາ ໄປທາງທິດຕາເວັນອອກສຽງເໜືອປະມານ 10 ກິໂລແມັດ ມີມູນຄ່າການກໍ່ສ້າງທັງໝົດ 35.352 ລ້ານໂດລາ ແລະ ຈະໄດ້ຮັບຜົນຕອບແທນ NPV=7,21 ລ້ານໂດລາ, B/C= 1,20 ລ້ານໂດລາ, EIRR=12,63%, ລາຄາໄຟຟ້າເທົ່າກັບ 5,60 Usc/KWh ແລະ ມີກຳລັງຕິດຕັ້ງ 15,0 MW, ສາມາດຜະລິດກະແສໄຟຟ້າໄດ້ 119.240 GWh ຕໍ່ປີ ແລະ ຈະສາມາດສະໜອງກະແສໄຟຟ້າໃຫ້ສະຖານີຈ່າຍໄຟຟ້າຫຼັກ 47 ຕາຂ່າຍ 22 KV. ຖ້າຫາກໂຄງການໄດ້ຮັບການເຫັນດີຕົກລົງອະນຸມັດຈາກທາງພາກລັດ ຄາດວ່າຈະໄດ້ເລີ່ມກໍ່ສ້າງໃນວັນທີ 1 ຕຸລາ 2019 ແລະ ໃຫ້ສຳເລັດໃນເດືອນສິງຫາ 2023.
ທ່ານ ສົມຈິດ ປະທານບໍລິສັດ ພີແອນພີ ແລະ ຕາງໜ້າໃຫ້ ບໍລິສັດທີ່ປຶກສາ ເອັສຊີ ຈຳກັດ ໃນນາມເຈົ້າຂອງໂຄງການ ໄດ້ຂຶ້ນກ່າວລາຍງານຜົນການສຶກສາວິພາກເສດຖະກິດ, ເຕັກນິກ ແລະ ສັງຄົມ ຂອງໂຄງການບາງຕອນວ່າ:
“ບໍລິສັດພວກເຮົາມີໃບອະນຸຍາດດຳເນີນທຸລະກິດໄຟຟ້າທີ່ຖືກຕ້ອງຕາມລະບຽບການ, ມີທີ່ຕັ້ງພາລະບົດບາດທີ່ຈະແຈ້ງ ແລະ ມີປະສົບການ ເຊິ່ງໂຄງການເຂື່ອນໄຟຟ້ານ້ຳຕົກເຊກະໝານ-ແກ້ງໃຫຍ່ ເປັນໂຄງການໜຶ່ງທີ່ຄາດວ່າຈະໄດ້ຮັບການອະນຸມັດຈາກພາກລັດໃຫ້ດຳເນີນການກໍ່ສ້າງ ເພື່ອເປັນການຮອງຮັບຄວາມຕ້ອງການໄຟຟ້າໃນອານາຄົດ, ສະໜອງໄຟຟ້າ, ສະໜອງນ້ຳແກ່ເນື້ອທີ່ປູກຝັງທຳການຜະລິດຂອງປະຊາຊົນ ແລະ ໃຫ້ແຂວງມີລາຍຮັບໃນແຕ່ລະປີຈາກການເສຍຄ່າພາກຫຼວງ ແລະ ອາກອນ”.
ຮຽບຮຽງຂ່າວ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: ໜັງສືພິມ ເສດຖະກິດການຄ້າ | ຂ່າວພາຍໃນ | 2018-11-08T10:36:41+00:00 | https://laopost.com/?p=106128 |
ວ່າງງານພາໃຫ້ຄິດຜິດ ໄປຄ້າຂາຍຢາເສບຕິດ | ຈາກອາຊີບວ່າງງານ ຈິ່ງຄິດວິຖີຫາເງິນແບບຜິດໆ ໂດຍການຄ້າຂາຍຢາບ້າແຕ່ສຸດທ້າຍ ກໍໄປບໍ່ລອດຖືກເຈົ້າໜ້າທີ່ຈັບໂຕມາດຳເນີນຄະດີ ຄືທ້າວ ຈັນວັນລາຍ ຫຼືໄລ ປະຊາຊົນບ້ານອຸດົມວິໄລ, ເມືອງໄກສອນພົມ ວິຫານ.
ຕອນເຊົ້າໃນວັນທີ 24 ຕຸລາ ຜ່ານມານີ້, ສານປະຊາຊົນແຂວງສະຫວັນນະເຂດ ໄດ້ນຳເອົາສຳນວນຄະດີອາຍາ ເລກທີ 174/ ຂຕອ, ຂຶ້ນພິຈາລະນາຕັດສິນ ໂດຍມີຈຳເລີຍ ຊື່ທ້າວ ຈັນວັນລາຍ ຫຼືໄລ ອາຍຸ 45 ປີ, ອາຊີບຫວ່າງງານ, ບ້ານອຸດົມວິໄລ, ເມືອງໄກສອນພົມວິຫານ ຊຶ່ງມີເນື້ອໃນຄະດີວ່າ: ໃນວັນທີ 17 ກັນຍາ 2012 ເວລາປະມານ 09 ໂມງ ທ້າວ ຈັນວັນລາຍ ຫຼືໄລ ໄດ້ໂທລະສັບສັ່ງຊື້ຢາບ້ານຳທ້າວ ກູຣີ ຈຳນວນ 100 ເມັດ ໃນລາຄາ 5.500 ບາດ, ໄດ້ປະມານ 20 ນາທີ ຈິ່ງໄດ້ມີນາງ ສີພາພອນ ຫຼື ນັດ ກັບນາງ ຈັນສຸດາ ຫຼື ແນນ ມາສົ່ງຢາໃຫ້, ເມື່ອໄດ້ຮັບຢາບ້າແລ້ວ ກໍຈ່າຍເງິນໃຫ້ຈຳນວນ 5.500 ບາດ, ທ້າວ ຈັນວັນລາຍ ຫຼືໄລ ກໍ່ເອົາໄປສົ່ງໃຫ້ລູກຄ້າຄົນໄທຈຳນວນ 14 ເມັດ, ເປັນເງິນຈຳນວນ 1.000 ບາດ, ຕໍ່ມາປະມານ 01 ຊົ່ວໂມງ ຈຶ່ງມີລູກຄ້າໂທລະສັບມາສັ່ງຊື້ຢາບ້ານຳອີກ ຈຶ່ງໄດ້ໂທລະສັບສັ່ງຊື້ຢາບ້ານຳທ້າວ ກູຣີອີກຈຳນວນ 01 ຖົງ ເປັນເງິນ 11.000 ບາດ ຈາກນັ້ນ ປະມານ 30 ນາທີ ຈຶ່ງເຫັນນາງ ສີພາພອນ ຫຼື ນັດ ແລະ ນາງ ຈັນສຸດາ ຫຼື ແນນ ຂີ່ລົດຈັກເວບ 125 ສີແດງດຳ ມາສົ່ງໃຫ້ຈຳນວນ 01 ຖົງ, ເທົ່າກັບ 200 ເມັດ ແຕ່ບໍ່ທັນໄດ້ຈ່າຍເງິນ ຫຼັງຈາກນັ້ນ ທ້າວ ຈັນວັນລາຍ ຫຼືໄລ ຈຶ່ງເອົາໄປສົ່ງໃຫ້ລູກຄ້າໃນລາຄາຖົງລະ 13.000 ບາດ ແຕ່ກໍຖືກເຈົ້າໜ້າທີ່ກັກຕົວໄດ້ກ່ອນ ພ້ອມຂອງກາງຢາບ້າຈຳນວນ 286 ເມັດ ເພື່ອມາດຳເນີນຄະດີຕາມລະບຽບກົດໝາຍ. ຜ່ານການຄົ້ນຄວ້າບັນດາເອກະສານ ແລະ ຂໍ້ມູນຫຼັກຖານຕ່າງໆໃນສຳນວນຄະດີ ພ້ອມທັງພິຈາລະນາຜົນຂອງການໄຕ່ສວນຄະດີໃນທີ່ປະຊຸມຢ່າງລະອຽດຖີ່ຖ້ວນແລ້ວເຫັນວ່າ: ຜູ້ກ່ຽວໄດ້ກະທຳຜິດແທ້ ໃນສະຖານມີຢາເສບຕິດ (ຢາບ້າ) ໄວ້ໃນຄອບຄອງ ເພື່ອຈຳໜ່າຍຂາຍ ໂດຍຢາບ້າຈຳນວນ 286 ເມັດນີ້, ຕິດຊັ່ງນ້ຳໜັກຈາກພາກສ່ວນກ່ຽວຂ້ອງ ແມ່ນມີນ້ຳໜັກ 26,65 ກຼາມ ເຊິ່ງໄດ້ຮັບການຢັ້ງຢືນວ່າບັນຈຸສານເສບຕິດແທ້ ທີ່ເປັນອັນຕະລາຍຕໍ່ສຸຂະພາບ ສະນັ້ນ ການທີ່ຈຳເລີຍເອົາສານເສບຕິດຈຳນວນດັ່ງກ່າວນີ້ ໄປຈຳໜ່າຍຂາຍຕາມຄຳໃຫ້ການຮັບສາລະພາບຂອງຈຳເລີຍ ຈຶ່ງຖືວ່າເປັນການກະທຳຜິດຕໍ່ກົດໝາຍອາຍາ, ມາດຕາ 146 ດ້ວຍເຫດນີ້ ຄະນະສານອາຍາຂອງສານປະຊາຊົນແຂວງສະຫວັນນະເຂດ ຈຶ່ງລົງໂທດຕັດອິດສະຫຼະພາບທ້າວ ຈັນວັນລາຍ ຫຼືໄລ (ຈຳເລີຍ) ເປັນຈຳນວນ 6 ປີ ແລະ ປັບໃໝ 12 ລ້ານກີບ, ຮິບຢາບ້າຈຳນວນ 286 ເມັດ, ເທົ່າກັບ 26,65 ກຼາມ ມອບໃຫ້ເຈົ້າໜ້າທີ່ກ່ຽວຂ້ອງນຳໄປທຳລາຍຖິ້ມຕາມລະບຽບການ; ຮິບລົດຈັກເວບໂຄລາວສີແດງທະບຽນ ຈພ 0233 ສະຫວັນນະເຂດ , ໂທລະສັບມືຖືສີດຳຍີ່ຫໍ້ຊຳຊຸງ 01 ໜ່ວຍ ເປັນຂອງລັດ ແລະ ໃຫ້ເຈົ້າໜ້າທີ່ສົ່ງໂທລະພາບ 1 ໜ່ວຍ, ລຳໂພງນ້ອຍ 8 ໜ່ວຍ, ເຄື່ອງຫຼິ້ນຊີດີ 1 ໜ່ວຍ, ຕູ້ເຢັນ 1 ໜ່ວຍ, ເຕົາອົບ 1 ໜ່ວຍ, ໝໍ້ຫູງເຂົ້າ 1 ໜ່ວຍ ແລະ ໝໍ້ສຸກີ 1 ໜ່ວຍ ທີ່ເຈົ້າໜ້າທີ່ຍຶດມາ ຄືນໃຫ້ແກ່ທ້າວຈັນວັນລາຍ ຫຼືໄລ (ຈຳເລີຍ) ພ້ອມນີ້ກໍໃຫ້ຈຳເລີຍທົດແທນເງິນຄ່າທຳນຽມສານແກ່ລັດຈຳນວນ 103.000 ກີບ.
ຂ່າວແລະຮູບ: ສະຫວັນພັດທະນາ | ຂ່າວທ້ອງຖິ່ນ | 2014-11-17T10:11:34+00:00 | https://laopost.com/?p=13777 |
Subsets and Splits