title
stringlengths
7
164
text
stringlengths
18
16.7k
category
stringclasses
7 values
date
stringlengths
25
25
url
stringlengths
27
29
ວາງສີລາລືກໂຄງການກໍ່ສ້າງ ສູນວັດທະນະທໍາເດັກແຂວງບໍ່ແກ້ວ
ພິທີວາງສີລາລືກໂຄງການກໍ່ສ້າງສູນວັດທະນະທໍາເດັກແຂວງບໍ່ແກ້ວ ໂດຍທຶນຊ່ວຍເຫຼືອຂອງຄະນະພັກ, ອົງການປົກຄອງ ແລະ ປະຊາຊົນແຂວງເຊີນລາ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 4 ເມສາ ນີ້, ໂດຍມີ ທ່ານ ບົວຄົງ ນາມມະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍ່ແກ້ວ, ທ່ານ ຮວງ ກວັກ ແຄ໋ງ ຮອງເລຂາພັກແຂວງ ປະທານປົກຄອງແຂວງເຊີນລາ ສສ ຫວຽດນາມ, ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ. ໃນພິທີ ທ່ານ ຮວງ ກວັກ ແຄ໋ງ ໄດ້ກ່າວມອບທຶນຊ່ວຍເຫຼືອ ໂຄງການກໍ່ສ້າງສູນວັດທະນະທໍາເດັກແຂວງບໍ່ແກ້ວ ລວມມູນຄ່າ 5 ຕື້ດົງ ກ່າວຮັບໂດຍ ທ່ານ ບົວຄົງ ນາມມະວົງ ພ້ອມທັງກ່າວຄໍາຂອບໃຈຕໍ່ຄະນະພັກ, ອົງການປົກຄອງ ແລະ ປະຊາຊົນແຂວງເຊີນລາ ສສ ຫວຽດນາມ ທີ່ໃຫ້ທຶນການຊ່ວຍເຫຼືອ ສ້າງສູນວັດທະນະທໍາເດັກ ແຂວງບໍ່ແກ້ວ ແຫ່ງນີ້ ທີ່ຈະເປັນບ່ອນຝຶກສອນນັກຮຽນໃຫ້ຮູ້ຈັກດ້ານວັດທະນະທໍາ, ສິລະປະ, ບົດຟ້ອນ, ຮ້ອງເພງ, ຫຼິ້ນດົນຕີພື້ນເມືອງ ແລະ ດົນຕີສາກົນ. ທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ ໄດ້ລາຍງານການກະກຽມຄວາມພ້ອມໃນການກໍ່ສ້າງສູນວັດທະນະທໍາເດັກແຂວງບໍ່ແກ້ວ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຮັບຮອງເອົາ ບໍລິສັດ ສົມປະສົງ ເຄຫາ, ຂົວທາງ ແລະ ຊົນລະປະທານ ຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ, ໂຄງການນີ້ ຕັ້ງຢູ່ສວນສາທາລະນະໜອງຖານ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ໄດ້ເລີ່ມລົງມືກໍ່ສ້າງແຕ່ເດືອນທັນວາ 2022 ເປັນຕົ້ນມາ, ເປັນອາຄານຊັ້ນເຄິ່ງ ມີຂະໜາດ 22×24 ແມັດ, ປະກອບມີ 13 ໜ້າວຽກ, ອອກແບບຕາມມາດຖານເຕັກນິກ ເປັນເອກະລັກສະເພາະທີ່ໂດດເດັ່ນສວຍງາມ. ແຫຼ່ງຂ່າວ: ປະຊາຊົນ
ຂ່າວພາຍໃນ
2023-04-05T13:55:40+00:00
https://laopost.com/?p=143773
ຂັບຂີ່ປອດໄພ ໃສ່ກ້ອງຕິດລົດ
ກ້ອງຕິດລົດຈະຊ່ວຍໃຫ້ເຮົາສາມາດມີຫຼັກຖານສຳຄັນເວລາມີຄົນມາກ່າວຫາເວລາມີອຸບັດເຫດເພື່ອຍືນຍັນວ່າເຮົາບໍ່ໄດ້ເຮັດຜິດນັ້ນເອງ. ການຂັບຂີ່ລົດໃຫຍ່ໃນໄລຍະຫຼັງໆນີ້ຕ້ອງໄດ້ລະວັງຢ່າງສູງ ເຫັນໄດ້ຈາກຂ່າວຫຼາຍໆເຫດການ ແລະ ຖ້າບໍ່ມີກ້ອງໜ້າລົດນັ້ນອາດຈະເຮັດໃຫ້ເຮົາເປັນຝ່າຍຜິດໄປໄດ້ທັນທີ. ສຳຫຼັບກ້ອງຕິດລົດທີ່ມາພ້ອມກັບມຸມກວ້າງ 160 ອົງສາເໝາະສຳລັບລົດຂະໜາດກາງ-ໃຫຍ່ແລະເກັບໄດ້ທັງມຸມໜ້າລົດລວມເຖິງມີໜ້າຈໍຂະໜາດໃຫຍ່ໃນໂຕ ແລະ ຍັງມາພ້ອມກ້ອງເບິ່ງຫຼັງອີກດ້ວຍຈາກ OneMaster M-1. Onemaster M-1 ເປັນກ້ອງຕິດລົດຈາກປະເທດໄທໂດຍມີຈຸດເດັ່ນດ້ານມູມມອງຂອງພາບທີ່ໃຫ້ມາເຖິງ 160 ອົງສາ, ໃຊ້ເຊັນເຊີ້ OV2718 ຈາກ Omnivision ແລະມີຮູຮັບແສງກວ້າງເຖິງ F1.8 ແລະ ໜ້າຈໍໃນໂຕ4 ນິ້ວແບບ IPS ນັ້ນເອງ, ແລະຍັງມີກ້ອງເບິ່ງຫຼັງມາໃຫ້ພ້ອມ ແລະ ລຸ້ນນີ້ຍັງມີໂໝດ Parking ມາໃຫ້ພ້ອມເພື່ອຊ່ວຍໃນເວລາຈອດລົດນັ້ນເອງ. Onemaster M-1 ເປີດໃນລາຄາ 1.035.000 ກີບ (3499 ບາດ) ມີພຽງສີດຽວຄືສີດຳ. ດ້ານໜ້າໂຕກ້ອງມາພ້ອມກັບເລນກ້ອງມຸມກວ້າງ 160 ອົງສາທີ່ສາມາດໝູນຂຶ້ນລົງໄດ້ ແລະ ເປັນສ່ວນສີເງິນໂຄຣມມຽມ, ຊ້າຍຂວາເປັນຮູລະບາຍຄວາມຮ້ອນ, ໂລໂກ້ດ້ານຂວາ ແລະ ຊື່ລຸ້ນດ້ານຊ້າຍ. ໂຕກ້ອງເປັນພລາສຕິກຂຶ້ນລາຍ Texture, ມຸມກ້ອງສາມາດປັບລົງສຸດ ຂຶ້ນສຸດ ເພື່ອໃຫ້ໄດ້ພາບຕາມທີ່ຕ້ອງການ. ດ້ານຫຼັງເປັນໜ້າຈໍຂະໜາດ 4 ນິ້ວ IPS LCD ທີ່ມີຄວາມແຈ້ງກຳລັງດີ ແລະ ປຸ່ມຄວບຄຸມຈະຢູ່ຂ້າງຂວາທັງໝົດ ບໍ່ມີປຸ່ມ ຫຼື ການຄວບຄຸມໃນສ່ວນດ້ານຫຼັງໂຕກ້ອງ. ໜ້າຈໍ 4 ນິ້ວຈະສະແດງຜົນໄດ້ທັງ 2 ກ້ອງພ້ອມກັນ ຫຼື ຈະສະຫຼັບກັນເອົາອອກເຫຼືອຈໍດຽວກໍໄດ້ເຊັ່ນກັນ. ສ່ວນເວລາໃຊ້ງານນັ້ນກໍ່ຈະມີສາຍມາໃຫ້ທັງ 2 ສາຍແບບໃນພາບທີ່ເຫັນເລີຍ, ແຍກກັນໄປຄົນລະທາງໄດ້ບໍ່ກີດຂວາງກັນ. ລາຍລະອຽດຂອງຜະລິດຕະພັນ: ຄວາມຄົມຊັດລະດັບ Full HD 1080P ປັບແສງອັດຕະໂນມັດໃຫ້ພາບແຈ້ງສາມາດເບິ່ງໃຫ້ໃນເວລາກາງຄືນ ຫຼື ເວລາທີ່ແສງໜ້ອຍ ໜ້າຈໍ IPS 4 ນິ້ວ ເຊັນເຊີ້ OV2718 ແທ້ຈາກອາເມລິກາ ໃຫ້ພາບມຸມກວ້າງ 160° Dual Lens 1080P +720P ບັນທຶກວີດີໂອໄດ້ທັງດ້ານໜ້າ ແລະ ດ້ານຫຼັງສາມາດສະແດງພາບຈາກກ້ອງໜ້າ ແລະ ກ້ອງຫຼັງພ້ອມກັນໄດ້ ມີຂາຕັ້ງໃຫ້ຄົບທັງສອງແບບ, ສາມາດຕິດຕັ້ງໄດ້ຕາມສະດວກ Super Night Vision ໂຕກ້ອງລະບາຍຄວາມຮ້ອນໄດ້ດີນໍ້າໜັກເບົາບໍ່ເຮ່ຍງ່າຍ ເລນກ້ອງປັບອົງສາຂຶ້ນລົງໄດ້ ການເຮັດວຽກ Functions Loop Recording G-Sensor Parking Monitoring Motion Detection ບັນທຶກໜ້າຫຼັງພ້ອມກັນ ມີໄມໂຄໂຟນໃນໂຕສາມາດບັນທຶກສຽງໃນຄຸນນະພາບສູງໄດ້ ພາສາ: ມີພາສາໄທ, ອັງກິດ ແລະ ພາສາອື່ນໆ ລາຍລະອຽດສິນຄ້າເພີ່ມເຕີ່ມພ້ອມລິວິວ http://bit.ly/2wACLGS ຊ່ອງທາງການຕິດຕໍ່: ✅Facebook: https://www.facebook.com/OneMasterTH ✅Website: www.1-master.com ✅Line : @onemaster
ຂ່າວພາຍໃນ
2020-02-26T16:55:01+00:00
https://laopost.com/?p=117117
ຂໍໃຫ້ປະຊາຊົນບໍລິເວນໃກ້ຄຽງໃສ່ຜ້າປິດປາກ-ດັງ
ແຈ້ງເຕືອນຈາກຫ້ອງການກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ. ໃນວັນທີ 29 ເດືອນມັງກອນ 2022 ຜ່ານມາ, ໄດ້ເກີດໄຟໄໝ້ສະໜາມຂີ້ເຫຍື້ອ ຫຼັກ 32 ນະຄອນຫຼວງວຽງຈັນ, ກໍ່ໃຫ້ເກີດມີຄວັນ ແລະ ມີກິ່ນຂິວ ຊຶ່ງຈະສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ ອິງໃສ່ ຜົນຂອງການລົງຕິດຕາມ ແລະ ວິໄຈຄຸນນະພາບອາກາດ ແລະ ທິດທາງລົມ (ສ່ວນໃຫຍ່ແມ່ນລົມມາຈາກທິດຕາເວັນອອກ ຫາ ທິດຕາເວັນຕົກສຽງເໜືອ) ຂໍ້ມູນຂອງວັນທີ 30- 31 ມັງກອນ 2022 ມີດັ່ງລຸ່ມນີ້: ຜົນການວັນແທກ ຈຸດທີ 1: ຝຸ່ນລະອອງຂະໜາດນ້ອຍກວ່າ 2.5 ໄມຄຣອນ (PM2.5) ຄ່າສະເລ່ຍ 24 ຊົ່ວໂມງ 101 ug/m3 ມີຄ່າເກີນມາດຕະຖານສິ່ງແວດລ້ອມແຫ່ງຊາດ, ບ້ານທີ່ຄາດວ່າຈະໄດ້ຮັບຜົນກະທົບເຊັ່ນ: ບ້ານປາກຊາບ, ບ້ານນາພອກ, ບ້ານແສນອຸດົມ, ບ້ານເວີນແທນ, ບ້ານນາມົນ, ບ້ານໜອງບົວ, ບ້ານນາລ້ອມ ແລະ ບ້ານສົມສະຫວັນ. ຜົນການວັນແທກ ຈຸດທີ 2: ຝຸ່ນລະອອງຂະໜາດນ້ອຍກວ່າ 2.5 ໄມຄຣອນ (PM2.5) ແຕ່ລະຊົ່ວໂມງ ເຫັນວ່າ ຄ່າຄວາມເຂັ້ມຂຸ້ນຕໍ່າສຸດ ແມ່ນ 80 ug/m3 ແລະ ຄ່າຄວາມເຂັ້ມຂຸ້ນສູງສຸດ 101 ug/m3 ມີຄ່າເກີນມາດຕະຖານ. ແກສ໌ຊັນເຟີໄດອ້ອກໄຊດ໌ (S02) ຄວາມເຂັ້ມຂຸ້ນ ແມ່ນ 0.15 ppm ຕໍ່ 1 ຊົ່ວໂມງ ມີຄ່າເກີນມາດຕະຖານ. ແກສ໌ຄາບອນໂມນ໊ອກໄຊດດ໌ (CO)ຄວາມເຂັ້ມຂຸ້ນ ແມ່ນ 6 ppm ຕໍ່ 1 ຊົ່ວໂມງ ມີຄ່າຕ່ໍາກວ່າມາດຕະຖານ. ບ້ານທີ່ຄາດວ່າຈະໄດ້ຮັບຜົນກະທົບເຊັ່ນ: ບ້ານໜອງສອງຫ້ອງ, ບ້ານໂນງາມ, ບ້ານທ່າດິນແດງໃຕ້ ແລະ ບ້ານນາແຖ. ຜົນການຜັນແທກ ຈຸດທີ 3: ຝຸ່ນລະອອງຂະໜາດນ້ອຍກວ່າ 2.5 ໄມຄຣອນ (PM2.5) ໃນແຕ່ລະຊົ່ວໂມງ ມີຄ່າຄວາມເຂັ້ມຂຸ້ນຕ່ໍາສຸດ 16 ug/m3 ແລະ ຄ່າຄວາມເຂັ້ມຂຸ້ນສູງສຸດ 121 ug/m3 ແລະ ຄ່າສະເລ່ຍ 24 ຊົ່ວໂມງ 46 ug/m ມີຄ່າຕ່ໍາກວ່າມາດຕະຖານ. ອີງໃສ່ທິດທາງລົມ ເຫັນວ່າ ເຂດບ້ານໂນນສະອາດ ແລະ ເຂດບ້ານດົງໝາກຄາຍ ແມ່ນບໍ່ໄດ້ຮັບຜົນກະທົບ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຫຼີກລ້ຽງ ຫຼື ຫຼຸດຜ່ອນ ການເຄື່ອນໄຫວກາງແຈ້ງ ແລະ ຄວນໃສ່ຜ້າອັດປາກ-ດັງ (ແມັສ).
ຂ່າວທ້ອງຖິ່ນ
2022-02-02T14:16:56+00:00
https://laopost.com/?p=131666
ລາວ-ຫວຽດນາມ ຕົກລົງຮ່ວມກັນສ້າງທາງດ່ວນ ເຊື່ອມຕໍ່ຊາຍແດນ ລະຫວ່າງກັນ
ພັນໂທ ບົວພາ ໄມສອນ ຫົວໜ້າພະແນກຂົວທາງ ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ຖະແຫຼງວ່າ ພິທີເປີດໂຄງການກໍ່ສ້າງເສັ້ນທາງຍຸດທະສາດລຽບຕາມຊາຍແດນລາວ-ຫວຽດນາມ ໄດ້ມີຂຶ້ນຢ່າງເປັນທາງການທີ່ເມືອງຊານໄຊ ແຂວງອັດຕະປື ເມື່ອວັນທີ 29 ທັນວາ 2017 ທີ່ຜ່ານມາ ໂດຍມີພົນຈັດຕະວາ ສິງສະຫວັດ ພົມມະສັກ ຮອງຫົວໜ້າກົມໃຫຍ່ເສນາທິການ ເປັນປະທານໃນພິທີ ຖືເປັນໄລຍະທີ 1 ຂອງໂຄງການ ເຊິ່ງຈະເປັນການກໍ່ສ້າງຖະຫນົນ ຈາກຈຸດເລີ່ມຕົ້ນເຂດສາມຫຼ່ຽມພັດທະນາ ລະຫວ່າງລາວ-ຫວຽດນາມ-ກຳປູເຈຍ ໃນເຂດແຂວງອັດຕະປື ໄປຫາຊາຍແດນແຂວງເຊກອງ ໄລຍະທາງ 115 ກິໂລແມັດ, ກວ້າງ 5 ແມັດ ແລະ ຢູ່ຫ່າງຈາກເສັ້ນຊາຍແດນລາວ-ຫວຽດນາມ 150-200 ແມັດ. ກໍ່ສ້າງເສັ້ນທາງໃນໄລຍະທີ 1 ນີ້ ໂດຍຈະໃຊ້ງົບປະມານຫຼາຍກວ່າ 301 ຕື້ກີບ ທີ່ລັດຖະບານລາວໄດ້ອະນຸມັດຮຽບຮ້ອຍແລ້ວ ໃນແຜນການປະຈຳປີ 2017 ແລະຄາດວ່າ ຍັງຈະສືບຕໍ່ອະນຸມັດງົບປະມານສຳລັບດຳເນີນງານໄລຍະທີ 2 ຂອງໂຄງການໃນແຜນການປີ 2018 ນີ້ອີກດ້ວຍ ເພາະລັດຖະບານລາວ ແລະຫວຽດນາມຕ້ອງການພັດທະນາເມືອງໃນຕະຫຼອດແນວເຂດຊາຍແດນລະຫວ່າງ 2 ປະເທດໃຫ້ເປັນເມືອງພັດທະນາຢ່າງຮອບດ້ານແລະມີຄວາມສະຫງົບປອດໄພ 100 ເປີເຊັນ ໃຫ້ໄດ້ໄວທີ່ສຸດນັ້ນເອງ. ແຫລ່ງຂ່າວ: ວີໂອເອ
ຂ່າວພາຍໃນ
2018-01-23T09:30:23+00:00
https://laopost.com/?p=98707
ຊາຍໜຸ່ມແຂວນຄໍຕາຍ ຍ້ອນຮັກບໍ່ສົມຫວັງ
ຊາຍໜຸ່ມຜິດຫວັງກັບຄວາມຮັກ ຂຽນຈົດໝາຍລາແຟນສາວ ກ່ອນຄິດສັ້ນໄປແຂວນຄໍຕາຍຢູ່ແຄມນ້ຳຂອງ ເຂດບ້ານຫ້ວຍນາງລີ້, ເມືອງທ່າແຂກ ແຂວງຄຳມ່ວນ. ເຈົ້າໜ້າທີ່ ປກສ ເມືອງທ່າແຂກ ໃຫ້ຮູ້ວ່າ: ຄືນວັນທີ 23 ເມສາຜ່ານມານີ້, ໄດ້ມີປະຊາຊົນຢູ່ເຂດດັ່ງກ່າວ ໄປພົບຊົບຊາຍໜຸ່ມແຂວນຄໍຕາຍຢູ່ກ້ອງຕົ້ນໄມ້ໃຫຍ່,ຈຶ່ງໄດ້ແຈ້ງເຈົ້າໜ້າທີ່ໄປກວດສອບຮູ້ວ່າ: ຜູ້ຕາຍແມ່ນທ້າວ ໄຫວ ອາຍຸ 21 ປີອາຊີບກຳມະກອນ, ຢູ່ບ້ານປ່າກ້ວຍດົງ ເມືອງໄຊບົວທອງ ແຂວງຄຳມ່ວນ, ໄດ້ແຂວນຄໍຕາຍດ້ວຍການໃຊ້ເຊືອກ 1 ເສັ້ນ ມັດໃສ່ງ່າໄມ້ໃຫຍ່ຢູ່ແຄມແມ່ນ້ຳຂອງຍ້ອນບໍ່ສົມຫວັງ ຕາມການສັນນະສູດຂອງເຈົ້າໜ້າທີ່ ແລະ ຫລັກຖານຈາກຈົດໝາຍຂອງຜູ້ຕາຍ. ຂ່າວຈາກ:
ຂ່າວເຫດການ
2016-04-26T07:50:01+00:00
https://laopost.com/?p=54804
ການແຂ່ງຂັນຊີເກມຄັ້ງທີ 32 ທີ່ປະເທດກຳປູເຈຍ
ການແຂ່ງຂັນຊີເກມຄັ້ງທີ 32 ໂດຍປະເທດ ກຳປູເຈຍ ເຊິ່ງເປັນເຈົ້າພາບໃນການຈັດການແຂ່ງຂັນເລີ່ມຕັ້ງແຕ່ວັນທີ 5-7 ພຶດສະພາ 2023 ໃນນັ້ນ, ມີຫຼາກຫຼາຍຊະນິດກີລາທີ່ບັນຈຸໄວ້ໃນການແຂ່ງຂັນ ເຊິ່ງປະກອບມີດັ່ງນີ້: ດຳນ້ຳ DIVING (AQUATICS) ລອຍນ້ຳ SWIMMING (AQUATICS) ໂປໂລນ້ຳ WATER POLO (AQUATICS) ອານີສ ARNIS (เป็นกีฬาพื้นบ้านของประเทศฟิลิปปินส์ เคยถูกบรรจุในกีฬาซีเกมส์ 2019 ครั้งที่ 30) ກີທາ ATHLETICS ຕີດອກປີກໄກ່ BADMINTON ບານບ້ວງ BASKETBALL ບິວລຽດ BILLIARD SPORTS ມວຍສາກົນ BOXING ໝາກຣຸກ CHESS OK CHAKTRONG ໝາກຣຸກຈີນ CHESS XIANGQI ຄິກເກັດ CRICKET ລົດຖີບເສືອພູເຂົາ CYCLING (MTB) ລົດຖີບປະເພດທາງ CYCLING ROAD RACE ລີລາດ DANCE SPORTS ອີສະປອດ E-SPORTS ຟັນດາບ FENCING ຟິນສະວິມມິ່ງ FIN SWIMMING ຟໍບານ FLOORBALL (กีฬาที่คล้ายกับฮ็อกกี้น้ำแข็ง) ບານເຕະ FOOTBALL ກັອບ GOLF ແອໂຣບິຍິມນາສຕິກ AEROBIC GYMNASTICS ຍິມນາສຕິກສາກົລ ARTISTIC GYMNASTICS ຣອກກີ້ HOCKEY ເຈັດສະກີ JET SKI ຍູໂດ JUDO ຍູຍິສູ JIUJITSU ຄາລາເຕ້ KARATE ຄິກບອກຊິງ KICK BOXING ໂບກາຕໍ KUN BOKATOR (การต่อสู้แบบพื้นเมืองโบราณของกัมพูชา) ກຸນຂະແມ KUN KHMER ແລ່ນວິບາກທາງວິບາກ OBSTACLE RACE ປັນຈັກສີລັກ PENCAK SILAT ເປຕັງ PETANQUE ເຮືອໃບ SAILING ກະຕໍ້ SEPAKTAKRAW AND CHINLONE ຊອຟເທັນນິດ SOFT TENNIS ປິງປ່ອງ TABLE TENNIS ເທຄວັນໂດ TAEKWONDO ເທັນນິດ TENNIS ເທກບານ TEQBALL (ກິລາລູກປະສົມລູກະຕໍ້, ປິງປ່ອງ, ເຕະບານ) ເຮືອຍາວ TRADITIONAL BOAT RACE ໄຕກີລາ TRIATHLON/AQUATHLON/ DUATHLON ບາຍສົ່ງ VOLLEYBALL ໂວວີນາມ VOVINAM (กีฬาศิลปะป้องกันตัวของประเทศเวียดนาม) ຍົກນ້ຳໜັກ WEIGHTLIFTING ມວຍປ້ຳ WRESTLING ວູຊູ WUSHU ສຳລັບປະເທດລາວແມ່ນຍັງບໍ່ໄດ້ສະຫຼຸບຊະນິດກີລາທີ່ສົ່ງເຂົ້າຮ່ວມ ແລະ ຈຳນວນນັກກີລາ ຢ່າງເປັນທາງການ.
ຂ່າວພາຍໃນ
2023-03-17T14:50:28+00:00
https://laopost.com/?p=143208
ອິນເດຍຈະເປັນປະເທດພັດທະນາແລ້ວ ພາຍໃນ 25ປີ
ອິນເດຍ ຕັ້ງເປົ້າວ່າຈະເປັນປະເທດພັດທະນາແລ້ວ ພາຍໃນ 25ປີ ຕໍ່ໜ້າ. ວັນທີ 15 ສິງຫາ 2022 ທ່ານ ນະເຣນຊາ ໂມດີ ນາຍົກລັດຖະມົນຕີ ກ່າວໄວ້ວ່າ ໃນໂອກາດຄົບຮອບ 75 ປີ ຈາກການໄດ້ຮັບເອກະລາດຈາກອັງກິດ ໃນກຸງນິວເດລີ ແລະ ໄດ້ຕັ້ງເປົ້າວ່າ ຈະເປັນປະເທດພັດທະນາແລ້ວ ພາຍໃນອີກ 25 ປີ ພ້ອມສະໜັບສະໜູນການຜະລິດທາງດ້ານພະລັງງານ ປ້ອງກັນປະເທດຊາດ ລວມທັງເຕັກໂນໂລຊີດິຈິຕໍ ແລະ ຍັງກະຕຸ້ນເຍົາວະຊົນໃຫ້ຕັ້ງເປົ້າໝາຍທີ່ໃຫຍ່ເພື່ອຄວາມກ້າວໜ້າຂອງປະເທດຊາດ. ປັດຈຸບັນ ອິນເດຍມີເສດຖະກິດຂະໜາດໃຫຍ່ເປັນອັນດັບ 6 ຂອງໂລກ ແລະ ຜູ້ຊ່ຽວຊານຍັງເຊື່ອວ່າ ອິນເດຍຈະຂຶ້ນໄປສູ່ເສດຖະກິດອັນດັບ 3 ຂອງໂລກ ພາຍໃນປີ 2050 ຮອງຈາກ ອາເມຣິກາ ແລະ ຈີນ ດ້ວຍແຮງງານທີ່ມີທັກສະສູງ ມີຄວາມສາມາດທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ອຸດສາຫະກໍາຍານອາວະກາດ ແລະ ພະລັງງານນິວເຄຼຍ. ແຫຼ່ງຂ່າວຈາກ ຣອຍເຕີ
ຂ່າວພາຍໃນ
2022-08-16T14:53:41+00:00
https://laopost.com/?p=136660
ທະຫານກິນີກໍ່ລັດຖະປະຫານ ພ້ອມຈັບກຸມປະທານາທິບໍດີ
Residents cheer at army soldiers as they celebrate the uprising in Conakry, Guinea September 5, 2021. REUTERS/Souleymane Camara NO RESALES. NO ARCHIVES. REFILE - QUALITY REPEAT ເວັບໄຊ PPTV ລາຍງານ: ທະຫານກຸ່ມໜຶ່ງໃນກິນີ, ປະເທດໃນອາຝຣິກາຕາເວັນຕົກ ໄດ້ກໍ່ລັດຖະປະຫານດ້ວຍການບຸກຈັບກຸມປະທານາທິບໍດີ ອັນຟາ ຄອນເດ (Alpha Conde) ເນື່ອງຈາກບໍ່ພໍໃຈທີ່ລັດຖະບານຂຶ້ນເງິນເດືອນໃຫ້ບັນດານັກການເມືອງ ຂະນະທີ່ຕັດງົບປະມານສຳລັບກອງກຳລັງຮັກສາຄວາມປອດໄພລົງ ລວມທັງປັນຫາການສໍ້ລາດບັງຫຼວງຮຸນແຮງຂອງພາກລັດ. ທະຫານກຸ່ມນີ້ ໄດ້ປະກາດແຕ່ງຕັ້ງຕົນເອງວ່າ ຄະນະສ້າງຄວາມປອງດອງ ແລະ ການພັດທະນາແຫ່ງຊາດ ພ້ອມປະກາດເຄິຟິວທົ່ວປະເທດ ແລະ ປິດຊາຍແດນເປັນເວລາ 1 ອາທິດ ທັງປະກາດຜ່ານສື່ໂທລະພາບວ່າ ພວກເຂົາໄດ້ຍົກເລີກລັດຖະທຳມະນູນສະບັບປັດຈຸບັນຂອງປະເທດກິນີ ແລະ ໃຫ້ຄຳໝັ້ນສັນຍາວ່າ ລັດຖະທຳມະນູນສະບັບໃໝ່ຈະມີຄວາມເປັນທຳແກ່ປະຊາຊົນທຸກຊັ້ນຄົນຫຼາຍຂຶ້ນ. ກິນີເປັນໜຶ່ງປະເທດທີ່ມີປັນຫາທຸດຈະລິດຮ້າຍແຮງໃນພາກລັດ ລວມທັງການບໍລິຫານປະເທດຜິດພາດ ເຮັດໃຫ້ຈຳນວນຄົນທຸກຍາກເພີ່ມຂຶ້ນ, ຂະນະທີ່ປະຊາຊົນສ່ວນໜຶ່ງໃນເມືອງໂກນາກຣີ ກໍໄດ້ອອກມາສະແດງຄວາມຍິນດີທີ່ກຳລັງທະຫານໄດ້ໂຄ່ນລົ້ມປະທານາທິບໍດີຄົນປັດຈຸບັນສຳເລັດ ພາຍຫຼັງຄົງຕຳແໜ່ງມາເປັນເວລາ 10 ກວ່າປີ.
ຂ່າວຕ່າງປະເທດ
2021-09-06T14:16:16+00:00
https://laopost.com/?p=127484
ປະຊາຊົນສະເໜີໃຫ້ສະພາແຫ່ງຊາດ ພິຈາລະນາແກ້ໄຂ ບັນຫາການຂາຍຫວຍ
ຫາງສຽງຂອງສັງຄົມສ່ວນຫຼາຍແມ່ນ ຢາກໃຫ້ແກ້ໄຂບັນຫາ ການຊື້-ຂາຍຫວຍໃນປັດຈຸບັນ, ເຊິ່ງມີທັງຫວຍຢູ່ພາຍໃນ ແລະ ຕ່າງປະເທດ, ມີບາງຫວຍ ອອກມື້ໜຶ່ງອອກ 4 ຄັ້ງ, ຊົ່ວໂມງລະຄັ້ງ ແຕ່ 16:30-19:30 ແລະ ຫວຍພັດທະນາ ແມ່ນອອກ 2 ຄັ້ງຕໍ່ອາທິດ ເຊິ່ງເຫັນວ່າອອກຫວຍຫຼາຍໂພດ ເປັນການເບື່ອເມົາເກີນໄປ. ທ່ານ ນາງ ຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດໄດ້ມີຄຳເຫັນ ແລະ ສັງລວມຄຳສະເໜີຂອງປະຊາຊົນຜ່ານສະພາແຫ່ງຊາດ ໄປຍັງພາກສ່ວນກ່ຽວຂ້ອງເພື່ອພິຈາລະນາ, ຜ່ານການເຄື່ອນໄຫວຕິດຕາມກວດກາ ປະຈໍາປີ 2020 ເຫັນວ່າມີຫລາຍບັນຫາທີ່ສຳຄັນ, ໃນນັ້ນຫາງສຽງຂອງສັງຄົມສ່ວນຫລາຍແມ່ນ ຢາກໃຫ້ແກ້ໄຂບັນຫາ ການຊື້-ຂາຍຫວຍໃນປັດຈຸບັນ. ນາງ ຄຳຈັນ ພົມແສງສະຫວັນ ຍັງໃຫ້ຮູ້ອີກວ່າ: ນອກຈາກການອອກຫວຍຫຼາຍຄັ້ງແລ້ວ, ປະຊາຊົນສະເໜີໃຫ້ມີການຄວບຄຸມລາຄາສິນຄ້າອຸປະໂພກ, ບໍລິໂພກ ຢູ່ທ້ອງຕະຫຼາດ ທີ່ຖີບຕົວສູງຂຶ້ນ ເຊິ່ງກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ, ສະເໜີໃຫ້ພິຈາລະນາຍົກລະດັບເງິນເດືອນລັດຖະກອນຂຶ້ນຕື່ມ, ເຊິ່ງເປັນເຫດຜົນໜຶ່ງ ເພື່ອແກ້ໄຂບັນຫາຫຍໍ້ທໍ້ໃນຖັນແຖວພະນັກ ງານ-ລັດຖະກອນ ໃນການເຄົາລົບ ແລະ ປະຕິບັດກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ຈັນຍາບັນຂອງພະນັກງານ ແລະ ອື່ນໆ; ພ້ອມກັນນີ້, ບັນດາຜູ້ຊົງຄຸນວຸທິ, ຊັ້ນຄົນປັນຍາຊົນຫຼາຍທ່ານມີຄວາມເປັນຫ່ວງຕໍ່ ການພັດທະນາການສຶກສາຢູ່ຊົນນະບົດ ທີ່ຄູສອນມີຄວາມຕັ້ງໃຈດີ, ມີຄວາມເສຍສະຫລະ ແຕ່ເງື່ອນໄຂອື່ນບວກກັບປະສົບການສິດສອນ ເຫັນວ່າຍັງມີຂໍ້ຈໍາກັດ, ຄູຜູ້ໜຶ່ງສອນຫຼາຍຫ້ອງ, ຄູອາສາສະໝັກປະສົບການການສອນບໍ່ຫຼາຍ ມີຫຍຸ້ງຍາກດ້ານຊີວິດການເປັນຢູ່ ເພາະບໍ່ມີເງິນເດືອນ ແລະ ອື່ນໆ. ສະນັ້ນ, ຂໍໃຫ້ການຈັດຕັ້ງພັກ-ລັດ ກໍຄື ຂະແໜງການກ່ຽວຂ້ອງເອົາໃຈໃສ່ ຈັດເປັນບູລິມະສິດໃນການແກ້ໄຂບັນຫາຫຍຸ້ງຍາກດັ່ງກ່າວ ໂດຍສຸມໃສ່ເປັນບ້ານ, ເປັນເມືອງ ເຂດຊົນນະບົດເປັນຕົ້ນຕໍ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2020-11-17T11:33:56+00:00
https://laopost.com/?p=122086
ທ່ານ ເທັນເຊັນ ອະດີດປະທານາທິບໍດີມຽນມາ ອອກບວດ ຫລັງຖ່າຍມອບອຳນາດ ໃຫ້ຜູ້ນຳຊຸດໃໝ່!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ເມສາຜ່ານມານີ້ວ່າ ທ່ານ ເທັນເຊັນ ອະດີດປະທານາທິບໍດີມຽນມາ ໄດ້ເຂົ້າພິທີອຸປະສົມບົດ ຫລື ບວດ ເປັນພະສົງ ເມື່ອວັນຈັນທີ 4 ເມສາ 2016 ໂດຍກະຊວງຖະແຫລງຂ່າວມຽນມາ ໄດ້ເຜີຍແຜ່ຜ່ານທາງເຟສບຸກວ່າ ອະດີດປະທານາທິບໍດີ ເທັນເຊັນ ຈະໃຊ້ເວລາຢູ່ທີ່ວັດທຳດິປາຕິ ໃກ້ກັບເມືອງມັນດະເລ ເປັນເວລາ 5 ວັນ. ທັງນີ້ ທ່ານ ເທັນເຊັນ ໄດ້ຮັບການແຕ່ງຕັ້ງເປັນປະທານາທິບໍດີມຽນມາ ໃນປີ 2011 ແລະ ໃນເດືອນພະຈິກປີ 2015 ຜ່ານມານີ້ ມຽນມາໄດ້ມີການຈັດເລືອກຕັ້ງທົ່ວໄປຂຶ້ນ ໂດຍພັກສັນນິບາດຊາດ ເພື່ອປະຊາທິປະໄຕ ຫລື NLD ຂອງທ່ານ ນາງ ອອງຊານ ຊູຈີ ໄດ້ຮັບໄຊຊະນະຈາກການເລືອກຕັ້ງ ແລະ ໄດ້ມີການສົ່ງມອບອຳນາດ ໃຫ້ແກ່ ທ່ານ ຖິ່ນຈໍ ປະທານາທິບໍດີມຽນມາຄົນໃໝ່ ເມື່ອອາທິດທີ່ຜ່ານມານີ້.
ຂ່າວຕ່າງປະເທດ
2016-04-06T15:47:26+00:00
https://laopost.com/?p=53006
ສະຫະລັດອາເມລິກາ ກຽມຈັດກອງປະຊຸມ ກັບ ຜູ້ນຳອາຊຽນ ໃນທ້າຍເດືອນນີ້
ອີງຕາມການລາຍງານເພສຂ່າວ ຂປລ ໄດ້ລາຍງາຍວ່າ: ທ່ານ ໂຈ ໄບເດນ (Joe Biden) ປະທານາ ທິບໍດີ ສະຫະລັດອາເມລິກາ ປະກາດ ກຽມຈັດກອງປະຊຸມສຸດຍອດ ຮ່ວມກັບບັນດາ ຜູ້ນຳປະເທດສະມາຊິກ ສະມາຄົມປະຊາຊາດ ແຫ່ງອາຊີ ຕາເວັນອອກ ສ່ຽງໃຕ້ (ອາຊຽນ) ໃນລະຫວ່າງ ວັນທີ 28-29 ມີນາ ປີນີ້ ຢູ່ນະຄອນຫຫຼວງ ວໍຊີງຕັນ ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງ ສາຍພົວພັນທາງການທູດຄົບຮອບ 45 ປີ ລະຫວ່າງ ສະຫະລັດອາເມລິກາ ແລະ ອາຊຽນ. ນອກຈາກນີ້ ທ່ານ ໂຈ ໄບເດນ ຍັງໄດ້ເນັ້ນຕື່ມວ່າ: ການມີ ສ່ວນຮ່ວມ ແລະ ຄວາມເປັນຫຸ້ນສ່ວນ ຂອງ ອາເມລິກາ ຕໍ່ພາກພື້ນ ອິນໂດ-ປາຊີຟິກ ທີ່ມີຄວາມເປັນເສລີ ແລະ ເປີດກວ້າງ ດ້ວຍການຍົກລະດັບຄວາມສຳພັນ ກັບ ອາຊຽນ ເພື່ອໃຫ້ ອາຊີຕາເວັນອອກ ສ່ຽງໃຕ້ ເປັນສູນກາງ ແລະ ການສົ່ງເສີມສາຍພົວພັນລະດັບທະວິອາຊີ ເພື່ອຄວາມຮຸ່ງເຮືອງ ແລະ ສະຖຽນລະພາບຂອງພາກພື້ນ.
ຂ່າວຕ່າງປະເທດ
2022-03-02T15:09:47+00:00
https://laopost.com/?p=132166
ປີ2030ສິງກະໂປຈະມີເສດຖີທີ່ຫຼາຍທີ່ສຸດ
HSBC ທະນະຄານຂ້າມຊາດຂອງອັງກິດ ລາຍງານວ່າ: ໃນອີກ 8 ປີ ຕໍ່ໜ້າ ຈຳນວນເສດຖີໃນສິງກະໂປ ໂດຍຄິດໄລ່ຕາມຈຳນວນປະຊາກອນ ຈະມີຫຼາຍກວ່າສະຫະລັດອາເມຣິກາ, ຈີນ ຫຼື ເສດຖະກິດອື່ນໆ ໃນພູມິພາກອາຊີອາຊິຟິກ. ຈາກການສຶກສາພົບວ່າ 7% ຂອງປະຊາກອນຜູ້ໃຫຍ່ ມີເງິນສົດ ແລະ ຊັບສິນມູນຄ່າຫຼາຍກວ່າ 1 ລ້ານໂດລາ ໃນປີ 2021 ແລະ ຄາດການວ່າ ຈະເພີ່ມຂຶ້ນເປັນ 9,8% ໃນປີ 2025 ແລະ ເພີ່ມຂຶ້ນເປັນ 13,4% ໃນປີ 2030 ໂດຍປຽບທຽບຈາກຈຳນວນພົນລະເມືອງ ແລະ ຜູ້ຢູ່ອາໄສຖາວອນໃນປະເທດ. ເພື່ອວັດແທກຄວາມຮັ່ງມີຂອງເສດຖີ ທາງ HSBC ພິຈາລະນາຈາກເງິນສົດໃນທະນາຄານ ແລະ ການລົງທຶນຫຼັກຊັບເຊັ່ນ ຫຸ້ນ ແລະ ພັນທະບັດ ນອກນີ້ຍັງພິຈາລະນາຈາກການຄອບຄອງອະສັງຫາລິມະສັບ ເຊິ່ງລວມມີຊັບສິນທີ່ເປັນເຈົ້າຂອງ, ຫຼັງຈາກຫັກຈໍານວນການຈໍານອງທີ່ຍັງຄ້າງຄາ. ໃນທະວີບອາຊີ ສິງກະໂປເປັນຮອງແຕ່ອົດສະຕຣາລີ ເຊິ່ງໃນປີ 2021 ອັດຕາເສດຖີຕໍ່ປະຊາກອນມີ 8% ແຕ່ພາຍໃນປີ 2030 ອົດສະຕຣາລີ ຈະຕົກຢູ່ອັນດັບ 2 ດ້ວຍອັດຕາເສດຖີຕໍ່ປະຊາກອນ 12,5%, ສ່ວນຮົງກົງແມ່ນ 11%, ອາເມຣິກາ 9%, ຍີ່ປຸ່ນ7,2% ແລະ ຈີນ 4,4%. ນອກຈາກນີ້ ຈາກການລາຍງານຂອງ The Rise Of Asian Wealth ລະບຸວ່າ ປະຊາກອນສິງກະໂປທີ່ມີຊັບສິນຢ່າງໜ້ອຍ 250.000 ໂດລາ ຈະເພີ່ມຂຶ້ນເປັນ 67% ພາຍໃນປີ 2030 ຮອງຈາກອົດສະຕຣາລີ ເຊິ່ງຢູ່ທີ່ 70,8%.
ຂ່າວຕ່າງປະເທດ
2022-08-25T10:34:15+00:00
https://laopost.com/?p=136964
ແຜ່ນດິນໄຫວ 6.5 ຢູ່ແຂວງອາເຈະ ປະເທດອິນໂດເນເຊຍ ມີຜູ້ເສຍຊີວິດແລ້ວເກືອບ 100 ຄົນ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ທັນວານີ້ວ່າ ຕອນເຊົ້າມື້ນີ້ ເວລາ 05:03 ໂມງ ຕາມເວລາໃນປະເທດລາວ ໄດ້ເກີດເຫດແຜ່ນດິນໄຫວ ຂະໜາດຄວາມແຮງລະດັບ 6.5 ແມັກນີຈູດ ສູນກາງເລິກລົງພື້ນທະເລພຽງ 8.6 ກິໂລແມັດ ທີ່ແຂວງອາເຈະ ທາງເໜືອສຸດຂອງເກາະສຸມາດຕຣາ ປະເທດອິນໂດເນເຊຍ ແຕ່ບໍ່ມີປະກາດເຕືອນໄພຄື້ນສຶນາມິ, ແນວໃດກໍຕາມ ແຮງສັ່ນສະເທືອນຂອງແຜ່ນດິນໄຫວ ໄດ້ສົ່ງຜົນເຮັດໃຫ້ເຮືອນຊານ ແລະ ອາຄານຕ່າງໆເປ່ເພເສຍຫາຍ ໂດຍຫລ້າສຸດມີລາຍງານຈຳນວນຜູ້ເສຍຊີວິດທັງໝົດ 97 ຄົນ. ປັດຈຸບັນ ທາງການອິນໂດເນເຊຍ ໄດ້ມີຄຳສັ່ງສົ່ງກອງກຳລັງທະຫານ ປະມານ 1,000 ຄົນ ແລະ ຕຳຫລວດອີກປະມານ 900 ຄົນ ເຂົ້າຊ່ວຍເຫລືອກູ້ໄພຢູ່ບ່ອນເກີດເຫດ. ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!
ຂ່າວຕ່າງປະເທດ
2016-12-07T19:23:22+00:00
https://laopost.com/?p=79073
ສປ ຈີນ ຍັງຄອງແຊັ້ມອັນດັບໜຶ່ງ ລົງທຶນໃນ ສປປ ລາວ!
ທ່ານລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ ດຣ ບຸນທະວີ ສິສຸພັນທອງ ໄດ້ກ່າວໃນກອງປະຊຸມທຸລະກິດການຄ້າ ແລະ ການລົງທຶນລາວ–ຈີນ ທີ່ເມືອງໜານນິງ, ແຂວງກວາງຊີ ສປຈີນ ເມື່ອບໍ່ດົນນີ້ວ່າ: ປັດຈຸບັນຕົວເລກການລົງທຶນຂອງຕ່າງປະເທດຢູ່ລາວບັນລຸຫລາຍກວ່າ 25 ຕື້ໂດລາສະຫະລັດ, ຈາກນັກລົງທຶນ 53 ປະເທດ,ໃນນັ້ນ ສປຈີນ ເປັນອັນດັບໜຶ່ງໃນການລົງທຶນຢູ່ລາວມີຫລາຍກວ່າ 761 ໂຄງການ,ມີມູນຄ່າຫລາຍກວ່າ 6 ຕື້ໂດລາສະຫະລັດ,ໃນຂະແໜງພະລັງງານ ແລະ ບໍ່ແຮ່, ກະສິກໍາ, ອຸດສະຫະກໍາ, ຫັດຖະກໍາ, ການບໍລິການ ແລະ ອື່ນໆ,ເຊິ່ງເປັນຜົນມາຈາກນະໂຍບາຍການເປີດກວ້າງການລົງທຶນຕ່າງປະເທດ, ການປັບປຸງບັນດານິຕິກໍາເພື່ອສົ່ງເສີມ ແລະ ດຶງດູດການລົງທຶນຈາກຕ່າງປະເທດທີ່ນັບມື້ສອດຄ່ອງ ແລະ ໃນຕໍ່ໜ້າລັດຖະບານຈະເລັ່ງປັບປຸງຫລາຍນິຕິກໍາເພື່ອສ້າງສິ່ງຮອງຮັບ ແລະ ອໍານວຍຄວາມສະດວກດ້ານຕ່າງໆໃຫ້ແກ່ນັກລົງທຶນເຊັ່ນ:ການປະຕິບັດນະໂຍບາຍສົ່ງເສີມ ແລະ ສະໜັບສະໜູນສິດທິພິເສດໃນການດໍາເນີນທຸລະກິດຕ່າງໆອີກດ້ວຍ ເພື່ອຮັບປະກັນໃຫ້ການດຶງດູດການລົງທຶນຈາກຕ່າງປະເທດເຂົ້າມາລາວນັບມື້ເພີ່ມຂຶ້ນ. ແຫລ່ງຂ່າວ:
ຂ່າວພາຍໃນ
2015-10-01T11:28:24+00:00
https://laopost.com/?p=36814
WHO ຄາດວ່າຟາມສັດປ່າໃນເຂດພາກໃຕ້ຂອງຈີນມີແນວໂນ້ມທີ່ຈະເປັນແຫຼ່ງກຳເນີດການລະບາດໂຄວິດ-19
ອີງຕາມການລາຍງານຈາກເວັບໄຊ NPR ໄດ້ລາຍງານວ່າ ສະມາຊິກຂອງທີມສືບສວນຂອງອົງການອານາໄມໂລກກ່າວວ່າາມສັດປ່າໃນເຂດພາກໃຕ້ຂອງຈີນເປັນແຫຼ່ງແຜ່ລະບາດຂອງໂຄວິດ-19 ຫຼາຍທີ່ສຸດ. ຈີນໄດ້ເປີດຟາມສັດປ່າໃນເດືອນ ກຸມພາ 2020 Dr. Peter Daszak ນັກນິເວດວິທະຍາໂຣກຈາກ EcoHealth Alliance ແລະ ສະມາຊິກຂອງຜູ້ສະມາຊິກຂອງຄະນະຜູ້ແທນ WHO ທີ່ເດີນທາງໄປຈີນໃນປີນີ້ ໃນລະຫວ່າງການເດີນທາງນັ້ນ, ່ທ່ານ Daszak ກ່າວວ່າ ທີມງານ WHO ໄດ້ພົບເຫັນຫຼັກຖານໃໝ່ ວ່າຟາມສັດປ່າເຫຼົ່ານີ້ໄດ້ສົ່ງຜູ້ຂາຍໄປຂາຍຢູ່ຕະຫຼາດຂາຍສົ່ງອາຫານທະເລ Huanan Seafood ໃນເມືອງ ອູ່ຮັ່ນ ພ້ອມກັບສັດ. ທ່ານ Daszak ກ່າວຕໍ່ NPR ວ່າການຕອບໂຕ້ຂອງລັດຖະບານແມ່ນສັນຍານທີ່ຈະແຈ້ງວ່າລັດຖະບານຈີນຄິດວ່າຟາມເຫຼົ່ານັ້ນແມ່ນເສັ້ນທາງທີ່ເປັນໄປໄດ້ຫຼາຍທີ່ສຸດຂອງການລະບາດໄວຣັສໂຄໂຣນາໃນເຈຍຢູ່ທາງພາກໃຕ້ຂອງຈີນທີ່ຈະໄປເຖິງມະນຸດໃນເມືອງ ອູ່ຮັ່ນ. ບັນດາຟາມສັດປ່າເຫຼົ່ານັ້ນລວມທັງຟາມໃນແຂວງຢູນນານ ເປັນສ່ວນໜຶ່ງຂອງໂຄງການພິເສດທີ່ລັດຖະບານຈີນສົ່ງເສີມເປັນເວລາກວ່າ 20 ປີ. ທ່ານ Daszak ໄດ້ກ່າວຕໍ່ NPR ວ່າ ຄາດວ່າໜ່ວຍງານຈະເປີດເຜີຍຜົນການສືບສວນຂອງທີມງານໃນອີກສອງອາທິດຕໍ່ໜ້າ. ຟາມສັດປ່າຫຼາຍແຫ່ງຕັ້ງຢູ່ອ້ອມແຂວງທາງພາກໃຕ້ຢູນນານ ເຊິ່ງວິທະຍາສາດໄວຣັສໄດ້ພົບເຊື້ອໄວຣັສເຈຍທີ່ມີລັກສະນະທາງພັນທຸກຳ 96% ຄ້າຍຄືກັບ SARS-COVID-2 ເຊິ່ງເປັນໄວຣັສໂຄໂຣນາທີ່ເຮັດໃຫ້ເກີດໂຣກໂຄວິດ-19 ເຊັ່ນດຽວກັນກັບຟາມເພາະພັນສັດທີ່ເປັນພາຫະນະຂອງໄວຣັສໂຄໂຣນາເຊັ່ນ: ແມວ ແລະ ລິ່ນ. ໃນທີ່ສຸດ, ໃນໄລຍະການປະຕິບັດງານຂອງ WHO ຕໍ່ປະເທດຈີນ, Daszak ກ່າວວ່າທີມງານໄດ້ພົບເຫັນຫຼັກຖານໃໝ່ວ່າຟາມເຫຼົ່ານີ້ຜູ້ຂາຍທີ່ຕະຫຼາດຂາຍສົ່ງອາຫານທະເລ ອູ່ຮັ່ນ ທີ່ອູ່ຮັ່ນເຊິ່ງເກີດການລະບາດຂອງໂຄວິດ-19 ກ່ອນໜ້ານີ້. ທ່ານ Linfa Wang ນັກວິທະຍາສາດພະຍາດວິທະຍາທີ່ສຶກສາກ່ຽວກັບໄວຣັດເຈຍ ຢູ່ໂຮງຮຽນການແພດ Duke-NUS ປະເທດສິງກະໂປກ່າວວ່າ: ທ່ານ Wang ຍັງກ່າວວ່າ “ຫຼັງຈາກການລະບາດຢູ່ຕະຫຼາດ Huanan, ນັກວິທະຍາສາດຈີນໄດ້ໄປທີ່ນັ້ນ ແລະ ຊອກຫາເຊື້ອໄວຣັດດັ່ງກ່າວ. ດັ່ງນັ້ນ, ທ່ານ Daszak ແລະ ຄົນອື່ນໆໃນທີມ WHO ເຊື່ອວ່າຟາມສັດປ່າແມ່ນເສັ້ນທາງທີ່ສົມບູນແບບລະຫວ່າງເຈຍທີ່ຕິດເຊື້ອ Corona ໃນແຂວງຢຸນນານ (ຫຼື ປະເທດມຽນມາໃກ້ຄຽງ) ແລະຕະຫລາດສັດ Wuhan. ຂັ້ນຕອນຕໍ່ໄປ, ທ່ານ Daszak ກ່າວວ່າ, ແມ່ນການກຳນົດວ່າສັດຊະນິດໃດທີ່ຕິດເຊື້ອໄວຣັດ ແລະ ມີຟາມສັດປ່າຫຼາຍປານໃດ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວຕ່າງປະເທດ
2021-03-16T16:53:20+00:00
https://laopost.com/?p=123511
ກຸ່ມ IS ບຸກໂຈມຕີຫລາຍບ້ານໃນຊີເຣຍ ລັກພາຕົວຊາວຄຣິດໄປ ປະມານ 90 ຄົນ
ກຸ່ມລັດອິດສະລາມ ບຸກໂຈມຕີຫລາຍບ້ານໃນຊີເຣຍ ລັກພາຕົວຊາວຄຣິດໄປປະມານ 90 ຄົນ ໂດຍຍັງບໍ່ທັນຮູ້ສາເຫດ. ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ກຸມພານີ້ວ່າ ກຸ່ມລັດອິດສະລາມ ຫລື IS ໄດ້ບຸກໂຈມຕີບັນດາບ້ານຫລາຍແຫ່ງ ໃກ້ກັບເມືອງ ທັນ ທາມາ ທາງພາກຕາເວັນອອກສຽງເໜືອຂອງປະເທດຊີເຣຍ ແລະ ລັກພາຕົວຊົນກຸ່ມນ້ອຍຊາວອັດຊີເຣຍ ເຊິ່ງນັບຖືສາສະໜາຄຣິດ ທັງຜູ້ຊາຍ ແລະ ຜູ້ຍິງ ຕະຫລອດຮອດເດັກນ້ອຍ ໄປຢ່າງໜ້ອຍປະມານ 90 ຄົນ, ໃນຂະນະທີ່ຊາວອັດຊີເຣຍບາງສ່ວນ ຕ້ອງໄດ້ອົບພະຍົບໜີໄປຍັງເມືອງຮັດຊາຄາ ທາງພາກຕາເວັນອອກ ເຊິ່ງຢູ່ພາຍໃຕ້ການຄວບຄຸມຂອງຊາວເຄີດ.
ຂ່າວຕ່າງປະເທດ
2015-02-25T10:14:46+00:00
https://laopost.com/?p=19715
ອຸບັດຕິເຫດ ລົດຈັກ ຕຳທ້າຍລົດພວງ ເຮັດໃຫ້ຄົນຂັບລົດຈັກ ຕາຍຄາທີ່
ນະຄອນຫຼວງວຽງຈັນ. ເກີດອຸບັດຕິເຫດ ລົດຈັກ ຕຳທ້າຍລົດພວງ ນະຄອນຫຼວງວຽງຈັນ. ເກີດອຸບັດຕິເຫດ ລົດຈັກ ຕຳທ້າຍລົດພວງ ນະຄອນຫຼວງວຽງຈັນ. ເກີດອຸບັດຕິເຫດ ລົດຈັກ ຕຳທ້າຍລົດພວງ ນະຄອນຫຼວງວຽງຈັນ. ເກີດອຸບັດຕິເຫດ ລົດຈັກ ຕຳທ້າຍລົດພວງ ນະຄອນຫຼວງວຽງຈັນ. ເກີດອຸບັດຕິເຫດ ລົດຈັກ ຕຳທ້າຍລົດພວງ ເວລາປະມານ 23:00 ຂອງວັນທີ 22 ພຶດສະພາ 2014 ທີ່ເສັ້ນທາງທ່າເດືອ ເຂດ ສາລາຄຳ, ນະຄອນຫຼວງວຽງຈັນ. ເກີດອຸບັດຕິເຫດ ລົດຈັກ ຕຳທ້າຍລົດພວງ ເຮັດໃຫ້ຄົນຂັບລົດຈັກ ຕາຍຄາທີ່. ສາເຫດຂອງອຸບັດຕິເຫດຄັ້ງນີ້ຍັງບໍ່ຊັດເຈນ ເຈົ້າໜ້າທີ່ກຳລັງສືບສວນ. ພາບແລະຂ່າວ: Jork Huk Mee M’mee ອ້າງອິງ/ທີ່ມາ www.facebook.com/tholakhong ———————————– ຂໍ້ມູນຈາກພະແນກຕຳ­ຫຼວດຈະ­ລາ­ຈອນນະ­ຄອນ­ຫຼວງວຽງຈັນໃຫ້ຮູ້ວ່າ: ໃນລະ­ຫວ່າງວັນທີ 12Œ18 ພຶດສະພາ 2014 ຜ່ານມາ ທົ່ວນະ­ຄອນ­ຫຼວງມີອຸ­ບັດ­ເຫດເກີດຂຶ້ນທັງໝົດ 24 ຄັ້ງ, ພາຫະນະເປ່ເພເລັກນ້ອຍ 23 ຄັນ, ສົມ­ຄວນ 26 ຄັນ ແລະ ຄົນໄດ້ຮັບບາດ­ເຈັບເລັກນ້ອຍ 26 ຄົນ, ສົມ­ຄວນ 20 ຄົນ, ສາຫັດ 6 ຄົນ ແລະ ເສຍຊີ­ວິດ 2 ຄົນ; ໃນນັ້ນ ມີຜູ້ຂັບຂີ່ທັງໝົດ 61 ຄົນ, ຍິງ 11 ຄົນ ໂດຍສ່ວນໃຫຍ່ເກີດຈາກກຸ່ມຄົນອາ­ຍຸ 20Œ25 ປີ ເຮັດອາ­ຊີບກຳ­ມະ­ກອນ, ນັກຮຽນ ແລະ ເມືອງເກີດຂຶ້ນຫຼາຍກວ່າໝູ່ແມ່ນເມືອງໄຊທາ­ນີຮອງລົງມາເມືອງຫາດຊາຍຟອງ. ສຳ­ລັບສາຍທາງທີ່ມັກເກີດເຫດສ່ວນໃຫຍ່ເປັນທາງຊື່ໃນຮູບຕຳເຊິ່ງໜ້າ ແລະ ມັກເກີດກັບລົດ­ຈັກດ້ວຍກັນຫຼາຍກວ່າລົດປະ­ເພດໃນລະ­ຫວ່າງ 20:00Œ21:00 ໂມງ ລວມມູນຄ່າຄວາມເສຍ ຫາຍໃນອາ­ທິດຜ່ານມາແມ່ນ 102 ລ້ານກີບ. ຢ່າງ­ໃດກໍຕາມ ຖ້າທຽບ­ໃສ່ອາ­ທິດຜ່ານມາມູນຄ່າເສຍຫາຍຖືວ່າຫຼຸດລົງແຕ່ຕົວເລກການຕຳເພີ່ມຂຶ້ນ, ສ່ວນເສຍຊີ­ວິດຄື­ເກົ່າແນວ­ໃດກໍດີຖືວ່າທາງເຈົ້າໜ້າ­ທີ່ຕຳ­ຫຼວດແມ່ນໄດ້ເອົາ­ໃຈ­ໃສ່ປະ­ຕິ­ບັດພາລະບົດ­ບາດໃນການຮັກ­ສາຄວາມປອດໄພທາງທ້ອງຖະ­ໜົນຢ່າງເຕັມ­ທີ່ຫວັງໃຫ້ບັນ­ຫາອຸ­ບັດ­ເຫດນັບມື້ຫຼຸດໜ້ອຍຖອຍລົງທັງຮຽກ­ຮ້ອງໃຫ້ຜູ້ຂັບຂີ່ເພີ່ມຄວາມເປັນເຈົ້າການປະ­ຕິ­ບັດລະ­ບຽບການຂັບຂີ່ເພື່ອຄວາມປອດໄພຂອງຊີ­ວິດ ແລະ ຊັບສິນຂອງທຸກໆຄົນ.
ຂ່າວພາຍໃນ
2014-05-24T04:29:28+00:00
https://laopost.com/?p=5818
ປຶກສາຫາລືແຜນຍຸດທະສາດຂ້າມຜ່ານອອກຈາກປະເທດດ້ອຍພັດທະນາຂອງ ສປປ ລາວ
ກະຊວງການຕ່າງປະເທດ ໃນນາມຈຸດປະສານງານເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານຂອງ ອົງການ ສປຊ ສໍາລັບປະເທດດ້ອຍພັດທະນາ (LDC) ຮ່ວມກັບ ຫ້ອງການຜູ້ປະສານງານ ອົງການສະຫະປະຊາຊາດ ປະຈໍາ ສປປ ລາວ (UNRCO) ໄດ້ຈັດກອງປະຊຸມປຶກສາຫາລືລະຫວ່າງ ພາກລັດ ກັບ ອົງການເຄືອຂ່າຍ ສປຊ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງ ກ່ຽວກັບ ແຜນຍຸດທະສາດການຂ້າມຜ່ານຢ່າງໂລ່ງລ່ຽນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ຂຶ້ນໃນວັນທີ 26 ພຶດສະພາ ນີ້ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໂພໄຊ ໄຂຄໍາພິທູນຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊັກເກັນເນັດສ ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍເພື່ອສືບຕໍ່ແລກປ່ຽນຄໍາຄິດຄຳເຫັນ ກ່ຽວກັບການຮ່າງແຜນຍຸດທະສາດດັ່ງກ່າວໃຫ້ມີຄວາມແທດເໝາະ ມີຈຸດສຸມສະເພາະ ສອດຄ່ອງກັບຄວາມຕ້ອງການທີ່ເປັນບຸລິມະສິດໃນການຂ້າມຜ່ານອອກຈາກສະຖານະພາບປະເທດດ້ອຍພັດທະນາ ກໍຄືທ່ວງທ່າໃນການພັດທະນາຕົວຈິງ ຂອງ ສປປ ລາວ ເພື່ອກະກຽມຄວາມພ້ອມໃນການອອກຈາກສະຖານະພາບປະເທດດ້ອຍພັດທະນາໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ, ພ້ອມທັງເປັນໂອກາດສືບຕໍ່ເຜີຍແຜ່ ແລະ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ເປັນເອກະພາບກັນກ່ຽວກັບຂະບວນການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ ຢ່າງທົ່ວເຖິງ. ສຳລັບເນື້ອໃນສຳຄັນຂອງຮ່າງຍຸດທະສາດ ດັ່ງກ່າວປະກອບມີ 4 ເສົາຄໍ້າບຸລິມະສິດຄື: ການສ້າງເສດຖະກິດມະຫາພາກໃຫ້ຄວາມສະຖຽນລະພາບ ແລະ ການເງິນທີ່ຍືນຍົງ; ການຄ້າ ແລະ ການລົງທຶນ; ການຫັນປ່ຽນໂຄງສ້າງທາງດ້ານເສດຖະກິດ; ການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມຄອງໄພພິບັດ, ລວມທັງ ກົນໄກການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນດັ່ງກ່າວ. ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ເນັ້ນວ່າ ການທີ່ ສປປ ລາວ ສາມາດຜ່ານເກນການປະເມີນຂອງອົງການ ສປຊ ສອງຄັ້ງຕິດຕໍ່ກັນ ໃນປີ 2018 ແລະ 2021 ເພື່ອຫຼຸດພົ້ນອອກຈາກສະຖານະພາບ LDC ມັນບໍ່ໄດ້ໝາຍຄວາມວ່າພາລະກິດໃນການລຶບລ້າງຄວາມທຸກຍາກຈະສິ້ນສຸດລົງ ແລະ ທຸກຄົນໃນຊາດຈະຮັ່ງມີຂຶ້ນໃນທັນທີທັນໃດ, ແຕ່ຫາກເປັນການສ່ອງແສງໃຫ້ເຫັນເຖິງຜົນສຳເລັດທີ່ເປັນຂີດໝາຍສໍາຄັນທາງປະຫວັດສາດ ຂອງຂະບວນການພັດທະນາສ້າງສາປະເທດຊາດຂອງພວກເຮົາ. ສະນັ້ນ, ການສ້າງແຜນຍຸດທະສາດການຂ້າມຜ່ານຢ່າງໂລ່ງລ່ຽນ ແມ່ນມີຄວາມໝາຍຄວາມສໍາຄັນ ເພື່ອກະກຽມຄວາມພ້ອມທີ່ດີໃນດ້ານຕ່າງໆຂອງ ສປປ ລາວ ໃຫ້ສາມາດອອກຈາກສະຖານະພາບດ້ອຍພັດທະນາໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ ແລະ ເພື່ອຮັບປະກັນບໍ່ໃຫ້ກັບຄືນມາຢູ່ໃນສະພາບເກົ່າ ໂດຍການກຳນົດບັນດາບຸລິມະສິດດ້ານຕ່າງໆ ແລະ ການສ້າງຄວາມອາດສາມາດ ແຕ່ນີ້ຮອດປີ 2026 ແລະ ພາຍຫຼັງປີ 2026 ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ ສປປ ລາວ ດ້ານການຄ້າ ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ການຮັບມືກັບໄພພິບັດທາງທຳມະຊາດ ແລະ ການປ່ຽນແປງດິນຟ້າອາກາດ ໂດຍສຸມໃສ່ການພັດທະນາແບບຍືນຍົງ ຕາມທິດເຕີບໂຕສີຂຽວ ແລະ ການຫັນເປັນທັນສະໄໝໃນອະນາຄົດ. ທ່ານ ໂພໄຊ ໄຂຄໍາພິທູນ ຍັງໄດ້ກ່າວອີກວ່າ: ເພື່ອບັນລຸເປົ້າໝາຍດັ່ງກ່າວ ມັນຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ, ທັງພາກລັດ, ພາກເອກະຊົນ, ຄູ່ຮ່ວມພັດທະນາ, ປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ຕ້ອງສືບຕໍ່ຮັດແໜ້ນການຮ່ວມມື ປະສານງານ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອທີ່ຈຳເປັນ ສຳລັບການຈັດຕັ້ງປະຕິບັດຍຸດທະສາດດັ່ງກ່າວ, ກໍຄືແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 9 ແລະ ຂອບການຮ່ວມມືອື່ນໆ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ລວມທັງການແກ້ໄຂບັນດາສິ່ງທ້າທາຍໃນໄລຍະຂ້າມຜ່ານຮອດປີ 2026. ແຫຼ່ງຂ່າວ ກະຊວງການຕ່າງປະເທດ
ຂ່າວພາຍໃນ
2023-05-26T14:48:46+00:00
https://laopost.com/?p=144940
ສາເຫດຫຼັກຄ່າໄຟຟ້າແພງຂຶ້ນ! ໜຶ່ງໃນນັ້ນຄືບັນຫາຕົວເລກບິນກັບຕົວເລກກົງເຕີນັບໄຟຜິດດ່ຽງກັນ
ຄ່າໄຟຟ້າແພງຍັງເປັນປະເດັນຮ້ອນທີ່ໄດ້ຮັບຄວາມສົນໃຈຈາກສັງຄົມໃນວົງກວ້າງ ສັງເກດໄດ້ວ່າທຸກໆປີໃນໄລຍະເດືອນເມສາ ຄ່າໄຟຟ້າຂອງແຕ່ລະເຮືອນຈະເພີ່ມສູງຂຶ້ນກວ່າເດືອນຜ່ານມາ ຈົນເຮັດໃຫ້ຜູ້ໃຊ້ໄຟຟ້າຫຼາຍຄົນຕັ້ງຂໍ້ສົງໃສກ່ຽວກັບເລື່ອງນີ້. ການທີ່ຈະເຮັດໃຫ້ຄ່າໄຟຟ້າມີອັດຕາເພີ່ມສູງຂຶ້ນນັ້ນກໍ່ມີຫຼາຍປັດໄຈຄື: ອັດຕາການໃຊ້ໄຟຟ້າເພີ່ມຂຶ້ນເນື່ອງຈາກເຄື່ອງທຳຄວາມເຢັນໃນລະດູຮ້ອນຈະເຮັດໃຫ້ລະບົບຄອມເພຣສເຊີຂອງເຄື່ອງເຮັດວຽກໜັກຂຶ້ນກວ່າໃນໄລຍະສະພາບອາກາດທຳມະດາ. ອັດຕາຄິດໄລ່ຄ່າໄຟຟ້າປະເພດຄົວເຮືອນແມ່ນຄິດໄລ່ແບບລະບົບກ້າວໜ້າ ຖ້າເຮືອນໃດໃຊ້ໄຟຟ້າຢູ່ໃນລະດັບບໍ່ເກີນ 150 kWh/ເດືອນ ຈະຄູນໃຫ້ອັດຕາຄິດໄລ່ປັດຈຸບັນທີ່ 355 ກີບ. ແຕ່ຖ້າວ່າຄອບຄົວໃດໃຊ້ໄຟຟ້າຫຼາຍກວ່າ 150 kWh/ເດືອນຂຶ້ນໄປ ຈະຄູນໃຫ້ອັດຕາຄິດໄລ່ປັດຈຸບັນທີ່ 710 ກີບ ແນ່ນອນວ່າຄວາມແຕກຕ່າງຂອງອັດຕາການຄິດໄລ່ນີ້ມັນສົ່ງຜົນໃຫ້ເກີດຄວາມແຕກຕ່າງຂອງມູນຄ່າໄຟຟ້າທີ່ຕ້ອງຈ່າຍໃນແຕ່ລະເດືອນເຊັ່ນດຽວກັນ. ກໍລະນີທີສາມແມ່ນເກີດຂຶ້ນຈາກຄວາມຜິດພາດຂອງພະນັກງານຈົດເລກກົງເຕີໄຟຟ້າ ອາດມີພະນັກງານບາງຄົນຖືເບົາຕໍ່ການປະຕິບັດໜ້າທີ່ ຫຼື ຂາດຄວາມຮັບຜິດຊອບ ສົ່ງໂຕເລກຜິດດ່ຽງບິດເບືອນຄວາມຈິງໃຫ້ກັບຝ່າຍຄິດໄລ່ ຈຶ່ງເຮັດໃຫ້ເກີດບັນຫາຄວາມຜິດດ່ຽງຂອງຄ່າໄຟຟ້າຕົວຈິງ ບາງເຮືອນກໍ່ພົບກັບຄ່າໄຟຟ້າແພງກວ່າເດີມເປັນສິບເທົ່າ. ການລົງໂທດພະນັກງານໄຟຟ້າ-ນໍ້າປາປາ ທີ່ຈົດເລກໄຟຟ້າ-ນໍ້າປາປາບໍ່ຖືກຕ້ອງ ໄດ້ມີການລະບຸໄວ້ໃນກົດໝາຍປະມວນອາຍາມາດຕາ 313 ເຊິ່ງມີເນື້ອໃນລະບຸໄວ້ວ່າ: ບຸກຄົນໃດທີ່ຮັບຜິດຊອບໃນການຈໍາໜ່າຍໄຟຟ້າ ຫຼື ນໍ້າປາປາ ຫາກໄດ້ລະເມີດລະບຽບການຈຳໜ່າຍໄຟຟ້າ ຫຼື ນໍ້າປາປາ ດ້ວຍການຕັດການຈຳໜ່າຍໄຟຟ້າ ຫຼື ນໍ້າປາປາ ໂດຍບໍ່ມີເຫດຜົນ ຫຼື ບໍ່ມີການແຈ້ງເຕືອນລ່ວງໜ້າພາຍໃນ 24 ຊົ່ວໂມງ ປະຕິເສດການຈຳໜ່າຍໄຟຟ້າ ຫຼື ນໍ້າປາປາໂດຍບໍ່ມີເຫດຜົນ, ຈຳໜ່າຍບໍ່ຕໍ່ເນື່ອງ ຫຼື ບໍ່ປອດໄພ, ການບັນທຶກຕົວເລກນໍ້າປາປາ ຫຼື ໄຟຟ້າປະຈຳເດືອນຂອງຜູ້ຊົມໃຊ້ບໍ່ຖືກຕ້ອງ, ຊັກຊ້າໃນການແກ້ໄຂບັນຫາກ່ຽວກັບໄຟຟ້າ ຫຼື ນໍ້າປາປາປະຈຳເດືອນພາຍຫຼັງທີ່ໄດ້ຮັບຄຳຮ້ອງ ຫຼື ຄຳສະເໜີພາຍໃນ 24 ຊົ່ວໂມງ ຈະຖືກລົງໂທດຕັດອິດສະລະພາບ ແຕ່ສາມເດືອນ ຫາ ໜຶ່ງປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໄໝແຕ່ 3.000.000 ກີບ ຫາ 10.000.000ກີບ. ບົດຂ່າວໂດຍ: ພຸດສະດີ
ຂ່າວທ້ອງຖິ່ນ
2020-05-05T11:03:01+00:00
https://laopost.com/?p=118937
ປະກາດແຕ່ງຕັ້ງກຳມະການຄະນະພັກ ກົມໃຫຍ່ການເມືອງ ປກສ
ພິທີປະກາດມະຕິຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ກຳມະການຄະນະພັກຂອງອົງຄະນະກົມໃຫຍ່ການເມືອງ ປກສ ຈັດຂຶ້ນໃນວັນທີ 7 ເມສາ 2023, ເປັນປະທານໂດຍ ສະຫາຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຄະນະພັກກະຊວງ ຮອງເລຂາຄະນະພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີບັນດາໜ່ວຍພັກຮາກຖານຫ້ອງ, ກົມ, ໂຮງຮຽນ ທີ່ຂຶ້ນກັບເຂົ້າຮ່ວມ. ໃນນີ້, ຄະນະພັກກະຊວງ ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພັອ ວັນນະເລດ ບຸດຕະວົງ ແລະ ສະຫາຍ ພັອ ປອ ວຽງໄຊ ທໍາມະສິດ ເປັນກຳມະການຄະນະພັກກົມໃຫຍ່ການເມືອງ ປກສ ຕາມມະຕິຕົກລົງຂອງຄະນະພັກກະຊວງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ກຳມະການຄະນະພັກຂອງອົງຄະນະພັກກົມໃຫຍ່ການເມືອງ ປກສ ສະບັບເລກທີ 83/ຄພປກສ ລົງວັນທີ 22 ມີນາ 2023. ໃນກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົງຂອງກະຊວງ ປກສ ວ່າດ້ວຍການອະນຸມັດສ້າງຕັ້ງ ພະແນກປະກັນສັງຄົມ, ໜ່ວຍງານປະກັນສັງຄົມຂຶ້ນກັບບັນດາກົມໃຫຍ່, ຫ້ອງວ່າການ, ກົມ, ກອງບັນຊາການ, ວິທະຍາຄານ ແລະ ກອງບັນຊາການ ປກສ ແຂວງ-ນະຄອນຫຼວງວຽງຈັນ. ທີ່ມາ: ຄວາມສະຫງົບ
ຂ່າວພາຍໃນ
2023-04-07T10:25:27+00:00
https://laopost.com/?p=143832
ອີຢູກຽມຫາລືການຄ້າເສລີກັບອິນໂດເນເຊຍ
ຢູ່ທີ່ກອງປະຊຸມອີຢູເຫັນດີເດີນໜ້າແຜນການເຈລະຈາຂໍ້ຕົກລົງການຄ້າເສລີກັບອິນໂດເນເຊຍຄາດຄະເນວ່າຈະເລີ່ມໄດ້ໃນທ້າຍປີນີ້. ສຳນັກຂ່າວຕ່າງປະເທດລາຍງານວ່າ ກອງປະຊຸມ 28 ປະເທດສະມາຊິກສະຫະພາບເອີຣົບ (ອີຢູ) ເຫັນດີກຽມເດີນໜ້າເຈລະຈາຂໍ້ຕົກລົງການຄ້າເສລີກັບອິນໂດເນເຊຍ ຄາດຄະເນວ່າ ຈະເລີ່ມໄດ້ພາຍໃນທ້າຍປີນີ້ ຊຶ່ງທັງສອງຝ່າຍມີຂະໜາດຕະຫຼາດລວມກັນມີຜູ້ບໍໂພກຈຳນວນ 750 ລ້ານຄົນ ໂດຍອີຢູ່ມີສະຖານະເປັນຄູ່ຄ້າລາຍໃຫຍ່ອັນດັບ 4 ຂອງອິນໂດເນເຊຍ ຂະນະທີ່ອິນໂດເນເຊຍເປັນຄູ່ຄ້າອັນດັບ 5 ຂອງອີຢູໃນອາຊີຕາເວັນອອກສຽງໃຕ້ ແລະ ເປັນອັນດັບ 30 ຂອງໂລກ. ແຜນການເຈລະຈາດັ່ງກ່າວມີຂຶ້ນທ່າມກາງຄວາມລະແວງຂອງສາທາລະນະຊົນຕໍ່ນະໂຍບາຍດ້ານການຄ້າຂອງອີຢູວ່າ ຈະສາມາດຫາປະໂຫຍດຈາກໂລກາວິວັດໄດ້ຈິງຫຼືບໍ່ ໂດຍຂໍ້ຕົກລົງລະຫວ່າງອີຢູ ແລະ ການາດາກຳລັງປະເຊີນຄວາມສ່ຽງກັບຄວາມບໍ່ແນ່ນອນໃນຂະບວນການຮັບຮອງລະຫວ່າງສະມາຊິກ 28 ປະເທດ ຂະນະທີ່ຂໍ້ຕົກລົງກັບອາເມລິກາກໍ່ມີຄວາມເປັນໄປໄດ້ວ່າອາດຖືກໂຈະໄວ້ກ່ອນ. ນອກຈາກອິນໂດເນເຊຍ ແລະ ປະເທດສະມາຊິກອາຊຽນທີ່ມີການເຈລະຈາເລື່ອງວຂໍ້ຕົກລົງການຄ້າເສລີກັບອີຢູແລ້ວມີຄື: ຟິລິບປິນ, ມາເລເຊຍ, ໄທ ຂະນະທີ່ການເຈລະຈາສະຫຼຸບລົງແລ້ວຄືສິງກະໂປໃນປີ 2014 ແລະ ສສ ຫວຽດນາມໃນປີ 2015 ໂດຍແຜນການເຈລະຈາການຄ້າກັບອາຊຽນທັງກຸ່ມໄດ້ຖືກລໍຕົວອອກໄປ ແລະ ຫັນໄປມຸ້ງເນັ້ນການເຮັດຂໍ້ຕົກລົງແບບທະວີພາຄີລາຍປະເທດ ເພື່ອເປັນຮາກຖານໄປສູ່ຂໍ້ຕົກລົງອີຢູ-ອາຊຽນໃນອະນາຄົດ.
ຂ່າວຕ່າງປະເທດ
2016-07-20T12:19:35+00:00
https://laopost.com/?p=65646
ກົມປູກຝັງເຜີຍ ທົ່ວປະເທດປັກດຳນາແຊງສຳເລັດແລ້ວ 53% ຂອງເນື້ອທີ່ທັງໝົດ
ກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ ການປັກດຳເຂົ້ານາແຊງຂອງກະສິກອນທົ່ວປະເທດ ມາຮອດປັດຈຸບັນສາມາດປັກດຳສຳເລັດແລ້ວ ຫຼາຍກວ່າ 47 ພັນເຮັກຕາ ເທົ່າກັບ 53% ຂອງເນື້ອທີ່ແຜນການ 95 ພັນເຮັກຕາ, ພົ້ນເດັ່ນກວ່າໝູ່ແມ່ນບັນດາແຂວງພາກກາງ, ສ່ວນຂະແໜງກະສິກຳ ກໍໄດ້ນຳສົ່ງພະນັກງານວິຊາການຂອງຕົນ ລົງຊຸກຍູ້ສົ່ງເສີມການນຳໃຊ້ເຕັກນິກກະເສດສຸມ ແລະ ວິທະຍາການຕ່າງໆ ເພື່ອຍົກສະມັດຕະພາບການຜະລິດ ໃຫ້ໄດ້ຕາມຄາດໝາຍແຜນການວາງໄວ້ ແລະ ຄາດວ່າການປັກດຳຈະສຳເລັດຕາມແຜນ 100% ໃນທ້າຍເດືອນກຸມພານີ້. ຄຽງຄູ່ກັບການປັກດຳເຂົ້ານາແຊງ ເຈົ້າໜ້າທີ່ກະສິກຳທ້ອງຖິ່ນຕ່າງໆ ຍັງໄດ້ສຸມໃສ່ຊຸກຍູ້ຊາວກະສິກອນ ປູກພືດລະດູແລ້ງຢ່າງເປັນຂະບວນກວ້າງຂວາງ, ໂດຍສະເພາະແມ່ນພືດໄລຍະສັ້ນ, ປູກໄດ້ຫຼາຍຮອບວຽນ, ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ, ກົມປູກຝັ່ງຍັງໃຫ້ຮູ້ອີກວ່າ ປັດຈຸບັນຂະແໜງການຂອງຕົນ ໄດ້ຊຸກຍູ້ທ້ອງຖິ່ນຕ່າງໆໃຫ້ເອົາໃຈໃສ່ບົວລະບັດຮັກສາ ແລະ ປົວແປງລະບົບຊົນລະປະທານ, ເພື່ອຮັບປະກັນໃຫ້ແກ່ການສະໜອງນ້ຳ ຮັບໃຊ້ການຜລິດລະດູແລ້ງໃຫ້ພຽງພໍ. ແຫລ່ງຂ່າວ:
ຂ່າວພາຍໃນ
2017-02-08T11:22:40+00:00
https://laopost.com/?p=84653
ສໍ່ແວວວຸ້ນວາຍອີກຄັ້ງ! “ຄິມ” ຂູ່ຍົກເລີກການພົບປະຫາລືກັບ “ໂດນັລ ທຣັມ”
(FILES)(COMBO) This combination of file pictures created on May 10, 2018 shows US President Donald Trump during a rally at Total Sports Park in Washington, Michigan on April 28, 2018, and a photo released from North Korea's official Korean Central News Agency (KCNA) on April 21, 2018 of North Korean leader Kim Jong-Un delivering a speech while attending the Third Plenary Meeting of the Seventh Central Committee of the Workers' Party of Korea in Pyongyang. The United States said May 15, 2018 it was moving ahead with preparations for a much-anticipated summit next month between President Donald Trump and North Korean leader Kim Jong Un, after Pyongyang appeared to cast doubt over the event. "We will continue to plan the meeting," State Department spokeswoman Heather Nauert told reporters, adding that Washington had received "no notification" of a position change by North Korea."We have not heard anything from that government or the government of South Korea to indicate we would not continue conducting these exercises or would not continue planning for our meeting between President Trump and Kim Jong Un next month." / AFP PHOTO / AFP PHOTO AND KCNA VIA KNS / Mandel Ngan AND - / - South Korea OUT / REPUBLIC OF KOREA OUT ---EDITORS NOTE--- RESTRICTED TO EDITORIAL USE - MANDATORY CREDIT "AFP PHOTO/KCNA VIA KNS" - NO MARKETING NO ADVERTISING CAMPAIGNS - DISTRIBUTED AS A SERVICE TO CLIENTS THIS PICTURE WAS MADE AVAILABLE BY A THIRD PARTY. AFP CAN NOT INDEPENDENTLY VERIFY THE AUTHENTICITY, LOCATION, DATE AND CONTENT OF THIS IMAGE. THIS PHOTO IS DISTRIBUTED EXACTLY AS RECEIVED BY AFP. / ເມື່ອວັນທີ 20 ພຶດສະພາ 2018 ເອເອຟພີລາຍງານວ່າ ປະທານາທິບໍດີ ໂດນັລ ທຣັມ ຜູ້ນຳສະຫະລັດ ຫາລືກັນທາງໂທລະສັບກັບປະທານາທິບໍດີ ມຸນ ແຈອິນ ຜູ້ນຳເກົາຫຼີໃຕ້ ຫຼັງທາງການເກົາຫຼີເໜືອຂູ່ຈະຍົກເລີກການເດີນທາງມາເຂົ້າຮ່ວມການປະຊຸມຄັ້ງປະຫວັດສາດກັບຜູ້ນຳສະຫະລັດທີ່ປະເທດສິງກະໂປໃນວັນທີ 12 ມິຖຸນານີ້ ເນື່ອງຈາກບໍ່ພໍໃຈເງື່ອນໄຂຂອງສະຫະລັດທີ່ຕ້ອງການໃຫ້ເກົາຫຼີເໜືອຢຸດຕິການຄອບຄອງອາວຸດນິວເຄຣຍພຽງຝ່າຍດຽວ ຄວາມບໍ່ແນ່ນອນດັ່ງກ່າວຍັງຖືກຕອກຢ້ຳອີກຄັ້ງ ຫຼັງເກົາຫຼີເໜືອຍົກເລີກການປະຊຸມລະດັບສູງຮ່ວມກັບເກົາຫຼີໃຕ້ ຫຼັງກອງທັບສະຫະລັດ ແລະ ເກົາຫຼີໃຕ້ຮ່ວມເປີດປະຕິບັດການຊ້ອມຮົບ “ແມັກຊ໌ ທັນເດີ” ໃນແຫຼມເກົາຫຼີ ແຕ່ທັງສອງຊາດຍັງຖື່ວ່າການປະຊຸມທີ່ສິງກະໂປຈະຍັງມີຢູ່ຕາມກຳນົດການເດີມ ວັນດຽວກັນເກົາຫຼີເໜືອຮຽກຮ້ອງໃຫ້ທາງເກົາຫຼີໃຕ້ນຳພົນລະເມືອງເກົາຫຼີເໜືອ 10 ຄົນ ທີ່ເຄີຍປະກອບອາຊີບເປັນພະນັກງານເສີບອາຫານ ແລະ ຫຼົບໜີຈາກຈີນມາທີ່ເກົາຫຼີໃຕ້ ເມື່ອ 2 ປີທີ່ຜ່ານມາ ໂດຍເກົາຫຼີເໜືອອ້າງວ່າ ພົນລະເມືອງກຸ່ມດັ່ງກ່າວຖືກເກົາຫຼີໃຕ້ລັກພາຕົວ ແຕ່ທາງເກົາຫຼີໃຕ້ປະຕິເສດຂໍ້ກ່າວຫາດັ່ງກ່າວ ເຊິ່ງເກົາຫຼີເໜືອລະບຸວ່າ ເກົາຫຼີໃຕ້ຈະຕ້ອງສົ່ງຕົວພົນລະເມືອງເຫຼົ່ານີ້ກັບຄືນເພື່ອສະແດງຄວາມຈິງໃຈໃນການຟື້ນຟູຄວາມສຳພັນ
ຂ່າວຕ່າງປະເທດ
2018-05-22T09:28:35+00:00
https://laopost.com/?p=100908
ເປີດແລ້ວ ສູນຄົ້ນຄວ້າພາສາລາວ
ພິທີໄຂສູນຄົ້ນຄວ້າພາສາລາວຢ່າງເປັນທາງການ ຈັດຂຶ້ນໃນ ວັນທີ 19/1/2018 ທີ່ມະຫາວິທະຍາໄລແຫ່ງຊາດ. ເປັນຄວາມຄອງຄອຍຂອງຜູ້ຫ່ວງພາສາລາວ ກໍຄືຄົນລາວທຸກຄົນທັງໃນແລະນອກປະເທດ ທີ່ປະສົງຢາກໃຫ້ມີສຳນັກງານຫຼືອົງການໃດໜຶ່ງເກີດຂຶ້ນ ເພື່ອເຮັດໜ້າທີ່ຄົ້ນຄວ້າ, ບັນຍັດ, ກຳນົດຫຼັກການ ແລະປະກາດໃຊ້ພາສາລາວ ໃຫ້ເປັນເອກະພາບກັນທົ່ວສັງຄົມລາວ. ດັ່ງນັ້ນ, ການເປີດສູນຄົ້ນຄວ້າພາສາລາວ ຈຶ່ງນັບວ່າເປັນນິມິດທີ່ດີສຳລັບພາສາລາວ ທີ່ກ້າວໄປອີກຂັ້ນໜຶ່ງ ໃນການແກ້ໄຂປາກົດການຫຍໍ້ທໍ້ກ່ຽວກັບການນຳໃຊ້ພາສາລາວໃຫ້ຖືກຕ້ອງ ມີລະບຽບຫຼັກການ ມີຄູບາອາຈານຜູ້ຫຼັກນັກປາດ ບາດນີ້ຊິບໍ່ໄດ້ປະປ່ອຍໃຫ້ພາສາປະຈຳຊາດເສຍບົດເສຍບາດ ຊະຊາຍຕາມໃຈແລ້ວແຕ່ຊິໃຊ້ຊິຂຽນ ຄືຮູ້ຄືເຫັນນຳກັນຜ່ານມານັ້ນ… ທ່ານ ທອງໃບ ໂພທິສານ ໃນນາມປະທານສະມາຄົມນັກປະພັນລາວ ກໍຄືສາລາກະວີ “ງົວແລະກວຽນ” ສັງວຽນນັກປະພັນນັກກະວີ ຫົວໜ້າກົມມໍລະດົກ ກະຊວງ ຖວ ເຊິ່ງເປັນຜູ້ໜຶ່ງທີ່ວົນວຽນຢູ່ກັບການນຳໃຊ້ພາສາລາວ ກໍຄືເປັນຜູ້ໜຶ່ງທີ່ກັງວົນໃຈຕໍ່ການນຳໃຊ້ພາສາລາວທີ່ຜິດ, ພ້ຽນ ແລະບໍ່ເປັນເອກະພາບໃນໄລຍະທີ່ຜ່ານມາ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີເປັນຢ່າງຍິ່ງກັບການກຳເນີດເກີດຂື້ນຂອງ “ສູນຄົ້ນຄວ້າພາສາລາວ” ດັ່ງກ່າວ. ແຫຼ່ງຂ່າວ: ສາລາກະວີ ງົວແລະກວຽນ
ຂ່າວພາຍໃນ
2018-01-21T07:37:20+00:00
https://laopost.com/?p=98678
ໃນເດືອນກໍລະກົດ ແຂວງຫຼວງນ້ຳທາ ມີອຸບັດຕິເຫດເກີດຂຶ້ນທັງໝົດ 28 ຄັ້ງ
ກອງຄະດີອຸບັດຕິເຫດ ພະແນກຕໍາຫຼວດຈະລາຈອນ ປກສ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ໃນເດືອນ ກໍລະກົດ 2022, ທົ່ວແຂວງຫຼວງນໍ້າທາ ມີອຸບັດປະຕິເຫດເກີດຂຶ້ນທັງຫມົດ 28 ຄັ້ງ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ. ອຸບັດຕິເຫດທີ່ເກີດຂຶ້ນມີ ລົດຈັກຕໍາລົດຈັກ ເກີດຂຶ້ນ 6 ຄັ້ງ, ລົດຈັກຕໍາ ກັບລົດໃຫຍ່ 11 ຄັ້ງ, ລົດຈັກຕໍາກັບລົດຖີບ 1 ຄັ້ງ, ລົ້ມເອງ 1 ຄັ້ງ, ລົດໃຫຍ່ຕໍາລົດໃຫຍ່ 5 ຄັ້ງ, ລົດຈັກຕໍາຄົນຍ່າງ 4 ຄັ້ງ; ມີພາຫະນະເປ່ເພເລັກຫນ້ອຍ 32 ຄັນ, ເປ່ເພສົມຄວນ 17 ຄັນ, ມີຄົນໄດ້ຮັບບາດເຈັບເລັກຫນ້ອຍ 32 ຄົນ, ສົມຄວນ 10 ຄົນ, ສາຫັດ 5 ຄົນ ແລະ ເສຍຊີວິດ 1 ຄົນ, ລວມມູນຄ່າເສຍຫາຍ 355 ລ້ານ ກີບ. ສາເຫດທີ່ ພາໃຫ້ ເກີດອຸບັດຕິເຫດສ່ວນໃຫຍ່ແມ່ນເກີດ ຈາກຜູ້ຂັບຂີ່ລົດປະຫມາດຂາດສະຕິ, ດື່ມສິ່ງມືນເມົາແລ້ວຂັບ ຂີ່ລົດໄວ ແລະ ແຊງບໍ່ຮັບປະກັນ. ເຈົ້າຫນ້າທີ່ ປກສ ແຂວງຫຼວງນ້ໍາທາ ຈຶ່ງໄດ້ຮຽກຮ້ອງມາຍັງຜູ້ ຂັບຂີ່ຜູ້ໃຊ້ລົດ-ໃຊ້ຖະຫນົນທຸກຄົນພາຍໃນແຂວງໃຫ້ມີສະຕິໃນການຂັບຂີ່, ບໍ່ປະຫມາດ, ຄວນໃຫ້ກຽດເຊິ່ງກັນແລະກັນໃນເວລາຂັບຂີ່, ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ ເພື່ອຮັບປະກັນຄວາມປອດໄພ ຂອງຕົວທ່ານເອງ ແລະ ຄົນອ້ອມຂ້າງບໍ່ໃຫ້ເສຍຊີວິດຈາກອຸບັດຕິເຫດ. ແຫຼ່ງຂ່າວຈາກ ຄວາມສະຫງົບ
ຂ່າວພາຍໃນ
2022-08-19T16:51:32+00:00
https://laopost.com/?p=136793
ໄຮເນເກັ້ນ ຕັ້ງໂຮງງານຜະລິດເບຍ ມູນຄ່າ 60 ລ້ານໂດລາໃນມຽນມາ
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ກໍລະກົດນີ້ວ່າ ບໍລິສັດໄຮເນເກັ້ນ ຜູ້ຜະລິດເບຍລາຍໃຫຍ່ຈາກໂຮນລັງ ໄດ້ປະກາດເປີດໂຮງງານຜະລິດເບຍມູນຄ່າ 60 ລ້ານໂດລາໃນມຽນມາ ໃນມື້ວັນຈັນທີ 13 ກໍລະກົດຜ່ານມານີ້ ໂດຍມີກຳລັງການຜະລິດ 33 ລ້ານລິດຕໍ່ປີ ແລະ ຈ້າງພະນັກງານຊາວມຽນມາຫລາຍກ່ວາ 200 ຕຳແໜ່ງ ໂດຍໂຮງງານຜະລິດເບຍດັ່ງກ່າວນີ້ ຕັ້ງຢູ່ເມືອງມໍບີ ຊານນະຄອນຢາງກຸ້ງ ເຊິ່ງຈະຜະລິດເບຍໄຮເນເກັ້ນຮອງຮັບຕະຫລາດ ລະດັບພຣີມຽມ ແລະ ຜະລິດເບຍທ້ອງຖິ່ນຍີ່ຫໍ້ໃໝ່ຊື່ “Regal Seven” ວາງຂາຍໃນມຽນມາອີກດ້ວຍ. .
ຂ່າວຕ່າງປະເທດ
2015-07-14T17:31:16+00:00
https://laopost.com/?p=30229
ຮ່ວມມືທຸລະກິດນໍາເຂົ້ານໍ້າມັນເຊື້ອໄຟມາຈໍາໜ່າຍ ຕາມຮູບແບບຂາຍຍົກ ແລະ ຂາຍຍ່ອຍ ໃນ ສປປ ລາວ
ວັນທີ 26 ພຶດສະພາ 2023 ນີ້ ບໍລິສັດລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ ກົມໃຫຍ່ພະລາທິການກອງທັບ, ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ກັບ ບໍລິສັດ ຊິໂນລາວ ລົງທຶນຈໍາກັດ ເຊິ່ງພິທີເຊັນບົດບັນທຶກດັ່ງກ່າວ ແມ່ນໄດ້ຈັດຂື້ນຢູ່ທີ່ໂຮງແຮມແລນມາກ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົນຕີ ຄໍາເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ຄະນະນໍາກະຊວງ, ຫ້ອງວ່າການກະຊວງ, ຄະນະອໍານວຍການບໍລິສັດ ລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ, ບໍລິສັດ ຊິໂນລາວ ລົງທຶນ ຈໍາກັດ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ. ທ່ານ ພັນເອກ ຈັນທາ ທໍາມະເທວາ ຮອງຫົວໜ້າກົມເສນາພະລາກົມໃຫຍ່ພະລາທິການກອງທັບ, ຫົວໜ້າຄະນະປັບປຸງຫົວໜ່ວຍການຜະລິດ-ທຸລະກິດ ທີ່ຂື້ນກັບກົມໃຫຍ່ພະລາທິການກອງທັບ, ໄດ້ຂື້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ ບໍລິສັດລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ ຈັດຕັ້ງພິທີເຊັນ ບົດບັນທຶກຄວາມເຂົ້າໃຈ (MOU) ກັບ ບໍລິສັດ ຊິໂນລາວ ລົງທຶນ ຈຳກັດ, ກ່ຽວກັບການຮ່ວມທຸລະກິດ ນໍາເຂົ້ານໍ້າມັນ ແລະ ສ້າງຕັ້ງບໍລິສັດ ລັດວິສາຫະກິດປະສົມ, ອີງຕາມ ໜັງສືສະເໜີຂອງ ບໍລິສັດ ຊິໂນລາວ ລົງທຶນ ຈຳກັດ. ກະຊວງປ້ອງກັນປະເທດ ຕົກລົງ ອະນຸມັດໃຫ້ ບໍລິສັດ ລັດວິສາຫະກິດນ້ຳມັນເຊື້ອໄຟວຽງຈັນ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບ ບໍລິສັດ ຊິໂນລາວ ລົງທຶນ ຈຳກັດ, ເຊິ່ງຈຸດປະສົງຂອງການເຊັນບົດບັນທຶກຂື້ນໃນຄັ້ງນີ້ ແມ່ນ ເພື່ອຮ່ວມທຸລະກິດນຳເຂົ້ານ້ຳມັນ ມາຈຳໜ່າຍຕາມຮູບແບບຂາຍຍົກ ແລະ ຂາຍຍ່ອຍ ໃນ ສ ປປ ລາວ, ຮ່ວມສ້າງຕັ້ງບໍລິສັດ ລັດວິສາຫະກິດປະສົມ ເພື່ອກໍ່ສ້າງສາງຮອງສະສົມນໍ້າມັນ ໃນກໍລະນີສຸກເສີນ, ສາງຈໍາໜ່າຍ ຂາຍຍົກ ແລະ ສ້າງລະບົບທໍ່ສູບສົ່ງນ້ຳມັນສຳເລັດຮູບ. ໃນໂອກາດເຂົ້າຮ່ວມເປັນປະທານພິທີເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ລະຫວ່າງ ທັງສອງ ບໍລິສັດໃນຄັ້ງນີ້, ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ກໍ່ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ, ໂດຍໄດ້ເນັ້ນໜັກໃຫ້ທັງສອງຝ່າຍ,ຈົ່ງເອົາໃຈໃສ່ເປັນເຈົ້າການຍົກສູງຄວາມຮັບຜິດຊອບຂອງຕົນເອງເຂົ້າໃນໜ້າທີ່ວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ, ໂດຍສະເພາະດ້ານຂອດການຈັດຕັ້ງປະຕິບັດ ໃນການນໍາເຂົ້ານໍ້າມັນເຊື້ອໄຟແຕ່ລະຊະນິດທຸກຄັ້ງ, ຕ້ອງໄດ້ເອົາໃຈໃສ່ຕິດຕາມ, ກວດກາ, ຈົດບັນທຶກຢ່າງລະອຽດ, ເປັນຕົ້ນແມ່ນການຮັບ ແລະ ເບີກຈ່າຍນໍ້າມັນຕ້ອງໄດ້ມີການປະສານສົບກັບຂັ້ນເທິງ ຢ່າງເປັນປະຈໍາ ເພື່ອສະຫຼຸບບັນຊີລາຍງານໃຫ້ໜ່ວຍງານວິຊາສະເພາະ ກໍຄືການຈັດຕັ້ງທີ່ກ່ຽວຂ້ອງເປັນປົກກະຕິ, ພ້ອມທັງເປັນເຈົ້າການຕ້ານທຸກໆປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂື້ນພາຍໃນສັງຄົມ ກໍຄືຢູ່ໃນກອງທັບປະຊາຊົນລາວ ໃຫ້ທັນການ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອພ້ອມກັນຈັດຕັ້ງປະຕິບັດຕາມລະບຽບກົດໝາຍ, ຕາມສັນຍາທີ່ລະບຸໄວ້ແຕ່ລະມາດຕາຢ່າງເຂັ້ມງວດ, ຖືກຕ້ອງ ແລະ ທັນເວລາ. ຈາກນັ້ນ, ທັງສອງຝ່າຍກໍ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນດັ່ງກ່າວໄວ້ເປັນຫຼັກຖານອີກດ້ວຍ. ແຫຼ່ງຂ່າວ ຂ່າວສານສື່ມວນຊົນ ກົມໃຫຍ່ພະລາທິການກອງທັບ
ຂ່າວພາຍໃນ
2023-05-30T10:12:03+00:00
https://laopost.com/?p=144983
ໂຄງການການຈັບຄູ່ທຸລະກິດ ອອນໄລນ໌ ເຄື່ອງສຳອາງ ໄທ-ລາວ ເຈາະຕະຫຼາດຜະລິດຕະພັນຄວາມງາມ
ຫ້ອງການສົ່ງເສີມການຄ້າຕ່າງປະເທດທີ່ນະຄອນຫຼວງວຽງຈັນ ໄດ້ຈັດໂຄງການເຈລະຈາທຸລະກິດອອນໄລນ໌ໄທ – ລາວ ເພື່ອສ້າງເຄືອຂ່າຍ ຂະຫຍາຍການຄ້າລະຫວ່າງຜູ້ປະກອບການ SME ແລະ ຜູ້ຈຳໜ່າຍຂອງໄທໃນ ສ.ປ.ປ.ລາວ ໃນການສ້າງໂອກາດທາງທຸລະກິດ ເພື່ອຜ່ານຜ່າວິກິດການໃນປະຈຸບັນ. ເປີດໂອກາດໃຫ້ຜູ້ປະກອບການຂະຫຍາຍທຸລະກິດຂອງເຂົາເຈົ້າຜ່ານເວທີonline. ປີນີ້, ໂຄງການສຸມໃສ່ຜະລິດຕະພັນອາຫານແລະເຄື່ອງດື່ມທຸລະກິດ ແບບຂະຫຍາຍສາຂາ ຜະລິດຕະພັນກະສິກຳ Smart Farmer, ຜະລິດຕະພັນສຸຂະພາບແລະຄວາມງາມ ເຊັ່ນຍີ່ຫໍ້ SUREEPORN ກັບ ເປັນທີ່ຮູ້ຈັກກັນໃນນາມ ມິນິອາຍແມ່ນຜູ້ບໍລິຫານ ແລະ ແມ່ນຜະລິດໃນຍີ່ຫໍ້ເຄື່ອງສຳອາງຂອງປະເທດໄທ ປະສົບຜົນສຳເລັດຜ່ານການຂາຍ online ບໍລິສັດໄດ້ຂາຍຫລາຍກ່ວາ 100,000 ອັນຕໍ່ເດືອນທ່ານສາມາດຕິດຕາມຄລິບວີດີໂອ, ເລື່ອງເລົ່າ ແລະ ເບື້ອງຫລັງກົນລະຍຸດ ການສະແດງທີ່ເຮັດໃຫ້ຍີ່ຫໍ້ປະສົບຜົນສຳເລັດໄດ້ທີ່ https://www.youtube.com/watch?v=ewBl0YCD_Fk ສຳລັບຜູ້ປະກອບການທີ່ຕ້ອງການສະໝັກ ເຂົ້າຮ່ວມໂຄງການສາມາດສະໝັກ ໄດ້ທີ່ www.businesstradingcenter.com ຕັ້ງແຕ່ມື້ນີ້ເປັນຕົ້ນໄປ ແລະ ຕິດຕໍ່ເພື່ອປະສານງານ ສຳລັບລາຍລະອຽດເພີ່ມເຕີມທີ່ ຫ້ອງການສົ່ງເສີມການຄ້າຕ່າງປະເທດທີ່ນະຄອນຫຼວງວຽງຈັນ.
ຂ່າວພາຍໃນ
2021-05-01T11:31:05+00:00
https://laopost.com/?p=124488
ເອີຣົບຕົກລົງໃຫ້ໃຊ້ຫົວສາກແບບດຽວກັນພາຍໃນປີ 2024
ໃນປີ 2024 ຫຼັງຈາກທີ່ສະຫະພາບເອີຣົບ ແລະ ນິຕິບັນຍັດຕົກລົງກັນໃນໃວັນອັງຄານທີ່ຜ່ານມາ ວ່າຈະໃຊ້ຫົວສາກໂທລະສັບສະລັບໂທລະສັບມືຖື ສະມາດໂຟນ, ແທັບເລັດ ແລະ ກ້ອງຖ່າຍຮູບ ເປັນຄັ້ງທຳອິດຂອງໂລກ. ໃນວັນອັງຄານທີ 7 ມິຖຸນາ ທີ່ຜ່ານມາ ສຳນັກຂ່າວເອີຣົບ ໄດ້ລາຍງານວ່າ: ຄະນະກຳມາທິການເອີຣົບໄດ້ກ່າວວ່າ ຈະເຮັດໃຫ້ຜູ້ບໍລິໂພກສະດວກຂຶ້ນ ແລະ ປະຢັດເງິນຂອງພວກເຂົາໃນການບໍ່ຊື້ຫົວສາກຫຼາຍປະເພດ, ເຊິ່ງພາຍໃນທ້າຍປີ 2024 ສະຫະພາບເອີຣົບໄດ້ແຈ້ງວ່າຈະໃຫ້ ຫົວສາກປະເພດ USB Type-C ຈະເປັນສາຍສາກທົ່ວໄປສຳລັບໂທລະສັບ ສະມາດໂຟນ, ແທັບເລັດ ແລະ ກ້ອງຖ່າຍຮູບ ໃນເອີຣົບ. ຫົວໜ້າອຸດສາຫະກຳຂອງສະຫະພາບເອີຣົບກ່າວວ່າ: ຂໍ້ຕົກລົງດັ່ງກ່າວຈະຊ່ວຍປະຢັດຄ່າໃຊ້ຈ່າຍຂອງຜູ້ບໍລິໂພກໄດ້ 250 ລ້ານຢູໂຣ, ແລະ ຊ່ວຍຫຼຸດຜ່ອນບັນຫາຂີ້ເຫຍື້ອ ອີເລັກໂຕນິກ ໄດ້ຫຼາຍຂຶ້ນອີກດ້ວຍ.
ຂ່າວຕ່າງປະເທດ
2022-06-09T09:58:17+00:00
https://laopost.com/?p=134667
ພົບສົບຄົນໂດດລົງນ້ຳກ້ອງຂົວຂ້າມນ້ຳຂອງແລ້ວ
ໃນວັນທີ 2 ມີນາ 2023 ເກີດເຫດຄົນໂດດລົງນ້ຳກ້ອງຂົວຂ້າມນ້ຳຂອງ ທີ່ບ້ານນາແກ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ເຊິ່ງຫຼ້າສຸດໄດ້ພົບສົບແລ້ວ ໃນວັນທີ 4 ມີນາ 2023. ເຊິ່ງຜູ້ໃຊ້ເຟສບຸກ Nitsa psn ໄດ້ໂພສວ່າ: ຂ້າພະເຈົ້າໃນນາມ ເອື້ອຍຮັກກັບຜູ້ເສຍຊີວິດ ຄົນບ້ານດຽວກັນ ຂໍຂອບໃຈໝູ່ຄູ່ ອ້າຍເອື້ອຍນ້ອງທຸກຄົນທີ່ຊ່ວຍເຫຼືອ ກິນທານນຳຄອບຄົວຜູ້ເສຍຊີວິດ ຂໍໃຫ້ບຸນກຸສົນທີ່ທຸກຄົນໄດ້ເຮັດໄດ້ສ້າງໃນມື້ນີ້ືເປັນສະພານບຸນໃຫ້ທ້າວ ບຸນທະວີ ຫຼື ທ້າວຫຳນ້ອຍ ອາຍຸ 20 ປີ ບ້ານນາແກ ແຂວງສະຫວັນນະເຂດ ຂໍໃຫ້ ໄປເກີດດີເຖິງສຸກ ເກີດໃນພົບພູມທີ່ດີ ແລະຂໍຂອບໃຈທຸກຄົນທຸກພາກສ່ວນທີ່ຊ່ອຍເຫຼືອຕັ້ງແຕ່ຕົ້ນຈົນຈົບ ຈົນພົບສົບໃນມື້ນີີ້. ຂໍສະແດງຄວາມເສຍໃຈຕໍ່ຄອບຄົວຜູ້ເສຍຊີວິດດ້ວຍ.
ຂ່າວເຫດການ
2023-03-05T11:26:58+00:00
https://laopost.com/?p=142813
ຄ່ານິຍົມການອ່ານຂ່າວ “ບໍ່ທັນກົດເຂົ້າອ່ານ” ກໍວິຈານກ່ອນແລ້ວ
ສື່ອອນລາຍພວມເປັນທີ່ນິຍົມ ແລະ ນັບມື້ນັບມີການຂະຫຍາຍຕົວຂຶ້ນເລື້ອຍໆ ເຫັນວ່າ ປັດຈຸບັນສື່ຂ່າວທົ່ວໂລກບໍ່ສະເພາະແຕ່ໃນປະເທດລາວທີ່ຫັນມາໃຫ້ຄວາມສົນໃຈໃນການນຳສະເໜີຂ່າວ ຫຼື ເລື່ອງລາວຕ່າງໆຜ່ານໂລກໂຊຊຽວ ເພາະມັນຕອບໂຈດໃຫ້ກັບຄົນອ່ານໄດ້ຢ່າງວ່ອງໄວທັນໃຈ ແຕ່ປະເດັນຫຼັກທີ່ຜູ້ຂຽນຈະຍົກຂຶ້ນມາຂຽນໃນມື້ນີ້ແມ່ນກ່ຽວພັນກັບຄ່ານິຍົມຂອງການອ່ານຂ່າວ ຫຼື ພຶດຕິກຳການສະແດງຄວາມຄິດເຫັນໃນຂ່າວນັ້ນໆ. ພຶດຕິກຳການວິພາກ-ວິຈານ ຖືເປັນພຶດຕິກຳສະເພາະຂອງຄົນບາງກຸ່ມເທົ່ານັ້ນ ພຽງແຕ່ເຫັນຫົວຂໍ້ຂ່າວທີ່ແປກໆ ຫຼື ມີຄວາມຜິດພາດພຽງເລັກໜ້ອຍ ກໍຕັ້ງແງ່ໃສ່ໂດຍບໍ່ໄດ້ເຂົ້າໄປອ່ານເນື້ອໃນຂອງຂ່າວ ແລະ ເລີ່ມພິມຄຳວິຈານຕ່າງໆນາໆທີ່ບໍ່ເໝາະສົມ. ຜ່ານການສັງເກດຈິ່ງສາມາດຈຳແນກອອກເປັນ 3 ກຸ່ມຄື 1. ພຽງແຕ່ເຫັນຫົວຂໍ້ຂ່າວອ່ານແລ້ວບໍ່ຖືກໃຈກໍວິຈານເລີຍ 2. ອ່ານຄອມເມັ້ນກ່ອນແລ້ວຄ່ອຍວິຈານ ແລະ 3. ກົດເຂົ້າອ່ານເນື້ອໃນກ່ອນພິຈາລະນາ ແລ້ວຈຶ່ງວິຈານ. ການສະແດງຄວາມຄິດເຫັນໃນຮູບແບບການໃຊ້ຄວາມຮູ້ສຶກລະບາຍນັ້ນມັນບໍ່ແມ່ນເລື່ອງທີ່ດີ ແລະ ບໍ່ສົມຄວນປານໃດ ຖ້າຄຳເວົ້າທີ່ທ່ານຂຽນນັ້ນມັນເປັນຄຳທີ່ຮຸນແຮງ ແລະ ຄຳບໍ່ສຸພາບ ຊຶ່ງສົ່ງຜົນເສຍຫາຍຕໍ່ບຸກຄົນອື່ນ ແລະ ຈິດໃຈ, ແຕ່ມັນກໍບໍ່ແມ່ນເລື່ອງທີ່ຜິດເພາະທຸກຄົນມີສິດໃນການປະກອບຄຳຄິດເຫັນ ທາງທີ່ດີກ່ອນຈະຂຽນຄຳຄອມເມ້ນໃດໆລົງໄປຂໍໃຫ້ອ່ານເນື້ອໃນຂອງຂ່າວຢ່າງລະອຽດ ອ່ານໃຫ້ເຂົ້າໃຈວ່າຂ່າວນັ້ນເວົ້າເຖິງຫຍັງແທ້ ຫາກທ່ານຕ້ອງການປະກອບຄຳຄິດເຫັນເພື່ອໃຫ້ນັກຂຽນ ຫຼື ເຈົ້າຂອງບົດປັບປຸງໃຫ້ມັນເໝາະສົມ ຖືກຕ້ອງ ກໍຄວນສະແດງຄວາມຄິດເຫັນໃນທາງບວກ ແທນທີ່ທ່ານຈະໃຊ້ຄຳເວົ້າຮຸນແຮງ ສຽດສີ ເພາະຄຳທີ່ທ່ານຂຽນລົງໄປນັ້ນມັນສົ່ງກະທົບທາງດ້ານຈິດໃຈ ແລະ ຄວາມຮູ້ສຶກຂອງມະນຸດໂດຍກົງ. ທັງນີ້ ກໍເພື່ອຢາກໃຫ້ທຸກຄົນທີ່ເສບຂ່າວຈົ່ງມີສະຕິ ແລະ ໃຊ້ຄວາມຄິດໃນການເສບຂ່າວຂຶ້ນຕື່ມກ່ອນຈະຄອມເມັ້ນ. ບົດໂດຍ: ບຸດສະດີ ສາຍນໍ້າມັດ
ຂ່າວເຫດການ
2019-05-29T16:23:01+00:00
https://laopost.com/?p=114025
ສະຫລົດ! ລົດເມຕົກໄຫລ່ທາງຢູ່ອິນເດຍ ໄຟລຸກໄໝ້ຖ້ວມເຜົາຜູ້ໂດຍສານ ເສຍຊີວິດ 21 ຄົນ!
ເກີດເຫດລົດເມປະສົບອຸບັດເຫດຕົກໄຫລ່ທາງ ໃນຂະນະກຳລັງເດີນທາງຢູ່ພາກກາງປະເທດອິນເດຍ ໄຟໄໝ້ລຸກຖ້ວມລົດ ຜູ້ໂດຍສານຖືກເຜົາທັງເປັນ ເສຍຊີວິດ 21 ຄົນ. ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ພຶດສະພາຜ່ານມານີ້ວ່າ ອຸບັດເຫດດັ່ງກ່າວເກີດຂຶ້ນໃນວັນທີ 4 ພຶດສະພາຜ່ານມາ ທີ່ເຂດປັນນາ ລັດມັດທະຍະປະເທດ ໂດຍທ່ານ ວິກຣຳ ສິງ ເຈົ້າໜ້າທີ່ຕຳຫລວດທ້ອງຖິ່ນໄດ້ເປີດເຜີຍວ່າ ພົບສົບຜູ້ເສຍຊີວິດທັງໝົດ 21 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກ 14 ຄົນ ໃນຂະນະທີ່ສາເຫດຂອງອຸບັດເຫດດັ່ງກ່າວ ແມ່ນກຳລັງຢູ່ໃນການສືບສວນ.
ຂ່າວຕ່າງປະເທດ
2015-05-06T09:16:07+00:00
https://laopost.com/?p=25125
ກອງປະຊຸມ ລັດຖະມົນຕີຕ່າງປະເທດ FEALAC ຄັ້ງທີ 8
ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເດີນທາງເຂົ້າຮ່ວມ ກອງປະຊຸມ ລັດຖະມົນຕີຕ່າງປະເທດ ເວທີການຮ່ວມມື ອາຊີຕາເວັນອອກ ແລະ ອາເມລິກາລາຕິນ (FEALAC) ຄັ້ງທີ 8 ແລະ ໄດ້ຮັບກຽດເປັນປະທານຮ່ວມກັບ ສ.ເກົາຫລີ ດໍາເນີນກອງປະຊຸມ ລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ສ.ເກົາຫລີ ຄັ້ງທີ 7 ໃນລະຫວ່າງວັນທີ 31 ສິງຫາ-1 ກັນຍາ 2017 ທີ່ບູຊານ, ສ.ເກົາຫລີ. ກອງປະຊຸມ ລັດຖະມົນຕີຕ່າງປະເທດ ເວທີການຮ່ວມມື ອາຊີຕາເວັນອອກ ແລະ ອາເມລິກາລາຕິນ (FEALAC) ຄັ້ງທີ 8 ໄດ້ຈັດຂຶ້ນໃນວັນທີ 31 ສິງຫາ 2017 ພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ທ່ານ ນາງ ຄັງ ຄຽງ ວາ ລັດຖະມົນຕີຕ່າງປະເທດ ສ.ເກົາຫລີ ແລະ ທ່ານ ກາໂລສ ຣາອູນໂມຣາເລສ ລັດຖະມົນຕີ ຕ່າງປະເທດກົວເຕມາລາ ແລະ ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ຈາກບັນດາປະເທດສະ ມາຊິກ ຟີແລັກ ທັງໝົດ 36 ປະເທດເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງກອງປະຊຸມຄັ້ງນີ້, ແມ່ນເພື່ອທົບທວນຄືນ ການຮ່ວມມື ລະຫວ່າງ 2 ທະວີບໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ ທາມກາງຄວາມ ທ້າທາຍຕ່າງໆໃນໂລກ ທີ່ມີການປ່ຽນແປງຢ່າງໄວວາ. ກອງປະຊຸມຄັ້ງນີ້, ໄດ້ຮ່ວມກັນປຶກສາຫາລື ແລະ ຮັບຮອງເອົາ ຖະແຫລງການປູຊານ, ຊຶ່ງໃນນັ້ນ ກວມເອົາແຜນການ ປະຕິບັດງານ FEALAC ໃນໄລຍະ 5 ປີຕໍ່ໜ້າ ແຕ່ປີ 2017-2021 ແລະ ການສ້າງຕັ້ງກອງທຶນ FEALAC. ໃນໂອກາດດຽວກັນ, ໄດ້ມີການມອບຮັບໜ້າທີ່ ປະເທດຜູ້ປະສານງານ ຝ່າຍອາຊີຕາເວັນອອກ ລະຫວ່າງ ສ.ເກົາຫລີ ປະເທດຜູ້ປະສານງານເກົ່າ ແລະ ສປປ ລາວ ເປັນປະເທດ ຜູ້ປະສານງານໃໝ່ ສຳລັບສົກ ປີ 2017-2019, ຊຶ່ງໃນໄລຍະດັ່ງກ່າວ ສປປ ລາວ ຈະໄດ້ເປັນເຈົ້າພາບ ຈັດກອງປະຊຸມ ເຈົ້າໜ້າທີ່ອາວຸໂສ FEALAC ຢູ່ນະຄອນຫລວງວຽງຈັນ ໃນປີ 2018 ແລະ ເປັນປະທານຮ່ວມ ກອງປະຊຸມ ລັດຖະມົນຕີຟີແລັກ ຄັ້ງທີ 9 ຈະຈັດຂຶ້ນ ໃນປີ 2019 ຢູ່ ພາກພື້ນອາເມລິກາ-ລາຕິນ.. ໂອກາດດັ່ງກ່າວ, ຍັງໄດ້ຈັດໃຫ້ມີ ກອງປະຊຸມປີ່ນອ້ອມຂອງ 4 ໜ່ວຍງານຍ່ອຍ ຄື: 1. ກອງປະຊຸມໜ່ວຍງານ ວິຊາການດ້ານສັງຄົມ, ການເມືອງ ແລະ ການພັດທະນາແບບຍືນຍົງ; 2. ກອງປະຊຸມໜ່ວຍງານວິຊາການ ດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ວິສາຫະກິດຈຸລະພາກ ຂະໜາດນ້ອຍ ແລະ ຂະໜາດກາງ; 3. ກອງປະຊຸມໜ່ວຍງານ ວິຊາການດ້ານວັດທະນະທຳ, ຊາວໜຸ່ມ, ເພດຍິງ-ຊາຍ ແລະ ກິລາ 4. ກອງປະຊຸມ ໜ່ວຍງານວິຊາການ ດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ແລະ ການສຶກສາ. ທັງ 4 ໜ່ວຍງານດັ່ງກ່າວ ຖືວ່າເປັນກົນໄກ ການຮ່ວມມືທີ່ສຳຄັນ ຂອງຂອບການຮ່ວມມື FEALAC. ຂອບການຮ່ວມມື FEALAC ໄດ້ຖຶກສ້າງຕັ້ງຂຶ້ນ ໃນປີ 1999, ມາເຖິງປັດຈຸບັນ ມີສະມາຊິກທົງໝົດ 36 ປະເທດໃນນັ້ນ, ຝ່າຍອາຊີຕາເວັນອອກ ມີ 16 ປະເທດ ແລະ ອາເມລິກາລາຕີນ 20 ປະເທດ. ສປປ ລາວ ເປັນໜຶ່ງໃນປະເທດ ຮ່ວມກໍ່ຕັ້ງຂອບການຮ່ວມມືດັ່ງກ່າວ. ແຫລ່ງຂ່າວ: ສຳນັກຂ່າວປະເທດລາວ
ຂ່າວທ້ອງຖິ່ນ
2017-09-01T14:05:22+00:00
https://laopost.com/?p=94459
ປ່າສະຫງວນແຫ່ງຊາດຫີນໜາມໜໍ່, ແຂວງ ຄຳມ່ວນ ກຽມສະເຫນີເຂົ້າເປັນມໍລະດົກໂລກ
ປ່າສະຫງວນແຫ່ງຊາດຫີນໜາມໜໍ່ ກຽມສະເຫນີເຂົ້າເປັນມໍລະດົກໂລກ ທາງດ້ານທຳມະຊາດແຫ່ງທຳອິດຂອງລາວ ກອງປະຊຸມສະເຫນີດັ່ງກ່າວຈັດຂຶ້ນໃນວັນທີ 26 ມັງກອນ 2018 ທີ່ແຂວງຄຳມ່ວນ ໂດຍການເປັນປະທານເຂົ້າຮ່ວມຂອງ ທ່ານ ບົວເງິນ ຊາພູວົງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ຄຳສີ ອຸດທິວົງ ຮອງເຈົ້າແຂວງຄຳມ່ວນ ພ້ອມທັງພາກສ່ວນທີ່ກ່ຽວຂ້ອງ. ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ລາວ ແລະ ກະຊວງວັດທະນະທຳກີລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ທີ່ນະຄອນຫຼວງຮ່າໂນ້ຍ ໃນວັນທີ 10 ມັງກອນ 2018 ໂດຍຫວຽດນາມຈະສະໜັບສະໜູນ ການສະເໜີຊື່ເອົາປ່າສະຫງວນແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກຮ່ວມຊາຍແດນ ກັບອຸທິຍານແຫ່ງຊາດ ຟອງຍາແກບ່າງ ທີ່ໄດ້ຮັບການຮັບຮອງເປັນມໍລະດົກໂລກທາງທຳມະຊາດ ໃນແຂວງກວາງບິ່ງ, ປະເທດ ຫວຽດນາມ. ບົດບັນທຶກຄວາມເຂົ້າໃຈສະບັບນີ້ ໄດ້ນຳສູ່ການປຶກສາຫາລືກ່ຽວກັບຂະບວນການກະກຽມເອກະສານ ແລະ ສະເໜີຊື່ເຂົ້າເປັນມໍລະດົກໂລກ ໂດຍການສຶກສາຄົ້ນຄວ້າວຽກງານເຕັກນິກວິຊາການສະເພາະດ້ານ ແລະ ສ້າງຄວາມເຂັ້ມແຂງເຂົ້າໃນແຜນການຄຸ້ມຄອງປ່າສະຫງວນແຫ່ງຊາດຫີນໜາມໜໍ່. ຜ່ານການຈັດຕັ້ງປະຕິບັດແຜນວຽກ ປະຈຳປີ 2018. ແຫລ່ງຂ່າວ ວຽງຈັນໃຫມ່
ຂ່າວທ້ອງຖິ່ນ
2018-01-30T11:56:51+00:00
https://laopost.com/?p=98935
ອົງການອະນາໄມໂລກເຜີຍໂຄວິດ-19 ຍັງບໍ່ຢຸດໃນໄວໆນີ້ ທົ່ວໂລກມີຜູ້ປ່ວຍ 3,2 ລ້ານຄົນ
ຜູ້ອຳນວຍການໃຫຍ່ຂອງອົງການອານາໄມໂລກ ເປີດເຜີຍວ່າ ສະຖານະການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ຍັງບໍ່ມີແນວໂນ້ມທີ່ຈະຢຸດຕິລົງໄວໆນີ້ ເນື່ອງຈາກມີແນວໂນ້ມການລະບາດເພີ່ມຂຶ້ນໃນ ອາຟຣິກາ, ເອີຣົບຕະເວັນອອກ, ລາຕິນອາເມລິກາ ແລະ ບາງປະເທດໃນອາຊຽນ. ຜູ້ອຳນວຍການ ອົງການອະນາໄມໂລກກ່າວຕື່ມອີກວ່າ ດ້ວຍຕົວເລກຜູ້ຕິດເຊື້ອ ແລະ ເສຍຊີວິດທີ່ມີການລາຍງານຈາກບາງປະເທດຢູ່ໃນລະດັບຕໍ່າກວ່າຄວາມຈິງ ເນື່ອງຈາກປະສິດທິພາບໃນການກວດຫາຜູ້ຕິດເຊື້ອຢູ່ໃນລະດັບຕໍ່າ. ຄວາມຄືບໜ້າຈາກສະຖານະການການແຜ່ລະບາດຂອງໂຄວິດ-19 ທົ່ວໂລກ ມີຍອດຜູ້ປ່ວຍສະສົມເພີ່ມຂຶ້ນຢ່າງໜ້ອຍ 3,219,240 ຄົນ ໃນຈຳນວນນີ້ມີຜູ້ເສຍຊີວິດແລ້ວ 228,194 ຄົນ ຮັກສາຫາຍແລ້ວ 1,000,101 ຄົນ ອາເມລິກາຍັງມີຜູ້ປ່ວຍສະສົມ ແລະ ຜູ້ເສຍຊີວິດຫຼາຍທີ່ສຸດໃນໂລກ ເຊິ່ງມີຜູ້ຕິດຊື້ອສະສົມ 1,064,194ຄົນ ມີຜູ້ປ່ວຍລາຍໃໝ່ 28,429ຄົນ ແລະ ມີຜູ້ເສຍຊີວິດຢ່າງໜ້ອຍ 61,656 ຄົນ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວຕ່າງປະເທດ
2020-04-30T12:43:53+00:00
https://laopost.com/?p=118836
ດອກໄມ້ຢູນນານ ຄອງຕະຫລາດ 70% ໃນຈີນ ແລະ ຈະກາຍເປັນສູນກາງດອກໄມ້ແຫ່ງອາຊີ!
ສຳນັກຂ່າວຕ່າງປະເທດລາຍງານວ່າ ການພັດທະນາທຸລະກິດດອກໄມ້ໃນຢູນນານ ປະສົບຄວາມສຳເລັດສູງ ກາຍເປັນນະ ຄອນແຫ່ງດອກໄມ້ ສົ່ງຂາຍທັງໃນ ແລະ ຕ່າງປະເທດ. ແຂວງຢູນນານຂອງ ສປ ຈີນ ມີການພັດທະນາຊາວກະສິກອນຜູ້ປູກດອກໄມ້ຢ່າງຕໍ່ເນື່ອງ ໃນໄລຍະຕະຫລອດໜຶ່ງທົດສະ ວັດທີ່ຜ່ານມາ ໂດຍພື້ນທີ່ປູກດອກເພື່ອສົ່ງອອກ ໄດ້ເພີ່ມຂຶ້ນຢ່າງວ່ອງໄວຈາກ 16 ເຮັກຕາ ກາຍມາເປັນ 10,000 ເຮັກຕາ ໃນປັດຈຸບັນ. ຄວາມສຳເລັດຂອງອຸດສາຫະກຳດອກໄມ້ໃນຢູນນານນີ້ ສ່ວນໜຶ່ງແມ່ນເລີ່ມຈາກການເປັນຫຸ້ນສ່ວນກັບກິດຈະການດອກ ໄມ້ລະດັບໂລກ Verenigde Bloemenveilingen Aalsmeer (VBA) ຂອງໂຮນລັງໃນຮອບສິບປີທີ່ຜ່ານມາ ຈົນເຮັດໃຫ້ດອກ ໄມ້ຂອງຢູນນານ ໄດ້ຄຸນນະພາບລະດັບສາກົນ ໂດຍຊາວກະສິກອນໄດ້ປ່ຽນຈາກການປູກພືດລາຍໄດ້ຕ່ຳ ຫັນມາປູກດອກ ໄມ້ແທນ ເຊິ່ງມີມູນຄ່າທີ່ເພີ່ມຂຶ້ນສູງ ເພື່ອການສົ່ງອອກໂດຍສະເພາະ. ປັດຈຸບັນ ແຂວງຢູນນານ ມີຊາວກະສິກອນປູກດອກໄມ້ກ່ວາ 21,400 ຄອບຄົວ ແລະ ກິດຈະການດອກໄມ້ຂອງເອກະຊົນ ອີກປະມານ 390 ບໍລິສັດ ເຊິ່ງມີມູນຄ່າການຄ້າຕໍ່ປີຫລາຍເຖິງ 30,000 ລ້ານຢວນ ແລະ ຄອບຄອງສັດສ່ວນຕະຫລາດ ພາຍໃນປະເທດແລ້ວເກືອບ 70% ໂດຍແຜນຍຸດທະສາດຂັ້ນຕໍ່ໄປຄື ການເປັນສູນກາງແຫ່ງການຜະລິດດອກໄມ້ໃນອາຊີ.
ຂ່າວຕ່າງປະເທດ
2014-10-17T14:17:35+00:00
https://laopost.com/?p=12029
ໂຄວິດ-19 ກະທົບໜັກເສດຖະກິດລາວປີນີ້ຈະເຕີບໂຕພຽງ 3,3%
ໜັງສືພິມເສດຖະກິດ-ການຄ້າ ລາຍງານໃນວັນທີ 20 ເມສາ ວ່າ ອີງຕາມບົດລາຍງານ ຜົນການຄົ້ນຄວ້າການແຜ່ລະບາດຂອງພະຍາດໂຄວິດ-19, ຜົນກະທົບທາງດ້ານເສດຖະກິດ ແລະ ຂໍ້ສະເໜີແນະມາດຕະການສໍາລັບໄລຍະສັ້ນ, ກາງ ແລະ ຍາວ ປະຈໍາເດືອນເມສາ 2020 ໃນວັນທີ 19 ເມສາ 2020 ໃຫ້ຮູ້ເຖິງຜົນກະທົບຕໍ່ການເຕີບໂຕຂອງເສດຖະກິດແຫ່ງຊາດວ່າ: ຈາກຜົນກະທົບໂດຍກົງຕໍ່ຂະແໜງການທ່ອງທ່ຽວ, ການຄ້າ, ການລົງທຶນ ແລະ ຂະແໜງອື່ນໆເຂົ້າກັນ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຄາດຄະເນວ່າ ເສດຖະກິດແຫ່ງຊາດຂອງ ສປປ ລາວ (GDP) ເຕີບໂຕຕໍ່າລົງຈາກ 6,1% ໃນປີ 2019 ລົງມາຢູ່ໃນລະດັບ 3,3% ໃນປີ 2020 ເຊິ່ງຕໍ່າກວ່າທີ່ຄາດໄວ້ເບື້ອງຕົ້ນ (4,5%) ໃນເດືອນ ມີນາ 2020. ທັງນີ້ ທະນາຄານພັດທະນາອາຊີ (ADB) ໄດ້ຄາດຄະເນ ການເຕີບໂຕ GDP ຂອງ ສປປ ລາວ ສໍາລັບ 2020 ແມ່ນ 3,5%, ທະນາຄານໂລກ (World Bank) ຄາດຄະເນ 3,6% (ແຕ່ຈະມີການປັບລົງຍັງເຫຼືອ -2,2% ຕາມການສົນທະນາບໍ່ເປັນທາງການຂອງຊ່ຽວຊານ WB), ກອງທຶນສາກົນ (IMF) ຄາດຄະເນ 0,7% ສໍາລັບປີ 2020, ຖ້າການແຜ່ລະບາດ ຂອງພະຍາດໂຄວິດ-19 ຫາກສືບຕໍ່ແກ່ຍາວ ແລະ ມີຜົນກະທົບຫຼາຍຂຶ້ນໂດຍສະເພາະການສົ່ງອອກຂອງລາວ ທີ່ຈະຫຼຸດລົງຫຼາຍກວ່າທີ່ເຄີຍໄດ້ຄາດໄວ້ເບື້ອງຕົ້ນໂດຍໃນໄລຍະ 3 ເດືອນທໍາອິດຂອງປີ 2020 ການສົ່ງອອກໄດ້ເລີ່ມມີທ່າອ່ຽງຫຼຸດລົງຈາກ 410 ລ້ານໂດລາ ໃນເດືອນ ມັງກອນ ເປັນ 391 ລ້ານໂດລາ ໃນເດືອນ ກຸມພາ ແລະ 343 ລ້ານໂດລາ ໃນເດືອນ ມີນາ ໂດຍສະເພາະສົ່ງສິນຄ້າອອກໄປໄທ ແລະ ຫວຽດນາມ. ສາເຫດຕົ້ນຕໍແມ່ນຍ້ອນອັດຕາການເຕີບໂຕຂອງປະເທດຄູ່ຄ້າຂອງ ສປປ ລາວ ໄດ້ຖືກປັບຫຼຸດລົງຫຼາຍ, ຄວາມຕ້ອງການນໍາເຂົ້າສິນຄ້າຂອງປະເທດຄູ່ການຄ້າຈາກ ສປປ ລາວ ຈະຫຼຸດລົງ, ຕາມການຄາດຄະເນຂອງອົງການ IMF, ການເຕີບໂຕຂອງໄທ ໄດ້ປັບຫຼຸດຈາກ 3% ເປັນ -6,7%, ຫວຽດນາມ ປັບຫຼຸດຈາກ 6,5% ເປັນ 2,7% ແລະ ຈີນ ປັບຫຼຸດຈາກ 5,8% ເປັນ 1,2%. ຮຽບຮຽງຂ່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2020-04-20T15:28:56+00:00
https://laopost.com/?p=118596
ທ່ານນາງ ຄລິນຕັນ ຍາດໄດ້ໄຊຊະນະ ຈາກທ່ານ ແຊນເດີສ໌ ໃນການ ເລືອກຕັ້ງຂັ້ນຕົ້ນ ຂອງພັກ ໃນລັດ South Carolina
ທ່ານນາງ ຄລິນຕັນ ຍາດໄດ້ໄຊຊະນະ ຈາກທ່ານ ແຊນເດີສ໌ ໃນການ ເລືອກຕັ້ງຂັ້ນຕົ້ນ ຂອງພັກ ໃນລັດ South Carolina ທ່ານນາງ Hillary Clinton ໄດ້ຮັບໄຊຊະນະ ຢ່າງງ່າຍດາຍໃນການເລືອກຕັ້ງປະທານາທິບໍດີ ຂັ້ນຕົ້ນ ຂອງພັກເດໂມແຄຣັດໃນລັດ South Carolina ທີ່ໄດ້ສ້າງຖານະອັນໜຽວແໜ້ນ ເປັນຜູ້ນຳໜ້າ ແລະ ໄດ້ຜາບແພ້ ທ່ານ Bernie Sanders ຄູ່ແຂ່ງທີ່ສຳຄັນ ກ່ອນໜ້າ ການແຂ່ງຂັນເພື່ອຈະຖືກສະເໜີຊື່ ທີ່ສຳຄັນທີ່ສຸດ ສຳລັບ Super Tuesday ຫຼື ວັນອັງຄານສຸດຍອດ. ທ່ານນາງຄລິນຕັນ ໄດ້ຮັບໄຊຊະນະຈາກການສະໜັບສະໜູນ ເກືອບ 3 ສ່ວນ 4 ຈາກພວກເດໂມແຄຣັດ ຜູ້ທີ່ໄດ້ໄປໃຊ້ສິດອອກສຽງໃນລັດທຳອິດຂອງພາກໃຕ້ ໃນລະຫວ່າງລະດູການເລືອກຕັ້ງ ຜົນການເລືອກຕັ້ງ ແມ່ນບໍ່ເຄີຍມີ ການສົງໄສໃດໆເລີຍ ມີແຕ່ພຽງຄຳຖາມດຽວ ກໍແມ່ນວ່າທ່ານ ແຊນເດີສ໌ ສະມາຊິກສະພາສູງ ຈາກລັດ Vermont ຂອງສະຫະລັດ ຈະສາມາດເຮັດໃຫ້ຄວາມແຕກຕ່າງເຂົ້າໄກ້ກັນໄດ້ ຫຼືບໍ່ ສຳລັບຄະແນນສຽງ ເກືອບ 30 ເປີເຊັນ ທີ່ຕົນຢູ່ຫ່າງໄກ ໃນອັນທີ່ເປັນການຢັ່ງຫາງສຽງຄວາມຄິດເຫັນ ເມື່ອບໍ່ນານມານີ້. ກຸ່ມໂຄສະນາຫາສຽງຂອງທ່ານ Sanders ໄດ້ເປີດເຜີຍ ຢ່າງວ່ອງໄວ ໃນຖະແຫລງການສະບັບໜຶ່ງ ຈາກ ທ່ານ Sanders ຜູ້ສະໝັກ ທີ່ສະແດງຄວາມຍິນດີ ຕໍ່ໄຊຊະນະຂອງທ່ານນາງ ຄລິນຕັນ. ສ່ວນທ່ານນາງ ຄລິນຕັນ ກໍໄດ້ກ່າວຕໍ່ບັນດາຜູ້ສະໜັບສະໜູນ ທີ່ກຳລັງຮ້ອງເຊຍ ໃນຄ່ຳຄືນການເຕົ້າໂຮມຊຸມນຸມ ຢູ່ທີ່ນັ້ນ ວ່າ “ມື້ອື່ນ ການໂຄສະນາຫາສຽງນີ້ ຈະໄປທົ່ວປະເທດ.” http://www.laopost.com/wp-content/uploads/2016/02/37473c40-a012-4ac4-a598-372a010c9791_mobile.mp4 ທ່ານນາງ ຄລິນຕັນ ອະດີດລັດຖະມົນຕີຕ່າງປະເທດ ແລະເປັນພັນລະຍາອະດີດ ປະທານາທິບໍດີ ບັດນີ້ຈະ ໄດ້ຮັບໄຊຊະນະ ຫຼື ຈາວກັນ ໃນ 3 ຄັ້ງ ຂອງການແຂ່ງຂັນເລືອກຕັ້ງຂັ້ນຕົ້ນຂອງພັກເດໂມແຄຣັດ 4 ຄັ້ງທຳອິດຜ່ານມາ ແລະ ໄດ້ເປັນຜູ້ນຳໜ້າ ໃນການຢັ່ງ ຫາງສຽງຄວາມຄິດເຫັນ ຢູ່ຫຼາຍໆລັດ ທີ່ມີກຳນົດຈະລົງຄະແນນສຽງ ໃນວັນອັງຄານມື້ນີ້. ໃນຂະນະທີ່ ໂອ້ລົມກັບບັນດານັກຂ່າວ ຢູ່ທີ່ສະໜາມບິນ ລັດ Minnesota ນັ້ນ ທ່ານ ແຊນເດີສ໌ ໄດ້ເວົ້າວ່າ “ໃນວົງການເມືອງແລ້ວ ຄ່ຳຄືນໃດໜຶ່ງ ບາງຄັ້ງ ທ່ານຈະຊະນະບາງຄັ້ງ ທ່ານຈະເສຍໄຊ. ໃນຄ່ຳຄືນນີ້ ພວກເຮົາເສຍໄຊ.” ກ່ອນທີ່ຈະກ່າວຖະແຫລງຕໍ່ການເຕົ້າໂຮມຊຸມນຸມ ໃນເມືອງ Rochester ໃນລັດ Minnesotaບ່ອນທີ່ບັນດາຜູ້ມີສິດອອກສຽງ ຈະຕັດສິນໃຈ ລະຫວ່າງ ສອງວັນອັງຄານ ຈະມາເຖິງນີ້ ທ່ານ ແຊນເດີສ໌ ຈະກ່າວເຖິງ ການແຂ່ງຂັນ 11 ຄັ້ງ ໃນ 3 ມື້ ທີ່ຜ່ານມາດັ່ງນີ້: “ພວກເຮົາ ຕັ້ງໃຈທີ່ຈະໄດ້ຮັບໄຊຊະນະ ເປັນຈຳນວນຫຼາຍ.” ທ່ານ Jim Guth ອາຈານ ລັດຖະສາດ ຢູ່ທີ່ມະຫາວິທະຍາໄລ Furman ທີ່ເມືອງ Greenville ຂອງລັດ South Carolina ກ່າວວ່າ ໄຊຊະນະ ໃນລັດ South Carolina ເປັນທີ່ໜ້າສັງເກດໄດ້ວ່າ ມັນປາກົດວ່າ ຄວາມນິຍົມຊົມຊອບ ສຳລັບທ່ານນາງ ຄລິນຕັນ ຍັງຄົງແຂງແກ່ນຢູ່ ໃນບັນດາຝຸງຊົນກຸ່ມນ້ອຍ. ຂໍ້ມູນຈາກ http://lao.voanews.com/
ຂ່າວຕ່າງປະເທດ
2016-02-29T08:05:18+00:00
https://laopost.com/?p=48516
ນາຍົກລັດຖະມົນຕີ ລາວ-ໄທ ຮ່ວມເປີດສະຖານີລົດໄຟວຽງຈັນ ໄລຍະ II
ໃນວັນທີ 30 ເດືອນຕຸລາ 2023 ນີ້, ທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮ່ວມພິທີເປີດສະຖານີລົດໄຟວຽງຈັນ (ຄໍາສະຫວາດ) ໂຄງການກໍ່ສ້າງທາງລົດໄຟ ລາວ-ໄທ ໄລຍະ II (ຕອນທີ 2) ໃນໂອກາດທີ່ທ່ານນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກໄທ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ. ເຊິ່ງໃນພິທີ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງທາງລົດໄຟ ລາວ-ໄທ ໄລຍະ II ໄດ້ຮັບການສະໜັບສະໜູນດ້ານການເງິນ ຈາກລັດຖະບານໄທ ໂດຍຜ່ານອົງການຮ່ວມມືພັດທະນາທາງດ້ານເສດຖະກິດ ກັບປະເທດເພື່ອນບ້ານ ຫຼື NEDA ໃນຮູບແບບເງິນກູ້ຢືມດອກເບ້ຍຕໍ່າ ແລະ ຊ່ວຍເຫຼືອ ເປັນຈໍານວນເງິນທັງໝົດ 1.650 ລ້ານບາດ ລວມທັງ ຕອນທີ 1 ແລະ ຕອນທີ 2 ເປັນເງິນກູ້ຢືມ 70% ແລະ ຊ່ວຍເຫຼືອ 30%. ສໍາລັບໂຄງການ ກໍ່ສ້າງທາງລົດ ໄຟ ລາວ-ໄທ ໄລຍະ II (ຕອນທີ 2) ປະກອບມີວຽກກໍ່ສ້າງທາງລົດໄຟ ແຕ່ສະຖານີ ທ່ານາແລ້ງ ຫາສະຖານີວຽງຈັນ(ຄໍາສະຫວາດ) ມີຄວາມຍາວ 7,5 ກິໂລແມັດ, ວຽກກໍ່ສ້າງສະຖານີວຽງຈັນ, ວຽກກໍ່ສ້າງເຮືອນພັກພະນັກງານ, ວຽກກໍ່ສ້າງທາງເຂົ້າ ເຂດສະຖານີ ແລະ ເຂດເຮືອນພັກພະນັກງານ, ວຽກກໍ່ສ້າງທາງຕັດຜ່ານ, ທາງດິນແດງ (ສໍາລັບໃຫ້ປະຊາຊົນນໍາໃຊ້ ແລະ ສ້ອມແປງທາງລົດໄຟ) ແລະ ວຽກອື່ນໆຈໍານວນໜຶ່ງ ໂດຍກົມທາງລົດໄຟ ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າຂອງໂຄງການ, ໄດ້ວ່າຈ້າງບໍລິສັດ ເອຊຽນ ອິນ ຈີເນຍຣິງ ຄອນຊາວເຕັນ (AEC) ແລະ ບໍລິສັດ LGE ຈາກ ລາວ ແລະ ໄທ ເປັນທີ່ປຶກສາຄວບຄຸມການກໍ່ສ້າງ ແລະ ວ່າຈ້າງບໍລິສັດ ເສີມສະຫງວນ ກໍ່ສ້າງ ຈໍາກັດ ຈາກໄທ ເປັນຜູ້ຮັບເໝົາກໍ່ສ້າງ. ໂຄງການນີ້, ໄດ້ເລີ່ມລົງມືກໍ່ສ້າງ ຕັ້ງແຕ່ເດືອນຕຸລາ 2019 ແລະ ສໍາເລັດລົງໃນເດືອນມິຖຸນາ 2022. ອົງການຮ່ວມມືພັດທະນາທາງດ້ານເສດຖະກິດ ກັບປະເທດເພື່ອນບ້ານ ກໍເປັນໜຶ່ງໃນບັນດາຄູ່ຮ່ວມພັດທະນາ ແລະ ເປັນຜູ້ໃຫ້ການສະໜັບສະໜູນດ້ານການເງິນ ໃນການກໍ່ສ້າງທາງລົດໄຟ ເປັນຄັ້ງທີ 2 ແລ້ວ ຊຶ່ງໄດ້ປະກອບສ່ວນເຮັດໃຫ້ ຜູ້ປະກອບການ ສາມາດໃຊ້ບໍລິການການຂົນສົ່ງ ທາງລົດໄຟຫຼາຍຂຶ້ນ, ລວມທັງຊ່ວຍກະຕຸກຊຸກຍູ້ວຽກງານການທາງລົດໄຟ ຢູ່ ສປປ ລາວ ອີກດ້ວຍ. ຂະນະດຽວກັນ, ກະຊວງໂຍທາທິການ ແລະ ຂົນສົ່ງຈະໄດ້ສືບຕໍ່ຄຸ້ມຄອງ, ບູລະນະ, ຮັກສາ ແລະ ນໍາໃຊ້ສະຖານີວຽງຈັນ (ຄໍາສະຫວາດ) ກໍຄື ພື້ນຖານໂຄງລ່າງທາງລົດໄຟ ແລະ ສິ່ງອໍານວນຄວາມສະດວກຕ່າງໆ ໃຫ້ຍືນຍົງ ແລະ ມີປະສິດທິຜົນນັບແຕ່ນີ້ເປັນຕົ້ນໄປ. ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ກໍໄດ້ນໍາພາ ທ່ານ ເສດຖາ ທະວີສິນ ພ້ອມດ້ວຍຄະນະທາງການຂອງສອງຝ່າຍ ຢ້ຽມຊົມທາງລົດໄຟ ແລະ ຮ່ວມເປີດປ້າຍສະຖານີລົດໄຟດັ່ງກ່າວ. ແຫຼ່ງຂ່າວ ປະເທດລາວ ພາບ ไทยคู่ฟ้า Tagsທ່ານ ສອນໄຊ ສີພັນດອນທ່ານ ເສດຖາ ທະວີສິນທ່ານ ເສດຖາມາລາວນາຍົກໄທນາຍົກໄທມາລາວລາວ-ໄທລົດໄຟສະຖານີລົດໄຟສະຖານີລົດໄຟຄໍາສະຫວາດສະຖານີລົດໄຟວຽງຈັນ
ຂ່າວພາຍໃນ
2023-10-31T09:26:13+07:00
https://laopost.com/?p=148515
ຮອງລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ ໄດ້ເດີນທາງໄປຍັງ ສ.ເກົາຫຼີ, ຟີລິບປິນ, ລາວ, ຫວຽດນາມ
ກະຊວງການຕ່າງປະເທດຂອງ ສ. ອາເມຣິກາ ໄດ້ລາຍງານວ່າ: ຮອງລັດຖະມົນຕີກະຊວງການຕ່າງປະເທດຂອງ ສ. ອາເມຣິກາ ທ່ານ ເວນດີ່ ເຊີແມນ (Wendy Sherman) ຈະເດີນທາງມາຢ້ຽມຢາມບັນດາປະເທດ ເກົາຫຼີ, ຟີລິບປິນ, ຫວຽດນາມ ແລະ ລາວ ແຕ່ວັນທີ 5 – 14 ມິຖຸນາ. ການຢ້ຽມຢາມຂອງປະທານາທິບໍດີທ່ານ ໄບເດັນ ຢູ່ທີ່ ສ.ເກົາຫຼີ ແລະ ຍີ່ປຸ່ນ, ກອງປະຊຸມສຸດຍອດຜູ້ນຳ 4 ທ່ານ ທີ່ກຸງໂຕກຽວ ແລະ ການເປີດຕົວ ກອບເສດຖະກິດ ອິນໂດ-ປາຊີຟິກ. ທ່ານ ເວນດີ່ ເຊີແມນ ຈະພົບປະກັບບັນດາການນຳຂອງເກົາຫຼີ ທີ່ກຸງໂຊລ ເພື່ອປຶກສາຫາລືກ່ຽວກັບຄວາມສຳຄັນຂອງການເປັນຜູ້ນຳຂອງແມ່ຍິງ ແລະ ການເສີມສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດກັບບັນດາຜູ້ປະກອບການແມ່ຍິງ, ພ້ອມທັງພົບປະກັບຜູ້ນຳສັງຄົມ LGBTQI+ ເພື່ອຍົກໃຫ້ເຫັນຄວາມສຳຄັນຂອງຄວາມຫຼາກຫຼາຍ, ຄວາມສະເໝີພາບ, ການລວມຕົວ ແລະ ເປັນເດືອນແຫ່ງຄວາມພາກພູມໃຈ. ທ່ານ ເຊີແມນ ຈະພົບປະກັບ ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ທ່ານ ໂມລິ ຕະກິໂອ ແລະ ມີການພົບປະກັບຮອງລັດຖະມົນຕີການຕ່າງປະເທດທ່ານ ໂຈ ແລະ ຮອງລັດຖະມົນຕີການຕ່າງປະເທດທ່ານ ໂມລິ ເພື່ອປຶກສາຫາລືກ່ຽວກັບວິທີທີ່ອາເມຣິກາ, ສ.ເກົາຫຼີ ແລະ ຍີ່ປຸ່ນ ສາມາດສືບຕໍ່ຮ່ວມມືກັນເພື່ອຜົນປະໂຫຍດຂອງພາກພື້ນ ແລະ ໂລກ ເພື່ອແກ້ໄຂບັນດາສິ່ງທ້າທາຍທີ່ສຳຄັນ ຂອງສະຕະວັດທີ 21.
ຂ່າວຕ່າງປະເທດ
2022-06-06T15:22:13+00:00
https://laopost.com/?p=134591
ຕຳຫລວດຈັບຜູ້ຂັບລົດຕຳຄົນເສຍຊີວິດ ຢູ່ເຂດບ້ານດົງນາທອງ ໄດ້ແລ້ວ!
ພາຍຫລັງໄດ້ເກີດອຸປະຕິເຫດລົດໃຫຍ່ຕຳລົດຈັກ ໃນວັນທີ 10 ມີນາຜ່ານມາ, ຢູ່ຖະໜົນສີທອງ ເຂດບ້ານດົງນາທອງ ເມືອງສີໂຄດຕະບອງ ນະຄອນຫລວງ ວຽງຈັນ ໄດ້ເຮັດໃຫ້ຜູ້ຊ້ອນທ້າຍຄື ນາງ ຄຳໃສ ອາຍຸ 21 ປີ ອາຊີບກຳມະ ກອນ ຢູ່ບ້ານສີໄຄທົ່ງ ເມືອງສີໂຄດຕະບອງ ເສຍຊີວິດຄາທີ່, ສ່ວນຜູ້ຂັບຂີ່ລົດໃຫຍ່ ໄດ້ ຫລົບໜີ. ຈົນມາຮອດວັນທີ 3 ເມສານີ້, ເຈົ້າໜ້າທີ່ຈຶ່ງສາມາດນຳຈັບຕົວໄດ້ ຊື່ທ້າວ ອຸດຕະມະ ຈັນທະກຸມມານ ອາຍຸ 45 ປີ ອາຊີບຄ້າຂາຍ ຢູ່ບ້ານວັດໄຕທົ່ງ ເມືອງສີ ໂຄດຕະບອງ ນະຄອນຫລວງວຽງຈັນ ຂັບຂີ່ລົດເກັງ ໝາຍເລກທະບຽນ ກກ 8168. ປັດຈຸບັນ ຜູ້ກ່ຽວໄດ້ຖືກເຈົ້າໜ້າທີ່ກັກຕົວໄວ້ ເພື່ອດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ. ແຫລ່ງຂ່າວ: ລາວພັດທະນາ
ຂ່າວພາຍໃນ
2015-04-08T15:12:02+00:00
https://laopost.com/?p=22595
ສະຕຣາວໍສູນເສຍນັກສະແດງເຈົ້າຂອງບົດ “ອາຣທູ-ດີທູ”
ນັກສະແດງອາວຸໂສຄົນອັງກິດ ຊຶ່ງຮັບບົດບາດເປັນຫຸ່ນຍົນ“ອາຣທູ-ດີທູ” ໃນຮູບເງົາຊຸດສະຕຣາວໍເສຍຊີວິດແລ້ວດ້ວຍອາຍຸ 81 ປີ. ເຄນນີ ເບເກີ ນັກສະແດງອາວຸໂສຄົນອັງກິດທີ່ຮັບບົດເປັນຫຸ່ນຍົນ “ອາຣທູ-ດີທູ” (R2-D2) ໃນຮູບເງົາຊຸດສະຕຣາວໍຕໍ່ເນື່ອງ 6 ພາກ ເສຍຊີວິດຢ່າງສະຫງົບຢູ່ທີ່ເຮືອນຂອງຕົນເອງໃນວັນທີ 13 ສິງຫາທີ່ຜ່ານມາໃນໄວອາຍຸ 81 ປີຫຼັງຈາກທີ່ເຈັບຊຳເຮື້ອແກ່ຍາວດ້ວຍພະຍາດທີ່ກ່ຽວຂ້ອງກັບລະບົບຫາຍໃຈ ຊຶ່ງຕະຫຼອດໄລຍະເວລາເກືອບ 10 ປີທີ່ຜ່ານມາ ຊຶ່ງເບເກີອາໄສຢູ່ກັບຫຼານຊາຍທີເຮັດໜ້າທີ່ເບິ່ງແຍງຢ່າງໃກ້ຊິດ ຊຶ່ງເບເກີມີຄວາມສູງພຽງ 112 ຊັງຕີແມັດ ຮັບບົດບາດຂອງອາຣທູ-ດີທູຕັ້ງແຕ່ປີ 1977 ຂະນະທີ່ ຈອນ ລູຄັສ ຜູ້ສ້າງສະຕາວໍ ແລະມາດຮາມິລນັກສະແດງຄົນອາເມລິກາຜູ້ຮັບບົດ“ລຸກສະກາຍວອກເກີ” ໃນ 3 ພາກທຳອິດຂອງສະຕາວໍເປັນທິມງານຂອງສະຕາວໍກຸ່ມທຳອິດທີ່ອອກມາສະແດງຄວາມເສຍໃຈ ແລະໄວ້ອາໄລຕໍ່ ການຈາກໄປຂອງເບເກີ. ທີ່ມາແຫຼ່ງຂ່າວ: ເສດຖະກິດ-ສັງຄົມ
ຂ່າວບັນເທິງ
2016-08-17T09:15:11+00:00
https://laopost.com/?p=68881
ຈີນປະເຊີນອາກາດຮ້ອນຈັດ ປີ້ງຊີ້ນໃສ່ລາງລົດໄຟ ບໍ່ເຖິງຊົ່ວໂມງສຸກ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ສິງຫາຜ່ານມານີ້ວ່າ ສູນອຸຕຸນິຍົມວິທະຍາຈີນ ໄດ້ປະກາດເຕືອນໄພ ໃນຫລາຍແຂວງທາງພາກກາງ ແລະ ພາກໃຕ້ຂອງປະເທດ ໃຫ້ກຽມພ້ອມປະເຊີນກັບຄື້ນອາກາດຮ້ອນ ທີ່ກຳລັງເຂົ້າປົກຄຸມພື້ນທີ່, ໂດຍຢູ່ແຂວງຊານຊີ ແລະ ກັນຊູ ມີອຸນຫະພູມສູງສຸດໃນຍາມກາງເວັນ 35 ອົງສາ ໃນຂະນະທີ່ແຂວງເສສວນ ແລະ ສົງຊິງ ຈະມີອຸນຫະພູມສູງເຖິງ 40 ອົງສາ, ແນວໃດກໍຕາມ ຢູ່ແຂວງສົງຊິງ ໃນມື້ວັນຈັນທີ 22 ສິງຫາຜ່ານມານີ້ ອຸນຫະພູມໄດ້ເພີ່ມສູງຂຶ້ນເຖິງລະດັບ 50 ອົງສາ ໂດຍຊາວເມືອງໄດ້ມີການທົດລອງ ເອົາຊີ້ນ ແລະ ໄຂ່ໄກ່ ມາແຕ່ງກິນປີ້ງໃສ່ເຫລັກລາງລົດໄຟ ຊຶ່ງໃຊ້ເວລາເກືອບຊົ່ວໂມງຈຶ່ງສຸກ. ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!
ຂ່າວຕ່າງປະເທດ
2016-08-23T10:02:48+00:00
https://laopost.com/?p=69749
ຄວາມຄືບໜ້າສະໜາມບິນສາກົນບໍ່ແກ້ວ
ຄວາມຄືບໜ້າ ຂອງສະໜາມບິນສາກົນບໍ່ແກ້ວ ສະໜາມບິນສາກົນບໍ່ແກ້ວ (BOKEO INTERNATIONAL AIRPORT) ຕັ້ງຢູ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ຢູ່ໃກ້ກັບເຂດເສດຖະກິດພິເສດ ສາມຫຼ່ຽມຄຳ. ເຊິ່ງເປັນສະໜາມບິນລະດັບ 4C ຄວາມຍາວຂອງທາງແລ່ນແມ່ນມີຄວາມຍາວ 2,500 ແມັດ, ກວ້າງ 60 ແມັດ, ເຊິ່ງຍົນ BOEING 737-900ER ແລະ ຍົນຊະນິດອື່ນໆສາມາດຂຶ້ນ ແລະ ລົງຈອດໄດ້ ພ້ອມເປີດສາຍການບິນທາງໄກ ແລະ ໃກ້, ທັງພາຍໃນ ແລະ ຕ່າງປະເທດອີກດ້ວຍ. ຫຼັງຈາກສຳເລັດ ແລະ ເປີດນຳໃຊ້ຢ່າງເປັນທາງການ ສະໜາມບິນແຫ່ງນີ້ຈະກາຍເປັນໃຈກາງທາງດ້ານເສດຖະກິດຢູ່ທາງພາກຕາເວັນຕົກສຽງເໜືອຂອງລາວ, ພ້ອມທັງຖືເອົາແຂວງບໍ່ແກ້ວເປັນຈຸດຊຸມໃຈກາງເພື່ອຊຸກຍູ້ການພັດທະນາການທ່ອງທ່ຽວ, ການຄ້າ, ການເງິນ ແລະ ອຸດສາຫະກຳດ້ານອື່ນໆຂອງທ້ອງຖິ່ນ ແລະ ບັນດາປະເທດໃກ້ຄຽງ. ໃນອະນາຄົດຈະໃຫ້ກາຍເປັນໜຶ່ງໃນໃຈກາງສາຍການບິນຂອງແຫຼມອິນດູຈີນ ແລະ ມີຄວາມໝາຍຄວາມສຳຄັນອັນເລິກເຊິ່ງຕໍ່ກັບປະເທດລາວ ແລະ ບັນດາປະເທດອາຊີຕາເວັນອອກສຽງໃຕ້. ຂໍ້ມູນ ແລະ ຮູບພາບຈາກ: Mike Bk, Aviation Talk Laos
ຂ່າວພາຍໃນ
2022-09-07T10:39:49+00:00
https://laopost.com/?p=137379
ພົບສາວລາວ 1 ຄົນເດີນທາງມາຈາກໄທສົງໄສເປັນໂຄວິດ-19 ຢູ່ດ່ານສາກົນ “ສະຫວັນນະເຂດ-ມຸກດາຫານ”
ໜັງສືພິມວຽງຈັນທາມລາຍງານເມື່ອວັນທີ 17 ມີນາ 2020ວ່າ ເຈົ້າໜ້າທີ່ສາທາລະນະສຸກປະຈໍາດ່ານສາກົນ ຂົວມິດຕະພາບລາວ-ໄທ ແຫ່ງທີ 2 (ສະຫວັນນະເຂດ-ມຸກດາຫານ) ໄດ້ແຈ້ງໃຫ້ຮູ້ວ່າ: ມື້ເຊົ້ານີ້ເວລາ 7 ໂມງເຊົ້າ ໄດ້ພົບກໍລະນີຜູ້ສົງໄສທີ່ຕິດເຊື້ອພະຍາດຈຸລະໂລກສາຍພັນໃໝ່ 2019 (COVID-19) ຢູ່ດ່ານດັ່ງກ່າວ ເປັນເພດຍິງທີ່ເດີນທາງມາແຕ່ ບາງກອກ ປະເທດໄທ. ດຣ. ຖາວອນ ທູມມະສອນ ເຈົ້າໜ້າທີ່ສາທາລະນະສຸກປະຈໍາດ່ານສາກົນ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 2 ໄດ້ກ່າວຕໍ່ທີມຂ່າວວຽງຈັນທາຍວ່າ: ຜູ້ທີ່ສົງໄສຕິດພະຍາດດັ່ງກ່າວຊື່ ນາງ ວຽງ ອາຍຸ 28 ປີ ປະຊາຊົນ ບ້ານນາຄູ ເມືອງຈໍາພອນ ແຂວງສະຫວັນນະເຂດ ໄດ້ເດີນທາງມາແຕ່ ບາງກອກ ປະເທດໄທ ຫຼັງຈາກຜ່ານການກວດເຄື່ອງວັດແທກອຸນຫະພູມ ພົບສູງເຖິງ 38,5 ອົງສາ ຫຼັງຈາກນັ້ນ ໄດ້ມີການກວດສອບປະຫວັດລາວ ແລະ ໄດ້ເອົາລາວໄປທີ່ກັກກັນ 14 ວັນ ຢູ່ ໂຮງໝໍແຂວງສະຫວັນນະເຂດ. ດຣ ຖາວອນ ໄດ້ກ່າວຕື່ມວ່າ: ແມ່ຍິງຄົນດັ່ງກ່າວເຮັດວຽກເປັນແມ່ບ້ານຢູ່ຮ້ານອາຫານຢູ່ ບາງກອກ ແລະ ໄດ້ພົບວ່າເປັນໄຂ້ຕິດຕໍ່ກັນຫຼາຍວັນ ເຈົ້າຂອງຮ້ານຈຶ່ງບອກໃຫ້ລາວກັບມາບ້ານເກີດເມືອງນອນ ຍ້ອນວ່ານາຍຈ້າງຢ້ານຕິດພະຍາດ. ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ປະຈໍາດ່ານ, ປະຈຸບັນມີຄົນລາວ ແລະ ຕ່າງປະເທດເຂົ້າ-ອອກຜ່ານດ່ານຂົວມິດຕະພາບລາວ-ໄທ ແຫ່ງທີ 2 ປະມານ 1.500 ຄົນຕໍ່ມື້ ສ່ວນໃຫຍ່ແມ່ນຄົນໄທຖ້າທຽບກັບເມື່ອກ່ອນ ທີ່ຍັງບໍ່ມີການລະບາດພະຍາດໃນປະເທດຕ່າງໆ ມີຄົນເຂົ້າ-ອອກປະມານ 3.000 ຄົນຕໍ່ມື້. ຮຽບຮຽງຂ່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2020-03-18T11:17:14+00:00
https://laopost.com/?p=117681
ຈີນສົ່ງຊ່ຽວຊານຂອງກອງທັບ ລົງກວດສອບເຫດລະເບີດຢູ່ທຽນຈິນ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ສິງຫານີ້ວ່າ ທາງການຈີນໄດ້ສົ່ງທີມຊ່ຽວຊານທາງເຄມີ ແລະ ນິວເຄລຍຂອງກອງທັບ ຈຳນວນ 217 ຄົນ ເຂົ້າສູ່ພື້ນທີ່ສາງເກັບວັດຖຸເຄມີ ແລະ ສານອັນຕະລາຍ ທີ່ເກີດເຫດລະເບີດຂຶ້ນຢູ່ບໍລິເວນທ່່າເຮືອຂອງນະຄອນທຽນຈິນ ຊຶ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 50 ຄົນ ແລະ ບາດເຈັບອີກປະມານ 700 ຄົນ ພ້ອມທັງສິ່ງປຸກສ້າງ, ຕູ້ສິນຄ້າ ແລະ ພາຫະນະຖືກເສຍຫາຍເປັນຈຳນວນຫລວງຫລາຍ. ທັງນີ້ ເຫດລະເບີດດັ່ງກ່າວ ແມ່ນເກີດຂຶ້ນໃນເວລາ 23:30 ຂອງວັນທີ 12 ສິງຫາ ຢູ່ສາງແຫ່ງໜຶ່ງທີ່ເກັບວັດຖຸເຄມີ ແລະ ສານອັນຕະລາຍໄວ້ ໃນເຂດນິຄົມອຸດສາຫະກຳບໍລິເວນທ່າເຮືອຂອງເມືອງທຽນຈິນ ໂດຍພາຍໃນບໍລິເວນດັ່ງກ່າວ ແມ່ນປະກອບມີໂຮງງານຜະລິດລົດໃຫຍ່, ໂຮງງານປະກອບເຮືອບິນ, ໂຮງກັ່ນນ້ຳມັນເຊື້ອໄຟ ແລະ ອື່ນໆ. ພາຍຫລັງເກີດເຫດ ເຈົ້າໜ້າທີ່ດັບເພີງກ່ວາ 1,000 ຄົນ ແລະ ລົດດັບເພີງອີກ 143 ຄັນ ໄດ້ຖືກສົ່ງໄປສະຖານທີ່ເກີດເຫດ ໂດຍເຈົ້າໜ້າທີ່ສາມາດຄວບຄຸມໄຟໄວ້ໄດ້ ໃນຕອນບ່າຍຂອງມື້ຕໍ່ມາ ໃນຂະນະທີ່ຈຳນວນຜູ້ເສຍຊີວິດ 50 ຄົນນັ້ນ ແມ່ນລວມມີພະນັກງານດັບເພີງຢູ່ນຳເຖິງ 12 ຄົນ.
ຂ່າວຕ່າງປະເທດ
2015-08-14T09:39:34+00:00
https://laopost.com/?p=32763
ຊີໂນຟາມກຳລັງພັດທະນາປະສິດທິພາບວັກຊີນໃຫ້ເຂົ້າກັບສາຍພັນໃໝ່
ສຳນັກຂ່າວ South China Morning Post ລາຍງານ: ຜູ້ຜະລິດວັກຊີນຊີໂນຟາມກ່າວວ່າ ກຳລັງດຳເນີນການພັດທະນາວັກຊີນປ້ອງກັນໂຄວິດ-19 ເພື່ອເຮັດໃຫ້ມີປະສິດທິພາບໃນການປ້ອງກັນສາຍພັນເດລຕ້າ ແລະ ເບຕ້າໄດ້ ຂະນະນີ້ກຳລັງຢູ່ໃນຂັ້ນຕອນທົດລອງທາງການແພດ. ທ່ານ ຈາງ ຫຍຸນເທົາ ຮອງປະທານບໍລິສັດ Sinopharm Unit China National Biotec Group (CNBG) ກ່າວວ່າ: ທາງບໍລິສັດກຳລັງດຳເນີນງານກ່ຽວກັບການຜະລິດວັກຊີນດ້ວຍເຊື້ອໄວຣັສທີ່ຕາຍແລ້ວ ເພື່ອປັບປຸງປະສິດທິພາບຂອງວັກຊີນໃຫ້ສູງຂຶ້ນ ໂດຍສະເພາະການເພີ່ມຊ່ວງເວລາຂອງເຂັມທີສອງ ແລະ ສາມປະມານ 6 ເດືອນຂຶ້ນໄປ ກໍຈະເຮັດໃຫ້ພູມຄຸ້ມກັນໃນຮ່າງກາຍສູງຂຶ້ນຕື່ມອີກ ເຊິ່ງຈະຊ່ວຍປ້ອງກັນການຕິດເຊື້ອ ແລະ ພະຍາດທີ່ເກີດຈາກເຊື້ອຕ່າງໆໄດ້ເປັນຢ່າງດີ. ຢ່າງໃດກໍຕາມ, ຜູ້ຜະລິດວັກຊີນຈີນຫຼາຍຄົນກ່າວວ່າ ພວກເຂົາກຳລັງພັດທະນາວັກຊີນທີ່ໄດ້ຮັບການປັບປຸງ ເພື່ອຊ່ວຍຕ້ານການແຜ່ລະບາດຂອງສາຍພັນໃໝ່ ຫຼື ດຳເນີນການທົດລອງສີດເຂັມທີສາມ ຫຼື ນຳໃຊ້ວິທີການປະສົມປະສານດ້ວຍເຕັກໂນໂລຊີເພື່ອເພີ່ມພູມຄຸ້ມກັນຂອງຮ່າງກາຍ.
ຂ່າວຕ່າງປະເທດ
2021-08-26T15:36:01+00:00
https://laopost.com/?p=127210
ຫວຽດນາມກວດພົບໝາກສຸກລີງກໍລະນີທຳອິດໃນປະເທດ
ພາຍຫຼັງທີ່ຫວຽດນາມພົບຜູ້ຕິດເຊື້ອໝາກສຸກລີງກໍລະນີທຳອິດໃນໂຮ່ຈີມິນ ວັນທີ 3 ຕຸລາ 2022 ກະຊວງສາທາລະນະສຸກໄດ້ສົ່ງເອກະສານດ່ວນເຖິງຄະນະກຳມະການປະຊາຊົນບັນດາແຂວງຕ່າງໆໃນຫວຽດນາມ ເພື່ອສະເໜີໃຫ້ຊຸກຍູ້ເພີ່ມລະດັບການປ້ອງກັນ ແລະ ຄວບຄຸມການລະບາດນີ້. ສຳນັກຂ່າວຫວຽດນາມ ໄດ້ລາຍງານວ່າ: ກະຊວງສາທາລະນະສຸກ ໄດ້ສະເໜີໃຫ້ຄະນະກຳມະການປະຊາຊົນຂອງແຕ່ລະແຂວງ ສັ່ງໃຫ້ສຳນັກງານ ແລະ ໜ່ວຍງານໃນທ້ອງຖິ່ນປະຕິບັດຕາມການຊີ້ນຳຂອງລັດຖະບານກ່ຽວກັບ ການຊຸກຍູ້ເພີ່ມລະດັບການປ້ອງກັນ ແລະ ຄວບຄຸມພະຍາດໝາກສຸກລີງ ແລະ ຄຳແນະນຳຂອງກະຊວງສາທາລະນະສຸກກ່ຽວກັບການເຝົ້າລະວັງ ການວິນິດໄສ ການຮັກສາ ແລະ ການປ້ອງກັນພະຍາດໝາກສຸກລີງ ແລະ ການປ້ອງກັນການຕິດເຊື້ອໃນໂຮງໝໍ ກຽມພ້ອມປ້ອງກັນ ແລະ ຄວບຄຸມການລະບາດໃນທ້ອງຖິ່ນ. ຜູ້ປ່ວຍໝາກສຸກລີງກໍລະນີທຳອິດໃນຫວຽດນາມ ເປັນຜູ້ຍິງອາຍຸ 35 ປີ ຢູ່ອາໄສໃນນະຄອນໂຮ່ຈີມິນ ໂດຍເລີ່ມມີອາການຕັ້ງແຕ່ 18 ກັນຍາ, ໃນຂະນະທີ່ກຳລັງເດີນທາງໄປດູໄບຕັ້ງແຕ່ເດືອນກໍລະກົດ ແລະ ກັບຫວຽດນາມໃນວັນທີ 22 ກັນຍາ 2022 ຫຼັງຈາກກັບມາ ວັນທີ 23 ກັນຍາ ຜູ້ຕິດເຊື້ອກໍໄດ້ເຂົ້າໄປກວດທີ່ໂຮງໝໍ ແລະ ສົງໄສວ່າເປັນພະຍາດຕິດເຊື້ອ ຈຶ່ງສົ່ງຕໍ່ໃຫ້ໂຮງໝໍຜິວໜັງທີ່ໂຮ່ຈີມິນ ໂດຍແພດໝໍໄດ້ວິນິດໄສວ່າອາດຕິດເຊື້ອໝາກສຸກລີງ ຈຶ່ງໄດ້ແຍກໂຕແລ້ວພ້ອມທີ່ຈະກວດ PCR ຕື່ມ.
ຂ່າວຕ່າງປະເທດ
2022-10-04T14:58:24+00:00
https://laopost.com/?p=138275
ກະຊວງປ້ອງກັນຄວາມສະຫງົບ ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງ ປກສ ຄົບຮອບ 56 ປີ
ໃນວັນທີ 4 ເມສາ 2017 ຜ່ານມາ ທີ່ກະຊວງ ປກສ ໄດ້ຈັດພິທິໂຮມຊຸມນຸມມິດຕິງ ສະເຫລີມສະຫລອງ ວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 56 ປີ (5 ເມສາ 1961-5 ເມສາ 2017) ໂດຍການເປັນປະທານຂອງ ພົຕ ສົມແກ້ວ ສີລາວົງ ລັດ ຖະມົນຕີກະຊວງ ປກສ, ມີຄະນະລັດຖະມົນຕີ, ຄະນະພັກ-ຄະນະບັນຊາ, ຫົວໜ້າກົມ-ຮອງກົມ ແລະ ອະດີດການນໍາເຂົ້າຮ່ວມ. ທ່ານ ພົຕ ສົມແກ້ວ ສີລາວົງ ກ່າວວ່າ: ວັນທີ 5 ເມສາ ປີ 1961 ແມ່ນວັນສ້າງຕັ້ງ ກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ອັນເປັນປະຫວັດສາດສໍາຄັນຂອງພັກ, ຂອງຊາດ, ຂອງກໍາລັງ ປກສ ທີ່ໄດ້ໝູນວຽນມາບັນຈົບຄົບຮອບ ມາອີກວາລະໜຶ່ງ; ເຊິ່ງແມ່ນພັກປະຊາຊົນລາວ ເປັນຜູ້ສ້າງຕັ້ງ ແລະ ມີການເຕີບໃຫຍ່ຂະຫຍາຍຕົວ ໃນເງື່ອນໄຂ, ສະພາບແວດລ້ອມ ແລະ ຄວາມຈໍາເປັນພາວະວິໄສ ຂອງພາລະກິດຕໍ່ສູ້ກູ້ຊາດ ຕ້ານຈັກກະພັດມາຮຸກຮານ ລ່າເມືອງຂຶ້ນ ແລະ ສັກດີນາປະຕິການ, ລູກແຫລ້ງຕີນມືຂາຍຊາດ; ກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ໄດ້ຕໍ່ສູ້ປາບປາມ ພວກຝືນປະຕິວັດ, ພວກອິດທິກໍາລັງປໍລະປັກ, ພວກຕ້ອງໂທດຕ່າງໆ ສາມາດປົກປັກຮັກສາ ຄວາມສະຫງົບ ແລະ ຄວາມເປັນ ລະບຽບຮຽບຮ້ອຍ ຂອງປະເທດຊາດ, ປົກປັກຮັກສາຊີວິດ, ຊັບສິນ ແລະ ຜົນປະໂຫຍດອັນຊອບທໍາ ຂອງປະຊາຊົນລາວບັນດາເຜົ່າ. ກໍາລັງປ້ອງກັນຄວາມສະຫງົບ ຮ່ວມກັບ ກອງທັບປະຊາຊົນລາວ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ຕໍ່ສູ້ຢ່າງພິລະອາດຫານ, ເດັດດ່ຽວໜຽວແໜ້ນບໍ່ຍອມຈໍານົນ, ເສຍສະຫລະຜ່ານຜ່າຄວາມຫຍຸ້ງຍາກ ຕີເອົາຊະນະສັດຕູ ໃນໄລຍະການປະຕິວັດ ປົດປ່ອຍປະເທດຊາດ, ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ທີ່ສົມຊື່ວ່າ: ກໍາລັງປະກອບອາວຸດທີ່ແຫລມຄົມ, ຈົງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນລາວ ບັນດາເຜົ່າ; ສົມແລ້ວເປັນກໍາລັງປະກອບອາວຸດ ວິລະຊົນຂອງຊາດລາວວິລະຊົນ ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ
ຂ່າວພາຍໃນ
2017-04-05T13:20:48+00:00
https://laopost.com/?p=88216
ຈີນພົບ “ແກະ” ສາຍພັນໃໝ່ມີ 4 ເຂົາ
ເວັບໄຊຂ່າວປະເທດຈີນ ລາຍງານເມື່ອວັນທີ 9 ມັງກອນ 2017 ຜ່ານມາວ່າ ທະຫານຊາຍແດນເຂດປົກຄອງຕົນເອງ ຊິນຈຽງອຸຍກູ ໄດ້ພົບເຫັນແກະສາຍພັນໃໝ່ທີ່ຫາຍາກມີເຂົາ 4 ເຂົາ ບັງເອີນພົບເຫັນລະຫວ່າງເຂົ້າຢ້ຽມຢາມປະຊາຊົນໃນພື້ນທີ່ ເຊິ່ງມັນມີ 2 ເຂົາຊີ້ຂຶ້ນເທິງ ຍາວປະມານ 40 ຊັງຕີແມັດ ແລະເຂົາສັ້ນ 2 ເຂົາ ຊີ້ລົງລຸ່ມ ຍາວປະມານ 20 ຊັງຕີແມັດ ເຊິ່ງແກະທີ່ມີ 4 ເຂົາ ພົບເຫັນໄດ້ຍາກຫຼາຍ ປົກກະຕິຈະເກີດຂຶ້ນກັບລະມັ່ງ ແລະທີ່ມີການປະສົມພັນຂ້າມສາຍພັນ, ທາງຜູ້ຊ່ຽວຊານບອກວ່າ ອາດເກີດການປ່ຽນແປງຂອງເຊວ ທີ່ຖ່າຍທອດທາງກຳມະພັນ ເຮັດໃຫ້ລັກສະນະພາຍນອກປ່ຽນແປງໄປ ຈົນກາຍເປັນແກະສາຍພັນໃໝ່ໄດ້
ຂ່າວຕ່າງປະເທດ
2017-01-10T09:45:09+00:00
https://laopost.com/?p=82708
ຫາ­ລືໂຄງ­ການຜະ­ລິດເຂົ້າຄຸນນະພາບເພື່ອສົ່ງໄປຈີນ
ວັນທີ 5 ເມ­ສານີ້ ທີ່ສະ­ໂມ­ສອນພະແນກກະ­ສິ­ກຳ ແລະ ປ່າ­ໄມ້ແຂວງສະ­ຫວັນນະເຂດ ໄດ້ຈັດຕັ້ງກອງປະ­ຊຸມກ່ຽວກັບການ­ຈັດ­ຕັ້ງປະ­ຕິ­ບັດໂຄງ­ການຜະ­ລິດເຂົ້າຄຸນນະພາບເປັນສິນ­ຄ້າເພື່ອສົ່ງອອກໄປ ສປ ຈີນ ຕາມຫຼັກ­ການຮ່ວມມື 4 ປະສານ ໂດຍພາຍໃຕ້ການເປັນປະ­ທານຂອງ ທ່ານ ດຣ. ເພັດ ພົມພິພັກ ລັດຖະມົນ­ຕີວ່າ­ການກະ­ຊວງກະ­ສິ­ກຳ ແລະປ່າໄມ້ ແລະທ່ານ ສັນ­ຕິ­ພາບ ພົມ­ວິ­ຫານ ຮອງເຈົ້າ­ແຂວງສະ­ຫວັນນະເຂດ, ຈາກນີ້ ກໍມີຕາງ­ໜ້າຈາກກະ­ຊວງ, ບັນ­ດາກົມ, ພະ­ແນກ­ການ, ຂະ­ແໜງ­ການ, ເມືອງ, ທະ­ນາ­ຄານ, ຜູ້ປະ­ກອບການ ແລະພາກ­ສ່ວນຕ່າງໆເຂົ້າຮ່ວມຢ່າງພ້ອມ­ພຽງ. ທ່ານ ສັນ­ຕິ­ພາບ ພົມ­ວິ­ຫານ ກ່າວມີຄຳເຫັນວ່າ: ໃນສົກປີ 2013-2014 ພັກ ແລະ ລັດໄດ້ຕົກ­ລົງສ້າງໂຄງ­ການຜະ­ລິດເຂົ້າ ເພື່ອຄໍ້າສະ­ບຽງອາ­ຫານ ແລະ ເປັນສິນຄ້າສົ່ງອອກ ໂດຍກຳ­ນົດເອົາທົ່ງຮາບເຊບັ້ງ­ໄຟ ແລະເຊບັ້ງຫຽງເປັນຈຸດສຸມ ຊຶ່ງກວມເອົາແຂວງສະ­ຫວັນນະເຂດ ແລະ ແຂວງຄຳມ່ວນ ໂດຍມອບໝາຍໃຫ້ກະຊວງກະ­ສິ­ກຳ-ປ່າ­ໄມ້ ກໍຄືກົມປູກ­ຝັງເປັນໃຈ­ກາງໃນການປະ­ສານງານກັບສອງແຂວງດັ່ງ­ກ່າວເພື່ອໃຫ້ສາ­ມາດລິເລີ່ມຈັດຕັ້ງປະ­ຕິ­ບັດຢ່າງເປັນຮູບປະທຳ ໂດຍແຕ່ລະແຂວງໄປສຶກສາ, ສຳຫຼວດ, ເກັບກຳຂໍ້ມູນຕ່າງໆ ເພື່ອເປັນບ່ອນອີງໃນການກຳ­ນົດຈຸດສຸມຕົວແບບການສ້າງໂຄງ­ການຢ່າງຄັກ­ແນ່. ສະ­ເພາະແຂວງສະ­ຫວັນນະເຂດ ແມ່ນໄດ້ກຳ­ນົດເອົາເມືອງຈຳພອນເປັນພື້ນທີ່ໂຄງ­ການດັ່ງ­ກ່າວ ມີເນື້ອ­ທີ່ 2 ພັນເຮັກ­ຕາໃນ 31 ບ້ານ ຊຶ່ງເອີ້ນວ່າ ໂຄງ­ການຜະ­ລິດເຂົ້າທີ່ມີຄຸນນະພາບຕາມຫຼັກ­ການ 4 ປະ­ສານ (ພາກລັດ, ຜູ້ປະ­ກອບການບໍ­ລິ­ສັດຢວນເຊລາວຈຳ­ກັດ, ຊາວກະ­ສິ­ກອນ ແລະ ທະ­ນາ­ຄານ) ໃນເຂດບ້ານທວດ, ບ້ານໂພນມ່ວງ ແລະ ຍອດຫ້ວຍບັກ. ຜ່ານການ­ຈັດ­ຕັ້ງປະ­ຕິ­ບັດຕົວຈິງຮອດປະ­ຈຸບັນ ໂຄງ­ການແມ່ນໄດ້ສຳ­ເລັດການ­ຈັດ­ຕັ້ງກຸ່ມປູກເຂົ້າ, ກຸ່ມຜະ­ລິດແນວພັນ ແລະກຸ່ມກົນຈັກ ຊຶ່ງສາ­ມາດຜະ­ລິດແນວພັນ ແລະປູກເຂົ້າຂາຍພາຍໃນ ແລະ ສົ່ງອອກຕ່າງ­ປະ­ເທດໄດ້ແລ້ວຈຳ­ນວນໜຶ່ງ. ທ່ານ ອິນປັນ ສູນທະນູນສິນ ຮອງຫົວໜ້າພະແນກກະ­ສິ­ກຳ-ປ່າ­ໄມ້ແຂວງສະຫວັນນະເຂດໄດ້ລາຍງານໃຫ້ຮູ້ວ່າ: ຜ່ານການ­ຈັດ­ຕັ້ງປະ­ຕິ­ບັດໂຄງ­ການທົດລອງປູກເຂົ້າ­ຈ້າວເປັນສິນ­ຄ້າລະ­ດູ­ຝົນປີ 2015 ໃນເນື້ອ­ທີ່ 83,3 ເຮັກ­ຕາ, ສາມາດເກັບຊື້ເຂົ້າ­ເປືອກນຳກຸ່ມຜະ­ລິດ ເຂົ້າຈຳ­ນວນ 77 ໂຕນ ແລະເກັບຊື້ນຳກຸ່ມໂຮງ­ສີເຂົ້າຈຳ­ນວນ 147 ໂຕນ, ລວມ 247 ໂຕນ, ຂົນ­ສົ່ງເຂົ້າໂຮງ­ສີ IDP ເພື່ອປຸງແຕ່ງເປັນເຂົ້າ­ສານແລ້ວສົ່ງອອກ. ມາຮອດວັນທີ 10 ທັນ­ວາ 2015, ກົມປູກ­ຝັງ, ກະ­ຊວງກະ­ສິ­ກຳ-ປ່າ­ໄມ້ໄດ້ສົມ­ທົບກັບພະແນກກະ­ສິ­ກຳ-ປ່າ­ໄມ້ໄດ້ຈັດພິ­ທີສົ່ງອອກເຂົ້າ­ຈ້າວຫອມສະ­ຫວັນຢ່າງເປັນທາງການໄປ ສປ ຈີນ ງວດທີ 1 ມີຈຳ­ນວນ 100 ໂຕນ ຊຶ່ງເປັນເຂົ້າທີ່ມີຄຸນນະພາບສົ່ງອອກເປັນປະ­ຫວັດສາດຂອງ ສປປ ລາວ, ມາຮອດປະ­ຈຸບັນນີ້ ໄດ້ສົ່ງເຂົ້າໄປ ສປ ຈີນ ໄດ້ແລ້ວຈຳ ນວນທັງໝົດ 1.400 ໂຕນ, ໃນນັ້ນເຂົ້າຈ້າວຫອມສະ­ຫວັນຈຳ­ນວນ 400 ໂຕນ ແລະເຂົ້າ­ໜຽວທົ່ວໄປຈຳ­ນວນ 1 ພັນ ໂຕນ, ຄາດວ່າໃນທ້າຍເດືອນເມ­ສາ 2016 ບໍ­ລິ­ສັດຈະສືບ­ຕໍ່ສົ່ງອອກຕື່ມອີກ ຈຳ­ນວນ 2,5 ພັນໂຕນ ແລະມີແຜນຈະສືບ­ຕໍ່ສົ່ງອອກໄປແຕ່ລະໄລ­ຍະຕື່ມອີກ. ນອກນັ້ນ ໃນກອງປະ­ຊຸມແມ່ນຈະໄດ້ມີການຮັບຟັງການລາຍງານສະ­ພາບການຮ່ວມມືສອງຝ່າຍລາວ-ຈີນ ກ່ຽວກັບການຜະ­ລິດພືດເປັນສິນ­ຄ້າໃນຂະ ແໜງການປູກ­ຝັງ, ຂະບວນການ ແລະ ຂັ້ນຕອນການຜະ­ລິດເຂົ້າເປັນສິນ­ຄ້າທີ່ມີຄຸນນະພາບເພື່ອສົ່ງອອກໄປ ສປ ຈີນ ຕາມຫຼັກ­ການຮ່ວມມື 4 ປະ­ສານ, ຮັບຟັງການລາຍງານການ­ຈັດ­ຕັ້ງປະ­ຕິ­ບັດເຂົ້າເປັນສິນ­ຄ້າທີ່ມີຄຸນນະພາບ ເພື່ອສົ່ງອອກໄປ ສປ ຈີນ ດ້ວຍຮູບແບບ 2+3 ໃນພື້ນທີ່ຈຸດສຸມ 2 ພັນເຮັກ­ຕາ ທີ່ເມືອງຈຳພອນ ແຂວງສະ­ຫວັນນະເຂດ, ຈາກນີ້ ກໍໄດ້ມີການປະ­ກອບຄຳຄິດຄຳເຫັນຈາກຫຼາຍພາກ­ສ່ວນກ່ຽວ­ຂ້ອງເປັນ­ຕົ້ນ: ຈາກຕາງໜ້າຄູ່ຮ່ວມມືຝ່າຍຈີນ, ຕາງ­ໜ້າກຸ່ມຜະ ລິດເຂົ້າ, ຕາງ­ໜ້າອົງ­ການກວດສອບຄຸນນະພາບເຂົ້າ­ຂອງ ສປ ຈີນ ເພື່ອສົ່ງອອກ. ທີ່ມາ:
ຂ່າວທ້ອງຖິ່ນ
2016-04-07T09:29:22+00:00
https://laopost.com/?p=53063
ພິທີປະກາດເລື່ອນຊັ້ນ, ດັດແປງຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ
ໃນວັນທີ 9 ພະຈິກ 2022 ຜ່ານມາ, ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນ, ດັດແປງຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດທີ່ຂຶ້ນກັບ ກົມໃຫຍ່ພະລາທິການ, ເຊິ່ງເປັນປະທານໂດຍ ພົຈວ ທອງສຸກ ຍ່າເອີລາວລີ ຮັກສາການ ຫົວຫນ້າກົມໃຫຍ່ພະລາທິການ ປກສ, ມີບັນດາຫ້ອງ, ກົມ, ກອງ, ໂຮງຫມໍ 5 ເມສາ, ພະນັກງານນໍາພາ-ບັນຊາຂັ້ນພະແນກ ແລະ ຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ. ໃນພິທີ, ພ້ອ ສົມສັກ ຄໍາມຸງຄຸນ ຮອງຫົວຫນ້າຫ້ອງການເມືອງ ກົມໃຫຍ່ພະລາທິການ ປກສ ໄດ້ຜ່ານ ຂໍ້ຕົກລົງຂອງ ກະຊວງ ປກສ, ກົມໃຫຍ່ການເມືອງ ແລະ ກົມໃຫຍ່ພະລາທິການ ປ້ອງກັນຄວາມສະຫງົບ ວ່າ ດ້ວຍ ການອະນຸມັດເລື່ອນຊັ້ນໃຫ້ນາຍຕໍາຫຼວດ, ຂໍ້ຕົກລົງ ວ່າດ້ວຍ ການເລື່ອນຊັ້ນໃຫ້ພົນຕໍາຫຼວດ ແລະ ຂໍ້ຕົກລົງ ວ່າດ້ວຍ ການດັດແປງຊັ້ນໃຫ້ນາຍຕໍາຫຼວດ ເຊິ່ງມີລາຍລະອຽດດັ່ງນີ້: ຈຳນວນທ່ີ່ໄດ້ເລື່ອນຊັ້ນມີ: -ພັນຕີ ຂຶ້ນ ພັນໂທ 2 ສະຫາຍ -ຮ້ອຍເອກ ຂຶ້ນ ພັນຕີ 8 ສະຫາຍ -ຮ້ອຍໂທ ຂຶ້ນ ຮ້ອຍເອກ 34 ສະຫາຍ -ຮ້ອຍຕີ ຂຶ້ນ ຮ້ອຍໂທ 9 ສະຫາຍ -ວາທີ ຂຶ້ນ ຮ້ອຍຕີ 1 ສະຫາຍ -ສິບໂທ ຂຶ້ນ ສິບເອກ 6 ສະຫາຍ ຈຳນວນທີ່ໄດ້ດັດແປງຊັ້ນມີ: -ສິບໂທ ຂຶ້ນ ຮ້ອຍຕີ 16 ສະຫາຍ -ສິບໂທ ຂຶ້ນ ວາທີ 22 ສະຫາຍ -ສິບໂທ ຂຶ້ນ ສິບເອກ 1 ສະຫາຍ ທີ່ມາ: ຄວາມສະຫງົບ
ຂ່າວພາຍໃນ
2022-11-15T14:13:02+00:00
https://laopost.com/?p=139366
ກະຊວງ ຖວທ ກຽມພ້ອມຮັບໃຊ້ ກອງປະຊຸມສຸດຍອດອາຊຽນ
ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບການກະກຽມປະກອບສ່ວນ ໃນການຈັດກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບໃນຕົ້ນເດືອນກັນຍາ ຈະມາເຖິງນີ້ ເມື່ອວັນທີ 19 ສິງຫານີ້ ທີ່ກະຊວງດັ່ງກ່າວວ່າ: ກະຊວງ ຖວທ ໄດ້ຮັບການມອບໝາຍ ໃຫ້ຮັບຜິດຊອບວຽກງານທາງ ດ້ານຖະແຫຼງຂ່າວ, ວັດທະນະທຳ ແລະ ສິລະປະ ຊຶ່ງເປັນອະນຸກຳມະການໜຶ່ງ ໃນບັນດາອະນຸກຳມະການ ຮັບຜິດຊອບລະດັບຊາດ ກ່ຽວກັບການກະກຽມ ແລະ ຈັດງານດັ່ງກ່າວ, ນັບແຕ່ໄດ້ຮັບການມອບໝາຍໜ້າທີ່ມາ ພວກເຮົາກໍໄດ້ມີການກະກຽມ ແລະ ຈັດຕັ້ງປະຕິບັດບາງວຽກແລ້ວ ຊຶ່ງໄດ້ມີການແຕ່ງຕັ້ງບຸກຄະລາກອນຕ່າງໆ ເຂົ້າຮ່ວມໃນອະນຸກຳມະການ ໃນນັ້ນນອກຈາກໜ່ວຍງານຮັບຜິດຊອບ ກ່ຽວກັບເລຂານຸການ, ດ້ານບໍລິຫານຕ່າງໆແລ້ວ ພວກເຮົາໄດ້ມີໜ່ວຍງານສະເພາະ ທາງດ້ານວຽກງານຖະແຫຼງຂ່າວສື່ມວນຊົນ ໃນນັ້ນໄດ້ແບ່ງອອກເປັນ 2 ພາກສ່ວນໃຫຍ່ຄື: ໜ່ວຍງານຮັບຜິດຊອບ ວຽກງານຖະແຫຼງຂ່າວ (ນັກຂ່າວພາຍໃນ), ໜ່ວຍງານຮັບຜິດຊອບໂຄສະນາຕ່າງປະເທດ (ນັກຂ່າວຕ່າງປະເທດ) ແລະ ພາກສ່ວນຮັບຜິດຊອບ ວຽກງານວັດທະນະທຳ, ການສະແດງສິລະປະ ນອກຈາກນັ້ນວຽກງານຮູບເງົາ ໄດ້ມີການກະກຽມຮູບເງົາສາລະຄະດີສັ້ນ ທີ່ມີຄວາມຍາວ 5-7 ນາທີ ເພື່ອກະກຽມສາຍ ໃນເວລາເປີດກອງປະຊຸມ, ວຽກງານສິລະປະວັດທະນະທຳ ໂດຍໄດ້ຮັບການຊີ້ນຳຈາກຂັ້ນເທິງ ຊຶ່ງມາຮອດປັດຈຸບັນ ແມ່ນໄດ້ກະກຽມເປັນລາຍການຢ່າງລະອຽດ ຊຶ່ງຈະໄດ້ມີການສະແດງໃຫຍ່ 2 ຄັ້ງ, ນອກຈາກນັ້ນ ຈະມີການສະແດງລາຍການສະເພາະ ຂອງແຕ່ລະປະເທດ. ໂດຍພື້ນຖານມາຮອດປັດຈຸບັນ ໄດ້ສຳເລັດແລ້ວ ແລະ ໃນວັນທີ 1 ເດືອນກັນຍາ ແມ່ນຈະໄດ້ນຳເອົາລາຍການຕ່າງໆ ໄປຜ່ານຄະນະຮັບຜິດຊອບລະດັບຊາດເປັນຄັ້ງສຸດທ້າຍ. ທ່ານກ່າວຕື່ມວ່າ: ສະເພາະກອງປະຊຸມປິ່ນອ້ອມຕ່າງໆ ໃນນັ້ນແມ່ນກອງປະຊຸມ ທີ່ກະຊວງພວກເຮົາມີສ່ວນຮັບຜິດຊອບ ໃນຖານະທີ່ເປັນຈຸດປະສານງານ ໃຫ້ແກ່ເສົາຄ້ຳວັດທະນະທຳ ແລະ ສັງຄົມ ແມ່ນຈະໄດ້ຈັດກອງປະຊຸມຄັ້ງທີ 2 ຂອງລັດຖະມົນຕີບັນດາປະເທດອາຊຽນ ທາງດ້ານເສົາຄ້ຳວັດທະນະທຳ ແລະ ສັງຄົມ ໂດຍຄັ້ງທີ 2 ນີ້ແມ່ນຈະໄດ້ຜ່ານເອກະສານທັງໝົດ ຂອງປະຊາຄົມເສົາຄ້ຳວັດທະນະທຳ ແລະ ສັງຄົມ, ເພື່ອສະເໜີໃຫ້ແກ່ກອງປະຊຸມສຸດຍອດອາຊຽນຮັບຮອງເອົາ ໃນນັ້ນເອກະສານທີ່ຈະໄດ້ຮັບຮອງ ແລະ ລົງນາມ ຮ່ວມແມ່ນມີ 8 ສະບັບ, ມາຮອດປັດຈຸບັນ ການກຽມແມ່ນດີຫຼາຍສົມຄວນ ແລະ ບັນດາປະເທດທີ່ໄດ້ຮັບບັດເຊີນ ກໍໄດ້ ຕອບຮັບມາແລ້ວ, ສ່ວນທາງດ້ານສະຖານທີ່ ກໍໄດ້ມີການກະກຽມເປັນທີ່ຮຽບຮ້ອຍແລ້ວ, ນອກຈາກນັ້ນ ໃນກອງປະຊຸມດັ່ງກ່າວ ຈະໄດ້ມີງານລ້ຽງ ແລະ ສະແດງສິລະປະວັດທະນະທຳຕື່ມອີກ. ໂອກາດດັ່ງກ່າວ ທ່ານໄດ້ຮຽກຮ້ອງມາຍັງພໍ່ແມ່ພີ່ນ້ອງປະຊາຊົນລາວ ໂດຍສະເພາະຊາວນະຄອນຫຼວງວຽງຈັນ ໃຫ້ມີການປະກອບສ່ວນເຂົ້າເປັນເຈົ້າພາບທີ່ດີ ເພື່ອເຮັດໃຫ້ກອງປະຊຸມ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ດີທີ່ສຸດ ເຮັດໃຫ້ແຂກຕ່າງປະເທດ ທີ່ມາຮ່ວມກອງ ປະຊຸມໃນຄັ້ງນີ້ ເຫັນນະຄອນຫຼວງວຽງຈັນ ເປັນນະຄອນຫຼວງທີ່ໜ້າຢູ່ ມີຄວາມສະອາດສວຍງາມ, ມີຄວາມສະຫງ່າ, ມີສະເໜ່, ມີຄວາມສະຫງົບ ຕາມການພັດທະນານະຄອນຫຼວງ ໄປຕາມ 6 ສໍ. ແຫລ່ງຂ່າວ: ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!
ຂ່າວເຫດການ
2016-08-22T14:54:35+00:00
https://laopost.com/?p=69624
ນ້ຳຕົກຕາດສະໝອງພາກ. (ແຂວງອັດຕະປື)
ທ່ອງທ່ຽວ ກັບ ລາວໂພຕສ໌ ວັນນີ້ເຮົາມາຮູ້ຈັກກັບນ້ຳຕົກຕາດສະໝອງພາກ ຊື່ນີ້ອາດຈະບໍ່ຄຸ້ນຫູຂອງໃຜຫຼາຍຄົນ ມີຫຼາຍຄົນອາດຈະຍັງບໍ່ຮູ້ຈັກຕາດນີ້ ສ່ວນຫຼາຍຄົນທີ່ຮູ້ຈັກນ້ຳຕົກຕາດນີ້ຈະແມ່ນຄົນໃນພື້ນທີ່ ເຊິ່ງນ້ຳຕົກຕາດສະໝອງພາກເປັນນ້ຳຕົກຕາດທີ່ຂຶ້ນກັບບ້ານ ຕຳມະຍອດ ເມືອງ ສະໜາມໄຊ ເຊິ່ງຫ່າງຈາກເທດສະບານແຂວງປະມານ 54 ກິໂລແມັດ ເກີດຈາກຫ້ວຍສະໝອງ ໄຫຼຕົກໃສ່ເຊປຽນ, ມີຄວາມສູງປະມານ 10 ແມັດ ແລະ ກວ້າງປະມານ 30 ແມັດ, ເປັນສະຖານທີ່ພັກຜ່ອນທີ່ສວຍງາມ ແບບທຳມະຊາດ ແລະ ເປັນນ້ຳຕົກຕາດທີ່ສະອາດບໍ່ມີຂີ້ເຫຍື້ອແມ່ນແຕ່ອັນດຽວ ການເດີນທາງແມ່ນຕ້ອງເດີນທາງໄປຕາມເສັ້ນທາງ 18 ອາ ມີເສັ້ນທາງເຂົ້າເຖິງຢ່າງສະດວກສະບາຍ. ຖ້າໃຜຄິດຢາກຈະມາທ່ຽວທີ່ນ້ຳຕົກຕາດແຫ່ງນີ້ ຕ້ອງກຽມຂອງກິນ, ອຸປະກອນ ແລະ ເຄື່ອງໃຊ້ຈຳເປັນມາພ້ອມ ເພາະ ຮ້ານອາຫານ ແລະ ສິ່ງອຳນວຍຄວາມສະດວກອື່ນໆຍັງບໍ່ທັນມີ ມີແຕ່ເຮືອນພັກແບບ Home Stay ໄວ້ບໍລິການນັກທ່ອງທ່ຽວ ເທົ່ານັ້ນ ຖ້າໃຜຢາກມາສຳພັດບັນຍາກາດແບບລຽບງ່າຍ ຢ່າລືມມາທີ່ນ້ຳຕົກຕາດແຫ່ງນີ້ແລ້ວທ່ານຈະບໍ່ຜິດຫວັງ ຂອບໃຈຮູບພາບຈາກ: http://board.trekkingthai.com/board/show.php?forum_id=33&topic_no=135038&topic_id=136721&page=4 ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!
ຂ່າວທ່ອງທ່ຽວ
2016-10-29T19:43:18+00:00
https://laopost.com/?p=74402
ຫົວເວີ່ຍທ້າສະຫະລັດສະແດງຫຼັກຖານຖ້າຫາກ “ລະບົບຫົວເວີ່ຍມີຄວາມສ່ຽງດ້ານຄວາມໝັ້ນຄົງ”
ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງ ເຊິນເຈິ້ນ ປະເທດຈີນ ເມື່ອວັນທີ 19 ທັນວາ 2018 ວ່າ ທ່ານ ເຄນຫູ ປະທານໝູນວຽນຂອງຫົວເວີ່ຍ (Huawei Rotating CEO Ken Hu) ຖະແຫຼງເມື່ອວັນອັງຄານ ທີ່ສຳນັກງານໃຫຍ່ຂອງຫົວເວີ່ຍວ່າ ບໍລິສັດກຳລັງປະເຊີນກັບ “ຄວາມທ້າທາຍ” ຄັ້ງໃຫຍ່ໃນໂຄງການພັດທະນາເຄືອຂ່າຍລະບົບໂທລະຄົມມະນາຄົມ ຈາກການທີ່ບາງຝ່າຍພະຍາຍາມເຊື່ອມໂຍງອຸດົມການກັບການເມືອງໃຫ້ເປັນ “ເລື່ອງດຽວກັນ” ໂດຍເຕືອນວ່າການກີດກັ້ນຫົວເວີ່ຍອອກຈາກການມີສ່ວນຮ່ວມໃນການພັດທະນາເຄືອຂ່າຍ 5 ຈີ ບໍ່ວ່າຈະເປັນຕະຫຼາດໃນອົດສະຕາລີ ແລະ ອີກຫຼາຍປະເທດໃນໂລກຈະສົ່ງຜົນກະທົບຕໍ່ຜູ້ບໍລິໂພກເຊິ່ງຕ້ອງຈ່າຍແພງຂຶ້ນ ແລະ ຈະກາຍເປັນການຖ່ວງດຶງຄວາມກ້າວໜ້າຂອງນະວັດຕະກຳນີ້ໄປໂດຍປະລິຍາຍ. ທັງນີ້, ນອກຈາກອົດສະຕາລີ, ນູແວນເຊລັງ (ນິວຊີແລນ), ຍີ່ປຸ່ນ, ໄຕ້ຫວັນ ເຊິ່ງລ້ວນເປັນພັນທະມິດຂອງສະຫະລັດໄດ້ລະງັບການໃຊ້ຜະລິດຕະພັນຂອງຫົວເວີ່ຍທີ່ຮອງຮັບລະບົບ 5 ຈີ ພາຍໃນໜ່ວຍງານຂອງລັດ ແລະ ບໍ່ອະນຸຍາດໃຫ້ບໍລິສັດມີສ່ວນຮ່ວມໃນໂຄງການປະມູນຂອງລັດທີ່ກ່ຽວຂ້ອງກັບລະບົບດັ່ງກ່າວ “ດ້ວຍເຫດຜົນດ້ານຄວາມໝັ້ນຄົງ” ເຊິ່ງທ່ານ ຫູ ກ່າວວ່ານະໂຍບາຍດັ່ງກ່າວຂອງກຸ່ມພັນທະມິດສະຫະລັດລ້ວນເປັນການດຳເນີນການໂດຍບໍ່ມີ “ຫຼັກຖານທີ່ຊັດເຈນ” ແລະ ນັບຕັ້ງແຕ່ການກໍ່ຕັ້ງບໍລິສັດຫົວເວີ່ຍ ໃນປີ 1987 ລັດຖະບານຈີນບໍ່ເຄີຍຕິດຕໍ່ມາທີ່ຫົວເວີ່ຍເພື່ອຂໍເຂົ້າເຖິງຂໍ້ມູນໃດໆ ຫາກລັດຖະບານສະຫະລັດ ຫຼື ປະເທດໃດມີຄວາມວິຕົກກັງວົນໃນເລື່ອງນີ້ “ແລ້ວມີຫຼັກຖານ” ຂໍໃຫ້ນຳອອກມາສະແດງໃຫ້ເຫັນ. ທ່ານ ຫູ ກ່າວຕໍ່ໄປອີກວ່າ ຫົວເວີ່ຍເປັນບໍລິສັດ “ປະຫວັດສະອາດ” ມາຕະຫຼອດ ປັດຈຸບັນຫົວເວີ່ຍຍັງມີສຳນັກງານ ແລະ ສູນວິເຄາະຂໍ້ມູນຢູ່ຫຼາຍປະເທດໃນເຂດເອີຣົບ ແລະ ອາເມລິກາເໜືອ ອີກຍັງມີແຜນລົງທຶນໃນສ່ວນນີ້ເພີ່ມອີກ 2.000 ລ້ານໂດລາ ພາຍໃນໄລຍະ 5 ປີນັບຈາກນີ້ອີກດ້ວຍ ແລະ ຢືນຢັນວ່າມາດຕະການກົດດັນຂອງຕະເວັນຕົກບໍ່ສາມາດສົ່ງຜົນກະທົບຕໍ່ຍອດຂາຍຂອງຫົວເວີ່ຍທີ່ປັດຈຸບັນຢູ່ທີ່ 100.000 ລ້ານໂດລາແລ້ວໃນປີນີ້. ລິ້ງຂ່າວທີ່ກ່ຽວກັບຫົວເວີ່ຍ: ສະຫະລັດບອກ! ພົບຫຼັກຖານລູກສາວປະທານຫົວເວີ່ຍຕັ້ງໃຈລະເມີດມາດຕະການຄວໍ້າບາດອີຣານ ທຣໍ້າອາດຊ່ວຍລູກສາວປະທານຫົວເວີ່ຍຫາກເປັນການຮັກສາຜົນປະໂຫຍດດ້ານການຄ້າກັບຈີນ ລູກສາວປະທານ “ຫົວເວີ່ຍ” ໄດ້ຮັບການປະກັນຕົວ ຈີນຂໍໃຫ້ສະຫະລັດ ແລະ ການາດາປ່ອຍຕົວ CFO ຫົວເວີ່ຍ! ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ ແຫຼ່ງຂໍ້ມູນ: dailynews.co.th ຮູບປະກອບ: www.huawei.com
ຂ່າວຕ່າງປະເທດ
2018-12-20T10:56:15+00:00
https://laopost.com/?p=107935
ພາລະກິດສູ້ໂຄໂຣນາ! ນັກໂທດຊາຍໄຕ້ຫວັນຫຍິບໜ້າກາກອະນາໄມໃນຄຸກ
ສື່ຕ່າງປະເທດລາຍງານໃນວັນທີ 11 ມີນາ ນີ້ວ່າ: ນັກໂທດໄຕ້ຫວັນກຸ່ມໜຶ່ງໃນຄ້າຍຄຸມຂັງດັດສ້າງ ໄທເປຂອງໄຕ້ຫວັນ ກຳລັງຕັ້ງໜ້າຫຍິບໜ້າກາກອະນາໄມ ເພື່ອປ້ອງກັນພະຍາດເຊື້ອໄວຣັດໂຄໂຣນາສາຍພັນໃໝ່ 2019 ຫຼື ໂຄວິດ-19 ໂດຍຜະລິດໄດ້ແລ້ວ 52.000 ອັນ ຕັ້ງແຕ່ກາງເດືອນກຸມພາທີ່ຜ່ານມາ. ຕາມປົກກະຕິແລ້ວ, ນັກໂທດຊາຍກຸ່ມນີ້ຈະເຮັດວຽກຫຍິບເຄື່ອງແບບຄ້າຍຄຸມຂັງດັດສ້າງທີ່ໂຮງງານແຫ່ງໜຶ່ງໃນເມືອງ ເຖົາຫຍວນ ທາງພາກຕາເວັນຕົກສຽງເໜືອຂອງໄຕ້ຫວັນ. ແຕ່ປັດຈຸບັນນີ້, ໄດ້ປ່ຽນມາຫຍິບໜ້າກາກອະນາໄມ ໂດຍນັກໂທດຊາຍຄົນໜຶ່ງ ອາຍຸ 50 ປີ ທີ່ຢູ່ໃນຄ້າຍຄຸມຂັງດັດສ້າງມາແລ້ວ 10 ປີ ໃນຂໍ້ຫາຄອບຄອງຢາເສບຕິດ ແລະ ອາວຸດ, ເຊິ່ງມີໂທດຈຳຄຸກທັງໝົດ 23 ປີ ເປີດເຜີຍວ່າ ຄິດເຖິງຄອບຄົວຕະຫຼອດເວລາທີ່ຫຍິບໜ້າກາກອະນາໄມ; ຄອບຄົວບອກໃນລະຫວ່າງທີ່ມາຢ້ຽມຢາມວ່າ ຫາຊື້ໜ້າກາກອະນາໄມບໍ່ໄດ້ເລີຍ ຜູ້ກ່ຽວເລີຍບອກກັບຄືນວ່າ ກຳລັງຫຍິບໜ້າກາກອະນາໄມຢູ່ ຫວັງວ່າຈະສົ່ງໄປຮອດພວກເຂົາທຸກຄົນ ເພື່ອໃຫ້ໄດ້ໃຊ້ໃນທີ່ສຸດ. ໜ້າກາກອະນາໄມເຫຼົ່ານີ້ ເຮັດໃຫ້ຜູ້ກ່ຽວຮູ້ສຶກໄດ້ວ່າ ໄດ້ຊ່ວຍສັງຄົມ ແລະ ມີຄວາມພາກພູມໃຈໃນຕົວເອງ. ນັກໂທດໃນໄຕ້ຫວັນຫຼາຍຄົນອາສາສະໝັກຫຍິບຜ້າໜ້າກາກອະນາໄມ ດ້ວຍສະໝັກໃຈ ເຖິງແມ່ນວ່າປົກກະຕິແລ້ວຄ້າຍຄຸມຂັງດັດສ້າງ ມັກຈ້າງພວກເຂົາຜະລິດສິນຄ້າຕ່າງໆ ເຊັ່ນ: ເຄື່ອງຖັກແສ່ວ, ຜະລິດສະບູ່ອາບນໍາ ແລະ ສິນຄ້າອື່ນໆອີກຫຼາຍຊະນິດ. ນອກຈາກເປັນການຝຶກທັກສະວິຊາຊີບແລ້ວ ຍັງເປັນການຫາລາຍໄດ້ເພື່ອນຳມາໃຊ້ໃນການປັບປຸງສະພາບການເປັນຢູ່ພາຍໃນຄ້າຍຄຸມຂັງດັດສ້າງອີກດ້ວຍ. ຮຽບຮຽງຂ່າວ: ພຸດສະດີ ແຫຼ່ງຂໍ້ມູນ: thestandard.co
ຂ່າວຕ່າງປະເທດ
2020-03-13T15:56:53+00:00
https://laopost.com/?p=117509
ການສັກຢາວັກຊິນຕ້ານໂຄວິດ-19 ສໍາລັບກຸ່ມສ່ຽງຮອບ 2 ຈະເລີ່ມກາງເດືອນນີ້
ກະຊວງສາທາລະນະສຸກ ກ່າວວ່າ ປັດຈຸບັນນີ້ກະຊວງສາທາລະນະສຸກກຽມສັກຢາວັກຊິນຕ້ານພະຍາດໂຄວິດ-19 ໃຫ້ແກ່ກຸ່ມສ່ຽງທີ 2 ເຊິ່ງຈະເລີ່ມສັກໃນກາງເດືອນມັງກອນນີ້ ພາຍຫຼັງ ທີ່ເລີ່ມ ແລະ ສໍາເລັດການສັກສໍາລັບກຸ່ມສ່ຽງທີ 1 ໃນທ້າຍເດືອນ ພະຈິກ ແລະ ທ້າຍເດືອນທັນວາ 2020 ທີ່ຜ່ານມາ. ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກໄດ້ກ່າວຕໍ່ທີມງານວຽງຈັນທາຍເມື່ອວັນທີ 5 ມັງກອນ 2021 ທີ່ຜ່ານມາ ຢູ່ກະຊວງສາທາລະນະສຸກວ່າ: ປົກກະຕິແລ້ວການສັກຢາວັກຊິນຕ້ານໂຄວິດ-19 ແມ່ນ 2 ເຂັມຕໍ່ຄົນ ເຊິ່ງການສັກວັກຊິນປ້ອງກັນພະຍາດດັ່ງກ່າວ ຂອງກຸ່ມສ່ຽງຮອບທໍາອິດ ທີ່ເປັນແພດໝໍ ຢູ່ໂຮງໝໍ ແລະ ປະຈໍາຢູ່ດ່ານຕ່າງໆຈໍານວນໜຶ່ງແມ່ນໄດ້ສໍາເລັດແລ້ວ ແລະ ເຫັນວ່າບໍ່ມີຜົນຂ້າງຄຽງຫຍັງ ຫຼື ບໍ່ມີອາການຫຍັງ. ທ່ານ ຮສ. ດຣ. ບຸນກອງໄດ້ກ່າວຕື່ມວ່າ: ວັກຊິນຕ້ານພະຍາດໂຄວິດ-19 ທີ່ສັກປ້ອງກັນພະຍາດດັ່ງກ່າວຢູ່ລາວແມ່ນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຈີນ ເຖິງແມ່ນວ່າຢາດັ່ງກ່າວຈະບໍ່ໄດ້ຮັບການຢັ້ງຢືນຄຸນນະພາບ 100% ແຕ່ຫຼາຍປະເທດກໍ່ໄດ້ມີການສັກ ແລະ ຖືວ່າໃຊ້ໄດ້ແລ້ວ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວພາຍໃນ
2021-01-07T09:13:32+00:00
https://laopost.com/?p=122556
ດິນເຈື່ອນ ຄົນສູນຫາຍທີ່ຫຼວງພະບາງ
ດິນເຈື່ອນ ຄົນສູນຫາຍທີ່ພູສະແກນ, ເມືອງນານ ແຂວງຫຼວງພະບາງ ມື້ນີ້ ວັນທີ 8 ກັນຍາ 2015 ເວລາບ່າຍ 2 ໂມງ ໄດ້ເກີດເຫດນ້ຳຊຸ ແລະດິນເຈື່ອນຢ່າງຮຸນແຮງ ໃນເຂດທ່ອງທ່ຽວຕາດຫ່ຽນ, ພູສະແກນ, ເມືອງນານ, ແຂວງຫຼວງພະບາງ. ເຮັດໃຫ້ບ້ານເຮືອນປະຊາຊົນ, ວັດວາອາຮາມ, ຜົນລະປູກ, ບ່ອນທຳການຜະລິດ, ສັດລ້ຽງ… ຂອງປະຊາຊົນໄດ້ຮັບຄວາມເສຍຫາຍ ຢ່າງໜັກໜ່ວງ. ໃນຂະນະທີ່ຄາດວ່າຈະມີນັກທ່ອງທ່ຽວ ທີ່ກຳລັງທ່ອງທ່ຽວຕາດຫ່ຽນສູນຫາຍ ແຕ່ຂ່າວຍັງບໍ່ຢືນຢັນວ່າເປັນຍິງຫຼືຊາຍ ຄົນລາວຫຼືຕ່າງປະເທດ ແລະຈຳນວນເທົ່າໃດຄົນ. ປະຊາຊົນກ່າວວ່າ ການເຂົ້າໃຫ້ການຊ່ວຍເຫຼືອ ຈາກທາງການນັ້ນບໍ່ສາມາດເຮັດໄດ້ ທ່ວງທັນກັບຄວາມຮຽກຮ້ອງຕ້ອງການ ເທົ່າທີ່ຄວນ ຈຶ່ງວອນໃຫ້ຂັ້ນເທິງເອົາໃຈໃສ່ ກຽມພ້ອມໃນການໃຫ້ການຊ່ວຍເຫຼືອ ປະຊາຊົນໃຫ້ວ່ອງໄວກວ່າເກົ່າ. ລາຍງານຈາກ: ເມືອງນານ ແຂວງຫຼວງພະບາງ
ຂ່າວພາຍໃນ
2015-09-08T23:16:32+00:00
https://laopost.com/?p=34542
ລາວພົບຜູ້ຕິດເຊື້ອໂຄວິດ-19 ກໍລະ ນີໃໝ່ເພີ່ມ 2 ຄົນ
ອີງຕາມການລາຍງານຈາກ ສຳນັກຂ່າວສານປະເທດລາວ ໃຫ້ຮຸ້ວ່າ ໃນວັນທີ 7 ທັນວາ 2020 ນີ້, ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ເປີດເຜີຍວ່າ: ສໍາລັບການຕິດຕາມຜູ້ຖືກຈຳກັດບໍລິເວນ ຢູ່ໃນສະຖານທີ່ທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດ, ປັດຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ຈໍານວນ 40 ແຫ່ງ, ມີຜູ້ຖືກຈຳກັດບໍລິເວນທັງໝົດ 2.740 ຄົນ ແລະ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ. ສ່ວນການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດໃນວັນທີ 6 ທັນວາ 2020 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 314 ຄົນ, ໃນນັ້ນມີ 1 ຕົວຢ່າງຈາກບຸກຄົນທົ່ວໄປມີອາການ, 128 ຕົວຢ່າງຈາກບຸກຄົນທົ່ວໄປບໍ່ມີອາການ, 6 ຕົວຢ່າງຈາກແຮງງານລາວມາແຕ່ໄທ, ແຮງງານຈີນ 148 ຕົວຢ່າງ, ແຮງງານໄທ 26 ຕົວຢ່າງ, ແຮງງານລາວມາແຕ່ມຽນມາ 2 ຕົວຢ່າງ, ຜູ້ຕິດເຊື້ອນ້ຳເບີ 28, 30 ແລະ 31 ມາກວດຄືນທັງໝົດ 3 ຕົວຢ່າງ ແລະ ຜົນກວດວິເຄາະທັງໝົດແມ່ນພົບຜູ້ຕິດເຊື້ອໃໝ່ ຈຳນວນ 2 ຄົນ ລາຍລະອຽດ ດັ່ງລຸ່ມນີ້: ລະນີຢັ້ງຢືນທີ 40 ເປັນເພດຊາຍ, ອາຍຸ 65 ປີ, ສັນຊາດຣັດເຊຍ, ອາຊີບນັກບິນ, ຈຳກັດບໍລິເວນຢູ່ໂຮງແຮມແຫ່ງໜຶ່ງ ທີ່ຄະນະສະເພາະກິດກຳນົດໄວ້ ໃນນະຄອນຫຼວງວຽງຈັນ. ກ່ອນມາ ສປປ ລາວ ໄດ້ກວດຫາເຊື້ອພະຍາດໂຄວິດ-19 ຢູ່ປະເທດອິນໂດເນເຊຍໃນວັນທີ 2 ທັນວາ 2020 ແລະ ບໍ່ພົບເຊື້ອ, ມາຮອດວັນທີ 5 ທັນວາ 2020 ເດີນທາງຈາກປະເທດມາເລເຊຍຜ່ານປະເທດໄທ ແລະ ມາຮອດ ສປປ ລາວ, ໄດ້ເກັບຕົວຢ່າງທີ່ສະໜາມບິນວັດໄຕ ແລະ ຈຳກັດບໍລິເວນທີ່ໂຮງແຮມແຫ່ງໜຶຶ່ງທີ່ຄະນະສະເພາະກິດກຳນົດໄວ້ໃນນະຄອນຫລວງວຽງຈັນ, ວັນທີ 6 ທັນວາ 2020 ໃນຕອນເຊົ້າຜູ້ກ່ຽວຮູ້ສຶກເຈັບຄໍ ແລະ ໜາວສັ່ນໜ້ອຍໜຶ່ງແຕ່ບໍ່ມີອາການໄຂ້ ແລະ ຜົນກວດອອກແມ່ນພົບເຊື້ອພະຍາດ COVID-19, ປັດຈຸບັນເຂົ້ານອນປີ່ນປົວຢູ່ໂຮງໝໍມິດຕະພາບ ໝາຍເຫດ: ຜູ້ໂດຍສານທີ່ເດີນທາງຮ່ວມສາຍການບິນທັງໝົດມີ 20 ຄົນ ລວມທັງຜູ້ກ່ຽວ, ສ່ວນໃຫ່ຍແມ່ນນັກບິນ ແລະ ນາຍຊ່າງ, ທັງໝົດແມ່ນໄດ້ເກັບຕົວ ຢ່າງກວດແຕ່ບໍ່ພົບເຊື້ອຍົກເວັ້ນຜູ້ກ່ຽວ. ສໍາລັບກໍລະນີຢັ້ງຢືນ 41 ເປັນເພດຍິງ, ອາຍຸ 19 ປີ, ສັນຊາດລາວ, ອາຊີບນັກສຶກສາ ຮຽນຢູ່ ສ ຣັດເຊຍ, ຈຳກັດບໍລິເວນຢູ່ສູນແຫ່ງໜຶ່ງທີ່ຄະນະສະເພາະກິດກຳນົດໄວ້ໃນ ນະຄອນຫລວງວຽງຈັນ, ບໍ່ມີອາການສະແດງອອກ, ກ່ອນເດີນທາງມາ ສປປ ລາວ ຜູ້ກ່ຽວບໍ່ມີອາການຫຍັງ ແລະ ໃນວັນທີ 23 ພະຈິກ 2020 ໄດ້ກວດ COVID-19 ດ້ວຍ RT-PCR ຢູ່ ສ ຣັດເຊຍ ຜົນກວດແມ່ນບໍ່ພົບເຊື້ອ. ວັນທີ 28 ພະຈິກ 2020 ເດີນທາງຈາກ ປະເທດຣັດເຊຍ ໂດຍຖ້ຽວບິນພິເສດ ABG 9985/9986 ມາຮອດສະໜາມບິນວັດໄຕຂອງ ສປປ ລາວ, ຖ້ຽວບິນຍົນເໝົາລໍາ ມີຜູ້ໂດຍສານທັງໝົດ 79 ຄົນ ແລະ ທັງໜົດໄດ້ເກັບຕົວຢ່າງກວດ, ຫລັງຈາກນັ້ນ ໄດ້ເດີນທາງຈາກສະໜາມບິນວັດໄຕ ມາຍັງສູນຈຳກັດບໍລິເວນໃນນະຄອນຫຼວງວຽງຈັນ ດ້ວຍລົດເມ ມີທັງໝົດ 27 ຄົນ ລວມທັງຜູ້ກ່ຽວ ແລະ ພະນັກງານຂັບລົດເມ. ວັນທີ 29 ພະຈິກ 2020 ຜົນກວດອອກມາແມ່ນບໍ່ພົບເຊື້ອໂຄວິດ-19 ທັງໝົດຈໍານວນ 79 ຄົນ ລວມທັງຜູ້ກ່ຽວ. ວັນທີ 28 ພະຈິກ 2020 ຫາ ວັນທີ 5 ທັນວາ (ຈໍານວນ 8 ມື້) ໄດ້ວັດແທກອຸນຫະພູມທຸກມື້ເຊົ້າ-ແລງ ໂດຍທີມງານແພດປະຈໍາສູນດັ່ງກ່າວ, ຜູ້ກ່ຽວບໍ່ມີອາການຫຍັງສະແດງອອກ ແລະ ບໍ່ໄດ້ອອກຈາກຫ້ອງໄປໃສ, ກິນອາຫານຢູ່ໃນຫ້ອງ ໂດຍມີພະນັກງານນຳອາຫານ ແລະ ນ້ຳດື່ມໄປປະໄວ້ໜ້າຫ້ອງ ແລະ ບໍ່ມີໃຜເຂົ້າໄປໃນຫ້ອງ, ບໍ່ມີພະນັກງານເຂົ້າໄປອະນາໄມໃນຫ້ອງນອນ,ໃນຫ້ອງນອນພັກນໍາກັນ 2 ຄົນ ລວມທັງຜູ້ກ່ຽວ, ຊຶ່ງໝູ່ຂອງຜູ້ກ່ຽວກໍບໍ່ມີອາການຫຍັງສະແດງອອກເທື່ອ. ວັນທີ 5 ທັນວາ 2020 ຈຶ່ງເກັບຕົວຢ່າງມາກວດຄືນເປັນຄັ້ງທີ 2, ວັນທີ 6 ທັນວາ 2020 ຜົນກວດອອກມາພົບເຊື້ອໂຄວິດ-19. ປັດຈຸບັນເຂົ້ານອນປິ່ນປົວຢູ່ໂຮງໝໍມິດຕະພາບ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2020-12-07T12:36:43+00:00
https://laopost.com/?p=122252
ອາເມຣິກາຕັດສິດທິພິເສດທາງການຄ້າກັບອິນເດຍ
ປະທານາທິບໍດີ ໂດນັລ ທຣັມ ຜູ້ນຳອາເມຣິກາ ປະກາດຈະຕັດສິdທິພິເສດທາງການຄ້າສຳລັບອິນເດຍ ຊຶ່ງຈະເລີ່ມແຕ່ວັນທີ 5 ມິຖຸນາ 2019 ເປັນຕົ້ນໄປ ທັງນີ້ ນັບເປັນມໍລະສຸມທາງເສດຖະກິດຄັ້ງຫຼ້າສຸດສຳລັບລັດຖະບານອິນເດຍ ນອກເໜືອຈາກເສດຖະກິດທີ່ຢຸດນິ້ງ ແລະ ອັດຕາວ່າງງານກໍສູງຂຶ້ນເປັນປະຫວັດການ. ອິນເດຍຖືເປັນປະເທດດຽວທີ່ໄດ້ເຮັບຜົນປະໂຫຍດຫຼາຍທີ່ສຸດ ແລະ ດົນທີ່ສຸດຫຼາຍກວ່າທົດສະວັດຈາກໂຄງການສິດທິພິເສດທາງພາສີ ຫຼື GSP ຂອງອາເມຣິກາ ຊຶ່ງເຮັດໃຫ້ອິນເດຍສາມາດສົ່ງອອກສິນຄ້າໄປຂາຍໃນອາເມຣິກາໂດຍບໍ່ຕ້ອງເສຍພາສີ ຊຶ່ງໂຕເລກມູນຄ່າໃນປີ 2017 ຢູ່ທີ່ 5.700 ລ້ານໂດລາ. ຂະນະທີ່ ທ່ານ ທຣັມ ໄດ້ກ່າວໃນຖະແຫຼງການເມື່ອບໍ່ດົນມານີ້ວ່າ ຕ້ອງການໃຫ້ສິນຄ້າຈາກອາເມຣິກາເຂົ້າເຖິງຕະຫຼາດອິນເດຍ ຊຶ່ງຖືເປັນປະເທດຍັກໃຫຍ່ແຫ່ງອາຊີໃຫ້ຫຼາຍຂຶ້ນ ແລະ ຫຼັງຈາກພິຈາລະນາຢ່າງຮອບຄອບແລ້ວຈິ່ງສະຫຼຸບວ່າ ອິນເດຍບໍ່ສາມາດຮັບປະ ກັນໄດ້ວ່າສິນຄ້າຂອງອາເມຣິກາຈະເຂົ້າເຖິງຕະຫຼາດຂອງອິນເດຍໄດ້ຢ່າງຍຸຕິທຳ ແລະ ສົມເຫດສົມຜົນ ຫຼື ບໍ່? ດັ່ງນັ້ນ ຈິ່ງສະຫຼຸບໄດ້ວ່າຄວນຈະຕັດອິນເດຍອອກຈາກປະເທດກຳລັງພັດທະນາທີ່ໄດ້ຮັບຜົນປະໂຫຍດຈາກ GSP. ທັງນີ້ ທ່ານ ທຣັມ ໄດ້ປະກາດແນວຄວາມຄິດທີ່ຈະຕັດ GSP ສຳລັບອິນເດຍເມື່ອຕົ້ນເດືອນມີນາຜ່ານມາ ແຕ່ກໍບໍ່ໄດ້ລະບຸວັນເວລາທີ່ແນ່ນອນ ທັງນີ້ ລັດຖະບານອາເມຣິກາກໍໄດ້ພະຍາຍາມໃຫ້ອິນເດຍເປັນພັນທະມິດໃກ້ຊິດທາງການທູດ ແຕ່ວ່າອາເມຣິກາກໍໄດ້ຍື່ນຂໍກ່ຽວກັບການເຂົ້າເຖິງທີ່ຈຳກັດສູ່ຕະຫຼາດຂະໜາດໃຫຍ່ຊຶ່ງຄວບຄຸມປະຊາກອນເຖິງ 1.300 ລ້ານຄົນ ແລະ ເມື່ອລະຫວ່າງປີ 2017-2018 ອາເມຣິກາຂາດດຸນການຄ້າຕໍ່ອິນເດຍຢູ່ທີ່ 26.700 ລ້ານໂດລາ. ຢ່າງໃດກໍຕາມ ການປະກາດຂອງອາເມຣິກາຖືເປັນໄພຄຸກຄາມຫຼ້າສຸດຕໍ່ລັດຖະບານຊາດນິຍົມຊາວຮິນດູ ຂໍ້ມູນຢ່າງເປັນທາງການຂອງລັດຖະບານອິນເດຍສະແດງໃຫ້ເຫັນວ່າອັດຕາການເຕີບໂຕຂອງເສດຖະກິດຊ້າລົດ 3 ໄຕມາດຕິດຕໍ່ກັນຄື 5,8% ໃນເດືອນມັງກອນ-ມິຖຸນາ 2019 ຂະນະທີ່ອັດຕາວ່າງງານສູງສຸດໃນຮອບ 45 ປີ. ທັງນີ້ ລັດຖະບານອິນເດຍກໍຍັງບໍ່ມີຄຳເຫັນຕໍ່ການເຄື່ອນໄຫວຂອງລັດຖະບານອາເມຣິກາ ແຕ່ກໍມີລາຍງານຂອງສື່ດັງທີ່ລະບຸວ່າ ນິວເດລີກຳລັງພິຈາລະນາປັບພາສີນຳເຂົ້າສິນຄ້າຈາກອາເມຣິກາຫຼາຍກວ່າ 20 ລາຍການ. ຮຽບຮຽງ: ສະຫະລັດ ວອນທິວົງໄຊ ຮູບພາບ: REUTERS, AP
ຂ່າວຕ່າງປະເທດ
2019-06-04T18:22:51+00:00
https://laopost.com/?p=114486
ຕົວແທນຈາກປະເທດລາວເຂົ້າຮ່ວມການປະກວດ Miss Southeast Asia Tourism Ambassadrees 2015
ໄດ້ຮັບເລືອກໃຫ້ເປັນ2ນາງສາວ ຕົວແທນຈາກປະເທດລາວເຂົ້າຮ່ວມການປະກວດ Miss Southeast Asia Tourism Ambassadrees 2015 ທີ່ປະເທດມາເລເຊຍ ກຸງກຸລາລຳເປີ ຂໍໃຫ້ທຸກທ່ານຊ່ວຍເປັນກຳລັງໃຈ ຊ່ວຍເຊີນ ໄປກົດ Like & shears & comment ໃຫ້ເຮົາທັງສອງຄົນ ທຸກຮູບທີ່ຈະອັບໂຫຼດທັງຢູ່ Facebook ສ່ວນຕົວຂອງ Yui Santhany&Ladys Sikayphack ພ້ອມກັບ Fan page Miss. South East Asia Tourism Ambassadrees- Lao Delegates https://www.facebook.com/pages/Miss-South-East-Asia-Tourism-Ambassadress-Lao-Delegates/951762711555791 ພ້ອມກັບໄປເບີ່ງຂໍ້ມູນການປະກວດ ການເຄື່ອນໄຫວຂອງກອງປະກວດໄດ້ທີ່Misssoutheastasia.com ວັນທີ່ 2/10/2015 ປະກວດທີ່ມາເລເຊຍ ໂຮງແຮງSunway ຂອບໃຈ Hello my loved Friends I’m Yui Santhany & Ladys Sikayphack Is Lao-Delegates for Miss Southeast Asia Tourism Abassadress 2015 at Malaysia The final day is 2nd of October 2015 ‪#‎sunwayresorthotelspa‬ Please Give us many many Likes – Shear & give a good comments for us at our Fan page – our FB and Miss SEA website Thank a lot for your kindness
ຂ່າວບັນເທິງ
2015-09-29T16:56:16+00:00
https://laopost.com/?p=36644
ເຜີຍແຜ່ລະບຽບຕ່າງໆ ໃຫ້ບໍລິສັດກໍ່ສ້າງທາງລົດໄຟລາວ-ຈີນ
ໃນວັນທີ 11 ມັງກອນ 2017 ຜ່ານມານີ້ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ໄດ້ມີກອງປະຊຸມຊີ້ແຈງລະບຽບການ ແລະ ມາດຕະຖານເຕັກນິກຕ່າງໆພາກສະໜາມ ຂອງໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ໂດຍການເປັນປະທານຂອງທ່ານ ລັດຕະນະມະນີ ຄູນນິວົງ ຮອງລັດຖະມົນຕີກະຊວງ ຍທຂ, ທັງເປັນຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ມີຜູ້ຕາງໜ້າຈາກບໍລິສັດທາງລົດໄຟລາວ-ຈີນ, ພ້ອມດ້ວຍຕົວແທນຈາກກຸ່ມບໍລິສັດຮັບເໝົາກໍ່ສ້າງ, ບໍລິສັດທີ່ປຶກສາ-ສຳຫຼວດອອກແບບ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ. ທ່ານອໍານວຍການບໍລິສັດທາງລົດໄຟລາວ-ຈີນ ຈ່າວສຽງ ກ່າວວ່າ: ໂຄງການລົດໄຟລາວ-ຈີນ ເປັນໂຄງການທີ່ການນຳສູງສຸດຂອງພັກ-ລັດຖະບານສອງປະເທດ ໄດ້ໃຫ້ຄວາມເອົາໃຈໃສ່ພິເສດ ເພື່ອເຊື່ອມໂຍງທາງດ້ານພື້ນຖານໂຄງລ່າງຄົມມະນາຄົມ, ໂດຍເຊື່ອມຈອດກັບເສັ້ນທາງລົດໄຟ ຢູຊີຫາ ບໍ່ຫານ ຂອງ ສປ ຈີນ ຢູ່ຈຸດເໜືອສຸດ ແລະ ເຊື່ອມຕໍ່ກັບເສັ້ນທາງລົດໄຟຂອງປະເທດໄທຢູ່ຈຸດໃຕ້ສຸດ, ເຊິ່ງໃນອະນາຄົດຈະເປັນທາງລົດໄຟສຳຄັນສາຍໜຶ່ງຂອງເສັ້ນທາງລົດໄຟຜ່ານອາຊີ. ສະນັ້ນ, ເພື່ອຮັບປະກັນໃຫ້ໂຄງການໄດ້ສຳເລັດການກໍ່ສ້າງ, ມີມາດຕະຖານສູງ ແລະ ສາມາດເປີດໃຫ້ບໍລິການທັນກຳນົດເວລາ, ບໍລິສັດທາງລົດໄຟລາວ-ຈີນຈຳກັດ ແລະ ກຸ່ມບໍລິສັດທີ່ຮັບເໝົາການກໍ່ສ້າງ, ພ້ອມດ້ວຍພະນັກງານກໍາມະກອນທຸກຄົນຕ້ອງມີຄວາມຮັບຜິດຊອບສູງ, ເຄົາລົບນັບຖືລະບຽບກົດໝາຍ ແລະ ຮີດຄອງປະເພນີລາວ, ເອົາໃຈໃສ່ການປົກປັກຮັກສາສິ່ງແວດລ້ອມ ແລະ ທຳມະຊາດຂອງ ສປປ ລາວ, ປະຕິບັດການກໍ່ສ້າງໃຫ້ໄດ້ມາດຕະຖານດີ ແລະ ຄວບຄຸມການກໍ່ສ້າງດ້ວຍລະບົບເຄື່ອງມືທັນສະໄໝ, ມີຄວາມປອດໄພສູງ ເພື່ອປະກອບສ່ວນສ້າງພາບພົດ ອັນຈົບງາມແກ່ໂຄງການດັ່ງກ່າວ ກໍຄືປະກອບສ່ວນ ເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ຂ່າວ: ລາວພັດທະນາ
ຂ່າວພາຍໃນ
2017-01-12T11:44:40+00:00
https://laopost.com/?p=82922
ງານມະຫະກຳກິລາແຫ່ງຊາດທີ່ຊຽງຂວາງຖືກເລື່ອນໄປເປັນປີໜ້າ!
ອີງຕາມການແຈ້ງການຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 1525/ຫສນຍ.ກລຂ ວ່າດ້ວຍການເລື່ອນການຈັດງານມະຫະກຳແຂ່ງຂັນກິລາລະດັບຊາດຢູ່ພາຍໃນປະເທດໃຫ້ຮູ້ວ່າ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີເຫັນດີຕາມໜັງສືສະເໜີຈາກກະຊວງສຶກສາທິການ ແລະ ກິລາ ໃຫ້ເລື່ອນຈັດງານມະຫະກຳກິລາ 3 ງານໃຫຍ່ຄື: ງານມະຫະກຳກິລາມະຫາວິທະຍາໄລລາວຄັ້ງທີ 2 ໃນປີ 2019 ງານມະຫະກຳກິລານັກຮຽນມັດທະຍົມທົ່ວປະເທດຄັ້ງທີ 7 ໃນປີ 2020 ງານມະຫະກຳກິລາແຫ່ງຊາດຄັ້ງທີ 11 ທີ່ຈະຈັດຂຶ້ນທີ່ແຂວງຊຽງຂວາງໃນວັນທີ 11 ພະຈິກ 2018 ໃຫ້ເລື່ອນໄປຈັດໃນປີ 2019 (ວັນ ແລະ ເວລາແມ່ນມອບໃຫ້ກະຊວງສຶກສາທິການ ແລະ ກິລາ ພິຈາລະນາຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ ນອກຈາກນັ້ນ, ໃນງານມະຫະກຳກິລາຄັ້ງຕໍ່ໄປ ແມ່ນບໍ່ອະນຸຍາດໃຫ້ມີການສ້າງໂຄງລ່າງພື້ນຖານຂະໜາດໃຫຍ່ ເຊັ່ນສະໜາມກິລາ ຂຶ້ນມາໃໝ່, ໃຫ້ພິຈາລະນານໍາໃຊ້ສະໜາມກິລາທີ່ມີຢູ່ໃນນະຄອນຫຼວງວຽງຈັນ ແລະ ບັນດາແຂວງທີ່ມີຄວາມພ້ອມຢູ່ແລ້ວ. ຂຽນໂດຍ: ລັດສະໝີ ພອນວິໄລ ແຫຼ່ງຂ່າວ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຮູບພາບປະກອບ: ໜັງສືພິມເສດຖະກິດການຄ້າ
ຂ່າວທ້ອງຖິ່ນ
2018-09-17T09:24:39+00:00
https://laopost.com/?p=103851
ແຂວງອຸດົມໄຊ ເຂັ້ມຄຳສັ່ງນາຍົກຯ ຕັ້ງດ່ານກວດພົບໄມ້ຂະຍຸງເຖື່ອນ ໜັກກວ່າ 2 ໂຕນເຄິ່ງ ພ້ອມຈັບດຳເນີນຄະດີ!
ພາບປະກອບ ຂປລ. ກອງບັນຊາການ ປກສ ແຂວງອຸດົມໄຊ ຢຶດໄມ້ຂະຍຸງ 47 ທ່ອນກັບ 25 ແຜ່ນ ຢູ່ເສັ້ນທາງເລກທີ 13 ເໜືອ ລະຫວ່າງແຂວງອຸດົມໄຊ-ຫລວງພະບາງ ຂະນະລົດກະບະຮຸນໄດ ພວມບັນທຸກໄມ້ຜິດກົດໝາຍ ມ่ຸງໜ້າສູ່ ແຂວງອຸດົມໄຊ. ເຈົ້າໜ້າທີ່ຕໍາຫລວດ ຈາກກອງບັນຊາການ ປກສ ແຂວງອຸດົມໄຊ ເປີດເຜີຍໃນອາທິດຜ່ານມານີ້ວ່າ: ໃນວັນທີ 21 ມິຖຸນາ 2016 ໄດ້ຮັບລາຍງານວ່າ ຈະມີການລັກລອບຂົນສົ່ງໄມ້ຂະຍຸງຜິດກົດໝາຍ ຈຶ່ງໄດ້ຕັ້ງຈຸດກວດກາພາຫະນະ ຢູ່ເຂດຫລັກ 35 ເສັ້ນທາງເລກທີ 13 ເໜືອ ສາມາດພົບເຫັນລົດກະບະຮຸນໄດ 6 ລໍ້ ສີຂາວ ໝາຍເລກທະບຽນ ບຂ 0505 ກຳແພງນະຄອນ ແລະ ໄດ້ກວດພົບໄມ້ຕ້ອງຫ້າມ ປະເພດໄມ້ຂະຍຸງທີ່ຊຸກຊ້ອນໄວ້ຢູ່ໃນທ້າຍລົດ ຈຳນວນ 47 ທ່ອນ ກັບ 25 ແຜ່ນ ມີນ້ຳໜັກ 2.534 ກິໂລ, ຈຶ່ງກັກໂຕຜູ້ຂັບລົດ ຊື່ ທ້າວ ວ່າຈາຊົງ ອາຍຸ 20 ປີ ຢູ່ບ້ານຫ້ວຍຕ້ອງ ເມືອງໄຊ ແຂວງອຸດົມໄຊ ເຊິ່ງຜູ້ກ່ຽວຮັບສາລະພາບວ່າ: ໃນວັນທີ 20 ພຶດສະພາ 2016 ໄດ້ມີ ທ້າວ ອາມິງ ອາຍຸ 48 ປີ ສັນຊາດຈີນ ປັດຈຸບັນຢູ່ປະເທດຈີນ ເຊິ່ງເປັນເຈົ້າຂອງລົດຄັນດັ່ງກ່າວ ໄດ້ໂທລະສັບ ຫາຕົນໄປຂັບລົດຂົນສົ່ງໄມ້ຂະຍຸງ ຢູ່ບ້ານໜອງທາເໜືອ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ເປັນໄມ້ສຳເລັດຮູບ ມີປະມານໂຕນກວ່າໃຫ້ເອົາໄປສົ່ງຢູ່ບ້ານອ່າຍ ເມືອງນາໝໍ້ ແຂວງອຸດົມໄຊ ໂດຍໄດ້ຮັບຄ່າຈ້າງ 1.500.000 ກີບຕໍ່ຖ້ຽວ ມາຮອດວັນທີ 18 ມິຖຸນາ 2016 ທ້າວ ອາມິງ ໄດ້ໂທລະສັບຫາທ້າວ ວ່າຈາຊົງ ໃຫ້ເອົາລົດລົງໄປຂົນເຄື່ອງ ຢູ່ໂຮງງານອາແຈ໋ກ ຢູ່ບ້ານໜອງທາເໜືອ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ທີ່ທ້າວ ອາມິງ ໄດ້ເຊົ່າຢູ່ ແລະ ວັນທີ 20 ມິຖຸນາ 2016 ທ້າວ ວ່າຈາຊົງ ໄດ້ຂັບລົດອອກມາແຕ່ໂຮງງານ ແລະ ມານອນຢູ່ກາສີ ເມື່ອໄປຮອດຫລັກ 35 ມີຈຸດຕັ້ງດ່ານກວດ ຈຶ່ງຖືກເຈົ້າໜ້າທີ່ກັກຕົວ ພ້ອມໄມ້ທີ່ຜິດກົດໝາຍ ມາດຳເນີນຄະດີ. ການຈັບກຸມຜູ້ຄ້າໄມ້ຂະຍຸງທີ່ຜິດກົດໝາຍຄັ້ງນີ້ ເປັນຜົນມາຈາກການປະຕິບັດ, ຜັນຂະຫຍາຍ ຄໍາສັ່ງເລກທີ 15/ນຍ ຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລົງວັນທີ 13 ພຶດສະພາ 2016 ກ່ຽວກັບການຄຸ້ມຄອງ ການຂຸດຄົ້ນ ແລະ ທຸລະກິດໄມ້. ແຫລ່ງຂ່າວ: ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!
ຂ່າວພາຍໃນ
2016-07-06T09:54:51+00:00
https://laopost.com/?p=64382
ເຈົ້າຂອງສວນຖົ່ວລຽນພູຖໍ້າຄໍາ ຄາດວ່າ ຈະມີລາຍຮັບຈາກການຂາຍຜົນຜະລິດກະສິກຳ 690 ລ້ານກີບ
ສວນປູກຕົ້ນໝາກຖົ່ວລຽນພູຖໍ້າຄໍາ ຂອງ ທ່ານ ປັນຈາ ລາດຊະວົງ ຕັ້ງຢູ່ບ້ານນາເພີຍ ເມືອງທຸລະຄົມ ແຂວງວຽງຈັນ ຊຶ່ງປີ 2022 ຜ່ານມາ ເປັນປີທໍາອິດທີ່ເກັບກູ້ຜົນຜະລິດຂາຍ ເຮັດໃຫ້ຫຼາຍຄົນຮັບຮູ້, ມາຊື້, ທັດສະນະຢ້ຽມຊົມ, ມາຖອດຖອນບົດຮຽນນໍາຄອບຄົວຜູ້ກ່ຽວ ກ່ຽວກັບວິທີການປູກ, ຂັ້ນຕອນບົວລະບັດຮັກສາຢ່າງຄຶກຄື້ນໃນແຕ່ລະວັນ ຊຶ່ງໄດ້ສ້າງຊື່ສຽງໃຫ້ກັບຄອບຄົວ, ບ້ານ, ເມືອງ ກໍຄືແຂວງວຽງຈັນ ຊຶ່ງເປັນຕົວແບບຂອງເມືອງທຸລະຄົມ ທີ່ປະສົບຜົນສໍາເລັດຈາກການປະກອບອາຊີບທາງດ້ານວຽກງານກະສິກໍາ ຈົນເປັນທີ່ຊ່າລືໄປຫຼາຍແຫ່ງ. ເນື່ອງຈາກ ການປູກຕົ້ນໝາກຖົ່ວລຽນຢູ່ແຕ່ລະເຂດໄລຍະຜ່ານມານັ້ນ ຫຼາຍຄົນກໍເວົ້າວ່າຂັ້ນຕອນການບົວລະບັດມີລັກສະນະຫຍຸ້ງຍາກກວ່າພືດ ແລະ ຕົ້ນໄມ້ປະເພດອື່ນໆ, ບາງຄົນກໍເວົ້າວ່າການປູກຕົ້ນໝາກຖົ່ວລຽນມີໜ້ອຍຄົນທີ່ສຸດຈະປະສົບຜົນສໍາເລັດ, ໄດ້ເກັບກູ້ຜົນຜະລິດ ແລະ ບາງຄໍາຄິດເຫັນກໍວ່າຕົ້ນໝາກຖົ່ວລຽນເລືອກດິນ, ອາກາດ ນັບທັງມີແມງໄມ້ລົບກວນ ແລະ ອື່ນໆ, ແຕ່ສໍາລັບຄອບຄົວ ຂອງ ທ່ານ ປັນຈາ ລາດຊະວົງ ກໍສາມາດຜ່ານຜ່າຂໍ້ຫຍຸ້ງຍາກ ແລະ ປະສົບຜົນສໍາເລັດມາແລ້ວ ຊຶ່ງສາມາດມີລາຍຮັບຈາກການຂາຍໝາກຖົ່ວລຽນມາສູ່ຄອບຄົວໄດ້ດີພໍສົມຄວນ. ຈາກຜົນສໍາເລັດທີ່ກ່າວມານັ້ນ ເຮັດໃຫ້ລາວ ແລະ ຄອບຄົວ ມີກໍາລັງໃຈ, ແຮງຈູງໃຈ ແລະ ມີທຶນຮອນສືບຕໍ່ຂະຫຍາຍເນື້ອທີ່ປູກໃຫ້ຫຼາຍຂຶ້ນ ທັງສອດຄ່ອງກັບແນວທາງຂອງພັກ-ລັດວາງອອກ, ຄວາມຮຽກຮ້ອງຕ້ອງການຂອງສັງຄົມ ກໍຄືຜູ້ບໍລິໂພກ ແລະ ແທດເໝາະກັບແຜນພັດທະນາເສດຖະກິດສັງຄົມຂອງເມືອງອີກດ້ວຍ. ອີງຕາມການໃຫ້ຂໍ້ມູນຂອງ ທ່ານ ປັນຈາ ລາດຊະວົງ ໃນທ້າຍເດືອນກຸມພາ 2023 ໃຫ້ຮູ້ວ່າ: ປັດຈຸບັນຄອບຄົວຂອງເພິ່ນມີຕົ້ນໝາກຖົ່ວລຽນທັງໝົດ 530 ຕົ້ນ, ໃນນັ້ນຕົ້ນທີ່ໃຫ້ຜົນຜະລິດມີ 70 ຕົ້ນ, ໂດຍຈະເປີດຮັບການສັ່ງຈອງ ແລະ ຂາຍຜົນຜະລິດໃນເດືອນເມສາ ປີ 2023 ຫຼັງປີໃໝ່ລາວ, ຄາດຄະເນລາຍຮັບບໍ່ຕໍ່າກວ່າ 500 ລ້ານກີບ; ຄຽງຄູ່ກັນນັ້ນຄອບຄົວຂອງເພິ່ນຍັງມີຕົ້ນໝາກພ້າວນໍ້າຫອມ 150 ຕົ້ນ, ມີຕົ້ນທີ່ໃຫ້ໝາກມີ 50 ຕົ້ນ, ຄາດຄະເນລາຍຮັບຈາກການຂາຍໝາກພ້າວ ໃຫ້ໄດ້ 20 ລ້ານກີບ, ນອກຈາກການຂາຍໝາກຖົ່ວລຽນ, ໝາກພ້າວນໍ້າຫອມ ທາງຄອບຄົວຍັງມີລາຍຮັບຈາກການຂາຍເບ້ຍໝາກຖົ່ວລຽນ 20 ລ້ານກີບ ແລະ ລາຍຮັບຈາກການຂາຍຢາງພາລາອີກ 150 ລ້ານກີບ, ຄາດຄະເນລາຍຮັບໝົດປີ 2023 ໃຫ້ໄດ້ 690 ລ້ານກີບ. ທີ່ມາ: ປະຊາຊົນ
ຂ່າວທ້ອງຖິ່ນ
2023-02-27T16:12:38+00:00
https://laopost.com/?p=142626
ແນວລາວສ້າງຊາດ ສະເໜີບັນດາອົງການບັນຈຸລັດຖະກອນໃຫ້ມີຄວາມໂປ່ງໃສກ່ວາເກົ່າ
ສູນກາງແນວລາວສ້າງຊາດ ສະເໜີໃຫ້ບັນດາອົງການທີ່ກ່ຽວຂ້ອງກ່ຽວກັບການບັນຈຸລັດຖະກອນໃຫ້ມີຄວາມໂປ່ງໃສກ່ວາເກົ່າ ພ້ອມທັງສະເໜີໃຫ້ລັດຖະບານມີນະໂຍບາຍ ແລະ ສ້າງກົນໄກທີ່ເໝາະສົມກ່ວາເກົ່າ ເພື່ອໃຫ້ນັກສຶກສາທີ່ຮຽນຈົບວິຊາສະເພາະໃນແຕ່ລະປີມີວຽກເຮັດງານທໍາ. ເປັນຫາງສຽງທີ່ມີການສະເໜີຫຼາຍໃນສັງຄົມເພາະເຫັນວ່າບໍ່ມີຄວາມໂປ່ງໃສ, ຕ້ອງໃຊ້ເງິນຈ້າງ ແລະ ມັກເອົາແຕ່ຈຸ້ມເຈື້ອເຊື້ອສາຍເຂົ້າເຮັດວຽກ. ທ່ານ ນາງ ສົມຈັນ ພົມແສງສະຫວັນ, ຮອງປະທານສູນກາງແນວລາວສ້າງຊາດ ກ່າວຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງ ຊາດ ຊຸດທີ 8 ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ວ່າ: ການບັນຈຸຮັບລັດຖະກອນ ລວມທັງການເຂົ້າເປັນທະຫານ-ຕໍາຫລວດ ກາຍເປັນຫາງສຽງທີ່ມີການສະເໜີຫຼາຍໃນສັງຄົມເພາະເຫັນວ່າບໍ່ມີຄວາມໂປ່ງໃສ, ຕ້ອງໃຊ້ເງິນຈ້າງ ແລະ ມັກເອົາແຕ່ຈຸ້ມເຈື້ອເຊື້ອສາຍເຂົ້າເຮັດວຽກ ເຊິ່ງໃນໄລຍະ 2 ປີຫຼັງ, ອົງການຈັດຕັ້ງມະຫາຊົນ ກໍເຄີຍນໍາສະເໜີຕໍ່ກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດ ມາແລ້ວ ແຕ່ໃນຕົວຈິງບັນຫາດັ່ງກ່າວຍັງເກີດຂຶ້ນຢູ່ ຈຶ່ງສະເໜີໃຫ້ບັນດາອົງການກ່ຽວຂ້ອງທຸກພາກສ່ວນ-ທຸກຂັ້ນ ປະຕິບັດໃຫ້ຖືກຕ້ອງຕາມກົດໝາຍ ໂດຍມີການກວດກາ, ມີວິທີການລົງໂທດຕໍ່ຜູ້ທີ່ກະທໍາຜິດຢ່າງເດັດຂາດ ເພື່ອແກ້ໄຂສະພາບຫາງສຽງທີ່ເປັນພາບພົດບໍ່ດີຕໍ່ແນວທາງນະໂຍບາຍ ແລະ ຕໍ່ການຊີ້ນໍາໆພາຂອງພັກ-ລັດ. “ບັນຫາການສ້າງວຽກເຮັດງານທໍາໃຫ້ລູກຫລານທີ່ຮຽນຈົບວິຊາສະເພາະໃນແຕ່ລະປີຢູ່ແຕ່ລະແຂວງຍັງມີຄວາມຫຍຸ້ງຍາກຫຼາຍ; ນັກສຶກສາຫຼາຍພັນຄົນທີ່ຮຽນຈົບ ແຕ່ຜັດບໍ່ມີບ່ອນເຮັດວຽກ; ຜູ້ປົກຄອງສ່ວນຫຼາຍກໍຢາກໃຫ້ລູກຕົນໄດ້ເຮັດວຽກນໍາລັດ ເພາະມີຄວາມໝັ້ນຄົງກ່ວາ. ດັ່ງນັ້ນ, ລັດຖະບານ ຕ້ອງພິຈາລະນາຊອກຫາວິທີທາງແກ້ໄຂທີ່ເໝາະສົມ, ຄວນຈະມີນະໂຍບາຍ ແລະ ມີກົນໄກດັດສົມທີ່ດີກ່ວາເກົ່າ ເພື່ອເຮັດໃຫ້ບັນດາຫົວໜ່ວຍແຮງງານທັງພາກລັດ-ເອກະຊົນ ບໍ່ໃຫ້ມີຄວາມແຕກຕ່າງກັນເກີນໄປ; ພາກລັດ ຈະມີນະໂຍບາຍແນວໃດ ບໍລິສັດຂອງລັດ ແລະ ເອກະຊົນກໍ່ຕ້ອງໄດ້ຮັບເຊັ່ນກັນ. ນອກນັ້ນ, ລັດ ຕ້ອງປະຕິບັດກົດໝາຍວ່າດ້ວຍພະນັກງານ-ລັດຖະກອນໃຫ້ເຂັ້ມງວດ ໂດຍສະເພາະການປະເມີນຜົນການປະຕິບັດໜ້າທີ່ຂອງພະນັກງານໃນແຕ່ລະປີ ເພື່ອຈໍາກັດບັນຫາຫຍໍ້ທໍ້ໃນຖັນແຖວພະນັກງານ ແລະ ຊຸກຍູ້ສົ່ງເສີມຍ້ອງຍໍຜູ້ທີ່ມີຜົນງານດີເດັ່ນສະເພາະຜູ້ທີ່ເຮັດແທ້ທໍາຈິງ”, ທ່ານ ນາງ ສົມຈັນ ພົມແສງສະຫວັນ ກ່າວ. ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ ແຫຼ່ງຂໍ້ມູນຈາກ: Lao National Radio ຮູບພາບຈາກ: mingmaunglao.com
ຂ່າວທ້ອງຖິ່ນ
2019-01-07T11:34:58+00:00
https://laopost.com/?p=108966
ຣັດເຊຍເລີ່ມໂຈມຕີທາງອາກາດຢູ່ຊີຣີແລ້ວ ຫລັງສະພາອະນຸຍາດ ໂດຍໄດ້ຮັບການຮ້ອງຂໍຈາກຊີຣີ!
ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາຜ່ານມານີ້ວ່າ ເຮືອບິນສູ້ຮົບຂອງຣັດເຊຍ ໄດ້ເລີ່ມປະຕິບັດການໂຈມຕີທາງອາກາດໃສ່ກຸ່ມຕິດອາວຸດຢູ່ຊີຣີ ເປັນຄັ້ງທຳອິດ ພາຍຫລັງສະພາສູງຂອງຣັດເຊຍໄດ້ມອບອຳນາດໃຫ້ ປະທານາທິບໍດີ ວະລາດິເມຍ ປູຕິນ ໃຫ້ສາມາດສົ່ງກອງທັບອາກາດເຂົ້າສູ່ຊີຣີໄດ້ ໂດຍລັດຖະບານຊີຣີເອງໄດ້ອອກມາຢືນຢັນວ່າ ປະທານາທິບໍດີ ບາຊາ ອັນ-ອັດຊາດ ແຫ່ງຊີຣີ ໄດ້ເຮັດໜັງສືເພື່ອຮ້ອງຂໍການສະໜັບສະໜູນທາງທະຫານ ຈາກຣັດເຊຍຢ່າງເປັນທາງການ. ດ້ານເຈົ້າໜ້າທີ່ຂອງຣັດເຊຍປະຈຳນະຄອນຫລວງແບກແດດຂອງອີຣັກ ໄດ້ແຈ້ງຕໍ່ເຈົ້າໜ້າທີ່ຂອງສະຫະລັດອາເຣິກາ ໃນຕອນເຊົ້າຂອງວັນພຸດທີ 30 ກັນຍາວ່າ ເຮືອບິນຂອງຣັດເຊຍ ຈະເລີ່ມປະຕິບັດການໂຈມຕີກຸ່ມໄອເອັສໃນຊີຣີໃນມື້ນີ້ ໂດຍຂໍໃຫ້ເຮືອບິນຂອງສະຫະລັດອາເມຣິກາ ຫລີກລ່ຽງການບິນໃນນ່ານຟ້າຊີຣີ ໃນລະຫວ່າງທີ່ກອງທັບອາກາດຣັດເຊຍ ກຳລັງປະຕິບັດການໂຈມຕີຢູ່. ແນວໃດກໍຕາມ ທ່ານ ຈອນ ເຄີບີ ໂຄສົກກະຊວງການຕ່າງປະເທດສະຫະລັດອາເມຣິກາໄດ້ຖະແຫລງວ່າ ກຸ່ມພັນທະມິດຊຶ່ງນຳໂດຍສະຫະລັດອາເມຣິກາເອງ ຈະຍັງຄົງປະຕິບັດການບິນເໜືອນ່ານຟ້າຊີຣີ ແລະ ອີຣັກຕາມແຜນເດີມ.
ຂ່າວຕ່າງປະເທດ
2015-10-01T14:20:10+00:00
https://laopost.com/?p=36831
ຮູ້ໄວ້ໄດ້ປະໂຫຍດ! 20 ລາຍໄດ້ ທີ່ບໍ່ໄດ້ເສຍອາກອນລາຍໄດ້
ເມື່ອເວົ້າເຖິງອາກອນລາຍໄດ້ ເຊິ່ງເປັນໜ້າທີ່ຂອງປະຊາຊົນຜູ້ທີ່ມີອາຊີບວຽກເຮັດງານທຳຕ້ອງໄດ້ຊຳລະໃຫ້ຄົບຖ້ວນ, ແຕ່ມີ 20 ລາຍໄດ້ ທີ່ຖືກຍົກເວັ້ນບໍ່ໄດ້ເສຍອາກອນລາຍໄດ້ ກໍຄື: ເງິນເດືອນ ແລະ ເງິນລາຍໄດ້ອື່ນ ທີ່ຕໍ່າກວ່າ 1.300.000 ກີບ ເງິນເດືອນພະນັກງານທູດ, ພະນັກງານອົງການຈັດຕັ້ງສາກົນ ແລະ ຜູ້ຊ່ຽວຊານຕ່າງປະເທດ ທີ່ເຮັດວຽກໃນລາວ ງິນອຸດໜູນ, ເງິນບຳນານ, ເງິນເບ້ຍລ້ຽງ, ເງິນເພີ່ມໂມງ ແລະ ເງິນລ່ວງເວລາ ຂອງຜູ້ທີ່ມີເງິນເດືອນພື້ນຖານບໍ່ເກີນ 2.000.000 ກີບ ການຂາຍ ຫຼື ການໂອນຮຸ້ນ ແລະ ເງິນປັນຜົນຂອງຮຸ້ນ ທີ່ຈົດທະບຽນໃນຕະຫຼາດຫຼັກຊັບ ການອອກຈຳໜ່າຍຫຼັກຊັບດ້ວຍການອອກຮຸ້ນ ແລະ ຮຸ້ນກູ້ ເງິນເດືອນ, ຄ່າແຮງງານຂອງຄົນພິການ ຂອງຂວັນ, ລາງວັນ ເປັນເງິນ ທີ່ມີມູນຄ່າຕໍ່າກວ່າ 1.300.000 ກີບ ຄ່າເຊົ່າຊັບສິນຂອງຫົວໜ່ວຍທຸລະກິດ ທີ່ເສຍອາກອນກຳໄລ ຄັງປະກັນສັງຄົມພາກລັດ ແລະ ວິສາຫະກິດ ການເຄື່ອນໄຫວທີ່ຊ່ວຍເຫຼືອສັງຄົມ ດອກເບ້ຍເງິນຝາກໃນລະບົບທະນາຄານ ສິນປະກັນໄພຊີວິດ ເງິນບຳເນັດ ເງິນນະໂຍບາຍຕໍ່ຜູ້ມີຜົນງານ ໃນການຕໍ່ສູ້ປົດປ່ອຍຊາດ ລາງວັນໃນການຄິດຄົ້ນທາງວິທະຍາສາດ ແລະ ປະດິດຄິດແຕ່ງ ເງິນອັດຕາກິນ, ຄ່າເດີນທາງ, ເງິນແຮ ແລະ ຄ່າພັກເຊົາຂອງພະນັກງານ-ລັດຖະກອນ ການຊື້-ຂາຍດິນ ທີ່ຈົດເຂົ້າຊັບສິນຫົວໜ່ວຍທຸລະກິດ ການສືບທອດມູນມໍຣະດົກ ຂອງຜູ້ເສຍຊີວິດ ຄ່າຝຶກອົບຮົມ ແລະ ການສຶກສາຕໍ່ ຄ່າເຄື່ອງນຸ່ງ ແລະ ອຸປະກອນ ປ້ອງກັນອຸປະຕິເຫດແຮງງານ ອີງຕາມກົດໝາຍວ່າດ້ວຍອາກອນລາຍໄດ້ ມາດຕາ 35 ລາຍໄດ້ທີ່ຖືກຍົກເວັ້ນອາກອນລາຍໄດ້.
ຂ່າວພາຍໃນ
2023-03-03T15:41:17+00:00
https://laopost.com/?p=142809
ຝຣັ່ງໃຊ້ງົບຊ່ວຍເຫຼືອທາງການເງິນແກ່ບໍລິສັດທີ່ປິດຕົວຊ່ວງໂຄວິດ-19ລະບາດ
ຜູ້ນຳປະເທດຝຣັ່ງປະກາດຈະໃຊ້ງົບປະມານ 300,000 ລ້ານຢູໂຣ ເພື່ອຊ່ວຍເຫຼືອທາງການເງິນແກ່ບໍລິສັດຕ່າງໆທີ່ຕ້ອງຢຸດກິດຈະການລົງຊົ່ວຄາວໃນລະຫວ່າງວິກິດໂຣກລະບາດໃນຄັ້ງນີ້. ທ່ານ ເອັມມານູເອລ ມາຄົງ ປະທານາທິບໍດີຝຣັ່ງ ປະກາດເມື່ອວັນທີ 17 ມີນາ 2020ທີ່ຜ່ານ ຈະລະງົດການເກັບຄ່ານໍ້າ, ຄ່າໄຟ ແລະ ຄ່າເຊົ່າ ສຳລັບທຸລະກິດຂະໜາດນ້ອຍທົ່ວປະເທດ ເພື່ອບັນເທົາຜົນກະທົບຈາກຄຳສັ່ງປິດຮ້ານຄ້າທີ່ປະກາດອອກມາກ່່ອນໜ້ານີ້ ຕາມແຜນການສະກັດກັ້ນການແຜ່ລະບາດຂອງໂຣກໂຄວິດ-19. ທ່ານ ມາຄົງ ຍັງອອກຄຳສັ່ງໃຫ້ປະຊາຊົນທຸກຄົນກັກຕົວຢູ່ແຕ່ໃນເຮືອນເປັນເວລາ 15 ວັນ ແລະ ປິດດ່ານຊາຍແດນເປັນເວລາ 30 ວັນ. ເຊິ່ງມາດຕະການດັ່ງກ່າວຈະເຮັດໃຫ້ປະຊາຊົນອອກນອກເຮືອນ ຫຼື ທີ່ພັກບໍ່ໄດ້ ແຕ່ຍົກເວັ້ນຄົນທີ່ເຮັດວຽກ ຫຼື ຄົນທີ່ອອກໄປຊື້ອາຫານ, ຢາ, ໄປໂຮງໝໍ ຫຼື ໄປເຮັດທຸລະສຳຄັນທີ່ກ່ຽວກັບດ້ານຄອບຄົວເຊັ່ນ: ພາລູກໄປຫາພໍ່ ຫຼື ແມ່ຂອງເດັກນ້ອຍທີ່ບໍ່ໄດ້ຢູ່ນຳກັນ ຫຼື ຕ້ອງດູແລຍາດຜູ້ໃຫຍ່ທີ່ຊ່ວຍເຫຼືອຕົນເອງລຳບາກ. ຮຽບຮຽງຂ່າວ: ພຸດສະດີ ແຫຼ່ງຂໍ້ມູນ: sanook.com
ຂ່າວຕ່າງປະເທດ
2020-03-20T15:43:13+00:00
https://laopost.com/?p=117751
ຄວາມຄືບໜ້າຄະດີຍິງປະທານກຸ່ມບໍລິສັດອາຊຽນວຽງຈັນກຣຸບເສຍຊີວິດ
ເຈົ້າໜ້າທີ່ສືບສວນ-ສອບສວນ ປກສ ນະຄອນຫຼວງວຽງຈັນ ເປີດເຜີຍຄວາມຄືບໜ້າຄະດີຄົນຮ້າຍໃຊ້ອາວຸດປືນຍິງປະທານກຸ່ມບໍລິສັດອາຊຽນວຽງຈັນກຣຸບ ເຈົ້າຂອງສູນການຄ້າ ສີໄຄ ພລາຊາ ທ່ານ ຊູຫວັງທຽນ ອາຍຸ 60 ປີ ຈົນເສຍຊີວິດຄາທີ່ ໃນເວລາ 9:27 ໂມງ ຂອງວັນທີ 7 ຕຸລາ 2017 ສາເຫດແມ່ນເກີດຈາກການຂັດແຍ່ງຜົນປະໂຫຍດດ້ານທຸລະກິດ. ເຈົ້າໜ້າທີ່ວິຊາສະເພາະ ປກສ ນະຄອນຫຼວງວຽງຈັນ ເປີດເຜີຍວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກພະນັກງານພາຍໃນສູນການຄ້າ ສີໄຄ ພລາຊາ ວ່າມີຄົນຮ້າຍ 2 ຄົນ ໃຊ້ອາວຸດປືນ ຍິງເຈົ້າຂອງສູນການຄ້າ ສີໄຄ ພລາຊາ ຈົນເສຍຊິວິດຢູ່ຕໍ່ໜ້າສູນການຄ້າດັ່ງກ່າວ. ຈາກນັ້ນ, ເຈົ້າໜ້າທີ່ຕໍາຫຼວດ ຈຶ່ງປະສານສົມທົບກັບໜ່ວຍພິສູດຫຼັກຖານ ລົງກວດກາສະຖານທີ່ເກີດເຫດ ພົບເຫັນຜູ້ເສຍຊີວິດ ຊື່ ທ່ານ ຊູຫວັງທຽນ ອາຍຸ 60 ປີ ນັກທຸລະກິດເຊື້ອຊາດຈີນ, ສັນຊາດລາວ ເປັນເຈົ້າຂອງສູນການຄ້າ ສີໄຄ ພລາຊາ ຢູ່ບ້ານ ນາແຮ່ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ຖືກຍິງດ້ວຍປືນບໍ່ຮູ້ຊະນິດ ເຂົ້າທີ່ລຳຕົວ 12 ລູກ ຈົນເສຍຊີວິດຄາທີ່. ສ່ວນສາເຫດແມ່ນເກີດຈາກການຂັດແຍ່ງຜົນປະໂຫຍດດ້ານທຸລະກິດ, ປັດຈຸບັນແມ່ນເລັ່ງຕິດຕາມຜູ້ກໍ່ເຫດໃນຄັ້ງນີ້ ຄາດວ່າຈະໄດ້ຕົວໄປດຳເນີນຄະດີໃນໄວໆນີ້. ຕາມການສອບສວນ, ຜູ້ເຫັນເຫດການໄດ້ເວົ້າວ່າ: ມື້ເກີດເຫດໃນເວລາ 9:27 ໂມງ ທ້າວ ຊູຫວັງທຽນ ໄດ້ຂັບລົດເລັກຊັດ ສີດຳ ປ້າຍທະບຽນ ກຕ 6289 ກຳແພງນະຄອນ ເຂົ້າໄປຈອດຢູ່ດ້ານຫຼັງຂອງສູນການຄ້າ. ຈາກນັ້ນ, ຜູ້ເສຍຊີວິດລົງຈາກລົດດັ່ງກ່າວ ແລ້ວໄປໄຂປະຕູທ້າຍລົດ ໃນຄະນະນັ້ນໄດ້ມີຄົນຮ້າຍຈຳນວນ 2 ຄົນ ເປັນເພດຊາຍ ຂີ່ລົດຈັກໂຄລາວ ສີຂາວ-ແດງ ບໍ່ມີປ້າຍທະບຽນ ນຸ່ງເສື້ອສີດໍາ ໃສ່ໝວກກັນກະທົບສີດໍາ ທັງສອງຂັບຂີ່ເຂົ້າມາທາງຂ້າງຜູ້ເສຍຊີວິດ ແລ້ວຜູ້ຊ້ອນທ້າຍຈົກປືນສັ້ນບໍ່ຮູ້ຊະນິດ ຍິງໃສ່ໄລຍະໃກ້ໆ ປະມານ 8-9 ລູກ ແລ້ວຂີ່ລົດຈັກໜີໄປ. ພາຍຫຼັງການກວດສອບເບາະແສ ແລະ ຕິດຕາມລົດຈັກທີ່ຕ້ອງສົງໄສ. ທາງເຈົ້າໜ້າທີ່ໄດ້ຮັບແຈ້ງຈາກປະຊາຊົນ ໃນວັນອາທິດ ທີ 8 ຕຸລາ 2017 ວ່າມີລົດຈັກ ຖືກຖິ້ມໄວ້ກອງແຮ່ຊາຍ ໃກ້ກັບ ໂຮງແຮມ ແມ່ຂອງບິສ, ທາງໄປເກົ້າລ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຊິ່ງບໍ່ໄກ ຈາກຫ້າງສີໄຄ ພລາຊາ ປານໃດ ແລະ ໃກ້ກັນນັ້ນ ກໍ່ພົບເຫັນ ໝວກກັນກະທົບສີດຳຖິ້ມຢູ່. ເຈົ້າໜ້າທີ່ບອກວ່າ ຖ້າຄົນຮ້າຍຂ້າມຂອງໄປປະເທດເພື່ອນບ້ານ ກໍ່ຈະເຮັດໃຫ້ການຕິດຕາມຕົວຍາກຂຶ້ນ, ເຊິ່ງຈະຕ້ອງໄດ້ ປະສານງານໄປຫາເຈົ້າໜ້າທີ ປະເທດໄທຕໍ່ໄປ ໃນການຕິດຕາມຕົວຄົນຮ້າຍ. ແຕ່ກໍ່ຍັງບໍ່ທັນຢືນຢັນວ່າ ມືປືນ ຈະຂ້າມນໍ້າຂອງໄປແລ້ວ ຫຼື ບໍ່. ປະຈຸບັດນີ້, ເຈົ້າໜ້າທີ່ກ່ຽວຂ້ອງກຳລັງຮວບຮວມຫຼັກຖານ ແລະ ຂຶ້ນເປົ້າໝາຍຕິດຕາມຫາຜູ້ກໍ່ເຫດໃນຄັ້ງນີ້ ໄປດຳເນີນຄະດີຕາມກົດໝາຍ. ແຫລ່ງຂ່າວ: ໜັງສືພິມ ປກສ.
ຂ່າວພາຍໃນ
2017-10-10T14:59:34+00:00
https://laopost.com/?p=95759
ແຜ່ນດິນໄຫວ 7.0 ຢູ່ວານູອາຕູ ມີແຈ້ງເຕືອນຄື້ນຍັກສຶນາມິ ກ່ອນຍົກເລີກ 2 ຊົ່ວໂມງຕໍ່ມາ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ເມສານີ້ວ່າ ສຳນັກສຳຫລວດທໍລະນີວິທະຍາ ແຫ່ງ ສະຫະລັດອາເມຣິກາ ໄດ້ເປີດເຜີຍວ່າ ເມື່ອເວລາປະມານ 19:33 ໂມງ ຂອງວັນພະຫັດທີ 28 ເມສາ 2016 ຕາມເວລາໃນທ້ອງຖິ່ນ ຫລື ປະມານເວລາ 02:33 ໂມງ ຂອງວັນສຸກທີ 29 ເມສານີ້ ຕາມເວລາໃນປະເທດລາວ ໄດ້ເກີດແຜ່ນດິນໄຫວ ລະດັບ 7.0 ຣິກເຕີ ທີ່ເນາະນໍຊຸບ ປະເທດວານູອາຕູ ໂດຍມີຈຸດສູນກາງຂອງແຜ່ນດິນໄຫວ ເລິກລົງໄປ 27.2 ກິໂລແມັດ. ດ້ານສູນເຕືອນໄພສຶນາມິ ໄດ້ອອກປະກາດວ່າ ແຜ່ນດິນໄຫວດັ່ງກ່າວນີ້ ອາດກໍ່ໃຫ້ເກີດຄື້ນຍັກ ຫລື ຄື້ນສຶນາມິ ຄວາມສູງປະມານ 3 ແມັດ ບໍລິເວນຊາຍຝັ່ງປະເທດວານູອາຕູ, ແນວໃດກໍຕາມ ອີກ 2 ຊົ່ວໂມງຕໍ່ມາ ຄຳແຈ້ງເຕືອນດັ່ງກ່າວໄດ້ຖືກຍົກເລີກ ແລະ ຍັງບໍ່ທັນມີລາຍງານ ກ່ຽວກັບຄວາມເສຍຫາຍໃດໆເທື່ອ. ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!
ຂ່າວຕ່າງປະເທດ
2016-04-29T10:31:08+00:00
https://laopost.com/?p=55347
ປກສ ແຂວງຫົວພັນມ້າງເຄືອຂ່າຍຢາເສບຕິດລາຍໃຫຍ່
ປກສ ແຂວງຫົວພັນມ້າງເຄືອຂ່າຍຢາເສບຕິດລາຍໃຫຍ່ ເຈົ້າໜ້າທີ່ ປກສ ແຂວງ ຫົວພັນໄດ້ລາຍງານໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງ ຈາກພົນລະເມືອງດີວ່າໄດ້ມີຂະບວນການລັກລອບຄ້າຂາຍຢາເສບຕິດເປັນຈຳນວນ ຫລາຍໃນເຂດເມືອງຊຳໃຕ້ ແຂວງຫົວພັນ ແລະ ໃນວັນທີ 10 ພຶດສະພາຜ່ານມານີ້ ໄດ້ນຳ ກຳລັງເຈົ້າໜ້າທີ່ເຂົ້າມ້າງເຄືອ ຂ່າຍຄ້າຂາຍຢາເສບຕິດຢູ່ບ້ານ ນ້ຳໄຕ ເມືອງຊຳ ໃຕ້ ແຂວງຫົວພັນສາມາດຍຶດຂອງກາງເຮ ໂຣອິນ 16 ແທ່ງ ນ້ຳໜັກ 5,9 ກິໂລ ກຣາມ, ຢາບ້າ 176 ເມັດ, ຢາຝິ່ນ 1 ກ້ອນ, ປືນຍາວ 2 ກະບອກພ້ອມລູກປືນຈຳ ນວນ ໜຶ່ງ, ເງິນ ສົດ 2 ແສນກວ່າກີບ, 167 ລ້ານກວ່າດົງ (ສະກຸນເງິນ ຫວຽດ ນາມ) ແລະ 350 ໂດລາ ສະຫະລັດ, ພ້ອມກັກຕົວ ທ້າວ ລໍໃຈ ເຮີ ອາຍຸ 39 ປີ ທີ່ເປັນເຈົ້າ ຂອງສິ່ງຜິດກົດໝາຍດັ່ງກ່າວ ແລະ ໃນວັນດຽວກັນ, ເຈົ້າໜ້າທີ່ ປກສ ເມືອງຊຳໃຕ້ ກໍໄດ້ຈັບ ຕົວ ທ້າວ ເຢເຮີ ອາຍຸ 19 ປີ ຢູ່ບ້ານ ໂພນແກ້ວ ເມືອງວັງວຽງ ແຂວງ ວຽງຈັນ, ທ້າວ ຊົງຮື ອາຍຸ 23 ປີ ແລະ ທ້າວ ລີເພັງມົວ ອາຍຸ 27 ປີ ຢູ່ບ້ານນາໄກ່ ເມືອງວຽງໄຊ ແຂວງຫົວພັນ, ພ້ອມຂອງກາງ ເຮໂຣອິນຈຳນວນ 18 ແທ່ງ ນ້ຳໜັກ 7 ກິໂລກຣາມ, ຢາບ້າ 1.763 ເມັດ ແລະ ເງິນສົດຈຳນວນໜຶ່ງໄວ້ເປັນຫລັກຖານເພື່ອດຳເນີນຄະດີຕາມລະບຽບກົດ ໝາຍ. ທີ່ມາ http://laophatthananews.blogspot.com/2014/05/blog-post_8584.html
ຂ່າວພາຍໃນ
2014-05-17T09:00:57+00:00
https://laopost.com/?p=5589
ອັງກິດ-ອິນເດຍ ສົ່ງເສີມການຮ່ວມມືທາງເສດຖະກິດ
ຕາມການລາຍງານຂ່າວຈາກ Ahmedabad ໃຫ້ຮູ້ວ່າ: ທ່ານ ບໍຣີສ ຈອນສັນ ນາຍົກ ລັດຖະມົນຕີ ອັງກິດ ເດີນທາງ ມາເຖິງ ອິນເດຍ ໃນວັນທີ 21 ເມສານີ້ເພື່ອເຂົ້າຮ່ວມກອງປະຊຸມ ສຸດຍອດ ສຳລັບຜູ້ນຳທັງສອງປະເທດ ເຊິ່ງຈະມີຂຶ້ນ ໃນວັນທີ 22 ເມສານີ້ ຢ່າງເປັນທາງການ. ກອງປະຊຸມດັ່ງກ່າວເພື່ອສົ່ງເສີມ ການຮ່ວມມື ທາງເສດຖະກິດ ໂດຍສະເພາະ ການລົງທຶນ ໃນອິນເດຍ ໃຫ້ຫຼາຍຂຶ້ນ ໂດຍຄາດວ່າ ຈະມີການເຮັດ ຂໍ້ຕົກລົງ ດ້ານການ ລົງທຶນ 2 ຝ່າຍ ມູນຄ່າຫລາຍກວ່າ 1 ຕື້ປອນ ລວມທັງ ຫຸ່ນຍົນ, ລົດໄຟຟ້າ ແລະ ການປ່ອຍດາວທຽມ ແລະ ຈະເກີດ ການຈ້າງງານ ໃນອັງກິດເກືອບ 11.000 ຕຳແໜ່ງ. ຂໍ້ມູນ: ຂປລ
ຂ່າວຕ່າງປະເທດ
2022-04-22T10:16:51+00:00
https://laopost.com/?p=133335
ຜົນການແຂ່ງຂັນບານເຕະລາວພຣີເມຍລີກເມື່ອທ້າຍອາທິດທີ່ຜ່ານມາ
ສຳລັບການແຂ່ງຂັນບານເຕະລາວພຣີເມຍລີກໃນທ້າຍອາທິດທີ່ຜ່ານມາ ມີການແຂ່ງຂັນທັງໝົດ 3 ຄູ່, ເຊີ່ງແຂ່ງຂັນໃນວັນເສົາ 1 ຄູ່ ແລະ ວັນອາທິດ 2 ຄູ່ ໃນວັນເສົາວັນທີ 27 ມິຖຸນາ 2015 ໃນເວລາ 17:00 ໂມງ ທີ່ສະໜາມກິລາແຫ່ງຊາດຫຼັກ 16 ທີ່ຜ່ານມາເປັນການພົບກັນລະຫວ່າງສະໂມສອນ ອິສເຕີນສະຕາ ກັບ ສະໂມສອນລ້ານຊ້າງ, ເຊີ່ງໃນເກມການແຂ່ງຂັນກອງຫນ້າ ຊາວຍີ່ປຸ່ນ ຍິງປະຕູສຳຄັນ ຊ່ວຍໃຫ້ສະໂມສອນ ລ້ານຊ້າງຢູໄນເຕັດເອົາຊະນະສະໂມສອນ ອິສເຕີນສະຕຣາ 1-0 ເຊິ່ງເປັນປະຕູທີ 4 ຂອງເຂົາໃນລະດູການນີ້ພ້ອມນຳສະໂມສອນລ້ານຊ້າງຢູໄນເຕັດຂຶ້ນເປັນທີມນຳຂອງຕາຕະລາງຄະແນນຫລັງຈາກລົງສະ ຫນາມ 9 ນັດ ມີ 20 ຄະແນນ ໃນນັ້ນຄູ່ວັນອາທິດແມ່ນເປັນການແຂ່ງຂັນລະຫວ່າງ ສະໂມສອນ ສະໂມສອນ ຮ່ວາງແອັງອັດຕະປື ພົບ ສະໂມສອນ ເອັສເຮັສບີ ວຽງຈັນ ແຂ່ງຂັນໃນເວລາ 16:00 ໂມງ ທີ່ສະໜາມກິລາແຫ່ງຊາດຫຼັກ 16 ຜົນປະກົດວ່າສະເໝີກັນໄປ 2-2 ປະຕູ, ທັງສອງທີມສາມາດແບ່ງກັນທີມລະ 1 ຄະແນນ, ສ່ວນອີກ 1 ຄູ່ແມ່ນການພົບກັນຂອງ ສະໂມສອນ ປກສ ພົບກັບ ສະໂມສອນ ລາວໂຕໂຢຕ້າ ແຂ່ງຂັນໃນເວລາ 18:00 ໂມງ ທີ່ສະໜາມກິລາແຫ່ງຊາດຫຼັກ 16 ເຊັ່ນດຽວກັນທັງສອງທີມນີ້ກໍ່ບໍ່ສາມາດເອົາຊະນະກັນໄດ້ແບ່ງກັນໄປທີມລະ 1 ຄະແນນເຊັ່ນດຽວກັນ
ຂ່າວພາຍໃນ
2015-06-29T19:53:02+00:00
https://laopost.com/?p=29255
ເດັກນ້ອຍຖືກມັດໃສ່ກັບລົດຈັກ
ໃນວັນທີ 6 ມີນາ 2023 ໄດ້ມີການເຜີຍແຜ່ ພາບ ແລະ ວິດີໂອ ຜ່ານທາງອອນລາຍ ທີ່ເດັກນ້ອຍຄົນໜຶ່ງຢູ່ບ້ານພູຫົວຊ້າງ ເມືອງອານຸວົງ ແຂວງໄຊສົມບູນ ຖືກມັດຕິດກັບລົດຈັກ ເຊິ່ງເປັນເວລາດົນພໍສົມຄວນ ຈົນເຮັດໃຫ້ສື່ສັງຄົມອອນລາຍ ພ້ອມກັບປະຊາຊົນໃກ້ຄຽງ ມີສຽງວິພາກວິຈານຕໍ່ຜູ້ທີ່ກະທຳວ່າມັນບໍ່ເໝາະສົມ ແລະ ການກະທຳທີ່ຮຸນແຮງຕໍ່ເດັກນ້ອຍເກີນໄປ. ພາຍໃນມື້ດຽວກັນນັ້ນ ຜູ້ເປັນສາມີ ກໍໄດ້ອອກມາຊີ້ແຈງກ່ຽວກັບເຫດການວ່າ: “ເຫດການດັ່ງກ່າວນັ້ນມີແທ້ ເດັກນ້ອຍໄດ້ມາລັກເຂົ້າໜົມໃນຮ້ານເຖິງ 3 ຄັ້ງ ຜູ້ເປັນເມຍຖາມຫາພໍ່ແມ່ ຜູ້ປົກຄອງແຕ່ເດັກນ້ອຍບໍ່ຍອມບອກ ເລີຍຈັບມັດໄວ້, ຍອມຮັບວ່າການກະທຳດັ່ງກ່າວຂອງເມຍເປັນການກະທຳທີ່ເກີນກວ່າເຫດ ພ້ອມຈະໄກ່ເກ່ຍກັບຜູ້ປົກຄອງ ແລະ ຈະສູ່ຂວັນໃຫ້ເດັກນ້ອຍຄົນດັ່ງກ່າວ” ແລະ ພ້ອມກ່າວຄຳຂໍໂທດຕໍ່ສັງຄົມ. ມາໃນວັນທີ 7 ມີນາ ຜູ້ໃຊ້ເຟສບຸກຄົນໜຶ່ງຊື່ Luck Bouthlamith ອອກມາໂພສວ່າ: “ຂ້າພະເຈົ້າເເມ່ນຢູ່ຕິດກັບເຮືອນນ້ອງຜູ້ຖືກມັດ ເຊິ່ງໄດ້ຖືກມັດຕອນປະມານ 15:00 ໂມງ ຈົນເຖິງ 16:00 ຫາ 17:00 ໂມງ ເພີ່ນຈຶ່ງໄດ້ປ່ອຍນ້ອງມາເຮືອນ ສ່ວນພໍ່ເເມ່ນ້ອງ ຍັງບໍ່ຮູ້ຂ່າວຫຍັງເພາະໄປວຽກ ໄປບ່ອນບໍ່ມີສັນຍານ ມີເເຕ່ເເມ່ຕູ້ຢູ່ນຳນ້ອງກັບນ້ອງສາວຂອງພໍ່ລາວ ນ້ອງຫາກໍອາຍຸ 7 ປີ ຮຽນປໍ2 ທີ່ຢູ່ຂອງນ້ອງ ບ້ານພູຫັວຊ້າງ ເມືອງອານຸວົງ ເເຂວງໄຊສົມບູ.” ຕໍ່ກັບເຫດການດັ່ງກ່າວ ການລົງໂທດເດັກນ້ອຍທີ່ກະທຳຜິດກໍມີຫຼາຍວິທີເພື່ອສັ່ງສອນເພື່ອບໍ່ໃຫ້ເດັກກະທຳອີກ ແລະ ບໍ່ຄວນໃຊ້ຄວາມຮຸນແຮງ ເພາະຈະເປັນການກະທຳຜິດຕໍ່ກົດໝາຍ ແລະ ສ້າງຄວາມບາດເຈັບທາງດ້ານຮ່າງ ຈິດໃຈແກ່ເດັກນ້ອຍໄດ້.
ຂ່າວພາຍໃນ
2023-03-07T09:43:18+00:00
https://laopost.com/?p=142853
ນາຍົກອົດສະຕາລີ ປະກາດທຸ້ມ 20 ລ້ານໂດລາ ສູ້ອີໂບລາໃນເຊຍຣາ ລີໂອນ!
ນາຍົກລັດຖະມົນຕີອົດສະຕາລີ ປະກາດທຸ້ມເງິນ 20 ລ້ານໂດລາ ຊື້ຕຽງນອນຄົນເຈັບສົ່ງໃຫ້ ເຊຍຣາ ລີໂອນ ຮັບມື ກັບພະຍາດອີໂບລາ. ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 6 ພະຈິກນີ້ວ່າ ທ່ານ ໂທນີ ແອັບບັອດ ນາຍົກລັດຖະມົນຕີອົດສະຕາລີ ປະກາດກຽມງົບປະມານ 20 ລ້ານໂດລາ ເພື່ອສະໜັບສະໜູນອຸປະກອນການແພດ ຮ່ວມແກ້ໄຂສະຖານະການແຜ່ ລະບາດຂອງເຊື້ອໄວຣັສມໍລະນະ ອີໂບລາ ໃນທະວີບອາຟຣິກາເຂດຕາເວັນຕົກ ເຊິ່ງການຊ່ວຍເຫລືອຂອງອົດສະຕາ ລີຄັ້ງນີ້ ຈະນຳໄປຈັດຊື້ຕຽງນອນຄົນເຈັບ ຈຳນວນ 100 ຕຽງ ຕອບສະໜອງຕາມນະໂຍບາຍຂອງສະຫະຣາຊະອານາ ຈັກ ທີ່ມີຄວາມປະສົງຊ່ວຍເຫລືອຄົນເຈັບອີໂບລາ ໃນປະເທດເຊຍຣາ ລີໂອນ.
ຂ່າວຕ່າງປະເທດ
2014-11-06T11:27:39+00:00
https://laopost.com/?p=13320
ນິວຢອກອະນຸຍາດໃຫ້ຄູ່ຮັກສາມາດຈົດທະບຽນສົມລົດທງອອນລາຍແລ້ວ
ສຳນັກຂ່າວ BBC ລາຍງານວ່າ ຜູ້ວ່າການ ລັດນິວຢອກ ລົງນາມໃນແຈ້ງການສະບັບໃໝ່ ທີ່ອະນຸຍາດໃຫ້ຄູ່ຮັກທີ່ຍື່ນຂໍຈົດທະບຽນສົມລົດທາງອອນລາຍ ແລະ ໃຫ້ເຈົ້າໜ້າທີ່ເຮັດພິທີຈົດທະບຽນຜ່ານລະບົບການປະຊຸມທາງວີດິໂອ (Video Conferencing) ຫຼັງຈາກພົບວ່າຄູ່ຮັກຫຼາຍຄູ່ຕ້ອງເລື່ອນມື້ຈົດທະບຽນ ແລະ ການແຕ່ງດອງອອກໄປຍ້ອນມາດຕະການປິດເມືອງ ເພື່ອຄວບຄຸມການລະບາດຂອງໂຄວິດ-19. ທ່ານ ແອນດຣູ ຄູໂອໂມ ຜູ້ວ່າການ ລັດນິວຢອກ ໄດ້ອອກມາຢືນຢັນຜ່ານເວັບໄຊ ທະວິດເຕີ້ (Twitter) ວ່າຄຳສັ່ງດັ່ງກ່າວມີຜົນບັງຄັບໃຊ້ແລ້ວ ພ້ອມກ່າວຕິດຕະຫຼົກວ່າ ຕໍ່ໄປນີ້ ຄູ່ຮັກຈະບໍ່ມີຂໍ້ອ້າງທີ່ຈະເລື່ອນການແຕ່ງດອງອອກໄປອີກ. ປະກາດສະບັບນີ້ເຮັດໃຫ້ຄູ່ຮັກເປັນສາມີ-ພັນລະຍາທີ່ຖືກຕ້ອງຕາມກົດໝາຍຜ່ານແອັບພິເຄຊັ່ນ “ຊູມ” (Zoom) ຜູ້ວ່າການກ່າວໃນການຖະແຫຼງຂ່າວທ້າຍອາທິດທີ່ຜ່ານມາ. ຜູ້ວ່າການ ລັດນິວຢອກ ອອກແຈ້ງການສະບັບນີ້ ຫຼັງຈາກທາງການມີຄຳສັ່ງຂະຫຍາຍມາດຕະການປິດເມືອງຕໍ່ໄປຈົນເຖິງວັນທີ 15 ພຶດສະພາ ເພື່ອຄວບຄຸມການລະບາດຂອງພະຍາດໄວຣັສໂຄວິດ-19 ທີ່ມີຜູ້ເສຍຊີວິດໄປແລ້ວກວ່າ 13,000 ຄົນ ແລະ ມີຄົນຕິດເຊື້ອເກືອບ 240,000 ຄົນ ເຮັດໃຫ້ນິວຢອກກາຍເປັນສູນກາງການລະບາດແລະມີຜູ້ຕິດເຊື້ອຫຼາຍທີ່ສຸດໃນສະຫະລັດອາເມລິກາ. ລັດນິວຢອກ ບໍ່ແມ່ນບ່ອນທຳອິດທີ່ອະນຸຍາດໃຫ້ຄູ່ຮັກຈົດທະບຽນສົມລົດທາງອອນລາຍໄດ້ ກ່ອນໜ້ານີ້ກະຊວງ ຍຸຕິທຳ ຂອງ ສະຫະລັດ ອາຣັບ ເອມິເຣດ ໄດ້ເປີດເວັບໄຊ ໃຫ້ປະຊາຊົນຍື່ນຄຳຂໍຈົດທະບຽນ ພ້ອມຈັດເຈົ້າໜ້າທີ່ຈົດທະບຽນແລະພະຍານສຳຫຼັບປະກອບພິທີຈົດທະບຽນທາງອອນລາຍນ໌ໃຫ້ພ້ອມ. ຮຽບຮຽງໂດຍ: ວະນິດາ
ຂ່າວຕ່າງປະເທດ
2020-04-20T14:27:50+00:00
https://laopost.com/?p=118551
ກຳລັງປ້ອງກັນຄວາມສະຫງົບ ສຳເລັດການຝຶກອົບຮົມ ລະບົບວົງຈອນປິດ
ໃນວັນທີ 30 ທັນວາ 2016 ຜ່ານມານີ້ ການຝຶກອົບຮົມ ວຽກງານວິຊາສະເພາະ ຂອງລະບົບວົງຈອນປິດ ໄດ້ສຳເລັດລົງ ເຊິ່ງໄດ້ດໍາເນີນມາເປັນເວລາ 10 ວັນ, ພາຍໃຕ້ການເປັນປະທານ ຂອງທ່ານ ພົຈວ ຫອງເຫລັກ ມັງໜໍ່ເມກ ຫົວໜ້າກົມໃຫຍ່ຕໍາຫລວດ ໃຫ້ກຽດເຂົ້າຮ່ວມ ມີທ່ານ ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ເປັນການຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ແກ່ບັນດາຜູ້ເຂົ້າຮ່ວມ ຝຶກອົບຮົມໄດ້ຮຽນຮູ້ ຄວາມຮູ້ພື້ນຖານດ້ານລະບົບວົງຈອນປິດ, ໃນການບໍາລຸງຮັກສາ, ການຄຸ້ມຄອງ ນຳໃຊ້ວັດຖຸອຸປະກອນ ເຕັກນິກ ໃຫ້ມີຄວາມຮັບປະກັນ ແລະມີປະສິດທິຜົນສູງສຸດ. ໃນພິທີດັ່ງກ່າວ, ທ່ານ ພົຕ ສິນທະວົງ ໄຊຍະກອນ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະຮັບ ຜິດຊອບຊຸດອົບຮົມ ກໍຄື ຄະນະກົມໃຫຍ່ຕຳຫລວດ ພ້ອມດ້ວຍຄູ-ອາຈານ ທີ່ໄດ້ເອົາໃຈໃສ່ສິດສອນ ແລະ ສາມາດຍົກລະດັບຄວາມຮູ້ພື້ນຖານ ດ້ານໄອທີ, ເຕັກນິກວິຊາສະເພາະ ໃຫ້ແກ່ຜູ້ມາເຂົ້າຮ່ວມອົບຮົມເປັນຢ່າງດີ. ພ້ອມນັ້ນ, ທ່ານ ໄດ້ໃຫ້ທິດຊີ້ນຳ ຕໍ່ພະນັກງານ ແລະສໍາມະນາກອນ ທີ່ສຳເລັດການອົບຮົມ ໃນຄັ້ງນີ້ ໂດຍເນັ້ນເຖິງບົດບາດຄວາມສຳຄັນ ແລະ ຄວາມຮຽກຮ້ອງຕ້ອງການ ທາງດ້ານວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໂດຍສະເພາະການຮ່ວມມືສາກົນ ໃນໄລຍະໃໝ່ ເຊິ່ງແມ່ນໄລຍະທີ່ກຳລັງປະຕິບັດມະຕິ IX ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VII ໂດຍເລັ່ງໃສ່ການປະຕິບັດ ບຸກທະລຸ 4 ດ້ານ ທີ່ພັກ ໄດ້ວາງອອກໃນກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ. ພ້ອມທັງກ່າວວ່າ: ຄວາມຮູ້ພື້ນຖານທີ່ໄດ້ຮັບ ໃນເທື່ອນີ້ ຈະຊ່ວຍໃຫ້ຜູ້ເຂົ້າຮ່ວມອົບຮົມ ສາມາດນຳ ໃຊ້ເຂົ້າ ໃນວຽກງານຕົວຈິງຂອງຕົນ ແລະ ເປັນພື້ນຖານເພື່ອສືບຕໍ່ຄົ້ນຄ້ວາຮ່ຳຮຽນ ໃນຂັ້ນຕໍ່ໄປ ຂ່າວ: ສຳນັກຂ່າວສານປະເທດລາວ
ຂ່າວເຫດການ
2017-01-03T10:33:44+00:00
https://laopost.com/?p=82145
ຜູ້ເສຍຊີວິດຈາກໂຄວິດ-19 ໃນປະເທດເຢຍລະມັນອາດສູງຂຶ້ນເຖິງ 100,000 ຄົນຈາກການລະບາດໃນຮອບທີ 4
ສໍານັກ ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ໃນວັນພຸດ ທີ 10 ພະຈິກ 2021 ທ່ານ ດຣ. ຄຣິສຕຽນ ຄຣອສເທີນ ທີ່ເປັນໜຶ່ງໃນນັກວິທະຍາໄວຣັສຂອງປະເທດເຢຍລະມັນ ໄດ້ອອກມາເຕືອນວ່າ ປະຊາຊົນອີກຫຼາຍກວ່າ 100,000 ຄົນ ທີ່ອາໄສຢູ່ໃນປະເທດອາດຈະຕ້ອງເສຍຊີວິດຖ້າຫາກລັດຖະບານບໍ່ລົງມືສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ທີ່ກໍາລັງລະບາດເປັນຮອບທີ 4 ນີ້. ຄໍາເຕືອນຂອງທ່ານ ທ່ານ ດຣ. ຄຣິສຕຽນ ຄຣອສເທີນ ເກີດຂຶ້ນຫຼັງຈາກທີ່ລັດຖະບານເປີດເຜີຍວ່າ ພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ເກືອບເຖິງ 40,000 ຄົນຕໍ່ມື້ ເຊິ່ງເປັນຕົວເລກຂອງຜູ້ຕິດເຊື້ອທີ່ຫຼາຍທີ່ສຸດນັບຕັ້ງແຕ່ມີການລະບາດຂອງພະຍາດ. ເຈົ້າໜ້າທີ່ຫົວໜ້າພະແນກຜູ້ຕິດເຊື້ອໂຄວິດ-19 ໄດ້ລະບຸວ່າ ມັນເປັນເລື່ອງທີ່ຍາກຫຼາຍທີ່ເຈົ້າໜ້າທີ່ຈະມີແຮງບັນດານໃຈໃນການປິ່ນປົວຄົນເຈັບໃນການລະບາດຂອງຮອບທີ 4 ນີ້ ເພາະປະຊາຊົນຈໍານວນຫຼາຍຍັງປະເມີນບັນຫາທີ່ກໍາລັງເກີດຂຶ້ນຢູ່ຕໍ່າເກີນໄປ ຕອນນີ້ຄົນສ່ວນໃຫຍ່ໜ້າຈະຮູ້ຈັກຄົນທີ່ເຄີຍຕິດເຊື້ອໂຄວິດ-19 ແລະ ຄວນຮູ້ເຖິງຄວາມສ່ຽງ ແຕ່ເຮົາກໍຍັງເຫັນຜູ້ຕິດເຊື້ອຈໍານວນຫຼາຍທີ່ຍັງບໍ່ທັນໄດ້ຮັບວັກຊີນ. ສໍາລັບລັດທີ່ມີການລະບາດຫຼາຍແມ່ນເລີ່ມມີການບັງຄັບໃຊ້ມາດຕະການທີ່ເຂັ້ມງວດຂຶ້ນເພື່ອຮັບມືກັບການລະບາດ ໂດຍຜູ້ທີ່ຍັງບໍ່ທັນໄດ້ຮັບການສັກວັກຊີນຈະບໍ່ສາມາດເຂົ້າຮ້ານອາຫານ, ງານຕ່າງໆ ແລະ ສະໜາມກິລາກັບສະຖານທີ່ພັກຜ່ອນຕ່າງໆໄດ້. ຢ່າງໃດກໍຕາມ, ການເຄື່ອນໄຫວດັ່ງກ່າວເຮັດໃຫ້ກຸ່ມຜູ້ຕໍ່ຕ້ານການສັກວັກຊີນບໍ່ພໍໃຈ ແລະ ອອກມາປະທ້ວງຊຸມນຸມເປັນຈໍານວນຫຼາຍພັນຄົນ
ຂ່າວຕ່າງປະເທດ
2021-11-11T11:06:34+00:00
https://laopost.com/?p=129430
ຈີນບຸກຈັບແກ໊ງຜະລິດເງິນຢວນປອມ ມູນຄ່າ 210 ລ້ານຢວນ!
ຂປລ. ອ້າງຕາມ ສະຖານນີ ໂທລະພາບ ຊີຊີທີວີ ລາຍງານວ່າ, ເຈົ້າໜ້າທ່ີ ຕຳຫລວດຈີນ ສາມາດຈັບກຸ່ມຜະລິດພັນທະບັດປອມ 29 ຄົນ, ຍຶດ ເຄື່ອງຈັກ ພິມພັນທະບັດ, ວັດສະດຸ ແລະ ອຸປະ ກອນ ທ່ີກ່ຽວຂ້ອງອື່ນໆ ໂດຍຄິດເປັນ ມູນຄ່າ 210 ລ້ານຢວນ ພ້ອມກັນນັ້ນ ຍັງໄດ້ທຳລາຍ ໂຮງງານ ຜະລິດ ພັນທະບັດປອມ 2 ແຫ່ງ ຢູ່ເມືອງ ຮຸຍໂຈ ເຂດມົນທົນ ກວາງຕຸງ ທາງພາກໃຕ້ ຂອງປະເທດຈີນ. ແຫລ່ງຂ່າວ:
ຂ່າວຕ່າງປະເທດ
2015-09-29T14:23:04+00:00
https://laopost.com/?p=36596
ເຫດການຕໍ່ສູ້ໃນລັດຍະໄຂ່ມີຜູ່ເສຍຊີວິດສູງເຖິງ 400 ຄົນ
ATTENTION EDITORS - VISUAL COVERAGE OF SCENES OF INJURY OR DEATH Women cover the dead bodies of Rohingya refugee women and children who died as their boat capsized while crossing the border through Bay of Bengal at Shah Porir Dwip near Teknaf, Bangladesh, August 31, 2017. REUTERS/Mohammad Ponir Hossain TEMPLATE OUT ສຳນັກຂ່າວກຽວໂດ ລາຍງານວ່າ ຍອດຜູ່ເສຍຊີວິດຈາກເຫດນອງເລືອກໃນລັດຍະໄຂ່ຂອງມຽນມາຈາກກຸ່ມຕິດອາວຸດມຸສລິມ ສົ່ງຜົນໃຫ້ມີຜູ່ເສຍຊີວິດສູງເຖິງ 400 ຄົນ ຂະນະດຽວກັນມີຊາວບ້ານໂຣຮິນຢາລີ້ໄພການສູ້ຮົບໜີຂ້າມຊາຍແດນເຂົ້າບັງກາລາເທດເປັນຈຳນວນຫຼາຍກວ່າ 18,500 ຄົນ ທັງນີ້ເຫດການດັ່ງກ່າວໄດ້ເກີດຂຶ້ນຕໍ່ເນື່ອງຕັ້ງແຕ່ວັນທີ 25 ສິງຫາ 2017 ທີ່ຜ່ານມາ ໂດຍດຸ່ມຕິດອາວຸດມຸສລິມ ເຂົ້າໂຈມຕີດ່ານຕຳຫຼວດຫຼາຍແຫ່ງໃນເມືອງ ມອງຕໍ ລັດຍະໄຂ່ ເຊິ່ງຢູ່ທາງພາກເໜືອຂອງປະເທດມຽນມາ ຮວມເຖິງການເຜົາບ້ານເຮືອນ ວາງລະເບີດເພື່ອເພີ່ມຄວາມຮຸນແຮງໃນການກໍ່ເຫດຄວາມບໍ່ສະຫງົບ.
ຂ່າວຕ່າງປະເທດ
2017-09-01T20:37:44+00:00
https://laopost.com/?p=94472
ບໍ່ຖ່ານຫີນ ໃນຈີນຖະຫລົ່ມ ເສຍຊີວິດຢ່າງໜ້ອຍ 4 ຄົນ
ອີງຕາມການລາຍງານຈາກສຳນັກຂ່າວຕ່າງປະເທດ, ໃນວັນທີ 23 ກຸມພາ 2023 ຜ່ານມາ, ເກີດອຸບັດເຫດ ບໍ່ຖ່ານຫີນ ຖະຫລົ່ມ ເຂດອັລຊາລີ (Alsa League) ໃນເຂດປົກຄອງຕົນເອງ ມົງໂກລີໃນ ທາງພາກເໜືອຂອງ ສປ ຈີນ ເຮັດໃຫ້ມີ ຜູ້ເສຍຊີວິດ 5ຄົນ,ບາດເຈັບ 6ຄົນ ແລະ ສູນຫາຍ 48ຄົນ. ປັດຈຸບັນ ທ່ານສີຈິ້ນຜິງ ໄດ້ອອກຄຳສັ່ງໃຫ້ລະດົມກຳລັງລົງພຶ້ນທີ່ຊ່ວຍເຫຼືອຢ່າງເຕັມທີ່ ໂດຍມີການນຳລົດກູ້ໄພ 51 ຄັນ, ລົດດັບໄຟ 223 ຄົນ ແລະ ໝາກູ້ໄພ 6 ໂຕ ໄດ້ຖືກນຳໄປຊ່ວຍເຫຼືອຄົນງານບໍ່ແຮ່ ຕະຫຼອດຄືນ. ທັງນີ້, ເຈົ້າໜ້າທີ່ໄດ້ກ່າວວ່າການຖະຫລົ່ມຂອງບໍ່ຖ່ານເກີດຂຶ້ນຄັ້ງທຳອິດ 1 ຄັ້ງໃນຕອນເຊົ້າມືດ ແລະ 1 ຄັ້ງໃນຕອນເຊົ້າ ເຊິ່ງເປັນຜົນມາຈາກດິນເຈື່ອນຕື່ມອີກ ຈຶ່ງເຮັດໃຫ້ການກູ້ໄພຢຸດ ແນວໃດກໍຕາມ, ມີລາຍງານວ່າຈະມີເຈົ້າໜ້າທີ່ກູ້ໄພເພີ່ມເຕີມ 200 ຄົນ.
ຂ່າວຕ່າງປະເທດ
2023-02-24T11:44:10+00:00
https://laopost.com/?p=142579
ລູກຄ້າໂຄງການບຶງທາດຫຼວງຈະໄດ້ເຂົ້າພັກອາໃສໃນທ້າຍປີນີ້
ການລົງທຶນໃນເຂດເສດຖະກິດສະເພາະບຶງທາດຫຼວງມີຄວາມກ້າວໜ້າໄວພື້ນຖານໂຄງລ່າງໂດຍລວມຄືບໜ້າ 80% ຂະນະທີ່ໂຄງການສ້າງອາຄານທີ່ພັກອາໄສໃກ້ສຳ ເລັດຄາດເປີດໃຫ້ລູກຄ້າເຂົ້າຢູ່ໄດ້ໃນທ້າຍປີນີ້. ຂໍ້ມູນເປີດເຜີຍໂດຍ ທ່ານ ຮວງກົວ ຜິງ ປະທານບໍລິສັດອະສັງຫາລິມະຊັບ ຫວ່ານເຟີ້ງ ຊຽງໄຮ້ ສປ ຈີນ ຜູ້ພັດທະນາເຂດບຶງທາດຫຼວງໃຫ້ຮູ້ວ່າ: ເຂດເສດຖະກິດສະເພາະບຶງທາດ ຫຼວງ (ຂພສ) ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2011, ດ້ວຍມູນຄ່າການລົງທຶນທັງໝົດ 1,6 ຕື້ໂດລາສະຫະລັດ ເພື່ອສ້າງໃຫ້ເປັນເຂດເມືອງໃໝ່ທີ່ທັນສະໄໝທີ່ພຽບພ້ອມໄປດ້ວຍສິ່ງອຳນວຍຄວາມສະດວກຮອງຮັບໃຫ້ແກ່ການລົງທຶນເຂົ້າໃນຂະແໜງການຄ້າ, ການບໍລິການ, ໂຮງແຮມລະດັບ 5 ດາວ,ຫ້າງຊັບພະສິນຄ້າ ແລະສະຖານທີ່ພັກ ຜ່ອນອື່ນໆ, ບໍລິສັດໄດ້ທຸ່ມທຶນພັດທະນາ ລະບົບພື້ນຖານໂຄງລ່າງແລ້ວ 250 ລ້ານໂດລາ ຫຼື ປະມານ 2 ພັນກວ່າຕື້ກີບໃນໄລຍະເກືອບ 5 ປີ ແລະການພັດ ທະນາກໍມີຫຼາຍດ້ານທີ່ປະສົບຜົນສຳເລັດເປັນຕົ້ນແມ່ນພື້ນຖານໂຄງລ່າງສຳເລັດ 80%. ໃນນີ້ໄດ້ສຳເລັດການສ້າງໜອງນ້ຳ ໃຫຍ່, ການສ້າງຮ່ອງລະບາຍນ້ຳ, ຖະ ໜົນຫົນທາງ, ລະບົບໄຟຟ້າ, ນ້ຳປະປາ ແລະພື້ນຖານໂຄ່າງລ່າງຕ່າງໆເຊັ່ນ: ສຳເລັດການຂຸດຮ່ອງນ້ຳໃຫຍ່ທີ່ມີຄວາມກວ້າງ 50 ເຮັກຕາ, ຮ່ອງນ້ຳອ້ອມໜອງ ຍາວ 7.200 ແມັດ, ທາງອ້ອມໜອງນ້ຳໃຫຍ່ 3 ພັນແມັດ, ປັບໜ້າດິນຂອງໂຄງ ການທີ່ມີເນື້ອທີ່ 365 ເຮັກຕາ ໂດຍຊື້ດິນ ຈາກທາງນອກເຂົ້າມາຖົມໃນໂຄງການ ແລະໄດ້ສຳເລັດການສ້າງທາງຄອນກຣີດ ສອງເລນ, ພ້ອມດ້ວຍຕິດຕັ້ງລະບົບໄຟ ຟ້າເຢືອງທາງ ແລະສ້າງຂົວ 4 ແຫ່ງສຳເລັດອ້ອມຮອບບໍລິເວນໜອງນ້ຳໃຫຍ່, ພ້ອມນັ້ນຍັງສຳເລັດການສ້າງຕຶກຄອນ ໂດມີນ່ຽມຈຳນວນ 12 ຕຶກ, ແຕ່ລະຕຶກ ສູງ 17 ຊັ້ນ ແລະຄາດວ່າທ້າຍປີນີ້ຈະສາ ມາດເປີດໃຫ້ຜູ້ທີ່ໄດ້ຊື້ຫ້ອງໄປແລ້ວ 60% ຂອງຈຳນວນຫ້ອງສາມາດເຂົ້າພັກອາໄສໄດ້. ທ່ານ ຮວງກົວຜິງ ຍັງໃຫ້ຮູ້ອີກວ່າ: ສຳລັບແຜນພັດທະນາໃນຕໍ່ໜ້ານີ້ແມ່ນຈະລົງທຶນສ້າງສວນສະໜຸກຂະໜາດ ໃຫຍ່ຄືກັບດິສນີ່ແລນທີ່ມີເຄື່ອງຫຼີ້ນເຖິງ 60 ກວ່າລາຍການ ແລະສ້າງອົງປະກອບ ເພື່ອຮອງຮັບການທ່ອງທ່ຽວຕ່າງໆເຊັ່ນ: ໂຮງແຮມ, ຮ້ານອາຫານ, ຮ້ານກິນດື່ມ, ຮ້ານຄ້າ ແລະອື່ນໆ ເພື່ອດຶງດູດແຂກທັງພາຍໃນ ແລະຕ່າງປະເທດເຂົ້າມາທ່ອງ ທ່ຽວ, ເມື່ອສ້າງສຳເລັດຈະສາມາດ ຮອງຮັບຜູ້ມາຢ້ຽມຢາມໄດ້ເຖິງ 9 ພັນ ຄົນຕໍ່ມື້ ຊຶ່ງຈະປະກອບສ່ວນໃນການ ເກັບລາຍຮັບເຂົ້າງົບປະມານ ແລະສ້າງລາຍຮັບດ້ານ GDP ເພີ່ມຂຶ້ນປະມານ 300 ລ້ານໂດລາຕໍ່ປີ ແລະມອບພັນທະ ໃຫ້ລັດ 15 ລ້ານໂດລາຕໍ່ປີ, ພ້ອມທັງສາ ມາດສ້າງວຽກເຮັດງານທຳໃຫ້ກັບຄົນ ລາວຈຳນວນຫຼວງຫຼາຍ. ຂ່າວ: ເສດຖະກິດ-ສັງຄົມ
ຂ່າວພາຍໃນ
2016-10-20T09:52:41+00:00
https://laopost.com/?p=73565
ຂ່າວດີ! 1 ມີນານີ້ ຜ່າຕັດແກ່ນຕາຂຸ້ນ ແລະ ໃຫ້ຄໍາປຶກສາທາງສາຍຕາຟຣີ
ເນື່ອງໃນໂອກາດວັນແມ່ຍິງສາກົນທີ 8 ເດືອນ 3 ປະຈຳປີ 2019, ສູນປິ່ນປົວຕາທົ່ງປົ່ງ ແລະ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຮ່ວມກັບອົງການ Fred Hollow ຈັດກິດຈະກຳກວດ ແລະ ວັດແທກສາຍຕາ, ໃຫ້ຄຳປຶກສາ, ຜ່າຕັດພະຍາດແກ່ນຕາຂຸ້ນ, ປິ່ນປົວພະຍາດກ່ຽວກັບຕາໂດຍບໍ່ເສຍຄ່າ ໃນວັນທີ 1 ມີນາ 2019, ເວລາ 8:30-16:00 (ໝົດມື້), ທີ່ ສູນICTC ຫລັກ 5, ຜູ້ໃດສົນໃຈສາມາດໄປກວດໄດ້ ແລະ ຄົນທົ່ວໄປກໍ່ສາມາດໄປໄດ້ເຊັ່ນກັນ ຢ່າລືມບອກພໍ່ແມ່ພີ່ນ້ອງຜູ້ທີ່ມີບັນຫາທາງສາຍຕາເຂົ້າຮ່ວມງານຄັ້ງນີ້ ຖ້າທ່ານໃດສົນໃຈ ຫຼື ມີຄໍາຖາມສາມາດຕິດຕໍ່ໄປທີ່ເບີ:021 620473, 021 620476. ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ ແຫຼ່ງຂໍ້ມູນຈາກ: ສູນປິ່ນປົວຕາທົ່ງປົ່ງ
ຂ່າວທ້ອງຖິ່ນ
2019-02-27T11:55:31+00:00
https://laopost.com/?p=111421
ເກົາຫຼີເໜືອຈູດດອກໄມ້ໄຟສະຫຼອງການສ້າງອາວຸດທີ່ຮ້າຍແຮງໄດ້ສຳເລັດ
Pyongyang city civilians celebrate the successful completion of the hydrostatic test for the intercontinental ballistic rocket installation in this undated photo released by North Korea's Korean Central News Agency (KCNA) in Pyongyang September 6, 2017. KCNA via REUTERS ATTENTION EDITORS - THIS PICTURE WAS PROVIDED BY A THIRD PARTY. REUTERS IS UNABLE TO INDEPENDENTLY VERIFY THE AUTHENTICITY, CONTENT, LOCATION OR DATE OF THIS IMAGE. NOT FOR SALE FOR MARKETING OR ADVERTISING CAMPAIGNS. NO THIRD PARTY SALES. NOT FOR USE BY REUTERS THIRD PARTY DISTRIBUTORS. SOUTH KOREA OUT. THIS PICTURE IS DISTRIBUTED EXACTLY AS RECEIVED BY REUTERS, AS A SERVICE TO CLIENTS. TPX IMAGES OF THE DAY ເມື່ອວັນທີ 7 ກັນຍາ 2017 ຣອຍເຕີເຜີຍແຜ່ຈາກສຳນັກຂ່າວກາງເກົາຫຼີເໜືອ ຫຼື KCNA ເຖິງບັນຍາກາດຈັດງານສະເຫຼີມສະຫຼອງຜົນງານນັກວິທະຍາສາດເກົາຫຼີເໜືອ ໃນນະຄອນຫຼວງປຽງຢາງ ມີປະຊາຊົນ ແລະ ເຈົ້າໜ້າທີ່ເຂົ້າ ຮ່ວມຢືນຕົບມືໃຫ້ຂະບວນແຫ່ນັກວິທະຍາສາດທີ່ຢູ່ເບື້ອງຫຼັງຄວາມສຳເລັດໃນການທົດສອບລະເບີດເອຊບອມ ແລະ ຂີປະນາວຸດຂ້າມທະວີບ ໃນວັນດຽວກັນນັ້ນ ເກົາຫຼີເໜືອຍັງໄດ້ມີການຖະແຫຼງການຜ່ານຕົວແທນທີ່ເຂົ້າຮ່ວມການປະຊຸມເສດຖະກິດທີ່ເມືອງວາລາດີວອສຕ້ອກ ເຂດຕະເວັນອອກຂອງປະເທດຣັສເຊຍ ໂດຍປະກາດວ່າ ຈະຕອບໂຕ້ສະຫະລັດອາເມລິກາຢ່າງເໝາະສົມ ໃນຂະນະທີ່ສະຫະລັດເອງກໍ່ເດີນໜ້າຜັກດັນມາດຕະການລົງໂທດເກົາຫຼີເໜືອໃຫ້ໜັກກວ່າເກົ່າ ແລະ ຍັງຮວມເຖິງການຢຶດຊັບເງິນທະນາຄານຂອງທ່ານ ຄິມ ຈອງ ອຶນ ຜູ່ນຳສູງສຸດຂອງເກົາຫຼີເໜືອ ແລະ ຫ້າມທ່ານ ຄິມເດີນທາງໄປປະເທດອື່ນ
ຂ່າວຕ່າງປະເທດ
2017-09-08T17:35:29+00:00
https://laopost.com/?p=94686
ມຽນມາ ສ້າງເຈດີປະດັບດ້ວຍຢົກລ້ວນໆ ມູນຄ່າມະຫາສານ!
ມຽນມາກໍ່ສ້າງເຈດີອົງໃຫຍ່ ເຂດເມືອງເກົ່າອະມະຣາປຸຣະ ປະດັບດ້ວຍແກ້ວປະເສີດ ” ຢົກ ” ທັງພາຍໃນ ແລະ ພາຍນອກ ຍິ່ງໃຫຍ່ອະລັງການ. ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ເມສານີ້ວ່າ ເຈດີພຣະເວສະໜາ (Weirawsana Zedi) ກໍ່ສ້າງຂຶ້ນແບບຖານສີ່ຫລ່ຽມຈະຕຸຣັດ ກວ້າງດ້ານລະ 40.6 ແມັດ ເທິງເນື້ອທີ່ 12.5 ໄລ່ ມີຄວາມສູງກ່ວາ 20 ແມັດ ໂດຍປັດຈຸບັນທັງພາຍໃນ ແລະ ພາຍນອກ ກໍ່ສ້າງສຳເລັດແລ້ວ 95% ດ້ວຍເງິນກໍ່ສ້າງກ່ວາ 400 ລ້ານຈ໊າດ ສະກຸນເງິນມຽນມາ ເຊິ່ງຍັງບໍ່ທັນລວມກັບແກ້ວປະເສີດ ຢົກ ທີ່ນຳມາຕົບແຕ່ງທັງພາຍໃນ ແລະ ພາຍນອກອີກ ມູນຄ່າເຖິງ 15 ລ້ານໂດລາສະຫະລັດ. ທັງນີ້ ເມືອງອະມະຣາປຸຣະ ເຄີຍເປັນສູນກາງການປົກຄອງຂອງອານາຈັກພະມ້າທາງພາກເໜືອ ມາຫລາຍຍຸກຫລາຍສະໄໝ ໂດຍຍັງເປັນສະຖານທີ່ຝັງສົບ ຂອງກະສັດພະມ້າຫລາຍພະອົງອີກດ້ວຍ.
ຂ່າວຕ່າງປະເທດ
2015-04-09T07:02:26+00:00
https://laopost.com/?p=22621
ລາວເຝົ້າລະວັງພະຍາດອີໂບລາ ຢ່າງໃກ້ຊິດ
ອົງການອະນາໄມໂລກ ລາຍງານໃນວັນທີ 20 ສິງຫານີ້ວ່າ ການໃຊ້ຢາ “ຊີແມບ” ຕໍ່ສູ້ກັບເຊື້ອພະຍາດອີໂບລາກັບຜູ້ທີ່ຕິດເຊື້ອເລີ່ມມີປະຕິກິລິຍາໄດ້ຮັບຜົນດີຂຶ້ນ. ໃນເບື້ອງຕົ້ນທີ່ທົດລອງໃຊ້ກັບຜູ້ຕິດເຊື້ອອີໂບລາຈຳນວນ 12 ຄົນທີ່ເປັນກຸ່ມທາງການແພດ, ໃນນັ້ນ 1 ຄົນ ມີອາການດີຂຶ້ນໄວເຊິ່ງເປັນສັນຍານດີສຳລັບນັກຄົ້ນຄວ້າເລັ່ງທົດລອງຢາປິ່ນປົວເຊື້ອພະຍາດດັ່ງກ່າວໄວຂຶ້ນເພື່ອຢຸດຕິການລະບາດໂດຍໄວ. ເຖິງວ່າຍັງບໍ່ພົບກໍລະນີພະຍາດອີໂບລາ (Ebola) ເກີດຂຶ້ນໃນ ສປປ ລາວກໍຕາມ ແຕ່ປະເທດ ເຮົາຍັງມີຄວາມສ່ຽງຈາກການເດີນທາງເຂົ້າມາຂອງຜູ້ໂດຍສານຈາກປະເທດທີ່ມີການລະບາດ. ດັ່ງນັ້ນ, ກະຊວງສາທາລະນະສຸກຮ່ວມກັບອົງການອະນາໄມໂລກ ແລະ ຂະແໜງການທີ່ກ່ຽວຂ້ອງ ຈຶ່ງສ້າງແຜນສະກັດກັ້ນ ແລະ ເຝົ້າລະວັງພະຍາດອີໂບລາຢ່າງໃກ້ຊິດ ໂດຍມີການເປີດນຳໃຊ້ຫ້ອງບັນຊາການເພື່ອສະກັດກັ້ນພະຍາດ, ທັງມີການປະຊຸມລາຍງານປະຈຳວັນ, ປະກອບເຄື່ອງສະແກນເນີອຸນຫະພູມ ແລະ ເຝິກອົບຮົມໃຫ້ຂໍ້ມູນຂ່າວສານທີ່ຈຳເປັນກ່ຽວກັບພະຍາດອີໂບລາແກ່ພະນັກງານແພດທີ່ໄດ້ຮັບການແຕ່ງຕັ້ງລົງປະຈຳດ່ານສາກົນ ແລະ ປະຊາຊົນທົ່ວໄປ, ເກັບກຳຂໍ້ມູນຄົນໂດຍສານທີ່ເດີນທາງມາຈາກປະເທດທີ່ມີການລະບາດ, ກະກຽມອຸປະກອນການແພດພ້ອມດ້ວຍຢາທີ່ຈຳເປັນ, ກະກຽມຫ້ອງແຍກປ່ຽວສະເພາະຄົນເຈັບທີ່ສົງໄສຢູ່ບັນດາໂຮງໝໍຕ່າງໆ, ຈັດລະບົບການປ້ອງກັນ ແລະ ຄວບຄຸມການຕິດເຊື້ອພະຍາດໃນໂຮງໝໍຕາມມາດຕະຖານສາກົນ ພ້ອມທັງປັບປຸງຄວາມພ້ອມຂອງຫ້ອງວິເຄາະເພື່ອບົ່ງມະຕິຕິດເຊື້ອອີໂບລາ. ສຈ.ດຣ ເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນໃນອາທິດນີ້ກ່ຽວກັບການກະກຽມສະກັດກັ້ນພະຍາດໄວຣັດອີໂບລາ ແລະ ໄດ້ແນະນຳໃຫ້ປະຊາຊົນຫລີກເວັ້ນການເດີນທາງທີ່ບໍ່ຈຳເປັນໄປປະເທດທີ່ມີການລະບາດ. ສຳລັບປະຊາຊົນທົ່ວໄປທີ່ສົນໃຈຂໍ້ມູນເພີ່ມເຕີມກ່ຽວກັບພະຍາດອີໂບລາ ຫລື ພະຍາດຕິດຕໍ່ອື່ນໆ ສາມາດສອບຖາມທາງສາຍດ່ວນ ກະຊວງສາທາລະນະສຸກ 166 ຕະຫລອດ 24 ຊົ່ວໂມງ. ພະຍາດ ອີໂບລາທີ່ພວມມີການລະບາດໃຫຍ່ໃນປະເທດເຊຍຣາລີອອນ (Sierra Leone), ໄລບີເຣຍ (Liberia), ກິນີ (Guinea) ແລະ ໄນຈີເຣຍ (Nigeria) ຂອງທະວີບອາຟຣິຕາເວັນຕົກ ຫລ້າສຸດໃນ ວັນທີ 20 ສິງຫານີ້, ເວັບໄຊຂອງອົງການອະນາໄມໂລກໄດ້ເປີດເຜີຍຕົວເລກຜູ້ເສຍຊີວິດຈາກພະຍາດດັ່ງກ່າວໃນພື້ນທີ່ຂອງທະວີບອາຟຣິກາຕາເວັນຕົກ 4 ປະເທດທີ່ກ່າວມານັ້ນວ່າ: ມີຈຳນວນຜູ້ຕິດເຊື້ອທັງໝົດ 2.240 ກໍ ລະນີ, ໃນນັ້ນເສຍຊີວິດ 1.229 ຄົນ. ເຊື້ອຈຸລະໂລກອີໂບລາ ແມ່ນເຊື້ອຈຸລະໂລກທີ່ພາໃຫ້ເກີດພະຍາດໃນຄົນ, ຄົ້ນພົບຄັ້ງທຳອິດໃນປີ 1976 ທີ່ປະເທດສາທາ ລະນະລັດ ປະຊາທິປະໄຕ ກົງໂກ (Congo) ແລະ ປະເທດຊູດານ (Sudan). ເຊື້ອຈຸລະໂລກອີໂບລາ ແມ່ນໃສ່ຕາມຊື່ແມ່ນ້ຳອີໂບລາ ຢູ່ສາທາລະນະລັດ ປະຊາທິປະ ໄຕກົງໂກ. ເຊິ່ງມີສັດຊະນິດໜຶ່ງທີ່ຊື່ເຈຍ ເປັນສັດທີ່ນຳເຊື້ອອີໂບລາໄປຍັງສັດຊະນິດອື່ນໆ ແລະ ຄົນ, ແຕ່ກໍສາມາດຕິດຕໍ່ໂດຍກົງຈາກຄົນຫາຄົນ ຜ່ານການສຳຜັດກັບເລືອດ ຫລື ນໍ້າລາຍຂອງຄົນຕິດເຊື້ອ/ສົບ ຫລື ໂດຍການສຳຜັດກັບອຸປະກອນທີ່ຂ້າເຊື້ອບໍ່ຖືກວິທີໂດຍສະເພາະເຂັມ ແລະ ບັ້ງສີດຢາ. ນອກຈາກນັ້ນ, ການແຜ່ເຊື້ອຜ່ານການສຳຜັດທາງປາກ, ການກອດ ແລະ ທາງເພດສຳພັນກໍສາມາດເກີດຂຶ້ນໄດ້. ໄລຍະບົ່ມເຊື້ອຂອງພະຍາດອີໂບລາແຕ່ 2-21 ວັນອາການຂອງພະຍາດອີໂບລາມີອາການໄຂ້ກະທັນຫັນ, ເຈັບຫົວ, ເຈັບຄໍ, ອ່ອນເພຍ, ເຈັບກ້າມຊີ້ນ, ປວດຮາກ/ຮາກ ແລະ ມີອາການຖອກທ້ອງນຳ. ໃນກໍລະນີຄົນເຈັບໜັກອາດເຮັດໃຫ້ຕັບ ແລະ ໄຂ່ຫລັງຊຸດໂຊມ, ມີເລືອດໄຫລພາຍໃນ ແລະ ຂ້າງນອກຮ່າງກາຍ ເຊິ່ງພາໃຫ້ເສຍຊີວິດໄດ້. ອັດຕາການຕາຍຂອງພະຍາດດັ່ງກ່າວແມ່ນສູງເຖິງ 50- 90%. ຂອບໃຈຂ່າວຈາກ ລາວພັດທະນາ
ຂ່າວພາຍໃນ
2014-08-22T17:41:43+00:00
https://laopost.com/?p=9260
ແຜ່ນດິນໄຫວ ນອກຊາຍຝັ່ງປາປົວນິວກີນີ ຂະໜາດ 7,7 ມີເຕືອນໄພສຶນາມິ!
ເກີດເຫດແຜ່ນດິນໄຫວຂະໜາດ 7,7 ແມັກນິຈູດ ນອກຊາຍຝັ່ງປະເທດປາປົວນິວກີນີ ມີໂອກາດເກີດສຶນາມຶ ໃນລັດສະໝີ 1,000 ກິໂລແມັດ. ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 30 ມີນານີ້ວ່າ ສຳນັກງານສຳຫລວດທໍລະນີວິທະຍາ ສະຫະລັດອາເມຣິກາ (USGS) ໄດ້ລາຍງານໃນຕອນເຊົ້າຂອງມື້ນີ້ (30 ມີນາ) ວ່າ ໄດ້ເກີດແຜ່ນດິນໄຫວຂະໜາດ 7.7 ແມັກນິຈູດ ນອກຊາຍຝັ່ງຂອງປະເທດປາປົວນິວກີນີ ເລິກລົງໄປ 65 ກິໂລແມັດ ແລະ ມີການເຕືອນໄພສຶນາມິ ໃນລັດສະໝີ 1,000 ກິໂລແມັດ ຂອງສູນກາງແຜ່ນດິນໄຫວ, ອີກທັງຍັງມີລາຍງານວ່າ ເກີດການສັ່ນສະເທືອນຊ້ຳ ຫລື ອັບເຕີຊ໊ອກ ຕາມມາອີກຫລາຍຮອບ ເຊິ່ງໜຶ່ງໃນນັ້ນມີຄວາມແຮງເຖິງ 5.7 ແມັກນິຈູດ. ລ່າສຸດ ສູນເຕືອນໄພສຶນາມິໃນປາຊີຟິກ (PTWC) ໄດ້ອອກປະກາດສະບັບທີ 4 ແລ້ວ ໂດຍໃຫ້ຖືວ່າ ສຶນາມິໃນຈຸດອັນຕະລາຍນັ້ນ ໄດ້ຜ່ານໄປແລ້ວ ແລະ ຍັງຄົງເຕືອນໃຫ້ຜູ້ທີ່ອາໄສຢູ່ຕາມແຄມຊາຍຝັ່ງ ເຝົ້າລະວັງຕິດຕາມຂ່າວສານຢູ່ສະເໝີ.
ຂ່າວຕ່າງປະເທດ
2015-03-30T14:40:56+00:00
https://laopost.com/?p=22018
ຈັດອັນດັບມາດຕະການສະກັດກັ້ນໂຄວິດ-19ໃນອາຊຽນ “ລາວ-ຫວຽດນາມ” ໄດ້ 100 ຄະແນນ
ສະຖາບັນທີ່ສຶກສາດ້ານນະໂຍບາຍສາທາລະນະ ມະຫາວິທະຍາໄລ ອັອກຟອດ ຂອງອັງກິດ ໄດ້ເຮັດການສຳຫຼວດຄວາມເຂັ້ມງວດຂອງມາດຕະການສະກັດກັ້ນໂຄວິດ-19 ໃນ 122 ພື້ນທີ່ທົ່ວໂລກ ຜົນປະກົດວ່າປະເທດທີ່ມີມາດຕະການເຂັ້ມງວດທີ່ສຸດໃນອາຊຽນ ຄື ປະເທດ ຫວຽດນາມ ແລະ ສປປ ລາວ ໄດ້ 100 ຄະແນນເຕັມ, ຟິລິບປິນ 90.48 ຄະແນນ, ມາເລເຊຍ ແລະ ໄທ 85.71 ຄະແນນ, ອິນໂດເນເຊຍ 80.95 ຄະແນນ, ມຽນມາ 76.19 ຄະແນນ, ສິງກິໂປ 61.9 ຄະແນນ, ບຣູໄນ 52.38 ຄະແນນ. ຕົວຊີ້ວັດໃນການຈັດອັນດັບໃນຄັ້ງນີ້ປະກອບມີ: ການສັ່ງປິດໂຮງຮຽນ-ສຳນັກງານ, ການຍົກເລີກກິດຈະກຳຕ່າງໆ, ການລະງັບບໍລິການຂົນສົ່ງສາທາລະນະ, ການເຜີຍແຜ່ຂໍ້ມູນໃຫ້ປະຊາຊົນ ແລະ ການຈຳກັດການເຄື່ອນຍ້າຍຂອງປະຊາຊົນ. ປັດຈຸບັນ, ທຸກປະເທດໃນອາຊຽນໄດ້ຫັນມາໃຊ້ມາດຕະການປ້ອງກັນໂຄວິດ-19 ໃນທິດທາງດຽວກັນ ສ່ວນຄວາມເຂັ້ມຂຸ້ນຂອງແຕ່ລະມາດຕະການແມ່ນຂຶ້ນຢູ່ກັບນະໂຍບາຍຂອງລັດຖະບານແຕ່ລະປະເທດ. ປະເທດລາວໄດ້ເລີ່ມໃຊ້ມາດຕະການປິດໂຮງຮຽນຕັ້ງແຕ່ວັນທີ 19 ມີນາ ທີ່ຜ່ານມາ ແລະ ກໍ່ຕາມມາດ້ວຍການປິດສຳນັກງານ, ການຍົກເລີກກິດຈະກຳ, ການປິດດ່ານຊາຍແດນ, ການລະງັບການຂົນສົ່ງສາທາລະນະ, ການຈຳກັດການເຄື່ອນຍ້າຍຂອງປະຊາຊົນພາຍໃນປະເທດ ແລະ ການຈຳກັດການເຄື່ອນຍ້າຍຕ່າງປະເທດ ເຊັ່ນດຽວກັນກັບຫວຽດນາມທີ່ມີຊາຍແດນຕິດກັບຈີນແຕ່ກໍ່ໃຊ້ມາດຕະການຕັ້ງແຕ່ເລີ່ມຕົ້ນມີການລະບາດ ຈຶ່ງເຮັດໃຫ້ສາມາດຄວບຄຸມສະຖານະການໄດ້ໄວ. ຮຽບຮຽງຂ່າວ: ພຸດສະດີ ແຫຼ່ງຂໍ້ມູນ: ໂທລະພາບ Thai PBS
ຂ່າວພາຍໃນ
2020-04-20T14:45:58+00:00
https://laopost.com/?p=118550
ຈີນພົບຜູ້ຕິດເຊື້ອໄວຣັສໄຂ້ຫວັດນົກ H7N4 ລາຍທຳອິດແລ້ວ
ເປັນຍິງໃນເຂດມົນທົນຊາຍຝັ່ງມາງຕາເວັນອອກ ແຕ່ລ່າສຸດແມ່ນເຊົາຈາກອາກອານປ່ວຍແລ້ວ. ທາງການຮ່ອງກົງລະບຸວ່າ ຄະນະກຳມະການວາງແຜນຄອບຄົວ ແລະສາທາລະນະສຸກແຫ່ງຊາດຈີນ ລາຍງານວ່າເປັນຄັ້ງທຳອິດທີ່ພົບການຕິດເຊື້ອ H7N4 ໃນມະນຸດ, ຜູ້ປ່ວຍຍິງດັ່ງກ່າວມີອາຍຸ 68 ປີ, ອາໄສຢູ່ໃນມົນທົນຈຽງຊູ. ນາງເລີ່ມມີອາການບໍ່ສະບາຍເມື່ອວັນທີ 25 ທັນວາ ປີທີ່ແລ້ວ ຈາກນັ້ນຖືກນຳໂຕສົ່ງໂຮງຫມໍໃນວັນທີ 1 ມັງກອນ 2018 ແລະອອກຈາກໂຮງຫມໍເມື່ອວັນທີ 22 ມັງກອນ 2018. ລາຍງານລະບຸວ່າ ລາວໄດ້ສຳຜັດກັບສັດປີກທີ່ມີອາການປ່ວຍ. ການຕິດເຊື້ອໄວຣັສໄຂ້ຫວັດນົກທີ່ພົບເຫັນຫລາຍທີ່ສຸດໃນມະນຸດ ເປັນເຊື້ອໄວຣັສສາຍພັນ H7N9 ໂດຍນັບຕັ້ງແຕ່ປີ 2012 ຈົນເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວຢ່າງຫນ້ອຍ 600 ຄົນ ແລະລົ້ມປ່ວຍອີກກວ່າ 1,500 ຄົນ, ຈາກເຊື້ອໄວຣັສ H7N9 ລາຍງານລະບຸວ່າ ເມື່ອເດືອນແລ້ວຈີນພົບຜູ້ຕິດເຊື້ອໄວຣັສ H7N9 ພຽງຄົນດຽວ ແຕ່ເມື່ອປີທີ່ແລ້ວແມ່ນພົບເຖີງ 192 ຄົນ ໃນຈຳນວນ 79 ຄົນທີ່ເສຍຊີວິດ. ຢ່າງໃດກໍ່ຕາມເຮົາຄວນຈະຮັບປະທານ ຫລື ຄົວອາຫານໃຫ້ສຸກດີ ຫລີກລ້ຽງການກິນດິບ ເພື່ອສຸຂະອານາໄມທີ່ຖືກຕ້ອງ ແລະຊີວິດຂອງຕົນເອງ. ແຫລ່ງຂ່າວຕ່າງປະເທດ: TNA
ຂ່າວຕ່າງປະເທດ
2018-02-15T11:52:22+00:00
https://laopost.com/?p=99420
ປກສ ແຂວງບໍລິຄໍາໄຊ ລົງກວດກາການສັນຈອນຕາມເສັ້ນທາງ 13 ໃຕ້ ເຂດເສັ້ນທາງກໍ່ສ້າງໃໝ່
ເພື່ອການເປັນເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະກວດກາການສັນຈອນຕາມທ້ອງຖະໜົນຫຼວງໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເພື່ອຄວາມປອດໄພຂອງນັກຂັບຂີ່ ແລະ ກວດກາການສັນຈອນກ່ອນບຸນປີໃໝ່ລາວ ພສ 2566 ທີ່ຈະມາເຖິງນີ້; ພະແນກຕໍາຫຼວດ ຈະລາຈອນ ປກສ ແຂວງບໍລິຄໍາໄຊ, ນໍາໂດຍ ພັນໂທ ບຸນມີ ລໍວັນໄຊ ຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ແຂວງບໍລິຄໍາໄຊ ພ້ອມທີມງານໄດ້ລົງເຄື່ອນໄຫວໂຄສະນາ, ກວດກາການສັນຈອນຕາມເສັ້ນທາງ 13 ໃຕ້ ເຂດເສັ້ນທາງກໍ່ສ້າງໃໝ່ທີ່ສຳເລັດແລ້ວ ຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ. ການລົງເຜີຍແຜ່ໃນຄັ້ງນີ້ ທີ່ມການແມ່ນໄດ້ໂຄສະາ ແລະ ກວດກາສະພາບການສັນຈອນຕາມດໍາລັດ ເລກທີ 568/ລບ ວ່າດ້ວຍການປັບໃໝຜູ້ລະເມີດກົດໝາຍຈະລາຈອນທາງບົກ, ໜ້າທີ່ ແລະ ຂໍ້ຫ້າມສໍາລັບຜູ້ຂັບຂີ່, ຄວາມສ່ຽງໃນການຍ່າງ ແລະ ວິທີປ້ອງກັນ, ການສັນຈອນ ຫຼື ການຍ່າງຕາມເສັ້ນທາງ, ການຂັບຂີ່ລົດຈັກທຸກຄັ້ງ ຕ້ອງໃສ່ໝວກກັນກະທົບທັງຜູ້ຂັບ ແລະ ຜູ້ຊ້ອນ. ອຸປະຕິເຫດແຕ່ເດືອນມັງກອນ ຫາ ເດືອນ ມີນາ ເຫັນວ່າ ຂອບເຂດ ທາງເຮັດໃໝ່ ແຕ່ບ້ານ ໂພນສະຫວ່າງ ຫຼັກ13 ຫາ ບ້ານນາສົ້ມມໍ ຫຼັກ 9 ແມ່ນມີອຸປະຕິເຫດເກີດຂຶ້ນແລ້ວ 10 ເລື່ອງ, ພາຫະນະເປ່ເພ 18 ຄັນ, ຄົນໄດ້ຮັບບາດເຈັບ 16 ຄົນ, ເກີດອຸປະຕິເຫດຕໍາຄົນຍ່າງແລ້ວໜີ 1 ເລື່ອງ ສາເຫດຍ້ອນຄວາມໄວເກີນກຳນົດ, ເຕັກນິກລົດບໍ່ຮັບປະກັນ ເຊັ່ນເບກບໍ່ດີ, ໄຟທ້າຍບໍ່ຮຸ່ງ, ໄຟຕາໜ້າບໍ່ແຈ້ງ ແລະ ປ່ຽນທິດທາງກະທັນຫັນ, ເວລາເກີດເຫດສ່ວນຫຼາຍແມ່ນໄລຍະ 18 ໂມງຫາ 23 ໂມງ, ເພື່ອປ້ອງກັນສະກັດກັ້ນ ແລະ ແກ້ໄຂບັນຫາດັ່ງກ່າວ ພະແນກຕຳຫຼວດຈະລາຈອນ ຈຶ່ງມີແຜນການເຄື່ອນໄຫວໂຄສະນາ ຕາມບ້ານ, ໂຮງຮຽນ ແລະ ຕັ້ງຈຸດກວດກາຕະຫຼອດ 24 ຊົ່ວໂມງ, ກວດກາພາຫະນະ, ຈັບຄວາມໄວ, ກວດກາຜູ້ຂັບຂີ່, ກວດກາເອກະສານລົດ, ກຳນົດເວລາເຮັດທົດລອງ 10 ວັນ, ເລີ່ມແຕ່ວັນທີ 5 ເມສາເປັນຕົ້ນໄປ. ທີ່ມາ ວາລະສານ ປ້ອງກັນຄວາມສະຫງົບ
ຂ່າວພາຍໃນ
2023-04-11T10:27:45+00:00
https://laopost.com/?p=143894
ຂ່າວດີ! ສຳລັບຄົນຮັກໃນສຽງເພງ ເພາະແອັບພິເຄຊັນ Spotify ຈະເຂົ້າມາລາວໄວໆນີ້
Spotify ແອັບພິເຄຊັນເພງ ແລະວີດີໂອ ທີ່ຜູ້ໃຊ້ແອັບສາມາດເຂົ້າເຖິງເພງ ແລະເນື້ອຫາເພງໄດ້ຫຼາຍກວ່າລ້ານເພງທົ່ວໂລກ ຈະເປີດຕົວໃນລາວແລະ ກຳປູເຈຍໄວໆນີ້. Spotify ໄດ້ປະກາດແຜນການທີ່ຈະຂະຫຍາຍພື້ນທີ່ໄປຫຼາຍກວ່າ 80 ສະຖານທີ່ໃໝ່ໃນທົ່ວໂລກ, ໃນນັ້ນລວມມີປະເທດລາວ ແລະ ປະເທດກຳປູເຈຍ. ອີງຕາມການລາຍງານຂອງ NME ວ່າ: Spotify ໄດ້ປະກາດໃນລະຫວ່າງງານ Stream On Digital ເຊິ່ງໄດ້ຈັດຂື້ນໃນວັນທີ 22 ເດືອນກຸມພາ 2021 ທີ່ຜ່ານມາວ່າ: ແພລັດຟອມດັ່ງກ່າວຈະເປີດໂຕ ແລະ ເຜິຍແຜ່ເຂົ້າໃນຫຼາຍຕະຫຼາດທົ່ວໂລກ ເຊິ່ງເປັນສ່ວນໜຶ່ງ ຂອງການຂະຫຍາຍທີ່ໃຫຍ່ທີ່ສຸດຈົນເຖິງປະຈຸບັນ. ຫຼັງຈາກໄດ້ເປີດໂຕຢ່າງເປັນທາງການຢູ່ປະເທດເກົາຫຼີໃຕ້ ໃນວັນທີ 1 ເດືອນກຸມພາ ທີ່ຜ່ານມາ, Spotify ໄດ້ກ່າວວ່າ: ຈະເປີດໂຕທົ່ວອາຊີໄດ້ແກ່ລາວ, ເຊັ່ນດຽວກັນກັບ ມາເກົາ, ບຣູໄນ, ກຳປູເຈຍ, ສີລັງກາ, ບັງກະລາເທດ, ເມົາດິບ, ພູຖານ, ມົງໂກລີ, ເນປານ ແລະ ປາກິດສະຖານ. ທຸກໆຕະຫຼາດໃໝ່ຈະສາມາດເຂົ້າເຖິງລາຍການເພງ ແລະ ການບໍລິການ ຂອງ Spotify ໄດ້ໂດຍການສະໝັກຟຣີ ແລະ ແບບຈ່າຍເງິນ (Premium) ການບໍລິການ Spotify ຈະມີຢູ່ໃນແອັບພິເຄຊັນເທິງມືຖື ແລະ ໂປແກຼມເວັບບາວເຊີ (Browsers), ຄຸນລັກສະນະຂອງແອັບທີ່ສາມາດເຊື່ອມຕໍ່ໂທລະທັດ, ລຳໂພງ ແລະ ເຄື່ອງມືອື່ນໆ ຈະນໍາເຂົ້າມາໃຫ້ໃຊ້ພາຍຫຼັງ ແລະ ຍັງມີການເພີ່ມພາສາຂອງໂປຣມແກຣມ ລວມ 36 ພາສາ. ຮຽບຮຽງໂດຍ: ມົນລະດີ
ຂ່າວພາຍໃນ
2021-02-25T15:27:22+00:00
https://laopost.com/?p=123242
ກອງປະຊຸມເຜີຍແຜ່ ກ່ຽວກັບການນຳໃຊ້ສື່ສັງຄົມອອນລາຍນ໌
ທ່ານ ສະຫວັນຄອນ ຣາຊມຸນຕຣີ ລັດຖະມົນຕີຊ່ວຍກະຊວງ ຖວທ ຕອນເຊົ້າຂອງວັນທີ 18 ທັນວາ 2014 ຢູ່ທີ່ຫ້ອງປະຊຸມ ກະຊວງຖະແຫຼງຂ່າວ-ວັດທະນະທຳແລະທ່ອງທ່ຽວ ໄດ້ມີກອງປະຊຸມເຜີຍແຜ່ ກ່ຽວກັບ ການນຳໃຊ້ເຄືອຂ່າວສັງຄົມອອນລາຍນ໌ ຂຶ້ນ ໂດຍການເປັນປະທານຂອງທ່ານ ສະຫວັນຄອນ ຣາຊມຸນຕຣີ ລັດຖະມົນຕີຊ່ວຍວ່າການກະຊວງຯ ແລະທັງເປັນຜູ້ຊີ້ນຳວຽກງານສື່ມວນຊົນ ເຊິ່ງມີກົມອ້ອມຂ້າງທີ່ກ່ຽວຂ້ອງ ແລະນັກສື່ມວນຊົນຈາກທຸກສຳນັກ ທົ່ວສູນກາງເຂົ້າຮ່ວມ. ພາຍໃນງານໄດ້ຮັບຟັງການເຜີຍແຜ່ ປະຫວັດຄວາມເປັນມາຂອງລະບົບອິນເຕີເນັດ, ວິທີການນຳໃຊ້ທີ່ຖືກຕ້ອງ ເພື່ອໃຫ້ເກີດປະໂຫຍດຕໍ່ຕົນເອງ ແລະສັງຄົມ ແລະໃນຂະນະດຽວກັນ ກໍໃຫ້ໃຊ້ເປັນເຄື່ອງມືໃນການອະທິບາຍ ແລະຕອບຕ້ານການໃສ່ຮ້າຍປ້າຍສີ ແລະການໂຈມຕີຂອງສັດຕູ. ໃນຕອນໜຶ່ງ ທ່ານປະທານກອງປະຊຸມໄດ້ກ່າວວ່າ ການນຳໃຊ້ທີ່ບໍ່ຖືກຕ້ອງນັ້ນເປັນຜົນເສຍຕໍ່ ຕົນເອງແລະສັງຄົມ ຍົກຕົວຢ່າງພະນັກງານລັດບາງຄົນ ເຂົ້າມາຫ້ອງການແລ້ວຈັບໂທລະສັບມາຫຼິນ ໂດຍບໍ່ເອົາໃຈໃສ່ຕໍ່ວຽກງານ ຫຼືເອກະສານທີ່ຕ້ອງເຮັດ ແລ້ວເຮັດໃຫ້ປະຊາຊົນຕ້ອງລໍຖ້າຮັບເອກະສານ ຢ່າງຊັກຊ້າ.
ຂ່າວພາຍໃນ
2014-12-18T09:55:27+00:00
https://laopost.com/?p=15671
ມອບພາຫະນະທີ່ຖືກຄົນຮ້າຍລັກ ຄືນໃຫ້ເຈົ້າຂອງເດີມ.
ຮອ ເພັດສະຫວັນ ວິໄລວົງ ຮອງຫົວໜ້າໜ່ວຍງານສືບສວນ-ສອບສວນ ປກສ ນະຄອນ ໄກສອນ ພົມວິຫານ ໃຫ້ຮູ້ວ່າ: ໃນເດືອນຕຸລາ 2022, ທາງເຈົ້າໜ້າທີ່ ປກສ ນະຄອນໄດ້ຕິດຕາມເປົ້າໜາຍທີ່ເຄື່ອນໄຫວລັກລົດຢູ່ພາຍໃນເທດສະບານນະຄອນ ໄກສອນ ພົມວິຫານ ສາມາດກັກຕົວເປົ້າໝາຍກໍ່ເຫດໄດ້ 02 ຄົນ ຄື:ທ້າວ ເວດສຸວັນ ອາຍຸ 35 ປີ ອາຊີບ ວ່າງງານ ບ້ານຈອມແກ້ວ ນະຄອນ ໄກສອນ ພົມວິຫານ ແລະ ທ້າວ ແສງສຸລິຍາ ຫຼື ໂອໂມ້ ອາຍຸ 32 ປີ ອາຊີບ ວ່າງງານ ບ້ານສະພານເໜືອ ນະຄອນ ໄກສອນ ພົມວິຫານ ພ້ອມຂອງກາງລົດຈັກຍີ່ຫໍ້ ຮອນດ້າເວັບໄອ ສີຟ້າປອນ ທີ່ພວກກ່ຽວທັງ 02 ໄດ້ລັກມາ.ຈາກນັ້ນທາງເຈົ້າໜ້າທີ່ຕຳຫຼວດ ປກສ ນະຄອນ ໄດ້ສອບສວນຂະຫຍາຍຜົນ, ເຊິ່ງຜູ້ກ່ຽວໄດ້ໃຫ້ການຮັບສາລະພາບວ່າ ໄດ້ຮ່ວມກັນເຄື່ອນໄຫວລົງມືລັກລົດຈັກຢູ່ໃນເທດສະບານນະຄອນ ໄກສອນ ພົມວິຫານ ແລະ ບັນດາເມືອງທີ່ອ້ອມຂ້າງ ເຊີ່ງລວມທັງໜົດ 10 ຄັ້ງ ໄດ້ລົດຈັກ 09 ຄັນ,ໂທລະສັບ 01 ໜ່ວຍ ແລ້ວນຳໄປຂາຍອອກ ຢູ່ຕ່າງເມືອງ ແລະທາງເຈົ້າໜ້າທີ່ຕຳຫຼວດ ປກສ ນະຄອນ ຈຶ່ງໄດ້ປະສານສົບທົບກັບພາກສ່ວນທີ່ກ່ຽວຂ້ອງຈຶ່ງ ສາມາດເກັບກູ້ລົດຈັກມາໄດ້ຄືນທັງໜົດ 08 ຄັນ ແລະໄດ້ມອບຄືນໃຫ້ແກ່ຜູ້ເສຍຫາຍຄືນ. ຕໍ່ມາໃນວັນທີ 24 ກຸມພາ 2023 ຜ່ານມາ, ຈຶ່ງໄດ້ຈັດພິທີມອບ-ຮັບ ພາຫະນະຈຳນວນດັ່ງກ່າວໃຫ້ແກ່ເຈົ້າຂອງຊັບເດີມຢ່າງເປັນທາງການ ໃນນີ້ ມີພາຫະນະລົດຈັກຢີ່ຫໍ້ HONDA WAVE 100 ຈໍານວນ 6 ຄັນ. ຕໍ່ກັບສະພາບປະກົດການດັ່ງກ່າວ, ຈຶ່ງຮຽກຮ້ອງມາຍັງຜູ້ປະກອບການ ທຸກພາກສ່ວນຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງພ້ອມກັນຍົກສູງສະຕິລະວັງຕົວ ແລະ ເປັນເຈົ້າການຄຸ້ມຄອງປົກປັກຮັກສາ ຊັບສິນຂອງຕົນເອງໃຫ້ມີຄວາມຮັບປະກັນ ແລະ ປອດໄພ ເພື່ອບໍ່ໃຫ້ເກີດມີຊ່ອງຫວ່າງ ແກ່ພວກກຸ່ມຄົນບໍ່ດີທີ່ເຄື່ອນໄຫວລັກຊັບ. ທີ່ມາ: mediaLAOS
ຂ່າວພາຍໃນ
2023-02-28T10:17:57+00:00
https://laopost.com/?p=142636
ນັກຂ່າວອາເມຣິກາຖືກຍິງຢູ່ຢູເຄຣນ
ອີງຕາມການລາຍງານຂອງສຳນັກຂ່າວ Sputnik ນັກຂ່າວຊາວອາເມຣິກາທີ່ໄດ້ຮັບລາງວັນ ທ້າວ ເບຣນ ຣີເນົາດ໌ (Brent Renaud) ໄດ້ເສຍຊີວິດໃນຂະນະທີ່ຖືກໂຈມຕີທີ່ເມືອງເອີປິນ (Irpin) ຂອງຢູເຄຣນ ແລະ ນັກຂ່າວອາເມລິກາອີກຄົນໜຶ່ງ, ທ້າວ ຮວນ ອາຣີດອນໂດ (Juan Arredondo) ໄດ້ຮັບບາດເຈັບ. ໃນທວີດຕ໌, ຕໍາຫຼວດພາກພື້ນຄຽບ ໄດ້ລະບຸຜູ້ຊາຍທີ່ເສຍຊີວິດແມ່ນ ທ້າວ ຣີເນົາດ໌, ອາຍຸ 50 ປີ. ຕໍາຫຼວດໄດ້ໂພສ໌ຮູບຖ່າຍ ແລະ ຫນັງສືຜ່ານແດນອາເມຣິກາຂອງຣີເນົາດ໌ເພື່ອເປັນຫຼັກຖານ, ເຊັ່ນດຽວກັນກັບຮູບຂອງປ້າຍຂ່າວຂອງນິວຢອກທາມສ໌ (New York Times) ທີ່ມີຊື່ຂອງ ທ້າວ ຣີເນົາດ໌. ທ່ານ ແອນດຣີ ເນເບິທໍ (Andriy Nebitov), ຫົວໜ້າຕຳຫລວດເຂດຄຽບ ກ່າວໃນໂພສ໌ເຟສບຸກວ່າ ຣີເນົາດ໌ ເປັນນັກຂ່າວຕ່າງປະເທດຄົນທຳອິດທີ່ເສຍຊີວິດໃນສົງຄາມໃນຢູເຄຣນ ແລະ ກ່າວຕື່ມອີກວ່າ ຍັງຜູ້ທີ່ພະຍາຍາມບອກຄວາມຈິງກ່ຽວກັບຄວາມໂຫດຮ້າຍຂອງການບຸກໂຈມຕີໃນຢູເຄຣນ. ບັນດາກຸ່ມເສລີດ້ານຂ່າວສານໄດ້ກ່າວປະນາມຄວາມຮຸນແຮງໃນວັນອາທິດວ່າ, ເປັນການລະເມີດກົດໝາຍສາກົນ.ຄະນະກຳມະການປ້ອງກັນນັກຂ່າວກ່າວໃນຖະແຫຼງການກ່າວວ່າ “ກຳລັງຣັດເຊຍຢູ່ໃນຢູເຄຣນຕ້ອງຢຸດຕິຄວາມຮຸນແຮງທັງໝົດຕໍ່ນັກຂ່າວ ແລະ ພົນລະເຮືອນຄົນອື່ນໆໃນທັນທີ ແລະ ຜູ້ໃດທີ່ຂ້າ ທ້າວ ຣີເນົາດ໌ ຄວນຖືກພິຈາລະນາຄະດີ”
ຂ່າວຕ່າງປະເທດ
2022-03-14T15:10:44+00:00
https://laopost.com/?p=132397
ຈີນ ກຽມຍ້າຍປະຊາຊົນ 3.4 ລ້ານຄົນ ຈາກພື້ນທີ່ຫ່າງໄກສອກຫຼີກ ໄປພື້ນທີ່ພັດທະນາ
ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 14 ກຸມພາ 2017 ຜ່ານມາວ່າ ໃນປີ 2017 ນີ້ ລັດຖະບານຈີນມີໂຄງການໃຫຍ່ໆ ຫຼາຍຢ່າງ ເຊິ່ງໜຶ່ງໃນນັ້ນຄືການຍ້າຍປະຊາຊົນປະມານ 3.4 ລ້ານຄົນ ອອກຈາກພື້ນທີ່ຫ່າງໄກສອກຫຼີກ ໄປຫາສັງຄົມທີ່ມີການພັດທະນາຫຼາຍກວ່າ ເຊິ່ງໂຄງການນີ້ ເປັນສ່ວນໜຶ່ງຂອງຄຳປະຕິຍານຂອງລັດ ທີ່ຕ້ອງການກ້າວອອກຈາກຄວາມທຸກຍາກຂອງປະເທດໃຫ້ໄດ້ໃນປີ 2020 ໃນປີ 2016 ຜ່ານມາ ຈີນໄດ້ຍ້າຍປະຊາຊົນໃນພື້ນທີ່ທຸກຍາກປະມານ 2.49 ລ້ານຄົນ ໄປຫາພື້ນທີ່ ທີ່ມີຄວາມຈະເລີນ ແລະສິ່ງອຳນວຍຄວາມສະດວກຫຼາຍກວ່າເຊັ່ນ: ໂຮງຮຽນ, ໂຮງໝໍ, ເສັ້ນທາງ ແລະແຫຼ່ງນໍ້າ ຂະນະທີ່ເສດຖະກິດຈີນ ມີການເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ ໃນຊ່ວງຫຼາຍປີຜ່ານມາ ແຕ່ກໍເຮັດໃຫ້ປະຊາຊົນຈີນຫຼາຍລ້ານຄົນ ຕ້ອງເດີນທາງອອກຈາກເຂດຊົນນະບົດ ເພື່ອມາເຮັດວຽກໃນເມືອງ, ເຮັດໃຫ້ຕ້ອງປະລູກຫຼານໄວ້ໃນບ້ານ ຈົນພວກເຂົາຂາດການສຶກສາ ແລະລະບົບສາທາລະນະສຸກທີ່ດີ ປະທານາທິບໍດີ ສີຈິ້ນຜິງ ຂອງຈີນ ໄດ້ໃຫ້ຄຳປະຕິຍານໄວ້ວ່າ ຈະເຮັດໃຫ້ປະຊາຊົນຫຼຸດພົ້ນຈາກຄວາມທຸກຍາກ ໃຫ້ໄດ້ພາຍໃນປີ 2020 ເຖິງແມ່ນວ່າຈະມີປະຊາກອນປະມານ 45 ລ້ານຄົນ ທີ່ມີລາຍໄດ້ຕໍ່ປີໜ້ອຍກວ່າ 3.000 ຢວນ ເຊິ່ງເປັນສິ່ງທີ່ຍາກຫຼາຍສົມຄວນ
ຂ່າວຕ່າງປະເທດ
2017-02-16T10:26:43+00:00
https://laopost.com/?p=85244
ຄະນະປະຈໍາສະພາແຫ່ງຊາດ ຮ່ວມກັບຄະນະ ລັດຖະບານ ຫາລືຫລາຍບັນຫາສໍາຄັນຮີບດ່ວນ
ໃນວັນທີ 20 ເມສາ 2022 ນີ້ ທີ່ສະພາແຫ່ງຊາດ ຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະລັດຖະບານ ໄດ້ຈັດກອງປະຊຸມຮ່ວມ ເພື່ອປຶກສາຫາລືບັນຫາສຳຄັນຮີບດ່ວນ ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາຄະນະປະຈໍາສະພາແຫ່ງຊາດ, ຄະນະລັດຖະບານ ໂດຍສະເພາະແມ່ນລັດຖະມົນຕີກະຊວງຕ່າງໆ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມຈັດຂຶ້ນ ເພື່ອປຶກສາຫາລື ແລະ ຮ່ວມກັນຊອກວິທີແກ້ໄຂ ບັນຫາເຄັ່ງຮ້ອນ ແລະ ຮີບດ່ວນທີ່ເກີດຂຶ້ນໃນສັງຄົມ ເຊິ່ງສົ່ງຜົນກະທົບຕໍ່ການສ້າງສາພັດທະນາເສດຖະກິດ-ສັງຄົມ ໃນປັດຈຸບັນ, ທັງເປັນການຕິດຕາມ, ຊຸກຍູ້ບັນດາກະຊວງ, ອົງການ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ທີ່ໄດ້ພິຈາລະນາຮັບຮອງເອົາເປັນມະຕິກອງປະຊຸມສະພາແຫ່ງຊາດ ໃນຂອບເຂດວຽກງານຂອງແຕ່ລະພາກສ່ວນ ແລະ ເປັນບ່ອນອີງໃນການແກ້ໄຂບັນຫາຄວາມຫຍຸ້ງຍາກຕ່າງໆ ໃຫ້ໄດ້ຮັບຜົນສໍາເລັດ. ຂໍ້ມູນ: ຂປລ
ຂ່າວພາຍໃນ
2022-04-20T17:27:01+00:00
https://laopost.com/?p=133279
ຫວຽດນາມກຽມພ້ອມອົບພະຍົບ 1 ລ້ານຄົນໜີພາຍຸເທມບິນ
Residents walk through floodwaters as they evacuate to a safer place in Kabacan, North Cotabato, on the southern island of Mindanao on December 23, 2017, after Tropical Storm Tembin dumped torrential rains across the island.Tropical Storm Tembin has lashed the nation's second-largest island of Mindanao since December 22, triggering flash floods and mudslides. / AFP PHOTO / FERDINANDH CABRERA ສຳນັກຂ່າວຕ່າງປະເທດລາຍງານ 25 ທັນວາ 2017 ວ່າ: ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີຫວຽດນາມ ກ່າວໃນກອງປະຊຸມຄະນະລັດຖະມົນຕີ ເນັ້ນໜັກໃຫ້ໜ່ວຍງານທີ່ກ່ຽວຂ້ອງຕິດຕາມສະຖານະການຈາກໄພທຳມະຊາດຢ່າງໃກ້ຊິດ ແລະ ກຽມຄວາມພ້ອມຂັ້ນສູງສຸດ ເນື່ອງຈາກພາຍຸເທມບິນ ໄດ້ເຄື່ອນຕົວອອກຈາກຟິລິບປິນ ມາທາງທິດຕາເວັນຕົກສຽງເໜືອ ເຊິ່ງໝາຍຄວາມວ່າຈະພັດຜ່ານພາກໃຕ້ຂອງຫວຽດນາມເປັນຈຸດໝາຍຕໍ່ໄປ ໂດຍທ່ານ ຫງວຽນ ຊວນຟຸກ ຍັງໄດ້ກ່າວຢ້ຳອີກວ່າ ຕ້ອງຮັບປະກັນຄວາມປອດໄພຂອງແຖ່ນຂຸດເຈາະນ້ຳມັນ ແລະ ເຮືອປະມົງທີ່ຢູ່ໃນບໍລິເວນດັ່ງກ່າວຫຼາຍກວ່າ 62,000 ລຳ ແລະ ໄດ້ອອກຄຳສັ່ງໃຫ້ເດີນທາງກັບເຂົ້າຝັ່ງແລ້ວ. ຂະນະທີ່ກະຊວງສຶກສາທິການຫວຽດນາມໄດ້ສັ່ງປິດໂຮງຮຽນທຸກແຫ່ງໃນນະຄອນໂຮຈິມິນຢ່າງໜ້ອຍ 1 ມື້ຄື: ວັນຈັນ ທີ 25 ທັນວາ 2017 ນີ້, ດ້ານລາຍງານຂອງສຳນັກງານປ້ອງກັນໄພພິບັດແຫ່ງຊາດຫວຽດນາມລະບຸວ່າ: ເບື່ອງຕົ້ນໄດ້ມີການອົບພະຍົບປະຊາຊົນທີ່ອາໄສຢູ່ໃນເຂດລຸ່ມນ້ຳແລ້ວປະມານ 74,000 ຄົນ, ແຕ່ມີການເຕືອນໃຫ້ເຈົ້າໜ້າທີ່ລັດໃນ 15 ແຂວງເພີ່ມການຕິດຕາມລະວັງໄພຈາກພາຍຸດັ່ງກ່າວຕະຫຼອດ 24 ຊົ່ວໂມງ ເທົ່າກັບວ່າອາດຕ້ອງມີການອົບພະຍົບປະຊາຊົນເພີ່ມອີກເປັນຫຼາຍກວ່າ 1 ລ້ານຄົນ. ເຊິ່ງອິດທິພົນຂອງພາຍຸເທມບິນ ທີ່ເຄື່ອນຕົວພັດຜ່ານເກາະມິນດາເນົາ ທີ່ເປັນເກາະຂະໜາດໃຫຍ່ອັນດັບ 2 ຂອງຟິລິບປິນ ສົ່ງຜົນໃຫ້ເກີດນ້ຳຖ້ວມຢ່າງກະທັນຫັນ ແລະ ດິນເຈື່ອນເປັນວົງກວ້າງ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຫຼາຍກວ່າ 230 ຄົນ ແລະ ຍັງມີລາຍ ງານຜູ້ສູນຫາຍອີກຫຼາຍກວ່າ 100 ຄົນ ແລະ ປະຊາຊົນອີກປະມານ 70,000 ຄົນ ບໍ່ມີທີ່ພັກອາໄສ. ແຫລ່ງຂ່າວ: ອິດສະຫຼະ
ຂ່າວຕ່າງປະເທດ
2017-12-26T10:03:28+00:00
https://laopost.com/?p=97923
ການແຂ່ງຂັນກິລາ ຄົນພິການທາງສະໝອງ ແລະ ປັນຍາ,
ຕອນເຊົ້າ ວັນທີ 15 ຕຸລານີ້ ທີ່ເດີ່ນກິລາເຈົ້າອານຸວົງ, ນະຄອນຫຼວງວຽງຈັນ ໄດ້ມີການແຂ່ງຂັນກິລາ ຄົນພິການທາງສະໝອງ ແລະ ປັນຍາ, ເພື່ອການຄັດເລືອກເອົານັກກິລາຄົນພິການທາງສະໝອງ ແລະ ປັນຍາ ປະຈຳປີ 2016 ໄປແຂ່ງຢູ່ປະເທດ ກຳປູເຈ້ຍ ທີ່ຈະຈັດຂື້ນໃນບໍ່ພໍທໍ່ໃດວັນນີ້ ແລະ ກໍເພື່ອສະເຫີລມສະຫຼອງວັນສ້າງຕັ້ງສະເປໂສໂອລົມປິກ, ການແຂ່ງຂັນກິລາດັ່ງກ່າວເປັນປະທານ ໂດຍ ທ່ານ ສີສະຫວາດ ກຸມພົນ ຮອງກົມນະໂຍບາຍຕໍ່ຜູ້ທີ່ມີຜົນງານ, ຕາງໜ້າຈາກກະຊວງສາທາ, ຕາງໜ້າຈາກກະຊວງສືກສາ-ກິລາ, ຜູ້ປົກຄອງນ້ອງໆນັກກິລາ ແລະ ພາກສ່ວນກຽ່ວຂ້ອງ ເຂົ້າຮ່ວມ. ( ໂດຍ: ເພັດສະໄໝ ) ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!
ຂ່າວພາຍໃນ
2016-10-20T09:14:16+00:00
https://laopost.com/?p=73527
ນາຍົກແຕ່ງຕັ້ງຄະນະສະເພາະກິດ ເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວເພິ່ມຂຶ້ນ
ເມື່ອບໍ່ດົນມານີ້ນາຍົກລັດຖະມົນຕີລາວ ຈັດຕັ້ງທີມງານສະເພາະກິດ ເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວ ເພີ່ມຂຶ້ນຕາມແຜນການທີ່ວາງໄວ້ ໃນປີ 2017 ໂດຍເປັນການປະສານງານ ລະຫວ່າງ 4 ກະຊວງ ກັບ 1 ສຳນັກງານ. ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີວ່າການ ກະຊວງແຜນການ ແລະການລົງທຶນ ທ່ານສຸພັນ ແກ້ວມີໄຊ ລັດຖະມົນຕີວ່າການ ກະຊວງແຜນການ ແລະການລົງທຶນຖະແຫລງວ່າ ຄະນະລັດຖະບານລາວ ພາຍໃຕ້ການນຳຂອງທ່ານທອງລຸນ ສີສຸລິດນາຍົກລັດຖະມົນຕີ ໄດ້ມີຄຳສັ່ງໃຫ້ຈັດຕັ້ງທີມງານສະເພາະກິດ ຂຶ້ນມາຄະນະນຶ່ງ ເມື່ອບໍ່ດົນມານີ້ ເພື່ອໃຫ້ຮັບຜິດຊອບການຈັດຕັ້ງປະຕິບັດໃນທຸກໆດ້ານ ເພື່ອຮັບປະກັນໃຫ້ເສດຖະກິດມະຫາພາກຂອງລາວ ຂະຫຍາຍຕົວເພີ່ມຂຶ້ນຕາມແຜນການເປົ້າໝາຍທີ່ວາງໄວ້ ໃນປີ 2017 ນີ້ ໂດຍເປັນການປະສານງານ ລະຫວ່າງ 4 ກະຊວງ ກັບ 1 ສຳນັກງານ ຂອງລັດ ດັ່ງທີ່ ທ່ານສຸພັນ ຢືນຢັນວ່າ: “ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ ແລະສັງຄົມ ປີ 2017 ເພື່ອເຮັດໃຫ້ເສດຖະກິດມະຫາພາກມີຄວາມໝັ້ນຄົງ ມີສະຖຽນລະພາບທ່ານນາຍົກກໍໄດ້ຈັດຕັ້ງທີມງານເສດຖະກິດຂຶ້ນ ມີສີ່ຫ້າກະຊວງຫລັກ ກະຊວງການເງິນ ກະຊວງແຜນການ ທະນາຄານ ກະຊວງການຄ້າ ແລະສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຊຶ່ງໄດ້ປະຊຸມກັນໃນທຸກໆເດືອນວາງມາດຕະການ ຄົ້ນຄວ້ານະໂຍບາຍຕ່າງໆ ເພື່ອສະເໜີລັດຖະບານໃນແຕ່ລະເດືອນຫັ້ນ ເພື່ອວາງອອກໄປຈັດຕັ້ງປະຕິບັດ.” ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການ ກະຊວງການເງິນ ທາງດ້ານທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງ ການເງິນ ຖະແຫລງວ່າ ການເຕີບໂຕທາງເສດຖະກິດ ໃນອັດຕາສະເລ່ຍ 7 ເປີເຊັນ ໃນແຜນການປີ 2016-2017 ຈະເຮັດໃຫ້ຍອດຜະລິດຕະພັນພາຍໃນ (GDP) ຂອງລາວ ມີມູນຄ່າລວມເຖິງ 129,683 ຕື້ກີບ ຫຼືປະມານ 16,210 ລ້ານໂດລາ ໂດຍຈະຖົວສະເລ່ຍເປັນລາຍໄດ້ຂອງປະຊາຊົນລາວ ທີ່ລະດັບ 2,341ໂດລາຕໍ່ຄົນ ໃນທ້າຍປີ 2017 ນີ້ ແລະເພີ່ມຂຶ້ນ 18 ເປີເຊັນ ທຽບໃສ່ລາຍໄດ້ສະເລ່ຍ ຂອງປະຊາຊົນລາວ ທີ່ລະດັບ 1,970 ໂດລາຕໍ່ຄົນ ໃນປີ 2016 ທີ່ຜ່ານມາ. ທີມງານສະເພາະກິດ ປະກອບມີສີ່ຫ້າກະຊວງຫລັກ ກະຊວງການເງິນ, ກະຊວງແຜນການ ແລະການລົງທຶນ ທະນາຄານ ກະຊວງການຄ້າ ແລະ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຊຶ່ງໄດ້ປະຊຸມກັນໃນທຸກໆເດືອນທີມງານສະເພາະກິດ ປະກອບມີສີ່ຫ້າກະຊວງຫລັກ ກະຊວງການເງິນ ກະຊວງແຜນການ ແລະການລົງທຶນ ທະນາຄານ ກະຊວງການຄ້າ ແລະ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຊຶ່ງໄດ້ປະຊຸມກັນໃນທຸກໆເດືອນແຕ່ຢ່າງໃດກໍຕາມ ການທີ່ຈະສາມາດບັນລຸຄາດໝາຍດັ່ງກ່າວໄດ້ ຢ່າງແທ້ຈິງນັ້ນກໍບໍ່ ແມ່ນເລື່ອງງ່າຍ ເພາະຕ້ອງໄດ້ຮັບການຮ່ວມມືຈາກທຸກພາກສ່ວນ ໃນການປະກອບ ສ່ວນເຂົ້າໃນການຈັດຕັ້ງປະຕິບັດ 10 ມາດຕະການທີ່ລັດຖະບານລາວໄດ້ກຳນົດໄວ້ໃນແຜນການປີ 2016-2017 ທີ່ປະກອບດ້ວຍການຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີສະຖຽນລະພາບ ແລະໝັ້ນທ່ຽງ ເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວ ບໍ່ໃຫ້ຫລຸດ 7 ເປີເຊັນ ສືບຕໍ່ປັບປຸງການຄຸ້ມຄອງລະບົບການເງິນແລະງົບປະມານໃຫ້ແຂງແຮງແຮງ ດ້ວຍການປະຕິຮູບກົນໄກການເກັບລາຍຮັບໃຫ້ເຂົ້າສູ່ລະບົບທັນສະໄໝ ແລະໂປ່ງໃສ ຄຸ້ມຄອງເງິນຕາໃຫ້ມີສະຖຽນລະພາບສືບຕໍ່ການປະຕິບັດນະໂຍບາຍດອກເບ້ຍຕາມກົນໄກຕະຫຼາດ ປັບປຸງສະພາວະແວດລ້ອມ ໃນການດຳເນີນທຸລະກິດ ສົ່ງເສີມການລົງທຶນພາຍໃນ ແລະ ຈາກຕ່າງປະເທດໃຫ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຸກຍູ້ສົ່ງເສີມການຜະລິດສິນຄ້າ ແລະ ພັດທະນາການບໍລິການ ໂດຍສຸມໃສ່ການຜະລິດສິນຄ້າ ເພື່ອຊົມໃຊ້ພາຍໃນ ແລະຫລຸດຜ່ອນການນຳເຂົ້າຈາກຕ່າງປະເທດ. ສືບຕໍ່ສຸມໃສ່ການພັດທະນາທາງດ້ານວັດທະນະທຳສັງຄົມ ແລະແກ້ໄຂຄວາມທຸກຍາກ ຄົ້ນຄວ້າຜັນຂະຫຍາຍແລະຈັດຕັ້ງປະຕິບັດເປົ້າໝາຍການພັດທະນາຢ່າງຍືນຍົງໃຫ້ເປັນແຜນການ ແລະໂຄງການລະອຽດ ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ ບໍລິຫານລັດຖະການຕາມລະບຽບກົດໝາຍຢ່າງເຂັ້ມງວດ ທີ່ແນໃສ່ການຕ້ານ ການສໍ້ລາດບັງຫລວງໃຫ້ເປັນຮູບປະທຳ ສະເໜີສະພາແຫ່ງຊາດ ແລະສະພາທ້ອງຖິ່ນ ໃຫ້ຕິດຕາມກວດກາການປັບປຸງນິຕິກຳ ໃຫ້ສອດຄຮ້ອງກັບສະພາບການຕົວຈິງ ແລະການຮັບປະກັນສະຖຽນລະພາບທາງການເມືອງ ແລະຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ໃຫ້ໄດ້ຢ່າງຄັກແນ່. ທີມງານສະເພາະກິດ ປະກອບມີສີ່ຫ້າກະຊວງຫລັກ ຄື ກະຊວງການເງິນ, ກະຊວງແຜນການແລະການລົງທຶນ, ທະນາຄານ, ກະຊວງອາສາຫະກຳແລະການຄ້າ ແລະສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຊຶ່ງໄດ້ປະຊຸມກັນໃນທຸກໆເດືອນ ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍໄດ້ປັບລົດຄາດໝາຍການຂະຫຍາຍຕົວ ທາງເສດຖະກິດລົງ ຈາກ 7.5 ເປີເຊັນ ເປັນ 7 ເປີເຊັນ ຕໍ່ປີໃນໄລຍະ 4 ປີ ທີ່ເຫຼືອຂອງແຜນການພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດ ໄລຍະ 5 ປີ ຄັ້ງທີ 8 ທີ່ຈັດຕັ້ງປະຕິບັດ ຢູ່ໃນເວລານີ້ ແລະຍັງຈະຈັດຕັ້ງປະຕິບັດໄປຈົນເຖິງປີ 2020 ຊຶ່ງຖ້າຫາກເປັນໄປຕາມຄາດໝາຍດັ່ງກ່າວ ກໍຈະເຮັດໃຫ້ຍອດຜະລິດຕະພັນພາຍໃນ (GDP)ມີມູນຄ່າລວມກວ່າ 597,682 ຕື້ກີບ ຄິດສະເລ່ຍຕໍ່ຫົວປະຊາຊົນລາວ ທີ່ລະດັບ 23.82ລ້ານກີບ ຫຼື 2,978 ຕໍ່ຄົນໃນປີ 2020. ຫາກແຕ່ວ່າ ການທີ່ຈະສາມາດບັນລຸຄາດໝາຍດັ່ງກ່າວໄດ້ຢ່າງແທ້ຈິງ ກໍຈະຕ້ອງນຳໃຊ້ເງິນທຶນ ບໍ່ນ້ອຍກວ່າ 173,328 ຕື້ກີບ ຫຼື 21,666 ລ້ານໂດລາ ໂດຍຄິດເປັນ 29ເປີເຊັນ ຂອງ GDP. ແຫຼ່ງຂ່າວ: ວິທະຍຸສຽງອາເມລິກາ
ຂ່າວພາຍໃນ
2017-05-15T16:22:24+00:00
https://laopost.com/?p=89956