title
stringlengths
7
164
text
stringlengths
18
16.7k
category
stringclasses
7 values
date
stringlengths
25
25
url
stringlengths
27
29
ສະໂມສອນ ລາວໂຕໂຢຕ້າ ເສຍໃຫ້ ສະໂມສອນ ອາເຢຢາວະດີ ຢູໄນເຕັດ ຈາກ ມຽນມາ 4-2
ວັນພຸດ 09/03/2016 ທີ່ຜ່ານມາ AYEYAWADY UNITED (MYA) ພົບ ສະໂມສອນ ລາວໂຕໂຢຕ້າ ແຂ່ງຂັນຢູ່ສະຫນາມ YOUTH TRAINING CENTER YANGON ເວລາ 16 : 00 ຕາມເວລາທ້ອງຖິ່ນປະເທດມຽນມາ ສາມາດຕິດຕາມການຖ່າຍທອດທາງສະຖານີໂທລະພາບ TVLAO HD ເລີ່ມແຕ່ເວລາ 16:30 ໂມງ ຜົນປະກົດ ສະໂມສອນ ລາວໂຕໂຢຕ້າ ບຸກໄປເສຍໃຫ້ ສະໂມສອນ ອາເຢຢາວະດີ ຢູໄນເຕັດ ຈາກ ມຽນມາ 4-2 ຄາບ້ານ ໂດຍການຍິງຂອງ Christopher ໃນນາທີທີ 22 ແລະ 32 ເຮັດໃຫ້ ທີມມຽນມານຳ ສະໂມສອນ ລາວໂຕໂຢຕ້າກ່ອນ ຈົບເຄິ່ງເວລາທໍາອິດ AFC CUP ນັດທີ 2 ອາເຢຢາວະດີ ຢູໄນເຕັດ ຈາກ ມຽນມາ ນຳ ລາວໂຕໂຢຕ້າ 2-0 ເຂົ້າເຄິ່ງເວລາຫຼັງ ອາເຢຢາວະດີ ຢູໄນເຕັດ ຈາກ ມຽນມາກໍ່ໄດ້ປະຕູເພີ່ມອີກເປັນປະຕູທີ 3 ຈາກການຍິງຂອງ Christopher ໃນນາທີທີ 55 ຈາກນັ້ນອີກບໍ່ດົນທີມສະໂມສອນ ລາວໂຕໂຢຕ້າໄດ້ຈາກ ສິດທິເດດ ຂັນທະວົງ ທີ່ຍິງປະຕູເຂົ້າໃນນາທີທີ 64 ເຮັດໃຫ້ລາວຕີຕື້ນຂຶ້ນມາ ເປັນ 3-1. ແຕ່ Aung Kyaw Naing ນັກເຕະຈາກ ອາເຢຢາວະດີ ຢູໄນເຕັດ ຈາກ ມຽນມາ ກໍ່ໄດ້ຍິງປະຕູເພີ່ມໃນນາທີທີ 78 ເຮັດໃຫ້ມຽນມາ ນຳ ສະໂມສອນ ລາວໂຕໂຢຕ້າ ເປັນ 4-1 ຜ່ານໄປ 11ນາທີ ສະໂມສອນ ລາວໂຕໂຢຕ້າ ແລະ ແຟນບານມີເຮອີກຄັ້ງເພາະ ສິດທິເດດ ຂັນທະວົງ ໄດ້ຍິງປະຕູເພີ່ມໃນນາທີທີ 89 ກ່ອນຈົບເກມເຮັດໃຫ້ຕອນນີ້ລາວນຳມຽນມາຢູ 2 ປະຕູ. ການແຂ່ງຂັນສະຫຼຸບວ່າ ສະໂມສອນ ລາວໂຕໂຢຕ້າ ບຸກໄປເສຍໃຫ້ ອາເຢຢາວະດີ ຢູໄນເຕັດ ຄາບ້ານ ດ້ວຍຄະແນນ 4-2 ແຕ່ເຖິງຢ່າງໃດກໍ່ຕາມພວກເຮົາກໍ່ຮູ້ວ່ານັກກິລາວໄດ້ສູ້ຢ່າງເຕັມທີ່ແລ້ວ ແຕ່ເລື່ອງເຕັກນິກ ແລະ ວິທີການຕ່າງໆແມ່ນຕ້ອງໄດ້ມີການທອດຖອນບົດຮຽນ ເພື່ອນຳໄປປັບດັດ, ພັດທະນາຮູບເກມການຫຼິ້ນໃໝ່ໃນຄັ້ງຕໍ່ໄປ. ຂໍ້ມູນຈາກ Lao Football News ຂ່າວສານບານເຕະລາວ ຮຽບຮຽງໂດຍ: ປັອກເລັກ ລາວໂພສຕ໌
ຂ່າວພາຍໃນ
2016-03-10T07:58:43+00:00
https://laopost.com/?p=49729
ສະມັດຊາໃຫຍ່ຢູເອັນຊີ້ ອັງກິດຄືນໝູ່ເກາະຊາກອສໃຫ້ມໍຣິຊຽດ
ສະມັດຊາໃຫຍ່ສະຫະປະຊາຊາດມີມະຕິສຽງສ່ວນຫຼາຍສະໜັບສະໜູນຂໍ້ຄິດເຫັນຂອງສານໂລກກ່ຽວກັບເລື່ອງໝູ່ເກາະ “ຊາກອສ” ແລະ ຕ້ອງການໃຫ້ສະຫະຣາຊະອານາຈັກສົ່ງຄືນໝູ່ເກາະແຫ່ງນີ້ໃຫ້ແກ່ “ມໍຣິຊຽດ” ໃນວາລະປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ (UNGA) ຊຶ່ງມີ 15 ປະເທດເຂົ້າຮ່ວມ ໂດຍມີມະຕິສຽງທັງໝົດ 116 ສຽງ ບໍ່ອອກສຽງ 56 ແລະ ຄັດ ຄ້ານ 6 ສຽງ ໂດຍມີກຳນົດສົ່ງຄືນພາຍໃນ 6 ເດືອນ. ທັງນີ້ ອາເມຣິກາ ແລະ ສະຫະຣາຊະອານາຈັກກໍໄດ້ກ່າວເປັນສຽງດຽວກັນວ່າ ໝູ່ເກາະຊາກອສຖືເປັນເຂດທີ່ມີຄວາມສຳຄັນໃນພາລະກິດຕໍ່ຕ້ານການກໍ່ການຮ້າຍ ແລະ ຮັກສາສະຖຽນລະພາບດ້ານຄວາມໝັ້ນຄົງຂອງໂລກ ເນື່ອງຈາກເປັນສະຖານທີ່ຕັ້ງຂອງຖານທັບອາເມຣິກາເທິງເກາະ ດິເອໂກ ກາຣເຊຍ ຊຶ່ງເປັນເກາະຍ່ອຍຂະໜາດໃຫຍ່ທີ່ສຸດຂອງໝູ່ເກາະຊາກອສທີ່ອາເມຣິກາເຊົ່າເປັນຖານທີ່ຕັ້ງຂອງຖານທັບ ແລະ ຄຸກລັບຂອງສຳນັກຂ່າວກອງກາງ CIA ທັງນີ້ ສັນຍາເຊົ່າຈະຄົບກຳນົດໃນປີ 2036 ຫຼື ອີກປະມານ 17 ປີຂ້າງໜ້າ. ຂະນະທີ່ ທ່ານ ນາງ ຄາເຣນ ພຽດ ເອກອັກຄະຣາຊະທູດສະຫະຣາຊະອານາຈັກປະຈຳຢູເອັນ ກໍໄດ້ກ່າວວ່າ ໝູ່ເກາະຊາກອສຄວນຢູ່ພາຍໃຕ້ອະທິປະໄຕຂອງສະຫະຣາຊະອານາຈັກ ສ່ວນລັດຖະບານມໍຣິຊຽດກໍໄດ້ກຽມຄວາມພ້ອມສຳລັບການເຈລະຈາກັບທັງສອງປະເທດ. ຮຽບຮຽງ: ສະຫະລັດ ວອນທິວົງໄຊ ຮູບພາບ:REUTERS
ຂ່າວຕ່າງປະເທດ
2019-05-24T10:13:51+00:00
https://laopost.com/?p=113689
ເຈົ້າບ່າວຕົກໃຈເອີ້ນຄ່າເສຍຫາຍກັບເຈົ້າສາວທີ່ຫາກໍ່ແຕ່ງງານ ຫລັງຈາກທີ່ໄດ້ເຫັນໜ້າສົດໆ
ຄູ່ບ່າວສາວທີ່ຄົບຫາເບິ່ງໃຈກັນມາດົນຈົນເຖິງຂັ້ນຈະຈູງມືກັນແດງດອງ ໝັ້ນໃຈໄດ້ເລີຍວ່າ ທັງຄູ່ຕ້ອງຮູ້ຈັກກັນມາເປັນຢ່າງດີ ແຕ່ໃນທີ່ສຸດສິ່ງນີ້ກໍເກິດຂຶ້ນ ເມື່ອເຈົ້າບ່າວຟ້ອງຮ້ອງຄ່າເສຍຫາຍຈາກຝ່າຍຍິງ ປະມານ 170.000.000 ກີບ ຫລັງຈາກທີ່ຕື່ນມາຕົກໃຈທີ່ສຸດເມື່ອໄດ້ເຫັນໜ້າສົດຂອງເຈົ້າສາວ ແລ້ວປ່ຽນໄປເປັນຄົນລະຄົນ!! ວັນທີ່ 3 ສິງຫາ ທີ່ຜ່ານມາ ເວັບໄຊເດິຊັນ ລາຍງານອ້າງອີງແຫລ່ງຂ່າວແອນຈີເລຍວ່າ ສານກຸງແອນເຈຍ ເມືອງຫລວງຂອງໄນຈີເຣຍ ໄດ້ຮັບຄຳຟ້ອງຈາກຕົວແທນຊາຍຄົນໜຶ່ງ ທີ່ໄດ້ຍື່ນຟ້ອງຮ້ອງຄ່າເສຍຫາຍຈາກເຈົ້າສາວ ເປັນມູນຄ່າ ປະມານ 170.000.000 ກີບ ຫລັງຈາກຕົກໃຈສຸດໆ ທີ່ໄດ້ເຫັນໜ້າສົດຂອງເຈົ້າສາວ ໃນເຊົ້າມື້ທຳອິດທີ່ຕື່ນຂຶ້ນຈາກຫ້ອງຫໍ ໃນເອກະສານຄຳຮ້ອງລະບຸວ່າ ເຈົ້າບ່າວຄົນນີ້ຈື່ຄົນຮັກຕົວເອງບໍ່ໄດ້ ເຖິງຂະໜາດທີ່ເຂົ້າໃຈວ່ານາງເປັນຂີ້ລັກທີ່ເຂົ້າມາລັກເຄື່ອງໃນຫ້ອງຫໍ ແລະຍັງໃຫ້ລາຍລະອຽດວ່າ ກ່ອນໜ້ານີ້ຝ່າຍຊາຍແລະຝ່າຍຍິງທີ່ຫາກໍ່ຈະແຕ່ງດອງເປັນຜົວເມຍ ເຂົ້າໃໝ່ປາມັນກັນແລ້ວ ຕ່າງກໍ່ແຕ່ງໜ້າເວລາໄດ້ພົບກັນຕະຫລອດ ນາງເບິ່ງງາມຫລາຍ ແລະນິ້ເປັນເທື່ອທຳອິດທີ່ຝ່າຍຊາຍໄດ້ເຫັນໜ້າແທ້ໆ ຂອງນາງ ເຮັດໃຫ້ຝ່າຍຊາຍຮູ້ສຶກຖືກຕົວະ “ສະນັ້ນຝ່າຍເຈົ້າບ່າວ ຕ້ອງການຟ້ອງຮ້ອງເອີ້ນຄ່າເສຍຫາຍຈາກເຈົ້າສາວ ປະມານ 170.000.000 ກີບ ຂໍ້ຫາເຮັດໃຫ້ເກີດຄວາມເຈັບຊ້ຳທາງຈິດໃຈ”
ຂ່າວຕ່າງປະເທດ
2015-08-05T10:43:45+00:00
https://laopost.com/?p=32113
ແພດຈີນໃຊ້ເຕັກໂນໂລຊີ 5ຈີ ຜ່າຕັດສະໝອງທາງໄກກວ່າ 3.000 ກິໂລແມັດ
ເມື່ອວັນທີ 18 ມີນາ 2019 ສຳນັກຂ່າວ ຊິນຫົວລາຍງານວ່າ ແພດຈີນຈາກໂຮງໝໍ PLA General Hospital ປະຈຳມົນທົນໄຫໜານ ໄດ້ເຮັດການຜ່າຕັດກະຕຸ້ນສະໝອງສ່ວນເລິກຈາກທາງໄກໃຫ້ກັບຜູ້ປ່ວຍໂຣກ ພາຣກິນສັນ ທີ່ຮັກສາຕົວຢູ່ໃນໂຮງໝໍໃນນະຄອນຫຼວງປັກກິ່ງ ເຊິ່ງມີຄວາມໄກຈາກສູນຜ່າຕັດປະມານ 3.000 ກິໂລແມັດ ໂດຍທີມແພດໃນໂຮງໝໍທີ່ໄຫໜານຈະເປັນຜູ້ຄວບຄຸມອຸປະກອນການຜ່າຕັດຜ່ານເຄືອຂ່າຍ 5G ແລະ ສາມາດຜ່າຕັດສຳເລັດໂດຍໃຊ້ເວລາດົນເຖິງ 3 ຊົ່ວໂມງ. ແພດຜູ້ຜ່າຕັດໄດ້ກ່າວວ່າ ການຜ່າຕັດເປັນໄປໄດ້ຢ່າງບໍ່ມີບັນຫາເພື່ອເຄືອຂ່າຍ 5G ຊ່ວຍແກ້ໄຂບັນຫາຄວາມຊັກຊ້າຂອງວິດີໂອ ພ້ອມສະແດງຄວາມຫວັງວ່າ ຫຼາຍໆໂຮງໝໍຈະສາມາດໃຊ້ປະໂຫຍດຈາກເຕັກໂນໂລຊີ 5G ໃນການຜ່າຕັດທາງໄກໄດ້ຫຼາຍຂຶ້ນໃນອະນາຄົດ ເພື່ອເຮັດໃຫ້ຜູ້ປ່ວຍໄດ້ຮັບການຮັກສາທີ່ດີ ໂດຍບໍ່ຕ້ອງເດີນທາງໄກມາເຂົ້າໂຮງໝໍໃຫຍ່ໃນເມືອງຫຼວງ. ครั้งแรก!แพทย์จีนผ่าตัดสมองผู้ป่วยทางไกลผ่าน 5G สำเร็จ ไม่หวั่นแม้ไกลกัน 3,000 กิโลเมตร!แพทย์จีนผ่าตัดสมองผู้ป่วยทางไกลผ่าน 5G สำเร็จ.แพทย์จีนจากโรงพยาบาล PLA General Hospital ประจำมณฑลไห่หนาน (ไหหลำ) ได้ทำการผ่าตัดกระตุ้นสมองส่วนลึกจากทางไกลให้กับผู้ป่วยโรคพาร์กินสันที่รักษาตัวอยู่ในโรงพยาบาลที่กรุงปักกิ่ง ซึ่งไกลออกไปจากศุนย์ผ่าตัดเป็นระยะทางไกลราว 3,000 กิโลเมตร .โดยทีมแพทย์ในโรงพยาบาลที่ไห่หนานจะเป็นผู้ควบคุมอุปกรณ์การผ่าตัดผ่านเครือข่าย 5G และสามารถผ่าตัดเสร็จสิ้นโดยใช้เวลานาน 3 ชั่วโมง.แพทย์ผู้ผ่าตัดกล่าวว่า การผ่าตัดเป็นไปอย่างราบรื่นเพราะเครือข่าย 5G ช่วยแก้ไขปัญหาความล่าช้าของวิดีโอ พร้อมแสดงความหวังว่า หลายๆ โรงพยาบาลจะสามารถใช้ประโยชน์จากเทคโนโลยี 5G ในการผ่าตัดทางไกลได้มากขึ้นในอนาคต เพื่อให้ผู้ป่วยได้รับบริการการรักษาที่ดีได้โดยไม่ต้องเดินทางไกล Posted by China Xinhua News on ວັນຈັນ ທີ 18 ມີນາ 2019 ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ ແຫຼ່ງຂໍ້ມູນ: ສຳນັກຂ່າວຊິນຫົວ
ຂ່າວຕ່າງປະເທດ
2019-03-20T14:43:44+00:00
https://laopost.com/?p=112088
ກະຊວງປ້ອງກັນປະເທດ ກຳນົດ 8 ໜ້າວຽກ ສະຫຼອງປີສາມັກຄີລາວ-ຫວຽດນາມ
ຄະນະຮັບຜິດຊອບສ້າງກິດຈະກຳ ແລະ ຂະບວນການຂອງກະຊວງປ້ອງກັນປະເທດໄດ້ປະຊຸມຄົ້ນຄວ້າໃນການເຄື່ອນໄຫວກິດຈະກຳຕ່າງໆຢູ່ຂັ້ນກະຊວງ ແລະ ສະເໜີຕໍ່ຄະນະຊີ້ນຳລະດັບຊາດ ໂດຍອີງໃສ່ 8 ໜ້າວຽກທີ່ຄະນະຊີ້ນຳລະດັບຊາດກຳນົດ. ທ່ານ ພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ຫົວໜ້າຄະນະຊີ້ນຳລວມຄະນະຮັບຜິດຊອບສ້າງກິດຈະກຳ ແລະ ຂະບວນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ໄດ້ຖະແຫຼງຂ່າວການກະກຽມການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ໃນວັນທີ 13 ກໍລະກົດນີ້ ທີ່ກະຊວງປ້ອງກັນປະເທດວ່າ: ພິທີເປີດສະເຫຼີມສະຫຼອງລວມກັນ ໄດ້ຈັດຂຶ້ນຢູ່ ສສ ຫວຽດນາມ ໃນວັນທີ 8 ມັງກອນ 2022, ເນື່ອງໃນໂອກາດທີ່ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການລະຫວ່າງ ວັນທີ 8 – 10 ມັງກອນ ຜ່ານມາ, ພ້ອມທັງເຂົ້າຮ່ວມພິທີເປີດສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022. ທ່ານ ພົນໂທ ທອງລອຍ ສິລິວົງ ໄດ້ລາຍງານກ່ຽວກັບການເຄື່ອນໄຫວກິດຈະກໍາຕ່າງໆ ປະກອບມີດັ່ງນີ້: ສໍາລັບພິທີປິດຈະຈັດຂຶ້ນໃນເດືອນທັນວາ 2022 ທີ່ນະຄອນຫຼວງວຽງຈັນ. ສ່ວນກະຊວງປ້ອງກັນປະເທດ ຈະຈັດຢູ່ເມືອງວຽງໄຊ ແຂວງຫົວພັນ ຈະມີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ 16 ຄະນະ (ຂັ້ນລັດຖະມົນຕີ, ບັນດາກົມໃຫຍ່, ອົງການ, ກອງພົນ, ກອງບັນຊາການທະຫານແຂວງ) ຈັດຕັ້ງປາຖະກະຖາ, ໂຮມຊຸມນຸມ ແລກປ່ຽນສານອວຍພອນ ແລກປ່ຽນດ້ານວັດທະນະທຳ ຈັດງານຕະຫຼາດນັດ, ວາງສະແດງສິນຄ້າ ຈັດຕັ້ງໂຄສະນາ, ຖະແຫຼງຂ່າວ ສ້າງຂະບວນການແຂ່ງຂັນຍ້ອງຍໍ. ການສະເຫຼີມສະຫຼອງປີສາມັກຄີມິດຕະພາບໃນຄັ້ງນີ້ ແມ່ນສະແດງອອກເຖິງເຈດຈຳນົງອັນແນ່ນອນ ຂອງສອງຊາດ, ສອງກອງທັບ ລາວ-ຫວຽດນາມ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ທີ່ປະທານ ໂຮ່ຈິມິນ ຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນ ຫວຽດນາມ ແລະ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ເຄົາລົບຮັກຂອງປະຊາຊົນລາວ ໄດ້ກໍ່ຕັ້ງນັ້ນ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ຂະຫຍາຍຕົວຢ່າງແຂງແຮງ ທັງເປັນການສະແດງເຖິງຄວາມຮູ້ບຸນຄຸນຕໍ່ກັບການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເປັນຕົ້ນແມ່ນການຊ່ວຍເຫຼືອອັນລໍ້າຄ່າຂອງເພື່ອນຫວຽດນາມ ຕະຫຼອດໄລຍະຂອງການປະຕິວັດລາວ ທັງເປັນການສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ, ນາຍ ແລະ ພົນທະຫານ ແລະ ປະຊາຊົນ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ, ຮຸ່ນສືບທອດ ມີຄວາມຮັບຮູ້ເຂົ້າໃຈທີ່ຖືກຕ້ອງ, ເລິກເຊິ່ງ, ໜັກແໜ້ນ ເພື່ອສືບຕໍ່ປົກປັກຮັກສາ ແລະ ເສີຍຂະຫຍາຍມູນເຊື້ອອັນດີງາມດັ່ງກ່າວ ກໍຄືປົກປັກຮັກສາໝາກຜົນຂອງການປະຕິວັດໄວ້ໃຫ້ໝັ້ນຄົງຕະຫຼອດໄປ. ສະເພາະກອງທັບປະຊາຊົນລາວ, ຕະຫຼອດໄລຍະທີ່ຜ່ານມາກໍໄດ້ມີການພົວພັນຮ່ວມມືຢ່າງມີຜົນສຳເລັດໃນຫຼາຍດ້ານກັບກອງທັບປະຊາຊົນຫວຽດນາມ ເປັນຕົ້ນແມ່ນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການປັບປຸງກໍ່ສ້າງກຳລັງ, ການກໍ່ສ້າງພະລາທິການ-ເຕັກນິກ, ການກອບກູ້ຕ້ານໄພພິບັດທຳມະຊາດ, ຕ້ານພະຍາດລະບາດ ແລະ ອື່ນໆ. ແຫຼ່ງຂ່າວຈາກ ປະຊາຊົນ
ຂ່າວພາຍໃນ
2022-07-13T14:47:14+00:00
https://laopost.com/?p=135674
ໄຂຂໍ້ຂ້ອງໃຈ ແສງໄຟປິດສະໜາຄ້າຍແສງ “ຢູເອຟໂອ” ທີ່ ສະວີເດນ
ເມື່ອວັນສຸກທີ່ຜ່ານມາຕາມເວລາທ້ອງຖິ່ນໃນເຂດສວນອຸດທະຍານແຫ່ງຊາດ ອາບີສໂກຂອງ ສະວີເດນ ໄດ້ປະກົດໃຫ້ເຫັນແສງປະຫຼາດຂຶ້ນເໜືອທ້ອງຟ້າ ຊາດ ແບລັກລີ ເຈົ້າຂອງເວັບໄຊ໌ (www.lightsoverlapland.com) ລະບຸວ່າ ເຂົາໄດ້ຮັບໂທລະສັບຈາກ ໂອລີເວີຣ ໄຣຕ໌ ໜຶ່ງໃນໄກດ໌ຂອງເຂົາ ເຊິ່ງເປັນຊ່າງພາບສີມືລະດັບໂລກທີ່ເຮັດວຽກຮ່ວມກັບເຂົາເມື່ອຫຼາຍປີກ່ອນ ໂດຍ ໄຣຕ໌ ບອກກັບ ແບລັກລີວ່າ ເຂົາສັງເກດເຫັນ UFO ແສງເໜືອຟ້າເປັນເລື່ອງທີ່ໜ້າຕື່ນເຕັ້ນສຳລັບຜູ້ທີ່ມາຢຽມຊົມສະຖານທີ່ແຫ່ງນີ້ ແລະ ໄດ້ພົບເຫັນແສງນັ້ນ ແຕ່ສຳລັບແບລັກລີ ແລະ ຄະນະເຈົ້າໜ້າທີ່ ພວກເຂົາເຫັນແສງແບບນີ້ມາແລ້ວນັບຄັ້ງບໍ່ຖ້ວນ ຈົນເມື່ອຮອດຄືນວັນສຸກທີ່ຜ່ານມາພວກເຂົາໄດ້ສັງເກດເຫັນຄວາມຜິດປົກກະຕິຂອງແສງນັ້ນ ຫຼັງຈາກກວດສອບ ແລະ ໄດ້ຮັບການຊ່ວຍເຫຼືອຈາກຜູ້ຊ່ຽວຊານ ກໍ່ໄດ້ຂໍ້ສະຫຼຸບວ່າ ແສງທີ່ພວກເຂົາເຫັນນັ້ນຄືແສງຈາກການທີ່ຈະຫຼວດແອຕລາສ 5 ຖືກປ່ອຍ ຂຶ້ນຈາກຖານທັບອາກາດແວນແດນເບຣີກໃນລັດແຄລິຟໍເນຍຂອງ ສະຫະລັດ ໃນຊ່ວງຫຼາຍຊົ່ວໂມງກ່ອນໜ້ານັ້ນ ເພື່ອນຳສົ່ງດາວທຽມເວິລວິວ 4 ຂຶ້ນສູ່ວົງໂຄຈອນໃນອາວະກາດ ຂ່າວຈາກ: http://news.mthai.com/hot-news/world-news/532948.html ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!
ຂ່າວຕ່າງປະເທດ
2016-11-16T09:06:32+00:00
https://laopost.com/?p=76638
ນາຍົກສິງກະໂປ ລີຊຽນລຸງ ເປັນລົມໃນຂະນະປາໄສ ຖ່າຍທອດສົດທາງໂທລະພາບ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ສິງຫານີ້ວ່າ ທ່ານ ລີຊຽນລຸງ ນາຍົກລັດຖະມົນຕີສິງກະໂປ ໄດ້ເກີດເປັນລົມໃນຂະນະ ຂຶ້ນກ່າວປາໄສ ທີ່ມີການຖ່າຍທອດສົດທາງໂທລະພາບ ໃນຄືນວັນອາທິດທີ 21 ສິງຫາ 2016 ຜ່ານມາ ໂດຍທ່ານໄດ້ກ່າວປາໄສ ຍາວຢຽດກິນເວລາກວ່າ 2 ຊົ່ວໂມງ ຈາກນັ້ນ ທ່ານກໍຢຸດເວົ້າຊົ່ວຂະນະ ພ້ອມທັງມີອາການເປັນລົມ ແລະ ທີມເຈົ້າໜ້າທີ່ ໄດ້ຮີບຮ້ອນເຂົ້າມາຊ່ວຍນຳຕົວລົງຈາກເວທີ ເພື່ອພັກຜ່ອນຊົ່ວຄາວ ໂດຍແຫລ່ງຂ່າວໄດ້ລະບຸວ່າ ທ່ານ ລີຊຽນລຸງ ມີອາການອ່ອນເພຍ ແລະ ຂາດນ້ຳ, ແນວໃດກໍຕາມ ຫລັງຈາກພັກຜ່ອນເປັນເວລາ 1 ຊົ່ວໂມງ ແລະ 20 ນາທີ ທ່ານກໍກັບຄືນມາກ່າວປາໄສຕໍ່ໄດ້ອີກຄັ້ງໜຶ່ງ. ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!
ຂ່າວຕ່າງປະເທດ
2016-08-22T16:16:53+00:00
https://laopost.com/?p=69652
ແຕ່ງຕັ້ງຮອງຫົວໜ້າ ຫ້ອງວ່າການສູນກາງພັກ
ໃນວັນທີ 28 ທັນວາ 2016ຜ່ານມານີ້, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ສົມບັດ ເຢຍລີເຮີ ແລະ ທ່ານ ຄຳຜາ ພິມມະສອນ ເປັນຮອງຫົວໜ້າ ຫ້ອງວ່າການສູນກາງພັກ ຕາມມະຕິຕົກລົງ ຂອງຄະນະເລຂາທິການ ສູນກາງພັກ ເພື່ອຍົກສູງຄຸນນະພາບ ຂອງວຽກງານ ຫ້ອງວ່າການສູນກາງພັກ ໃນໄລຍະໃໝ່ ໃຫ້ດີຂຶ້ນກວ່າເກົ່າ. ໃຫ້ກຽດເຂົ້າຮ່ວມເປັນ ສັກຂີພິຍານຂອງ ທ່ານ ຄຳພັນ ພົມມະທັດ ກຳມະການ ກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການ ສູນກາງພັກ ພ້ອມຄະນະພັກ-ຄະນະນຳ ແລະ ພະນັກງານ ຫ້ອງວ່າການສູນກາງພັກ. ໃນໂອກາດນີ້ ທ່ານ ຄຳພັນ ພົມມະທັດ ໄດ້ສະແດງຄວາມຊົມເຊີຍ ຕໍ່ການປັບປຸງຄະນະນຳ ຫ້ອງວ່າການສູນກາງພັກ ໃນຄັ້ງນີ້ ເປັນການເພີ່ມທະວີບົດບາດ ແລະ ຄວາມສາມາດ ໃນການຊີ້ນຳນຳພາ ແລະ ແບ່ງຄວາມຮັບຜິດຊອບ ພາຍໃນຄະນະພັກ ແລະ ຄະນະນຳຫ້ອງວ່າການ ສູນກາງພັກ ທັງເປັນການສ້າງທ່າແຮງ ແລະ ປະສິດທິພາບ ໃນການເປັນເສນາທິການ ຮັບໃຊ້ກົມການເມືອງ ສູນກາງພັກ ໃຫ້ດີກວ່າເກົ່າ ຂ່າວ: ສຳນັກຂ່າວສານປະເທດລາວ
ຂ່າວເຫດການ
2016-12-29T10:17:42+00:00
https://laopost.com/?p=81865
ງົວ 3 ໂຕໂຊກດີທີ່ສຸດໃນໂລກ ລອດຕາຍຫຼັງນິວຊີແລນແຜ່ນດິນໄຫວ ແລະນໍ້າຖ້ວມອີກ
ສື່ຕິຂ່າວວ່າ ງົວ 3 ໂຕຄ້າງຢູ່ເທິງພື້ນທີ່ຂະໜາດນ້ອຍໆ ຫຼັງເກີດແຜ່ນດິນໄຫວທີ່ນິວຊີແລນ ກ່ອນໄດ້ຮັບການຊ່ວຍເຫຼືອ. ຄວາມຄີບໜ້າເຫດແຜ່ນດິນໄຫວທີ່ປະເທດນິວຊີແລນ ເມື່ອວັນທີ 13 ພະຈິກ ຕອນນີ້ປະຊາຊົນແດນກີວີເລີ່ມກັບເຂົ້າໄປເກັບເຄື່ອງຂອງໃນທີ່ພັກອາໄສ ຫຼັງຈາກແຜ່ນດິນໄຫວ ເຮັດໃຫ້ເຄື່ອງຂອງໃນບ້ານເຮືອນ ແລະຮ້ານຄ້າໄດ້ຮັບຄວາມເປ່ເພ ສ່ວນຄວາມເສຍຫາຍນັ້ນຄາດວ່າມີມູນຄ່າຫຼາຍພັນລ້ານດອນລານິວຊີແລນ. ໃນລະຫວ່າງທີ່ເຈົ້າໜ້າທີ່ໜ່ວຍກູ້ໄພ ບິນສໍາຫຼວດຄວາມເສຍຫາຍ ໄດ້ພົບງົວ 3 ໂຕຄ້າງຢູ່ເທິງພື້ນທີ່ຂະໜາດນ້ອຍໆ ໄປໃສບໍ່ໄດ້ ເພາະເກີດແຜ່ນດິນສະໄລ ໂດຍເຮັດໃຫ້ພື້ນທີ່ອ້ອມຮອບບຸບລົງໄປຈາກແຮງສັ່ນສະເທືອນຂອງແຜ່ນດິນໄຫວ ແລະລອບທີ່ສອງເກີດຂຶ້ນເມື່ອວັນທີ 14 ພະຈິກທີ່ຜ່ານມາ ໂດຍສື່ຕ່າງປະເທດຫຼາຍສໍານັກໄດ້ແຊພາບນີ້ອອກໄປພ້ອມທັງບອກວ່າ “ ງົວ 3 ໂຕນີ້ເປັນງົວທີ່ໂຊກດີທີ່ສຸດໃນໂລກ ”. ສ່ວນການປະເມີນຄວາມເສຍຫາຍທີ່ເກີດຈາກແຜ່ນດິນໄຫວຄັ້ງນີ້ນັ້ນ ນາຍົກລັດຖະມົນຕີ ຈອນ ຄີ ຂອງນິວຊີແລນເປີດເຜີຍວ່າ ຄວາມເສຍຫາຍຈາກແຜ່ນດິນໄຫວຂະໜາດ 7.8 ຣິກເຕີ ເກີດຂຶ້ນເມື່ອ (ວັນທີ 13 ພະຈິກ ) ແລະຄັ້ງທີສອງ ( ວັນທີ 14 ພະຈິກ ) ໃນລະດັບ 6.2 ຣິກເຕີ ອາດຈະຄິດເປັນມູນຄ່າອາດເປັນຫຼາຍພັນລ້ານດອນລານິວຊີແລນ ໂດຍມີຜູ້ເສຍຊີວິດຢ່າງໜ້ອນ 2 ຄົນ ແລະຍັງເຮັດໃຫ້ຖະໜົນລວມທັງບ້ານເຮືອນໄດ້ຮັບຄວາມເສຍຫາຍ ປະຊາຊົນຈໍ່ນວນຫຼາຍຕ້ອງອົບພະຍົກຂຶ້ນສູ່ທີ່ສູງ ຫຼັງຈາກມີຄໍາເຕືອນເລື່ອງສຶນາມິ.
ຂ່າວຕ່າງປະເທດ
2016-11-15T16:02:33+00:00
https://laopost.com/?p=76597
ໂຈນແສບ ແອບອ້າງເປັນເຈົ້າໜ້າທີ່ອາກອນ ຊີງຄຳໜັກ 5 ບາດຫຼົບໜີ ແຕ່ບໍ່ລອດ!
ເຈົ້າໜ້າທີ່ສາມາດຈັບຕົວ ທ້າວ ສຸກ ພົມມະຈັນ ອາຍຸ 31 ປີ ຢູ່ບ້ານຄັນເກິງ ແລະ ທ້າວ ອ່າງຄຳ ອາຍຸ 25 ປີ ຢູ່ບ້ານໂນນດູ່ ເມືອງປາກເຊ ແຂວງຈຳປາສັກ ເພື່ອມາດຳເນີນຄະດີ ເມື່ອທ້າຍເດືອນມິຖຸນາຜ່ານມານີ້ ພາຍຫລັງພວກກ່ຽວຮ່ວມກັນແອບອ້າງ ວ່າເປັນພະນັກງານອາກອນແຂວງຈຳປາສັກ ແລະ ໄດ້ເຂົ້າກວດ ກາເອກະສານຢູ່ຮ້ານຂາຍຄຳແຫ່ງໜຶ່ງ ພາຍໃນຕະຫລາດເມືອງປາກຊ່ອງ ແຂວງຈຳປາສັກ ແລ້ວກໍ່ເຫດ ຊີງເອົາຄຳຮູບປະພັນໜັກ 5 ບາດ ຂຶ້ນລົດຈັກຫລົບໜີໄປ, ຈາກນັ້ນເຈົ້າຂອງຮ້ານຈຶ່ງໄດ້ຂັບລົດໃຫຍ່ໄລ່ຕາມ ພ້ອມທັງແຈ້ງໃຫ້ເຈົ້າໜ້າທີ່ຊ່ວຍໄລ່ຕິດຕາມ ໃນທີ່ສຸດກໍສາມາດຈັບກຸມຕົວຄົນຮ້າຍທັງສອງ ໄດ້ຢູ່ທີ່ເຮືອນ ຂອງພວກກ່ຽວ ເພື່ອມາດຳເນີນຄະດີຕາມລະບຽບກົດໝາຍ. ແຫຼ່ງຂ່າວ: ໜັງສືພິມລາວພັດທະນາ
ຂ່າວພາຍໃນ
2014-07-08T11:17:02+00:00
https://laopost.com/?p=6804
scelerisque diam laoreet
[dropcap]P[/dropcap]roin tristique elit et augue varius pellentesque. Donec enim neque, vulputate et commodo in, tristique sed velit. Phasellus adipiscing faucibus felis eget hendrerit. Vestibulum aliquet mauris sed felis convallis, sed tempus augue malesuada. Vivamus mauris lorem, laoreet sed suscipit nec, dapibus at elit. In in augue lobortis, eleifend tortor et, varius eros. Vivamus dignissim sed justo vitae suscipit. Mauris mi sem, malesuada sed sapien ut, sagittis condimentum urna. Nullam lacus mi, vulputate sed sollicitudin in, semper ut elit. Phasellus nec est at leo euismod placerat a porttitor est. Curabitur vel varius nunc, nec tincidunt magna. Proin eros mauris, lobortis id quam non, euismod fringilla nulla. Fusce vel nisi et turpis tempor molestie sit amet a dolor. [quote bcolor=”#e5e5e5″] quam eu nibh porttitor, vitae vestibulum turpis molestie. Sed quis mauris vitae dolor imperdiet pharetra. Sed et eros eget sapien tempor cursus sit amet eget eros. Nunc a mauris imperdiet, scelerisque diam laoreet, consequat nibh. Morbi gravida ornare sem, aliquet vehicula augue egestas eget. Sed mollis fringilla enim.[/quote] Vestibulum sit amet ante eget diam scelerisque eleifend. Nam metus mauris, cursus non suscipit ut, faucibu[highlight]s ut quam. Quisque ac scelerisque dolor. Nam sapien leo[/highlight], euismod id elementum ut, dapibus eget elit. Nunc posuere porttitor nulla facilisis congue. Maecenas molestie quam eu nibh porttitor, vitae vestibulum turpis molestie. Sed quis mauris vitae dolor imperdiet pharetra. Sed et eros eget sapien tempor cursus sit amet eget eros. Nunc a mauris imperdiet, scelerisque diam laoreet, consequat nibh. Morbi gravida ornare sem, aliquet vehicula augue egestas eget. Sed mollis fringilla enim, ac accumsan metus porta et. Fusce ut lacinia ante, et pretium velit. Nullam eget metus enim. Vestibulum mollis leo in nulla tristique, sit amet tincidunt nibh tincidunt. Cras at sem at leo pretium bibendum et at nisl. Pellentesque odio enim, consectetur vitae commodo non, facilisis tincidunt justo. Lorem ipsum dolor sit amet, consectetur adipiscing elit. Curabitur suscipit elit vel quam mattis laoreet. Duis non diam ut nulla sollicitudin porta. Lorem ipsum dolor sit amet, consectetur adipiscing elit. Curabitur suscipit elit vel quam mattis laoreet. Duis non diam ut nulla sollicitudin porta. Duis tortor metus, accumsan in elit eget, porttitor sollicitudin ante. Sed in nunc sem. Ut tincidunt libero sed tortor vulputate, sit amet interdum urna eleifend. Ut porta justo a mauris aliquam tincidunt. Maecenas faucibus ultrices mauris ac lacinia. Maecenas eget urna leo. Maecenas congue mauris erat, in eleifend ante eleifend quis. In quis leo sit amet nibh imperdiet dignissim. Morbi malesuada luctus tortor, id cursus diam venenatis non. Nulla sit amet dui metus. Ut at interdum ipsum, ac ornare lacus. Etiam rutrum magna diam, sed luctus risus consectetur at. Vestibulum sodales purus eget consectetur tincidunt. Praesent augue nisl, consectetur a leo vel, vehicula dapibus nibh. [one_third][list list_items=”list item,list item,list item,list item,list item” icon=”fa-icon-ok” icon_color=”#92ca1a”][/one_third] [one_third][list list_items=”list item,list item,list item,list item,list item” icon=”fa-icon-remove” icon_color=”#de5b5b”][/one_third] [one_third_last][list list_items=”list item,list item,list item,list item,list item” icon=”fa-icon-cog” icon_color=”#5ba5de”][/one_third_last] [gap height=”20″] Last Name First Name Email Due Web Site Smith John [email protected] $50.00 http://www.jsmith.com Bach Frank [email protected] $50.00 http://www.frank.com Doe Jason [email protected] $100.00 http://www.jdoe.com Conway Tim [email protected] $50.00 http://www.tway.com
ຂ່າວບັນເທິງ
2014-06-05T04:11:40+00:00
https://laopost.com/?p=23690
ຈຳປາສັກເປີດໂປງ ສາເຫດເກັບລາຍຮັບບໍ່ໄດ້ຕາມແຜນ
9 ເດືອນສົກປີນີ້ ອາກອນແຂວງຈຳປາສັກເກັບລາຍຮັບໄດ້ພຽງ 78%, ສາເຫດຍ້ອນແຜນສູ້ຊົນເກັບລາຍຮັບສູງ, ສະຕິໃນການປະຕິບັດພັນທະຂອງຜູ້ປະກອບການ, ຫົວໜ່ວຍທຸລະກິດຍັງບໍ່ສູງ ແລະ ບັນຫາອື່ນໆ. ທ່ານ ສຳລີ ວົງພະຈັນ ຫົວໜ້າພະແນກສ່ວຍສາອາກອນແຂວງຈຳປາສັກ ໄດ້ໃຫ້ສຳພາດໃນວັນທີ 9 ກັນຍາ 2015 ຜ່ານມາວ່າ: 9 ເດືອນສົກປີ 2014-2015 ພະແນກ ສ່ວຍສາອາກອນແຂວງສາມາດເກັບລາຍຮັບ ເຂົ້າງົບປະມານໄດ້ 382,12 ຕື້ກີບ,ຖ້າທຽບໃສ່ແຜນການປີເທົ່າກັບ 59%,ທຽບໃສ່ແຜນການ 9 ເດືອນເທົ່າກັບ 78% (ຫຼຸດລົງ 104 ຕື້ກີບ) ແຕ່ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 14,82%. ສຳລັບສາເຫດທີ່ພາໃຫ້ ການຈັດເກັບລາຍຮັບບໍ່ໄດ້ຕາມແຜນ ໜຶ່ງແຜນສູ້ຊົນເກັບລາຍຮັບປີນີ້ສູງກະໂດດຂັ້ນ 648,9 ຕື້ກີບໃນຕົ້ນປີ ມາຮອດທ້າຍປີປັບຂຶ້ນອີກເປັນ 654,83 ຕື້ກີບ ເຊິ່ງຖ້າທຽບໃສ່ຖານຂໍ້ມູນລາຍຮັບທີ່ເຮົາມີແມ່ນສູງ , ບັນດາລະບຽບການ ແລະ ນິຕິກຳຕ່າງໆທີ່ໃຊ້ເປັນເຄື່ອງມືໃນການເກັບລາຍຮັບ ແມ່ນມີຄົບຖ້ວນພໍສົມຄວນແຕ່ວ່າ ບັນຫາກົນໄກການຈັດຕັ້ງປະຕິບັດ ການເກັບລາຍຮັບຍັງບໍ່ທັນຮັດກຸມ ແລະ ກວ້າງຂວາງເທົ່າທີ່ຄວນ ເປັນຕົ້ນ ສະຕິໃນການປະຕິບັດພັນທະອາກອນ ຂອງຜູ້ປະກອບການ, ຫົວໜ່ວຍທຸລະກິດຍັງບໍ່ທັນສູງ, ການນຳໃຊ້ໃບເກັບເງິນ,ການຖືບັນຊີ ເຊັ່ນ:ມີນາຍບັນຊີປະຈຳ, ມີການຈົດກ່າຍລາຍຮັບ-ລາຍຈ່າຍ ຖືກຕ້ອງມີໜ້ອຍ ເຮັດໃຫ້ລາຍຮັບຮົ່ວໄຫຼ. ປັດຈຸບັນຫົວໜ່ວຍທຸລະກິດ ທີ່ເປັນຖານລາຍຮັບທົ່ວແຂວງມີ 6.669 ຫົວໜ່ວຍ, ໃນນັ້ນຫົວໜ່ວຍທີ່ຖືລະບົບບັນຊີຖືກຕ້ອງ ຕາມລະບຽບກົດໝາຍບັນຊີມີພຽງ 388 ຫົວໜ່ວຍ, ສ່ວນທີ່ເຫຼືອແມ່ນບໍ່ໄດ້ປະຕິບັດ (ສ່ວນໃຫຍ່ຈະເປັນທຸລະກິດແບບ 2 ຜົວເມຍ ຫຼື ແບບຄອບຄົວທີ່ຢູ່ຕາມເມືອງ ແລະ ບ້ານ). ບັນດາບໍລິສັດໃຫຍ່ ເວລາເຮົານັດໝາຍ ລົງໄປກວດກາໄລ່ລຽງພັນທະອາກອນ ບໍ່ໃຫ້ການຮ່ວມມື, ການລົງທຶນກໍ່ສ້າງພື້ນຖານໂຄງລ່າງ ສ່ວນຫຼາຍແມ່ນເປັນການລົງທຶນກ່ອນ ຂອງບໍລິສັດ ລັດຕິດໜີ້ບັນດາຫົວໜ່ວຍທຸລະກິດ ເວລາສຳເລັດໂຄງການແລ້ວເຮົາໄປໄລ່ລຽງ ພັນທະອາກອນ ບໍລິສັດກໍ່ຕິດໜີ້ລັດຄືນ ທີ່ເປັນລາຍຮັບທີ່ເກັບບໍ່ໄດ້ ກວມເປັນສ່ວນໃຫຍ່. ພ້ອມນັ້ນຫົວໜ່ວຍທຸລະກິດທີ່ເຂົ້າມາເຄື່ອນ ໄຫວຢູ່ແຂວງກໍ່ບໍ່ເສຍພັນທະອາກອນ ໂດຍອ້າງວ່າໄດ້ເສຍຢູ່ບໍລິສັດແມ່ ທີ່ຢູ່ຕ່າງແຂວງແລ້ວ. ທ່ານ ສຳລີ ວົງພະຈັນ ໃຫ້ຮູ້ຕື່ມວ່າ:ສຳລັບວິທີການແກ້ໄຂເພື່ອເຮັດການ ຈັດເກັບລາຍຮັບງົບປະມານໃນໄລຍະ 3 ເດືອນທ້າຍປີນີ້ໃຫ້ໄດ້ຕາມແຜນ ອັນສຳຄັນແມ່ນຈະສຸມໃສ່ ສຶກສາອົບຮົມທາງດ້ານການເມືອງແນວຄິດ ໃຫ້ບັນດາຫົວໜ່ວຍທຸລະກິດ ແລະ ຜູ້ປະກອບການ ໃຫ້ປະກອບສ່ວນມອບພັນທະອາກອນ ເປັນຕົ້ນ: ນຳໃຊ້ໃບເກັບເງິນ ຂອງພາກລັດທີ່ອອກໃຫ້, ບໍ່ໃຫ້ຫລົບຫຼີກ,ຈິງໃຈແຈ້ງເສຍຕາມລະບຽບກົດໝາຍ ກຳນົດໄວ້ຢ່າງເປັນປົກກະຕິ, ລົງກວດກາຖານຂໍ້ມູນລາຍຮັບ ນຳບັນດາຫົວໜ່ວຍທຸລະກິດ ປະເພດຕ່າງໆ ທັງໃບເກັບເງິນ ແລະ ຮັບເງິນ ເພື່ອອັດຊ່ອງຫວ່າງການຮົ່ວໄຫຼ ຂອງງົບປະມານ. ສືບຕໍ່ທວງໜີ້ສິນນຳບັນດາຫົວໜ່ວຍທຸລະກິດ, ໂຄງການກໍ່ສ້າງ, ຕະຫຼອດຮອດບຸກຄົນ. ສືບຕໍ່ປະສານສົມທົບກັບກົມສ່ວຍສາອາກອນ ໃນການໄລ່ລຽງການມອບພັນທະ ຂອງບັນດາບໍລິສັດທີ່ມາເຄື່ອນໄຫວຢູ່ແຂວງຈຳປາສັກ ທີ່ຂຶ້ນທະບຽນຢູ່ກົມ ແລະ ຕ່າງແຂວງ ວ່າເຂົາເຈົ້າໄດ້ມອບພັນທະແທ້ບໍ່ຫຼືແນວໃດ ເພື່ອອັດຊ່ອງຫວ່າງ. (ຂ່າວ-ພາບ:ຄຳຫຼ້າ ສຳນັກຂ່າວ ຈຳປາໃໝ່ ແຂວງຈຳປາສັກ)
ຂ່າວພາຍໃນ
2015-09-18T11:22:50+00:00
https://laopost.com/?p=35585
ສະຫະປະຊາຊາດເປີດເຜີຍ ມີຊາວເຢແມນເສຍຊີວິດຢ່າງໜ້ອຍ 1,500 ກ່ວາຄົນ ຈາກການໂຈມຕີທາງອາກາດຂອງ ຊາອຸດິອາຣະເບຍ!
ອົງການສະຫະປະຊາຊາດ ເປີດເຜີຍໃນວັນທີ 7 ກໍລະກົດຜ່ານມານີ້ວ່າ ຍອດພົນລະເຮືອນທີ່ເສຍຊີວິດໃນເຢແມນ ນັບຕັ້ງແຕ່ຊາອຸດິອາຣະເບຍ ເລີ່ມປະຕິບັດການໂຈມຕີທາງອາກາດ ຕັ້ງແຕ່ວັນທີ 26 ມີນາເປັນຕົ້ນມາ ຈົນເຖິງວັນທີ 3 ກໍລະກົດນີ້ ແມ່ນໄດ້ເພີ່ມຂຶ້ນເປັນຢ່າງໜ້ອຍ 1,528 ຄົນແລ້ວ ໃນຂະນະທີ່ມີຜູ້ໄດ້ຮັບບາດເຈັບເພີ່ມຂຶ້ນຢ່າງໜ້ອຍ 3,605 ຄົນ ເນື່ອງຈາກກຸ່ມຕິດອາວຸດຮູຕິ ດຳເນີນການໂຄ່ນລົ້ມລັດຖະບານເຢແມນສຳເລັດ ເຮັດໃຫ້ຊາອຸດິອາຣະເບຍ ຕັດສິນໃຈປະຕິບັດການໂຈມຕີທາງອາກາດໃສ່ກຸ່ມດັ່ງກ່າວ ອັນເປັນຜົນເຮັດໃຫ້ເກີດການລົ້ມຕາຍ ແລະ ເຈັບເປັນຂອງພົນລະເຮືອນຜູ້ບໍລິສຸດຂອງເຢແມນ ຈຳນວນຫລວງຫລາຍ.
ຂ່າວຕ່າງປະເທດ
2015-07-08T18:16:31+00:00
https://laopost.com/?p=29781
ສະພາຮັບຮອງ ກົດໝາຍວ່າດ້ວຍການຄວບຄຸມ ເຄື່ອງດື່ມທີ່ມີທາດເຫຼົ້າ
ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VII ດຳເນີນມາເຖິງວັນທີ 19 ທັນວາ 2014 ເປັນ ມື້ທີ9 ໂດຍເປັນປະທານຂອງທ່ານ ດຣ. ໄຊສົມພອນ ພົມວິຫານ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຮອງ ປະທານສະພາ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງຕ່າງໆເຂົ້າຮ່ວມ. ສຳລັບມື້ທີ 9 ນີ້ ໃນຕອນເຊົ້າ ໄດ້ມີການຄົ້ນຄວ້າຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີ ທາດເຫຼົ້າ ເຊິ່ງນຳສະເໜີໂດຍທ່ານ ສຈ.ດຣ.ເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ເຊິ່ງປະ ກອບມີ 11 ພາກຄື: 1. ບົດບັນຍັດທົ່ວໄປ 2. ປະເພດ ແລະ ຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າ 3. ການຄວບ ຄຸມເຄື່ອງດື່ມທີ່ມີທາດເຫຼົ້າ 4. ການປົກປ້ອງສຸຂະພາບຈາກຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າ 5. ການແກ້ ໄຂຜົນກະທົບ 6. ຂໍ້ຫ້າມ 7. ການແກ້ໄຂຂໍ້ຂັດແຍ່ງ 8. ການຄຸ້ມຄອງ ແລະ ການກວດກາວຽກງານຄວບຄຸມ ເຄື່ອງດື່ມທີ່ມີທາດເຫຼົ້າ 9. ງົບປະມານ ແລະ ວັນງົດດື່ມເຄື່ອງດື່ມທີ່ມີທາດເຫຼົ້າ 10. ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ ແລະ 11. ບົດບັນຍັດສຸດທ້າຍ ລວມມີ 9 ໝວດ ແລະ 80 ມາດຕາ ກ່ຽວກັບຮ່າງ ກົດໝາຍສະບັບນີ້ ໄດ້ສ້າງຄວາມສົນໃຈໃຫ້ແກ່ ສສຊ ມີຫຼາຍທ່ານ ຕ່າງກໍ່ຂຶ້ນປະກອບຄຳຄິດຄຳເຫັນຢ່າງກົງໄປ ກົງມາໃນຫຼາຍແງ່ມຸມ ໄດ້ຍົກເຫດຍົກຜົນຫຼາຍບັນຫາຂຶ້ນມາສົນທະນາປຶກສາຫາລືກັນ. ສຳລັບພາກບ່າຍ ບັນດາ ສສຊ ພ້ອມກັນ ສືບຕໍ່ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍການຄວບ ຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ບັນຍາກາດຍິ່ງເຂັ້ມຂຸ້ນກວ່າເກົ່າ ພາຍຫຼັງທີ່ລັດຖະມົນຕີວ່າການກະຊວງສາທາ ລະນະສຸກ ໄດ້ຂຶ້ນຕອບຄຳຖາມເຈາະຈິ້ມ ຈາກທ່ານປະທານກອງປະຊຸມ ແລະ ບັນດາທ່ານສະມາຊິກສະພາແຫ່ງ ຊາດຫຼາຍເຂດ ທີ່ຜັດປ່ຽນກັນຂຶ້ນມາປະກອບຄຳຄິດເຫັນ ເຈາະຈິ້ມບັນດາມາດຕາຕ່າງໆ ເຫັນວ່າຍັງມີອີກ ຫຼາຍບັນຫາທີ່ຈະຕ້ອງປັບປຸງແກ້ໄຂຄືນໃໝ່ ໃຫ້ສອດຄ່ອງກັບເງື່ອນໄຂ ສະພາບຄວາມເປັນຈິງຂອງປະເທດ. ຜ່ານການຄົ້ນຄວ້າປຶກສາຫາລື ປະກອບຄຳຄິດຄຳເຫັນຂອງບັນດາ ສສຊ ເປັນເວລາອັນສົມຄວນ ທີ່ປະຊຸມ ເຫັນດີເປັນເອກະພາບດ້ວຍຄະແນນສຽງສ່ວນຫຼາຍ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງ ດື່ມທີ່ມີທາດເຫຼົ້າ ເພື່ອບັນຢັດເຂົ້າໃນກົດໝາຍນຳໃຊ້ໃນໂອກາດຕໍ່ໄປ. ແຫລ່ງຂ່າວ: ວຽງຈັນໃໝ່
ຂ່າວເຫດການ
2014-12-22T12:31:03+00:00
https://laopost.com/?p=15869
ແຂວງສະຫວັນນະເຂດ ແຕ່ງຕັ້ງຮັກສາການ ເຈົ້າເມືອງອາດສະພອນ
ຂປລ. ແຂວງສະຫວັນນະເຂດ ໄດ້ຕົກລົງແຕ່ງຕັ້ງ ທ່ານ ບົວລີ ຈັນສີ ຮອງເລຂາພັກເມືອງ ອາດສະພອນ ເປັນຜູ້ຮັກສາການເລຂາພັກເມືອງ ເຈົ້າເມືອງໆອາດສະພອນ ຄົນ ໃໝ່ ແທນຜູ້ເກົ່າທີ່ເສຍຊີວິດ ຕາມມະຕິຕົກລົງຂອງຄະນະປະຈຳພັກແຂວງ ແລະ ການຕົກລົງຂອງທ່ານເຈົ້າແຂວງໆສະຫວັນນະເຂດ ເຊິ່ງພິທີປະກາດການຈັດຕັ້ງໄດ້ຈັດຂຶ້ນ ໃນວັນທີ 23 ກຸມພາ 2015 ນີ້ ໂດຍມີ ທ່ານ ລາຫຸນ ມາຜາງວົງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາ-ອົບຮົມແຂວງ . ທ່ານ ບົວລີ ຈັນ ສີ ໃຫ້ສຳພາດວ່າ: ຕົນຈະສູ້ຊົນເຮັດໃຫ້ການຊີ້ນຳໆພາ ວຽກງານແຕ່ລະດ້ານ ພາຍໃນເມືອງໃຫ້ປະສົບຜົນສຳເລັດ ຕາມມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງກຳນົດໄວ້ ສິ່ງສຳຄັນແມ່ນຈະເປັນແບບຢ່າງນຳໜ້າ ໃຫ້ຄະນະພັກ-ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ຕະຫລອດຮອດພໍໍ່ແມ່ປະຊາຊົນ ພາຍໃນເມືອງອາດສະພອນ ເຊິ່ງການປະຕິບັດໜ້າທີ່ການເມືອງ ກໍຕ້ອງໄດ້ຮັບການຊີ້ນຳ ຈາກຄະນະພັກ ຂັ້ນເທິງ ກໍຄື ອຳນາດການປົກ ຄອງທ້ອງຖິ່ນ ໂດຍຈະສ້າງຄວາມສາມັກຄີ ໃຫ້ເປັນປຶກແຜ່ນ ຢຶດໝັ້ນແນວທາງ ຂອງພັກແຕ່ລະໄລຍະ. ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ
ຂ່າວທ້ອງຖິ່ນ
2015-02-26T11:09:24+00:00
https://laopost.com/?p=19878
ວັນທີ 11 ຫາ 14 ມີນານີ້ຈະມີພາຍຸລະດູຮ້ອນເຂົ້າລາວອີກຄັ້ງ
ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ຄາດຄະເນສະພາບອາກາດວ່າ ໃນໄລຍະວັນທີ 11 ຫາ 14 ມີນາ 2020 ຄວາມກົດດັນຂອງອາກາດເຢັນຈາກປະເທດຈີນຈະແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນຕົກ-ຕາເວັນຕົກສຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ເກີດມີພາຍຸລະດູຮ້ອນ ຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ ແລະ ໝາກເຫັບຕົກ ໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນໃຫ້ປະຊາຊົນບັນດາເຜົ່າ ແລະ ອຳນາດການປົກຄອງທຸກພາກສ່ວນ ຈົ່ງມີສະຕິຕໍ່ສະພາບຝົນຕົກ, ລົມແຮງ ແລະ ໃຫ້ຢູ່ຫ່າງໄກຈາກຕົ້ນໄມ້ໃຫຍ່ ແລະ ສິ່ງປຸກສ້າງທີ່ບໍ່ທັນສຳເລັດ ພ້ອມໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2020-03-11T09:24:59+00:00
https://laopost.com/?p=117339
ສະຖານທູດໄທເປີດບັນຊີ ເຊີນຊວນບໍລິຈາກຊ່ວຍເຫຍື່ອນໍ້າຖ້ວມອັດຕະປື
ສະຖານເອກອັກລັດລັດຖະທູດໄທ ປະຈຳນະຄອນຫຼວງວຽງຈັນ ມາໄວກວ່າໝູ່ ໂດຍການເປີດບັນຊີທະນາຄານແລະເຊີນຊວນຜູ້ໃຈບຸນ ຮ່ວມບໍລິຈາກເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ທີ່ແຂວງອັດຕະປືຂອງລາວ. ໂດຍເນື້ອໃນລະບຸວ່າ ເນື່ອງຈາກເມື່ອວັນທີ 24 ກໍລະກົດ 2018 ນີ້ ໄດ້ເກີດເຫດອຸທົກກະໄພຢ່າງຮ້າຍແຮງທີ່ແຂວງອັດຕະປື ເຊິ່ງໄດ້ສ້າງຜົນເສຍຫາຍຕໍ່ຊີວິດແລະຊັບສິນຂອງປະຊາຊົນຈຳນວນຫຼວງຫຼາຍ, ປະຊາຊົນມີຄວາມເດືອດຮ້ອນທາງດ້ານຊີວິດການເປັນຢູ່ ດັ່ງນັ້ນ, ຈຶ່ງຂໍເຊີນຊວນຮ່ວມບໍລິຈາກຊ່ວຍເຫຼືອຜູ້ປະສົບໄພຈາກເຫດນໍ້າຖ້ວມດັ່ງກ່າວ ຜ່ານຊ່ອງທາງດັ່ງຕໍ່ໄປນີ້: ສະຖານເອກອັກຄະລັດຖະທູດໄທ ບັນຊີທະນາຄານກຸງໄທ ຈຳກັດ ສາຂານະຄອນຫຼວງວຽງຈັນ ຊື່ ບັນຊີ Royal Thai Embassy – Donation ເລກທີ່ບັນຊີ 945-1-03-115-4 (ສະກຸນເງິນບາດ) ຫຼືສາມາດຕິດຕໍ່ສະຖານເອກອັກຄະລັດຖະທູດໄທ ໄດ້ທີ່ໂທລະສັບ +66 2354 6195-6 ຕໍ່ 111 ຫຼື +856 21 214 581-3 ຕໍ່ 111 ແຂວງອັດຕະປື ເລກບັນຊີສຳລັບການໂອນເງິນເພື່ອຊ່ວຍເຫຼືອໃຫ້ແກ່ຜູ້ປະສົບໄພ ໄດ້ແກ່ – ບັນຊີທະນາຄານການຄ້າຯ ເລກທີ່ບັນຊີ 080110000058308001 (ສະກຸນເງິນກີບ) – ບັນຊີທະນາຄານພັດທະນາລາວ ເລກທີ່ບັນຊີ 0301800100000004 (ສະກຸນເງິນກີບ) – ບັນຊີທະນາຄານການຄ້າຯ ເລກທີ່ບັນຊີ 080110100021371001 (ສະກຸນເງິນໂດລາສະຫະລັດ)
ຂ່າວພາຍໃນ
2018-07-24T21:58:43+00:00
https://laopost.com/?p=102230
ສາທາລະນະສຸກແຂວງຄຳມ່ວນເຜີຍ ທົ່ວແຂວງມີຜູ້ຕິດເຊື້ອ ໄຂ້ຍຸງລາຍ 400 ກວ່າກໍລະນີ!
ຂປລ. ຕາມການລາຍງານຂອງ ທ່ານ ດຣ. ບຸນລັດ ລົດວິມົນ ຫົວໜ້າຫ້ອງການສາທາລະນະສຸກ ເມືອງທ່າແຂກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ປັດຈຸບັນ ພະແນກສາທາລະນະສຸກ ແຂວງຄຳມ່ວນ ໄດ້ກວດພົບຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ໃນທົ່ວແຂວງ 418 ກໍລະນີ, ແຕ່ຍັງບໍ່ມີກໍລະນີເສຍຊີວິດ ໃນນັ້ນກວດພົບຫລາຍກວ່າໝູ່ແມ່ນ ຢູ່ເມືອງທ່າແຂກ 200 ກວ່າກໍລະນີ, ຮອງລົງມາແມ່ນເມືອງຫີນບູນ 100 ກໍລະນີ, ເມືອງບົວລະພາ 81 ກໍລະນີ ແລະ ເມືອງທີ່ພົບໜ້ອຍກວ່າໝູ່ແມ່ນ ເມືອງນາກາຍ ມີ 2 ກໍລະນີ. ທຽບໃສ່ໄລຍະດຽວກັນ ທີ່ພະຍາດດັ່ງກ່າວເຄີຍລະບາດຜ່ານມາໃນປີ 2013 ມີເຖິງ 1.700 ກໍລະນີ ແລະ ເສຍຊີວິດ 2 ຄົນ. ພະຍາດດັ່ງກ່າວ, ແມ່ນສາມາດຕິດຕໍ່ດ້ວຍຍຸງເທົ່ານັ້ນ ໂດຍການແຜ່ພະຍາດ ດ້ວຍການກັດຄົນຕໍ່ຄົນ ແລະ ຜູ້ທີ່ຕິດເຊື້ອດັ່ງກ່າວ ແມ່ນຈະມີອາການເປັນໄຂ້, ໂຕຮ້ອນ, ເລືອດອອກຕາມຮ່າງກາຍ ແລະ ບາງກໍລະນີກໍມີອາການຖອກທ້ອງຕື່ມອີກ. ແຫລ່ງຂ່າວ: ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!
ຂ່າວທ້ອງຖິ່ນ
2016-08-26T14:25:15+00:00
https://laopost.com/?p=70306
ກົມປູກຝັງເຜີຍ ທົ່ວປະເທດປັກດໍານາປີ ສຳເລັດກວ່າ 96% ພ້ອມເລັ່ງຟື້ນຟູການຜະລິດ ເຂດປະສົບໄພນ້ຳຖ້ວມ!
ກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ເຖິງວ່າບາງທ້ອງຖິ່ນ ຈະໄດ້ຮັບຜົນກະທົບຈາກໄພທໍາມະຊາດ ກໍຄືໄພນ້ຳຖ້ວມ, ເຊິ່ງໄດ້ເຮັດໃຫ້ເນື້ອທີ່ການຜະລິດ ກໍຄືເນື້ືອທີ່ນາ ໄດ້ຮັບຜົນເສຍຫາຍກວ້າງຂວາງ, ແຕ່ແນວໃດກໍຕາມ ເຫັນວ່າຍັງມີກະສິກອນຫຼາຍທ້ອງຖິ່ນ ທີ່ມີເງື່ອນໄຂໄດ້ສືບຕໍ່ລົງມືປັກດຳເຂົ້ານາປີ ຢ່າງເປັນຂະບວນຟົດຟື້ນ, ຊຶ່ງມາຮອດປັດຈຸບັນ ກະສິກອນໃນທົ່ວປະເທດສາມາດປັກດຳເຂົ້ານາປີຂອງຕົນ ສຳເລັດແລ້ວຫຼາຍກວ່າ 752 ພັນເຮັກຕາ ເທົ່າກັບ 96% ຂອງເນື່ອທີ່ແຜນການທັງໝົດ 787 ພັນກວ່າເຮັກຕາ, ພົ້ນເດັ່ນກວ່າໝູ່ ແມ່ນບັນດາແຂວງພາກກາງ ສາມາດປັກດຳໄດ້ແລ້ວ ຫຼາຍກວ່າ 440 ພັນເຮັກຕາເທົ່າກັບ 97% ຂອງແຜນການ, ພາກໃຕ້ປະຕິບັດໄດ້ 207 ພັນກວ່າເຮັກຕາ ເທົ່າກັບ 96%, ພາກເໜືອປະຕິບັດໄດ້ 104 ພັນກວ່າເຮັກຕາເທົ່າກັບ 96% ແລະ ຄາດວ່າການປັກດຳເຂົ້ານາປີ ຈະສໍາເລັດພາຍໃນເດືອນນີ້, ຂະນະທີ່ຂະແໜງກະສິກຳ ແລະ ປ່າໄມ້ແຕ່ລະທ້ອງຖິ່ນ ແມ່ນໄດ້ສົ່ງພະນັກງານວິຊາການຕົນ ລົງຊຸກຍູ້ສົ່ງເສີມການຜະລິດຂອງປະຊາຊົນ ໃຫ້ດຳເນີນໄປຢ່າງແຂງແຮງ ເພື່ອໃຫ້ບັນລຸຕາມແຜນການວາງໄວ້, ໂດຍສະເພາະແນະນຳໃຫ້ຊາວກະສິກອນ ເອົາໃຈໃສ່ບົວລະບັດຮັກສາເຂົ້ານາຂອງຕົນໃຫ້ດີ ດ້ວຍການໃສ່ຝຸ່ນ ແລະ ເສຍຫຍ້າ ເພື່ອສາມາດຍົກສະມັດຕະພາບການຜະລິດໃຫ້ໄດ້ຫລາຍ, ສ່ວນການປູກພືດລະດູຝົນ ມາຮອດປັດຈຸບັນສາມາດປະຕິບັດໄດ້ ຫຼາຍກວ່າ 442 ພັນເຮັກຕາ, ໃນນັ້ນພາກເໜືອ ປະຕິບັດໄດ້ 238 ກວ່າເຮັກຕາ, ພາກໃຕ້ປະຕິບັດໄດ້ 117 ກວ່າເຮັກຕາ ແລະ ພາກກາງ 87 ກວ່າເຮັກຕາ. ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ນອກຈາກສົ່ງພະນັກງານ ລົງຊຸກຍູ້ການຜະລິດເຂົ້າ ແລະ ປູກພືດລະດຸຝົນແລ້ວ, ຂະແໜງການຕົນ ຍັງໄດ້ສົ່ງພະນັກງານລົງປະເມີນ ເເລະ ຊ່ວຍເຫຼືອພື້ນຟູ ເຂດທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມໃນທ້ອງຖິ່ນຕ່າງ ເພື່ອໃຫ້ສາມາດກັບມາປູກພືດຕ່າງໆທົດແທນໂດຍໄວ. ແຫລ່ງຂ່າວ: ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!
ຂ່າວພາຍໃນ
2016-08-25T09:28:54+00:00
https://laopost.com/?p=70075
ເຮືອດຳນ້ຳພາທ່ຽວຊົມຊາກເຮືອໄທທານິກສູນຫາຍ
ເຮືອດຳນ້ຳຂະໜາດນ້ອຍທີ່ໃຫ້ບໍລິການພາຜູ້ໂດຍສານດຳນ້ຳລົງໄປຫາສະມຸດອັດລັງຕິກ ເພື່ອຊົມຊາກເຮືອໄທທານິກ (Titanic) ໄດ້ສູນຫາຍໄປ ເຈົ້າໜ້າທີ່ຈຶ່ງໄດ້ປະຕິບັດການຄົ້ນຫາຢ່າງໃຫຍ່. ໜ່ວຍຍາມແຄມຝັ່ງທະເລບັອສຕັນ ກ່າວວ່າ: ວຽກງານຄົ້ນຫາ ແລະ ຊ່ວຍເຫຼືອລູກເຮືອຂອງເຮືອດຳນ້ຳລຳດັ່ງກ່າວ ກຳລັງຄົ້ນຫາຢ່າງຮີບດ່ວນ ບໍລິເວນນອກແຄມຝັ່ງທະເລລັດນິວຟັນແລນ ຂອງການາດາ. ຈົນເຖິງປັດຈຸບັນ ຍັງບໍ່ແນ່ໃຈວ່າ ມີຜູ້ໂດຍສານ ແລະ ລູກເຮືອໃນເຮືອດຳນ້ຳຈັກຄົນໃນຊ່ວງທີ່ສູນຫາຍ ແຕ່ຄອບຄົວຂອງ ຮາມິສ ມະຫາເສດຖີ ອາຍຸ 58 ປີ ແລະ ນັກສຳຫຼວດຄົນອັງກິດ ກໍເປັນໜຶ່ງໃນຜູ້ສູນຫາຍ. ໜ່ວຍຍາມແຄມຝັ່ງທະເລລະບຸວ່າ ເຮືອດຳນ້ຳຂະໜາດນ້ອຍໄດ້ສູນຫາຍໄປ ພາຍຫຼັງທີ່ດຳລົງໄປທະເລ 45 ນາທີ ແລະ ປະເມີນວ່າເຮືອດຳນ້ຳເຫຼືອອາກາດປະມານ 70-96 ຊົ່ວໂມງ. ທັ້ງນີ້ ໜ່ວຍງານລັດຖະບານກອງທັບເຮືອສະຫະລັດ ແລະ ການາດາ ລວມເຖິງບໍລິສັດດ້ານການດຳເນີນງານໃຕ້ທະເລເລິກ ກໍໄດ້ເຂົ້າມາຊ່ວຍເຫຼືອໃນການປະຕິບັດໜ້າທີ່ໃນຄັ້ງນີ້. ກ່ຽວກັບທົວຊົມເຮືອໄທທານິກ ເຮືອດຳນ້ຳທີ່ສູນຫາຍ ເປັນຂອງບໍລິສັດໂອຊຽນເກດ ເອັກສ໌ເພັນດິເຊິນ (OceanGate Expeditions) ບໍລິສັດເອກະຊົນທີ່ຈັດບໍລິການທ່ຽວໃຕ້ທະເລເລິກ ເພື່ອຊົມຊາກເຮືອໄທທານິກ ທີ່ມີຄວາມເລິກເຖິງ 3.800 ແມັດ, ເຊິ່ງທາງບໍລິສັດກໍອອກມາຖະແຫຼງວ່າ ເປັນເຈົ້າຂອງເຮືອດຳນ້ຳລຳດັ່ງກ່າວ ແລະ ມີຄົນຢູ່ໃນເຮືອດຳນ້ຳແທ້. ສຳລັບທົວນີ້ ຄິດໄລ່ຄ່າໃຊ້ຈ່າຍສຳລັບທົວ 8 ມື້ ເພື່ອຊົມຊາກເຮືອໄທທານິກ ຄົນລະ 250.000 ໂດລາ ຫຼື 4,6 ຕື້ກີບ. ອີງຕາມການໃຫ້ຂໍ້ມູນຂອງທາງບໍລິສັດ ໄດ້ຮູ້ວ່າ: ເຮືອດຳນ້ຳຂະໜາດນ້ອຍຊື່ “ໄທທັນ” ສາມາດບັນຈຸຜູ້ໂດຍສານໄດ້ 5 ຄົນ ເຮືອດຳນ້ຳຈະໃຊ້ເວລາດຳລົງໄປຊົມເຮືອໄທທານິກ ແລະ ຂຶ້ນສູ່ໜ້ານ້ຳ ລວມແລ້ວໃຊ້ເວລາ 8 ຊົ່ວໂມງ. ແຫຼ່ງຂ່າວ bbc
ຂ່າວຕ່າງປະເທດ
2023-06-20T09:41:18+00:00
https://laopost.com/?p=145411
ຕວກກີແກ້ຂ່າວ ບໍ່ມີແຜນໃຫ້ຣັດເຊຍ ໃຊ້ຖານທັບອາກາດຂອງຕົນ ອ້າງສື່ມວນຊົນຕີຄວາມຜິດພາດ!
ສຳນັກຂ່າວ AFP ລາຍງານໃນວັນທີ 4 ກໍລະກົດຜ່ານມານີ້ວ່າ ກະຊວງການຕ່າງປະເທດຕວກກີ ໄດ້ອອກມາແກ້ຂ່າວ ກໍລະນີທີ່ມີການນຳສະເໜີຂ່າວວ່າ ຕວກກຕີອະນຸຍາດໃຫ້ຣັດເຊຍ ນຳໃຊ້ຖານທັບອາກາດແຫ່ງໜຶ່ງຂອງຕົນ ເພື່ອຮ່ວມປະຕິບັດການໂຈມຕີກຸ່ມລັດອິດສະລາມ ຫລື ໄອເອັສ ໃນປະເທດຊີຣີນັ້ນ ບໍ່ມີມູນຄວາມຈິງ ເຖິງແມ່ນວ່າທັງສອງປະເທດ ຈະມີການຟື້ນຟູຄວາມສຳພັນທີ່ດີຂຶ້ນ ແລະ ອ້າງວ່າເປັນການຕີຄວາມໝາຍທີ່ຜິດພາດຂອງສື່ມວນຊົນ. ທ່ານ ເມບລຸດ ຄາວາໂຊກລູ ລັດຖະມົນຕີກະຊວງການຕ່າງປະເທດຕວກກີ ໄດ້ອອກມາຊີ້ແຈງຈຸດຢືນດັ່ງກ່າວນີ້ໃໝ່ ພາຍຫລັງທີ່ທ່ານໄດ້ໃຫ້ສຳພາດກັບ ສະຖານີໂທລະພາບທີອາທີ ເມື່ອວັນອາທິດທີ 3 ກໍລະກົດຜ່ານມາວ່າ ຕວກກີອາດຍອມໃຫ້ຣັດເຊຍ ເຂົ້າມາໃຊ້ຖານທັບອິນເຊີລິກ ທາງພາກໃຕ້ຂອງປະເທດ. ແນວໃດກໍຕາມ ທ່ານໄດ້ອອກມາຖະແຫລງ ໃນມື້ວັນຈັນທີ 4 ກໍລະກົດວ່າ ” ຂ້າພະເຈົ້າບໍ່ໄດ້ເວົ້າແບບນັ້ນ, ຂ້າພະເຈົ້າພຽງແຕ່ບອກວ່າ ກຽມພ້ອມໃຫ້ຄວາມຮ່ວມມືກັບທຸກຄົນ ໃນການຕໍ່ສູ້ກັບພວກໄອເອັສ. ” ທັງນີ້ ຕວກກີ ແລະ ຣັດເຊຍ ຕ່າງກໍມີຈຸດຢືນທີ່ແຕກຕ່າງກັນ ໃນສົງຄາມຢູ່ຊີຣີ ໂດຍຝ່າຍຣັດເຊຍເອງ ແມ່ນປະຕິບັດການໂຈມຕີທາງອາກາດ ເພື່ອຊ່ວຍເຫລືອສະໜັບສະໜູນ ທ່ານ ບາຊາ ອັນ-ອັດຊາດ ປະທານາທິບໍດີຊີຣີ, ສ່ວນດ້ານຕວກກີ ແມ່ນສະໜັບສະໜູນຝ່າຍຕໍ່ຕ້ານ ແລະ ຕ້ອງການໃຫ້ທ່ານອັດຊາດ ຫລຸດພົ້ນອອກຈາກຕຳແໜ່ງ. ປັດຈຸບັນຖານທັບອາກາດອິນເຊີລິກ ເປັນຖານທັບອາກາດທີ່ລັດຖະບານຕວກກີ ໄດ້ອະນຸຍາດໃຫ້ເຮືອບິນທະຫານຂອງ ສະຫະລັດອາເມຣິກາ, ເຢຍລະມັນ, ສະຫະຣາຊະອານາຈັກ, ອາຣັບບີ ຊາອຸດິດ ແລະ ກາຕ້າ ຕ່າງກໍໃຊ້ຖານທັບດັ່ງກ່າວ ຮ່ວມກັນໃນການປະຕິບັດການໂຈມຕີທາງອາກາດ ໃສ່ກຸ່ມລັດອິດສະລາມຢູ່ປະເທດຊີຣີ. ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!
ຂ່າວພາຍໃນ
2016-07-05T16:23:45+00:00
https://laopost.com/?p=64333
ອະດີດປະທານປະເທດ ຢ້ຽມຢາມສູນພັດທະນາກະສິກຳ ແຂວງສະຫວັນນະເຂດ
ເຟສບຸກສຳນັກຂ່າວສານປະເທດລາວລາຍງານເມື່ອວັນທີ 7 ເມສາ 2017 ນີ້ວ່າ ເມື່ອວັນທີ 5 ເມສາ ທີ່ຜ່ານມາທ່ານ ຈູມມະລີ ໄຊຍະສອນ ອະດີດປະທານປະເທດ ສປປ ລາວ ພ້ອມການນຳຈາກສູນກາງ ລົງຢ້ຽມຢາມ ຊີ້ນຳສູນພັດທະນາ ແລະ ບໍລິການກະສິກຳ-ປ່າໄມ້ ໜອງເຕົ່າ ເຂດບ້ານໂພນສິມ ເມືອງໄກສອນ ພົມວິ ຫານ ແຂວງສະຫວັນນະເຂດ ໂດຍມີທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງ ສະຫວັນນະເຂດ ເຂົ້າຮ່ວມນຳພາທາງ. ທ່ານ ສຸລິພອນ ພິມມະຈັກ ຮອງຫົວໜ້າສູນພັດທະນາ ແລະ ບໍລິການກະສິກຳ-ປ່າໄມ້ ໜອງ ເຕົ່າ ລາຍງານວ່າ: ສູນແຫ່ງນີ້ ແມ່ນໄດ້ຮັບການຊ່ວຍເຫລືອ ແລະ ຮ່ວມມື ລະຫວ່າງ ລາວ-ໄທ ໂດຍມູນນິທິໄຊພັດທະນາ ໄດ້ດຳເນີນການກໍ່ສ້າງພື້ນຖານໂຄງລ່າງ, ພ້ອມທັງສະໜອງເຕັກນິກວິຊາການຝຶກອົບຮົມ ໃຫ້ພະນັກງານວິຊາການ ແລະ ປະຊາຊົນບ້ານໂພນສິມ, ບ້ານໃກ້ຄຽງ ເຊິ່ງເລີ່ມລົງມື ໃນຕົ້ນປີ 2012 ເປັນຕົ້ນມາ. ພາຍໃນສູນປະກອບມີ 7 ໜ່ວຍງານຄື: ໜ່ວຍງານລ້ຽງສັດ, ປະມົງ, ປູກຝັງ, ພັດທະນາທີ່ດິນ, ເຂົ້າດໍ, ຊົນລະປະທານ, ປ່າໄມ້ ມີພະນັກງານ 8 ຄົນ, ອາສາສະໝັກ 15 ຄົນ. ຜ່ານມາພາຍໃນສູນ ສາມາດສ້າງລາຍຮັບ ຈາກການຈຳໜ່າຍຜົນຜະລິດ ໃນແຕ່ລະໜ່ວຍງານໄດ້ 255 ລ້ານກີບ. ເປົ້າໝາຍໃນຂັ້ນຕໍ່ໄປ ທາງສູນຈະໄດ້ຫັນເອົາບັນດາກິດຈະກຳທັງ 7 ໜ່ວຍງານ ລົງໃຫ້ບໍລິການເຖິງກຸ່ມບ້ານ ແລະ ຊຸມຊົນຢ່າງຕໍ່ເນື່ອງ ເຊິ່ງມາຮອດປັດຈຸບັນ ແມ່ນໄດ້ລົງຊຸກຍູ້ການຜະລິດ ຂອງປະຊາຊົນໄດ້4 ຄັ້ງ, ມີ 4 ບ້ານເຂົ້າຮ່ວມ ໃນການຜະລິດແນວພັນເຂົ້າເຕັກນິກວິທະຍາສາດ. ໂອກາດນີ້, ທ່ານ ຈູມມະລີ ໄຊຍະສອນ ໄດ້ສະແດງຄວາມຊົມເຊີຍ ຕໍ່ສູນແຫ່ງນີ້ ເພາະເປັນ ສູນທີ່ສ້າງຄວາມເຂັ້ມແຂງ ທາງດ້ານວິຊາການການຮຽນຮູ້, ການສາທິດ, ຝຶກອົບຮົມ ແລະ ສົ່ງເສີມ ຄວາມຮູ້ທາງດ້ານກະສິກຳ-ປ່າໄມ້ແບບຄົບວົງຈອນ ໃຫ້ກັບປະຊາຊົນໃນພື້ນທີ່ໃກ້ຄຽງ ເຊິ່ງໄດ້ເຮັດໃຫ້ປະຊາຊົນ ໄດ້ເຂົ້າມາຮຽນຮູ້ກັບວິທີການ-ເຕັກນິກກະສິກຳ ເພື່ອໄປນຳໃຊ້ ໃນຄອບຄົວຢ່າງມີປະທິພາບ. ແນວໃດກໍຕາມ ຜ່ານມາ ການຝຶກອົບຮົມວິຊາການພາຍໃນສູນ ເຫັນວ່າຍັງບໍ່ທັນພຽງພໍກັບຄວາມຮຽກ ຮ້ອງຕ້ອງການ ຂອງປະຊາຊົນເທື່ອ, ສະນັ້ນ ເພື່ອເຮັດໃຫ້ປະຊາຊົນ ໃນແຕ່ລະທ້ອງຖິ່ນ ໄດ້ມີຄວາມຮູ້ ຄວາມສາມາດ ເຕັກນິກວິຊາການປູກ-ການລ້ຽງຢ່າງທົ່ວເຖິງ ຈຶ່ງແນະນຳໃຫ້ສູນ ພະຍາຍາມລົງຊຸກຍູ້ພັດທະນາໂຄງການ ຕາມບ້ານຕ່າງໆ ເຮັດໃຫ້ເຂົາເຈົ້າຮູ້ນຳໃຊ້ເຕັກນິກກຳສິກຳຫລາຍຂຶ້ນ, ສິ່ງສໍາຄັນແມ່ນການສ້າງ ຄອບຄົວຕົວແບບໃນການປູກຝັງ-ລ້ຽງສັດ ແລະ ວິທີການເຮັດຝຸ່ນບົ່ມ ເພື່ອເຮັດໃຫ້ການຜະລິດ ຕ້ອງເລີ່ມຈາກຄອບຄົວຢ່າງ ເປັນຂະບວນກວ້າງຂວາງ.
ຂ່າວທ້ອງຖິ່ນ
2017-04-08T11:28:07+00:00
https://laopost.com/?p=88415
ທຣໍ້າ – ຄິມ ເດີນທາງຮອດຮ່າໂນ້ຍແລ້ວພ້ອມປະຊຸມໃນວັນທີ 27-28 ກຸມພາ 2019 ນີ້
ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 26 ກຸມພາ 2019 ວ່າ ຂະບວນລົດໄຟພິເສດຂອງທ່ານ ຄິມ ຈອງ ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ແລະ ຄະນະຂອງທ່ານ ຄິມ ຍອງ ຊໍ ຮອງປະທານຄະນະກຳມະການກາງພັກຄົນງານເກົາຫຼີ ແລະ ທ່ານ ນາງ ຄິມ ໂຍ ຈອງ ນ້ອງສາວ ໄດ້ເດີນທາງມາຮອດສະຖານີລົດໄຟເມືອງ ດົ່ງດາງ ຂອງແຂວງ ຫຼັ່ງເຊິນ ຢູ່ທາງເໜືອສຸດຂອງຫວຽດນາມ ເມື່ອຕອນເຊົ້າຂອງວັນອັງຄານທີ່ຜ່ານມາ ຫຼັງຈາກໃຊ້ເວລາເດີນທາງຍາວນານເຖິງ 2 ມື້ເຄິ່ງ ໂດຍມີໄລຍະທາງໄກເຖິງ 4.000 ກິໂລແມັດ. ທັງນີ້, ຜູ້ນຳເກົາຫຼີເໜືອໄດ້ຮັບການຕ້ອນຮັບຈາກເຈົ້າໜ້າທີ່ລະດັບສູງຂອງພັກຄອມມູນິດຫວຽດນາມ ມີຕົວແທນເຍົາວະຊົນມອບຊໍ່ດອກໄມ້ໃຫ້ ແລະ ການຍືນຕ້ອນຮັບຂອງກອງທັບກຽດຕິຍົດ ກ່ອນອອກເດີນທາງຕໍ່ດ້ວຍລົດ ເພື່ອມຸ່ງໜ້າສູ່ນະຄອນຫຼວງຮ່າໂນ້ຍ ໄລຍະທາງ 170 ກິໂລແມັດ ທ່າມກາງມາດຕະການຮັກສາຄວາມປອດໄພຢ່າງເຂັ້ມງວດຂັ້ນສູງສຸດ ໂດຍລັດຖະບານຫວຽດນາມປິດການຈາລະຈອນຖະໜົນສາຍຫຼັກຈາກແຂວງ ຫຼັ່ງເຊິນ ສູ່ນະຄອນຫຼວງຮ່າໂນ້ຍ. President Trump departs for Vietnam ahead of Trump-Kim summit LIVE: President Trump departs for Vietnam ahead of Trump-Kim summit https://nbcnews.to/2XprvFZ Posted by NBC News on ວັນຈັນ ທີ 25 ກຸມພາ 2019 ຂະນະທີ່ປະທານາທິບໍດີ ໂດນັລ ທຣໍ້າ ໄດ້ເດີນທາງດ້ວຍເຮືອບິນໂດຍສານປະຈຳຕຳແໜ່ງຜູ້ນຳສະຫະລັດ Air Force One ມີກຳນົດການຮອດນະຫຼວງຮ່າໂນ້ຍໃນຊ່ວງຕອນຄ່ຳຂອງວັນອັງຄານ ໂດຍຄະນະຜູ້ຕິດຕາມທຣໍ້າ ປະກອບມີທ່ານ ໄມ ປອມເປໂອ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ. ສຳລັບການພົບປະຫາລືລະຫວ່າງຜູ້ນຳສະຫະລັດກັບຜູ້ນຳເກົາຫຼີເໜືອຈະເກີດຂຶ້ນທີ່ນະຄອນຫຼວງຮ່າໂນ້ຍໃນລະຫວ່າງວັນທີ 27-28 ກຸມພາ 2019ນີ້ ຖືເປັນການປະຊຸມຮ່ວມກັນຢ່າງເປັນທາງການຄັ້ງທີ 02 ຕໍ່ຈາກການປະຊຸມຄັ້ງທຳອິດທີ່ປະເທດສິງກະໂປ ເມື່ອວັນທີ 12 ມິຖຸນາ 2018 ທີ່ຜ່ານມາ ເຖິງຢ່າງໃດກໍ່ຕາມ ຫຼາຍຝ່າຍໃຫ້ຄວາມເຫັນໄປໃນທິດທາງດຽວກັນວ່າ ເກືອບບໍ່ມີຄວາມຄືບໜ້າເກີດຂຶ້ນ ພາຍຫຼັງການປະຊຸມທີ່ສິງກະໂປ ໂດຍສະເພາະເລື່ອງການປົດອາວຸດນິວເຄຼຍ ທີ່ສະຫະລັດ ອາເມຣິກາ ແລະ ເກົາຫຼີເໜືອຕ່າງກໍ່ຍັງມີທ່າທີບໍ່ຊັດເຈນ ຕະຫຼອດຮອດການທີ່ລັດຖະບານເກົາຫຼີເໜືອຢືນຢັນຄວາມຕ້ອງການໃຫ້ສະຫະລັດອາເມຣິກາຜ່ອນຄາຍມາດຕະການຂວໍ້າບາດ ແລະ ການປົດອາວຸດນິວເຄຼຍຂອງເກົາຫຼີເໜືອຕ້ອງບໍ່ແມ່ນການດຳເນີນການແຕ່ພຽງຝ່າຍດຽວສ່ວນຄະນະຂອງທ່ານ ໂດນັລ ທຣໍ້າ ຍັງຄົງຢໍ້າເຖິງມາດຕະການຂວໍ້າບາດຈົນກວ່າຂະບວນການປົດອາວຸດນິວເຄຼຍຈະສຳເລັດສົມບູນ ແລະ ບັນຫາການຫຼຸດຈຳນວນທະຫານອາເມຣິກາໃນເກົາຫຼີໃຕ້ຈະບໍ່ລວມຢູ່ໃນຫົວຂໍ້ຂອງການປະຊຸມຄັ້ງນີ້. ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ ແຫຼ່ງຂໍ້ມູນ: dailynews
ຂ່າວຕ່າງປະເທດ
2019-02-27T10:13:23+00:00
https://laopost.com/?p=111407
ຫຼິນຮຸ່ຍ ໝີແພນດ້າຈາກໄທ ໄດ້ເສຍຊີວິດແລ້ວ
ຫຼິນຮຸ່ຍ ໝີແພນດ້າ ເພດເມຍ ອາຍຸ 21 ປີທີ່ສວນສັດຢູ່ຊຽງໃໝ່ ປະເທດໄທ ເສຍຊີວິດແລ້ວ. ໃນຊ່ວງເຊົ້າວັນທີ 19 ເມສາ 2023 ມີການຖະແຫຼງຂ່າວກ່ຽວກັບ “ຫຼິນຮຸ່ຍ” ໝີແພນດ້າ ເພດເມຍ ໄດ້ເສຍຊີວິດດ້ວຍອາຍຸ 21 ປີ ຍ້ອນບັນຫາທາງດ້ານສຸຂະພາບ ປະກອບກັບອາຍຸທີ່ຫຼາຍພໍສົມຄວນ ຫຼິນຮຸ່ຍໄດ້ຖືກຮັກສາຈາກທີມສັດຕະວະແພດ ແຕ່ໄດ້ເສຍຊີວິດໃນທ້າຍທີ່ສຸດ. ຫຼິນຮຸ່ຍ ໄດ້ກຳເນີດໃນວັນທີ 28 ກັນຍາ 2001 ທີ່ສູນວິໄຈແລະອະນຸລັກແພນດ້າຍັກ ເຂດອະນຸລັກອູ່ຫຼົງ ເມືອງເສິງຕູ ມົນທົນເສສວນ ປະເທດຈີນ ໝີໂຕນີ້ຢູ່ໃນຖານະທູດສັນຖະໄມຕີຈີນ-ໄທ ໃນວັນທີ 12 ຕຸລາ 2003 ຫຼັງຈາກນັ້ນຈຶ່ງໄດ້ກຳເນີດ ຫຼິນປິງ ໃນປີ 2009. ຫຼິນຮຸ່ຍ ເປັນໝີແພນດ້າທີ່ມີຊື່ສຽງເລື່ອງຄວາມໜ້າຮັກ ມີແຟນຄັບເປັນຈຳນວນຫຼາຍ ທີ່ສຳຄັນຄວາມໜ້າຮັກນັ້ນໄດ້ໂດ່ງດັງມາເຖິງລາວເຮົາ ແລະ ອີກຫຼາຍປະເທດ ເຊິ່ງເຮົາກໍອາດໄດ້ຍິນຂ່າວກ່ຽວກັບໝີແພນດ້າໂຕນີ້. ນອກນີ້ ຫຼິນຮຸ່ຍຍັງໄດ້ຮັບລາງວັນ ປະເພດ “ແພນດ້າຂວັນໃຈທີ່ເດີນທາງກັບປະເທດຈີນ” ແລະ “ແພນດ້າບຸກຄະລິກດີເລີດ” ຈາກການໂວດຂອງແຟນຄັບທົ່ວໂລກຜ່ານເວັບໄຊ້ Giant Panda ໃນປີ 2015. ແຫຼ່ງຂ່າວ Thairath
ຂ່າວຕ່າງປະເທດ
2023-04-19T16:29:59+00:00
https://laopost.com/?p=144011
ກອຢ ແຈ້ງຫ້າມຈໍາໜ່າຍ-ບໍລິໂພກອາຫານເສີມ 133 ລາຍການ
ກົມອາຫານ ແລະ ຢາ (ກອຢ), ກະຊວງສາທາລະນະສຸກ ແຈ້ງທຸກພາກສ່ວນທົ່ວປະເທດ ຫ້າມບໍລິໂພກ ແລະ ຈໍາໜ່າຍຜະລິດຕະພັນອາຫານເສີມຜິດກົດໝາຍຈໍານວນ 133 ລາຍການ ໃນນັ້ນ, ລວມມີ ອາຫານເສີມທີ່ອ້າງຊ່ວຍຫຼຸດນໍ້າໜັກ 86 ລາຍການ, ເສີມສະມັດຕະພາບທາງເພດ ແລະ ໜ້າເອີກ 21, ຜີວຂາວນຽນ 26 ລາຍການ. ຈາກການກວດຜະລິດຕະພັນດັ່ງກ່າວ, ໄດ້ພົບເຫັນສານທີ່ຫ້າມໃສ່ໃນອາຫານ ເຊັ່ນ: Sibutramine, Sildenafil, Hormone… ນອກນັ້ນ, ຍັງມີການໂຄສະນາທີ່ເກີນຄວາມຈິງ ເຊິ່ງເຮັດໃຫ້ເປັນອັນຕະລາຍຕໍ່ສຸຂະພາບ. ບັນດາລາຍການຜະລິດຕະພັນທີ່ ກອຢ ໄດ້ແຈ້ງທົ່ວປະເທດຫ້າມບໍລິໂພກ ແລະ ຈໍາໜ່າຍ 133 ລາຍການມີດັ່ງນີ້: ຂະນະດຽວກັນ ພະແນກສາທາລະນະສຸກ ແຂວງ ຫົວພັນ ກໍໄດ້ສານຕໍ່ແຈ້ງການຈາກກະຊວງ ໂດຍແຈ້ງໃຫ້ແຂວງຂອງຕົນຮັບຊາບກ່ຽວກັບການຫ້າມບໍລິໂພກ ແລະ ຈໍາໜ່າຍຜິລິດຕະພັນຜິດກົດໝາຍ 133 ລາຍການ ເຊັ່ນກັນ. ຮຽບຮຽງໂດຍດຍ: ໃບບົວ ຈັນທະລັງສີ ແຫຼ່ງຂໍ້ມູນ, ຮູບພາບຈາກ: ກົມອາຫານ ແລະ ຢາ, ພະແນກສາທາລະນະສຸກ ແຂວງຫົວພັນ
ຂ່າວທ້ອງຖິ່ນ
2019-02-22T11:10:51+00:00
https://laopost.com/?p=111120
ເກີດເຫດຄົນຮ້າຍໃຊ້ມີດ ໄລ່ແທງປະຊາຊົນຢູ່ອັງກິດ ເສຍຊີວິດຢ່າງໜ້ອຍ 1 ຄົນ ບາດເຈັບອີກ 6 ຄົນ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ສິງຫານີ້ວ່າ ເກີດເຫດຄົນຮ້າຍ ໃຊ້ມີດໄລ່ແທງປະຊາຊົນ ຢູ່ບໍລິເວນສວນສາທາລະນະຣັສເຊວ ໃຈກາງນະຄອນຫລວງລອນດອນ ປະເທດອັງກິດ ໃນວັນພະຫັດທີ 4 ສິງຫານີ້ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 1 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກ 6 ຄົນ ໂດຍເຈົ້າໜ້າກູ້ໄພ ໄດ້ເຂົ້າຊ່ວຍເຫລືອ ແລະ ນຳສົ່ງໂຮງໝໍ, ສ່ວນເຈົ້າໜ້າທີ່ຕຳຫລວດອັງກິດ ສາມາດຈັບກຸມຕົວຜູ້ກໍ່ເຫດໄວ້ໄດ້ ຊຶ່ງເປັນເພດຊາຍ ອາຍຸພຽງ 19 ປີ ຊຶ່ງຄາດວ່າອາດມີສ່ວນກ່ຽວຂ້ອງ ກັບການກໍ່ການຮ້າຍ. ເຫດການດັ່ງກ່າວນີ້ ເກີດຂຶ້ນພຽງໜຶ່ງວັນ ຫລັງຈາກທີ່ຕຳຫລວດລອນດອນ ປະກາດເພີ່ມກຳລັງປະກອບອາວຸດ 600 ຄົນທົ່ວເມືອງຫລວງແຫ່ງນີ້ ເພື່ອປ້ອງກັນເຫດການໂຈມຕີນອງເລືອດ ທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ໃນບັນດາປະເທດເອີຣົບ. ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!
ຂ່າວຕ່າງປະເທດ
2016-08-04T20:16:50+00:00
https://laopost.com/?p=67301
ເລັ່ງຄົ້ນຄວ້າ-ປຶກສາຫາລີ ວາງມາດຕະການ ຄຸ້ມຄອງລາຄາສິນຄ້າ ໄລຍະບຸນປີໃໝ່ລາວ
ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ (ນວ) ໄດ້ຄົ້ນຄວ້າ ແລະ ປຶກສາຫາລື ພ້ອມອອກແຈ້ງການກ່ຽວກັບການຫ້າມສວຍ ໂອກາດຂຶ້ນລາຄາສິນຄ້າ ແລະ ການກັກຕຸນສິນຄ້າ ໃນໄລຍະບຸນປີໃໝ່ລາວ 2023 ທີ່ຈະມາເຖິງ ໂດຍຈະມີການເຮັດບົດບັນທຶກ ເພື່ອຄ້ຳປະກັນບໍ່ໃຫ້ສິນຄ້າຂາດຕະຫຼາດ. ທ່ານ ນັນຕາ ສານຸວົງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະ ຄອນຫຼວງວວຽງຈັນ ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ ວ່າ: ສຳລັບ ມາດຕະການໃນການຄວບຄຸມລາຄາສີນຄ້າ ພວກເຮົາໄດ້ຈັດຕັ້ງປະຕິບັດ ກັນມາໃນແຕ່ລະປີ ເຊິ່ງໄດ້ແຈ້ງເຖິງບັນດາຜູ້ປະກອບການ ຊາວຄ້າຂາຍທົ່ວໄປ ແລະ ບັນດາຫ້ອງການອຸດສາຫະກໍາ ແລະ ການຄ້າ 9 ຕົວເມືອງ ທົ່ວນະຄອນຫຼວງວຽງຈັນ ໃຫ້ຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດ ນອກຈາກນີ້ ເພື່ອເຮັດໃຫ້ແຈ້ງການດັ່ງກ່າວມີຜົນສັກສິດ ພວກເຮົາກໍໄດ້ແຕ່ງ ຕັ້ງເຈົ້າໜ້າທີ່ກວດກາການຄ້າ ໂດຍສົມທົບກັບເມືອງ ແລະ ຜູ້ຈັດສັນຕະຫຼາດ ລົງຕິດບັນດາຕະຫຼາດເມືອງໃນ ຂອງນະຄອນຫຼວງວຽງຈັນ ເພື່ອກວດກາລາຄາສິນຄ້າ ຖ້າພົບເຫັນມີການກັກຕຸນ ຫຼື ຂຶ້ນລາຄາ ແມ່ນຈະຖືກ ປັບໄໝຕາມລະບຽບກົດໝາຍ. ພ້ອມກັນນີ້ ໄດ້ເຊີນເອົາຜູ້ປະກອບການຕະຫຼາດ 12 ແຫ່ງ ເຂົ້າມາເຮັດບົດບັນທຶກ ເພື່ອຮັບປະກັນທາງດ້ານການຕອບສະໜອງສິນຄ້າເຂົ້າຕະຫຼາດ ເຮັດແນວໃດບໍ່ໃຫ້ສິນຄ້າຂາດຕະຫຼາດ ໃນໄລຍະບຸນປີໃໝ່ລາວ ໂດຍສະເພາະ ແຕ່ວັນທີ 14-20 ເມສາ ນີ້ ໄດ້ມີບັນທຶກກັບຊາວຄ້າຂາຍ ໂດຍສະເພາະ ຊາວຄ້າຂາຍຊີ້ນ ປາ ໃຫ້ມີການຜັດປ່ຽນ ຫຼື ໝູນວຽນກັນໃຫ້ມີສິນຄ້າເຂົ້າມາຂາຍ ຢູ່ພາຍໃນຕະຫຼາດຕະຫຼອດເວລາ ເພາະໃນໄລຍະຜ່ານມາ ພວກເຮົາໄດ້ມີບົດຮຽນ ໃກ້ຈະຮອດປີໃໝ່ລາວ ສິນຄ້າບໍ່ມີຂາຍຢູ່ຕະຫຼາດ. ທີ່ມາ ຂປລ
ຂ່າວພາຍໃນ
2023-03-31T14:21:05+00:00
https://laopost.com/?p=143643
ສະຫະລັດອາເມຣິກາຈະກັບເຂົ້າມາເປັນສະມາຊິກຂອງຢູເນສໂກອີກຄັ້ງ
ອົງການການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ ຫຼື UNESCO ເປີດເຜີຍໃນວັນຈັນທີ່ຜ່ານມານີ້ວ່າ ສະຫະລັດອາເມຣິກາ ມີແຜນຈະກັບເຂົ້າມາເປັນສະມາຊິກຂອງຢູເນສໂກອີກຄັ້ງ ພາຍຫຼັງທີ່ໄດ້ຖອນໂຕອອກໃນປີ 2018 ໃນສະໄໝປະທານາທິບໍດີ ໂດນັລ ທຣັມ. ໃນຖະແຫຼງການຂອງຢູເນສໂກ ໄດ້ລະບຸວ່າ: ການກັບເຂົ້າຮ່ວມເປັນສະມາຊິກຄັ້ງນີ້ ພ້ອມກັບ ແຜນການເງິນທີ່ຊັດເຈນ ເຊິ່ງຕ້ອງໄດ້ຮັບຄວາມເຫັນດີຈາກປະເທດອື່ນໆ. ກ່ອນທີ່ຈະຖອນໂຕອອກຈາກຢູເນສໂກ, ສະຫະລັດອາເມຣິກາ ແມ່ນຜູ້ສະໜັບສະໜູນດ້ານການເງິນລາຍໃຫຍ່ໃຫ້ແກ່ອົງການຂອງສະຫະປະຊາຊາດແຫ່ງນີ້ ດ້ວຍການຈັດສັນງົບປະມານໃຫ້ 22% ຂອງງົບປະມານທັງໝົດຂອງຢູເນສໂກ ແຕ່ໄດ້ໂຈະການໃຫ້ເງິນທຶນໃນປີ 2011 ຫຼັງຈາກຢູເນສໂກຍອມຮັບປະເທດປາເລສຕາຍ ເປັນສະມາຊິກ. ໃນປີ 2018 ລັດຖະບານປະທານາທິບໍດີ ໂດນັລ ທຣັມ ໄດ້ປະກາດຖອນສະຫະລັດອາເມຣິກາ ອອກຈາກການເປັນສະມາຊິກຂອງຢູເນສໂກ ໂດຍໃຫ້ເຫດຜົນວ່າ ຢູເນສໂກມີທັດສະນະຄະຕິຕໍ່ຕ້ານຢິວ. ສຳລັບການເຂົ້າມາເປັນສະມາຊິກຮອບໃໝ່ນີ້ ປະທານາທິບໍດີ ໂຈ ໄປເດນ ໄດ້ຂໍງົບປະມານ 150 ລ້ານໂດລາສຳລັບງົບປະມານປີໜ້າ ເພື່ອໃຊ້ຄືນໃຫ້ແກ່ຢູເນສໂກ ທັ້ງນີ້ ໃນລະຫວ່າງປີ 2011-2018 ໃນຊ່ວງທີ່ຖອນໂຕອອກ ສະຫະລັດມີໜີ້ສະສົມປະມານ 619 ລ້ານໂດລາ. ເຈົ້າໜ້າທີ່ສະຫະລັດອາເມຣິກາ ກ່າວໃນວັນຈັນວ່າ ການທີ່ສະຫະລັດບໍ່ໄດ້ເຂົ້າຮ່ວມກັບຢູເນສໂກ ໃນຊ່ວງເກືອບ 5 ປີທີ່ຜ່ານມາ ໄດ້ສ້າງຄວາມໄດ້ປຽບໃຫ້ແກ່ປະເທດຈີນໃນເວທີໂລກ ເຊິ່ງຮວມເຖິງການກຳນົດມາດຕະຖານສຳລັບເຕັກໂນໂລຊີປັນຍາປະດິດໃນອະນາຄົດອີກດ້ວຍ. ຢ່າງໃດກໍຕາມ ບັນດາປະເທດສະມາຊິກຕ້ອງໄດ້ຕົກລົງເຫັນດີກ່ອນ ເຊິ່ງຄາດວ່າຈະມີກອງປະຊຸມຂຶ້ນໃນເດືອນກໍລະກົດ ເພື່ອທີ່ຈະຮອງຮັບເອົາສະຫະລັດອາເມຣິກາເຂົ້າມາເປັນສະມາຊິກອີກຄັ້ງ.
ຂ່າວຕ່າງປະເທດ
2023-06-13T13:10:29+00:00
https://laopost.com/?p=145242
ຈີດີພີຈີນໄຕມາດສອງເຕີບໂຕ 6,7%
ຕົວເລກລວມຜະລິດຕະພັນພາຍໃນ ຫຼື ຈີດີພີຂອງຈີນ ໃນໄຕມາດທີ່ສອງຂອງປີນີ້ເຕີບໂຕ 6,7% ດີກວ່າທີ່ມີການປະເມີນໄວ້ກ່ອນໜ້ານີ້ ບົ່ງຊີ້ສັນຍານຟື້ນຕົວທາງເສດຖະກິດ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດຂອງຈີນ (ເອັນບີເອສ) ອອກລາຍງານສະຫຼຸບສະຖານະການທາງເສດຖະກິດຂອງປະເທດໃນໄຕມາດທີ່ສອງຂອງປີນີ້ວ່າຕົວເລກລວມຜະລິດຕະພັນພາຍໃນຂະຫຍາຍຕົວ 6,7% ເມື່ອທຽບກັບໄລຍະເວລາດຽວກັນຂອງປີທີ່ຜ່ານມາ ແລະ ຖ້າຫາກຄຳນວນແບບເປັນລາຍໄຕມາດພົບວ່າ ຂະຫຍາຍຕົວເພີ່ມຂຶ້ນ 1,8% ຈາກໄຕມາດທຳອິດຂອງປີນີ້ ດີກວ່າທີ່ມີການຄາດຄະເນເອົາໄວ້ກ່ອນໜ້ານັ້ນ ຊີ້ໃຫ້ເຫັນສັນຍານຂອງການເລີ່ມຟື້ນຕົວໃນໄລຍະກາງ ແລະ ເພີ່ມຄວາມໝັ້ນໃຈໃຫ້ກັບລັດຖະບານຈີນວ່າ ການເຕີບໂຕຂອງຈີດີພີໃນປີນີ້ຈະເຖິງເປົ້າໝາຍລະຫວ່າງ 6,5-6,7%. ທັງນີ້ ເສດຖະກິດຂອງຈີນຊຶ່ງມີມູນຄ່າຫຼາຍເປັນອັນດັບ 2 ຂອງໂລກຮອງຈາກອາເມລິກາ ແລະ ອັນດັບ 1 ຂອງອາຊີຂະຫຍາຍຕົວ 6,9% ເມື່ອປີທີ່ຜ່ານມາ ຖືເປັນລະດັບຕໍ່າສຸດນັບຕັ້ງແຕ່ປີ 1990 ຂະນະທີ່ສະຖິຕິຂອງຈີດີພີໃນໄຕມາດທຳອິດຂະຫຍາຍຕົວພຽງ 6,2% ຕໍ່າສຸດໃນຮອບ 7 ປີ.
ຂ່າວຕ່າງປະເທດ
2016-07-15T15:49:35+00:00
https://laopost.com/?p=65285
ບໍລິສັດ Apple ກຽມປັບຂື້ນຄ່າແຮງເພື່ອຕໍ່ສູ້ກັບພາວະເງິນເຟີ້
ບໍລິສັດ Apple ກຽມປັບຄ່າແຮງເພີ່ມຂື້ນສຳລັບພະນັກງານທີ່ຢູ່ໃນສະຫະລັດອາເມຣິກາ ໃນສະພາວະເງິນເຟີ້ ລວມເຖິງການພັກດັນແຮງງານໃນບໍລິສັດ. ບໍລິສັດ Apple ກຳລັງຂື້ນຄ່າແຮງໃນ ສ. ອາເມຣິກາ ຈຳນວນຢ່າງໜ້ອຍ 10% ໂດຍເພີ່ມຄ່າແຮງເປັນ 22 ໂດລາ ຕໍ່ຊົ່ວໂມງ ເພີ່ມຂື້ນເປັນ 10% ຈາກປີກ່ອນ. ການປັບຄ່າແຮງເທື່ອນີ້ຂອງແອັບເປິ້ນ ເກີດຂື້ນຍ້ອນສະຖານະການຫຼາຍໆຢ່າງເກີດຂຶ້ນ ບໍ່ວ່າຈະເປັນແຮງກົດດັນຈາກພະນັກງານປັດຈຸບັນ ແລະ ອະດີດພະນັກງານຂອງແອັບເປິ້ນທີ່ໂຈມຕີເລື່ອງສະພາບການເຮັດວຽກໃນຊ່ວງທີ່ ໂຄວິດ-19 ແຜ່ລະບາດ ປະກອບດ້ວຍບັນຫາເງິນເຟີ້ ທີ່ສົ່ງຜົນໃຫ້ຄ່າຄອງຊີບເພີ່ມຂື້ນສູງ. ນອກນີ້ ຍັງມີການລາອອກຂອງພະນັກງານຈຳນວນຫຼາຍໃນຊ່ວງໂຄວິດ-19ແຜ່ລະບາດ ເຊິ່ງບັນດາຫຼາຍໆບໍລິສັດກໍພະຍາຍາມຂື້ນຄ່າແຮງເພື່ອຮັກສາພະນັກງານໄວ້ ບໍ່ໃຫ້ຍ້າຍໄປຫາຄູ່ແຂ່ງ. ດ້ວຍເຫດຜົນທັງໝົດນີ້ເຮັດໃຫ້ແອັບເປິ້ນຕ້ອງມີການປັບປຸງຄ່າແຮງຂັ້ນຕ່ຳຂອງບໍລິສັດໃຫ້ເພີ່ມຂື້ນ ເຊິ່ງຈະໄດ້ເລີ່ມໃນເດືອນກໍລະກົດນີ້. ແຫຼ່ງຂ່າວຈາກ ຂ່າວຕ່າງປະເທດ
ຂ່າວຕ່າງປະເທດ
2022-05-26T16:25:46+00:00
https://laopost.com/?p=134284
ສ້າງຄວາມເຂົ້າໃຈວຽງງານການທູດໃຫ້ພະນັກງານ
ໃນວັນທີ 6 ມີນາ 2013 ນີ້ ທີ່ສູນເຝິກອົບຮົມ ແລະ ຮ່ວມມືສາກົນ (ICTC) ສະຖາບັນການຕ່າງປະເທດ ກະຊວງການຕ່າງປະ ເທດ ໄດ້ຈັດສຳມະນາໃນຫົວຂໍ້ “ການທູດເສດຖະກິດ ການທູດປະຊາຊົນ ແລະ ການທູດຊ່ອງທາງທີສອງ” ຊຶ່ງເປັນກິດຈະກຳໜຶ່ງ ນອນຢູ່ໃນແຜນການເຄື່ອນໄຫວປະຈຳປີຂອງສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ຈຸດປະສົງແມ່ນເພື່ອເປັນການ ຍົກລະດັບຄວາມສາມາດ ໃຫ້ແກ່ພະນັກງານຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ການຈັດ ສຳມະນາໃນຄັ້ງນີ້ ແມ່ນຖືກຈັດຂຶ້ນໃນທ່າມກາງບັນຍາກາດແຫ່ງການສະຫຼອງ ວັນສ້າງຕັ້ງສະຖາບັນການຕ່າງປະເທດ ຄົບຮອບ 20 ປີ (ແຕ່ວັນທີ 10 ກຸມພາ 1993Œ10 ກຸມພາ 2013) ການຈັດກອງປະຊຸມສຳມະນາລະດົມແນວຄວາມຄິດ ກ່ຽວກັບການ ເຄື່ອນໄຫວການທູດໃນ 3 ຫົວຂໍ້ດັ່ງກ່າວ ໂດຍໃຫ້ກຽດເປັນປະທານຂອງທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ແລະ ໄດ້ເຊີນນັກວິທະຍາກອນຜູ້ທີ່ມີປະສົບການສູງເຊັ່ນ: ທ່ານທູດອາວຸໂສ ຫົວໜ້າກົມກ່ຽວຂ້ອງຂອງ ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ມາໃຫ້ບົດຮຽນ ປະສົບການໃນການເຄື່ອນໄຫວການຕ່າງ ປະເທດ ໂດຍສະເພາະການທູດເສດຖະກິດ ການທູດປະຊາຊົນ ແລະ ການທູດຊ່ອງທາງທີສອງ ຜ່ານການປຶກສາຫາລືແລກປ່ຽນ ທັດສະນະຄຳຄິດເຫັນເຊິ່ງກັນ ແລະ ກັນ ຜູ້ເຂົ້າຮ່ວມໄດ້ຮັບຮູ້ວ່າ: ການທູດເສດຖະກິດ ແມ່ນການຂົນຂວາຍຍາດແຍ່ງການຊ່ວຍ ເຫຼືອຈາກສາກົນ ທີ່ຕິດພັນກັບທຸກໆການເຄື່ອນໄຫວວຽກງານການຕ່າງປະເທດ ຢາກເຮັດການທູດເສດຖະກິດໄດ້ດີ ຕ້ອງເຂົ້າໃຈ ແຈ້ງກ່ຽວກັບແນວທາງການຕ່າງປະເທດໄລຍະໃໝ່ຂອງພັກ ຕ້ອງກຳໄດ້ສະພາບຈຸດພິເສດ ແລະ ກຸ່ມເປົ້າໝາຍ ລວມທັງສິລະປະ ທາງການທູດ ເພື່ອດຶງດູດໂຄສະນານັກລົງທຶນ ກໍຄືຜູ້ໃຫ້ການຊ່ວຍເຫຼືອເຫັນໄດ້ທ່າແຮງ ແລະ ຈຸດພິເສດຂອງປະເທດເຮົາ ການ ທູດປະຊາຊົນ ກໍແມ່ນວຽກງານທີ່ສຳຄັນໜຶ່ງ ທີ່ບໍ່ສາມາດຕັດແຍກອອກຈາກການເຄື່ອນໄຫວການທູດຂອງພາກŒລັດຖະບານໄດ້ ເພາະວ່າມັນແມ່ນການຂົນຂວາຍເອົາຄວາມເປັນໃຈຂອງປະຊາຊົນ ເພື່ອມາສະໜັບສະໜູນເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດŒສັງຄົມຂອງພັກŒລັດຖະບານ ໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້ໃນຍຸກສະໄໝປັດຈຸບັນ ການທູດຊ່ອງທາງທີສອງ ກໍນັບມື້ນັບມີບົດບາດສຳຄັນ ໃນຖານະເປັນເສນາທິການສະໜອງຂໍ້ມູນໃຫ້ແກ່ລັດຖະບານ ເພື່ອນຳໄປສ້າງຍຸດທະສາດ ແລະ ທັດ ສະນະຕ່າງໆໃຫ້ທັນກັບເວລາ ກອງປະຊຸມໃນຄັ້ງນີ້ ໄດ້ເຊື້ອເຊີນຜູ້ເຂົ້າຮ່ວມຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນ ຕ່າງປະເທດສູນກາງພັກ ອະດີດພະນັກງານສະຖາບັນການຕ່າງປະເທດ ນັກເຝິກອົບຮົມຊຸດບຳລຸງພາສາອັງກິດ ຊຸດທີ 29 ລວມ ທັງໝົດ 200 ກວ່າຄົນ. ໃນກອງປະຊຸມສຳມະນາໃນຄັ້ງນີ້ ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ໄດ້ບັນລະຍາຍ ສະຫຼຸບເນື້ອໃນລວມໂດຍຫຍໍ້ ກ່ຽວກັບການທູດເສດຖະກິດ ທີ່ຕິດພັນກັບນະໂຍບາຍການຕ່າງປະເທດຂອງ ສປປ ລາວ ແລະ ໄດ້ ຊີ້ໃຫ້ເຫັນເຖິງຄວາມໝາຍສຳຄັນຂອງການທູດເສດຖະກິດ ໃນຕາມລັກສະນະເສດຖະກິດŒສັງຄົມຂອງປະເທດຊາດ ໃນເງື່ອນໄຂ ເສດຖະກິດຕະຫຼາດ ທີ່ລັດຖະບານລາວກຳລັງດຳເນີນ ແລະ ຈັດຕັ້ງປະຕິບັດໃນປັດຈຸບັນ ໂດຍໄດ້ຮັບຜົນສຳເລັດເປັນຢ່າງດີເປັນ ກ້າວໆມາ ໃນໂອກາດດຽວກັນນີ້ ທ່ານນາງ ຄຳເພົາ ເອີນທະວັນ ຫົວໜ້າສະຖາບັນການຕ່າງປະເທດ ໄດ້ສະຫຼຸບສັງລວມໂດຍ ຫຍໍ້ ຜົນງານການເຄື່ອນໄຫວວຽກງານຂອງສະຖາບັນການຕ່າງປະເທດໃນໄລຍະ 20 ປີໂດຍຫຍໍ້ ທີ່ສະແດງໃຫ້ເຫັນຫຼາຍຜົນງານ ທີ່ສະຖາບັນການຕ່າງປະເທດສາມາດຍາດໄດ້ ໂດຍສະເພາະແມ່ນວຽກງານຈັດບຳລຸງພາສາອັງກິດ 6 ເດືອນໃຫ້ແກ່ພະນັກງານ ຂອງລັດໄດ້ 29 ຊຸດ ມີຈຳນວນຜູ້ເຂົ້າຮ່ວມທັງໝົດ 1.797 ຄົນ ຍິງ 545 ຄົນ ເຝິກອົບຮົມທິດສະດີການເມືອງ ແລະ ວຽກ ງານການຕ່າງປະເທດໄດ້ 19 ຊຸດ ຊຸດເຝິກອົບຮົມໃຫ້ແກ່ພັນລະຍາການນຳ 2 ຄັ້ງ ແລະ ຈັດຊຸດເຝິກອົບຮົມດ້ານວິຊາການ ອື່ນໆ 44 ຄັ້ງ ນອກຈາກນີ້ຍັງມີວຽກຮ່ວມມືສາກົນການເຄື່ອນໄຫວການທູດຊ່ອງທາງທີສອງ ທີ່ໄດ້ປະກອບສ່ວນເຂົ້າຮ່ວມກອງປະ ຊຸມສຳມະນາ ເຝິກອົບຮົມສາກົນຫຼາຍກວ່າ 35 ຄັ້ງຕໍ່ປີ ທີ່ເປັນເວທີຂອງການປະກອບສ່ວນເຜີຍແຜ່ແນວທາງນະໂຍບາຍຂອງພັກ Œລັດເຮົາຕໍ່ສາກົນ ແລະ ທັງເປັນການປົກປ້ອງຕໍ່ສູ້ຍາດແຍ່ງຜົນປະໂຫຍດມາໃຫ້ປະເທດຊາດ ສະຖາບັນການຕ່າງປະເທດ ມີຜົນ ງານໃນການຄົ້ນຄວ້າຍຸດທະສາດ ນະໂຍບາຍການຕ່າງປະເທດ ແລະ ຄົ້ນຄວ້າບັນຫາທີ່ພົ້ນເດັ່ນຂອງສາກົນ ແລະ ພາກພື້ນ ເພື່ອ ລາຍງານໃຫ້ຂັ້ນເທິງໃຫ້ທັນເວລາ ນອກຈາກນີ້ຍັງໄດ້ຂຽນ ແລະ ຈັດພິມປຶ້ມກ່ຽວກັບບັນຫາຕ່າງໆຈຳນວນໜຶ່ງ. ທີ່ມາhttp://www.vientianemai.net
ຂ່າວພາຍໃນ
2013-03-07T14:19:55+00:00
https://laopost.com/?p=2581
ນວ ປັບປຸງລະບົບໄຟເຍືອງທາງຫຼາຍຈຸດຄາດວ່າຈະສຳເລັດໃນທ້າຍປີນີ້
ທ່ານ ຊົງເລົາ ຢົງນູ ຫົວ­ໜ້າພະແນກພະ­ລັງ­ງານ ແລະ ບໍ່ແຮ່ນະ­ຄອນ­ຫຼວງວຽງຈັນ (ນວ) ໃຫ້ສຳ­ພາດວ່າ: ການ­ຈັດ­ຕັ້ງປະ­ຕິ­ບັດໂຄງ­ການໄຟເຍືອງທາງໃນ ນວ ທີ່ໄດ້ຮັບການຊ່ວຍລ້າຈາກລັດ­ຖະ­ບານ ສປ ຈີນ ໂດຍອີງ­ໃສ່ສັນ­ຍາຮ່ວມມືດ້ານເສດ­ຖະ­ກິດ ເຕັກ­ນິກລະ­ຫວ່າງລັດ­ຖະ­ບານ ສປປ ລາວ ແລະ ສປ ຈີນ ວ່າດ້ວຍການສະ­ໜອງການຊ່ວຍ­ເຫຼືອລ້າຈຳ­ນວນ 1 ຕື້ຢວນ ເພື່ອນຳໃຊ້ເຂົ້າໃນການພັດ­ທະ­ນາລະ­ບົບແສງສະ­ຫວ່າງໃນ ນວ. ໜັງສືພິມວຽງຈັນໃໝ່ ລາຍງານວ່າ ໃນປີ 2016-2017 ທ່ານເຈົ້າຄອງ ນວ ໄດ້ຊີ້ນຳພະແນກພະ­ລັງ­ງານ ແລະ ບໍ່ແຮ່ ນວ ສ້າງແຜນໂຄງ­ການກ່ຽວກັບການຄົ້ນ­ຄວ້າ ການປະ­ຕິຮູບລະ­ບົບໄຟເຍືອງທາງແສງສະ­ຫວ່າງສາ­ທາ­ລະ­ນະຢູ່ ນວ ດັ່ງ­ນັ້ນ ຈຶ່ງໄດ້ສຶກສາສຳຫຼວດວຽກງານດັ່ງ­ກ່າວສຳ­ເລັດໃນທ້າຍປີ 2017 ມາຮອດປີ 2018 ໄດ້ຂຽນບົດເພື່ອຊອກຫາແຫຼ່ງທຶນມາພັດ­ທະ­ນາ ຫຼັງຈາກສຳ­ເລັດໂຄງ­ການຄົ້ນ­ຄວ້າ ການປະ­ຕິຮູບລະ­ບົບໄຟແສງສະ­ຫວ່າງສາ­ທາ­ລະ­ນະໃນ ນວ ພະແນກພະ­ລັງ­ງານ ແລະ ບໍ່ແຮ່ ນວ ໄດ້ຂຽນບົດສະ­ເໜີໂຄງ­ການຂໍການຊ່ວຍ­ເຫຼືອຈາກລັດ­ຖະ­ບານ ສປ ຈີນ ແລະ ໄດ້ຮັບການຕອບຮັບໃນທ້າຍປີ 2019 ມູນຄ່າ 300 ລ້ານຢວນ ເພື່ອໂຄງ­ການຍົກລະ­ດັບລະ­ບົບໄຟ­ຟ້າເຂດຊານ­ເມືອງ ແລະ ສ່ວນໜຶ່ງໃນເຂດຕົວເມືອງຢູ່ ນວ ເຊິ່ງຝ່າຍຈີນໄດ້ສົ່ງທີມງານວິ­ຊາການ ເຂົ້າມາກວດ­ກາພາກສະ­ໜາມຂອງໂຄງ­ການຮ່ວມກັບຝ່າຍລາວ ນຳໂດຍພະແນກພະ­ລັງ­ງານ ແລະ ບໍ່ແຮ່ ຮ່ວມກັບບັນ­ດາພະ­ແນກ­ການ ເມືອງຕ່າງໆໃນລະ­ຫວ່າງເດືອນເມ­ສາຫາພຶດ­ສະ­ພາ 2019. ມາຮອດເດືອນພຶດ­ສະ­ພາ 2020 ທາງການຈຶ່ງໄດ້ຮັບແຈ້ງການຊ່ວຍ­ເຫຼືອໄລ­ຍະທີ 1 ໃນ 2 ໜ້າວຽກ ມູນຄ່າ 87,5 ລ້ານຢວນ ສຸມໃສ່ການປັບ­ປຸງລະ­ບົບນ້ຳ­ພຸ ລະ­ບົບໄຟເຍືອງສວນປະ­ຕູໄຊ ແລະ ຍົກລະ­ດັບລະ­ບົບໄຟເຍືອງທາງໃນ 7 ເສັ້ນ­ທາງເຂດໃຈ­ກາງເມືອງຂອງ ນວ ປະ­ກອບມີ: 1. ຖະ­ໜົນລ້ານຊ້າງ ຍາວ 999 ແມັດ.2. ຖະ­ໜົນ 23 ສິງ­ຫາ ແຕ່ປະ­ຕູໄຊຫາວົງ­ວຽນນ້ອຍຂ້າງເດີນທາດ­ຫຼວງ.3. ຖະ­ໜົນໜອງບອນ ແຕ່ 4 ໄຟອຳ­ນາດໜອງບອນ ຫາຖະ­ໜົນ 23 ສິງ­ຫາ ໄປຫາວົງ­ວຽນ 450 ປີ.4. ຖະ­ໜົນໄກ­ສອນພົມ­ວິ­ຫານ ແຕ່ວົງ­ວຽນ 450 ປີ ກັບມາຮອດສວນປະ­ຕູໄຊ.5. ຖະ­ໜົນມະ­ໂຫ­ສົດ ແຕ່ 3 ແຍກຫໍ­ຄຳ ຫາໂຮງ­ໝໍມະ­ໂຫ­ສົດ ຫາ 3 ແຍກຕາ­ຝັ່ງເຈື່ອນແຄມຂອງ.6. ຖະ­ໜົນຕາ­ຝັ່ງເຈື່ອນ ແຕ່ 3 ແຍກຂ້າງສວນເຈົ້າອະ­ນຸ­ວົງ ຫາວົງ­ວຽນປາກປາສັກ.7. ຖະ­ໜົນເສດຖາທິລາດ ແຕ່ວົງ­ວຽນປາກປ່າສັກ ຫາ 4 ແຍກມະ­ໂຫ­ສົດ. ໃນຈຳ­ນວນ 7 ເສັ້ນ­ທາງນີ້ ນັບແຕ່ເສັ້ນ­ທາງເບີ 1 ຫາເບີ 5 ຈະໄດ້ປັບ­ປຸງລະ­ບົບດ້ວຍການປ່ຽນລະ­ບົບໄຟເຍືອງທາງໃໝ່ ແລະ ຈະເອົາລະ­ບົບສາຍໄຟເຍືອງທາງລົງໃຕ້ດິນ ສ່ວນເສັ້ນ­ທາງເບີ 6 ແລະ ເບີ 7 ຈະປັບ­ປຸງໂດຍໃຊ້ລະ­ບົບສາຍໄຟເກົ່າ ໂຄງ­ການດັ່ງ­ກ່າວຈະຕ້ອງເຮັດໃຫ້ສຳ­ເລັດລະ­ບົບນ້ຳ­ພຸ ສວນປະ­ຕູໄຊ ເສັ້ນ­ທາງເບີ 1 ແລະ ເບີ 4 ຊ່ວງວົງ­ວຽນ 450 ປີ ຫາປະ­ຕູໄຊ ເພື່ອຄຳ­ນັບຮັບຕ້ອນວັນ­ຊາດທີ 2 ທັນ­ວາ ຄົບ­ຮອບ 45 ປີ ຄາດວ່າຈະເລີ່ມຈັດຕັ້ງປະ­ຕິ­ບັດວຽກກໍ່­ສ້າງຢູ່ພາກສະ­ໜາມໃນກາງເດືອນກັນ­ຍານີ້ເປັນ­ຕົ້ນໄປ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2020-09-04T16:19:29+00:00
https://laopost.com/?p=121190
ການປັບປຸງລັດຖະທຳມະນູນ ຈະກວມເນື້ອໃນຫລາຍໝວດ ພ້ອມກຽມມີສະພາປະຊາຊົນແຂວງ – ນະຄອນຫລວງ!
ຄະນະກຳມະການລະດັບຊາດ ເພື່ອປັບປຸງລັດຖະທຳມະນູນແຫ່ງ ສປປ ລາວ ສະບັບປີ 2003 ຈັດສຳມະນາວິທະຍາສາດ ທາບທາມຄວາມຄິດເຫັນ ເພື່ອປັບປຸງເນື້ອໃນລັດຖະທຳມະນູນ ສະບັບປີ 2003 ໃນວັນທີ 20-21 ເດືອນຕຸລາ ປີ 2014 ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ທັງເປັນປະທານ ຄະນະກຳມະການລະດັບຊາດ ເພື່ອປັບປຸງລັດຖະທຳມະນູນ ທັງນີ້ ກໍເພື່ອລະດົມ ຄວາມຄິດເຫັນຈາກບັນດາການນຳ, ລັດຖະມົນຕີວ່າການ, ຊ່ວຍວ່າການ, ບັນດາການນຳຈາກຂະແໜງການກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ເຂົ້າໃສ່ ຮ່າງລັດຖະທຳມະນູນສະບັບດັ່ງກ່າວ ໃຫ້ມີເນື້ອໃນອຸດົມສົມບູນ, ຄົບຖ້ວນ ແລະ ແລະ ຮັບປະກັນການປະຕິບັດໜ້າທີ່ ການເມືອງໃນໄລຍະໃໝ່. ທ່ານນາງ ປານີ ຢາທໍ່ຕູ້ ກ່າວໃນໂອກາດເປີດສຳມະນາວິທະຍາສາດຄັ້ງນີ້ວ່າ: ການປັບປຸງລັດຖະທຳມະນູນ ໃນຄັ້ງນີ້ ແມ່ນເພື່ອເປັນການຫັນແນວທາງ ນະໂຍບາຍຂອງພັກ ກ່ຽວກັບການບູລະນະລະບົບອຳນາດແຫ່ງລັດ ທີ່ໄດ້ກຳນົດໄວ້ ໃນມະຕິຕ່າງໆຂອງພັກ ເປັນຕົ້ນແມ່ນມະຕິກອງປະຊຸມໃຫຍ່ຄັ້ງທີ IX ເຂົ້າເປັນອັນລະອຽດຢູ່ໃນລັດຖະທຳມະນູນ ເຊິ່ງ ຖືວ່າເປັນກົດໝາຍພື້ນຖານທີ່ສຳຄັນຂອງປະເທດ ໃນການສ້າງລັດທີ່ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ- ສັງຄົມ ດ້ວຍ ກົດໝາຍເທື່ອລະກ້າວ; ທັງເປັນການປັບປຸງ ແລະ ເພີ່ມເຕີມບັນດາຫລັກການ ແລະ ເນື້ອໃນໃໝ່ທີ່ສຳຄັນ ແລະ ຈຳ ເປັນກ່ຽວກັບການປັບປຸງອຳນາດແຫ່ງລັດ ທີ່ໄດ້ຮັບຜົນສຳເລັດ ແລະ ໄດ້ຮັບການຢັ້ງຢືນຈາກພຶດຕິກຳຕົວຈິງໃນໄລຍະ ຜ່ານມາ ເຂົ້າໃສ່ຮ່າງລັດຖະທຳມະນູນ ໃຫ້ມີເນື້ອໃນຄົບຖ້ວນ ແລະ ຮັບປະກັນການນຳໃຊ້ຢ່າງຍາວນານ ແນໃສ່ຍົກສູງ ບົດບາດ ແລະ ຄວາມສາມາດໃນການນຳພາຂອງພັກ ກໍຄືການຄຸ້ມຄອງຂອງລະບົບອຳນາດລັດໃນໄລຍະໃໝ່. ເພື່ອຮັບ ປະກັນໃຫ້ແກ່ການຍົກສູງຄວາມສາມາດ ແລະ ບົດບາດການນຳພາຂອງພັກໃນເງື່ອນໄຂໃໝ່ ມີຄວາມຈຳເປັນທີ່ຈະ ຕ້ອງປັບປຸງ ແລະ ພັດທະນາລະບົບອຳນາດແຫ່ງລັດທາງດ້ານການຈັດຕັ້ງ ກໍຄື ການເຄື່ອນໄຫວວຽກງານໃຫ້ມີຄວາມ ເຂັ້ມແຂງ ແລະ ມີປະສິດທິຜົນໃນການຄຸ້ມຄອງ ແລະ ບໍລິຫານລັດທີ່ເປັນເອກະພາບ ບົນພື້ນຖານລັດຖະທຳມະນູນ ແລະ ກົດໝາຍ ເປັນຕົ້ນ ແມ່ນການປັບປຸງບາງໝວດບາງມາດຕາ ໃນລັດຖະທຳມະນູນ ທີ່ພົວພັນເຖິງການບູລະນະ ລະບົບອຳນາດແຫ່ງລັດ ປະຊາທິປະໄຕ ປະຊາຊົນ ໃຫ້ມີເນື້ອໃນຄົບຖ້ວນ ແລະ ຮັບປະກັນການປະຕິບັດໜ້າທີ່ການ ເມືອງໃນ ໄລຍະໃໝ່. ທ່ານນາງ ປານີ ຢາທໍ່ຕູ້ ຍັງໃຫ້ຮູ້ອີກວ່າ: ການປັບປຸງລັດຖະທຳມະນູນໃນຄັ້ງນີ້ ແມ່ນຈະສຸມໃສ່ບັນດາເນື້ອໃນສຳຄັນ ໃນໝວດກ່ຽວກັບສະພາແຫ່ງຊາດ, ສະພາປະຊາຊົນແຂວງ, ນະຄອນຫລວງ; ໝວດປະທານປະເທດ; ໝວດລັດຖະ ບານ; ໝວດການປົກຄອງທ້ອງຖິ່ນ; ໝວດສານ ແລະ ໄອຍະການປະຊາຊົນ ແລະ ໝວດກ່ຽວກັບອົງການກວດສອບ ແຫ່ງລັດ. ເນື່ອງຈາກວ່າ ລັດຖະທຳມະນູນເປັນກົດໝາຍພື້ນຖານຂອງປະເທດ ສະນັ້ນ ການປັບປຸງ ລັດຖະທຳມະນູນ ໂດຍສະເພາະໃນຈຳນວນໝວດດັ່ງກ່າວ ຈິ່ງມີຄວາມສຳຄັນທີ່ສຸດຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍຄືການປັບ ປຸງລະບົບອຳນາດແຫ່ງລັດ ໃນໄລຍະໃໝ່. ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ
ຂ່າວພາຍໃນ
2014-10-21T10:25:48+00:00
https://laopost.com/?p=12266
ກົມກວດກາປ່າໄມ້ຊີ້ແຈງ ບັນຫາການລັກລອບຕັດໄມ້ຢູ່ແຂວງຊຽງຂວາງ ແລະ ແຂວງອື່ນໆ!
ເມື່ອບໍ່ດົນມານີ້, ຫົວໜ້າກົມກວດກາປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້, ໄດ້ອອກມາຊີ້ແຈງຫລາຍບັນຫາທີ່ນອນໃນຄວາມຮັບຜິດຊອບຂອງຕົນ, ພາຍຫລັງມີປະຊາຊົນສະເໜີຜ່ານສາຍດ່ວນສະພາເປັນຕົ້ນ: ປະຊາຊົນຢູ່ແຂວງຊຽງຂວາງສະເໜີໃຫ້ພາກສ່ວນກ່ຽວຂ້ອງກວດຄືນສັ່ງຕັດໄມ້ດູ່ຂະໜາດໜ້າຕັດ 100 ຊັງຕີແມັດຂອງຫົວໜ້າພະແນກກະສິກໍາ-ປ່າໄມ້ແຂວງດັ່ງກ່າວ ໂດຍອ້າງວ່າຈະເອົາໄປນໍາໃຊ້ເຂົ້າໃນການກໍ່ສ້າງຕົບແຕ່ງຫ້ອງການ, ແຕ່ຕົວຈິງແລ້ວແມ່ນມີການເອົາໄປນໍາໃຊ້ໃນຈຸດປະສົງອື່ນ, ນອກຈາກນີ້ຍັງມີປະຊາຊົນຢູ່ແຂວງຫລວງພະບາງ, ສະຫວັນນະເຂດ, ຈໍາປາສັກ ແລະ ແຂວງບໍລິຄໍາໄຊ ກໍໄດ້ສະເໜີໃຫ້ພາກສ່ວນກ່ຽວຂ້ອງ ເພີ່ມທະວີການສະກັດກັ້ນການລັກຕັດໄມ້ໃຫ້ເຂັ້ມງວດໃນບັນດາປ່າສະຫງວນແຫ່ງຊາດໃນທົ່ວປະເທດ, ຊຶ່ງຕໍ່ບັນຫາດັ່ງກ່າວ, ທ່ານຮອງຫົວໜ້າກົມກວດກາປ່າໄມ້ຊີ້ແຈງວ່າ: ພາຍຫລັງມີປະຊາຊົນສະເໜີມາຄືດັ່ງກ່າວ, ກົມກວດກາປ່າໄມ້ໄດ້ມີການປະສານສົມທົບກັບ ພະແນກກະສິກໍາ-ປ່າໄມ້ແຂວງຊຽງຂວາງ ແລະ ພົບວ່າການຕັດໄມ້ປະເພດດັ່ງກ່າວແມ່ນເປັນຄວາມຈິງແທ້, ຜ່ານການກວດກາເຫັນວ່າ ການອະນຸຍາດຕັດໄມ້ກໍບໍ່ຖືກຕາມຂັ້ນຕອນ ແລະ ທ້ອງຖິ່ນກໍບໍ່ມີສິດອະນຸຍາດຕັດໄມ້ຫວງຫ້າມໄດ້ນອກຈາກລັດຖະບານ, ປັດຈຸບັນໄດ້ມີການສັ່ງຢຸດຕິການຕັດໄມ້ໃນກໍລະນີດັ່ງກ່າວແລ້ວ ເພື່ອກວດສອບລະອຽດ ແລະ ດໍາເນີນຕາມລະບຽບກົດໝາຍ ແລະ ສໍາລັບບັນຫາການລັກລອບຕັດໄມ້ໃນປ່າສະຫງວນ ແລະ ການຊື້-ຂາຍໄມ້ແບບຜິດກົດໝາຍຍອມຮັບວ່າຍັງເກີດມີຢູ່ຫລາຍທ້ອງຖິ່ນ ແລະ ບັນຫານີ້,ໄລຍະຜ່ານມາພວກເຮົາກໍໄດ້ເອົາໃຈໃສ່ໃນການກວດກາຢ່າງເຂັ້ມງວດ, ໃນກໍລະນີພົບເຫັນກໍໄດ້ມີການດໍາເນີນຄະດີຕາມລະບຽບກົດໝາຍເຊັ່ນ: ຍືດຂອງກາງ, ລົງໂທດ ແລະ ປັບໃໝຜູ້ກະທໍາຜິດຕ່າງໆມາແລ້ວຫລາຍກໍລະນີ. ແນວໃດກໍຕາມ, ປັດຈຸບັນວຽກງານການຄຸ້ມຄອງປ່າໄມ້ຢູ່ປະເທດເຮົາ ແມ່ນມີສອງພາກສ່ວນຮັບຜິດຊອບຮ່ວມກັນຄື: ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງກະສິກໍາ-ປ່າໄມ້ ແລະ ເຫັນວ່າການຄຸ້ມຄອງບາງຂອດຍັງພົບຄວາມຫຍຸ້ງຍາກ ແລະ ເກີດມີຊ່ອງຫວ່າງຫລາຍຢ່າງເປັນຕົ້ນ: ມີການສວຍໂອກາດຂອງເຈົ້າໜ້າທີ່ລະດັບທ້ອງຖິ່ນ, ການກວດກາເຮັດບໍ່ໄດ້ດີຈຶ່ງມີສະພາບການລັກລອບຕັດໄມ້ເກີດຂຶ້ນແຜ່ຫລາຍຄືດັ່ງປັດຈຸບັນ. ສະນັ້ນ ເພື່ອສະກັດກັ້ນບັນຫາດັ່ງກ່າວໃຫ້ຫລຸດຜ່ອນລົງພາກສ່ວນກ່ຽວຂ້ອງຕ້ອງເພີ່ມທະວີຄວາມເອົາໃຈໃສ່ກວດກາ, ກວດສອບພະນັກງານຂັ້ນທ້ອງຖິ່ນໃຫ້ເຂັ້ມງວດຂຶ້ນຕື່ມເພື່ອຈໍາກັດຊ່ອງຫວ່າງສວຍໂອກາດຕ່າງໆໃຫ້ນັບມື້ຫລຸດໜ້ອຍລົງ ແລະ ໝົດໄປ. ແຫລ່ງຂ່າວ:
ຂ່າວພາຍໃນ
2015-10-02T11:19:49+00:00
https://laopost.com/?p=36925
ລາວໃຊ້ 2 ສະໜາມໃນການຮອງຮັບການເປັນເຈົ້າພາບບານເຕະ U-19
ສະຫະພັນບານເຕະຢືນຢັນທີ່ໃຊ້ 2 ສະຫນາມ ຄື : ສະຫນາມ ກິລາແຫ່ງຊາດຫລັກ 16 ແລະ ສະຫນາມ ສະໂມສອນ ລ້ານຊ້າງຢູໄນເຕັດ ເຂົ້າໃນການແຂ່ງຂັນບານເຕະຊີງແຊ້ມອາຊຽນ ລຸ້ນອາຍຸບໍ່ເກີນ 19 ປີ ຫລື AFF U19 CHAMPIONSHIP 2015 ທີ່ ສປປລາວ ໄດ້ຮັບກຽດເປັນເຈົ້າພາບໃນລະຫວ່າງວັນທີ 22 ສິງຫາ – 04 ກັນຍາ 2015 ນີ້ ກຸ່ມ A 1. ລາວ 2. ອົດສະຕາລີ 3. ກຳປູເຈຍ 4. ບຣູໄນ 5. ຟິລິບປິນ 6. ໄທ ກຸ່ມ B 1. ຫວຽດນາມ 2. ມຽນມາ 3. ສິງກະໂປ 4. ຕີມໍ ເລສເຕ 5. ມາເລເຊຍ
ຂ່າວພາຍໃນ
2015-07-14T22:08:58+00:00
https://laopost.com/?p=30233
ເກົາຫລີໃຕ້ກວດພົບ ຜູ້ຕິດເຊື້ອໄວຣັສຊິກາລາຍໃໝ່ ຄົນທີ 16 ຂອງປະເທດ
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 30 ພະຈິກນີ້ວ່າ ສູນຄວບຄຸມ ແລະ ປ້ອງກັນພະຍາດ ສາທາລະນະລັດເກົາຫລີ ຫລື ເກົາຫລີໃຕ້ ໄດ້ອອກມາເປີດເຜີຍວ່າ ໄດ້ກວດພົບຜູ້ຕິດເຊື້ອພະຍາດໄວຣັສຊິກາລາຍໃໝ່ຫລ້າສຸດ ແລະ ເປັນຄົນທີ 16 ຂອງປະເທດ ຊຶ່ງເປັນຊາຍຊາວເກົາຫລີ ອາຍຸ 46 ປີ ໂດຍຊາຍຄົນດັ່ງກ່າວ ເຄີຍອາໄສ ແລະ ເຮັດທຸລະກິດຢູ່ຫວຽດນາມ ນັບຕັ້ງແຕ່ປີ 2012 ແລະ ໄດ້ເດີນທາງກັບຄືນມາເກົາຫລີໃຕ້ ເພື່ອພັກຜ່ອນເປັນເວລາສອງອາທິດ, ແນວໃດກໍຕາມ ຜູ້ກ່ຽວໄດ້ຮັບການປິ່ນປົວ ຢູ່ທີ່ໂຮງໝໍແຫ່ງໜຶ່ງ ໃນນະຄອນຫລວງເຊອູນ ເປັນທີ່ຮຽບຮ້ອຍແລ້ວ ກ່ອນທີ່ຈະຖືກອະນຸຍາດໃຫ້ເດີນທາງ ກັບຄືນໄປເຮັດວຽກຢູ່ຫວຽດນາມ. ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!
ຂ່າວຕ່າງປະເທດ
2016-11-30T16:59:24+00:00
https://laopost.com/?p=78439
ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມ SEAPAVAA ຄັ້ງທີ 18
ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສະມາຄົມສຳເນົາພາບ-ສຽງອາຊີຕາເວັນອອກສ່ຽງໃຕ້ ແລະ ປາຊີຟິກ (SEAPAVAA) ຄັ້ງທີ 18 ໃນລະຫວ່າງວັນທີ 26-30 ພຶດສະພາ 2014 ຢູ່ນະຄອນຫຼວງວຽງຈັນ ເຊິ່ງພິທີໄຂກອງປະຊຸມເປັນທາງການໄດ້ມີຂຶ້ນວັນທີ 26 ພຶດສະພາ 2014 ຢູ່ໂຮງແຮມລາວພລາຊາ ໂດຍເປັນປະທານຂອງທ່ານ ບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ມີທ່ານນາງ ເຕືອນໃຈ ສິນທຸວະນິດ ປະທານອົງການ SEAPAVAA ພ້ອມດ້ວຍບັນດາປະເທດສະມາຊິກ ແລະ ຄະນະຜູ້ແທນ 70 ກວ່າທ່ານ ຈາກ 18 ປະເທດເຂົ້າຮ່ວມ. ການເປັນເຈົ້າພາບຈັດກອງປະຊຸມຄັ້ງນີ້ ແມ່ນເປັນຄັ້ງທີ 2 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ພາຍຫຼັງໄດ້ເປັນເຈົ້າພາບກອງປະຊຸມ SEAPAVAA ຄັ້ງທີ 7 ໃນປີ 2002 ເຊິ່ງກອງປະຊຸມຄັ້ງນີ້ ໄດ້ດຳເນີນພາຍໃຕ້ຫົວຂໍ້ “ການສຳເນົາພາບ-ສຽງມີຄວາມສຳຄັນແນວໃດ” ໂດຍມີຈຸດປະສົງເພື່ອແນໃສ່ສ້າງພື້ນຖານຄວາມເປັນຈິງ ກ່ຽວກັບຄວາມສຳຄັນຂອງການສຳເນົາພາບ-ສຽງ ການແກ້ໄຂບັນຫາທີ່ນັກສຳເນົາພາບ-ສຽງກຳລັງປະເຊີນຢູ່ ການຮັບປະກັນຈຸດປະສົງ ເປົ້າໝາຍ ແລະ ການສຳເນົາທີ່ມີຄຸນຄ່າດ້ານວັດທະນະທຳ ແລະ ຄວາມຊົງຈຳຕ່າງໆ ທີ່ໄດ້ມີການສຳເນົາໄວ້ໃຫ້ຄົນຮຸ່ນໃໝ່ໄດ້ຄົ້ນຄວ້າ ຮ່ຳຮຽນ ເພື່ອໃຫ້ສັງຄົມເຫັນຄຸນຄ່າມໍລະດົກ ແລະ ໃຫ້ການສະໜັບສະໜູນວຽກງານດັ່ງກ່າວ ໂດຍໃນວາລະຂອງກອງປະຊຸມຄັ້ງນີ້ ຍັງມີການສຳມະນາໃນຫົວຂໍ້ຕ່າງໆ ທີ່ກ່ຽວຂ້ອງກັບວຽກງານການສຳເນົາພາບ-ສຽງ ນອກນີ້ຄະນະຜູ້ແທນກອງປະຊຸມຍັງຈະໄດ້ໄປຢ້ຽມຢາມ ບາງສຳນັກງານຂອງວຽກງານສຳເນົາພາບ-ສຽງ ແລະ ສະຖານທີ່ທ່ອງທ່ຽວຈຳນວນໜຶ່ງໃນນະຄອນຫຼວງວຽງຈັນ. ທ່ານ ບົວເງິນ ຊາພູວົງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້ພ້ອມກັນແລກປ່ຽນບົດຮຽນ ຄວາມຄິດເຫັນ ແລະ ຂໍ້ສະເໜີຕ່າງໆ ພ້ອມທັງຖ່າຍທອດຄວາມຮູ້ດ້ານເຕັກນິກວິຊາການ ການສຳເນົາພາບ ແລະ ສຽງມີຄວາມສຳຄັນແນວໃດ ເຊິ່ງເປັນຫົວຂໍ້ທີ່ມີຄວາມໝາຍສຳຄັນຫຼາຍ ໃນການພັດທະນາວຽກງານການສຳເນົາພາບ ແລະ ສຽງໃນປັດຈຸບັນ ກໍ່ຄືອະນາຄົດ ທັ້ງນີ້ກໍ່ເພື່ອນຳເອົາບົດຮຽນເຫຼົ່ານັ້ນ ມາພັດທະນາວຽກງານການສຳເນົາພາບ ແລະ ສຽງໃຫ້ມີຄວາມຍືນຍົງ ຄຽງຄູ່ກັບການພັດທະນາປະເທດ ແລະ ອະນຸຮັກໄວ້ເປັນມໍລະດົກອັນລ້ຳຄ່າຂອງຊາດ ກໍ່ຄືສາກົນຕະຫຼອດໄປ. ທີ່ມາ http://www.vientianemai.net/teen/khao/1/11888
ຂ່າວພາຍໃນ
2014-05-27T13:32:15+00:00
https://laopost.com/?p=5901
ລາວ-ກໍາປູເຈຍ ແຂ່ງຂັນກີລາມິດຕະພາບ
ຕອບສະ­ໜອງຕາມຄຳເຊີນ ຂອງພະ­ນະທ່ານ ຮໍ ນຳຮົງ, ຮອງນາຍົກລັດ­ຖະ­ມົນ­ຕີ, ລັດ­ຖະ­ມົນ­ຕີວ່າການກະ­ຊວງການຕ່າງ­ປະ­ເທດ ແລະຮ່ວມມືສາ­ກົນແຫ່ງຣາຊະອາ­ນາ­ຈັກກຳ­ປູ­ເຈຍ, ພະ­ນະທ່ານ ທອງລຸນ ສີສຸລິດ, ຮອງນາ­ຍົກ­ລັດ­ຖະ­ມົນ­ຕີ, ລັດ­ຖະ­ມົນ­ຕີວ່າ­ການກະ­ຊວງການຕ່າງ­ປະ­ເທດແຫ່ງ ສປປ ລາວ ພ້ອມ ດ້ວຍຄະ­ນະໄດ້ເດີນ­ທາງໄປຮ່ວມກິດ­ຈະ­ກຳແຂ່ງ­ຂັນກີ­ລາບານ­ເຕະມິດຕະພາບລະ­ຫວ່າງສອງປະ­ເທດລາວ ແລະກຳ­ປູ­ເຈຍໃນວັນທີ 18 ມີ­ນາ 2016 ຢູ່ຣາຊະອາ­ນາ­ຈັກກຳ­ປູ­ເຈຍ ເພື່ອເປັນການສະ­ເຫຼີມ­ສະ­ຫຼອງວັນ ສ້າງ­ຕັ້ງສາຍພົວ­ພັນການທູດລະຫວ່າງ ສາ­ທາ­ລະ­ນະລັດ ປະ­ຊາທິປະໄຕ ປະ­ຊາ­ຊົນລາວ ແລະຣາຊະອາ­ນາ­ຈັກກຳ­ປູ­ເຈຍ ຄົບ­ຮອບ 60 ປີ (15/6/1956-Œ15/6/2016). ໃນໂອ­ກາດດຽວກັນນີ້, ພະ­ນະ ທ່ານ ທອງລຸນ ສີສຸລິດ, ຮອງນາ­ຍົກ ລັດ­ຖະ­ມົນ­ຕີ, ລັດ­ຖະ­ມົນ­ຕີວ່າ­ການກະ­ຊວງການຕ່າງ­ປະ­ເທດໄດ້ເຂົ້າຢ້ຽມຂ່ຳ­ນັບສົມ­ເດັດອັກຄະ­ມະຫາເສນາບໍ­ດີເຕໂຈຮຸນແຊນ, ນາ­ຍົກລັດຖະມົນ­ຕີແຫ່ງຣາຊະອາ­ນາ­ຈັກກຳ­ປູ­ເຈຍ ການພົບປະໂອ້ລົມຄັ້ງນີ້ຕ່າງຝ່າຍ ໄດ້ສະ­ແດງຄວາມເພິ່ງພໍ­ໃຈ ແລະຊົມ­ເຊີຍຕໍ່ສາຍພົວ­ພັນຂອງສອງປະເທດທີ່ເປັນສາຍພົວ­ພັນຖານບ້ານ ໃກ້ເຮືອນຄຽງທີ່ດີຕໍ່ກັນ ແລະທີ່ໄດ້ນຳເອົາຜົນປະ­ໂຫຍດມາ­ສູ່ປະ­ຊາ­ຊົນ ສອງຊາດທີ່­ແທ້ຈິງ ຊຶ່ງການພົບປະໄດ້ດຳ­ເນີນໄປໃນບັນ­ຍາ­ກາດແຫ່ງ ໄມ­ຕີຈິດມິດ­ຕະ­ພາບທີ່ສະ­ໜິດສະໜົມ, ອົບອຸ່ນ ແລະເຂົ້າອົກເຂົ້າ­ໃຈກັນຢ່າງເລິກ­ເຊິ່ງ. ຫຼັງຈາກນັ້ນ, ພະ­ນະທ່ານ ທອງ ລຸນ ສີສຸລິດ, ຮອງນາ­ຍົກລັດຖະມົນຕີ, ລັດ­ຖະ­ມົນ­ຕີວ່າ­ການກະ­ຊວງການຕ່າງ­ປະ­ເທດໄດ້ໃຫ້ກຽດເປັນປະ ທານຮ່ວມກັບພະ­ນະທ່ານ ຮໍ ນຳຮົງ, ຮອງນາ­ຍົກ­ລັດ­ຖະ­ມົນ­ຕີ, ລັດຖະ ມົນ­ຕີວ່າ­ການກະ­ຊວງການຕ່າງປະ ເທດ ແລະຮ່ວມມືສາ­ກົນແຫ່ງຣາຊະ ອາ­ນາ­ຈັກກຳ­ປູ­ເຈຍ ໃນການແຂ່ງ ຂັນກີ­ລາບານ­ເຕະມິດ­ຕະ­ພາບລາວŒກຳ­ປູ­ເຈຍ, ໃນຄັ້ງນີ້ແມ່ນໜຶ່ງໃນກິດ ຈະກຳທີ່ທັງສອງຝ່າຍພ້ອມກັນຈັດ ຂຶ້ນເພື່ອສະ­ເຫຼີມ­ສະ­ຫຼອງວັນສຳ­ຄັນ ດັ່ງ­ກ່າວ ຊຶ່ງເປັນການສ້າງໂອ­ກາດ ທີ່ດີເພື່ອຮັດແໜ້ນຄວາມສາ­ມັກ­ຄີມິດຕະພາບທີ່ເປັນມູນ­ເຊື້ອມາແຕ່ບູ­ຮານ ນະການລະ­ຫວ່າງສອງປະ­ເທດກໍຄື ປະ­ຊາ­ຊົນສອງຊາດໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ, ການແຂ່ງ­ຂັນຄັ້ງນີ້ ຝ່າຍກຳ­ປູ­ເຈຍໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ໂດຍມີປະ­ຊາ­ຊົນເຂົ້າຊົມຢ່າງຫຼວງ­ຫຼາຍ ຊຶ່ງໄດ້ດຳ­ເນີນໄປດ້ວຍບັນ­ຍາ­ກາດຟົດ­ຟື້ນ, ມ່ວນ­ຊື່ນ ແລະເຕັມໄປດ້ວຍນ້ຳ­ໃຈມິດ­ຕະ­ພາບ, ຄວາມສາ­ມັກ­ຄີຮັກ­ແພງເຊິ່ງກັນ ແລະກັນຈົບລົງດ້ວຍຜົນ­ສຳ­ເລັດອັນຈົບ­ງາມ. ທີ່ມາ:
ຂ່າວພາຍໃນ
2016-03-24T09:26:55+00:00
https://laopost.com/?p=51414
ມາດຕະການສັ່ງຮື້ຖອນ ຮ້ານກິນດື່ມສິ່ງມຶນເມົາອອກຈາກເຂດ ມຊ ຍັງບໍ່ເກີດຜົນ
ບັນດາຄູ-ອາຈານ ແລະ ປະຊາຊົນສະໜັບສະໜູນຕໍ່ມາດຕະການຂອງລັດຖະບານໃຫ້ຜູ້ປະກອບການທຸລະກິດຮ້ານກິນດື່ມສິ່ງມືນເມົາ ແລະ ສະຖານບັນເທີງຍົກຍ້າຍໜີອອກຈາກສະຖາບັນການສຶກສາເປັນການຮີບດ່ວນໂດຍສະເພາະເຂດທໍາອິດຢູ່ມະຫາວິທະຍາໄລແຫ່ງຊາດດົງໂດກ (ມຊ) ຂະນະທີ່ ສື່ມວນຊົນລົງໄປສໍາຫລວດຢູ່ອອ້ມມະຫາວິທະຍາໄລດັ່ງກ່າວນັ້ນພົບວ່າ ຍັງມີການເປີດຮ້ານກິນດື່ມສິ່ງມຶນເມົາ ແລະ ສະຖານບັນເທີງຢ່າງຟົດຟື້ນ. ທ່ານ ຄຳຜັນ ສິດທະວົງ ຮອງອຳນວຍການສູນໄອທີ ມະຫາໄລແຫ່ງຊາດ ໄດ້ເປີດເຜີຍ ຕໍ່ນັກຂ່າວ ໃນວັນທີ 4 ພະຈິກ 2016 ນີ້ວ່າ: ຕາມຄວາມເປັນຈິງແລ້ວຢູ່ອອ້ມຂ້າງມະຫາວິທະຍາໄລນີ້ມີຮ້ານກິນດື່ມ ແລະ ສະຖານບັນເທີງຈໍານວນບໍ່ໜ້ອຍ ເຊິ່ງພວມກາຍເປັນສິ່ງຊັກຊວນ, ດຶງດູດໃຫ້ນັກຮຽນໃຈແຕກ ຫລື ໂຕນຫ້ອງຮຽນເພື່ອໄປສັງສັນໃນຍາມຊົ່ວໂມງຮຽນ ແລະ ຍາມຄ້ອຍແລງບໍ່ຕ່າງຫຍັງກັບນົກຍາງຂາວລົງກິນນໍ້າ ຖ້າເປັນໄປໄດ້ຢາກຮຽກຮ້ອງໃຫ້ລັດຖະບານພ້ອມອໍານາດການປົກຄອງທ້ອງຖິ່ນສັ່ງປິດ ແລະ ຊອກຫາບ່ອນຈັດສັນໃໝ່ຫ່າງຈາກສະຖານບັນເທີງ 1 ກິໂລແມັດ ເພາະມັນວົນແຊວ ແລະ ກະທົບຕໍ່ຜົນການຮ່ຳຮຽນ ຂອງ ນັກສຶກສາ. ຮອງອໍານວຍການສູນໄອທີຍັງຊີ້ແຈງອີກວ່າ: ຕົນເອງກ້າວເຂົ້າມາຢູ່ມະຫາໄລແຫ່ງຊາດນີ້ໄດ້ 52 ປີແລ້ວ ເຊິ່ງບັນດາຄູອາຈານກໍໄດ້ສະເໝີຂັ້ນເທີງທີ່ກ່ຽວຂ້ອງລົງມາແກ້ໄຂ ແຕ່ສະພາບດັ່ງກ່າວຍັງເປັນຊໍາເຮື້ອ ແລະ ຕົກເປັນຈັກເທື່ອ ໝາຍວ່າມີແຕ່ເວົ້າເລື້ອຍໆ ສຸດທ້າຍພາກສ່ວນທີ່ກ່ຽວ່ຂ້ອງ ບໍ່ປະຕິບັດໃຫ້ຂາດໂຕຢ່າງຊິ້ນເຊິງ ຢ່າງໃດກໍ່ດີ ໃນກໍລະນີແກ້ໄຂບໍ່ໄດ້ນັ້ນ ເມື່ອເບິ່ງໃນແງ່ມູມໜຶ່ງການຕັ້ງ ຮ້ານເຫົ້າ ຮ້ານເບຍ ແລະ ສະຖານບັນເທີງໄກ້ສະຖາບັນອາດກບໍ່ມີບັນຫາ ຖ້າ ກົດໝາຍມີການກຳນົດສິດຂອບເຂດທັງຜູ້ຊື້, ຜູ້ຂາຍ ແລະ ຜູ້ຜະລິດຄວນຖືກບັງຄັບຢ່າງລະອຽດແນວໃດ ເພາະວ່ານັກສຶກສາຈໍານວນໜຶ່ງສາມາດໄປກິນໄປດື່ມໄດ້ທຸກບ່ອນ ເຖິງແມ່ນຮ້ານກິດດື່ມ ແລະ ບັນເທີງຈະຍົກຍ້າຍໄປໄກກໍຕາມ. ທ່ານ ນາງ ມຸກລະຄອນ ອາຈານສອນພາສາອັງກິດ ທີ່ຄະນະອັກສອນສາດ ຂອງມະຫາວິທະຍາໄລແຫ່ງຊາດ ໃຫ້ຄວາມເຫັນອີກວ່າ: ຖ້າເປັນໄປໄດ້ ຢາກໃຫ້ຂັ້ນເທິງຍ້າຍຮ້ານກິນດື່ມສິ່ງມຶນເມົາ ອອກຈາກມະຫາວິທະຍາໄລແຫ່ງຊາດໄວທີ່ສຸດ ເພາະວ່າ 4 ໂມງແລງ ນັກສຶກສາເລີກຮຽນແລ້ວ ມັກໄປນັ່ງຕາມຮ້ານດັ່ງກ່າວ ໂດຍໃສ່ຊຸດນັກຮຽນນັກສຶກສາເຕັມຮ້ານ ເຖິງແມ່ນວ່າມີລະບຽບການຢູ່ ມຊ ອອກມາແລ້ວ ແຕ່ຍັງບໍ່ທັນຈັດຕັ້ງປະຕິບັດເປັນຮູບປະທໍາເທື່ອ. ນາງ ນອ້ຍ ນັກສຶກສາຢູ່ ຄະນະເສດຖະສາດປີທີ 4 ບອກໃຫ້ຮູ້ວ່າ ຂໍໃຫ້ຍ້າຍ ຮ້ານດັ່ງກ່າວອອກໂດຍໄວກໍດີ ເພາະວ່ານັກສຶກສາຢູ່ ຫໍພັກ ຊີເກມ 11- 12 ໂມງກາງຄືນ ກໍຍັງພາກັນ ອອກໄປຊື້ສິ່ງມຶນເມົາ ມາດື່ມພາຍໃນຫໍພັກຢູ່, ສ່ວນ ທ້າວ ຈໍ ນັກສຶກສາ ຄະນະເສດຖະສາດກໍໃຫ້ເຫດຜົນວ່າ ສາເຫດທີ່ພໍ່ຄ້າແມ່ ມາຕັ້ງຮ້ານກິນດື່ມໃກ້ສະຖາບັນການສຶກສານັ້ນ ຍ້ອນວ່າສະດວກສະບາຍ ໃນການໄປຊອກກິນຊອກດື່ມ ໂດຍສະເພາະພາຍຫລັງສອບເສັງ ແລະ ຂຽນບົດເພື່ອພົບປະສັງສັນກັບນັກຮຽນ ລວມທັງຄູອາຈານ.ແຕ່ແນວໃດກໍດີ ບັນດານັກສຶກສາຢືນຢັນວ່າ: ປັດຈຸບັນນີ້ ມີຮ້ານກິນດື່ມ, ຮ້ານບັນເທິງເປີດທັງກາງຄືນ ແລະ ກາງເວັນໃກ້ຫໍພັກນັກສຶກສາຊີເກມ ເຊິ່ງເຈົ້າໜ້າທີ່ພວມສັ່ງສັ່ງໃຫ້ຢຸດຕິການເຄື່ອນໄຫວຖາວອນ. ທ່ານ ອິນທະພອນ ຫລວງຮັກສາ ຮອງນາຍບ້ານດົງໂດກໄດ້ກ່າວວ່າ: ປັດຈຸບັນນີ້ມີຫລາຍຮ້ານກິນດື່ມ ແລະ ສະຖານບັນເທີງ ເປີດໃຫ້ບໍລິການສົ່ງສຽງດັງລົບກວນປະຊາຊົນ ຢູ່ບໍລິເວນດັ່ງກ່າວ ບາງຄັ້ງນອນບໍ່ຫລັບເພາະມີຮ້ານເປີດຮອດ 1- 2 ໂມງກາງຄືນ ບາງຄັ້ງເຈົ້າໜ້າທີ່ກອງຫລອນບ້ານໄປບອກ ຫລື ຕັກເຕືອນຜູ້ປະກອບການມັກອ້າງໂຕວ່າລູກຫລານຜູ້ມີອໍານາດຄໍ້າຊູເບື້ອງຫລັງ ນັບທັງຮ້ານຄົນລາວ ແລະ ຮ້ານຄົນຫວຽດປົນເປກັນໄປ ເຊິ່ງບໍ່ສາມາດແກ້ໄຂໄດ້ຢ່າງຂາດໂຕ. ຍິ່ງໄປກວ່ານັ້ນ ອາທິດໜຶ່ງ ຜ່ານມານີ້, ທາງການຈັດຕັ້ງສົມທົບຂັ້ນບ້ານເພື່ອດັດແກ້ມ້າງກຸ່ມຜູ້ປະກອບການຮ້ານຂາຍເຫລົ້າເຖື່ອນ ແຕ່ບໍ່ສາມາດຈັບກຸມໄດ້ ຂ່າວ: ສຳນັກຂ່າວສານປະເທດລາວ
ຂ່າວພາຍໃນ
2016-11-04T15:22:34+00:00
https://laopost.com/?p=75210
8 ສັນຍານເຕືອນ ຂາດໄຂມັນ
ໄລຍະຫລັງມານີ້ ໄຂມັນກາຍເປັນຜູ້ຮ້າຍໄປແລ້ວ ທັງທີ່ປົກກະຕິຄົນເຮົາໄດ້ຮັບຈາກອາຫານມື້ລະ 5-6 ບ່ວງ ເຊິ່ງຜູ້ຍິງແອວບາງຮ່າງນ້ອຍຫລາຍຄົນກິນບໍ່ພຽງພໍກັບຄວາມຕ້ອງການຂອງຮ່າງກາຍ ຈົນເກີດອາການຜິດປົກກະຕິ ເຮັດໃຫ້ເກີດອາການ ຂາດໄຂມັນໄດ້ ວາລະສານຊີວະຈິດຈຶ່ງນຳຂໍ້ມູນຂອງ ອາລິຊາເບດ ນາລິນ ນັກຂຽນ ແລະ ນັກໂພສະນາການຄົນອາເມລິກາ ມາບອກເລົ່າ ເພື່ອໃຫ້ຜູ້ອ່ານສັງເກດຕົນເອງວ່າ ເມື່ອໃດຈຳເປັນຕ້ອງກິນເພີ່ມຂຶ້ນອີກໜ້ອຍໜຶ່ງ ຮູ້ສຶກຢາກກິນຕະຫລອດນັ້ນເປັນເພາະຮ່າງກາຍຍ່ອຍອາຫານປະເພດອື່ນໄດ້ໄວກວ່າໄຂມັນ ຢືນຢັນໂດຍ ແອນ ເມົານີ ນັກກຳນົດອາຫານ ໃນນະຄອນວໍຊິງຕັນດີຊີ ປະເທດສະຫະລັດອະເມລິກາ ຜິວແຫ້ງ ແລະ ໝອງຄລ້ຳດີບໍ່ດີກໍເບິ່ງແກ່ກວ່ານໍາອີກ ເຊິ່ງກໍຕ້ອງຮູ້ວ່າ ໄຂມັນບໍ່ດີຄືສາເຫດເຫລົ່ານີ້ ແຕ່ໄຂມັນດີຈະຊ່ວຍດູດຊຶມໄຂມັນ ວິຕາມິນ ແລະ ສານອາຫານອື່ນໆ ທີ່ຈະຊ່ວຍໃຫ້ຜິວຊຸ່ມຊື່ນ ຢືນຢັນໂດຍ ລໍລີ ເວດເຕດ ນັກກຳນົດອາຫານ ແຫ່ງມະຫາວິທະຍາໄລການແພດ ຊິຄາໂກ ປະເທດສະຫະລັດອະເມລິກາ ປະຈໍາເດືອນຜິດປົກກະຕິເພາະຮ່າງກາຍຕ້ອງອາໄສໄຂມັນໃນການຄວບຄຸມການເຮັດວຽກງານຂອງຮໍໂມນ ລໍລີ ກ່າວວ່າ ການ ຂາດໄຂມັນ ອາດມີສ່ວນເຮັດໃຫ້ເກີດອາການດັ່ງກ່າວ ຂາດສະມາທິດ້ວຍຄວາມທີ່ໄຂມັນພຽງ 1 ກຣາມກໍໃຫ້ພະລັງງານເຖິງສອງເທົ່າຂອງຄາລໂບໄຮເດດ ຄົົນທີ່ກິນແຕ່ ຄາລໂບໄຮເດດ ແລະ ໂປຕີນ ຈຶ່ງອາດບໍ່ສາມາດຈົດຈໍ່ໄດ້ໂດຍບໍ່ຮູ້ສາເຫດ ກະວົນກະວາຍເຊິ່ງອາດເກີດຄວາມກົດດັນເລັກໆໜ້ອຍໆ ແຕ່ ລໍລີ ບອກວ່າ ຖ້າຫາກກິນໄຂມັນທີ່ມີໂອເມກ້າ3 ຫລື 6 ຢ່າງພຽງພໍ ຈະຊ່ວຍໃຫ້ປອດໂປ່ງຫລາຍຂຶ້ນ ທໍລະມານກັບການຢູ່ທ່າມກາງຝູງຊົນຈາກການທົດລອງຂອງສະມາຄົມຈິດວິທະຍາແຫ່ງຊາດອາເມລິກາລາຍງານວ່າ ເມື່ອແບ່ງໜູເປັນສອງກຸ່ມ ກຸ່ມໜຶ່ງໄດ້ຮັບກົດໄຂມັນໂອເມກ້າ3 ຢ່າງພຽງພໍ ອີກກຸ່ມໄດ້ຮັບບໍ່ພຽງພໍ ແລ້ວນຳທັງສອງກຸ່ມມາຢູ່ໃນທີ່ຄົນຫລາຍ ພົບວ່າ ກຸ່ມທີ່ໄດ້ຮັບມາພຽງພໍສາມາດສະຫງົບໄດ້ ກົງກັນຂ້າມກັບກຸ່ມທີ່ໄດ້ຮັບບໍ່ພຽງພໍຈະແລ່ນ ແລະ ຮ້ອງຢ່າງທໍລະມານ ອອກກຳລັງກາຍບໍ່ທົນທັງທີ່ຮ່າງກາຍເບິ່ງແຂງແຮງ ແຕ່ແລ່ນຫລືຍ່າງໄວ ບໍ່ກາຍ 20 ນາທີກໍຕ້ອງລົງນັ່ງຫອບເກືອບຕາຍ ເຖິງວ່າຈະເປັນນັກແລ່ນມາລາທອນກໍຕາມ ເພາະຮ່າງກາຍຈະເຜົາຜານ ແຄລໍລີ ໝົດລົງຢ່າງວ່ອງໄວ ແລ້ວຫລັງຈາກນັ້ນຈະເລີ່ມເຜົາຜານໄຂມັນ ຂີ້ຫລົງຂີ້ລືມມີລາຍງານຫລາຍຢ່າງຢືນຢັນວ່າ ອາຫານທີ່ມີໄຂມັນສູງເຊັ່ນ ນ້ຳມັນ ໝາກກອກ ຖົ່ວ ປາ ຈະຊ່ວຍບຳລຸງສະຫມອງສ່ວນຄວາມຈື່ຈຳ ຖ້າລືມນັ້ນລືມນີ້ ທັງທີ່ຍັງສາວຍັງສາວ ໃຫ້ແນ່ໃຈໄດ້ວ່າ ຕ້ອງຕື່ມໄຂມັນ ຮູ້ວ່າ ຮ່າງກາຍຕ້ອງການໄຂມັນແລ້ວ ກໍຢ່າລືມພິຈາລະນາສານອາຫານອື່ນໆ ທີ່ເປັນປະໂຫຍດໃຫ້ຄົບຖ້ວນນໍາ ເພື່ອສະຫລາດ ຮູບຮ່າງດີ ອ່ອນເຍົາ ແລະ ອາຍຸຍືນ
ສຸຂະພາບ ແລະ ສີ່ງແວດລ້ອມ
2014-12-29T15:33:21+00:00
https://laopost.com/?p=16651
ອັດຕະປືປະມູນຂາຍໄມ້ອີກ ຫລາຍກວ່າ 700 ແມັດກ້ອນ
ແຫຼ່ງຂ່າວ: ຄະນະສະເພາະກິດ ຄໍາສັ່ງເລກທີ 15/ນຍ
ຂ່າວພາຍໃນ
2017-09-28T13:02:31+00:00
https://laopost.com/?p=95429
5 ເຫດການສຳຄັນລະຫວ່າງຣັດເຊຍ-ຢູເຄຣນ
1. ອະດີດນາຍົກລັດຖະມົນຕີເຢຍລະມັນ Gerhard Schröder ໄດ້ພົບປະກັບປະທານາທິບໍດີຣັດເຊຍ ທ່ານ Vladimir Putin ຢູ່ນະຄອນຫຼວງ Moscow ເພື່ອໂອ້ລົມສົນທະນາກ່ຽວກັບການຢຸດຕິການເຄື່ອນໄຫວທາງທະຫານຢູ່ຢູເຄຣນ. 2. ການເຈລະຈາລະດັບສູງທີ່ຈັດຂຶ້ນຢູ່ຕວກກີລະຫວ່າງລັດຖະມົນຕີການຕ່າງປະເທດຢູເຄຣນ-ຣັດເຊຍ ຍັງບໍ່ມີຄວາມຄືບໜ້າ. 3. ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຈະຈັດກອງປະຊຸມໃນວັນສຸກມື້ນີ້ຕາມຄຳຮ້ອງຂໍຂອງຣັດເຊຍ ເພື່ອປຶກສາຫາລືກ່ຽວກັບການອ້າງເອົາກຳມະສິດທາງຊີວະພາບຂອງມົສກູໃນຢູເຄຣນ. 4. ຂໍ້ສະເຫນີໃຫ້ຍຶດເອົາຊັບສິນຂອງບໍລິສັດຕ່າງປະເທດທີ່ໄດ້ຖອນຕົນເອງອອກຈາກຣັດເຊຍ ໄດ້ຮັບການອະນຸມັດໂດຍຄະນະກໍາມະການຣັດຖະບານລັດເຊຍ. 5. ກອງກຳລັງຣັດເຊຍໃນຢູເຄຣນໄດ້ເດີນໜ້າຄືນໃໝ່ ໃນເມືອງ Mariupol ເຊິ່ງຢູ່ພາກໃຕ້ຂອງຢູເຄຣນ ແລະ ໄດ້ເຄື່ອນໄຫວຕໍ່ທີ່ນະຄອນຫຼວງ Kyiv ອ້າງອີງ: https://www.politico.eu/article/gerhard-schroder-in-moscow-to-meet-putin-in-ukraine-peace-bid-sources/ https://tass.com/world/1419857 https://www.themoscowtimes.com/2022/03/11/un-security-council-to-meet-friday-on-biological-weapons-at-moscows-request-a76870 https://tass.com/politics/1411915 https://www.themoscowtimes.com/2022/03/10/russian-forces-at-northeastern-edge-of-kyiv-a76864
ຂ່າວຕ່າງປະເທດ
2022-03-11T17:14:46+00:00
https://laopost.com/?p=132375
ແມ່ຍິງກະຊວງ ຖວທ ຫວນຄືນມູນເຊື້ອ ວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 61 ປີ
ຂປລ. ສະຫະພັນແມ່ຍິງ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຫວນຄືນມູນເຊື້ອ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 61 ປີ (20/7/1955-20/7/2016) ພ້ອມທັງ ສະຫລຸບວຽກງານການເຄື່ອນໄຫວໃນ 1 ປີຜ່ານມາ. ຂຶ້ນໃນຕອນເຊົ້າ ວັນທີ 22 ກໍລະກົດນີ້ ທີ່ຫໍວັດທະນະທຳແຫ່ງຊາດ ໂດຍການເປັນປະທານ ຂອງທ່ານນາງ ສຸພະລັກ ທິລະວົງ ປະທານສະຫະພັນແມ່ຍິງ ກະຊວງ ຖວທ, ມີອະດິດພະນັກງານບຳນານ, ພ້ອມດ້ວຍສະມາຊິກ ສະຫະພັນແມ່ຍິງ ຖວທ ເຂົ້າຮ່ວມ. ທ່ານ ນາງ ສຸພະລັກ ທິລະວົງ ໄດ້ຫວນຄືນປະຫວັດມູນເຊື້ອ ການກຳເນີດເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານ ການເຄື່ອນໄຫວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າ ທີ່ໄດ້ອຸທິດຕົນ ເພື່ອພາລະກິດປົດປ່ອຍຊາດ ແລະ ປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ກໍຄືພາລະກິດພັດທະນາແມ່ຍິງ. ຕະຫລອດໄລຍະ 61 ປີຜ່ານມາ. ທ່ານປະທານສະຫະພັນແມ່ຍິງ ຍັງໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ ຂອງການຕໍ່ສູ້ເພື່ອຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ຢູ່ໃນເວທີສາກົນ ແລະ ການຕໍ່ສູ້ຄຽງບ່າຄຽງໄຫລ່ ຂອງແມ່ຍິງລາວ ໃນການຕໍ່ສູ້ປົດປ່ອຍຊາດ ໃນພາລະກິດຕ່າງໆ ພ້ອມທັງໄດ້ຢໍ້າໃຫ້ຄົນລຸ້ນຫລັງ ຈົດຈຳບຸນຄຸນຂອງພັກ, ຍ້ອນມີການປະຕິວັດ ແມ່ຍິງລາວຈຶ່ງໄດ້ຮັບການປົດປ່ອຍ ແລະ ມີສິດເທົ່າທຽມ ກັບເພດຊາຍດັ່ງທຸກວັນນີ້. ນອກຈາກ ນີ້, ທ່ານຍັງໄດ້ເນັ້ນໃຫ້ ສະມາຊິກສະຫະພັນແມ່ຍິງລາວ ຈົ່ງເປັນເຈົ້າການ ໃນການຈັດຕັ້ງປະຕິບັດລະບຽບ ກົດໝາຍຂອງ ສປປ ລາວ ກ່ຽວກັບສິດທິຂອງແມ່ຍິງ ແລະ ຮຽກຮ້ອງໃຫ້ສະມາຊິກສະຫະພັນແມ່ຍິງ ຈົ່ງມີຄວາມອົດທົນ, ບຸກບືນຕໍ່ວຽກງານ ແລະ ເຮັດຫລ້ອນໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້. ແຫລ່ງຂ່າວ: ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!
ຂ່າວພາຍໃນ
2016-07-22T17:17:52+00:00
https://laopost.com/?p=65817
ສະຫະລັດເຕືອນປະຊາຊົນ ລະວັງນ້ຳຖ້ວມຊ້ຳ ຫລັງຫິມະເລີ່ມລະລາຍ!
ທາງການສະຫະລັດອາເມຣິກາ ເຕືອນພື້ນທີ່ປະສົບພາຍຸຫິມະ ໃຫ້ລະວັງເຫດນ້ຳຖ້ວມຊ້ຳ ຫລັງອຸນຫະພູມເລີ່ມສູງຂຶ້ນ ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 23 ພະຈິກນີ້ວ່າ ພາຍຸຫິມະທີ່ພັດຖະຫລົ່ມລັດນິວຢອກ ປະເທດສະຫະລັດ ອາເມຣິກາ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດແລ້ວ 13 ຄົນ ເມື່ອອາທິດທີ່ຜ່ານມາ ໂດຍລ່າສຸດອຸນຫະພູມໃນພື້ນທີ່ເພີ່ມ ຂຶ້ນ ເຮັດໃຫ້ຫິມະທີ່ທັບຖົມໜາສູງກ່ວາ 2 ແມັດ ເລີ່ມລະລາຍລົງ ຈາກເງື່ອນໄຂຄືດັ່ງກ່າວນີ້ ອາດຈະເຮັດໃຫ້ເກີດຝົນ ແລະ ຫິມະລະລາຍ ເຊິ່ງອາດຈະເກີດນ້ຳຖ້ວມຕາມມາ.
ຂ່າວຕ່າງປະເທດ
2014-11-24T09:20:49+00:00
https://laopost.com/?p=14132
ການແຂ່ງຂັນເຕັ້ນເຊຍ ຊິງຂັນປະທານຄະນະກຳມະການກິລາໂອແລມປິກ ຈະຈັດຂຶ້ນທ້າຍປີນີ້!
ບໍລິສັດ ເບຍລາວ ຈຳກັດ ກໍຄືເຄື່ອງດື່ມເປບຊີ ໃນນາມຜູ້ອຸປະຖຳຫລັກ ໄດ້ເປັ ເຈົ້າພາບຈັດການແຂ່ງຂັນເຕັ້ນເຊຍ ຫລື ເປບຊີ ເຊຍລີດດິງ ຄອນເທດ 2014 (Pepsi Cheerleading Con test 2014), ເຊິ່ງຄາດວ່າຈະມີຂຶ້ນໃນກາງ ເດືອນພະຈິກ 2014ນີ້, ເພື່ອຊີງຂັນປະທານຄະນະກຳມະການກິລາໂອແລມປິກແຫ່ງຊາດລາວ, ໂດຍຜູ້ຊະນະເລີດຈະ ໄດ້ຮັບເງິນລາງວັນ 20 ລ້ານກີບ ພ້ອມຂັນປະທານຄະນະກຳມະການກິລາໂອແລມປິກແຫ່ງຊາດລາວ 1 ໜ່ວຍ. ໃນງານຖະແຫລງຂ່າວກ່ຽວກັບການກະກຽມການແຂ່ງຂັນດັ່ງກ່າວ ທ່ານ ສົມພູ ພົງສາ ຮອງປະທານທັງເປັນເລຂາ ທິການຄະນະກຳມະການກິລາໂອແລມປິກແຫ່ງຊາດລາວ, ຜູ້ຊ່ວຍລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ ກ່າວວ່າ: ຄວາມໝາຍຂອງການເຕັ້ນເຊຍ ຫລື ເອີ້ນກັນໃນຄຳສັບສາກົນ ແມ່ນເຊຍລິດດິງນີ້ ກໍຖືວ່າເປັນກິລາປະ ເພດໜຶ່ງທີ່ຄ້າຍຄືກັບກາຍະສິນ ແຕ່ຈະເນັ້ນໜັກການໃຊ້ທັກສະການເຕັ້ນເປັນກຸ່ມແບບພ້ອມພຽງ, ການເຕັ້ນຕໍ່ ໂຕ, ການໂຍນໂຕ ແລະ ອື່ນໆ, ໂດຍຈຸດປະສົງຫລັກໆຂອງການສ້າງສີສັນກິລາແບບໃໝ່ ເພື່ອສົ່ງເສີມໃຫ້ກິລາປະ ເພດນີ້ ມີການພັດທະນາ ແລະ ໃຫ້ສະຖາບັນການສຶກສາໄດ້ນຳໄປໃຊ້ ເວລາມີງານແຂ່ງຂັນກິລາປະເພດຕ່າງໆທັງໃນ ລະດັບຊາດ ແລະ ລະດັບສາກົນ ເພື່ອສ້າງບັນຍາກາດອັນເບີກບານມ່ວນຊື່ນ ແລະ ຄຶກຄື້ນຄືດັ່ງທີ່ໄດ້ມີມາແລ້ວ ພິເສດແມ່ນຍັງເປັນການເສີມສ້າງຄວາມສາມັກຄີ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງໝູ່ນັກຮຽນນັກສຶກສາ ດ້ວຍກັນຕາມ 3 ລັກສະນະ ແລະ 5 ຫລັກມູນຂອງການສຶກສາ. ການແຂ່ງຂັນເຕັ້ນເຊຍທາງ ບໍລິສັດ ເບຍລາວ ຈຳກັດ ໄດ້ໃຫ້ການສະໜັບສະໜູນຈັດຂຶ້ນເປັນປີທີ 3 ແລະ ໄດ້ເຄີຍ ໄປແຂ່ງຂັນຢູ່ຕ່າງປະເທດຈຳນວນໜຶ່ງ ສຳລັບປີນີ້ໄດ້ມີນັກກິລາເຕັ້ນເຊຍລາວ ຈາກສະຖາບັນຕ່າງໆສະເໜີເຂົ້າ ແຂ່ງຂັນແລ້ວ 14 ທີມ, ການແຂ່ງຂັນຮອບຊິງຊະນະເລີດຈະຈັດ ຂຶ້ນໃນວັນທີ 12 ພະຈິກ 2014, ແຕ່ລະທີມທີ່ເຂົ້າ ຮ່ວມແຂ່ງຂັນ ຕ້ອງມີຈຳນວນ 16-18 ຄົນ ເປັນທີມປະສົມລະຫວ່າງຍິງ-ຊາຍ, ໂດຍຄັດເລືອກເອົາກຸ່ມນັກສຶກສາມະ ຫາວິທະຍາໄລ ແລະ ວິທະຍາ ໄລພາກລັດ ແລະ ເອກະຊົນຂອງລາວເທົ່ານັ້ນ, ຊຶ່ງແຕ່ລະທີມ ຈະຕ້ອງແຂ່ງຂັນກັນ ດ້ວຍຄວາມສາມາດ ແລະ ນຳໃຊ້ທັກສະທີ່ຕົນໄດ້ຮຽນມາ ເພື່ອນຳທີມຂອງຕົນຍາດເອົາລາງວັນຊະນະເລີດຈະໄດ້ ຮັບທຶນການສຶກສາ 20 ລ້ານກີບ ພ້ອມຂັນປະທານ 1 ໜ່ວຍ, ລາງວັນທີ 2 ທຶນການສຶກສາ 15 ລ້ານກີບ ພ້ອມໂລ້ ກຽດຕິຍົດ 1 ໜ່ວຍ, ລາງວັນທີ 3 ທຶນການສຶກສາ 12 ລ້ານກີບ ພ້ອມໂລ້ 1 ໜ່ວຍ, ລາງວັນທີ 4 ທຶນການສຶກສາ 10 ລ້ານກີບ ພ້ອມໂລ້ 1 ໜ່ວຍ ແລະ ລາງວັນຊົມເຊີຍທີມລະ 4 ແສນກີບ, ພິເສດທາງບໍລິສັດ ເບຍລາວ ຈຳກັດ ຍັງໄດ້ມີລາງວັນຄູຝຶກດີເດັ່ນ ຈຳນວນ 5 ລ້ານກີບ ພ້ອມໃບຢັ້ງຢືນ ລວມມູນຄ່າທັງໝົດ 118 ລ້ານ ກີບ. ແຫລ່ງຂ່າວ: ລາວພັດທະນາ
ຂ່າວພາຍໃນ
2014-09-17T14:14:07+00:00
https://laopost.com/?p=10486
ປະກາດຫາຍາດພີ່ນ້ອງຂອງຜູ້ເສຍຊີວິດ
ວັນທີ 4 ພະຈິກ 2022 ໜ່ວຍກູ້ຊີບອົງການກາແດງລາວຫຼວງພະບາງ ໄດ້າຍງານວ່າ: ພົບຜູ້ເສຍຊີວິດຢູ່ ບ້ານ ນາສຳພັນ ນະຄອນຫຼວງພະບາງ. ເມື່ອໜ່ວຍງານໄດ້ກວດສອບ ພົບຜູ້ເສຍຊີວິດເພດຊາຍ 1 ຄົນ (ເປັນຄົນເລ່ຫຼ່ອນ) ປັດຈຸບັນຍັງບໍ່ມີຂໍ້ມູນ ຫຼື ປະຫວັດຂອງຜູ້ເສຍຊີວິດ. ສ່ວນຂໍ້ມູນຕ່າງໆແມ່ນຢູ່ໃນການສືບສວນຂອງເຈົ້າໜ້າທີ່ຕຳຫຼວດ. ດັ່ງນັ້ນ ຈຶ່ງປະກາດເຖິງຍາດພີ່ນ້ອງຂອງຜູ້ເສຍຊີວິດເມື່ອຊາບຂ່າວນີ້ໃຫ້ມາພົວພັນເອົາສົບຜູ້ເສຍຊີວິດເພື່ອໄປເຮັດຕາມພິທີຕາມສາສະໜາ.
ຂ່າວພາຍໃນ
2022-12-05T09:18:51+00:00
https://laopost.com/?p=139803
ລົງນາມນຳໃຊ້ແນວພັນສາລີໃໝ່ຂອງລາວ
ເມື່ອທ້າຍອາທິດຜ່ານມານີ້ ໄດ້ມີພິທີລົງນາມສັນຍາຮ່ວມມື ນຳໃຊ້ແນວພັນສາລີລູກປະສົມ ລາວ LVN 10-NAFRI ລະຫວ່າງທ່ານ ດຣ ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ແລະ ທ່ານ ນາງ ແຂວະລີ ວົງສຸທິ ປະທານບໍລິສັດ ແຂວະລີ ການກະເສດຄົບວົງຈອນ ຂາອອກ- ຂາເຂົ້າຈຳກັດຜູ້ດຽວ, ເຊິ່ງເນື້ອໃນ ສັນຍາລະບຸວ່າ: ສະຖາບັນຄົ້ນຄວ້າກະສິກຳ-ປ່າໄມ້ແຫ່ງຊາດ ຈະຜະລິດແນວພັນດັ່ງກ່າວສະໜອງໃຫ້ບໍລິສັດແຂວະ ລີແຕ່ພຽງຜູ້ດຽວຈຳນວນ 400 ໂຕນຕໍ່ປີ ໃນກຳນົດເວລາ 5 ປີ ໂດຍບໍລິສັດຈະເອົາໄປສະໜອງໃຫ້ປະຊາຊົນທີ່ມີ ຄວາມສົນໃຈນຳໄປປູກໃນເນື້ອທີ່ການຜະລິດຂອງຕົນ ເພື່ອສ້າງລາຍຮັບທີ່ໝັ້ນຄົງ ແລະ ບໍລິສັດຈະເປັນຜູ້ເກັບຊື້ ຜົນຜະລິດຄືນ ດ້ວຍເງິນສົດໃນລາຄາຄ້ຳປະກັນ 1.100-1.200 ກີບຕໍ່ກິໂລຟັກ. ນອກຈາກນີ້, ສະຖາບັນຄົ້ນຄວ້າກະ ສິກຳ – ປ່າໄມ້ແຫ່ງຊາດ ຈະສົ່ງພະນັກງານວິຊາການ ລົງໃຫ້ຄຳແນະນຳກະສິກອນກ່ຽວກັບເຕັກນິກການປູກ ແລະ ການບົວລະບັດຮັກສາ ເພື່ອໃຫ້ການປູກສາລີພັນດັ່ງກ່າວ ມີຜົນຕອບຮັບດ້ານສະມັດຖະພາບສູງ. ທ່ານຫົວໜ້າສະຖາບັນຄົ້ນຄວ້າກະສິກຳ-ປ່າໄມ້ ກ່າວວ່າ: ສາລີແນວພັນນີ້ແມ່ນຕົ້ນທຶນການຜະລິດຕ່ຳ, ຂັ້ນຕອນ ການປູກງ່າຍ ປູກໄດ້ສອງລະດູ ແລະ ແກ່ນແນວພັນ 1 ກິໂລ ສາມາດໃຫ້ຜົນຜະລິດສູງເຖິງ 400 – 500 ກິໂລຟັກ ແລະ ເປັນທີ່ຕ້ອງການຂອງຕະຫລາດ ທັງພາຍໃນ ແລະ ຕ່າງປະເທດ. ທ່ານນາງ ແຂວະລີ ກ່າວວ່າ: ຫາກກະສິກອນໃນທົ່ວປະເທດ ມີຄວາມສົນໃຈຢາກສ້າງລາຍຮັບດ້ວຍການຫັນມາ ປູກສາລີແນວພັນດັ່ງກ່າວ ສາມາດເຂົ້າມາຕິດຕໍ່ພົວພັນກັບບໍລິສັດໂດຍກົງ, ໂດຍຈະມີພະນັກງານວິຊາການຄອຍ ຖ້າໃຫ້ຂໍ້ມູນ ແລະ ແນະນຳວິທີການປູກ ແລະ ສາມາດເຮັດສັນຍາຊື້-ຂາຍກັບບໍລິສັດໄດ້ທັນທີ, ເຊິ່ງປັດຈຸບັນມີໂຮງ ງານຕັ້ງຢູ່ບ້ານໂຄກເພີງ ເມືອງສັງທອງ ແລະ ບ້ານໂພນຄໍ້ ເມືອງໄຊທານີ ນະຄອນຫລວງວຽງຈັນ. ແຫຼ່ງຂ່າວ: ລາວພັດທະນາ
ຂ່າວພາຍໃນ
2014-08-25T19:02:34+00:00
https://laopost.com/?p=9383
ອະດີດປະທານາທິບໍດີ ບຣາຊິນ ຊະນະການເລືອກຕັ້ງຂຶ້ນດຳລົງຕຳແໜ່ງສະໄໝທີ 3
ທ່ານ ລູລາ ດາຊິນວາ (Lula da Silva) ອະດີດປະທານາທິບໍດີ ບຣາຊິນ ຈະກາຍເປັນປະທານາທິບໍດີບຣາຊິນເປັນສະໄໝທີ 3 ຫຼັງຈາກໄດ້ຊະນະການເລືອກຕັ້ງຮອບທີສອງ ທີ່ຈັດຂຶ້ນໃນວັນທີ 30 ຕຸລາທີ່ຜ່ານມາ, ໂດຍເອົາຊະນະປະທານາທິບໍດີບຣາຊິນຄົນປັດຈຸບັນ ທ່ານ Jair Bolsonaro ແລະ ມີກຳນົດຈະສາບານຕົວຂຶ້ນຮັບຕຳແໜ່ງໃນວັນທີ 1 ມັງກອນນີ້. ຫຼັງຈາກການນັບຄະແນນສຽງປະມານ 99% ຊາວບຣາຊິນຫຼາຍກວ່າ 156 ລ້ານຄົນມີສິດລົງຄະແນນສຽງໃນປີນີ້, ຜູ້ສະໝັກທັງສອງໄດ້ລົງຄະແນນສຽງໃນວັນອາທິດທີ່ຜ່ານມາ ໂດຍທ່ານ ລູລາ ດາ ຊິນວາ ອະດີດປະທານາທິບໍດີອາຍຸ 77 ປີ ໄດ້ລົງສະໝັກເລືອກຕັ້ງໃນນາມຕົວແທນພັກຄົນງານ, ຊຶ່ງເປັນພັກຝ່າຍຊ້າຍ ໄດ້ຮັບ 50,89% ຂອງຄະແນນສຽງສະຫນັບສະຫນູນ, ຄິດເປັນ 60,218,484 ລົງຄະແນນສຽງ ໃນຂະນະທີ່ປະທານາທິບໍດີ Jair Bolsonaro, ຜູ້ນຳພັກອະນຸລັກນິຍົມ ອາຍຸ 67 ປີຄົນປັດຈຸບັນ ໄດ້ຮັບຄະແນນສຽງສະໜັບສະໜູນ 49,11%, ຄິດເປັນ 58,111,752 ຄະແນນ, ເຊິ່ງເປັນການແຂ່ງຂັນທີ່ຂ້ອນຂ້າງສູສີ. ພາຍຫຼັງການເລືອກຕັ້ງຮອບທຳອິດໃນວັນທີ 2 ຕຸລານີ້, ເຮັດໃຫ້ຄວາມຈຳເປັນຕ້ອງຈັດການເລືອກຕັ້ງຮອບທີສອງຕໍ່ໄປ. ສຳລັບ ທ່ານ ດາ ຊິນວາ ເປັນປະທານາທິບໍດີຂອງປະເທດບຣາຊິນເປັນເວລາ 2 ສະໄໝ, ແຕ່ປີ 2003-2006 ແລະ 2007-2011. ພາຍໃຕ້ການນຳພາຂອງເຂົາ ເສດຖະກິດບຣາຊິລໄດ້ເຕີບໂຕເປັນຜົນມາຈາກລາຄາສິນຄ້າທີ່ເພີ່ມຂຶ້ນ, ເຊິ່ງຊ່ວຍສະໜັບສະໜູນໂຄງການສະຫວັດດີການສັງຄົມຂະໜາດໃຫຍ່ ແລະ ລົບລ້າງຄວາມທຸກຍາກໃຫ້ແກ່ຫຼາຍລ້ານຄົນ ໂດຍໄດ້ຮັບ ຄະແນນນິຍົມສູງເຖິງ 90% ຫຼັງຈາກອອກຕຳແຫຼ່ງ. ທີ່ມາ: ໄທລັດ
ຂ່າວຕ່າງປະເທດ
2022-10-31T15:09:36+00:00
https://laopost.com/?p=139032
ຮອງນາຍົກຊີ້ນໍາຂະແໜງສາທາເລັ່ງປັບປຸງຂອດບໍລິການຂອງແພດໝໍໃຫ້ດີ
ໜັງສືພິມ ລາວພັດທະນາ ລາຍງານເມື່ອວັນທີ 6 ມີນາ 2017 ນີ້ວ່າ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນຊີ້ນໍາຂະແໜງສາທາເລັ່ງປັບປຸງຂອດບໍລິການຂອງແພດໝໍໃຫ້ດີ ເນື່ອງໃນໂອກາດໂອ້ລົມຕໍ່ກອງວຽກງານສາທາລະນະສຸກທົ່ວປະເທດປະຈໍາປີ 2016 ຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນໃນວັນທີ 28 ກຸມພານີ້, ທ່ານໄດ້ເນັ້ນໃຫ້ຄະນະພັກ, ຄະນະນໍາຂະແໜງສາທາລະນະສຸກທຸກຂັ້ນນັບແຕ່ສູນກາງຮອດທ້ອງຖິ່ນເພີ່ມທະວີຄວາມເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງແນວຄິດຂອງສະມາຊິກພັກ, ພະນັກງານຂອງບັນດາແພດໝໍໃຫ້ມີຈັນຍາທຳ, ຈັນຍາບັນໃນການບໍລິ ການຮັບໃຊ້ປະຊາຊົນໃຫ້ດີ,ວ່ອງໄວ, ບໍ່ເຫັນແກ່ປະໂຫຍດ ແລະ ຕ້ອງບໍລິການດ້ວຍນ້ຳໃຈແທ້ຈິງ, ໄລຍະຜ່ານມາເຫັນວ່າໄດ້ມີສຽງວິຈາກປະຊາຊົນກໍຄືສັງຄົມບໍ່ໜ້ອຍຕໍ່ຂອດບໍລິການຂອງແພດໝໍລາວຈໍານວນໜຶ່ງທີ່ຍັງບໍ່ເອົາໃຈໃສ່ເບິ່ງແຍງກວດສຸຂະພາບຂອງຄົນເຈັບດີເທົ່າທີ່ຄວນ, ແພດໝໍບາງຄົນການເວົ້າຈາກັບຄົນເຈັບ ຫລື ຍາດພີ່ນ້ອງຄົນເຈັບກໍ່ບໍ່ສຸພາບອ່ອນໂຍນ, ບາງຄົນເຫັນຄົນເຈັບມີຖານະທຸກຍາກກໍບໍ່ຢາກເອົາໃຈໃສ່ເບິ່ງແຍງປິ່ນປົວ, ຊຶ່ງບັນຫານີ້ຕ້ອງໄດ້ຮີບຮ້ອນແກ້ໄຂໂດຍໄວ. ຄຽງຄູ່ກັນນີ້ຕ້ອງປະກອບສ່ວນຢ່າງຕັ້ງໜ້າໃນພາລະ ກິດລວມການແກ້ໄຂຄວາມທຸກຍາກຂອງປະຊາຊົນດ້ານວຽກງານສາທາລະນະສຸກໃຫ້ທົ່ວເຖິງລົງສູ່ເຂດຫ່າງໄກສອກຫລີກ ເພື່ອເລັ່ງແກ້ໄຂບັນ ດາເປົ້າໝາຍສະຫັດສະວັດດ້ານການພັດທະນາໂຕທີ່ຍັງບໍ່ທັນບັນລຸ ເປັນຕົ້ນ: ດ້ານໂພສະນາການ ແລະ ເປົ້າໝາຍ ພັດທະນາແບບຍືນຍົງອື່ນໆ.
ຂ່າວພາຍໃນ
2017-03-06T09:44:51+00:00
https://laopost.com/?p=86356
ນັກທ່ອງທ່ຽວຕ່າງປະເທດ ເດີນທາງເຂົ້າຫວຽດນາມ ເພີ່ມຂຶ້ນ 5,1%
ຂປລ.ຕາມຂ່າວຕ່າງປະເທດ, ໃນວັນທີ 12 ສິງຫາ 2015, ສຳນັກງານ ການທ່ອງທ່ຽວ ແຫ່ງຊາດ ຫວຽດນາມ ເປີດເຜີຍວ່າ: ເດືອນກຳລະກົດ ປີນີ້ ຍອດການເດີນທາງຂອງນັກທ່ອງທ່ຽວຕ່າງປະເທດ ເຂົ້າຫວຽດນາມ ເພີ່ມຂຶ້ນ ຈາກເດືອນມິຖຸນາເຖິງ 12,1% ຄິດເປັນ 593,566 ເທື່ອຄົນ ເຊິ່ງເປັນຕົວເລກເພີ່ມຂຶ້ນ ຈາກໄລຍະດຽວກັນ ຂອງປີກາຍນີ້ 5,1%, ສ່ວນໃຫຍ່ ແມ່ນນັກທ່ອງທ່ຽວ ຈາກ ແອັດສະປາຍ ທີ່ມີຍອດ ເພີ່ມຂຶ້ນເຖິງ71% ແລະ ນັກທ່ອງທ່ຽວຈາກ ອີຕາລີ, ເຢຍລະມັນ ແລະ ອັງກິດ ໃນອັດຕາສ່ວນ ລະຫວ່າງ 18,3%-45,1% ຕາມລຳດັບ. ໃນເດືອນກໍລະກົດຜ່ານມາ ຫວຽດນາມ ໄດ້ເພີ່ມຈຳນວນປະເທດ ທີ່ຜົນລະເມືອງ ສາມາດເດີນມາທ່ອງທ່ຽວໃນຫວຽດນາມ ໄດ້ເປັນໄລຍະເວລາ 15 ວັນ ໂດຍບໍ່ຕ້ອງຂໍໜັງສືຜ່ານແດນ(ວີຊ້າ) ເຮັດ ໃຫ້ນັກທ່ອງທ່ຽວ ຈາກເອີຣົບ ຫັນມາທ່ຽວ ຢູ່ຫວຽດນາມ ຫລາຍຂຶ້ນຢ່າງຕໍ່ເນື່ອງ. ຂອບໃຈຂ່າວຈາກ:
ຂ່າວຕ່າງປະເທດ
2015-08-12T15:32:47+00:00
https://laopost.com/?p=32701
ປະຫວັດຂອງຜູ້ຕິດເຊື້ອໃໝ່ມື້ນີ້!!
ມາຮອດວັນທີ 01 ກໍລະກົດ 2021 ສປປ ລາວ ໄດ້ກວດວິເຄາະທັງໝົດ 1,670 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 32 ຄົນ ຈາກ ນະຄອນຫຼວງວຽງຈັນ 3 ຄົນ, ສະຫວັນນະເຂດ 5 ຄົນ, ຈໍາປາສັກ 15 ຄົນ, ສາລະວັນ 1 ຄົນ, ຄຳມ່ວນ 3 ຄົນ ແລະ ແຂວງວຽງຈັນ 5 ຄົນ. ສໍາລັບແຂວງ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ ແລະ ຄຳມ່ວນ ແມ່ນກວດພົບຈາກແຮງງານລາວທີ່ກັບມາຈາກປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າ ແລະ ສຳລັບແຂວງວຽງຈັນ 5 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ທີ່ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອເກົ່າ. ປະຫວັດຂອງຜູ້ຕິດເຊື້ອໃໝ່ໃນນະຄອນຫຼວງວຽງຈັນ 3 ຄົນ (ກໍລະນີນຳເຂົ້າ): ຜູ້ທີ 1 ເພດຊາຍ, ອາຍຸ 21 ປີ, ສັນຊາດລາວ, ອາຊີບ ກຳມະກອນ, ເດີນທາງມາຈາກປະເທດເພື່ອນບ້ານ, ຜູ້ກ່ຽວບໍ່ມີອາການຫຍັງ, ວັນທີ 1 ກໍລະກົດ 2021 ໄປເກັບຕົວຢ່າງຢູ່ສູນຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້ ແລະ ຜົນກວດພົບເຊື້ອ. ຜູ້ທີ 2 ເພດຊາຍ, ອາຍຸ 21 ປີ, ສັນຊາດລາວ, ອາຊີບ ກຳມະກອນ, ເດີນທາງມາຈາກປະເທດເພື່ອນບ້ານ, ຜູ້ກ່ຽວບໍ່ມີອາການຫຍັງ, ວັນທີ 1 ກໍລະກົດ 2021 ໄປເກັບຕົວຢ່າງຢູ່ສູນຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້ ແລະ ຜົນກວດພົບເຊື້ອ. ຜູ້ທີ 3 ເພດຍິງ, ອາຍຸ 20 ປີ, ສັນຊາດລາວ, ອາຊີບ ກຳມະກອນ, ເດີນທາງມາຈາກປະເທດເພື່ອນບ້ານ, ຜູ້ກ່ຽວບໍ່ມີອາການຫຍັງ, ວັນທີ 1 ກໍລະກົດ 2021 ໄປເກັບຕົວຢ່າງ ຢູ່ທີ່ສູນຈຳກັດບໍລິເວນຄະນະສະເພາະກິດກຳນົດໄວ້ ແລະ ຜົນກວດພົບເຊື້ອ. ປະຫວັດຂອງຜູ້ຕິດເຊື້ອແຂວງວຽງຈັນ 5 ຄົນ (ຕິດເຊື້ອໃນຊຸມຊົນ): ຜູ້ທີ 1 ເພດຍິງ ອາຍຸ 18 ປີ, ສັນຊາດລາວ, ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ), ຜູ້ກ່ຽວມີອາການຕັນດັງ, ນ້ຳມູກໄຫຼ ແລະ ໄຂ້, ວັນທີ 1 ກໍລະກົດ 2021 ໄປເກັບຕົວຢ່າງ ຢູ່ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ ແລະ ຜົນກວດພົບເຊື້ອ. ຜູ້ທີ 2 ເພດຍິງ, ອາຍຸ 23 ປີ, ສັນຊາດລາວ, ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ, ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ), ຜູ້ກ່ຽວບໍ່ມີອາການຫຍັງ, ວັນທີ 1 ກໍລະກົດ 2021 ໄປເກັບຕົວຢ່າງ ຢູ່ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ ແລະ ຜົນກວດພົບເຊື້ອ. ຜູ້ທີ 3 ເພດຍິງ, ອາຍຸ 1 ປີ 2 ເດືອນ, ສັນຊາດລາວ, ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ, ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ), ຜູ້ກ່ຽວບໍ່ມີອາການຫຍັງ, ວັນທີ 1 ກໍລະກົດ 2021 ໄປເກັບຕົວຢ່າງ ຢູ່ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ ແລະ ຜົນກວດພົບເຊື້ອ. ຜູ້ທີ 4 ເພດຊາຍ, ອາຍຸ 3 ປີ, ສັນຊາດລາວ, ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ, ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ), ຜູ້ກ່ຽວບໍ່ມີອາການຫຍັງ, ວັນທີ 1 ກໍລະກົດ 2021 ໄປເກັບຕົວຢ່າງ ຢູ່ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ ແລະ ຜົນກວດພົບເຊື້ອ. ຜູ້ທີ 5 ເພດຍິງ, ອາຍຸ 15 ປີ, ສັນຊາດລາວ, ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ, ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ), ຜູ້ກ່ຽວບໍ່ມີອາການຫຍັງ, ວັນທີ 1 ກໍລະກົດ 2021 ໄປເກັບຕົວຢ່າງ ຢູ່ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ ແລະ ຜົນກວດພົບເຊື້ອ. ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2,176 ຄົນ, ເສຍຊີວິດສະສົມ 3 ຄົນ (ບໍ່ມີກໍລະນີເສຍຊີວິດໃໝ່) ແລະ ກໍາລັງປິ່ນປົວ ທັງໝົດ 187 ຄົນ.
ຂ່າວພາຍໃນ
2021-07-02T13:32:08+00:00
https://laopost.com/?p=125791
ຜູ້ເສຍຊີວິດຈາກແຜ່ນດິນໄຫວໃນອິນໂດເນເຊຍເພີ່ມເປັນ 347 ສົບ ທາງການເລັ່ງໃຫ້ຄວາມຊ່ວຍເຫຼືອ
ເມື່ອວັນທີ 5 ສິງຫາ 2018 ທີ່ຜ່ານມາໄດ້ມີການເປີດເຜີຍຍອດຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວຢູ່ເກາະລອມບອກ ປະເທດອິນໂດເນເຊຍ ເພີ່ມເປັນ 347 ສົບ ມີຜູ້ບາດເຈັບ 1,477 ຄົນ ແລະ ປະຊາຊົນກວ່າ 165,000 ຄົນ ບໍ່ມີທີ່ຢູ່ອາໃສ ຂາດອາຫານ, ນ້ຳດື່ມ ແລະ ຢາຮັກສາໂຣກ ລັດຖະບານອິນໂດເນເຊຍປະເມີນຍອດຜູ້ເສຍຊີວິດອາດມີເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນຂະນະທີ່ເຈົ້າໜ້າທີ່ກູ້ໄພພະຍາຍາມເຂົ້າໄປຈຸດພື້ນທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ ພ້ອມຳໃຊ້ເຄື່ອງຈັກກົນໜັກເຂົ້າໃນການຄົ້ນຫາຜູ້ລອດຊີວິດພາຍໃຕ້ສາກຫັກພັງຂອງອາຄານບ້ານເຮືອນ ໂດຍແຜ່ນດິນໄຫວໃນເທື່ອນີ້ເຮັດໃຫ້ບ້ານເຮືອນຫຼາຍໝື່ນຫຼັງເສຍຫາຍ ນອກຈາກນີ້ລັດຖະບານຍັງອົບພະຍົບນັກທ່ອງທ່ຽວອອກຈາກເກາະໃກ້ຄຽງ ດ້ານເຈົ້າແຂວງ ນູຊາເຕັງກາຣາຕະວັນອອກກ່າວວ່າ ຕອນນີ້ຕ້ອງການແພດ ຮວມເຖິງອາຫານ ແລະ ຢາຮັກສາໂຣກດ່ວນ
ຂ່າວຕ່າງປະເທດ
2018-08-09T09:56:37+00:00
https://laopost.com/?p=102772
ນັກວິທະຍາສາດອິນເດຍພົບການກາຍພັນຂອງໂຄວິດທີ່ຫຼີກລ້ຽງພູມຄຸ້ມກັນໄດ້
ສຳນັກ່າວຣອຍເຕີລາຍງານ ຟໍຣັມຂອງທີ່ປຶກສາທາງວິທະຍາສາດທີ່ຈັດຕັ້ງໂດຍລັດຖະບານອິນເດຍໄດ້ແຈ້ງເຈົ້າໜ້າທີ່ທີ່ກ່ຽວຂ້ອງກັບການກາຍພັນເລັກໜ້ອຍໃນຕົວຢ່າງຂອງໄວຣັດໂຄໂຣນາບາງຕົວຢ່າງທີ່ ອາດຫຼົບລ້ຽງການຕອບສະໜອງຂອງພູມຄ້ມກັນ ແລະ ຕ້ອງການການສຶກສາເພີ່ມເຕີມ. ນັກວິທະຍາສາດກຳລັງສຶກສາເຖິງສາເຫດທີ່ເຮັດໃຫ້ເກີດການຕິດເຊື້ອຢ່າງໄວວາໃນອິນເດຍ ແລະ ໂດຍສະເພາະຢ່າງຍິ່ງການກາຍພັນໃໝ່ທີ່ກວດພົບຄັ້ງທຳອິດໃນປະເທດທີ່ຮຽກວ່າ B.1.617 ນັ້ນແມ່ນສາເຫດ ຫຼື ບໍ່?. ອົງການອານາໄມໂລກຍັງບໍ່ປະກາດໃຫ້ສາຍພັນອິນເດຍ ເປັນສາຍພັນທີ່ໜ້າກັງວົນ ທີ່ເຄີຍລະບຸກັບສາຍພັນທີ່ກວດພົບຄັ້ງທຳອິດໃນອັງກິດ, ບຣາຊິນ ແລະ ແອຟຣິກາໃຕ້ ແຕ່ອົງການອານາໄມໂລກກ່າວເມື່ອວັນທີ 27 ເມສາ ທີ່ຜ່ານມາວ່າ ການສ້າງແບບຈຳລອງໃນໄລຍະເລີ່ມຕົ້ນຕາມລຳດັບມີແນວໂນ້ມຊີ້ໃຫ້ເຫັນວ່າ B.1.617 ມີອັດຕາການເຕີບໂຕສູງກວ່າສາຍພັນອື່ນໆ ທີ່ໝູນວຽນຢູ່ໃນອິນເດຍ. ຟໍຣັມຂອງທີ່ປຶກສາເຊິ່ງຮຽກວ່າ Indian SARS-CoV-2 Genetics Consortium ຫຼື INSACOG ພົບການກາຍພນໃນໂຄໂຣນາໄວຣັດຫຼາຍຂຶ້ນ ເຊິ່ງຄິດວ່າຈຳເປັນຕ້ອງຕິດຕາມຢ່າງໃຫ້ຊິດ. ອິນເດຍມີລາຍງານຜູ້ຕິດເຊື້ອໂຄວິດ-19 ກໍລະນີໃໝ່ຫຼາຍກວ່າ 400,000ຄົນ ເປັນຄັ້ງທຳອິດເມື່ອວັນເສົາ ການຕິດເຊື້ອຍັງແຜ່ລາມໄປທົ່ວປະເທດເຮັດໃຫ້ລະບົບສາທາລະນະສຸກຫຼາຍແຫ່ງຂາດອົກຊີ ແລະ ຕຽງນອນໃນໂຮງໝໍ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວຕ່າງປະເທດ
2021-05-02T14:29:09+00:00
https://laopost.com/?p=124460
ຢູນິເທວ ຈັດຫຼາຍກິດຈະກຳສະຫຼອງຄົບຮອບ 7 ປີ
ໃນວັນທີ 30/10/2016 ທີ່ສູນການຄ້າລາວ-ໄອເຕັກ, ບໍລິສັດ ສະຕາຣ ໂທລະຄົມ ຫຼື ຢູນີເທວ ໄດ້ຈັດງານຄອນເສີດໃນຫົວຂໍ້ ແລ່ນເພື່ອສຸຂະພາບໂດຍປະສົມປະສານກັບງານຄອນເສີດ ທີ່ຍີ່ງໃຫ່ຍ ເພື່ອເປັນການຄືນກຳໄລໃຫ້ກັບລູກຄ້າ ເນື່ອງໃນໂອກາດຢູນີເທວຄົບຮອບ 7 ປີ. ແຕກຕ່າງຈາກທຸກໆປີທີ່ຜ່ານມາ ປີ 2016, ຢູນີເທວເລືອກທີ່ຈະຈັດງານໃນຮູບແບບໃໝ່ ທີ່ແຕກຕ່າງ ດ້ວຍເສັ້ນທາງ ທີ່ຈັດໃຫ້ມີການແລ່ນແມ່ນຖຶກປະດັບປະດາດ້ວຍສີສັນທີ່ຫຼາກຫຼາຍ , ມີບູດວາງສະແດງສິນຄ້າຂອງຫຼາຍໆສິນຄ້າ ແລະ ມີກິດຈະກຳ ແຈກແຖມໃຫ້ກັບລູກຄ້າ. ຕາງໜ້າໃຫ້ແກ່ບໍລິສັດ ດ້ວຍຄວາມຫວັງ ການປ່ຽນແປງພາບພົດຢູນີເທວໃຫ້ມີຄວາມສົດໃສ ແລະ ເປັນກັນເອງກັບລູກຄ້າ. ຢູນິເທວມອບເງິນລາຍໄດ້ຈາກການສົ່ງຂໍ້ຄວາມຂອງລູກຄ້າ ໃຫ້ແກ່ອົງການກາແດງລາວ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ບໍ່ພຽງແຕ່ເປັນງານເພື່ອຄວາມບັນເທີງເທົ່ານັ້ນ, ຢູນີເທວ ຍັງປະຕິບັດໃຫ້ຖຶກຕ້ອງກັບວິໃສທັດຂອງ ການດຳເນີນຖຸລະກິດທີ່ວ່າ ການດຳເນີນຖຸລະກິດຕ້ອງຕິດພັນກັບ ການຊ່ວຍເຫຼືອສັງຄົມ ເຊີ່ງໄດ້ມີການໃຫ້ ລູກຄ້າ ໄດ້ສົມທົບທຶນມອບເງິນຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ. ພຽງແຕ່ເວລາ ສອງຊົ່ົວໂມງ ເຊີ່ງເປັນຊ່ວງການຖ່າຍທອດສົດ ໄດ້ຮັບການສະໜັບສະໜູນສົມທົບທືນ ຢ່າງຫຼວງຫຼາຍຈາກ ປະຊາຊົນຜູ້ທີ່ຊົມ ໂທລະພາບ ເຊີ່ງມູນຄ່າການສົມທົບທືນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ໃຫ້ແກ່ແຂວງຫົວພັນ ມີມູນຄ່າ 20,000,000 ລ້ານ. ເຊີ່ງຈະມອບໃຫ້ແກ່ອົງການກາແດງລາວ ໂດຍໃຫ້ກຽດມອບໂດຍ ທ່ານ ກາວ ແອັງ ເຊີນ ຜູ້ອໍານວຍການໃຫ່ຍ ບໍລິສັດສະຕາຣໂທລະຄົມ ຕາງໜ້າໃຫ້ແກ່ບໍລິສັດ ແລະ ລູກຄ້າມອບເງິນຊ່ວຍເຫຼືອໃຫ້ແກ່ທ່ານ ທ່ານ ທອງພະຈັນ ສອນນະສິນ ຮອງປະທານອົງການກາແດງລາວ. ບັນຍາກາດກິດຈະກຳຂອງຢູ່ທີ່ ສູນການຄ້າລາວໄອເຕັກ ກິດຈະກໍາຄືນກໍາໄລໃຫ້ແກ່ລູກຄ້າ ຄັ້ງນີ້ຢູນີເທວໄດ້ຈັດການມອບໂຊກ ຈາກໂຄງການ ລະຫັດຮັບໂຊກ ເປັນລາງວັນລົດຈັກຮອນດ້າຄິກໄອ ຈໍານວນ 3 ລາງວັນ ລວມມູນຄ່າ 54,000,000 ລ້ານກີບ ເຊິ່ງເປັນລາງວັນມອບປະຈໍາໄຕມາດ3 ເຊິ່ງຜູ້ໂຊກດີໄດ້ແກ່ ທ້າວ ມັນຕາ ບ້ານກົງຕູນ, ເມືອງປາກຊ່ອງ, ແຂວງຈຳປາສັກ, ນາງ ເພັດສະໄໝ ພິລາວັນ ບ້ານໂພນສະຫຫຫວັນ, ເມືອງໄກສອນພົມວິຫານ, ແຂວງສະຫວັນນະເຂດ ແລະ ທ້າວ ລົດສະຫວັນ ບ້ານໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ໄດ້ຮັບລາງວັນ ລົດຈັກຮອນດ້າ ຄລິກໄອ ຜູ້ລະຄັນ. ຢູນິເທວ ມອບລົດໃຫ້ຜູ້ໂຊກດີ ໂຄງການລະຫັດຮັບໂຊກແມ່ນມີເງື່ອນໄຂງ່າຍພຽງ ແຕ່ເຕີມເງິນ ທຸກ 1,000 ກີບ ຮັບ 1 ລະຫັດ ເຊິ່ງລະຫັດແມ່ນນໍາມາຈັບສະຫລາກ ໃນທຸກໆທ້າຍເດືອນ, ລາງວັນປະຈໍາໄຕມາດ ແລະ ລາງວັນ ໃຫ່ຍ ແມ່ນແຈກທ້າຍປີ 2016 ເປັນລົດໃຫ່ຍໂຕໂຍຕ້າວີໂວ້. ເຖິງປະຈຸບັນ ບໍລິສັດ ສະຕາ ໂທລະຄົມ(UNITEL) ຜ່ານໄລຍະ 7 ປີ ທາງດ້ານພື້ນຖານໂຄງລ່າງເຕັກນິກ ສັນຍານປົກຄຸມກ້ວາງໄກ ສາມາດກວມເອົາ 95 % ຂອງພົນລະເມືອງ. ມີສູນສະຖານນີຮັບສົ່ງສັນຍານມືຖື 4,000 ກ່ວາສະຖານນີ ລະບົບສາຍສົ່ງແກ້ວໄຍແສງ 24,000 ກມ. ຮ້ານຕົວແທນຈໍ່າໜ່າຍ ແລະ ຮ້ານຂາຍຍ່ອຍ 22,500 ຮ້ານ ມີລູກຄ້ານຳໃຊ້ໃນເຄືອຂ່າຍ 2,300,000 ຄົນ. ບັນດາຜົນສໍາເລັດ ແລະ ຜົນງານ ທີ່ກ່າວມາຂ້າງເທິງນັ້ນແມ່ນໄດ້ມາຈາກການສະໜັບສະໜູນຈາກບັນດາອົງການຈັດຕັ້ງພັກ-ລັດ, ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ລູກຄ້າທີ່ໄວ້ວາງໃຈນໍາໃຊ້ບໍລິການຂອງຢູນີເທວມາໂດຍຕະຫລອດ. ຢູນິເທວ ຈັດງານຄອນເສີດສະຫຼອງຄົບຮອບ 7 ປີຢ່າງຍິ່ງໃຫຍ່
ຂ່າວເຫດການ
2016-11-03T09:57:48+00:00
https://laopost.com/?p=74934
ລາວຫາລືຄວາມພ້ອມ ການເປັນປະທານອາຊຽນໃນປີ 2016
ໃນວັນທີ 4 ພຶດສະພານີ້, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງ ການຕ່າງປະເທດ ທອງລຸນ ສີສຸລິດ ໄດ້ເປັນປະທານກອງປະຊຸມປຶກສາຫາ ລື ແຜນວຽກຂອງ 13 ອະນຸກຳມະການເພື່ອກະກຽມເປັນເຈົ້າພາບກອງປະ ຊຸມອາ ຊຽນ ແລະ ປະທານອາຊຽນໃນປີ 2016, ເຊິ່ງມາຮອດປັດຈຸບັນຫລາຍແຜນງານ ເຫັນວ່າມີຄວາມຄືບໜ້າດີເຊັ່ນ: ການແຕ່ງຕັ້ງຄະນະກຳມະການຊີ້ນຳລະດັບຊາດ, ອະນຸກຳມະການຊີ້ນຳສະເພາະ ແລະ ການປະກອບພະນັກງານ, ບຸກຄະລາ ກອນເຂົ້າໃນໜ່ວຍງານຕ່າງໆດັ່ງກ່າວໄດ້ສຳເລັດເປັນທີ່ຮຽບຮ້ອຍແລ້ວ, ສ່ວນ ດ້ານເນື້ອໃນແມ່ນກະຊວງການຕ່າງ ປະເທດໄດ້ມີການປຶກສາຫາລື ແລະ ປະສານສົມທົບກັບກະຊວງ ແລະ ຂະແໜງການກ່ຽວຂ້ອງຈຳນວນໜຶ່ງແລ້ວ ແລະ ໃນໂອກາດນີ້ ທ່ານຮອງນາຍົກລັດຖະ ມົນຕີ, ໄດ້ແນະນຳໃຫ້ບັນດາອະນຸກຳມະການຕ່າງໆເອົາໃຈໃສ່ໃນການກະກຽມວຽກຂອງຕົນໃຫ້ດີ ແລະ ມີຄວາມຮັບຜິດ ຊອບສູງ, ຕິດຕາມຄວາມຄືບໜ້າ ແລະ ລາຍງານບັນຫາຄົງຄ້າງຕ່າງໆໃຫ້ຄະນະກໍາມະການຊີ້ນຳລະດັບຊາດຮັບຊາບ ຢ່າງເປັນປົກກະຕິ ແລະ ຖ້າມີບັນຫາໃດກໍໃຫ້ສາມາດແກ້ໄຂໄດ້ທັນການ. ແຫລ່ງຂ່າວ: ລາວພັດທະນາ
ຂ່າວເຫດການ
2015-05-05T14:07:47+00:00
https://laopost.com/?p=25076
ເຊລຊີ! ພ້ອມທຸ້ມເງິນ 100 ລ້ານປອນ ເພື່ອຊື້ 3 ນັກເຕະດັງມາເສີມທີມ
ສຳນັກຂ່າວເລີເມລລາຍງານວ່າ “ສິງໂຕນ້ຳເງິນ” ເຊລຊີ ຜູ້ນຳ ພຣີເມຍລີກ ອັງກິດ ກຽມທຸ້ມເງິນກ້ອນໃຫຍ່ 100 ລ້ານປອນ ສຳລັບຊື້ນັກເຕະເຂົ້າມາເສີມທັບຫຼັງຈາກຈົບລະດູການນີ້ ມີເປົ້າໝາຍຫຼັກຢູ່ 3 ຄົນ ເຖິງແມ່ນວ່າ ເຊລຊີ ຈະເປັນຜູ້ນຳແຕ້ມໃນການແຂ່ງຂັນບານເຕະ ພຣີເມຍລີກ ອັງກິດ ຈົນຄາດການວ່າອາດໄດ້ແຊັມໄປຄອງແບບບໍ່ຕ້ອງເມື່ອຍຫຼາຍ ແຕ່ລາຍງານລະບຸວ່າ ອັນໂຕນິໂອ ຄອນເຕ້ ຜູ້້ຈັດການທີມຊາວອີຕາລີ ຍັງບໍ້ພໍໃຈກັບກຳລັງທີ່ມີຢູ່. ໂດຍລາຍງານຂ່າວລະບຸວ່າ ດ້ວຍງົບຈຳນວນດັ່ງກ່າວ ຄອນເຕ້ ມີເປົ້າໝາຍດຶງນັກເຕະເຂົ້າມາຮ່ວມທີມຢູ່ 3 ຄົນຄື: ເຟີ້ຈິລ ຟານ ໄດ ກອງຫຼັງເຊົາແຮມຕັນ ຄູ່ແຂ່ງຮ່ວມລີກ, ມູສຊ່າ ເດມເບເລ່ ກອງໜ້າຊາວຣັ່ງຂອງເຊລຕິກ ໃນລີກສະກັອດແລນ ແລະ ອັລບາໂຣ່ ໂມຣາຕ້າ ກອງໜ້າຂອງ ເຣອັລ ມາດຣິດ ໃນລີກສະເປນ. ແຫລ່ງຂ່າວຈາກ: https://www.khaosod.co.th/sports/news_206148 ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!
ຂ່າວພາຍໃນ
2017-02-03T15:56:17+00:00
https://laopost.com/?p=84355
ລາວຍັງມີອັດດຕາການຖືພາໂດຍບໍ່ໄດ້ວາງແຜນຄອບຄົວສູງ
ສຳນັກຂ່າວສານປະເທດລາຍງານ ໂດຍອີງຕາມຂໍ້ມູນຂອງອົງການສະຫະປະຊາຊາດ ກອງທືນສຳລັບປະຊາກອນ (UNFPA) ໄດ້ໃຫ້ຮູ້ວ່າ: ໃນບັນດາປະເທດອາຊຽນ ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມສູງທີ່ສຸດ ປະມານ 83 ຕໍ່ເດັກຍິງ 1.000 ຄົນ ອາຍຸ 15-19 ປີ ທີ່ໄດ້ມີການເກີດລູກ, ອັດຕາການຕາຍຂອງແມ່ຍັງສູງ ແລະ ຄາດວ່າຈະເພີ່ມຂຶ້ນຍ້ອນຜົນກະທົບທີ່ກ່ຽວຂ້ອງ ກັບພະຍາດຕິດເຊື້ອໂຄວິດ-19. ທຸກ 2 ປີ ໃນ ສປປ ລາວ ມີການຖືພາໂດຍບໍ່ໄດ້ວາງແຜນປະມານ 286.000 ຄົນ, ສ່ວນໃຫຍ່ແມ່ນຢູ່ໃນກຸ່ມຜູ້ທີ່ບໍ່ສາມາດເຂົ້າເຖິງຂໍ້ມູນ ແລະ ການບໍລິການ ກ່ຽວກັບການຄຸມກຳເນີດແບບສະໝັກໃຈ ການຖືພາທີ່ບໍ່ໄດ້ວາງແຜນເປັນຈຳນວນຫຼາຍ ແມ່ນໃນບັນດາແມ່ຍິງອາຍຸຍັງນ້ອຍ ແລະ ທຸກຍາກທີ່ສຸດໃນຊີວິດຂອງເຂົາເຈົ້າ ແລະ ໂອກາດຂອງພວກເຂົາກໍມີຈຳກັດຫຼາຍ ຍ້ອນການຖືພາທີ່ບໍ່ໄດ້ວາງແຜນ ແລະ ເດັກຍ້ອຍຍັງບໍ່ໄດ້ຮັບຜົນປະໂຫຍດຈາກໂພຊະນາການທີ່ດີ. ສະນັ້ນ, ຈຶ່ງເປັນສິ່ງທ້າທາຍສືບຕໍ່ເປັນວົງ ຈອນຂອງຄວາມທຸກຍາກ. ຈຳນວນການເກີດທີ່ບໍ່ໄດ້ວາງແຜນ ຄາດວ່າຈະເພີ່ມຂຶ້ນໃນປະເທດລາວ ເນື່ອງຈາກຜົນກະທົບທີ່ກ່ຽວຂ້ອງກັບການລະບາດຂອງພະຍາດໂູຄວິດ-19, ໃນໄລຍະ 2 ປີ ຄາດວ່າຈະເພີ່ມຂຶ້ນເຖິງ 331.000 ຫຼື 355.000 ການເກີດໃໝ່ທີ່ບໍ່ໄດ້ວາງແຜນ. ໃນຂະນະທີ່ການບໍລິການ ແລະ ຜະລິດຕະພັນວາງແຜນຄອບຄົວ, ການພັດທະນາແບບຕໍ່ເນື່ອງ ແມ່ນມີຄວາມບໍ່ສະເໝີພາບ 68% ຂອງພົນລະເມືອງທີ່ອາໄສຢູ່ເຂດຊົນນະບົດ, ເຂດຫ່າງໄກສອກຫຼີກທີ່ບໍ່ມີເສັ້ນທາງເຂົ້າເຖິງແມ່ນເປັນສິ່ງທ້າທາຍຫຼາຍທີ່ສຸດ ໃນການເຂົ້າເຖິງການບໍລິການສຸຂະພາບ. ໃນຈຳນວນແມ່ຍິງທີ່ແຕ່ງງານແລ້ວ 14% ຫຼີກລ້ຽງການຖືພາບໍ່ສາມາດເຂົ້າເຖິງການຄຸມກໍາເນີດໄດ້ຜ່ານການເກັບກັບຂໍ້ມູນໃນບາງແຂວງ ອັດຕານີ້ເພີ້ມຂຶ້ນເກືອບສອງເທົ່າ, ເກືອບ 7 ໃນ 10 ຂອງທຸກຄົນມີຄວາມຈໍາເປັນໃນການຄຸມກໍາເນີດ. ສະນັ້ນ, ອົງການສະຫະປະຊາຊາດກອງທືນສຳລັບປະຊາກອນ ໄດ້ຮ່ວມກັບລັດຖະບານ ສປປ ລາວ ເພື່ອສະໜັບສະໜູນນະໂຍບາຍ ແລະ ແຜນງານທີ່ກ່ຽວຂ້ອງ, ໃນການວາງແຜນຄອບຄົວ ເຊັ່ນ: ການເບິ່ງແຍງຫຼັງການເກີດລູກ, ການເຜີຍແຜ່ຂໍ້ມູນຂ່າວສານ ແລະ ການບໍລິການວາງແຜນຄອບຄົວ ພ້ອມດ້ວຍການບໍລິການທີ່ເປັນມິດກັບໄວໜຸ່ມ, ການສະໜອງຢາຄຸມກຳເນີດທີ່ມີຄຸນນະພາບ, ສ້າງຄວາມເຂັ້ມແຂງລະບົບສາທາລະນະສຸກແຫ່ງຊາດ ແລະ ເກັບກຳຂໍ້ມູນເພື່ອສະໜັບສະໜູນວຽກງານນີ້ ເພື່ອຄວາມກ້າວໜ້າໄປສູ່ເປົ້າໝາຍການພັດທະນາແບບຍືນຍົງ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2020-09-28T14:58:51+00:00
https://laopost.com/?p=121483
ເຈົ້າໜ້າທີ່ການຄ້າເມືອງສີສັດຕະນາກ ກວດພົບສິນຄ້າໝົດອາຍຸ ໃນກະຕ່າຂອງຂວັນ ຕາມຮ້ານຄ້າ!
ໃນລະຫວ່າງວັນທີ 25 ທັນວາ 2014 ຫາ 1 ມັງກອນ 2015 ທີ່ຜ່ານມາ ເພື່ອກວດກາຄວາມເປັນລະບຽບຮຽບຮ້ອຍ ໃນການຈຳໜ່າຍສິນຄ້າພາຍໃນເມືອງ ໃຫ້ຖືກຕ້ອງສອດຄ່ອງຕາມລະບຽບຫຼັກການທີ່ວາງອອກ ເຈົ້າໜ້າທີ່ກວດກາຫ້ອງການອຸດສະຫະກຳ-ການຄ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ລົງກວດກາການຕິດລາຄາສິນຄ້າເປັນເງິນກີບ ພາຍໃນເມືອງຂອງຕົນ. ຜ່ານການກວດກາ ໄດ້ພົບເຫັນສິນຄ້າທີ່ໝົດອາຍຸໃນກະຕ່າຂອງຂວັນ ຢູ່ບັນດາຮ້ານຄ້າ ຮ້ານມິນິມາກ ແລະ ຕາມຕະຫຼາດພາຍໃນເມືອງຂອງຕົນ ເຊິ່ງສິນຄ້າດັ່ງກ່າວ ສ່ວນໃຫຍ່ເປັນສິນຄ້າອຸປະໂພກ ແລະ ບໍລິໂພກທີ່ໝົດອາຍຸ ຈຳນວນ 15 ລາຍການ ພ້ອມນັ້ນຍັງກວດເຫັນສິນຄ້າ ຕ້ອງຫ້າມປະເພດໝາກກະໂພກ ຈຳນວນ 3 ກິໂລກຼາມ ລວມມູນຄ່າທັງໝົດ 2 ລ້ານກວ່າກີບ ຈາກນັ້ນ ກໍ່ໄດ້ເຮັດບົດບັນທຶກ ກ່າວເຕືອນສຶກສາອົບຮົມຕາມລະບຽບການ ແລະ ຢຶດສິນຄ້າຈຳນວນດັ່ງກ່າວ ເພື່ອທຳລາຍຖິ້ມ. ແຫລ່ງຂ່າວ: ວຽງຈັນໃໝ່
ຂ່າວທ້ອງຖິ່ນ
2015-01-12T10:59:12+00:00
https://laopost.com/?p=17698
ຜູ້ເສຍຊີວິດຄົນທຳອິດຈາກພະຍາດໂຄວິດ-19 ໃນ ສປປ ລາວ
ອີງຕາມຄະນະສະເພາະກິດ ຄວບຄຸມ ໂຄວິດ-19 ຖະແຫຼງການ ປະຈຳວັນທີ 09 ພຶດສະພາ 2021 ໃຫ້ຮູ້ວ່າ: ການຕິດເຊື້ອຂອງພະຍາດໂຄວິດ-19 ປີ 2021 ທຽບໃສ່ ປີ 2020 ແມ່ນມີແຕກຕ່າງກັນຢູ່ບ່ອນວ່າ 1. ພະຍາດເຂົ້າໄປໃນກຸ່ມຄົນທຸກອາຍຸ ແລະ ເຂົ້າໄປໃນຜູ້ທີ່ອາຍຸສູງ ທີ່ມີພະຍາດປະຈຳຕົວເຊັ່ນ ເບົາຫວານ, ຄວາມດັນ ອາການຈະສະແດງອອກຊັດເຈນ ແລ້ວວິວັດທະນາການຂອງພະຍາດ ຈາກເບົາບາງເຂົ້າສູ່ປານກາງເຂົ້າສູ່ໜັກ ແມ່ນໄວວາ 2. ຮຽກຮ້ອງໄປຫາປະຊາຊົນ ໂດຍສະເພາະຜູ້ຕິດເຊື້ອ ຜູ້ທີ່ຢູ່ໃນກຸ່ມສ່ຽງ ຂໍໃຫ້ທ່ານມີຄວາມຈິງໃຈ ແຈ້ງຕົນເອງວ່າ ໂຕເອງຢູ່ໃນກຸ່ມສ່ຽງ ໄດ້ສຳພັດກັບສະຖານທີ່ເປົ້າໝາຍທີ່ໄດ້ຕິດຕາມ ຖ້າຮູ້ວ່າໂຕເອງ ໄດ້ປະກອບຈິດຈະກຳອັນໃດໜຶ່ງ ປະກອບອາຊີບຢູ່ສະຖານທີ່ໃດໜຶ່ງ. ໂດຍສະເພາະ ມານຳເບິ່ງແລ້ວຜູ້ເສຍຊີວິດ ມີອາຍຸສູງສົມຄວນ ອາຍຸ 53 ປີ ແລະ ຕິດພັນກັບຮ້ານຄາລາໂອເກະ ທີ່ຢູ່ບານນາໄຊ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ. ດັ່ງນັ້ນ, ເຮົາຈຶ່ງເວົ້າໄດ້ວ່າ ການທີ່ທ່ານເປັນຄົນເຈັບຢູ່ໃນກຸ່ມສ່ຽງ ຕັດສິນໃຈມາໂຮງໝໍຫຼ້າຊ້າ ຕັດສິນໃຈຫຼີກເວັ້ນການປິ່ນປົວ ຕັດສິນໃຈຫຼົບຊ້ອນ ບໍ່ປາກົດຕົວ ໃຫ້ພວກເຮົາໄດ້ມາປິ່ນປົວໄວແຕ່ຫົວທີ ແມ່ນຢູ່ວ່າ ເວລາເບື້ອງຕົ້ນອາການທ່ານເບົາບາງ ແຕ່ມັນໃຊ້ເວລາບໍ່ດົນພຽງເທົ່າໃດມັນກໍວິວັດທະນາການໄປຫາປານກາງ. ຕາມການລາຍງານ ຂອງການປິ່ນປົວທາງແພດກໍໄດ້ປິ່ນປົວສຸດຄວາມສາມາດ ຜູ້ເສຍຊີວິດເຂົ້າມາໂດຍອາການ ທີ່ພວກເຮົາຍັງບໍ່ສາມາດເຜີຍແຜ່ໄດ້ໃນເວລານີ້ ແຕ່ເທົ່າທີ່ເບິ່ງອາການແມ່ນມີອາການເບົາບາງ ຄວາມດັນດີ ອຸນຫະພູມດີ ບໍລິມາດອາກາດຫາຍໃຈດີ ຜ່ານໄປມື້ທີ1 ອາການຍັງຄົງທີ່ ມື້ທີ 2-3 ປ່ຽນໄປເປັນປານກາງ ແລະ ມື້ທີ 3-4 ເຂົ້າສູ່ພາວະໜັກ ເຊິ່ງທາງແພດເຮົາກໍພາຍາຍາມປິ່ນປົວ ແລະ ພະຍາຍາມສຸດຄວາມສາມາດເພື່ອກອບກູ້ຊີວິດ ແຕ່ມັນກໍຊ້າເກີນໄປ. ອີງຕາມຂໍ້ມູນເບື້ອງຕົ້ນຈາກຜູ້ໃຊ້ເຟສບຸກ ພົບວ່າ: ຜູ້ເສຍຊີວິດ ແມ່ນ ເພດຍິງ ສັນຊາດຫວຽດນາມ, ອາຍຸ 53 ປີ (ເກີດ ປີ 1969), ເສຍຊີວິດ ເວລາປະມານ 12:30 ເຊົ້າ ຂອງວັນທີ 9 ພຶດສະພາ 2021 ທີ່ ໂຮງໝໍເສດຖາທິລາດ, ນະຄອນຫຼວງວຽງຈັນ. ບ້ານເກີດຂອງຜູ້ຕາຍ ຢູ່ ແຂວງບັກກ້ານ ແລ້ວມາອາໄສຢູ່ ແຂວງທາຍຫງຽນ (Thai Nguyen) ປະເທດຫວຽດນາມ. ປັດຈຸບັນ, ຜູ້ເສຍຊີວິດເຮັດວຽກຢູ່ ຮ້ານກາລາໂອເກະ ຂອງຄົນຫວຽດນາມ ທີ່ ບ້ານນາໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ສປປ ລາວ. ຜູ້ຕາຍຜູ້ເສຍຊີວິດ ໄດ້ເຂົ້າມາຮັກສາທີ່ໂຮງໝໍ ເມື່ອວັນທີ 30 ເດືອນ 4 ປີ 2021 ເຊິ່ງຜູ້ເສຍຊີວິດເອງ ກໍມີພະຍາດປະຈຳໂຕຄື ພະຍາດຕັບອັກເສບບີ ແລະ ພະຍາດເບົາຫວານ. ສົບຂອງຜູ້ເສຍຊີວິດຖືກນຳໄປສະຖາປະນະກິດສົບ ໃນຕອນເຊົ້າຂອງມື້ດຽດກັນ ທີ່ ນະຄອນຫຼວງວຽງຈັນ ສປປ ລາວ. ສຳນັກຂ່າວລາວໂພສ ຂໍສະແດງຄວາມເສຍກັບເຫດການເສົ້າສະຫຼົດໃຈທີ່ເກີດຂື້ນນີ້ດ້ວຍ.
ຂ່າວພາຍໃນ
2021-05-09T14:58:58+00:00
https://laopost.com/?p=124650
ເບຣຊິລ ! ປົດຕຳແໜ່ງຄາລອສ ດຸງກ້າແລ້ວຫຼັງຈາກຕົກຮອບໂຄປາ ອາເມຣິກາ
ບໍ່ລອດ ສະຫະພັນບານເຕະເບຣຊິລ ປະກາດຢ່າງເປັນທາງການສັ່ງປົດ ຄາລອສ ດຸງກ້າ ອອກຈາກຕຳແໜ່ງຜູ້ຈັດການທີມຊາດແລ້ວ ຫລັງໂຄຊ ອາຍຸ 52 ປີນຳທີມໄປໄດ້ບໍ່ຮອດໃສຕົກຮອບທຳອິດໃນການແຂ່ງຂັນໂຄປາ ອາເມຣິກາ 2016 “ສະຫະພັນບານເຕະເບຣຊິລ ຂໍແຈ້ງວ່າ ເຮົາຕັດສິນໃຈແຍກທາງກັບທີມສະຕາຟ໌ໂຄຊ ທີມຊາດທັງ ກິລມາ ຣີນັລດີ ຜູ້ປະສານງານ, ຄາລອສ ດຸງກ້າ ໂຄ້ຊ ແລະ ທີມງານຂອງພວກເຂົາທັງໝົດຈະອອກຈາກຕຳແໜ່ງ” “ການຕັດສິນໃຈນີ້ເກີດຈາກການຕົກລົງຂອງທັງສອງຝ່າຍ ເຮົາຈະດຳເນີນການຫາທີມງານສະຕາຟ໌ຊຸດໃໝ່ຂອງເບຣຊິລ ຕໍ່ໄປ ເຮົາຂໍຂອບໃຈຄວາມທຸ້ມເທ, ຄວາມເປັນມືອາຊີບແລະຄວາມມຸ້ງມັ່ນຂອງພວກພວກເຂົາລະຫວ່າງເຮັດວຽກກັບທີມ”
ຂ່າວພາຍໃນ
2016-06-15T16:28:52+00:00
https://laopost.com/?p=61504
2 ສາວມີສແກຣນລາວ 2017 ຄວ້າລາງວັນ”ຮອຍຍີ້ມທີ່ງາມທີ່ສຸດ” ແລະ “ນາງແບບທີ່ດີທີ່ສຸດ”
ຈົບກັນໄປແລ້ວກັບການປະກວດ 13th Chinese-Asean Etiquette Pageant ທີ່ ປະເທດຈີນ ເຊິ່ງໃນປີນີ້ ສປປ ລາວ ກໍ່ໄດ້ສົ່ງຕົວແທນສອງສາວງາມຈາກເວທີ ມີສແກຣນລາວ 2017 ຢ່າງນາງ ກິດສະດາ ວົງໄຊສະຫວາດ ຮອງອັນດັບສອງ ແລະ ນາງ ແສງສະຫວັນ ສີຫາລາດ ຮອງອັນດັບສີ່ ເຂົ້າຮ່ວມການປະກວດໃນຄັ້ງນີ້ ແລະ ເຊິ່ງຮອບຕັດສິນກໍ່ໄດ້ສິ້ນສຸດລົງໃນຄ່ຳຄືນຂອງວັນທີ 13 ກັນຍາ 2017 ແລະ ສອງສາວລາວກໍ່ໄດ້ 2 ລາງວັນຈາກຄ່ຳຄືນນັ້ນມາຄອງຢ່າງ ລາງວັນ”ຮອຍຍີ້ມທີ່ງາມທີ່ສຸດ” ແລະ ລາງວັນ “ນາງແບບທີ່ດີທີ່ສຸດ” ພິເສດໂດຍນາງ ກິດສະດາ ວົງໄຊສະຫວາດ ໄດ້ຮັບລາງວັນເຖິງ 2 ລາງວັນຄື: ນາງແບບທີ່ດີທີ່ສຸດ ( The Best Model) ແລະ ລາງວັນ “ຂວັນໃຈຊ່າງພາບ” ທີ່ມີການມອບ-ຮັບລາງວັນດັ່ງກ່າວຕັ້ງແຕ່ໄລຍະເກັບຕົວ. ນາງ ແສງສະຫວັນ ສີຫາລາດ ໄດ້ຮັບລາງວັນ ຮອຍຍີ້ມທີ່ງາມທີ່ສຸດ ( Best Smile) ສ່ວນອັນດັບທີ 1 ແມ່ນຕົວແທນນາງງາມຈາກປະເທດໄທໄດ້ໄປຄອງ, ຮອງອັນດັບ 1 ແມ່ນນາງງາມຕົວແທນຈາກປະເທດຫວຽດນາມ ຮອງອັນດັບ 2 ໄດ້ແກ່ນາງງາມປະເທດເຈົ້າພາບ (ຈີນ) ທາງບັນເທີງລາວໂພສຂໍຊົມເຊີຍກັບຜົນງາມທີ່ໄດ້ຮັບຂອງທັງສອງທີ່ສາມາດຄວ້າມາໄດ້ ລາງວັນທີ່ໄດ້ມານັ້ນເຖິງແມ່ນວ່າຈະບໍ່ແມ່ນລາງວັນສູງສຸດຂອງເວທີການປະກວດແຕ່ກໍ່ເປັນລາງວັນທີ່ສ້າງຄວາມພາກພູມໃຈໃຫ້ຄົນລາວທັງປະເທດ ທັງຍັງເຮັດໃຫ້ແມ່ຍິງລາວມີບົດບາດທີ່ເດັ່ນຂຶ້ນໃນເວທີລະດັບໂລກ
ຂ່າວບັນເທິງ
2017-09-14T15:56:43+00:00
https://laopost.com/?p=94919
ຫຼວງພະບາງຈະປະກາດເປັນ “ນະຄອນຫຼວງພະບາງ” ໃນບຸນປີໃໝ່ລາວທີ່ຈະມາຮອດນີ້
ອຳນາດການປົກຄອງເມືອງຫຼວງພະບາງ ມໍລະດົກໂລກ UNESCO ກຳລັງກະກຽມເພື່ອປະກາດເປັນນະຄອນຫຼວງພະບາງ ໃນໄລຍະບຸນປີໃໝ່ລາວ 2018 ນີ້ ຕາມຂໍ້ມູນທີ່ປະກົດໃນຕາຕະລາງການສະເຫຼີມສະຫຼອງປີໃໝ່ລາວປີ 2018. ໃນກຳນົດການສະເຫຼີມສະຫຼອງປີໃໝ່ລາວປີ 2018 ນີ້ ເມືອງຫຼວງພະບາງໄດ້ກຳນົດຫຼາຍກິດຈະກຳເພື່ອສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ ເລີ່ມຕັ້ງແຕ່ວັນທີ 10 ເມສາ ຈົນຮອດ 20 ເມສາ ເຊິ່ງບັນດາກິດຈະກຳທີ່ສຳຄັນ ໃນນັ້ນປະກອບມີ ການເປີດປີທ່ອງທ່ຽວລາວ 2018 ແລະ ການປະກາດເປັນ ນະຄອນຫຼວງພະບາງ. ທັງນີ້ ການປະກາດເປັນນະຄອນຫຼວງພະບາງນັ້ນ ຈະໄດ້ຈັດຂຶ້ນໃນວັນທີ 15 ເມສາ 2018 ທີ່ຫ້ອງວ່າການປົກຄອງເມືອງຫຼວງພະບາງ ເຊິ່ງຕັ້ງຢູ່ບ້ານຄອຍ ເລີ່ມຕັ້ງແຕ່ເວລາ 8:00 ໂມງເຊົ້າເປັນຕົ້ນໄປ. ອີງຕາມ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງປີ 2015 ໄດ້ລະບຸໄວ້ວ່າ ນະຄອນແມ່ນ ເມືອງ ຫຼື ເທດສະບານທີ່ມີພັດທະນາໃນລະດັບສູງ ເຊິ່ງມີເງື່ອນໄຂໃນການສ້າງຕັ້ງຄື: ຕ້ອງມີພົນລະເມືອງ 60,000 ຄົນຂຶ້ນໄປ ແລະ ໃນເຂດຕົວເມືອງ ຫຼື ຕົວເທດສະບານຕ້ອງມີພົນລະເມືອງບໍ່ຕໍ່າກວ່າ 25,000 ຄົນ, ມີຄວາມໜາແໜ້ນຂອງປະຊາກອນຢູ່ທີ່ 900 ຄົນຕໍ່ກິໂລຕາ ແມັດຂຶ້ນໄປ, ມີປະຊາກອນທີ່ປະກອບອາຊີບເປັນກະສິກອນໃນເຂດຕົວເມືອງບໍ່ເກີນ 25%, ມີພື້ນຖານໂຄງລ່າງທີ່ພັດທະນາໃນລະດັບສູງ, ເປັນບ້ານພັດທະນາທັງໝົດ ແລະ ກຸ້ມຕົນເອງດ້ານລາຍຈ່າຍບໍລິຫານປົກກະຕິ ແລະ ມີສ່ວນແຮເພື່ອການລົງທຶນ. ແຫລ່ງຂ່າວ: Support Prime Minister Thongloun Sisoulith
ຂ່າວພາຍໃນ
2018-04-03T13:56:09+00:00
https://laopost.com/?p=100203
ມຽນມາຂໍຄວາມຊ່ວຍເຫຼືອດ້ານພະລັງງານນິວເຄຼຍຈາກຣັດເຊຍ
ອ້າງອີງຈາກ NIKKEI Asia ໄດ້ລາຍງານວ່າ: ມຽນມາ ກຳລັງສະແຫວງຫາຄວາມຮ່ວມມືທາງດ້ານເສດຖະກິດກັບຣັດເຊຍ ລວມເຖິງດ້ານພະລັງງານນິວເຄຼຍ ເນື່ອງຈາກມາດຕະການຂວ່ຳບາດຂອງອາເມຣິກາ ແລະ ສະຫະພາບເອີຣົບ. ໃນວັນທີ 11 ກໍລະກົດ ທີ່ຜ່ານມາ ທ່ານ Min Aung Hlaing ຜູ້ນຳຂອງມຽນມາໄດ້ພົບປະກັບທ່ານ Alexey Likhachev ຜູ້ອຳນວຍການໃຫຍ່ບໍລິສັດພະລັງງານ Rosatom ຂອງຣັດເຊຍ ເຊິ່ງໄດ້ມີການປະຊຸມ ເລື່ອງບົດບັນທຶກຄວາມເຂົ້າໃຈການຮ່ວມມືດ້ານ ການພັດທະນາພະລັງງານນິວເຄຼຍຂອງມຽນມາ. ໃນເດືອນມິຖຸນາຜ່ານມາ ລັດຖະມົນຕີກະຊວງພະລັງງານມຽນມາ ທ່ານ Thaung Han ກໍໄດ້ພົບປະກັບ ທ່ານ Likhachev ເຊິ່ງໄດ້ປຶກສາຫາລືກ່ຽວກັບຂະແໜງໄຟຟ້າຂອງມຽນມາ. ຣັດເຊຍໄດ້ຕົກລົງທີ່ຈະສ້າງ ເຕົາປະຕິກອນນິວເຄຼຍຂະໜາດນ້ອຍ ຢູ່ມຽນມາ 2007, ແຕ່ການກໍ່ສ້າງບໍ່ໄດ້ມີຄວາມຄືບໜ້າ ໃນໄລຍະການຊຸກຍູ້ຈາກອາເມຣິກາ ແລະ ປະເທດອື່ນໆ. ນັບແຕ່ນັ້ນມາ ມຽນມາໄດ້ສະແດງເຖິງການທີ່ບໍ່ແຜ່ຂະຫຍາຍນິວເຄຼຍ ແລ້ວໄດ້ລົງນາມສົນທິສັນຍາຫ້າມທົດລອງນິວເຄຼຍຮອບດ້ານໃນປີ 2016, ພາຍໃຕ້ປະຊາທິປະໄຕ ລັດຖະບານເລືອກຕັ້ງໂດຍພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງທ່ານນາງ Aung San Suu Kyi. ການເດີນທາງໄປຣັດເຊຍເມື່ອບໍ່ດົນມານີ້ເປັນຄັ້ງທີສອງ ຂອງທ່ານ Min Aung Hlaing ນັບແຕ່ປະເທດມຽນມາ ມີທະຫານເຂົ້າຄວບຄຸມລັດຖະບານ ໃນເດືອນກຸມພາ 2021. ທ່ານ Min Aung Hlaing ຍັງໄດ້ພົບປະກັບອົງກອນອາວະກາດຂອງຣັດເຊຍ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືດ້ານການທະຫານ ແລະ ການຊ້ອມຮົບໃນອະນາຄົດ ກັບເຈົ້າໜ້າທີ່ປ້ອງກັນຄວາມສະຫງົບຂອງປະເທດຣັດເຊຍ. ມຽນມາ ສົ່ງເຈົ້າໜ້າທີ່ 5 ຄົນ ທີ່ຮັບຜິດຊອບດ້ານເສດຖະກິດ ແລະ ການຄ້າສາກົນ ໄປເຕົ້າໂຮມກັນຢູ່ຣັດເຊຍໃນເດືອນມິຖຸນາຜ່ານມາ, ຍ້ອນສະແຫວງຫາການຮ່ວມມື ເພື່ອຫຼຸດຜ່ອນຄວາມຫຍຸ້ງຍາກທາງດ້ານເສດຖະກິດ. ເຖິງຢ່າງໃດກໍຕາມ, ມຽນມາ ແລະ ຣັດເຊຍ ຍັງມີຄວາມແຕກຕ່າງກັນໃນທັດສະນະຄະຕິລະຫວ່າງສອງປະເທດນີ້.
ຂ່າວຕ່າງປະເທດ
2022-07-21T10:06:35+00:00
https://laopost.com/?p=135853
ລັດຮາວາຍອາກາດໜາວຫຼາຍ ຫິມະຕົກລົງທັບຖົມສູງເກືອບຮອດແມັດ
ອີງຕາມສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 4 ທັນວາຜ່ານມາວ່າ ລັດຮາວາຍ ເປັນສ່ວນໜຶ່ງຂອງສະຫະລັດ ໄດ້ຮັບການປະກາດເຕືອນອາກາດໜາວ ພ້ອມທັງຫິມະຕົກທັບຖົມສູງເຖິງ 90cm ໃນຊ່ວງບໍ່ບໍ່ພໍເທົ່າໃດມື້, ຜູ້ຊ່ຽວຊານກ່ຽວກັບອາກາດເວົ້າວ່າ ມີຄວາມຜິດປົກກະຕິທີ່ຫິມະຈະຕົກໃນເຂດອາກາດຮ້ອນໃນຮາວາຍ ແຕ່ແປກກວ່ານັ້ນຄື ຫິມະໄດ້ຕົກຫຼາຍ ແລະສະພາບອຸນຫະພູມທີ່ຕໍ່າຫຼາຍ, ເຊິ່ງໃນຂະນະນີ້ ຫິມະທີ່ຕົກລົງມາຢ່າງແຮງ ໃນເຂດຮອບ 2 ເກາະໃນພື້ນທີ່, ຂະນະທີ່ພື້ນທີ່ອື່ນໆຂອງລັດ ໄດ້ປະສົບບັນຫານໍ້າຖ້ວມຢ່າງແຮງ ແລະຫິມະຈະຕົກແຮງຂຶ້ນໃນວັນທີ 4 ທັນວາ ແລະໃນບາງປີ ທັງ 2 ເກາະນີ້ ຈະມີຫິມະຕົກບາງໆ ຫຼືອາດຈະບໍ່ຕົກເລີຍ ລວມເຖິງໃນປີ 2015 ຜ່ານມາ ສຳລັບຫິມະຕົກໃນຊ່ວງນີ້ ຄາດວ່າ ຈະເຮັດໃຫ້ກີດຂວາງເສັ້ນທາງໄປຫາລານສະກີປະສະໂນບອດ ຈົນຮອດວັນທີ 5 ທັນວານີ້, ດ້ານກົມອຸຕຸນິຍົມ ວິທະຍາສາດຂອງສະຫະລັດເວົ້າວ່າ ສະພາບອາກາດແປປວນຍັງຕໍ່ເນື່ອງອີກບໍ່ພໍເທົ່າໃດມື້ ເນື່ອງຈາກຄວາມກົດດັນອາກາດຕໍ່າ ແລະສະພາບອາກາດທີ່ຮ້ອນຊື້ນ
ຂ່າວຕ່າງປະເທດ
2016-12-05T09:03:55+00:00
https://laopost.com/?p=78641
ເຮືອບິນໂດຍສານບໍ່ມີຄົນຂັບ ຈະເປີດໃຫ້ບໍລິການອີກບໍ່ພໍເທົ່າໃດປີຕໍ່ໜ້າ
ບີເອອີ ບໍລິສັດ ດ້ານກາລາໂຫມສັນຊາດອັງກິດ ປະສົບຄວາມສຳເລັດໃນການທົດສອບເຮືອບິນຕົ້ນແບບໂດຍສານບໍ່ມີຄົນຂັບມາແລ້ວຫຼາຍຮອບ ໂດຍເຮືອບິນນີ້ບິນດ້ວຍລະບົບຄອມພິວເຕີ້ ແລະ ມີມະນຸດຄອຍສັງເກດການປະຕິບັດການຕ່າງໆ ຈາກຫ້ອງຄວບຄຸມພື້ນດິນ ເຊິ່ງຄາດວ່າເຮືອບິນໂດຍສານບໍ່ມີຄົນຈະເປີດໃຫ້ບໍລິການໃນອີກບໍ່ພໍເທົ່າໃດປີຕໍ່ໜ້ານີ້. ທາງບີເອອີໄດ້ປັບປ່ຽນເຮືອບິນໂດຍສານຂະໜາດ 16 ບ່ອນນັ່ງ ເປັນເຮືອບິນທ້ຽວທົດສອບ ໂດຍທີ່ເຈັດສ໌ຕຣີມ 31 ບໍ່ມີນັກບິນ ແຕ່ຖືກຄວບຄຸມດ້ວຍກ້ອງອິນຟຣາເຣດ ທີ່ຮຽກວ່າ “ອິເລັກໂທຣນິກອາຍ” ແລະ ມີກ້ອງອື່ນໆອີກ 8 ຕົວຖືກຕິດຕັ້ງໄວ້ບໍລິເວນພື້ນທ້ອງເຮືອບິນ ອຸປະກອນຕ່າງໆເຫຼົ່ານີ້ຈະຊ່ວຍຫາຣັນເວຊົ່ວຄາວທີ່ເໝາະສົມ ໃນກໍລະນີທີ່ຈຳເປັນຕ້ອງລົງຈອດສຸກເສີນ ແລະ ສ່ອງຫາສະພາບອາກາດທີ່ເປັນອັນຕະລາຍ ເພື່ອຫຼີກລ່ຽງເສັ້ນທາງນັ້ນ ການທົດສອບນັ້ນແມ່ນໃຊ້ນັກບິນສອງຄົນ ສັງເກດການທ້ຽວບິນຈາກພື້ນດິນ ຈະໃຊ້ດາວທຽມ ແລະ ເທັກໂນໂລຢີຕ່າງໆ ທີ່ຢູ່ໃນເຮືອບິນ ເຮັດການບັງຄັບຄວບຄຸມເຮືອບິນຜ່ານໜ້າຈໍ ທີ່ມີຄວາມລະອຽດສູງ ສັນຍານວິທະຍຸ ແລະ ແຜງຄວບຄຸມໃນຫ້ອງຄົນຂັບທາງພາກພື້ນດິນ ຮວມເຖິງຄອຍຕິດຕາມສື່ສານກັບເຈົ້າໜ້າທີ່ສູນຄວບຄຸມການຈາລະຈອນທາງອາກາດອີກດ້ວຍ ຫາກສັນຍານການເຊື່ອມຕໍ່ເກີດຂາດຫາຍ ເຮືອບິນກໍ່ຖືກຕັ້ງລະບົບໃຫ້ນຳເຄື່ອງລົງຈອດຢ່າງປອດໄພດ້ວຍຕົວຂອງມັນເອງ ການທົດສອບຫຼ້າສຸດ ເຮືອບິນຕົ້ນແບບໂດຍສານບໍ່ມີຄົນຂັບ ໄດ້ບິນເປັນໄລຍະທາງ 480 ກິໂລແມັດ ລະຫວ່າງ ວາຣຕັນ ໃນລິນຄາເຊຍ ຫາ ສະກັອດແລນ ໃຊ້ເວລາປະມານ 90 ນາທີ ແຫລ່ງຂ່າວຈາກ: http://www.manager.co.th/Around/ViewNews.aspx?NewsID=9590000121425 ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!
ຂ່າວຕ່າງປະເທດ
2017-01-03T09:07:52+00:00
https://laopost.com/?p=82120
ລົດກໍາລັງຈະຈົມນໍ້າ ແຕ່ເຈົ້າຂອງລົດອອກມາຖ່າຍຮູບຄູ່ກັບລົດເພື່ອເກັບໄວ້ເປັນທີ່ລະນຶກ
ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ມີແມ່ຍິງຄົນໜຶ່ງໄດ້ຂັບລົດຂ້າມແມ່ນໍ້າທີ່ກາຍເປັນນໍ້າກ້ອນຍ້ອນອາກາດທີ່ໜາວແຮງ ເຮັດໃຫ້ລົດຄັນດັ່ງກ່າວໄປຕໍາກັບນໍ້າກ້ອນ ແລະ ຕົກລົງໄປໃນນໍ້າທີ່ເຢັນ ແຕ່ສິ່ງໜຶ່ງທີ່ເຮັດໃຫ້ຜູ້ເຫັນເຫດການເກີດຄວາມປະຫຼາດໃຈກໍຄືແມ່ຍິງທີ່ຂັບລົດຄັນດັ່ງກ່າວນັ້ນໄດ້ອອກຈາກລົດມາຢືນຢູ່ຫຼັງຄາລົດເພື່ອຖ່າຍຮູບກັບລົດທີ່ກໍາລັງຄ່ອຍໆຈົມລົງນໍ້າໄປ ເຮັດໃຫ້ຜູ້ເຫັນເຫດການເກີດຄວາມຕົກໃຈຕໍ່ກັບສິ່ງທີ່ເກີດຂຶ້ນ. ໃນຂະນະດຽວກັນຄົນທີ່ອາໄສຢູ່ໃນບໍລິເວນນັ້ນກໍໄດ້ໂທປະສານຫາກູ້ໄພເພື່ອຊ່ວຍເຫຼືອແມ່ຍິງຄົນດັ່ງກ່າວ ໂດຍເຫດຜົນທີ່ອອກມາຖ່າຍຮູບກັບລົດທີ່ກໍາລັງຈົມກໍເພື່ອເກັບໄວ້ເປັນທີ່ລະນຶກ. ທັງນີ້ກ່ອນທີ່ກູ້ໄພຈະມາຮອດບ່ອນເກີດເຫດ ປະຊາຊົນທີ່ເຫັນເຫດການກໍໄດ້ໃຊ້ເຊືອກເພື່ອໃຫ້ແມ່ຍິງຄົນນັ້ນດຶງຈ່ອງອອກຈາກລົດທີ່ກໍາລັງຈົມນໍ້າ. ສາເຫດທີ່ເຮັດໃຫ້ລົດໄປຕໍາກັບນໍ້າກ້ອນ ແລະ ຈົມລົງໄປໃນນໍ້ານັ້ນແມ່ນແມ່ຍິຄົນດັ່ງກ່າວຂັບລົດດ້ວຍຄວາມໄວທີ່ເກີນກໍານົດ ຈົນເຮັດໃຫ້ເກີດອຸບັດຕິເຫດ ດ້ວຍເຫດນີ້ຈຶ່ງໄດ້ມີການຕັ້ງຂໍ້ຫາຂັບລົດໄວເກີນກໍານົດຈົນເກີດຄວາມອັນຕະລາຍ. ແຫຼ່ງຂ່າວຈາກ: Jalopnik.com
ຂ່າວຕ່າງປະເທດ
2022-01-19T14:03:09+00:00
https://laopost.com/?p=131313
ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ
ວັນທີ 22 ມີນາ 2023 ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ ເຊິ່ງໄດ້ຮັບຟັງການລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຈາກທ່ານ ເດດສັກດາ ມະນີຄຳ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຄຳມ່ວນ ໂດຍມີພະນັກງານຫຼັກແຫຼ່ງຈາກພະແນກແຜນການ ແລະ ການລົງທຶນແຂວງເຂົ້າຮ່ວມ. ຜ່ານມາແມ່ນໄດ້ສຳເລັດການສະຫຼູບ-ລາຍງານ ແລະ ປະເມີນຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງແຂວງຄຳມ່ວນ ປະຈຳປີ 2022 ແລະ ທິດທາງແຜນການ ປີ 2023 ໄດ້ສົ່ງໃຫ້ກອງເລຂາວາລະແຫ່ງຊາດຂັ້ນສູນກາງແລ້ວ. ພ້ອມທັງກະກຽມຈັດກອງປະຊຸມສະຫລູບ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນປະຈໍາປີ 2022 ແລະ ທິດທາງຈຸດສຸມປີ 2023 ຂອງແຂວງ. ໄດ້ເອົາໃຈໃສ່ເກັບກໍາ ແລະ ສັງລວມ ເອກະສານໂຄງການລົງທຶນຂອງລັດ ບັນດາໂຄງການຂອງຂະແໜງການອ້ອມຂ້າງແຂວງ ແລະ ທ້ອງຖິ່ນເພື່ອປະເມີນກ່ອນນຳສະເໜີເຂົ້າແຜນການປະຈຳປີ 2023 ເພື່ອສັງລວມ ແລະ ປະເມີນກ່ອນສະເໜີເຂົ້າແຜນ 2023 ໄດ້ທັງໝົດ 52 ໂຄງການ, ເອົາໃຈໃສ່ກວດກາ ແລະ ປະເມີນຄືນບັນດາໂຄງການນອກແຜນຈາກພະແນກການ ແລະ ບັນດາເມືອງທີ່ສະເໜີເຂົ້າແຜນລົງທຶນຂອງລັດທີ່ໄດ້ຈັດຕັ້ງປະຕິບັດຜ່ານມາຮອດປີ 2022 ມີທັງໝົດ 96 ໂຄງການ, ການລົງທຶນໃນກິດຈະການສຳປະທານ ແລະ ກິດຈະການທົ່ວໄປ (ທີ່ນອນໃນບັນຊີຄວບຄຸມ) ຂອງເອກະຊົນພາຍໃນ ແລະ ຕ່າງປະເທດພາຍໃນແຂວງລວມທັງໝົດມີ 192 ໂຄງການ, ມູນຄ່າການລົງທຶນທັງໝົດ 7.088,06 ລ້ານໂດລາສະຫະລັດ, ທຶນຈົດທະບຽນ 2.793,42 ລ້ານໂດລາສະຫະລັດ ໃນນີ້ໄດ້ແຍກອອກເປັນລາຍລະອຽດຄື: ກິດຈະການສໍາປະທານ ທັງໝົດ 190 ໂຄງການ, ມູນຄ່າການລົງທຶນທັງໝົດ 7.085,08 ລ້ານໂດລາສະຫະລັດ, ທຶນຈົດທະບຽນ 2.790,66 ລ້ານໂດລາສະຫະລັດ; ກິດຈະການທົ່ວໄປ (ນອນໃນບັນຊີຄວບຄຸມ) ທັງໝົດ 02 ໂຄງການ, ມູນຄ່າການລົງທຶນທັງໝົດ 2,9 ລ້ານໂດລາສະຫະລັດ ແລະ ທຶນຈົດທະບຽນ 2,7 ລ້ານໂດລາສະຫະລັດ. ໃນນີ້ຂັ້ນສູນກາງອະນຸຍາດ ທັງໝົດ 71 ໂຄງການ, ມູນຄ່າທັງໝົດ 6.729,57 ລ້ານໂດລາສະຫະລັດ, ທຶນຈົດທະບຽນ 2.550,41 ລ້ານໂດລາສະຫະລັດ; ຂັ້ນແຂວງອະນຸຍາດ ທັງໝົດ 121 ໂຄງການ, ມູນຄ່າທັງໝົດ 358,4 ລ້ານໂດລາສະຫະລັດ, ທຶນຈົດທະບຽນ 243,01 ຕື້ກີບ. ໃນ 3 ເດືອນຕົ້ນປີ 2023 ລົງຕິດຕາມ ກວດກາ ການດຳເນີນກິດຈະການຂອງບັນດາບໍລິສັດລົງທຶນ ເອກະຊົນ ພາຍໃນແຂວງ ເຊິ່ງສາມາດລົງຕິດຕາມ ກວດກາ ສຳເລັດແລ້ວ 15 ບໍລິສັດ. ສຳລັບການຂຸດຄົ້ນແຮ່ເຫຼັກແບບທົດລອງ ທັງໜົດ ຈໍານວນ 9 ໂຄງການ, ມີເນື້ອທີ່ສໍາປະທານ 23,56 ກິໂລຕາແມັດ, ກວມເອົາ 3 ເມືອງຄື: ເມືອງບົວລະພາ 3 ໂຄງການ, ເມືອງຫີນບູນ 5 ໂຄງການ, ເມືອງຄູນຄໍາ 1 ໂຄງການ, ມູນຄ່າລົງທຶນທັງໝົດ 278,77 ຕື້ກີບ, ທຶນຈົດທະບຽນ 162,42 ຕື້ກີບ, ສາມາດຜະລິດແຮ່ເຫຼັກໄດ້ທັງໝົດ 1.035.000 ໂຕ່ນ ແລະ ປະຈຸບັນສົ່ງອອກແລ້ວ 13.175 ກວ່າໂຕນ, ວຽກງານຮ່ວມມືສາກົນ: ການຈັດຕັ້ງປະຕິບັດທຶນ ODA ທີ່ຢູ່ໃນສາລະບານລົງທຶນຂອງລັດ: ອີງຕາມແຜນລົງທຶນປະຈຳປີ 2022, ໄດ້ຮັບອະນຸມັດທຶນທັງໝົດ 6 ໂຄງການ ລວມມູນຄ່າ 108,13 ຕື້ກີບ, ໃນນັ້ນທຶນຕ່າງປະເທດ 106,73 ຕື້ກີບ ທຶນພາຍໃນ 1,4 ຕື້ກີບ. ຜ່ານການຈັດຕັ້ງປະຕິບັດໄດ້ 36,53 ຕື້ກີບ ເທົ່າກັບ 34% ຂອງແຜນການປີ ( ທຶນຕ່າງປະເທດ 35,91 ຕື້ກີບ, ທຶນສົມທົບ 613,97 ລ້ານກີບ). ສໍາລັບການຈັດຕັ້ງປະຕິບັດທຶນ ODA ທີ່ບໍ່ຢູ່ໃນສາລະບານລົງທຶນຂອງລັດ: ໃນປີ 2022 ຂອງແຕ່ລະພະແນກການ ເຫັນວ່າສາມາດປະຕິບັດໄດ້ 13 ໂຄງການ, ມູນຄ່າ 23,04 ຕື້ກີບ ແລະ 8,7 ລ້ານໂດລາສະຫະລັດ , ໃນນີ້ທຶນຊ່ວຍເຫຼືອລ້າມີ 11 ໂຄງການ ແລະ ກູ້ຢືມມີ 2 ໂຄງການ. ໂອກາດນີ້ ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຍັງໄດ້ໂອ້ລົມໃຫ້ທິດຊີ້ນຳແກ່ຄະນະນຳ ແລະ ພະນັກງານຫຼັກແຫຼ່ງໃນຂົງເຂດແຜນການ ແລະ ການລົງທຶນແຂວງຄຳມ່ວນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໄດ້ຮັບປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ. ແຫຼ່ງຂ່າວ Medialaos
ຂ່າວພາຍໃນ
2023-03-23T09:57:48+00:00
https://laopost.com/?p=143366
ອົງການທ່ອງທ່ຽວໄທ ຈັບມືຫ້າງສັບພະສິນຄ້າດັງ Shopping ໃນຊຸດໄທ ໄດ້ຫລຸດລາຄາພິເສດ!
ເວັບໄຊ Kapook.com ຂອງໄທ ໄດ້ລາຍງານໃນວັນທີ 31 ພຶດສະພາຜ່ານມານີ້ວ່າ ອົງການທ່ອງທ່ຽວແຫ່ງປະເທດໄທ ໄດ້ຮ່ວມມືກັບຫ້າງສັບພະສິນຄ້າຊັ້ນນຳທົ່ວປະເທດ ສ້າງຂະບວນການໃສ່ຊຸດໄທໄປຊັອບປິ້ງ ເປັນເວລາ 2 ເດືອນເຕັມ ນັບຕັ້ງແຕ່ວັນທີ 18 ມິຖຸນາ ໄປຈົນເຖິງວັນທີ 18 ສິງຫານີ້ ເພື່ອຮັບສ່ວນຫລຸດພິເສດ ພ້ອມກັບບັດຂອງຂັວນຕ່າງໆ. ແຫລ່ງຂ່າວໄດ້ລະບຸວ່າ ໂຄງການດັ່ງກ່າວນີ້ແມ່ນກວມເອົາຫ້າງຊັບພະສິນຄ້າຊັ້ນນຳ ໃນຂອບເຂດທົ່ວປະເທດເຊັ່ນຫ້າງ ເດິມໍກຣຸບ ເຊັນທຣັນ ໂຣບິນສັນ ໄດ້ຈັດໃຫ້ມີການຫລຸດລາຄາ ແລະ ແຈກບັດຂອງຂັວນໃຫ້ແກ່ລູກຄ້າຄົນໄທ ແລະ ຊາວຕ່າງປະເທດ ທີ່ພາກັນແຕ່ງຊຸດໄທມາຈັບຈ່າຍໃຊ້ສອຍພາຍໃນຫ້າງ ໃນໄລຍະງານ “Amazing Thailand Grand Sale 2015” ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 18 ມິຖຸນາ – 18 ສິງຫານີ້. ທັງນີ້ ການຈັດໂຄງການດັ່ງກ່າວ ແມ່ນເພື່ອສ້າງສີສັນເອກະລັກຂອງປີທ່ອງທ່ຽວວິຖີໄທ ເຊິ່ງຕ້ອງການໃຫ້ນັກທ່ອງທ່ຽວຕ່າງປະເທດ ໄດ້ຮັບຮູ້ເຖິງການແຕ່ງກາຍຊຸດໄທບູຮານ ແລະ ທັງເປັນການຊຸກຍູ້ໃຫ້ປະເທດໄທ ກາຍເປັນສູນກາງການຄ້າ ແລະ ການທ່ອງທ່ຽວໃນອາຊຽນອີກດ້ວຍ.
ຂ່າວຕ່າງປະເທດ
2015-06-01T11:36:11+00:00
https://laopost.com/?p=27219
ລາວ ແລະ ສປປ ເກົາຫຼີ ຫາລືເພື່ອສົ່ງເສີມການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ
ໃນວັນທີ 22 ສິງຫາ 2022 ທີ່ຫ້ອງຮັບແຂກກະຊວງ ອຄ ທ່ານ ມະໄລທອງ ກົມມະສິດ (ອຄ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມພົບປະ ຂອງ ທ່ານ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳລາວ ເນື່ອງໃນໂອກາດທີ່ ທ່ານ ມະໄລທອງ ກົມມະສິດ ໄດ້ຮັບຕຳແໜ່ງເປັນລັດຖະມົນຕີກະຊວງ ອຄ ຄົນໃໝ່, ສອງຝ່າຍ ໄດ້ປຶກສາຫາລືກັນ ເພື່ອຊອກຫາຊ່ອງທາງ ແລະ ໂອກາດໃນການສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ. ສຳລັບດ້ານການຄ້າສອງຝ່າຍ ໃນໄລຍະຜ່ານມາແມ່ນມີມູນຄ່າໜ້ອຍຫຼາຍ ເມື່ອທຽບກັບຫຼາຍປະເທດ ຊຶ່ງໃນ 7 ເດືອນ ຕົ້ນປີ 2022 ມູນຄ່າການຄ້າລະຫວ່າງສອງປະເທດ ສາມາດປະຕິບັດໄດ້ພຽງ 28.467 ໂດລາ ໃນນັ້ນ, ມູນຄ່ານໍາເຂົ້າປະຕິບັດໄດ້ 21.667 ໂດລາ ແລະ ມູນຄ່າສົ່ງອອກ 6.800 ໂດລາ. ດ້ານການລົງທຶນ, ເລີ່ມແຕ່ປີ 2008 ມາຮອດປັດຈຸບັນ ການລົງທຶນຂອງ ສປປ ເກົາຫຼີ ໃນ ສປປ ລາວ ມີພຽງ 1 ຫົວໜ່ວຍວິສາຫະກິດ ແລະ ມູນຄ່າການລົງທຶນ 800 ລ້ານກີບ ໂດຍລົງທຶນໃນຂະແໜງບໍລິການ ສະໜັບສະໜູນ ແລະ ຄຸ້ມຄອງບໍລິຫານ. ສອງຝ່າຍຕ້ອງໄດ້ຄົ້ນຄວ້າພິຈາລະນາກັບຫຼາຍພາກສ່ວນທີ່ກ່ຽວຂ້ອງ ເພື່ອກໍານົດເນື້ອໃນ ແລະ ວຽກງານທີ່ຈະຮ່ວມມືກັນໃຫ້ລະອຽດຕື່ມ ເພື່ອຊອກຫາຊ່ອງທາງ ແລະ ໂອກາດໃນການສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ ອີກດ້ວຍ. ລັດຖະບານ ສປປ ລາວ ກໍຄື ຂະແໜງອຸດສາຫະກຳ ແລະ ການຄ້າ ມີຄວາມມຸ່ງໝັ້ນ ທີ່ຈະສະໜັບສະໜູນ ແລະ ສົ່ງເສີມໃຫ້ມີການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດໃຫ້ມີຄວາມເຂັ້ມແຂງ ແຕ່ກໍຍັງມີຫຼາຍປັດໄຈທີ່ເປັນບັນຫາ ແລະ ອຸປະສັກ ເຊັ່ນ: ໄລຍະທາງ, ບັນຫາດ້ານການຂົນສົ່ງສິນຄ້າ ລວມທັງບັນຫາສາກົນອື່ນໆ ຊຶ່ງແນ່ນອນໃນອະນາຄົດ ສອງຝ່າຍຈະໄດ້ເຮັດວຽກຮ່ວມກັນຫຼາຍຂຶ້ນ ເພື່ອສົ່ງເສີມວຽກງານດັ່ງກ່າວ. ໃນໂອກາດດຽວກັນ, ທ່ານ ລີ ຢົງ ຊົນ ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ຜົນສຳເລັດໃນການປະຕິບັດວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ເກົາຫຼີ ໃຫ້ທ່ານລັດຖະມົນຕີຊາບ, ພ້ອມທັງ ສະແດງຄວາມຊົມເຊີຍຕໍ່ ທ່ານ ມະໄລທອງ ກົມມະສິດ ທີ່ໄດ້ດຳລົງຕໍາແໜ່ງ ເປັນລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຄົນ ໃໝ່. ພ້ອມນັ້ນ, ທ່ານ ລີ ຢົງ ຊົນ ຍັງໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະພະຍາຍາມຢ່າງສຸດຄວາມສາມາດ ເພື່ອຊຸກຍູ້ການພົວພັນຮ່ວມມືສອງຝ່າຍ ລາວ – ສປປ ເກົາຫຼີ ໃຫ້ສືບຕໍ່ໄດ້ຂະຫຍາຍຕົວຍິ່ງໆຂຶ້ນໃນຕໍ່ໜ້າ ແລະ ຈະສືບຕໍ່ສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນບັນດາໂຄງການຕ່າງໆ ແລະ ກິດຈະກຳການຮ່ວມມືໃຫ້ຫຼາຍຂຶ້ນ ເພື່ອສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໃຫ້ມີບ້າດກ້າວຂະຫຍາຍຕົວ. ແຫຼ່ງຂ່າວຈາກ ປະຊາຊົນ
ຂ່າວພາຍໃນ
2022-08-23T11:01:07+00:00
https://laopost.com/?p=136874
ອົງການກວດກາ ແຫ່ງລັດ ພົບເຫັນ ການສໍ້ລາດ ມູນຄ່າ ມະຫາສານ
ຂ່າວ: 29.11.2013 ຊົງຣິດ ໂພນເງິນ ອົງການກວດກາ ແຫ່ງລັດ ພົບເຫັນ ການສໍ້ລາດ ມູນຄ່າ ມະຫາສານ ປະຊາຊົນ ເດີນຂະບວນຕໍ່ຕ້ານການສໍ້ລາດບັງຫຼວງ ໃນນະຄອນ ຫຼວງວຽງຈັນ ອົງການກວດກາແຫ່ງລັດ ກວດພົບການສໍ້ລາດບັງຫຼວງ ທີ່ເຮັດ ໃຫ້ເກີດການຮົ່ວໄຫຼ ຂອງລາຍຮັບງົບປະມານ ຢ່າງຫຼວງຫຼາຍ ໂດຍສະເພາະແມ່ນໃນໂຄງການພັດທະນາຕ່າງໆ ຂອງລັດຖະ ບານລາວ. ຟັງລາຍງານ ກ່ຽວກັບອົງການກວດກາແຫ່ງລັດ ຂອງລາວ ທ່ານທອງສີ ອ້ວນລາສີ ຮອງປະທານອົງການກວດກາແຫ່ງລັດ ຖະແຫຼງຢືນຢັນວ່າ ໄດ້ມີການກວດກາພົບການປະຕິບັດໜ້າທີ່ ໂດຍບໍ່ສຸດຈະລິດຂອງບັນດາພະນັກງານຂອງລັດຖະບານລາວ ທີ່ເຮັດໃຫ້ເກີດການເສຍຫາຍທາງດ້ານລາຍຮັບງົບປະມານຂອງລັດ ຖະບານລາວ ຫຼາຍຂຶ້ນຢ່າງຕໍ່ເນື່ອງ ຕົວຢ່າງເຊັ່ນການກວດພົບ ການລັກລອບຕັດໄມ້ຫວງຫ້າມ ເຊັ່ນໄມ້ຄະຍຸງ 1,400 ກວ່າແມັດກ້ອນ ໃນແຂວງສະຫວັນນະເຂດ ເມື່ອປີ 2007 ທີ່ມີເຈົ້າໜ້າທີ່ລັດຖະບານ 11 ຄົນ ໄດ້ຮ່ວມມືກັບບັນດານາຍທຶນດ້ວຍ ທັງຍັງ ໄດ້ ກວດພົບ ການຍັກຍອກເງິນໄປ ຈາກຄັງເງິນ ຂອງແຂວງຫຼາຍກວ່າ 5.1 ຕື້ກີບອີກດ້ວຍ. ສ່ວນຢູ່ແຂວງຄໍາມ່ວນ ກໍໄດ້ກວດພົບ ການຮັບສິນບົນໃນໂຄງການກໍ່ສ້າງທາງໃນເຂດເທດສະບານ ຄິດເປັນມູນຄ່າຫຼາຍກວ່າ 12 ຕື້ ກີບ ແລະໃນປີ 2010-2011 ກໍກວດພົບການຮົ່ວໄຫຼຂອງງົບປະມານທີ່ໃຊ້ໃນໂຄງການຕ່າງໆ ເພື່ອຮອງຮັບການເປັນເຈົ້າ ພາບຈັດການແຂ່ງຂັນກິລາຊີເກມສ໌ ຄັ້ງທີ່ 25 ຢູ່ລາວ ຄິດເປັນມູນຄ່າ ຫຼາຍກວ່າ 1.5 ລ້ານໂດລ່າ ກັບອີກຫຼາຍຮ້ອຍລ້ານກີບ. ໃນຂະນະດຽວກັນ ກໍຍັງກວດພົບວ່າ ໄດ້ມີການຍັກຍອກເອົາເງິນໄປຫຼາຍກວ່າ 10 ຕື້ກີບຢູ່ໃນ ບາງແຂວງ ແລະມີພະນັກງານລັດ 50 ກວ່າຄົນ ທີ່ໄດ້ຮ່ວມກັນກະທໍາຄວາມຜິດດັ່ງກ່າວ ແຕ່ທີ່ນັກໄປກວ່ານັ້ນ ກໍຄືການກວດກາ 104 ເປົ້າໝາຍໃນແຜນການປີ 2012-2013 ທີ່ຜ່ານມາ ພົບວ່າການທຸດຈະລິດ ຂອງບັນດາພະນັກງານລັດນັ້ນ ເຮັດໃຫ້ເກີດ ການເສຍຫາຍ ຫຼາຍກວ່າ 80 ຕື້ກີບ ແລະມີຜູ້ກະທໍາຜິດເຖິງ 472 ຄົນ ດັ່ງທີ່ທ່ານທອງສີ ໄດ້ຖະແຫຼງຊີ້ແຈງວ່າ: “ປີ 2012-2013 ນີ້ ທັງຢູ່ໃນສູນກາງແລະທ້ອງຖິ່ນ ໄດ້ດໍາເນີນການກວດກາລວມມີ 104 ເປົ້າໝາຍ ພົບເຫັນການເສຍຫາຍ 80 ກວ່າຕື້ກີບ ໃນນີ້ ໄດ້ເກັບກໍາກູ້ຄືນໄດ້ຈໍານວນນຶ່ງ ແລະກໍມີຜູ້ກະທໍາຜິດ 472 ຄົນ ພວກທີ່ກະທໍາຜິດດັ່ງ ກ່າວ ແມ່ນຖືກດໍາເນີນຄະດີຕາມລະບຽບ ກົດໝາຍ.” ທ່ານນາງວຽງທອງ ສີພັນດອນ ປະທານອົງການກວດກາແຫ່ງລັດ ກ່ອນໜ້ານີ້ ທ່ານນາງວຽງທອງ ສີພັນດອນ ປະທານ ອົງການ ກວດກາແຫ່ງລັດ ໄດ້ສະເໜີລາຍງາຍຕໍ່ກອງປະຊຸມສະໄໝສາ ມັນ ຄັ້ງທີ 5 ຂອງສະພາແຫ່ງຊາດລາວຊຸດທີ 7 ໃນເດືອນກໍລະ ກົດທີ່ຜ່ານມານີ້ວ່າ ສະເພາະໃນແຜນການປີ 2010-2011 ໄດ້ ກວດພົບ ການໃຊ້ຈ່າຍງົບປະມານ ທີ່ບໍ່ເປັນໄປຕາມແຜນການ ທັງຍັງ ເປັນການໃຊ້ຈ່າຍນອກບັນຊີ ຄິດເປັນມູນຄ່າ ລວມເຖິງ 1,933.33 ຕື້ກີບ ຫຼືປະມານ 254 ລ້ານໂດລ່າ. ໂດຍການໃຊ້ຈ່າຍນອກບັນຊີດັ່ງກ່າວນີ້ ແບ່ງເປັນໃນດ້ານແຜນການງົບປະມານລາຍຮັບ 416.58 ຕື້ກີບ ແລະໃນດ້ານແຜນການງົບປະມານລາຍຈ່າຍ 1,516.75 ຕື້ກີບຊຶ່ງທຽບໄດ້ ກັບ 2.9% ຂອງລາຍຮັບທີ່ຈັດເກັບໄດ້ທັງໝົດ 9.84% ຂອງລາຍຈ່າຍ ທີ່ປະຕິບັດໄດ້ທັງໝົດ ເທົ່ານັ້ນກໍຕາມ ຫາກແຕ່ກໍຕ້ອງຖືວ່າເປັນການຮົ່ວໄຫຼຂອງງົບປະມານລາຍຮັບແລະລາຍຈ່າຍທີ່ເພີ່ມຂຶ້ນຈາກແຜນການປີ 2009-2010 ໃນລະດັບທີ່ສູງພໍສົມຄວນ ທັງຍັງເປັນການສະແດງ ໃຫ້ເຫັນເຖິງການປະຕິບັດໜ້າທີ່ຢ່າງບໍ່ສຸດຈະລິດຂອງບັນດາພະນັກງານລັດຖະບານອີກດ້ວຍ. ທາງດ້ານ ທ່ານພູເພັດ ຄໍາພູນວົງ ລັດຖະມົນຕີວ່າການກະຊວງການເງິນ ກໍໄດ້ຖະແຫຼງ ຢືນ ຢັນວ່າສາເຫດທີ່ສໍາຄັນປະການນຶ່ງ ທີ່ເຮັດໃຫ້ເກີດການຮົ່ວໄຫຼຂອງລາຍຮັບງົບປະ ມານຂອງລັດຖະບານລາວ ກໍຄືການຫຼົບຫຼ່ຽງ ການຊໍາລະພາສີອາກອນ ຢ່າງຖືກຕ້ອງຂອງບັນດາຫົວໜ່ວຍ ທຸລະກິດ ໂດຍມີພະນັກງານພາສີຂອງລັດຖະບານຈໍານວນນຶ່ງໃຫ້ການຊ່ວຍເຫຼືອເພື່ອແລກກັບ ການໄດ້ຮັບຜົນປະໂຫຍດຕອບແທນສ່ວນຕົວ ໂດຍສໍາລັບໃນແຜນການປີ 2011-2012 ທີ່ຜ່ານມາ ທ່ານ ພູເພັດ ກໍໄດ້ຍອມຮັບວ່າ ການມີ ການຮົ່ວໄຫຼຂອງລາຍຮັບຈາກພາສີອາກອນ ຢ່າງຫຼວງຫຼາຍ ເນື່ອງຈາກບັນດາຫົວໜ່ວຍວິສາຫະກິດຕ່າງໆ ທີ່ດໍາເນີນທຸລະກິດການຄ້າຂາອອກຂາເຂົ້າຄິດເປັນສັດ ສ່ວນເຖິງ 90% ຂອງ ຫົວໜ່ວຍທຸລະກິດທັງໝົດໃນລາວ ທີ່ໄດ້ແຈ້ງຂໍ້ມູນທີ່ບໍ່ເປັນ ຄວາມຈິງ ດ້ວຍຫວັງວ່າຈະເຮັດໃຫ້ ມີຜົນກໍາໄລຫຼາຍຂຶ້ນ ນອກຈາກນີ້ ການນໍາເຂົ້າຍານພາຫະນະ ແລະນໍ້າມັນຂອງບັນດາບໍລິສັດຕ່າງຊາດທີ່ລົງທຶນຢູ່ໃນລາວ ທີ່ໄດ້ຮັບການຍົກເວັ້ນພາສີ ແຕ່ກໍປາກົດວ່າ ໄດ້ມີການນໍາຍານພາຫະ ນະແລະນໍ້າມັນ ເຂົ້າມາເກີນຄວາມຈໍາເປັນ ເພື່ອລັກລອບຈໍາໜ່າຍຢູ່ໃນລາວ ກໍຄືອີກສາເຫດນຶ່ງ ທີ່ເຮັດໃຫ້ເກີດ ການຮົ່ວໄຫຼດ້ວຍເຊັ່ນກັນ. ຂໍ້ມູນຈາກ: https://www.facebook.com/photo.php?fbid=545916585483737&set=a.298367543571977.68132.100001962010209&type=1&theater
ຂ່າວພາຍໃນ
2013-12-06T15:14:17+00:00
https://laopost.com/?p=4058
ຝົນຍັງຕົກຕໍ່ເນື່ອງໃນໄລຍະວັນທີ 11-17 ພຶດສະພານີ້
Weather Forecast ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດໃນໄລຍະວັນທີ 11-14 ພຶດສະພາ 2020 ຄວາມກົດດັນອາກາດສູງຂອງອາກາດເຢັນມີກຳລັງປານກາງຈະແຜ່ລົງມາປົກຄຸມຢຸ່ເຂດພາກເໜືອດ້ານຕາເວັນອອກຂອງປະເທດລາວ, ພ້ອມດຽວກັນກະແສລົມຕາເວັນຕົກສ່ຽງໃຕ້ ແລະ ຕາເວັນອອກສ່ຽງໃຕ້ ພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດຮ້ອນຫາຮ້ອນເອົ້າຫຼາຍຢູ່ທົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຫາປານກາງ, ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ຈາກນັ້ນ, ວັນທີ 15-17 ພຶດສະພາ 2020 ຄວາມກົດດັນຂອງອາກາດຕໍ່າຫາອາກາດຮ້ອນເອົ້າ ຈະເພີ່ມກຳລັງແຮງຂຶ້ນພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບລົມຕາເວັນຕົກ-ຕາເວັນຕົກສຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ເກີດມີລົມພາຍຸລະດູຮ້ອນ, ຟ້າຜ່າ, ໝາກເຫັບຕົກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກເໜືອ, ພາກກາງ ແລະ ພາກໃຕ້. ຮຽບຮຽງຂ່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2020-05-12T16:35:16+00:00
https://laopost.com/?p=119122
ສະເປນຍອດຜູ້ເສຍຊີວິດໂຄວິດ-19 ແຊງໜ້າຈີນ ຂຶ້ນເປັນອັນດັບ 2 ຂອງໂລກ
Spain Flag Corona ສະຖານະການແຜ່ລະບາດຂອງໂຄວິດ-19 ໃນສະເປນຮຸນແຮງຂຶ້ນ ຍອດຜູ້ເສຍຊີວິດຈາກການຕິດເຊື້ອເພີ່ມຂຶ້ນເປັນອັນດັບ 2 ຂອງໂລກ ແຊງໜ້າຈີນ ແລະ ເປັນຮອງອີຕາລີ. ຂໍ້ມູນຫຼ້າສຸດ ເມື່ອວັນພຸດວັນທີ 25 ມີນາ 2020 ທີ່ຜ່ານມາຈາກມະຫາວິທະຍາໄລຈອນ ຮອບກິນສ໌ ລະບຸວ່າ ມີຜູ້ເສຍຊີວິດຈາກໂຄວິດ-19 ໃນສະເປນແລ້ວຢ່າງນ້ອຍ 3,400 ກໍລະນີ ໂດຍເປັນການເພີ່ມຂຶ້ນຈາກວັນກ່ອນ 738 ກໍລະນີ ໃນຂະນະທີ່ຕົວເລກມີຜູ້ຕິດເຊື້ອຢູ່ທີ່ 47,600 ກໍລະນີ. ກະຊວງສາທາລະນະສຸກ ຂອງປະເທດ ສະເປນ ເປີດເຜີຍເມື່ອວັນພຸດຕາມເວລາທ້ອງຖິ່ນວ່າ ອັດຕາການຕິດເຊື້ອໃນປະເທດນັ້ນເພີ່ມຂຶ້ນ 20% ໃນຂະນະທີ່ປະຊາຊົນຢ່າງໜ້ອຍ 5,000 ຄົນ ທີ່ຕິດເຊື້ອໄປກ່ອນໜ້ານີ້ ມີອາການດີຂຶ້ນແລ້ວ ການລະບາດຂອງໂຄວິດ-19 ໃນສະເປນນັ້ນມີຈຸດສູນກາງໃນນະຄອນຫຼວງ ມາດຣິດ ເມືອງຫຼວງຂອງປະເທດ ທີ່ມີອັດຕາການເສຍຊີວິດປະມານເຄິ່ງໜຶ່ງຂອງຕົວເລກຈາກທົ່ວປະເທດ ແລະ ມີຜູ້ຕິດເຊື້ອປະມານ 1 ໃນ 3 ຂອງຕົວເລກ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວຕ່າງປະເທດ
2020-03-26T11:23:50+00:00
https://laopost.com/?p=117885
ຕິດຕາມກວດກາ ການຈັດຫາງານໃຫ້ເປັນລະບົບ ເຂັ້ມແຂງ ມີປະສິດທະພາບ
ໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ກໍລະກົດ 2023 ໂດຍການເປັນປະທານຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍການຈັດຫາງານ (ສ້າງໃໝ່) ເຊິ່ງປະກອບມີ 67 ມາດຕາ, 11 ພາກ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ປະກອບຄຳຄິດເຫັນໃສ່ຮ່າງກົດໝາຍດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນສົມບູນຖືກຕ້ອງຕາມລະບຽບຫຼັກການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາ ການຈັດຫາງານໃຫ້ເປັນລະບົບ, ເຂັ້ມແຂງ ມີປະສິດທະພາບ ແລະ ປະສິດທິຜົນ. ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນ ໃນການສ້າງກົດໝາຍ ວ່າດ້ວຍການຈັດຫາງານ ເນື່ອງຈາກສະພາບຂອງການພັດທະນາເສດຖະກິດ-ສັງຄົມ ຢູ່ພາຍໃນປະເທດ , ພາກພື້ນ ແລະ ສາກົນ ໄດ້ມີການປ່ຽນແປງຢ່າງໄວວາ ໂດຍສະເພາະແມ່ນດ້ານຂໍ້ມູນຂ່າວສານ, ເຕັກໂນໂລຊີ ແລະ ນະວັດຕະກໍາ ເຊິ່ງສົ່ງຜົນຕໍ່ການມີວຽກເຮັດງານທໍາ ຂອງກຳລັງແຮງງານລາວ ນັບມື້ນັບເພີ່ມຂຶ້ນ. ແຕ່ນະໂຍບາຍ ແລະ ນິຕິກໍາ ທີ່ກ່ຽວຂ້ອງ ກັບການຈັດຫາງານຂອງປະເທດເຮົາ ຍັງບໍ່ທັນເປັນລະບົບຄົບຊຸດ, ບໍ່ຮັດກຸມ ແລະ ພຽງພໍ ກັບຄວາມຕ້ອງການນຳໃຊ້ເຂົ້າໃນວຽກຕົວຈິງ; ການຈັດຫາງານ ໂດຍສະເພາະລະບົບຂໍ້ມູນຂ່າວສານຕະຫຼາດແຮງງານທີ່ມີໃນປັດຈຸບັນ ຍັງບໍ່ທັນເປັນລະບົບກວ້າງຂວາງ, ພາກລັດ, ພາກທຸລະກິດ, ແຮງງານ ແລະ ສັງຄົມ ຍັງບໍ່ທັນໄດ້ເຂົ້າມາມີສ່ວນຮ່ວມ ແລະ ນໍາໃຊ້, ບໍ່ທັນສາມາດຄຸ້ມຄອງແບບລວມສູນ ເຮັດໃຫ້ການຕິດຕາມຕະຫຼາດແຮງງານ ແລະ ການຄຸ້ມຄອງ ການຈັດຫາງານຍັງບໍ່ທັນມີປະສິດທິພາບ ແລະ ປະສິດທິຜົນເທົ່າທີ່ຄວນ; ການເຂົ້າເຖິງການມີວຽກເຮັດງານທຳທີ່ໝັ້ນຄົງ, ມີລາຍໄດ້ ຫຼື ຄ່າແຮງງານ ທີ່ເໝາະສົມ ແລະ ໄດ້ຮັບການປົກປ້ອງສິດຜົນປະໂຫຍດຕາມກົດໝາຍ ຂອງກໍາລັງແຮງງານລາວ ໃນຂອບເຂດທົ່ວປະເທດຍັງຈໍາກັດ. ນອກຈາກນີ້, ຄວາມເປັນເຈົ້າການ ໃນການສະໜອງຂໍ້ມູນຂ່າວສານ ທາງດ້ານຕໍາແໜ່ງງານ ຫຼື ຄວາມຕ້ອງການແຮງ ງານ ຂອງແຜນພັດທະນາເສດຖະກິດ-ສັງຄົມ, ແຜນພັດທະນາຂອງຂະແໜງການທັງສູນກາງ ແລະ ທ້ອງຖິ່ນ, ຫົວໜ່ວຍແຮງງານ ແລະ ໂຄງການລົງທຶນຕ່າງໆ ລວມທັງຂໍ້ມູນດ້ານກຳລັງແຮງງານລາວ ຢູ່ພາຍໃນປະເທດ ຍັງບໍ່ທັນພຽງພໍ ແລະ ທັນກັບສະພາບຄວາມຕ້ອງການຕົວຈິງ; ການສ້າງນະໂຍບາຍ ແລະ ກົນໄກໃນການຊຸກຍູ້, ສົ່ງເສີມ ແລະ ສ້າງແຮງງຈູງໃຈ ໃຫ້ຜູ້ຢູ່ນອກກຳລັງແຮງງານ ໃຫ້ເຂົ້າສູ່ຕະ ຫລາດແຮງງານພາຍໃນ ຍັງມີຄວາມຈໍາເປັນອັນຮີບດ່ວນເພື່ອຊ່ວຍໃນການຂັບເຄື່ອນການພັດທະນາ ເສດຖະກິດ- ສັງຄົມ ຂອງປະເທດ; ທັງແກ້ໄຂປະກົດການຫຍໍ້ທໍ້ຂອງສັງຄົມ ທີ່ເກີດຈາກການບໍ່ມີວຽກເຮັດງານທໍາ ຂອງຊາວໜຸ່ມລາວ ລວມທັງການຕົກເຂົ້າສູ່ຂະບວນການຄ້າມະນຸດ ແລະ ຂູດຮີດແຮງງານ ທີີ່ເກີດຈາກການໃຫ້ບໍລິການຈັດຫາງານທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ການຖືກຫຼອກລວງ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ກົດໝາຍໃນດ້ານການຈັດຫາງານ ມີເຄື່ອງມືທີ່ໜັກແໜ້ນຂຶ້ນຕື່ມ, ເປັນບ່ອນອີງທີ່ໄດ້ມາດຕະຖານ ທັງພາຍໃນ ແລະ ສາກົນ ໃຫ້ແກ່ການຈັດຕັ້ງປະຕິບັດ, ການຕິດຕາມ, ກວດກາ ແລະ ຄຸ້ມຄອງວຽກງານການຈັດຫາງານ ຢ່າງເປັນລະບົບ ເອກະພາບ, ມີປະສິດທິພາບ, ປະສິດທິຜົນ, ມີຄວາມໂປ່ງໃສ ແລະ ຍຸຕິທໍາ; ເຮັດໃຫ້ອົງການຈັດຕັ້ງລັດທຸກຂັ້ນ ລວມທັງອົງການປົກຄອງທ້ອງຖິ່ນ, ບັນດາຫົວໜ່ວຍທຸລະກິດ, ການຜະລິດ ແລະ ການບໍລິການຂອງທຸກພາກສ່ວນເສດຖະກິດ-ສັງຄົມ ກໍຄືແຮງງານລາວ ເຂົ້າໃຈ, ເຂົ້າເຖິງ ແລະ ເຂົ້າຮ່ວມ ໃນວຽກງານການຈັດຫາງານ ໄດ້ຢ່າງເປັນລະບົບ ແລະ ຫຼາຍຂຶ້ນ; ການມີລະບົບການຈັດຫາງານ ເຊິ່ງກວມເອົາລະບົບຂໍ້ມູນ ຂ່າວສານຕະຫຼາດແຮງງານທີ່ດີ ສາມາດນໍາໃຊ້ເຂົ້າໃນການແກ້ໄຂ ບັນດາປະກົດການຫຍໍ້ທໍ້ ກ່ຽວກັບວຽກງານການຈັດຫາງານ ທີ່ເກີດຂຶ້ນໃນສັງຄົມ ໃນໄລຍະຜ່ານມາ ແລະ ປັດຈຸບັນ ເຊັ່ນ: ການວ່າງງານ, ການຂາດແຄນແຮງງານ ແລະ ການວາງແຜນສ້າງ ແລະ ພັດທະນາກໍາລັງແຮງງານ ໃນອະນາຄົດ; ສ້າງຄວາມເຊື່ອໝັ້ນໃຫ້ອົງການຈັດຕັ້ງສາກົນ ຕໍ່ກັບລະບົບການຈັດຫາງານ, ການປົກປ້ອງ ແລະ ສົ່ງເສີມສິດ ແລະ ຜົນປະໂຫຍດ ອັນຊອບທໍາຂອງແຮງງານລາວ. ແຫຼ່ງຂ່າວ ປະເທດລາວ
ຂ່າວພາຍໃນ
2023-07-10T16:16:54+00:00
https://laopost.com/?p=145973
ຕຳຫລວດອົດສະຕາລີ ຊ່ວຍນັກທ່ອງທ່ຽວອັງກິດຫລົງປ່າ ຫລັງພົບຂໍ້ຄວາມ HELP ຂຽນເທິງຫາດຊາຍ!
ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ສິງຫາຜ່ານມານີ້ວ່າ ຕຳຫລວດລັດຄວີນແລນ ປະເທດອົດສະຕາລີ ໄດ້ເຂົ້າຊ່ວຍເຫລືອນັກທ່ອງທ່ຽວຊາວອັງກິດ ທ່ານ ຈອບ ຄີ ອາຍຸ 63 ປີ ທີ່ຫລົງປ່າ ຫລັງຈາກທີ່ພົບຂໍ້ຄວາມທີ່ເຂົາຂຽນຂໍຄວາມຊ່ວຍເຫລືອໄວ້ເທິງຊາຍຫາດແຄມທະເລ ໂດຍຜູ້ກ່ຽວໄດ້ຫລົງປ່າໃນຂະນະທີ່ອອກໄປຕັ້ງແຄັ້ມ ແລ້ວອອກໄປຍ່າງຫລິ້ນຈົນຊອກຫາທາງກັບຄືນບໍ່ໄດ້ ເຮັດໃຫ້ລາວຕ້ອງໄດ້ຂຽນຂໍ້ຄວາມວ່າ HELP 2807 ໄວ້ເທິງຊາຍຫາດ ໂດຍຫລັງຈາກນັ້ນປະມານ 48 ຊົ່ວໂມງ ເຈົ້າໜ້າທີ່ຕຳຫລວດທີ່ຂີ່ເຮລິຄອບເຕີ້ອອກກວດກາໃນບໍລິເວນດັ່ງກ່າວໄດ້ພົບເຫັນ ຈື່ງໄດ້ເຂົ້າຄົ້ນຫາ ແລະ ຊ່ວຍເຫລືອຜູ້ກ່ຽວອອກມາໄດ້ຢ່າງປອດໄພ.
ຂ່າວຕ່າງປະເທດ
2015-08-26T15:22:53+00:00
https://laopost.com/?p=33482
ລັດຖະບານ ແລະ ຄູ່ຮ່ວມພັດທະນາຫາລືກ່ຽວກັບ ວຽກງານເສດຖະກິດມະຫາພາກ
ວັນທີ 6 ຕຸລາ 2016 ນີ້ ທີ່ນະຄອນຫລວງວຽງຈັນ, ໄດ້ຈັດກອງປະຊຸມປືກສາຫາລືລະດັບສູງຂອງໜ່ວຍງານເສດຖະກິດມະຫາພາກ ລະຫວ່າງ ລັດຖະບານ ແລະ ຄູ່ຮ່ວມພັດທະນາ ເພື່ອແນໃສ່ປຶກສາຫາລື ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານ ແລະ ບັນຫາຂອງ ປີ 2017 ທີ່ຈະສະເໜີ ຕໍ່ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ຊຸດທີ 8 ໃນທ້າຍເດືອນຕຸລານີ້ ແລະ ຍັງເປັນການກະກຽມໃຫ້ແກ່ກອງປະຊຸມໂຕະມົນ ປະຈໍາປີ 2016 ທີ່ຈະຈັດຂຶ້ນໃນເດືອນພະຈິກ ທີ່ຈະມາເຖິງນີ້ ໃຫ້ກຽດເຂົ້າຮ່ວມໂດຍມີທ່ານ ຄໍາລຽນ ພົນເສນາ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີບັນດາຫົວໜ້າກົມ, ຮອງກົມ, ຜູ້ຕາງໜ້າສະຖານທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນປະຈໍາລາວ, ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ຄໍາລຽນ ພົນເສນາ ໄດ້ເນັ້ນວ່າ: ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2017 ຕົ້ນຕໍ່ແມ່ນສຸມໃສ່ວຽກງານຫລຸດຜ່ອນຄວາມທຸກຍາກ, ການຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ, ການລົງທຶນໃສ່ໂຄງລ່າງພື້ນຖານໃນຊົນນະບົດ, ໃສ່ຕາໜ່າງການສຶກສາ ແລະ ວຽກງານສາທາລະນະສຸກ, ສຸມໃສ່ຫລຸດຜ່ອນບັນຫາໜີ້ສິນ, ຍົກສູງປະສິດທິພາບຂອງການລົງທຶນຂອງລັດ, ຄຸນນະພາບຂອງການລົງທຶນພາກເອກະຊົນ ແລະ ສະມັດຕະພາບ ໃນການແຂ່ງຂັນໃຫ້ສູງຂຶ້ນ, ສຸມໃສ່ຊຸກຍູ້ການຜະລິດ ແລະ ການປຸງແຕ່ງໂດຍສະເພາະບັນດາວິສາຫະກິດ ຂະໜາດນ້ອຍ-ກາງ ແລະ ສຸມໃສ່ວຽກງານປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາສີຂຽວ-ຍືນຍົງ, ຮັບປະກັນເກັບລາຍຮັບໃຫ້ໄດ້ຕາມແຜນ ແລະ ຄຸ້ມຄອງລາຍຈ່າຍໃຫ້ຮັດກຸມ ອີງໃສ່ຈິດໃຈປະຢັດມັດທະຍັດ, ນອກນັ້ນ.ໃນກອງປະຊຸມກອງທຶນສາກົນ ຍັງໄດ້ສະເໜີຜົນການປະເມີນເສດຖະກິດຂອງສປປ ລາວ ປະຈໍາປີ 2016 ແລະ ຜູ້ຕາງໜ້າທະນາຄານໂລກ ໄດ້ນໍາສະເໜີກ່ຽວກັບຄວາມສໍາຄັນ ແລະ ຂໍ້ຫຍຸ້ງຍາກຂອງພາກເອກະຊົນ ຕໍ່ການຂະຫຍາຍຕົວຂອງເສດຖະກິດ ໃນສປປ ລາວ ບັນຫາສໍາຄັນທີ່ພາກລັດ ແລະ ຄູ່ຮ່ວມພັດທະນາໄດ້ຍົກຂຶ້ນມາ ແມ່ນການຮັກສາສະຖຽນລະພາບຂອງເສດຖະກິດ ແລະ ການຄຸ້ມຄອງມະຫາພາກ ແມ່ນສິ່ງທີ່ສໍາຄັນ ແລະ ປິ່ນອ້ອມທຸກຂົງເຂດວຽກງານ. ສະນັ້ນ, ການພັດທະນາທີ່ຕິດພັນກັບຄວາມຍືນຍົງ ແລະ ການເຕີບໂຕສີຂຽວ ທີ່ມີສ່ວນຮ່ວມຂອງໝົດທຸກຄົນໃນສັງຄົມ ແລະ ສິ່ງແວດລ້ອມແມ່ນສິ່ງທີ່ຕ້ອງໄດ້ເອົາໃຈໃສ່ ແລະ ສືບຕໍ່ຮ່ວມມືກັນຈັດຕັ້ງປະຕິບັດ ໃນປີຕໍ່ໆໄປ. ຂ່າວ: ສຳນັກຂ່າວສານປະເທດລາວ
ຂ່າວພາຍໃນ
2016-10-07T08:55:50+00:00
https://laopost.com/?p=72267
60 ປີ ແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ຣັດເຊຍ
60 ປີ ແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ຣັດເຊຍບັນລຸຜົນສຳເລັດໃນຫຼາຍດ້ານ ບໍ່ວ່າຈະເປັນ ການຮ່ວມມືດ້ານການເມືອງ, ເສດຖະກິດ-ການຄ້າ, ການພັດທະນາ, ລວມເຖິງການຈັດຕັ້ງການແລກປ່ຽນດ້ານມະນຸດສະທຳ. ທ່ານ ເຊຣເກ ລາຟໂຣຟ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ຣັດເຊຍ ໄດ້ກ່າວໃນໂອກາດເຂົ້າພົບປະ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສປປ ລາວ, ພ້ອມດ້ວຍທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ພ້ອມທັງເຈລະຈາກັບ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ນະຄອນຫຼວງວຽງຈັນ ໃນວັນທີ 7 ກໍລະກົດ 2021. ທ່ານ ເຊຣເກ ລາຟໂຣຟ ກ່າວວ່າ: ຕະຫຼອດ 6 ທົດສະວັດພາຍໃຕ້ການຮ່ວມມືດ້ານ ເສດຖະກິດ-ການຄ້າ ລະຫວ່າງສອງປະເທດ ລາວ-ຣັດເຊຍ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສະເພາະການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆທີ່ບັນລຸຜົນສຳເລັດໃນຫຼາຍຂົງເຂດ ເຊັ່ນ ຂົງເຂດພະລັງງານໄຟຟ້ານໍ້າຕົກ, ບໍ່ແຮ່ ແລະ ການຜະລິດຜະລິດຕະພັນສິ່ງພິມທີ່ປອດໄພ. ພ້ອມດຽວກັນນັ້ນ, ການພັດທະນາການສຶກສາກໍເປັນບູລິມະສິດສຳຄັນໜຶ່ງ ເຊິ່ງແຕ່ລະປີຈະມີນັກສຶກສາລາວກວ່າ 100 ຄົນໄດ້ຮັບທຶນການສຶກສາຊັ້ນສູງຈາກລັດຖະບານຣັດເຊຍ, ເຫັນໄດ້ຈາກສົກປີ 2020-2021 ທີ່ຈະມາເຖິງນີ້ ທາງຣັດເຊຍກໍໄດ້ສະໜັບສະໜູນທຶນການສຶກສາ ຈໍານວນ 92 ທຶນ ໃຫ້ແກ່ ສປປ ລາວ ເຊິ່ງເຫັນວ່າ ໄດ້ເພີ່ມຂຶ້ນເກືອບ 3 ເທົ່າ ໃນໄລຍະ 5 ປີ ທີ່ຜ່ານມາ. ເປັນເວລາ 60 ປີ ທີ່ສອງປະເທດ ລາວ-ຣັດເຊຍ ບໍ່ພຽງແຕ່ສາມາດປົກປັກຮັກສາ, ແຕ່ຍັງເສີມຂະຫຍາຍມູນເຊື້ອແຫ່ງມິດຕະພາບ, ຄວາມສາມັກຄີ ແລະ ການສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ. ຂະນະທີ່ປັດຈຸບັນທັງສອງຊາດກໍກຳລັງປະເຊີນໜ້າກັບພາລະໜ້າທີ່ໃໝ່ ໃນການສ້າງການຮ່ວມມືຮອບດ້ານ ແລະ ນຳໄປສູ່ຂອບເຂດໃໝ່. ຂໍ້ມູນຈາກ: ສະຖານທູດຣັດເຊຍ
ຂ່າວພາຍໃນ
2021-07-07T12:58:46+00:00
https://laopost.com/?p=125900
ຊີ້ແຈ້ງເຫດການ ທ້າວ ຄຳໄພ ກໍ່ອາລະວາດ ຢູ່ຈຸດກວດກາພະຍາດໂຄວິດ-19 ບ້ານດອນຕະລາດ
ໃນຕອນບ່າຍ ຂອງວັນທີ 17 ພຶດສະພາ ນີ້, ພັທ ຄຳແດງ ວົງຄຳສອນ ຄະນະຮັບຜິດຊອບຕ້ານພະຍາດໂຄວິດ-19 ເມືອງຈຳປາສັກ ຖະແຫຼງຊີ້ແຈງເຫດການ ທ້າວ ຄຳໄພ ກໍ່ອາລະວາດໂວຍວາຍ ຢູ່ຈຸດກວດກາຕ້ານພະຍາດໂດວິດ-19 ບ້ານດອນຕະລາດ ເມືອງຈຳປາສັກ ໃນວັນທີ 14 ພຶດສະພາ 2021 ເຊິ່ງມີລາຍລະອຽດ ດັ່ງນີ້: ໃນວັນທີ 14 ພຶດສະພາ 2021 ເວລາ 16:00 ໂມງ ທ້າວ ຄຳໄພ ເອື້ອອາລີ ຫຼື ຕຸ້ຍ ອາຍຸ 37 ປີ ຢູ່ບ້ານທາງຄົບ ເມືອງຈໍາປາສັກ ແຂວງຈຳປາສັກ ຂີ່ລົດຈັກຍີ່ຫໍ້ຢິນຊິງ ສີແດງ ບໍ່ມີປ້າຍທະບຽນ, ພ້ອມຖືພ້າ ຍາວ 1 ດວງ, ບໍ່ໃສ່ຜ້າອັດປາກ-ດັງ ມາອາລະວາດ ຢູ່ຈຸດກວດກາຕ້ານໂຄວິດ-19 ຄຸ້ມແສນສຸກ ບ້ານດອນຕະລາດ ເມືອງຈໍາປາສັກ ເຊິ່ງແມ່ນຈຸດທີ່ຕັ້ງຢູ່ໜ້າໂຮງຮຽນ ມສ ດອນຕະລາດ ໂດຍໄດ້ຂີ່ລົດຈັກຜ່ານເຊືອກກັ້ນທາງຈຸດກວດກາ ໄປປະມານ 10 ແມັດ, ແລ້ວກັບຄືນ ເອົາພ້າມາຟັນໃສ່ໂຕະ ຂອງເຈົ້າໜ້າທີ່ ຈຳນວນ 3 ບາດ. ຈາກນັ້ນ, ຜູ້ກ່ຽວກໍໄດ້ຂີ່ລົດຈັກ ມຸ້ງໜ້າເມືອບ້ານທາງຄົບ, ຮອດເວລາປະມານ 16:15 ໂມງ ຜູ້ກ່ຽວໄປຮອດຈຸດກວດກາຕ້ານໂຄວິດ-19 ເປັນຈຸດກວດກາວັດແທກອຸນຫະພູມຂອງເມືອງ ແລະ ໄດ້ຂີ່ຜ່າເຊືອກກັ້ນຈຸດກວດກາ ເອົາພ້າຟັນລົດຕົນເອງ ໃຊ້ທ່າທີ່ໂວຍວາຍ ກັບເຈົ້າໜ້າທີ່ ກວດກາຢູ່ຈຸດດັ່ງກ່າວ. ຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ກັກຕົວຜູ້ກ່ຽວມາດຳ ເນີນການສອບສວນ. ຜ່ານການສອບສວນ ຜູ້ກ່ຽວສາລະພາບວ່າ: ໃນວັນທີ 14 ພຶດສະພາ 2021 ເວລາປະມານ 9:00 ໂມງ ໄດ້ອອກຈາກເຮືອນ ບ້ານທາງຄົບ ໂດຍຂັບຂີ່ລົດຈັກ ມຸ້ງໜ້າມາບ້ານດອນຕະລາດ, ຜູ້ກ່ຽວໄດ້ໄປຫາໝູ່ ຊື່ ທ້າວ ໄພມະນີ ແລະ ໄດ້ເອົາ ເງິນໃຫ້ ທ້າວ ໄພມະນີ 20.000 ກີບ ເພື່ອໄປຊື້ຢາບ້າ 2 ເມັດ ມາເສບນຳກັນ, ພາຍຫຼັງເສບຢາບ້າແລ້ວ, ຜູ້ກ່ຽວໄດ້ມາຫາ ພໍ່ກູນ ຢູ່ຄຸ້ມໂຄກອີໂຕນ ບ້ານດອນຕະລາດ ເຊິ່ງເປັນຊ່າງຕີພ້າ ພ້ອມທັງຂໍເງິນນຳພໍ່ກູນ 10.000 ກີບ. ຫຼັງຈາກນັ້ນ, ພໍ່ກຸນ ຈຶ່ງໄດ້ບອກຜູ້ກ່ຽວວ່າ: ຖ້າຢາກໄດ້ເງິນເພີ່ມ ແມ່ນໃຫ້ເອົາພ້າ ໄປສົ່ງໃຫ້ ນາງ ວັນໄຊ ຢູ່ຄຸ້ມໜອງ ດອນຕະລາດ ແຕ່ເມື່ອໄປຮອດ ກໍ່ບໍ່ພົບ ນາງ ວັນໄຊ, ແລ້ວຜູ້ກ່ຽວ ຈຶ່ງໄດ້ຂີ່ລົດມາ ເຮືອນ ພໍ່ບົວລີ ຢູ່ຄຸ້ມໜອງຂີ້ເຫຼັກ ບ້ານດອນຕະລາດ ເຊິ່ງຜູ້ກ່ຽວໄດ້ດື່ມເຫຼົ້າ 1 ແກ້ວ (ແກ້ວM150) ແລະ ອີກ 1 ຈອກ, ແລ້ວຂໍເງິນນໍາ ພໍ່ບົວລີ 20.000 ກີບ. ຕໍ່ມາ, ຜູ້ກ່ຽວໄດ້ຂີ່ລົດລົງເມືອ ທາງຄຸ້ມໂຄກອີໂດນ ແລ້ວໄດ້ແວ່ໃສ່ນໍ້າມັນ, ພາຍຫຼັງໃສ່ນໍ້າມັນລົດແລ້ວ ເກີດມີນໍ້າມັນຍ້ອຍ ຍ້ອນກະບິວລົດມີບັນຫາ, ຜູ້ກ່ຽວຈຶ່ງໄດ້ຂີ່ລົດ ພ້ອມທັງເອົາພ້າ ຟັນຫົວລົດຈັກ ພ້ອມຮ້ອງໂວຍວາຍໄປນໍາທາງ, ຈົນຮອດຈຸດກວດກາ ຄຸ້ມແສນສຸກ ບ້ານດອນຕະລາດ ໜ້າໂຮງຮຽນ ມສ ດອນຕະລາດ ຜູ້ກ່ຽວໄດ້ຜ່ານຈຸດກວດກາ ໄປປະມານ 10 ແມັດ ໃຊ້ພ້າຟັນລົດຈັກຂອງຜູ້ກ່ຽວ ພ້ອມທັງຮ້ອງໂວຍວາຍ ແລ້ວຂີ່ລົດກັບຄືນມາ, ໃນເວລານັ້ນ ຜູ້ກ່ຽວ ໄດ້ເອົາພ້າ ຟັນໂຕະບ່ອນເຮັດວຽກຂອງເຈົ້າໜ້າທີ່ 3 ບາດ ແລ້ວຜູ້ກ່ຽວ ກໍຂີ່ລົດມຸ້ງໜ້າມາຮອດຈຸດກວດກາວັດແທກອຸນຫະພູມຂອງເມືອງ ຜູ້ກ່ຽວໄດ້ຂີ່ລົດ ຜ່ານຈຸດກວດກາ ພ້ອມເອົາພ້າຟັນຫົວລົດ ຂີ່ກາຍໄປໄດ້ໄລຍະໜຶ່ງ ຜູ້ກ່ຽວກໍຂີ່ກັບຄືນມາຈຸດກວດກາອີກ. ຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ສະກັດກັ້ນ ຍາດເອົາພ້າ ອອກຈາກມື ແລະ ໃຫ້ຜູ້ກ່ຽວມອດຈັກລົດ ແຕ່ຜູ້ກ່ຽວບໍ່ມອດ ໂດຍໃຫ້ເຫດຜົນວ່າ ມອດບໍ່ໄດ້. ຈາກນັ້ນ, ເຈົ້າໜ້າທີ່ ປກສ ກຸ່ມ ຈຶ່ງດຶງສາຍໄຟຫົວທຽນລົດອອກ ເຮັດໃຫ້ລົດມອດ ແລ້ວໃຊ້ມືຕົບຫົວ 1 ບາດ, ພ້ອມທັງເວົ້າວ່າ: ເປັນຫຍັງຊິມອດບໍ່ໄດ້, ເຊິ່ງພວກກ່ຽວທັງສອງຄົນ ແມ່ນຮູ້ຈັກກັນດີ. ຫຼັງຈາກນັ້ນ, ທ້າວ ຄໍາໄພ ຈຶ່ງໄດ້ໂວຍວາຍຂຶ້ນອີກ ພ້ອມທັງເອົາກຳປັ້ນທຸບລົດຈັກຕົນເອງ, ສະນັ້ນເຈົ້າໜ້າທີ່ ຈຶ່ງໄດ້ສະກັດກັ້ນຄຸມຕົວ ແລະ ກັກຕົວຜູ້ກ່ຽວ. ຜູ້ກ່ຽວ ຍັງສາລະພາບອີກວ່າ: ໄດ້ເສບຢາເສບຕິດ (ຢາບ້າ) ມານັບແຕ່ປີ 2019 ເປັນຕົ້ນມາ ແລະ ດື່ມເຫຼົ້າ ເປັນປະຈຳ, ຜ່ານການກວດການໍ້າປັດສະວະ ແມ່ນມີສີມ້ວງ. ຕໍ່ກັບການກະທຳຂອງ ທ້າວ ຄຳໄພ ເອື້ອອາລີ ເຈົ້າໜ້າທີ່ພວມສືບຕໍ່ສອບສວນ ປະກອບຂໍ້ມູນ ແລະ ຫຼັກຖານ; ສ່ວນ ປກສ ກຸ່ມ ຈະໄດ້ຄົ້ນຄວ້າ ນຳສະເໜີຂັ້ນເທິງ ເພື່ອພິຈາລະນາ ໃນຂັ້ນຕໍ່ໄປ. ໃນໂອກາດນີ້, ພັທ ຄຳແດງ ວົງຄຳສອນ ໄດ້ຮຽກ ຮ້ອງມາຍັງທົ່ວສັງຄົມ ຈົ່ງມີສະຕິໃນການບໍລິໂພກຂ່າວ ເພື່ອຫຼີກລ່ຽງການບໍລິໂພກ ຂ່າວທີ່ບໍ່ມີມູນຄວາມຈິງ ທີ່ເປັນການປັ່ນປ່ວນ ເຮັດໃຫ້ສັງຄົມບໍ່ ມີຄວາມສະຫງົບ, ບໍ່ມີຄວາມເປັນລະບຽບຮຽບຮ້ອຍ.
ຂ່າວທ້ອງຖິ່ນ
2021-05-17T17:53:28+00:00
https://laopost.com/?p=124866
ການຄ້າລາວ ກ້າວສູ່ ການຄ້າໂລກ
ກອງປະຊຸມ ແລກປ່ຽນຄໍາຄິດຄໍາເຫັນ ເນື່ອງໃນໂອກາດ ເຂົ້າເປັນສະມາຊິກ ອົງການການຄ້າໂລກ ຂອງ ສປປ ລາວ ຄົບຮອບ 4 ປີ ໃນຫົວຂໍ້: ການຄ້າລາວກ້າວສູ່ ການຄ້າໂລກ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ວັນທີ 10 ກຸມພາ 2017 ໃຫ້ກຽດເປີດງານໂດຍ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງດັ່ງກ່າວ ມີບັນດານັກທຸລະກິດ ທັງພາກລັດ ແລະ ເອກະຊົນ, ສະຖາບັນການສຶກສາ ແລະ ນັກສຶກສາເຂົ້າຮ່ວມ. ຈຸດປະສົງເພື່ອສົນທະນາ ແລກປ່ຽນແນວຄວາມຄິດ ກ່ຽວກັບການຈັດຕັ້ງປະຕິບັດ ພັນທະຂອງ ສປປ ລາວ ພາຍໃຕ້ ອຄລ ວຽກງານການອໍານວຍຄວາມສະດວກ ທາງດ້ານການຄ້າ ເຊິ່ງຈະມີການສົນທະນາ ລາຍລະອຽດ ກ່ຽວກັບ ວຽກງານສຸຂະອະນາໄມ, ສຸຂະນາໄມພືດ, ວຽກງານມາດຕະຖານ ແລະ ການວັດແທກ ພ້ອມທັງວຽກງານພາສີ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດ ລະບົບແຈ້ງພາສີ ປະຕູດຽວແຫ່ງຊາດເປັນຕົ້ນ. ຕະຫລອດໄລຍະ 15 ປີ ຂອງການເຈລະຈາ ເຂົ້າເປັນສະມາຊິກ ອຄລ ສປປ ລາວ ໄດ້ທົບທວນສ້າງ ແລະ ປັບປຸງນິຕິກໍາ ທີ່ຕິດພັນກັບການຄ້າ ໃຫ້ສອດຄ່ອງ ກັບສັນຍາຂອງ ອຄລ ຫລາຍກວ່າ 90 ສະບັບ ໃນນັ້ນລວມມີກົດໝາຍ 26 ສະບັບ, ດໍາລັດ 18 ສະບັບ ແລະ ອື່ນໆຫລາຍສະບັບ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ໃຫ້ແກ່ການດໍາເນີນທຸລະກິດ ແລະ ດຶງດູດນັກລົງທຶນ ໃນໄລຍະ 4 ປີ. ສປປ ລາວ ກໍ່ສຸມໃສ່ການຈັດຕັ້ງປະຕິບັດ ພັນທະສໍາເລັດຫລາຍໜ້າວຽກ ເຮັດໃຫ້ການລົງທຶນເພີ່ມຂຶ້ນ ຈາກ 294 ລ້ານໂດລາ ໃນປີ 2012 ມາເປັນ 721 ລ້ານໂດລາ ໃນປີ 2014. ຄຽງຄູ່ຜົນສໍາເລັດດັ່ງກ່າວ, ສປປ ລາວ ຈະຕ້ອງໄດ້ສືບຕໍ່ ຈັດຕັ້ງປະຕິບັດພັນທະສັນຍາ ອີກຈໍານວນໜຶ່ງ ໃຫ້ສໍາເລັດ ເປັນຕົ້ນ ການສ້າງກົດໝາຍ ທີ່ຕິດພັນກັບວຽກງານການແກ້ໄຂ ທາງດ້ານການຄ້າ ການອອກລະບຽບການຕ່າງໆ ເຊິ່ງເວທີການສົນທະນາຄັ້ງນີ້ ຈະກາຍເປັນຄໍາຕອບທີ່ດີ ໃຫ້ແກ່ການຫາທາງອອກ ທີ່ສອດຄ່ອງ ປະກອບສ່ວນ ເຂົ້າໃນການທົບທວນ ນະໂຍບາຍການຄ້າ ແລະ ການປະເມີນກ່ຽວກັບ ການຈັດຕັ້ງປະຕິບັດນະໂຍບາຍ ພ້ອມທັງຜົນ ກະທົບທີມີຕໍ່ ລະບົບການຄ້າຫລາຍຝ່າຍ. ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ
ຂ່າວເຫດການ
2017-02-13T09:14:11+00:00
https://laopost.com/?p=84918
ຫວຽດນາມຄາດ ສົ່ງອອກເຂົ້າເຄິ່ງປີນີ້ຂະຫຍາຍຕົວ ເຖິງປະສົບໄພແລ້ງໜັກ ໃນຮອບ 90 ປີ!
ຊາວນາຫວຽດນາມ ເຂດທົ່ງພຽງປາກແມ່ນ້ຳຂອງ ຈູດເຜົາຕົ້ນເຂົ້າທີ່ຕາຍ ຍ້ອນໄພແຫ້ງແລ້ງ (30 ມີນາ 2016) ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ເມສາຜ່ານມານີ້ວ່າ ລັດຖະບານຫວຽດນາມ ວາງຄາດໝາຍການສົ່ງອອກເຂົ້າ ໃຫ້ໄດ້ຫລາຍກວ່າ 3 ລ້ານໂຕນ ໃນໄລຍະຫົກເດືອນຕົ້ນປີ 2016 ນີ້ ຊຶ່ງເພີ່ມຂຶ້ນ 12% ຈາກປີກາຍ ເນື່ອງຈາກຄວາມຕ້ອງການເຂົ້າທີ່ເພີ່ມຂຶ້ນສູງ ທັງຈາກປະເທດຈີນ ແລະ ບັນດາປະເທດໃນອາຊີຕາເວັນອອກສຽງໃຕ້ ໃນຂະນະທີ່ຫວຽດນາມ ກຳລັງປະສົບກັບສະພາວະໄພແຫ້ງແລ້ງ ຄັ້ງຮຸນແຮງທີ່ສຸດໃນຮອບ 90 ປີ ຢູ່ເຂດທົ່ງພຽງປາກແມ່ນ້ຳຂອງ ອັນເນື່ອງຈາກສະພາບການປ່ຽນແປງ ຂອງພູມອາກາດ ແລະ ປະກົດການເອນນີໂຢ ທີ່ນຳເອົາຄວາມຮ້ອນ ແລະ ຄວາມແຫ້ງແລ້ງ ມາສູ່ພາກພື້ນອາຊີຕາເວັນອອກສຽງໃຕ້. ແນວໃດກໍຕາມ ສະພາບຄວາມແຫ້ງແລ້ງດັ່ງກ່າວນີ້ ໄດ້ເຮັດໃຫ້ບັນດາປະເທດຕ່າງໆໃນພາກພື້ນ ເພີ່ມການຊື້ເຂົ້າຂຶ້ນ ໂດຍສະເພາະໃນໄຕມາດທຳອິດຂອງປີນີ້ (ເດືອນມັງກອນ-ເດືອນມີນາ 2016) ຫວຽດນາມ ຊຶ່ງເປັນປະເທດຜູ້ສົ່ງອອກເຂົ້າ ລາຍໃຫຍ່ທີ່ສຸດອັນດັບ 3 ຂອງໂລກ ຮອງຈາກອິນເດຍ ແລະ ໄທ ໄດ້ສົ່ງອອກເຂົ້າໄປຕ່າງປະເທດແລ້ວທັງໝົດ 1.55 ລ້ານໂຕນ ເພີ່ມຂຶ້ນ 38% ເມື່ອທຽບກັບປີກາຍນີ້.
ຂ່າວຕ່າງປະເທດ
2016-04-18T15:30:44+00:00
https://laopost.com/?p=53725
CEO ໂຟກສະວາເກັນລາອອກແລ້ວ ຫລັງຖືກເປີດເຜີຍ ລົດໂຟກໂກງມາດຕະຖານສິ່ງແວດລ້ອມ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ກັນຍານີ້ວ່າ ທ່ານ ມາຕິນ ວິນເທີຄອນ ປະທານຄະນະເຈົ້າໜ້າທີ່ບໍລິຫານ ຫລື CEO ບໍລິສັດໂຟກສະວາເກັນ ຜູ້ຜະລິດລົດລາຍໃຫຍ່ຂອງປະເທດເຢຍລະມັນ ປະກາດລາອອກຈາກຕຳແໜ່ງແລ້ວໃນມື້ວານນີ້ (23 ກັນຍາ) ຫລັງຈາກທີ່ສຳນັກງານຄຸ້ມຄອງສິ່ງແວດລ້ອມຂອງສະຫະລັດອາເມຣິກາ ໄດ້ອອກມາເປີດເຜີຍວ່າ ລົດໂຟກສະວາເກັນ ມີການໂກງການກວດວັດແທກ ຕາມມາດຕະຖານຄວບຄຸມການປ່ອຍອາຍເສຍລົດຂອງສະຫະລັດອາເມຣິກາ ດ້ວຍວິທີການຕິດຕັ້ງໂປຣແກຣມໄວ້ໃນລົດຈັກກາຊວນ ໃຫ້ເຮັດວຽກໃນເວລາທີ່ລົດຄັນດັ່ງກ່າວ ກຳລັງຖືກກວດວັດແທກການປ່ອຍອາຍເສຍ ແລະ ປິດໂປແກຣມອັດຕະໂນມັດ ຫລັງຈາກທີ່ໄດ້ຜ່ານຈຸດກວດໄປແລ້ວ ຊຶ່ງບໍລິສັດໂຟກສະວາເກັນເອງ ກໍໄດ້ອອກມາຍອມຮັບ ແລະ ເປີດເຜີຍວ່າ ມີລົດທີ່ໄດ້ຕິດຕັ້ງໂປຣແກຣມໂກງແບບນີ້ເຖິງ 11 ລ້ານຄັນໃນທົ່ວໂລກ. ທັງນີ້ ຜົນກະທົບຈາກເລື່ອງດັ່ງກ່າວ ເຮັດໃຫ້ລາຄາຮຸ້ນຂອງໂຟກສະວາເກັນຫລຸດລົງຢ່າງໜັກໃນໄລຍະຫລາຍມື້ຜ່ານມາ ຊຶ່ງບໍລິສັດຈະຕ້ອງໄດ້ເອີ້ນລົດຄືນເຖິງ 500,000 ຄັນ ແລະ ອາດຈະຖືກຟ້ອງດຳເນີນຄະດີ ພ້ອມເສຍຄ່າປັບໃໝອີກຫລາຍຕື້ໂດລາສະຫະລັດ.
ຂ່າວຕ່າງປະເທດ
2015-09-24T14:43:48+00:00
https://laopost.com/?p=36262
ຈັດແຂ່ງຂັນກ໊ອບມິດຕະພາບ ລາວ-ມາເລເຊຍ ຮັດແໜ້ນຄວາມສາມັກຄີສອງຝ່າຍ
ໃນວັນທີ່ 20 ພະຈິກຜ່ານມາ ທີ່ສະໜາມກ໋ອບລອງວຽນ ໄດ້ມີພິທີການແຂ່ງຂັນ ກ໊ອບມິດຕະພາບ ລະຫວ່າງ ລາວ-ມາເລເຊຍ ໂດຍມີທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ດາໂຕະ ຕັນໄຕເຮັງ ເອກອັກຄະລາຊະທູດ ມາເລເຊຍປະຈໍາລາວ, ມີບັນດາທູດ, ທູຕານຸທູດເຂົ້າຮ່ວມຢ່າງຫລວງຫລາຍ. ທ່ານ ດາໂຕະ ຕັນໄຕເຮັງ ໄດ້ກ່າວວ່າ:ແມ່ນມີຄວາມໝາຍຄວາມສໍາຄັນທີ່ສຸດ ເພື່ອການຊົມເຊີຍຜົນສໍາເລັດ ໃນການເປັນປະທານ ກອງປະຊຸມສຸດຍອດອາຊຽນ ແລະ ບັນດາກອງປະຊຸມປິ່ນອ້ອມຕ່າງໆ ທີ່ລາວເປັນເຈົ້າພາບ ທັງນີ້, ເພື່ອເປັນການສະເຫລີມສະຫລອງ ວັນສໍາຄັນຂອງຊາດລາວ ໂດຍສະເພາະວັນຊາດທີ 2 ທັນວາ ທີ່ໃກ້ຈະມາຮອດນີ້. ພ້ອມທັງຮັດແໜ້ນຄວາມສາມັກຄີທັງສອງຝ່າຍ ລາວ-ມາເລເຊຍ ໃຫ້ຈະເລີນງອກງາມຕະຫລອດໄປ. ແຫລ່ງຂ່າວ: ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!
ຂ່າວເຫດການ
2016-11-23T14:49:23+00:00
https://laopost.com/?p=77598
ໂຈນງັດຫ້ອງແຖວເຂົ້າມາປຸ້ນຊັບຂອງຍິງສາວ
ວັນທີ 6 ກໍລະກົດ 2023 ເວລາ 3:31 ໂມງເຊົ້າ ເກີດເຫດໂຈນງັດຫ້ອງແຖວເຂົ້າມາປຸ້ນຊັບຂອງຍິງສາວ ທີ່ບ້ານດົງສະຫວາດ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ຈາກໃນພາບຄາດວ່າຍິງຜູ້ເປັນເຈົ້າຂອງຫ້ອງໄດ້ມີການໃຊ້ມີດຕໍ່ສູ້ກັບໂຈນທີ່ເຂົ້າມາປຸ້ນ ເຮັດໃຫ້ໄດ້ຮັບບາດເຈັບເສຍເລືອດຈຳນວນຫຼາຍ ແຕ່ກໍບໍ່ສາມາດຈັບໂຈນໄວ້ໄດ້. ປັດຈຸບັນ ຜູ້ເສຍຫາຍແມ່ນປອດໄພດີ ແລະ ເຂົ້າຮັກສາຢູ່ໂຮງໝໍເປັນທີ່ຮຽບຮ້ອຍ. ທີ່ມາ Vone Douangsavang
ຂ່າວພາຍໃນ
2023-07-06T09:41:21+00:00
https://laopost.com/?p=145888
WeChat ອາດເປັນລາຍຕໍ່ໄປຫຼັງອາເມລິກາຂີດເສັ້ນຕາຍສັ່ງຫ້າມໃຊ້ແອັບ TikTok ໃນອີກ 45ວັນ
ເວັບໄຊຂ່າວ sanook ລາຍງານວ່າ ທ່ານ ໄມ ປອມເອໂອ ລັດຖະມົນຕີກະຊວງຕ່າງປະເທດສະຫະລັດອາເມລິກາເປີດເຜີຍວ່າ ອາເມລິກາຈະອອກມາດຕະການສັ່ງຫ້າມບໍລິສັດ ຊັອຟແວຣ໌ຂອງຈີນຫຼາຍບໍລິສັດທີ່ຢູ່ໃນກຸ່ມທີ່ມີຄວາມສ່ຽງຕໍ່ຄວາມໝັ້ນຄົງຂອງຊາດໃນໄວໆນີ້. ທ່ານ ປອມເປໂອ ໄດ້ກ່າວໃນລາຍການ “Sunday Morning Futures” ທາງສະຖານີໂທລະພາບຟັອກນິວສ໌ໃນວັນອາທິດທີ່ຜ່ານມາວ່າ ບໍລິສັດ ຊອັຟແວຂອງຈີນທີ່ເຮັດທຸລະກິດໃນອາເມລິກາຢ່າງ TikTok ຫຼື WeChat ແລະ ບໍລິສັດອີກຫຼາຍແຫ່ງນັ້ນ ກຳລັງສົ່ງຂໍ້ມູນຂອງອາເມລິກາໃຫ້ກັບທາງລັດຖະບານຈີນໂດຍຕົງ. ເວັບໄຊຂ່າວ ເດລີນິວສ໌ ໄດ້ລາຍງານວ່າ ທ່ານ ນາເດລລາ ປະທານຄະນະເຈົ້າໜ້າທີ່ບໍລິຫານ (CEO) ຂອງໄມໂຄຣຊັອຟ ໄດ້ເຂົ້າພົບປະທານາທິບໍດີ ໂດນັລ ທຣໍ້າ ທີ່ທຳນຽບຂາວ ເມື່ອວັນທີ 2 ສິງຫາ ທີ່ຜ່ານມາ ແລະ ຍັງບໍ່ມີຝ່າຍໃດໃຫ້ຂໍ້ມູນຢ່າງເປັນທາງການກ່ຽວກັບຜົນການຫາລືລະຫວ່າງທ່ານ ທໍ້າ ກັບ ທ່ານ ເດລລາ, ຕໍ່ມາ ສຳນັກຂ່າວຣອຍເຕີລາຍງານໂດຍອ້າງແຫຼ່ງຂ່າວວ່າຜູ້ນຳອາເມລິກາ ກຳນົດໄລຍະເວລາ 45 ວັນ ຫຼື ຈົນເຖິງວັນທີ 15 ກັນຍາ ນີ້ ໃຫ້ໄມໂຄຊັອບ “ບັນລຸຂໍ້ຕົກລົງກັບບໍລິສັດ ໄບແດນ” ເຈົ້າຂອງແອັຟ TikTok. ຮຽບຮຽຂ່າວ: ພຸດສະດີ
ຂ່າວຕ່າງປະເທດ
2020-08-03T11:44:03+00:00
https://laopost.com/?p=120668
ກຳປູເຈຍປັບຂຶ້ນຄ່າແຮງງານຂັ້ນຕ່ຳ 140 ໂດລາຕໍ່ເດືອນ ສຳລັບກຳມະກອນຂະແໜງຕັດຫຍິບ
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ຕຸລາຜ່ານມານີ້ວ່າ ທ່ານ ອິດ ຊຳເຮັງ ລັດຖະມົນຕີວ່າການກະຊວງແຮງງານກຳປູເຈຍ ໄດ້ອອກມາເປີດເຜີຍເຖິງແຜນການຂອງລັດຖະບານ ໃນການປັບຂຶ້ນຄ່າແຮງງານຂັ້ນຕ່ຳ ສຳລັບຜູ້ອອກແຮງງານໃນຂະແໜງອຸດສາຫະກຳຕັດຫຍິບ ຈຳນວນ 140 ໂດລາຕໍ່ເດືອນ ນັບຕັ້ງແຕ່ປີໜ້າເປັນຕົ້ນໄປ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງຜູ້ອອກແຮງງານດີຂຶ້ນ. ແນວໃດກໍຕາມ, ການປັບຂຶ້ນຄ່າແຮງງານຂັ້ນຕ່ຳດັ່ງກ່າວນັ້ນ ແມ່ນຍັງຕ່ຳກ່ວາລະດັບທີ່ສະຫະພັນກຳມະບານກຳປູເຈຍຮຽກຮ້ອງ ໃນຈຳນວນ 160 ໂດລາສະຫະລັດຕໍ່ເດືອນ.
ຂ່າວຕ່າງປະເທດ
2015-10-09T15:34:00+00:00
https://laopost.com/?p=37595
ຖະແຫຼງການຂອງຜູ່ນຳມຽນມາກ່ຽວກັບສະພາບເຫດການໂຣຮິນຍາ
Myanmar's State Counsellor Aung San Suu Kyi delivers a national address in Naypyidaw on September 19, 2017. Aung San Suu Kyi said on September 19 she "feels deeply" for the suffering of "all people" caught up in conflict scorching through Rakhine state, her first comments on a crisis that also mentioned Muslims displaced by violence. / AFP PHOTO / Ye Aung THU ເມື່ອວັນທີ 19 ກັນຍາ ເອເອຟພີ ແລະ ບີບີຊີລາຍງານຖະແຫຼງຂ່າວລະດັບຊາດຄັ້ງທຳອິດຂອງທ່ານ ນາງ ອອງຊານຊູຈີ ຜູ່ນຳມຽນມາ ເຖິງສະພາບເຫດການໂຣຮິນຍາໃນລັດຍະໄຂ່ທີ່ເກີດເຫດການອົບພະຍົບຫຼັ່ງໄຫລຂ້າມປະເທດຈາກມຽນມາໄປທີ່ບັງກາລາເທດຫຼາຍກວ່າ 4 ແສນຄົນ ຈົນເກີດປະເດັນກວາດລ້າງເຜົ່າພັນອື້ສາວໄປທົ່ວໂລກ ວ່າລັດຖະ ບານຂອງຕົນບໍ່ໄດ້ຢ້ານການກວດສອບຈາກນານາປະເທດ ແລະ ຢືນຢັນວ່າຊາວມຸສລິມສ່ວນໃຫຍ່ແມ່ນບໍ່ໄດ້ອົບພະ ຍົບອອກຈາກມຽນມາ ຂະນະທີ່ການຕໍ່ສູ້ໄດ້ຢຸດຕິລົງແລ້ວ ຕັ້ງແຕ່ວັນທີ 5 ກັນຍາທີ່ຜ່ານມາ ການຖະແຫຼງຂ່າວນີ້ໃຊ້ເວລາກວ່າ 30 ນາທີ ທ່ານ ນາງ ອອງຊານຊູຈີ ໄດ້ຮຽກຮ້ອງໃຫ້ປະຊາຄົມໂລກຊ່ວຍເຫຼືອຜູ້ອົບພະຍົບ ແຕ່ບໍ່ໄດ້ເອີ່ຍເຖິງກໍລະນີທີ່ຖືກວິພາກວິຈານ ບໍ່ໄດ້ໃຊ້ຄວາມພະຍາຍາມທີ່ຈະສັ່ງຢຸດກອງກຳລັງທະຫານທີ່ເຂົ້າຄຸມພື້ນທີ່ ຜູ້ນຳມຽນມາສະແດງຄວາມເສຍໃຈກັບທຸກກຸ່ມຄົນທີ່ຕ້ອງອົບພະຍົບຍ້າຍໜີຄວາມຮຸນແຮງ ແລະ ມຽນມາຍິນດີທີ່ຈະຮັບຜູ້ອົບພະຍົບທີ່ໄດ້ຮັບການພິສູດຕາມຂະບວນການກັບປະເທດທຸກເວລາ
ຂ່າວຕ່າງປະເທດ
2017-09-20T11:49:55+00:00
https://laopost.com/?p=95149
ສາມາດຈັບຜູ້ກໍ່ເຫດລັກຊັບໄດ້ 2 ຄົນ ພາຍໃນ 2 ຊົ່ວໂມງ
ວັນທີ 15 ສິງຫາ 2022 ເວລາ 10:30 ໂມງ ເຈົ້າໜ້າທີ່ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ວ່າມີເຫດການຄົນຮ້າຍລັກລົດຈັກ ທີ່ຈອດໄວ້ໜ້າເຮືອນ ບ້ານຫວ້ຍຫົງ ເມືອງຈັນທະບູລີ ນວ, ປກສ ກຸ່ມ 05 ໜອງທາ ຈຶ່ງໄດ້ລົງກວດກາ ເກັບກຳຂໍ້ມູນຫຼັກຖານ ໃຊ້ເວລາ 2 ຊົ່ວໂມງກວ່າ ສາມາດຈັບຜູ້ຖືກສົງໃສໄດ້ 2 ຄົນ ພ້ອມເກັບກູ້ລົດຈັກຄັນດັ່ງກ່າວຄືນມາມອບໃຫ້ເຈົ້າຂອງເດີມ. ພັທ ຄຳພັດ ສົມມະລັດ ຫົວໜ້າ ປກສ ກຸ່ມ 05 ໜອງທາ ໃຫ້ຮູ້ວ່າ: ໃນວັນທີ 14 ສິງຫາ 2022, ມີເຫດການຄົນຮ້າຍລັກລົດຈັກ ຄິກໄອ ສີຂາວດຳ ປ້າຍທະບຽນ ດລ 8564 ກໍາແພງນະຄອນ ທີ່ຈອດປະໄວ້ໜ້າເຮືອນ, ຕໍ່ມາວັນທີ 15 ສິງຫາ 2022, ເວລາ 10:30 ໂມງ ຈຶ່ງໄດ້ຮັບແຈ້ງຄວາມຈາກຜູ້ຖືກເສຍຫາຍ, ຫຼັງຈາກຮັບແຈ້ງ ປກສ ກຸ່ມ 05 ໜອງທາ ເມືອງຈັນທະບູລີ ຈຶ່ງໄດ້ລົງຕິດຕາມ ສືບຄົ້ນຫາ ໂດຍໄດ້ສົມທົບກັບ ປກສ ບ້ານຫ້ວຍຫົງ ແລະ ບ້ານໜອງປີງ, ຮອດເວລາ 12:40 ໂມງຂອງວັນດຽວກັນ ສາມາດຈັບຕົວຜູ້ຖືກສົງໃສໄດ້ 2 ຄົນ ຢູ່ເສັ້ນທາງບ້ານໜອງປີງ ພ້ອມລົດຈັກຄັນດັ່ງກ່າວ, ຊາບຊື່ ທ້າວ ໄພທູນ ຫຼື ເລ້ ອາຍຸ 29 ປີ ຫວ່າງງານ ບ້ານ ໜອງປີງ ເມືອງຈັນທະບູລີ ແລະ ທ້າວ ສິດທິເດດ ຫຼື ນ້ອຍ ອາຍຸ 32 ປີ ຫວ່າງງານ ບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ ນວ. ສອບສວນ ເບື້ອງຕົ້ນຮັບສາລະພາບວ່າ: ຜ່ານມາເຄີຍເຄື່ອນໄຫວລັກເອົາລັກຈັກມາແລ້ວຈຳນວນ 03 ຄັ້ງ. ເພື່ອເປີດກວ້າງຂະຫຍາຍຜົນຊອກຫາກຸ່ມຄົນຮ່ວມຂະບວນການມາດຳເນີນຄະດີ ປກສ ກຸ່ມ 05 ໜອງທາ ຈຶ່ງສົ່ງ 2 ຜູ້ຖືກສົງໃສ ໃຫ້ ປກສ ເມືອງຈັນທະບູລີດຳເນີນຄະດີ ຕາມກົດໝາຍ. ແຫຼ່ງຂ່າວຈາກ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ
ຂ່າວພາຍໃນ
2022-08-16T16:27:48+00:00
https://laopost.com/?p=136667
ຫວຽດນາມທຳລາຍ ງາຊ້າງ-ນໍແຮດ ຜິດກົດໝາຍ ມູນຄ່າກວ່າ 7 ລ້ານໂດລາ
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 13 ພະຈິກຜ່ານມານນີ້ວ່າ ລັດຖະບານຫວຽດນາມ ຮ່ວມກັບສະມາຄົມມະນຸດສະທຳສາກົນ (HSI) ໄດ້ຈັດພິທີທຳລາຍງາຊ້າງ ທີ່ສາມາດຍຶດໄດ້ຈາກຂະບວນການຄ້າງາຊ້າງຢູ່ຫວຽດນາມ ນ້ຳໜັກລວມກັນກວ່າ 2.2 ໂຕນ ແລະ ນໍແຮດອີກ 70 ກິໂລ ໃນມື້ວັນເສົາທີ 12 ພິຈິກ 2016 ຊຶ່ງເປັນໜຶ່ງໃນການເຄື່ອນໄຫວຫລ້າສຸດ ໃນຄວາມພະຍາຍາມຢຸຕິການລັກລອບຄ້າຂາຍສັດປ່າຜິດກົດໝາຍພາຍໃນປະເທດ. ສະມາຄົມມະນຸດສະທຳສາກົນ ໄດ້ລະບຸວ່າ ງາຊ້າງ ແລະ ນໍແຮດຈຳນວນດັ່ງກ່າວນີ້ ມີມູນຄ່າຫລາຍກວ່າ 7 ລ້ານໂດລາ ໃນຕະຫລາດມືດ ຊຶ່ງໄດ້ມາຈາກຊ້າງອາຟຣິກາ ປະມານ 330 ໂຕ ແລະ ແຮດອີກ 23 ໂຕ, ໂດຍຫວຽດນາມເປັນຈຸດຂົນສົ່ງງາຊ້າງ ໃຫ້ແກ່ລູກຄ້າສ່ວນໃຫຍ່ຢູ່ປະເທດຈີນ ແລະ ສະຫະລັດອາເມຣິກາ ເພື່ອນຳໄປຜະລິດເປັນເຄື່ອງປະດັບ ແລະ ເຄື່ອງຕົບແຕ່ງພາຍໃນເຮືອນ, ສ່ວນນໍແຮດ ແມ່ນເປັນທີ່ຕ້ອງການຢູ່ຕະຫລາດຫວຽດນາມເອງ ເປັນສ່ວນໃຫຍ່. ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!
ຂ່າວຕ່າງປະເທດ
2016-11-15T09:52:07+00:00
https://laopost.com/?p=76470
ຈີນສຳເລັດການທົດລອງນຳໃຊ້ ດວງຕາເວັນທຽມ ທີ່ມີອຸນຫະພູມສູງເຖິງ 70 ລ້ານອົງສາ
ຈີນທົດລອງນຳໃຊ້ ດວງຕາເວັນທຽມ ເຊິ່ງທົດສອບວັດອຸນຫະພູມສູງກວ່າດວງຕາເວັນຂອງແທ້ເຖິງ 5 ເທົ່າ ແລະ ທົດລອງເດີນເຄື່ອງສາມາດຢູ່ໄດ້ດົນເຖິງ 17 ນາທີ ຈຶ່ງກາຍເປັນຄວາມຫວັງສຳຫຼັບແຫຼ່ງກຳເນີດພະລັງງານໃໝ່. ຈາກການລາຍງານຂອງສຳນັກຂ່າວຕ່າງປະເທດໄດ້ລະບຸວ່າ: ໃນວັນທີ 3 ເດືອນມັງກອນ 2022 ທີ່ຜ່ານມາ ສະຖາບັນຟີຊິກພາສມາ ສັງກັດຢູ່ສະຖາບັນບັນດິດວິທະຍາສາດຈີນ ໄດ້ມີການທົດລອງນຳໃຊ້ ດວງຕາເວັນທຽມ ຢູ່ເມືອງອັນຫຸຍ ທາງດ້ານຕະວັນອອກຂອງປະເທດຈີນ ເຊິ່ງການທົດລອງດັ່ງກ່າວແມ່ນການຈຳລອງການເກີດປະຕິກິລິຍາ ນິວເຄຍ ທີ່ຄ້າຍຄື ກັບປະຕິກິລິຍາທີ່ ເກິດຢູ່ເທິງດວງຕາເວັນແທ້ ໂດຍພົບວ່າສາມາດສ້າງອຸນຫະພູມໄດ້ສູງເຖິງ 70 ລ້ານອົງສາ ແລະ ເຮັດວຽກຕໍ່ເນື່ອງ ເປັນເວລາດົນເຖິງ 1.056 ຫຼື ປະມານ 17 ນາທີ ຖືວ່າເປັນການເປີດໃຊ້ງານທີ່ຍາວນານທີ່ສຸດ. ໂດຍການທົດລອງໃນຄັ້ງນີ້ນັກວິໄຈລະບຸວ່າຕົວເລກ 70 ລ້ານອົງສາເປັນອຸນຫະພູມທີ່ຮ້ອນກວ່າແກນກາງຂອງດວງຕາເວັນຂອງແທ້ເຖິງ 5 ເທົ່າ ເຊິ່ງການທົດລອງຕ້ອງໃຊ້ພະລັງງານຈາກ ດິວເທີຣຽມ ຫຼື ທາດຮີໂດແຊນໜັກ ເຊິ່ງມີຫຼາຍໃນທະເລ. ຈີນຄິດວ່ານີ້ອາດຈະເປັນພະລັງງານທີ່ສາມາດທົດແທນພະລັງງານຂອງມະນຸດຕໍ່ໄປໃນອານາຄົດ. ແຫຼ່ງຂ່າວ: Thairath
ຂ່າວຕ່າງປະເທດ
2022-01-04T16:27:35+00:00
https://laopost.com/?p=130966
ເປີດສູນການຄ້າຊຸມຊົນ ເຄເອັນເຄ ແລະປ້ຳນ້ຳມັນ ປຕທ ສາຂານາໄຊ
ບໍ່ດົນຜ່ານມານີ້ ສູນການຄ້າຊຸມຊົນ ເຄເອັນເຄ ແລະປໍ້ານໍ້າມັນ ປຕທ ສາຂານາໄຊ ນະຄອນ ຫຼວງວຽຈັນ ໄດ້ເປີດຢ່າງເປັນທາງ ການ ໂດຍການເຂົ້າຮ່ວມຂອງ ທ່ານ ແກ້ວພິລາວັນ ອາໄພລາດຮອງເຈົ້າຄອງນະຄອນຫຼວງ; ທ່ານ ນິສິດ ພົງວຸດທະປຣະພັນ ຜູ້ອຳນວຍການໃຫຍ່ບໍລິສັດ ປຕທ ປະຈຳລາວ; ທ່ານ ກອງຟ້າ ພູມມະ ສັກ ປະທານ ແລະທີ່ປຶກສາກຸ່ມບໍລິ ສັດ ເອໄອເອຟ ແລະ ທ່ານ ນາງ ກິ່ງໂພເງິນ ພູມມະສັກ ເຈົ້າຂອງ ປໍ້າ ປຕທ ສາຂານາໄຊ ພ້ອມດ້ວຍ ບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານເຂົ້າຮ່ວມ. ທ່ານ ນາງ ກິ່ງໂພເງິນ ພູມມະ ສັກ ກ່າວວ່າ: ງານຄັ້ງນີ້ມີ 2 ຈຸດ ປະສົງຄື 1 ແມ່ນການເປີດນໍາໃຊ້ປໍ້າ ນ້ຳມັນ ສາຂາ ປຕທ ທີ່ໄດ້ຮັບຄວາມ ເຊື່ອຖື ແລະໄວ້ວາງໃຈຈາກສັງຄົມ ຢ່າງກວ້າງຂວາງບໍ່ວ່າຈະເປັນ ທາງດ້ານປະລິມານຄຸນນະພາບ ແລະການບໍລິການ ແລະກໍຈະເປັນ ການເປີດສູນການຄ້າຊຸມຊົນເຄເອັນ ເຄ ເພື່ອຕອບສະໜອງຄວາມຕ້ອງ ການຫຼາກຫຼາຍຮູບແບບ ແລະຄົບວົງຈອນຂອງການບໍລິການໃຫ້ກັບຜູ້ ຄົນໃນຂົງເຂດພື້ນທີ່. ສຳລັບສູນການຄ້າຊຸມຊົນ ເຄເອັນເຄ ແຫ່ງນີ້ ລວມມີ 10 ກວ່າຮ້ານຄື: Jiffy Mini Mart, ST Bank, ປີ້ງໄກ່ເຊໂນ, X-Sixe Outlet, Idea, ໝ້ຽງເຈົ້າເກົ່າ, Amazon Cafe, ຕໍາມົ່ວ, LK Chicken & Sweet, Vientiane Fusion, Hotpot Buffet, Lady M by K ແລະ Classy Education. ສຳລັບຮ້ານ Jiffy Mini Mart ເປັນຮ້ານສະດວກຊື້ທີ່ມີເຄື່ອງອຸປະໂພກ ແລະບໍລິໂພກໃຫ້ເລືອກຊື້ຫຼາຍຢ່າງທີ່ທຸກທ່ານສາມາດແວ່ຊື້ ບໍ່ວ່າຈະເປັນນໍ້າ ເຂົ້າໝົມ ແລະສິນຄ້າດີໆຫຼາຍຢ່າງຕິດລົດຂອງ ທ່ານກັບບ້ານໄດ້ ນອກນັ້ນຍັງ ມີຮ້ານອາ ຫານອີກສະຕາຍ ເຊັ່ນ ຮ້ານ Vientiane Fusion ເປັນຮ້ານອາຫານ Style ຢູໂລ (European Style) ທີ່ມາພ້ອມລາຍ ການຫຼັກທີ່ທາງຮ້ານພູມໃຈນໍາສະເໜີ ເຊັ່ນ ສະເຕັກແກະ ຊອດພິກໄທດຳ, ສະ ປາເກັດຕີ້ ຄາໂປນາລ່າ ແລະອີກຫຼາກ ຫຼາຍ. Hot pot ບຸບເຟ່ ທີ່ເປັນຮ້ານອາ ຫານທີ່ມີທັງ ສຸກີ້ ຊາບູ ບຸບເຟ່ ແລະອາ ຫານຈານຮ້ອນ ຫຼື ແບລນທີ່ໂດ່ງດັງ ຈາກທາງຝັ່ງປະເທດເພື່ອນບ້ານ ທີ່ມີສາ ຂາຫຼາຍກວ່າ 50 ສາຂາ ໃນປະເທດໄທ ທີ່ຕື່ມເຕັມເວລາດີໆໃຫ້ກັບຄອບຄົວໃນ ການຮັບປະທານອາຫານສຸຂະພາບ ພ້ອມ ກັບຫ້ອງພິເສດສຳລັບຈັດງານລ້ຽງ ແລະອາຫານຫຼາກຫຼາຍແບບ. ຫ້ອງການ Classy Education ເປັນສູນການສຶກສາ ພ້ອມເປັນປຶກສາ ແລະແນາະນຳຄົນທີ່ຢາກໄປສຶກສາຢູ່ ຕ່າງປະເທດ ຫຼື ຈະເສັງເອົາທຶນໄປຮຽນ ຕ່າງປະເທດ ແລະ ຍັງມີຮ້ານ Amazon Cafe ຊຶ່ງໃຜທີ່ມັກລົດຊາດຂອງກາເຟ ແລະເຄື່ອງດື່ມທີ່ເປັນເອກະລັກຂອງເພິ່ນ ກໍສາມາດເຂົ້າມາຊີມກັນໄດ້, ຮ້ານ LK Chicken & Sweet ທີ່ມີລາຍການໄກ່ ທອດກອບໆຮ້ອນໆພ້ອມເຄື່ອງດື່ມສູດ ພິເສດ ຂອງທາງຮ້ານທີ່ຮັບຮອງເລື່ອງ ລົດຊາດວ່າຖືກປາກທຸກເພດທຸກໄວແນ່ນອນ. ທີ່ມາ:
ຂ່າວພາຍໃນ
2016-06-30T10:00:35+00:00
https://laopost.com/?p=63592
ກະຊວງ ສສກ ອອກແຈ້ງການເພື່ອຮັບມືກັບໂຄວິດ-19
ກະຊວງສຶກສາທິການ ແລະ ກິລາອອກແຈ້ງການກ່ຽວກັບການເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂອງຂະແໜງສຶກສາທິການ ແລະ ກິລາ ໃນວັນທີ 23 ມີນາ 2022 ດັ່ງນີ້: 1. ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ, ພະນັກງານ, ຄູ-ອາຈານ ທຸກທ່ານໃຫ້ມາປະຈໍາການປົກກະຕິ, ກໍລະນີີຫ້ອງການມີຄວາມແອອັດ ແລະ ມີຄວາມສ່ຽງໃນການຕິດເຊື້ອພະຍາດ COVID-19 ແມ່ນໃຫ້ຈັດຕັ້ງຜັດປ່ຽນກັນມາປະຈໍາການ ເຮັດວຽກທາງໄກຢູ່ເຮືອນ, ການເຂົ້າຮ່ວມກິດຈະກໍາທາງສັງຄົມໃຫ້ມີສະຕິລະມັດລະວັງ ແລະ ໃຫ້ທຸກທ່ານສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດພະຍາດ COVID-19 ຢ່າງເຂັ້ມງວດ; 2. ບໍ່ອະນຸຍາດໃຫ້ຈັດກອງປະຊຸມ, ສໍາມະນາ, ປາຖະກະຖາ, ຝຶກອົບຮົມຕ່າງໆຢູ່ສະຖານທີ່ຕ່າງໆ ໃນຮູບແບບເຊິ່ງໜ້າ ທີ່ມີຜູ້ເຂົ້າຮ່ວມເກີນຈໍານວນ 50 ທ່ານ, ໃນກໍລະນີໜ້ອຍກວ່າ 50 ທ່ານ ແມ່ນ ອະນຸຍາດໃຫ້ຈັດໄດ້ ຫຼື ຫຼຸດຈໍານວນລົງຍິ່ງດີ ໃຫ້ເນັ້ນໃສ່ກອງປະຊຸມທາງໄກເປັນຫຼັກ ແລະ ຕ້ອງຮັບປະກັນວ່າສະຖານທີ່ດັ່ງກ່າວບໍ່ແອອັດ ແລະ ສາມາດຮັກສາໄລຍະຫ່າງໄດ້ຢ່າງໜ້ອຍ 1 ແມັດ, ຜູ້ເຂົ້າຮ່ວມກອງປະຊຸມຈະຕ້ອງໄດ້ຮັບການກວດຫາເຊື້ອ COVID-19 ດ້ວຍເຄື່ອງກວດແບບໄວ ທີ່ໄດ້ຮັບການອະນຸມັດ ຈາກກະຊວງສາທາລະນະສຸກ ຫຼື ກວດດ້ວຍ RT-PCR; 3. ສະຖານການສຶກສາ ທີ່ໄດ້ເປີດການຮຽນ-ການສອນ ໃຫ້ສົມທົບກັບຄະນະສະເພາະກິດຂັ້ນທ້ອງຖິ່ນ ເພື່ອປະເມີນຄວາມສ່ຽງຄືນ ແລະ ໃຫ້ພິຈາລະນາການຈັດການຮຽນ-ການສອນຕາມສະພາບຕົວຈິງ ແຕ່ລະທ້ອງຖິ່ນ ແລະ ຕາມການອະນຸມັດຂອງຄະນະສະເພາະກິດຂັ້ນແຂວງ ແລະ ນະຄອນຫຼວງ ແລະ ໃຫ້ປະຕິບັດຕາມ 10 ມາດຕະການ ແລະ 40 ຂໍ້ແນະນຳ ເພື່ອປ້ອງກັນພະຍາດ COVID-19 ຢ່າງເຂັ້ມງວດ; 4. ໃຫ້ໂຈະການເປີດການຮຽນ-ການສອນແບບເຊິ່ງໜ້າ, ໃຫ້ຈັດການຮຽນ-ການສອນແບບທາງໄກ ໃນສະຖານການສຶກສາກ່ອນໄວຮຽນ ແລະ ຊັ້ນປະຖົມ ປີທີ 1 – ປີທີ 4 ທັງພາກລັດ ແລະ ເອກະຊົນ ໃນແຂວງ, ນະຄອນຫຼວງ ແລະ ໃນເຂດທີ່ມີການລະບາດຂອງພະຍາດ COVID-19 ໃນຊຸມຊົນຫຼາຍ; 5. ຫ້າມພະນັກງານ, ຄູອາຈານ, ນັກຮຽນ ນັກສຶກສາ ກິນເຂົ້າຮ່ວມກັນ ແລະ ຫຼີກລ່ຽງການນຳໃຊ້ ຖ້ວຍ, ບ່ວງ, ຈອກ ແລະ ສິ່ງຂອງ ທີ່ຄາດວ່າຈະ ເປັນແຫຼ່ງແຜ່ເຊື້ອພະຍາດ COVID-19 ໃນຂອບເຂດຄວາມຮັບຜິດຊອບຂອງແຕ່ລະບ່ອນ. 6. ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງວຽງຈັນ ຊີ້ນຳ-ນຳພາ ນັກຮຽນ-ນັກສຶກສາໃນເກນອາຍຸ ໄດ້ຮັບວັກຊີນປ້ອງກັນພະຍາດ COVID-19 ໃນຂອບເຂດທົ່ວປະເທດ ໃຫ້ບັນລຸໄດ້ຕາມແຜນການຂອງກະຊວງສາທາລະນະສຸກ. 7. ມອບໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ ຜັນຂະຫຍາຍແຈ້ງການສະບັບນີ້ເປັນອັນລະອຽດ, ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໃຫ້ເປັນປົກກະຕິ. ພ້ອມດຽວກັນນີ້ ໃຫ້ຕິດຕາມແຈ້ງການຂອງຄະນະສະເພາະກິດສູນກາງ ແລະ ຂອງທ້ອງຖິ່ນຕົນເປັນປົກກະຕິ. 8. ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ, ໃນກໍລະນີທີ່ມີການປ່ຽນແປງ ຄະນະສະເພາະກິດກະຊວງສຶກສາທິການ ແລະ ກິລາ ຈະແຈ້ງໃຫ້ຊາບ ເປັນແຕ່ລະໄລຍະ.
ຂ່າວພາຍໃນ
2022-03-23T20:59:20+00:00
https://laopost.com/?p=132614
ກອງທັບຕວກກີ ຈະເຂົ້າຮ່ວມກັບສະຫະລັດ ບຸກໂຈມຕີທາງອາກາດໃສ່ກຸ່ມໄອເອັສ ໃນໄວໆນີ້!
(ພາບປະກອບ) (ພາບປະກອບ) ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ສິງຫານີ້ວ່າ ກະຊວງປ້ອງກັນປະເທດສະຫະລັດອາເມຣິກາ ໄດ້ອອກມາເປີດເຜີຍໃນມື້ວານນີ້ (25 ສິງຫາ) ວ່າ ກອງທັບຕວກກີ ກຽມພ້ອມແລ້ວທີ່ຈະເຂົ້າຮ່ວມໃນປະຕິບັດການໂຈມຕີທາງອາກາດ ເພື່ອຖະຫລົ່ມກຸ່ມລັດອິດສະລາມ ຫລື ໄອເອັສ ໂດຍສະຫະລັດອາເມຣິກາ ແລະ ຕວກກີ ໄດ້ບັນລຸລາຍລະອຽດຂັ້ນສຸດທ້າຍຮ່ວມກັນ ສຳລັບການລວມເອົາກອງທັບຕວກກີ ເຂົ້າໄປເປັນສ່ວນໜຶ່ງໃນປະຕິບັດການພັນທະມິດຕໍ່ຕ້ານກຸ່ມໄອເອັສ ຊຶ່ງຄາດວ່າອາດມີການເຂົ້າສະໜາມຮົບຮ່ວມກັນ ໃນອີກບໍ່ພໍເທົ່າໃດມື້ຂ້າງໜ້ານີ້.
ຂ່າວຕ່າງປະເທດ
2015-08-26T15:08:14+00:00
https://laopost.com/?p=33478
ແຈັກ ຫມ່າ ກະກຽມຈະວາງມືຈາກ ອະລີບາບາ (ALIBABA)
ແຈັກ ຫມ່າ ຈະວາງມືຈາກຕຳແໜ່ງປະທານບໍລິຫານຂອງ Alibaba ເພື່ອອຸທິດຕົນເອງໃຫ້ກັບການເຮັດວຽກເພື່ອສັງຄົມ ແຕ່ທາງບໍລິສັດ ອະລີບາບາໄດ້ ອອກໃຫ້ການວ່າຂ່າວທີ່ແຈັກ ຫມ່າ ຈະກະສຽນ ຫຼື ລາອອກ ໃນປະຈຸບັນ ແມ່ນບໍ່ເປັນຄວາມຈິງ. ແຈັກ ຫມ່າ ກະກຽມຈະລາຈາກຕຳແໜ່ງປະທານບໍລິຫານຂອງກຸ່ມບໍລິສັດ Alibaba, ໃນວັນທີ 10 ກັນຍາ 2019, ເຊິ່ງເປັນວັນຄ້າຍວັນເກີດຄົບຮອບອາຍຸ 54 ປີ ຂອງລາວເອງ ແລະ ເປັນວັນພັກລັດຖະການຂອງຈີນເນື່ອງໃນວັນຄູອີກດ້ວຍ. ແຈັກ ຫມ່າ ໄດ້ວາງແຜນເລື່ອງນີ້ມາໄລຍະໜຶ່ງແລ້ວ ແລະ ການລາອອກຈາກຕຳແໜ່ງສູງສຸດໃນ Alibaba ກໍບໍ່ແມ່ນຈຸດຈົບຂອງບໍລິສັດ ແຕ່ຈະເປັນການກ້າວເຂົ້າສູ່ຍຸກໃໝ່ຂອງ Alibaba ທີ່ລາວ ແລະ ໝູ່ຂອງລາວ (ນາງ ລູຊີ່ ເຜີງ) ຮ່ວມກັນກໍ່ຕັ້ງມາແຕ່ປີ 2001. Alibaba ເປັນບໍລິສັດທີ່ປະກອບທຸລະກິດຫຼາຍປະເພດ ລວມທັງການຄ້າທາງອີເລກໂຕຣນິກ (E-Commerce), ຄ້າຍ່ອຍ, ເອໄອ ແລະ ເຕັກໂນໂລຢີຂ້າມຊາດຂອງຈີນ. Alibaba billionaire Jack Ma says there's one thing he can do better than Bill Gates: retire earlier https://t.co/AeU7geLk0G pic.twitter.com/GjaCn4mo66 — Bloomberg (@business) September 8, 2018 ຂະນະດຽວກັນລາວຍັງເຜີຍເຖິງຊີວິດຂອງລາວພາຍຫຼັງກະສຽນຈາກ Alibaba ຈາກທີ່ລາວໄດ້ມີໂອກາດສຶກສາຄົ້ນຄ້ວາ ແລະ ຮຽນຮູ້ຫຼາຍຢ່າງຈາກຕົ້ນແບບ Bill Gates, ໜຶ່ງໃນຜູ້ຮ່ວມກໍ່ຕັ້ງອະນາຈັກ Microsoft ແລະ ຫັນເອົາມານຳໃຊ້ໃນວີຖີທາງຂອງຕົນ ແຈັກ ຫມ່າ ກ່າວວ່າ ເມື່ອກິດຈະການຢູ່ຕົວ ກໍອາດຈະກັບໄປສອນຫນັງສືຄືເກົ່າກໍ່ໄດ້ ເພາະກ່ອນທີ່ ແຈັກ ຫມ່າ ຈະກ້າວເຂົ້າສູ່ວົງການທຸລະກິດ ລາວເຄີຍເປັນຄູສອນພາສາອັງກິດມາກ່ອນ. ແຈັກ ຫມ່າ ຍັງໄດ້ກ່າວຕື່ມອີກວ່າ ເຸຖິງແມ່ນວ່າຄວາມລໍ້າລວຍນັ້ນບໍ່ອາດຈະສູ້ Bill Gates ໄດ້ແຕ່ມີສິ່ງຫນື່ງທີ່ລາວເຊື່ອວ່າສາມາດເຮັດໄດ້ດີກວ່າ ນັ້ນກໍຄືການກະສຽນອາຍຸທີ່ໄວຂື້ນ. ການກຽມວາງມືຈາກ Alibaba ຂອງ ແຈັກ ຫມ່າ ເກີດຂື້ນທ່າມກາງສະພາບແວດລ້ອມທາງທຸລະກິດໃນຈີນ ທີ່ກຳລັງປ່ຽນແປງຢ່າງຊັດເຈນ ໃນຍຸກການປົກຄອງຂອງປະທານາທິບໍດີ ສີ ຈິ້ນ ຜິງ, ທີ່ມີນະໂຍບາຍໃຫ້ຄວາມສຳຄັນກັບອຸດສາຫະກຳ ແລະ ເຕັກໂນໂລຊີດ້ານຂໍ້ມູນຂ່າວສານໃຫ້ຫຼາຍຂື້ນ ຕາມຍຸດທະສາດ Made in China 2025 ໂດຍລັດຖະບານກາງ ແລະ ຫນ່ວຍງານລັດວິສາຫະກິດ ຈະເພີ່ມການລົງທຶນ ໃນອົງກອນເສດຖະກິດຫຼາຍໆແຫ່ງໃຫ້ຫຼາຍຂື້ນ. ຢ່າງໃດກໍຕາມ, ເສດຖະກິດຂອງຈີນຍັງບໍ່ຂະຫຍາຍຕົວຕາມເປົ້າໝາຍທີ່ວາງໄວ້, ປະລິມານໜີ້ສາທາລະນະຍັງຄົງສູງ ແລະ ຄວາມຂັດແຍ່ງທາງດ້ານການຄ້າກັບສະຫະລັດຍັງຄົງຮຸນແຮງ. No, Jack Ma's not retiring, but he will unveil a succession plan next week. Posted by South China Morning Post on ວັນເສົາ ທີ 8 ກັນຍາ 2018 ດ້ານຂອງກຸ່ມບໍລິສັດ Alibaba ໄດ້ລາຍງານວ່າ ແຈັກ ຫມ່າ ຍັງຄົງດຳລົງຕຳແໜ່ງປະທານຝ່າຍບໍລິຫານຂອງບໍລິສັດ Alibaba ຕໍ່ໄປ ແລະ ໃນອີກ 12 ເດືອນຕໍ່ຈາກນີ້ ຜູ້ທີ່ຈະກ້າວຂື້ນມາສູ່ຕຳແຫນ່ງແທນ ແຈັກ ຫມ່າ ແມ່ນ ແດນຽນ ຈາງ ທີ່ປະຈຸບັນດຳລົງຕຳແຫນ່ງ CEO ຂອງ Alibaba. ໃນຊ່ວງເວລາຕໍ່ຈາກນີ້ ທັງສອງແມ່ນຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອໃຫ້ການຖ່າຍໂອນຕຳແຫນ່ງນີ້ມີຄວາມລາບລື່ນໄປດ້ວຍດີ. ແຫລ່ງຂ່າວຕ່າງປະເທດ: TDN
ຂ່າວຕ່າງປະເທດ
2018-09-10T13:58:04+00:00
https://laopost.com/?p=103636
ລູກຊາຍຂອງ ບິນ ລາດິນ ປະກາດແກ້ແຄ້ນອາເມຣິກາໃຫ້ພໍ່ ຕອບໂຕ້ການກົດຂີ່ ຊາວມຸດສະລິມ!
ສຳນັກຂ່າວຣອຍເຕີ້ ລາຍງານໃນວັນທີ 10 ກໍລະກົດຜ່ານມານີ້ວ່າ ທ້າວ ຮຳຊາ ບິນ ລາດິນ ອາຍຸປະມານ 20 ກວ່າປີ ລູກຊາຍຂອງ ອຸຊາມະ ບິນ ລາດິນ ຜູ້ນຳກຸ່ມອັນກໍອິດະ ທີ່ຖືກທະຫານອາເມຣິກາ ສັງຫານເສຍຊີວິດໄປແລ້ວ ໄດ້ປະກາດຂູ່ຈະແກ້ແຄ້ນ ສະຫະລັດອາເມຣິກາ ໃຫ້ແກ່ພໍ່ຂອງຕົນ ຜ່ານຄລິບສຽງປາໄສ ຄວາມຍາວ 21 ນາທີ ໂດຍເຂົາໄດ້ສັນຍາວ່າ ຈະເດີນໜ້າການຕໍ່ສູ້ຂອງ ກຸ່ມອັນກໍອິດະ ທີ່ມີເຄືອຂ່າຍຢູ່ທົ່ວໂລກ ໃນການຕໍ່ຕ້ານສະຫະລັດອາເມຣິກາ ແລະ ພັນທະມິດຂອງປະເທດນີ້. ” ເຮົາຈະເດີນໜ້າໂຈມຕີພວກເຈົ້າ ແລະ ຕັ້ງເປົ້າໝາຍກໍ່ກວນພວກເຈົ້າ ໃນປະເທດຂອງພວກເຈົ້າເອງ ຕະຫລອດຮອດໃນຕ່າງແດນ ເພື່ອເປັນການຕອບໂຕ້ ທີ່ພວກເຈົ້າກົດຂີ່ປະຊາຊົນ ໃນປາເລດຕິນ, ອັບການິສະຖານ, ຊີຣີ, ອີຣັກ, ເຢແມນ, ໂຊມາລີ ແລະ ດິນແດນອື່ນໆຂອງຊາວມິດສະລິມ ຊຶ່ງບໍ່ໄດ້ລອດພົ້ນ ຈາກການກົດຂີ່ຂອງພວກເຈົ້າ ເຊັ່ນດຽວກັນ ” ທ້າວ ຮຳຊາ ກ່າວ. ທັງນີ້ ອຸຊາມະ ບິນ ລາດິນ ໄດ້ຖືກສັງຫານໃນເຂດລີ້ໄພ ຢູ່ປະເທດປາກີສະຖານ ໂດຍໜ່ວຍທະຫານກອງຕີພິເສດ ສະຫະລັດອາເມຣິກາ ເມືອ່ປີ 2011 ຜ່ານມາ ໂດຍອ້າງເພື່ອແກ້ແຄ້ນ ໃຫ້ແກ່ເຫດການທີ່ ກຸ່ມອັນກໍອິດະ ທຳການໂຈມຕີສະຫະລັດອາເມຣິກາ ໃນເຫດການ ວັນທີ 11 ກັນຍາ 2001. ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!
ຂ່າວຕ່າງປະເທດ
2016-07-11T17:26:09+00:00
https://laopost.com/?p=64891
ສປປ ລາວ ລົງນາມໃນສັນຍາ ສ້າງຕັ້ງອົງການຮ່ວມມືປ່າໄມ້ອາຊີ
ປະຕິບັດຕາມ ແຈ້ງການ ຂອງຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ, ສະບັບ ເລກທີ 1935/ຫສນຍ.ກຄສ, ລົງວັນທີ 5/12/2017 ວ່າດ້ວຍ ການອະນຸມັດ ໃຫ້ທ່ານລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ລົງນາມ ໃນສັນຍາ ສ້າງຕັ້ງອົງການ ຮ່ວມມືປ່າໄມ້ອາຊີ (AFOCO), ບົນພື້ນຖານການມອບ ສິດ ໃຫ້ຕາງໜ້າລັດຖະບານ, ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ພ້ອມດ້ວຍ ຄະນະຜູ້ຕິດຕາມ ຈໍານວນໜຶ່ງ ໄດ້ເດີນທາງໄປລົງນາມ ໃນສົນທິສັນຍາດັ່ງກ່າວ, ທີ່ນະຄອນຫລວງເຊອູນ ສ ເກົາຫລີ. ພິທີເຊັນ ສົນທີ່ສັນຍາດັ່ງກ່າວ, ໄດ້ຈັດຂຶ້ນ ໃນວັນທີ 13 ມີນາ 2018 ທີ່ກະຊວງການ ຕ່າງປະເທດ ສ. ເກົາຫລີ ໂດຍມີ ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ ເກົາຫລີ, ຫົວໜ້າ ກົມແຜນ ການ ແລະ ການເງິນ ແລະ ຫົວໜ້າກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້, ພ້ອມດ້ວຍພະນັກງານວິຊາການ ທີ່ກ່ຽວຂ້ອງຈໍານວນໜຶ່ງ. ສ່ວນຝ່າຍ ສ ເກົາຫລີ ປະກອບດ້ວຍ ຜູ້ຕ່າງໜ້າ ຈາກກະຊວງການຕ່າງປະເທດ, ຈາກກອງເລຂາອົງການຮ່ວມມື ປ່າໄມ້ອາຊີ ແລະ ຈາກກົມໃຫຍ່ປ່າໄມ້ ຂອງ ສ ເກົາຫລີ. ອົງການ AFOCO ເປັນອົງການຮ່ວມມື ດ້ານປ່າໄມ້ໃນລະດັບພາກພື້ນອາຊີ ທີ່ໄດ້ຖືກ ສ້າງຕັ້ງຂຶ້ນ, ໂດຍມີເປົ້າໝາຍ ແນໃສ່ການຜັນຂະຫຍາຍແນວທາງ ນະໂຍບາຍປ່າໄມ້ ຂອງລັດຖະບານ ໃຫ້ປະກົດຜົນເປັນຈິງ, ໂດຍສະເພາະ ເພື່ອຟື້ນຟູທີ່ດິນປ່າໄມ້ເຊື່ອມໂຊມ, ປົກປັກຮັກສາປ່າໄມ້ ບໍ່ໃຫ້ບົກແຫ້ງ, ເຊື່ອມຄຸນນະພາບ, ເປັນໄປຕາມນະໂຍບາຍ ການຄຸ້ມຄອງ ແລະ ປົກປັກສາປ່າໄມ້ ແບບຍືນຍົງ, ອັນເປັນການປະກອບ ສ່ວນແກ້ໄຂ ບັນຫາ ກ່ຽວກັບການປ່ຽນແປງ ສະພາບດິນຟ້າອາກາດອີກດ້ວຍ. ການເຂົ້າຮ່ວມເປັນພາຄີ ໃນອົງການນີ້, ລັດຖະບານລາວ ກໍຄື ຂະແໜງການ ກະສິກໍາ ແລະ ປ່າໄມ້ ມີເປົ້າໝາຍ ຈະປະກອບສ່ວນ ໃນການບັນລຸເປົ້າໝາຍລວມ ທີ່ກ່ຽວຂ້ອງ ກັບວຽກງານປ່າໄມ້ ໃນລະດັບພາກພື້ນ, ໃນລະດັບສາກົນ ກໍຄື ໃນລະດັບຊາດ, ນັບທັງການບັນລຸຄາດໝາຍ ຍຸດທະສາດປ່າໄມ້ 2020 ຂອງ ລັດຖະບານ ຕິດພັນກັບເປົ້າໝາຍ ການພັດທະນາແບບຍືນຍົງ ໄປຕາມແນວທາງ ການເຕີບໂຕສີຂຽວ. ເພື່ອ ເຮັດໃຫ້ສົນທິສັນຍາດັ່ງກ່າວ ມີຜົນນໍາໃຊ້ເປັນທາງການ, ຂະແໜງການກະສິກຳ ແລະ ປ່າໄມ້ ຍັງຕ້ອງໄດ້ ສະເໜີໃຫ້ລັດຖະບານ ພິຈາລະນາ ອອກສັດຕະຍາບັນເພື່ອ ຮັບຮອງເອົາສົນທິສັນຍາດັ່ງກ່າວ ຢ່າງເປັນທາງການໃນໄວໆນີ້. ນອກຈາກການລົງນາມ ໃນສົນທິສັນຍາດັ່ງກ່າວແລ້ວ, ທ່ານລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ຍັງໄດ້ເຂົ້າຮ່ວມ ເປັນສັກຂີພິຍານ ໃນການລົງນາມ ບົດບັນທຶກຄວາມເຂົ້າໃຈ ເພື່ອສ້າງ ແລະ ຈັດຕັ້ງ ປະຕິບັດໂຄງການ ຄຸ້ມຄອງປ່າສະຫງວນແຫ່ງຊາດ ດົງຫົວສາວ ເພື່ອປະກອບສ່ວນ ຫລຸດຜ່ອນການປ່ອຍ ອາຍພິດເຮືອນແກ້ວ ຈາກການທໍາລາຍປ່າໄມ້ (REDD+) ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ສປປ ລາວ ແລະ ກົມໃຫຍ່ປ່າໄມ້ ສ ເກົາຫລີ ທີ່ມີມູນຄ່າ ປະມານ 700.000 ໂດລາສະຫະລັດ, ພ້ອມທັງໄດ້ຖື ໂອກາດນີ້ ໄປຢ້ຽມຢາມສູນຈຳໜ່າຍ ຜະລິດຕະພັນການກະເສດ ຂອງສະຫະກອນ ເມືອງອານຊັອງ ແຂວງກັອງກີ. ສູນດັ່ງກ່າວ, ນັບວ່າ ມີບົດຮຽນ ແລະ ປະສົບການສູງ ໃນດ້ານການແຈກຈ່າຍຜະລິດຕະພັນ ກະສິກໍາ ຈາກກຸ່ມຜູ້ຜະລິດ ໄປສູ່ຜູ້ບໍລິໂພກ ດ້ວຍຮູບການຂາຍຍົກ ທີ່ມີປະສິດທິພາບ ແລະ ປະສິດທິຜົນສູງ. ແຫລ່ງຂ່າວ : ຂ່າວສານປະເທດລາວ
ຂ່າວທ້ອງຖິ່ນ
2018-03-17T22:44:26+00:00
https://laopost.com/?p=99950
ແມ່ຂັງລູກ 3 ປີ ໄວ້ໃນກົງຂັງໝາ ກ່ອນອອກໄປຫຼິ້ນໄພ້
ອີງຕາມສໍານັກຂ່າວຕ່າງປະເທດລາຍງານວັນທີ 19 ທັນວາ ນີ້ວ່າ: ເກີດເຫດເດັກນ້ອຍຊາຍອາຍຸປະມານ 3 ປີ ຖືກຂັງໄວ້ໃນກົງເຫຼັກຂັງໝາ ລັອກປະຕູໄວ້ ໂດຍເດັກຄົນດັ່ງກ່າວໄດ້ແຕ່ຢືນຈັບກົງເຫຼັກນໍ້າຕາຊຶມເບົ້າ ຢ້ຽມອອກມາທາງນອກເປັນຕາສົງສານ ຍິ່ງໄປກວ່ານັ້ນຍັງພົບວ່າຄົນທີ່ເປີດກົງເຫຼັກນັ້ນ ແລະເອົາເດັກນ້ອຍທີ່ໜ້າສົງສານຄົນນີ້ອອກມາຍັງເປັນແມ່ແທ້ໆຂອງເຂົາເອງ ທີ່ໃຫ້ກໍາເນີດມາອີກ ເຮັດເອົາຜູ້ຄົນທີ່ພົບເຫັນຮູ້ສຶກປະຫຼາດໃຈ ແລະບໍ່ພໍໃຈເປັນຢ່າງຍິ່ງ. ຜູ້ສື່ຂ່າວລາຍງານວ່າ ເຫດການດັ່ງກ່າວເກີດຂຶ້ນທີ່ບ້ານເຫວຊານ ເມືອງຫລິວຫຍາງ ໃນເມືອງສາງຊາ ມົນທົນຫູຫນານ ປະເທດຈີນ ໂດຍການສອບຖາມຄົນບ້ານໃກ້ເຮືອນຄຽງເວົ້າວ່າ ເດັກນ້ອຍຊາຍຖືກຂັງໄວ້ໃນກົງເຫຼັກຂັງໝາ ບັນດາຄົນບ້ານໃກ້ເຮືອນຄຽງຕ່າງຮູ້ສຶກບໍ່ພໍໃຈເປັນຢ່າງຍິ່ງທີ່ຜູ້ກໍ່ເຫດຂັງເດັກນ້ອຍເອົາໄວ້ນັ້ນເປັນແມ່ແທ້ໆຂອງເຂົາເອງ ເພື່ອທີ່ຈະອອກໄປຫຼິ້ນໄພ້ ແຕ່ກັບເອົາລູກໄປຂັງໄວ້ໃນກົງຂັງໝາແບບນີ້.
ຂ່າວຕ່າງປະເທດ
2016-12-19T15:07:29+00:00
https://laopost.com/?p=80627
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນ ຢ່າງເປັນທາງການ ໃນຕອນເຊົ້າ ຂອງວັນທີ 1 ພະຈິກ 2021 ທີ່ນະຄອນຫລວງວຽງຈັນ ເຊິ່ງຈະດໍາເນີນໄປເຖິງວັນທີ 17 ພະຈິກ 2021 ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາຜູ້ນໍາຂັ້ນສູງຂອງພັກ-ລັດ, ບັນດາສະມາຊິກລັດຖະບານ, ບັນດາສະມາຊິກສະພາແຫ່ງຊາດ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງເຂົ້າຮ່ວມ. ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ພິຈາລະນາຮັບຮອງບັນດາເນື້ອໃນທີ່ສໍາຄັນ ດັ່ງນີ້: ບົດລາຍງານໂດຍສັງເຂບຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022; ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022; ບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022, ບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດ ປີ 2020; ບົດລາຍງານການຈັດຕັ້ງປະຕິບັດແຜນເງິນຕາ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022; ບົດລາຍງານ ກ່ຽວກັບແຜນພັດທະນາພະລັງງານໄຟຟ້າ ຂອງ ສປປ ລາວ (2021-2030) ແລະ ແຜນພັດທະນາພະລັງງານໄຟຟ້າ ແລະ ບໍ່ແຮ່ 5 ປີ (2021-2025); ບົດລາຍງານ ກ່ຽວກັບວິໄສທັດ 20 ປີ (2021-2040), ຍຸດທະສາດ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດ 5 ປີ (2021-2025); ບົດລາຍງານການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022 ຂອງອົງການກວດສອບແຫ່ງລັດ; ຜົນການກວດສອບບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020 ຂອງອົງການກວດສອບແຫ່ງລັດ; ບົດລາຍງານການ ຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022 ຂອງອົງການກວດກາແຫ່ງລັດ; ການກວດກາຕາມຜົນການກວດສອບບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2019 ຂອງອົງການກວດກາແຫ່ງລັດ; ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022 ຂອງສານປະຊາຊົນສູງສຸດ; ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການປະຈໍາປີ 2022 ຂອງອົງການໄອຍະການປະຊາຊົນສູງສຸດ; ການສະເໜີແຕ່ງຕັ້ງສະມາຊິກສະພາ ຜູ້ພິພາກສາຂອງສານປະຊາຊົນສູງສຸດ; ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ 2022 ຂອງສະພາແຫ່ງຊາດ; ບົດປະກອບຄໍາເຫັນຂອງສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຕໍ່ບົດລາຍງານການເຄື່ອນໄຫວຂອງສະພາແຫ່ງຊາດ; ພ້ອມກັນນີ້, ໃນກອງປະຊຸມ ຍັງຈະໄດ້ພິຈາລະນາຮັບຮອງເອົາ ຮ່າງກົດໝາຍໃໝ່ ແລະ ປັບປຸງຈໍານວນ 11 ສະບັບ ໃນນີ້, ຮ່າງກົດໝາຍສ້າງໃໝ່ຈໍານວນ 4 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍຍານພາຫະນະທາງບົກ, ຮ່າງກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ, ຮ່າງກົດໝາຍວ່າດ້ວຍເຕັກໂນໂລຊີລະດັບສູງ, ຮ່າງກົດໝາຍວ່າດ້ວຍການສໍາຫລວດວັດແທກ ແລະ ສ້າງແຜນທີ່. ສ່ວນຮ່າງກົດໝາຍປັບປຸງຈໍານວນ 7 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍລັດຖະບານ, ຮ່າງກົດໝາຍວ່າດ້ວຍງົບປະມານແຫ່ງລັດ, ຮ່າງກົດໝາຍວ່າດ້ວຍການສ້າງນິຕິກຳ, ຮ່າງກົດໝາຍວ່າດ້ວຍການປະຕິບັດຄໍາຕັດສິນຂອງສານ, ຮ່າງກົດໝາຍວ່າດ້ວຍການຄວບຄຸມຢາສູບ, ຮ່າງກົດໝາຍວ່າດ້ວຍໂທລະຄົມມະນາຄົມ ແລະ ຮ່າງກົດໝາຍວ່າດ້ວຍມໍລະດົກແຫ່ງຊາດ. ນອກນັ້ນ, ກອງປະຊຸມສະພາແຫ່ງຊາດ ຍັງຈະໄດ້ຮັບຟັງການຊີ້ແຈງ ຂອງພາກສ່ວນກ່ຽວຂ້ອງຈໍານວນໜຶ່ງ ຕໍ່ຄໍາຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ. ເພື່ອພິຈາລະນາຮັບຮອງເອົາ ບັນຫາສໍາຄັນພື້ນຖານຂອງປະເທດຊາດ ທີ່ມີຈໍານວນຫລາຍຄືດັ່ງກ່າວນີ້ ໃຫ້ບັນລຸຜົນຕາມແຜນການທີ່ວາງໄວ້ ທ່ານ ປະທານສະພາແຫ່ງຊາດ ໄດ້ຮຽກຮ້ອງທຸກພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ສະໜອງຂໍ້ມູນ ແລະ ໃຫ້ການຮ່ວມມື ຕໍ່ບັນດາເນື້ອໃນທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມເທື່ອນີ້, ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ ຈົ່ງໄດ້ນໍາໃຊ້ສິດປະຊາທິປະໄຕ ແລະ ຈົ່ງເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນໃນການຄົ້ນຄວ້າ, ປະກອບ ຄໍາເຫັນຕໍ່ທຸກບັນຫາຢ່າງຖີ່ຖ້ວນ, ພາວະວິໄສ ແລະ ເລິກເຊິ່ງ ບົນພື້ນຖານແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມຂອງປະເທດເຮົາ ເພື່ອເຮັດໃຫ້ເນື້ອໃນທີ່ນໍາມາພິຈາລະນາ, ຮັບຮອງຄັ້ງນີ້ມີຄຸນນະພາບ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ. ໃນໄລຍະດຳເນີນກອງປະຊຸມ, ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງ ຈາກປະຊາຊົນທີ່ຈະສົ່ງໄປຍັງກອງປະຊຸມ ເຊິ່ງບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີໄປຍັງກອງປະຊຸມຜ່ານສາຍດ່ວນ 156. ຂໍ້ມູນ: ຂປລ ຂ່າວ: ມະນີທອນ, ພາບ: ເກດສະໜາ
ຂ່າວພາຍໃນ
2021-11-01T11:59:41+00:00
https://laopost.com/?p=129091
ກະຊວງສາທາກ່າວ! ຕໍ່ຫນ້າຈະມີແຜນສັກວັກຊີນໃຫ້ກຸ່ມອາຍຸ 12-17 ປີ ເພື່ອໃຫ້ສາມາດເປີດການຮຽນ-ການສອນ
ຕາມການລາຍງານ ຂອງຄະນະສະເພາະກິດ ປະຈຳວັນທີ 21 ກັນຍາ 2021 ໃຫ້ຮູ້ວ່າ: ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທັງເປັນ ຮອງຫົວໜ້າຄະນະສະເພາະກິດຂັນສູງກາງ ໄດ້ກ່າວໃນງານຖະແຫຼງຂ່າວມື້ນີ້ວ່າ: ຕໍ່ໜ້າສະພາບການດັ່ງກ່າວ ລັດຖະບານ ຈະປະເມີນສະພາບການ ເປັນແຕ່ລະໄລຍະ ແລະ ອອກມາດຕະການຢ່າງເຫມາະສົມ, ຫຼັງຈາກ ການລ໋ອກດາວຜ່ານໄປແລ້ວ ຂໍແຈ້ງໃຫ້ບັນດາທ່ານ ຮີບຮ້ອນສັກວັກຊີນ ໃຫ້ພົນລະເມືອງສ່ວນຫຼາຍ ໃຫ້ໄດ້ຮັບພູມຄຸ້ມກັນໝູ່ ແລະ ມີອັດຕາປົກຄຸມໄດ້ຕາມຄາດຫມາຍ ລວມທັງຜູ້ມີອາຍຸ 17 ປີ, ແມ່ຍິງຖືພາ 12 ໄດ້ອາທິດຂຶ້ນໄປ ໃນຕໍ່ຫນ້າ ຈະມີແຜນສັກໃຫ້ກຸ່ມອາຍຸ 12-17 ເພື່ອໃຫ້ສາມາດເປີດການຮຽນ-ການສອນໄດ້. ປັດຈຸບັນ ລັດຖະບານກໍ່ກໍາລັງຈັດຫາວັກຊີນໃຫ້ພຽງພໍເພື່ອສະຫນອງໃຫ້ກຸ່ມຄົນດັ່ງກ່າວ, ດັ່ງນັ້ນ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ບັນດາທ່ານ ທີ່ຢູ່ໃນກຸ່ມເປົ້າຫມາຍບູລິມະສິດນັ້ນ ຈົ່ງພ້ອມກັນໄປຮັບການສັກວັກຊີນ ຢ່າງຮີບດ່ວນ ເພື່ອຫຼຸດຜ່ອນການລະບາດຂອງພະຍາດ COVID-19 ຢູ່ປະເທດເຮົາ.
ຂ່າວພາຍໃນ
2021-09-21T12:18:41+00:00
https://laopost.com/?p=127874
ວິທີລ້າງສານພິດໃນຮ່າງກາຍ ດ້ວຍຕົວເອງແບບງ່າຍໆ
ການລ້າງສານພິດອອກຈາກຮ່າງກາຍຂອງເຮົານັ້ນ ກໍມີຫຼາຍວິທີທີ່ແຕກຕ່າງກັນ ແຕ່ມື້ນີ້ ແອດມິນຈະມານໍາວິທີທີ່ທ່ານສາມາດເຮັດໄດ້ດ້ວຍຕົວເອງ ເພື່ອເຮັດໃຫ້ຮ່າງກາຍຂອງທ່ານບໍ່ມີສານພິດໃນຮ່າງກາຍ ແລະເຮັດໃຫ້ສຸຂະພາບແຂງແຮງໄດ້ ກິນລ້າງສານພິດ: ໝັ່ນກິນຜັກ ແລະໝາກໄມ້ທີ່ມີປະໂຫຍດໃຫ້ຫຼາຍຂຶ້ນຈົນກາຍເປັນນິໄສ ເພາະເມື່ອເຮົາກິນຍ່ອຍແລ້ວ ເສັ້ນໃຍອາຫານຈະເຮັດໜ້າທີ່ທຳຄວາມສະອາດລຳໄສ້ ແລະກະຕຸ້ນໃຫ້ຮ່າງກາຍຂັບຖ່າຍ, ພ້ອມທັງດື່ມນໍ້າໃຫ້ຫຼາຍມື້ລະ 8 ແກ້ວ ເພື່ອປ້ອງກັນອາຫານແຂງໂຕ, ການກິນຜັກ ແລະໝາກໄມ້ນີ້ ຄວນເລືອກກິນຊະນິດທີ່ປອດໄພສານພິດ ຫຼືລ້າງຈົນແນ່ໃຈວ່າບໍ່ສານຕົກຄ້າງ ອົດລ້າງສານພິດ: ຂໍ້ດີຂອງການອົດອາຫານຄື ຕັບ ແລະລຳໄສ້ໄດ້ພັກຜ່ອນ ໂດຍສະເພາະແມ່ນ ຕັບ ເຊິ່ງເຮັດໜ້າທີ່ໜັກຫຼາຍ ເພາະທັງຍ່ອຍ, ຕອງ ແລະກຳຈັດສານພິດໃນອາຫານ, ຄົນທີ່ຕັບບໍ່ແຂງແຮງ ມັກພົບວ່າມີລະດັບຂອງການສະສົມສານພິດໃນຮ່າງກາຍສູງ, ແນວໃດກໍຕາມ ຮ່າງກາຍຍັງຕ້ອງການວິຕາມິນ, ແຮ່ທາດ ແລະນໍ້າຕານຈາກທຳມະຊາດ, ເພື່ອເປັນພະລັງງານໃນການອົດອາຫານ, ດັ່ງນັ້ນ ເຮົາຄວນກິນນໍ້າຄັ້ນຜັກ,ໝາກໄມ້ ຂັບອອກທາງເຫື່ອ: ໂດຍການອົບຕົນໂຕໃຫ້ຮ້ອນ ຫຼືອອກກຳລັງກາຍ ເພື່ອກະຕຸ້ນໃຫ້ເລືອດ ແລະນໍ້າເຫຼືອງໄຫຼວຽນໄດ້ດີທົ່ວຮ່າງກາຍ, ໄຂມັນໃຕ້ຜິດໜັງຫຼຸດລົງ, ຖ້າຮ່າງກາຍເຮົາມີອຸນຫະພູມສູງຂຶ້ນ ການຍ່ອຍ ແລະເຜົາຜານກໍຈະເຮັດວຽກດີຂຶ້ນ ເຮັດໃຫ້ລະບົບປະສາດ ແລະຕ່ອມບໍ່ມີທໍ່ທັງຫຼາຍ ຖືກຕ້ອງກະຕຸ້ນ ສົ່ງຜົນໃຫ້ເຫື່ອອອກຫຼາຍ ເຊິ່ງເທົ່າກັບວ່າການຂັບຖ່າຍສິ່ງເສດເຫຼືອອອກທາງເຫື່ອ ກໍຖືກກະຕຸ້ນໃຫ້ໄດ້ເຮັດວຽກຫຼາຍກວ່າປົກກະຕິ ຂັບສານພິດອອກທາງລົມຫາຍໃຈ: ການຫາຍໃຈເຂົ້າ ຄືການສູບເອົາອົກຊີແຊນ ໄປລ້ຽງຮ່າງກາຍ ແລະດຶງເອົາກາກບອນ ກັບສິ່ງເສດເຫຼືອອື່ນໆອອກຮ່າງກາຍ, ກາກບອນ ຫາກປະໄວ້ໃນເຊວຮ່າງກາຍຫຼາຍ ຈະເຮັດໃຫ້ເຊວອ່ອນເພຍ ແລະຕາຍໄດ້ງ່າຍ, ໂດຍທົ່ວໄປ ຮ່າງກາຍເຮົາຈະບໍ່ລຳລຽງອົກຊີແຊນເຂົ້າໄດ້ຫຼາຍ ແລະຂົນກາກບອນອອກມາໃນປະລິມານທີ່ຫຼາຍພໍ ເພາະເຮົາຫາຍໃຈພຽງເຄິ່ງດຽວ ຄືຫາຍໃຈບໍ່ເລິກ, ການເຝິກສູດລົມຫາຍໃຈເຂົ້າອອກ ໃຫ້ເຕັມທີ່ເທື່ອລະ 5 ນາທີ ມື້ລະ 2 ເທື່ອ, ໃນບ່ອນທີ່ມີອາກາດບໍລິສຸດ ຈະຊ່ວຍຂັບສານພິດອອກມາທາງລົມຫາຍໃຈໄດ້ ຂັບສານພິດໃນອາລົມ: ທຸກຄັ້ງທີ່ຮ່າງກາຍເກີດຄວາມເຄັ່ງຄຽດ, ລະດັບຂອງໂຮໂມນໃນຮາງກາຍຈະປ່ຽນແປງໄປຈາກສະພາບປົກກະຕິ ເຮັ່ດໃຫ້ລະບົບການເຮັດວຽກຂອງຮ່າງກາຍສັບສົນ ພູມຕ້ານທານຕໍ່າ, ລະບົບຂັບຖ່າຍຜິດປົກກະຕິ, ການນັ່ງສະມາທິມື້ລະ 15 ນາທີ ຫຼືການຫາວິທີຜ່ອນຄາຍອາລົມດ້ວຍວິທີການຕ່າງໆ ກໍຈະຊ່ວຍກຳຈັດສານພິດອອກຈາກຮ່າງກາຍໄດ້ ວິທີນີ້ທຸກທ່ານສາມາດເຮັດເອງໄດ້ ແລະເຮັດໄດ້ທັນທີ ເພື່ອເຮັດໃຫ້ສຸຂະພາບແຂງແຮງ ບໍ່ແມ່ນວ່າຖ້າຮ່າງກາຍອ່ອນເພຍ ຫຼືບໍ່ສະບາຍກ່ອນເຮັດ ເພາະບາງຄັ້ງອາດຊ້າເກີນໄປໄດ້ ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ! ifram FB ວິທະຍາສຶກສາ
ສຸຂະພາບ ແລະ ສີ່ງແວດລ້ອມ
2016-11-10T14:55:17+00:00
https://laopost.com/?p=76048
ຜົນກອງປະຊຸມລັດຖະບານປະຈຳເດືອນມັງກອນ 2023
ວັນທີ 7 ກຸມພາ 2023 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວ ຕໍ່ສືມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມັງກອນ 2023 ໃຫ້ຮູ້ວ່າວ່າ: ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມັງກອນ 2023 ໄດ້ໄຂຂຶ້ນຢ່າງເປັນການ ໃນຕອນເຊົ້າຂອງວັນທີ 06 ກຸມພາ 2023 ແລະ ໄດ້ອັດລົງໃນຕອນເຊົ້າວັນທີ 07 ກຸມພາ 2023 ທີ່ສຳນັກງານນາຍົກລັັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ ຢ່າງພ້ອມພຽງ. ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນມັງກອນ 2023 ໄດ້ພ້ອມກັນປຶກສາຫາລື, ຄົົ້ນຄວ້າ ພິຈາລະນາ ບັນດາຫົວຂໍ້ທີ່ສໍາຄັນ ແລະ ຈໍາເປັນ ຄື: ວາລະທີ 01: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ເອົາບົດສະຫຼຸບວຽກງານພົ້ນເດັ່ນ ປະຈຳເດືອນ ມັງກອນ 2023 ແລະ ທິດທາງແຜນການປະຈຳເດືອນ ກຸມພາ 2023 ຂອງລັດຖະບານ ໂດຍມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ນຳໄປປັບປຸງ ແລະ ຮຽບຮຽງຄືນ ໃຫ້ມີເນື້ອໃນລະອຽດ, ຄົບຖ້ວນ, ສົມບູນຂຶ້ນຕື່ມ. ພ້ອມກັນນັ້ນ ກອງປະຊຸມໄດ້ຊີ້ນຳ ໃຫ້ສະມາຊິກລັດຖະບານ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດທິດທາງແຜນການ ປະຈຳເດືອນກຸມພາ 2023 ໂດຍຫັນເປັນແຜນວຽກຈຸດສຸມລະອຽດ, ຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດວຽກງານ ຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງຕົນເອງ ເພື່ຶອພ້ອມກັນຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ແລະ ແຜນການແກ້ໄຂຜົນການກວດສອບ ປີ 2023 ໃຫ້ສຳເລັດຕາມຄາດໝາຍ ແລະ ແຜນການທີ່ວາງໄວ້. ວາລະທີ 02: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງດໍາລັດວ່າດ້ວຍກອງທຶນພັດທະນາອະຊີວະສຶກສາ. ກອງປະຊຸມ ໄດ້ຊີ້ນໍາກະຊວງສຶກສາທິການ ແລະ ກິລາ ສົມທົບກັບກະຊວງຍຸຕິທຳ ແລະ ພາກສ່ວນກ່ຽວຂ້ອງ ເພື່ອປັບປຸງ ແລະ ຮຽບຮຽງ ໃຫ້ມີເນື້ອໃນຈະແຈ້ງ, ຮັດກຸມ, ຄົບຖ້ວນ, ສົມບູນ, ຖືກຕ້ອງຕາມຫຼັກການສ້າງນິຕິກຳ ແລະ ສາມາດຈັດຕັ້ງປະຕິບັດໄດ້ ໂດຍສະເພາະ ການອະທິບາຍຄຳສັບ, ເປົ້າໝາຍການນຳໃຊ້ກອງທຶນ, ການຄຸ້ມຄອງເບີກຈ່າຍ ແລະ ການນໍາໃຊ້ເງິນ, ໂຄງປະກອບບຸກຄະລາກອນ ຂອງສະພາບໍລິຫານ. ພາຍຫຼັງປັບປຸງສໍາເລັດແລ້ວ ສະເໜີຂໍທິດຊີ້ນຳຈາກທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດການປົກຄອງ, ວັດທະນະທຳ ແລະ ສັງຄົມ ເພື່ອມີຄໍາເຫັນ ກ່ອນສະເໜີທ່ານນາຍົກລັດຖະມົນຕີ ພິຈາລະນາລົງນາມປະກາດໃຊ້. ວາລະທີ 03: ກອງປະຊຸມ ໄດ້ພິຈາລະນາຮ່າງມະຕິວ່າດ້ວຍ ການພັດທະນາຊັບພະຍາກອນມະນຸດ ທີ່ມີຄຸນນະພາບ ຕອບສະໜອງໃຫ້ແກ່ການພັດທະນາໃນເງື່ອນໄຂໃໝ່. ກອງປະຊຸມໄດ້ຊີ້ນຳ ກະຊວງສຶກສາທິການ ແລະ ກິລາ ເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕື່ມ ເປັນຕົ້ນ ໂຄງສ້າງຂອງບົດ, ການໃຊ້ຄຳສັບ ແລະ ປະໂຫຍກຄຳເວົ້າ ທີ່ເປັນເອກະພາບກັນ, ກຳນົດຄວາມຮັບຜິດຊອບຂອງພາກສ່ວນຕ່າງໆ ຕໍ່ການພັດທະນາຊັບ ພະຍາກອນມະນຸດ ໃຫ້ຊັດເຈນ, ລະອຽດ ແລະ ຈະແຈ້ງ ໂດຍສະເພາະ ອັນໃດແມ່ນຂອງລັດ, ລວມໝູ່ ຫຼື ບຸກຄົນ, ລວມທັງ ການຕີລາຄາຜົນການພັດທະນາຊັບພະຍາກອນມະນຸດ ໃນໄລຍະຜ່ານມາ ໃຫ້ສອດຄ່ອງກັບຄວາມເປັນຈິງຂຶ້ນຕື່ມ, ການກຳນົດເປົ້າໝາຍ, ຄາດໝາຍ ແລະ ມາດຕະການຈັດຕັ້ງປະຕິບັດ ໃຫ້ຊັດເຈນ, ທິດທາງການພັດທະນາຊັບພະຍາກອນມະນຸດ ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ກໍ່ຄືແຜນຍຸດທະສາດການພັດທະນາປະ ເທດ ໃນແຕ່ລະໄລຍະ ໂດຍຖືຄຸນນະພາບ ເປັນກົກ. ພ້ອມນັ້ນ ກໍສະເໜີີໃຫ້ມີການຈັດສຳມະນາວິຊາການ ເພື່ອລະ ດົມຄວາມຄິດເຫັນ ແລະ ສ້າງຄວາມເປັນເອກະພາບ ຕໍ່ຮ່າງມະຕິດັ່ງກ່າວ. ພາຍຫຼັງປັັບປຸງສຳເລັດແລ້ວ ສົ່ງຮ່າງມະຕິດັ່ງກ່າວ ໃຫ້ຫ້ອງວ່າການສູນກາງພັກ ພິຈາລະນາລາຍງານກົມການເມືອງ ມີທິດຊີ້ນໍາໃນຂັ້ນຕໍ່ໄປ. ວາລະທີ 04: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງຮ່າງດຳລັດ ວ່າດ້ວຍການປັບ ໃໝ ແລະ ນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບມາດຕະຖານ; ແລະ ຮ່າງດຳ ລັດ ວ່າດ້ວຍການປັບໃໝ ແລະ ນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການວັດ ແທກ. ກອງປະຊຸມ ໄດ້ຊີ້ນຳກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບກະຊວງຍຸຕິທຳ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕື່ມ ໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ, ລະອຽດ ແລະ ຈະແຈ້ງຂຶ້ນຕື່ມ ໂດຍສະເພາະ ການກຳນົດອັດຕາຄ່າປັບໃໝ, ການນຳໃຊ້ເງິນຈາກການປັບໃໝ, ມາດຕະການຕໍ່ຜູ້ລະເມີດ, ການປົກປ້ອງຜູ້ຖືກຜົນກະທົບ ກໍ່ຄືຜູ້ບໍລິໂພກ, ພ້ອມທັງ ຄົ້ນຄວ້າຄວາມເປັນໄປໄດ້ ໃນການໂຮມສອງຮ່າງດຳລັດດັ່ງກ່າວ ເຂົ້າເປັນດໍາລັດສະບັບດຽວກັນ ໂດຍໃຫ້ຖືກຕ້ອງສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ, ພາຍຫຼັງປັບປຸງສໍາເລັດແລ້ວ ສະເໜີທ່ານນາຍົກລັດຖະມົນຕີ ພິຈາລະນາໃນຂັ້ນຕໍ່ໄປ. ພ້ອມກັນນີ້, ໄດ້ຊີ້ນຳໃຫ້ກະຊວງການເງິນ ເປັນໃຈກາງສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າກ່ຽວກັບການປັບໃໝ ຈະເຮັດເປັນນິຕິກຳລວມ ຫຼື ຈະແຍກເປັນນິຕິກຳ ຂອງແຕ່ລະຂະ ແໜງການ ແລ້ວລາຍງານລັດຖະບານ ເພື່ອມີທິດຊີ້ນຳ. ວາລະທີ 05: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ຮ່າງດຳລັດ ວ່າດ້ວຍເຂດປອດພາສີ ແລະ ຮ້ານຄ້າປອດພາສີ. ກອງປະຊຸມ ໄດ້ຊີ້ນໍາໃຫ້ກະຊວງການເງິນ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງ ແລະ ຮຽບຮຽງ ເນື້ອໃນໃຫ້ລະອຽດ, ຈະແຈ້ງ, ຄົບຖ້ວນ, ສົມບູນ ແລະ ຮັດກຸມຂຶ້ນຕື່ມ ໂດຍສະເພາະ ການກຳນົດ ນິຍາມກ່ຽວກັບເຂດປອດພາສີ ແລະ ຮ້ານຄ້າປອດພາສີ, ການແບ່ງຂັ້ນຄຸ້ມຄອງ, ການມີສ່ວນຮ່ວມຂອງຂະແໜງ ການກ່ຽວຂ້ອງ, ເງື່ອນໄຂຂອງຜູ້ລົງທຶນຢູ່ໃນເຂດ, ປະເພດກິດຈະການ, ການກຳນົດຂອບເຂດທີ່ຕັ້ງ ແລະ ເນື້ອທີ່ເຂດປອດພາສີ, ພ້ອມທັງ ກວດກາຄືນ ຄວາມສອດຄ່ອງກັບນິຕິກຳທີ່ກ່ຽວຂ້ອງອື່ນໆ ແລະ ກໍານົດຄວາມຮັບຜິດ ຊອບ. ພາຍຫຼັງປັບປຸງສໍາເລັດແລ້ວ ສະເໜີຂໍທິດຊີ້ນຳຈາກທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດການປົກຄອງ, ວັດທະນະທຳ ແລະ ສັງຄົມ ເພື່ອມີຄໍາເຫັນ ກ່ອນສະເໜີທ່ານນາຍົກລັດຖະມົນຕີ ພິຈາລະນາລົງນາມປະກາດໃຊ້. ສໍາລັບທິດທາງແຜນວຽກຈຸດສຸມປະຈຳເດືອນກຸມພາ 2023 ຕົ້ນຕໍ ແມ່ນສືບຕໍ່ສຸມໃສ່ປະຕິບັດບາງວຽກງານທີ່ສໍາຄັນ ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ 5 ແຜນວຽກທີ່ເປັນບູລິມະສິດ ອັນຮີບດ່ວນ ປີ 2023 ໄປຄຽງຄູ່ກັບ ແຜນພັດພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2023 ຕິດພັນກັບ 2 ວາລະແຫ່ງຊາດ ເຊິ່ງບັນດາໜ້າວຽກຈຸດສຸມຕົວຈິງຈໍານວນໜຶ່ງ ມີດັ່ງນີ້: 1) ສຸມໃສ່ຈັດຕັ້ງຜັນຂະຫຍາຍດຳລັດຂອງນາຍົກລັດຖະມົນຕີ ເລກທີ 90, ລົງວັນທີ 31 ມັງກອນ 2023 ວ່າດ້ວຍການກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2023 ແລະ ແຜນການແກ້ໄຂຜົນການກວດສອບ. ສະເໜີໃຫ້ແຕ່ລະກະຊວງແບ່ງຄວາມຮັບຜິດຊອບພາຍໃນຂອງຕົນ ໃຫ້ລະອຽດ. 2) ສືບຕໍ່ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບ ດ້ານ ດ້ວຍມາດຕະການຕ່າງໆ ຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ເຮັດໃຫ້ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທຸກຂັ້ນ ໄດ້ເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນຢ່າງເຂັ້ມແຂງ, ສາມາດຮັບປະກັນສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ພ້ອມກັນນັ້ນ ກໍເພີ່ມທະວີຄວາມເອົາໃຈໃສ່ ກໍ່ສ້າງຮາກຖານການເມືອງ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງຂຶ້ນ. 3) ສືບຕໍ່ສຸມໃສ່ແກ້ໄຂບັນຫາເສດຖະກິດມະຫາພາກ ຕິດພັນກັບການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນໂດຍໄວ ໃນນັ້ນ, ສຸມໃສ່ການຈັດເກັບລາຍຮັບ ໃຫ້ໄດ້ຕາມແຜນການ, ຊຸກຍູ້ສ້າງໃຫ້ມີຖານລາຍຮັບໃໝ່, ຍູ້ແຮງການຫັນເປັນທັນສະໄໝໃນການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ໃນທຸກຂົງເຂດ; ສືບຕໍ່ປະຕິບັດບັນດານິຕິກໍາທີ່ລັດຖະບານວາງອອກ ກ່ຽວກັບການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານລັດ, ການປະຢັດ ແລະ ຕ້ານການຟູມເຟືອຍ, ການນໍາໃຊ້ລົດຂອງລັດ ແລະ ອື່ນໆ ໃຫ້ເຂັ້ມງວດ ລວມທັງ ສຸມໃສ່ແກ້ໄຂບັນຫາການລົງທຶນຂອງລັດ ໃຫ້ມີປະສິດທິຜົນສູງຂຶ້ນ; ສືບຕໍ່ເອົາໃຈໃສ່ຄຸ້ມຄອງອັດຕາແລກປ່ຽນ, ລາຄາສິນຄ້າ, ປະລິມານ M2, ອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບທີ່ຄຸ້ມຄອງໄດ້, ພ້ອມທັງ ສ້າງຄວາມເຂັ້ມແຂງໃຫ້ຄັງແຮສໍາຮອງເງິນຕາຕ່າງປະເທດ ແລະ ສົ່ງເສີມການນຳໃຊ້ເງິນກີບ ຕາມກົດໝາຍກຳນົດ ໃຫ້ມີປະສິດທິຜົນ; ສືບຕໍ່ຈັດສັນແຫຼ່ງທຶນ ແລະ ສົ່ງເສີມ ຜູ້ປະກອບການຜະລິດພາຍໃນ ຕິດພັນກັບການປຸງແຕ່ງກະສິກຳເປັນສິນຄ້າ ເພື່ອສົ່ງອອກໃຫ້ມີຈຸດສຸມ, ຖືກເປົ້າໝາຍ ແລະ ສາມາດແຂ່ງຂັນໃນຕະຫຼາດແບບຍືນຍົງ. 4) ສືບຕໍ່ຊອກຫາ ແລະ ຈັດສັນແຫຼ່ງທຶນ ໄວ້ເພື່ອແກ້ໄຂໜີ້ສິນໜີ້ ໃຫ້ທັນເວລາ ເພື່ອບໍ່ໃຫ້ຕົກເຂົ້າສູ່ສະພາບທີ່ບໍ່ສາມາດຊຳລະໜີ້ໄດ້. 5) ສຸມໃສ່ພັດທະນາການບໍລິການ ແລະ ໂຄງລ່າງພື້ນຖານ ເພື່ອຮອງຮັບໃຫ້ການທ່ອງທ່ຽວ ໂດຍສະເພາະ ການສ້ອມແປງເສັ້ນທາງເຂົ້າສູ່ແຫຼ່ງທ່ອງທ່ຽວທີ່ເປັນເປົ້າໝາຍ ລວມທັງ ສົ່ງເສີມໃຫ້ພາກທຸລະກິດ ລົງທຶນພັດທະນາຟື້ນຟູແຫຼ່ງທ່ອງທ່ຽວ ແລະ ອຸດສາຫະກຳການທ່ອງທ່ຽວ ໃຫ້ຫຼາຍຂຶ້ນ; ພ້ອມນັ້ນ, ສືບຕໍ່ປັບປຸງ ແລະ ຍົກສູງຄຸນນະພາບການບໍລິການຜູ້ໂດຍສານທາງລົດໄຟ ແລະ ການບໍລິການຂົນສົ່ງສິນຄ້າ ໃຫ້ປອດໄພ, ສະດວກ, ວ່ອງໄວ ແລະ ມີປະສິດທິຜົນສູງຂຶ້ນ. 6) ສືບຕໍ່ເລັ່ງປັບປຸງກົນໄກການອໍານວຍຄວາມສະດວກ ໃນການດໍາເນີນທຸລະກິດ ແລະ ສົ່ງເສີມການລົງທຶນ ໃຫ້ດີຂຶ້ນ ຕາມບັນດາໜ້າວຽກຕົວຈິງ ທີ່ໄດ້ກຳນົດໃນ ມາດຕາ 5 ຂອງດຳລັດນາຍົກລັດຖະມົນຕີ ເລກທີ 90, ລົງວັນທີ 31 ມັງກອນ 2023; ສືບຕໍ່ເລັ່ງຊຸກຍູ້ ແລະ ສົ່ງເສີມບັນດາໂຄງການລົງທຶນ ຂອງຕ່າງປະເທດ ທີ່ໄດ້ອະນຸມັດແລ້ວ ໃຫ້ມີຄວາມຄືບໜ້າ ແລະ ມີຜົນໄດ້ຮັບຕົວຈິງຕາມແຜນທີ່ວາງໄວ້. 7) ສືບຕໍ່ສຸມໃສ່ພັດທະນາສີມືແຮງງານ ໃຫ້ມີຄຸນນະພາບ ສາມາດຕອບສະໜອງຄວາມຕ້ອງການ ຂອງຕະ ຫຼາດແຮງງານ; ສືບຕໍ່ປັບປຸງກົນໄກການຂຶ້ນທະບຽນ ແລະ ອອກໃບຕາດິນ ໃນຂອບເຂດທົ່ວປະເທດ ໃຫ້ມີຄວາມສະດວກວ່ອງໄວ ແລະ ຮັບປະກັນຄວາມຖືກຕ້ອງ ຕາມທິດຫັນເປັນທັນສະໄໝ. 8) ສືບຕໍ່ກະກຽມຄວາມພ້ອມ ແລະ ຈັດງານກິລາແຫ່ງຊາດຄົນພິການ ທີ່ຈະຈັດຂຶ້ນໃນເດືອນກຸມພາ ຢູ່ແຂວງຊຽງຂວາງ ໃຫ້ມີບັນຍາກາດຟົດຟື້ນ ແລະ ຮັບປະກັນໃຫ້ມີຄວາມປອດໄພຮອບດ້ານ. 9) ສຸມໃສ່ຈັດຕັ້ງຜັນຂະຫຍາຍຜົນການຢ້ຽມຢາມ ຂອງການນໍາຂັ້ນສູງ ໃຫ້ເປັນຮູບປະທໍາ ໂດຍສະເພາະ ຜົນການຢ້ຽມຢາມ ແລະ ບົດບັນທຶກການຮ່ວມມືກັບປະເທດເພື່ອນມິດຍຸດທະສາດ. ສຸມໃສ່ກະກຽມຄວາມພ້ອມຮອບດ້ານ ເພື່ອຕ້ອນຮັບການຢ້ຽມຢາມທາງການ ຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ແລະ ການເຄື່ອນໄຫວຕ່າງປະເທດ ຂອງການນຳ ຕາມແຜນການ. ພ້ອມກັນນັ້ນ ກໍເອົາໃຈໃສ່ຕິດຕາມສະພາບການສາກົນ ແລະ ພາກພື້ນ ຢ່າງໃກ້ຊິດ ເພື່ອກຳນົດທັດສະນະ ແລະ ມາດຕະການຮັບມືແຕ່ຫົວທີ. ທີ່ມາ: MediaLAOS
ຂ່າວພາຍໃນ
2023-02-07T16:33:43+00:00
https://laopost.com/?p=142011
ວາງສີລາລຶກໂຄງການກໍ່ສ້າງ ອະນຸສາວະລີ ປະທານ ໄກສອນ ພົມວິຫານ
ໃນວັນທີ 15 ມີນາ 2023 ກະຊວງປ້ອງກັນຄວາມສະຫງົບ ວາງສີລາລຶກໂຄງການກໍ່ສ້າງ ອະນຸສາວະລີ ປະທານ ໄກສອນ ພົມວິຫານ ຢູ່ຕໍ່ໜ້າວິທະຍາຄານການເມືອງ ປກສ ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອເປັນອະນຸສອນສະຖານ ຈາລຶກຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງຊາດລາວ. ໂຄງການກໍ່ສ້າງດັ່ງກ່າວ, ແມ່ນໂຮງຫຼໍ່ປະຕິມະກໍາລ້ານຊ້າງ ເປັນຜູ້ຮັບເໝົາປັ້ນຫຼໍ່ຮູບປັ້ນປະທານ ໄກສອນ ພົມວິຫານ, ເຊິ່ງມີຄວາມສູງ 7,5 ແມັດ, ຫຼໍ່ດ້ວຍທອງ ແລະ ໃຊ້ວິຊາການທີ່ຈົບຈາກຂະແໜງວິຈິດສິນ ແລະ ຊ່າງທີ່ມີຄວາມສຳນິຊໍານານໃນການປັ້ນຫລໍ່, ເຊິ່ງຄາດວ່າທ້າຍເດືອນມິຖຸນາ 2023 ຈະສໍາເລັດການປັ້ນຫຼໍ່ຮູບປັ້ນປະທານ ໄກສອນ ພົມວິຫານ ແລະ ຈະໄດ້ນໍາມາປະດິດສະຖານໄວ້ຢູ່ຕໍ່ໜ້າວິທະຍາຄານການເມືອງ ປກສ. ສຳລັບ ໂຄງການກໍ່ສ້າງວິທະຍາຄານການເມືອງ ປກສ ແມ່ນການຮ່ວມມືລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ, ເປັນທຶນຊ່ວຍເຫຼືອຈາກລັດຖະບານ ສສ ຫວຽດນາມ ດ້ວຍງົບປະມານ 250 ຕື້ດົງ ແລະ ທຶນສົມທົບຈາກລັດຖະບານ ສປປ ລາວ, ໂຄງການດັ່ງກ່າວ ມີເນື້ອທີ່ທັງໝົດ 6,5 ເຮັກຕາ ໂດຍສ້າງໃຫ້ເປັນວິທະຍາຄານກິນ-ນອນ, ອອກແບບອາຄານໃຫ້ສອດຄ່ອງກັບລະບົບການສຶກສາ ທີ່ປະກອບດ້ວຍສິ່ງອໍານວຍຄວາມສະດວກຕ່າງໆ ເປັນຕົ້ນ ສວນທາສາລະນະ, ສະໜາມກິລາ, ສະຖານທີ່ທໍາການຜະລິດ ເພື່ອເປັນບ່ອນຈັດກິດຈະກໍາຂອງນັກສຶກສານອກໂມງຮຽນ, ເປັນສະຖານ ທີ່ສໍາລັບການພັດທະນາຂອງນັກສຶກສາທາງດ້ານສະໝອງ ແລະ ສຸຂະພາບ, ຈະສາມາດຮອງຮັບນັກສຶກສາໄດ້ 1.200 ສະຫາຍ ແລະ ພະນັກງານ, ຄູ-ອາຈານ 150 ສະຫາຍ ໂດຍກຳນົດເວລາດຳເນີນການກໍ່ສ້າງປະມານ 1 ປີ ຈະໃຫ້ສຳເລັດ. ແຫຼ່ງຂ່າວ ປກສ ນວ
ຂ່າວພາຍໃນ
2023-03-17T09:16:57+00:00
https://laopost.com/?p=143181