title
stringlengths
7
164
text
stringlengths
18
16.7k
category
stringclasses
7 values
date
stringlengths
25
25
url
stringlengths
27
29
ສູນກາງພັກຯ ຈັດເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ X ຊຸດທຳອິດ
ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດກອງປະຊຸມເຊື່ອມຊຶມ ມະຕິກອງປະຊຸມ ໃຫຍ່ຂອງພັກຢູ່ສູນກາງ ຊຸດທີ 1 ຂຶ້ນແຕ່ວັນທີ 28 ມີນານີ້ ທີ່ຫ້ອງວ່າການສູນກາງພັກ ໂດຍມີສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກປະຊາຊົນປະຕິວັດລາວ, ບັນດາ ສະຫາຍກົມການເມືອງສູນກາງພັກ, ບັນດາສະຫາຍກຳມະການສູນກາງພັກ, ເລຂາ, ຮອງເລຂາບັນດາກະຊວງ, ແຂວງເຂົ້າຮ່ວມຮັບຟັງນຳ. ກ່າວໄຂກອງປະຊຸມ, ສະຫາຍ ບຸນຍັງ ວໍລະຈິດ ກ່າວວ່າ: ປະຕິບັດຕາມມະຕິຕົກລົງຂອງ ກົມການເມືອງສູນກາງພັກ, ພວກເຮົາດຳເນີນບັ້ນເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ຢູ່ຂັ້ນສູນກາງຊຸດທີ 1 ຊຶ່ງມີຄວາມໝາຍສຳຄັນຍິ່ງ ຕໍ່ການນຳພວກເຮົາ ເພື່ອສ້າງຄວາມເຂົ້າໃຈທີ່ເປັນເອກະພາບ ແລະ ເລິກເຊິ່ງຕໍ່ເນື້ອໃນຈິດໃຈ ທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ; ບົນພື້ນຖານນັ້ນສ້າງ ການຫັນປ່ຽນທາງດ້ານແນວຄິດ – ຈິນຕະນາການຢ່າງເປັນລະບົບ ແລະ ກ້າວເຂົ້າສູ່ ການເປັນເຈົ້າການຜັນຂະຫຍາຍ ຈັດຕັ້ງປະຕິບັດໃຫ້ເກີດໝາກຜົນຕົວຈິງ. ການເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໃນຄັ້ງນີ້ ເວົ້າຢ່າງໜຶ່ງກໍແມ່ນ ການສືບຕໍ່ບຸກທະລຸທາງດ້ານ ແນວຄິດ-ຈິນຕະນາການ, ເພື່ອກ້າວສູ່ການປ່ຽນແປງການກະທຳຕົວຈິງໃຫ້ດີຂຶ້ນ; ຍົກສູງຫຼັກໝັ້ນການເມືອງ, ສະຕິປັນຍາຂອງຄະນະນຳເຮົາ ໃຫ້ມີຄວາມເດັດດ່ຽວໜຽວແໜ້ນ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການ ຫຍຸ້ງຍາກຕ່າງໆ; ຕ້ານ ແລະ ແກ້ໄຂທັດສະນະຜິດເຂວຕ່າງໆ, ຕີຖອຍລັດທິຄຳພີກົນຈັກ; ຈຳກັດການເສື່ອມຖອຍ ດ້ານແນວຄິດການເມືອງ, ຄຸນສົມບັດສິນທຳປະຕິວັດ ກໍຄືແບບແຜນດຳລົງຊີວິດ, ພ້ອມກັນສ້າງພື້ນຖານ ໃຫ້ແກ່ການຍູ້ແຮງ ການຈັດຕັ້ງຜັນຂະຫຍາຍໃຫ້ເຂົ້າສູ່ຕົວຈິງ, ໃຫ້ກາຍເປັນຂະບວນການອັນກວ້າງຂວາງ ຂອງມະຫາຊົນ ເຮັດໃຫ້ແນວທາງປ່ຽນແປງໃໝ່ຂອງພັກເຮົາ ສືບຕໍ່ດຳເນີນໄປຢ່າງເລິກເຊິ່ງ, ຮອບດ້ານ ແລະ ມີຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າ, ນຳເອົາປະເທດຊາດ ຫຼຸຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນປີ 2020 ສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການພັດທະນາແບບຍືນຍົງ ສູ່ຈຸດໝາຍສັງຄົມນິຍົມ. ອັນສຳຄັນ ບັ້ນເຊື່ອມຊຶມເທື່ອນີ້ ເປັນການສະແດງເຖິງຄວາມຕັດສິນໃຈຮ່ວມກັນ ຂອງຄະນະນຳເຮົາແຕ່ເທິງລົງລຸ່ມ ຊຶ່ງກ່ອນອື່ນ ໝົດຄະນະບໍລິຫານງານສູນກາງພັກ ໄດ້ປຶກສາຫາລື ແລະ ເອກະພາບກັນກ່ອນ ຫຼັງຈາກ ນັ້ນແມ່ນນຳເອົາໄປຈັດຕັ້ງຜັນຂະຫຍາຍເປັນອັນລະອຽດ ຢູ່ແຕ່ລະຂະແໜງການ ແລະ ທ້ອງຖິ່ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ໄດ້ດຳເນີນໄປຢ່າງແທດເຖິງ ແລະ ເປັນຮູບປະທຳ, ເຮັດໃຫ້ການນຳພາ ພາ ລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄປຖືກຕ້ອງຕາມທິດທີ່ໄດ້ກຳນົດຢ່າງໜັກແໜ້ນ. ການຈັດຕັ້ງບັ້ນເຊື່ອມຊຶມຢູ່ສູນກາງເທື່ອນີ້ ແມ່ນເລັງໃສ່ເປົ້າໝາຍການນຳຍຸດທະສາດ ແລະ ພະນັກງານຂັ້ນສູນກາງ ຄຸ້ມຄອງ ຊຶ່ງຈະດຳເນີນເປັນ 3 ຊຸດ ດັ່ງໄດ້ກ່າວໄປແລ້ວຂ້າງເທິງ ໂດຍຈະສຸມໃສ່ເຊື່ອມຊຶມເອກະສານ 5 ບົດທີ່ຄັດຈ້ອນ ແລະ ອະທິບາຍບັນຫາທີ່ເປັນຕັບບີຂອງລາຍງານການເມືອງ. ສົມທົບກັບການຄົ້ນຄວ້າປະ ກອບຄວາມເຫັນ ທີ່ມີລັກສະນະສຳມະນາ, ເປີດກວ້າງປະຊາທິປະໄຕ ໃນການອອກຄຳຄິດຄຳເຫັນ ເພື່ອພ້ອມກັນຕີ ລາຄາ ແລະ ເຫັນບັນຫາ, ເອກະພາບຕໍ່ບັນຫາ ແລະ ຕັດສິນ ໃຈແກ້ໄຂບັນຫາໃຫ້ມີການຫັນປ່ຽນຢ່າງຈະແຈ້ງ ໂດຍສະເພາະຕໍ່ບັນດາຂໍ້ຄົງຄ້າງເຊັ່ນ: ການສໍ້ລາດບັງຫຼວງ, ບັນຫາໜີ້ສິນ, ບັນຫາຢາເສບຕິດ, ບັນ ຫາຫຍໍ້ທໍ້ໃນກົງຈັກ ແລະ ໃນ ສັງຄົມ ແລະ ອື່ນໆ… ຊຶ່ງສັງຄົມຄອງຄອຍໃຫ້ມີການແກ້ໄຂ ແລະ ມັນກໍເປັນບັນຫາທີ່ກະທົບໂດຍກົງ ເຖິງຄວາມເຊື່ອໝັ້ນ ແລະ ສັດທາຂອງປະຊາຊົນຕໍ່ພັກເຮົາ. ສະນັ້ນ ພວກ ເຮົາຕ້ອງໄດ້ຕັດສິນໃຈເຮັດແທ້ທຳຈິງ ໃຫ້ມີການຫັນປ່ຽນຢ່າງຈະແຈ້ງ. ບັນດາບັນຫາທີ່ຈະນຳມາຄົ້ນຄວ້າ, ເຊື່ອມຊຶມ ລ້ວນແລ້ວແຕ່ເປັນບັນຫາທີ່ສຳຄັນຫຼາຍ ແລະ ມີລັກສະນະຍຸດທະສາດ ທີ່ຕິດພັນໂດຍກົງກັບຄວາມຮັບຜິດຊອບການເມືອງ ຂອງຄະນະນຳແຕ່ລະຂັ້ນ ໃນການສ້າງບາດລ້ຽວໃໝ່ ເພື່ອເຮັດ ໃຫ້ການນຳພາຊີ້ນຳຂອງພັກ ເຮົາໃນ 5 ປີຕໍ່ໜ້າ ມີຜົນສຳເລັດ. ແຕ່ເບິ່ງດ້ານເວລາເຫັນວ່າຍັງຈຳກັດ (ພຽງແຕ່ 5 ວັນເທົ່ານັ້ນ). ສະນັ້ນ ຈຶ່ງຮຽກຮ້ອງມາຍັງບັນດາສະຫາຍ ຈົ່ງໄດ້ເອົາໃຈໃສ່ເຊີດຊູຄວາມຮັບຜິດຊອບ, ເອົາໃຈໃສ່ຄົ້ນຄວ້າ, ຕີລາຄາ, ໄຈ້ແຍກບັນຫາຕ່າງໆ ທີ່ຍົກຂຶ້ນໃນເອກະສານໃຫ້ລະອຽດຈະແຈ້ງ, ເສີມຂະຫຍາຍ ປະຊາທິປະໄຕ ກ້າຫານປະກອບຄຳເຫັນຢ່າງສ້າງສັນ, ກົງໄປກົງມາ ແລະ ເຕັມປ່ຽມໄປດ້ວຍທັດສະນະປະຕິວັດບຸກ, ໃຫ້ທຸກບັນຫາມີຄວາມກະຈ່າງແຈ້ງ, ຖືກຕ້ອງ, ຊັດເຈນ, ເປັນພື້ນຖານທີ່ໜັກແໜ້ນໃຫ້ແກ່ ການນຳພາຊີ້ນຳ ຈັດຕັ້ງປະຕິບັດ. ກອງປະຊຸມນີ້ຈະດຳເນີນ ໄປຮອດວັນທີ 1 ເມສາ 2016 ຈຶ່ງຈະອັດລົງ. ແຫລ່ງຂ່າວ:
ຂ່າວເຫດການ
2016-03-29T12:47:55+00:00
https://laopost.com/?p=52027
ເດັກເກີດໃໝ່ເພດຍິງຖືກຝັງທັງເປັນທີ່ອິນເດຍ! ໂຊກດີທີ່ຊ່ວຍຊີວິດໄດ້ທັນ
ເມື່ອວັນທີ 29 ມີນາ 2017 ເວັບໄຊ ອິນຄວິສິດ ລາຍງານເລື່ອງລາວສະເທືອນໃຈຂອງເດັກເກີດໃໝ່ເພດຍິງຊາວອິນເດຍ ທີ່ຖືກຝັງທັງເປັນ ໃນເຂດ ໄຊປຸຣະ ລັດໂອຣິສາ ພາກຕະເວັນອອກຂອງອິນເດຍ ແຕ່ໂຊກດີຊາວບ້ານໄດ້ໄປພົບ ແລະ ຊ່ວຍຂຸດຂຶ້ນມາຊ່ວຍຊີວິດໄດ້ທັນ ລາຍງານແຈ້ງວ່າ ມີເດັກຍິງຄົນໜຶ່ງບັງເອີນໄປຫຼິ້ນໃນບໍລິເວນນັ້ນ ແລະ ສັງເກດເຫັນຕີນຂອງເດັກນ້ອຍໂຜ່ຂຶ້ນມາຈາກພື້ນດິນ ຈິ່ງໄດ້ແລ່ນໄປໝູ່ບ້ານຢູ່ບໍລິເວນໃກ້ຄຽງເພື່ອຂໍຄວາມຊ່ວຍເຫຼືອ ຈາກນັ້ນຊາວບ້ານຈິ່ງຟ້າວພາກັນມາຊ່ວຍເດັກເກີດໃໝ່ຄົນນີ້ທີ່ຖືກຝັງຢຸ່ໃນຂຸມດິນຊາຍ ແລະ ນຳຕົວເດັກສົ່ງໂຮງໝໍ “ເດັກເກີດໃໝ່ມີສຸຂະພາບດີສົມບູນ ແລະ ມີນ້ຳໜັກຢູ່ທີ່ 2.5 ກິໂລກຣາມ ສາຍແຮ່ຂອງເດັກຍັງຄົງສະພາບປົກກະຕິ ສ່ວນຮ່າງກາຍຍັງຫໍ່ຫຸ້ມດ້ວຍໄຂທາຣົກ ຕອນນີ້ເດັກເກີດໃໝ່ຄົນດັ່ງກ່າວຍັງຄົງຢູ່ໃນການດູແລຂອງແພດໝໍ ເຊິ່ງທາງແພດໝໍທີ່ໂຮງໝໍ ໄດ້ຕັ້ງຊື່ໃຫ້ເດັກຍິງຄົນນີ້ວ່າ “ທາຣິຄຣີ” ເຊິ່ງເປັນພາສາສັນສະກິດທີ່ມີຄວາມໝາຍວ່າ ແຜ່ນດິນ ສ່ວນເລື່ອງການສືບສວນຫາສາເຫດ ທາງເຈົ້າໜ້າທີ່ຕຳຫຼວດໄດ້ສັນນິຖານວ່າ ສາເຫດທີ່ເດັກຄົນນີ້ຖືກຖິ້ມອາດເປັນເພາະເດັກເກີດມາເປັນເພດຍິງ ແລະ ອາດເກີດຈາກແມ່ທີ່ບໍ່ໄດ້ແຕ່ງງານ ໃນຂະນະທີ່ຄອບຄົວຊາວອິນເດຍມັກຈະຫຼີກລ່ຽງການດູແລເດັກເພດຍິງ ຖືກເບິ່ງວ່າເປັນພາລະໜີ້ສິນ ເນື່ອງຈາກຕ້ອງເສຍຄ່າສິນສອດໃນການແຕ່ງງານເຖິງຈະອອກເຮືອນໄປກໍ່ຕາມ ສ່ວນເດັກເພດຊາຍຈະຖືກເບິ່ງວ່າເປັນຊັບສົມບັດເພາະເມື່ອໃຫຍ່ຂຶ້ນມາຈະເປັນຄົນເຮັດວຽກຫາເງິນມາລ້ຽງຄອບຄົວ.
ຂ່າວຕ່າງປະເທດ
2017-03-30T10:15:40+00:00
https://laopost.com/?p=87776
ສະເກີຣ໌ເທລ ປະຕິເສດຂໍ້ກ້າວຫາແລ້ວ! ລໍຖ້າຟັງຄໍາຕັດສິນຈາກ ເອຟເອ
ສະເກີຣ໌ເທລ ປະຕິເສດຂໍ້ກ້າວຫາແລ້ວ! ລໍຖ້າຟັງຄໍາຕັດສິນຈາກ ເອຟເອ ສະກາຍສະປອຣ໌ຕສ໌ ສື່ຂອງເມືອງຜູ້ດີ ລະບຸ ມາຣ໌ຕິນ ສະເກີຣ໌ເທລ ປະຕິເສດຂໍ້ກ້າວຫາຫຼິ້ນຮຸນແຮງເກີນກວ່າເຫດຈາກທາງ ເອຟເອແລ້ວ ຫຼັງຈາກທີ່ລາວຖືກຕັ້ງຂໍ້ຫາໄປຢຽບ ດາບິດ ເດເຄອາ ຜູ້ຮັກສາປະຕູ ຂອງທີມ ແມນເຊັສເຕີ ຢູໄນເຕັດ ໂດຍແຈ້ງວ່າເປັນອຸປະຕິເຫດເທົ້ານັ້ນ ຊຶ່ງຄາດວ່າຄໍາຕັດສິນສິນຈາກສະມາຄົມລູກໜັງເມືອງຜູ້ດີຈະມີຂຶ້ນໃນມື້ນີ້ ມາຣ໌ຕິນ ສະເກີຣ໌ເທລ ກອງຫຼັງລີເວີຣ໌ພູລ ຍອດສະໂມສອນແຫ່ງເວທີ ພຣີເມຍລີກ ອັງກິດ ປະຕິເສດຂໍ້ກ່າວຫາຂອງ ເອຟເອ ທີ່ລະບຸວ່າລາວຫຼິ້ນຮຸນແຮງເກີນກວ່າເຫດແລ້ວ ຕາມການລາຍງານຂອງສະກາຍສະປອຣ໌ຕ ສື່ກິລາຊື່ດັງຂອງປະເທດອັງກິດ ສະເກີຣ໌ເທລ ຖືກຕັ້ງຂໍ້ຫາຈາກເຫດການໃນເກັມລີກນັດ ແດງເດືອດ ໃນວັນທີ 22 ມີນາ 2015 ທີ່ຜ່ານມາ ຈາກຫດການທີ່ລາວໄປຢຽບໃສ່ທາງ ເດເຄອາ ມືໂກລ໌ຂອງ ຜີສາດແດງ ແມນ.ຢູໄນເຕັດ ແຕ່ຢ່າງໃດກໍ່ຕາມ ມາຣ໌ຕິນສະເກີຣ໌ເທລໄດ້ອອກມາຢືນຢັນວ່າລາວບໍ່ໄດ້ຕັ້ງໃຈຢຽບໃສ ເດເຄອາ ເລີຍ ໂດຍຊີ້ແຈງວ່າມັນເປັນພຽງອຸປະຕິເຫດ ເປັນເຫດການທີ່ບໍ່ໄດ້ຕັ້ງໃຈ ເທົ້ານັ້ນ. ຄາດກັນວ່າ ເອຟເອ ຈະມີຄໍາຕັດສິນເຖີງປະເດນນີ້ໃນວັນພຸດ ທີ25 ມີນາ 2015 ນີ້ໂດຍຫາກມີການຕັດສິນວ່າ ສະເກີຣ໌ເທລ ຜິດແທ້ ລາວກໍ່ຈະຖືກແບນໝົດສິດທີ່ລະຈົງຫຼິ້ນໃນສະໜາມເຖີງ 3 ນັດທັນທີ.
ຂ່າວພາຍໃນ
2015-03-25T08:05:08+00:00
https://laopost.com/?p=21790
ລັດຖະບານອອກນະໂຍບາຍສົ່ງເສີມການນຳໃຊ້ລົດໄຟຟ້າຢູ່ລາວ
ລັດຖະບານແຫ່ງ ສປປ ລາວ ໄດ້ອອກນະໂຍບາຍໃໝ່ເພື່ອສົ່ງເສີມການນຳໃຊ້ລົດໄຟຟ້າ ເພື່ອເປັນການຫຼຸດຜ່ອນການນຳເຂົ້ານໍ້າມັນເຊື້ອໄຟ ທັງຫຼຸດຜ່ອນມົນລະພິດຈາກການນຳໃຊ້ລົດທີ່ແລ່ນດ້ວຍນໍ້າມັນ ແລະສົ່ງເສີມການນຳໃຊ້ພະລັງງານໄຟຟ້າ. ອີງຕາມມະຕິວ່າດ້ວຍການຮັບຮອງ ແລະປະກາດໃຊ້ນະໂຍບາຍການນຳໃຊ້ລົດໄຟຟ້າຢູ່ ສປປ ລາວ ເລກທີ 08/ລບ, ລົງວັນທີ 4 ຕຸລາ 2021, ລັດຖະບານເຫັນດີໃຫ້ປະຕິບັດຕາມນະໂຍບາຍທີ່ກຳນົດຕາມກົດໝາຍ ແລະລະບຽບການທີ່ກ່ຽວຂ້ອງເພື່ອສົ່ງເສີມທຸລະກິດນຳເຂົ້າ ແລະຈຳໜ່າຍລົດໄຟຟ້າ ທັງບໍ່ຈຳກັດໂກຕ້າການນຳເຂົ້າລົດດັ່ງກ່າວ ໂດຍມຸ່ງເປົ້າອັດຕາການຊົມໃຊ້ລົດໄຟຟ້າໃຫ້ໄດ້ 1% ໃນປີ 2025 ແລະ 30% ໃນປີ 2030. ສ່ວນລົດໄຟຟ້າທີ່ນຳເຂົ້າ ຕ້ອງຮັບປະກັນຄຸນນະພາບ ແລະຄວາມປອດໄພດ້ານເຕັກນິກຕາມມາດຕະຖານສາກົນ, ກຳນົດປ້າຍ ຫຼື ເຄື່ອງໝາຍເປັນສັນຍະລັກສະເພາະສຳລັບລົດໄຟຟ້າ, ພ້ອມມີສູນບໍລິການຫຼັງການຂາຍ, ສ້ອມແປງ ແລະປ່ຽນຖ່າຍອຸປະກອນຕ່າງ ລວມທັງມີລະບົບກຳຈັດ-ຈັດການໝໍ້ໄຟ ແລະສິ່ງເສດເຫຼືອທີ່ເສື່ອມຄຸນນະພາບ ເພື່ອຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ. ລັດຖະບານຍັງໄດ້ສົ່ງເສີມບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະຕ່າງປະເທດດຳເນີນການລົງທຶນສ້າງໂຮງງານຜະລິດສິ້ນສ່ວນອຸປະກອນ, ອາໄຫຼ່ ເພື່ອສະໜອງທັງພາຍໃນ ແລະຕ່າງປະເທດ, ລວມທັງລົງທຶນພັດທະນາສະຖານີບໍລິການສາກລົດໄຟຟ້າຕາມຈຸດຕ່າງໆທົ່ວປະເທດ ໂດຍກຳນົດນະໂຍບາຍທີ່ເໝາະສົມດ້ານພາສີ, ອາກອນການນຳເຂົ້າ ພ້ອມກັນນັ້ນ, ກໍໄດ້ກຳນົດໂຄງສ້າງດ້ານລາຄາໄຟຟ້າທີ່ເໝາະສົມ ຂະນະທີ່ລັດວິສາຫະກິດໄຟຟ້າລາວ ເປັນຜູ້ບໍລິການຕິດຕັ້ງໄຟຟ້າສຳລັບເຄື່ອງສາກໄຟຟ້າ ໂດຍບໍ່ເກັບຄ່າໝໍ້ນັບໄຟຕາມທີ່ຢູ່ອາໄສ, ສຳນັກງານຫ້ອງການຕ່າງໆ ເພື່ອຮັບປະກັນຄວາມປອດໄພດ້ານເຕັກນິກ. ຜູ້ໃຊ້ລົດໄຟຟ້າແມ່ນຈະໄດ້ເສຍຄ່າທາງຕໍ່າກວ່າ 30% ຂອງລົດທີ່ແລ່ນດ້ວຍນໍ້າມັນ ຕາມກໍລະນີຄວາມແຮງທຽບເທົ່າກັນ ພ້ອມໃຫ້ບູລິມະສິດບ່ອນຈອດລົດໄຟຟ້າຕາມຈຸດ ຫຼື ສະຖານທີ່ບໍລິການສາກລົດໄຟຟ້າ ຢູ່ສະຖານທີ່ສາທາລະນະ.
ຂ່າວພາຍໃນ
2021-10-08T12:49:08+00:00
https://laopost.com/?p=128362
ໄທບັນຫາໜັກ ນັກຮຽນຂໍມີເຊັກແລກ iPhone 6
ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 9 ພະຈິກ ທີ່ຜ່ານມາວ່າ ໃນເວັບບອດຊື່ດັງພັນທິບດັອດຄອມ ໄດ້ມີຜູ້ເຂົ້າມາຕັ້ງກະທູ້ທີ່ມີຊື່ວ່າ “ ອ້າຍໆ ນ້ອງຂໍຊື້ໄອໂຟນ6 ແຕ່ເງິນບໍ່ພໍ ຂໍຈ່າຍເປັນ…??…ໄດ້ບໍ?” ໂດຍ ເຈົ້າຂອງກະທູ້ທີ່ຊື່ ທ່ານບໍ່ມີວັນເດິນດຽວດາຍ ອ້າງວ່າເປັນເຫດການຈິງທີ່ເກີດຂຶ້ນກັບຮ້ານຂາຍ ໂທລະສັບມືຖືຂອງໝູ່ໂຕເອງ ໂດຍເປັນຮູບພາບການແຊດລົມກັນລະຫວ່າງ ເດັກນ້ອຍນັກຮຽນໄທທີ່ຄາດວ່າຈະເປັນ ນັກຮຽນມັດທະຍົມຕອນຕົ້ນ ກັບເຈົ້າຂອງຮ້ານຂາຍໂທລະສັບ ໂດຍມີການສອບຖາມແລະຕໍ່ລອງລາຄາມືຖື ໄອໂຟນ 6 ແຕ່ເມື່ອເດັກຍິງຄົນດັ່ງກ່າວພົບວ່າ ຕົນເອງເງິນບໍ່ພໍ 3,900 ບາດ ຈຶ່ງສາມາດຊື້ໂທລະສັບໄອໂຟນ 6 ໄດ້ ເຈົ້າໂຕຈຶ່ງຂໍນອນນຳເຈົ້າຂອງຮ້ານ ເພື່ອແລກກັບໂທລະສັບມືຖືທີ່ຢາກໄດ້ ແລະເມື່ອເຈົ້າຂອງຮ້ານບອກປະຕິເສດ ໂດຍໃຫ້ເຫດຜົນວ່າຮັກພັນລະຍາ ພ້ອມຖາມວ່າອາຍຸຈັກປີແລ້ວ ແລະຕັກເຕືອນດ້ວຍຄວາມຫວັງດີ ເດັກນ້ອຍຍິງຄົນດັ່ງກ່າວພັດຕອກກັບດ້ວຍ ຄຳຫຍາບຄາຍວ່າ: ຢ່າເສືອກ ເມື່ອຜູ້ຄົນໃນສັງຄົມອອນລາຍນ໌ ຕ່າງກໍຕົກຕະລຶງກັບການກະທຳຂອງເດັກຍິງ ແລະວິຈານເຖິງຄວາມບໍ່ເໝາະສົມຢ່າງຫຼວງຫຼາຍ
ຂ່າວຕ່າງປະເທດ
2014-11-11T15:32:22+00:00
https://laopost.com/?p=13554
ນາຍົກເນັ້ນ! ວຽກງານ 3 ສ້າງໃຫ້ແຕ່ລະຂະ­ແໜງ­ການຄົ້ນ­ຄວ້າຕີລາ­ຄາມາດ­ຖານເງື່ອນ­ໄຂ
ກອງປະ­ຊຸມສະ­ຫຼຸບການ­ຈັດ­ຕັ້ງປະ­ຕິ­ບັດວຽກງານຂະ­ແໜງພາຍໃນ ແລະ ວຽກງານ 3 ສ້າງ ປີ 2018 ແລະ ທິດທາງແຜນ­ການປີ 2019 ສຳ­ເລັດວັນທີ 13 ກຸມ­ພາ 2019 ພາຍ­ຫຼັງດຳ­ເນີນມາເປັນເວ­ລາ 2 ວັນ ໂດຍການເປັນປະ­ທານຂອງ ທ່ານ ຄຳໝັ້ນ ສູນວິເລີດ ລັດ­ຖະ­ມົນ­ຕີກະ­ຊວງພາຍໃນ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ທອງລຸນ ສີສຸລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ມີບັນ­ດາຮອງລັດ­ຖະ­ມົນ­ຕີ ຫົວ­ໜ້າຫ້ອງ­ການ ແລະ ຫົວ­ໜ້າກົມຈັດຕັ້ງ-ພະ­ນັກ­ງານກະ­ຊວງ ອົງ­ການລັດທຽບເທົ່າກະ­ຊວງ ອົງການ­ຈັດ­ຕັ້ງມະ­ຫາ­ຊົນຂັ້ນສູນກາງ ແລະ ບັນ­ດາຮອງເຈົ້າ­ແຂວງ ຮອງເຈົ້າຄອງນະ­ຄອນ­ຫຼວງ ບັນ­ດາເຈົ້າ­ເມືອງ-ຮອງເຈົ້າ­ເມືອງ ເຈົ້ານະ­ຄອນ-ຮອງເຈົ້ານະ­ຄອນ ແລະ ຫົວ­ໜ້າພະແນກພາຍໃນແຂວງ-ນະ­ຄອນ­ຫຼວງທົ່ວປະ­ເທດ ພ້ອມດ້ວຍພະ­ນັກ­ງານ-ວິ­ຊາການກະ­ຊວງພາຍໃນເຂົ້າຮ່ວມ. ກອງປະ­ຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງສະ­ຫຼຸບການ­ຈັດ­ຕັ້ງປະ­ຕິ­ບັດວຽກງານຂະ­ແໜງພາຍໃນ ແລະ ການປະ­ຕິ­ບັດວຽກງານ 3 ສ້າງໄລ­ຍະໜຶ່ງປີ­ຜ່ານ­ມາ ແລະ ທິດທາງແຜນການ­ຈັດ­ຕັ້ງປະ­ຕິ­ບັດວຽກງານໜຶ່ງປີຕໍ່­ໜ້າ ທີ່ໄດ້ຍົກໃຫ້ເຫັນຜົນ­ງານທີ່ປະ­ຕິ­ບັດສຳ­ເລັດ ດ້ານດີ ຈຸດອ່ອນ ຂໍ້­ຄົງ­ຄ້າງ ທີ່ຂະ­ແໜງພາຍໃນຈະໄດ້ສືບ­ຕໍ່ແກ້ໄຂໃຫ້ສຳ­ເລັດ ແລະ ແຜນວຽກທີ່ຈະສືບ­ຕໍ່ຈັດຕັ້ງປະ­ຕິ­ບັດໃນ­ຕໍ່­ໜ້າ ພ້ອມນັ້ນ ກອງປະ­ຊຸມຍັງໄດ້ຮັບຟັງລາຍງານກ່ຽວກັບການ­ຈັດ­ຕັ້ງປະ­ຕິ­ບັດ ບາງວຽກງານຈຸດສຸມຂອງຂະ­ແໜງພາຍໃນ ເປັນ­ຕົ້ນ ວຽກງານປັບ­ປຸງກົງ­ຈັກການ­ຈັດ­ຕັ້ງລັດ ວຽກງານຄຸ້ມຄອງລັດ­ຖະ­ກອນ ການ­ຈັດ­ຕັ້ງປະ­ຕິ­ບັດວຽກງານແກ້ໄຂເຂດແດນເຊື່ອມຕໍ່ ແລະ ບາງເນື້ອໃນ ຄຳແນະ­ນຳການ­ຈັດ­ຕັ້ງປະ­ຕິ­ບັດກົດ­ໝາຍວ່າດ້ວຍທະ­ບຽນຄອບ­ຄົວ. ສຳ­ລັບວຽກງານ 3 ສ້າງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ຄົ້ນ­ຄວ້າຕີລາ­ຄາ ມາດ­ຖານເງື່ອນ­ໄຂວຽກງານສາມສ້າງຂອງແຕ່ລະຂະ­ແໜງ­ການ ທີ່ໄດ້ຮັບ­ຮອງແລ້ວດ້ວຍການປະເມີນຄືນ ການປະ­ຕິ­ບັດຕາມມາດ­ຖານເງື່ອນ­ໄຂດັ່ງ­ກ່າວ ຢູ່ທ້ອງ­ຖິ່ນໄດ້ຮັບການ­ຈັດ­ຕັ້ງປະ­ຕິ­ບັດ ຕາມມາດ­ຖານເງື່ອນ­ໄຂນັ້ນແນວ­ໃດ ແລະ ມີຜົນ­ສຳ­ເລັດດ້ານໃດແດ່ ຕິດ­ຕາມກວດ­ກາການ­ຈັດ­ຕັ້ງປະ­ຕິ­ບັດຢ່າງເປັນປົກ­ກະ­ຕິ ເພື່ອໃຫ້ທ້ອງ­ຖິ່ນ (ບັນ­ດາແຂວງ ແລະ ເມືອງ) ຕ້ອງປະ­ຕິ­ບັດຕາມຂອບເຂດສິດ ຄວາມຮັບ­ຜິດ­ຊອບທີ່ໄດ້ຮັບ ແລະ ຢູ່ພາຍໃຕ້ລະ­ບຽບ-ກົດ­ໝາຍ ພ້ອມກັນນັ້ນ ວຽກປົກ­ຄອງທ້ອງ­ຖິ່ນໃຫ້ເອົາ­ໃຈ­ໃສ່ກຳໃຫ້ໄດ້ຈຳ­ນວນປະ­ຊາ­ກອນ ພົນ­ລະ­ເມືອງຂອງລາວ ຂຶ້ນບັນ­ຊີ ຫຼື ລົງ­ທະ­ບຽນພົນ­ລະ­ເມືອງຢ່າງມີວິ­ທະ­ຍາ­ສາດ ເອົາ­ໃຈ­ໃສ່ວຽກງານຈົດທະ­ບຽນ ແລະ ອອກໃບ­ຢັ້ງ­ຢືນການເກີດການໃຫ້ສັນ­ຊາດ ແລະ ຂໍປະສັນ­ຊາດ ຄົ້ນ­ຄວ້າແກ້ໄຂບັນ­ຫາການສ້າງຄອບ­ຄົວທີ່ບໍ່ຖືກ­ຕ້ອງຂອງພົນ­ລະ­ເມືອງລາວ ຢູ່ຕາມບໍ­ລິ­ເວນຊາຍແດນຮ່ວມກັບຂະ­ແໜງ­ການກ່ຽວ­ຂ້ອງ ແລະ ທ້ອງ­ຖິ່ນ ສືບ­ຕໍ່ພັດ­ທະ­ນາຖານຂໍ້ມູນພົນ­ລະ­ເມືອງ ເພື່ອເປັນເງື່ອນ­ໄຂສະ­ດວກໃນການຄຸ້ມຄອງປະ­ຊາ­ກອນພົນ­ລະ­ເມືອງຊົນ­ເຜົ່າ ສາ­ສະ­ໜາ ແລະ ອົງການ­ຈັດ­ຕັ້ງທາງສັງ­ຄົມ ພ້ອມທັງເພື່ອບັນ­ລຸເປົ້າໝາຍການຈົດທະ­ບຽນການເກີດຂອງເດັກໃຫ້ໄດ້ 70% ໃນປີ 2024 ຕາມທີ່ໄດ້ຮັບ­ຮອງກັບອົງການ­ຈັດ­ຕັ້ງສາ­ກົນ ສ່ວນວຽກງານຊົນ­ເຜົ່າ ເພີ່ມທະ­ວີເອົາ­ໃຈ­ໃສ່ ວຽກງານຄຸ້ມຄອງເຜົ່າເຮັດໃຫ້ບັນ­ດາ­ເຜົ່າ ໄດ້ຮັບການພັດ­ທະ­ນາທີ່ເທົ່າທຽມກັນ ແລະ ເພີ່ມທະ­ວີເອົາ­ໃຈ­ໃສ່ຄຸ້ມຄອງການເຜີຍ­ແຜ່ສາ­ສະ­ໜາ ໃນການສ້າງແຜນ­ທີ່ເນັ້ນໃຫ້ມີຄວາມຖືກ­ຕ້ອງ ຊັດເຈນ ສອດ­ຄ່ອງກັບສະ­ພາບຄວາມເປັນຈິງ. ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່
ຂ່າວທ້ອງຖິ່ນ
2019-02-19T09:34:32+00:00
https://laopost.com/?p=110799
ຮິນລາຣີ ຄລິນຕັນ ປະກາດລົງສະໝັກຊິງຕຳແໜ່ງ ປະທານາທິບໍດີສະຫະລັດ ຢ່າງເປັນທາງການ
ທ່ານ ນາງ ຮິນລາຣີ ຄລິນຕັນ ປະກາດລົງແຂ່ງຂັນຮັບສະໝັກ ຊິງຕຳແໜ່ງປະທານາທິບໍດີ ແຫ່ງ ສະຫະລັດອາເມຣິກາຢ່າງເປັນທາງການ. ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 13 ເມສານີ້ວ່າ ໃນມື້ວັນອາທິດຜ່ານມານີ້ (12 ເມສາ) ເວລາ 15:00 ໂມງ ຕາມເວລາໃນທ້ອງຖິ່ນ ຫລື ກົງກັບເວລາ 02:00 ໂມງ ຕາມເວລາໃນປະເທດລາວ ທ່ານ ນາງ ຮິນລາຣີ ຄລິນຕັນ ອະດີດສະຕີໝາຍເລກໜຶ່ງ ແລະ ອະດີດລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະລັດອາເມຣິກາ ໄດ້ເຜີຍແຜ່ຄລິບວີດີໂອລົງທາງເວັບໄຊຫາສຽງຂອງນາງເອງ ເພື່ອປະກາດຕົນລົງແຂ່ງຂັນເພື່ອຄັດເລືອກເປັນຕົວແທນຂອງພັກປະຊາທິປັດ ຫລື ພັກເດໂມແຄຣັດ ສຳລັບການລົງສະໝັກຮັບເລືອກຕັ້ງ ຕຳແໜ່ງປະທານາທິບໍດີສະຫະລັດອາເມຣິກາຢ່າງເປັນທາງການ. ທັງນີ້ ທ່ານ ນາງ ຄລິນຕັນ ອາຍຸ 67 ປີ ໄດ້ອອກມາປະກາດຕົນລົງຮັບສະໝັກປະທານາທິບໍດີສະຫະລັດ ເປັນຄົນທີສາມແລ້ວ ຕາມຫລັງ ທ່ານ ຊິກເທັດ ຄຣູດ ຜູ້ແທນຈາກພັກສາທາລະນະ ຫລື ຣິພັບລິກັນ ແລະ ທ່ານ ແຣນ ພອນ ເຊິ່ງຫາກໍປະກາດຕົນລົງສະຮັບສະໝັກກ່ອນໜ້ານີ້ບໍ່ເທົ່າໃດອາທິດ.
ຂ່າວຕ່າງປະເທດ
2015-04-13T14:36:02+00:00
https://laopost.com/?p=22845
ປະຊາຊົນຮຽກຮ້ອງໃຫ້ລັດຖະບານພິຈາລະນາຄືນໃໝ່ກ່ຽວກັບການກຳນົດລາຄາໄຟຟ້າແບບໃໝ່
ກະແສສັງຄົມທີ່ມາແຮງແຊງການລະບາດຂອງໂຄວິດ-19 ໃນລາວຕອນນີ້ ແມ່ນເລື່ອງກ່ຽວກັບຄ່າໄຟ­ຟ້າທີ່ມີການເໜັງຕີງຂຶ້ນຫຼາຍ ນັບແຕ່ເດືອນ ເມສາ 2020 ເຊິ່ງເປັນເດືອນທີ່ເກັບຄ່າຊົມ­ໃຊ້ຂອງເດືອນ ມີນາ 2020 ຕາມລາ­ຄາເກົ່າ ສ່ວນເດືອນພຶດສະພາ 2020 ເກັບຄ່າຊົມ­ໃຊ້ຂອງເດືອນ ເມສາ 2020 ນັ້ນ. ຜ່ານມາການເກັບຄ່າໄຟມີການເກັບຫຼາຍລະ­ດັບແຕກຕ່າງກັນ ສະ­ເພາະໄຟ­ຟ້ານີ້ ປະ­ເພດທີ່­ຢູ່ອາ­ໄສ ມີ 6 ຂັ້ນ ຈາກລາ­ຄາຕໍ່າສຸດ 348 ກີບ ຫາ 999 ກີບ ຕໍ່ໜຶ່ງກິໂລວັດ ໃນນັ້ນ ໄດ້ກຳ­ນົດປະ­ລິ­ມານຊົມ­ໃຊ້ແມ່ນ 0-25 ກິໂລວັດ ເປັນລາ­ຄາຕໍ່າສຸດ. ແຕ່ປັດຈຸບັນ ທາງລັດວິສາຫະກິດໄຟ­ຟ້າລາວໄດ້ມີການແຈ້ງປັບປ່ຽນໂຄງສ້າງລາ­ຄາໄຟ­ຟ້າໃໝ່ ແຕ່ 2020 ຫາ ປີ 2025 ໂດຍໃຫ້ເລີ່ມປະ­ຕິ­ບັດນັບແຕ່ເດືອນພຶດ­ສະ­ພາ 2020 ເປັນ­ຕົ້ນໄປ ພາກສ່ວນທີ່­ຢູ່ອາ­ໄສ ໄດ້ຫຼຸດລາ­ຄາຈາກອັດ­ຕາຄິດ­ໄລ່ 6 ຂັ້ນ ມາເປັນຂັ້ນດຽວ ລາ­ຄາ 710 ກີບ/kWh ແຕ່ມີນະ­ໂຍ­ບາຍຫຼຸດລາ­ຄາລົງ 50% ຕໍ່ຜູ້ໃຊ້ໄຟບໍ່ເກີນ 150 kWh ລາ­ຄາ 355 ກີບ/kWh. ຍ້ອນວ່າອາ­ກາດປະ­ເທດເຮົາຢູ່ໃນລະ­ດັບຮ້ອນ ເລີ່ມແຕ່ຕົ້ນເດືອນເມ­ສາເປັນ­ຕົ້ນມາ ເພື່ອຕໍ່­ສູ້ກັບການລະ­ບາດຂອງພະ­ຍາດ COVID-19 ເຮັດໃຫ້ປະຊາຊົນຢູ່ເຮືອນຫຼາຍຂຶ້ນ ແນ່­ນອນການຊົມ­ໃຊ້ໄຟ­ຟ້າຫຼາຍຂຶ້ນ ແຕ່ການຄິດໄລ່ແບບໃໝ່ນີ້ ມັນເຮັດໃຫ້ຄ່າໄຟຟ້າສູງຂຶ້ນຫຼາຍເທົ່າ ແລະ ສົ່ງຜົນກະທົບຕໍ່ປະຊາຊົນໃນວົງກວ້າງ ໂດຍປະຊາຊົນໄດ້ເຮັດການສົມທຽບການຄິດໄລ່ ລາຄາແບບໃໝ່ ແລະ ແບບເກົ່າຂຶ້ນ ເພື່ອໃຫ້ເຫັນຄວາມແຕກຕ່າງຂອງການຄິດໄລ່ທັງສອງແບບ. ລາ­ຄາໃໝ່ນີ້ ສ່ອງແສງໃຫ້ເຫັນຢ່າງຊັດເຈນວ່າ ບໍ່ໄດ້ດັດ­ແປງລາ­ຄາໃຫ້ຖືກລົງ ເບິ່ງລວມໆຄືຖືກລົງ ແຕ່ໃນແຜນຄິດ­ໄລ່ຍັງຄົງບໍ່ຫຼຸດປະ­ລິ­ມານການຊົມ­ໃຊ້ໃນລາ­ຄາຕໍ່າສຸດໃຫ້ສູງຂຶ້ນ. ສະ­ນັ້ນ, ໃນການຄິດໄລ່ລາ­ຄາໄຟ­ຟ້າໃໝ່ນີ້ ຈຶ່ງສົ່ງຜົນກະ­ທົບຕໍ່ຫຼາຍຄອບຄົວໂດຍສະເພາະຄອບຄົວທີ່ມີລາຍຮັບຢູ່ໃນລະດັບປານກາງຫາຕໍ່າ. ດັ່ງນັ້ນ, ປະຊາຊົນສ່ວນໃຫຍ່ໃນສັງຄົມຈຶ່ງຮຽກຮ້ອງໃຫ້ລັດຖະບານພິຈາລະນາຄືນໃໝ່ກ່ຽວກັບການກຳນົດລາຄາໄຟຟ້າແບບໃໝ່. ບົດໂດຍ: ພຸດສະດີ
ຂ່າວທ້ອງຖິ່ນ
2020-05-15T14:08:25+00:00
https://laopost.com/?p=119211
ປະກາດລົດທີ່ໂຊກດີຈາກ ການຕິດສະຕິກເກີລາວໂພສຕ໌ ຄັ້ງທຳອິດ
ພາຍຫຼັງທີ່ເວັບໄຊລາວໂພສຕ໌ໄດ້ແຈກສະຕິກເກີ ຊຸດທຳອິດໄປເປັນທີ່ຮຽບຮ້ອຍກໍໄດ້ມີ ແຟນໆຂອງລາວໂພສຈຳນວນຫຼວງຫຼາຍ ສົ່ງຮູບພາບຈຳຫຼາຍເຂົ້າມາສູ່ເວັບໄຊຂອງພວກເຮົາ ດັ່ງນັ້ນ, ມາເຖິງວັນທີ 11 ມິຖຸນາ 2015 ທາງທີມງານການຕະຫຼາດຂອງເວັບໄຊ ຈຶ່ງໄດ້ທຳການຈັບສະຫຼາກເພື່ອແຈກໂຊກ ໃຫ້ແກ່ແຟນໆ ທີ່ໄດ້ຕິດສະຕິກເກີດັ່ງກ່າວ ຈຳນວນ 5 ຜູ້ໂຊກດີ ເຊິ່ງລາຍລະອຽດຮູບແລະປ້າຍລົດທີ່ໂຊກດີ ມີດັ່ງນີ້: 1. ລົດເກັງ ຮຸນໄດ ທະບຽນ ກຜ 3819 ກຳແພງນະຄອນ 2. ລົດຈັກຮອນດ້າ ທະບຽນ ຈອ 8602 ກຳແພງນະຄອນ 3. ລົດຈັກ ຮອນດ້າເວັບ ທະບຽນ ດກ 9856 ກຳແພງນະຄອນ 4. ລົດຈັກ ຮອນດ້ານເວັບ ທະບຽນ ຍຜ 0523 ກຳແພງນະຄອນ 5. ລົດຈັກ ທະບຽນ ຈຂ 2342 ກຳແພງນະຄອນ ຜູ້ທີ່ເປັນເຈົ້າຂອງລົດທີ່ປາກົດໃນຮູບນີ້ ຂໍໃຫ້ສົ່ງຫຼັກຖານຄື ຖ່າຍຮູບໃບທະບຽນລົດຂອງຕົນ ພ້ອມດ້ວຍເລກບັນຊີທະນາຄານ ສົ່ງເຂົ້າມາທີ່ເຟສບຸກເພຈ ລາວໂພສຕ໌ (www.facebook.com/12laopost) ແລ້ວທີມງານຈະໂອນເງິນລາງວັນຄ່ານ້ຳມັນລົດ 100,000 ກີບ ເຂົາບັນຊີໃຫ້ທ່ານ ຫຼືທ່ານສະດວກມາຮັບດ້ວຍຕົນເອງ ກໍຂໍໃຫ້ຖືໃບທະບຽນລົດທີ່ຖືກລາງວັນ ເຂົ້າຮັບລາງວັນທີ່ສຳນັກຂ່າວ ລາວໂພສຕ໌.ຄອມ ທີ່ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂທ: 020 77791133. ຫຼືຖ້າຫາກທ່ານເປັນຄົນໃຈບຸນ ຢາກບໍລິຈາກຕໍ່ໃຫ້ກັບສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ຫຼື ກຸ່ມອາສາຜູ້ໃຫ້ ກໍໄດ້ ຂໍພຽງທ່ານແຈ້ງເຈດຈຳນົງມາ ພ້ອມກັບຖ່າຍຮູບໃບທະບຽນລົດຂອງທ່ານສົ່ງມາຫາທີມງານລາວໂພສຕ໌ ເຮົາຈະຈັດການໃຫ້ ແລະຈະປະກາດລາຍຊື່ຂອງທ່ານເປັນຜູ້ ຊ່ວຍເຫຼືອສັງຄົມຕໍ່ໄປ. ສຳລັບຜູ້ສົນໃຈຢາກຈະຖືກລາງວັນ ຫຼືຢາກຕິດໂລໂກ້ລາວໂພສຕ໌.ຄອມ ງ່າຍໆ ເມື່ອທ່ານໄດ້ຮັບສະຕິກເກີແລ້ວ ໃຫ້ຕິດໃສ່ລົດຂອງທ່ານ ແລ້ວຖ່າຍຮູບສົ່ງໃຫ້ທີມງານຂອງພວກເຮົາ ຊ່ອງທາງ www.facebook.com/12laopost ຫຼືພວກເຮົາຫາກພົບເຫັນຢູ່ບ່ອນໃດ ຈະຖ່າຍຮູບເອົາມາຈັບສະຫຼາກ ປະກາດຜູ້ໂຊກດີລົງເທິງໜ້າເວັບໄຊ ແລະເພຈ www.facebook.com/12laopost (ເຊິ່ງສະຕິກເກີດັ່ງກ່າວ ທາງທີມງານພວກເຮົາຈະແຈກໃຫ້ລ້າໆ ຜ່ານວິທີການຕ່າງໆ). ສະແດງຄວາມດີໃຈກັບຜູ້ໂຊກດີ ທີ່ໄດ້ຮັບລາງວັນຄ່ານ້ຳມັນລົດທຸກໆ ທ່ານ ຂໍໃຫ້ທ່ານໂຊກດີອີກໃນຄັ້ງຕໍ່ໆໄປ ຂໍຂອບໃຈທຸກໆ ທ່ານທີ່ຕິດຕາມຜົນງານຂອງທີມຂ່າວ ລາວໂພສຕ໌.ຄອມ ຫວັງວ່າທ່ານຈະໂຊກດີໃນຄັ້ງຕໍ່ໆ ໄປເຊັ່ນດຽວກັນ. ທີມງານການຕະຫຼາດລາວໂພສຕ໌.ຄອມ
ຂ່າວພາຍໃນ
2015-06-11T23:13:45+00:00
https://laopost.com/?p=27940
ດູໄບ ຂາດແຄນຜູ້ຍິງຢ່າງໜັກ ມີຜູ້ຊາຍຫລາຍກ່ວາຜູ້ຍິງເຖິງ 3 ເທົ່າ!
ດູໄບ ກຳລັງຂາດແຄນຜູ້ຍິງຢ່າງໜັກ ມີຜູ້ຊາຍຫລາຍກ່ວາຜູ້ຍິງເຖິງ 3 ເທົ່າ ຄິດເປັນ 75.77% ຂອງປະຊາກອນທັງໝົດ. ໃນວັນທີ 18 ກັນຍາ 2014 ຜ່ານມານີ້ ສຳນັກຂ່າວຕ່າງປະເທດລາຍງານວ່າ ດູໄບກຳລັງປະເຊີນກັບສະພາວະຂາດຄວາມ ສົມດູນທາງເພດຂອງປະຊາກອນຢ່າງໜັກ ເມື່ອຜົນຈາກການລາຍງານຂອງສູນສະຖິຕິດູໄບ ອອກມາເມື່ອອາທິດທີ່ ແລ້ວໄດ້ຊີ້ໃຫ້ເຫັນວ່າ ດູໄບມີປະຊາກອນຊາຍຫລາຍກ່ວາປະຊາກອນຍິງເຖິງ 3 ເທົ່າ ກວມເອົາ 75.77% ຂອງປະຊາກອນ ທັງໝົດ ຫລື ຄິດເປັນຈຳນວນ 2.2 ລ້ານຄົນ ໃນຂະນະທີ່ຜູ້ຍິງແມ່ນກວມເອົາພຽງແຕ່ 24.23% ເທົ່ານັ້ນ. ສາເຫດຫລັກຂອງການທີ່ດູໄບມີຜູ້ຊາຍອາໄສຢູ່ຫລາຍນັ້ນ ແມ່ນເກີດມາຈາກແຮງງານຕ່າງດ້າວ ເຊິ່ງເປັນເພດຊາຍ ໂດຍສ່ວນໃຫຍ່ ໄດ້ຫລັ່ງໄຫລກັນເຂົ້າມາເຮັດວຽກຢູ່ດູໄບ ໂດຍສະເພາະແມ່ນແຮງງານຊາວຟິລິບປິນ ເຊິ່ງມີຈຳນວນ ຫລາຍເປັນອັນດັບຕົ້ນໆ ຂອງບັນດາແຮງງານຕ່າງດ້າວທີ່ມີຢູ່ໃນດູໄບ.
ຂ່າວຕ່າງປະເທດ
2014-09-19T09:37:35+00:00
https://laopost.com/?p=10641
ວິວາຫວານຂອງບ່າວ ກິ່ມມີ້ (Temple Guys) ກັບແຟນສາວ ສົມຄິດ
ວົງການບັນເທີງບ້ານເຮົາມີຂ່າວວິວາຫວານກັນອີກແລ້ວ ເມື່ອວັນທີ 2 ກໍລະກົດ 2017 ທີ່ຜ່ານມາ ນັກຮ້ອງໜຸ່ມສຸດຫຼໍ່ ກິ່ມມີ້ (Temple Guys) ໄດ້ຈູງມືແຟນສາວຄົນງາມ ຄິດ ສົມຄິດ ທີ່ຄົບຫາກັນມາເປັນເວລາດົນນານເຂົ້າປະຕູວິວາເປັນທີ່ຮຽບຮ້ອຍແລ້ວ ຫຼັງຈາກທີ່ທັງສອງໄດ້ມີລູກສາວນຳກັນແລ້ວ 1 ຄົນ ງານນີ້ຈັດຂຶ້ນແບບອົບອຸ່ນມີຍາດພີ່ນ້ອງ ເພື່ອນມິດສະຫາຍທັງໃນ ແລະ ນອກວົງການເຂົ້າຮ່ວມງານສະແດງຄວາມຍິນດີເປັນຈຳນວນຫຼາຍ ທາງທີມງານບັນເທີງລາວໂພສຕ໌ ກໍ່ຂໍສະແດງຄວາມຍິນດີກັບທັງຄູ່ ຂໍໃຫ້ທັງຄູ່ມີຊີວິດທີ່ເຕັມໄປດ້ວຍຄວາມສຸກທັງກາຍໃຈ ແລະ ສົມປາຖະໜາໃຈຫວັງທຸກປະການ.
ຂ່າວບັນເທິງ
2017-07-03T15:16:58+00:00
https://laopost.com/?p=91714
ມຽນມາ ເລີ່ມນຳໃຊ້ ໜັງສືເດີນທາງ ແບບອີເລັກໂຕຣນິກ
ຂປລ.ຕາມຂ່າວ ຕ່າງປະເທດ, ມຽນມາ ເລີ່ມນຳໃຊ້ ໜັງສື ເດີນທາງ ແບບອີເລັກໂຕຣນິກ(ອີ-ວີຊາ)ໃຫ້ກັບ ນັກທ່ອງທ່ຽວ ແລະ ນັກທຸລະກິດ ຢູ່ດ່ານ ຕິດກັບໄທ 3ແຫ່ງຄື: ທ່າຂີ້ເຫລັກ, ເມຍວາດີ ແລະ ເກາະສອງ ນັບຕັ້ງແຕ່ ວັນທີ1 ກັນຍາປີນີ້ ເປັນຕົ້ນໄປ ໂດຍໄດ້ອອກ ອີ-ວີຊາ ໃຫ້ກັບ ນັກທ່ອງທ່ຽວ ຈາກ100ປະເທດ ທີ່ສະໜາມບິນ ສາກົນ ຢ່າງກຸ້ງ ກ່ອນຈະຂະຫຍາຍ ໄປຍັງ ສະໜາມບິນ ສາກົນ ມັນທະເລຍ ແລະ ສະນາມບິນ ສາກົນ ເນປີດໍ ໃນວັນທີ9 ພະຈິກປີນີ້ ຈາກນັ້ນ ຈະອອກ ໃຫ້ກັບ ນັກທຸລະກິດ ອີກ51ປະເທດ. ໃນໄລຍະ ເຄິ່ງປີ ຜ່ານມາ ມີຊາວຕ່າງປະເທດ ເດີນທາງ ເຂົ້າປະເທດນີ້ ບັນລຸ1,69 ລ້ານເທື່ອຄົນ ເພີ່ມຂຶ້ນ4% ໃນນີ້70% ເປັນຊາວໄທ, ຈີນ, ຍີ່ປຸ່ນ ແລະ ສິງກະໂປ ແລະ ສ່ວນທີ່ເຫລືອເປັນຊາວເອີຣົບ. ຂະນະທີ່ ມຽນມາ ຕັ້ງເປົ້າ ດຶງດູດ ນັກທ່ອງທ່ຽວ ໃຫ້ໄດ້ 5,5 ລ້ານເທື່ອຄົນ ໃນປີນີ້. ທີ່ມາ: ສຳນັກຂ່າວສານປະເທດລາວ ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!
ຂ່າວຕ່າງປະເທດ
2016-09-02T12:53:12+00:00
https://laopost.com/?p=70531
ລາວ-ຫວຽດນາມ ເພີ່ມທະວີການຮ່ວມມື ດ້ານການປະກັນໄພເງິນຝາກ
ກອງທຶນປົກປ້ອງຜູ້ຝາກເງິນ ທະນາຄານແຫ່ງ ສປປ ລາວ ຮ່ວມກັບປະກັນໄພເງິນຝາກຫວຽດນາມ ໄດ້ຈັດການຝຶກອົບຮົມວຽກງານປະກັນໄພເງິນຝາກ ໃນລະຫວ່າງ ວັນທີ 16-17 ພະຈິກນີ້ ທີ່ນະຄອນຫຼວງວຽງຈັນ, ເພື່ອເປັນນິມິດໝາຍອັນດີ ແຫ່ງການຮ່ວມມືຂົງເຂດວຽກງານປະກັນໄພເງິນຝາກ ໃນເງື່ອນໄຂການເຊື່ອມໂຍງເສດຖະກິດອາຊຽນ ກໍຄືການເຊື່ອມໂຍງຂະແໜງການເງິນ-ການທະນາຄານ. ຮອງຜູ້ອໍານວຍການປະກັນໄພເງິນຝາກຫວຽດນາມ ໃຫ້ຮູ້ວ່າ: ຕະຫຼອດໄລຍະ 5 ປີ ຜ່ານມາ, ພາຍຫຼັງທີ່ປະກັນໄພເງິນຝາກຫວຽດນາມ ແລະ ກອງທຶນປົກປ້ອງຜູ້ຝາກເງິນທະນາຄານ ແຫ່ງ ສປປ ລາວບັນລຸການເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ 2 ຝ່າຍແລ້ວ ກໍໄດ້ມີການພົວພັນ ແລະ ຮ່ວມມືກັນຢ່າງຕັ້ງໜ້າ ໂດຍໄດ້ມີການປຶກສາຫາລືແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆນຳກັນຕະຫລອດມາ ໂດຍສະເພາະປະກັນໄພເງິນຝາກຫວຽດນາມ ໄດ້ໃຫ້ການສໍາມະນາ ແລະ ຝຶກອົບຮົມແກ່ກອງທຶນປົກປ້ອງຜູ້ຝາກເງິນ 20 ກ່ວາຄັ້ງ ແລະ ໃນບໍ່ດົນນີ້ ຄະນະກອງທຶນປົກປ້ອງຜູ້ຝາກເງິນ 2 ຄະນະ ໄປແລກປ່ຽນບົດຮຽນຕົວຈິງຢູ່ຫວຽດນາມ. ຜູ້ອໍານວຍການກອງທຶນປົກປ້ອງຜູ້ຝາກເງິນ ໄດ້ເນັ້ນວ່າ: ວິກິດການທາງການເງິນໃນທົ່ວໂລກໄດ້ຜ່ານໄປ ເຫຼືອໄວ້ພຽງບົດຮຽນແລະປະສົບການຫຼາຍຢ່າງຊຶ່ງຕ້ອງໄດ້ສືບຕໍ່ຄົ້ນຄວ້າ, ແລກປ່ຽນບົດຮຽນ ແລະ ປະສົບການໃນວຽກງານປະກັນໄພເງິນຝາກ ກັບຫຼາຍໆປະເທດໃນທົ່ວໂລກ, ຂົງເຂດ ແລະພາກພື້ນ. ເຊ່ິງບົດຮຽນ ແລະ ປະສົບການອັນໃຫຍ່ຫຼວງທີ່ຖອດຖອນມາໄດ້ ສາມາດນໍາໄປປັບປຸງລະບົບການເງິນ, ຮັກສາຄວາມປອດໄພໃນການເຄື່ອນໄຫວຂອງທະນາຄານ, ເສີມສ້າງຂອບນິຕິກໍາ ແລະ ຍົກສູງປະສິດທິຜົນຂອງອົງການຄຸ້ມຄອງ-ກວດກາ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ມວນຊົນ ປະກອບສ່ວນຮັກສາສະຖຽນລະພາບລະບົບການເງິນ-ທະນາຄານ ພ້ອມທັງປັບປຸງອົງກອນຂອງຕົນໃຫ້ເຂັ້ມແຂງ ເພື່ອປະກອບສ່ວນເຂົ້າໃນການຟື້ນຟູລະບົບການເງິນ-ການທະນາຄານ ແລະ ກຽມຄວາມພ້ອມຮັບມືກັບວິກິດການທາງການເງິນ ທີ່ອາດຈະເກີດຂຶ້ນໃນອານາຄົດ. ຕະຫຼອດໄລຍະຜ່ານມາ, ກອງທຶນປົກປ້ອງຜູ້ຝາກເງິນ ສາມາດບັນລຸຜົນສໍາເລັດໃນຫຼາຍດ້ານ ໂດຍໄດ້ຂະຫຍາຍສະມາຊິກເພີ່ມຂຶ້ນໃນແຕ່ລະໄລຍະ ຕາມການຂະຫຍາຍຕົວຂອງລະບົບທະນາຄານ; ປັດຈຸບັນ ກທປ ມີຈໍານວນສະມາຊິກທັງໝົດ 39 ທະນາຄານ ແລະ ໃນຕໍ່ໜ້າຈະໄດ້ມີການຂະຫຍາຍເອົາ ບັນດາສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກເຂົ້າເປັນສະມາຊິກ. ແຫລ່ງຂ່າວ: ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!
ຂ່າວພາຍໃນ
2016-11-17T11:11:15+00:00
https://laopost.com/?p=76874
ປູຕິນລົງຢຽມຢາມຜູ້ປ່ວຍຕິດເຊື້ອໂຄວິດ-19 ພ້ອມຕິດຕາມການທຳງານຂອງແພດ
Credit: Reuters ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 25 ມີນາ 2020 ວ່າ ປະທານາທິບໍດີ ວາລາດີເມຍ ປູຕິນ ແຫ່ງປະເທດ ລັດເຊຍ ໄດ້ລົງຢຽມຢາມຜູ້ປ່ວຍທີ່ຮັກສາຕົວຈາກການຕິດເຊື້ອໂຄວິດ-19 ທີ່ໂຮງໝໍຄອມມູນາຣ໌ກາ ແລະ ສັງເກດການການເຮັດວຽກຂອງເຈົ້າໜ້າທີ່ແພດ ພ້ອມທັງໃຫ້ກຳລັງໃຈທຸກຝ່າຍ. ປັດຈຸບັນ, ປະເທດຣັດເຊຍມີຜູ້ປ່ວຍສະສົມຈາກການຕິດເຊື້ອໂຄວິດ-19 ຢ່າງໜ້ອຍ 495 ຄົນ ໂດຍມີການຢືນຢັນພົບຜູ້ຕິດເຊື້ອກໍລະນີທຳອິດໃນວັນທີ 31 ມັງກອນ ທີ່ຜ່ານມາ ໂດຍມີຜູ້ຮັກສາເຊົາ 22 ຄົນ ແລະ ເສຍຊີວິດ 1 ຄົນ. #Putin visits hospital housing #coronavirus patients #Russia pic.twitter.com/DIfCSmq6Rq — Ruptly (@Ruptly) March 24, 2020 ກ່ອນໜ້ານີ້, ທ່ານ ວາລາດິເມຍ ປູຕິນ ກໍໄດ້ສັ່ງໃຫ້ກອງທັບກຽມຮັບມືສົງຄາມເຊື້ອໂຣກ ແລະ ໄດ້ສົ່ງພົນທະຫານຕ້ານເຊື້ອໂຣກຈໍານວນ 100 ຄົນ ລວມທັງອຸປະກອນການແພດ, ລົດສີດ ແລະ ຂ້າເຊື້ອໂລກ 8 ຄັນ ໄປຊ່ວຍເຫຼືອອີຕາລີຕາມຄໍາຮ້ອງຂໍຂອງນາຍົກລັດຖະມົນຕີອີຕາລີ.
ຂ່າວຕ່າງປະເທດ
2020-03-25T13:58:44+00:00
https://laopost.com/?p=117856
ຍອດຜູ້ເສຍຊີວິດຈາກລັດຖະປະຫານໃນມຽນມາເພີ່ມຂຶ້ນຫຼາຍກວ່າ 400 ຄົນ
ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 28 ມີນາ 2021 ວ່າ ສື່ທ້ອງຖິ່ນຫຼາຍສຳນັກຂອງມຽນມາລາຍງານຈຳນວນຜູ້ເສຍຊີວິດຈາກການປາບປາມກຸ່ມຜູ້ປະທ້ວງທາງການເມືອງເພື່ອຕໍ່ຕ້ານລັດຖະປະຫານ ເມື່ອວັນເສົາທີຜ່ານມາ ເຊິ່ງເປັນວັນສ້າງຕັ້ງກອງທັບມຽນມາ 76 ປີ ມີຈຳນວນຜູ້ເສຍຊີວິດ 100 ຄົນ ໂດຍສຳນັກຂ່າວ ມຽນມານາວ ລາຍງານໄວ້ທີ່ 114 ຄົນ ສ່ວນສຳນັກຂ່າວ The Irrawaddy ລາຍງານໄວ້ຢ່າງໜ້ອຍ 102 ຄົນ. ທັງນີ້, ໃນຈຳນວນຜູ້ເສຍຊີວິດລວມເຖິງເດັກນ້ອຍ 4 ຄົນ ໃນລະຫວ່າງ 5-15ປີ ໃນຂະນະທີ່ການສະຫຼາຍຜູ້ປະທ້ວງຂອງເຈົ້າໜ້າທີ່ເພື່ອຄວາມໝັ້ນຄົງເກີດຂຶ້ນຕາມສະຖານທີ່ 44 ແຫ່ງ ໃນ 10 ລັດ ແລະ ພື້ນທີ່ທີ່ເກີດຄວາມຮຸນແຮງທີ່ສຸດຄືເມືອງຢາງກຸ້ງ ແລະ ເມືອງມັນດາເລ. ເຫດການທີ່ເກີດຂຶ້ນນີ້ຖືເປັນວັນນອງເລືອກຄັ້ງໃໝ່ນັບຕັ້ງແຕ່ມີການລັດຖະປະຫານ ເມື່ອວັນທີ 1 ມີນາ ທີ່ຜ່ານມາ ແລະ ເຮັດໃຫ້ມີຈຳນວນຜູ້ເສຍຊີວິດສະສົມເພີ່ມເປັນ 440 ຄົນ, ມີຜູ້ໄດ້ຮັບບາດເຈັບອີກຈຳນວນຫຼາຍ ແລະ ມີຜູ້ຖືກຈັບກຸມຕົວຫຼາຍກວ່າ 3,000 ຄົນ. ສະຖານທູດສະຫະລັດອາເມລິກາປະຈຳທີ່ນະຄອນຢາງກຸ້ງອອກຖະແຫຼງການກ່າວປະນາມກອງທັບມຽນມາ “ຂ້າພົນລະເຮືອນ” ເຊິ່ງເປັນການລະເມີດຄຳສາບານທີ່ວ່າ “ທະຫານຈະປົກປ້ອງປະຊາຊົນ” ແລະ ສະແດງຄວາມວິຕົກກັງວົນຕໍ່ການເກີດເຫດຄົນຮ້າຍຍິງປືນຫຼາຍນັດ ມັນໄດ້ສ້າງຄວາມເສຍຫາຍໃຫ້ກັບແວ່ນປ່ອງຢ້ຽມຂອງສູນວັດທະນະທຳອາເມລິກາ ໃນເມືອງຢາງກຸ້ງ ໂຊກດີທີ່ບໍ່ມີຜູ້ເສຍຊີວິດ ຫຼື ໄດ້ຮັບບາດເຈັບຈາກເຫດການດັ່ງກ່າວ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວຕ່າງປະເທດ
2021-03-29T07:40:31+00:00
https://laopost.com/?p=123778
ມຽນມາພົບຜູ້ຕິດເຊື້ອໄວຣັສ H1N1 ຢ່າງໜ້ອຍ 13 ຄົນ ເສຍຊີວິດແລ້ວ 1 ຄົນ
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ກໍລະກົດຜ່ານມານີ້ວ່າ ກະຊວງສາທາລະນະສຸກ ແລະ ກິລາມຽນມາ ອອກຄຳຖະແຫລງ ພົບຜູ້ຕິດເຊື້ອໄວຣັສໄຂ້ຫວັດໃຫຍ່ສາຍພັນ H1N1 ຈຳນວນ 13 ຄົນ ໂດຍ 3 ຄົນພົບຢູ່ນະຄອນຢາງກຸ້ງ ແລະ ອີກ 10 ຄົນ ພົບໃນເມືອງມາຕູປີ ເມືອງຫ່າງໄກສອກຫລີກຂອງລັດຊິນ ໃກ້ກັບຊາຍແດນອິນເດຍ. ທ່ານ ວິນ ລະວິນ ຜູ້ອຳນວຍການສຳນັກງານສາທາລະນະສຸກ ເຂດຢາງກຸ້ງ ໄດ້ກ່າວຕໍ່ສື່ມວນຊົນວ່າ ມີເດັກນ້ອຍຊາຍອາຍຸ 6 ປີ ໃນຈຳນວນຜູ້ຕິດເຊື້ອຢູ່ເມືອງມາຕູປີ ເສຍຊີວິດຈາກບັນຫາກ່ຽວກັບລະບົບທາງເດີນຫາຍໃຈ ຊຶ່ງຄາດວ່າມີສາເຫດມາຈາກເຊື້ອໄວຣັສ H1N1. ແນວໃດກໍຕາມ, ກະຊວງສາທາະລະນະສຸກ ແລະ ກິລາມຽນມາ ໄດ້ແຈ້ງເຕືອນປະຊາຊົນ ບໍ່ໃຫ້ຕົກໃຈ ເນື່ອງຈາກກໍລະນີພະຍາດດັ່ງກ່າວນີ້ ພົບເຫັນທຸກໆປີ ພ້ອມທັງແນະນຳໃຫ້ຜູ້ທີ່ມີອາການປ່ອຍໄຂ້ ໃຫ້ເຂົ້າຮັບການປິ່ນປົວຢ່າງຖືກວິທີຢູ່ຕາມສຸກສາລາ ແລະ ໂຮງໝໍຂອງລັດຖະບານ.
ຂ່າວຕ່າງປະເທດ
2017-07-25T17:04:50+00:00
https://laopost.com/?p=92824
ລັດຖະບານຢືນຢັນ ຈະເລັ່ງຟື້ນຟູເສດຖະກິດ ຍົກສູງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ!
ພາບປະກອບ ໃນກອງປະຊຸມຮ່ວມລະຫວ່າງ ຄະນະລັດຖະບານ ແລະ ເຈົ້າແຂວງ ທີ່ສຳເລັດລົງເມື່ອບໍ່ດົນມານີ້, ລັດຖະບານໄດ້ຢືນຢັນວ່າ ຈະຮີບຮ້ອນຈັດຕັ້ງປະຕິບັດ ບັນດາກົນໄກ ແລະ ມາດຕະການຕ່າງໆ ເພື່ອເລັ່ງຟື້ນຟູລະບົບເສດຖະກິດຂອງຊາດໃຫ້ດີຂຶ້ນ ເພື່ອຮັບປະກັນໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບໝັ້ນຄົງ, ເສດຖະກິດມະຫາພາກ ມີຄວາມໝັ້ນທ່ຽງຂະຫຍາຍຕົວ, ທັງຍົກສູງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ພະນັກງານ, ທະຫານ-ຕຳຫລວດໃຫ້ດີຂຶ້ນກວ່າເກົ່າ ໂດຍສະເພາະແມ່ນ ໃຫ້ຂະແໜງການຕ່າງໆ ນັບທັງສູນກາງ ແລະ ທ້ອງຖິ່ນ ເພີ່ມທະວີການປະຕິບັດໜ້າທີ່ ຄວາມຮັບຜິດຊອບຂອງຕົນ ໃຫ້ສູງຂຶ້ນຖືກຕ້ອງຕາມພາລະບົດບາດ ແລະ ລະບຽບກົດໝາຍ. ອັນສຳຄັນແມ່ນ ໃຫ້ຂະແໜງການກ່ຽວຂ້ອງ ສົມທົບເຊິ່ງກັນ ແລະ ກັນ ເພື່ອຈັດລຽງບູລິມະສິດ ວຽກໃດຄວນເຮັດກ່ອນ-ເຮັດຫລັງ ເພື່ອຈະສຸມທຶນຮອນໃສ່ ແລະ ກວດຄືນບັນດາໂຄງການທີ່ບໍ່ມີປະສິດທິຜົນ ແລະ ໂຄງການທີ່ບໍ່ນອນໃນແຜນ, ຮີບຮ້ອນຊອກຕະຫລາດ ເພື່ອຮອງຮັບການຜະລິດສິນຄ້າຂອງປະຊາຊົນ, ຄົ້ນຄວ້າດັດສົມລາຄາສິນຄ້າ ຕາມທ້ອງຕະຫລາດ, ທັງຄຸ້ມຄອງສິນຄ້າທີ່ນຳເຂົ້າຢ່າງເຂັ້ມງວດ, ເພີ່ມທະວີການຄຸ້ມຄອງ, ກວດກາບັນດາໂຄງການຢ່າງເຂັ້ມງວດ ພ້ອມທັງການລົງທຶນ ຕ້ອງແບ່ງຄວາມຮັບຜິດຊອບໃຫ້ຈະແຈ້ງ ພາກສ່ວນໃດອະນຸຍາດ ແມ່ນພາກສ່ວນນັ້ນຕ້ອງຮັບຜິດຊອບ ການຊຳລະສະສາງ. ສຳລັບທະນາຄານ ຕ້ອງຄວບຄຸມອັດຕາເງິນເຟີ້, ອັດຕາດອກເບ້ຍ ແລະ ການປ່ອຍກູ້ ກໍຕ້ອງໄດ້ມີການກວດກາປະເມີນວ່າ ເປັນໂຄງການທີ່ມີປະສິດທິຜົນ ຫລື ບໍ່, ຈະນຳໃຊ້ລະບົບທີ່ທັນສະໄໝ ໃນການເກັບພາສີ, ອາກອນມູນຄ່າເພີ່ມ, ຈັດຕັ້ງພະນັກງານ ລົງເດີນສຳຫລວດເກັບກຳຂໍ້ມູນ ບັນດາຫົວໜ່ວຍທຸລະກິດ ທີ່ເປັນຖານລາຍຮັບທົ່ວປະເທດ, ສ່ວນການເກັບພາສີ ຫລື ຍົກເວັ້ນພາສີ ກໍຕ້ອງໃຫ້ປະຕິບັດ ຕາມລະບຽບກົດໝາຍວາງອອກຢ່າງເຂັ້ມງວດ, ຄົ້ນຄວ້າກົນໄກ, ວິໄຈການເກັບພາສີທີ່ດິນ ນັບແຕ່ການຂາຍ, ການໂອນກຳມະສິດ ແລະ ອື່ນໆ, ຊຸກຍູ້ການຜະລິດເປັນສິນຄ້າ ແລະ ການທ່ອງທ່ຽວ ໂດຍການລົງທຶນໂດຍກົງ ຂອງນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ. ນອກຈາກນີ້ ຕ້ອງຄວບຄຸມລາຄາກໍ່ສ້າງ ສູງຫລາຍເກີນຄວາມເປັນຈິງ, ເລັ່ງກວດຄືນບັນດາຮ້ານ ແລະ ການນຳເຂົ້າລົດ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ຂະແໜງກ່ຽວຂ້ອງ ຕ້ອງກວດກາຄືນດ້ານຈຳນວນພົນຂອງພະນັກງານ ແລະ ນຳໃຊ້ລະບົບຄຸ້ມຄອງແບບທັນສະໄໝ ເພື່ອຮັບປະກັນການເບີກຈ່າຍເງິນເດືອນຄົບຖ້ວນ ແລະ ທັນເວລາ. ແຫລ່ງຂ່າວ: ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!
ຂ່າວພາຍໃນ
2016-07-05T15:04:27+00:00
https://laopost.com/?p=64271
ທ່ານນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ.ເບລາຣຸສ
ນາຍົກລັດຖະມົນຕີແຫ່ງ ສປປ ລາວ ທ່ານ ທອງສິງ ທຳມະວົງ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນຂັ້ນສູງ ສ.ເບລາຣຸສ ນຳໂດຍທ່ານ ວາລາດີເມຍ ມາກເກ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ສ.ເບລາຣຸສ ໃນຕອນເຊົ້າວັນທີ 26 ມີນາ 2014 ຢູ່ທີ່ສຳນັກງານຫ້ອງວ່າການລັດຖະບານ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກະຊວງການຕ່າງປະເທດແຫ່ງ ສປປ ລາວ ລະຫວ່າງວັນທີ 25-26 ມີນາ. ທ່ານ ທອງສິງ ທຳມະວົງ ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ສະແດງຄວາມຍ້ອງຍໍ-ຊົມເຊີຍຕໍ່ການເດີນທາງມາຢ້ຽມຢາມຂອງທ່ານລັດຖະມົນຕີ ພ້ອມຄະນະ ເຊິ່ງຖືເປັນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນຮ່ວມມືຂອງສອງປະເທດ ລາວ-ເບລາຣຸສ ໃຫ້ເຕີບໃຫຍ່ເຂັ້ມແຂງຍິ່ງຂຶ້ນ ໂດຍສະເພາະແມ່ນການຮ່ວມມືສອງຝ່າຍ ດ້ານວຽກງານການຕ່າງປະເທດ ທີ່ປັດຈຸບັນຖືໄດ້ວ່າເປັນວຽກງານບູລິມະສິດຂອງສອງປະເທດ ໃນການຮ່ວມມືກັບສາກົນ ເຊິ່ງຕະຫຼອດ 20 ປີການສ້າງຕັ້ງສາຍພົວພັນຮ່ວມກັນ ລາວ-ເບລາຣຸສ ສອງປະເທດໄດ້ມີການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຫຼາຍຂົງເຂດວຽກງານ ຕາມຂອບການຮ່ວມມືສອງປະເທດ ໂອກາດດັ່ງກ່າວ ທ່ານ ວາລາດີເມຍ ມາກເກ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງພັກ ແລະ ລັດຖະບານລາວ ພ້ອມທັງຢືນຢັນຈະສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືກັບ ສປປ ລາວ ໃຫ້ນັບມື້ສູງຂຶ້ນ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ. ທີ່ມາ : http://www.vientianemai.net/teen/khao/1/11446
ຂ່າວພາຍໃນ
2014-03-27T16:27:57+00:00
https://laopost.com/?p=4580
ເຈີກ້ອນຜົມໃນທ້ອງຂອງເດັກຍິງອາຍຸ 5 ປີ
ວັນທີ 8 ກັນຍາ 2014 ເວັບໄຊເດິມິເລີ ລາຍງານຂ່າວເລື່ອງລາວຂອງມິນລີ່ ວອນລິດ ເດັກຍິງອາຍຸ 5 ປີ ເຈັບທ້ອງດ້ວຍຄວາມທຸກທໍລະມານທຸກມື້ ເມື່ອລິຊ່າແມ່ຂອງນາງໄດ້ພາລູກໄປກວດທີ່ໂຮງໝໍສ່ອງເອັກຊະເລກໍພົບບາງ ສິ່ງບາງຢ່າງຄ້າຍຄືເນື້ອງອກໃນກະເພາະອາຫານ ແຕ່ໝໍກໍຕ້ອງງົງ ເພາະບໍ່ເຄີຍເຈີິເນື້ອງອກແບບນີ້ມາກ່ອນ ເມື່ອຜ່າອອກມາເບິ່ງກໍພົບວ່າໃນທ້ອງນາງມີເສັ້ນຜົມຢູ່ກ້ອນໃຫຍ່ຫລາຍ ໃນກະເພາະອາຫານໝໍ ພິຈາລະນາວ່າມັນຢູ່ໃນກຸ່ມພະຍາດລາພັນເຊລ ຊຶ່ງເປັນພະຍາດປະຫລາດທີ່ເກິດຂື້ນໄດ້ໃນໜ້ອຍຄົນ ໂດຍສາເຫດຂອງການເກີດພະຍາດຊະນິດນີ້ເກີດຈາກການກິນສິ່ງແປກປອມລົງສູ່ທາງເດີນອາຫານ ໂດຍບໍ່ໄດ້ຕັ້ງໃຈ ຊຶ່ງຄາດວ່າສາວນ້ອຍອາດຈະເຜີດຶງຜົມຂອງຕົວເອງເຂົ້າປາກ ແບບບໍ່ຮູ້ຕົວຈົນມັນເພີ່ມຂຶ້ນໃນກະເພາະອາຫານ ຊຶ່ງໝໍໄດ້ນຳກ້ອນຜົມອອກມາຮຽບຮ້ອຍແລ້ວ ແລະ ຕ້ອງຄອຍຖ້າເບິ່ງອາການຕໍ່ໄປ ໂດຍແມ່ຂອງນາງເປີດເຜີຍວ່າເມື່ອຕອນທີ່ມິນລີ່ 3 ປີຂະນະທີ່ນາງຫວີຜົມໃຫ້ລູກກໍຮູ້ສຶກວ່າຜົມຂອງລູກສາວຫາຍໄປເປັນກະຈຸກໆ ຊຶ່ງນັ້ນອາດຈະເຊື່ອມໂຍງກັບການທີ່ມີຜົມໃນກະເພາະຂອງມິນລີ່ກໍເປັນໄດ້
ຂ່າວຕ່າງປະເທດ
2014-09-08T10:43:59+00:00
https://laopost.com/?p=10048
ເຈົ້າໜ້າທີ່ອະນຸຍາດ ຈຶ່ງສາມາດຈອດໄດ້
ເມື່ອວັນທີ 9 ກໍລະກົດ 2016 ທີ່ຜ່ານມາ ເພຈຂ່າວອອນໄລນ໌ໜອງຄາຍໄດ້ສະເໜີຂ່າວວ່າ ມີປະຊາຊົນແລະຜູ້ພິການຈາກຈັງຫວັດໜອງຄາຍ ຮ້ອງຮຽນໄປຍັງສື່ມວນຊົນຈຳນວນຫຼາຍວ່າ ບ່ອນຈອດລົດສຳລັບຄົນພິການ ຄົນຖືພາ ລົດມີເດັກນ້ອຍ ໃນຫ້າງສັບພະສິນຄ້າຊື່ດັ່ງແຫ່ງໜຶ່ງໃນຈັງຫວັດໜອງຄາຍຍ ເປັນຫຍັງຈຶ່ງໃຫ້ລົດທີ່ບໍ່ແມ່ນຄົນພິການ ຄົນຖືືພາ ລົດມີເດັກນ້ອຍ ເຂົ້າໄປຈອດ? ກໍລະນີດັ່ງກ່າວນັ້ນ, ເຈົ້າໜ້າທີ່ຜູ້ບໍ່ປະສົງອອກນາມ ຂອງຫ້າງສັບພະສິນຄ້າແຫ່ງໜຶ່ງ ທີ່ກຳລັງຕົກເປັນຂ່າວໄດ້ແຈ້ງວ່າ ການອະນຸຍາດຈອດດັ່ງທີ່ເຫັນໃນຂ່າວນັ້ນ ແມ່ນເປັນການພິຈາລະນາຂອງເຈົ້າໜ້າທີ່ ຜູ້ອຳນວຍຄວາມສະດວກໃນການຈອດລົດ ໂດຍອີງຕາມສະພາບຕົວຈິງ ເຊັ່ນ ລົດແຕ່ລະຄັນທີ່ສາມາດເຂົ້າຈອດໄດ້ນັ້ນ ລ້ວນແຕ່ມີເດັກນ້ອຍ, ຜູ້ເຖົ້າ ຫຼືຄົນຖືພາ ນັ່ງມານຳ ເພາະສ່ວນຫຼາຍລູກຄ້າທີ່ມາທ່ຽວຫ້າງສັບພະສິນຄ້າແຫ່ງນີ້ຈະມາເປັນຄອບຄົວ. ໃນຂະນະທີ່ ເຈົ້າໜ້າທີ່ຄົນເກົ່າກໍໄດ້ກ່າວວ່າ ກໍຫາກມີບາງກໍລະນີທີ່ເຮົາໄດ້ອະນຸຍາດໃຫ້ ລົດທີ່ບໍ່ມີເງື່ອນໄຂເຂົ້າຈອດ ສາມາດເຂົ້າຈອດໄດ້ ເຊັ່ນ ກໍລະນີທີ່ບ່ອນຈອດທົ່ວໄປເຕັມແລ້ວ ແຕ່ບ່ອນຈອດສຳລັບຄົນ ພິການ, ຜູ້ເຖົ້າ, ເດັກນ້ອຍ ແລະຄົນຖືພາ ຍັງເຫຼືອຫຼາຍຊ່ອງ ເຊິ່ງເລື່ອງນີ້ກໍຂຶ້ນກັບດຸນພິນິດແລະການຕັດສິນໃຈຂອງເຈົ້າໜ້າທີ່ເບິ່ງແຍງຈັດສັນລົດໃນສະຖານທີ່ດັ່ງກ່າວ. ແນວໃດກໍຕາມ, ຈາກພາບຂ່າວດັ່ງກ່າວນັ້ນ ປະຊາຊົນຮູ້ສຶກບໍ່ສະບາຍໃຈທີ່ບ່ອນຈອດພິເສດ ໄດ້ກາຍເປັນບ່ອນຈອດຂອງຄົນທົ່ວໄປ ເພາະການຈອດແບບນີ້ຖືວ່າຂາດມາລະຍາດ. ແຕ່ທັງນີ້ທັງນັ້ນ ກໍຕ້ອງເບິ່ງສະພາບຄວາມເປັນຈິງຕື່ມອີກເຊັ່ນກັນ.
ຂ່າວພາຍໃນ
2016-07-11T08:57:29+00:00
https://laopost.com/?p=64795
ເຈົ້າໜ້າທີ່ກວດກາປ່າໄມ້ແຂວງຄຳມ່ວນ ກວດຍຶດໄມ້ເຖື່ອນຈຳນວນຫລາຍ ຊຸກເຊື່ອງໄວ້ໃຕ້ດິນ
ຄຳສັ່ງເລກທີ 15/ນຍ ຍັງສືບຕໍ່ອອກລິດ ແລະ ເຊື່ອມໂຍງເຖິງໂຕຜູ່ກະທຳຜິດກົດໝາຍ ໂດຍສະເພາະແມ່ນພວກຄ້າ-ຂາຍໄມ້ເຖື່ອນ ຫຼ້າສຸດເມື່ອວັນທີ 15 ກຸມພາ 2017 ຜ່ານມາກໍມີລາຍງານວ່າ ເຈົ້າໜ້າທີ່ກວດກາປ່າໄມ້ ແລະ ຂະແໜງການທີ່ກ່ຽວຂ້ອງ ພ້ອມດ້ວຍອົງການປົກຄອງແຂວງຄຳມ່ວນ ໄດ້ລົງກວດກາຍຶດໄມ້ຜິດກົດໝາຍຈຳນວນຫຼາຍທີ່ຊຸກເຊື່ອງໄວ້ດ້ວຍການຝັງດິນ. ອີງຕາມການລາຍງານຂ່າວຂອງໜັງສືພິມເສດຖະກິດ-ສັງຄົມ ສະບັບວັນທີ 16 ກຸມພາ 2017 ໃຫ້ຮູ້ວ່າ ໄມ້ເຖື່ອນເຊິ່ງເຈົ້າໜ້າທີ່ກວດກູ້ໄດ້ຄັ້ງນີ້ປະກອບມີໄມ້ຂະຍູງ ໄມ້ດູ່ ໄມ້ແຕ້ຂ່າ ທີ່ຖືກບັນຈຸໄວ້ໃນຕູ້ຄອນເທັນເນີ ໂດຍມີການດັດແປງຕູ້ເປັນພິເສດ ດ້ວຍການຈອດເຫຼັກເຮັດເປັນລ໋ອກ ເພື່ອນຳເອົາໄມ້ເຂົ້າໄປຊຸກເຊື່ອງໄວ້ ແລະ ຂຸດຫຼຸມຖົມໄວ້ໃນດິນລໍຖ້າການເຄື່ອນຍ້າຍອອກໄປຈຳໜ່າຍຕໍ່ໄປ. ການກວດກາຄັ້ງນີ້ພົບເຫັນໄມ້ດູ່ ແລະ ໄມ້ແຕ້ຂ່າແປຮູບແລ້ວມີຂະໜາດ 2x10x90 ຈຳນວນ 1.240 ໂຕ ແລະໄມ້ຂະໜາດ 2x10x60 ຈຳນວນ 95 ໂຕ ໂຮມທັງໝົດມີຈຳນວນ 1.335 ໂຕ ສະເຫຼ່ຍເປັນຄິວປະມານ 2 ຄິວກວ່າ ແລະ ໄມ້ຂະຍູງແມ່ນມີປະມານ 5 ລົດດ້າມໃຫຽ່ 10 ລໍ້ ແຕ່ບໍ່ສາມາດຄິດໄລ່ເປັນໂຕນໄດ້ເທື່ອ ເນື່ອງຈາກຍັງຢູ່ໃນຂັ້ນຕອນການກວດກາຢ່າງລະອຽດຂອງເຈົ້າໜ້າທີ່ ສ່ວນຜູ່ກະທຳຜິດກໍຈະຕ້ອງຖືກລົງໂທດຕາມລະບຽບກົດໝາຍຢ່າງເຄັ່ງຄັດ. ແຫລ່ງຂ່າວ: ວຽງຈັນວັນນີ້
ຂ່າວທ້ອງຖິ່ນ
2017-02-16T15:08:15+00:00
https://laopost.com/?p=85286
ຜູ້ນຳຊີຣີລະບຸ ອາເມຣິກາຈະເປັນພັນທະມິດ ໂດຍທຳມະຊາດກັບຊີຣີ ຫາກທ່ານ ທຣັມ ເນັ້ນປາບແຕ່ໄອເອັສ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ພະຈິກນີ້ວ່າ ໃນລະຫວ່າງການໃຫ້ສຳພາດກັບ ສະຖານີໂທລະພາບ RTP ຂອງປອກຕຸຍການ ທ່ານ ບາຊາ ອັນ-ອັດຊາດ ປະທານາທິບໍດີຊີຣີ ໄດ້ລະບຸວ່າ ທ່ານ ໂດນັນ ທຣັມ ຈະເປັນພັນທະມິດໂດຍທຳມະຊາດຂອງຊີຣີ ຫາກທ່ານມຸ່ງປາບປາມລັດທິກໍ່ການຮ້າຍພຽງຢ່າງດຽວ ຕາມທີ່ໄດ້ໃຫ້ສັນຍາໄວ້ເມື່ອຕອນໂຄສະນາຫາສຽງ, ແນວໃດກໍຕາມ ທ່ານ ອັດຊາດ ກໍຍັງຮູ້ສຶກບໍ່ແນ່ໃຈວ່າ ທ່ານ ທຣັມ ຈະຮັກສາສັນຍາດັ່ງກ່າວນີ້ ຫລື ບໍ່. ທັງນີ້ ທ່ານ ໂດນັນ ທຣັມ ເຄີຍໄດ້ເວົ້າຕອນຫາສຽງວ່າ ການເຮັດສົງຄາມກັບຊີຣີ ແລະ ກຸ່ມລັດອິດສະລາມ ຫລື ໄອເອັສ ໄປພ້ອມໆກັນນັ້ນ ເປັນຄວາມບ້າ ແລະ ຫາກສະຫະລັດຯຕໍ່ສູ້ກັບຊີຣີ ກໍເທົ່າກັບເປີດສົງຄາມກັບຣັດເຊຍ ອີກດ້ວຍ. ທ່ານ ອັດຊາດ ກ່າວວ່າ ” ເຮົາຍັງບໍ່ສາມາດບອກໄດ້ວ່າ ເຂົາຈະເຮັດຫຍັງແດ່ ແຕ່ຫາກ ທ່ານ ທຣັມ ຈະຕໍ່ສູ້ກັບຜູ້ກໍ່ການຮ້າຍ ເຮົາທັງສອງຊາດກໍຈະເປັນພັນທະມິດກັນຢ່າງແນ່ນອນ ແລະ ຈະເປັນພັນທະມິດໂດຍທຳມະຊາດກັບຣັດເຊຍ, ອີຣ່ານ ແລະ ອີກຫລາຍໆປະເທດ ” ທັງນີ້ ລັດຖະບານອາເມຣິກາ ພາຍໃຕ້ການນຳຂອງ ປະທານາທິບໍດີ ບາຣັກ ໂອບາມາ ໄດ້ມີນະໂຍບາຍປາບປາມກຸ່ມໄອເອັສ ແລະ ທັງໄດ້ໃຫ້ການສະໜັບສະໜູນ ກຸ່ມກະບົດທີ່ຕ້ອງການໂຄ່ນລົ້ມອຳນາດ ທ່ານ ບາຊາ ອັນ-ອັດຊາດ ອີກດ້ວຍ ຊຶ່ງບັນດາກຸ່ມກະບົດເຫລົ່ານີ້ ລັດຖະບານຊີຣີ ຖືເປັນກຸ່ມກໍ່ການຮ້າຍ. ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!
ຂ່າວຕ່າງປະເທດ
2016-11-16T16:57:42+00:00
https://laopost.com/?p=76792
ພາຍຸຮາວີ ຖະລົ່ມລັດເທກຊັດເຮັດໃຫ້ມີນ້ຳຖ້ວມສູງຕໍ່ເນື່ອງ
ລະດັບນ້ຳໃນລັດເທກຊັດທາງພາກໃຕ້ຂອງສະຫະລັດອາເມລິກາຍັງສູງຂຶ້ນຕໍ່ເນື່ອງ ເຊິ່ງໄດ້ຮັບຜົນກະທົບມາຈາກອິດທິພົນຂອງພາຍຸ “ຮາວີ” ເປັນເຮີລິເຄນລະດັບ 4 ເຮັດໃຫ້ມີຜູ່ເສຍຊີວິດແລ້ວຢ່າງໜ້ອຍ 6 ຄົນ ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງ ຮຸສຕັນ ລັດເທກຊັດ ເມື່ອວັນທີ 28 ສິງຫາ 2017ວ່າ ກອງກຳລັງທະ ຫານ ປະມານ 12,000 ຄົນ ໄດ້ລົງພື້ນທີ່ເຂົ້າຊ່ວຍເຫຼືອປະຊາຊົນໃນລັດເທກຊັດ ໂດຍສະເພາະຢູ່ທີ່ເມືອງ ຮຸສຕັນ ທີ່ໄດ້ຮັບຄວາມເດືອດຮ້ອນຢ່າງໜັກຈາກອິດທິພົນຂອງພາຍຸ ຮາວີ ແລະ ມີລະດັບນ້ຳຖ້ວມເພີ່ມສູງຂື້ນຢ່າງຕໍ່ເນື່ອງເປັນຢ່າງໜ້ອຍ 75 ຊມ ມີລາຍງານວ່າປັດຈຸບັນນີ້ມີປະຊາຊົນອົບພະຍົບອອກຈາກເມືອງ ຮຸສຕັນແລ້ວ 8,000 ຄົນ ຄາດຄະເນວ່າພາຍຸຮາວີຍັງຄົງສືບຕໍ່ປົກຄຸມພື້ນທີ່ອີກ 1-2 ມື້ ເຊິ່ງຕອນນີ້ ປະທານາທິບໍດີ ໂດນັລ ທຣັມ ໄດ້ປະກາດພື້ນທີ່ລັດລຸຍເຊຍນາເປັນພື້ນທີ່ໄພພິບັດແລ້ວ ແລະ ຍັງໄດ້ມີການລະດົມຄວາມຊ່ວຍເຫຼືອຈາກສ່ວນກາງເຂົ້າຊ່ວຍພື້ນທີ່ທີ່ປະສົບໄພແລ້ວ
ຂ່າວຕ່າງປະເທດ
2017-08-29T10:08:55+00:00
https://laopost.com/?p=94351
ແນນຊີ ເພໂລຊີ ເດີນທາງມາໄຕ້ຫວັນບໍ່ສົນໃຈສິ່ງທີ່ຈີນຂັດຄ້ານ
ນາງ ແນນຊີ ເພໂລຊີ ປະທານສະພາ ແຫ່ງສະຫະລັດອາເມຣິກາ ເດີນທາງມາຢ້ຽມໄຕ້ຫວັນ ເຊິ່ງສົ່ງຜົນໃຫ້ຈີນປະກາດຂັດຄ້ານ ແລ້ວຈະທົດສອບລູກສອນໄຟ ແລະ ຈັດການຊ້ອມຮົບໃນບໍລິເວນໃກ້ກັບຊ່ອງແຄບໃຕ້ຫວັນ. ທັ້ງນີ້ ນາງ ເພໂລຊີ ຖະແຫຼງຫຼັງຈາກການເດີນທາງໄປໄຕ້ຫວັນວ່າ ການມາເທື່ອນີ້ ບໍ່ໄດ້ຂັດແຍ່ງກັບຈຸດຢືນດ້ານນະໂຍບາຍຂອງສະຫະລັດອາເມຣິກາແຕ່ຢ່າງໃດ ແລະ ອາເມຣິກາຍັງຕໍ່ຕ້ານຄວາມພະຍາຍາມທີ່ຈະປ່ຽນແປງສະຖານະພາບຂອງໄຕ້ຫວັນ. ນາງ ເພໂລຊີ ກ່າວວ່າ ການທີ່ເຈົ້າໜ້າທີ່ສະພາຄອງເກຣສ ຂອງອາເມຣິກາເດີນທາງຢ້ຽມໄຕ້ຫວັນ ຖືວ່າເປັນການໃຫ້ກຽດຕິດຕໍ່ຄວາມມຸ່ງໝັ້ນຂອງອາເມຣິກາທີ່ສະໜັບສະໜູນປະຊາທິປະໄຕຂອງໄຕ້ຫວັນ. ທັນທີທີ່ນາງ ເພໂລຊີ ເດີນທາງຮອດໄຕ້ຫວັນ ທາງການຈີນໄດ້ອອກຖະແຫຼງປະນາມ ແລະ ປະກາດວ່າຈະຈັດການຊ້ອມຮົບທາງທະຫານ ເຊິ່ງລວມເຖິງການທົດສອບຍິງລູກສອນໄຟ ທີ່ໃຫ້ກັບຊາຍແດນໄຕ້ຫວັນໃນຊ່ວງເຊົ້າຂອງວັນທີ 3 ສິງຫາ 2022 ແລະ ຈະຈັດການຊ້ອມຮົບໃນບໍລິເວນຮອບເກາະໄຕ້ຫວັນຕັ້ງແຕ່ວັນທີ 4 ສິງຫາ 2022, ໃນຂະນະທີ່ ທາງສະຖານີໂທລະທັດ ຊີຊີທີວີ ລາຍງານວ່າ ຈີນໄດ້ເລີ່ມການຊ້ອມຮົບທາງທະເລ ແລະ ທາງອາກາດຮອບເກາະໄຕ້ຫວັນແລ້ວ. ກະຊວງການຕ່າງປະເທດຂອງຈີນຖະແຫຼງການ ປະນາມອາເມຣິກາ ຫຼັງຈາກ ນາງ ເພໂລຊີ ເດີນທາງຮອດໄຕ້ຫວັນ ໂດຍກ່າວວ່າ ເປັນການລະເມີດຫຼັກການຈີນດຽວ ຈະສົ່ງຜົນກະທົບຕໍ່ຮາກຖານຄວາມສຳພັນທາງການເມືອງລະຫວ່າງຈີນ ແລະ ອາເມຣິກາ ແລະ ສັນຕິພາບໃນໄຕ້ຫວັນ. ຈາກຖະແຫຼງການດັ່ງກ່າວ ຈີນຂັດຄ້ານ ແລະ ບໍ່ສາມາດຍອມຮັບການເດີນທາງຢ້ຽມໄຕ້ຫວັນຂອງສະມາຊິກລັດສະພາອາເມຣິກາ ລວມເຖິງການເດີນທາງຂອງນາງ ເພໂລຊີ. ແຫຼ່ງຂ່າວຈາກ Bloomberg
ຂ່າວຕ່າງປະເທດ
2022-08-03T10:03:17+00:00
https://laopost.com/?p=136255
ປກສ ນວ ຜ່ານແຜນປ້ອງກັນ ງານບຸນພຣະທາດຫຼວງ-ງານວາງສະແດງສິນຄ້າ
ວັນທີ 26 ຕຸລາ 2022, ກອງບັນຊາການ ປກສ ນວ ໄດ້ຈັດກອງປະຊຸມຜ່ານແຜນປ້ອງກັນ ງານບຸນນະມັດສະການ ພຣະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ໃນວັນທີ 4-8 ພະຈິກ 2022, ໂດຍການເປັນປະທານຂອງ ພຈົວ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນວ, ມີຕາງໜ້າກອງບັນຊາການທະຫານ ນວ, ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ, ກົມສື່ສານ ກະຊວງ ປກສ,ກອງພັນປ້ອງກັນເຄື່ອນທີ່ ນວ, ຄ້າຍຄຸມຂັງ-ດັດສ້າງ ນວ, ກອງບັນຊາການ ປກສ ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມ ພັທ ຄໍາໂກ້ ປະທັບໃຈ ຫົວໜ້າພະແນກຄົ້ນຄວ້າສັງລວມ ຫ້ອງການ ກອງບັນຊາການ ປກສ ນວ ໄດ້ຜ່ານແຜນປ້ອງກັນ ງານບຸນນະມັດສະການພຣະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ໃນວັນທີ 4-8 ພະຈິກ 2022 ສະບັບເລກທີ 1388/ປກສ ນວ, ລົງວັນທີ 21 ຕຸລາ 2022; ໃນນີ້ ໄດ້ແບ່ງກໍາລັງອອກເປັນ 2 ຈຸດ ຄື ວົງນອກ ແລະ ວົງໃນ, ເຊິ່ງຈະໄດ້ຈັດວາງກໍາລັງເຂົ້າປະຈໍາຈຸດ ໃນວັນທີ 4-8 ພະຈິກ 2022 ເຮັດໜ້າທີ່ປ້ອງກັນ ແລະ ອໍານວຍຄວາມສະດວກສະບາຍໃຫ້ການນໍາພັກ-ລັດ, ແຂກ ແລະ ປະຊາຊົນທີ່ເຂົ້າມາທ່ຽວຊົມງານ ເພື່ອຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດລາວ ທັງຮັບປະກັນຄວາມສະຫງົບ-ປອດໄພ. ຕອນທ້າຍກອງປະຊຸມ ພຈົວ ປອ ບົວພັນ ຟອງມະນີ ໄດ້ໃຫ້ທິດຊີ້ນໍາຕໍ່ອະນຸກໍາມະການງານບຸນນະມັດສະການ ພຣະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ເຊິ່ງມີເນື້ອໃນສຳຄັນບາງຕອນວ່າ: ໃຫ້ເຈົ້າໜ້າທີ່ທຸກພາກສ່ວນ ປະຕິບັດໂມງເວລາ ໃນການເຂົ້າປະຕິບັດໜ້າທີ່ ກໍຄືເຂົ້າປະຈໍາຈຸດທີ່ຕົນຖືກຮັບຜິດຊອບຢ່າງເຂັ້ມງວດ ເພີ່ມທະວີຂອດປະສານງານກັນ ໃຫ້ມີຄວາມຮັດກຸມ, ກົມກຽວ, ຄະນະບັນຊາແຕ່ລະຈຸດ ຕ້ອງລົງໃກ້ຊິດຕິດແທດກັບພະນັກງານ-ນັກຮົບປະຈໍາຢູ່ຈຸດນັ້ນໆ ແລະ ພາຍໃນຄະນະຕ້ອງມີການປຶກສາຫາລືກັນ ແລະ ຈຸດເຂົ້າ-ອອກງານບຸນ, ເຈົ້າໜ້າທີ່ ຕ້ອງເຂັ້ມງວດໃນການກວດກາ ເພື່ອບໍ່ໃຫ້ກຸ່ມຄົນບໍ່ຫວັງດີ ນໍາສິ່ງຂອງຕ້ອງຫ້າມເຂົ້າມາໃນງານ, ມອບໃຫ້ບັນດາ ປກສ ເມືອງ ນໍາເອົາແຈ້ງການໄປເຜີຍແຜ່ໃຫ້ ປກສ ກຸ່ມ, ປກສ ບ້ານ ຕະຫຼອດຮອດປະຊາຊົນ ເປັນເຈົ້າການປ້ອງກັນ ເພື່ອສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆອາດຈະເກີດຂຶ້ນ ພ້ອມທັງເອົາໃຈໃສ່ກວດກາຄົນເຂົ້າ-ອອກພາຍໃນບ້ານ, ກໍາໃຫ້ໄດ້ສະພາບການຕ່າງໆ ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ສໍາລັບວຽກງານຈາລະຈອນ ໃຫ້ເຂັ້ມງວດໃນການລະບາຍການສັນຈອນ ພ້ອມທັງກະກຽມກໍາລັງສໍາຮອງໄວ້ ໃນກໍລະນີສຸກເສີນ ເພື່ອເຮັດໃຫ້ງານບຸນຄັ້ງນີ້ ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍຫຼາຍຂຶ້ນກວ່າເກົ່າ ທັງຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດລາວ. ແຫຼ່ງຂ່າວ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ
ຂ່າວພາຍໃນ
2022-10-26T16:12:56+00:00
https://laopost.com/?p=138928
ລົງມືກໍ່ສ້າງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ
ໃນວັນທີ 25 ເມສາ 2022 ເປັນວັນທີ່ມີຄວາມໝາຍ-ຄວາມສໍາຄັນ ກົງກັບວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 61 ປີ (25 ເມສາ 1961 – 25 ເມສາ 2022) ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ໄດ້ມີພິທີວາງສີລາລືກ ໂຄງການກໍ່ສ້າງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ດ້ວຍທຶນຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງ ຕສ, ທ່ານ ຈຽງ ຈ່າຍຕົງ (Jiang Zai Dong) ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ, ທ່ານ ໄຊຊະນະ ສິດທິພອນ, ຮອງປະທານຄະນະກຳມະການຮ່ວມມື ລາວ-ຈີນ, ບັນດາຄະນະນຳກະຊວງເຕັກໂນໂລຊີ ແລະ ການສື່ສານ, ບໍລິສັດຜູ້ຮັບເໝົາໂຄງການ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ປະດັບໄຊ ໄຊຍະໂຄດ, ຮອງຫົວໜ້າ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງ ຕສ ກ່າວວ່າ: ເພື່ອຜັນຂະຫຍາຍ ແລະ ການໂຄສະນາ ສາຍສຳພັນການພັດທະນາເສດຖະກິດ ແລະ ການຄ້າ ລະຫ່ວາງສອງປະເທດລາວ-ຈີນ, ຈີນ-ລາວ ທັງເປັນການຈັດຕັ້ງປະຕິບັດຕາມແນວຄິດລິເລີ່ມຂອງແນວທາງ “ໜຶ່ງແລວໜຶ່ງເສັ້ນທາງ” ແຫ່ງ ສປ ຈີນ. ໂຄງການກໍ່ສ້າງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແມ່ນໂຄງການຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ດ້ວຍມູນຄ່າສູງສຸດເຖິງ 85,72 ລ້ານຢວນ ຫຼື ປະມານ 150 ຕື້ກວ່າກີບ ຊຶ່ງໄດ້ມີການລິເລີ່ມເກັບກໍາຂໍ້ມູນ ແລະ ສໍາຫຼວດສຶກສາຄວາມເປັນໄປໄດ້ໂດຍ ສະຖາບັນອອກແບບວິສະວະກໍາເອເລັກໂຕຣນິກ ສປ ຈີນ ໃນປີ 2019. ແລະ ໄດ້ອອກແບບກໍ່ສ້າງສູນຝຶກອົບຮົມດ້ານໄອຊີທີ 5 ຊັ້ນ ຈຳນວນ 1 ຫຼັງ ໂດຍມີເນື້ອທີ່ໃຊ້ສອຍທັງໝົດ 5.524,56 ຕາແມັດ ປະກອບດ້ວຍຫ້ອງຮຽນທຳມະດາ, ຫ້ອງຮຽນທັນສະໄໝ, ຫ້ອງທົດລອງ, ຫ້ອງການ, ຫ້ອງສະໝຸດ, ຫ້ອງປະຊຸມໃຫຍ່ ເປັນຕົ້ນ. ໃນອາຄານແມ່ນຈະປະກອບດ້ວຍອຸປະກອນການຮຽນ-ການສອນ ທີ່ຈຳເປັນ, ອຸປະກອນຫ້ອງທົດລອງ ແລະ ສິ່ງອຳນວຍຄວາມສະດວກໃນການສອບເສັງ. ພາຍຫຼັງໂຄງການລິເລີ່ມການກໍ່ສ້າງ, ຄູອາຈານ ແລະ ນັກສຶກສາ ຈໍານວນ 312 ຄົນ ຈະໄດ້ຮັບການຝຶກອົບຮົມ ແລະ ສອບເສັງວັດລະດັບໃນ 4 ຫຼັກສູດ ເພື່ອກຽມພ້ອມຮອງຮັບໃນການເປີດສູນ. ໃນນັ້ນ, ຜູ້ບໍລິຫານລະດັບສູງ ຈຳນວນ 20 ທ່ານ ແມ່ນຈະໄດ້ຮັບເຊີນເຂົ້າຮ່ວມການຝຶກອົບຮົມ “ຜູ້ບໍລິຫານຂັ້ນສູງ” ທີ່ ສປ ຈີນ ເປັນເວລາ 5 ວັນ ອີກດ້ວຍ. ຊຶ່ງໂຄງການດັ່ງກ່າວນີ້, ຈະເປັນພື້ນຖານໂຄງລ່າງທີ່ສຳຄັນສຳລັບສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກໍ່ຄື ຂະແໜງການເຕັກໂນໂລຊີ ແລະ ການສື່ສານຂອງ ສປປ ລາວ ທີ່ຈະການກໍ່ສ້າງ ແລະ ພັດທະນາບຸກຄະລາກອນ ໃຫ້ມີຄວາມຮູ້-ຄວາມສາມາດດ້ານໄອຊີທີ ເພື່ອປະກອບສ່ວນເຂົ້າໃນວຽກງານການຫັນເປັນເສດຖະກິດ ດິຈິຕອນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. ໃນພິທີ, ທ່ານ ຈຽງ ຈ່າຍຕົງ (Jiang Zai Dong) ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ໄດ້ຕາງໜ້າໃຫ້ລັດຖະບານ ກໍຄືປະຊາຊົນຈີນ ກ່າວມອບໂຄງການ ແລະ ທ່ານ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງ ຕສ ໄດ້ຕາງໜ້າໃຫ້ແກ່ລັດຖະບານ ກໍຄືປະຊາຊົນລາວ ກ່າວຮັບເອົາໂຄງການຊ່ວຍເຫຼືອໃນຄັ້ງນີ້ ແລະ ໄດ້ຖືໂອກາດດັ່ງກ່າວສະແດງຄວາມຂອບໃຈໄປຍັງ ລັດຖະບານ ແລະ ປະຊາຊົນ ສປ ຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນໂຄງການດັ່ງກ່າວ. ພ້ອມທັງໄດ້ຮ່ວມກັນຊວ້ານດິນໃສ່ສີລາລຶກ ເພື່ອປະກາດການກໍ່ສ້າງໂຄງການຢ່າງເປັນທາງການ. Cr: ກະຊວງ ຕສ
ຂ່າວພາຍໃນ
2022-04-26T10:17:31+00:00
https://laopost.com/?p=133436
ເຮືອບິນຮົບລີເບຍ ຕຳຕຶກໃກ້ກັບລັດຖະສະພາ ເສຍຊີວິດ 3 ຄົນ
ເຮືອບິນຮົບກອງທັບລີເບຍ ຜິດພາດທາງເຕັກນິກ ຕຳຕຶກສູງໃກ້ກັບລັດຖະສະພາແຫ່ງໃໝ່ ປະຊາຊົນເສຍຊີວິດ 3 ຄົນ. ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 4 ກັນຍານີ້ວ່າ ເກີດເຫດເຮືອບິນຮົບຂອງກອງທັບລີເບຍ ຕົກໃນເມືອງ Tobruk ທາງພາກຕາເວັນອອກຂອງປະເທດ ໂດຍເຫດການດັ່ງກ່າວ ເກີດຈາກການຜິດພາດທາງເຕັກນິກ ກ່ອນທີ່ ຈະບິນຕຳເຂົ້າຕຶກຫໍພັກ ໃກ້ກັບອາຄານລັດຖະສະພາຂອງລີເບຍ ແລ້ວເກີດເຫດໄຟລຸກຖ້ວມ ເປັນເຫດເຮັດໃຫ້ມີຜູ້ ເສຍຊີວິດ 3 ຄົນ ໂດຍໃນຈຳນວນນີ້ເປັນເດັກນ້ອຍອີກ 1 ຄົນ. ທັງນີ້ ເຮືອບິນທີ່ປະສົບເຫດ ຖືກຄວບຄຸມໂດຍກອງກຳລັງທີ່ຈົງຮັກພັກດີຕໍ່ ອາດີດນາຍພົນຄາລີຟະ ຮາບຕາ ຜູ້ນຳ ກອງທັບຄົນກ່ອນ ທີ່ກຳລັງຕໍ່ສູ້ກັບກອງກຳລັງອິດສະລາມ ທີ່ເຊື່ອມໂຍງກັນກັບກອງກຳລັງທີ່ຍຶດເມືອງຫຼວງຕຣິໂບລີ ເມື່ອອາທິດທີ່ຜ່ານມາ.
ຂ່າວຕ່າງປະເທດ
2014-09-04T08:41:50+00:00
https://laopost.com/?p=9829
ໄອເອັມເອຟຮຽກຮ້ອງຈີ 20 ໃຊ້ນະໂຍບາຍຫຼາກຫຼາຍ
ກອງທຶນການເງິນສາກົນ (ໄອເອັມເອຟ) ຮຽກຮ້ອງໃຫ້ກຸ່ມສະມາຊິກ ຈີ 20 ໃຊ້ນະໂຍບາຍທີ່ຫຼາກຫຼາຍ ເພື່ອຄວບຄຸມຄວາມສ່ຽງ ແລະ ກະຕຸ້ນການຂະຫຍາຍຕົວທາງເສດຖະກິດ. ສຳນັກຂ່າວຕ່າງປະເທດລາຍງານວານນີ້ ໄອເອັມເອຟລະບຸວ່າ ການຂະຫຍາຍຕົວຂອງເສດຖະກິດໂລກຍັງອ່ອນແອ ແລະ ບອບບາງ ຂະນະທີ່ການແຍກຕົວຂອງອັງກິດອອກຈາກສະຫະພາບເອີຣົບ(ເບຣັກເຊິທ) ໄດ້ສ້າງຄວາມສ່ຽງຕໍ່ເສດຖະກິດໂລກ, ຊຶ່ງບັນດາລັດຖະມົນຕີວ່າການກະຊວງການເງິນ ແລະ ຜູ້ວ່າການທະນາຄານຂອງກຸ່ມຈີ 20 ປະຊຸມກັນຢູ່ເມືອງເສິງຕູ ມົນທົນເສສວນຂອງສປ ຈີນໃນວັນທີ 23-24 ກໍລະກົດ, ນອກຈາກນີ້ ໄອເອັມເອຟ ຍັງຮຽກຮ້ອງໃຫ້ຈີ 20 ອອກນະໂຍບາຍທາງການເງິນ, ການຄັງ ແລະ ປັບໂຄງສ້າງ ເພື່ອສະໜັບສະໜູນອຸປະສົງ ແລະ ແກ້ໄຂບັນຫາໜີ້. ອາທິດທີ່ຜ່ານມາ ໄອເອັມເອຟໄດ້ປັບຫຼຸດການຂະຫຍາຍຕົວຂອງເສດຖະກິດໂລກປະຈຳປີນີ້ ແລະ ປີໜ້າ ເນື່ອງຈາກສະຖານະການຄວາມບໍ່ແນ່ນອນທີ່ເພີ່ມສູງຂຶ້ນຈາກປັດໄຈເບຣັກຊິທ,ຊຶ່ງໄອເອັມເອຟຄາດຄະເນວ່າ ເສດຖະກິດໂລກຈະຂະຫຍາຍຕົວ 3,1% ໃນປີນີ້ ແລະ 3,4% ໃນປີໜ້າ ຊຶ່ງຫຼຸດລົງ 0,1% ຈາກການຄາດຄະເນໃນເດືອນເມສາທີ່ຢູ່ລະດັບ 3,2% ໃນປີນີ້ ແລະ 3,5% ໃນປີໜ້າ.
ຂ່າວຕ່າງປະເທດ
2016-07-23T21:01:18+00:00
https://laopost.com/?p=65882
ເມືອງຈັນທະບູລີ ເລັ່ງແກ້ໄຂປະກົດການຫຍໍ້ທໍ້ ຕາມສະຖານບັນເທິງ ແລະ ຮ້ານອາຫານ!
ຄະນະກຳມະການແກ້ໄຂປາກົດການຫຍໍ້ທໍ້ທາງດ້ານວັດທະນະທຳ-ສັງຄົມເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ໄດ້ແກ້ໄຂຄວາມບໍ່ເປັນລະບຽບຮຽບຮ້ອຍທາງດ້ານສັງຄົມຢູ່ 11 ບ້ານເປົ້າໝາຍຂອງເມືອງຕົນ, ໂດຍສະເພາະແມ່ນບັນດາຮ້ານອາຫານ ແລະ ສະຖານທີ່ບັນເທີງຕ່າງໆທີ່ເປີດໃຫ້ບໍລິການຜິດລະບຽບເຊັ່ນ: ເປີດໃຫ້ບໍລິການກາຍໂມງເວລາທີ່ກຳນົດໄວ້, ປະປ່ອຍໃຫ້ເດັກນ້ອຍອາຍຸບໍ່ເຖິງກະສຽນເຂົ້າໃຊ້ບໍລິການ, ເປີດສຽງເພງດັງເນືອງນັນລົບກວນສັງຄົມ, ມີລັກສະນະເປັນແຫລ່ງມົ້ວສຸມສິ່ງເສບຕິດ, ໂສເພນີ ແລະ ມົ້ວສຸມອະບາຍຍະມຸກຕ່າງໆ, ທັງນີ້ກໍ່ເພື່ອເປັນການສ້າງຂະບວນການຕ້ອນຮັບກອງປະຊຸມອົງຄະນະພັກນະຄອນຫຼວງວຽງຈັນຄັ້ງທີ VI ແລະ ວັນຊາດທີ່ 2 ທັນວາຄົບຮອບ 40 ປີໃຫ້ມີຄວາມເປັນລະບຽບຮຽບຮ້ອຍຮັບປະກັນໄດ້ຄວາມສະຫງົບ ແລະ ມີບັນຍາກາດຟົດຟື້ນ ຂະນະດຽວກັນກໍ່ເພື່ອເປັນການຕັກເຕືອນສຶກສາອົບຮົມໃຫ້ບັນດາຫົວໜ່ວຍທຸລະກິດດ້ານນີ້ມີສະຕິ ແລະ ເຄື່ອນໄຫວໃຫ້ຖືກຕ້ອງຕາມລະບຽບກົດໝາຍທີ່ກໍານົດໄວ້ເປັນຕົ້ນການໃຫ້ບໍລິການດ້ວຍຄວາມສັດຊື່ ຍິ້ມແຍ້ມແຈ່ມໃສ, ຕ້ອນຮັບແຂກ, ນັກທ່ອງທ່ຽວດ້ວຍມີໄມຕີຈິດ, ສຸພາບຮຽບຮ້ອຍຮັກສາໄດ້ຮິດຄອງປະເພນີອັນດີງາມຂອງຊາດ ແລະ ປະກອບສ່ວນເສຍພັນທະເຂົ້າງົບປະມານຂອງລັດໃຫ້ທັນເວລາ. ຄະນະກໍາມະການດັ່ງກ່າວໃຫ້ຮູ້ວ່າ: ສຳລັບບ້ານເປົາໝາຍແກ້ໄຂຄັ້ງນີ້ປະກອບມີ: ບ້ານຫ້ວຍຫົງ, ຫັດສະດີ, ໜອງທາເໜືອ, ສະຫວ່າງ, ວັດຈັນ, ຫາຍໂສກ, ສີບຸນເຮືອງ, ຮ່ອງໄກ່ແກ້ວ, ໂພນຕ້ອງສະຫວາດ, ໂພນຕ້ອງຈອມມະນີ ແລະ ຮ່ອງແຊງ ແລະ ສະເພາະບ້ານຮ່ອງໄກ່ແກ້ວ ໂພນຕ້ອງຈອມມະນີເຫັນວ່າມີຮ້ານຂາຍກາເຟຂອງຊາວຕ່າງດ້າວ ເປັນຈໍານວນຫລາຍທີ່ມີການແອບແຝງຄ້າປະເວນີເຊິ່ງຈະຕ້ອງໄດ້ຮີບຮ້ອນແກ້ໄຂ. ຂອບໃຈຂ່າວຈາກ:
ຂ່າວຕ່າງປະເທດ
2015-08-14T11:13:22+00:00
https://laopost.com/?p=32786
ເມຍໂຫດ! ຕັດອະໄວຍະວະເພດຜົວ 2 ຄັ້ງ ດ້ານຜົວແຄ້ນໜັກ ນຳເຕະເມຍນອກໂຮງໝໍ!
ຕຳຫລວດໃນແຂວງເຫີໜັນ ຈັບກຸມຍິງສາວ ອາຍຸ 30 ປີ ຫລັງລັກຕັດອະໄວຍະວະເພດຂອງສາມີ ເຖິງ 2 ຄັ້ງ ດ້ວຍຄວາມແຄ້ນທີ່ຮູ້ວ່າສາມີລັກມີເມຍນ້ອຍ. ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ມັງກອນຜ່ານມານີ້ວ່າ ເກີດເຫດຍິງສາວອາຍຸ 30 ປີ ຊື່ນາງ ເຟິງ ໄດ້ລັກຕັດອະໄວຍະວະເພດຂອງ ທ້າວ ຟັ່ນ ອາຍຸ 32 ປີ ສາມີຕົນເອງ ເນື່ອງຈາກຮູ້ວ່າສາມີລັກມີເມຍນ້ອຍ. ນາງ ເຟິງ ແລະ ທ້າວ ຟັ່ນ ອາໄສໃນເມືອງຊາງຊິວ ແຂວງເຫີໜັນ ປະເທດຈີນ ໂດຍຢູ່ກິນນຳກັນມາຈົນມີລູກ 5 ຄົນແລ້ວ, ຕໍ່ມາໃນມື້ໜຶ່ງ ທ້າວ ຟັ່ນ ໄດ້ໃຊ້ໂທລະສັບມືຖືຂອງເມຍ ເພື່ອສົ່ງອີເມວຫາເມຍນ້ອຍ ອາຍຸ 21 ປີ ຊື່ວ່າ ນາງ ຈາງຫົງ ແລ້ວລືມລົງຊື່ອອກຈາກລະບົບ, ຈາກນັ້ນນາງ ເຟິງ ຈິ່ງມາເຫັນຂໍ້ຄວາມຕ່າງໆທີ່ຜົວຂອງຕົນໄດ້ສົ່ງຫາເມຍນ້ອຍ ຈິ່ງເກີດມີຄວາມຄຽດແຄ້ນໃນໃຈ ແລ້ວໃຊ້ມີດຕັດເຂົ້າໄປຕັດອະໄວຍະວະເພດຂອງທ້າວ ຟັ່ນ ໃນຂະນະທີ່ກຳລັງນອນຫລັບຢູ່ໃນຫ້ອງນອນ. ຫລັງຈາກເກີດເຫດ ທ້າວ ຟັ່ນ ໄດ້ຖືກນຳຕົວສົ່ງໂຮງໝໍທັນທີ ເພື່ອໃຫ້ໝໍຊ່ວຍຕໍ່ອະໄວຍະວະຄືນໃຫ້, ແຕ່ວ່າເມຍຂອງລາວຊ້ຳພັດຍັງບໍ່ສະໃຈ ໄດ້ລັກລອບເຂົ້າໄປໃນໂຮງໝໍ ເພື່ອຕັດອະໄວຍະວະຂອງຜົວນາງອີກເທື່ອໜຶ່ງ ໂດຍເທື່ອນີ້ນາງໄດ້ໂຍນຖິ້ມອອກທາງປ່ອງຢ້ຽມທັນທີອີກດ້ວຍ. ເມື່ອເປັນຄືແນວນັ້ນ, ທ້າວ ຟັ່ນ ຈິ່ງໄດ້ເກີດມີໂທສະ ລຸກອອກຈາກຕຽງໂຮງໝໍ ໂດຍທີ່ຍັງເປືອຍກາຍລ້ອນຈ້ອນ ແລະ ຕົນໂຕຍັງຄົງມີເລືອດອາບຢູ່ ນຳອອກໄປເຕະເມຍຂອງລາວຢູ່ນອກໂຮງໝໍ ໂດຍເຈົ້າໜ້າທີ່ຂອງໂຮງໝໍໄດ້ເຂົ້າມາແຍກທັງສອງອອກຈາກກັນ ແລ້ວນຳຕົວທັງສອງຄົນເຂົ້າໄປໂຮງໝໍ ເພື່ອປະຖົມພະຍາບານ ນາງ ເຟິງ, ຮອດເວລານີ້ທາງແພດໝໍຈິ່ງຮູ້ວ່າ ນາງ ເຟິງ ໄດ້ລັກເຂົ້າມາຕັດອະໄວຍະວະຜົວຂອງລາວ ເປັນເທື່ອທີສອງຊ້ຳອີກ. ທາງແພດ ແລະ ຕຳຫລວດ ຈິ່ງຟ້າວອອກຄົ້ນຫາອະໄວຍະວະເພດຂອງ ທ້າວ ຟັ່ນ ທີ່ຖືກເມຍຕັດໂຍນອອກທາງປ່ອງຢ້ຽມໂຮງໝໍ ແຕ່ກໍໄຮ້ວີ່ແວວ ໂດຍພວກເຂົາເຊື່ອວ່າ ອາດຖືກໝາ ຫລື ແມວໃນເຂດນັ້ນ ຄາບໄປເປັນທີ່ຮຽບຮ້ອຍແລ້ວ. ປັດຈຸບັນ ທ້າວ ເຟິງ ໄດ້ຮັບການຜ່າຕັດ ແລະ ພົ້ນຂີດອັນຕະລາຍແລ້ວ ແຕ່ວ່າຍັງຄົງມີອາການໂມໂຫໂທສະ ເສຍອາລົມຢູ່ຕະຫລອດ, ໃນຂະນະທີ່ເມຍຂອງລາວໄດ້ຖືກຕຳຫລວດຈັບກຸມ ຂໍ້ຫາທຳຮ້າຍຮ່າງກາຍຈົນໄດ້ຮັບບາດເຈັບສາຫັດ.
ຂ່າວຕ່າງປະເທດ
2015-01-15T09:06:01+00:00
https://laopost.com/?p=17993
6 ພຶດຕິກໍາທີ່ຄວນຢຸດ! ຕັ້ງແຕ່ດຽວນີ້
ເຮົາຄວນເຮັດຫຍັງດີໆ ໃຫ້ຮ່າງກາຍເຮົາໄດ້ແຂງແຮງ ແລະຍືນຍົງໂດຍການ “ຢຸດພຶດຕິກຳທີ່ບໍ່ດີທັງ 6 ຢ່າງ” ດັ່ງຕໍ່ໄປນີ້: ນັ່ງເຮັດວຽກຫຼັງກົ່ງ ແລະນັ່ງບໍ່ເຕັມເບາະ: ພຶດຕິກຳການນັ່ງແບບນີ້ ຈະສົ່ງຜົນໄລຍະຍາວຕໍ່ກະດູກສັນຫຼັງຂອງທ່ານເອງ ດັ່ງນັ້ນຖ້າບໍ່ຢາກເຖົ້າມາແລ້ວຕ້ອງຢືນຫຼັງກົ່ງ ຄວນຈະນັ່ງຫຼັງກົງ ແລະນັ່ງໃຫ້ກົ້ນເຕັມເບາະ ທີ່ສຳຄັນ ຢຸດການນັ່ງໄຂວ່ຫ້າງຈະເປັນການດີທີ່ສຸດ ຢຸດການດື່ມສັງສັນ ຫັນມາຊວນເພື່ອນໄປກິນອາຫານແຊບໆມີຄຸນປະໂຫຍດແທນ: ການເຮັດວຽກມາເມື່ອຍໆ ມັນກໍຕ້ອງຄາຍຄວາມອິດເມື່ອຍເປັນທຳມະດາ, ຖ້າຕ້ອງການຄາຍຄຽດດ້ວຍການດື່ມສິ່ງມຶນເມົາທັງຫຼາຍ ມັນຈະສົ່ງຜົນເສຍສູ່ສຸຂະພາບ, ເຮັດໃຫ້ແກ່ກ່ອນໄວອັນຄວນ. ປະຈຸບັນມີຮ້ານເຫຼົ້າເບຍຫຼາຍແຫ່ງ ແຕ່ທ່ານລອງປ່ຽນຈາກຮ້ານເຫຼົ້າເບຍມາເປັນຮ້ານອາຫານເພື່ອສຸຂະພາບ ກໍຈະດີຫຼາຍ ຫຼືຈະຊວນກັນໄປອອກກຳລັງກາຍຫຼັງເລີກວຽກຈະດີກວ່າ ບໍ່ມັກກິນອາຫານເຊົ້າ: ກໍເຂົ້າໃຈວ່າໃຜກໍຟ້າວ ແຕ່ການກິນແຕ່ກາເຟແກ້ວດຽວ ມັນບໍ່ພໍໃຫ້ເກີດສານອາຫານຫຍັງໄປບຳລຸງຮ່າງກາຍ ແລະເຮັດໃຫ້ສະໝອງແລ່ນໄວໄດ້ດອກ, ຕອນເຊົ້າຖືວ່າເປັນຕອນສຳຄັນຫຼາຍທີ່ສຸດ ເພາະການກິນອາຫານເຊົ້າແບບເຕັມທີ່ ກໍຈະສົ່ງຜົນຕໍ່ການເຜົາຜານໃຫ້ເຕັມທີ່. ຢ່າງໜ້ອຍຫາກບໍ່ມີເວລາ ຫາໄຂ່ຈັກ 2 ໜ່ວຍມາເຮັດໄຂ່ດາວກິນ ຮັບຮອງເຮັດໃຫ້ສະໝອງປອດໂປ່ງ ບໍ່ຕ້ອງຢ້ານຕຸ້ຍ ສູບຢາ: ເຖິງວ່າທ່ານຈະສູບວັນລະຊອງ ຫຼືດົນໆສູບກອກໜຶ່ງ ມັນກໍຈະສົ່ງຜົນເສຍຕໍ່ສຸຂະພາບມະຫາສານ ເຮັດໃຫ້ເກີດໂລກຫົວໃຈ ແລະຫຼອດເລືອດ ລວມຮອດລະບົບຫາຍໃຈ, ສຸຂະພາບຮ່າງກາຍຊຸດໂຊມລົງ ນອນຫຼິ້ນມືຖື, ແທັບເລັດ ໂດຍບໍ່ເປີດໄຟ ຫຼືອ່ານໜັງສືໃນຂະນະທີ່ໄຟບໍ່ຮຸ່ງດີ: ຢ່າຄິດວ່າທ່ານເບິ່ງເຫັນໜັງສືຢູ່, ມືຖືກໍມີແສງຈາກຈໍ ບໍ່ເຫັນວ່າຊິເປັນຫຍັງ, ແຕ່ມັນສົ່ງຜົນເສຍຕໍ່ສາຍຕາຂອງເຮົາເອງ ຄົນສ່ວນໃຫຍ່ທີ່ມີພຶດຕິກຳແບບນີ້ ມັກຈະສາຍຕາສັ້ນລົງເລື້ອຍໆ ໃຊ້ສານໃຫ້ຄວາມຫວານແທນນໍ້າຕານຕະຫຼອດ: ເປັນຄວາມເຊື່ອທີ່ຜິດ ທີ່ຄິດວ່າການຢຸດກິນນໍ້າຕານ ແລ້ວໃຊ້ສານໃຫ້ຄວາມຫວານແທນ ຈະຊ່ວຍໃຫ້ເຮົາບໍ່ຕຸ້ຍຂຶ້ນ ບາງຄົນກໍໃຊ້ໃນຕອນຫຼຸດນໍ້າໜັກ ຫຼຸດຄວາມອ້ວນ, ແຕ່ຄວາມຈິງແລ້ວ ສານໃຫ້ຄວາມຫວານແທນນໍ້າຕານ ສົ່ງຜົນກະທົບຕໍ່ລະບົບການເຜົາຜານໃນຮ່າງກາຍ ທີ່ມາ: yaklai ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ! ifram FB ວິທະຍາສຶກສາ
ສຸຂະພາບ ແລະ ສີ່ງແວດລ້ອມ
2016-08-22T13:29:57+00:00
https://laopost.com/?p=69601
ແພດຈົນຢ້ານ! ຜ່າຕັດທ້ອງຜູ້ພົບປ່ວຍພົບສາຍສາກໂທລະສັບໃນທ້ອງ
ເວັບໄຊ hilight.kapook ລາຍງານວ່າ ເມື່ອວັນທີ 5 ມິຖຸນາ ທີ່ຜ່ານມາ ໂຮງໝໍແຫ່ງໜຶ່ງໃນເມືອງກູວາຮາຕິ ລັດອັສສຳ ປະເທດອິນເດຍ ເປີດເຜີຍວ່າ ຜູ້ປ່ວຍຊາຍ ອາຍຸ 30 ປີລາຍໜຶ່ງ ເດີນທາງເຂົ້າມາຮັບການຮັກສາປິ່ນປົວເນື່ອງຈາກຜູ້ກ່ຽວມີອາການເຈັບທ້ອງຢ່າງຮຸນແຮງ ເບື້ອງຕົນໄດ້ຕົວະແພດວ່າຫຼົງກີນສາຍສາກໂທລະສັບເຂົ້າໄປໃນປາກ ທາງທີມແພດຈຶ່ງເລັ່ງດຳເນີນການຜ່າຕັດ. ທີມແພດເລັ່ງໃຫ້ການຊ່ວຍເຫຼືອຜ່າຕັດນຳສາຍສາກໂທລະສັບອອກມາຈາກກະເພາະປັດສະວະຂອງຄົນເຈັບ ໂດຍພົບວ່າສາຍສາກມີຄວາມຍາວປະມານ 60 cm ການຜ່າຕັດສຳເລັດໄປດ້ວຍດີ ຂະນະທີ່ຄົນເຈັບມີອາການເລີ່ມຟື້ນຕົວແລ້ວ. ດຣ. ວັລລີອູລ ແພດຜ່າຕັດກ່າວວ່າ ຄົນເຈັບລາຍນີ້ເບື້ອງຕົ້ນໄດ້ຕົວະວ່າເຂົາກືນສາຍສາກເຂົ້າທາງປາກ ເຊິ່ງຄວາມຈິງແລ້ວ ເຂົາສອດມັນເຂົ້າໄປທາງທໍ່ປັດສະວະເພື່ອສຳເລັດກິດທາງເພດ ແຕ່ຄັ້ງນີ້ເກີດຄວາມຜິດພາດ ສາຍຊາຣ໌ຫຼຸດເຂົ້າໄປໃນກະເພາະປັດສະວະ ຜ່ານໄປດົນເຖິງ 5 ວັນ ເຂົາຈຶ່ງຕັດສິນໃຈມາພົບແພດ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວຕ່າງປະເທດ
2020-06-15T15:19:46+00:00
https://laopost.com/?p=119800
ອາເລັກຊານດ້າ ບຸນຊ່ວຍ (ອາລະບ້ຳຊຸດພິເສດ 2017)
ມາອັບເດດຜົນງານເພງຂອງສີລະປິນສາວສຽງນຸ້ມນວນຄົນນີ້ “ອາເລັກຊານດ້າ ບຸນຊ່ວຍ” ຫຼັງຈາກຫ່າງໄມລ໌ໄປດົນກໍ່ໄດ້ກັບມາເອົາໃຈແຟນເພງອີກຄັ້ງກັບ ອາລະບ້ຳຊຸດພິເສດ 2017 ທີ່ຮວມເອົາບົດເພງດັງໃນຕຳນານມາຮ້ອງຄືນໃໝ່ໃນແບບຂອງ ອາເລັກຊານດາ ເປັນແນວດົນຕີ Classic ຟັງມ່ວນສະບາຍອາລົມ ດັ່ງນັ້ນມື້ນີ້ກັບບັນເທີງລາວໂພສ ແອັດເລີຍມີ 3 ຜົນງານເພງມາຝາກໃຫ້ແຟນເພສໄດ້ລອງຟັງເບິ່ງຮັບຮອງວ່າມ່ວນຖືກໃຈແນ່ນອນ
ຂ່າວບັນເທິງ
2017-05-26T15:03:44+00:00
https://laopost.com/?p=90309
ພະນັກງານລັດ ລ້ຽງປາດຸກລາດເປັນສິນຄ້າ ເປັນອາຊີບສຳຮອງ ສ້າງລາຍຮັບເພີ່ມ
ການລ້ຽງປາເປັນສິນຄ້າ ແມ່ນກິດຈະການໜຶ່ງທີ່ຫຼາຍຄົນປະກອບເປັນອາຊີບ ແລະ ປະສົບຜົນສຳເລັດ ເຮັດໃຫ້ຄອບ ຄົວຮັ່ງມີເຂັ້ມແຂງໄດ້ ຍ້ອນເຫັນແນວນັ້ນ ທ່ານ ໂມໄວ ອາຍຸ 53 ປີ ອາຊີບພະນັກງານຢູ່ບ້ານໃຫຍ່ວຽງຄຳ ເມືອງປາກກະ ດິງ ແຂວງບໍລິຄຳໄຊ ຈຶ່ງຕັດສີນໃຈອອກທຶນຂອງຕົນ ເພື່ອທົດລອງລ້ຽງປາດຸກລາດ ຫາກການລ້ຽງ ແລະ ຕະຫຼາດປະສົບ ຜົນກໍຈະຖືເປັນອາຊີບສຳຮອງ, ທ່ານ ໂມ ໃຫ້ສຳພາດຕໍ່ແຫຼ່ງຂ່າວເມືອງປາກກະດິງວ່າ: ຍ້ອນຢາກໃຫ້ມີລາຍຮັບເຂົ້າສູ່ ຄອບຄົວຕື່ມ ເພື່ອພັດທະນາໃຫ້ເປັນຄອບຄົວທີ່ຮັ່ງມີ ຕົນເອງຈຶ່ງໄດ້ຄົ້ນຄິດ ແລະ ປຶກສາກັບຄອບຄົວຕັດສີນໃຈລົງທຶນ 45 ລ້ານກີບ ລ້ຽງປາດຸກລາດ ເຊິ່ງ ໄດ້ເລີ່ມກິດຈະກຳນີ້ມາແຕ່ປີ 2013, ເບື້ອງຕົ້ນແມ່ນລົງທຶນເຮັດໜອງລ້ຽງຈຳນວນ 1 ໜອງ ຂະໜາດ 60 x 120 ແມັດ ມູນຄ່າ 20 ລ້ານກີບ ແລະ ຊື້ປາດຸກລາດມາລ້ຽງ ໃນຕົ້ນເດືອນ ມີຖຸນາ 2014 ຈຳ ນວນ 20 ພັນໂຕ ເປັນເງິນ 20 ລ້ານກີບ ແລະ ຊື້ຫົວອາຫານ 5 ລ້ານກີບ, ທ່ານ ໂມ ກ່າວອີກວ່າ: ປະຈຸບັນລ້ຽງມາໄດ້ 2 ເດືອນກ່ວາແລ້ວ ແລະ ຄາດວ່າ ຈະສາມາດຂາຍອອກໄດ້ໃນລະຫວ່າງເດືອນພະຈິກ ຫາ ເດືອນທັນວາ 2014 ນີ້, ຖ້າວ່າ ປາດຸກລາດທີ່ລ້ຽງນັ້ນ ມີການຈະເລີນເຕີບໂຕຕາມການຄາດຄະເນ ກໍຈະມີລາຍຮັບປະມານ 100 ລ້ານກີບ ແລະ ຈະມີ ກຳໄລປະມານ 50 ລ້ານກ່ວາກີບ ຖ້າການລ້ຽງຄັ້ງນີ້ປະສົບຜົນສຳເລັດຕາມແຜນທີ່ຄາດຄະເນ ຈະຂະຫຍາຍໜອງປາ ອອກຕື່ມ2 ໜອງ. ແຫລ່ງຂ່າວ: ໜັງສືພິມປະຊາຊົນ
ຂ່າວພາຍໃນ
2014-09-16T10:38:28+00:00
https://laopost.com/?p=10398
ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະພັກຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມ
ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະພັກຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ (ລລທ) ສະໄໝທີ V ຈັດຂຶ້ນວັນທີ 18-19 ພຶດສະພາ 2023 ຢູ່ບໍລິສັດດັ່ງກ່າວ ພາຍໃຕ້ການເປັນປະທານຂອງ ສະຫາຍ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ກາານສື່ສານ ເລຂາຄະນະພັກຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ມີສະຫາຍ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ກາານສື່ສານ ມີບັນດາຄະນະພັກຮາກຖານ ຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນທີ່ຂຶ້ນກັບ ຄະນະພັກຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການເຜີຍແຜ່ ແລະ ເຊື່ອມຊືມເອກະສານ ຄື:ຄໍາສັ່ງວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະບໍລິຫານງານກາງສະໄໝ ຂອງຄະນະບໍລິຫານງານແຕ່ລະຂັ້ນ ສະບັບເລກທີ 268/ຄລສພ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 25/ຄຈສພ ຄໍາແນະນໍາຂອງຄະນະກວດກາສູນກາງພັກ ສະບັບເລກທີ 74/ຄກສພ ຮັບຟັງລາຍງານບົດສະຫຼຸບການຊີ້ນໍາ-ນໍາພາ ຂອງຄະນະພັກຮາກຖານກາງສະໄໝ (2019-2023) ແລະ ແຜນການຕໍ່ໜ້າ (2023-2025) ສະເໜີໂດຍຄະນະພັກຮາກຖານ ບົດສໍາຫຼວດການນໍາພາລວມ ຂອງຄະນະພັກຮາກຖານ ສະເໜີໂດຍຮອງເລຂາຄະນະພັກຮາກຖານ ແລະ ການປະກອບຄໍາເຫັນໃສ່ບົດສະຫຼຸບການຊີ້ນໍາ-ນໍາພາ ແລະ ບົດສໍາຫຼວດການນໍາພາລວມ ຂອງຄະນະພັກຮາກຖານ ລລທ ຢ່າງພາວະວິໄສ ກົງໄປກົງມາ ສະແດງໃຫ້ເຫັນໄດ້ດ້ານທີ່ພົ້ນເດັ່ນ ແລະ ດ້ານຄົງຄ້າງຈໍານວນໜຶ່ງ ທີ່ຈະຕ້ອງປັບປຸງແກ້ໄຂ ນອກຈາກນັ້ນ ກອງປະຊຸມຍັງໄດ້ດໍາເນີນການທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ ບຸກຄົນ ໃນຄະນະພັກຮາກຖານ ລລທ. ສໍາລັບການນໍາພາທາງດ້ານວຽກງານວິຊາສະເພາະ ມາຮອດປັດຈຸບັນ ລາວໂທລະຄົມມະນາຄົມ ມີສະຖານີມືຖືທັງໝົດ 10.972 ສະຖານີ (ເພີ່ມຂຶ້ນຈາກປີ 2019 ຈໍານວນ 2.783 ສະຖານີ) ສັນຍານໂທລະສັບມືຖືສາມາດກວມເອົາ 75% ຂອງປະຊາກອນທົ່ວປະເທດ (ເພີ່ມຂຶ້ນ 17%) ທຽບໃສ່ແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີ ຂອງລັດຖະບານ ກໍຄືກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ຈະໃຫ້ສັນຍານ 4G ກວມ 90% ຂອງປະຊາກອນ ແມ່ນຍັງນອນຢູ່ໃນແຜນການທີ່ວາງໄວ້ ແນວໃດກໍຕາມ ໄລຍະຜ່ານມາສາມາດສ້າງລາຍຮັບໄດ້ 6.300 ຕື້ກວ່າກີບ ມີກໍາໄລສຸດທິ 802,64 ຕື້ກີບ ແລະ ສາມາດມອບພັນທະໃຫ້ລັດຖະບານໄດ້ 1.164 ຕື້ກີບ. ທີ່ມາ: ວຽງຈັນໃໝ່
ຂ່າວພາຍໃນ
2023-05-22T14:41:45+00:00
https://laopost.com/?p=144747
ຊາຍໜຸ່ມ ຈີນ ປ່ອນ “ໄອໂຟນ6” ລົງຕູບໍລິຈາກວັດ
ຊາຍໜຸ່ມ ຈີນ ປ່ອນ “ໄອໂຟນ6” ລົງຕູບໍລິຈາກວັດ ເວັບໄຊທ໌ຂ່າວຈີນ “ນິວສ໌ຊິນາ” ລາຍງານຈາກມົນທົນກວາງຕຸ້ງ ປະເທດຈີນເມື່ອວັນທີ 25 ກຸມພາ ວ່າ: ໄດ້ມີຊາຍໜຸ່ມຊາວຈີນ ຄົນໜຶ່ງໃດ້ປ່ອນ “ໄອໂຟນ6” ຂອງຕົນເອງໃສ່ຕູ່ບໍລິຈາກ ໃນວັດດັງແຫ່ງໜຶ່ງຂອງ ເມືອງຝູຊານມົນທົນກວາງຕຸ້ງ ແທນການບໍລິຈາກດ້ວຍເງິນ, ທັ່ງນີ້ວັດດັ່ງກ່າວໄດ້ເປັນວັດ ທີ່ມີຊື່ສຽງມີຜູ້ຄົນຫຼາຍພັນຄົນເດີນທ່າງມາຢ້ຽມຊົມ ແລະ ທໍາບຸນດ້ວຍການຈູດທູບຂໍພອນ ພ້ອມບໍລິຈາກເງິນໃນຊ່ວງເທດສະການວັນຢຸດ ກຸດຈີນທີ່ຜ່ານມາ. ຈາກຂໍ້ມູນຂອງຜູ້ທີ່ເປັນຄົນຖ່າຍຮູບເວົ້າວ່າ ຂະນະທີ່ຊາຍຜູ້ນີ້ທໍາການບໍລິຈາກໃຫ້ວັດ ດ້ວຍໄອໂຟນ ໄດ້ໄລຍະໜຶ່ງ ເຈົ້າໜ້າທີ່ຂອງທາງວັດກໍ່ອອກມາໄຂຕູ້ບໍລິຈາກ ນໍາໂທລະສັບໄປຄືນໃຫ້ລາວ ພ້ອມທັງກ່າວວ່າ ທາງວັດຮັບແຕ່ປັດໄຈເທົ້ານັ້ນ ວັດຖຸສິ່ງຂອງໂດຍສະເພາະ ໄອໂຟ6 ແບບນີ້ບໍ່ຮູ້ວ່າຈະໃຫ້ພະສົງນໍາໄປເຮັດແບບໃດ ຈຶ່ງຄືນໃຫ້ກັບຜູ້ໃຈບຸນ. ດັ່ງນັ້ນ ຊາຍໜຸ່ມຄົນດັ່ງກ່າວຈຶ່ງຮັບໄອໂຟນ ຂອງຕົນເອງຄືນມາ ແລ້ວຈົກທະນາບັດໃບ100 ຢວນ ຈໍານວນຫຼາຍໃບອອກມາແລ້ວ ປ່ອນໃສ່ໃນຕູ້ບໍລິຈາກແທນ ແລ້ວກໍ່ຈາກໄປ.
ຂ່າວຕ່າງປະເທດ
2015-02-25T15:08:16+00:00
https://laopost.com/?p=19784
ອຸທາຫອນ ຟ້າຜ່າຄົນຂີ່ລົດຈັກ
ເວລາປະມານ 14:00 ວັນທີ 6 ພຶດສະພາ 2017 ນີ້ ໄດ້ເກີດພາຍຸຝົນຟ້າຄະນອງ ໃນເຂດເມືອງໄຊທານີ ນະຄອນຫຼວງວຽງຈັນ ມີລົມພັດແຮງ ແລະຟ້າຮ້ອງຟ້າຜ່າ. ໜ່ວຍກູ້ໄພນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງເຫດວ່າມີຄົນຖືກຟ້າຜ່າ ຢູ່ເຂດຂົວນໍ້າເຄັມ ທ່າງ່ອນ ຈຶ່ງໄດ້ຮີບຮ້ອນໄປຊ່ວຍເຫຼືອ ພົບເຫັນຜູ້ບາດເຈັບ 1 ຄົນ ເປັນຜູ້ຊາຍ ມີອາການແໜ້ນໜ້າເອິກ, ໂຕລ່ອຍ, ຫົວໃຈເຕັ້ນໄວແລະມີແຜໄຟໄໝ້ຢູ່ບໍລິເວນອ້ອມຄໍ. ຜູ້ເຫັນເຫດການເລົ່າວ່າ ໃນເວລາຝົນກຳລັງຕົກ ຟ້າກຳລັງຮ້ອງ ຜູ້ກ່ຽວໄດ້ຂີ່ລົດຈັກໄປຕາມທາງ ເມື່ອມາຮອດເຂດໃກ້ຂົວນໍ້າເຄັມ ພໍດີໄດ້ຍິນສຽງຟ້າຜ່າ ແລ້ວເຫັນຜູ້ກ່ຽວລົ້ມລົງ ຈຶ່ງໄດ້ພາກັນຊ່ອຍຜູ້ກ່ຽວເຂົ້າຮົ່ມ ແລະໂທແຈ້ງໜ່ວຍກູ້ໄພນະຄອນຫຼວງ ເຂົ້າໄປຊ່ວຍເຫຼືອ. ເກີດເຫດຟ້າຜ່າຄົນຂັບລົດຈັກ. ………………………. ເຫດສຸກເສີນແຈ້ງ1624ເບີດຽວໃນນະຄອນຫຼວງວຽງຈັນ ທ່ານສາມາດບໍລິຈາກເຂົ້າບັນຊີ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ໂດຍລະບຸການບໍລິຈາກ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ບັນຊີ; THE ASSOCIATION OF VOLUNTARY RESCUE VIENTIANE ເລກບັນຊີ: LAK0101200າ00993902001 ເບີໂທຕິດຕໍ່ 020 2244 1624
ຂ່າວເຫດການ
2017-05-07T08:23:39+00:00
https://laopost.com/?p=89607
ຜົນການລົງສຳຫຼວດພື້ນໜອງຟ້າ ເມືອງ ຊານໄຊ ແຂວງ ອັດຕະປືຂອງນັກດຳນ້ຳຣັດເຊຍ
ຜົນການລົງສຳຫຼວດພື້ນໜອງຟ້າເມືອງຊານໄຊ ແຂວງອັດຕະປືຂອງນັກດຳນ້ຳຣັດເຊຍພົບວ່າ ພື້ນໜອງຟ້າວານນີ້ 24 ເມສາ 2018 ແມ່ນພົບຫີນທີ່ຄ້າຍຫີນເກີດຈາກລາວາພູເຂົາໄຟເປັນຈຳນວນຫຼວງຫຼາຍ. ໜອງຟ້າ ຕັ້ງຢູ່ບ້ານວັງຕັດ ເມືອງຊານໄຊ ຫ່າງຈາກຕົວເມືອງສາມັກຄີໄຊ ປະມານ 178 ກິໂລແມັດ ເປັນໜອງນໍ້າທີ່ໃຫຍ່, ມີແປວທາງນໍ້າໄຫຼ ປ່ອງລົງໃສ່ນໍ້າເຊກະໝານ, ເຊິ່ງຕັ້ງຢູ່ທາງ ທິດຕາເວັນອອກ ຂອງແຂວງອັດຕະປື ນອນໃນເຂດປ່າສະຫງວນແຫ່ງຊາດ ດົງອຳພາມ ໃນພື້ນທີ່ຫົວພູ ຈຸ້ມເຂົ້າຫາກັນ ລະດັບສູງທຽບໃສ່ໜ້ານໍ້າທະເລ 1,200-1,500 ແມັດ ໃກ້ກັບຊາຍແດນລາວ-ຫວຽດນາມ. ໜອງຟ້າຖືກຄົ້ນພົບໃນລະຫວ່າງປີ 1930 ໂດຍຄົນສັນຊາດຝຣັ່ງ ທີ່ມາເປັນຄອມມີແຊຂອງ ແຂວງອັດຕະປື ຊື່ວ່າ: Mr. CAME ແລະ Mr. DAP LAY ໄດ້ສຶກສາຄົ້ນຄ້ວາ ດ້ານທໍລະນີສາດ ໄດ້ໃຫ້ຂໍ້ມູນສັງເກດ ແລະ ສັນນີຖານວ່າ: ຄົງເປັນໜອງທີ່ເກີດຈາກ ພູໄຟລະເບີດ ເມື່ອຫຼາຍຮ້ອຍປີ ຫຼື ພັນໆ ປີກ່ອນໜ້ານີ້. ເນື້ອໃນຂ່າວຈາກ: ສຳນັກຂ່າວສານປະເທລາວ ຮູບປະກອບຈາກ: ອິດສະຫຼະ
ຂ່າວທ້ອງຖິ່ນ
2018-04-26T12:35:20+00:00
https://laopost.com/?p=100526
ສາທາຄຸມເຂັ້ມກວດກາກຳມະກອນຈີນເຮັດວຽກຢູ່ລາວເພື່ອປ້ອງກັນການລະບາດໄວຣັສໂຄໄຣນາ
ໜັງສືພິມວຽງຈັນທາມລາຍງານເມື່ອວັນທີ 2 ກຸມພາ 2020 ວ່າ ກະຊວງສາທາລະນະສຸກກຳລັງຄຸມເຂັ້ມໃນການກວດກາກຳມະກອນທີ່ເປັນຄົນຈີນ ທີ່ເຮັດວຽກຢູ່ໃນຫຼາຍໂຄງການກໍ່ສ້າງໃນ ສປປ ລາວ ເພື່ອປ້ອງກັນການລະບາດຂອງພະຍາດປອດອັກເສບ ໄວຣັສໂຄໂຣນາ ສາຍພັນໃໝ່ (Novel Coronavirus). ປະຈຸບັນທາງລັດຖະບານລາວບໍ່ອະນຸຍາດໃຫ້ນັກທ່ອງທ່ຽວທີ່ຜ່ານເຂົ້າມາດ່ານນັ້ນ ແລະ ທາງລັດຖະບານຈີນເອງກໍ່ມີການຫ້າມບໍ່ໃຫ້ ຄົນຈີນອອກໄປທ່ຽວນອກປະເທດ. ສິ່ງທີ່ເປັນຫ່ວງແມ່ນບັນດາແຮງງານກຳມະກອນທີ່ມາຈາກ ສປ ຈີນ ທີ່ເຮັດວຽກຢູ່ໃນ ປະເທດລາວ. ກະຊວງສາທາລະນະສຸກໄດ້ໃຫ້ ແພດໝໍລົງກວດອາການຂອງກຳມະກອນ ທີ່ມາຈາກ ສປ ຈີນ ທີ່ເຮັດວຽກໃນຫຼາຍໂຄງການຢູ່ລາວ ໂດຍສະເພາະໂຄງການກໍ່ສ້າງ ໂຮງໝໍມະໂຫສົດ ແລະ ໂຄງການກໍ່ສ້າງຕ່າງໆ ເພື່ອຄຸມເຂັ້ມໃນການຊອກຫາ, ເຝົ້າລະວັງ ແລະ ສະກັດກັ້ນໃນການແຜ່ລະບາດຂອງພະຍາດດັ່ງກ່າວ. ທາງກະຊວງສາທາລະນະສຸກໄດ້ກະກຽມສະຖານທີ່, ທີມແພດໝໍ ເພື່ອຮອງຮັບສະຖານະການ ການຕິດເຊື້ອຂອງໄວຣັສໂຄໂຣນາ ຢູ່ໃນນະຄອນຫຼວງ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2020-02-04T17:14:16+00:00
https://laopost.com/?p=116366
ນັກສະແດງຊື່ດັງຊາວຮ່ອງກົງ “ຫຍວນຫຍົ່ງອີ ແລະ ຈາງຈື່ຫລິນ” ແຕ່ງງານແບບປະເພນີລາວ
ຖືວ່າເປັນຄວາມພາກພູມໃຈຂອງຄົນລາວທີ່ເຫັນວັດທະນະທຳລາວຖືກຍົກຍ້ອງຈາກຄົນລາວເອງ ລວມທັງຄົນຕ່າງຊາດ ມື້ນີ້ລາວໂພສຕ໌ມີອີກໜຶ່ງຂ່າວບັນເທີງທີ່ສ້າງຮອຍຍິ້ມໃຫ້ກັບຄົນທີ່ໄດ້ອ່ານ ເມື່ອປະເພນີການແຕ່ງງານແບບລາວໆ ໄດ້ຖືກນຳສະເໜີໂດຍສອງນັກສະແດງຈີນຮ່ອງກົງຊື່ດັງຢ່າງ “ຫຍວນຫຍົ່ງອີ ແລະ ຈາງຈື່ຫລິນ” ປັດຈຸບັນຂ່າວນີ້ໄດ້ກາຍເປັນກະແສມາແຮງໃນໂລກສັງຄົມອອນໄລ໌ ແລະ ທາງທີມງານລາວໂພສຕ໌ກໍ່ບໍ່ພາດທີ່ຈະນຳໍຂ້ມູນ ລວມທັງພາບການແຕ່ງບາງສ່ວນທີ່ຫວານຊື່ນຂອງທັງຄູ່ມາຝາກ. ສອງນັກສະແດງຊື່ດັງຊາວຮ່ອງກົງ “ຫຍວນຫຍົ່ງອີ ແລະ ຈາງຈື່ຫລິນ” ເດີນທາງມາຖ່າຍທຳລາຍການໂທລະພາບທີ່ປະເທດລາວ ທີ່ເຮັດໃຫ້ທັງຄູ່ໄດ້ເຂົ້າພິທີແຕ່ງງານແບບປະເພນີລາວ ເຊິ່ງຖືວ່າເປັນການຈັດງານແຕ່ງງານຄັ້ງທຳອິດ ຫຼັງຈາກທີ່ທັງຄູ່ຢູ່ກິນນຳກັນມາເປັນເວລາກ່ວາສິບໆ ໂດຍບໍ່ເຄີຍຈັດງານແຕ່ງານມາກ່ອນ. ຫຍວນຫຍົ່ງອີ ແລະ ຈາງຈື່ຫລິນ ໄດ້ຄົບກັນມາເປັນເວລາກ່ວາ 20ປີ ແລະ ຈົດທະບຽນສົມຣົດກັນມາໄດ້ເປັນເວລາ 15 ປີແລ້ວ ແລະ ເດີນທາງມາເຮັດລາຍການ Having You in My Life ຂອງສະຖານີ້ໂທລະພາບ Zhejiang Satellite TV ທີ່ປະເທດລາວ ແລະ ຍັງໄດ້ເຂົ້າພິທີແຕ່ງງານແບບປະເພນີລາວໃນຊຸດປະຈຳຊາດຂອງລາວອີກດ້ວຍ. ໂດຍ “ຫຍວນຫຍົ່ງອີ” ໄວອາຍຸ 44ປີ ບອກວ່າ ນາງເຄີຍຄິດມາຕະຫຼອດສຳລັບຕົວເອງ ແລະ ສາມີ ການຈັດພິທີແຕ່ງງານບໍ່ແມ່ນເລື່ອງສຳຄັນ ທີ່ຜ່ານມາຫຼັງຈາກຈົດທະບຽນແລ້ວກໍ່ບໍ່ໄດ້ຈັດງານເລີຍ ແມ່ນແຕ່ພາບຖ່າຍຮູບແຕ່ງງານຍັງບໍ່ເຄີຍເຮັດ ແຕ່ເມື່ອໄດ້ລອງຈັດເບິ່ງກໍ່ຮູ້ສຶກວ່າມັນເປັນສິ່ງທີ່ສວຍງາມ. ທາງທີມງານຂອງພວກເຮົາກໍ່ຂໍສະແດງຄວາມຍິນດີກັບພວກເຂົາທັງຄູ່ໃຫ້ມີຄວາມສຸກຕະຫຼອດໄປ. ແຫລ່ງຂໍ້ມູນຈາກ: Laos Pictures ຮູບພາບປະເທດລາວ
ຂ່າວບັນເທິງ
2016-03-17T08:49:35+00:00
https://laopost.com/?p=50654
ລັດຖະບານ – ແຟນບານ ແຫ່ຕ້ອນຮັບນັກເຕະຢູ 23 ຫວຽດນາມ ກັບຜົນງານຮອງແຊັມ
ທັບນັກກິລາທີມຊາດຫວຽດນາມ ຮຸ່ນອາຍຸບໍ່ເກີນ 23 ປີ ຮອງແຊັມບານເຕະຊາຍຊີງແຊັມອາຊີ 2018 ຢູ 23 ໄດ້ເດີນທາງເຖິງສະໜາມບິນ ນອຍໄບ ໃນນະຄອນຫຼວງຮາໂນ້ຍ ປະເທດຫວຽດນາມ ກ່ອນເດີນທາງໄປທໍານຽບລັດຖະບານ ໂດຍຕະຫຼອດຂ້າງທາງ 30 ກິໂລແມັດ ຕ່າງມີປະຊາຊົນ ຢືນໃຫ້ກໍາລັງໃຈ. ເຊິ່ງບັນຍາກາດດໍາເນີນໄປຢ່າງເບີກບານມ່ວນຊື່ນ ນັບຕັ້ງແຕ່ການຮັບນັກເຕະຈາກສະໜາມບິນ ໂດຍແຟນບານ ແລະ ນັກເຕະຕ່າງກໍ່ຖືທຸງຊາດ ຫວຽດນາມ ແລະ ສົ່ງສຽງເຊຍຢ່າງສະໜັ່ນຫວັ່ນໄຫວ.
ຂ່າວພາຍໃນ
2018-01-29T09:41:18+00:00
https://laopost.com/?p=98865
10 ເມືອງໃນສະຫວັນນະເຂດໄດ້ຮັບຜົນກະທົບຈາກນ້ຳຖ້ວມ
ທົ່ວແຂວງສະຫວັນນະເຂດ ມີເມືອງ ທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມທັງໝົດ 10 ເມືອງ ໂດຍເມືອງເຊໂປນນໍ້າຖ້ວມຢ່າງໜັກໜ່ວງໃນຮອບ 42 ປີ. ອີງຕາມການລາຍງານຂ່າວຈາກ ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ ທ່ານ ວຽງທະວີສອນ ເທບພະຈັນ ຄະນະປະຈຳພັກແຂວງ ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ ແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ສືບຕໍ່ເຄື່ອນໄຫວລົງພື້ນທີ່ຕົວຈິງ ເພື່ອຕິດຕາມເກັບກຳສະພາບຜົນກະທົບຈາກໄພນ້ຳຖ້ວມ ພ້ອມທັງມອບເຄື່ອງຊ່ວຍເຫຼືອບັນເທົາທຸກແກ່ປະຊາຊົນ ເມືອງຊົນນະບູລີ ໃນວັນທີ 14 ຕຸລາ 2020 ນີ້ ເຊິ່ງເປັນອີກໜຶ່ງເມືອງ ທີ່ໄດ້ຮັບຜົນກະທົບໜັກຈາກນ້ຳຖ້ວມ. ສະພາບນ້ຳຖ້ວມ ມາຮອດວັນທີ 14 ຕຸລາ 2020 ປະຊາຊົນໄດ້ຮັບຜົນກະທົບທັງໝົດ 28 ບ້ານ, ມີເນື້ອທີ່ຖືກຖ້ວມ 4.223 ເຮັກຕາ, ມີພົນລະເມືອງ 17.758 ຄົນ ໄດ້ຮັບຜົນກະທົບ, ມີ 2.797 ຫຼັງຄາເຮືອນ, ໜອງປາ 176 ເຮັກຕາ, ປະຕູນ້ຳ 3 ແຫ່ງ, ໂຮງຮຽນ 15 ແຫ່ງ, ມີເສັ້ນທາງຕ່າງໆຖືກຕັດຂາດເປັນຕົ້ນ: ບ້ານນາໜອງຜຳຫາບ້ານດົງບູນ, ບ້ານບຶງຊ້າງ-ໂຄກຫົວຊ້າງ-ທ່າຄຳເຫຼື້ອມ-ດອນຍາໂນງ, ບ້ານຕັ່ງຫວາຍນ້ຳ-ກະລຶມວັງແຂ້, ຈຸດສຸມຕັ່ງຫວາຍ-ກະທອງ-ນາຈານໃຫຍ່. ພະນັກງານການນຳຂອງເມືອງ ແລະ ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງ ພ້ອມດ້ວຍກຳລັງ ປກຊ-ປກສ ໄດ້ລົງໄປຊ່ວຍເຫຼືອ ແລະ ຕິດຕາມເຝົ້າລະວັງຢູ່ຕາມຈຸດຕ່າງໆ ທີ່ເກີດນ້ຳຖ້ວມ. ປັດຈຸບັນ, ທາງເມືອງ ພວກເຮົາໄດ້ສ້າງຈຸດພັກຊົ່ວຄາວໄວ້ຮອງຮັບແລ້ວຈຳນວນ 7 ຈຸດ, ສຳລັບຂໍ້ສະເໜີຂອງເມືອງ ແມ່ນຕ້ອງການເຂົ້າສານໜຽວ, ນ້ຳດື່ມ, ຢາປົວພະຍາດ, ນ້ຳມັນ ແລະອື່ນໆ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2020-10-19T09:25:59+00:00
https://laopost.com/?p=121762
ຊາວອາເມຣິກັນຮ້ອງຂໍລັດຖະບານ ປິດຊາຍແດນ ງົດຖ້ຽວບິນຈາກອາຟຣິກາ ປ້ອງກັນອີໂບລາ
ອີໂບລາແຜ່ເຊື້ອເຂົ້າສູ່ສະຫະລັດ ປະຊາຊົນຊາວອາເມຣິກັນຮ້ອງຂໍລັດປິດຊາຍແດນ ງົດຖ້ຽວບິນຈາກອາຟຣິກາ ປ້ອງກັນການແຜ່ເຊື້ອ. ສື່ຂອງຕ່າງປະເທດລາຍງານ ໃນວັນທີ 16 ຕຸລານີ້ວ່າ ການແຜ່ລະບາດຂອງໄວຣັສອີໂບລາ ໃນເມືອງໃຫຍ່ຂອງອາ ເມຣິກາ ເປັນການພິສູດຝີມືທາງການແພດ ແລະ ການເມືອງຂອງສະຫະລັດ ເຖິງແມ່ນຈະມີຜູ້ເສຍຊີວິດແລ້ວ ພຽງແຕ່ 1 ຄົນ ແລະ ພະຍາບານອີກພຽງ 2 ຄົນເທົ່ານັ້ນ ທີ່ຕິດເຊື້ອອີໂບລາ, ແຕ່ສະຖານະການດັ່ງກ່າວໄດ້ພິສູດ ຄວາມສຳພັນພາຍໃນປະເທດ ລະຫວ່າງເຈົ້າໜ້າທີ່, ປະຊາຊົນ ແລະ ລັດຖະບານອີກດ້ວຍ. ໂດຍໃນຂະນະນີ້ ປະຊາ ຊົນຊາວອາເມຣິກັນ ມີຄວາມເຊື່ອໝັ້ນຕໍ່ທາງພາກລັດຂອງອາເມຣິກາເອງໃນພາລະທີ່ອ່ອນແອ ເນື່ອງຈາກປະ ຊາຊົນໃນສະຫະລັດອາເມຣິກາ ໄດ້ສະແດງຄວາມເຫັນຢາກໃຫ້ທາງລັດຖະບານປິດຊາຍແດນ ແລະ ຫ້າມສາຍ ການບິນທີ່ມາຈາກອາຟຣິກາ ເດີນທາງເຂົ້າມາປະເທດ ເພື່ອປ້ອງກັນໂລກລະບາດດັ່ງກ່າວ.
ຂ່າວຕ່າງປະເທດ
2014-10-16T17:12:55+00:00
https://laopost.com/?p=12002
ຕວກກີບຸກຈັບ ຜູ້ຖືກສົງໄສກຸ່ມໄອເອັສ 20 ຄົນ ກຳລັງວາງແຜນກໍ່ການຮ້າຍ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ສິງຫານີ້ວ່າ ເຈົ້າໜ້າທີ່ຕຳຫລວດຕວກກີ ໄດ້ຈັບກຸມຕົວ ຜູ້ຖືກສົງໄສ 20 ຄົນ ທີ່ທາງການສົງໄສວ່າ ເປັນສະມາຊິກກຸ່ມລັດອິດສະລາມ ຫລື ໄອເອັສ ຢູ່ເມືອງອາດານາ ທາງພາກໃຕ້ຂອງປະເທດ ໃນຕອນຂ້ອນແຈ້ງຂອງວັນພະຫັດທີ 4 ສິງຫານີ້ ໂດຍຕຳຫລວດໄດ້ໃຊ້ກຳລັງພົນ ພ້ອມເຮລິຄອບເຕີ້ສະໜັບສະໜູນ ບຸກເຂົ້າກວດຄົ້ນໃນເມືອງດັ່ງກ່າວ 22 ຈຸດພ້ອມກັນ ຫລັງຈາກທີ່ໄດ້ຮັບເບາະແສວ່າ ສະມາຊິກເຄືອຂ່າຍກຸ່ມໄອເອັສ ກຳລັງວາງແຜນກໍ່ການຮ້າຍຢູ່ຕວກກີ. ທັງນີ້ ກຸ່ມລັດອິດສະລາມ ຫລື ໄອເອັສ ໄດ້ຍຶດຄອງພື້ນທີ່ປະເທດຊີຣີ ຕິດກັບບໍລິເວນຊາຍແດນຕວກກີ ຊຶ່ງຢູ່ທາງພາກຕາເວັນອອກ ຂອງເມືອງອາດານາ. ຕິດຕາມນານາສາລະ ກົດໄລຄ໌ເລີຍ!
ຂ່າວຕ່າງປະເທດ
2016-08-04T22:05:56+00:00
https://laopost.com/?p=67315
ຜົນການແຂ່ງຂັນບານເຕະຄືນວັນພຸດ ທີ25 ກຸມພາ 2015
ຜົນການແຂ່ງຂັນບານເຕະຄືນວັນພຸດ ທີ25 ກຸມພາ 2015 ລາຍການບານເຕະ ຢູຟ່າ ແຊ່ມປ່ຽນລີກ ທີມເຈົ້າບ້ານ ຜົນ ທີມເຢືອນ ອາຣ໌ເຊນ່ອລ 1 – 3 ໂມນາໂກ ເລເວີຣ໌ຄູເຊັ່ນ 1 – 0 ແອຕເລຕິໂກ ມາດຣິດ ລາຍການບານເຕະ ແຊ່ມປ່ຽນຊີພ ອັງກິດ ທີມເຈົ້າບ້ານ ຜົນ ທີມເຢືອນ ຟໍເຣສທ໌ 2 – 1 ບໍຣ໌ນມັທ ລາຍການບານເຕະ ເອເອຟຊີ ແຊ່ມປ່ຽນລີກ ທີມເຈົ້າບ້ານ ຜົນ ທີມເຢືອນ ກວາງໂຈວ ເອເວີຣ໌ກຣານເດ້ (ຈີນ) 1 – 0 ເອຟຊີ ໂຊລ(ເກົາຫຼີໃຕ້) ຄາຊິມ່າ ແອນທ໌ເລີຣ໌ສ (ຍີ່ປຸ່ນ) 1 – 3 ເວສເທີຣ໌ນ ຊິດນີ້ຍ໌ (ອອສເຕຣເລຍ)
ຂ່າວພາຍໃນ
2015-02-26T09:26:34+00:00
https://laopost.com/?p=19824
ພິທີເປີດໂຄງການກໍ່ສ້າງເຈາະອຸມົງ ລົດໄຟລາວ-ຈີນ ຜ່ານແຂວງອຸດົມໄຊ
ໃນຕອນເຊົ້າຂອງວັນທີ 6 ເມສາ 2017 ຜ່ານມາ ທີ່ສະໜາມພູວັດບ້ານທ້ຽວ ເມືອງໄຊ ແຂວງອຸດົມໄຊ ໄດ້ມີພິທີເປີດໂຄງການກໍ່ສ້າງເຈາະອຸມົງ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ຊ່ວງຜ່ານແຂວງອຸດົມໄຊ ໄດ້ເປີດຂຶ້ນຢ່າງເປັນທາງການ ເປັນກຽດເຂົ້າຮ່ວມ ໂດຍມີທ່ານ ເພັດສາຄອນ ຫຼວງອາໄພ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆອຸດົມໄຊ, ມີທ່ານ ໜີ່ປ່າກວາງ ກົງສູນໃຫຍ່ ແຫ່ງ ສປຈີນ ປະຈຳແຂວງຫຼວງພະບາງ, ມີທ່ານ ປໍທອງໂງ່ນພະຈັນ ຮອງຫົວໜ້າກົມຂົວທາງ ຮອງຫົວໜ້າໂຄງການກໍ່ສ້າງທາງລົດໄຟລາວ-ຈີນ (ຈາກບໍ່ເຕັ່ນເຖິງນະຄອນຫຼວງວຽງຈັນ) ທັງເປັນຜູ້ຕາງໜ້າກະຊວງ ໂຍທາທິການ ແລະຂົນສົ່ງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ພາຍໃນພິທີດັ່ງກ່າວ ໄດ້ມີການທຳພິທີທາງສາສະໜາ ຮີດຄອງປະເພນີຂອງຄົນລາວທີປະຕິບັດມາແຕ່ດົນນານ ເພື່ອໃຫ້ການກໍ່ສ້າງດຳເນີນໄປດ້ວຍດີ ປາສະຈາກອຸປະສັກຕ່າງໆ ທີ່ຈະເກີດຂຶ້ນກັບອ້າຍນ້ອງພະນັກງານ ທີ່ປະຕິບັດໜ້າທີຕົວຈິງ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ ໄດ້ກ່າວໃຫ້ເຫັນເຖິງປະຫວັດຄວາມເປັນມາ ຂອງໂຄງການກໍ່ສ້າງດັ່ງກ່າວ, ດ້ານການລົງທຶນ ເຊິ່ງລັດໄດ້ກູ້ຢືມເງິນດ້ວຍອັດຕາດອກເບ້ຍຕໍ່າໃນອັດຕາ 2,3 ເປີເຊັນ ແລະ ຈີນຖືຫຸ້ນ 70%, ລາວຖືຫຸ້ນ 30% ທາງແລ່ນຜ່ານອຸດົມໄຊຍາວປະມານ 126,6 ກິໂລແມັດ ກວມ 30,6% ເຊິ່ງກວມເອົາ 3 ສັນຍາການກໍ່ສ້າງຄື: ໜຶ່ງແມ່ນເລີ່ມແຕ່ກິໂລແມັດທີ່ 16+900 ຫາ ກິໂລແມັດ 68+730 (ຍາວ 51,83ກິໂລແມັດ) ແມ່ນບໍລິສັດວິສະວະກໍາ ທາງລົດໄຟເລກ 5 ເປັນຜູ້ຮັບເໝົາ, ສອງແມ່ນເລີ່ມແຕ່ກິໂລແມັດ ທີ່ 68+730 ຫາ ກິໂລແມັດ 137+580 (ຍາວ 68.85 ກິໂລແມັດ) ແມ່ນບໍລິສັດບໍລິສັດວິສະວະກຳສາກົນ ເປັນຜູ້ຮັບເໝົາ ແລະ ສາມ ແມ່ນເລີ່ມແຕ່ ກິໂລແມັດທີ່ 137+580 ຫາ ກິໂລແມັດ 143+500 (ຍາວ 5,92 ກິໂລແມັດ) ໂດຍແມ່ນບໍລິສັດວິສະວະກໍາ ທາງລົດໄຟເລກ 8 ເປັນຜູ້ຮັບເໝົາ, ໃນນີ້ລວມມີຂົວ 57 ແຫ່ງ, ມີຄວາມຍາວທັງໝົດ 12,69 ກິໂລແມັດ, ອຸມົງມີ 34 ຈຸດມີຄວາມວຍາວທັງໝົດ 75,72 ກິໂລແມັດ ,ມີສະຖານີ 9 ສະຖານນີ ໃນນີ້ຢູ່ເມືອງນາໝໍ້ມີສອງຈຸດ, ຢູ່ເມືອງງາມີ 4 ຈຸດ ແລະເມືອງໄຊ 3 ຈຸດ ແລະສາມາດມອບສະໜາມໃຫ້ແກ່ຜູ້ຮັບເໝົາ ໄດ້ທັງໝົດ 14 ຈຸດ, ຈາກທັງໝົດ 19 ຈຸດ, ຈຸດຕັ້ງແຄັມ 21 ຈຸດ, ຈຸດຕັ້ງສາງລະເບີດ 6 ຈຸດ, ຈຸດຖິ້ມດິນມີ 20 ຈຸດ. ນອກນີ້ຍັງໄດ້ຮັບຟັງການມີຄວາມເຫັນຂອງຕາງໜ້າບໍລິສັດຜູ້ຮັບເໝົາ ເຊິ່ງທາງບໍລິສັດໃຫ້ປະຕິຍານວ່າຈະປະຕິບັດໂຄງການນີ້ໃຫ້ດີ ແລະ ມີປະສິດທີ່ພາບ ໃສ່ໃຈຄວາມປອດໄພ ແລະສິ່ງແວດລ້ອມ, ພາຍຫຼັງສຳເລັດພີທີທາງການແລ້ວ ທັງສອງຝ່າຍກໍ່ໄດ້ຮ່ວມກັນຕັດແຖບຜ້າ ພ້ອມທັງລັ່ນຄ້ອງ 9 ບາດ ເພື່ອເປັນສັນຍານໃຫ້ແກ່ການເປີດໂຄງການດັ່ງກ່າວ ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ
ຂ່າວພາຍໃນ
2017-04-07T13:50:41+00:00
https://laopost.com/?p=88398
ຫວຽດນາມຈັບ ອະດີດປະທານ Ocean Bank ປ່ອຍສິນເຊື່ອ 18,7 ຕື້ລະເມີດລະບຽບ!
ທ່ານ ຫ່າ ວັນ ທຳ ອະດີດປະທານທະນາຄານໂອຊຽນ ເຈົ້າໜ້າທີ່ຕຳຫລວດ ຈັບກຸມອະດີດປະທານທະນາຄານໂອຊຽນ ນັກທຸລະກິດມະຫາເສດຖີທີ່ຮັ່ງມີທີ່ສຸດຄົນໜຶ່ງໃນ ຫວຽດນາມ ຂໍ້ຫາລະເມີດລະບຽບປ່ອຍສິນເຊື່ອ. ສຳນັກຂ່າວຕ່າງປະເທດລາຍງານວ່າ ທະນາຄານແຫ່ງລັດ ສສ ຫວຽດນາມ ໄດ້ລະບຸຜ່ານທາງເວັບໄຊຂອງທະນາຄານ ວ່າ ທ່ານ ຫ່າ ວັນ ທຳ (Ha Van Tham) ອະດີດປະທານທະນາຄານໂອຊຽນ (Ocean Bank) ຖືກຄວບຄຸມຕົວໃນ ມື້ວັນສຸກທີ 24 ຕຸລາຜ່ານມານີ້ ໂດຍໄດ້ລະບຸວ່າລະຫວ່າງການສືບສວນໂຄງການປັບປຸງໂຄງຮ່າງການຈັດຕັ້ງຂອງທະ ນາຄານພົບວ່າ ທ່ານ ຫ່າ ວັນ ທຳ ໄດ້ລະເມີດກົດໝາຍຢ່າງຮ້າຍແຮງ. ແຫລ່ງຂ່າວໄດ້ລະບຸວ່າ ທ່ານ ຫ່າ ວັນ ທຳ ຖືກຄວບຄຸມຕົວ ເນື່ອງຈາກລະເມີດກົດລະບຽບການປ່ອຍສິນເຊື່ອ ທີ່ເປັນ ຄວາມຜິດທາງອາຍາ ແລະ ມີໂທດຈຳຄຸກສູງສຸດ 20 ປີ. ທ່ານ ຫ່າ ວັນ ທຳ ເປັນປະທານບໍລິສັດໂອຊຽນກຣຸບ ຕັ້ງແຕ່ປີ 2007 ແລະ ຍັງມີຕຳແໜ່ງເປັນປະທານບໍລິສັດພັດທະ ນາອະສັງຫາລິມະຊັບ, ທະນາຄານ ແລະ ໂຮງແຮມ ໂດຍເຂົາໄດ້ອະນຸມັດເງິນກູ້ຈຳນວນ 50 ຕື້ດົງ ຫລື ປະມານ 18,7 ຕື້ ກີບ ໃນປີ 2012 ໃຫ້ແກ່ບໍລິສັດອະສັງຫາລິມະຊັບ Trung Dung ໂດຍບໍ່ມີຫລັກປະກັນທີ່ເໝາະສົມ ແລະ ບໍລິສັດດັ່ງ ກ່າວກໍມີແນວໂນ້ມທີ່ຈະຜິດນັດຊຳລະໜີ້.
ຂ່າວຕ່າງປະເທດ
2014-10-27T19:19:20+00:00
https://laopost.com/?p=12624
ບໍລິສັດ ເບຍລາວ ນຳສະເໜີຜະລິດຕະພັນໃໝ່
ຂປລ. ວັນທີ 7 ທັນວາ 2016 ບໍລິສັດ ເບຍລາວ ຈຳກັດໄດ້ນຳສະເໜີຜະລິດຕະພັນເບຍໃໝ່ (ເບຍພຣີມ້ຽມລະດັບສາກົນ) ຢູ່ປະເທດລາວ ພາຍໃຕ້ຊື່ຜະລິດຕະພັນ(ທູບ໋ອກ) ກັບຄຳຂວັນຂອງຜະລິດຕະພັນ “ເປີດຄວາມມ່ວນຊື່ນ” ທີ່ຈະມາປ່ຽນຄໍ່າຄືນທຳມະດາ ໃຫ້ເປັນຄໍ່າຄືນທີ່ມ່ວນພຽງແຕ່ທ່ານເປີດຝາ. ພິທີເປີດງານດັ່ງກ່າວໂດຍເຂົ້າຮ່ວມຂອງ ທ່ານ ເຮັນລິກ ຈູ ແອນເດີສັນ ຜູ້ອຳນວຍການໃຫ່ຍ ບໍລິສັດ ເບຍລາວ ຈຳກັດ, ມີທ່ານ ກິດສະໝາ ວົງໄຊ ປະທານສະພາບໍລິຫານ ບໍລິສັດ ເບຍລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທູບ໋ອກ ເປັນຜະລິດຕະພັນເບຍທີ່ມີເອກະລັກມາ ຕັ້ງແຕ່ປີ 1930 ປັດຈຸບັນ ທູບ໋ອກ ໄດ້ຂະຫຍາຍຕະຫລາດຈາກເອີລົບ ມາສູ່ ສປປ ລາວ, ຕົ້ນກຳເນີດຂອງເບຍ ທູບ໋ອກ ມາຈາກທະວີບເອີຣົບ ໂດຍຜະລິດຈາກເບຍຊະນິດພຣິສເນີ ໃນປີ 1880 ແລະ ບັນຈຸໃນແກ້ວສີຂຽວທີ່ເປັນເອກະລັກ ທີ່ກາຍມາເປັນຜະລິດຕະພັນແບບທີ່ມີຄວາມນິຍົມຫລາຍກວ່າ 70 ປະເທດໃນໂລກ ແລະ ມີຄວາມຕ້ອງການໃຫ້ນຳເຂົ້າມາຂາຍໃນອາຊີ. ແຫລ່ງຂ່າວ: ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!
ຂ່າວພາຍໃນ
2016-12-09T11:02:44+00:00
https://laopost.com/?p=79355
ປະທານປະເທດ ຕ້ອນຮັບ ຮອງຜູ້ບັນຊາການ ທະຫານສູງສຸດ ກອງທັບແຫ່ງຣາຊະອານາຈັກ ກຳປູເຈຍ
ໃນວັນທີ 30 ສິງຫາ 2022 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພົນໂທ ຮຸນ ມາແນດ ຮອງຜູ້ບັນຊາການທະຫານສູງສຸດ, ຜູ້ບັນຊາການທະຫານບົກ ກອງທັບ ແຫ່ງຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 29-31 ສິງຫາ 2022. ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຕ້ອນຮັບ ການມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຂອງ ທ່ານຮອງຜູ້ບັນຊາການທະຫານສູງສຸດກຳປູເຈຍ ພ້ອມດ້ວຍຄະນະໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນສາຍພົວພັນຮ່ວມມື ລາວ-ກຳປູເຈຍ ໂດຍສະເພາະ ເພີ່ມທະວີການຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ ບົນຈິດໃຈມູນເຊື້ອສາຍພົວພັນທີ່ດີງາມ ແລະ ມີຄວາມຊື່ສັດຕໍ່ກັນຕະຫລອດມາ ຍາມໃດ ລາວ ແລະ ກຳປູເຈຍ ກໍໄດ້ຮ່ວມມື ເຊິ່ງກັນ ແລະ ກັນ ແນໃສ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງສອງປະເທດ. ໂອກາດດຽວກັນ, ທ່ານຮອງຜູ້ບັນຊາການທະຫານສູງສຸດ ກອງທັບກຳປູເຈຍ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມທັງແຈ້ງໃຫ້ຊາບເຖິງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ເພີ່ມພູນຄູນສ້າງໄມຕີຈິດມິດຕະພາບ ໃຫ້ໝັ້ນຄົງຍາວນານ ໂດຍສະເພາະສອງກອງທັບ ກຳປູເຈຍ-ລາວ ໃຫ້ຈະເລີນງອກງາມຂຶ້ນເລື້ອຍໆ ເພື່ອຜົນປະໂຫຍດອັນຍາວນານຂອງສອງຊາດ, ສອງກອງທັບ ແລະ ປະຊາຊົນສອງຊາດ ກຳປູເຈຍ-ລາວ. ຂ່າວ-ພາບ: ໜັງສືພິມກອງທັບ
ຂ່າວພາຍໃນ
2022-08-31T10:10:53+00:00
https://laopost.com/?p=137160
ວິທີຮັກສາອາການຮ້ອນໃນໃນປາກ
“ອາການຮ້ອນໃນ” ເປັນອາການທີ່ບໍ່ສົ່ງຜົນອັນຕະລາຍຕໍ່ຮ່າງກາຍ ແຕ່ມັນໄດ້ສ້າງຄວາມເຈັບປວດ ແລະ ລຳຄານໃຫ້ກັບຄົນທີ່ເປັນ ສິກິນຫຍັງກໍ່ຍາກ ວັນນີ້ເຮົາເລີຍມີວິທີຮັກສາອາການຮ້ອນໃນມາຝາກກັນ ເຊິ່ງຈະເຮັດແບບໃດແນ່ນັ້ນເຮົາມາອ່ານກັນເລີຍ ທາຢາແກ້ຮ້ອນໃນໃສ່ຈຸດທີ່ເປັນ ປ່ຽນຢາສີແຂ້ວທີ່ເຄີຍໃຊ້ ອົມນ້ຳເກືອບ້ວນປາກ ອົມນ້ຳຢາບ້ວນປາກ ກິນນ້ຳສະໝຸນໄພເຢັນດັບຮ້ອນໃນເຊັ່ນ: ນ້ຳຫົວບົວ, ນ້ຳຜັກໜອກ, ນ້ຳມະຕູມ, ນ້ຳຢານາງ, ນ້ຳກະຈຽບ, ນ້ຳໃບເຕີຍ ຖ້າຕອນນີ້ໃຜເປັນອາການຮ້ອນໃນຢູ່ກໍ່ສາມາດເອົາວິທີທີ່ກ່າວມາຂ້າງເທິງນີ້ໄປລອງໃຊ້ເບິ່ງເດີ້ ຂໍ້ມູນຈາກ: http://healthbeautydd.blogspot.com/2013/08/how-to-treat-aphthous-ulcer.html
ສຸຂະພາບ ແລະ ສີ່ງແວດລ້ອມ
2016-08-07T16:56:25+00:00
https://laopost.com/?p=67582
6 ວິທີກິນອາຫານເຊົ້າ ໃຫ້ສຸຂະພາບດີ
ການກິນອາຫານເຊົ້າ ມີປະໂຫຍດຕໍ່ຮ່າງກາຍຫຼາຍທີ່ສຸດ ເພາະອາຫານເຊົ້າປຽບເໝືອນກັບພະລັງປະຈຳມື້ທີ່ບໍ່ຄວນເບິ່ງຂ້າມ ຈະເຮັດໃຫ້ເຮົາໄດ້ມີພະລັງເຮັດວຽກໃນມື້ນັ້ນໄດ້ເຕັມທີ່ ແລະສຸດຄວາມສາມາດ, ແຕ່ຕ້ອງມີວິທີກິນ ເພື່ອເຮັດໃຫ້ຮ່າງກາຍສຸຂະພາບດີຂຶ້ນ ກິນອາຫານທີ່ຍ່ອຍງ່າຍ: ຝຶກຕົນເອງກິນອາຫານເຊົ້າທີ່ຍ່ອຍງ່າຍ ແຕ່ມີຄຸນຄ່າທາງອາຫານຫຼາຍ ແລະບໍ່ຄວນກິນຫຼາຍຈົນເກີນໄປ ກິນໂປຣຕີນ: ເພາະເປັນສານອາຫານສຳຄັນສຳລັບຕອນເຊົ້າ, ເຮັດໃຫ້ຮ່າງກາຍຮູ້ສຶກອິ່ມດົນ ແລະ ຍັງກະຕຸ້ນໃຫ້ຮ່າງກາຍ ແລະຈິດໃຈເຮັດວຽກໄດ້ເຕັມທີ່ໝົດມື້ ປ່ຽນອາຫານຕອນເຊົ້າ ເປັນອາຫານວ່າງທີ່ກິນໄດ້ຕະຫຼອດ: ສຳລັບການຝຶກກິນອາຫານໃນຕອນເຊົ້າ ໃຫ້ຕິດເປັນນິໄສນັ້ນ ບໍ່ຈຳເປັນຕ້ອງກິນອາຫານຫຼາຍໆຢ່າງໃຫ້ໝົດພາຍໃນເທື່ອດຽວ ແຕ່ສາມາດໃຊ້ເວລາກັບອາຫານມື້ນັ້ນ ດ້ວຍການເລືອກອາຫານແຕ່ລະຢ່າງ ຫຼືເວັ້ນຊ່ວງການກິນ ໂດຍສະເພາະອາຫານຄາວ ແລະອາຫານຫວານເປັນຕົ້ນ ຕື່ນກ່ອນປົກກະຕິ 15 ນາທີ: ຖ້າປົກກະຕິເຈົ້າຕື່ນ 6:30 ໂມງ ແຕ່ເຈົ້າຄວນຕື່ນກ່ອນນັ້ນ 15 ນາທີ ເພາະຈະຊ່ວຍກະຕຸ້ນລະບົບຕ່າງໆ ພາຍໃນຮ່າງກາຍໃຫ້ຄ່ອຍໆຕື່ນຕົວຈາກການນອນຫຼັບ ແລະພ້ອມທີ່ຈະເຮັດວຽກໃນມື້ນັ້ນ, ອີກຢ່າງເຮົາກໍຈະມີເວລາ ແຕ່ງອາຫານເຊົ້າໄດ້ຕາມໃຈເຮົາມັກນຳອີກ ເມນູໃດກໍເປັນອາຫານເຊົ້າໄດ້ຕະຫຼອດ: ບໍ່ໄດ້ມີກົດບອກວ່າ ອາຫານຊະນິດໃດເປັນ ອາຫານຕອນເຊົ້າ ເພາະຈະເນັ້ນຄຸນຄ່າຂອງສານອາຫານທີ່ບໍລິໂພກເປັນຫຼັກ, ດັ່ງນັ້ນ ອາຫານໃນຕອນເຊົ້າປະເພດໃດກໍຕາມ ລ້ວນແລ້ວແຕ່ເປັນເມນູອາຫານເຊົ້າໄດ້ ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ! ifram FB ວິທະຍາສຶກສາ
ສຸຂະພາບ ແລະ ສີ່ງແວດລ້ອມ
2016-12-14T10:08:47+00:00
https://laopost.com/?p=79866
ພົອ ປະຍຸດ ຈັນໂອຊາ ຈະສືບຕໍ່ເປັນນາຍົກລັດຖະມົນຕີ
ສານລັດຖະທຳມະນູນ ອ່ານຄຳວິນິດໄສວ່າ ການລົງຄະແນນສຽງສ່ວນຫຼາຍ “ພົອ ປະຍຸດ ຈັນໂອຊາ” ຈະສືບຕໍ່ເປັນນາຍົກລັດຖະມົນຕີ ຍ້ອນເປັນນາຍົກຍັງບໍ່ຄົບ 8 ປີ ນັບຕັ້ງແຕ່ປີ 2017. ວັນທີ 30 ກັນຍາ 2022 ຕຸລາການສານລັດທະທຳມະນູນ ພິຈາລະນາວ່າ ເພື່ອອ່ານຄຳວິນິດໄສເລື່ອງທີ່ປະທານສະພາຜູ້ແທນສົ່ງຄຳຮ້ອງຂໍໃຫ້ສານວິນິດໄສຕາມລັດຖະທຳມະນູນ ມາດຕາ 170 ວ່າ ຄວາມເປັນນາຍົກລັດຖະມົນຕີ ພົອ ປະຍຸດ ຈັນໂອຊາ ຈະສິ້ນສຸດລົງຫຼືບໍ່. ໂດຍຫຼັງຈາກຕຸລາການສານລັດທະທຳມະນູນ ປຶກສາ ແລະ ລົງມະຕິ ຈຶ່ງສະຫຼຸບວ່າ: ນັບຕັ້ງແຕ່ວັນທີ 6 ເມສາ 2017 ຫາວັນທີ 24 ສິງຫາ 2022 ພົອ ປະຍຸດ ຈັນໂອຊາ ຍັງດຳລົງຕຳແໜ່ງບໍ່ຄົບຕາມກຳນົດເວລາຕາມລັດຖະທຳມະນູນ, ສະນັ້ນຄວາມເປັນນາຍົກລັດຖະມົນຕີບັງບໍ່ສີ້ນສຸດລົງ. ແຫຼ່ງຂ່າວຈາກ ໄທລັດ
ຂ່າວຕ່າງປະເທດ
2022-09-30T15:58:15+00:00
https://laopost.com/?p=138163
ຂ່າວເສົ້າວົງການມວຍ, ການເສຍຊີວິດຂອງ ຟຣີຕຊ໌ ສະດູເນດ ຍອດຄູຝຶກມວຍຊາວເຢຍລະມັນ
ວົງການມວຍຂອງເມືອງເບຍຣ໌ ເກີດຄວາມໂສກເສົ້າ ກັບ ຟຣີຕຊ໌ ສະດູເນດ ຍອດຄູຝຶກມວຍຜູ້ປັ້ນ 2 ພີ່ນ້ອງຄລິຊ໌ໂກ ແລະ ເຄີຍຝຶກອາດິດແຊ່ມໂລກຊາວເຢຍລະມັນອີກຫຼາຍຄົນ, ເສຍຊີວິດດ້ວຍ ອາຍຸລວມ 67 ປີ ຈາກອາການຫົວໃຈວາຍ ເມື່ອວັນຈັນທີ່ຜ່ານມາ. ໂທມັສ ປູເອສ໌ ປະທານສະຫະພັນມວຍອາຊີບຂອງເຢຍລະມັນ ອອກມາເປີດເຜີຍວ່າ ຟຣີຕຊ໌ ສະດູເນດ ສຸດຍອດຄູຝຶກມວຍ ຊາວເຢຍລະມັນ ຜູ້ເຄີຍເປັນຄູຝຶກຂອງ ວິຕາລີ ແລະ ວະລາດີເມຍຣ໌ ຄຣິຊ໌ໂກ 2 ພີ່ນ້ອງ ແຊ່ມໂລກລຸ້ນເອຟວີເອສ ຊາວຢູເຄຣນອີກ ທັງເຄີຍຝຶກໃຫ້ກັບແຊມໂລກຄົນອຶ່ນໆອີກຫຼາຍຄົນນັ້ນ ໄດ້ເສຍຊີວິດລົງແລ້ວລວມອາຍຸ ໄດ້ 67 ປີ ທີ່ໂຮງໝໍແຫ່ງໜຶ່ງໃນເມືອງ ຮັມບວກ ເມື່ອວັນຈັນ ທີ່ 22 ທັນວາ ທີ່ຜ່ານມາ ຈາກອາການຫົວໃຈວາຍ. ສະດູເນດ ຖືເປັນຄູຝຶກຄູ່ໃຈຂອງ ວິຕາລີ ຄຣິຊ໌ໂກ ແລະ ເປັນຄູຝຶກໃຫ້ ຄຣິຊຼໂກ ຜູ້ທີ່ຄວ້າແຊ່ມໂລກລຸ້ນໃຫຍ່ມາຄອງໄດ້ສໍາເລັດ ແລະ ຍັງເຄີຍເປັນຄູຝຶກໃຫ້ກັບ ວະລາດີເມຍຣ໌ ຜູ້ນ້ອງດ້ວຍນອກຈາກນີ້ ສະດູເນດ ຍັງເຄີຍເປັນຄູຝຶກຂອງ 2 ອາດີດ ແຊ່ມໂລກ ຊາວເຢຍລະມັນເຊັ່ນ ດາຣິອຸຊ໌ ມິຊາລເຊຟສກີ ອາດີດແຊ່ມໂລກໃນນໍ້າໜັກລຸ້ນໃຫຍ່ ແລະ ເຟລິກຊ໌ ສະຕວມຣ໌ ອາດີດແຊ່ມໂລກໃນນໍ້າໜັກລຸ້ນກາງ ແລະ ຍັງ ເຄີຍຝຶກ ອັນເດຼຍສ໌ ຊູເອລອຟ ນັກມວຍຊາວເຢຍລະມັນຕາເວັນອອກ ຄວ້າຫຼຽນຄໍາ ໃນໂອແລມປິກເກັມ ອີກດ້ວຍ.
ຂ່າວຕ່າງປະເທດ
2014-12-23T13:26:57+00:00
https://laopost.com/?p=16094
ຢູກັນດາ ພົບຜູ້ປ່ວຍອີໂບລາລາຍທຳອິດໃນປະເທດ
ອົງການອະນາໄມໂລກອອກມາຢືນຢັນຢ່າງເປັນທາງການແລ້ວວ່າ ພົບຜູ້ຕິດເຊື້ອໄວຣັສມໍລະນະ “ອີໂບລາ” ລາຍທຳອິດໃນປະເທດຢູກັນດາຊຶ່ງເປັນເດັກຊາຍອາຍຸ 5 ປີທີ່ຫາກໍເດີນທາງກັບມາຈາກປະເທດຄອງໂກ (ດີອາຣຄອງໂກ) ຊຶ່ງເປັນປະເທດທີ່ກຳລັງຜະເຊີນກັບການລະບາດຄັ້ງໃຫຍ່ຂອງໄວຣັສຊະນິດນີ້. ທັງນີ້ ຄອງໂກກຳລັງຜະເຊີນກັບການລະບາດຄັ້ງໃຫຍ່ຂອງໄວຣັສອີໂບລາ ຊຶ່ງໃນຊ່ວງ 10 ເດືອນທີ່ຜ່ານມາມີຜູ້ຕິດເຊື້ອໃນປະເທດຫຼາຍກວ່າ 2.000 ຄົນ ໃນນັ້ນ ເສຍຊີວິດແລ້ວຫຼາຍກວ່າ 1.400 ລາຍ. ຂະນະທີ່ເດັກຊາຍທີ່ຕິດເຊື້ອລາຍທຳອິດໃນຢູກັນດາຖືກນຳສົ່ງໂຮງໝໍຫຼັງຈາກທີ່ເລີ່ມມີອາການເຈັບປ່ວຍຫຼາຍຢ່າງ ລວມທັງຮາກເປັນເລືອດ ກ່ອນທີ່ສະຖາບັນໄວຣັສຢູກັນດາ (UVRI) ຈະບົ່ງມະຕິວ່າເດັກຊາຍຕິດເຊື້ອໄວຣັສມໍລະນະແທ້. ສ່ວນນາງ ເຈນ ຣຸທ ອາເຊັງ ລັດຖະມົນຕີສາທາລະນະສຸກຂອງຢູກັນດາ ແລະ ເຈົ້າໜ້າທີ່ຂອງອົງການອະນາໄມໂລກໄດ້ສົ່ງທີມຊ່ຽວຊານລົງພື້ນທີ່ເພື່ອລະບຸຕົວບຸກຄົນທີ່ມີຄວາມສ່ຽງຕິດເຊື້ອມໍລະນະ ລວມທັງສະມາຊິກຄອບຄົວຂອງເດັກຊາຍຊຶ່ງມີ 2 ຄົນເລີ່ມສະແດງອາການເຈັບປ່ວຍ ແຕ່ຍັງບໍ່ໄດ້ຢືນຢັນວ່າຕິດເຊື້ອອີໂບລາ ຫຼື ບໍ່?. ຮຽບຮຽງ: ສະຫະລັດ ວອນທິວົງໄຊ ຮູບພາບ: thairath.co.th
ຂ່າວຕ່າງປະເທດ
2019-06-12T10:36:58+00:00
https://laopost.com/?p=115057
ນັກຮຽນຕີກັນໜ້າ ມ.ສ ວຽງຈັນ ຖືກເຈົ້າໜ້າທີ່ສອບສວນ ກຽມດຳເນີນຄະດີ!
ໃນຕອນບ່າຍວັນທີ 10 ກັນຍານີ້ ຢູ່ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ເຈົ້າໜ້າທີ່ຕຳຫລວດ ກອງຄະດີນະຄອນຫລວງວຽງຈັນ ໄດ້ເຊີນພໍ່ແມ່ຜູ້ປົກຄອງ ພ້ອມຄູອາຈານຈາກໂຮງຮຽນທີ່ກ່ຽວຂ້ອງ ແລະ ກຸ່ມນັກ ຮຽນຍິງ ເຂົ້າຮ່ວມປຶກສາຫາລືຊ່ອງໜ້າຫົວໜ້າ ແລະ ຮອງຫົວໜ້າພະແນກສຶກສາ ແລະ ກິລານະຄອນຫລວງວຽງ ຈັນ ກ່ຽວກັບກໍລະນີກຸ່ມນັກຮຽນຍິງກໍ່ການອາລະວາດຕີກັນຢູ່ຕໍ່ໜ້າໂຮງຮຽນ ມ.ສ ວຽງຈັນ ໃນເວລາ 14 ໂມງ ຂອງ ວັນທີ 9 ກັນຍາ 2014, ໂດຍເຈົ້າໜ້າທີ່ຕຳຫລວດ ໄດ້ນຳຕົວຄູ່ກໍລະນີຜູ້ກໍ່ເຫດເຂົ້າສອບສວນ ຊ່ອງໜ້າຜູ້ຮັບຜິດຊອບ ພະແນກສຶກສານະຄອນຫລວງວຽງຈັນ ແລະ ຄູອາຈານຈາກໂຮງຮຽນທີ່ກ່ຽວຂ້ອງ ເພື່ອຊອກຫາສາເຫດຂອງ ການ ອາລະວາດຕີກັນ ເພື່ອປະກອບຄະດີກຽມປະຕິບັດວິໄນຕໍ່ຜູ້ກະທຳຜິດ. ຜ່ານການສອບສວນຊອກຫາຂໍ້ມູນຄວາມເປັນຈິງ ຂອງການອາລະວາດຕີກັນໃນຄັ້ງນີ້ ປະກອບມີນັກຮຽນຍິງຈາກ ໂຮງຮຽນມັດທະຍົມແຫ່ງຕ່າງໆ ເປັນຕົ້ນໂຮງຮຽນມັດທະຍົມໜອງບອນ, ໂພນທັນ, ມາລະສິນ, ສຸກສະຫວັດ, ລຽວ ໂຕ້ ແລະ ໂຮງຮຽນ ມ.ສ ວຽງຈັນ ໄດ້ລວມກຸ່ມກັນຈຳນວນ 6 ຄົນ ແລະ ເຂົ້າມາລ້ອມຕີນັກຮຽນຍິງຄົນດຽວ ຢູ່ຕໍ່ໜ້າ ໂຮງຮຽນ ມ.ສ ວຽງຈັນຢ່າງເປີດແປນ ແລະ ມີອີກ 2 ຄົນ ເປັນຜູ້ຖ່າຍຄຣິບວີດີໂອ ເພື່ອນຳໄປເຜີຍແຜ່ໃນສື່ອອນລາຍ ຕ່າງໆ ອັນໄດ້ສ້າງຄວາມເສື່ອມເສຍໃຫ້ກັບໂຮງຮຽນ ແລະ ຜູ້ປົກຄອງ ທີ່ລູກຫລານຂອງຕົນສ້າງຄວາມອັບອາຍຂາຍ ໜ້າໃຫ້ແກ່ບ້ານເມືອງ, ກໍ່ໃຫ້ເກີດສະພາບຫຍໍ້ທໍ້ໃຫ້ແກ່ນັກຮຽນນັກ – ສຶກສາ ທີ່ເປັນຄັ້ງທຳອິດໃນນະຄອນຫລວງ ວຽງຈັນ ເຖິງຂັ້ນໄດ້ຮັບບາດເຈັບ, ໂດຍທາງເຈົ້າໜ້າທີ່ຈະເອົາໃຈໃສ່ສອບສວນກໍລະນີດັ່ງກ່າວຢ່າງເອົາຈິງເອົາຈັງ ແລະ ດຳເນີນຄະດີຜູ້ກະທຳຜິດຢ່າງເຂັ້ມງວດ ເພື່ອບໍ່ໃຫ້ເປັນແບບຢ່າງໃຫ້ຜູ້ອື່ນໆ. ແຫລ່ງຂ່າວ: ລາວພັດທະນາ
ຂ່າວພາຍໃນ
2014-09-11T10:25:31+00:00
https://laopost.com/?p=10245
ກະຊວງ ປກສ ໄດ້ຮັບພາຫະນະ ແລະ ອຸປະກອນຮັບໃຊ້
ໃນວັນທີ 18 ພຶດສະພາ 2023 ຜ່ານມາ, ອົງການສະຫະປະຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ (UNODC ) ປະຈໍາ ສປປ ລາວ ໄດ້ມອບພາຫະນະ ແລະ ອຸປະກອນຮັບໃຊ້ຫ້ອງການວຽກງານປະສານງານຊາຍແດນ ໃຫ້ກະຊວງ ປກສ, ກ່າວຮັບໂດຍ ພົຕ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການກະຊວງ ປກສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ. ທ່ານ David Frend ຮັກສາການຫົວໜ້າອົງການ UNODC ປະຈໍາ ສປປ ລາວ ກ່າວ ວ່າ: ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີລົດໃຫຍ່ 1 ຄັນ, ລົດຈັກ 1 ຄັນ, ເສື້້ອກັນກະສູນ, ກ້ອງສ່ອງ, ຄອມພິວເຕີ້, ນໍ້າຢາກວດຢາເສບຕິດ ແລະ ອຸປະກອນຕ່າງໆ ລວມມູນຄ່າ 55.000 ໂດລາສະຫະລັດ ເພື່ອເປັນການປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ຫ້ອງການປະສານງານຊາຍແດນໃນ ສປປ ລາວ ເພື່ອຕອບໂຕ້ສິ່ງທ້າ ທາຍ ແລະ ບັນຫາຄວາມປອດໄພຊາຍແດນ; ເຊິ່ງໄລຍະຜ່ານມາ, ອົງການສະຫະປະ ຊາຊາດໄດ້ສະໜັບສະໜູນທາງດ້ານເຕັກນິກວິຊາການໃຫ້ແກ່ຫ້ອງການປະສານງານຊາຍແດນ ໂດຍສະເພາະແມ່ນການຝຶກອົບຮົມ, ປຶກສາຫາລືຖອດຖອນບົດຮຽນ, ການຖອດຖອນບົດຮຽນຂ້າມແດນ ແລະ ວຽກງານອື່ນໆ. ພົຕ ສົມວັນ ສາຍລ້ອງພາ ກ່າວວ່າ: ລັດຖະບານ ສປປ ລາວ ກໍາລັງສຸມໃສ່ຈັດຕັ້ງປະ ຕິບັດວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດ ແນໃສ່ເຮັດໃຫ້ ບັນ ຫາດັ່ງກ່າວພາຍໃນ ສປປ ລາວ ຫຼຸດລົງ; ເຊິ່ງໃນໄລຍະຜ່ານມາ, ກະຊວງ ປກສ ກໍໄດ້ຮັບການຊ່ວຍເຫຼືອຈາກອົງການ UNODC ເປັນຕົ້ນແມ່ນພາຫະນະ ແລະ ອຸປະກອນຕ່າງໆທີ່ຮັບໃຊ້ເຂົ້າໃນວຽກງານຢາເສບຕິດເປັນຈໍານວນຫຼວງຫຼາຍ ແລະ ກ່າວຄໍາຂອບໃຈທີ່ມີການຮ່ວມມືລະຫວ່າງສອງຝ່າຍ ແລະ ໃຫ້ການຊ່ວຍເຫຼືອ ສປປ ລາວ ຕະ ຫຼອດມາ. ແຫຼ່ງຂ່າວ: ຄວາມສະຫງົບ
ຂ່າວພາຍໃນ
2023-05-22T16:53:06+00:00
https://laopost.com/?p=144757
“ລີຈຸນກິ – ຈອນຮາເຍບິນ” ເລີກກັນເພາະຖືກແຟນຄລັບຝ່າຍຊາຍຕໍ່ຕ້ານ
ຂ່າວບັນເທີງຕ່າງແດນມື້ນີ້ເຮົາອັບເດດຂ່າວຄວາມສຳພັນຂອງຄູ່ຮັກຄົນດັງຈາກຝັ່ງເກົາຫຼີໃຕ້ “ລີຈຸນກິ – ຈອນຮາເຍບິນ” ເປັນອັນວ່າຈົບສິ້ນຄວາມສຳພັນກັນຮຽບຮ້ອຍແລ້ວ ເມື່ວັນທີ 25 ສິງຫາ 2017 ທີ່ຜ່ານມາ Namoo Actors ຕົ້ນສັງກັດຂອງນັກສະແດງທັງສອງໄດ້ເປີດເຜີຍວ່າ ລີຈຸນກິ ແລະ ຈອນຮາເຍບິນ ໄດ້ຢຸດຕິຄວາມສຳພັນ ຫຼັງຈາກທີ່ຄົບກັນມາໄດ້ພຽງ 1 ປິເທົ່ານັ້ນ ເນື່ອງຈາກວ່າທັງຄູ່ບໍ່ມີເວລາໃຫ້ກັນ ແຕ່ແຟນຄລັບທາງຝັ່ງເກົາຫຼີເຊື່ອວ່າສາເຫດທີ່ແທ້ຈິງທີ່ເຮັດໃຫ້ທັງຄູ່ຕ້ອງເລີກລາກັນໄປອາດເປັນເພາະແຟນຄລັບຂອງຝ່າຍຊາຍຕາມຄຸກຄາມຝ່າຍຍິງຫຼາຍຈົນເກີນໄປ ເຮັດໃຫ້ຝ່າຍຍິງທົນບໍ່ໄດ້ເລີຍຂໍຢຸດຕິຄວາມສຳພັນໄວ້ພຽງເທົ່ານີ້ດີກວ່າ.
ຂ່າວບັນເທິງ
2017-08-29T19:15:30+00:00
https://laopost.com/?p=94379
ການເຂົ້າ-ອອກ ນະຄອນຫຼວງວຽງຈັນ ໃນວັນທີ 20 ມິຖຸນາ ຫາ 04 ກໍລະກົດ 2021
ເງື່ອນໄຂການອະນຸຍາດເຂົ້າ-ອອກ ນະຄອນຫຼວງວຽງຈັນ ແຕ່ວັນທີ 20 ມິຖຸນາ ຫາ 04 ກໍລະກົດ 2021 ອີງຕາມ ຄຳສັ່ງ ຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021; ອີງຕາມ ແຈ້ງການ ຂອງຫົວໜ້າສຳນັກງານນາຍົກລັດຖະມົນຕິ ສະບັບເລກທີ 671/ຫສນຍ, ລົງວັນທີ 19 ມິຖຸນາ 2021; ອີງຕາມ ແຈ້ງການຂອງຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດCOVID-19, ນະຄອນຫຼວງວຽງຈັນ, ສະບັບເລກທີ 014/ສພກ.ນວ, ລົງວັນທີ 19 ມິຖຸນາ 2021. ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດCOVID-19 ນະຄອນຫຼວງວຽງຈັນ ຂໍແຈ້ງມາຍັງບັນດາທ່ານຊາບ ກ່ຽວກັບເງື່ອນໄຂໃນການອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ມີຄວາມຈຳເປັນເດີນທາງເຂົ້າ – ອອກ ນະຄອນຫຼວງວຽງຈັນ ດັ່ງນີ້: ຂໍ້ມູນຕາມໃບແຈ້ງການດ້ານລຸ່ມ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.
ຂ່າວທ້ອງຖິ່ນ
2021-06-21T17:45:09+00:00
https://laopost.com/?p=125493
ລັດຖະບານ ຈະເພີ່ມເງິນເດືອນ-ເງິນອຸດໜູນ ໃຫ້ພະນັກງານ-ລັດຖະກອນ ໃນສົກປີ 2016-2017
ລັດຖະບານ ຈະເພີ່ມເງິນເດືອນ-ເງິນອຸດໜູນ ໃຫ້ພະນັກງານ-ລັດຖະກອນ ໃນສົກປີ 2016-2017 —————————————————— ບັນຫາເງິນທີ່ຈະເພີ່ມຈຳນວນ 760.000 ກີບ ທີ່ຖືກຕັດອອກຜ່ານມານັ້ນ ແລະ ບັນຫາເງິນເດືອນທີ່ຊັກຊ້າຖືເປັນອີກໜຶ່ງບັນຫາ ທີ່ສັງຄົມໃຫ້ ຄວາມສົນໃຈຕະຫລອດມາ ແລະ ກໍໄດ້ມີການສະເໜີ ໃຫ້ຂັ້ນເທິງຕິດຕາມກວດກາເບິ່ງ ຫາວິທີແກ້ໄຂ, ໂດຍການໂທລະສັບເຂົ້າຫາ ສາຍດ່ວນຂອງ ສະພາແຫ່ງຊາດ ຂອງພະນັກງານ ຢູ່ເມືອງໄຊເສດຖາ ນະຄອນຫລວງວຽງຈັນ. ທ່ານ ສີລາ ວຽງແກ້ວ ລັດຖະມົນຕີຊ່ວຍວ່າການກະຊວງການເງິນ ໄດ້ຊີ້ແຈງບັນຫາທີ່ກ່າວມານັ້ນ ເມື່ອບໍ່ດົນນີ້ວ່າ: ສຳລັບນະໂຍບາຍການເພີ່ມເງິນ ເດືອນ-ເງິນອຸດໜູນ ຕາມດຳລັດ 24/ນຍ ແມ່ນໄດ້ຢຸດຕິການຈັດຕັ້ງປະຕິບັດແລ້ວ, ເຊິ່ງທິດທາງເພີ່ມເງິນເດືອນ-ເງິນອຸດໜູນ ໃນຕໍ່ໜ້າ ກະຊວງການເງິນ ຈະສົມທົບກັບກະຊວງພາຍໃນ ເພື່ອປະຕິຮູບລະບົບເງິນເດືອນ-ເງິນອຸດໜູນ ພະນັກງານ-ລັດຖະກອນ ໃຫ້ສອດຄ່ອງກັບ ຄວາມເປັນຈິງຫລາຍຂຶ້ນ ໂດຍຈະມີການກຳໜົດ ການເພີ່ມເປັນລະບົບຢ່າງເໝາະສົມ ແລະ ຕໍ່ເນື່ອງ, ຄາດວ່າ ຈະສາມາດເລີ່ມປະຕິບັດໄດ້ ໃນສົກງົບປະມານ ປີ 2016 -2017 ເປັນຕົ້ນໄປ. ທ່ານ ສີລາ ວຽງແກ້ວ ກ່າວຕື່ມວ່າ: ຄວາມຈິງແລ້ວ ແຕ່ສົກປີ 2013-2014 ແລະ ສົກປີ 2014-2015 ກະຊວງການເງິນ ໄດ້ມີການຄົ້ນຄວ້າປັບປຸງກົນໄກ ການເບີກຈ່າຍເງິນເດືອນ, ເງິນອຸດໜູນໃຫ້ແກ່ພະນັກງານ-ລັດຖະກອນ ໃນຂອບເຂດທົ່ວປະເທດ ໃຫ້ມີຄວາມວ່ອງໄວຂຶ້ນ ດັ່ງທີ່ໄດ້ສະເໜີຕໍ່ ກອງປະຊຸມ ສະພາແຫ່ງຊາດ ເພື່ອເຮັດແນວໃດໃຫ້ການເບີກຈ່າຍເງິນເດືອນ ໃນຂອບເຂດທົ່ວປະເທດໄດ້ເປັນປົກກະຕິ ເຊິ່ງເຫັນວ່າ ສ່ວນໃຫຍ່ແມ່ນສາມາດ ເບີກຈ່າຍໄດ້ທັນເວລາ. ກໍລະນີການເບີກຈ່າຍເງິນເດືອນ ຂອງບາງທ້ອງຖິ່ນ ຍັງມີສະພາບຊັກຊ້ານັ້ນ ແມ່ນເປັນຍ້ອນບັນຫາການກວດຜ່ານຫລາຍ ຂອດຂັ້ນເອກະສານ ໂດຍສະເພາະການກວດຜ່ານບັນຊີ ຈຳນວນພົນລັດຖະກອນ ເຊິ່ງກະຊວງການເງິນ ຈະຕ້ອງໄດ້ເຮັດວຽກຮ່ວມກັບ ຂະແໜງພາຍໃນ ຄົ້ນຄວ້າວິທີການເພື່ອຫລຸດຂັ້ນຕອນ ການຢັ້ງຢືນເອກະສານ ແລະ ເຊັ່ນດຽວກັນກັບ ບາງທ້ອງຖິ່ນ ກໍບໍ່ສາມາດປະຕິບັດລາຍຮັບໄດ້ຕາມແຜນການ ເຮັດໃຫ້ບໍ່ສາມາດເບີກຈ່າຍເງິນເດືອນໄດ້ທັນເວລາ, ຜ່ານມາກະຊວງການເງິນ ໄດ້ເຊື້ອເຊີນບັນດາທ້ອງຖິ່ນເພື່ອປຶກສາຫາລື ແລະ ຊຸກຍູ້ໃຫ້ທ້ອງຖິ່ນສຸມໃສ່ ການເບີກຈ່າຍເງິນເດືອນ-ເງິນອຸດໜູນ ໃຫ້ເປັນ ບູລິມະສິດອັນດັບໜຶ່ງ ຖ້າສົມທຽບໃສ່ຊຸມປີຜ່ານມາ ແມ່ນເຫັນວ່າມີ ທ່າອ່ຽງດີຂຶ້ນກວ່າເກົ່າ. ຂ່າວຈາກ: ສຳນັກຂ່າວສານປະເທດລາວ
ຂ່າວພາຍໃນ
2016-05-05T11:14:01+00:00
https://laopost.com/?p=56126
ທ່ານປະທານປະເທດເດີນທາງໄປຢ້ຽມຢາມຜູ້ປະສົບໄພ 2 ແຫ່ງທີ່ແຂວງອັດປື ພ້ອມມອບເງິນຊ່ວຍເຫຼືອ
ສຳນັກຂ່າວສານປະເທດລາວໄດ້ເຜີຍແຜ່ຄລິບວິດີໂອ ເມື່ອວັນທີ 18 ສິງຫາ 2018 ທີ່ຜ່ານມາວ່າ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ເດີນທາງມາທີ່ແຂວງອັດຕະປື ເພື່ອມາພົບປະໂອ້ລົມພະນັກງານແຂວງອັດຕະປື. ພ້ອມດຽວກັນນັ້ນ ທ່ານ ບຸນຍັງ ວໍລະຈິດ ໄດ້ເດີນທາງລົງຢ້ຽມຢາມຜູ້ໄດ້ຮັບຜົນກະທົບທີ່ໂຮງຮຽນ ມັດທະຍົມສົມບູນຈັນທາ ແລະ ປະຊາຊົນຢູ່ໂຮງໝໍແຂວງອັດຕະປື ແລະ ຍັງໄດ້ມອບເງິນ 1 ຕື້ກີບເພື່ອຊ່ວຍເຫຼືອຜູ້ປະສົບໄພ. ປະທານປະເທດ ມອບເງິນຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມເມືອງສະຫນາມໄຊ ແຂວງ ອັດຕະປື 1 ຕື້ກີບ Posted by ປະເທດລາວ Pathedlao on ວັນເສົາ ທີ 18 ສິງຫາ 2018 ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ
ຂ່າວພາຍໃນ
2018-08-20T15:43:24+00:00
https://laopost.com/?p=102947
ເປີດສົກຮຽນໃໝ່ປີນີ້ ອຸປະກອນ ແລະ ເຄື່ອງແບບນັກຮຽນມີລາຄາແພງຂຶ້ນເລັກໜ້ອຍ
ຕາມການລົງສຳຫລວດຕະຫລາດຂາຍເຄື່ອງອຸປະກອນການສຶກສາ ແລະ ເຄື່ອງແບບນັກຮຽນໃນນະຄອນຫລວງ ວຽງຈັນຂອງນັກຂ່າວລາວພັດທະນາພວກເຮົາ, ໂດຍສັງເກດເຫັນວ່າສິນຄ້າດັ່ງກ່າວມີລາຄາແພງຂຶ້ນເລັກໜ້ອຍ ເມື່ອທຽບໃສ່ປີຜ່ານມາ, ແຕ່ກໍຍັງຢູ່ໃນເກນປົກກະຕິ ເມື່ອທຽບກັບສິນຄ້າໃຊ້ສອຍອື່ນໆ ແລະ ກໍສາມາດຕອບສະ ຫນອງພຽງພໍກັບຄວາມຕ້ອງການຂອງສັງຄົມໄດ້ເປັນຢ່າງດີ ແລະ ບໍພຽງແຕ່ຢູ່ນະຄອນຫລວງວຽງຈັນເທົານັ້ນ, ຜູ້ປະກອບການທຸລະກິດດັ່ງກ່າວ ຍັງສາມາດຈຳຫນ່າຍອອກໄປຍັງເຂດແຂວງຕ່າງໆໄດ້ຢ່າງພຽງພໍຄື: ເສື້ອນັກຮຽນ ຜືນຫນຶ່ງຈະມີລາຄາແຕ່ 35-40 ພັນກີບ, ເພີ່ມຂຶ້ນຈາກປີຜ່ານມາປະມານ 5-6 ພັນກີບ, ສ່ວນປຶ້ມຂຽນໂຫລຫນຶ່ງ ມີລາຄາແຕ່ 20-45 ພັນກີບຕາມແຕ່ລະຊະນິດ ແລະ ຄຸນນະພາບຂອງມັນ, ສ່ວນປຶ້ມຕຳລາຮຽນແຕ່ຊັ້ນປະຖົມ ຮອດມັດທະຍົມຕົ້ນແລະປາຍມີລາຄາແຕ່ 15-25 ພັນກີບຕໍ່ເຫລັ້ມ ເຊຶ່ງນອນໃນເກນປົກກະຕິ. ເວົ້າລວມແລ້ວບັນຍາກາດການຊື້-ຂາຍອຸປະກອນການສຶກສາປີນີ້ແມ່ນຢູ່ໃນສະພາບດີ ແລະ ພ້ອມນັ້ນການຕອບ ສະໜອງອຸປະກອນການຮຽນການສອນຂອງເບື້ອງລັດໃຫ້ໂຮງຮຽນຕ່າງໆ ກໍສະດວກສະບາຍກ່ວາເກົ່າ, ເນື່ອງຈາກ ວ່າປັດຈຸບັນສັງຄົມໄດ້ເບິ່ງເຫັນຄວາມສຳຄັນຂອງການສຶກສາຫລາຍຂຶ້ນ ແລະ ກໍໄດ້ຫັນມາມີສ່ວນຮ່ວມໃນວຽກ ງານດັ່ງກ່າວນັບມື້ຫລວງຫລາຍເຊັ່ນ: ໂຮງຮຽນເອກະຊົນຫລາຍແຫ່ງໄດ້ຮັບການກໍ່ສ້າງຂຶ້ນ. ພ້ອມນັ້ນ, ກໍມີຫລາຍ ຫົວຫນ່ວຍເສດຖະກິດໄດ້ໃຫ້ທຶນສະຫນັບສະຫນູນວຽກງານນີ້ມີຫລາຍຂຶ້ນ ນັບທັງຊ່ວຍເຫລືອກໍ່ສ້າງສ້ອມແປງ ຫ້ອງຮຽນ, ການຊ່ວຍເຫລືອຈັດພິມປຶ້ມຕຳລາຮຽນຕ່າງໆກໍມີຫລາຍ ແລະ ໄດ້ກາຍເປັນປັດໃຈສຳຄັນເພື່ອກະຕຸກ ຊຸກຍູ້ການສຶກສາລາວເຮົາ ມີຄຸນນະພາບສູງຂຶ້ນ. ແຫຼ່ງຂ່າວ: ລາວພັດທະນາ
ຂ່າວພາຍໃນ
2014-08-27T14:26:22+00:00
https://laopost.com/?p=9470
ມຽນມາເປີດເຂດເສດຖະກິດພິເສດຕິລາວາ ຄາດສ້າງວຽກເຮັດງານທຳເຖິງ 40,000 ຕຳແໜ່ງ!
ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນວັນທີ 23 ກັນຍາຜ່ານມານີ້ ທ່ານ ຢານຕຸນ ຮອງປະທານາທິບໍດີມຽນມາ ໄດ້ເຂົ້າຮ່ວມພິທີເປີດເຂດເສດຖະກິດພິເສດຕິລາວາ (Thilawa) ໄລຍະທຳອິດ ຊຶ່ງຕັ້ງຢູ່ຫ່າງຈາກນະຄອນຢາງກຸ້ງໃຊ້ເວລາເດີນທາງປະມານ 1 ຊົ່ວໂມງ ໂດຍເຂດເສດຖະກິດພິເສດດັ່ງກ່າວນີ້ ຈະເປັນທີ່ຕັ້ງຂອງໂຮງງານປະມານ 100 ແຫ່ງ ທີ່ສາມາດສ້າງວຽກເຮັດງານທຳໃຫ້ແກ່ຊາວມຽນມາໄດ້ເຖິງ 40,000 ຄົນ ຊຶ່ງໂຄງການດັ່ງກ່າວນີ້ ແມ່ນເປັນການຮ່ວມມືລະຫວ່າງລັດຖະບານມຽນມາ ແລະ ລັດຖະບານຍີ່ປຸ່ນ ໃນມູນຄ່າທັງໝົດ 1,5 ຕື້ໂດລາ. ທັງນີ້ ມຽນມາກຳລັງວາງແຜນຈະສ້າງເຂດເສດຖະກິດພິເສດຂຶ້ນອີກ 2 ແຫ່ງຢູ່ເມືອງທະວາຍ ທ່າເຮືອທາງພາກໃຕ້ ແລະ ຢູ່ເມືອງຈອກພະຍູ ທາງພາກຕາເວັນຕົກຂອງປະເທດ.
ຂ່າວຕ່າງປະເທດ
2015-09-24T11:16:13+00:00
https://laopost.com/?p=36249
ດ່ວນ! ເຮືອບິນ ແອຣ໌ ເອເຊຍ ຈາກອິນໂດເນເຊຍ ໄປສິງກະໂປ ສູນຫາຍ!
ເຮືອບິນແອຣ໌ ເອເຊຍ ອິນໂດເນເຊຍ ຂຶ້ນບິນຈາກສະໜ!ມບິນສຸບາຣາຢາ ຂາດການຕິດຕໍ່ກັບຫໍບັງຄັບການບິນ. ສຳນັກຂ່າວຕ່າງປະເທດ ລາຍງານໃນມື້ນີ້ (28 ທັນວາ) ວ່າ ເຮືອບິນແອຣ໌ບັສ 320-200 ຂອງສາຍການບິນ ແອຣ໌ ເອເຊຍ ອິນໂດເນເຊຍ ຖ້ຽວບິນ QZ8501 ຈາກອິນໂດເນເຊຍ ຈະບິນໄປສິງກະໂປ ໂດຍຂຶ້ນບິນຈາກສະໜາມບິນ ສຸບາຣາຢາ ຂາດການຕິດຕໍ່ກັບຫໍບັງຄັບການບິນຈາກາຕາ ເມື່ອເວລາ 6:15 ໂມງ ຕອນເຊົ້າມື້ນີ້ ຕາມເວລາທ້ອງ ຖິ່ນ. ທັງນີ້ ຖ້ຽວບິນດັ່ງກ່າວ ມີກຳນົດເດີນທາງເຖິງສິງກະໂປ ໃນເວລາ 8:30 ໂມງ ຕາມເວລາທ້ອງຖິ່ນ. ເບື້ອງຕົ້ນມີລາຍງານວ່າ ເຮືອບິນລຳດັ່ງກ່າວມີລູກເຮືອ ແລະ ຜູ້ໂດຍສານ ລວມກັນ 162 ຄົນ ໂດຍທັງໝົດແມ່ນ ຍັງບໍ່ຮູ້ຊະຕາກຳ. ເຈົ້າໜ້າທີ່ຂອງອິນໂດເນເຊຍໄດ້ລາຍງານວ່າ ເຮືອບິນລຳດັ່ງກ່າວມີຄວາມຜິດປົກກະຕິ ກ່ອນທີ່ຈະຂາດການຕິດ ຕໍ່ກັບຫໍບັງຄັບການບິນໃນພາກພື້ນ, ທາງດ້ານບໍລິສັດ ແອຣ໌ ເອເຊຍ ກໍໄດ້ເປີດເຜີຍວ່າ ການຄົ້ນຫາ ແລະ ການ ກູ້ໄພ ກຳລັງຢູ່ໃນປະຕິບັດການ.
ຂ່າວຕ່າງປະເທດ
2014-12-28T11:29:54+00:00
https://laopost.com/?p=16549
ລາຍລະອຽດສະຖານະການໂຄວິດ-19 ໃນ ສປປ ລາວ ວັນທີ 2 ພຶດສະພາ 2021
ສປປ ລາວ ໃນວັນທີ 01 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 3,091 ຕົວຢ່າງ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 112 ຕົວຢ່າງ, ເຊີ່ງແບ່ງອອກເປັນແຕ່ລະແຂວງດັ່ງນີ້: ນະຄອນຫຼວງ 34 ຕົວຢ່າງ, ແຂວງວຽງຈັນ 3 ຕົວຢ່າງ, ແຂວງຈຳປາສັກ 11 ຕົວຢ່າງ, ແຂວງບໍ່ແກ້ວ 60 ຕົວຢ່າງ (ເມືອງຕົ້ນເຜິ້ງ 57 ຕົວຢ່າງ ແລະ ແຂວງບໍ່ແກ້ວ 3 ຕົວຢ່າງ), ແຂວງສະຫວັນນະເຂດ 3 ຕົວຢ່າງ ແລະ ແຂວງບໍລິຄໍາໄຊ 1 ຕົວຢ່າງ. ປະຈຸບັນ ສປປ ລາວ ມີ ຕົວເລກຜູ້ຕິດເຊື້ອສະສົມທັງໝົດ 933 ຄົນ, ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 51 ຄົນ ແລະ ຍັງນອນຕິດຕາມປິ່ນປົວທັງໝົດ ຈຳນວນ 882 ຄົນ, ລາຍລະອຽດດັ່ງນີ້: ນະຄອນຫຼວງວຽງຈັນ 591 ຄົນ (ໃໝ່ 34), ແຂວງຈຳປາສັກ 117 ຄົນ (ໃໝ່ 11), ສຳລັບຄົນເຈັບແຂວງເຊກອງ ແມ່ນ ນອນປິ່ນປົວຢູ່ແຂວງຈຳປາສັກ, ແຂວງບໍ່ແກ້ວ 91 ຄົນ (ໃໝ່ 60), ແຂວງສະຫວັນນະເຂດ 28 ຄົນ (ໃໝ່ 3), ແຂວງຫຼວງພະບາງ 14 ຄົນແຂວງວຽງຈັນ 13 ຄົນ (ໃໝ່ 3), ຄົນເຈັບແຂວງວຽງຈັນ1 ຄົນ ມາປີ່ນປົວໃນ ນະຄອນຫຼວງວຽງຈັນ, ແຂວງສາລະວັນ 6 ຄົນ, ແຂວງຫຼວງນ້ຳທາ 6 ຄົນ, ແຂວງອຸດົມໄຊ 5 ຄົນ, ແຂວງຜົ້ງສາລີ 3 ຄົນ, ແຂວງໄຊຍະບູລີ 3 ຄົນ, ແຂວງບໍລິຄຳໄຊ 3 ຄົນ (ໃໝ່ 1), ແຂວງຄຳມ່ວນ 1 ຄົນ, ແຂວງຊຽງຂວາງ 1 ຄົນ. ຄົນເຈັບທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດ ສົມບຸນ ປົກກະຕິ ແລະ ທຸກຄົນແຂງແຮງດີ. ສຳລັບລາຍລະອຽດ ຂອງຜູ້ຕິດເຊື້ອໃໝ່ 112 ຄົນ (ກໍລະນີຢັ້ງຢືນທີ 822-933): ສຳລັບຜູ້ຕິດເຊື້ອໃໝ່ ຢູ່ແຂວງ ຈຳປາສັກ, ບໍ່ແກ້ວ, ສະຫວັນນະເຂດ, ແຂວງວຽງຈັນ ແລະ ບໍລິຄຳໄຊ ແມ່ນລ້ວນແຕ່ມີປະຫວັດສຳຜັດໃກ້ຊິດ ກັບກໍລະນີຕິດເຊື້ອ ພາຍໃນແຂວງຂອງຕົນ; ສ່ວນ 34 ຄົນທີ່ຕິດເຊື້ອໃໝ່ຢູ່ນະຄອນຫຼວງວຽງຈັນ ກໍ່ລ້ວນແຕ່ເປັນຜູ້ທີ່ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອທີ່ກ່ຽວພັນກັບກໍລະນີທີ 59; ສຳລັບສະຖານທີ່ທີ່ບັນດາຜູ້ຕິດເຊື້ອໄດ້ເດີນທາງໄປລ້ວນແລ້ວແຕ່ແມ່ນບ່ອນດຽວກັບຜູ້ຕິດເຊື້ອເກົ່າເຊັ່ນ: ຮ້ານຄາລາໂອເກະ ໄດມອນ, ຮ້ານຄາລາໂອເກະ 8118, ຮ້ານເບຍ Funny 89, ພັບ ມາລີນາ, ຮ້ານອາຫານມານາແມະ, ສວນນ້ຳໄອເຕັກ (ງານປາຕີສະນ້ຳ), ຮ້ານຄາລາໂອເກະວີກຕໍ, ສາມແຍກນາໄຊ, ບັນດາວັດໃນໃຈກາງນະຄອນຫຼວງວຽງຈັນ, ຮ້ານຂາຍຂອງກີນສຸກຕະຫຼາດໂພນຕ້ອງ, ເມືອງຈັນທະບູລີ, ບໍລີສັດບໍ່ແຮ່ຄຳ ດາລີ ບ້ານ ຫ້ວຍຄຳ, ເມືອງສັງທອງ, ບໍລິສັດໄຟ້າລາວ, ໜອງບືກ ນະຄອນຫຼວງວຽງຈັນ, ຮ້ານອາຫານມັງກອນທອງ ບ້ານດົງຄຳຊ້າງ, ກອງສີນລະປະກອງທັບໂພນເຄັງ, ຮ້ານ ບິກຊີແຖວທາດຫຼວງ, ຮ້ານອາລູມີນຽມ ຢູ່ບ້ານດອນແດງ ເມືອງ ຈັນທະບູລີ, ອາພາດເມັນ 3 Y ບ້ານໂພນຕ້ອງຈອມມະນີ, ເມືອງຈັນທະບູລີ, ຕະຫຼາດໂພນຕ້ອງຈອມມະນີ.
ຂ່າວພາຍໃນ
2021-05-02T15:16:59+00:00
https://laopost.com/?p=124496
ຮືຮາ! ສະລິບເມຍ ອະດອບ ຮິດເລີ ຜູ້ນຳຟາດຊິດເຢຍລະມັນ ຖືຶກປະມູນຂາຍ ທະລຸ 28 ລ້ານກວ່າກີບ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ພະຈິກນີ້ວ່າ ສະຖາບັນຟິລິບເຊີເຣວ ຕັ້ງຢູ່ເມືອງມັນເວີນ ປະເທດອັງກິດ ໄດ້ນຳເອົາໂສ້ງໃນ ຫລື ສະລິບສີບົວຂອງ ທ່ານ ນາງ ອີວາ ບຣາວ ພັນລະຍາຂອງ ອະດອບ ຮິດເລີ ຜູ້ນຳພັກນາຊີ ໃນຍຸກຟາດຊິດເຢຍລະມັນອອກມາປະມູນຂາຍ ໂດຍໃນເບື້ອງຕົ້ນ ໄດ້ຕັ້ງປະເມີນລາຄາໄວ້ພຽງ 400 ປອນ (ປະມານ 3,968,000 ກີບ) ແຕ່ວ່າໃນທີ່ສຸດ ໄດ້ມີຜູ້ສົນໃຈສະເໜີລາຄາສູງສຸດເຖິງ 2,900 ປອນ ຫລື ປະມານ 28,768,000 ກີບ. ນອກຈາກນີ້, ຍັງມີເຄື່ອງໃຊ້ສອຍສ່ວນຕົວຂອງ ທ່ານ ນາງ ອີວາ ບຣາວ ອີກຈຳນວນໜຶ່ງ ກໍໄດ້ຖືກນຳອອກມາປະມູນເຊັ່ນ ແຫວນຄຳ ປະດັບອັນຍະມະນີຂອງ ອີວາ ບຣາວ ກໍໄດ້ຖືກປະມູນຂາຍໄປ ໃນລາຄາ 1,250 ປອນ (ປະມານ 12,400,000 ກີບ), ກ່ອງໃສ່ລິບສະຕິກ ສາມາດສ້າງລາຄາໄດ້ 360 ປອນ (ປະມານ 3,572,200 ກີບ) ແລະ ຊຸດພາບຖ່າຍຂາວດຳລະຫວ່າງ ອີວາ ບຣາວ ກັບ ອະດອບ ຮິດເລີ ໃນໄລຍະຕົ້ນສະຕະວັດທີ 20 ກໍໄດ້ຖືກຈຳໜ່າຍໄປ ໃນລາຄາ 100 ປອນ (ປະມານ 992,000 ກີບ). ທ່ານ ນາງ ໂຊຟີ ໂຈນສ໌ ຜູ້ຈັດການປະມູນ ແລະ ນັກປະເມ່ີນລາຄາຂອງສະຖາບັນຟິລິບເຊີເຣວ ໄດ້ລະບຸວ່າ ມີຄົນຈຳນວນຫລວງຫລາຍ ໃຫ້ຄວາມສົນໃຈ ແລະ ສະເໜີລາຄາ ເພື່ອປະມູນເຄື່ອງສະສົມຊຸດນີ້ ຊຶ່ງສ່ວນໃຫຍ່ແມ່ນເປັນນັກສະສົມເອກະຊົນ ໂດຍເຄື່ອງສະສົມທຸກຢ່າງທີ່ນຳອອກປະມູນ ລ້ວນແຕ່ມີໃບຮັບປະກັນຈາກຜູ້ຂາຍວ່າ ເປັນຂອງແທ້ຢ່າງແນ່ນອນ. ອະດອບ ຮິດເລີ ແລະ ພັນລະຍາ ອີວາ ບຣາວ ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!
ຂ່າວຕ່າງປະເທດ
2016-11-08T16:20:58+00:00
https://laopost.com/?p=75675
ເມືອງຊຳເໜືອຈັດພິທີມອບສົ່ງຊາວໜຸ່ມເຂົ້າຮັບໃຊ້ພັນທະປ້ອງກັນຊາດ
ພິທີຈັດສົ່ງຊາວຫນຸ່ມ ຊາຍສະກັນທີ່ສະຫມັກໃຈ ເຂົ້າປະກອບສ່ວນຮັບໃຊ້ພັນ ທະປ້ອງກັນຊາດ ປະຈຳປີ 2013 ທົ່ວເມືອງຊຳເຫນືອ ແຂວງຫົວພັນ ໄດ້ຈັດຂຶ້ນໃນ ກາງເດືອນທັນວາ 2013 ຢູ່ທີ່ ກອງບັນຊາການທະຫານ ເມືອງຊຳເຫນືອ ໂດຍມີສະ ຫາຍພັນເອກ ວຽງພອນ ມະນີ ເດດ ກຳມະການພັກແຂວງ, ຫົວຫນ້າການທະຫານກອງ ບັນຊາການທະຫານແຂວງ ຫົວພັນ, ສະຫາຍນາງ ແພງ ກັນຍາພິມ ກຳມະການພັກ ແຂວງເຈົ້າເມືອງໆຊຳເຫນືອ, ມີພະແນກການທີ່ກ່ຽວຂ້ອງ, ນາຍ ແລະ ພົນທະຫານກອງ ບັນຊາການທະຫານເມືອງ, ອຳນາດການປົກຄອງ 12 ບ້ານທົ່ວເທດສະບານເມືອງ ຊຳເຫນືອເຂົ້າຮ່ວມ. ຜ່ານການປຸກລະດົມຂົນ ຂວາຍຊາວຫນຸ່ມຊາຍສະກັນ ເຂົ້າຮັບໃຊ້ພັນທະປ້ອງກັນ ຊາດກໍ່ເພື່ອປະຕິບັດຕາມກົດ ຫມາຍພັນທະປ້ອງກັນຊາດ ແລະ ລັດທະທຳມະນູນຂອງ ສປປ ລາວ ປະຈຳປີ 2013 ນີ້ ທົ່ວເມືອງຊຳເຫນືອ ແຂວງ ຫົວພັນໄດ້ມີຊາວຫນຸ່ມຊາຍ ສະກັນຈຳນວນ 50 ຄົນ ໄດ້ສະຫມັກໃຈເຂົ້າຮັບໃຊ້ ພັນທະປ້ອງກັນຊາດໃນຄັ້ງນີ້ ແລະ ໄດ້ຈັດພິທີມອບຂຶ້ນໃນ ວັນດັ່ງກ່າວໂດຍກ່າວມອບ ຊາວຫນຸ່ມພັນທະຈຳນວນ 50 ສະຫາຍຄັ້ງນີ້ໂດຍແມ່ນສະ ຫາຍນາງ ແພງ ກັນຍາພິມ ກຳມະການພັກແຂວງ, ເຈົ້າ ເມືອງໆຊຳເຫນືອ ແລະ ກ່າວ ຮັບໂດຍສະຫາຍພັນຕີ ຄຳ ເມືອງ ໂຄດວົງຄູນ ຮອງຫ້ອງ ເສນາທິການກອງບັນຊາການ ທະຫານແຂວງຫົວພັນ ແລ້ວ ນຳໄປມອບສົ່ງໃຫ້ໂຮງຮຽນ ການທະຫານທ້ອງຖິ່ນເພື່ອ ສຶກສາອົບຮົມຮ່ຳຮຽນວິຊາ ການທະຫານ ແລະ ກົດລະ ບຽບຕ່າງໆແລ້ວສືບຕໍ່ຊັບ ຊ້ອນປະກອບໃຫ້ແກ່ບັນດາ ກົມກອງຕ່າງໆທີ່ມີຄວາມຈຳ ເປັນ. ຂ່າວຍັງໃຫ້ຮູ້ຕື່ມວ່າ: ໂອ ກາດດຽວກັນນີ້ສະຫາຍພັນຕີ ຄຳເມືອງ ໂຄດວົງຄູນ ຍັງໄດ້ ຜ່ານຂໍ້ຕົກລົງຂອງກອງບັນຊາ ການທະຫານແຂວງຫົວພັນ ວ່າດ້ວຍການມອບ-ຮັບທະ ຫານພັນທະຈຳນວນ 200 ສະ ຫາຍໃຫ້ສູນກາງ ແລະ ສະ ຫາຍຮ້ອຍເອກ ຫຼ້າວັນ ໄຊຍະ ເພັດ ຮອງພະແນກກຳລັງພົນ ກອງ“ກ 1”ຕາງຫນ້າກົມກຳ ລັງພົນກົມໃຫຍ່ເສນາທິການ ກອງທັບຂຶ້ນກ່າວຮັບ. ທີ່ມາhttp://www.kongthap.gov.la
ຂ່າວພາຍໃນ
2013-12-26T11:34:38+00:00
https://laopost.com/?p=4235
ອາເຊນອລ ຍິງຖະຫຼົ່ມ ແມນຢູ ມຸ່ນອຸ້ຍປຸ້ຍ 3-0 ປະຕູ
ການແຂ່ງ­ຂັນບານເຕະ ພຣີເມຍລີກ ອັງ­ກິດ ນັດທີ 8 ຂອງລະ­ດູການ 2015-2016 ເມື່ອວັນທີ 4 ຕຸ­ລາ 2015 ທີ່ຜ່ານມາ ເກມທີ່ໝ້າສົນ­ໃຈ ຢູທີ່ບິ໊ກແມ໊ດ ລະ­ຫວ່າງສະໂມ­ສອນ ອາເຊນອລ ທີມອັນດັບ 4 ເປີດສະໝາມ ເອມິເຣສ ສະເຕດຽມ ຕ້ອນ­ຮັບການມາຢາມຂອງສະ­ໂມ­ສອນ ແມນເຊັສເຕີ ຢູໄນເຕັດ ທີມນຳຂອງຕາ­ຕະ­ລາງ. ຜ່ານການແຂ່ງ­ຂັນປະ­ກົດວ່າ ອາເຊນອລ ເປັນຝ່າຍເອົາຊະ­ນະ ແມນຢູ ໄປແບບຂາດລອຍ 3-0 ປະ­ຕູ ໂດຍເຈົ້າຖິ່ນໄດ້ 2 ປະ­ຕູຈາກ ອະເລັກຊິສ ຊານເຊ ນັກເຕະຕົວສຳ­ຄັນທີມຊາດ ຊີລີ ໃນນາ­ທີ 6, 19 ແລະ ເມຊຸສ ໂອຊິລ ໃນນາ­ທີ 7 ຊະ­ນະນັດນີ້ ສົ່ງຜົນໃຫ້ ອາເຊນອລ ເກັບເພີ່ມ 16 ຄະ­ແນນເທົ່າກັບ ແມນຢູ ແຕ່ປະ­ຕູໄດ້ເສຍດີກວ່າ ຫຍັບຂື້ນອັນດັບ 2 ສ່ວນ ແມນຢູ ຫຍັບລົງມາຢູ່ອັນດັບ 3 ຂອງຕາ­ຕະ­ລາງ.
ຂ່າວພາຍໃນ
2015-10-06T14:51:09+00:00
https://laopost.com/?p=37273
ສະພາບລາຄາສິນຄ້າ ແລະ ບໍລິການເດືອນກໍລະກົດ 2023 ເມື່ອທຽບກັບເດືອນຜ່ານມາ ເພີ່ມຂຶ້ນ 2,3%
ສະພາບລາຄາສິນຄ້າ ແລະ ບໍລິການ ເດືອນກໍລະກົດ 2023 ເມື່ອທຽບກັບເດືອນຜ່ານມາ ເພີ່ມຂຶ້ນ 2,3% ລາຍລະອຽດຄືດັ່ງລຸ່ມນີ້: ໝວດອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ: ເພີ່ມຂຶ້ນ 1,5% ໃນນີ້ ລາຄາເຂົ້າສານ ເພີ່ມຂຶ້ນ 3,2%, ຊີ້ນ ເພີ່ມຂຶ້ນ 0,5% ໃນນັ້ນຊີ້ນຫມູ ເພີ່ມຂຶ້ນ 0,2%, ຊີ້ນງົວ ແລະ ຄວາຍ ເພີ່ມຂຶ້ນ 0,1%, ສັດປີກ ເພີ່ມຂຶ້ນ 2,0%, ປາ ແລະ ອາຫານທະເລ ເພີ່ມຂຶ້ນ 0,5%, ໝາກໄມ້ສົດ ເພີ່ມຂຶ້ນ 6,1%, ເຄື່ອງປຸງແຕ່ງອາຫານ ເພີ່ມຂຶ້ນ 2,2%, ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 3,1%. ພ້ອມດຽວກັນນັ້ນ, ຜັກສົດ ແມ່ນມີທ່າອ່ຽງຫຼຸດລົງ -1,7%. ໝວດເຫຼົ້າ ແລະ ຢາສູບ: ເພີ່ມຂຶ້ນ 1,9% ໃນນີ້ ລາຄາເຫຼົ້າເພີ່ມຂຶ້ນ 1,5%, ເບຍ ເພີ່ມຂຶ້ນ 1,0% ແລະ ຢາສູບ ເພີ່ມຂຶ້ນ 3,7%. ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ: ເພີ່ມຂຶ້ນ 3,3% ໃນນີ້ ລາຄາເຄື່ອງນຸ່ງຊາຍ ເພີ່ມຂຶ້ນ 1,8%, ເຄື່ອງນຸ່ງຍິງ ເພີ່ມຂຶ້ນ 4,9%, ເຄື່ອງນຸ່ງເດັກນ້ອຍ ເພີ່ມຂຶ້ນ 3,0% ແລະ ເກີບ ເພີ່ມຂຶ້ນ 0,7%. ໝວດເຄື່ອງໃຊ້ໃນເຮືອນ: ເພີ່ມຂຶ້ນ 1,8% ໃນນີ້ ລາຄາ ເຄື່ອງຕົບແຕ່ງພາຍໃນເຮືອນ ເພີ່ມຂຶ້ນ 1,4%, ເຄື່ອງໃຊ້ສ່ວນຕົວ ແລະ ເຄື່ອງນອນ ເພີ່ມຂຶ້ນ 2,8%, ເຄື່ອງໃຊ້ຄົວເຮືອນ ເພີ່ມຂຶ້ນ 1,2%, ເຄື່ອງໃຊ້ໃນ ເຮືອນປະຈໍາວັນ ເພີ່ມຂຶ້ນ 1,9%, ອຸປະກອນປະດັບເຮືອນ ເພີ່ມຂຶ້ນ 2,9%. ໝວດຮັກສາສຸຂະພາບ ແລະ ຢາ: ເພີ່ມຂຶ້ນ 5,0% ໃນນີ້ ລາຄາຢາ ເພີ່ມຂຶ້ນ 5,7%, ການບໍລິການຄົນເຈັບ ພາຍນອກ ເພີ່ມຂຶ້ນ 2,3%, ການບໍລິການຈາກໂຮງຫມໍ ເພີ່ມຂຶ້ນ 0,8%. ໝວດຄົມມະນາຄົມ ແລະ ຂົນສົ່ງ: ເພີ່ມຂຶ້ນ 4,2% ໃນນີ້ ປະເພດລົດໃຫຍ່ ເພີ່ມຂຶ້ນ 3,9%, ລົດຈັກ ເພີ່ມຂຶ້ນ 2,6%, ລົດຖີບເພີ່ມຂຶ້ນ 1,0%, ອຸປະກອນການຂົນສົ່ງ ເພີ່ມຂຶ້ນ 3,2% ໃນນັ້ນ, ເຄື່ອງອາໄຫຼ ແລະ ການ ສ້ອມແປງ ເພີ່ມຂຶ້ນ 0,6%, ນ້ຳມັນເຊື່ອໄຟ ເພີ່ມຂຶ້ນ 5,3% ແລະ ການບໍລິການຂົນສົ່ງ ເພີ່ມຂຶ້ນ 11,9%. ໝວດການບັນເທີງ ແລະ ການພັກຜ່ອນ: ເພີ່ມຂຶ້ນ 2,0% ໃນນີ້ ເຄື່ອງບັນເທີງ ເພີ່ມຂຶ້ນ 1,0% ເຊັ່ນ: ໂທລະທັດ, ຄອມພີວເຕີ, ເຄື່ອງຫຼີ້ນເພັງ ແລະ ວີດີໂອ; ປະເພດປື້ມ ແລະ ເຄື່ອງຂຽນ ເພີ່ມຂຶ້ນ 2,8%, ການບໍລິການທ່ອງທ່ຽວ ເພີ່ມຂຶ້ນ 1,3%. ໝວດຮ້ານອາຫານ ແລະ ໂຮງແຮມ: ເພີ່ມຂຶ້ນ 4,0% ໃນນີ້ ລາຄາອາຫານ ແລະ ເຄື່ອງດື່ມໃນຮ້ານອາຫານ ເພີ່ມຂຶ້ນ 4,6% ເຊັ່ນ: ເຂົ້າຜັດ, ເຝີ, ເຂົ້າປຽກ, ເບຍ, ວາຍ ແລະ ວິສກີ, ປະເພດເຮືອນພັກ ແລະ ໂຮງແຮມ ເພີ່ມຂຶ້ນ 0,3%. ໝວດສິນຄ້າ ແລະ ບໍລິການອື່ນໆ: ເພີ່ມຂຶ້ນ 1,6% ໃນນີ້ ລາຄາເຄື່ອງໃຊ້ປະຈໍາວັນ ເພີ່ມຂຶ້ນ 1,3%, ປະເພດວັດຖຸມີຄ່າ ແລະ ເຄື່ອງປະດັບ ເພີ່ມຂຶ້ນ 2,2% ໃນນີ້ ຄໍາສໍາເລັດຮູບ ເພີ່ມຂຶ້ນ 2,1%.
ຂ່າວພາຍໃນ
2023-08-01T16:18:10+00:00
https://laopost.com/?p=146499
ຮອງນາຍົກລັດຖະມົນຕີ ຕ້ອນຮັບ ທູດອີຕາລີເຂົ້າຢ້ຽມອຳລາ
ໃນວັນທີ 13 ກໍລະກົດ 2022, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ລໍເຣັນໂຊ ກາລັງຕີ (Lorenzo Galanti), ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ອີຕາລີ ປະຈໍາ ສປປ ລາວ ເຊິ່ງມີສຳນັກງານຕັ້ງຢູ່ ບາງກອກ, ຣາຊະອານາຈັກໄທ ໃນໂອກາດທີ່ທ່ານໄດ້ສໍາເລັດການປະຕິບັດໜ້າທີ່ທາງການທູດຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາວູງ ຕໍ່ຜົນສຳເລັດຂອງທ່ານທູດ ຕະຫລອດໄລຍະການດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອີຕາລີ ປະຈຳ ສປປ ລາວ, ພ້ອມທັງ ສະແດງຄວາມຊົມເຊີຍ ຕໍ່ຄວາມພະຍາຍາມ ໃນການເຄື່ອນໄຫວຂອງທ່ານທູດ ໃນການຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບ ລາວ-ອີຕາລີ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍດີຂຶ້ນເລື້ອຍໆ. ພ້ອມກັນນີ້, ສະແດງຄວາມຂອບໃຈ ລັດຖະບານ ແລະ ປະຊາຊົນ ອີຕາລີ ທີ່ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນແກ່ ສປປ ລາວ ຄື ການຊ່ວຍເຫຼືອໂຄງການປະຕິສັງຂອນມໍລະດົກໂລກ ວັດພູຈຳປາສັກ ແລະ ມໍລະດົກໂລກ ຫຼວງພະບາງ ແລະ ໂຄງການສູນຊີວະນາໆພັນທີ່ແຂວງບໍລິຄໍາໄຊ. ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ອວຍພອນໃຫ້ ທ່ານທູດ ລໍເຣັນໂຊ ກາລັງຕີ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານອັນໃຫມ່ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບທຸກປະການ. ທ່ານທູດ ລໍເຣັນໂຊ ກາລັງຕີ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ລັດຖະບານ ແລະ ປະຊາຊົນລາວ ກໍຄື ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກເປັນຢ່າງດີ ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນຄັ້ງນີ້ ຈົນໄດ້ຮັບຜົນສໍາເລັດອັນຈົບງາມ. ພ້ອມດຽວກັນນີ້, ກໍໄດ້ສະແດງຄວາມຍິນດີ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ລາວ-ອີຕາລີ ໃຫ້ນັບມື້ໄດ້ຮັບການຍົກລະດັບຂຶ້ນສູ່ບາດກ້າວອັນໃຫມ່. ແຫຼ່ງຂ່າວຈາກ ປະເທດລາວ
ຂ່າວພາຍໃນ
2022-07-14T13:40:30+00:00
https://laopost.com/?p=135701
‘WHO’ ເຕືອນ! ໂຄວິດ-19ອາດສືບຕໍ່ການລະບາດເຖິງທົ່ວໂລກຈະໄດ້ຮັບການສັກວັກຊີນປ້ອງກັນ
ສຳນັກຂ່າວຕ່າງປະເທດ ລາຍງານວ່າ ‘WHO’ ເຕືອນ! ໂຄວິດ-19 ອາດສືບຕໍ່ການລະບາດເຖິງທົ່ວໂລກຈະໄດ້ຮັບການສັກວັກຊີນປ້ອງກັນແລ້ວກໍ່ຕາມ ເຊື່ອວ່າໃນອານາຄົດອັນໃກ້ວັກຊີນຍັງບໍ່ທັນມີພຽງພໍທີ່ຈະຢຸດການລະບາດໄດ້. ທ່ານ ດຣ ໄມ ໄຣອັນ, ຜູ້ອຳນວຍການໂຄງການສຸກເສີນຂອງອົງການອະນາໄມໂລກ (WHO) ເຕືອນວ່າ ມີຄວາມສ່ຽງທີ່ໂຄວິດ-19 ຈະຍັງສືບຕໍ່ແຜ່ລະບາດຕໍ່ໄປເຖິງແມ່ນວ່າຈະມີການສັກຊີນປ້ອງກັນໂຄວິດ-19 ຄັ້ງໃໝ່ໃນອານາຄົດກໍ່ຕາມ ເພາະສະນັ້ນ, ພວກເຮົາຕ້ອງສືບຕໍ່ດຳລົງຊີວິດກັບການລະບາດນີ້ຕໍ່ໄປ. ນອກຈາກນີ້, ທ່ານ ດຣ ໄຣອັນ ຍັງກ່າວຕື່ມອີກວ່າ ບັນດາປະເທດຕ່າງໆ ບໍ່ຄວນຄາດຫວັງວ່າຈະກຳຈັດໂຄວິດ-19 ໄດ້ໃນປີ 2021 ພ້ອມເຕືອນວ່າ ຈົນຮອອດປັດຈຸບັນນີ້, ມະນຸດເຄີຍກຳຈັດໄດ້ພຽງໂຣກດຽວໃນປະຫວັດສາດຄື: ໂຣກຝີດາດ ເຮັດໃຫ້ເຮົາພະຍາຍາມໄປໃຫ້ເຖິງຈຸດທີ່ສາມາດຄວບຄຸມໄວຣັດໄດ້. ຮຽບຮຽງຂ່າວ: ພຸດສະດີ
ຂ່າວຕ່າງປະເທດ
2021-01-27T11:14:42+00:00
https://laopost.com/?p=122809
ເກີດເຫດອາຄານເກົ່າຖະຫລົ່ມຢູ່ຮ່າໂນ້ຍ ມີຜູ້ເສຍຊີວິດ 1 ຄົນ ບາດເຈັບອີກຫລາຍລາຍ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ກັນຍາຜ່ານມານີ້ວ່າ ເກີດເຫດອາຄານເກົ່າ 2 ຊັ້ນ ຖະຫລົ່ມຢູ່ນະຄອນຫລວງຮ່າໂນ້ຍ ຊຶ່ງມີປະຊາຊົນເກືອບ 20 ຄົນ ອາໄສຢູ່ພາຍໃນອາຄານເກົ່າດັ່ງກ່າວ ໂດຍເຈົ້າໜ້າທີ່ສາມາດຊ່ວຍເຫລືອຜູ້ປະສົບເຫດໄດ້ 15 ຄົນ ໃນນັ້ນມີ 5 ຄົນໄດ້ຮັບບາດເຈັບສາຫັດ ໂດຍມີຜູ້ເສຍຊີວິດ 1 ຄົນ ແລະ ຍັງມີຜູ້ຕິດຢູ່ພາຍໃນອາຄານອີກ 2 ຄົນ. ທັງນີ້ ອາຄານດັ່ງກ່າວ ແມ່ນມີສະພາບຊຸດໂຊມ ແລະ ເກົ່າແກ່ ຊຶ່ງກຳລັງຢູ່ໃນໄລຍະປັບປຸງ ໂດຍເຈົ້າໜ້າທີ່ກ່ຽວຂ້ອງ ຈະທຳການສືບສວນຊອກຫາສາເຫດຂອງອຸບັດເຫດອາຄານຖະຫລົ່ມດັ່ງກ່າວນີ້.
ຂ່າວຕ່າງປະເທດ
2015-09-23T16:22:23+00:00
https://laopost.com/?p=36129
ຕຳຫລວດຫວຽດນາມ ຍຶດແມວຫລາຍກ່ວາ 3 ໂຕນ ລັກລອບນຳເຂົ້າ ເພື່ອການບໍລິໂພກ!
ຕຳຫລວດຫວຽດນາມ ຍຶດແມວຫລາຍພັນໂຕທີ່ຖືກລັກລອບນຳເຂົ້າຈາກປະເທດຈີນ ເພື່ອການບໍລິໂພກ. ສຳນັກຂ່າວຕ່າງປະເທດ ລາຍງານວ່າ ໃນວັນທີ 27 ມັງກອນຜ່ານມານີ້ ເຈົ້າໜ້າທີ່ຕຳຫລວດເຂດດົ່ງດາ ນະຄອນຫລວງຮ່າໂນ້ຍ ຂອງຫວຽດນາມ ໄດ້ກວດພົບລົດບັນທຸກທີ່ມີແມວລວມກັນຫລາຍກ່ວາ 3 ໂຕນ ເຊິ່ງຖືກລັກລອບນຳເຂົ້າມາຈາກປະເທດຈີນ ທາງຊາຍແດນແຂວງກວາງນິງ ໂດຍປາຍທາງຂອງລົດບັນທຸກແມວດັ່ງກ່າວນີ້ ແມ່ນມີຈຸດປະສົງເພື່ອການບໍລິໂພກ. ທັງນີ້ ຊີ້ນແມວ ຫລື ເອີ້ນກັນໃນຫວຽດນາມວ່າ “ເສືອນ້ອຍ” ແມ່ນໄດ້ຮັບຄວາມນິຍົມເພື່ອການບໍລິໂພກຫລາຍຂຶ້ນເລື້ອຍໆໃນຫວຽດນາມ ເຖິງແມ່ນວ່າທາງການຈະບໍ່ອະນຸຍາດໃຫ້ມີການບໍລິໂພກຊີ້ນແມວກໍຕາມ.
ຂ່າວຕ່າງປະເທດ
2015-02-02T10:30:41+00:00
https://laopost.com/?p=19138
ການບິນລາວໄດ້ຮັບລາງວັນສາຍການບິນຍອດຢ້ຽມ-ດີເດັ່ນ ພາກພື້ນອາຊີ 2020 ຈາກ Tripadvisor
ເວັບໄຊຂ່າວ ລາວທຽນທາມ ລາຍງານໃຫ້ຮູ້ວ່າ ຄັ້ງທໍາອິດ, ການບິນລາວ Lao Airlines ໄດ້ຮັບລາງວັນ “Travelers Choice Airlines” Best Regional Airlines of Asia – ສາຍການບິນຍອດຢ້ຽມ-ດີເດັ່ນ ພາກພື້ນອາຊີ.” ປີ 2020” ຈາກ Tripadvisor (TripAdvisor) ເວັບໄຊທ໌ທ່ອງທ່ຽວຊັ້ນນຳຂອງໂລກ, ເຊິ່ງມີການຈັດອັນດັບຄວາມເພິ່ງພໍໃຈໃນການ ນຳໃຊ້ສາຍການບິນທົ່ວໂລກ ລາງວັນນີ້ແມ່ນໄດ້ມາຈາກການເກັບກຳຂໍ້ມູນການ ສຳຫຼວດຄວາມເພິ່ງພໍໃຈຂອງຜູ້ໂດຍສານຕະຫຼອດປີ, ກ່ອນການແຜ່ລະບາດຂອງເຊື້ອໄວຣັສ COVID-19 ໃນທົ່ວໂລກ. ການບິນລາວ (Lao Airlines) ໄດ້ຖືກປະກາດຈັດອັນດັບກັບສາຍການບິນ THAI Smile Airways, Air Astana, AIR KBZ, Azerbaijan Airlines, Bangkok Airways, Druk Air, Royal Brunei Airlines, Skymark Airlines, Starflyer, ແລະ Vistara. ການບິນລາວ ເຖິງແມ່ນວ່າຈະບໍລິການທ້ຽວບິນໄລຍະສັ່ນ ແຕ່ກໍ່ສຸດຍອດຫຼາຍ ທັງເຮືອບິນຄວາມສະອາດ ແລະ ບໍລິການທີ່ດີທີ່ສຸດຈາກພະນັກງານຕ້ອນຮັບເທິງເຮືອບິນ, ເປັນສາຍການບິນທີ່ບໍ່ມີຄວາມຊັກຊ້າ ບໍ່ວ່າຈະເປັນການເຊັກອິນ ຫຼື ເຊັກເອົ້າກໍ່ຕາມ. ໂຄງການລາງວັນໃຫຍ່ຍັງໄດ້ມອບລາງວັນໃຫ້ກັບບັນດາໂຮງແຮມ, ຮ້ານອາຫານ, ແລະ ສາຍການບິນທີ່ນັກທ່ອງທ່ຽວທີ່ມັກໃນທົ່ວໂລກ, ໂດຍມີທຸລະກິດກວ່າ 4,817 ແຫ່ງໄດ້ຮັບລາງວັນໃນປີ 2020ນີ້. ຮຽບຮຽງຂ່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2020-08-04T18:42:53+00:00
https://laopost.com/?p=120688
ທ່ານປະທານສະພາແຫ່ງຊາດ ຕ້ອນຮັບຜູ້ຕາງໜ້າ UNFPA
“> ປະທານສະພາແຫ່ງຊາດລາວ ທ່ານນາງ ປານີ ຢາທໍ່ຕູ້ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບອຳລາຂອງທ່ານ ດຣ. ນາງ ເອສເທີມຸຍ ຜູ້ຕາງໜ້າອົງການສະຫະປະຊາຊາດ ສຳລັບກອງທຶນເພື່ອປະຊາກອນ (UNFPA) ປະຈຳລາວ ໃນຕອນເຊົ້າວັນທີ 3 ເມສາ 2014 ຢູ່ທີ່ສະພາແຫ່ງຊາດ ໂອກາດສຳເລັດການປະຕິບັດໜ້າທີ່ຢູ່ ສປປ ລາວ. ທ່ານນາງ ປານີ ຢາທໍ່ຕູ້ ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ສະແດງຄວາມຍ້ອງຍໍ-ຊົມເຊີຍ ການປະຕິບັດໜ້າທີ່ຂອງທ່ານຜູ້ຕາງໜ້າອົງການສະຫະປະຊາຊາດ ສຳລັບກອງທຶນເພື່ອປະຊາກອນ ເຊິ່ງຖືເປັນການຮັດແໜ້ນການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການສະຫະປະຊາດ ໃນການຍົກລະດັບ ແລະ ແກ້ໄຂບັນຫາປະຊາກອນ ໂດຍຕະຫຼອດໄລຍະປະຕິບັດວຽກງານແຕ່ປີ 2011 ເປັນຕົ້ນມາ ທ່ານ ດຣ. ນາງ ເອສທີມຸຍ ໄດ້ເຮັດສຳເລັດໜ້າທີ່ສຳຄັນຫຼາຍດ້ານ ເປັນຕົ້ນແມ່ນ ໄດ້ຊຸກຍູ້ກອງປະຊຸມລະຫວ່າງກາງຂອງສະພາແຫ່ງຊາດກ່ຽວກັບກົດໝາຍ ກອງປະຊຸມວຽກງານປະຊາກອນລະດັບຊາດ ສ້າງປຶ້ມຄູ່ມືກ່ຽວກັບການສົ່ງເສີມວຽກງານປະຊາກອນ ຊຸກຍູ້ການເຂົ້າຮ່ວມກອງປະຊຸມກ່ຽວກັບວຽກງານປະຊາກອນ ແລະ ການພັດທະນາໃນລະດັບພາກພື້ນ ແລະ ສາກົນ ລວມທັງຍັງໄດ້ຊ່ວຍສ້າງຄວາມຮູ້ແກ່ພະນັກງານ ໃນການປະເມີນຜົນຂອງຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດ ດ້ານການພັດທະນາຂອງ ສປປ ລາວ. ຕອນບ່າຍ ວັນທີ 3 ເມສາ 2014 ຢູ່ທີ່ກະຊວງການຕ່າງປະເທດ ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ກໍ່ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບອຳລາຂອງທ່ານ ດຣ. ນາງ ເອສເທີມຸຍ ຜູ້ຕາງໜ້າອົງການສະຫະປະຊາຊາດ ສຳລັບກອງທຶນເພື່ອປະຊາກອນເຊັນດຽວກັນ. ທີ່ມາ http://www.vientianemai.net/teen/khao/1/11510
ຂ່າວພາຍໃນ
2014-04-04T21:05:21+00:00
https://laopost.com/?p=4702
CP All ເປີດ 7-Eleven ໃນລາວສັນຍາ 30ປີ
ຫຼັງຈາກທີ່ໄດ້ສິດແຟນໄຊສ໌ສຳລັບຂະຫຍາຍສາຂາທີ່ກຳປຸເຈຍຮຽບຮ້ອຍແລ້ວ ຫຼ້າສຸດ ບໍລິສັດ ຊີພີ ອໍ ຈຳກັດ (ມະຫາຊົນ) ໄດ້ແຈ້ງຕະຫຼາດຫຼັກຊັບແຫ່ງປະເທດໄທວ່າໄດ້ຮັບສິດໃນປະເທດລາວແລ້ວ. ໃນວັນທີ 28 ສິງຫາ 2020 ເວັບໄຊ thestandard ລາຍງານວ່າ All Laos Co., Ltd. ເຊິ່ງເປັນບໍລິສັດຍ່ອຍຂອງ CP All (ຖືຫຸ້ນໃນອັດຕາສ່ວນ 99.99% ໂດຍ Albuera International Limited ເຊິ່ງເປັນບໍລິສັດຍ່ອຍທີ່ບໍລິສັດຖືຫຸ້ນ 100%) ໄດ້ເຮັດສັນຍາແຟນໄຊສ໌ຫຼັກສຳລັບດຳເນີນການຮ້ານ 7-Eleven ໃນປະເທດລາວກັບ 7-Eleven, Inc. ຮຽບຮ້ອຍແລ້ວ. ໂດຍທາງ CP All Laos Co., Ltd. ໄດ້ຮັບສິດແຟນໄຊສ໌ໃນການຈັດຕັ້ງ ແລະ ດຳເນີນການຮ້ານ 7-Eleven ໃນປະເທດລາວເປັນໄລຍະເວລາ 30ປີ ໂດຍຄູ່ສັນຍາອາດຕົກລົງຕໍ່ສັນຍາໄດ້ອີກ 2 ຄັ້ງ ຄັ້ງລະ 20 ປີ. ທັງນີ້ CP All Laos Co., Ltd. ເປັນບໍລິສັດຍ່ອຍທີ່ຈັດຕັ້ງຂຶ້ນໃໝ່ຕາມກົດໝາຍປະເທດລາວ ເພື່ອດຳເນີນທຸລະກິດຮ້ານ 7-Eleven ຕາມສັນຍາແຟນໄຊສ໌ຫຼັກເບື້ອງຕົ້ນໃນປະເທດ ໂດຍມີທຶນຈົດທະບຽນເລີ່ມຕົ້ນທັງໝົດ 2 ໝື່ນລ້ານກີບ ຫຼື ປະມານ 2.2 ລ້ານໂດລາ ຄິດເປັນເງິນໄທປະມານ 68 ລ້ານບາດ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2020-08-29T08:55:19+00:00
https://laopost.com/?p=121103
ຈັບຜູ້ກໍ່ເຫດຕຳແລ້ວໜີຢູ່ແຂວງຜົ້ງສາລີ
ໃນວັນທີ 1 ສິງຫາ 2023 ໄດ້ມີອຸບັດຕິເຫດລົດກະບະຕຳລົດຈັກ ຢູ່ເຂດບ້ານບຸນເໜືອ ເມືອງບຸນເໜືອ ແຂວງຜົ້ງສາລີ ເຮັດໃຫ້ມີຜູ້ເສຍຊີວິດຈຳນວນ 2 ຄົນ ແຕ່ຜູ້ຂັບຂີ່ລົດກະບະແມ່ນໄດ້ເອົາຕົວຫຼົບໜີໄປ. ພາຍຫຼັງທາງຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ແຂວງ ຜົ້ງສາລີ ໄດ້ຮັບແຈ້ງເຫດຈາກພົນລະເມືອງດີແລ້ວ ໄດ້ມອບໝາຍໃຫ້ທາງຄະນະພັກ-ຄະນະບັນຊາ ຫ້ອງຕຳຫຼວດຮີບຮ້ອນຊີ້ນຳພະແນກຈະລາຈອນຈັດຕັ້ງກຳລັງລົງຊັນນະສູດສະຖານທີ່ເກີດເຫດ ຈຶ່ງໄດ້ຮູ້ວ່າຜູ້ຂັບຂີ່ລົດຈັກຊື່ນາງ ສາວຈັນ ອາຍຸ 17 ປີ ອາຊີບ ນັກຮຽນ ເຊື້ອຊາດລາວ ສັນຊາດລາວ, ປັດຈຸບັນຢູ່ ບ້ານດອນຊາຍ ເມືອງບຸນເໜືອ ແຂວງຜົ້ງສາລີ ເປັນຜູ້ຂັບຂີ່ລົກຈັກ ແລະ ນາງພອນສີ ອາຍຸ 14 ປີ ອາຊີບ ນັກຮຽນ ປັດຈຸບັນຢູ່ບ້ານ ດອນຊາຍ ເມືອງ ບຸນເໜືອ ແຂວງ ຜົ້ງສາລີ ເປັນຜູ້ຊ້ອນທ້າຍລົດຈັກ. ຜ່ານການລົງເກັບກໍາຂໍ້ມູນ ພົບເຫັນວັດຖຸສິ້ນສ່ວນຂອງລົດກະບະ ແລະ ລົດຈັກເປ່ເພຕົກເຮ່ຍໃນສະຖານທີ່ເກີດເຫດ, ຜູ້ຂັບຂີ່ລົດກະບະຂັບຂີ່ມາດ້ວຍຄວາມໄວສູງ ມາຕຳລົດຈັກເຮັດໃຫ້ຜູ້ຂັບຂີ່ລົດຈັກທັງສອງຄົນໄດ້ຮັບບາດເຈັບສາຫັດ ແລະ ເສຍຊິວີດຢູ່ໂຮງໝໍ ແຂວງຜົ້ງສາລີ ໃນເວລາຕໍ່ມາສ່ວນຜູ້ຂັບຂີ່ລົດກະບະແມ່ນໄດ້ເອົາຕົວຫຼົບໜີ. ຫຼັງຈາກນັ້ນ, ພະແນກຈະລາຈອນ ປກສ ແຂວງ ກໍໄດ້ປະສານສົມທົບກັບໜ່ວຍງານຈະລາຈອນ ປກສ ເມືອງບຸນເໜືອ ລົງຕິດຕາມເປົ້າໝາຍຢູ່ຂອບເຂດ ເມືອງບຸນເໜືອ ແລະ ເມືອງຍອດອູ ຕົກມາຮອດວັນທີ 10 ສິງຫາ ຕຳຫຼວດຈະລາຈອນ ປກສ ແຂວງ ແລະ ໜ່ວຍງານຈະລາຈອນ ປກສ ເມືອງບຸນເໜືອ ຈື່ງສາມາດກັກຕົວ ທ້າວ ຢາເປີ ລາວຟາງ ອາຍຸ 23 ປີ ອາຊີບ ປະຊາຊົນ ເຊື້ອຊາດລາວ ສັນຊາດລາວ ຊົນເຜົ່າອາຄາ, ປັດຈຸບັນຢູ່ໜ່ວຍ 03 ບ້ານປາງຫົກເກົ່າ ເມືອງຍອດອູ ແຂວງຜົ້ງສາລີ ເຊິ່ງເປັນຜູ້ຂັບຂີ່ລົດກະບະ. ຜ່ານການສືບສວນ-ສອບສວນ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ເປັນຜູ້ກໍ່ເຫດ ແລະ ເອົາຕົວຫຼົບໜີແທ້ ປັດຈຸບັນຜູ້ກ່ຽວໄດ້ຖືກກັກຕົວໄວ້ທີ່ຫ້ອງກັກຂັງຊົ່ວຄາວຂອງກອງບັນຊາການ ປກສ ເມືອງບຸນເໜືອ ເພື່ອດໍາເນີນຄະດີຕາມລະບຽບກົດໝາຍ. ແຫຼ່ງຂ່າວ ປກສ ແຂວງຜົ້ງສາລີ
ຂ່າວພາຍໃນ
2023-08-16T14:05:08+00:00
https://laopost.com/?p=146810
ຫົງນ້ຳຕາໄຫຼ! ນຳກ່ອນແຕ່ວິນລ່າລົວແຊງ 2-1 ເຂົ້າຮອບຊິງເອັບເອ ຄັບ
ແອດສ໌ຕັນ ວິນລ່າ ເຮັດໄດ້ສຳເລັດ ຫຼັງຈາກພິກເອົາຊະນະລິເວີພູ 2-1 ສົ່ງຜົນໃຫ້ທີມໄດ້ເຂົ້າຮອບຊິງຊະນະເລີດ ເອັບເອ ຄັບ ກັບ ອາເຊນອນ ທີ່ຜ່ານເຂົ້າຮອບໄປກ່ອນແລ້ວ ນາທີ 25 ເນທານ ເບເກີ ກອງຫຼັງຂອງເຈົ້າບ້ານໄດ້ຮັບບາດເຈັບຈົນຫຼີ້ນບໍ່ໄດ້ສົ່ງ ໂຢເຣດສ໌ ໂອໂຄເຣ່ ລົງແທນ ນາທີ 30 ລິເວີພູໄດ້ປະຕູຂື້ນນຳຈາກຈັງຫວະເກມບຸກຫຼີ້ນຊີ້ງກັນຢ່າງສວຍງາມແຕ່ກໍ່ພາດແນວຮັບຂອງເຈົ້າບ້ານສະກັດບານໄດ້ ແຕ່ກໍ່ໜີບໍ່ພົ້ນເມື່ອລິເວີພູຄອງບານໄດ້ອີກຄັ້ງໜື່ງ ສະເຕີລິງ ສົ່ງບານອອກຊ້າຍໃຫ້ ຟິລິເປ້ ຄູຕິນໂຢ່ ຫຼຸດເຂົ້າໄປຍິງ ບານສະແລ໊ບເຂົ່າ ໂອໂຄເຣ່ ຜູ້ຫຼີ້ນຂອງວິນລ່າປ່ຽນທາງເຂົ້າປະຕູໄປ 0-1 ນາທີ 36 ແອດສ໌ຕັນ ວິນລ່າ ຫຼີ້ນຊີ້ງກັນຢ່າງສວຍງາມຈົນໄດ້ປະຕູຕີສະເໝີຈາກຈັງຫວະເກມໂຕ້ກັບໄວບານໄປຮອດ ຟາບຽນ ເດວ ທາງຊ້າຍຂອງເຂດໂທດ ສົ່ງເຂົ້າໄປໜ້າປະຕູ ຄຣິດສ໌ຕິຢອງ ເບນເຕເກ້ ແປເຂົ້າປະຕູໄປຢ່າງງ່າຍດາຍ 1-1 ຈົບເຄີ່ງເວລາທຳອິດ ນາທີ 54 ວິນລ່າ ໄດ້ປະຕູພິກແຊງຈົນໄດ້ ບານຍາວບໍ່ລ້ຳໜ້າໃຫ້ ເບເຕເກ້ ຫຼຸດໄປທາງຊ້າຍ ຕອກສົ້ນກັບໃຫ້ ເກຍລິດຊຸ໌ ລາກເຂົ້າຫາປະຕູ ກ່ອນທີ່ຈະສົ່ງບານໃຫ້ ຟາບຽນ ເດວ ຍິງເນັ້ນໆໃນໄລຍະເຜົາຂົນບານເຂົ້າໄປຢ່າງສວຍງາມ 2-1 ຈົບເກມແອດສ໌ຕັນ ວິນລ່າເຮັດໄດ້ສຳເລັດໃນການເຂົ້າຮອບຊິງ ຫຼັງຈາກພິກເອົາຊະນະລິເວີພູ 2-1 ສະໜາມ: ເວມບຼີ ຜູ້ຕັດສິນ: ໄມເຄິນ ໂອລິເວີ
ຂ່າວພາຍໃນ
2015-04-20T09:59:51+00:00
https://laopost.com/?p=23795
ພະຍາດຄໍຕີບລະບາດຢູ່ແຂວງວຽງຈັນມີຜູ້ເສຍຊີວິດແລ້ວ 2 ຄົນ
ປັດຈຸບັນພະຍາດຄໍຕີບອັກເສບໄດ້ລະບາດຢູ່ 6 ບ້ານຂອງເມືອງແມດແຂວງວຽງ ຈັນຄື ບ້ານສາມັກຄີໄຊ, ນາສະຫວ່າງ,ນາອຸດົມ,ປາກແພນ, ຫ້ວຍຕົມ ແລະ ນາດີ, ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 2 ຄົນ ແລະ ພົບຜູ້ຕິດເຊື້ອພະຍາດດັ່ງກ່າວຫລາຍກວ່າ 10ຄົນ. ຕາມການລາຍງານຂອງ ທ່ານ ດຣ. ສີທົນ ຕັນມິງ ຫົວໜ້າຫ້ອງການສາທາ ລະນະສຸກເມືອງແມດໃນວັນທີ 24 ມິຖຸນານີ້ວ່າ: ນັບແຕ່ຕົ້ນເດືອນມິຖຸນານີ້ ຫ້ອງ ການສາທາລະນະສຸກເມືອງໄດ້ຮັບແຈ້ງວ່າມີເຊື້ອພະຍາດລະບາດເກີດຂຶ້ນທີ່ບ້ານສາມັກຄີໄຊ, ເຊິ່ງເຮັດໃຫ້ມີຄົນເສຍຊີວິດ 2 ຄົນເປັນເດັກຊາຍອາຍຸ 8 ປີ ແລະ 5 ປີ,ຈາກນັ້ນ ທາງຫ້ອງການສາທາລະນະສຸກເມືອງຈິ່ງໄດ້ລົງເກັບກຳຂໍ້ມູນຈິ່ງຮູ້ວ່າເປັນພະ ຍາດຄໍຕີບອັກເສບ ແລະ ໄດ້ກວດພະຍາດໃຫ້ປະຊາຊົນບ້ານດັ່ງກ່າວສາມາດພົບຜູ້ຕິດເຊື້ອອີກ 6 ຄົນ, ຈາກນັ້ນຈິ່ງໄດ້ລາຍງານ ໃຫ້ແຂວງ ແລະ ສູນກາງຮັບຊາບ ແລະ ໄດ້ສົ່ງທີມງານມາຊ່ວຍ, ເຊິ່ງມາຈາກອົງການລະບາດວິທະຍາກະຊວງສາທາລະນະ ສຸກ, ອົງການອະນາໄມໂລກ, ສາທາລະນະສຸກແຂວງ ແລະ ແພດຈາກເມືອງເຟືອງ ແລະ ເມືອງອ້ອມຂ້າງມາຊ່ວຍ, ມາຮອດ ປັດຈຸບັນເຊື້ອພະຍາດດັ່ງກ່າວໄດ້ຂະຫຍາຍໄປເປັນ 6 ບ້ານ ແລະ ພົບຜູ້ມີເຊື້ອພະຍາດດັ່ງກ່າວທັງຫມົດ 12 ຄົນ ແລະ ຜູ້ມີອາການສົງໄສອີກຈຳນວນໜຶ່ງ. ຕໍ່ກັບເຫດການດັ່ງກ່າວທາງເມືອງໄດ້ສົມທົບກັບສູນກາງ, ແຂວງ ແລະ ເມືອງອ້ອມຂ້າງລົງສັກຢາວັກແຊງປ້ອງກັນພະຍາດດັ່ງກ່າວໃຫ້ເດັກນ້ອຍອາຍຸ 14 ປີລົງມາຢູ່ບ້ານເປົ້າໝາຍ, ພ້ອມທັງມີແຜນລົງສັກຢາວັກແຊງໃຫ້ຄົບທຸກບ້ານພາຍໃນເມືອງ ແລະ ແຈກຢາກິນໃຫ້ຜູ້ທີ່ມີອາການສົງໄສ, ຄອບຄົວຜູ້ທີ່ມີເຊື້ອພະຍາດ ແລະ ໃຫ້ຄວາມຮູ້ດ້ານສຸຂະສຶກສາວິທີປ້ອງກັນພະຍາດດັ່ງກ່າວ, ແນະນຳບໍ່ໃຫ້ບຸກຄົນພາຍໃນບ້ານເປົ້າໝາຍເຄື່ອນຍ້າຍໄປບ່ອນອື່ນເພາະຈະເປັນການຂະຫຍາຍເຊື້ອພະຍາດ, ພ້ອມນີ້ທາງທີມງານຂອງເມືອງ, ແຂວງ ແລະ ສູນກາງ ໄດ້ລົງຕິມຕາມກຸ່ມເປົ້າຫມາຍຢ່າງໃກ້ຊິດມາຮອດປັດຈຸບັນ ແມ່ນສາມາດຄວບຄຸມເຊື້ອພະຍາດດັ່ງກ່າວໄດ້ແລ້ວ. ແຫລ່ງຂ່າວ: ລາວພັດທະນາ
ຂ່າວທ້ອງຖິ່ນ
2015-06-25T11:27:19+00:00
https://laopost.com/?p=28889
ປຶນໃຫຍ່ ອາຣ໌ເຊນອລບຸກເອົາຊະນະ ໄບຣທ໌ຕັນແບບວຸດວິດ
ເອຟອັຄັພ ຮອບ4 ຄືນງວັນອາທິດ ທີ25 ມັງກອນ 2015 ປຶນໃຫຍ່ ອາຣ໌ເຊນອລບຸກເອົາຊະນະ ໄບຣທ໌ຕັນ 3-2 ແຊ່ມເກົ່າອາຣ໌ເຊນອລ ເຮັດໃຫ້ກອງເຊຍບີບຫົວໃຈພໍສົມຄວນ ກ່ອນຈະເປັນຝ່າຍລຸກໄປເອົາຊະນະ ໄບຣທ໌ຕັນ ແອນດ໌ ໂຮຟ ອັນບ່ຽນ ແບບສະໜຸກ 3-2 ຜ່ານເຂົ້າໄປຫຼິ້ນຮອບຕໍ່ໄປໄດສໍາເລັດໃນການແຂ່ງຂັນບານເຕະ ເອຟເອຄັພ ຮອບ4 ຄິນວັນອາທິດ ທີ່ 20 ມັງກອນ ທີ່ຜ່ານມາ >>ຂອບໃຈhttp://www.siamsport.co.th/Sport_Football/150126_015.html
ຂ່າວພາຍໃນ
2015-01-26T09:52:21+00:00
https://laopost.com/?p=18699
ອາເມຣິກາປະກາດໃຫ້ໂຣກລະບາດໝາກສຸກລີງເປັນພາວະສຸກເສີນ
ວັນທີ 4 ສິງຫາ 2022 ສະຫະລັດອາເມຣິກາ ປະກາດໃຫ້ໂຣກລະບາດຝີດາດລີງ ຫຼື ໝາກສຸກລີງ ໃນປະເທດ ເປັນພາວະສຸກເສີນດ້ານສາທາລະນະສຸກ ເພື່ອລະດົມຊັບພະຍາກອນໃນການຮັບມືກັບພະຍາດດັ່ງກ່າວ ທີ່ມີຜູ້ຕິດເຊື້ອຢູ່ອາເມຣິກາແລ້ວ 6.600 ຄົນ. ການປະກາດນີ້ ຈະຊ່ວຍເປີດທາງໃຫ້ທາງການຈັດສັນເງິນ ແລະ ຄວາມຊ່ວຍເຫຼືອດ້ານອື່ນໆເພື່ອຫຼຸດການລະບາດ. ລັດຖະມົນຕີກະຊວງສາທາລະນະສຸກ ແລະ ບໍລິການປະຊາຊົນ ໄດ້ກ່າວວ່າ: ໄດ້ກຽມໂຕຈະຍົກລະດັບການຮັບມືກັບໄວຣັສຊະນິດນີ້ ແລະ ພ້ອມໃຫ້ປະຊາຊົນທຸກຄົນຈິງຈັງກັບການລະບາດຂອງພະຍາດໝາກສຸກລີງ. ກ່ອນໜ້ານີ້ ລັດຖະບານຂອງ ໂຈ ໄບເດນ ຖືກວິຈານເລື່ອງການບໍ່ນຳວັກຊີນໃຫ້ເຂົ້າເຖິງປະຊາຊົນຢ່າງພຽງພໍ ໂດຍສະເພາະຢູ່ນະຄອນນິວຢອກ ແລະ ຊານຟານຊິສໂກ. ຂະນະທີ່ທຳນຽບຂາວກ່າວວ່າ ລັດຖະບານຈັດສັນວັກຊີນຫຼາຍກວ່າ 1,1 ລ້ານໂດສ ກຽມໄວ້ໃຫ້ປະຊາຊົນ ແລະ ຊ່ວຍເພີ່ມລະດັບການກວດປະຊາຊົນໃຫ້ໄດ້ຈຳນວນ 8 ໝື່ນຄົນຕໍ່ອາທິດ.
ຂ່າວຕ່າງປະເທດ
2022-08-05T14:09:51+00:00
https://laopost.com/?p=136361
ຫວຽດນາມ ຄວບຄຸມໂຕຜູ້ໂດຍສານຊາວໄນຈີເຣຍ 2 ຄົນ ຄາສະໜາມບິນ ສ່ຽງຕິດເຊື້ອອີໂບລາ
ທາງການຫວຽດນາມ ໄດ້ຄວບຄຸມໂຕຜູ້ໂດຍສານຊາວໄນຈີເຣຍ 2 ຄົນ ທີ່ສະໜາມບິນ ເຕິນ ເຊິນ ເຍຶດ ນະຄອນໂຮ່ຈິມິນ ໃນຕອນບ່າຍຂອງວັນອັງຄານທີ 19 ສິງຫາ 2014 ຜ່ານມານີ້ ໂດຍທັງສອງຄົນອອກເດີນທາງຈາກໄນຈີເຣຍ ເມື່ອວັນທີ 18 ສິງຫາ 2014 ກັບສາຍການບິນກາຕາແອຣ໌ເວ ເຊິ່ງກວດພົບວ່າ ໜຶ່ງໃນສອງຄົນມີອາການໄຂ້ສູງ ນຂະນະດຽວກັນ ທາງການໄດ້ປະກາດຕິດຕາມໂຕຜູ້ໂດຍສານອີກ 4 ຄົນ ທີ່ນັ່ງແວດລ້ອມຢູ່ກັບຊາວໄນຈີເຣຍຄູ່ນີ້ ເພື່ອໃຫ້ໄປພົບແພດ ຢ່າງຮີບດ່ວນທີ່ສຸດ. ຕາມການລາຍງານຂອງສື່ຕ່າງປະເທດ ອ້າງຄຳກ່າວຂອງເຈົ້າໜ້າທີ່ຫວຽດນາມວ່າ ເຈົ້າໜ້າທີ່ີຜູ້ຊ່ຽວຊານ ໄດ້ນຳໂຕຜູ້ ໂດຍສານທັງສອງ ຂຶ້ນຍານພາຫະນະພິເສດ ອອກຈາກສະໜາມບິນໄປສົ່ງທີ່ໂຮງໝໍແຫ່ງໜຶ່ງເປັນການຮີບດ່ວນ ກ່ອນ ທີ່ຈະສົ່ງໄປແຍກການຄວບຄຸມໂຕ ເພື່ອເຝົ້າເບິ່ງອາການ ໂດຍແພດຜູ້ຊ່ຽວຊານໄດ້ກວດເລືອດ ແລະ ດຳເນີນການຕາມ ກຳມະວິທີປ້ອງກັນ ທີ່ປະຕິບັດມາເປັນເວລາ 2 ອາທິດແລ້ວ. ໃນວັນດຽວກັນ ກະຊວງສາທາລະນະສຸກຫວຽດນາມ ໄດ້ປະກາດຫາຜູ້ໂດຍສານອີກ 4 ຄົນ ຕາມໝາຍເລກຕັ່ງນັ່ງແຖວ 24, 25, 26 ແລະ 27 ເທິງເຮືອບິນ QR964 ລຳດຽວກັນ ແລະ ແນະນຳໃຫ້ຮີບໄປພົບແພດໃນໂຮງໝໍໃກ້ຄຽງຢ່າງຮີບດ່ວນ ຫຼື ໃຫ້ຕິດຕໍ່ກັບກົມປ້ອງກັນທາງແພດ ເພື່ອເຂົ້າສູ່ມາດຕະການປ້ອງກັນຮັກສາຕໍ່ໄປ. ຕາມລາຍງານຂອງອົງການອານາໄມໂລກ ຜູ້ຕ້ອງສົງໄສຕິດເຊື້ອໄວຣັສອີໂບລາ ຈະມີອາການຫຼາຍຢ່າງທີ່ສັງເກດໄດ້ເຊັ່ນ: ເປັນໄຂ້ກະທັນຫັນ, ຮ່າງກາຍອ່ອນແອໄວ, ປວດກ້າມເນື້ອຮຸນແຮງ ແລະ ເຈັບຄໍ ໂດຍບາງລາຍທີ່ສາຫັດກ່ວານີ້ ຈະມີອາ ການປວດຮາກ, ຖອກທ້ອງ, ເລືອດອອກທາງທະວານ ຈົນເຖິງຮູຂຸມຂົນ ເຊິ່ງໄວຣັສຮ້າຍດັ່ງກ່າວ ຈະມີໄລຍະການຟັກໂຕ ປະມານ 21 ມື້ ຫາກບໍ່ໄດ້ຮັບການກວດຮັກສາທັນເວລາ ຜູ້ຕິດເຊື້ອມີອັດຕາເສຍຊີວິດສູງເຖິງ 90%
ຂ່າວຕ່າງປະເທດ
2014-08-20T09:51:42+00:00
https://laopost.com/?p=9063
ເກີດເຫດນໍ້າຖ້ວມ “ຈາກາຕາ” ຢ່າງໜັກ
ສຳນັກຂ່າວເອເອຟຟີລາຍງານ ເມື່ອວັນທີ 21 ກຸມພາ 2017 ຜ່ານມາວ່າ ນະຄອນຫຼວງຈາກາຕາ ເມືອງຫຼວງຂອງອິນໂດເນເຊຍ ນໍ້າຖ້ວມຢ່າງແຮງ ຫຼັງຈາກົນຕົກລົງມາຢ່າງໜັກດົນຫຼາຍຊົ່ວໂມງ ສົ່ງຜົນໃຫ້ບ້ານເຮືອນປະຊາຊົນຫຼາຍພັນຫຼັງຖືກນໍ້າຖ້ວມ, ລົດຍົນຕິດຄ້າງ ແລະປະຊາຊົນຈຳນວນຫຼາຍ ຕ້ອງຍ່າງລຸຍນໍ້າ, ບາງບ່ອນມີລະດັບນໍ້າຂຶ້ນສູງເຖິງ 1.5 ແມັດ ເບື້ອງຕົ້ນເຈົ້າໜ້າທີ່ທາງການທ້ອງຖິ່ນ ບໍ່ສາມາດປະເມີນຕົວເລກທີ່ຊັດເຈນ ເຖິງປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກເຫດນໍ້າຖ້ວມຄັ້ງນີ້ໄດ້, ສຳນັກງານໄພພິບັດ ຂອງອິນໂດເນເຊຍ ໄດ້ບອກວ່າ ໄດ້ຮັບລາຍງານຫຼາຍກວ່າ 400 ຄັ້ງຈາກພື້ນທີ່ໄດ້ຮັບຜົນກະທົບ ຈາກນໍ້າຖ້ວມຄັ້ງນີ້ ໂຄສົກສຳນັກງານໄພພິບັດຂອງອິນໂດເນເຊຍເປີດເຜີຍວ່າ ເຫດການນໍ້າຖ້ວມກະທັນຫັນນີ້ ເປັນຜົນມາຈາກທາງລະບາຍນໍ້າໃນນະຄອນຫຼວງຈາກາຕາລະບາຍນໍ້າບໍ່ທັນ ຫຼັງຈາກຝົນທີ່ຕົກລົງມາຢ່າງໜັກ ແລະຢ່າງຕໍ່ເນື່ອງ ແລະເຮັດໃຫ້ລະດັບນໍ້າໃນແມ່ນໍ້າລົ້ນຈາກຝັ່ງ
ຂ່າວຕ່າງປະເທດ
2017-02-22T09:38:47+00:00
https://laopost.com/?p=85672
ໄຂຂະບວນການຮ່າງບົດລາຍງານແຫ່ງຊາດ ສະບັບທີ 3-6 ໃນການປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກໃນ ສປປ.ລາວ
ຄະນະກໍາມາທິການເພື່ອແມ່ ແລະ ເດັກແຫ່ງຊາດ ອົງການອຸຍນີເເຊັບ ປະຈໍາ ສປປ.ລາວ ໄດ້ຮ່ວມກັນໄຂຂະບວນການເພື່ອການຂຽນບົດລາຍງານ ສະບັບທີ 3-6 ແຕ່ໄລຍະປີ 1995-2015 ໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກໃນ ສປປ.ລາວ ຂຶ້ນເມື່ອວັນທີ 25 ມີນາ 2016 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍເປັນປະທານຮ່ວມຂອງທ່ານ ລີຕູ້ ບົວປ່າວ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ຮັກສາການປະທານກໍາມາທິການເພື່ອແມ່ ແລະ ເດັກແຫ່ງຊາດ (ຄມດຊ) ທ່ານນາງ ຫົງເຫວີຍ ກາວ ຜູ້ຕາງໜ້າອົງການອຸຍນີເເຊັບ ປະຈໍາ ສປປ.ລາວ ມີຜູ້ຕາງໜ້າສະຖານທູດ ອົງການຈັດຕັ້ງທາງສັງຄົມ ບັນດາຄູ່ຮ່ວມພັດທະນາ ອົງການຈັດຕັ້ງສາກົນ ປະຈໍາ ສປປ.ລາວ ກອງເລຂາກໍາມາ ທິການເພື່ອແມ່ ແລະ ເດັກກະຊວງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ປະທານ ຄມດຊ ໄດ້ກ່າວວ່າ ສປປ.ລາວ ເຂົ້າເປັນພາຄີຂອງສົນທິສັນຍາ ວ່າດ້ວຍສິດທິເດັກ ອົງການສະຫະປະຊາຊາດ ເມື່ອວັນທີ 08 ພຶດສະພາ 1991 ລັດຖະບານໄດ້ສົ່ງບົດລາຍງານສະບັບທໍາອິດກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາດັ່ງກ່າວ ໃຫ້ແກ່ຄະນະກໍາມາທິການສິດທິເດັກຂອງອົງການສະຫະປະຊາຊາດ (ສປຊ) ເມື່ອເດືອນມັງກອນ 1996 ແລະ ສົ່ງບົດລາຍງານສະບັບທີ 2 ເມື່ອເດືອນສິງຫາ 2010 ຄະນະກໍາມະການກໍໄດ້ເຊື້ອເຊີນລັດຖະບານ ສປປ.ລາວ ໃຫ້ສົ່ງບົດລາຍງານສະບັບທີ 3-6 ຮວມກັນໃຫ້ແກ່ຄະນະກໍາມະການພາຍໃນວັນທີ 06 ທັນວາ 2016 ທີ່ຈະມາເຖິງນີ້ ໂດຍການຮ່ວມມື ແລະ ການປະສານງານລະຫວ່າງ ຄມດຊ ແລະ ອົງການສະຫະປະຊາຊາດສໍາລັບເດັກ (UNICEF) ໄດ້ຊ່ອຍໃຫ້ ສປປ.ລາວ ສາມາດປະຕິບັດພັນທະຂອງຕົນໃນການລາຍງານກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ ເຊິ່ງການຮ່ວມມື ແລະ ປະສານງານດັ່ງກ່າວ ເຮັດໃຫ້ລາວມີຄວາມຄືບໜ້າໃນການສະໜັບສະໜູນ ເຊີດຊູສິດທິຂອງເດັກໃນປະເທດ ຜົນສໍາເລັດສໍາຄັນຮວມມີ ແຜນພັດທະນາເສດຖະ ກິດ-ສັງຄົມ ສະບັບທີ 7 (2011-2015) ກໍກໍານົດໃຫ້ມີການສົ່ງເສີມ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ຄຽງຄູ່ກັນນັ້ນ ກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຽດຂອງເດັກ ທີ່ໄດ້ຮັບການປະກາດໃຊ້ໃນປີ 2007 ກໍກໍານົດພາລະບົບບາດ ແລະ ຄວາມຮັບຜິດຊອບຂອງລັດໃນການສົ່ງເສີມ ແລະ ປົກປ້ອງສິດທິຂອງເດັກ ເມື່ອປີ 2006 ລັດຖະບານ ສປປ.ລາວ ໄດ້ເຂົ້າຮ່ວມເປັນພາຄິີຂອງອະນຸສັນຍາເພີ່ມຕື່ມຂອງສົນທິສັນຍາວ່າດ້ວຍສິດທິເດັກ ກ່ຽວກັບການເຂົ້າຮ່ວມຂອງເດັກໃນການປະທະກັນດ້ວຍກໍາລັງປະກອບອາວຸດ ແລະ ອະນຸສັນຍາເພີ່ມຕື່ມຂອງສົນທິສັນຍາວ່າດ້ວຍສິດທິເດັກ ກ່ຽວກັບການຄ້າເດັກ ການຄ້າປະເວນີເດັກ ແລະ ສິ່ງລາມົກອະນາຈານກ່ຽວກັບເດັກ. ປີ 2016 ນີ້ ເປັນປີຄົບຮອບ 25 ປີ ທີ່ລັດຖະບານ ສປປ.ລາວ ໃຫ້ສັດຕະຍາບັນຕໍ່ສົນທິສັນຍາວ່າດ້ວຍສິດທິເດັກ ແລະ ລັດຖະບານກໍຍັງຄົງສືບຕໍ່ຄວາມມຸ່ງໝັ້ນໃນການປະຕິບັດພັນທະຂອງຕົນໃນການສົ່ງເສີມ ແລະ ປະຕິບັດສິດທິຂອງເດັກທຸກຄົນ ໂດຍຜ່ານການສືບຕໍ່ຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ແລະ ການສົ່ງບົດລາຍງານກ່ຽວກັບການປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ສະບັບທີ 3-6 ໃຫ້ແກ່ຄະນະກໍາມະການສິດທິເດັກຂອງ ສປຊ ໃຫ້ທັນເວລາ ເຊິ່ງ ຄມດຊ ເປັນເຈົ້າການໃນການຊີ້ນໍາຂະບວນການ ເພື່ອຮ່າງບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ສະບັບທີ 3-6 ຂອງລັດຖະບານ ເພື່ອສົ່ງໃຫ້ແກ່ຄະນະກໍາມະການສິດທິເດັກຂອງ ສປຊ ແລ ະມີການປຶກສາຫາລືກັບອົງການສະຫະປະຊາຊາດສໍາລັບເດັກ ຮວມທັງອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອໃຫ້ການສະໜັບສະໜູນທັງທາງດ້ານງົບປະມານ ແລະ ດ້ານວິຊາການໃນການຮ່າງບົດລາຍງານດັ່ງກ່າວ. ຂະນະທີ່ທ່ານຜູ້ຕາງໜ້າອົງການອຸຍນີເເຊັບ ປະຈໍາລາວ ກໍກ່າວວ່າ ຂະບວນການໃນການຂຽນບົດລາຍງານກ່ຽວກັບການປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ມີຄວາມສໍາຄັນຫຼາຍ ເນື່ອງຈາກເປັນໂອກາດສໍາຄັນໃນການທົບທວນຄືນກ່ຽວກັບຄໍາໝັ້ນສັນຍາຕ່າງໆ ແລະ ເປັນການໂຄສະນາເຜີຍແຜ່ຄວາມຮູ້ກ່ຽວກັບສິດທິເດັກໃນ ສປປ.ລາວ ນອກນີ້ ຍັງເປັນການເບິ່ງຄືນກ່ຽວກັບບັນຫາ ແລະ ແຜນງານຕ່າງໆ ເພື່ອວາງແຜນໃນການປະຕິບັດໃນຊຸມປີຕໍ່ໜ້າ ເຊິ່ງໃນໄລຍະ 25 ປີຜ່ານມາ ນັບແຕ່ ສປປ.ລາວ ໄດ້ໃຫ້ສັດຕະຍາບັນແກ່ສົນທິສັນຍາວ່າດ້ວຍສິດທິເດັກ ກໍມີຄວາມຄືບໜ້າສໍາຄັນ ແລະ ຜົນສໍາເລັດຫຼາຍຢ່າງໃນການປະຕິບັດສິດທິຂອງເດັກພາຍໃນປະເທດ ພ້ອມນີ້ ສປປ.ລາວ ກໍໄດ້ບັນລຸເປົ້າໝາຍສະຫັດສະວັດກ່ຽວກັບການຫຼຸດຜ່ອນອັດຕາສ່ວນການຕາຍຂອງແມ່ ການເຂົ້າຮຽນຊັ້ນປະຖົມຢ່າງສະເໝີພາບ ແລະ ການເຂົ້າເຖິງນໍ້າດື່ມທີ່ສະອາດ ເຖິງຢ່າງໃດກໍຕາມ ສປປ.ລາວ ຍັງມີສິ່ງທ້າທາຍຫຼາຍຢ່າງເຊັ່ນ ບັນຫາການລະບາດຂອງພະຍາດໂປລິໂອ ບັນຫາກ່ຽວກັບເດັກເຕ້ຍ ແລະ ບັນຫາກ່ຽວກັບການສຶກສາກ່ອນຊັ້ນປະຖົມສຶກສາ. ອົງການສະຫະປະຊາຊາດສໍາລັບເດັກ ໄດ້ເຮັດວຽກຮ່ວມກັບລັດຖະບານ ແລະ ຄູ່ຮ່ວມງານອື່ນໆໃນ ສປປ.ລາວ ນັບແຕ່ປີ 1972 ເປັນຕົ້ນມາ ແລະ ຍັງຄົງສືບຕໍຄວາມມຸ່ງໝັ້ນຂອງຕົນໃນການສະໜັບສະໜູນລັດຖະບານ ເພື່ອສົ່ງເສີມ ແລະ ປະຕິບັດສິດທິຂອງເດັກທຸກຄົນ ໂດຍຜ່ານການສືບຕໍ່ປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ການຕິດຕາມກວດກາ ແລະ ການລາຍງານກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກໃນ ສປປ.ລາວ. ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ
ຂ່າວພາຍໃນ
2016-03-27T08:45:06+00:00
https://laopost.com/?p=51739
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ໄຂຂຶ້ນຢ່າງເປັນທາງການ
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 9 ມັງກອນ 2017 ທີ່ອົງການປົກຄອງ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ ມີທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງ ພ້ອມດ້ວຍບັນດາສະມາຊິກສະພາແຫ່ງຊາດ ການນຳ ນະຄອນຫຼວງ, ອະດີດການນຳ, ນັກປະຕິວັດອາວຸໂສ, ຕົວແທນນັກທຸລະກິດ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ຈະໄດ້ສຸມໃສ່ພິຈາລະນາ ແລະ ຕົກລົງບັນຫາສຳຄັນພື້ນຖານ ຂອງນະຄອນຫຼວງວຽງຈັນເປັນຕົ້ນ ຮັບຟັງບົດລາຍງານກ່ຽວກັບຜົນການຕິດຕາມກວດກາ ຂອງຄະນະປະຈຳສະພາປະຊາຊົນ ກ່ຽວກັບຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ແລະ ພິຈາລະນາຮັບຮອງເອົາບົດລາຍງານ ການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ ສົກປີ 2015-2016 ແລະ ທິດທາງແຜນການປີ 2017 ບົດລາຍງານການຈັດຕັ້ງປະຕິບັດວຽກງານ 5 ປີ (2010-2015) ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2016-2020) ແຜນວຽກຈຸດສຸມປີ 2017 ຂອງສານປະຊາຊົນ ນວ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວປະຈຳ 6 ເດືອນທ້າຍສົກປີ 2015-2016 ແລະ ທິດທາງແຜນການປີ 2017 ຂອງສະພາປະຊາຊົນ ນວ ພ້ອມນັ້ນຍັງໄດ້ພິຈາລະນາຮັບຮອງເອົາວິໄສທັດຮອດປີ 2030 ຍຸດທະສາດໄລຍະ 10 ປີ (2016-2025) ແຜນການພັດທະນາຕໍ່ການແກ້ໄຂບັນຫາຈະລາຈອນແອອັດຕາມຖະໜົນ ໄລຍະ 5 ປີ (2016-2020) ແຜນພັດທະນາຜັງເມືອງ-ກົດລະບຽບການຄຸ້ມຄອງຜັງເມືອງວຽງຈັນ ບັນຊີໂຄງການຮຽກການລົງທຶນພາຍໃນ-ຕ່າງປະເທດໄລຍະ 5 ປີ (2016-2020) ແລະ ແຜນການສ້າງນິຕິກຳຂອງສະພາປະຊາຊົນ ນວ ປະຈຳປີ 2017 ນອກນັ້ນຍັງພິຈາລະນາຮັບຮອງເອົານິຕິກຳຈຳນວນ 4 ສະບັບ ປະກອບມີ ຂໍ້ຕົກລົງວ່າດ້ວຍການສ້າງຕັ້ງກອງທຶນທາງຂອງ ນວ ຮ່າງດຳລັດວ່າດ້ວຍການຄຸ້ມຄອງ ແລະ ພັດທະນາບຶງທາດຫຼວງຫາຫ້ວຍໝາກຮຽວ ຂໍ້ຕົກລົງເຈົ້າຄອງນະຄອນຫຼວງ ວ່າດ້ວຍການຮັບຮອງເອົາການກຳນົດການຄຸ້ມຄອງທີ່ດິນກະສິກຳ ແລະ ຂໍ້ຕົກລົງຂອງເຈົ້າຄອງວ່າດ້ວຍການຄຸ້ມຄອງສະໜາມຫຼວງແຫ່ງຊາດ. ນອກຈາກນັ້ນແລ້ວ ກອງປະຊຸມຍັງຈະໄດ້ຮັບຟັງການອະທິບາຍຊີ້ແຈງ ບັນຫາສຳຄັນຈຳນວນໜຶ່ງຂອງນະຄອນຫຼວງຕື່ມອີກ ສຳລັບກອງປະຊຸມດັ່ງກ່າວ ຈະດຳເນີນໄປຮອດວັນທີ 17 ມັງກອນ 2017. ຂ່າວ: ໜັງສືພິມ ວຽງຈັນໃໝ່
ຂ່າວພາຍໃນ
2017-01-11T13:45:26+00:00
https://laopost.com/?p=82860
ຜູ້ນຳຝຣັ່ງ ປະກາດຊ່ວຍລີບັງ 100 ລ້ານເອີໂຣ ຮັບພາລະເບິ່ງແຍງ ຜູ້ອົບພະຍົບຊາວຊີຣີ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ເມສາຜ່ານມານີ້ວ່າ ທ່ານ ຟຣອງຊົວ ອອນລອງ ປະທານາທິບໍດີຝຣັ່ງ ໄດ້ປະກາດຈະມອບເງິນຊ່ວຍເຫລືອ ຈຳນວນ 100 ລ້ານເອີໂຣ ພາຍໃນໄລຍະ 3 ປີຕໍ່ຈາກນີ້ ໃຫ້ແກ່ລັດຖະບານລີບັງ ເພື່ອຮັບມືກັບພາລະຄ່າໃຊ້ຈ່າຍ ໃນການເບິ່ງແຍງລ້ຽງດູຜູ້ອົບພະຍົບຊາວຊີຣີ ຈຳນວນກວ່າ 1 ລ້ານຄົນ ທີ່ພາກັນຂ້າມຊາຍແດນ ໜີສົງຄາມຄວາມວຸ້ນວາຍພາຍໃນປະເທດ ເຂົ້າມາລີ້ໄພຢູ່ລີບັງ ໂດຍການປະກາດດັ່ງກ່າວນີ້ ມີຂຶ້ນໃນລະຫວ່າງທີ່ປະທານາທືບໍດີຝຣັ່ງ ເດີນທາງໄປຢ້ຽມຢາມປະເທດລີບັງ ຢ່າງເປັນທາງການ. ທັງນີ້ ນັບຕັ້ງແຕ່ເກີດສົງຄາມກາງເມືອງຢູ່ຊີຣີ ແຕ່ເດືອນມີນາປີ 2011 ເປັນຕົ້ນມາ ປະເທດລີບັງ ໄດ້ແບກຮັບພາລະການເບິ່ງແຍງ ຮັບເອົາຜູ້ອົບພະຍົບຊາວຊີຣີ ທີ່ໄຫລບ່າເຂົ້າມາຈຳນວນມະຫາສານ ຊຶ່ງລັດຖະບານລີບັງເອງ ກໍໄດ້ຮຽກຮ້ອງໃຫ້ສາກົນ ເຂົ້າມາມີບົດບາດຊ່ວຍເຫລືອ ໃນການເບິ່ງແຍງຜູ້ອົບພະຍົບ ຢູ່ພາຍໃນປະເທດຕົນ ໃນໄລຍະຜ່ານມາ.
ຂ່າວຕ່າງປະເທດ
2016-04-18T18:03:34+00:00
https://laopost.com/?p=53779
ມາເບິ່ງບົດບາດ ລູກນໍ້າ ທິດາລັດ ໃນ “ສິ້ນລາຍຫົງ”
ສົມຊື່ດາລາດັງລະດັບແຖວໜ້າຂອງປະເທດເຮົາອີຫຼີກັບສາວ ລູກນໍ້າ ທິດາລັດ ທີ່ໄດ້ໂຊສີມືການສະແດງໃນລະຄອນເລື່ອງ “ສີ້ນລາຍຫົງ” ໂດຍ ສາວລູກນໍ້າ ຫາກໍ່ປະກົດຕົວໃຫ້ຜູ້ຊົມໄດ້ເບິ່ງໃນຕອນແລງຂອງມື້ວານນີ້ເອງ ທາງຊ່ອງ 8 ຂອງປະເທດເພື່ອນບ້ານ ພາຍຫຼັງທີ່ຄອງຄອຍກັນມາດົນ ເຊິ່ງໃນເລື່ອງສາວລູກນໍ້າສະແດງເປັນ ເຈົ້າດາລາໄລ ລູກສາວ ເຈົ້າໄກສີ ເຊື້ອເຈົ້າຈາກວຽງຈັນ. ໃນລະຄອນເລື່ອງ “ສິ້ນລາຍຫົງ” ທີ່ສາຍມື້ວານນີ້ ວັນທີ 17 ທັນວາ 2018 ແລະ ໄດ້ເຫັນພາບການສະແດງຂອງລູກນໍ້າຄັ້ງທໍາອິດໃນ 37 ນາທີຕົ້ນຂອງ EP ທີ 25, ຕອນທີ 4/4 ເຖິງວ່າເປັນພຽງຕອນດຽວທີ່ສາວລູກນໍ້າໄດ້ປະກົດຕົວ ຍັງເຮັດໃຫ້ຜູ້ຮັບຊົມມີຄວາມຮູ້ສຶກຫຼົງໄຫຼ ແລະ ມັກຮັກໃນການສະແດງ ຫຼື ສາມາດເວົ້າໄດ້ວ່າເປັນການສະແດງທີ່ສົມຈິງຂະໜາດເລີຍ ສົມກັບເປັນດາລາດັງລະດັບແຖວຫນ້າຂອງປະເທດລາວທີ່ສຸດເລີຍ. ຖ້າຢາກຮູ້ວ່າຕອນຕໍ່ໄປສາວລູກນໍ້າ ຈະງັດແງະສືມີການສະແດງຜ່ານຕົວລະຄອນ ເຈົ້າ ດາຣາໄລ ຈະເປັນແນວໃດນັ້ນ ຕ້ອງຕິດຕາມຮັບຊົມລະຄອນເລື່ອງ “ສິ້ນລາຍຫົງ” ເຊິ່ງລະຄອນເລື່ອງນີ້ອອກອາກາດທຸກວັນຈັນ-ວັນພະຫັດເວລາ 18:45 ແລະ ວັນສຸກເວລາ 18:25 ທາງຊ່ອງ 8 ຂອງປະເທດໄທ. ຂຽນຂ່າວ: ໃບບົວ ຈັນທະລັງສີ
ຂ່າວພາຍໃນ
2018-12-18T14:31:46+00:00
https://laopost.com/?p=107872
ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີແຫ່ງສາທາລະນະລັດໄຊປຣັດສ
ໃນວັນທີ 8 ທັນວາ 2022, ທີ່ ສໍານັກງານປະທານາທິບໍດີ ແຫ່ງ ສາທາລະນະລັດ ໄຊປຣັດສ (Presidential Palace), ທ່ານ ລັດສະຫມີ ແກ້ວມະນີ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ພະນະທ່ານ ນິໂກສ ອານາສະຕາຊີອາເດັສ (Nicos Anastasiades), ປະທານາທິບໍດີ ແຫ່ງ ສາທາລະນະລັດ ໄຊປຣັດສ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ໄຊປຣັດສ, ເຊິ່ງມີສຳນັກງານຕັ້ງຢູ່ນະຄອນ ເຊີແນວ, ສະວິດເຊີແລນ. ພາຍຫລັງການຢື່ນສານຕາຕັ້ງ, ທ່ານທູດລາວຄົນໃໝ່ໄດ້ພົບປະໂອ້ລົມກັບພະນະທ່ານປະທານາທິບໍດີ, ເຊິ່ງກ່ອນ ອື່ນທ່ານທູດໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ, ພອນໄຊອັນປະເສີດ ແລະຄວາມຮັກແພງ ຈາກພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ພະນະທ່ານ ນິໂກສ ອານາສຕາຊີອາເດັສ ແລະ ຜ່ານພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນ ໄຊປຣັດສ ທຸກຖ້ວນໜ້າ ແລະໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມ ຂອງ ໄຊປຮັດສ ໃນໄລຍະຜ່ານມາ; ພິເສດ, ໄດ້ຢືນຢັນ ຈະສຸມທຸກຄວາມພະຍາຍາມ ເພື່ອເສີມສ້າງສາຍພົວພັນຮ່ວມມືສອງຝ່າຍລາວ-ໄຊປຣັດສ ກໍຄື ຂອບ ສປຊ ແລະອາຊຽນ-ອີຢູ ໃຫ້ນັບມື້ນັບເພີ່ມທະວີ. ໃນໂອກາດດັ່ງກ່າວ ທ່ານປະທານາທິບໍດີ ໄດ້ຕີລາຄາສູງ ຕໍ່ການມາດໍາລົງຕໍາແໜ່ງຂອງທ່ານເອກອັກຄະລັດຖະທູດລາວຄົນໃໝ່ ປະຈຳ ສາທາລະນະລັດ ໄຊປຣັດສ ແລະອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ປະສົບຜົນສຳເລັດໃນການ ປະຕິບັດໜ້າທີ່ ເພື່ອສົ່ງເສີມການພົວພັນຮ່ວມມືຂອງສອງ ປະເທດໃນຕໍ່ໜ້າ. ໃນໂອກາດໄປເຄື່ອນໄຫວຍື່ນສານຕາຕັ້ງໃນຄັ້ງນີ້, ທ່ານທູດລາວຄົນໃໝ່ ຍັງໄດ້ພົບປະ-ເຮັດວຽກແບບສອງຝ່າຍ ກັບ ທ່ານ Andreas Ignatiou, ຫົວໜ້າກົມກິດຈະການການເມືອງ ແລະ ທ່ານ Theodoros Forides, ຫົວໜ້າກົມອາຊີ-ປາຊີຟິກ, ກະຊວງການຕ່າງປະເທດ ໄຊປຣັດສ, ເຊິ່ງໄດ້ທົບທວນຄືນການພົວພັນຮ່ວມມື ລາວ-ໄຊປຣັດສ ໃນໄລຍະຜ່ານມາ ແລະກໍານົດທິດທາງໃນຕໍ່ໜ້າ ໂດຍຈະສຸມໃສ່ບາງຂົງເຂດການຮ່ວມມືທີ່ເປັນບູລິມະສິດ ແລະສອງຝ່າຍມີທ່າແຮງບົ່ມຊ້ອນ ເປັນຕົ້ນ: ການສຶກສາ, ທ່ອງທ່ຽວ, ການຄ້າ ແລະການລົງທຶນ ລວມທັງການຮ່ວມມືຂອບຫລາຍຝ່າຍ: ສະຫະປະຊາຊາດ ແລະອາຊຽນ-ອີຢູ. ສປປ ລາວ ແລະສາທາລະນະລັດ ໄຊປຣັດສ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 29 ມິຖຸນາ 2000.
ຂ່າວພາຍໃນ
2022-12-12T16:01:47+00:00
https://laopost.com/?p=139981
ທ່ານ ບາຣັກ ໂອບາມາ ຈະຢ້ຽມຢາມຈີນ ແລະ ລາວ ແຕ່ວັນທີ 2 – 9 ເດືອນໜ້າ
ວັນທີ 18 ສິງຫານີ້ຕາມເວລາທ້ອງຖິ່ນ, ທຳນຽບຂາວອາເມລິກາໄດ້ປະກາດວ່າ: ທ່ານ ບາຣັກ ໂອບາມາ ປະທານາທິ ບໍດີອາເມລິກາຈະຢ້ຽມຢາມຈີນແລະລາວແຕ່ວັນທີ 2 ຫາວັນທີ 9 ເດືອນກັນຍາໜ້ານີ້ ພ້ອມທັງເຂົ້າຮ່ວມກອງ ປະ ຊຸມສຸດຍອດກຸ່ມ 20 ປະເທດ ຫຼື G20 ຫັງໂຈ່ວ, ກອງປະຊຸມສຸດຍອດອາເມລິກາ-ອາຊຽນ ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ. ທຳນຽບຂາວອາເມລິກາຢືນຢັນວ່າ: ທ່ານ ບາຣັກ ໂອບາມາ ຈະພົບປະກັບທ່ານ ສີຈິ້ນຜິງ ປະທານປະເທດຈີນຢູ່ເມືອຫັງໂຈ່ວ ເພື່ອຫາລືຫົວຂໍ້ຕ່າງໆທີ່ກ່ຽວກພັນເຖິງທົ່ວໂລກ, ພາກພື້ນ ແລະ ສອງຝ່າຍຢ່າງເລິກເຊິ່ງ. ໃນໄລຍະຢ້ຽມຢາມລາວ, ທ່ານ ບາຣັກ ໂອບາມາ ຈະເຂົ້າຮ່ວມກອງປະຊຸມສຸດຍອດອາເມລິກາ-ອາຊຽນກໍຄືກອງປະຊຸມສຸດຍອດອາຊີຕາເວັນອອກ, ພົບປະກັບທ່ານ ບຸນຍັງ ວໍລະຈິດ ປະທານປະເທດລາວເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດເຊັ່ນ: ເສດຖະກິດ, ການພັດທະນາແລະວັດທະນະທຳ ຂະນະທີ່ທ່ານຈະເປັນປະທານາທິບໍດີອາເມລິກາຜູ້ທຳອິດທີ່ໄປຢ້ຽມຢາມລາວ. ທີ່ມາຈາກ: http://laos.cri.cn/681/2016/08/20/112s206069.htm
ຂ່າວທ້ອງຖິ່ນ
2016-08-21T08:59:40+00:00
https://laopost.com/?p=69480
ເດັກນ້ອຍຜູ້ຍິງ ອາຍຸ 7 ປີ ຖືກລືມໃນລົດຮັບສົ່ງໂຮງຮຽນຈົນເສຍຊີວິດ
ເດັກນ້ອຍ ເພດຍິງ ອາຍຸ 7 ປີ ຖືກລືມໄວ້ລົດຕູ້ໂຮງຮຽນ ຈົນເສຍຊີວິດ ທີ່ປະເທດໄທ ພໍ່ແມ່ຈຶ່ງໄດ້ເຂົ້າແຈ້ງຄວາມເພື່ອເອົາຜິດຜູ້ກ່ຽວຂ້ອງ ຂະນະເຈົ້າໜ້າທີ່ຕະຫຼວດໄດ້ນຳສົບຂອງຜູ້ເສຍຊີວິດຊັນນະສູດຫາສາເຫດຂອງການເສຍຊີວິດ. ວັນທີ 30 ສິງຫາ 2022 ສຳນັກຂ່າວປະເທດໄທ ໄດ້ລາຍງານວ່າ: ເຈົ້າໜ້າທີ່ໄດ້ຮັບແຈ້ງມີເຫດເດັກນ້ອຍນັກຮຽນເສຍຊີວິດ ພາຍໃນລົດຕູ້ຮັບ-ສົ່ງນັກຮຽນ ພາຍຫຼັງທີ່ໄດ້ຮັບແຈ້ງເຫດ ເຈົ້າໜ້າທີ່ ແພດໝໍ ແລະ ກູ້ໄພ ກໍໄດ້ໄປກວດສອບພາຍໃນລາຍຈອດລົດຂອງໂຮງຮຽນພົບລົດຕູ້ຮັບ-ສົ່ງນັກຮຽນ ພາຍໃນລົດກໍໄດ້ພົບສົບຂອງເດັກນ້ອຍ 7 ປີ ຊັ້ນປ.2 ນອນເສຍຊີວິດຢູ່ ດ້ວຍສະພາບຂວ້ຳໜ້າ ມີເລືອດອອກປາກ. ຈາກການກວດສອບເບື້ອງຕົ້ນ ພົບວ່າ ໃນຕອນເຊົ້າໄດ້ຂັບລົດເຂົ້າມາຈອດ ແລ້ວກໍຮັບນັກຮຽນລົງຈາກລົດ ເມື່ອເຫັນຄົນໝົດແລ້ວກໍ່ໄດ້ຂັບລົດໄປຈອດທີ່ລານຈອດລົດຂອງໂຮງຮຽນ ເພື່ອຖ້າຮັບເດັກນ້ອຍໃນຕອນແລງ, ຕໍ່ມາ ເວລາ 4 ໂມງແລງ ກໍໄດ້ເອົາລົດມາຖ້າຮັບນັກຮຽນ ແຕ່ຕອນເປີດລົດອອກມາກໍ່ພົບວ່າ ມີເດັກນ້ອຍຜູ້ຍິງ 7 ປີ ນອນຢູ່ ຈາກນັ້ນກໍໄດ້ເອີ້ນແຕ່ບໍ່ມີການຕອບຮັບ ຈຶ່ງຮີບໄປແຈ້ງຄູຄົນຂັບລົດ ແລະ ຄູຄົນອື່ນ ໃຫ້ມາກວດສອບ ແຕ່ພົບວ່ານ້ອງບໍ່ຫາຍໃຈແລ້ວ. ທາງດ້ານພໍ່ແມ່ ກໍໄດ້ເຂົ້າແຈ້ງຄວາມລົງບົດບັນທຶກ ເພື່ອເປັນຫຼັກຖານເຫດປະມາດ ຈົນເຮັດໃຫ້ລູກເສຍຊີວິດ. ໃນຂະນະນີ້ ຕຳຫຼວດໄດ້ນຳເອົາສົບໄປຊັນນະສູດ ເພື່ອຫາສາເຫດການເສຍຊີວິດທີ່ແທ້ຈິງ ແລະ ໄດ້ເອີ້ນຄູທີ່ກ່ຽວຂ້ອງມາສອບສວນລາຍລະອຽດອີກ ເພື່ອຈະໄດ້ດຳເນີນຄະດີຕາມກົດໝາຍ.
ຂ່າວຕ່າງປະເທດ
2022-08-31T11:59:35+00:00
https://laopost.com/?p=137165
ຍີ່ປຸ່ນຮຽກຮ້ອງໃຫ້ສະຫະລັັດ ແລະ ເກົາຫຼີເໜືອ ໃຊ້ສັນຕິວິທີ ໃນການເຈລະຈາ
ເມື່ອວັນທີ 18 ເມສາ 2017 ເວັບໄຊຂ່າວສົດ ແລະ ເອເອຟພີລາຍງານຄວາມຄືບໜ້າຂອງສະຖານະການຕຶງຄຽດໃນມະຫາສະໝຸດເກົາຫຼີເໜືອ ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ ຮຽກຮ້ອງໃຫ້ທຸກຝ່າຍຮ່ວມກັນຫາທາງອອກຢ່າງສັນຕິວິທີ ຫຼັງການຫາລືກັບ ທ່ານ ໄມຕ໌ ເພນຊ໌ ຮອງປະທານາທິບໍດີ ສະຫະລັດອາເມລິກາ ທີ່ນະຄອນຫຼວງ ໂຕກຽວ ປະເທດ ຍີ່ປຸ່ນ ເຊິ່ງໄດ້ເຕືອນເກົາຫຼີເໜືອວ່າບໍ່ຄວນທົດສອບຄວາມອົດທົນຂອງປະທານາທິບໍດີສະຫະລັດອາເມລິກາ “ໂດນັລ ທຣັມ” ໂດຍໄດ້ຢືນຢັນວ່າທາງສະຫະລັດຍັງບໍ່ໄດ້ຕັດທາງເລືອກໃດອອກໄປຮວມເຖິງການແຊກແຊງທາງທະຫານ ສ່ວນຈີນລະບຸວ່າ ຍິນດີສະໜັບສະໜູນໃຫ້ມີການເຈລະຈາເກີດເປັນຮູບປະທຳ ຂະນະທີ່ເກົາຫຼີເໜືອຢືນຢັນວ່າ ຈະບໍ່ຢຸດຕິການພັດທະນາອາວຸດນິວເຄຣຍ ແລະ ຈະເພີ່ມຄວາມຖີ່ໃນການທົດສອບຂີປະນາວຸດຂ້າມທະວີບ ຫຼື ໄອຊີບີເອັມ ເປັນຕໍ່ອາທິດ, ຕໍ່ເດືອນ ແລະ ຕໍ່ປີ ພ້ອມຂູ່ວ່າຫາກສະຫະລັດຕັດສິນໃຈໃຊ້ກຳລັງທະຫານ ເກົາຫຼີເໜືອຈະຕອບໂຕ້ດ້ວຍອາວຸດນິວເຄຣຍແບບເຕັມອັດຕາເສິກ ທ່ານ ຮັນ ຊອງເຣຍ ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດເກົາຫຼີເໜືອ ກ່າວວ່າ ຫາກສະຫະລັດໃຊ້ກຳລັງທະຫານກັບເກົາຫຼີເໜືອກໍ່ຈະນຳໄປສູ່ສົງຄາມເຕັມຮູບແບບ ແລະ ເກົາຫຼີເໜືອຈະພັດທະນາອາວຸດນິວເຄຣຍຕໍ່ໄປ ເພາະອາວຸດນິວເຄຣຍຈະສາມາດຄຸ້ມເກົາຫຼີເໜືອຈາກສະຫະລັດໄດ້, ຂະນະທີ່ທ່ານ ຄິມ ອິນ ຮະຍອງ ເອກອັກຄະຣາຊາທູດເກົາຫຼີເໜືອປະຈຳສະຫະປະຊາຊາດ ຫຼື ຢູເອັນ ລະບຸວ່າ ເກົາຫຼີເໜືອມີຄວາມພ້ອມໃນການເຮັດສົງຄາມທຸກຮູບແບບກັບສະຫະລັດຢ່າງສົມນ້ຳສົມເນື້ອ ດ້ານທ່ານ ເພນຊ໌ ກ່າວວ່າ ສະຫະລັດມີກຳລັງທະຫານ 28,500 ນາຍ ຢູ່ໃນເກົາຫຼີໃຕ້ ແລະ ຈະທຳລາຍລ້າງທຸກການໂຈມຕີຂອງເກົາຫຼີເໜືອ ບໍ່ວ່າຈະເປັນອາວຸດສົງຄາມທົ່ວໄປ ຫຼື ອາວຸດນິວເຄຣຍ ໂດຍສະຫະລັດຈະຕອບໂຕ້ເກົາຫຼີເໜືອດ້ວຍແສນຍານຸພາບທີ່ເໜືອກວ່າຢ່າງແນ່ນອນ ນອກຈານີ້ ທ່ານ ເພນຊ໌ ຍັງປະກາດວ່າ ກົນລະຍຸດການໃຊ້ຄວາມອົດທົນຂອງສະຫະລັດຕໍ່ເກົາຫຼີເໜືອທີ່ໃຊ້ມາດົນກວ່າ 20 ປີ ນັ້ນສິ້ນສຸດລົງແລ້ວ ແລະ ສະຫະລັດມີຄວາມໝັ້ນໃຈວ່າຈີນຈະດຳເນີນການຈັດການກັບເກົາຫຼີເໜືອໄດ້ ແຕ່ຫາກຈີນບໍ່ສາມາດເຮັດໄດ້ ສະຫະລັດຈະດຳເນີນການຈັດການເອງ ຕາມທີ່ປະທານາທິບໍດີ ໂດນັລ ທຣັມ ລະບຸໄວ້ກ່ອນໜ້ານີ້.
ຂ່າວຕ່າງປະເທດ
2017-04-19T09:19:37+00:00
https://laopost.com/?p=88701
ລົດເມນຳທ່ຽວຕຳຂອບທາງ ໄຟໄໝ້ຜູ້ໂດຍສານ ເສຍຊີວິດ 10 ຄົນ ຢູ່ເກົາຫລີໃຕ້
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ຕຸລານີ້ວ່າ ເກີດເຫດລົດເມນຳທ່ຽວ ຕຳຮາວເຫລັກຂອບທາງແລ້ວໄຟໄໝ້ ຢູ່ທາງດ່ວນພິເສດ Gyeongbu ໃກ້ກັບເມືອງ Ulsan ທາງພາກຕາເວັນອອກສຽງເໜືອ ປະເທດເກົາຫລີໃຕ້ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 10 ຄົນ ແລະ ບາດເຈັບ 9 ຄົນ ໃນຄືນວັນພະຫັດທີ 13 ຕຸລາທີ່ຜ່ານມານີ້. ເຈົ້າໜ້າທີ່ໃນທ້ອງຖິ່ນໄດ້ລະບຸວ່າ ພາຍໃນລົດເມຄັນດັ່ງກ່າວ ມີຜູ້ໂດຍສານມາທັງໝົດ 21 ຄົນ ຊຶ່ງເປັນພະນັກງານບຳນານຂອງ ບໍລິສັດນ້ຳມັນເຊື້ອໄຟແຫ່ງໜຶ່ງ ພ້ອມດ້ວຍພັນລະຍາ ໃນລະຫວ່າງເດີນທາງກັບມາຈາກທ່ອງທ່ຽວຢູ່ປະເທດຈີນ ໂດຍສາເຫດນັ້ນ ເຈົ້າໜ້າທີ່ຕັ້ງຂໍ້ສັນນິຖານວ່າ ອາດເກີດຈາກຢາງຕີນລົດຮົ່ວ ແລະ ເຮັດໃຫ້ລົດເສຍຫລັກ ຕຳເຂົ້າກັບຮາວເຫລັກຂ້າງທາງ ແລ້ວເມື່ອລົດໄຫລສຽດສີໄປໄດ້ໄລຍະໜຶ່ງ ຈຶ່ງກໍ່ໃຫ້ເກີດປະກາຍໄຟ ແລະ ໄຟລຸກໄໝ້ຂຶ້ນ. ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!
ຂ່າວຕ່າງປະເທດ
2016-10-14T14:01:38+00:00
https://laopost.com/?p=73073
ແຂວງຊຽງຂວາງ ຊີ້ແຈງກ່ຽວກັບການລົງທຶນເຊົ່າ-ສໍາປະທານ ແຫຼ່ງທ່ອງທ່ຽວທົ່ງໄຫຫີນເຂດ 2 ແລະ ເຂດ 3
ທ່ານ ຄຳຜຸຍ ໂນລາ ຫົວໜ້າພະແນກ ແຜນການ ແລະ ການລົງທຶນ ແຂວງຊຽງຂວາງ ຊີ້ແຈງກ່ຽວກັບ ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການສຶກສາສໍາຫຼວດຄວາມເປັນໄປໄດ້ໃນການລົງທຶນເຊົ່າ – ສໍາປະທານ ແຫຼ່ງທ່ອງທ່ຽວທົ່ງໄຫຫີນເຂດ 2 ແລະ ເຂດ 3 ໃນຄັ້ງວັນທີ່ 20 ກໍລະກົດ 2023 ຢູ່ທີ່ ພະແນກ ແຜນການ ແລະ ການລົງທືນ ແຂວງຊຽງຂວາງ. ທ່ານ ຄຳຜຸຍ ໂນລາ ກໍໄດ້ກ່າວວ່າ: ກ່ຽວກັບກໍລະນີດັ່ງກ່າວ ເຮັດໃຫ້ສັງຄົມ ປະຊາຊົນບໍ່ເຂົ້າໃຈກ່ຽວກັບເນື້ອໃນຄວາມໝາຍຂອງບົດບັນທຶກດັ່ງກ່າວ ທີ່ຫຼາຍສື່ສັງຄົມອອນລາຍໄດ້ນຳໄປປັບປຸງບິດເບືອນດັດແກ້ ເຮັດໃຫ້ແຂວງຊຽງຂວາງເສຍພາບພົດ ເສຍມູນເຊື້ອອັນດີງາມຂອງແຂວງ ເຊິ່ງແຂວງຊຽງຂວາງໄດ້ກຳນົດ 3 ບຸລິມະສິດ ໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນແຜນການ 5 ປີ ເປັນຕົ້ນແມ່ນ ສົ່ງເສີມການລ້ຽງສັດໃຫຍ່ເປັນບູລິມະສິດທີ 1, ການທ່ອງທ່ຽວ ເປັນບູລິມະສິດທີ 2, ການປຸງແຕ່ງຜົນຜະລິດກະສິກຳ ເປັນບູລິມະສິດທີ 3, ດັ່ງນັ້ນ ເພື່ອເຮັດໃຫ້ປະຊາຊົນ ໄດ້ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງຕໍ່ແນວທາງຂອງແຂວງ ໃນການພັດທະນາເສດຖະກິດ-ສັງຄົມ. ສະເພາະການພັດທະນາແຫຼ່ງທ່ອງທ່ຽວຢູ່ແຂວງຊຽງຂວາງ ທາງການນຳທຸກຂັ້ນຂອງແຂວງ ກໍໄດ້ເອົາໃຈໃສ່ປຸກລະດົມບັນດາຫ້າງຮ້ານ ວິສະຫະກິດ ປະຊາຊົນ ພາຍໃນແຂວງໃຫ້ມີສ່ວນຮ່ວມນຳກັນໃນການພັດທະນາແຂວງເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ມາທ່ຽວຢູ່ໃນແຂວງຊຽງຂວາງ, ເພື່ອເປັນການສ້າງວຽງເຮັດງານທຳ ແລະ ສ້າງລາຍຮັບແກ່ປະຊາຊົນ ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ. ສຳລັບແຫຼ່ງທ່ອງທ່ຽວທົ່ງໄຫຫີນເຂດ 1, 2, 3 ໄດ້ແບ່ງອອກເປັນ 4 ເຂດ ເພື່ອພັດທະນາຄືດັ່ງນີ້: ເຂດທີ 1: ແມ່ນເຂດໃຈກາງ ເປັນສະຖານທີ່ຕັ້ງຂອງໄຫຫີນມໍລະດົກໂລກ ເຊິ່ງຕ້ອງຮັກສາສະພາບເດີມໄວ້ ແລະ ບໍ່ໃຫ້ມີການແຕະຕ້ອງ ປຸກສ້າງ ແລະ ປັບປຸງໃດໆ ໃນໂລຍະຜ່ານມາ ແຂວງກໍໄດ້ປະຕິບັດຕາມຂອງອົງການ UNESCO ຢ່າງເຂັ້ມງວດ. ເຂດທີ 2: ແມ່ນເຂດອ້ອມຮອບເຂດໃຈກາງເຂດທີ 1 ແມ່ນສາມາດໃຫ້ດຳເນີນກິດຈະກຳບາງອັນໄດ້ເພື່ອສົ່ງເສີມຄຸນຄ່າຂອງເຂດທີ 1 ແຕ່ບໍ່ໃຫ້ກໍ່ຄວາມເສຍຫາຍຕໍ່ສະພາບແວດລ້ອມໃນຂອບເຂດນັ້ນ. ເຂດທີ 3: ເອີ້ນວ່າເຂດກັນຊົນ ເຊິ່ງອະນຸຍາດໃຫ້ມີການກໍ່ສ້າງເພື່ອປ້ອງກັນ ແລະ ຮັບໃຊ້ເຂດທີ 1 ແລະ ເຂດທີ 2 ເພື່ອຮັບຮອງໃຫ້ແກ່ການພັດທະນາແຫຼ່ງທ່ອງທ່ຽວ ແລະ ການຄົມມະນາຄົມຂົນສົ່ງ. ເຂດທີ 4: ແມ່ນເຂດຄຸ້ມຄອງ ເຊິ່ງສາມາດອະນຸຍາດໃຫ້ມີການປຸກສ້າງທີ່ຢູ່ອາໃສໄດ້ ເພື່ອຮັບໃຊ້ໃຫ້ແກ່ເຂດທີ 1,2,3 ອາດຈະເປັນການຂະຫຍາຍຕົວເມືອງ ເພື່ອຮອງຮັບນັກທ່ອງທ່ຽວທີ່ມາທ່ຽວຊົມ. ດັ່ງນັ້ນ ເພື່ອເຮັດໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ຕໍ່ກັບການພັດທະນາແຫຼ່ງທ່ອງທ່ຽວພາຍໃນແຂວງຊຽງຂວາງ ໂດຍສະເພາະແມ່ນແຫຼ່ງທ່ອງທ່ຽວທົ່ງໄຫຫີນ 4 ເຂດ ນັ້ນກໍຫຼາຍຄວາມວ່າ ອົງການ UNESCO ໄດ້ກຳນົດທົ່ງໄຫຫີນເປັນ 4 ເຂດ ແຕ່ໃຫ້ພັດທະນາບາງອັນຕາມກົດລະບຽບຂອງອົງການ UNESCO ໃນເຂດ 2,3,4. ຕໍ່ກັບການພັດທະນາເຂດດັ່ງກ່າວ ທ່ານ ນາງ ຈັນນະພາ ວົງສະໝໍລະພູມ ປະທານບໍລິສັດຊີເອັນພີ ການຄ້າ ຂາອອກ-ຂາເຂົ້າຈຳກັດຜູ້ດຽວ ໃຫ້ຮູ້ວ່າ: ຄວາມຈິງແລ້ວທົ່ງໄຫຫີນໃນຮູບແບບເດີມກໍມີວິວທິດທັດທີ່ສວຍງາມຢູ່ ແຕ່ແນ່ນອນເພື່ອເປັນການພັດທະນາແຂວງຊຽງຂວາງ ໂດຍສະເພາະ ສະຖານທີ່ແຫຼງທ່ອງທ່ອງທົ່ງໄຫຫີນ ໃຫ້ມີບັນຍາກາດຄຶກຄື້ນ ແລະ ດຶງດູດນັກທ່ອງທ່ຽວຫຼາຍຂຶ້ນຄວນຕ້ອງມີການປັບປຸງໃນບາງສ່ວນໃຫ້ສວຍງາມຂຶ້ນ ດັ່ງນັ້ນ, ທາງບໍລິສັດ ຊີເອັນພີ ການຄ້າ ຂາອອກ-ຂາເຂົ້າຈຳກັດຜູ້ດຽວ ເຫັນຄວາມສຳຄັນຄືດັ່ງກ່າວຈິ່ງໄດ້ເຂົ້າມາສຶກສາປູກຕົ້ນດອກຄາຍປ່າ ໃສ່ບໍລິເວນອ້ອມ ກໍ່ຄືເຂດນອກສະຖານທີ່ທ່ອງທ່ຽວທົ່ງໄຫຫີນຄາດວ່າຈະປູກທັງໝົດຈຳນວນ 1.000 ຕົ້ນ. ແຫຼ່ງຂ່າວ:ວິທະຍຸ-ໂທລະພາບແຂວງຊຽງຂວາງ, ຂ່າວເສດຖະກິດ-ການຄ້າ
ຂ່າວພາຍໃນ
2023-08-02T10:41:30+00:00
https://laopost.com/?p=146511
ຮັກສາອາການປວດຫົວເຂົ່າດ້ວຍຫອມຫົວໃຫຍ່ ກັບ ວາຍຣ໌
ສຳລັບຄົນທີ່ມີອາການປວດຫົວເຂົ່າເປັນປະຈຳ ລອງຮັກສາມາຫຼາຍວິທີແລ້ວແຕ່ກໍ່ຍັງບໍ່ຫາຍດີ ມື້ນີ້ໃນຄໍລຳ ສຸຂະພາບ ແອັດມິນມີໜຶ່ງສູດມານຳສະເໜີ ຢາກໃຫ້ໄດ້ລອງເຮັດດື່ມເບິ່ງ ເຊິ່ງຈະເຮັດແນວໃດນັ້ນເຮົາມາອ່ານໄປພ້ອມກັນເລີຍ ວັດຖຸດິບທີ່ຈະນຳມາເຮັດປະກອບມີ: ຫອມຫົວໃຫຍ່ 2 ຫົວ ວາຍຣ໌ແດງ 500 ມລ ຂວກແກ້ວໄວ້ໃຊ້ສຳລັບດອງ ວິທີເຮັດຄື: ນຳຫອມຫົວໃຫຍ່ ມາແກະເປືອກອອກ ແລ້ວຊອຍເປັນປ່ຽງ ຈາກນັ້ນກໍ່ນຳລົງໃສ່ໃນຂວດແກ້ວທີ່ກຽມໄວ້ ແລະ ນຳວາຍຣ໌ ໃນປະລິມານ 500 ມລ ມາຖອກລົງໃສ່ ອັດຝາຂວດໃຫ້ແໜ້ນ ຈາກນັ້ນກໍ່ປະໄວ້ 2-8 ອາທິດ ແລ້ວຈິ່ງນຳອອກມາດື່ມ ວິທີດື່ມ: ໄວໜຸ່ມທົ່ວໄປແມ່ນໃຫ້ດື່ມໃນປະລິມານ 50 ມລ ສ່ວນຜູ່ສູງອາຍຸແມ່ນໃຫ້ດື່ມ 20 ມລ ໃຫ້ດື່ມມື້ໜຶ່ງບໍ່ເກີນ 2 ຄັ້ງ ບໍ່ຄວນເກັບຂວດໄວ້ໃນຕູ້ເຢັນເດັດຂາດ
ສຸຂະພາບ ແລະ ສີ່ງແວດລ້ອມ
2017-08-18T17:03:39+00:00
https://laopost.com/?p=93863
ທະນາຄານໃນຮ່ອງກົງນຳສະເຫນີເຕັກໂນໂລຊີໃຫມ່ ບໍ່ຈື່ລະຫັດບັດເອທີເອັມກໍສາມາດຖອນເງີນຢູ່ຕູ້ເອທີເອັມໄດ້ ໂດຍນຳໃຊ້ລະບົບກວດເສັ້ນເລືອດເທີງນີ້ວມື.
ທະນາຄານ ແບັງ ອອັບ ໄຊນ່າ ຮ່ອງກົງ ຫລື BOCH ເປີດໃຊ້ເຕັກໂນໂລຊີໃຫມ່ເພື່ອການກົດເງີນທີ່ຕູ້ກົດເງີນສົດ ຫລື ເອທີເອັມ ທົ່ວຮ່ອງກົງ. ເຕັກໂນໂລຊີຕົວນີ້ຈະຊ່ວຍໃຫ້ລູກຄ້າທະນາຄານທີ່ລືມລະຫັດບັດເອທີເອັມສາມາດກົດເງີນຈາກຕູ້ໄດ້ ພຽງແຕ່ວາງນີ້ວມືໃສ່ບ່ອນອຸປະກອນກວດຈັບເສັ້ນເລືອດເທີງນີ້ວມືໃຕ້ຜິວຫນັງ ຊື່ງທາງທະນາຄານຫວັງວ່າຈະໃຂ້ທົດແທນຂະບວນການໃສ່ລະຫັດບັດເອທີເອັມ ເພາະມີຄວາມຖືກຕ້ອງ ແລະ ຊັດເຈນກວ່າລະບົບເຊັນເຊີລາຍນີ້ວມື. ຕອນນີ້ເຕັກໂນໂລຊີນີ້ຖືກຕິດຕັ້ງໃນຕູ້ເອທີເອັມທົ່ວຮ່ອງກົງຫລາຍກວ່າ 150 ເຄື່ອງ, ມີຜູ້ສົນໃຈລົງທະບຽນໃຊ້ແລ້ວປະມານ 10,000 ຄົນ ໂດຍທີ່ທາງທະນາຄານຈະຄ່ອຍໆພັດທະນາ ແລະ ຂະຫຍາຍຕູ້ເອທີເອັມອອກໄປອີກປະມານ 400 ຕູ້. ສ່ວນກະແສຕອບຮັບແມ່ນມີທັງການຮັບແະກັນໃນລະບົບໃຫມ່ຂອງທະນາຄານທີ່ເບີ່ງຄືຈະປອດໄພຫລາຍກວ່າການໃສ່ລະຫັດເອທີເອັມ ແຕ່ສຳລັບບາງຈຳນວນແມ່ນຍັງບໍ່ຫມັ້ນໃຈກັບເຕັກໂນໂລຊີດັ່ງກ່າວວ່າເປັນລະບົບທີ່ສົມບຸນແລ້ວຫລືຍັງ ເພາະຄິດວ່າໃຫ້ຄົນອື່ນ ຫລື ທະນາຄານ ຮູ້ຂໍ້ມູນສ່ວນຕົວຫນ້ອຍສຸດຈະເປັນການດີກວ່າ, ຂະນະທີ່ເຈົ້າຫນ້າທີ່ລະດັບສູງຂອງທະນາຄານ BOCH ລະບຸວ່າ ລະບົບນີ້ແມ່ນຈົດຈຳຮູບປະພັນຂອງທຸກຄົນ ແລະ ບໍ່ສົ່ງຜົນກະທົບຈາກພາວະແວດລ້ອມ ຫລື ປັດໄຈພາຍນອກ ເຊັ່ນ ຜິວມັນ ຫລື ຜິວມີຮອຍຫ່ຽວຍານ. ແຫລ່ງຂ່າວຕ່າງປະເທດ TNA
ຂ່າວຕ່າງປະເທດ
2018-02-01T09:54:08+00:00
https://laopost.com/?p=99046
ຜັກຄາວທອງ ສັບພະຄຸນທາງຢາທີ່ຫຼາຍທ່ານອາດບໍ່ເຄີຍຮູ້
ລັກສະນະພືດສາດ: ເປັນພືດລົ້ມລຸກ, ສູງ 15-30 ຊມ, ລໍາຕົ້ນກົມສີຂຽວ, ຕາມຂໍ້ບ່ອນໃບຈັບບວມພອງເລັກນ້ອຍ ມີຂົນອ່ອນໆ, ມີກິ່ນຄາວ. ໃບ ເປັນໃບດ່ຽວ, ຈັບຮຽງສະຫຼັບ, ແຜ່ນໃບບາງກ້ຽງ, ແຜ່ນໃບຮູບຫົວໃຈ, ກວ້າງ 4-6 ຊມ, ຍາວ 6-10 ຊມ, ປາຍໃບຮຽວແຫຼມ, ຖານໃບມົນວ້ຳເຂົ້າ ຫຼື ຮູບຫົວໃຈ,ຂອບໃບລຽບ; ເສັ້ນໃບກ່າງໃບອອກຈາກກົກໃບ 4-5 ເສ້ັນ; ແຜ່່ນໃບດ້ານລຸ່ມມັກເປັນສີນ້ຳຕານ ຫຼື ສີຂຽວອ່ອນ; ກ້ານໃບຍາວ 2 ຊມ, ກ້ານໃບເປັນຮ່ອງດ້ານໃນ, ກົກກ້ານໃບບ່ອນຈັບກັບລຳຕົ້ນອົບລຳຕົ້ນໄວ້ເຄິ່ງໜື່ງ, ກາບມີລີ້ນໃບ ຍາວ 4 ມມ ມີຂົນເລັກນ້ອຍ. ດອກສີຂາວອົມເຫຼືອງ, ອອກເປັນຊໍ່ທີ່ປາຍຍອດ, ຍາວ1.5 ຊມ, ມີໃບປະດັບສີຂາວ 4 ໃບ, ກາບດອກ ແລະ ກີບດອກປ່ຽນຮູບມີຂະໜາດນ້ອຍຫຼາຍ, ເກສອນຜູ້ມີ 3ອັນ, ສີເຫຼືອງ. ໝາກ ເປັນໝາກແຫ້ງແຕກອອກໄດ້. ປິ່ນປົວພະຍາດ: ແກ້ພະຍາດຜິວໜັງທຸກຊະນິດ, ເປັນຢາຂັບປັດສະວະ ຂ້າເຊື້ອໃນທາງເດີນປັດສະວະ ແລະຍັງສາມາດກິນເປັນຜັກກັບ. ສ່ວນທີ່ໃຊ້: ທັງຕົ້ນ ວິທີການນຳໃຊ້: ແກ້ພະຍາດຜິວໜັງແມ່ນໃຊ້ໃບທັບໂພະໃສ່ບໍລິເວນທີ່ເປັນພະຍາດການປູກຂະຫຍາຍພັນ: ຜັກຄາວທອງເປັນພືດທີ່ມັກເກີດຢູ່ດິນທີ່ມີຄວາມຊຸ່ມສາມາດຂະຫຍາຍພັນດ້ວຍການກ້າແກ່ນ ແລະ ຕັດຊຳ ຕັດໃຫ້ຍາວປະມານ 10 ຊມ, ແລ້ວນຳມາປູກໃນກະໂຖ ຫຼື ແປງເປັນໜານປູກ. ພັກຄາວທອງ ມີຊື່ທາງວິທະຍາສາດວ່າ Houttuynia Cordata Thunb 1 ຊ່ວຍຕໍ່ຕ້ານມະເຮັງ ຢັບຢັ້ງການຈະເລີນເຕີບໂຕຂອງເຊວມະເຮັງ 2 ຊ່ວຍບຳບັດຟື້ນຟູຄວາມດັນໂລຫິດສູງ 3 ຊ່ວຍເສີມສ້າງພູມຄູ້ມກັນໃຫ້ກັບຮ່າງກາຍ 4 ຢັບຢັ້ງເບົາຫວານ ຮັກສາຄວາມສົມດຸນຂອງຮ່າງກາຍ 5 ຊ່ວຍເຮັດໃຫ້ກະດູກເຊື່ອມຕິດກັນໄວຂື້ນ 6 ຊ່ວຍຮັກສາປະລິມານຂອງແຫລວໃນຮ່າງກາຍ 7 ຊ່ວຍຮັກສາອາການຫູຊັ້ນກາງອັກເສບ 8 ຊ່ວຍຮັກສາໂລກຕິດເຊື້ອທາງເດີນຫາຍໃຈ 9 ຊ່ວຍແກ້ໄຂ້ມາລາເລຍ 10 ໃຊ້ເປັນສ່ວນປະສົມໃນຕຳລາຢາທີ່ເປັນຢານຳ້ຂຸ້ນໃຊ້ທາຮັກສາປອດອັກເສບໃນເດັກ ໝາຍເຫດ: ຖ້າກີນຫລາຍເກີນໄປອາດເຮັດໃຫ້ຫົວໃຈສັ້ນ ແລະ ຖີ່ ອາດເປັນອັນຕະລາຍ ທີ່ມາ: ເສດຖະກິດ-ການຄ້າ
ສຸຂະພາບ ແລະ ສີ່ງແວດລ້ອມ
2016-08-04T14:41:48+00:00
https://laopost.com/?p=67264
ມື້ອື່ນເລີກງາມຍາມດີ ລົງມືສ້າງທາງລົດໄຟ ລາວ-ຈີນ
25 ທັນວານີ້ຈະເປີດສາກລົງມືກໍ່ສ້າງເສັ້ນທາງລົດໄຟຢ່າງເປັນທາງການຢູ່ ແຂວງຫລວງພະບາງ. ຂປລ. ມື້ອື່ນນີ້ວັນທີ 25 ທັນວາ 2016 ແມ່ນເປັນມື້ເລິກງາມຍາມດີ, ລັດຖະບານລາວຈະຈັດພິທີວາງສີລາເລີກໂຄງການກໍ່ສ້າງລົດໄຟລາວ-ຈີນຢ່າງເປັນທາງການຢູ່ເຂດບ້ານພອນໄຊ ເມືອງຫຼວງພະບາງ ເຊິ່ງຈະມີການນໍາຂັ້ນສູງຈາກສອງຝ່າຍເຂົ້າຮ່ວມເປີດການກໍ່ສ້າງເສັ້ນທາງລົດໄຟ. ການວາງສີລາເລີກກໍ່ສ້າງເສັ້ນທາງລົດໄຟດັ່ງນີ້ແມ່ນການເປີດສາກກໍ່ສ້າງທາງເສັ້ນທາງລົດໄຟຜ່ານແຕ່ລະແຂວງໃນມື້ດຽວ. ສໍາລັບເສັ້ນທາງລົດໄຟຜ່ານແຂວງຫຼວງພະບາງ ມີຄວາມຍາວທັງໝົດ 80 ກິໂລແມັດ ຜ່ານໃນ 3 ເມືອງຄື: ເມືອງຈອມເພັດມີ 19 ບ້ານທີ່ໄດ້ຮັບຜົນກະທົບ,ເມືອງຫຼວງພະບາງ 11 ບ້ານ ແລະ ເມືອງຊຽງເງິນ 14 ບ້ານ, ສ້າງຂົວຂ້າມນໍ້າຂອງ 1 ແຫ່ງ, ອຸໂມງ 6 ແຫ່ງ , ມີ 1 ສະຖານີໃຫຍ່ ແລະ 4 ສະຖານີນ້ອຍ. ຂ່າວຈາກ: ສຳນັກຂ່າວສານປະເທດລາວ
ຂ່າວພາຍໃນ
2016-12-24T21:11:12+00:00
https://laopost.com/?p=81352
ສະຫລຸບຜົນການແຂ່ງຂັນລາວພຣີເມຍລີກ ໃນວັນເສົາ ແລະ ວັນອາທິດທີ່ຜ່ານມາ
ລາວພຣີເມຍລີກ 2016 ເປີດສາກການແຂ່ງຂັນອາທິດທຳອິດ ກໍ່ລະເບີດຄວາມມັນຄັບສະໜາມ ປີນີ້ເຫັນໄດ້ວ່າແຕ່ລະທີມມີການພັດທະນາສີມືການເຕະກ່ວາປີທີ່ຜ່ານມາ ແລະ ແຕ່ລະທີມຍັງອັດເຕັມຄວາມພ້ອມໃນການລົງສະໜາມຢ່າງເຕັມທີ່ ເຮົາຕ້ອງມາລຸ້ນມາເຊຍກັນວ່າອາທິດທີສອງຈະມີທີມໃດແຕ່ລົງແຂ່ງຂັນ ແລະ ຈະມັນດຸເດືອດຂະໜາດໃດແຟນບານຕ້ອງບໍ່ພາດ! ສະຫລຸບຜົນການແຂ່ງຂັນໃນວັນເສົາ ແລະ ວັນອາທິດ ວັນທີ 26 ມີນາ 2016 ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16) ອິສເຕີນສະຕາ ສະເຫມີ ໄອດີຊີ ຈຳປາສັກ 0-0 ເວລາ 16:00 ໂມງ. – ກອງທັບ ສະເຫມີ ມະຫາວິທະຍາໄລແຫ່ງຊາດ 1-1 ທີ່ສະໜາມກິລາກອງທັບ (ຫຼັກ 5) ເວລາ 16:00 ໂມງ. – ລ້ານຊ້າງ ຢູໄນເຕັດ ຊະນະ ປກສ 1-0 ທີ່ສະໜາມ ລ້ານຊ້າງ ສະເຕດ້ຽມ ເວລາ 18:00 ໂມງ ( ຖ່າຍທອດສົດ TVLAO ) + ວັນອາທິດທີ 27 ມີນາ 2016 – ລາວໂຕໂຢຕ້າ ເອັຟຊີ ຊະນະ ຊີເອັສຊີ ຈຳປາ ເອັຟຊີ 2-0 ທີ່ສະໜາມເຈົ້າອານຸວົງ ເວລາ 17:00 ໂມງ ( ຖ່າຍທອດ ສົດ TVLAO ). – ຊ້າງນ້ອຍ ເອັຟຊີ ສະເຫມີ ໄຊທານີ ຊິຕີ ເອັຟຊີ 1-1 ເວລາ 15:30 ໂມງ ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16). – ເອສຣາ ສະເຫມີ ວີເອັສວີ ຢູໄນເຕັດ 2-2 ເວລາ 18:00 ໂມງ ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16). – ໄຟຟ້າລາວ ເອັຟຊີ ສະເຫມີ ສະຫວັນ ຢູໄນເຕັດ 1-1 ທີ່ສະໜາມ ລ້ານຊ້າງ ສະເຕດ້ຽມ ເວລາ 18:00 ໂມງ. ແຫລ່ງຂ່າວຈາກ:
ຂ່າວພາຍໃນ
2016-03-28T11:15:28+00:00
https://laopost.com/?p=51841
ຄຶກຄື້ນເປຕັງຊິງຂັນຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊສະເຫຼີມສະຫຼອງວັນກິລາ-ກາຍະກໍາແຫ່ງຊາດຄົບຮອບ 49 ປີ
ພິທີເປີດໄດ້ເລີ່ມຂື້ນໃນຕອນເຊົ້າຂອງວັນທີ 10 ກໍລະກົດ 2015 ນີ້, ຢູ່ທີຮ້ານອາຫານສົມໃຈ ບ້ານດອນໄຊ ເມືອງໄຊ ແຂວງອຸດົມໄຊ ໂດຍມີນັກກິລາທີ່ມາຈາກພະແນກການອ້ອມຂ້າງແຂວງ, ສອງກອງບັນຊາການ ປກສ, ປກຊ, ຫ້າງຮ້ານທຸລະກິດ, ໂຮງຮຽນ, ໂຮງໝໍໍ ຕະຫຼອດຮອດຄຸ້ມບ້ານເຂົ້າຮ່ວມ. ທ່ານ ສີວັນສອນ ວົງລ້ອມ ຮອງຫົວໜ້າ ພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ (ສກຂ) ປະທານຊີ້ນໍາລວມການແຂ່ງຂັນກ່າວວ່າ: ການແຂ່ງຂັນເປຕັງຊິງຂັນທ່ານຫົວໜ້າ (ສກຂ) ໃນຄັ້ງນີ້ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນກິລາ-ກາຍະກໍາແຫ່ງຊາດ 13 ກໍລະກົດ ຄົບຮອບ 49 ປີ ຄືເລີ່ມຕັ້ງແຕ່ ປີ 1966 – 2015 ນີ້, ທັງເປັນການຄັດເລືອກເອົານັກກິລາເປຕັງສີມືດີ ກຽມເຂົ້າຮ່ວມງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11 ທີແຂວງຊຽງຂວາງເປັນເຈົ້າພາບໃນປີ 2017 , ເຖິງແມ່ນວ່າການແຂ່ງຂັນໃນຄັ້ງນີ້ຈະມີລາງວັນເປັນເດີມພັນແຕ່ກໍບໍ່ສໍາຄັນໄປກວ່າ ນໍ້າໃຈນັກກິລາ, ຮູ້ແພ້ຮູ້ຊະນະ, ຄວາມສາມັກຄີມິດຕະພາບ ແລະ ການເກັບກ່ຽວປະສົບການຂອງຕົນ. ການແຂ່ງຂັນໃນຄັ້ງນີ້ແບ່ງອອກເປັນ 2 ປະເພດຄື ປະເພດຍິງ ແລະ ຊາຍ ມີທິມເຂົ້າຮ່ວມແຂ່ງຂັນທັງໝົດ 62 ທິມ, ຍິງ 22 ທິມ, ປະເພດຊາຍແບ່ງອອກເປັນ 12 ສາຍ ສ່ວນປະເພດຍິງແບ່ງອອກເປັນ 8 ສາຍ, ຂອງຂວັນລາງວັນທັງ 2 ປະເພດ ຊະນະເລີດໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 1.500.000 ກີບ, ຮອງຊະນະເລີດ ຂັນ 1 ໜ່ວຍ ພ້ອມເງິນສົດ 1.000.000 ກີບ, ປະເພດທີ 3 ໄດ້ຮັບເງິນສົດ 700.000 ກີບ ແລະ ປະເພດລາງວັນຊົມເຊີຍ ໄດ້ຮັບເງິນສົດ 500.000 ກີບ. ການແຂ່ງຂັນແມ່ນຈະໄດ້ດໍາເນີນໄປໃຊ້ເວລາ 3 ວັນ ເລີ່ມແຕ່ວັນທີ 10 – 12 ກໍລະກົດ ນີ້, ຈິງສໍາເລັດ.
ຂ່າວພາຍໃນ
2015-07-10T14:36:56+00:00
https://laopost.com/?p=29956
ເຈົ້າໜ້າທີ ປກສ ເມືອງຊໍາໃຕ້ ສະກັດຈັບໃນຄະນະໄປສົ່ງ ພ້ອມຢາບ້າ ແລະ ຝິ່ນ
ເຈົ້າໜ້າທີ ປກສ ແຂວງຫົວພັນ ໄດ້ຈັບຕົວ ນາງ ສົ່ງ ສົງ ອາຍຸ 36 ປີ ຢູ່ບ້ານນາຮຽງ ເມືອງຊໍາໃຕ້ ແຂວງຫົວພັນ ພ້ອມຂອງຂອງກາງປະເພດຢາບ້າ 11 ເມັດ ທີ່ຊຸກເຊື່ອງໄວ້ນໍາຖົງເສື້ອ ແລະ ຢາຝິ່ນຈໍານວນ 1 ຫໍ່ ໜັກ 700 ກຼາມທີ່ຊຸກເຊື່ອງໄວ້ຢູໃນຖົງຟາຍຂອງຜູ້ກ່ຽວ. ເຈົ້າໜ້າທີ່ໄດ້ຮັບລາຍງານວ່າ ມີຜູ້ຍິງຄົນໜຶ່ງກໍາລັງໄປສົ່ງຢາເສບຕິດ ຈາກບ້ານນາຮຽງ ມຸ່ງໜ້າໄປເທດສະບານ ເມືອງຊໍາໃຕ້ ແຂວງຫົວພັນ ພໍຮອດເວລາ 12 ໂມງ ຂອງວັນດຽວກັນ ເຈົ້າໜ້າທີ່ອອກໄປກວດ ກໍໄດ້ພົບເຫັນເປົ້າໝາຍຊື່ ນາງ ສົ່ງ ສົງ ຊ້ອນທ້າຍລົດຈັກມານໍາລູກຊາຍ ພໍມາຮອດຈຸດດັ່ງກ່າວ, ເຈົ້າໜ້າທີຈຶ່ງໄດ້ເຂົ້າໄປກວດຄົ້ນຕົວຂອງຜູ້ກ່ຽວ. ຜ່ານການກວດຄົ້ນຂອງເຈົ້າໜ້າທີໄດ້ພົບເຫັນຂອງກາງປະເພດຢາບ້າຈໍານວນ 11 ເມັດ ທີ່ຊຸກເຊື່ອງໄວ້ນໍາຖົງເສື້ອຂອງຜູ້ກ່ຽວ ແລະ ພົບເຫັນຢາຝິ່ນຈໍານວນ 1 ຫໍ່ ໜັກ 700 ກລາມ ທີ່ຊຸກເຊື່ອໄວ້ຢູໃນຖົງຟາຍ, ພ້ອມໂທລະສັບ 1 ໜ່ວຍ ແລະ ອຸປະກອນການເສບຈໍານວນໜື່ງ.
ຂ່າວພາຍໃນ
2023-03-01T14:36:28+00:00
https://laopost.com/?p=142721
ປີ 2030 ພົນລະເມືອງລາວຈະໄດ້ໃຊ້ການບໍລິການຂອງລະບົບການຈົດທະບຽນ ແລະ ສະຖິຕິຢ່າງທົ່ວເຖິງ
ສຳນັກຂ່າວສານປະເທດລາວ ລາຍງານວ່າ ໃນວັນທີ 16 ມິຖຸນາ 2020 ທີ່ກະຊວງພາຍໃນ, ໄດ້ຈັດກອງປະຊຸມກວດກາໜ້າວຽກຄັ້ງທີ 3 ໜຶ່ງສ່ວນຮ້ອຍ ຂອງໂຄງການພັດທະນາ ລະບົບຖານຂໍ້ມູນ ຄຸ້ມຄອງພົນລະເມືອງ ເອເລັກໂຕຣນິກ ຈຸດປະສົງ ກໍເພື່ອສັງລວມ, ຮັກສາ, ປັບປຸງ ແລະ ຊອກຂໍ້ມູນກ່ຽວກັບການຈົດທະບຽນພົນລະເມືອງ ແລະ ສາມາດເຊື່ອມຕໍ່ກັບຂໍ້ມູນຂອງຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອປ້ອນຂໍ້ມູນ ແລະ ແລກປ່ຽນຂໍ້ມູນ. ພ້ອມກັນນັ້ນ, ກໍເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ, ນຳໃຊ້ເຂົ້າໃນການກຳນົດນະໂຍບາຍ, ວາງແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ. ທ່ານ ທອງຈັນ ມະນີໄຊ ຮອງລັດຖະມົນຕີ ກະຊວງພາຍໃນ ໄດ້ກ່າວວ່າ: ຂະແໜງການພາຍໃນ ແມ່ນໜຶ່ງໃນບັນດາຂະແໜງການ ທີ່ມີຄວາມຮັບຜິດຊອບ ໃນການຄຸ້ມຄອງພົນລະເມືອງ ໂດຍສະເພາະການຈົດທະບຽນການເກີດ, ຈົດທະບຽນການເສຍຊີວິດ, ຈົດທະບຽນການແຕ່ງດອງ, ຈົດທະບຽນການຫຍ່າຮ້າງ, ຈົດທະບຽນການປ່ຽນຊື່ ຫລື ນາມສະກຸນ, ຈົດທະບຽນການປ່ຽນສັນຊາດ ແລະ ຈົດທະບຽນການ ຍົກຍ້າຍຂອງພົນລະເມືອງ, ວຽກງານຄຸ້ມຄອງພົນລະເມືອງ ກໍເປັນວຽກງານໜຶ່ງທີ່ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ເປັນບັນຫາສຳຄັນ. ມະຕິກອງປະຊຸມໃຫຍ່ຄັ້ງທີ X ໄດ້ວາງວິໄສທັດຮອດປີ 2030 ແລະ ຍຸດທະສາດການພັດທະນາ ເສດຖະກິດ-ສັງຄົມສຳລັບ ປີ 2016-2025 ກ່ຽວກັບພົນລະເມືອງໄວ້ວ່າ: ຮອດປີ 2030 ສິດທິຂອງພົນລະເມືອງ ມີການຮັບປະກັນວ່າດ້ວຍການຄຸ້ມຄອງລັດ ຕາມກົດໝາຍທີ່ສັກສິດ, ຮອດປີ 2025 ພົນລະເມືອງລາວ ໃນເກນອາຍຸໄດ້ຮັບການສຶກສາພື້ນຖານຂັ້ນມັດທະຍົມຕົ້ນ, ປະຊາຊົນໄດ້ຮັບການບໍລິການ ດ້ານສາທາລະນະສຸກ ທີ່ມີຄຸນນະພາບຢ່າງທົ່ວເຖິງ ແລະ ມີອາຍຸຍືນສະເລ່ຍສູງກວ່າ 73 ປີ, ພົນລະເມືອງໄດ້ເຂົ້າຮ່ວມລະບົບການປົກປ້ອງທາງສັງຄົມຢ່າງກວ້າງຂວາງ, ກຳລັງແຮງງານໄດ້ຮັບການພັດທະນາ ທັງດ້ານປະລິມານ ແລະ ຄຸນນະພາບ. ພ້ອມກັນນີ້, ເພື່ອບັນລຸວິໄສທັດຕາມ ທີ່ໄດ້ກຳນົດໄວ້ ໃນຍຸດທະສາດວຽກງານ ການຈົດທະບຽນ ແລະ ສະຖິຕິຂອງພົນ ລະເມືອງ 2016-2025 ທີ່ວ່າ: ຮອດປີ 2030 ພົນລະເມືອງລາວທຸກຄົນ ຈະໄດ້ຊົມໃຊ້ການບໍລິການ ຂອງລະບົບການຈົດທະບຽນ ແລະ ສະຖິຕິພົນລະເມືອງ ຢ່າງທົ່ວເຖິງ ແລະ ມີປະສິດທິພາບ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2020-06-18T17:11:48+00:00
https://laopost.com/?p=119882