title
stringlengths 7
164
| text
stringlengths 18
16.7k
| category
stringclasses 7
values | date
stringlengths 25
25
| url
stringlengths 27
29
|
---|---|---|---|---|
ຊິມບັບເວອະນຸຍາດເປີດຟາມກັນຊາແຫ່ງທຳອິດໃນປະເທດ | ລັດຖະບານຊິມບັບເວອະນຸມັດໃຫ້ບໍລິສັດເອກະຊົນ Ivory Medical ໃນນະຄອນຮາຣາເຣເປີດຟາມປູກ ແລະ ຜະລິດກັນຊາເປັນແຫ່ງທຳອິດໃນປະເທດ ພາຍຫຼັງທີ່ມີການອະນຸມັດໃຫ້ນຳໃຊ້ກັນຊາເພື່ອການແພດ ແລະ ວິທະຍາສາດຢ່າງຖືກຕ້ອງຕາມກົດໝາຍເມື່ອປີຜ່ານມາເພື່ອນຳລາຍໄດ້ເຂົ້າປະເທດ.
ຟາມກັນຊາແຫ່ງນີ້ຕັ້ງຢູ່ເທິງພື້ນທີ່ກວ້າງໃຫຍ່ໃນເຂດເຮືອນຈຳໃນແຂວງມາສວິງໂກ ທາງຕາເວັນອອກສຽງໃຕ້ ທັງນີ້ ຕ້ອງໄດ້ປູກຢູ່ພາຍໃນເຮືອນຈຳເນື່ອງຈາກເປັນພື້ນທີ່ຊຶ່ງມີການຮັກສາຄວາມປອດໄພທີ່ເຂັ້ມງວດ ທັງປ້ອງກັນຄົນພາຍນອກມາລັກກັນຊາອີກດ້ວຍ.
ກ່ອນໜ້ານີ້ການໃຊ້ກັນຊາໃນຊິມບັບເວຖືເປັນເລື່ອງທີ່ຜິດກົດໝາຍ ໂດຍຜູ້ຜະລິດ ຫຼື ມີໄວ້ໃນຄອບຄອງອາດໄດຮັບໂທດຕິດຄຸກສູງສຸດ 12 ປີ ແຕ່ເມື່ອວັນທີ 27 ເມສາ 2018 ລັດຖະບານໄດ້ອະນຸຍາດໃຫ້ນຳໃຊ້ກັນຊາເພື່ອການແພດ ແລະ ວິທະຍາສາດໄດ້ຖືກຕ້ອງຕາມກົດໝາຍ (Production of Cannabis for Medicinal and Scientific Use Regulations) ແຕ່ວ່າການໃຊ້ກັນຊານອກເໜືອຈາກນີ້ຍັງຖືເປັນເລື່ອງທີ່ຜິດກົດໝາຍ.
ຂະນະທີ່ກົດໝາຍສະບັບດັ່ງກ່າວໄດ້ກຳນົດວ່າ ຜູ້ຜະລິດຕ້ອງຂໍອະນຸຍາດຈາກກະຊວງສາທາລະນະສຸກ ໂດຍມີຂໍ້ກຳນົດ ແລະ ກົດເກນທີ່ເຂັ້ມງວດເຊັ່ນ ຜູ້ຂໍອະນຸຍາດບຸກຄົນຕ້ອງເປັນພົນລະເມືອງຊິມບັບເວ ຫຼື ມີທີ່ຢູ່ຖືກຕ້ອງຊັດເຈນ ສ່ວນຜູ້ຂໍອະນຸຍາດທີ່ເປັນບໍລິ ສັດຕ້ອງຈົດທະບຽນບໍລິສັດໃນຊິມບັບເວ ລວມທັງຕ້ອງເສຍຄ່າທຳນຽມຈຳນວນ 50.000 ຫຼຽນ (ສະກຸນເງິນຊິມບັບເວ) ຫຼື ປະມານ 156 ລ້ານກວ່າກີບ ລວມທັງຕ້ອງແຈ້ງສະຖານທີ່ໆຈະເຮັດການຜະລິດຕິດຂັດພ້ອມ.
ນອກຈາກນີ້ ຜູ້ຜະລິດຕ້ອງແຈ້ງຈຳນວນກັນຊາສົດ ກັນຊາແຫ້ງ ນ້ຳມັນກັນຊາທີ່ຜະລິດໄດ້ສູງສຸດ ໂດຍໃຊ້ຫົວໜ່ວຍວັດແທກເປັນກຣາມ ລວມເຖິງໄລຍະເວລາການຜະລິດ ແລະ ຕົ້ນກັນຊາທີ່ຈະຈຳໜ່າຍ ສຳລັບຜູ້ຜະລິດທີ່ຄອບຄອງ ຜະລິດ ຈຳໜ່າຍ ແລະ ຈັດສົ່ງຈາກໂຮງງານຫຼາຍກວ່າ 1 ແຫ່ງຕ້ອງຂໍອະນຸຍາດເທື່ອລະແຫ່ງ ຊຶ່ງໃບອະນຸຍາດມີກຳນົດເວລາ 5 ປີ ແລະ ສາມາດຕໍ່ໄດ້ ທັງນີ້ ຊິມບັບເວຖືເປັນປະເທດທີ 2 ໃນອາຟຣິກາຕໍ່ຈາກປະເທດເລໂຊໂທ ທີ່ລັດຖະບານໄດ້ປະກາດໃຫ້ນຳໃຊ້ກັນຊາເພື່ອການແພດຢ່າງເສລີ ຂະນະທີ່ມາລາວີ ແລະ ການາ ກໍກຳລັງສຶກສາແນວທາງການເປີດໃຊ້ກັນຊາຢ່າງຖືກກົດໝາຍ.
ຮຽບຮຽງ: ສະຫະລັດ ວອນທິວົງໄຊ
ຮູບພາບ: .posttoday | ຂ່າວຕ່າງປະເທດ | 2019-06-03T15:01:34+00:00 | https://laopost.com/?p=114401 |
ບັນຫາການຈ້າງເຂົ້າເປັນຕຳຫຼວດນີ້ແມ່ນຄວາມຈິງຫຼືບໍ່? | ຈາກເຫດການທີ່ມີຜູ້ໃຊ້ເຟສບຸດທ່ານໜຶ່ງ ໄດ້ໂພສວ່າ “ເຂົ້າຕໍາຫຼວດ 95 ລ້ານ ທໍ້ເດ” ຈຶ່ງເຮັດໃຫ້ມີຫາງສຽງທາງທີ່ບໍ່ດີຕໍ່ພັກລັດເປັນຈຳນວນຫຼາຍ ແລະ ເຮັດໃຫ້ທາງ ປກສ ອອກມາສືບສວນສອບສວນ ເພື່ອຫາຂໍ້ເທັດຈິງ.
ໃນວັນທີ 30 ມີນາ 2023 ກົມສື່ມວນຊົນ ປກສ ໄດ້ອອກມາລາຍງານວ່າ: ຜູ້ໃຊ້ເຟສບຸກ ຊື່ ແອນນາ ສຸລິຍະ ໄດ້ເຜີຍແຜ່ລົງເຟສ ວ່າ: “ເຂົ້າຕໍາຫຼວດ 95 ລ້ານ ທໍ້ເດ” ຄວາມຈິງແລ້ວເຮັດເພື່ອເອົາຍອດວິວ ແລະ ຍອດແຊຣ໌.
ພັກ-ລັດ, ກໍ່ຄືກະຊວງປ້ອງກັນຄວາມສະຫງົບ ເວລາໃດກໍ່ເອົາໃຈໃສ່ ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ກ່ຽວກັບເລ່ຫຼຽມກົນອຸບາຍ ການເຄື່ອນໄຫວແອບອ້າງແລ່ນເອົາຄົນເຂົ້າເຮັດວຽກ ນຳລັດ, ເຂົ້າທະຫານ, ເຂົ້າຕຳຫຼວດ ເຊິ່ງສ້າງຄວາມເສຍຫາຍຕໍ່ຊັບສິນຂອງປະຊາຊົນເປັນຈຳນວນຫຼວງຫຼາຍ ແລະ ສ້າງຄວາມເສື່ອມເສຍໃຫ້ແກ່ພາບພົດບົດບາດການນໍາພາຂອງພັກ-ລັດ, ສ້າງຄວາມບໍ່ສະຫງົບພາຍໃນສັງຄົມ; ໃນໄລຍະຜ່ານມາ ເຈົ້າໜ້າທີ່ກໍ່ໄດ້ດຳເນີນຄະດີ ຕໍ່ບຸກຄົນ ແລະ ກຸ່ມຄົນດັ່ງກ່າວຕາມກົດໝາຍຢ່າງເດັດຂາດ, ແຕ່ກໍ່ມີບາງເຫດການ ທີ່ເປັນການສ້າງກະແສຂຶ້ນມາຂອງຜູ້ຮູ້ເທົ່າບໍ່ເຖິງການ ແລະ ກຸ່ມຄົນບໍ່ດີຈຳນວນໜຶ່ງໄດ້ສວຍໃຊ້ໂອກາດດັ່ງກ່າວໂຈມຕີ-ໃສ່ຮ້າຍປ້າຍສີ ຕໍ່ແນວທາງຂອງພັກ-ລັດ, ຫວັງສ້າງຄວາມເສື່ອມເສຍໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ, ດັ່ງເຫດການທີ່ມີຜູ້ໃຊ້ເຟດບຸກສ່ວນຕົວ ຊື່ Anna suriya ໄດ້ເຜີຍແຜ່ລົງ ໃນວັນທີ 17 ມີນາ 2023 ວ່າ: ເຂົ້າຕໍາຫຼວດ 95 ລ້ານ ທໍ້ເດ.
ຫຼັງຈາກນັ້ນ, ກໍ່ໄດ້ມີຜູ້ໃຊ້ເຟສບຸກຈຳນວນຫຼາຍແຊຕໍ່ໆກັນ ເຮັດໃຫ້ ຜູ້ໃຊ້ສື່ສັງຄົມອອນລາຍເຂົ້າໃຈຜິດ ແລະ ສະແດງ ຄວາມຄິດເຫັນຕ່າງໆ ນາໆ ເຊິ່ງສ່ວນຫຼາຍແມ່ນຕໍານິ-ວິຈານ ຕໍ່ພັກ-ລັດ ແລະ ກໍາລັງປ້ອງກັນ ຄວາມສະຫງົບ.
ຕໍ່ກັບເຫດການດັ່ງກ່າວ, ຄະນະນໍາກະຊວງປ້ອງກັນຄວາມສະຫງົບ ໄດ້ມີທິດຊີ້ນໍາໃຫ້ ກົມໃຫຍ່ການເມືອງ ກະຊວງ ປກສ ສົມທົບກັບກອງບັນຊາການ ປກສ ແຂວງຫົວພັນ ລົງກວດກາ ແລະ ເກັບກຳຂໍ້ມູນຄວາມຈິງ ນ. ແອນນາ ສຸລິຍະ ເຊິ່ງຜູ້ກ່ຽວໄດ້ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: “ຕົນເອງເປັນຄົນເຜີຍແຜ່ຂໍ້ມູນດັ່ງກ່າວແທ້ ເຫດຜົນທີ່ເຜີຍແຜ່ນັ້ນ ແມ່ນເຮັດ ເພື່ອຢາກໄດ້ຍອດຜູ້ເຂົ້າຊົມ ແລະ ຍອດຄັອມເມັນ, ໃນຄວາມຈິງແລ້ວຕົນເອງກໍ່ຢາກເຂົ້າເປັນພະນັກງານຕຳຫຼວດ ແຕ່ບໍ່ທັນໄດ້ສະໝັກ-ບໍ່ທັນຍື່ນຄຳຮ້ອງເທື່ອ ແລະ ບໍ່ເຄີຍຈ້າງເງິນເຂົ້າຕຳຫຼວດ 95 ລ້ານກີບແຕ່ຢ່າງໃດ”.
ທ່ານ ພັອ ເພັດສອນ ອິນສຸພັນ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ໄດ້ກ່າວວ່າ: ຕໍ່ກັບເຫດການທີ່ມີການເຜີຍແຜ່ລົງເຟສບຸກ ເຊິ່ງສ້າງຄວາມເສື່ອມເສຍໃຫ້ແກ່ກຳລັງ ປກສ ແຂວງຫົວພັນ ເວົ້າລວມກໍຄືກຳລັງປ້ອງກັນຄວາມສະຫງົບ. ດັ່ງນັ້ນ, ພວກເຮົາຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ແຂວງ ກໍ່ໄດ້ຮີບຮ້ອນລົງສົມທົບກັບ ປກສ ເມືອງແອດ ເພື່ອເກັບກຳຂໍ້ມູນລະອຽດ ຫາກພະນັກງານຄົນໃດມີການຮຽກເອົາເງິນ ຫຼື ສວຍໃຊ້ໜ້າທີ່ແອບອ້າງສໍ້ໂກງຊັບຂອງພົນລະເມືອງ ກໍ່ຈະໄດ້ປະຕິບັດວິໄນ ແລະ ດຳເນີນຄະດີຕາມລະບຽບກົດໝາຍ.
ທ່ານ ພັອ ເພັດສອນ ອິນສຸພັນ ຍັງໄດ້ກ່າວຕື່ມວ່າ: ການບັນຈຸບຸກຄະລະກອນເຂົ້າເປັນກຳລັງປ້ອງກັນຄວາມສະຫງົບ ແມ່ນມີຫຼາຍຂັ້ນຕອນ, ມີການກວດກາຢ່າງລະອຽດ, ໂດຍບໍ່ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ ພາກສ່ວນໃດກໍ່ຕາມແລ່ນຮັບຈ້າງ ເພື່ອເອົາຄົນມາເຂົ້າເປັນກຳລັງປ້ອງກັນຄວາມສະຫງົບ ຢ່າງເດັດຂາດ ຖ້າຫາກພໍ່ແມ່ປະຊາຊົນພົບເຫັນ ບຸກຄົນໃດ, ກຸ່ມຄົນໃດ ບໍ່ວ່າຈະເປັນພະນັກງານ, ທະຫານ, ຕຳຫຼວດ ທີ່ມີການເຄື່ອນໄຫວສະເໜີແລ່ນເອົາຄົນເຂົ້າກຳລັງໂດຍຮຽກຮ້ອງຄ່າໃຊ້ຈ່າຍ ຂໍໃຫ້ຊ່ວຍແຈ້ງຕໍ່ເຈົ້າໜ້າທີ່ ປກສ ເມືອງ, ປກສ ແຂວງ ຫຼື ເຈົ້າໜ້າທີ່ກ່ຽວຂ້ອງຢ່າງຮີບດ່ວນ ເພື່ອປ້ອງກັນ ແລະ ສະກັດກັ້ນ ຄວາມສູນເສຍທາງດ້ານຊັບສິນຂອງປະຊາຊົນ ໄດ້ທັນເວລາ, ພ້ອມທັງສາມາດປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍໃນສັງຄົມ.
ສິ່ງສຳຄັນ, ພໍ່ແມ່ປະຊາຊົນ ທີ່ນຳໃຊ້ສື່ສັງຄົມອອນລາຍ ກໍ່ໃຫ້ມີສະຕິ, ຄິດລະອຽດກ່ອນເຜີຍແຜ່ ຖ້າຫາກເຜີຍແຜ່ຂໍ້ມູນທີ່ບໍ່ມີຄວາມຈິງ ອາດຈະເຮັດໃຫ້ຄົນບໍ່ດີນຳໄປສ້າງກະແສໃນທາງທີ່ບໍ່ດີ ເຊິ່ງຈະສົ່ງຜົນກະທົບຕໍ່ຕົນເອງ, ຕໍ່ຄອບຄົວ ແລະ ສ້າງຄວາມເສື່ອມເສຍຕໍ່ບົດບາດການນຳພາຂອງພັກ-ລັດ ແລະ ປະເທດຊາດ. | ຂ່າວພາຍໃນ | 2023-03-30T15:46:48+00:00 | https://laopost.com/?p=143606 |
ຈີນ-ແຟງລັງ ເພີ່ມທະວີສາຍພົວພັນທາງດ້ານການທູດ | ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 6 ເມສາ 2017 ຜ່ານມາວ່າ ປະທານາທິບໍດີ ສີ ຈິ້ນຜິງ ຂອງຈີນ ໄດ້ມອບ “ໝີແພນດ້າ 2 ໂຕ” ເປັນຂອງຂວັນຄົບຮອບເອກະລາດ 100 ປີຂອງແຟງລັງ ລະຫວ່າງທີ່ການພົບປະຫາລືກັບຜູ້ນຳແຟງລັງ ກ່ອນທີ່ຈະເດີນທາງໄປພົບກັບທ່ານ ໂດນັນ ທັມ ປະທານາທິບໍດີສະຫະລັດອາເມລິກາ
ປະທານາທິບໍດີ ຊາອູລີ ນິອິນິສເຕີ ແຫ່ງແຟງລັງ ໄດ້ກ່າວຂອບໃຈຈີນ ທີ່ໄວ້ໃຈໃຫ້ແຟງລັງເບິ່ງແຍງແພນດ້າ ເຊິ່ງເປັນສ່ວນໜຶ່ງຂອງການທູດຈີນ “ເຮົາຮູ້ວ່າແພນດ້າແມ່ນສົມບັດແຫ່ງຊາດຂອງຈີນ ເຊິ່ງເຮົາໄດ້ປະຕິບັດກັບພວກມັນດ້ວຍກຽດ ແລະຄວາມເຄົາລົບ”
ແຟງລັງ ແລະຈີນ ໄດ້ລົງນາມຂໍ້ຕົກລົງນຳກັນຫຼາຍເລື່ອງ ເຊິ່ງມຸ່ງຫວັງທີ່ຈະພັດທະນາຄວາມສຳພັນ ທາງການຄ້າລະດັບທະວີພາຄີໃນອະນາຄົດ ພ້ອມຄວາມຮ່ວມມືທາງນະວັດຕະກຳ ແລະຄວາມຮ່ວມມືທາງດ້ານກົດໝາ ລວມເຖິງການແລກປ່ຽນໃນການຝຶກຊ້ອມກິລາລະດູໜາວທີ່ຈີນເປັນເຈົ້າພາບ ເຊິ່ງຈະໄດ້ຈັດຂຶ້ນໃນປີ 2022 ນີ້ ຂະນະທີ່ແຟງລັງໃຫ້ຄຳໝັ້ນວ່າ ຈະຢຶດໝັ້ນນະໂຍບາຍຈີນດຽວນຳອີກດ້ວຍ | ຂ່າວຕ່າງປະເທດ | 2017-04-07T09:20:17+00:00 | https://laopost.com/?p=88353 |
ປູຕິນ ຕໍ່ສາຍໂອ້ລົມ ຜູ້ນຳຕາເວັນອອກກາງຫລາຍປະເທດ ກ່ຽວກັບຂໍ້ຕົກລົງຢຸດຍິງຢູ່ຊີຣີ! | ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນວັນທີ 24 ກຸມພາຜ່ານມາ ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ໄດ້ໂອ້ລົມທາງໂທລະສັບ ກັບຄູ່ຕຳແໜ່ງອີຣ່ານ, ຊີຣີ ແລະ ເຈົ້າຊີວິດອາຣັບບີ ຊາອຸດິດ ກ່ຽວກັບຖະແຫລງການຮ່ວມຣັເຊຍ-ອາເມຣິກາ ກ່ຽວກັບແຜນການຢຸດຍິງຢູ່ຊີຣີ, ໃນນັ້ນ ທ່ານ ປູຕິນ ໄດ້ຢືນຢັນວ່າ ຣັດເຊຍຈະສືບຕໍ່ ດຳເນີນການຕໍ່ສູ້ ເພື່ອປາບປາມບັນດາກຸ່ມກໍ່ການຮ້າຍ.
ການໂອ້ລົມທາງໂທລະສັບ ລະຫວ່າງ ທ່ານ ປູຕິນ ແລະ ທ່ານ ຮັສຊັນ ຣູຮານີ ປະທານາທິບໍດີອີຣ່ານ ທັງ 2 ຝ່າຍຮັບຮູ້ຄວາມສຳຄັນຂອງການຮ່ວມມື ຣັດເຊຍ-ອີຣານ ໃນການແກ້ໄຂບັນຫາຊີຣີ, ລວມທັງການຕໍ່ສູ້ຕ້ານບັນດາກຸ່ມກໍ່ການຮ້າຍ. ສ່ວນການແລກປ່ຽນສົນທະນາ ລະຫວ່າງປະທານາທິບໍດີຣັດເຊຍ ແລະ ທ່ານ ບາຊາ ອັນ-ອັດຊາດ ປະທານາທິບໍດີຊີຣີ ຜູ້ນຳຊີຣີຢືນຢັນ ພ້ອມແລ້ວທີ່ຈະໜູນຊ່ວຍ ເລື່ອງການຈັດຕັ້ງປະຕິບັດຄຳສັ່ງຢຸດຍິງ.
ສຳລັບການໂອ້ລົມທາງໂທລະສັບກັບ ເຈົ້າຊີວິດ Salman bin Abdulaziz Al Saud ແຫ່ງ ອາຣັບບີ ຊາອຸດິດ, ທ່ານ ປູຕິນ ໄດ້ອະທິບາຍກ່ຽວກັບ ເນື້ອແທ້ບັນດາຂໍ້ສະເໜີ ໃນຖະແຫລງການຮ່ວມຣັດເຊຍ-ອາເມຣິກາ ຢ່າງລະອຽດ ໂດຍທາງເຈົ້າຊີວິດອາຣັບບີ ຊາອຸດິດ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ຂໍ້ຕົກລົງທີ່ສາມາດບັນລຸກັນໄດ້ ແລະ ກຽມພ້ອມ ທີ່ຈະຮ່ວມມືກັບຣັດເຊຍ ເພື່ອປະຕິບັດຂໍ້ຕົກລົງດັ່ງກ່າວນີ້. | ຂ່າວຕ່າງປະເທດ | 2016-02-26T15:51:19+00:00 | https://laopost.com/?p=48379 |
ຍ້ອງຍໍຜູ້ປະຕິບັດໂຄງການດີເດັ່ນ | ກະຊວງແຜນການ ແລະ ການລົງທຶນຮ່ວມກັບທະນາຄານພັດທະນາອາຊີ ຈັດພິ ທີມອບໃບຍ້ອງຍໍໃຫ້ຜູ້ປະຕິບັດໂຄງການ ດີເດັ່ນທີ່ໄດ້ທຸ້ມເທ, ສຸມທຸກຄວາມພະຍາ ຍາມ ແລະ ຄວາມອາດສາມາດໃນການບໍລິຫານ ແລະ ຄຸ້ມຄອງໂຄງການເຊິ່ງເຮັດ ໃຫ້ໂຄງການມີຜົນສຳເລັດອັນໃຫຍ່ຫລວງໂດຍສະເພາະໂຄງການທີ່ໄດ້ຮັບສະ ໜັບ ສະໜູນຈາກທະນາຄານພັດທະນາອາຊີໂດຍ ການເຂົ້າຮ່ວມ ແລະ ມອບໃບຍ້ອງຍໍ ໂດຍທ່ານ ສົມດີ ດວງ ດີລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ.
ໂຄງການທີ່ໄດ້ຮັບການຍ້ອງຍໍໃນຄັ້ງນີ້ ປະກອບມີ 12 ໂຄງການ, ໃນນັ້ນຍ້ອງຍໍປະເພດ I ມີ 3 ໂຄງການຄື: ໂຄງການ ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກ ງານສຶກສາຂັ້ນສູງ, ໂຄງການ ພັດທະນາຂະແໜງການຍ່ອຍຊັ້ນມັດທະຍົມສາ ແລະ ໂຄງ ການພັດທະນາອ່າງຮັບນ້ຳ-ນ້ຳງື່ມໄລຍະສືບຕໍ່, ປະເພດທີ II ມີ 1 ໂຄງ ການຄື: ໂຄງການປັບປຸງຕາ ໜ່າງການຂົນສົ່ງເຂດພາກ
ເໜືອທາງ R4 (ADB 11), ປະເພດທີ III ມີ 1 ໂຄງການຄື: ໂຄງການສົ່ງເສີມການຜະລິດສິນຄ້າກະສິກຳ ແລະ ປ່າໄມ້ແບບ ຍືນຍົງ, ສໍາ ລັບປະເພດທີ IV ມີ 7 ໂຄງການ ຄື: ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານອາຊີວະສຶກສາ ແລະ ອົບ ຮົມວິຊາ ຊີບ, ໂຄງການຄວບຄຸມພະຍາດຕິດຕໍ່ໄລຍະ 2, ໂຄງການສົ່ງເສີມຜະລິດກະສິກຳເປັນສິນຄ້າໄລຍະສືບຕໍ່, ໂຄງການ ນ້ຳປະປາ ແລະ ສຸຂະພິບານຕົວເມືອງນ້ອຍ, ໂຄງການປັບປຸງຄວາມອາດສາມາດດ້ານສຸຂະອະນາໄມ ເພື່ອອຳ ນວຍຄວາມສະ ດວກດ້ານການຄ້າໃນເຂດອະນາພາກພື້ນລຸ່ມແມ່ນ້ຳຂອງ, ແຜນງານພັດທະນາລະບົບສາທາລະນະສຸກ ແລະ ໂຄງການປັບປຸງ ຊີວິດການ ເປັນຢູ່ຂອງຊາວກະສິກອນຜູ້ລ້ຽງສັດໃນພາກເໜືອຂອງລາວ ຊຶ່ງບັນດາໂຄງການດັ່ງກ່າວນັ້ນລ້ວນແຕ່ໄດ້ຜ່ານການ ຄົ້ນຄວ້າ ແລະ ປຶກສາຫາລືທາງດ້ານວິຊາການລະຫວ່າງກະຊວງແຜນການ ແລະ ການລົງທຶນຮ່ວມກັບກະຊວງການເງິນໂດຍ ປະສານສົມທົບ ກັບກະຊວງກໍຄືຂະແໜງການຕ່າງໆທີ່ກ່ຽວຂ້ອງ ແລະ ທະນາຄານພັດທະນາອາຊີໂດຍ ອີງໃສ່ 5 ມາດຖານທີ່ ພົວພັນກັບຄຸນ ນະພາບຂອງການບໍລິຫານຄຸ້ມຄອງໂຄງການ ເຊັ່ນ: ຜົນສຳເລັດດ້ານເຕັກນິກວິຊາການ, ການປະຕິບັດສັນຍາ, ການເບີກຈ່າຍ ງົບປະມານ, ການຄຸ້ມຄອງດ້ານການເງິນ, ການປະຕິບັດເງື່ອນໄຂຕ່າງໆທີ່ພົວພັນກັບສິ່ງແວດລ້ອມ, ການຍົກ ຍ້າຍຈັດສັນ ແລະ ການແກ້ໄຂຜົນກະທົບຕໍ່ຊົນເຜົ່າ.
ພິທີດັ່ງກ່າວໄດ້ຈັດຂຶ້ນໃນ ວັນທີ 22 ພຶດສະພາ 2014 ນີ້ ທີ່ກະຊວງແຜນການ ແລະ ການລົງທຶນ, ມີບັນດາລັດຖະມົນຕີ ຊ່ວຍວ່າການ, ຜູ້ຕາງໜ້າທະນາຄານເອດີບີປະຈຳລາວ, ຫົວໜ້າກົມ, ຮອງກົມພ້ອມດ້ວຍພະນັກງານວິຊາການ ແລະ ບັນດາ ຜູ້ປະຕິບັດໂຄງການຈາກກະຊວງ ແລະ ອົງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ທີ່ມາ http://laophatthananews.blogspot.com/2014/05/blog-post_1507.html | ຂ່າວພາຍໃນ | 2014-05-24T03:56:20+00:00 | https://laopost.com/?p=5815 |
ເຫດດ່ວນ! ຊາຍຜິວຂາວບຸກກວາດຍິງ ໂບດຄົນດຳຢູ່ອາເມຣິກາ ເສຍຊີວິດແລ້ວ 9 ຄົນ! | ເກີດເຫດລະທຶກຂັ້ວນ ເມື່ອມີຊາຍຜິວຂາວ ເຂົ້າໄປກວາດຍິງຢ່າງໂຫດຫ້ຽມທີ່ໂບດຄົນຜິວດຳແຫ່ງໜຶ່ງ ໃນເມືອງຊາເລສຕັນ ລັດເຊົ້າແຄໂຣໄລນາ ປະເທດສະຫະລັດອາເມຣິກາ ມີຜູ້ເສຍຊີວິດແລ້ວ 9 ຄົນ.
ສຳນັກຂ່າວຕ່າງປະເທດ ລາຍງານຂ່າວດ່ວນດັ່ງກ່າວພາຍໃນມື້ນີ້ (18 ມິຖຸນາ) ວ່າ ເກີດເຫດການໜຸ່ມຜິວຊາວຄົນໜຶ່ງ ໃຊ້ອາວຸດປືນກວາດຍິງທີ່ໂບດຂອງຊາວອາເມຣິກັນຜິວດຳ ເຂດໃຈກາງເມືອງຊາເລສຕັນ ລັດເຊົ້າແຄໂຣໄລນາ ສະຫະລັດອາເມຣິກາ ເມື່ອເວລາ 21:00 ໂມງ ຂອງຄືນວັນພຸດທີ 17 ມິຖຸນາ ຕາມເວລາໃນທ້ອງຖິ່ນ.
ດ້ານສະຖານີຕຳຫລວດຊາເລສຕັນ ໄດ້ແຈ້ງຂ່າວໃນໂລກອອນລາຍວ່າ ປັດຈຸບັນເຈົ້າໜ້າທີ່ຕຳຫລວດ ກຳລັງຄົ້ນຫາຊາຍຜິວຂາວຄົນໜຶ່ງ ອາຍຸປະມານ 20-30 ປີ ຖືກຕ້ອງສົງໄສເປັນຜູ້ລົງມືກໍ່ເຫດຢູ່. | ຂ່າວຕ່າງປະເທດ | 2015-06-18T13:10:12+00:00 | https://laopost.com/?p=28428 |
ອາທິດນີ້ ແຂວງພາກເໜືອອາກາດໜາວເຢັນລົງອີກ 1-3 ອົງສາ | ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດນະເນສະພາບອາກາດຕະຫຼອດອາທິດນີ້ ພ້ອມມີຄຳເຕືອນເຝົ້າລະວັງ ມວນອາກາດໜາວເຢັນຈາກປະເທດຈີນໄດ້ມີກຳລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອທີ່ມີກຳລັງແຮງພັດປົກຄຸມເປັນສ່ວນໃຫ່ຍ ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດໜາວເຢັນລົງ 1 ຫາ 3 ອົງສາ ຢູ່ແຂວງ ພາກເໜືອ ພ້ອມມີໜອກໜາປົກຫຸ້ມຢູ່ທົ່ວໄປ ໃນຕອນກາງຄືນ ຫາ ຕອນເຊົ້າ, ໂດຍສະເພາະຢູ່ເຂດພູດອຍ ບັນດາແຂວງ ພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນອາກາດຈະໜາວເຢັນຫຼາຍ.
ຕາມການລາຍງານຈາກທ້ອງຖິ່ນ ໃນຕອນເຊົ້າຂອງວັນທີ 9 ທັນວາ ທີ່ແຂວງຊຽງຂວາງ ເຂດເມືອງງານ ມີສະພາບ ນໍ້າໝອກຄ້າງ ເປັນສະເກັດ ຄ້າຍຄືຫິມະຢູ່ທົ່ວເດີນຫຍ້າ ອຸນຫະພຸມວັດແທກໄດ້ 8 ອົງສາ ໃນເວລາ 07:00 ໂມງ.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ,ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ,ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງອຸນຫະພູມ, ອາກາດໜາວເຢັນຫຼາຍ, ເຊິ່ງອາດຈະມີຜົນກະທົບຕໍ່ສຸຂະພາບໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ເຖົ້າ ຂໍໃຫ້ນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໜີ.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວທ້ອງຖິ່ນ | 2020-12-08T09:21:44+00:00 | https://laopost.com/?p=122260 |
ສຕລ ຈະໄດ້ຈັດການຝຶກອົບຮົມ ຄູຝຶກບານເຕະ | ໂອກາດທຸກທ່ານຢາກເປັນຄູຝຶກມາຮອດແລ້ວ ສະຫະພັນບານເຕະແຫ່ງຊາດລາວ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານຊາບວ່າ: ທາງ ສຕລ ຈະໄດ້ຈັດການຝຶກອົບຮົມຄູຝຶກບານເຕະ ໂດຍການຮັບຮອງຈາກ ສະຫະພັນບານເຕະອາຊີ ຂອງລະຂັ້ນ,ແຕ່ລະ ລະດັບ,ປະຈຳປີ 2017,ໂດຍອາຈານສອນ ແມ່ນມາຈາກ ສະຫະພັນບານເຕະອາຊີ(AFC) ເຊິ່ງຈະຈັດຂື້ນຢູ່ທີ່ ຫ້ອງການ ສະຫະພັນບານເຕະແຫ່ງຊາດລາວ(ບ້ານ ຫ້ວຍຫົງ) ນະຄອນຫຼວງວຽງຈັນ, ສປປລາວ,ເຊິ່ງມີລາຍລະອຽດດັ່ງລຸ່ມນີ້:
ແຜນການຝຶກອົບຮົມຄູຝຶກບານເຕະ ປະຈຳປີ 2017:
1. ການຝຶກອົບຮົມຄູຝຶກຜູ້ຮັກສາປະຕູ ລະດັບ1,ວັນທີ 16-21ມັງກອນ 2017.
(AFC Goalkeeping Coaching Certificate Course Level1, 16-21 January 2017)
2. ການຝຶກອົບຮົມຄູຝຶກບານເຕະ ຂັ້ນ ‘ຊີ’ ຂອງ ສະຫະພັນບານເຕະອາຊີ,ວັນທີ 20ມີນາ – 1ເມສາ 2017.
(AFC “C” Coaching Certificate Course, 20 March – 01 April 2017)
3. ການຝຶກອົບຮົມຄູຝຶກບານເຕະ ຂັ້ນ ‘ຊີ’ ຂອງ ສະຫະພັນບານເຕະອາຊີ,ວັນທີ 19ມິຖຸນາ – 1ກໍລະກົດ 2017.
(AFC “C” Coaching Certificate Course, 19 June – 1 July 2017)
4. ການຝຶກອົບຮົມຄູຝຶກບານເຕະ ຂັ້ນ ‘ບີ’ ຂອງ ສະຫະພັນບານເຕະອາຊີ,ວັນທີ 07 – 26 ສິງຫາ 2017.
(AFC “B” Coaching Certificate Course, 07 – 26 August 2017)
5. ການຝຶກອົບຮົມຄູຝຶກບານເຕະ ຂັ້ນ ‘ເອ’ ຂອງ ສະຫະພັນບານເຕະອາຊີ,ວັນທີ 09 ຕຸລາ – 04 ພະຈິກ 2017.
(AFC “A” Coaching Certificate Course, 09 October – 04 November 2017)
6. ການຝຶກອົບຮົມຄູຝຶກບານເຕະ ຂັ້ນ ‘ບີ’ ຂອງ ສະຫະພັນບານເຕະອາຊີ,ວັນທີ 04 – 23 ທັນວາ 2017.
(AFC “B” Coaching Certificate Course, 04 – 23 December 2017)
#ໝາຍເຫດ:
ສາມາດມາພົວພັນເອົາ ແບບຟອມສະໝັກກ່ອນ ຂອງທຸກໆການຝຶກອົບຮົມໃດ້ທີ່ ສະຫະພັນບານເຕະແຫ່ງຊາດລາວ ຫ້ອງການ ເຕັກນິກວິທະຍາ ໃນວັນ,ເວລາ ທາງ ລັດທະການ.
ຕິດຕໍ່ສອບຖາມຂໍ້ມູນໄດ້ທີ່ ທ່ານ ກັນລະຍາ ສີສົມຫວັງ ເບີໂທ 020 99707053.
ຂໍ້ມູນຈາກ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ! | ຂ່າວພາຍໃນ | 2016-11-29T11:28:27+00:00 | https://laopost.com/?p=78178 |
ນັກວິໄຈການແພດອ້າງ ຢາຕ້ານວັນນະໂລກຊະນິດໃໝ່ ຊ່ວຍຜູ້ປ່ວຍໂລກເອດສ໌ | ເວທີການປະຊຸມສາກົນ ວ່າດ້ວຍຄວາມພະຍາຍາມແກ້ບັນຫາ ແລະ ຮັກສາຜູ້ປ່ວຍພະຍາດເອດສ໌ ທີ່ອົດສະຕາລີ
ໄດ້ມີການນຳສະເໜີຜົນງານການວິໄຈທົດລອງຢາຊະນິດໃໝ່ ທີ່ຫວັງນຳໄປສູ່ການຮັກສາຜູ້ປ່ວຍພະຍາດເອດສ໌
ຢ່າງມີປະສິດທິພາບຫຼາຍຂຶ້ນ ໂດຍຕົວຢາຊະນິດໃໝ່ນີ້ ຖືກຮຽກວ່າ “PaMz” ເຊິ່ງໃຫ້ລິດສະກັດກັ້ນ ແລະ ຢັບຢັ້ງ
ຂ້າເຊື້ອແບັກທີເຣຍ ທີ່ເປັນສາເຫດຂອງວັນນະໂລກ ຫຼື ທີບີ ເຊິ່ງເປັນໂລກທີ່ກ່ຽວຂ້ອງກັບຜູ້ປ່ວຍພະຍາດເອດສ໌
ລຳດັບຕົ້ນໆ.
ເນື່ອງຈາກຜົນການທົດລອງໃຊ້ຢາ “PaMz” ຍັງຢູ່ໃນຂັ້ນທີ 2 ໂດຍມີການທົດລອງໃຊ້ກັບອາສາສະໝັກໃນອາຟຣິ
ກາໃຕ້ ຈຳນວນ 207 ຄົນ ເຊິ່ງຜົນປະກົດວ່າຜູ້ຕິດເຊື້ອເອດສ໌ 181 ລາຍ ຕອບສະໜອງກັບໂຕຢາດ້ວຍດີ ແລະ ອີກ
26 ລາຍ ເກີດການຕ້ານທານກັບຢາຫຼາຍຊະນິດ ເຊິ່ງໝາຍຄວາມວ່າ ລະບົບສ້າງພູມຄຸ້ມກັນຂອງຮ່າງກາຍເຮັດ
ວຽກລົ້ມເຫຼວ.
ລາຍງານການວິໄຈຕົວຢາດັ່ງກ່າວຍັງພົບອີກວ່າ ຜູ້ໄດ້ຮັບຢາ 71% ຈະປອດຈາກເຊື້ອແບັກທີເຣຍວັນນະໂລກໃນເວ
ລາ 2 ເດືອນ ຢູ່ໃນເກນມາດຕະຖານພໍໆກັບວິທີການຮັກສາແບບເກົ່າ ເຊິ່ງໃຊ້ເວລາກຳຈັດແບັກທີເຣຍວັນນະໂລກ
ດົນປະມານ 8 ອາທິດ ແຕ່ຄ່າໃຊ້ຈ່າຍພັດຖືກກ່ວາ ສົ່ງຜົນເຮັດໃຫ້ການຮັກສາຜູ້ປ່ວຍວັນນະໂລກ ຕິດເຊື້ອເອດສ໌
ໃຊ້ວລາດົນປະມານ 4-6 ເດືອນ ແທນທີ່ຈະເປັນແບບເກົ່າ ເຊິ່ງການຮັກສາຕ້ອງໃຊ້ເວລາຍາວນານເຖິງ 2 ປີ.
ຄະນະວິໄຈພັດທະນາຕົວຢາ “PaMz” ລະບຸວ່າ ຫາກໄດ້ຮັບທຶນດຳເນີນການເພີ່ມຕື່ມ ກໍຈະຜັກດັນໃຫ້ເກີດການທົດ
ລອງຕົວຢານີ້ຕໍ່ໄປເປັນຂັ້ນທີ 3 ໃຫ້ໄດ້ພາຍໃນສິ້ນປີນີ້. | ສຸຂະພາບ ແລະ ສີ່ງແວດລ້ອມ | 2014-07-22T09:28:13+00:00 | https://laopost.com/?p=7537 |
ຈີນເຜີຍກົດເຫລັກ 20 ຂໍ້ ຫ້າມສະມາຊິກພັກ ຈັດ ຫລື ເຂົ້າຮ່ວມງານລ້ຽງຫລູຫລາ ຕ້ານການສໍ້ລາດບັງຫລວງ! | ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 31 ສິງຫາຜ່ານມານີ້ວ່າ ໜັງສືພິມພີເພີລໄດລີ ກະບອກສຽງເອກຂອງ ພັກກອມມູນິດຈີນ ໄດ້ລາຍງານຜ່ານສື່ອອນລາຍ ເມື່ອວັນທີ 28 ສິງຫາ 2016 ຜ່ານມານີ້ ກ່ຽວກັບການປາບປາມການສໍ້ລາດບັງຫລວງຢູ່ແຂວງຊານຕົງ ໄດ້ມີການລົງວິໄນແກ່ສະມາຊິກພັກຢູ່ແຂວງດັ່ງກ່າວ ຈຳນວນ 2,725 ຄົນ ເນື່ອງຈາກລະເມີດກົດລະບຽບຂອງພັກ ຊຶ່ງໃນນັ້ນ ຈຳນວນ 212 ກໍລະນີ ໄດ້ມີການດຳເນີນຄະດີ ຍ້ອນການນຳໃຊ້ງົບປະມານລັດ ເພື່ອຮັບປະທານອາຫານ ເປັນການສ່ວນຕົວ.
ພ້ອມກັນນັ້ນ, ລາຍງານດັ່ງກ່າວນີ້ ຍັງໄດ້ເຜີຍກົດລະບຽບ 20 ຂໍ້ ວ່າດ້ວຍການເຂົ້າຮ່ວມງານລ້ຽງ ຂອງສະມາຊິກພັກກອມມູນິດຈີນ ດັ່ງຕໍ່ໄປນີ້:
ຫ້າມສະມາຊິກພັກເຂົ້າຮ່ວມງານລ້ຽງຫລູຫລາ;
ຫ້າມຈັດງານລ້ຽງທີ່ບໍ່ກ່ຽວຂ້ອງກັບການປະຕິບັດໜ້າທີ່;
ຫ້າມໃຊ້ເງິນສ່ວນລວມ ໃນການຈັດງານລ້ຽງ ເພື່ອຕ້ອນຮັບເຈົ້າໜ້າທີ່ລັດ ຈາກໜ່ວຍງານອື່ນ ທີ່ຢູ່ພາຍໃນເມືອງ ຫລື ແຂວງດຽວກັນ;
ຫ້າມຂໍໃຫ້ການຈັດຕັ້ງຂັ້ນລຸ່ມ ຈັດງານລ້ຽງຕ້ອນຮັບໃຫ້ແກ່ຕົນເອງ;
ຫ້າມເຂົ້າຮ່ວມງານລ້ຽງໃນເມືອງອື່ນ ໂດຍບໍ່ກ່ຽວຂ້ອງກັບການປະຕິບັດໜ້າທີ່;
ຫ້າມເຂົ້າຮ່ວມງານລ້ຽງພິທີຕ້ອນຮັບ ທີ່ຈັດຂຶ້ນໂດຍຮາກຖານບ້ານ;
ຫ້າມເຂົ້າຮ່ວມງານລ້ຽງ ທີ່ຈັດຂຶ້ນໂດຍບໍລິສັດເອກະຊົນ ເວັ້ນແຕ່ໃນກໍລະນີຈຳເປັນ ທີ່ສະມາຊິກພັກຜູ້ນັ້ນ ຈະຕ້ອງຈ່າຍຄ່າອາຫານດ້ວຍຕົນເອງ;
ຫ້າມຂໍໃຫ້ບໍລິສັດເອກະຊົນ ຈ່າຍຄ່າອາຫານໃຫ້ແກ່ຕົນເອງ;
ຫ້າມຈ່າຍເງິນຄ່າອາຫານ ໃຫ້ແກ່ເຈົ້າໜ້າທີ່ລັດອື່ນໆ ໃນຂະນະອອກປະຕິບັດໜ້າທີ່ ນອກສະຖານທີ່;
ຫ້າມໃຊ້ເງິນສ່ວນລວມ ຈ່າຍຄ່າອາຫານເພື່ອສັງສັນ ໃນເວລາຂ້ອນເດິກ;
ຕ້ອງປະຕິເສດຄຳເຊື້ອເຊີນ ໃຫ້ເຂົ້າຮ່ວມງານລ້ຽງ ທີ່ຈັດຂຶ້ນໂດຍບຸກຄົນ ຊຶ່ງອາດມີຜົນປະໂຫຍດທັບຊ້ອນ ແລະ ຈົ່ງມີສະຕິເຖິງຈຸດມຸ່ງໝາຍ ໃນການຈັດງານລ້ຽງດັ່ງກ່າວ ໄວ້ສະເໝີ;
ຫ້າມເຂົ້າຮ່ວມງານລ້ຽງ ທີ່ອາດສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່;
ຫ້າມໃຊ້ເງິນສ່ວນລວມ ໃນການຈັດງານລ້ຽງຮັບຮອງແຂກສ່ວນຕົວ;
ຫ້າມໃຊ້ສະຖານທີ່ລັດຖະການ ໃນການຈັດງານລ້ຽງຮັບຮອງແຂກສ່ວນຕົວ;
ຫ້າມຈັດງານລ້ຽງຫລູຫລາ ໃນສະຖານທີ່ລັດຖະການ;
ຫ້າມເຂົ້າສະຖານບັນເທີງສ່ວນບຸກຄົນ ຫລື ງານລ້ຽງຫລູຫລາ;
ຫ້າມເຂົ້າຮ່ວມງານລ້ຽງສະມາຄົມຕ່າງໆ ທີ່ມີຈຸດປະສົງໃນການສ້າງກຸ່ມອິດທິພົນ;
ຫ້າມເຂົ້າຮ່ວມມງານລ້ຽງແຕ່ງດອງ ຫລື ງານສົບ ທີ່ຈັດຂຶ້ນຢ່າງຟຸມເຟືອຍ;
ຫ້າມເຂົ້າຮ່ວມງານລ້ຽງ ທີ່ມີຈຸດປະສົງເພື່ອແຈກເງິນ;
ຫ້າມເຂົ້າຮ່ວມງານລ້ຽງ ທີ່ອາດສົ່ງຜົນກະທົບຕໍ່ພາບພົດອັນດີ ຂອງເຈົ້າໜ້າທີ່ລັດ.
ນອກຈາກນີ້ ສະມາຊິກພັກກອມມູນິດຈີນ ທີ່ເດີນທາງໄປປະຕິບັດໜ້າທີ່ຢູ່ຕ່າງຖິ່ນ ຕ້ອງຮັບຜິດຊອບຄ່າໃຊ້ຈ່າຍອາຫານເອງ ຫລື ໃນກໍລະນີທີ່ມີຄວາມຈຳເປັນ ຫາກຕ້ອງໄດ້ເຂົ້າຮ່ວມຮັບປະທານອາຫານ ກັບພະນັກງານຂັ້ນບ້ານຢູ່ທ້ອງຖິ່ນ ກໍຈະຕ້ອງຈ່າຍຄ່າອາຫານທີ່ຕົນເອງກິນ ເຊັ່ນດຽວກັນ.
ທັງນີ້ ນັບຕັ້ງແຕ່ປະທານາທິບໍດີ ສີຈິ້ນຜິງ ຂຶ້ນເປັນການນຳສູງສຸດຂອງພັກ ແລະ ລັດຖະບານຈີນ ໄດ້ດຳເນີນນະໂຍບາຍ ປາບປາມການສໍ້ລາດບັງຫລວງຢ່າງຈິງຈັງ ແລະ ເຂັ້ມງວດ ໂດຍຖືເປັນພາລະກິດສຳຄັນອັນດັບໜຶ່ງຂອງພັກ ເນື່ອງຈາກເຫັນວ່າ ການສໍ້ລາດບັງຫລວງ ເປັນບັນຫາໃຫຍ່ ທີ່ຄຸກຄາມຕໍ່ບົດບາດການນຳພາຂອງພັກກອມມູນິດ.
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ! | ຂ່າວຕ່າງປະເທດ | 2016-09-02T15:32:23+00:00 | https://laopost.com/?p=70564 |
ປະກອບສ່ວນຊຸກຍູ້ ທຶນຮອນເພື່ອຮັບໃຊ້ກະກຽມຂະບວນທັບນັກກິລານະຄອນຫຼວງວຽງຈັນ | ນະຄອນຫຼວງວຽງຈັນ ອອກແຈ້ງການກ່ຽວກັບການ ປະກອບສ່ວນຊຸກຍູ້ ທຶນຮອນເພື່ອຮັບໃຊ້ກະກຽມຂະບວນທັບນັກກິລານະຄອນຫຼວງວຽງຈັນ ເຂົ້າຮ່ວມງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ ແຂວງຊຽງຂວາງ ເປັນເຈົ້າພາບ ທ້າຍປີ 2022 ໂດຍມີເນື້ອໃນດັ່ງນີ້:
ອິງຕາມ ຂໍ້ຕົກລົງ ເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 835/ຈນວ, ລົງວັນທີ 4/10/2022 ອີງຕາມ ຫນັງສືແຈ້ງການເຊິນຂອງຄະນະຮັບຜິດຊອບຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ IX ທີ່ ແຂວງຊຽງຂວາງ ເປັນ ເຈົ້າພາບ ສະບັບເລກທີ 11/ຄຈກຊ.XI, ລົງວັນທີ 31 ສິງຫາ 2022 ອິງຕາມ ບົດບັນທຶກຂອງກອງປະຊຸມຄົບຄະນະຮັບຜິດຊອບນໍາພາທັບນັກກິລາ ນະຄອນຫຼວງວຽງຈັນ ຄັ້ງວັນທີ 13 ຕຸລາ 2022 ອິງຕາມ ມະຕິຕົກລົງກອງປະຊຸມສ່ອງແສງຜູ້ອໍານວຍການໂຮງຮຽນ ພາຍໃນນະຄອນຫຼວງວຽງຈັນ; ຄັ້ງວັນທີ 02 ພະຈິກ 2022 ເພື່ອ ຮັບປະກັນໃຫ້ການເຂົ້າຮ່ວມແຂ່ງຂັນກິລາໃນງານຄັ້ງນີ້ ໄດ້ຮັບຜົນສໍາເລັດເປັນຢ່າງດີ ແລະ ການມີສ່ວນຮ່ວມຂອງຂະ ແຫນງສຶກສາ ແລະ ກິລານະຄອນຫຼວງວຽງຈັນ ໃນການເສຍສະຫຼະທຶນຮອນໃຫ້ຂະບວນທັບນັກກິລານະຄອນຫຼວງວຽງຈັນ ເຂົ້າຮ່ວມງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ ແຂວງຊຽງຂວາງ ໃຫ້ໄດ້ຮັບຜົນສໍາເລັດ ເປັນເຈົ້າຫຼຽນຄໍາພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງທ່ານ ເພື່ອ : ນໍາໄປ ແຈ້ງພະນັກງານ-ຄູອາຈານ, ສະມາຄົມພໍ່ແມ່ນັກຮຽນ ແລະ ຜູ້ປົກຄອງນັກຮຽນ ລວມທັງຜູ້ປົກຄອງນັກຮຽນທີ່ເປັນຄູ ອາຈານ ແລະ ຜູ້ປົກຄອງຈາກອົງການຈັດຕັ້ງຂັ້ນຕ່າງໆ ທຸກພາກສ່ວນເຂົ້າໃຈຢ່າງທົ່ວເຖິງ ກ່ຽວກັບການປະກອບສ່ວນຊຸກຍູ້ ທຶນຮອນໃນການມີສ່ວນຮ່ວມທຶນຮອນ ຮັບໃຊ້ຂະບວນທັບນັກກິລານະຄອນຫຼວງວຽງຈັນ ໃນການເຂົ້າຮ່ວມງານມະຫາ ກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ ແຂວງຊຽງຂວາງ (ເປັນເຈົ້າພາບ) ທ້າຍປີ 2022 ເຊິ່ງມີລາຍລະອຽດດັ່ງນີ້: ລະດົມການຊຸກຍູ້ຈາກ ພະນັກງານ-ຄູອາຈານ ພາຍໃນຂະແຫນງສຶກສາ ແລະ ກິລາ 10.000 ກີບ/ຄົນ ລະດົມການຊຸກຍູ້ຈາກ ຜູ້ປົກຄອງນັກຮຽນທັງ ພາກລັດ ແລະ ພາກເອກະຊົນ ຕາມຄວາມສະຫມັກໃຈ ລະດົມການຊຸກຍູ້ຈາກ ຜູ້ປະກອບການໂຮງຮຽນພາກເອກະຊົນ; ຜູ້ປະກອບການຫົວຫນ່ວຍທຸລະກິດກິລາ ພາຍໃນນະຄອນ ຫຼວງວຽງຈັນ ຕາມຄວາມສະຫມັກໃຈ
• ສໍາລັບການມອບການຊຸກຍູ້ແມ່ນມອບໃຫ້ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນດັ່ງນັ້ນ, ຈຶ່ງໄດ້ເຮັດແຈ້ງການສະບັບນີ້ມາຍັງທ່ານໄດ້ຮັບຊາບ ແລະ ພ້ອມກັນຮ່ວມມື ສະຫນັບສະຫນູນງານດັ່ງກ່າວ ໃຫ້ໄດ້ຮັບຫມາກຜົນຢ່າງຈົບງາມ. | ຂ່າວພາຍໃນ | 2022-11-16T09:53:06+00:00 | https://laopost.com/?p=139384 |
ຜູ້ຕິດຢາເສບຕິດທີ່ຜ່ານການປິ່ນປົວມີ 40% ທີ່ກັບຄືນມາເສບອີກ | ພັນຕີ ທະນົງສັກ ວົງໄກສອນ, ຮອງຫົວໜ້າສູນປິ່ນປົວ ແລະ ເຝິກອົບຮົມວິຊາຊີບຜູ້ຕິດຢາເສບຕິດ, ຫ້ອງຕໍາຫລວດ, ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ ໃຫ້ສໍາພາດຜ່ານລາຍການຂອງໂທລະພາບນະ ຄອນຫລວງວຽງຈັນ ເຊີ່ງເຜີຍແຜ່ໃນວັນທີ 2 ພຶດສະພາ 2023 ວ່າ: ປັດຈຸບັນ ມີຜູ້ຕິດຢາເສບຕິດທີ່ເຂົ້າໄປຮັບການປິ່ນປົວຢູ່ສູນປິ່ນປົວ ແລະ ເຝິກ ອົບຮົມວິຊາຊີບຜູ້ຕິດຢາເສບຕິດສົມສະງ່າ ຈໍານວນ 1.500 ກວ່າຄົນ. ໃນນີ້ ສ່ວນຫລາຍແມ່ນຊາວໜຸ່ມທີ່ໃຊ້ແຮງງານອາຍຸລະຫວ່າງ 20-35 ປີ ແລະ ມາຈາກຕ່າງແຂວງປະມານ 30-40%, ສ່ວນອາຍຸໜ້ອຍກວ່າໝູ່ແມ່ນ 12 ປີ ແລະ ອາຍຸສູງກວ່າໝູ່ແມ່ນ 67 ປີ.
ສໍາລັບຜູ້ທີ່ເຂົ້າມາປິ່ນປົວພາຍໃນສູນ, ນອກຈາກໄດ້ຮັບການປິ່ນປົວຕາມຫລັກການວິຊາສະເພາະຂອງເຈົ້າໜ້າທີ່ກ່ຽວຂ້ອງ ຍັງສາມາດເຝິກວິຊາຊີບໄດ້ໂດຍອີງຕາມຄວາມສະໝັກໃຈ ແລະ ທັກສະຂອງແຕ່ລະຄົນ, ເຊີ່ງມີຫລາຍສາຂາວິຊາຊີບ ເປັນຕົ້ນ: ຫັດຖະກໍາຈັກສານ, ການສ້ອມແປງໄຟຟ້າໃນຕຶກອາຄານ ແລະ ສ້ອມແປງເຄື່ອງເຢັນ. ນອກຈາກນີ້ ທາງສູນໄດ້ຮັບທຶນຊ່ວຍເຫລືອຈາກພະແນກແຮງງານ ແລະ ສະຫວັດດີການສັງຄົມນະຄອນຫລວງວຽງຈັນ ໃຫ້ເຝິກກ່ຽວກັບການເຮັດເຂົ້າໜົມລາວ. ນອກຈາກນີ້ ຍັງມີການແກະສະຫລັກ, ເຮັດດິນບ໊ອກ, ການປູກຝັງ-ລ້ຽງສັດ ແລະ ອື່ນໆ.
ພັນຕີ ທະນົງສັກ ວົງໄກສອນ ໃຫ້ຮູ້ຕື່ມວ່າ: ການປິ່ນປົວຜູ້ຕິດຢາເສບຕິດພາຍໃນສູນ ແມ່ນໃຊ້ເວລາ 3-6 ເດືອນ, ເຊີ່ງໃນໄລຍະຜ່ານມາ, ຜູ້ທີ່ເຂົ້າມາປິ່ນປົວມີອາການດີຂຶ້ນຫລາຍ.
ຢ່າງໃດກໍຕາມ, ພາຍຫລັງປິ່ນປົວ ແລະ ໄດ້ກັບຄືນເມືອງເຮືອນຂອງຕົນເອງແລ້ວ ມີປະມານ 40% ຂອງຈໍານວນທີ່ອອກໄປກັບຄືນໄປເສບອີກ, ທັ້ງນີ້ອາດເກີດຈາກຫລາຍສາເຫດ ເປັນຕົ້ນ: ບໍ່ມີວຽກເຮັດງານທໍາ, ມີບັນຫາໃນຄອບຄົວ ແລະ ອື່ນໆ ເຮັດໃຫ້ຕ້ອງກັບຄືນມາປິ່ນປົວຢູ່ພາຍໃນສູນຕື່ມອີກ. ສ່ວນຂໍ້ຫຍຸ້ງຍາກພາຍໃນສູນທີ່ປະສົບຢູ່ໃນບັນຈຸບັນນີ້ ແມ່ນບັນຫາຕຶກອາຄານເພື່ອຮອງຮັບຜູ້ເຂົ້າມາປິ່ນປົວມີຈໍາກັດ, ແພດໝໍບໍ່ພຽງພໍ ແລະ ບັນຫາອື່ນໆ ຈໍານວນໜຶ່ງ.
ທີ່ມາ FM90 ລາຍງານ | ຂ່າວພາຍໃນ | 2023-05-03T14:35:08+00:00 | https://laopost.com/?p=144290 |
ລາຄາໄຟຟ້າໃໝ່! ເລີ່ມປະຕິບັດເລີ່ມປະຕິບັດແຕ່ວັນທີ 1 ພຶດສະພາ 2020 ເປັນຕົ້ນໄປ | ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເຫັນຕິຮັບຮອງເອົາລາຄາໄຟ ຟ້າແຕ່ ປີ 2020-2025 ໂດຍໃຫ້ເລີ່ມປະຕິບັດແຕ່ວັນທີ 01 ພຶດສະພາ 2020 ເຖິງ 31 ທັນວາ 2025, ຊຶ່ງລາຍລະອຽດ ຕາມຕາຕະລາງດັ່ງລຸ່ມ:
ຮຽບຮຽງຂ່າວ: ພຸດສະດີ | ຂ່າວທ້ອງຖິ່ນ | 2020-03-23T11:14:17+00:00 | https://laopost.com/?p=117761 |
ອາເມລິກາສົງໃສຫວຽດນາມກົດຄ່າເງິນດົງໃຫ້ຕໍ່າກວ່າຄວາມເປັນຈິງ | ອາເມລິກາເລີ່ມເປີດການສອບສວນເພື່ອພິຈາລະນາວ່າ ຫວຽດນາມກົດຄ່າເງິນດົງຂອງປະເທດໃຫ້ຕໍ່າກວ່າຄວາມເປັນຈິງ ຫຼື ບໍ່ ເນື່ອງຈາກເຮັດໃຫ້ການຄ້າຂອງອາເມລິກາເສຍຫາຍ ແລະ ເສຍປຽບ.
ເວັບໄຊຂ່າວ dailynews ລາຍງານໂດຍອ້າງແຫຼ່ງຂ່າວຈາກສຳນັກຂ່າວຣອຍເຕີ ເມື່ອວັນທີ 2 ຕຸລາ ທີ່ຜ່ານມາວ່າ ຫ້ອງການຜູ້ຕາງໜ້າດ້ານການຄ້າອາເມລິກາ ໄດ້ຖະແຫຼງການວ່າ ການກວດສອບໄດ້ເລີ່ມຂຶ້ນຕາມຄຳສັ່ງຂອງປະທານາທິບໍດີ ໂດນັລ ທຣໍ້າ ໂດຍທີ່ຜ່ານມາຫວຽດນາມຢູ່ໃນບັນຊີລາຍຊື່ກຸ່ມປະ ເທດທີ່ຕ້ອງເຝົ້າຕິດຕາມເບິ່ງຂອງອາເມລິກາ ໃນຖານຕ້ອງສົງໃສປັ່ນຄ່າເງິນ ເນື່ອງຈາກຫວຽດ ນາມໄດ້ປຽບດຸນການຄ້າກັບອາເມລິກາ ບັນຊີມີຍອດເກີນດຸນ ແລະ ທະນາຄານກາງຫວຽດນາມໄດ້ຊື້ເງິນຕາຕ່າງປະເທດຈຳນວນຫຼາຍ.
ທ່ານ ເລ ມິນ ຮຶງ ຜູ້ວ່າທະນາຄານກາງຫວຽດນາມ ກ່າວຕໍ່ສື່ມວນຊົນພາຍຫຼັງສຳເລັດການປະຊຸມຫາລືກັບຜູ້ວ່າທະນາຄານແຫ່ງຊາດຂອງກຸ່ມປະເທດອາຊຽນ ໃນນະຄອນຫຼວງຮ່າໂນຍ ເມື່ອວັນສຸກທີ່ຜ່ານມາ ວ່າ ປະເທດຕົນບໍ່ເຄີຍ ແລະ ບໍ່ຄິດ ຈະໃຊ້ນະໂຍບາຍການເງິນທົ່ວໄປ ແລະ ອັດຕາການແລກປ່ຽນໂດຍຈຳເພາະສ້າງຄວາມໄດ້ປຽບໃນການແຂ່ງຂັນໂດຍບໍ່ເປັນທຳ ໃນການຄ້າລະຫວ່າງປະເທດ.
ຕົວເລກເກີນດຸນການຄ້າຫວຽດນາມຕໍ່ອາເມລິກາ ຕະຫຼາດສົ່ງອອກຂະໜາດໃຫຍ່ທີ່ສຸດຂອງຫວຽດ ນາມຂະຫຍາຍຕົວເຖິງ 37,3 ຕື້ໂດລາ ໃນ 8 ເດືອນທຳອິດຂອງປີນີ້ ຈາກ 29,8 ຕື້ໂດລາໃນໄລຍະດຽວກັນຂອງປີຜ່ານມາ.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວຕ່າງປະເທດ | 2020-10-05T10:33:04+00:00 | https://laopost.com/?p=121574 |
5 ເຫດຜົນ ທີ່ບໍ່ຄວນຊື້ເຄື່ອງກວດແບບໄວມາກວດເອງ! | ກະຊວງສາທາລະນະສຸກອະນຸຍາດໃຫ້ແພດທີ່ໄດ້ຜ່ານການອົບຮົມເທົ່ານັ້ນທີ່ສາມາດນໍາໃຊ້ຊຸດກວດແບບໄວ.
ຈຸດປະສົງຫຼັກຂອງການນຳໃຊ້ແມ່ນເພື່ອໃຫ້ສາມາດຄົ້ນຫາຜູ້ຕິດເຊື້ອ ແລະ ແຍກປ່ຽວຜູ້ຕິດເຊື້ອອອກຈາກຄົນອື່ນໄດ້ແຕ່ຫົວທີ ໂດຍສະເພາະຈຸດທີ່ມີຄວາມສ່ຽງຢູ່ເຂດຫ່າງໄກສອກຫຼີກ ທີ່ເຂົ້າເຖິງການກວດຫາເຊື້ອໄດ້ຍາກ ແລະ ຕ້ອງໄດ້ເວລາຫຼາຍໃນຂົນສົ່ງຕົວຢ່າງເຂົ້າມາຫ້ອງວິເຄາະ. ຊຸດກວດແບບໄວຈຶ່ງເປັນໜຶ່ງຍຸດທະສາດທີ່ນຳໃຊ້ເພື່ອຈຳກັດການແຜ່ເຊື້ອອອກສູ່ວົງກ້ວາງ.
ມີຫຼາຍຄົນຊື້ຊຸດກວດແບບໄວມາກວດເອງ ຊຶ່ງເປັນສິ່ງທີ່ພວກເຮົາບໍ່ແນະນໍາມາຕັ້ງແຕ່ຕົ້ນ, ມີຫຼາຍເຫດຜົນທີ່ຄະນະສະເພາະກິດບໍ່ອະນຸຍາດໃຫ້ບຸກຄົນໄປຊື້ມາກວດດ້ວຍຕົນເອງຍ້ອນວ່າ:
ຊຸດກວດທີ່ມີຂາຍແບບຊະຊາຍມີຫຼາຍຊະນິດ ບໍ່ໄດ້ຜ່ານການພິຈາລະນາ ແລະ ອະນຸມັດຈາກກົມອາຫານ ແລະ ຢາ.
ຊຸດກວດທີ່ເຫັນໂຄສະນາຂາຍນີ້ ສ່ວນໃຫຍ່ແມ່ນບຸກຄົນນໍາເຂົ້າແບບບໍ່ໄດ້ຮັບການອະນຸຍາດ.
ຊຸດກວດແບບໄວທັງໝົດທີ່ມີໃນປະຈຸບັນ ບໍ່ມີໂຕໃດທີ່ໃຫ້ຜົນຖືກຕ້ອງ 100%, ໝາຍຄວາມວ່າ ມັນມີສາມາດຜິດພາດໄດ້ສູງ ໂດຍສະເພາະຖ້າຜົນກວດເປັນລົບ (ອອກເປັນລົບແຕ່ບໍ່ໄດ້ໝາຍຄວາມວ່າບໍ່ຕິດເຊື້ອ).
ບຸກຄົນທີ່ຊື້ມາກວດເອງບໍ່ມີຄວາມຊໍານານໃນການເກັບຕົວຢ່າງຊຶ່ງຖ້າເກັບຕົວຢ່າງບໍ່ຖືກຕ້ອງ ຫຼື ບໍ່ຖືກຈຸດ ຜົນກວດກໍຈະບໍ່ຖືກຕ້ອງ.
ການຖີ້ມໄມ້ຕ້ອຍຕົວຢ່າງ ແລະ ຊຸດກວດທີ່ໃຊ້ແລ້ວລົງຖັງຂີ້ເຫຍື້ອຢູ່ເຮືອນຕົນເອງ ໂດຍບໍ່ໄດ້ຂ້າເຊື້ອກ່ອນແມ່ນຍິ່ງອັນຕະລາຍ ເພາະຊຸດກວດທີ່ມີເຊື້ອນັ້ນສາມາດກາຍເປັນແຫຼ່ງແຜ່ເຊື້ອ ແລະ ເຮັດໃຫ້ເກີດການຕິດເຊື້ອລາມເປັນວົງກວ້າງໃນຄອບຄົວ ແລະ ຄົນອ້ອມຂ້າງໄດ້.
ຄວນຊາບວ່າ ການກວດເພື່ອຢັ້ງຢືນສຸດທ້າຍຕ້ອງແມ່ນການກວດໃນຫ້ອງວິເຄາະດ້ວຍເຕັກນິກສະເພາະເທົ່ານັ້ນ.
ສະນັ້ນ, ເຖິງວ່າຈະໄດ້ກວດແບບໄວມາແລ້ວ ກໍມີຄວາມຈໍາເປັນຕ້ອງໄປກວດໃນຈຸດບໍລິການບ່ອນທີ່ກຳນົດໄວ້ ໂດຍສະເພາະຜູ້ທີ່ໄດ້ກວດເອງແລ້ວພົບວ່າຕິດເຊື້ອ ເພື່ອຢັ້ງຢືນສຸດທ້າຍວ່າຕິດເຊື້ອແທ້, ຄວນແຈ້ງຕໍ່ເຈົ້າໜ້າທີ່ໃນຈຸດທີ່ໄປກວດກ່ອນວ່າ ໄດ້ກວດດ້ວຍເຄື່ອງກວດແບບໄວພົບຜົນບວກ ເພື່ອເຈົ້າໜ້າທີ່ໃນຈຸດບໍລິການນັ້ນຈະໄດ້ອໍານວຍຄວາມສະດວກໃຫ້ທ່ານໄດ້ກວດ ແລະ ຫຼີກເວັ້ນການໄກ້ຊິດກັບຄົນອື່ນ.
ຖ້າຜົນຢັ້ງຢືນອອກມາວ່າທ່ານຕິດເຊື້ອ, ແພດ ແລະ ລົດແພດຈະຕິດຕໍ່ມາຫາທ່ານເພື່ອມາຮັບເຂົ້າໄປປິ່ນປົວໂດຍໄວ. | ຂ່າວພາຍໃນ | 2021-11-02T14:54:10+00:00 | https://laopost.com/?p=129140 |
ໂຣກກະດູກສັນຫຼັງຄົດ ໄພທຳຮ້າຍຮ່າງກາຍ | ໂຣກທີ່ກ່ຽວກັບກະດູກສັນຫຼັງຖືວ່າມີອັນຕະລາຍບໍ່ແມ່ນໜ້ອຍໆ ເພາະກະດູກສັນຫຼັງຂອງຄົນເຮົາເປັນກະດູກທີ່ມີຄວາມສຳຄັນກັບລະບົບປະສາດທີ່ດີ ຫາກເກີດຄວາມຜິດປົກກະຕິຂຶ້ນຍ່ອມ ສົ່ງຜົນກະທົບຕໍ່ຮ່າງກາຍຫຼາຍ.
ໂຣກກະດູກສັນຫຼັງຄົດເກີດ ຂຶ້ນໄດ້ແນວໃດ?
ແພດກ່າວວ່າ: ໂຣກກະດູກສັນຫຼັງຄົດເກີດຂຶ້ນໄດ້ຈາກຫຼາຍສາເຫດເຊັ່ນ: ສະໝອງພິການຜິດປົກກະຕິແຕ່ກຳເນີດ ຫຼື ມາຈາກກຳມະພັນຫາກເຮືອນໃດມີຄອບຄົວເປັນໂລກນີ້ກໍມີສິດທີ່ຈະເປັນ ໂຣກນີ້ໄດ້ຄືກັນແຕ່ສ່ວນໃຫຍ່ແລ້ວ ສາເຫດທີ່ຄົນມັກເປັນກັນຍັງຫາສາເຫດທີ່ແນ່ນອນບໍ່ໄດ້.
– ມີອາການຄື: ໄລ່ 2 ຂ້າງບໍ່ເທົ່າກັນ, ແຜ່ນຫຼັງໂນນບໍ່ເທົ່າກັນ, ກະໂພກຕໍ່າບໍ່ເທົ່າກັນ, ມີອາການປວດບໍລິເວນແອວ.
– ວິທີສັງເກດວ່າມີທ່າອຽງເປັນໂຣກກະດູກສັນຫຼັງຄົດ: ຄວາມໂນນຂອງກະດູກພາລາ, ຄວາມສູງຂອງຫົວໄລ່, ແນວກະດູກກະ ໂພກ.
– ວິທີຮັກສາໂຣກກະດູກສັນຫຼັງຄົດ: ຮັກສາໂດຍການໃຊ້ເສື້ອເກາະຫັດຫຼັງບໍ່ໜ້ອຍກວ່າ 16 ຊົ່ວໂມງຕໍ່ມື້ ວິທີນີ້ໃຊ້ໄດ້ກັບຄົນທີ່ກະດູກສັນຫຼັງຍັງບໍ່ຢຸດຈະເລີນເຕີບໂຕນັ້ນກໍຄື: ອາຍຸບໍ່ເກີນ 16 ປີ.
– ຮັກສາດ້ວຍການຜ່າຕັດຄື ໃຊ້ເຫຼັກຕາມດ້ານຫຼັງ ແລະຄຶງເຫຼັກເອົາໄວ້ ແລະ ເຮັດການເຊື່ອມກະດູກສັນຫຼັງໃນບໍລິເວນນັ້ນ ເພື່ອເຮັດໃຫ້ຄວາມຄົດໜ້ອຍລົງ.
ທີ່ມາ: | ສຸຂະພາບ ແລະ ສີ່ງແວດລ້ອມ | 2016-08-09T13:03:04+00:00 | https://laopost.com/?p=67811 |
ໂດນັລ ທຣໍ້າ ກັບ ຄິມ ຈອງ ອຶນ ຈະປະຊຸມຮ່ວມກັນຮອບ 2 ໃນທ້າຍເດືອນກຸມພາ 2019 ນີ້ທີ່ຫວຽດນາມ | ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 5 ກຸມພາ 2019 ວ່າ ໃນການກ່າວສຸນທໍລະພົດຕອນໜຶ່ງຂອງການຖະແຫຼງນະໂຍ ບາຍປະຈຳປີ ໂດຍປະທານາທິບໍດີ ໂດນັລ ທຣໍ້າ ຕໍ່ທີ່ປະຊຸມໃຫຍ່ຂອງສະພາສະຫະລັດ ເມື່ອຄໍ່າຄືນຂອງວັນອັງຄານທີ່ຜ່ານມາ ມີເນື້ອໃນສຳຄັນວ່າ ການປະຊຸມຮ່ວມກັນຢ່າງເປັນທາງການຄັ້ງທີ 2 ລະຫວ່າງເຂົາກັບທ່ານ ຄິມ ຈອງ ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ຈະເກີດຂຶ້ນໃນລະຫວ່າງວັນທີ 27-28 ກຸມພາ 2019 ນີ້ ໂດຍປະເທດທີ່ເປັນເຈົ້າພາບຈັດກອງປະຊຸມແມ່ນປະເທດຫວຽດນາມ ແຕ່ຍັງບໍ່ໄດ້ເປີດເຜີຍວ່າຈະຈັດຢູ່ເມືອງໃດ.
ເຈົ້າໜ້າທີ່ຄະນະເຮັດວຽກພິເສດດ້ານເກົາຫຼີເໜືອຂອງສະຫະປະຊາຊາດ ລາຍງານວ່າ ໂຄງການພັດທະນາຂີປະນາວຸດຂອງເກົາຫຼີເໜືອ “ຍັງສົມບູນແບບ”ໂດຍໃຊ້ສິ່ງປຸກສ້າງ “ບໍ່ເປັນທີ່ສັງເກດ” ເຊັ່ນສະໜາມບິນ ເພື່ອອຳພາງຈາກຄວາມສ່ຽງຂອງການຖືກໂຈມຕີໂດຍສະຫະລັດ ແລະ ຍັງລະບຸອີກວ່າການຂວ້ຳບາດຕໍ່ເກົາຫຼີເໜືອນັ້ນ “ບໍ່ມີປະສິດທິພາບ” ເພາະບໍ່ວ່າຈະເຮັດແນວໃດກໍ່ຕາມລັດຖະບານເກົາຫຼີເໜືອຍັງສາມາດລັກລອບຊື້ນໍ້າມັນ, ອາວຸດ ແລະ ຖ່ານຫີນກັບປະເທດພັນທະມິດທາງການຄ້າໄດ້ຢູ່.
ທັງນີ້, ການປະກາດສະຖານທີ່ ແລະ ກຳນົດການເບື້ອງຕົ້ນຂອງການປະຊຸມຄັ້ງທີ 2 ລະຫວ່າງປະທານາທິບໍດີ ໂດນັລ ທຣ້ຳ ກັບ ຜູ້ນຳເກົາຫຼີເໜືອ ເກີດຂຶ້ນໃນເວລາດຽວກັນກັບທີ່ທ່ານ ສະຕີເຟນ ບີກັນ ທູດພິເສດດ້ານກິດຈະການເກົາຫຼີເໜືອຂອງລັດຖະບານສະຫະລັດ ເດີນທາງໄປຢ້ຽມຢາມນະຄອນປຽງຢາງເພື່ອພົບປະຫາລືກັບເຈົ້າໜ້າທີ່ລະດັບສູງຂອງເກົາຫຼີເໜືອ.
President Trump: "If I had not been elected President of the United States, we would right now, in my opinion, be in a major war with #NorthKorea." #SOTU pic.twitter.com/rRdbRu7iCW
— CSPAN (@cspan) February 6, 2019
ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews | ຂ່າວຕ່າງປະເທດ | 2019-02-07T15:22:46+00:00 | https://laopost.com/?p=110558 |
ລັດຖະບານອອກຂໍ້ຕົກລົງໃໝ່ ກ່ຽວກັບຄ່າໂທແລະຄ່າອິນເຕີເນັດ | ວັນທີ 13 ມີນາ 2017 ທີ່ຜ່ານມາ ລັດຖະບານໄດ້ອອກຂໍ້ຕົກລົງໃໝ່ ກ່ຽວກັບຄ່າໂທລະສັບແລະຄ່າອິນເຕີເນັດ ໂດຍກຳນົດໃຫ້ທຸກເຄືອຂ່າຍມີອັດຕາຄ່າບໍລິການເອກະພາບກັນ ທັງນີ້ລາຄາຄ່າບໍລິການກໍຖືກລົງກວ່າເກົ່າ:
ຂໍ້ມູນຈາກ: ຈົດໝາຍເຫດລັດຖະບານ | ຂ່າວພາຍໃນ | 2017-03-21T07:20:37+00:00 | https://laopost.com/?p=87189 |
ທຫລ ອອກແຈ້ງການສ່ັງໂຈະອອກໃບອະນຸຍາດຕັ້ງ ຮ້ານແລກ-ປ່ຽນເງິນຕາ | ກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ອອກແຈ້ງການສະບັບເລກທີ 804/ກນງ ລົງວັນທີ 22 ສິງຫາ 2017 ກ່ຽວກັບການສັ່ງໂຈະຊົ່ວຄາວກ່ຽວກັບການຮັບເອກະສານຄຳຮ້ອງ ແລະ ການອອກໃບອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາໃນທົ່ວປະເທດ ຊຶ່ງໄດ້ເລີ່ມມາແຕ່ເດືອນສິງຫາ 2017 ທັງນີ້ ກໍເພື່ອທົບທວນ ແລະ ປະເມີນຜົນການຈັດຕັ້ງປະຕິບັດກົດ ໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ຂໍ້ຕົກລົງ ວ່າດ້ວຍການດຳເນີນທຸລະກິດແລກປ່ຽນເງິນຕາໃຫ້ສອດຄ່ອງ ແລະ ຖືກຕ້ອງຕາມລະບຽບການ.
ທັງນີ້ ກໍເພື່ອເຮັດໃຫ້ບຸກຄົນ ແລະ ນິຕິບຸກຄົນຊຶ່ງມີຈຸດປະສົງຕ້ອງການດຳເນີນທຸລະກິດແລກປ່ຽນເງິນຕາໄດ້ຮັບຊາບ ແລະ ເຂົ້າໃຈຢ່າງທົ່ວເຖິງ ໂດຍກົມນະໂຍບາຍເງິນຕາ ທຫລ ໄດ້ສືບຕໍ່ສັ່ງໂຈະການອອກໃບອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາໃນທົ່ວປະເທດຕື່ມອີກ ໂດຍໄດ້ອອກແຈ້ງການສະບັບເລກທີ 571/ກນງ ລົງວັນທີ 10 ພຶດສະພາ 2019 ຜ່ານມາທີ່ລະບຸວ່າ ທຫລ ຈະສືບຕໍ່ໂຈະການຮັບເອກະສານຄຳຮ້ອງ ແລະ ການອອກໃບອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາໃນທົ່ວປະເທດຈົນກວ່າຈະມີແຈ້ງການ ປ່ຽນແປງ ຫຼື ມີແຈ້ງການສະບັບໃໝ່ປ່ຽນແທນ.
ໂດຍ: ສະຫະລັດ ວອນທິວົງໄຊ
ຮູບພາບ: ພະແນກຄຸ້ມຄອງເງິນຕາຕ່າງປະເທດ | ຂ່າວພາຍໃນ | 2019-05-22T10:23:21+00:00 | https://laopost.com/?p=113543 |
ອາເມລິກາ ຄວ້າແຊ້ມບານເຕະຍິງ ຊີງແຊ້ມໂລກ ສະໄໝທີ 3 | ທັບນັກເຕະສາວສະຫະລັດອາເມລິກາ ກັບມາທວງ ຄວາມຍິ່ງໃຫຍ່ໃນວົງການບານເຕະໂລກອີກຄັ້ງ ຫຼັງຈາກ ໄລ່ຖະຫຼົ່ມ ສາວຍີ່ປຸ່ນ ໄປແບບຂາດຮອຍ 5-2 ປະຕູ ພ້ອມຄວ້າແຊ້ມສະໄໝທີ 3 ໄປຄອງໄດ້ສຳເລັດ ພາຍຫຼັງບໍ່ສາມາດຄວ້າແຊ້ມມາດົນກວ່າ 16 ປີ.
ການແຂ່ງຂັນເຕະບານຍິງຊີງແຊ້ມໂລກ 2015 ທີ່ປະເທດ ການາດາ ເປັນເຈົ້າພາບ ເມື່ອວັນທີ 5 ກໍລະກົດ ຜ່ານມາ ໃນຮອບ ຊິງຊະນະເລີດ ເຊິ່ງເປັນການກັບມາພົບກັນອີກຄັ້ງ ລະຫວ່າງ ທີມຊາດຍີ່ປຸ່ນ ແຊ້ມເກົ່າ ກັບ ສະຫະລັດອາເມລິກາ ຮອງແຊ້ມ ປີ 2011 ເຊິ່ງເມື່ອ 4 ປີກ່ອນ ຍີ່ປຸ່ນ ເອົາຊະນະ ສະຫະລັດອາເມລິກາ ດ້ວຍການຍິງຈຸດໂທດ 3-1 ຫຼັງສະເໝີກັນ 2-2 ໃນ 120 ນາທີ ຂອງໄລຍະເວລາປົກກະຕິ ແລະ ຕໍ່ເວລາພິເສດ.
ເກມນີ້, ທີມຊາດສະຫະລັດອາເມລິກາ ຖືກຍົກໃຫ້ເໜືອກວ່າ ທີມຊາດຍີ່ປຸ່ນ ທາງດ້ານຮູບຮ່າງ ແລະ ຟອມການຫຼິ້ນທີ່ຕໍ່ເນື່ອງ ຂອງນັກເຕະ ເຊິ່ງໃນຮອບ 4 ທີມ ຜ່ານມາ ພວກເຂົາເອົາຊະນະ ເຢຍລະມັນ 2-0 ຂະນະທີ່ ຍີ່ປຸ່ນ ຜ່ານເຂົ້າຮອບຊີງຊະນະເລີດ ຫວຸດຫວິດ ດ້ວຍການບຽດເອົາຊະນະ ອັງກິດ 2-1 ໃນໄລຍະຕໍ່ ເວລາພິເສດແບບໂຊກຊ່ວຍ ທີ່ເກີດຈາກຄວາມຜິິດພາດຂອງນັກ ເຕະອັງກິດ ທີ່ຍິງເຂົ້າປະຕູຕົວເອງ.
ເລີ່ມເກມການແຂ່ງຂັນໃນເຄິ່ງເວລາທຳອິດ ໄດ້ພຽງ 3 ນາທີ ສະຫະລັດອາເມຣິກາ ໄດ້ປະຕູຂຶ້ນນໍາຢ່າງໄວວາ ຈາກຈັງຫວະເຕະ ແຈ ເມແກນ ຣຳປິໂນ ເປີດບານເຂົ້າໄປໜ້າປະຕູ ແລະ ກໍ່ເປັນ ຄາລີ ລອຍ ນັກເຕະກອງໜ້າຕົວເກັ່ງ ທີ່ແລ່ນເຂົ້າໄປຍິງດ້ວຍຊ້າຍເຂົ້າປະ ຕູໄປໃຫ້ສະຫະລັດອາເມລິກາ ຂຶ້ນນຳ ຍີ່ປຸ່ນ ໄປກ່ອນ 1-0 ປະຕູ. ຫຼັງຈາກນັ້ນ ອີກ 2 ນາທີ ສະຫະລັດອາເມຣິກາ ໄດ້ປະຕູຂຶ້ນນຳເປັນ 2-0 ຈາກລູກຟຣີຄິກຂອງ ຈູລີ ຈອນສະຕັນ ທີ່ເປີດເຂົ້າໄປໜ້າປະຕູ ບານໄປຕຳເອົານັກເຕະກອງຫຼັງຍີ່ປຸ່ນ ປ່ຽນທິດມາເຂົ້າທາງ ຄາລີ ລອຍ ຄົນເກົ່າ ຍິງເຂົ້າປະຕູໄປບໍ່ເຫຼືອ. ຈາກນັ້ນ ນາທີ 14 ສະຖາ ນະການຂອງຍີ່ປຸ່ນ ຍິ່ງຮ້າຍແຮງຂຶ້ນກວ່າເກົ່າ ເມື່ອ ອາຊຶສະ ອິວາຊິມິ ຊຶ ຂຶ້ນໂໝ່ງສະກັດບານບໍ່ດີ ມາເຂົ້າທາງ ລໍເຣນ ຮໍລິເດ ວອລເລ້ ໄລຍະ 12 ແມັດ ເຂົ້າປະຕູໄປໃຫ້ສະຫະລັດອາເມລິກາ ໜີຫ່າງ ເປັນ 3-0 ປະຕູ ຍັງບໍ່ພໍເທົ່ານັ້ນ ອີກ 2 ນາທີຖັດມາ ສະຫະລັດອາ ເມລິກາ ໄດ້ປະຕູໜີຫ່າງໄປເປັນ 4-0 ຈາກຈັງຫວະຍິງໄກຈາກເຄິ່ງ ສະໜາມຂອງ ຄາລີ ລອຍ, ອາຢູມິ ໄຄໂຮຣິ ຜູ້ຮັກສາປະຕູຍີ່ປຸ່ນ ພະຍາຍາມໂດດປັດ ແຕ່ເອົາບໍ່ຢູ່ ບານພຸ່ງໄປກອງຢູ່ກົ້ນຕາໜ່າງປະຕູ.
ແນວໃດກໍ່ຕາມ ນາທີ 27 ຍີ່ປຸ່ນ ໄດ້ປະຕູຕີໄຂ່ແຕກ ໄລ່ມາ ເປັນ 1-4 ຈາກຈັງຫວະ ນາໂຮມິ ຄາວາຊຶມິ ລາກບານຂຶ້ນໄປ ທາງແຄມເສັ້ນເບື້ອງຂວາກ່ອນຈະເປີດໃຫ້ ຢູກິ ໂອກິມິ ຈັບບານລົງ ພື້ນແລ້ວຍິງເນັ້ນໆໃນເຂດໜ້າປະຕູ ເວລາທີ່ເຫຼືອ ທັງ 2 ທີມບໍ່ມີ ປະຕູເພີ່ມ ເຮັດໃຫ້ຈົບເຄິ່ງເວລາທຳອິດ ສະຫະລັດອາເມລິກາ ຂຶ້ນ ນຳ ຍີ່ປຸ່ນ 4-1 ປະຕູ.
ກັບມາແຂ່ງຂັນຕໍ່ໃນເຄິ່ງຫຼັງ ຍີ່ປຸ່ນ ແກ້ເກມມາດີ ດ້ວຍການ ໄດ້ຄອງບານຫຼາຍກວ່າ ແລະ ໄດ້ປະຕູ ໄລ່ມາເປັນ 2-4 ອາຍະ ມິຍາມະ ເປີດຟຣີຄິກເຂົ້າໄປໃນເຂດໂທດ ຈູລີ ຈອນສະຕັນ ພະຍາ ຍາມໂໝ່ງສະກັດ ແຕ່ຜິດລ່ຽມ ບານປ່ຽນທາງເຂົ້າປະຕູຕົວເອງ ແນວໃດກໍ່ດີ ພຽງ 2 ນາທີຕໍ່ມາ ສະຫະລັດອາເມຣິກາ ໄດ້ປະຕູໜີ ຫ່າງໄປອີກເປັນ 5-2 ຈາກຈັງຫວະທີ່ ໄຄໂຮຣິ ປັດລູກເຕະແຈບໍ່ດີ ບານມາເຂົ້າທາງ ມາແກນ ໄບຣອັນ ກ່ອນຈະແຕະເບົາໆໃຫ້ກັບ ໂທບິນ ຮິດ ແປເຂົ້າປະຕູໄປແບບງ່າຍໆ.
ເວລາທີ່ເຫຼືອ ທັງ 2 ທີມ ເປີດເກມແລກເຂົ້າໃສ່ກັນຢ່າງດຸເດືອດ ແລະ ເປັນທາງດ້ານຍີ່ປຸ່ນ ທີ່ມີໂອກາດໄດ້ຍິງຫຼາຍກວ່າ ແຕ່ຈັງຫວະ ສຸດທ້າຍບໍ່ຄົມພໍ ຈົບເກມການແຂ່ງຂັນ 90 ນາທີ ສະຫະລັດອາ ເມລິກາ ໄລ່ຕ້ອນເອົາຊະນະ ຍີ່ປຸ່ນ ໄປແບບຂາດຮອຍ 5-2 ປະຕູ ຄວ້າແຊ້ມສະໄໝທີ 3 ໄປຄອງໄດ້ສຳເລັດ ໃນຮອບ 16 ປີ ຕໍ່ຈາກ ປີ 1999 ແລະ 1991.
ສ່ວນລາງວັນອື່ນໆ ປະຈຳການແຂ່ງຂັນໃນຄັ້ງນີ້ມີດັ່ງນີ້: ລາງວັນນັກເຕະດີເດັ່ນ (Best player) ໄດ້ແກ່ ຄາລີ ລອຍ ທີມຊາດສະຫະລັດອາເມລິກາ, ລາງວັນນັກເຕະດາວຮຸ່ງດີເດັ່ນ (Best young player) ຕົກເປັນຂອງ ກາເດຍຊາ ທີມຊາດ ການາດາ, ລາງວັນເກີບຄຳ ຫຼື ດາວຊັລໂວ (Top scorer) ໄດ້ແກ່ ຄາລີ ລອຍ ກັບ ເຄເລຍ ຊາຊິກ ທີມຊາດເຢຍລະມັນ ທີ່ຍິງໄດ້ 6 ປະຕູເທົ່າກັນ ຂະນະທີ່ ໂຮບ ໂຊໂລ ທີມຊາດສະຫະລັດອາເມລິກາ ໄດ້ລາງວັນຜູ້ຮັກສາປະຕູດີເດັ່ນ (Best goalkeeper) ໄປຄອງ ສ່ວນທີມຊາດຝຣັ່ງ ທີ່ຕົກຮອບ 8 ທີມ ໄດ້ຮັບລາງວັນທີມມາລະ ຍາດດີເດັ່ນ (Fair play award) ປອບໃຈ.
ຂ່າວຈາກ: ສສກ | ຂ່າວພາຍໃນ | 2015-07-08T16:25:07+00:00 | https://laopost.com/?p=29724 |
ຜົນການຈັບສະຫຼາກບານເຕະ ຖ້ວຍເອຟເອຄັບ ຮອບ 4 | ຜົນການຈັບສະຫຼາກບານເຕະຖ້ວຍ ເອຟເອຄັບ ຮອບ4 ເຊລຊີ ຈ່າຝຸງພຣີເມຍລີກອັງກິດ ງານເບົາ ເປີດບ້ານຮັບມີຜູ້ຊະຊະລະຫວ່າງມິລລ໌ວອລລ໌ ທີມໃນ ເດິ ແຊ່ມປຽນຊີຟ ຫຼື ແບຣດຟອຣ໌ດທີມມາຈາກ ລີກ ວັນ ສ່ວນ ຜີສາດແດງ ແມນເຊສເຕີຢູໄນເຕັດ ກໍ່ເຈີງານບໍ່ໜັກເຊັນດຽວກັນ ຕ້ອງອອກໄປເຢືອນ ແຄມບຣິດຈ໌ ຢູໄນເຕັດ ທີມຈາກລີກ ທູ ຂະນະທີ່ລີເວີຣ໌ພູລ ເປີດບ້ານພົບກັບໂບຕັນວັນເດີເລີຣ໌ສ
ສະຫຼຸບຜົນຈັບສະຫຼາກ ເອຟເອຄັບ ຮອບ 4 ເມື່ອວັນທີ 5 ມັງກອນ ທີ່ຜ່ານມາ
ຊາວຣ໌ແຮມປ໌ຕັນ ຫຼື ອິປສວິຊ ທາວນ໌ ( ເດິ ແຊ່ມປ່ຽນຊີບ) ພົບກັບ ຄຣິສຕັລພາເລຊ
ເຄມບຣິດຈ໌ ຢູໄນໄເຈເຕັດ (ລີກທູ) ພົບ ແມນເຊສເຕີ ຢູໄນເຕັດ
ແບັຼກເບີຣ໌ນ ໂຮຣເວີຣ໌ສ (ເດິແຊ່ມປ່ຽນຊີບ) ພົບ ສະວອນຊີ ຊິຕີ
ເຊລຊີ ພົບ ມິລລ໌ວອລລ໌ (ເດິແຊ່ມປຽນຊີບ) ຫຼື ແບຣດຟອດຣ໌ດ ຊີຕິ (ລີກວັນ)
ດາຣ໌ບີ້ ເຄົານ໌ຕີ້(ເດິແຊ່ມປຽນຊີບ) ພົບ ສະຄັນທອຣ໌ປ ຢູໄນເຕັດ (ລີກວັນ) ເຊສເຕີຣ໌ຟິລດ໌ (ລີກວັນ)
ເປຣສຕັນ ນອຣ໌ທ ເອນດ໌ (ລີກ ວັນ) ພົບ ເຊຟຟິລດ໌ ຢູໄນເຕັດ (ລີກ ວັນ)
ເບີຣ໌ມິງແຮມ ຊີຕີ (ເດິແຊ່ມປຽນຊີບ) ພົບ ເວສຕ໌ບຣອມວິຊ ອັນບຽນ
ແອສຕັນ ວິລລ່າ ພົບ ເອເອຟຊີ ບອຣ໌ນມັທ (ເດິແຊ່ມປຽນຊີບ)
ຄາຣ໌ດິຟຟ໌ ຊີຕີ (ເດິແຊ່ມປຽນຊີບ) ພົບ ເຮັດດິງ (ເດິແຊ່ມປຽນຊີບ)
ລີເວີຣ໌ພູລ ພົບ ໂບລຕັນ ວັນເດີເລີຣ໌ສ (ເດິແຊ່ມປຽນຊີບ)
ເບີຣ໌ນລີຍ໌ ຫຼື ທ໊ອດແນ່ທ ຮ໊ອທສະເປີ ຣ໌ ພົບ ເລສເຕີຣ໌ ຊີຕີ
ໄບຣທ໌ຕັນ ແອນດ໌ ໂຮຟ ອັນບຽນ (ເດິແຊ່ມປຽນຊີບ) ພົບອາຣ໌ເຊນ່ອລ
ຮອຊເດລ (ລີກວັນ) ພົບສະໂຕກ ຊີຕີ
ຊັນເດີຣ໌ແລນດ໌ ພົບ ຟູແລ່ມ (ເດິແຊ່ມປຽນຊີບ) ຫຼື ວູລ໌ຟແຮັມປ໌ຕັນ ວັນເດີເລີຣ໌ລ (ເດິແຊ່ມປຽນຊີບ)
ດອນຄາສເຕີຣ໌ ໂຣເວີຣ໌ສ (ລີກ ວັນ) ຫຼື ບຣິສຕອນ ຊີຕີ (ຄອນ ເຟີເຣນຊ໌) ພົບ ເອຟເວີຣ໌ຕັນ ຫຼື ເວສຕ໌ແຮມ ຢູໄນເຕັດ
ແມນເຊສເຕີຣ໌ ຊີຕີ ພົບ ມິດເດີຣ໌ສໂບຣຊ໌ (ເດິແຊ່ມປຽນຊີບ)
>>http://sport.sanook.com/tag/ข่าวกีฬา/ | ຂ່າວຕ່າງປະເທດ | 2015-01-07T08:55:44+00:00 | https://laopost.com/?p=17260 |
ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງລາວ-ຣັດເຊຍ | ກະຊວງປ້ອງກັນປະເທດຮ່ວມກັບສະຖານທູດຣັດເຊຍປະຈໍາລາວ ຈັດທິທີປາຖະກະຖາວັນສ້າງຕັ້ງສາຍພົວພັນການທູດລະຫວ່າງລາວ-ຣັດເຊຍ ວັນທີ 7 ຕຸລາ ຄົບຮອບ 62ປີ ໃນຕອນເຊົ້າວັນທີ 6 ຕຸລາ 2022 ຢູ່ຫ້ອງປະຊຸມໃຫຍ່ ກົມໃຫຍ່ການເມືອງກອງທັບ ມີພົນເອກ ຈັນສະຫມອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານວາລາດີເມຍ ກາລີນີນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ເເຫ່ງສະຫະພັນຣັດເຊຍ ປະຈໍາລາວ, ມີຄະນະພັກ-ຄະນະນໍາ,ພະນັກງານຫລັກເເຫລ່ງ, ນາຍເເລະພົນຫານ ອ້ອມຂ້າງກະຊວງປ້ອງກັນປະເທດ ພ້ອມດ້ວຍເເຂກຖືກເຊີນເຂົ້າຮ່ວມ.
ໂອກາດນີ້ ພົນໂທທອງລອຍ ສິລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີ ຫົວຫນ້າກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ມີຄໍາເຫັນໃນພິທີວ່າ:ປະຫວັດເເຫ່ງການຕໍ່ສູ້ປົດປ່ອຍຊາດ ຂອງປະຊາຊົນລາວບັນດາເຜົ່າລ້ວນເເຕ່ໄດ້ຕິດພັນຢ່າງສະນິດເເຫນ້ນ,ເລິກເຊີ່ງກັບໄຊຊະນະອັນຍີ່ງໃຫຍ່ຂອງປະຊາຊົນຣັດເຊຍ ໂດຍສະເພາະການປະຕິວັດເດືອນຕຸລາຣັດເຊຍປີ1917 ເເລະ ໄຊຊະນະປົກປ້ອງປີຕຸພູມ ໃນສົງຄາມໂລກຄັ້ງທີ2 ໄຊຊະນະຂອງກອງທັບເເດງໂຊຫວຽດ ເຮັດໃຫ້ສົງຄາມໂລກຄັ້ງທີ2ຢຸດຕິລົງ ເປັນບ່ອນອີງພືນຖານສໍາຄັນເຮັດໃຫ້ສັງຄົມນີຍົມຂະຫຍາຍຕົວຢ່າງກວ້າງຂວາງ ເເລະ ເເຂງເເຮງ ສ້າງທ່ວງທ່າໃຫມ່ຍາດໄດ້ໄຊຊະນະ ໃນການຕໍ່ສູ້ຕ້ານລັດທິລ່າເມືອງຂື້ນເເບບເກົ່າເເລະໃຫມ່ ດັ່ງນັ້ນໃນມະຕິ6 ສະໄຫມທີ1ຂອງພັກປະຊາຊົນປະຕິວັດລາວ ພັກໄດ້ວາງເເນວທາງການຕ່າງປະເທດຢ່າງເເທດເຫມາະ ສອດຄ່ອງກັບສະພາບເງື່ອນໄຂຕົວຈີງ ໄດ້ເພີ່ມທະວີການພົວພັນທາງດ້ານເສດຖະກິດ ເເລະ ວັດທະນະທໍາກັບປະເທດຫວຽດນາມ,ຈີນ ລວມເຖີງບັນດາປະເທດສັງຄົມນິຍົມ,ກ້າວໄປເຖິງການສ້າງຕັ້ງສາຍພົວພັນທາງການທູດກັບບັນດາປະເທດສັງຄົມນິຍົມ ດ້ວຍເເນວທາງອັນຖືກຕ້ອງຂອງພັກ ສົມທົບກັບການເຄື່ອນໄຫວການຕ່າງປະເທດທີ່ເປັນຜົນດີໃຫ້ເເກ່ກໍາລັງປະຕິວັດ ບັນດາປະເທດຮັກຫອມສັນຕິພາບໃນໂລກ ມາເຖີງວັນທີ 7ຕຸລາ1960 ລັດຖະບານລາວໄດ້ສ້າງຕັ້ງສາຍພົວພັນທາງການທູດກັບອະດີດສະຫະພາບໂຊຫວຽດ ກໍ່ຄືສະຫະພັນຣັດເຊຍ ໃນປັດຈຸບັນ ເຊີ່ງປີນີ້ຄົບຮອບ62ປີ.
ໂອກາດດຽວກັນນີ້ ທ່ານວາລາດີເມຍ ກາລີນີນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ເເຫ່ງສະຫະພັນຣັດເຊຍ ປະຈໍາລາວມີຄໍາເຫັນວ່າ: ນັບເເຕ່ຣັດເຊຍ ເເລະລາວໄດ້ຕັ້ງສ້າງຕັ້ງສາຍພົວພັນທາງການທູດຮ່ວມກັນຍີ່ງເຮັດໃຫ້ສອງປະເທດພວກເຮົາມີຄວາມຜູກພັນ ສະຫນີດສະຫນົມກັນຫລາຍຂື້ນເເລະນັບມື້ກ້າວເຂົ້າສູ່ລວງເລີກ ດ້ວຍເເນວທາງນະໂຍບາຍທີ່ຖືກຕ້ອງສອດຄ່ອງ ເເລະ ເເນວຄິດທີ່ຄ້າຍຄືກັນຕໍ່ບັນດາບັນຫາຕົ້ນຕໍຂອງໂລກ ເເລະ ຂົງເຂດ ເຮັດໃຫ້ສອງປະເທດພວກເຮົາມີຜົນສໍາເລັດໃນການປະສານງານກັນໃນເວທີສາກົນ, ພ້ອມດຽວກັນສອງປະເທດຣັດເຊຍ-ລາວຍັງສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືສອງຝ່າຍໃນລະດັບສູງ ເເລະ ອື່ນໆ ຄຽງຄູ່ກັນນີ້ຣັດເຊຍຈະສືບຕໍ່ໃຫ້ການຊ່ວຍເຫລືອລາວຢ່າງຕໍ່ເນື່ອງໃນທຸກຂົງເຂດວຽກງານ ໂດຍສະເພາະການພັດທະນາຊັບພະຍາກອນມະນຸດໃນຂົງເຂດການສຶກສາ, ວຽກງານການທະຫານ, ສາທາລະນະສຸກ, ການພັດທະນາພື້ນຖານໂຄງລ່າງ ລວມເຖີງດ້ານຕ່າງໆອີກຈໍານວນຫນື່ງ.
ທີ່ມາ: Lao National Radio | ຂ່າວພາຍໃນ | 2022-10-06T16:55:45+00:00 | https://laopost.com/?p=138371 |
ນັກວິເຄາະອ້າງເຖີງນະໂຍບາຍການຄ້າຂອງ ທຣໍ້າ ອາດເຮັດໃຫ້ລາຄາໃນຕະຫລາດຮຸ້ນສູງຂື້ນ. | ຕະຫລາດຮຸ້ນທົ່ວໂລກຕົກລົງມາຢ່າງຫນັກຕັ້ງແຕ່ອາທິດທີ່ແລ້ວ ຈົນມາຮອດປະຈຸບັນ ສາເຫດຫລັກແມ່ນມາຈາກການຂື້ນອັດຕາດອກເບ້ຍຂອງສະຫະລັດ ແລະ ການທີ່ປະທານາທິບໍດີ ທຣໍ້າ ປະກາດຕັ້ງກຳແພງພາສີສິນຄ້ານໍາເຂົ້າຈາກຈີນເພີ່ມຂື້ນອີກ ຊື່ງນັກວິເຄາະເຊື່ອວ່າສົງຄາມການຄ້າລະຫວ່າງສະຫະລັດ ແລະ ຈີນ ອາດນຳໄປສູ່ການພັງທະລາຍຂອງຕະຫລາດຫຸ້ນທົ່ວໂລກ.
ການຂື້ນພາສີສິນຄ້ານຳເຂົ້າຈາກຈີນມູນຄ່າມະຫາສານ ຈະສົ່ງຜົນໃຫ້ລາຄາສິນຄ້າອຸປະໂພກ-ບໍລິໂພກ ໃນສະຫະລັດສູງຂື້ນ ແລະ ເມື່ອຮູບການນີ້ຮ່ວມເຂົ້າກັບຜົນກະທົບຈາກການຂື້ນອັດຕາດອກເບ້ຍຂອງທະນາຄານກາງສະຫະລັດ ມັນຈະສົ່ງຜົນໃຫ້ຕະຫລາດຮຸ້ນສະຫະລັດ ທີ່ເຄີຍຟົດຟື້ນມາຕະຫລອດຫລາຍເດືອນ ຕົກລົງຢ່າງຫນັກ.
ນັກວິເຄາະເຊື່ອວ່າ ສີ່ງທີ່ຫນ້າເປັນຫ່ວງທີ່ສຸດແມ່ນ ນະໂຍບາຍປົກປ້ອງການຄ້າຂອງ ທຣໍ້າ ທີ່ນຳໄປສູ່ສົງຄາມການຄ້າກັບຈີນ ຊື່ງສົ່ງຜົນໃຫ້ຕະຫລາດຮຸ້ນຈີນຕົກລົງມາຢ່າງຫນັກ ແຕ່ເມື່ອປຽບທຽບຜົນກະທົບລະຫວ່າງສະຫະລັດ ແລະ ຈີນແລ້ວ ສະຫະລັດແມ່ນໄດ້ຮັບຜົນກະທົບຫລາຍກວ່າ. ດັ່ງນັ້ນ, ສະຫະລັດຈື່ງຄວນພິຈາລະນາໃຫຮອບຄອບໃນການດຳເນີນນະໂຍບາຍການຄ້າ.
ແມ່ນວ່າທາງສະຫະລັດ ແລະ ຈີນ ຈະເປີດການເຈລະຈາລະດັບສູງເຖິງ 3 ຮອບ ເພື່ອຫາທາງຫລີກລ້ຽງສົງຄາມການຄ້າ ແຕ່ເມື່ອວັນທີ 15 ມິຖຸນາ ທີ່ຜ່ານມາ ທຣໍ້າ ປະກາດຂື້ນພາສີສິນຄ້ານຳເຂົ້າຈາກຈີນ 25% ຂອງມູນຄ່ານຳເຂົ້າເຖີງ 50,000 ລ້ານໂດລາສະຫະລັດ. ຂະນະທີ່ຈີນກໍຕອບໂຕ້ກັບສະຫະລັດດ້ວຍການຂື້ນພາສີສິນຄ້ານຳເຂົ້າຈາກສະຫະລັດ 25% ເປັນມູນຄ່າ 50,000 ລ້ານໂດລາສະຫະລັດເຊັ່ນກັນ ແລະ ເມື່ອວັນທີ 18 ມິຖຸນາ ທີ່ຜ່ານມາ ທຣໍ້າ ຍັງເພີ່ມລາຍການສິນຄ້ານຳເຂົ້າຈາກຈີນມູນຄ່າ 20,000 ລ້ານໂດລາສະຫະລັດ ທີ່ຈະຕ້ອງເຈີກັບກຳແພງພາສີຂອງສະຫະລັັດທີ່ຈະເພີ່ມຂື້ນອີກ.
ແຫລ່ງຂ່າວຕ່າງປະເທດ: TNA | ຂ່າວຕ່າງປະເທດ | 2018-06-23T08:30:47+00:00 | https://laopost.com/?p=101610 |
ອຸດສາຫະກຳ-ການຄ້າ ແຂວງສະຫວັນນະເຂດ ຕັ້ງເປົ້າການຜະລິດສົກນີ້ ໃຫ້ບັນລຸ 2 ພັນຕື້ກວ່າກີບ! | (ພາບປະກອບ: ໂຮງງານອຸດສາຫະກຳ ປະກອບລົດກະບະແຫ່ງໜຶ່ງ ຢູ່ເຂດເສດຖະກິດພິເສດ ສະຫວັນ-ເຊໂນ)
ຂປລ.ທ່ານ ພອນສະໄໝ ຈັນສີນາ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະເຂດ ເປີດເຜີຍໃນກອງປະຊຸມຕີລາຄາຄືນການເຄື່ອນໄຫວວຽກງານຂອງຕົນໃນສົກປີ 2014-2015 ແລະ ວາງທິດທາງແຜນການສົກປີ 2015- 2016 ເມື່ອທ້າຍເດືອນທັນວາຜ່ານມາວ່າ: ໃນໄລຍະ 1 ປີຜ່ານມານີ້, ບັນດາຫົວໜ່ວຍທຸລະກິດເຮັດການຜະລິດ ໄດ້ເຄື່ອນໄຫວ ແລະ ທຳການຜະລິດຢ່າງເປັນປົກກະຕິ, ລວມຍອດມູນຄ່າຜະລິດຕະພັນໃນທົ່ວແຂວງບັນລຸໄດ້ 2.600 ຕື້ກວ່າກີບ, ຂົງເຂດອຸດ ສາ ຫະກຳ ແລະ ຫັດຖະກຳ ມີຍອດມູນຄ່າຜະລິດຕະພັນທັງໝົດ 9.200 ຕື້ກວ່າກີບ, ລວມຍອດມູນຄ່າຈຳໜ່າຍພາຍໃນບັນລຸ 2.400 ຕື້ກວ່າກີບ, ມູນຄ່າການສົ່ງອອກຜະລິດຕະພັນອຸດສາຫະກຳ ແລະ ຫັດຖະກຳປຸງແຕ່ງ ທົ່ວແຂວງບັນລຸໄດ້ 91,73 ລ້ານ ໂດລາ. ປັດຈຸບັນທົ່ວແຂວງ ມີຫົວໜ່ວຍເຮັດທຸລະກິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳທັງໝົດ 2.033 ແຫ່ງ, ສາ ມາດສ້າງວຽກເຮັດງານທຳໃຫ້ແກ່ຊາວຜູ້ອອກແຮງງານທັງພາຍໃນ ແລະ ຕ່າງປະເທດໄດ້ທັງໝົດ 14 ພັນກວ່າຄົນ.
ໃນສົກປີ 2015-2016 ນີ້, ວາງຄາດໝາຍສູ້ຊົນໃຫ້ອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳຂະຫຍາຍຕົວສະເລ່ຍ 12-13%, ອຸດສາຫະກຳເພີ່ມຂຶ້ນ 30-31% ຂອງGDP ຂອງແຂວງ, ມູນຄ່າຜະລິດທັງໝົດ 2.200 ຕື້ກວ່າກີບ, ດັດສົມ ໂຮງງານໄມ້ ແລະ ເຟີນີເຈີຈຳນວນ 285 ແຫ່ງ ໃຫ້ສຳເລັດຢ່າງໜ້ອຍ 80%, ມູນຄ່າສົ່ງອອກ-ນຳເຂົ້າໃຫ້ໄດ້ດຸນສະເລ່ບ 90-100%ຂອງມູນຄ່າລວມເຫລົ່ານີ້ເປັນຕົ້ນ.
ແຫລ່ງຂ່າວ: | ຂ່າວພາຍໃນ | 2016-01-05T10:33:34+00:00 | https://laopost.com/?p=44276 |
ສິງກະໂປໄດ້ເລີ່ມທົດລອງຫຸ່ນຍົນເພື່ອກວດກາໃນພື້ນທີ່ສາທາລະນະ | ເວັບໄຊ້ ndtv ໄດ້ລາຍງານວ່າສິງກະໂປໄດ້ເລີ່ມທົດລອງຫຸ່ນຍົນເພື່ອກວດກາໃນພື້ນທີ່ສາທາລະນະ ແລະ ສອດແນມເບິ່ງການປະຕິບັດພຶດຕິກໍາທາງສັງຄົມທີ່ບໍ່ດີຂອງກຸ່ມຄົນ.
ສິງກະໂປເປັນປະເທດໜຶ່ງທີ່ມີຄວາມປອດໄພຫຼາຍທີ່ສຸດໃນໂລກ ແລະ ປະເທດສິງກະໂປກໍໄດ້ທົດລອງໃຊ້ຫຸ່ນຍົນອັດຕະໂນມັດຈໍານວນສອງເຄື່ອງເພື່ອກວດກາພຶດຕິກໍາທີ່ບໍ່ດີເຊັ່ນ: ການລະເມີດມາດຕະການຄວາມປອດໄພໃນການປ້ອງກັນພະຍາດ COVID-19, ການສູບຢາໃນສະຖານທີ່ຫ້າມສູບຢາ ແລະ ການຈອດລົດຖີບທີ່ບໍ່ເໝາະສົມ.
ຫຸ່ນຍົນດັ່ງກ່າວມີຊື່ວ່າ Xavier ໄດ້ຖືກຕິດຕັ້ງກ້ອງຖ່າຍຮູບທີ່ສາມາດກວດກາພຶດຕິກໍາທີ່ບໍ່ດີ ແລະ ສົ່ງການແຈ້ງເຕືອນໄປຍັງສູນບັນຊາ ແລະ ຄວບຄຸມ. | ຂ່າວຕ່າງປະເທດ | 2021-09-09T13:40:18+00:00 | https://laopost.com/?p=127582 |
ກັບຕັນ ອາເມຣິກັນ ແອຣ໌ລາຍ ເສຍຊີວິດກາງອາກາດ! ຜູ້ຊ່ວຍນັກບິນ ຂັບລົງຈອດສຸກເສີນຢ່າງປອດໄພ! | ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ຕຸລານີ້ວ່າ ກັບຕັນເຮືອບິນໂດຍສານ ແອຣ໌ບັສ A320 ຖ້ຽວບິນທີ 550 ຂອງສາຍການບິນ ອາເມຣິກັນ ແອຣ໌ລາຍ ໄດ້ເສຍຊີວິດໃນຂະນະຂັບເຮືອບິນພາຜູ້ໂດຍສານຈຳນວນ 147 ຄົນ ແລະ ລູກເຮືອອີກ 5 ຄົນ ຈາກເມືອງຟີນິກ ລັດແອຣິໂຊນາ ໄປຍັງເມືອງບອສຕັນ ລັດແມດຊາຊູເຊສ ເຮັດໃຫ້ຜູ້ຊ່ວຍນັກບິນຕັດສິນໃຈປ່ຽນເສັ້ນທາງການບິນ ແລ້ວໄປລົງຈອດສຸກເສີນຢ່າງປອດໄພ ທີ່ເມືອງຊີຣາຄິວ ລັດນິວຢອກ ໃນເວລາ 7:13 ໂມງ ຂອງມື້ວັນຈັນຜ່ານມາ (5 ຕຸລາ) ຕາມເວລາໃນທ້ອງຖິ່ນ.
ທັງນີ້ ແມ່ນຍັງບໍ່ທັນມີການເປີດເຜີຍ ເຖິງສາເຫດຂອງການເສຍຊີວິດຂອງກັບຕັນເຮືອບິນຄັ້ງດັ່ງກ່າວນີ້ ແຕ່ຢ່າງໃດ. | ຂ່າວຕ່າງປະເທດ | 2015-10-06T12:15:52+00:00 | https://laopost.com/?p=37247 |
4 ພຶດຕິກຳ ຕາມໃຈປາກ ລຳບາກຮ່າງກາຍ | ພຶດຕິກຳຂອງຄົນເຮົາບໍ່ມີໃຜບໍ່ມັກກິນ ການກິນລ້ວນເປັນສິ່ງທີ່ທຸກຄົນມັກ ເພີນເພີດ ທັງໃຈ ຄວາມສຸກຂອງຄົນສ່ວນໃຫຍ່ຢູ່ທີ່ການ ຕາມໃຈປາກ ແຕ່ຫາກຮູ້ບໍ່ວ່າ ບາງສິ່ງອາດເຮັດໃຫ້ລຳບາກກາຍໃນອະນາຄົດ
1. ການກິນອາຫານລົດເຂັ້ມຂຸ້ນ ແຊບ ຕາມໃຈປາກ
ພຶດຕິກຳການກິນຂອງຄົນສ່ວນໃຫ່ຍມັກນິຍົມຖຶກໃຈໃນອາຫານລົດເຂັ້ນຂຸ້ນເປັນທີ່ສຸດ ມີເຄັມແຮງກໍສົ້ມແຮງແລະ ກໍ່ເຜັດແຮງ
ຈື່ໄວ້ວ່າ ແມ່ນຫຍັງທີ່ມັນກາຍພໍດີ ມັກຈະມີໂທດ ຍິ່ງຫາກກິນລົດເຂັ້ມຂຸ້ນຫລາຍໆ ກາຍພໍດີສິ່ງທີ່ນໍາມາຄື ຈະມີພະຍາດແຖມມາໃຫ້
ສົ້ມຫລາຍ: ບໍ່ດີຕໍ່ກະເພາະອາຫານ ອາດມີອາການຖອກທ້ອງ ແລະ ກະດູກບໍ່ແຂງແຮງໄດ້
ຫວານຫລາຍ: ສ່ຽງສາລະພັດພະຍາດ ສ່ຽງຕໍ່ນ້ຳຕານໃນເລືອດສູງ ເບົາຫວານ ພະຍາດຕຸ້ຍ ຄວາມດັນເລືອດສູງ ພະຍາດຫົວໃຈ
ເຜັດແຮງ: ມີຜົນຕໍ່ກະເພາະອາການ ເຮັດໃຫ້ເກີດກົດໃນກະເພາະ ຖ້າກົດຫລາຍກໍຈະເຮັດໃຫ້ ທ້ອງອືດ, ແສບທ້ອງ, ເຈັບທ້ອງ ຫລື ທີ່ບາງຄົນຄິດບໍ່ເຖິງຄື ພະຍາດຕຸ້ຍ ແລະ ສ່ຽງຕໍ່ການເປັນພະຍາດຫົວໃຈ ເພາະລະບົບໄຫລວຽນເລືອດເຮັດວຽກໜັກເກີນໄປແລະ ບໍ່ພຽງແຕ່ພະຍາດຫມາກໄຂ່ຫລັງເທົ່ານັ້ນ ຍັງມີງານວິໄຈທາງການແພດພົບວ່າ ສານໂຊດຽມ ຫລື ເກືອ ເປັນສາເຫດຂອງພະຍາດຄວາມດັນເລືອດສູງ ມີຜົນຮ້າຍແຮງຢ່າງຕໍ່ເນື່ອງກັບພະຍາດຫົວໃຈ ແລະ ອຳມະພຶກ
2. ຂອງໝັກ ຂອງດອງ
ການ ນຳວັດຖຸດິບສົດໆ ມາໝັກ ຫລື ດອງ ຖືວ່າເປັນການຖະໜອມອາຫານທີ່ເປັນພູມປັນຍາຂອງຄົນບູຮານມາດົນແລ້ວ ແຕ່ກ່ອນນັ້ນມີການໝັກດອງເປັນການຸະໜອມອາຫານກັນເອງໃນຄົວເຮືອນ
ແຕ່ໃນປະຈຸບັນ ອາຫານໝັກດອງກາຍມາເປັນອຸດສາຫະກຳຫລາຍຂຶ້ນ ແລ້ວແຊບຊ້ອຍຖືກປາກ ກໍເປັນທີ່ຕ້ອງການຫລາຍຂຶ້ນ ພໍ່ຄ້າແມ່ຄ້າກໍຫົວໃສໃສ່ສານເຄມີທີ່ເປັນອັນຕະລາຍປະສົມເຂົ້າໄປເພື່ອເພີ່ມລົດຊາດ ຫລື ເຮັດໃຫ້ໜ້າຕາເບິ່ງໜ້າກິນ ເຊິ່ງສານເຫລົ່ານີ້ເປັນສານກໍ່ມະເຮັງ ຫລື ໃນບາງເທື່ອ ຫາກເລືອກກິນຜັກຫມາກໄມ້ດອງ ແມ່ນຈະບໍ່ໄດ້ໃສ່ສານພິດອື່ນໆ ລົງໄປ ແຕ່ອາດມີການຕົກຄ້າງຢູ່ຂອງຢາຂ້າແມງໄມ້ ຫາກສະສົມຢູ່ໃນຮ່າງກາຍ ຈະເຮັດໃຫ້ເກີດມະເຮັງໄດ້
3. ໝີ່ເຄິ່ງສໍາເລັດຮູບ
ໝີ່ ເຄິ່ງສຳເລັດຮູບ ຖືເປັນອາຫານຈານດ່ວນ ແບບດ່ວນຫລາຍທີ່ສຸດ ແລະ ປະຫຍັດທີ່ສຸດເທົ່າທີ່ມີຢູ່ ເຕີມນ້ຳຮ້ອນປະມານ 3-5ນາທີ ສຳເລັດກໍກິນໄດ້ ດັ່ງນັ້ນຄົນຈຶ່ງນິຍົມກິນກັນຫລາຍ ໂດຍສະເພາະເດັກນ້ອຍໃນໄວຮຽນ ໄວໜຸ່ມ ແລະ ເດັກນ້ອຍຫໍພັກ ແມ່ນຢູ່ທີ່ໝີ່ເຄິ່ງສຳເລັດຮູບເຮັດໃຫ້ອິ່ມທ້ອງໄດ້ ແຕ່ວ່າມັນບໍ່ມີຄຸນຄ່າທາງໂພສະນາການ ແລະກໍ່ໃຫ້ເກີດໂທດຕໍ່ສຸຂະພາບ ຫາກມີການບໍລິໂພກເປັນອາຫານຫລັກ
ຈາກງານວິໄຈຂອງສະມາຄົມຜູ້ບໍລິໂພກ ອົດສະຕາລີ (ເອຊີເອ) ສຳຫລວດພົບວ່າ ໝີ່ເຄິ່ງສຳເລັດຮູບ 1ຊອງ ມີ “ໄຂມັນ” ຫລາຍພໍໆ ກັບ “ອາຫານຂີ້ເຫຍື້ອ” ກໍເທົ່າກັບມັນຝະຝຣັ່ງຈືນຈຳນວນ 1ຫໍ່ນ້ອຍ ແຖມຍັງມີ ໂຊດຽມ ທີ່ປະສົມໃນເຄື່ອງປຸງລົດຢູ່ໃນປະລິມານທີ່ເກີນຄວາມຕ້ອງການຂອງຮ່າງກາຍ ໂດຍປະລິມານໂຊດຽມ ທີ່ເກີນປະລິມານທີ່ຕ້ອງການຈະເພີ່ມຄວາມສ່ຽງຕໍ່ການເກີດພະຍາດ ຄວາມດັນເລືອດສູງ ພະຍາດຫົວໃຈ ແລະ ພະຍາດຫມາກໄຂ່ຫລັງ
ນອກຈາກນີ້ຍັງສ່ຽງຕໍ່ການສະສົມຂອງ “ຄາຣບອນ” ຊຶ່ງເປັນສານກໍ່ມະເຮັງ ຈາກນ້ຳມັນພືດທີ່ໃຊ້ໃນ ການທອດ ແລະ ຫາກໃນກະບວນການທອດໃຊ້ນ້ຳມັນພືດລາຄາຖືກ ເຊັ່ນ ນ້ຳມັນປາມ ເຊິ່ງມີຄຸນສົມບັດ ແຕກຕົວເປັນ “ກົດໄຂມັນຊະນິດຊາທ” ທີ່ເປັນໜຶ່ງໃນປະຈຸບັນທີ່ເຮັດໃຫ້ເກີດພະຍາດຫົວໃຈໄດ້
4. ບໍ່ກິນແປ້ງນົວ
ເຄີຍຄິດຍ້ອນບໍວ່າ ມື້ໜຶ່ງໆ ອາຫານທີ່ຮັບປະທານມີແປ້ງນົວເປັນສ່ວນປະສົມຢູ່ຫລາຍນ້ອຍພຽງໃດ ເພາະປະຈຸບັນຄົນເຮົາມັກເບິ່ງຂ້າມສ່ວນປະສົມເຫລົ່ານີ້ໄປ ຄິດຮອດແຕ່ພຽງແຕ່ຄວາມແຊບ ຈົນລືມວ່າບາງທີ່ມັນອາດມີໂທດຕໍ່ຮ່າງກາຍໄດ້
ໂທດຂອງແປ້ງນົວນີ້ ຫາກມີການເຕີມລົງໄປໃນອາຫານເປັນສານເພີ່ມລົດຊາດ ໃນປະລິມານທີ່ຫລາຍເກີນໄປ ຫລື ໃນບາງຄົນທີ່ແພ້ແປ້ງນົວເມື່ອຮັບປະທານເຂົ້າໄປ ອາດເກີດອາການເໜື່ອຍອ່ອນ ເຈັບຫົວ ຫລື ມີໄຂ້ ແລະ ຍັງສົ່ງຜົນຕໍ່ຮ່າງກາຍໃນໄລຍະຍາວໄດ້
ຈື່ໄວ້ວ່າ ແມ່ນຫຍັງທີ່ມັນເກີນພໍດີ ມັກຈະມີໂທດ ຍິ່ງເປັນພຶດຕິກຳການກິນແລ້ວ ກໍບໍ່ແມ່ນສິ່ງທີຄົນ ຈະສາມາດເບິ່ງຂ້າມໄປໄດ້ ຈົ່ງຈື່ໄວ້ວ່າ ຢ່າມົວແຊບຊ້ອຍ ຕາມໃຈປາກ ຫລາຍເກີນໄປ ບໍ່ດັ່ງນັ້ນອາດຈະຕ້ອງເສຍເງິນຄຳຫລວງຫລາຍໄປກັບການປິ່ນປົວຮ່າງກາຍ ເຊິ່ງບໍ່ຄຸ້ມຄ່າເລີຍ? | ສຸຂະພາບ ແລະ ສີ່ງແວດລ້ອມ | 2014-09-17T17:14:56+00:00 | https://laopost.com/?p=10511 |
ຕົ້ນປີໜ້າ ຈີນຄາດວ່າຈະມີຜູ້ໂດຍສານຈີນເຂົ້າມາລາວຫຼາຍກວ່າ 1 ລ້ານຄົນດ້ວຍລົດໄຟ ລາວ-ຈີນ | ທາງການຈີນ ຄາດວ່າ ຈະມີຜູ້ໂດຍສານ ຫຼາຍກວ່າ 1 ລ້ານຄົນ ຈະເດີນທາງດ້ວຍລົດໄຟ ຄວາມໄວສູງ ຈາກຄຸນໝິງ ເຂົ້າມາລາວ ໃນຊ່ວງວັນພັກ ປີໃໝ່ລາວ ໃນຕົ້ນປີໜ້າ. ເຖິງວ່າຈະມີຂໍ້ຈຳກັດການເດີນທາງຍ້ອນການແຜ່ລະບາດຂອງ COVID-19
ສໍານັກຂ່າວຕ່າງປະເທດລາຍງານວ່າ ທາງລົດໄຟຄວາມໄວສູງ ຈີນ-ລາວ ທີ່ໄດ້ເປີດນຳໃຊ້ໃນວັນທີ 3 ທັນວາ 2021, ລາຍງານໃນວັນທີ 16 ທັນວາ 2021 ວ່າ ມີຜູ້ໂດຍສານຈາກຈີນທີ່ໄດ້ເດີນທາງດ້ວຍລົດໄຟສາຍນີ້ ຫຼາຍກວ່າ 300,000 ຄົນ
ເຊິ່ງລາວ ໄດ້ປະກາດໃນອາທິດນີ້ວ່າ ຈະເລີ່ມຮັບນັກທ່ອງທ່ຽວໃນວັນທີ 1 ມັງກອນ 2022 ໂດຍມີປະຊາຊົນໃນ 5 ແຂວງ ເທິງເສັ້ນທາງລົດໄຟ ລາວ-ຈີນ ໄປສັກວັກຊີນກັນພະຍາດ ໂຄວິດ-19 ເພື່ອກະຕຸ້ນລະບົບພູມຕ້ານທານ ກ່ອນປະເທດລາວຈະເປີດການທ່ອງທ່ຽວອີກຄັ້ງ.
ເທດສະການກຸດຈີນທີ່ຈະເລີ່ມຂຶ້ນໃນວັນທີ 1 ກຸມພາ 2022 ແຕ່ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ເສັ້ນທາງລົດໄຟຈະຫຍຸ້ງຫຼາຍປານໃດ. ການເດີນທາງເຂົ້າລາວແມ່ນຈະຕ້ອງໄດ້ຮັບອະນຸຍາດຈາກລັດຖະບານລາວກ່ອນ ແລະ ນັກເດີນທາງ ຍັງຕ້ອງຖືກກັກໂຕ ເປັນເວລາຫຼາຍມື້ ເມື່ອເດີນທາງເຂົ້າມາ ທັງຝັ່ງລາວ ແລະ ຈີນ.
ອ້າງອີງໂດຍ: channelnewsasia | ຂ່າວພາຍໃນ | 2021-12-17T10:26:27+00:00 | https://laopost.com/?p=130488 |
ຂີ້ກະເດືອນອົບພະຍົບເຕັມກາງຖະໜົນ ໜີນ້ຳຖ້ວມຢູ່ສະກົນນະຄອນ ປະເທດໄທ | ສຳນັກຂ່າວມະຕິຊົນອອນລາຍ ໄດ້ເຜີຍແຜ່ຮູບພາບ ເມື່ອວັນທີ 30 ກໍລະກົດທີ່ຜ່ານມາ ເຜີຍໃຫ້ເຫັນຮູບພາບຂີ້ກະເດືອນ ກຳລັງອົບພະຍົບໜີຕາຍຈາກນ້ຳຖ້ວມ ໂດຍຮູບພາບດັ່ງກ່າວ ໄດ້ຖືກໂພສຕ໌ຂຶ້ນທາງເຟສບຸກ ມະຫັດສະຈັນສະກົນນະຄອນ ຊຶ່ງໄດ້ລະບຸເຫດການດັ່ງກ່າວ ເກີດຂຶ້ນຢູ່ຖະໜົນທາງບ້ານທ່າຄວາຍ ຕາແສງທ່າກ້ອນ ເມືອງອາກາດອຳນວຍ ແຂວງສະກົນນະຄອນ ປະເທດໄທ ທີ່ກຳລັງປະສົບກັບໄພນ້ຳຖ້ວມໜັກ ໂດຍໄດ້ມີຜູ້ໃຊ້ເຟສບຸກຈຳນວນໜຶ່ງ ໄດ້ໃຫ້ຄວາມເຫັນວ່າ ເຫດການດັ່ງກ່າວ ແມ່ນເປັນເລື່ອງປົກກະຕິທົ່ວໄປ ໃນໄລຍະໜ້າຝົນ ຢູ່ບໍລິເວນດັ່ງກ່າວນີ້. | ຂ່າວຕ່າງປະເທດ | 2017-08-01T14:35:55+00:00 | https://laopost.com/?p=93221 |
ຕຳຫລວດນິວຢອກ ຍຶດເຮໂຣອີນ 70 ກິໂລກຣາມ ມູນຄ່າ 50 ລ້ານໂດລາ ຄັ້ງໃຫຍ່ທີ່ສຸດຂອງລັດ! | ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 21 ພຶດສະພານີ້ວ່າ ສຳນັກງານປາບປາມຢາເສບຕິດ ສະຫະລັດອາເມຣິກາ ສາມາດຍຶດເຮໂຣອີນ ນ້ຳໜັກກ່ວາ 70 ກິໂລກຣາມ ໄດ້ໃນວັນທີ 19 ພຶດສະພາຜ່ານມາ ເຊິ່ງຖືກບັນຈຸໃນຊອງໂມງຍີ່ຫໍ້ດັງ ” ໂຣເລັກ” ໂດຍລັກລອບຂົນມາຈາກແມັກຊິໂກ ມີມູນຄ່າປະມານ 50 ລ້ານໂດລາສະຫະລັດ ເຊິ່ງເຈົ້າໜ້າທີ່ຄົ້ນພົບໃນຂະນະທີ່ຖືກເຊື່ອງໄວ້ໃນລົດຄັນໜຶ່ງ ຈອດຢູ່ເຂດຊຸມຊົນບຣອງ ນະຄອນຄິວຢອກ ພ້ອມມີເງິນສົດອີກ 2 ລ້ານໂດລາ, ເຈົ້າໜ້າທີ່ໄດ້ກັກຕົວຜູ້ຕ້ອງສົງໄສ 2 ຄົນ ແລະ ການກວດຍຶດເຮໂຣອີນໄດ້ໃນເທື່ອນີ້ ແມ່ນຖືເປັນການຍຶດຢາເສບຕິດຄັ້ງໃຫຍ່ທີ່ສຸດຂອງມະຫານະຄອນນິວຢອກ ແລະ ໃຫຍ່ອັນດັບ 4 ຂອງປະເທດ.
ຂອງກາງ ເງິນສົດ 2 ລ້ານໂດລາ ທີ່ເຈົ້າໜ້າທີ່ຍຶດໄດ້ | ຂ່າວຕ່າງປະເທດ | 2015-05-21T13:44:30+00:00 | https://laopost.com/?p=26412 |
ນາທີລະທຶກ! ທາງດ່ວນຢູ່ປະເທດ ອີຕາລີ ຖະຫລົ່ມລົງທັບໂຮງງານ ແລະ ປະຊາຊົນ ເສຍຊີວິດກວ່າ 30 ຄົນ (ມີວິດີໂອ) | ຕາມການລາຍງານລະບຸວ່າສີ້ນສ່ວນຂອງທາງດ່ວນຄວາມຍາວ 80 ແມັດ ຕົກລົງທັບໂຮງງານ ແລະ ອາຄານອີກຫລາຍຫລັງ, ຮູບພາບຈາກເຮລີກອບແຕທີ່ຖ່າຍຈາກມຸມສູງ ສະແດງໃຫ້ເຫັນເຖີງຍານພາຫະນະ ແລະ ລົດບັນທຸກຕິດຄ້າງຢູ່ເທີງທາງດ່ວນບໍລິເວນສອງຝາກຝັ່ງຂອງບ່ອນເສຍຫາຍ ແລະ ບາງຄັນແມ່ນຫ່າງຈາກຈຸດຖະລົ່ມໄປພຽງບໍ່ຮອດແມັດເທົ່ານັ້ນ.
ລາຍງານລະບຸນຳວ່າຂົວດັ່ງກ່າວແມ່ນເຊື່ອມຕໍ່ລະຫວ່າງເມືອງ ຣີເວຍຣາ ຂອງ ອີຕາລີ ກັບຊາຍຝັ່ງຕອນໃຕ້ຂອງປະເທດຝຣັ່ງ ຖືກປັບໂຄງສ້າງໃຫມ່ເມື່ອປີ 2016 ແລະ ຜູ້ໃຫ້ບໍລິການທາງດ່ວນລະບຸວ່າຂົວດັ່ງກ່າວແມ່ນຢູ່ລະຫວ່າງການຄໍ້າຢັນຮາກຖານເພີ່ມຕື່ມຢູ່.
ດ້ານພະຍານເຫັນເຫດການລະບຸວ່າຕົນເອງເຫັນຍານພາຫະນະປະມານ 8-9 ຄັນຕົກລົງມາຂະນະທີ່ຂົວພຸພັງລົງ, ເຈົ້າຫນ້າທີ່ກູ້ໄພ ແລະ ນັກດັບເພີງລົງພື້ນທີ່ລ່າສຸດພົບຜູ້ລອດຊີວິດ 2 ຄົນ ແລະ ໄດ້ຮັບການຊ່ວຍເຫລືອຂື້ນມາຈາກຊາກຫັກພັງແລ້ວ.
ລ່າສຸດສື່ທ້ອງຖີ່ນຂອງອີຕາລີລາຍງານອ້າງເຖີງ ຮອງນາຍົກລັດຖະມົນຕີອີຕາລີ ທ່ານ ມັດເຕໂຕ ຊັລວີນີ ທີ່ລະບຸວ່າມີຜູ້ເສຍຊີວິດແລ້ວ 30 ຄົນ ໃນເຫດການດັ່ງກ່າວ ແລະ ຄາດວ່າຈະມີຜູ້ໄດ້ຮັບບາດເຈັບອີກຈຳນວນຫລາຍ, ອີຕາລີຈຳເປັນຕ້ອງເລືອກລະຫວ່າງການປະຢັດງົບປະມານ ຫລື ຄວາມປອດໄພຂອງປະຊາຊົນ.
ແຫລ່ງຂ່າວຕ່າງປະເທດ: MTC | ຂ່າວຕ່າງປະເທດ | 2018-08-15T13:12:48+00:00 | https://laopost.com/?p=102871 |
ປະຊາຊົນອົດສະຕຣາລີໄດ້ຖືກສໍ້ໂກງຈາກນັກຕົ້ມຕຸ໋ນອອນລາຍ | ມີປະຊາຊົນອົດສະຕຣາລີໄດ້ຖືກຕົວະຕົ້ມຈາກແກ້ງຄໍເຊັນເຕີ ເຊິ່ງກຸ່ມນັ້ນແມ່ນມາຈາກລາວ ກຳປູເຈຍ ແລະ ມຽນມາ.
ສຳນັກຂ່າວທາງການຂອງອົດສະຕຣາລີໄດ້ລາຍງານວ່າ: ທຸກໆປີປະຊາຊົນອົດສະຕຣາລີຖືກ ນັກຕົ້ມຕຸ໋ນຕົວະເງິນໄປຫຼາຍເຖິງ ພັນລ້ານໂດລາ ໂດຍຜູ້ທີ່ສໍ້ໂກງ ຫຼື ແກ້ງຄໍເຊັນເຕີ ໄດ້ພັດທະນາວິທີການທີ່ໃຊ້ຄຳເວົ້າໂນ້ມນ້າວຈິດໃຈຄົນໃຫ້ເຂົ້າມາລົງທຶນກັບພວກເຂົາ, ແຕ່ຄົນພວກນີ້ກໍໄດ້ຖືກບັງຄັບໃຫ້ມາເຮັດວຽກແບບນີ້.
ໂດຍທັງສອງຝ່າຍກໍໄດ້ຕົກເປັນເຫຍື່ອ ຄົນຈຳນວນນີ້ເປັນຕົກໃນກຸ່ມຂະບວນການຄ້າມະນຸດ ຖືກບັງຄັບເຮັດວຽກເພື່ອບັນລຸຕາມເປົ້າໝາຍທີ່ຕ້ອງໄດ້ໂທຫາ ແລະ ຕົວະຕົ້ມກຸ່ມຄົນທີ່ເປັນເປົ້າໝາຍ.
ຄະນະກົມການແຂ່ງຂັນ ແລະ ຜູ້ບໍລິໂພກແຫ່ງອົດສະຕຣາລີ (ACCC) ໃນເດືອນກໍລະກົດພົບວ່າ ມີຜູ້ຖືກສໍ້ໂກງ ຫຼາຍກວ່າ 2 ພັນລ້ານໂລດາ ທີ່ເສຍໄປໃນປິ 2021, ມີຢ່າງໜ້ອຍ 701 ລ້ານໂດລາ ທີ່ຖືກຕົວະໃຫ້ລົງທຶນ ແລະ 143 ລ້ານໂດລາທີ່ຕົວະຈາກການໃຊ້ ໂປຣໄຟລປອມໃນໂຊຊ່ຽວມິເດຍ ເພື່ອໄປສ້າງຄວາມສຳພັນກັບຄົນແປກໜ້າ ແລ້ວຊັກຊວນໃຫ້ໂອນເງິນ ຫຼື ລົງທຶນ ກ່ອນທີ່ຈະປິດໜີໄປພ້ອມກັບເງິນ.
ແຕ່ການຄົ້ນພົບເຫຼົ່ານີ້ ຈະເຫັນໄດ້ຢູ່ໃນກຸ່ມອາຊະຍາກອນໃນປະເທດກຳປູເຈຍ ມຽນມາ ແລະ ລາວ ທີ່ຄວບຄຸມໂດຍກຸ່ມທີ່ມີອິດທິພົນກຸ່ມຄົນບໍ່ດີຈາກປະເທດໃກ້ຄຽງ ຫຼາຍໆຄົນຕ້ອງໄດ້ຕົກເປັນທາດ ຕ້ອງໄດ້ເຮັດວຽກຕັ້ງແຕ່ 8 ໂມງເຊົ້າ ຫາ 11 ໂມງຄ່ຳ ໄດ້ຮັບທໍລະມານຮ່າງກາຍຈາກການທຸບຕີ ຫຼື ຂົ່ມຂູ່ພວກເຂົາຖ້າຫາກວ່າເຮັດເງິນໄດ້ບໍ່ພຽງພໍ.
ໃນປີກາຍນີ້ ມີຜູ້ຊາຍ ສັນຊາດຫວຽດນາມ ອາຍຸ 25 ປີ ແຮັກເຂົ້າລະບົບຈັດການ ແລະ ປິດການດຳເນີນການຕົ້ມຕຸ໋ນ ແລ້ວພະຍາຍາມໜີ ຈາກການໂດດປ້ອງຢ້ຽມ ແຕ່ຂາຂອງລາວໄດ້ຫັກໃນລະຫວ່າງການລົບໜີ.
ທ່ານ ແຈນ ຊານເຕຍໂກ (Jan Santiago) ໄດ້ກ່າວໄວ້ໃນ Global Anti-Scam Organisation (GASO) ອົງກອນຕ້ານການຕົ້ມຕຸ໋ນສາກົນ ເດືອນ ມິຖຸນາ ເພື່ອສະໜັບສະໜູນໃຫ້ປະຊາຊົນທົ່ວໂລກຜູ້ທີ່ຕົກເປັນເຫຍື່ອຂອງນັກຕົ້ມຕຸ໋ນ ວ່າ: “ການສໍ້ໂກງທາງອອນລາຍເປັນອົງກອນໜຶ່ງໃນອາຊີຕະເວັນອອກສຽງໃຕ້ ທີ່ໄດ້ຈ້າງແຮງງານຫຼາຍພັນຄົນເພື່ອມາສໍ້ໂກງຜ່ານອອນລາຍ ພວກເຂົາມີອົງກອນທີ່ຄ້າຍກັບບໍລິສັດ, ມີເຄື່ອຂ່າຍກັບທາງກົດໝາຍ, ມີເຄຶ່ອຂ່າຍການຟອກເງິນຢ່າງເປັນມືອາຊີບ ແລະ ຂະຫຍາຍເປັນວົງກວ້າງໃນທົ່ວໂລກ. ພວກເຂົາໄດ້ຄິດຄົ້ນເທັກນິກວິສະວະກຳທາງສົງຄົມເພື່ອສໍ້ໂກງ ແລະ ຂົ່ມຂູ່ ໂດຍເຮັດທຸລະກຳການເງິນຜ່ານສະກຸນເງິນດິຈິຕອລ”. | ຂ່າວຕ່າງປະເທດ | 2022-08-22T15:41:27+00:00 | https://laopost.com/?p=136834 |
ຕິດຕາມ! ເສືອໂຄ່ງຫຼຸດອອກຈາກອຸທິຍານ | ເສືອໂຄ່ງຫຼຸດອອກຈາກເຂດອຸທິຍານ ສ່ຽງເຂົ້າໃກ້ບ້ານເຮືອນປະຊາຊົນ ລາຍງານສະຖານນະການຫຼ້າສຸດປັນແບບນີ້ແລ້ວ, ເລື່ອງນີ້ເກີດຂຶ້ນທີ່ປະເທດເພື່ອນບ້ານລາວເຮົາກໍຄື ປະເທດໄທ.
ເສືອໂຄ່ງດັ່ງກ່າວຫຼຸດອອກຈາກພື້ນທີ່ອຸທິຍານແຫ່ງຊາດແມ່ວົງ, ນະຄອນສະຫວັນ, ປະເທດໄທ. ເຊິ່ງເປັນເສືອທີ່ຢູ່ໃນການເບິ່ງແຍງຈາກເຈົ້າໜ້າທີ່ ມີລະຫັດ 37742 ແລະ ມີຊື່ວ່າ ວິຈິດ, ເສືອໂຕດັ່ງກ່າວອອກນອກຈາກພື້ນທີ່ອຸທິຍານຕັ້ງແຕ່ວັນທີ 28 ພະຈິກ ທີ່ຜ່ານມາ, ເຈົ້າໜ້າທີ່ໃຊ້ເຄື່ອງ GPS ທີ່ຕິດຢູ່ນຳໂຕຂອງເສືອວິຈິດຕິດຕາມໃນຄັ້ງນີ້, ເຮັດໃຫ້ຮູ້ວ່າຈຸດທຳອິດທີ່ມັນເດີນທາງໄປແມ່ນອຸທິຍານແຫ່ງຊາດທ້ອງຖິ່ນ ບ້ານປາງເຂົ້າສານ ເມືອງແມ່ວົງ ນະຄອນສະຫວັນ ກ່ອນທີ່ມັນຈະເຂົ້າໄປຫາພື້ນທີ່ຂອງປະຊາຊົນ ເຂດບາງມະຂ້າ, ກຳແພງເພັດ ແລະ ໄດ້ຫຼ້າສັດໃຫຍ່ໜຶ່ງໂຕ.
ພາບ ເສືອໂຄ່ງວິຈິດລ່າສັດ
ເຈົ້າໜ້າທີ່ແຫ່ງຊາດເລັ່ງກຳລັງຕິດຕາມຢ່າງໃກ້ຊິດ ແລະ ຈັດກຳລັງປ້ອງກັນຢ່າງເຂັ້ມງວດເນື່ອງຈາກຢູ່ໃກ້ເຂດປະຊາຊົນອາໄສຢູ່.
ຫຼ້າສຸດ, ລາຍງານວັນທີ 6 ທັນວາ ຜ່ານມາ, ເສືອໂຄ່ງດັ່ງກ່າວໄດ້ເດີນທາງກັບຄືນອຸທິຍານຫ່ງຊາດແມ່ວົງ ແລະ ມັນກຳລັງຊອກຫາປ່າທີ່ຢູ່ຂອງອາໄສຢູ່ມັນ, ແຕ່ຢ່າງໃດກໍຕາມເຈົ້າໜ້າທີ່ຍັງຕ້ອງໄດ້ຕິດຕາມ ແລະ ເຝົ້າລະວັງຢ່າໃກ້ສິດຢ່າງໜ້ອຍ 7 ມື້ ເພື່ອໜັ່ນໃຈວ່າ ມັນຈະບໍ່ກັບເຂົ້າໄປໃກ້ເຂດຊຸມຊົນ ທີ່ປະຊາຊົນອາໃສຢູ່ອີກ.
ແຫຼ່ງຂ່າວ: CH3, Thairath | ຂ່າວຕ່າງປະເທດ | 2021-12-10T08:33:24+00:00 | https://laopost.com/?p=130235 |
ລະທຶກ! ເຮືອບິນຕຸຣະກີ ລົງຈອດສຸກເສີນ ຫລັງພົບຂໍ້ຄວາມຂູ່ວາງລະເບີດ! | ເຮືອບິນໂດຍສານຂອງສາຍການບິນເຕີກິດແອຣ໌ລາຍ ສັນຊາດຕຸຣະກີ ຕ້ອງລົງຈອດສຸກເສີນທີ່ໂມຣັອກໂກ ຫລັງພົບຂໍ້ຄວາມທີ່ສົງໄສວ່າເປັນການຂູ່ວາງລະເບີດ.
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 31 ມີນານີ້ວ່າ ສາຍການບິນເຕີກິດແອຣ໌ລາຍ ສາຍການບິນແຫ່ງຊາດຂອງຕຸຣະກີ ອອກຖະແຫລງການຊີ້ແຈງ ເຫດເຮືອບິນໂດຍສານໂບອິ້ງ 777 ຖ້ຽວບິນ TK15 ພ້ອມດ້ວຍຜູ້ໂດຍສານ ແລະ ລູກເຮືອ 256 ຄົນ ເດີນທາງອອກຈາກນະຄອນຫລວງອິດສະຕັນບູນ ໄປຍັງເມືອງເຊົ້າເປົາໂລ ຂອງປະເທດບຣາຊິນ ຕ້ອງໄດ້ແວ່ລົງຈອດສຸກເສີນລະຫວ່າງທາງ ທີ່ສະໜາມບິນໃນເມືອງກາຊາບລັງກາ ຂອງປະເທດໂມຣັອກໂກ.
ການລົງຈອດດັ່ງກ່າວ ແມ່ນມີຂຶ້ນຫລັງຈາກເຈົ້າໜ້າທີ່ໃນເຮືອບິນ ກວດພົບເຈ້ຍໂນ໊ດທີ່ຂຽນຄຳວ່າ ” ລະເບີດ ” ຕົກຢູ່ໃນຫ້ອງນ້ຳເທິງເຮືອບິນ ໂດຍຕົວແທນສາຍການບິນດັ່ງກ່າວໄດ້ກ່າວວ່າ ການລົງຈອດສຸກເສີນແມ່ນເປັນໄປຕາມການປະຕິບັດມາດຕະຖານ ພາຍໃຕ້ສະຖານະການດັ່ງກ່າວ ໂດຍເຈົ້າໜ້າທີ່ກຳລັງກວດສອບຂໍ້ແທ້ຈິງຕໍ່ໄປ. | ຂ່າວຕ່າງປະເທດ | 2015-03-31T10:45:30+00:00 | https://laopost.com/?p=22115 |
ເມົາຄ້າງ ເມນູໄຂ່ ຊ່ວຍໄດ້ | ອາການເມົາຄ້າງ ເປັນເລື່ອງຂອງສາກົນໂລກ ສາມາດເກີດຂຶ້ນໄດ້ກັບທຸກເພດທຸກໄວທີ່ກິນແອວກໍຮໍຫລາຍ
ອາການເມົາຄ້າງເກີດຈາກພາວະຮ່າງກາຍຂາດນໍ້າ ສະນັ້ນແລ້ວເມື່ອເກີດອາການເມົາຄ້າງຕອນເຊົ້າໆ ສິ່ງທີ່ຄວນເຮັດກໍ່ຄື ກິນນໍ້າຫລາຍໆ ພຽງແຕ່ນໍ້າສະອາດກໍ່ພໍ ຫລືຈະເປັນນໍ້າທີ່ມີລົດຊາດສົ້ມໆ ເພາະວິຕາມິນຊີ ມີສັບພະຄຸນຊ່ວຍຫລຸດອາການເຈັບຫົວ ແລະ ຍັງຊ່ວຍຊົດເຊີຍອາການຂາດນໍ້າ
ອາຫານເຊົ້າເປັນສິ່ງສໍາຄັນ ບໍ່ວ່າຈະເມົາຄ້າງ ຫລື ບໍ່ເມົາຄ້າງ ຫລັງຈາກຮັບເສິກໜັກໃນຕອນຄໍ່າ ຄວນກິນອາຫານປະເພດໂປຕີນຍ່ອຍງ່າຍ ຕົວຢ່າງ ເມນູໄຂ່ ຈະເປັນໄຂ່ຕົ້ມ ໄຂ່ຕຸ໋ນ ກິນໄດ້ໝົດ ຫລືຈະໃຫ້ດີ ກິນໄຂ່ຕົ້ມ 2 ໜ່ວຍ ເປັນການກຽມຮ່າງກາຍກ່ອນໄປງານລ້ຽງຈະຊ່ວຍໃຫ້ເມົາຊ້າລົງ | ຂ່າວພາຍໃນ | 2015-01-02T15:52:15+00:00 | https://laopost.com/?p=16918 |
ສະຫະລັດອາເມລິກາ ສ້າງອາວຸດທີ່ມີຄວາມໄວກວ່າສຽງ | ໃນວັນທີ 17 ພຶດສະພາ ທີ່ກຸງວໍຊິງຕັນ ປະເທດອາເມລິກາ, ກອງທັບອາກາດຂອງສະຫະລັດໄດ້ຖະແຫຼງການກ່ຽວກັບ ຄວາມສຳເລັດໃນການທົດສອບ “ອາວຸດຄວາມໄວກວ່າສຽງ” ຫຼື “ອາວຸດໄຮເປີໂຊນິກ” ໂດຍການທົດສອບເກີດຂຶ້ນບໍລິເວນນອກຝັ່ງທະເລທາງໃຕ້ ຂອງລັດແຄລິຟໍເນຍ, ໃນວັນເສົາທີ່ຜ່ານມານີ້ ຍົນໄດ້ຖິ້ມລະເບີດທາງຍຸດທະສາດບີ-52 ສາມາດປ່ອຍອາວຸດທີ່ເອີ້ນວ່າ “Air-launched Rapid Response Weapon” ຫຼື ແອໂຣ.
ອາວຸດນີ້ ພັດທະນາ ແລະ ຜະລິດມາຈາກບໍລິສັດ ມາຕິນ ແລະ ມັນຂັບເຄື່ອນດ້ວຍຊັ້ນບັນຍາກາດດ້ວຍຄວາມໄວອາຍພົ່ນ ຫຼັງຈາກນັ້ນມັນຮ່ອນລົງມາຕາມແຮງໂນ້ມຖ່ວງຂອງໂລກ ເພື່ອຊັດໃສ່ເປົ້າໝາຍ ເຊິ່ງການເຄື່ອນທີ່ຂອງມັນເປັນໄປຕາມແຜນ ຫຼື ໄວກວ່າສຽງ 5 ເທົ່າ.
ນອກຈາກ ອາເມລິກາແລ້ວ ກໍ່ຍັງມີ ຣັດເຊຍ ທີ່ມີອາວຸດຊະນິດນີ້ ແລະ ໄດ້ໃຊ້ຫຼາຍຄັ້ງແລ້ວໃນສົງຄາມຢູເຄຣນ.
ແຫຼ່ງຂ່າວຈາກ ຣອຍເຕີ | ຂ່າວຕ່າງປະເທດ | 2022-05-17T15:00:41+00:00 | https://laopost.com/?p=133987 |
ເດັກຊາຍໄວ 15 ປີ ຫຼິ້ນເກມຫຼາຍຈົນເປັນອຳມະພາດ | ເມື່ອວັນທີ 9 ກໍລະກົດ 2020 ທີ່ຜ່ານມາ ເວັບໄຊ ເດລີເມລ ລາຍງານວ່າ ທ້າວ ສຽວປິນ ອາຍຸ 15 ປີ ມີພຶດຕິກຳຕິດເກມຮຸນແຮງ ໃນໄລຍະ 1 ເດືອນ ເຂົາໄດ້ຫຼິ້ນເກມໃນຄອມພິວເຕີເປັນເວລາຫຼາຍຊົ່ວໂມງຕໍ່ວັນ ຈົນບໍ່ໄດ້ຫຼັບບໍ່ໄດ້ນອນ ແລະ ໃນທີ່ສຸດຮ່າງກາຍຂອງເຂົາກໍ່ຮັບບໍ່ໄຫວ ຈົນເຖິງຂັ້ນໝົດສະຕິ.
ແມ່ຂອງທ້າວ ສຽວປິນ ໄດ້ພາລູກຊາຍໄປທີ່ໂຮງໝໍ ເມືອງໜານໝິງ ແລະ ໄດ້ເປີດເຜີຍວ່າ ໃນໄລຍະກັກໂຕໂຄວິດ-19 ໂຮງຮຽນປິດ ລູກຊາຍໄດ້ໃຊ້ເວລາສ່ວນຫຼາຍຢູ່ໃນຫ້ອງນອນ ປິດປະຕູໄວ້ເພື່ອບໍ່ໃຫ້ພໍ່ແມ່ເຂົ້າໃນຫ້ອງ ແລະ ກໍ່ໄດ້ບອກພໍ່ແມ່ວ່າຕົນຮຽນອອນລາຍ ກ່ອນທີ່ພໍ່ແມ່ຈະມາຮູ້ຄວາມຈິງວ່າລູກຂອງພວກເຂົາຫຼິ້ນເກມຄອມພິວເຕີ ຫຼິ້ນເກມດົນເຖິງມື້ລະ 22 ຊົ່ວໂມງ ແລະ ນອນພັກແຕ່ 2 ຊົ່ວໂມງເທົ່ານັ້ນ.
ພາຍຫຼັງແພດໄດ້ເຮັດການຊີທີສະແກນກໍ່ພົບວ່າ ທ້າວ ສຽວປິນມີພາວະຂອງໂຣກຫຼອດເລືອດສະໝອງ ສົ່ງຜົນໃຫ້ສູນເສຍຄວາມຮູ້ສຶກທີ່ແຂນ ແລະ ມືເບື້ອງຊ້າຍ ບໍ່ສາມາດເໜັງຕີງໄດ້ ໂດຍທາງ ດຣ. ຫຼີ ຜູ້ຊ່ຽວຊານໂຣກທາງສະໝອງ ແລະ ລະບົບປະສາດກ່າວວ່າ: ອາການດັ່ງກ່າວເປັນຜົນມາຈາກວິຖີການດຳນີນຊີວິດທີ່ຜິດປົກກະຕິ ທັງພຶດຕິກຳຕິດເກມ ລວມໄປເຖິງການກິນ ແລະ ການນອນທີ່ມຳລາຍສຸຂະພາບດຍກົງ ການຂາດສານອາຫານ ແລະ ການຂາດພັກຜ່ອນ ເຮັດໃຫ້ເລືອດ ແລະ ອົກຊີເຈນໃນສະໝອງຫຼຸດລົງ ເລືອດບໍ່ສາມາດໄຫຼວຽນໄປທີ່ສະໝອງໄດ້.
ພາຍຫຼັງທີ່ເກີດເຫດການດັ່ງກ່າວ ທ້າວ ສຽວປິນ ໄດ້ເຂົ້າຮັກສາ ແລະ ກະຍາພາບບຳບັດທີ່ໂຮງໝໍຢ່າງຕໍ່ເນື່ອງ ໂດຍທີມແພດຜູ້ດູແລລະບຸວ່າ ມັນເປັນເລື່ອງຍາກທີ່ຈະບອກໄດ້ວ່າທ້າວ ສຽວປິນ ຈະກັບມາຫາຍດີເປັນປົກກະຕິໄດ້ ຫຼື ບໍ່.
ຮຽບຮຽບຂ່າວ: ພຸດສະດີ | ຂ່າວຕ່າງປະເທດ | 2020-07-21T16:37:15+00:00 | https://laopost.com/?p=120465 |
ຄູກັ້ນນໍ້າເຂື່ອນໃນມຽນມາແຕກ! ນີ້ເພີ່ມຄວາມວິຕົກເລື່ອງຄວາມປອດໄພຂອງເຂື່ອນອີກຈຳນວນຫລາຍໃນອາຊີຕາເວັນອອກສຽງໃຕ້ | ໃນວັນທີ 29 ສິງຫາ 2018 ເວລາ 05:30 ນາທີ ຕາມເວລາທ້ອງຖີ່ນ ເຊິ່ງກົງກັບເວລາ 06:40 ໃນລາວ, ຄູກັ້ນນໍ້າເຂື່ອນ Swar Chaung ໃນມຽນມາແຕກ ເຮັດໃຫ້ນໍ້າໄຫລຖ້ວມພື້ນທີ່ຕອນກາງຂອງປະເທດມຽນມາ ຖ້ວມຊຸມຊົນໃກ້ຄຽງ ແລະ ທາງຫລວງທີ່ເຊື່ອມຕໍ່ກັບນະຄອນຫລວງຢາງກຸ້ງ, ເມືອງມັນດາເລ ແລະ ເມືອງເນປີດໍ.
ສຳນັກງານດັບເພີງມຽນມາສົ່ງເຈົ້າຫນ້າທີ່ໄປຍັງທາງກັ້ນເຂື່ອນທີ່ແຕກ, ນໍ້າໄຫລຖ້ວມເມືອງ ແລະ ຫມູ່ບ້ານສອງແຫ່ງທີ່ໃກ້ຄຽງ ຂະນະນີ້ຍັງບໍ່ມີລາຍງານຂອງຜູ້ເສຍຊີວິດ. ເຈົ້າຫນ້າທີ່ມຽນມາກ່າວວ່າປະຊາຊົນຫລາຍກວ່າ 50,000 ຄົນ ຕ້ອງອົບພະຍົບອອກຈາກບ້ານພາຍຫລັງຄູກັ້ນນໍ້າລົ້ນ ອັນເນື່ອງມາຈາກຝົນຕົກຫນັກເປັນຫລາຍມື້ໃນເຂດພະໂຄ.
ເຈົ້າຫນ້າທີ່ສຳນັກງານບໍລິຫານຈັດການໄພພິບັດແຫ່ງຊາດກ່າວວ່າ ຊາວບ້ານຈຳນວນຫລາຍຊື່ງບາງສ່ວນບໍ່ໄດ້ຢູ່ທາງນໍ້າຖ້ວມ ໄດ້ຕັດສິນໃຈທີ່ຈະອົບພະຍົບອອກຈາກບ້ານເຮືອນເພາະຢ້ານວ່າລະດັບນໍ້າຈະສູງຂື້ນເລື້ອຍໆ. ທາງດ້ານເຈົ້າຫນ້າທີ່ສຳນັກງານບັນເທົາທຸກ (ບໍ່ເປີດເຜີຍຊື່) ກ່າວເຖີງຄວາມເສຍຫາຍບາງສ່ວນວ່າ ພົນລະເມືອງຍັງບໍ່ມີທີ່ຢູ່ອາໄສທັງຫມົດ 12.000 ຄອບຄົວ ຫລື ປະມານ 54.000 ຄົນແລ້ວ.
ຫນັງສືພິມໂກລບອນນິວໄລຟອອຟມຽນມາ ລາຍງານກ່ຽວກັບການຖະແຫລງການຂອງ ຊໍ ວິນຕຸນ, ຮອງອະທິບໍດີກຳມະການບໍລິຫານການໃຊ້ນໍ້າ ແລະ ຊົນລະປະທານວ່າ ນໍ້າຖ້ວມຈາກຄູກັ້ນນໍ້າແຕກໄດ້ຫຼຸດລະດັບລົງແລ້ວ, ສ່ວນເຂື່ອນຍັງຄົງຢູ່ໃນສະພາບດີ ຫລັງຈາກທີ່ເມື່ອວານນີ້ນໍ້າໄດ້ໄຫລທະລັກເຂົ້າເມືອງ ແລະ ຫມູ່ບ້ານໃກ້ຄຽງ ຮວມທັງຖ້ວມຂົວທີ່ເຊື່ອມຕໍ່ລະຫວ່າງຢາງກຸ້ງ, ເມືອງ ມັນດາເລ ແລະ ເມືອງເນປີດໍ ເຮັດໃຫ້ການຈະລາຈອນມີບັນຫາ, ເຈົ້າຫນ້າທີ່ດັບເພີງ ແລະ ທະຫານແມ່ນໄດ້ສຸມໃສ່ປະຕິບັດຊ່ວຍເຫລືອກູ້ໄພຕໍ່ປະຊາຊົນຢ່າງຮີບດ່ວນ.
ສື່ທາງການມຽນມາລາຍງານວ່າ ກ່ອນຫນ້ານີ້ແມ່ນໄດ້ຮັບການແຈ້ງການຈາກເຈົ້າຫນ້າທີ່ ຢືນຢັນວ່າເຂື່ອນດັ່ງກ່າວມີຄວາມບັນຈຸນໍ້າປະມານ 266 ຕື້ ລິດ, ມີຄວາມປອດໄພ ແມ່ນວ່າປະຊາຊົນເປັນຫ່ວງກ່ຽວກັບເລື່ອງນໍ້າລົ້ນເຂື່ອນກໍຕາມ. ເຫດການຄັ້ງນີ້ຍີ່ງເພີ່ມຄວາມກັງວົນຕໍ່ຄວາມປອດໄພຫລາຍໆເຂື່ອນໃນອາຊີຕາເວັນອອກສຽງໃຕ້.
ແຫລ່ງຂ່າວຕ່າງປະເທດ: TDN | ຂ່າວຕ່າງປະເທດ | 2018-08-30T02:26:51+00:00 | https://laopost.com/?p=103225 |
ໜາວຈັດ! ສຶກສາອອກໜັງສືແຈ້ງການພັກຮຽນ ທີ່ຫົວພັນສັດເລີ່ມລົ້ມຕາຍ | ໃນວັນທີ 25 ມັງກອນ 2016 ກະຊວງສຶກສາທິການ ແລະກີລາ ໄດ້ອອກໜັງສືແຈ້ງການເຖິງທ່ານເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານເຈົ້າແຂວງທຸກໆແຂວງໃນທົ່ວປະ ເທດກ່ຽວກັບການພັກຮຽນໃນໄລຍະອາກາດໜາວ.
ຊຶ່ງໜັງສືແຈ້ງການດັ່ງກ່າວມີເນື້ອໃນລະບຸວ່າ: ໄລຍະວັນທີ 25-31 ມັງກອນ 2016 ແມ່ນໄລຍະພັກພາກຮຽນທີ I ສົກຮຽນ 2015-2016 ແລະຈະເລີ່ມເຂົ້າຮຽນພາກຮຽນ ທີ II ນັບແຕ່ວັນທີ 1 ກຸມພາ 2016 ເປັນຕົ້ນໄປ ເນື່ອງຈາກວ່າໃນໄລຍະເວລານີ້ເຫັນວ່າສະພາບອາກາດໜາວຫຼາຍ ອາດຈະມີຜົນກະທົບໂດຍກົງຕໍ່ສຸຂະພາບຂອງນັກຮຽນ-ນັກສຶກສາ ສະນັ້ນ ຈິ່ງສະເໜີມອບໃຫ້ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ແລະທ່ານເຈົ້າແຂວງທຸກໆແຂວງໃນທົ່ວປະເທດຊ່ວຍຊີ້ນຳອຳນາດການປົກຄອງທ້ອງຖິ່ນ, ຜູ້ບໍລິຫານການສຶກສາ ແລະກີລາຂັ້ນຂອງຕົນ ພ້ອມກັນເອົາໃຈໃສ່ຕິດຕາມຊຸກຍູ້ການຮັກສາສຸຂະພາບຂອງນັກຮຽນ-ນັກສຶກສາໃນໄລຍະອາກາດໜາວນີ້ໃຫ້ດີ ແລະປັດສະຈາກສິ່ງເຈັບເປັນຕ່າງໆທີ່ອາດຈະເກີດຂຶ້ນຍ້ອນອາກາດໜາວ.
ຖ້າຫາກວ່າໃນໄລຍະເຂົ້າຮຽນພາກຮຽນທີ II ນີ້ ອາກາດຍັງສືບຕໍ່ໜາວຈັດຢູ່ແມ່ນມອບໃຫ້ອຳນາດການປົກຄອງ ແຕ່ລະທ້ອງຖິ່ນເປັນຜູ້ຄົ້ນຄວ້າພິຈາລະນາຕາມສະພາບຄວາມເປັນຈິງ, ອາດຈະໂຈະການເຂົ້າຮຽນຊົ່ວຄາວຈົນກວ່າອາກາດຈະຢູ່ໃນສະພາບປົກກະຕິ ແຕ່ໃຫ້ມີແຜນການດຳເນີນການຮຽນ-ການສອນຊົດເຊີຍຄືນໃນໄລຍະພັກຮຽນຊົ່ວຄາວນັ້ນ ທັງນີ້ ກໍເພື່ອຮັບປະກັນເຮັດໃຫ້ການຮຽນ-ການສອນໝົດຕາມ ໂຄງການຫຼັກສູດທີ່ກຳນົດໄວ້ໃນແຕ່ລະຊັ້ນຮຽນ.
ຢ່າງໃດກໍຕາມ ເມື່ອບ່າຍວັນທີ 25 ມັງກອນຜ່ານມາ ທ່ານ ພວງສະຫວັດ ພົມມາສີ ຫົວໜ້າຂະແໜງລ້ຽງສັດແຂວງຫົວພັນໄດ້ໃຫ້ສໍາພາດຜ່ານໂທລະສັບຕໍ່ນັກຂ່າວໜັງສືພິມພວກເຮົາຮູ້ວ່າ: ໃນລະຫວ່າງວັນທີ 23-25 ມັງກອນ 2016 ເປັນຕົ້ນມາຢູ່ແຂວງຫົວພັນ ໂດຍສະເພາະເມືອງຊໍາເໜືອ, ເມືອງຫົວເມືອງ ແລະ ເມືອງວຽງໄຊ ມີສະພາບອາກາດໜາວຈັດວັດແທກອຸນຫະພູມຕໍ່າສຸດ -1 ອົງສາ, ມີໝາກເຫັບຕົກຢູ່ເປັນບາງໄລຍະ ຊຶ່ງໄດ້ສົ່ງຜົນກະທົບໃຫ້ສັດລ້ຽງເຊັ່ນ: ງົວ, ຄວາຍທີ່ປ່ອຍຢູ່ຕາມທໍາມະຊາດເລີ່ມ ລົ້ມຕາຍເປັນຈໍານວນຫຼວງຫຼາຍ, ນອກນີ້ ຍັງມີໝູ ແລະປາລ້ຽງແບບທໍາມະຊາດ ຕາຍອີກຈໍານວນໜຶ່ງ, ແຕ່ເນື່ອງຈາກວ່າເຫດການກໍາລັງເກີດຂຶ້ນມາບໍ່ດົນເຮັດໃຫ້ຕອນນີ້ພວກເຮົາ ຈິ່ງຍັງບໍ່ສາມາດສະຫຼຸບຕົວເລກທີ່ແທ້ຈິງຂອງຈໍານວນສັດຕາຍໄດ້, ຄາດວ່າວັນທີ 27 ມັງກອນຈະໄດ້ຄໍາຕອບທີ່ຊັດເຈນ.
ທ່ານຫົວໜ້າຂະແໜງລ້ຽງສັດຍັງກ່າວອີກວ່າ: ຕໍ່ກັບເຫດການດັ່ງກ່າວມາຮອດຕອນແລງມື້ນີ້ (ວັນທີ 25 ມັງກອນ 2016) ພວກເຮົາໄດ້ອອກແຈ້ງການ ຜ່ານທາງວິທະຍຸ, ໂທລະໂຄງ ເພື່ອປະກາດເຖິງພໍ່ແມ່ປະຊາຊົນນໍາຈັບສັດລ້ຽງຂອງຕົນມາຂັງໄວ້ຄອກແລ້ວດັງໄຟຂຶ້ນ ເພື່ອສ້າງຄວາມອົບອຸ່ນແກ່ສັດເປັນການແກ້ໄຂຊ່ວຍເຫຼືອໃນເບື້ອງຕົ້ນ.
ສໍາລັບສະພາບອາກາດແຕ່ເວລາ 7:00 ໂມງຂອງວັນທີ 25 ມັງກອນ 2016 ຫາ 7:00 ໂມງຂອງວັນທີ 26 ຂອງ ເດືອນດຽວກັນກົມອຸຕຸນິຍົມ ແລະອຸທົກກະສາດ ໄດ້ແຈ້ງໃຫ້ຮູ້ວ່າ: ພາກເໜືອດ້ານຕາເວັນອອກ: ອາກາດຍັງສືບຕໍ່ໜາວເຢັນຫຼາຍ, ພ້ອມມີໝອກໜາວປົກ ຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະຈະມີຝົນ ຕົກລະດັບຄ່ອຍຢູ່ແຂວງຜົ້ງສາລີ: ອຸນຫະ ພູມຕໍ່າສຸດ 3-5 ອົງສາ ແລະສູງສຸດ 20-22 ອົງສາ, ພາກເໜືອດ້ານຕາເວັນຕົກ: ມີເມກປົກຄຸມເປັນບາງສ່ວນ, ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງຫຼວງນໍ້າທາ ແລະ ບໍ່ແກ້ວ, ອຸນຫະພູມຕໍ່າສຸດ 8-10 ອົງສາ ແລະສູງສຸດ 28-30 ອົງສາ.
ສ່ວນເຂດນະຄອນຫຼວງວຽງຈັນ ແມ່ນມີເມກປົກຄຸມເປັນບາງສ່ວນ, ອາກາດໜາວເຢັນ ແລະຈະມີຝົນຕົກໃນລະດັບຄ່ອຍຫາປານກາງຢູ່ບາງບໍລິເວນ, ອຸນຫະພູມຕໍ່າສຸດ 14-16 ອົງສາ ແລະ ສຸງສຸດ 27-29 ອົງສາ, ພາກກາງ: ມີ ເມກປົກຄຸມເປັນບາງສ່ວນ, ອາກາດສືບ ຕໍ່ໜາວເຢັນຂຶ້ນຕື່ມອີກ ແລະຈະມີຝົນຕົກ ໃນລະດັບຄ່ອຍຫາປານກາງຢູ່ບາງທ້ອງ ຖິ່ນແຂວງວຽງຈັນ, ບໍລິຄໍາໄຊ ພ້ອມມີ ລົມພັດແຮງເປັນບາງໂອກາດ, ອຸນຫະພູມຕໍ່າສຸດ 13-15 ອົງສາ ແລະສຸງສຸດ 28-30 ອົງສາ, ແຂວງໄຊສົມບູນ ແລະ ຫຼັກຊາວ: ອາກາດຍັງໜາວເຢັນຫຼາຍ ແລະຈະມີຝົນຕົກໃນລະດັບຄ່ອຍ, ອຸນຫະ ພູມຕໍ່າສຸດ 6-8 ອົງສາ ແລະສຸງສຸດ 18-20 ອົງສາ, ພາກໃຕ້: ມີເມກປົກຄຸມເປັນບາງສ່ວນ, ອາກາດເຢັນຫາໜາວເຢັນ ແລະຈະມີລົມພັດແຮງເປັນບາງໂອກາດອຸນຫະພູມຕໍ່າສຸດ 16-18 ອົງສາ ແລະ ສຸງສຸດ 30-32 ອົງສາ, ເຂດພູພຽງບໍລະເວນປາກຊ່ອງ: ອາກາດໜາວເຢັນຫຼາຍ ແລະມີລົມພັດແຮງເປັນບາງໂອກາດ, ອຸນຫະພູມຕໍ່າສຸດ 6-8 ອົງສາ ແລະສູງສຸດ 23-25 ອົງສາ.
ທີ່ມາ: | ຂ່າວພາຍໃນ | 2016-01-26T08:56:21+00:00 | https://laopost.com/?p=45657 |
ວັນ Halloween ສາວຄູບອກແຕ່ງເປັນຜີ ໄປຮອດໂຮງຮຽນ ໝູ່ຢ້ານຈົນບໍ່ຫລິ້ນນຳ | ຕາມຂ່າວຕ່າງປະເທດລາຍງານເມື່ອວັນທີ 30 ຕຸລາ ຜ່ານມາວ່າ ພໍ່ແມ່ນຄົນໄຕ້ຫວັນ ພາລູກທີ່ນ້ອຍຍັງເຂົ້າຮຽນອະນຸບານ ໄປຮ່ວມງານ ວັນຮາໂລວີນ ຢູ່ໂຮງຮຽນ ເຊິ່ງເດັກນ້ອຍຈະແຕ່ງໂຕແຟນຊີມາຮ່ວມງານ ໂດຍເດັກນ້ອຍຄົນໜຶ່ງແຕ່ງຕົວເປັນຜີບໍ່ມີໜ້າ ທີ່ມີຊື່ດັງຂອງຄົນຍີ່ປຸ່ນ ໜຶ່ງໃນໂຕລະຄອນກາຕຸນ Spirited Away ໃນຂະນະທີ່ໝູ່ເພື່ອນແຕ່ງເປັນແມ່ມົດ ແລະກາຕຸນທີ່ງົດງາມ
ແຕ່ເນື່ອງຈາກວ່າ ເດັກນ້ອຍຄົນນີ້ ແຕ່ງຕົວຄືຕົ້ນສະບັບທີ່ສຸດ ທັງຊຸດສີດຳ ແລະ ໜ້າທີ່ທາດ້ວຍແປ້ງຈົນຂາວ ເຮັດໃຫ້ໝູ່ເພື່ອນທີ່ຢູ່ໂຮງຮຽນຢ້ານ ຈົນໄຫ້, ແຕ່ເດັກນ້ອຍຄົນແຕ່ງເປັນຜີນີ້ກໍໜິ້ງບໍ່ປາກບໍ່ເວົ້າ ຄືກັບວ່າເປັນຜີແທ້ໆ | ຂ່າວຕ່າງປະເທດ | 2016-10-31T12:29:00+00:00 | https://laopost.com/?p=74503 |
ໂຮງງານຊີມັງຊານເລີລາວຈະເປີດໃຊ້ມໍ່ໆນີ້ | ພາຍຫຼັງທົດລອງຜະລິດຊີມັງ ຊານເລີລາວໃນເດືອນ 10 ປີ 2015 ເຫັນວ່າຄຸນນະພາບແມ່ນໄດ້ມາດຕະຖານສ້າງຄວາມນິຍົມຈາກຜູ້ຊົມໃຊ້ເປັນຢ່າງດີດ້ວຍເຫດນີ້ໂຮງງານຊີມັງຊານເລີລາວຈິ່ງກຽມພ້ອມຈະເປີດນຳໃຊ້ ແລະ ເດີນເຄື່ອງຜະລິດຢ່າງເຕັມທີ່ໃນມໍ່ໆນີ້.
ກອງປະຊຸມປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະທຳມະຊາດຈາກໂຮງງານຜະລິດຊີມັງແລະຂຸດຄົ້ນວັດ ຖຸດິບປ້ອນໂຮງງານເຂດບ້ານຫ້ວຍດົກ-ນາຊ່ຳເມືອງ ແລະແຂວງໄຊຍະບູລີຂອງບໍລິສັດຊານເລີໂຮງງານຊີມັງລາວຂາອອກ-ຂາເຂົ້າຄັ້ງສຸດທ້າຍຈັດຂຶ້ນໃນ ວັນທີ 15 ມັງກອນ 2016 ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງໄຊຍະບູລີ ໂດຍການເປັນປະທານຂອງທ່ານ ຍັນຍົງ ສີປະເສີດ ຮອງເຈົ້າເເຂວງໄຊຍະບູລີ, ທ່ານ ໄຊຍະເວດ ວິໄຊ ຫົວໜ້າກົມປະເມີນຜົນຕໍ່ສິ່ງແວດລ້ອມ ແລະສັງຄົມມີຫົວໜ້າ, ຮອງຫົວໜ້າພະແນກການ, ພະນັກງານວິຊາການທີ່ກ່ຽວຂ້ອງພ້ອມດ້ວຍຕາງໜ້າບໍລິສັດສິ່ງແວດລ້ອມຍືນຍົງ, ອຳນາດການປົກຄອງບ້ານຫ້ວຍດົກ-ນາຊ່ຳຜາຊ້າງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ແມ່ນໄດ້ຫາລືກ່ຽວກັບການປ້ອງກັນກີ່ນເໝັນຈາກໂຮງງານການຄວບຄຸມຝຸ່ນລະອອງຈາກໂຮງ ງານ, ສຽງດັງການສັ່ນສະເທືອນນ້ຳເປືອນຈາກບ່ອນ ພັກເຊົາຂອງກຳມະກອນ, ພ້ອມນີ້ກໍໄດ້ຕົກລົງເຫັນດີທີ່ຈະເປີດນຳໃຊ້ໂຮງງານ ດັ່ງກ່າວຢ່າງເປັນທາງການໃນມໍ່ໆນີ້.
ສຳລັບໂຮງງານຊີມັງລາວຊານເລີຂາອອກ-ຂາເຂົ້ານາຊ່ຳ-ຜາຊ້າງ ເມືອງ ແລະເເຂວງໄຊຍະບູລີ ມີເນື້ອທີ່ ສຳປະທານທັງໝົດ 150 ເຮັກຕາ ແລະ ອາຍຸສຳປະທານ 50 ປີ ໂຮງງານຊີມັງ ນີ້ມີກຳລັງການຜະລິດປະມານ 916 ໂຕນຕໍ່ວັນ ຫຼື 334,3 ພັນໂຕນຕໍ່ປີ ໂດຍ ໄດ້ແຍກເປັນຊີມັງປັອກແລນປະເພດ P252 ຈຳນວນ 20, ພັນ ໂຕນຕໍ່ປີ, ປະເພດ P425 ຈຳນວນ 10, ພັນໂຕນຕໍ່ປີ ແລະ ປະເພດ P325 ຈຳນວນ 23, ພັນໂຕນຕໍ່ປີ ຂະບວນການຜະລິດແບບແຫ້ງໂດຍໃຊ້ເຊື້ອເພີງຕໍ່ຫົວໜ້ອຍກວ່າແບບອື່ນ ແລະຈະບໍ່ໃຊ້ນ້ຳໃນຂະບວນການຜະລິດສ່ວນວັດຖຸໃຊ້ປະກອບ ມີ ຫີນປູນ, ດິນໜຽວ, ຫີນກາວ, ຖ່ານຫີນ, ແຮ່ເຫຼັກ, ດິນຊາຍ ແລະວັດຖຸດິບອື່ນໆຈຳນວນໜຶ່ງ, ເປົ້າໝາຍສົ່ງອອກຂາຍແມ່ນຢູ່ພາຍໃນແຂວງ, ຕ່າງແຂວງແລະຕ່າງປະເທດ ໂດຍຈະສົ່ງອອກຂາຍມີ 3 ຂະໜາດ ຂະໜາດສູງສຸດຕົກຢູ່ໂຕນລະ 6,70 ແສນກີບ ແລະ ຂະໜາດຕ່ຳສຸດໂຕນລະ 6,20 ແສນກີບ. ສັງລວມແລ້ວການນຳໃຊ້ພື້ນທີ່ດິນຂອງໂຄງການກໍ່ສ້າງໂຮງງານຊີມັງ ແລະ ເຂດການຂຸດຄົ້ນແມ່ນໄດ້ສົ່ງຜົນກະທົບໃຫ້ແກ່ປະຊາຊົນທີ່ທຳມາຫາກິນ ແລະ ທຳການຜະລິດໜ້ອຍເຊັ່ນ: ດິນປູກພືດອຸດສາຫະກຳມີ 39 ຕອນ ເນື້ອທີ່ 79,50 ເຮັກຕາ, ດິນນາ 1,20 ເຮັກຕາ ແລະດິນປູກໄມ້ອຸດສາຫະກຳ ແລະອື່ນໆອີກ ຊຶ່ງທາງໂຄງການແມ່ນໄດ້ສົດເຊີຍໄປເເລ້ວ.
ທີ່ມາ: | ຂ່າວພາຍໃນ | 2016-01-18T09:02:50+00:00 | https://laopost.com/?p=44934 |
ຄົນລາວ 91% ປະສົບບັນຫາດ້ານຄ່າຄອງຊີບຍ້ອນອັດຕາເງິນເຟີ້ | ວັນທີ 10 ພຶດສະພາ ທີ່ຜ່ານມາ ບັນດາອົງການຈັດຕັ້ງທາງສັງຄົມທີ່ມີສ່ວນຮ່ວມໃນເຄືອຂ່າຍໂພຊະນາການ (SUN CSA) ໄດ້ເຜີຍແຜ່ບົດສຶກສາກ່ຽວກັບຜົນກະທົບຂອງອັດຕາເງີນເຟີ້ ຕໍ່ການຄໍ້າປະກັນດ້ານສະບຽງອາຫານໃນ ສປປ ລາວ ໂດຍມີທ່ານ ແອນໂທນີ້ ແກລນວີລ໌ ທີ່ປຶກສາ ອາວຸໂສວຽກງານສຸຂະພາບແມ່ຍິງ ແລະ RMNCH ຂອງອົງການແຄຣ໌ນານາຊາດ ປະຈຳ ສປປ ລາວ ທັງເປັນປະທານຮ່ວມຈາກ SUN CSA ລາວ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ການສຶກສາຄັ້ງນີ້ດຳເນີນໂດຍ 13 ອົງກອນ ຢູ່ໃນ 14 ແຂວງ ແລະ ພົບວ່າ 91% ຂອງຄົວເຮືອນ ແມ່ນປະສົບບັນຫາດ້ານຄ່າຄອງຊີບເນື່ອງຈາກອັດຕາເງິນເຟີ້ ການແຜ່ລະບາດຂອງພະຍາດໂຄວິດ ແລະ ການປ່ຽນແປງຂອງດິນ ຟ້າອາກາດຈາກຜົນການສຶກສາບັນດາອົງການຈັດຕັ້ງທາງສັງຄົມຈຶ່ງຢືນຢັນ ຄວາມໝາຍໝັ້ນທີ່ຈະສືບຕໍ່ໃຫ້ໂຄງການຂອງພວກເຮົາສະໜັບສະໜູນ ການດຳລົງຊີວິດກະສິກຳການສຶກສາ ແລະ ສຸຂະພາບສໍາລັບຄົວເຮືອໃນ ປະເທດລາວ ແລະ ສະໜັບສະໜູນຊຸມຊົນທີ່ດ້ອຍໂອກາດທີ່ສຸດໃນລາວທີ່ ໄດ້ຮັບຜົນກະທົບຈາກກອັດຕາເງິນເຟີ້ຄ່າຄອງຊີບທີ່ສູງຂຶ້ນໃນລະດັບທີ່ ແຕກຕ່າງກັນໄປ.
ການສໍາຫຼວດຄວາມໝັ້ນຄົງດ້ານສະບຽງອາຫານຄັ້ງນີ້ ພົບວ່າ 47% ຂອງຄົວເຮືອນຂາດອາຫານຢ່າງໜ້ອຍໜຶ່ງຄັ້ງໃນ 12 ເດືອນທີ່ຜ່ານມາ 31% ຂອງຜູ້ຕອບແບບສອບຖາມເຄີຍໄດ້ອົດເຂົ້າ 56% ຂອງຄົວເຮືອນບໍ່ສາມາດ ກິນອາຫານທີ່ດີຕໍ່ສຸຂະພາບ ຫຼືມີໂພຊະນາການໄດ້ຕະຫຼອດປີຜູ້ຕອບແບບ ສອບຖາມເຊື່ອວ່າສິ່ງທ້າທາຍຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານຂອງ ເຂົາເຈົ້າແມ່ນເນື່ອງຈາກການເພີ່ມຂຶ້ນຂອງລາຄາອາຫານ (67%) ລາຍຮັບ ບໍ່ພຽງພໍ (66%) ແລະການເພີ່ມຂຶ້ນຂອງລາຄານໍ້າມັນ (63%) ຜູ້ຕອບແບບ ສອບຖາມໃຫ້ຮູ້ວ່າຄົວເຮືອນຂອງເຂົາເຈົ້າຕ້ອງໃຊ້ມາດຕະການແກ້ໄຂທາງ ລົບເຊັ່ນການຊື້ອາຫານໜ້ອຍລົງ (71%) ການຊື້ຫາອາຫານໃຫ້ໄດ້ຫຼາຍຂຶ້ນ (65%) ກິນໜ້ອຍລົງ (52%) ຢືມເງິນ (41%) ແລະ ຂາຍຊັບສິນ (34%) ຄົວເຮືອນທີ່ຕອບແບບສອບຖາມຍັງໃຫ້ຮູ້ວ່າມີການຫຼຸດຜ່ອນການໃຊ້ຈ່າຍ ດ້ານການສຶກສາ (15%) ມີເດັກນ້ອຍຂາດໂຮງຮຽນ ຫຼືປະລະການຮຽນ (13%) ແລະຫຼຸດຜ່ອນການໃຊ້ຈ່າຍໃນການຮັກສາສຸຂະພາບທີ່ຈຳເປັນ (12%) ນອກຈາກນີ້ການສຳຫຼວດອື່ນໆກ່ຽວກັບຄວາມໝັ້ນຄົງດ້ານ ສະບຽງອາຫານເມື່ອບໍ່ດົນມານີ້ພົບບັນຫາທີ່ຄ້າຍຄືກັນຈາກບົດລາຍງານ ການຕິດຕາມປະຈໍາເດືອນຂອງ WFP ພົບວ່າ 12 % ຂອງຄົວເຮືອນໃນລາວ ແມ່ນບໍ່ຄໍ້າປະກັນດ້ານສະບຽງອາຫານການສໍາຫຼວດຂອງອົງການສູພານິມິດ ເມື່ອບໍ່ດົນມານີ້ຍັງພົບວ່າໃນ 9 ແຂວງ ມີປະຊາຊົນ 35% ທີ່ເຄີຍບໍ່ໄດ້ກິນ ອາຫານໝົດມື້ຢ່າງໜ້ອຍໜຶ່ງຄັ້ງໃນປີທີ່ຜ່ານມາ.
ທີ່ມາ Vientiane Mai | ຂ່າວພາຍໃນ | 2023-05-16T13:32:45+00:00 | https://laopost.com/?p=144597 |
ຊາວອົດສະຕາລີ ເອົາຫົວມຸດດິນຊາຍ ປະຊົດລັດຖະບານ ບໍ່ສາມາດແກ້ບັນຫາໂລກຮ້ອນ | ຊາວອົດສະຕາລີ ຮ່ວມກັນເອົາຫົວມຸດດິນຊາຍ ປະຊົດປະຊັນລັດຖະບານ ທີ່ເມີນເສີຍຕໍ່ການແກ້ບັນຫາພາວະໂລກຮ້ອນ.
ເມື່ອວັນທີ 25 ກັນຍາ 2014 ນີ້ ສຳນັກຂ່າວຕ່າງປະເທດລາຍງານວ່າ ກຸ່ມນັກຕໍ່ສູ້ເພື່ອສິ່ງແວດລ້ອມໃນອົດສະຕາລີ ຮ່ວມ
ໂຕກັນຈັດກິດຈະກຳເອົາຫົວມຸດລົງຊາຍຫາດ ເປັນການສະດຸດີແບບປະຊົດປະຊັນລັດຖະບານ ທີ່ບໍ່ສາມາດແກ້ໄຂບັນຫາ
ໂລກຮ້ອນໄດ້.
ກິດຈະກຳດັ່ງກ່າວນີ້ ຈັດຂຶ້ນເມື່ອວັນທີ 21 ກັນຍາ 2014 ທີ່ຜ່ານມາ ທີ່ຊາຍຫາດເມືອງທາວວິນ ທາງຕອນເໜືອຂອງ
ຄວີນແລນ ໂດຍທັງຜູ້ຊາຍ ແລະ ຍິງຫລາຍສິບຄົນ ໄດ້ຮ່ວມກັນເອົາຫົວມຸດລົງດິນຊາຍ ແລ້ວເອົາກົ້ນຊີ້ຂຶ້ນຟ້າຢ່າງພ້ອມ
ພຽງກັນ ເປັນການສົງສານດ້ວຍພາສາກາຍ ໄປຍັງນາຍົກລັດຖະມົນຕີ ໂທທີ່ ແອບບັອດ ຂອງອົດສະຕາລີວ່າ ເຂົາລົ້ມ
ເຫລວໃນການແກ້ໄຂບັນຫາສະພາວະໂລກຮ້ອນ. | ຂ່າວຕ່າງປະເທດ | 2014-09-25T12:50:43+00:00 | https://laopost.com/?p=10880 |
ຜູ້ຊ່ຽວຊານດ້ານສຸຂະພາບຂອງຕ່າງປະເທດອອກມາເຕືອນ ຢ່າເຂົ້າໃກ້ໂຕເຈຍ ຖ້າບໍ່ຢາກເປັນພະຍາດໝາວໍ້!! | ສຳນັກຂ່າວ ເດີ ມີເລີ ລາຍງານວ່າ ຜູ້ຊ່ຽວຊານດ້ານສາທາລະນະສຸກພົບໄວຣັສ ຂັ້ນຮ້າຍແຮງ ທີ່ພາກໃຕ້ຂອງປະເທດ ອົດສະຕາລີ ອາດເຮັດໃຫ້ເປັນອັນຕະລາຍເຖິງຂັ້ນເສຍຊິວິດໄດ້ ພ້ອມເຕືອນປະຊາຊົນໃຫ້ຢູ່ຫ່າງຈາກໂຕເຈຍ.
ໂດຍໃຫ້ປະຊາຊົນທີ່ອອກໄປເຮັດກິດຈະກໍາກາງແຈ້ງຕ່າງໆຫຼີກລ້ຽງການສໍາພັດກັບໂຕເຈຍ ເນື່ອງຈາກມີຄວາມກັງວົນວ່າໂຕເຈຍຈະມີເຊື້ອໄວຣັສ Australian Bat Lyssavirus ຫຼື ABL ເຊິ່ງເປັນເຊື້ອໄວຣັສທີ່ຄ້າຍຄືກັບເຊື້ອພະຍາດໜາວໍ້ ແລະ ຕິດຕໍ່ສູ່ຄົນໄດ້ຖ້າຫາກຖືກໂຕເຈຍກັດ ເພາະເຊື້ອໄວຣັສມັນຈະໄປທໍາລາຍລະບົບປະສາດສ່ວນກາງ ແລະ ເຮັດໃຫ້ເສຍຊີວິດ.
ສຳລັບອາການຜູ້ຕິດເຊື້ອ ABL ຈະມີອາການຄ້າຍຄືກັບໄຂ້ຫວັດ ເຊັ່ນ ເຈັບຫົວ ບໍ່ມີໄຂ້ ແລະ ອອນເພຍ ອາການໜັກຢ່າງວ່ອງໄວ ອາດຈະເຮັດໃຫ້ເປັນອຳມະພາດ, ສັບສົນກະວົນກະວາຍ, ຊັກ ແລະ ເສຍຊີວິດພາຍໃນ 1-2 ອາທິດ.
ລວມເທິງຜູ້ປ່ວຍພະຍາດວໍ້ ແລະ ຕິດໄວຣັສ ABL ສະແດງອາການປ່ວຍຕ່າງໆກັນ ແລະ ໃຊ້ເວລາກວ່າຈະສະແດງອາການເຊິ່ງອາດໃຊ້ເວລາຫຼາຍມື້ ຈົນເຖິງຫຼາຍປີ. | ສຸຂະພາບ ແລະ ສີ່ງແວດລ້ອມ | 2021-04-09T13:50:39+00:00 | https://laopost.com/?p=123996 |
ເຈົ້າສາວເຊີນແຟນເກົ່າມາຮ່ວມງານແຕ່ງດອງພ້ອມຈັດໃຫ້ນັ່ງໂຕະດຽວກັນ | ເຈົ້າສາວຈັດແຟນເກົ່າທັງໝົດໃຫ້ມານັ່ງຮ່ວມໂຕະດຽວກັນ ແລະ ຍັງຕິດປ້າຍບອກວ່າ “ໂຕະຂອງແຟນເກົ່າ”.
ໃນວັນທີ 13 ມັງກອນ 2023 ເວັບໄຊ້ South China Morning Post ໄດ້ລາຍງານວ່າ: ມີເຫດການທີ່ສຸດຈະແປກໃນງານດອງແຫ່ງໜຶ່ງຂອງປະເທດຈີນ ເມື່ອເຈົ້າສາວເຊີນອະດີດແຟນທັງໝົດຂອງຕົນມາຮ່ວມງານແຕ່ງດອງ ແລະ ຍັງຈັດໃຫ້ບັນດາແຟນເກົ່ານັ້ນ ນັ່ງຮ່ວມໂຕະດຽວກັນ ຈົນກາຍເປັນປະເດັນໃນສັງຄົມອອນລາຍ.
ຕາມການລາຍງານເປີດເຜີຍວ່າ ວັນທີ 8 ມັງກອນ ທີ່ຜ່ານມາ ໃນໂຮງແຮມແຫ່ງໜຶ່ງມົນທົນຫູເປີ່ຍ ປະເທດຈີນ ຈາກມີຄລິບວິດີໂອທີ່ຖືກນຳມາເຜີຍແຜ່ທາງອອນລາຍ ສະແດງໃຫ້ເຫັນວ່າ ມີແຟນເກົ່າຂອງລາວ ຢ່າງໜ້ອຍ 5 ຄົນ ນັ່ງຮ່ວມກັນທີ່ໂຕະໃນງານແຕ່ງດອງ ເຊິ່ງເປັນໂຕະພິເສດມີປ້າຍຂຽນຊື່ວ່າ “ໂຕະຂອງແຟນເກົ່າ”.
ຢ່າງໃດກໍຕາມ ການທີ່ເຮັດແບບນີ້ບາງຄົນກໍເບິ່ງວ່າ ເປັນການບໍ່ໃຫ້ກຽດແກ່ຝ່າຍເຈົ້າບ່າວ ແລະ ຄອບຄົວຂອງພວກເຂົາ. | ຂ່າວຕ່າງປະເທດ | 2023-01-18T16:37:08+00:00 | https://laopost.com/?p=141462 |
ໂດນອລ ທຣໍ້າ ປະຕິເສດຕໍ່ການກ່າວຫາ ວ່າຕ້ອງການລັກລອບສັງຫານຜູ້ນຳຊີຣີ | ທຣໍ້າ ປະຕິເສດຕໍ່ການຕ້ອງການລັກລອບສັງຫານຜູ້ນຳຊີຣີ ໃນຫນັງສື ‘ Fire and Fury: Inside the Trump White House’, ສະບັບລ່າສຸດ ປະຕິເສດຕໍ່ຂໍ້ກ່າວຫາທີ່ວ່າ ທຣຳ້ ຕ້ອງການລອບສັງຫານປະທານາທິບໍດີ ບາຊາ ອັລ ຮັດຊາດ ປະທານາທິບໍດີແຫ່ງຊີຣີ ວ່າເປັນພຽງເລື່ອງທີ່ຄົນແຕ່ງຂຶ້ນ ເພາະຕົນບໍ່ເຄີຍມີຄວາມຄິດເລື່ອງການລັກລອບສັງຫານ.
Pres. Trump on new Bob Woodward book: "The book means nothing. It's a work of fiction."
"If you look back at Woodward's past, he had the same problem with other presidents. He likes to get publicity, sell some books."https://t.co/KObPKNTWYm pic.twitter.com/AArcpkj4x7
— ABC News (@ABC) September 5, 2018
ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງ ວໍຊິງຕັນ ສະຫະລັດອາເມລິກາ ເມື່ອວັນທີ 5 ກັນຍາ ວ່າ ປະທານາທິບໍດີ ໂດນອລ ທຣໍ້າ ກ່າວເມື່ອວັນພຸດວ່າ: ຕົນບໍ່ເຄີຍແມ້ແຕ່ຈະຄິດ ແລະ ບໍ່ເຄີຍຫາລືກັບ ພົນເອກ ເຈມສ໌ ແມັດຕິສ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງສະຫະລັດ ກ່ຽວກັບ ການລອບສັງຫານປະທານາທິບໍດີ ບາຊາ ອັລ ຮັດຊາດ ເລີຍ.
ລາຍງານທີ່ອອກມາເປັນພຽງເລື່ອງທີ່ຄົນແຕ່ງຂຶ້ນ ທີ່ເຊິ່ງຜູ້ນຳສະຫະລັດໝາຍເຖີງເນື້ອຫາບາງຊ່ວງບາງຕອນຈາກຫນັງສື ‘FEAR: Trump in the White house ຜົນງານຂອງ Bob Woodward ບັນນາທິການ ແລະ ຜູ້ສື່ຂ່າວອາວຸໂສຂອງ Washington Post ເຊິ່ງເຄີຍເຮັດວຽກຮ່ວມໃນຄະດີ Watergate scandal (ເຫດການລັກລອບໂຈນລະກຳສຳນັກງານໃຫຍ່ຂອງພັກ Democratic ຫນິ່ງໃນສອງພັກການເມືອງໃຫຍ່ຂອງສະຫະລັດອາເມລິກາ ໃນປີ 1970 ທີ່ເມືອງ ວໍຊິງຕັນດີຊີ.)
ທາງດ້ານທີມທະນາຍຂອງທຣໍ້າ ໄດ້ສົ່ງແຈ້ງເຕືອນຕໍ່ສຳນັກພິມ ແລະ ຜູ້ຂຽນຫນັງສື ອາດຖືກຟ້ອງໃນຂໍ້ຫາໝິ່ນປະຫມາດ ແລະ ໃຫ້ຢຸດການຈັດຈຳຫນ່າຍໜັງສືເຫຼັ້ມດັ່ງກ່າວ; ທີມທະນາຍຂອງ ທຣໍ້າ ແມ່ນກຳລັງກຽມດຳເນີນຄະດີກັບທັງຜູ້ຂຽນ ແລະ ສຳນັກພິມ. ທຣໍ້າ ຍັງໄດ້ໂພສໃນ Twitter ໂຕ້ຕອບກັບຄືນວ່າ ໜັງສືແບບນີ້ ແມ່ນເຕັມໄປດ້ວຍຄຳເທັດ ບໍ່ມີຄວາມຈິງ ແລະ ອ້າງແຫລ່ງຂ່າວທີ່ບໍ່ມີຕົວຕົນ. ທຣໍ້າ ຍັງລະບຸຕື່ມວ່າ ຂໍໃຫ້ໄປກວດສອບເບິ່ງປະຫວັດຂອງນັກຂຽນຜູ້ນີ້ ແລະ ລໍຖ້າເບີ່ງວ່າຈະເກີດຫຍັງຂື້ນກັບນັກຂຽນຜູ້ນີ້.
ຂະນະດຽວກັນ, ທຣໍ້າ ຢືນຢັນວ່າຕົນບໍ່ມີແຜນທີ່ຈະປົດຕຳແຫນ່ງ ພົນເອກ ແມັດຕິສ ອອກຈາກຕຳແຫນ່ງ, ທັງນີ້ເນື້ອຫາຂອງຫນັງສືແມ່ນພາດພິງເຖີງ ພົນເອກ ແມັດຕິສ ແລະ ກ່າວເຖິງຜູ້ນຳສະຫະລັດວ່າມີຄວາມຮູ້ ຄວາມເຂົ້າໃຈຕໍ່ສະຖານະການໂລກ ເທົ່າເດັກນ້ອຍປະຖົມ.
The Pentagon ກະຊວງປ້ອງກັນປະເທດ ສະຫະລັດອາເມລິກາ ອອກໃຫ້ການ ວ່າບໍ່ມີຄຳສັ່ງຂອງ ທຣໍ້າ ໃນການລົງມືລອບສັງຫານ ບາຊາ ອັລ ຮັດຊາດ. ດ້ານພົນເອກ ແມັດຕິສ ກ່າວໃນເວລາຕໍ່ມາວ່າ ຂໍ້ມູນໃນໜັງສືແມ່ນບໍ່ເປັນຄວາມຈິງໂດຍສີ້ນເຊີງ.
ແຫຼ່ງຂ່າວຕ່າງປະເທດ ແລະ ຮູບພາບ: TDN, ABC News,Google | ຂ່າວຕ່າງປະເທດ | 2018-09-06T14:38:50+00:00 | https://laopost.com/?p=103549 |
ຜູ້ຂາຍບໍລິການທາງເພດຂອງໄທຮຽກຮ້ອງໃຫ້ຫຼຸດໂທດການຄ້າປະເວນີ | ອີງຕາມການລາຍງານຈາກເວັບໄຊ telegraph ໃຫ້ຮູ້ວ່າ ຜູ້ໃຫ້ບໍລິການທາງເພດໃນປະເທດໄທໄດ້ຍື່ນຄຳຮ້ອງໃຫ້ມີການຕັດສິນຄະດີຄ້າປະເວນີ ແລະ ຮຽກຮ້ອງໃຫ້ເຈົ້າໜ້າທີ່ນຳບົດລົງໂທດທັງໝົດຂອງການຂາຍບໍລິການທາງເພດອອກ.
ມູນນິທິເອັມພາວເວີ ເຊິ່ງເປັນກຸ່ມທີ່ສະໜັບສະໜຸນຜູ້ໃຫ້ບໍລິການທາງເພດກ່າວວ່າ ຈະລວມລາຍເຊັນ 10,000 ລາຍເຊັນ ແລະ ສະເໜີຄຳຮ້ອງຕໍ່ສະພາເພື່ອຊ່ວຍຊັກຊວນບັນດານັກກົດໝາຍປ່ຽນແປງກົດໝາຍການຄ້າປະເວນີຂອງປະເທດ.
ນັກເຄື່ອນໄຫວດ້ານສິດທິແມ່ຍິງກ່າວວ່າ ກົດໝາຍສະບັບໃນປັດຈຸບັນເຮັດໃຫ້ການຄ້າປະເວນີເປັນສິ່ງທີ່ຜິດ, ກົດໝາຍໃນປີ 1960 ບໍ່ໄດ້ຊ່ວຍປົກປ້ອງຜູ້ໃຫ້ບໍລິການທາງເພດເທົ່າທີ່ຄວນ, ໃນຂະນະທີ່ມີການຈັບກຸມ ແລະ ປັບໄໝຫຼາຍຄັ້ງສຳລັບເຮັດວຽກບໍລິການ ເຮັດໃຫ້ພວກເຂົາຕົກຢູ່ໃນໃນຄົນທຸກຍາກ.
ພະແນກກິດຈະການແມ່ຍິງຂອງກະຊວງພັດທະນາສັງຄົມ ແລະ ຄວາມໝັ່ນຄົງຂອງມະນຸດໄທ ກ່າວວ່າ ກຳລັງຢູ່ໃນຂັ້ນຕອນປັບປຸງກົດໝາຍການຄ້າປະເວນີ ແລະ ຈະເປີດການໄຕ່ສວນສາລະທານະ (ອອນໄລນ໌) ໃນປີໜ້າ.
ລາຍງານປະຈຳປີ 2014 ໂດຍໜ່ວຍງານສະຫະປະຊາຊາດເພື່ອຕໍ່ຕ້ານໂຣກເອສ ໄດ້ປະເມີນວ່າ ມີຜູ້ໃຫ້ບໍລິການທາງເພດ 123,530 ຄົນໃນປະເທດໄທ ແຕ່ກຸ່ມຜູ້ສະໜັບສະໜຸນໄດ້ລະບຸຕົວເລກຫຼາຍກວ່າສອງເທົ່າ ແລະ ຈຳນວນດັ່ງກ່າວມີຜູ້ອົບພະຍົບຫຼາຍໝື່ນຄົນຈາກປະເທດເພື່ອນບ້ານຄື: ມຽນມາ, ລາວ, ກຳປູເຈຍ ແລະ ຫວຽດນາມ.
ປັດຈຸບັນ, ການຄ້າປະເວນີມີໂທດປັບສູງເຖິງ 40,000 ບາດ ຫຼື ຈຳຄຸກ 2 ປີ ຫຼື ທັງຈຳທັງປັບ ຜູ້ທີ່ຈ່າຍຄ່າບໍລິການທາງເພດກັບຜູ້ໃຫ້ບໍລິການທີ່ອາຍຸຍັງນ້ອຍກໍ່ຈະໄດ້ຮັບໂທດຈຳຄຸກເຖິງ 6 ປີ.
ມີລາຍງານວ່າ ເມື່ອປີທີ່ຜ່ານມາ ຫຼາຍກວ່າ 240,000 ຄົນ ຖືກດຳເນີນຄະດີ ແລະ ຖືກປັບໄໝ ຖານຄວາມຜິດກ່ຽວກັບຍງານບໍລິການທາງເພດໃນປະເທດໄທ.
ທ່ານ ສຸລາງ ຈັນແຢ້ມ ຜູ້ອຳນວຍການຝ່າຍບໍລິການໃນກຸ່ມອົງການສະໜັບສະໜູນຜູ້ໃຫ້ບໍລິການທາງເພດໃນປະເທດໄທກ່າວວ່າ ຄວນຍົກເລີກກົດໝາຍການຄ້າປະເວນີ ເພື່ອໃຫ້ຜູ້ບໍລິການທາງເພດໄດ້ຮັບການຄຸ້ມຄອງພາຍໃຕ້ກົດໝາຍແຮງງານ.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວຕ່າງປະເທດ | 2020-09-25T09:20:38+00:00 | https://laopost.com/?p=121462 |
ສິ່ງທີ່ຄົນມັກກິນຜັກຂະ ຄວນຮູ້ | ຜັກຂະເປັນພືດທີ່ມີກິ່ນເໝັນແຕ່ເມື່ອນຳມາປຸງອາຫານໂດຍສະເພາະມາໃສ່ກັບແກງໜໍໄມ້, ແກງໝາກມີ້ ມັນຈະເພີ່ມເຮັດໃຫ້ຣົດຊາດຂອງອານັ້ນແຊ໊ບຂຶ້ນທັນທີ ເວົ້າມາລະແອັດມິນຮູ້ສຶກຢາກກິນແກງໝາກມີ້ໃສ່ດູກໝູທັນທີ ແຕ່ມີຫຼາຍຄົນກໍ່ອາດຈະຍັງບໍ່ຮູ້ຈັກຄຸນປະໂຫຍດ ຫຼື ສັບພະຄຸນທາງຢາຂອງຜັກຂະເທື່ອ ໃນຄໍລຳ ສຸຂະພາບ ວັນນີ້ເຮົາຈະມາເວົ້າເຖິງສັບພະຄຸນທາງຢາຂອງຜັກຂະໃຫ້ທຸກຄົນໄດ້ຮູ້ຈັກນນຳກັນ
1.ເຕັມໄປດ້ວຍວິຕາມິນເອ ຊ່ວຍບຳລຸງສາຍຕາ
2.ຊ່ວຍຫຼຸດຄວາມຮ້ອນໃນຮ່າງກາຍ
3.ມີກາກໃຍອາຫານທີ່ມີປະໂຫຍດຕໍ່ລະບົບຂັບຖ່າຍ
4.ຊ່ວຍຂັບລົມໃນກະເພາະແລະລຳໃສ້
5.ມີແຄຣຊ້ຽມສູງ ເຊິ່ງມີຄວາມສຳຄັນຕໍ່ກະດູກແລະແຂ້ວ ຊ່ວຍບຳລຸງເສັ້ນເອັນ
6.ມີທາດເຫຼັກທີ່ມີສ່ວນສຳຄັນໃນການຊ່ວຍບຳລຸງເລືອດ
7.ຊ່ວຍເສີມສ້າງລະບົບພູມຄຸ້ມກັນໃນຮ່າງກາຍໃຫ້ແຂງແຮງ
8.ຊ່ວຍບຳລຸງຜິວພັນໃຫ້ຜ່ອງໃສ ປ້ອງກັນການເຖົ້າກ່ອນໄວ ບຳລຸງເສັ້ນຜົມ
9.ມີເບຕ້າແຄໂຣທີນ ຊ່ວຍຕໍ່ຕ້ານການເກີດມະເຮັງ ແລະຫຼຸດໂອກາດທີ່ຈະເກີດໂລກຫົວໃຈ
10.ມີສານຊ່ວຍໃນການຕ້ານອະນຸມູນອິດສະລະ
ເຖິງຜັກຂະ ຈະມີສັບພະຄຸນທາງຢາຫຼາຍຂະໜາດນີ້ແຕ່ຂໍ້ຄວນລະວັງສຳລັບ ແມ່ລູກອ່ອນທີ່ໃຫ້ນົມລູກບໍ່ຄວນກິນ ຫຼື ສູດດົມກິ່ນເດັດຂາດ ເພາະແມ່ລູກອ່ອນສ່ວນຫຼາຍຈະເກີດອັນລາຍຕໍ່ສຸຂະພາບຍ້ອນຜິດກຳໄດ້
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ! | ສຸຂະພາບ ແລະ ສີ່ງແວດລ້ອມ | 2016-10-11T13:32:03+00:00 | https://laopost.com/?p=72644 |
ເຂົ້າສາຍພັນໃໝ່ ທີ່ສາມາດທົນທານຕໍ່ສະພາບອາກາດ | ສຳນັກຂ່າວຕ່າງປະເທດລາຍງານຈາກກຸງມະນິລາ ປະເທດຟິລິປິນ ເມື່ອວັນທີ 23 ເມສາ 12023 ທີ່ຜ່ານມາ, ຄະນະນັກວິໄຈຈາກສະຖາບັນວິໄຈເຂົ້າ ແຫ່ງຊາດຂອງ ຟິລິປິນ ລາຍງານກ່ຽວກັບຄວາມຄືບໜ້າຂອງການສຶກສາ ໃນການພັດທະນາເຂົ້າເຊິ່ງມີຄຸນນະສົມບັດ ທີ່ທົນທານຕໍ່ສະພາບອາກາດ ແລະ ສາມາດປັບຕົວຕໍ່ສະພາບອາກາດ ເຊັ່ນ: ໄພແຫ້ງແລ້ງ, ນ້ຳຖ້ວມ ແລະ ລະດັບນ້ຳທະເລທີ່ເພີ່ມສູງຂຶ້ນ.
ທັງນີ້ ທີມຜູ້ຊ່ຽວຊານກຳລັງທົດລອງການປູກເຂົ້າສາຍພັນດັ່ງກ່າວ ທີ່ຍັງຢູ່ລະຫວ່າງການທົດລອງໂດຍມີການປ່ອຍນ້ຳເຂົ້າໃນນາໃຫ້ນ້ຳຖ້ວມ ຕາມພຶ້ນທີ່ຫຼາຍແຫ່ງຂອງຟິລິປິນ ເພື່ອການວິເຄາະຂໍ້ມູນຈາກສະພາບດິນທີ່ແຕກຕ່າງກັນ ແລະ ມີການທົດລອງປູູກໃນອິນເດຍ ແລະ ເນປານ.
ເບື້ອງຕົ້ນຄະນະຜູ້ຊ່ຽວຊານກ່າວວ່າ: ເຂົ້າສາຍພັນນີ້ສາມາດລອດຊີວິດ ທ່າມກາງສະພາບແວດລ້ອມນ້ຳຖ້ວມ ໄດ້ດົນກວ່າເຂົ້າສາຍພັນປົກກະຕິປະມານ 2 ອາທິດ, ນອກຈາກນັ້ນ ທີມງານກຳລັງສຶກສາຄົ້ນຄວ້າ ແລະ ພັດທະນາສາຍພັນເຂົ້າທີ່ສາມາດມີຊີວິດຢູ່ລອດຢູ່ໃນສະພາບນາເກືອອີກດ້ວຍ.
ທີ່ມາ: REUTERS | ຂ່າວຕ່າງປະເທດ | 2023-04-24T10:33:14+00:00 | https://laopost.com/?p=144061 |
ກອງປະຊຸມເປີດກວ້າງຄົບຄະນະພັກ ຄັ້ງທີ 7 ສະໄໝທີ I | ເມື່ອວັນທີ 21 ພຶດສະພາຜ່ານມາທີ່ຫ້ອງວ່າການປະທານປະເທດໄດ້ຈັດກອງປະຊຸມຄົບຄະນະພັກເປີດກວ້າງຄັ້ງທີ 7 ສະໄໝທີ I ໂດຍການເປັນປະທານຂອງ ສະຫາຍ ຄຳເມິງ ພົງທະດີ ກຳມະການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການປະທານປະເທດ ມີບັນດາຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງການປະທານປະເທດ ຫົວໜ້າກົມ ຮອງກົມ ແລະ ສະມາຊິກພັກເຂົ້າ ຮ່ວມ.
ທ່ານ ຄຳເມິງ ກ່າວວ່າ ຕະຫຼອດໄລຍະການຊີ້ນຳ-ນຳພາຂອງພັກນັບແຕ່ກອງປະຊຸມຄົບຄະນະຄັ້ງທີ 6 ເມື່ອວັນທີ 29 ສິງຫາ 2018 ຈົນເຖິງປັດຈຸບັນເຫັນວ່າສະພາບການຂອງໂລກ ແລະ ພາກພື້ນຍັງສືບຕໍ່ປ່ຽນແປງໄປຢ່າງສັນສົນ ແລະ ຄາດຄະເນໄດ້ຍາກ ໂດຍສະເພາະກໍແມ່ນການແຜ່ອິດທິພົນທາງດ້ານການເມືອງ ການທະຫານ ເສດຖະກິດ-ການຄ້າ ຍຸດທະສາດ ຄວາມໝັ້ນຄົງ ແລະ ການຍາດແຍ່ງທາງດ້ານຜົນປະໂຫຍດ.
ສຳລັບຫ້ອງວ່າການປະທານປະເທດແມ່ນໄດ້ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຂອງລັດຖະບານຕາມຂອບເຂດ ແລະ ພາລະບົດບາດຂອງຕົນກໍຄື ການສືບຕໍ່ປະຕິບັດກອງປະຊຸມໃຫຍ່ຄັ້ງທີ I ຂອງຄະນະພັກຮາກຖານຫ້ອງວ່າການປະທານປະເທດ ໂດຍໄດ້ຮັບຜົນສຳເລັດເປັນກ້າວໆ ຊຶ່ງສະແດງໃຫ້ເຫັນວ່າມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍ ມີຄວາມສາມັກຄີ ແລະ ມີບັນຍາກາດທີ່ດີໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງກໍຄືໜ້າທີ່ວິຊາສະເພາະຂອງຕົນໃຫ້ມີຜົນສຳເລັດຕາມການມອບໝາຍຂອງຂັ້ນເທິງດ້ວຍຄວາມຮັບຜິດ ຊອບສູງ ສາມາດເຮັດໜ້າທີ່ການເປັນເສນາທິການຮັບໃຊ້ໃຫ້ແກ່ປະທານປະເທດ ແລະ ຮອງປະທານປະເທດໃນການເຄື່ອນໄຫວລັດຖະກິດທັງພາຍໃນ ແລະ ຕ່າງປະເທດໄດ້ເປັນຢ່າງດີ.
ໂອກາດດຽວກັນ ທ່ານ ຄໍາເມິງ ກໍໄດ້ກ່າວຕື່ມວ່າ ສຳລັບທິດທາງ ຄາດໝາຍ ແລະ ແຜນວຽກງານຈຸດສຸມນຳພາໃນຕໍ່ໜ້າ ສະມາ ຊິກພັກຫ້ອງວ່າການປະທານປະເທດຈະສືບຕໍ່ຊີ້ນໍາ-ນຳພາໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຕາມຂົງເຂດພາລະບົດບາດຂອງຕົນໃຫ້ປາກົດຜົນເປັນຈິງ ໂດຍຕິດພັນກັບກອງປະຊຸມການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງຄະນະພັກ ຫ້ອງວ່າການປະທານປະເທດໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ ລວມທັງເອົາໃຈໃສ່ວຽກງານສຶກສາອົບຮົມດ້ານການເມືອງແນວຄິດໃຫ້ແກ່ສະມາຊິກພັກ ພະນັກງານ-ລັດຖະກອນ ເຊື່ອມຊຶມ ຮັບຮູ້ເຂົ້າໃຈ ແລະ ເປັນເອກະພາບກັບແນວທາງນະໂຍບາຍຂອງພັກ ຍົກສູງຄວາມເປັນແບບຢ່າງນຳຫໜ້າພາທາງຂອງສະມາຊິກພັກ ເພີ່ມທະວີຄວາມສາມັກຄີ ແລະ ການປະສານສົມທົບພາຍໃນ-ພາຍນອກໃຫ້ມີຄວາມສອດຄ່ອງກົມກຽວ.
ໂດຍ: ສະຫະລັດ ວອນທິວົງໄຊ | ຂ່າວພາຍໃນ | 2019-05-21T13:47:15+00:00 | https://laopost.com/?p=113481 |
ວັນທີ 23 ກໍລະກົດ 2021 ສປປ ລາວ ມີຜູ້ຕິດເຊື້ອໃໝ່ 223 ຄົນ!! ຕິດເຊື້ອໃນຊຸມຊົນ 03 ຄົນ | ມາຮອດປະຈຸບັນນີ້ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 4.342 ຄົນ ໃນນີ້ມີກໍລະນີຕິດເຊື້ອໃໝ່ 256 ຄົນ, ເສຍຊີວິດສະສົມທັງໝົດ 05 ຄົນ ແລະ ຍັງຕິດຕາມການປິ່ນປົວຢູ່ທົ່ວປະເທດທັງໝົດ 1.735 ຄົນ.
ໃນວັນທີ 22 ກໍລະກົດ 2021 ໄດ້ເກັບຕົວຢ່າງມາກວດຫາເຊື້ອໂຄວິດ-19 ຈໍານວນ 1.754 ຄົນ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 223 ຄົນ, ຕິດເຊື້ອພາຍໃນຊຸມຊົນຈໍານວນ 03 ຄົນຈາກ ແຂວງຈໍາປາສັກ 02 ຄົນ, ແຂວງ ຫຼວງນໍ້າທາ 01 ຄົນ ແລະ ຕິດເຊື້ອກໍລະນີນໍາເຂົ້າ ຈໍານວນ 220 ຄົນ ຈາກ ນະຄອນຫລວງວຽງຈັນ 07 ຄົນ, ແຂວງສະຫວັນນະເຂດ 117 ຄົນ, ຈໍາປາສັກ 55 ຄົນ, ຄໍາມ່ວນ 01 ຄົນ, ສາລະວັນ 34 ຄົນ ແລະ ບໍລິຄໍາໄຊ 06 ຄົນ. ສໍາລັບຜູ້ຕິດເຊື້ອໃນຊຸມຊົນແມ່ນມີປະຫວັດສໍາຜັດກັບຜູ້ຕິດເຊື້ອເກົ່າ. | ຂ່າວພາຍໃນ | 2021-07-23T11:12:17+00:00 | https://laopost.com/?p=126361 |
ພົບຜູ້ຕິດເຊື້ອໄວຣັສຊິກາອີກສອງຄົນໃນ ສ.ເກົາຫຼີ | ສູນຄວບຄຸມ ແລະ ປົກປ້ອງພະຍາດຂອງ ສ.ເກົາຫຼີ ລາຍງານວ່າ ພົບຜູ້ຕິດເຊື້ອໄວຣັສຊິກາເປັນລາຍທີ 3 ໃນປະເທດຂອງຕົນ ເປັນຊາຍທີ່ເດີນທາງໄປຍັງຟິລິບປິນ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ຊາຍອາຍຸ 21 ປີດັ່ງກ່າວເດີນທາງຢ້ຽມຢາມຟິລິບປິນເປັນເວລາ 5 ວັນ ຈົນເຖິງວັນທີ 14 ເມສາທີ່ຜ່ານມາ ແລະ ຜົນການກວດນໍ້າລາຍແລະປັດສາວະພົບວ່າ ລາວຕິດເຊື້ອໄວຣັສຊິກາ ແຕ່ບໍ່ປາກົດອາການ ຈິ່ງຍັງບໍ່ຖືກຈັດວ່າເປັນຄົນເຈັບທີ່ໄດ້ຮັບການຢືນຢັນວ່າຕິດເຊື້ອ ກ່ອນໜ້ານີ້ ເມື່ອວັນພຸດນ້ອງຊາຍລາວອາຍຸ 20 ປີ ຊຶ່ງເດີນທາງໄປຟິລິບປິນດ້ວຍກັນ ຫາກໍ່ໄດ້ຮັບການຢືນຢັນວ່າເປັນຜູ້ຕິດເຊື້ອລາຍທີ 2 ຂອງ ສ.ເກົາຫຼີ ໂດຍປາກົດອາການເມື່ອວັນທີ 20 ເມສາທີ່ຜ່ານມາ ແລະຫາກໍ່ອອກຈາກໂຮງໝໍເມື່ອວັນພະຫັດ ຫຼັງເຊົາຈາກອາການເຈັບເປັນ.
ສ.ເກົາຫຼີ ພົບຜູ້ຕິດເຊື້ອໄວຣັສຊິກາຄົນທຳອິດເມື່ອວັນທີ 22 ມີນາທີ່ຜ່ານມາ ເປັນຊາຍອາຍຸ 43 ປີ ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສ.ເກົາຫຼີອອກຄຳແນະນຳຍິງທີ່ກຳລັງຕັ້ງຄັນບໍ່ໃຫ້ເດີນທາງໄປຍັງປະເທດທີ່ມີການລະບາດຂອງເຊື້ອໄວຣັສຊິກາ ແລະ ໃຫ້ຍິງໃນໄວຈະເລີນພັນເລື່ອນການຕັ້ງຄັນຢ່າງໜ້ອຍ 2 ເດືອນຫຼັງກັບຈາກປະເທດທີ່ມີການລະບາດຂອງໂລກ ໄວຣັສຊິກາພົບເປັນຄັ້ງທຳອິດໃນອາຟຣິກາ ແລະ ແພ່ລະບາດໄປຍັງອາຊີ ແລະ ອາເມລິກາລາຕິນ. | ຂ່າວຕ່າງປະເທດ | 2016-04-29T22:09:50+00:00 | https://laopost.com/?p=55435 |
Black eye ຮັບຊັບໃຫຍ່ ຫຼັງຈາກຍ້າຍຄອບຄົວໃໝ່ | ວົງ Black eye ເປັນວົງຣັອກທີ່ມີກະແສແຮງ ແລະເປັນທີ່ນິຍົມກັນທົ່ວປະເທດ, ແລະຍັງປ່ອຍແນວເພງທີ່ສາມາດໄດ້ໃຈ ຄົນຟັງທຸກເພດທຸກໄວມາໂດຍຕະຫຼອດ, ຈົນມາຕອນນີ້ ທາງວົງແບັກອາຍເພິ່ນກໍ່ໄດ້ປ່ຽນຄອບຄົວໃໝ່ແລ້ວ, ເຊິ່ງປະຈຸບັນກໍ່ໄດ້ເປັນສິນລະປິນໃນສັງກັດຂອງຄ້າຍອິນດີ້ເຣັກຄອດຢ່າງເຕັມຮູບແບບ, ເພາະທີ່ຜ່ານມາແມ່ນເພິ່ນພຽງແຕ່ ໄດ້ຮ່ວມງານກັນ, ພໍແຕ່ແບຣັກອາຍເຂົ້າຄ້າຍອິນດີ້ແບບເຕັມ ໂຕແລ້ວກໍ່ໄດ້ຍິນກະແສຢ່າງແຮງມາອີກວ່າ, ພໍແຕ່ຍ້າຍຄ້າຍປັບກໍ່ຮັບຊັບໃຫຍ່ ແບບລົ້ນຫລາມກັນເລີຍບໍ່ວ່າຈະເປັນ : ງານຄອນເສີດນ້ອຍຈົນໄປເຖິງໃຫຍ່, ງານEvent ຕ່າງໆ, ແລະ ທີ່ສຳຄັນລ່າສຸດນີ້ຍັງໄດ້ເປັນ Presenter ຈາກສິນຄ້າຍັກໃຫຍ່ພ້ອມ ທັງການຖ່າຍທຳກອງໃຫຍ່ທີ່ຍົກກັນ ຈາກຕ່າງປະເທດນຳອີກດ້ວຍ, ເທົ່ານັ້ນຍັງບໍ່ພໍທາງແບັກອາຍເອງກໍ່ບອກມາຕືມວ່າ ເພງໃໝ່ຂອງເພິ່ນແມ່ນໄດ້ມີການກະກຽມ ສຳເລັດເປັນທີ່ຮຽບຮ້ອຍ ທາງອິນດີ້ເພິ່ນກໍ່ກຽມປ່ອຍເພງໃໝ່ຂອງພວກເຮົາແລ້ວ ເຖິງຢ່າງໃດກໍ່ຕາມພວກເຮົາກໍ່ຂໍຝາກ ທຸກຄົນຊ່ວຍຕິດຕາມຜົນງານເຮົາແນ່ເດີ້ ຮັບຮອງວ່າເພງໃໝ່ນີ້ຈະຕ້ອງຖືກໃຈຫຼາຍໆຄົນແນ່ນອນ ເພາະເປັນເພງທີ່ພວກເຮົາແຕ່ງຂຶ້ນ ສຳລັບຄວາມຮັກຂອງຫຼາຍໆ ຄົນໃນສັງຄົມລາວເຮົານີ້ເອງຕົ້ນປີ 2015 ນີ້ໄດ້ຟັງກັນແນ່ນອນເດີ້. | ຂ່າວບັນເທິງ | 2015-01-09T11:09:12+00:00 | https://laopost.com/?p=17493 |
ຜູ້ປະກັນສັງຄົມມີສິດຮ້ອງຮຽນເຖິງກອງທຶນ ແລະ ໂຮງໝໍໃນກໍລະນີບໍ່ໄດ້ຮັບຄວາມຍຸຕິທໍາ | ປັດຈຸບັນ, ມີບັນຫາໜຶ່ງທີ່ສັງຄົມຢາກໃຫ້ລັດຖະບານກວດກາຄືນ ແລະ ແກ້ໄຂໂດຍໄວທີ່ສຸດນັ້ນກໍຄືສະພາບການບໍລິການປີ່ນປົວສຸຂະພາບໃຫ້ສະມາຊິກກອງທຶນປະກັນສັງຄົມແຫ່ງຊາດຢູ່ບັນດາໂຮງໝໍແຫ່ງຕ່າງໆ, ພາຍຫລັງເຫັນວ່າຜູ້ປະກັນຕົນສ່ວນຫລວງຫລາຍຍັງບໍ່ໄດ້ຮັບຜົນປະໂຫຍດຈາກການບໍລິການຂອງແພດໝໍຢ່າງເຕັມສ່ວນ ແລະ ດີເທົ່າທີ່ຄວນ ເປັນຕົ້ນ: ກໍລະນີແພດໝໍຂຽນຊະນິດຢາທີ່ມີລາຄາສູງປະມານເກີນ 50 ພັນກີບຂຶ້ນເມືອແມ່ນຈະບໍ່ມີຢູ່ໂຮງໝໍນັ້ນ, ຊຶ່ງຕ້ອງໄດ້ໄປຊື້ຢູ່ທາງນອກ, ນອກນີ້ຍັງມີກໍລະນີຢາທີ່ແພດໝໍວາງໃຫ້ໃນເວລາເຮົາໄປໃຊ້ບັດປະກັນສັງຄົມມັກເປັນຊະນິດຢາລາຄາຖືກ, ຊຶ່ງແຕກຕ່າງຈາກໄປກວດແບບເສຍເງິນເອງ, ນອກຈາກນີ້ຍັງມັກພົບເຫັນກໍລະນີແພດໝໍຈໍານວນໜຶ່ງເວົ້າຈາບໍ່ສຸພາບ ແລະ ຫລາຍໆບັນຫາອື່ນອີກ.
ຕໍ່ບັນຫາຕ່າງໆທີ່ເກີດຂຶ້ນນີ້, ຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ໄດ້ຊີ້ແຈງຕໍ່ໜັງສືພີມລາວພັດທະນາພວກເຮົາໃນວັນທີ 8 ສິງຫານີ້ວ່າ: ກອງທຶນປະກັນສັງຄົມແຫ່ງຊາດ (ຫກປຊ) ເປັນອົງການຈັດຕັ້ງລັດທີ່ບໍ່ຫວັງຜົນກຳໄລ ພາຍໃຕ້ການຊີ້ນຳຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເປັນກອງທຶນລວມໝູ່ເພື່ອປະກອບສ່ວນຈາກພາກລັດຖະບານ, ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານໂດຍມີການຫັກເງິນເປັນລາຍເດືອນເຂົ້າກອງທຶນດັ່ງກ່າວຕາມອັດຕາຄື: ພາກລັດແມ່ນຈໍານວນ 16,5% ຂອງເງິນເດືອນ, ໃນນັ້ນລັດຖະບານສົມທົບ 8,5% ແລະ ພະນັກງານ-ລັດຖະກອນສົມທົບ 8% ຂອງເງິນເດືອນທັງໝົດ. ສ່ວນພາກວິສາຫະກິດແມ່ນຈໍານວນ 11,5% ໃນນັ້ນຜູ້ໃຊ້ແຮງງານສົມທົບ 6% ແລະ ຜູ້ອອກແຮງງານສົມທົບ 5,5% ຂອງເງິນເດືອນປະກັນຕົນ ແລະ ກໍລະນີຂອງຜູ້ສະໝັກໃຈແມ່ນສົມທົບປະມານ 9% ຂອງວົງເງິນທີ່ສາມາດເລືອກໄດ້ນັບແຕ່ຄ່າແຮງງານຂັ້ນຕ່ຳສຸດທີ່ລັດກຳນົດ 9 ແສນກີບຂຶ້ນໄປ ແລະ ຜູ້ເປັນສະມາຊິກກອງທຶນຈະໄດ້ຮັບຜົນປະໂຫຍດຈາກການຮັບປະກັນຄວາມສ່ຽງຕ່າງໆໃນການດໍາລົງຊີວິດໃຫ້ມີຄວາມໝັ້ນທ່ຽງ ໂດຍສະເພາະອຸດນູນໃນຍາມເຈັບໄຂ້ໄດ້ປ່ວຍ, ເກີດອຸປະຕິເຫດເສຍອົງຄະ, ເກີດລູກ, ຫລຸລູກ, ເຖົ້າແກ່, ວ່າງງານ ແລະ ເສຍຊີວິດ ເພື່ອໃຫ້ມີບ່ອນເພິ່ງໃນຕອນທີ່ມີການຂາດລາຍໄດ້ ແລະ ມີລາຍຈ່າຍເພີ່ມ, ໂດຍການໃຊ້ບັດສະມາຊິກແທນເງິນສົດໃນການເຂົ້າຮັບບໍລິການປິ່ນປົວຕາມໂຮງໝໍຕ່າງໆ ທັງບໍ່ຈໍາກັດຈໍານວນເງິນ ແລະ ຈໍານວນຄັ້ງ ແລະ ມາຮອດປັດຈຸບັນກອງທຶນນີ້ມີສະມາຊິກຫລາຍກວ່າ 7 ແສນຄົນ, ໃນນີ້ຫລາຍກວ່າ 60% ແມ່ນປິ່ນປົວຢູ່ໂຮງໝໍມະໂຫສົດ, 25% ແມ່ນໂຮງໝໍມິດຕະພາບ 150 ແລະ ສ່ວນທີ່ເຫລືອແມ່ນໂຮງໝໍແຫ່ງອື່ນໆ ເຊັ່ນ: ເສດຖາທິລາດ, ໂຮງໝໍ 103, ໂຮງໝໍແຂວງວຽງຈັນ, ຫລວງພະບາງ, ຊຽງຂວາງ, ຫົວພັນ, ຫລວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຜົ້ງສາລີ, ໄຊຍະບູລີ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ, ອັດຕະປື, ໄຊສົມບູນ ແລະ ອີກ 9 ໂຮງໝໍເມືອງໃນນະຄອນຫລວງວຽງຈັນ ແລະ ໂຮງໝໍວິທະຍາເຂດດົງໂດກ ແລະ ການຈ່າຍເງິນຈາກກອງທຶນໃຫ້ບັນດາໂຮງໝໍທີ່ເປັນຄູ່ສັນຍານັ້ນເປັນແບບມອບເໝົາ ແລະ ຕາມສັນຍາຕົກລົງການບໍລິການປິ່ນປົວລະຫວ່າງຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ແລະ ໂຮງໝໍຄູ່ສັນຍາໄດ້ລະບຸໄວ້ວ່າ: ໃນ ກໍລະນີຢາຢູ່ໂຮງໝໍບໍ່ມີ ສະມາຊິກປະກັນສັງຄົມຈຳເປັນຕ້ອງໄດ້ໄປຊື້ຢານອກນັ້ນ ແມ່ນຕ້ອງແຈ້ງໃຫ້ປ່ອງບໍລິການປະກັນສັງຄົມຢູ່ໂຮງໝໍຮູ້ເສຍກ່ອນ ແລ້ວສາມາດນຳໃບບິນມາຖອນເງິນຄືນໄດ້ຕາມມູນຄ່າຢາທັງໝົດພາຍໃນກຳນົດບໍ່ໃຫ້ເກີນ 30 ວັນ. ໃນກໍລະນີໂຮງໝໍຈ່າຍຢາ ຫລື ໃຫ້ບໍລິການບໍ່ຖືກຕາມເຕັກນິກວິຊາການແພດ ແລະ ເກີດມີຜົນເສຍຫາຍທາງດ້ານສຸຂະພາບໂຮງໝໍຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທຸກຢ່າງທີ່ເກີດຂຶ້ນຝ່າຍດຽວ ໂດຍມີການສັນນະສູດ ແລະ ຢັ້ງຢືນທາງ ການແພດ.
ນອກນີ້, ສະມາຊິກປະກັນສັງຄົມແມ່ນມີສິດຮ້ອງຮຽນເຖິງຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ຫລື ໂຮງໝໍກ່ຽວຂ້ອງໃນກໍລະນີທີ່ບໍ່ໄດ້ຮັບຄວາມຍຸຕິທຳໃນການໄປຊົມໃຊ້ການບໍລິການປິ່ນປົວເພື່ອໃຫ້ພາກສ່ວນກ່ຽວຂ້ອງຮັບຊາບ ແລະ ພິຈາລະນາແກ້ໄຂຕາມລະບຽບການ. ນອກຈາກນີ້, ຫ້ອງການກອງທຶນດັ່ງກ່າວຍັງໄດ້ເປີດໂທລະສັບສາຍດ່ວນປະກັນສັງຄົມໝາຍເລກ 020-55489030 ແລະ 020-54346222 ເພື່ອໃຫ້ຄໍາແນະນໍາໃນກໍລະນີມີບັນຫາດ້ານການປິ່ນປົວຕ່າງໆ, ທັງຮັບຄໍາສະເໜີ ແລະ ສ່ອງແສງຈາກສັງຄົມຕໍ່ຈັນຍາບັນ ແລະ ມາລະຍາດຂອງພະນັກງານແພດໝໍ ເພື່ອໃຫ້ມີການປັບປຸງແກ້ໄຂດີກວ່າເກົ່າ, ແນໃສ່ເຮັດໃຫ້ຜູ້ທີ່ໄດ້ປະກອບສ່ວນເງິນເຂົ້າກອງທຶນປະກັນສັງຄົມໃຫ້ໄດ້ຮັບການບໍລິການປິ່ນປົວສຸຂະພາບທີ່ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນ. | ສຸຂະພາບ ແລະ ສີ່ງແວດລ້ອມ | 2017-08-09T12:28:27+00:00 | https://laopost.com/?p=93561 |
ຟໍຣິດາປະກາດພາວະສຸກເສີນສັ່ງອົບພະຍົບປະຊາຊົນຫຼັງນໍ້າເສຍເປັນພິດຮົ່ວໄຫຼ | ອີງຈາມການລາຍງານຂ່າວຈາກສຳນັກຂ່າວ BBC ໃຫ້ຮູ້ວ່າ ລັດຟໍຣິດາໄດ້ປະກາດພາວະສຸກເສີນຫຼັງເກີດເຫດນໍ້າເສຍທີ່ປົນເປື້ອນສານພິດຮົ່ວໄຫຼຈາກອ່າງເກັບນໍ້າຂະໜາດໃຫຍ່ໃນເມືອງເມປາເບຍ ສົ່ງຜົນໃຫ້ທາງພາກລັດຕ້ອງສັ່ງອົບພະຍົບປະຊາຊົນຫຼາຍກວ່າ 300 ຫຼັງຄາເຮືອນອອກຈາກພື້ນທີ່.
ອ່າງເກັບນໍ້າທີ່ພົບການຮົ່ວໄຫຼນັ້ນຢູ່ໃນກອງຟອສໂຟຢິບຊໍາ ເຊິ່ງເປັນກາກກຳມະຕະພາບລັງສີຈາກການຜະລິດປຸ໋ຍ ອີກທັງຍັງມີສ່ວນປະກອບຂອງເຣດຽມ ແລະ ຍູເຣນຽມປະລິມານເລັກໜ້ອຍທີ່ເກີດຂຶ້ນຕາມທຳມະຊາດ. ນອກຈາກນີ້, ກອງຟອສໂຟຢິບຊໍາຍັງສາມາດປ່ອຍແກ໊ສເຣດອນອີກດ້ວຍ.
ມີລາຍງານລະບຸວ່າ ເຈົ້າໜ້າທີ່ໄດ້ພະຍາຍາມຊ້ອມແປງຮ່ອງຮອຍຮົ່ວໄຫຼໃນຄືນວັນສຸກ ດ້ວຍການໃຊ້ຫີນ ແລະ ວັດຖຸອື່ນໆ ອັດຮອຍຮົ່ວ ແຕ່ຄວາມພະຍາຍາມດັ່ງກ່າວບໍ່ປະສົບຄວາມສຳເລັດ ເຮັດໃຫ້ ທ່ານ ຣອນ ເດິຊານຕິສ ຜູ້ວ່າການລັດຟໍຣິດາ ຕັດສິນໃຈປະກາດພາວະສຸກເສີນໃນວັນເສົາ.
ປັດຈຸບັນ, ໄດ້ມີການໃຊ້ເຄື່ອງສູບນໍ້າສູບນໍ້າອອກຈາກອ່າງເກັບນໍ້າເສຍປະລິມານຫຼາຍແສຮລິດຕໍນາທີ ເພື່ອເຮັດໃຫ້ນໍ້າຫຼດລົງ ພ້ອມດຽວກັນນັ້ນ, ຄົນງານກຳລັງຈັດທຳແຜນຜັງເສັ້ນທາງເພືອຄວບຄຸມການໄຫຼຂອງນໍ້າໃຫ້ໄປຕົກຢູ່ບ່ອນທີ່ປອດໄພ.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວຕ່າງປະເທດ | 2021-04-05T16:48:17+00:00 | https://laopost.com/?p=123907 |
ນະຄອນຫຼວງວຽງຈັນຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວສູງກວ່າ 2 ປີທີ່ຜ່ານມາ | ໃນໄລຍະທ້າຍສະໄໝ ນະຄອນຫຼວງວຽງຈັນ (ນວ) ຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວສູງກວ່າ 2 ປີທີ່ຜ່ານມາ ແລະ ສູ້ຊົນເຮັດໃຫ້ໂຄງປະກອບເສດຖະກິດຫັນປ່ຽນໄປຕາມທິດທີ່ມີຄຸນນະພາບ ໂດຍຈະຊຸກຍູ້ສົ່ງເສີມການນໍາເຂົ້າ-ສົ່ງອອກສິນຄ້າ ໃຫ້ບັນລຸຕາມຄາດໝາຍ ເປັນຕົ້ນ ມູນຄ່າການສົ່ງອອກສິນຄ້າ ເພີ່ມຂຶ້ນບໍ່ໃຫ້ຫຼຸດ 18% ຕໍ່ປີ, ມູນຄ່າສິນຄ້ານໍາເຂົ້າເພີ່ມຂຶ້ນ ບໍ່ໃຫ້ເກີນ 8% ຕໍ່ປີ.
ທ່ານ ພູຂົງ ບັນນາວົງ ຮອງເຈົ້າຄອງ ນວ ລາຍງານໃຫ້ຮູ້ ໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນ ນວ ຊຸດທີ II ເມື່ອບໍ່ດົນນີ້ວ່າ: ສຳລັບ ທິດທາງຈຸດສຸມທ້າຍສະໄໝ ນວ ຈະສືບຕໍ່ປະຕິຮູບຂະແໜງການເງິນໃຫ້ເຂັ້ມແຂງ ແລະ ຍືນຍົງ, ຍົກສູງປະສິດທິພາບ ການຄຸ້ມຄອງລາຍຮັບ ແລະ ລາຍຈ່າຍ, ນຳໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນວຽກງານການເງິນໃຫ້ເປັນຮູບປະທໍາ, ປັບປຸງ ແລະ ຂະຫຍາຍຖານລາຍຮັບພາຍໃນ ໃຫ້ເພີ່ມຂຶ້ນເທື່ອລະກ້າວ, ຮັກສາວິໄນແຜນການ-ການເງິນ ຢ່າງເຂັ້ມງວດ, ສຸມໃສ່ສ້າງນະໂຍບາຍພາສີ-ອາກອນ ໃຫ້ມີຄວາມຍຸຕິທໍາ ແລະ ຊຸກຍູ້ສົ່ງເສີມການລົງທຶນ ແລະ ການຜະລິດທຸລະກິດ, ປະຕິບັດລາຍຈ່າຍງົບປະມານ ຢ່າງປະຢັດມັດທະຍັດ, ມີຈຸດສຸມ ແລະ ສອດຄ່ອງກັບເປົ້າໝາຍການພັດທະນາ. ໃນນັ້ນ, ຈະສູ້ຊົນຮັບປະກັນຄວາມໝັ້ນຄົງ ດ້ານສະບຽງອາຫານ ຕາມຫຼັກໂພຊະນາການ ແລະ ປະກອບສ່ວນ ສ້າງຄັງແຮເຂົ້າແຫ່ງຊາດ, ສົ່ງເສີມ ແລະ ເລືອກເຟັ້ນການຜະລິດສິນຄ້າກະສິກໍາ ຕາມທິດຍືນຍົງ, ສະໜອງຄວາມຕ້ອງການວັດຖຸດິບ ໃຫ້ໂຮງງານອຸດສາຫະກຳປຸງແຕ່ງພາຍໃນ ແລະ ເປັນສິນຄ້າສົ່ງອອກ, ປົກປັກຮັກສາ ແລະ ຟື້ນຟູປ່າສະຫງວນແຫ່ງຊາດ 2 ແຫ່ງ, ປ່າຜະລິດ ແລະ ປ່າປ້ອງກັນ ໃຫ້ຄົບຖ້ວນ ແລະ ຍືນຍົງ.
ພ້ອມກັນນີ້, ຍັງຈະສືບຕໍ່ຊຸກຍູ້ບັນດາໂຄງການລົງທຶນຂອງລັດ ທີ່ໄດ້ຢຸດເຊົາຊົ່ວຄາວ (ໂຄງການລົງທຶນກ່ອນ) ໃຫ້ໄດ້ຮັບການຈັດຕັ້ງປະຕິບັດສຳເລັດໂດຍໄວ, ກໍ່ສ້າງສ້ອມແປງບັນດາເສັ້ນທາງໃນນະຄອນຫຼວງວຽງຈັນ ໃຫ້ຮັບປະກັນແກ່ການສັນຈອນໄດ້ດີຕະຫຼອດປີ ແລະ ສືບຕໍ່ຕິດຕາມການຂຶ້ນແຜນເພື່ອສ້ອມແປງເສັ້ນທາງ ເພື່ອຮັບໃຊ້ກອງປະຊຸມອາຊຽນທີ່ ສປປ ລາວ ຈະໄດ້ຮັບກຽດເປັນເຈົ້າພາບໃນປີ 2024 ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ, ພ້ອມທັງ ຈະສືບຕໍ່ປະສານສົມທົບກັບກົມຂົວທາງ ຕິດຕາມ, ກວດກາສ້ອມແປງເສັ້ນທາງຫຼວງແຫ່ງຊາດ ເລກທີ 13 ເໜືອ, ທາງເລກທີ 13 ໃຕ້, ເສັ້ນທາງເລກ 10 ແລະ ເສັ້ນທາງເລກ 11 ຕອນເໜືອ ໃຫ້ມີຄວາມຮັບປະກັນແກ່ການສັນຈອນໄດ້ດີຕະຫຼອດປີ.
ແຫຼ່ງຂ່າວ ປະເທດລາວ | ຂ່າວພາຍໃນ | 2023-08-17T15:48:34+00:00 | https://laopost.com/?p=146846 |
ນັກຮ້ອງແຣັບເປີທີ່ມີສື່ສຽງໃນອາເມຣິກາ ອາດຖືກປະຕິເສດເຂົ້າປະເທດອົດສະຕຣາລີ ພາຍຫຼັງທີ່ມີຄວາມຄິດຕໍ່ຕ້ານຊາວຢິວ | “ຄານເຢ ເວສ” ນັກຮ້ອງແຣັບເປີທີ່ມີສື່ສຽງໃນອາເມຣິກາ ອາດຖືກປະຕິເສດເຂົ້າປະເທດອົດສະຕຣາລີ ພາຍຫຼັງທີ່ມີຄວາມຄິດຕໍ່ຕ້ານຊາວຢິວ.
ວັນທີ 25 ມັງກອນ 2023 ສຳນັກຂ່າວ ຣອຍເຕີ ໄດ້ລາຍງານວ່າ: ເຈສັນ ແຄລ (Jason Clare) ກະຊວງສຶກສາທິການຂອງອົດສະຕຣາລີລະບຸວ່າ ຄານເຢ ເວສ (Kanye West) ນັກຮ້ອງແຣັບເປີທີ່ມີສື່ສຽງຂອງອາເມຣິກາ ອາດຈະບໍ່ເໝາະສົມທີ່ຈະຍື່ນຂໍວີຊ່າເຂົ້າປະເທດອົດສະຕຣາລີ ເນື່ອງຈາກລາວໄດ້ມີປະຫວັດການສະແດງຄວາມຄິດເຫັນໃນທາງຕໍ່ຕ້ານຊາວຢິວ ໃນຂະນະທີ່ກຳລັງມີກະແສ ໃຫ້ທາງການອົດສະຕຣາລີປະຕິເສດ ເວສ ເຂົ້າປະເທດ.
ທາງດ້ານ ເຈສັນ ແຄລ ກະຊວງສຶກສາທິການອົດສະຕຣາລີ ໄດ້ປະນາມການທີ່ ເວສ ເຄີຍສະແດງຄວາມຄິດເຫັນໃນທາງຕໍ່ຕ້ານຊາວຢິວ ເຊິ່ງກ່ຽວຂ້ອງກັບ ອະດັອຟ ຮິດເລີ ຜູ້ນຳນາຊີເຢຍລະມັນ ແລະ ການຂ້າລ້າງເຜົ່າພັນຊາວຢິວ ເຊິ່ງ ເຈສັນ ແຄລ ກ່າວວ່າ ຄົນທີ່ເຄີຍສະແດງຄວາມຄິດເຫັນແບບດຽວກັນນີ້ ຖືກປະຕິເສດການອອກວີຊ່າຈາກທາງການອົດສະຕຣາລີມາຕະຫຼອດ.
ທັ້ງນີ້ ເວສ ກຽມເດີນທາງມາອົດສະຕຣາລີ ເພື່ອມາພົບກັບຄອບຄົວຂອງຄົນຮັກລາວ ທີ່ເຕີບໃຫຍ່ຢູ່ເມືອງເມວເບິນ ປະເທດອົດສະຕຣາລີ. | ຂ່າວຕ່າງປະເທດ | 2023-01-26T13:38:45+00:00 | https://laopost.com/?p=141676 |
ການບິນລາວສືບຕໍ່ວຽກງານຄວາມປອດໄພສາກົນ | ທີ່ຫ້ອງການສຳນັກງານໃຫຍ່ ລັດວິສາຫະກິດ ການບິນລາວ, ໃນວັນທີ 22 ກຸມພາ 2019 ໄດ້ມີການເຊັນສັນຍາ ລະຫວ່າງ ທ່ານ ບຸນມາ ຈັນທະວົງສາ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ການບິນລາວ ແລະ ທ່ານ ກັບຕັນ ລິດເຊີວານ ລາຊິສ (Captain Ritzerwan Rashid) ຜູ້ບໍລິຫານຂອງບໍລິສັດ ເອເວຍເນົາຕິກ (AVIA NAUTICS) ມາເປັນບໍລິສັດທີ່ປຶກສາ ໃນການສືບຕໍ່ໂຄງການ E-IOSA (Enhanced – IATA Operational Safety Audit Program) ມາດຕະຖານຄວາມປອດໄພການບິນສາກົນ ຊຶ່ງວຽກງານດັ່ງກ່າວການບິນລາວໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ສູງ ເພື່ອຄວາມປອດໄພທາງການບິນ ໂດຍສະເພາະແມ່ນຜູ້ໂດຍສານທຸກໆທ່ານ ແລະ ທຸກຖ້ຽວບິນ ຂອງພວກເຮົາຕ້ອງມີຄວາມປອດໄພສູງສຸດ ຊຶ່ງການບິນລາວໄດ້ຖືກຮັບຮອງ ມາດຕະຖານ ຄວາມປອດໄພສາກົນ ຕັ້ງແຕ່ ວັນທີ່ 02 ຕຸລາ 2015 ເປັນຕົ້ນມາ. | ຂ່າວທ້ອງຖິ່ນ | 2019-02-23T13:19:55+00:00 | https://laopost.com/?p=111255 |
ປກຊ-ປກສ ພ້ອມກັນແກ້ໄຂວຽກງານ 2018 ແລະ ທິດທາງແຜນການ 2019 | ໃນວັນທີ 26 ກຸມພາ 2019 ທີ່ຫ້ອງປະຊຸມ ຄະນະເລຂາທິການສະພາແຫ່ງຊາດ, ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມຄົບຄະນະ ຂອງກໍາມາທິການປ້ອງການຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ປະຈຳ ປີ 2018 ເພື່ອວາງທິດທາງແຜນການ 2019, ໂດຍການເປັນປະທານຂອງ ທ່ານ ພົຈວ ຄຳສຸກ ວິອິນທະວົງ ປະທານກຳມາທິການ ປກຊ-ປກສ, ມີຮອງປະທານກໍາມາທິການສະພາແຫ່ງຊາດ, ກໍາມະການຂອງກຳມາທິການ ປກຊ-ປກສ ຈາກ 18 ເຂດ, ພ້ອມດ້ວຍຮອງລັດຖະມົນຕີ 2 ກະຊວງ ປກຊ-ປກສ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ພົຈວ ຄຳສຸກ ວິອິນທະວົງ ກ່າວວ່າ: ກອງປະຊຸມຄົບຄະນະຂອງກຳມາທິການ ປກຊ-ປກສ ປະຈຳ ປີ 2018 ໄດ້ໄຂຂຶ້ນຢ່າງເປັນທາງການທີ່ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ກຳລັງຈັດຕັ້ງປະຕິບັດຜັນຂະຫຍາຍບັນດາເນື້ອໃນມະຕິກອງປະຊຸມສະໄໝສາມັນເທື່ອທີ 6 ຂອງຕົນ ລົງສູ່ປະຊາຊົນຜູ້ມີສິດໃນຂອບເຂດທົ່ວປະເທດ ຢ່າງເປັນຂະບວນກວ້າງຂວາງ.
ກອງປະຊຸມໃນຄັ້ງນີ້, ໄດ້ສຸມໃສ່ຄົ້ນຄວ້າພິຈາລະນາບາງເນື້ອໃນ ເຊັ່ນ: ພິຈາລະນາປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບການເຄື່ອນໄຫວວຽກງານຂອງກຳມາທິການ ປກຊ-ປກສ ປະຈຳປີ 2018 ແລະ ແຜນການເຄື່ອນໄຫວ ປະຈຳປີ 2019; ຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງມະຕິກອງປະຊຸມຄົບຄະນະຂອງກຳມາທິການ ປກຊ-ປກສ ປະຈຳ ປີ 2018. ນອກຈາກນີ້, ກອງປະຊຸມຈະໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຈາກທ່ານຮອງປະທານຄະນະປະຈຳສະພາແຫ່ງຊາດ ຕໍ່ການເຄື່ອນໄຫວວຽກງານຂອງກໍາມາທິການໃນປີ 2019 ຕື່ມອີກ.
ຂຽນໂດຍ: ແຟນຊິສ ສະຫວັນຄຳ
ຮູບພາບຈາກ: laosecurity.gov.la | ຂ່າວພາຍໃນ | 2019-02-26T15:23:42+00:00 | https://laopost.com/?p=111365 |
ລະທຶກອີກ! ເຮືອບິນໂດຍສານ ຕຳກັນຄາຣັນເວຢູ່ອຽກລັງ ໂຊກດີບໍ່ມີຜູ້ໄດ້ຮັບບາດເຈັບ! | ເກີດເຫດສະເທືອນຂັວນ ເມື່ອເຮືອບິນໄຣອັນແອຣ໌ 2 ລຳ ຂະມະກັນທີ່ສະໜາມບິນນະຄອນຫລວງດັບລິນ ຈົນເຮືອບິນລຳໜຶ່ງປີກຫັກຄາຣັນເວ.
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 1 ເມສານີ້ວ່າ ເກີດເຫດເຮືອບິນໂດຍສານຂອງສາຍການບິນໄຣອັນແອຣ໌ (Ryanair) 2 ລຳ ປະສົບເຫດປີກເຮືອບິນລຳໜຶ່ງໄປຂູດຕຳເອົາຫາງຂອງເຮືອບິນອີກລຳໜຶ່ງ ຈົນປາຍປີກຂອງເຮືອບິນຫັກ ໃນຂະນະທີ່ເຮືອບິນທັງສອງລຳ ກຳລັງເຄື່ອນຕົວຢູ່ເທິງຣັນເວຢ່າງຊ້າໆ ເພື່ອກຽມຈະບິນຂຶ້ນຈາກສະໜາມບິນສາກົນດັບລິນ ນະຄອນຫລວງດັບລິນ ເມືອງຫລວງຂອງປະເທດອຽກລັງ ໃນຕອນເຊົ້າຂອງມື້ນີ້ (1 ເມສາ) ເວລາປະມານ 8:37 ໂມງ ຕາມເວລາໃນທ້ອງຖິ່ນ.
ແນວໃດກໍຕາມ ບໍ່ມີໃຜໄດ້ຮັບບາດເຈັບຈາກອຸບັດເຫດຄັ້ງນີ້ ແຕ່ເຫດການດັ່ງກ່າວ ໄດ້ເຮັດໃຫ້ຖ້ຽວບິນອື່ນໆ ຕ້ອງໄດ້ເລື່ອນເວລາຂຶ້ນບິນລ່າຊ້າກ່ວາກຳນົດ. | ຂ່າວຕ່າງປະເທດ | 2015-04-01T22:50:20+00:00 | https://laopost.com/?p=22265 |
ສະຫຼອງວັນສາກົນຕ້ານເອດ | ຄະນະກຳມະການ ແຫ່ງຊາດຕ້ານເອດໄດ້ຈັດງານ ສະເຫຼີມສະຫຼອງວັນສາກົນ ຕ້ານເອດປີ 2015 ຂຶ້ນທີ່ຫໍວັດທະນາທຳ ແຫ່ງຊາດ ໃນວັນທີ 8 ທັນວານີ້ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສຈ.ດຣ. ເອກສະຫວ່າງ ວົງວິຈິດ ກຳມະການສູນກາງພັກລັດຖະມົນຕີວ່າການກະຊວງສາທາລະນະສຸກ ປະທານ ຄະນະກຳມະການແຫ່ງຊາດຕ້ານເອດມີຄະນະກຳມະການ ຕ້ານເອດ, ລັດຖະມົນຕີຊ່ວຍວ່າການ, ຜູ້ຕາງໜ້າອົງການສະຫະປະຊາຊາດທູຕານຸທູດ, ອົງການຈັດຕັ້ງ ສາກົນປະຈຳລາວ, ຕາງໜ້າກະຊວງອົງການຈັດຕັ້ງມະຫາຊົນ, ນັກຮຽນ-ນັກສຶກສາ ພ້ອມແຂກຖືກເຊີນເຂົ້າຮ່ວມ.
ໃນພິທີ ທ່ານ ສຈ.ດຣ. ເອກສະຫວ່າງ ວົງວິຈິດ ໄດ້ມີ ຄຳເຫັນວ່າ: ວັນສາກົນຕ້ານເອດ ໄດ້ຖືກຈັດຂຶ້ນຢ່າງເປັນ ທາງການໃນຂອບເຂດທົ່ວໂລກ ໃນວັນທີ 1 ທັນວາ ຂອງທຸກໆ ປີເລີ່ມແຕ່ປີ 1988 ເປັນຕົ້ນມາ ຊຶ່ງຄຳຂວັນສຳລັບວັນສາກົນຕ້ານເອດໃນ ປີ 2015 ແມ່ນ: “ຢຸດຕິການລະບາດ ຂອງພະ ຍາດເອດພາຍ ໃນປີ2030” ໂດຍຈຸດປະສົງຂອງວັນສາກົນ ຕ້ານເອດແມ່ນ ເພື່ອເປັນການໂຄສະນາ ແລະ ປຸກລະດົມໃຫ້ ປະຊາຊົນໃນຂອບ ເຂດທົ່ວໂລກໄດ້ມີຄວາມສາມັກຄີ ແລະ ຮ່ວມແຮງຮ່ວມໃຈກັນ ເພື່ອຕໍ່ສູ້ຕ້ານຕໍ່ເຊື້ອເຮັສໄອວີ ແລະ ພະຍາດເອດ. ອີງຕາມ ການລາຍງານຂອງອົງ ການ ຢູເອັນເອດ (UNAIDS) ໃນ ທ້າຍປີ 2014 ຍັງມີຜູ້ຕິດເຊື້ອ ເຮັສໄອວີ ທີ່ຍັງມີຊີວິດຢູ່ໃນທົ່ວ ໂລກປະມານ 37 ລ້ານຄົນ ຊຶ່ງເພີ່ມຂຶ້ນຈາກ 30 ລ້ານຄົນ ໃນປີ 2001. ໃນປີ 2014 ໃນ ທົ່ວໂລກມີຜູ້ເສຍຊີວິດຍ້ອນ ພະຍາດເອດຈຳນວນ 1,2 ລ້ານ ຄົນ. ຫຼຸຸດລົງ 42% ສົມທຽບໃສ່ ປີ 2004 ຍ້ອນ ວ່າມີການໃຫ້ ການປິ່ນປົວດ້ວຍຢາຕ້ານເຊື້ອ ເຮັສໄອວີເພີ່ມຂຶ້ນ.
ສຳລັບ ສປປ ລາວ ຮອດ ທ້າຍປີ 2014 ຄາດຄະເນຜູ້ຕິດເຊື້ອທີ່ຍັງມີຊີວິດມີປະມານ 11.500 ຄົນຈຳນວນທີ່ເປັນພະຍາດເອດມີ 4.339 ຄົນ ແລະ ເສຍຊີວິດ 1.659 ຄົນ. ໃນນັ້ນ 88% ຂອງຜູ້ຕິດເຊື້ອ ແມ່ນທາງເພດສຳພັນທີບໍ່ປອດໄພ.
ປະຈຸບັນນີ້ຢູ່ ສປປ ລາວ ມີສະຖານທີ່ໃຫ້ຄຳປຶກສາ ແລະ ກວດເລືອດຫາການຕິດເຊື້ອ ເຮັສໄອວີ ໂດຍບໍ່ເສຍຄ່າ ຈຳ ນວນ 172 ແຫ່ງໃນຂອບເຂດ ທົ່ວປະເທດ. ໃນນັ້ນ 54 ແຫ່ງ ຢູ່ສູນກາງ ແລະ ຂັ້ນແຂວງ 98 ແຫ່ງຢູ່ເມືອງ ແລະ 20 ແຫ່ງຢູ່ສຸກສາລາ. ມີສູນໃຫ້ບໍລິການ ຄຳປຶກສາທັງໝົດ 14 ແຫ່ງ, ມີເຄືອຂ່າຍຜູ້ຕິດເຊື້ອທັງໝົດ 14 ກຸ່ມ. ມີສະຖານທີ່ປິ່ນປົວຜູ້ຕິດເຊື້ອເຮສໄອວີ ແລະ ເປັນພະຍາດເອດດ້ວຍຢາຕ້ານຕໍ່ເຊື້ອເຮັສໄອວີ ມີຈຳ ນວນ 10 ແຫ່ງ ໃນ 8 ແຂວງ. ປະຈຸບັນ ນີ້ມີຜູ້ທີ່ກຳລັງຮັບຢາຕ້ານເຊື້ອ ເຮັສໄອວີ ຈຳນວນ 3,336 ຄົນ.
ໃນພິທີຍັງມີການສະແດງສິລະປະການສະແດງລະຄອນ ແລະ ມີການວາງສະແດງຜົນງານການເຄື່ອນໄຫວການໃຫ້ຂໍ້ ມູນຂ່າວສານມີກິດຈະກຳຖາມ ຕອບຄວາມຮູ້ກ່ຽວກັບວຽກ ງານຕ້ານ ແລະ ຄວບຄຸມພະ ຍາດເອດ.
ແຫ່ລງຂ່າວ | ຂ່າວເຫດການ | 2015-12-11T09:58:18+00:00 | https://laopost.com/?p=42686 |
ລາວກຽມຝຶກຊ້ອມນັກກິລາ 23 ປະເພດຮ່ວມຊີເກມຄັ້ງທີ 31 ທີ່ ຫວຽດນາມ | ອີງຕາມການລາຍງານ ຈາກໜັງສືພິມວຽງຈັນທາມ ໃຫ້ຮູ້ວ່າ ຫົວໜ້າກົມກິລາລະດັບສູງ ກະຊວງສຶກ ສາທິການ ແລະ ກິລາ, ທ່ານ ແສງພອນ ພົນອາມາດ ໄດ້ລາຍງານໃນກອງປະຊຸມຄະນະກໍາມະການໂອແລມປິກແຫ່ງຊາດລາວ ທີ່ຈັດຂຶ້ນ ຫວ່າງບໍ່ດົນມານີ້ ຢູ່ ນະຄອນຫຼວງວຽງຈັນ ວ່າ: ສສ ຫວຽດນາມ ເຈົ້າພາບຈັດງານມະຫະກຳກິລາຊີເກມຄັ້ງທີ 31 ໃນລະຫວ່າງ ວັນທີ 21 ພະຈິກ ຫາ 2 ທັນວາ 2021 ແມ່ນໄດ້ກໍານົດ 36 ປະເພດກີລາ ເຂົ້າໃນການແຂ່ງຂັນຄັ້ງນີ້.
ສະເພາະ ສປປ ລາວ ກຽມຝຶກຊ້ອມນັກກິລາ ແລະ ຈະສົ່ງພຽງແຕ່ 23 ປະເພດກິລາເທົ່ານັ້ນ ເຂົ້າຮ່ວມຊີເກມຄັ້ງທີ 31, ຊຶ່ງປະກອບມີ ເປຕັງ, ມວຍລາວ, ໂວວິມານ, ກິລາແລ່ນ-ລານ, ລອຍນໍ້າ, ຍິງທະນູ, ດອກປີກໄກ່, ບິນລຽດ-ສະນຸກເກີ, ມວຍສາກົນ, ລົດຖີບ, ເຕະບານ, ກັອບ, ຢູໂດ, ຄາຣາເຕໂດ, ປັນຈັກສີລັດ, ກະຕໍ້, ເທຄວັນໂດ, ເທັນນິດ, ຍົກນໍ້າໜັກ, ມວຍປໍ້າ, ວູຊູ, ຄິກບ໊ອກຊິງ ແລະ ອີ-ສະປອດ.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວພາຍໃນ | 2020-12-28T10:52:58+00:00 | https://laopost.com/?p=122450 |
ໂຕ້ Xtreme ໃຫ້ເປັນ 1 ໃນ 4 ນັກຮ້ອງທີ່ຮ້ອງເພງ Miss Laos 2015 | ໂຕ້ Xtreme ສິລະປິນ ແລະ Manager ຜູ້ທີ່ຮັບຫນ້າທີ່ດູແລຈັດການທຸກໆດ້ານຂອງສິລະປິນທັງຫມົດຈາກຕົ້ນສັງກັດ KPY Entertainment ທັງຍັງໄດ້ຮ່ວມງານກັບສິລະປິນແຖວຫນ້າຕ່າງສັງກັດຢ່າງ ອາລູນ້າ ຖາວອນສຸກ ແລະ Annita ທິວາພອນ ດ້ວຍການເປັນຜູ້ກຳກັບ Music video ໃຫ້ກັບທັງສອງ ແລະ ດ້ວຍຄວາມສາມາດທີ່ຫລາກຫລາຍຈິ່ງເຮັດໃຫ້ທາງກອງປະກວດ Miss Laos 2015 ໄດ້ເລືອກ ໂຕ້ Xtreme ໃຫ້ເປັນ 1 ໃນ 4 ນັກຮ້ອງທີ່ຮ້ອງເພງປະຈໍາການກວດໃນຄັ້ງນີ້ດ້ວຍ. | ຂ່າວບັນເທິງ | 2015-08-27T15:46:59+00:00 | https://laopost.com/?p=33631 |
ລັດຖະບານໂຕ້ສື່ອອນໄລນ໌ ບອກຍັງຄົງບັງຄັບໃຊ້ຄຳສັ່ງເລກທີ 15 ຢ່າງເຄັ່ງຄັດ | ອີງຕາມການລາຍງານຂອງ ວິທະຍຸກະຈາຍສຽງແຫ່ງຊາດ ເມື່ອວັນທີ 11 ສິງຫາ 2016 ນີ້ວ່າ ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ໂຄສົກລັດຖະບານ ໃຫ້ກ່າວຕໍ່ສື່ມວນຊົນມື້ວານນີ້ວ່າ: ລັດຖະບານບໍ່ໄດ້ອ່ອນຂໍ້ ຫຼືໂຍະຍານຕໍ່ການປະຕິບັດຕາມ ຄຳສັ່ງເລກທີ 15/ນຍ ວ່າດ້ວຍການຫ້າມສົ່ງອອກໄມ້ແລະເຄື່ອງປ່າຂອງດົງຕາມທີ່ມີການວິພາກວິຈານຢູ່ແຕ່ປະການໃດ ກົງກັນຂ້າມພັດຍັງປະຕິບັດຕໍ່ດຳລັດດັ່ງກ່າວຢ່າງເຄັ່ງຄັດ ດັ່ງຈະໄດ້ເຫັນຕາມຂ່າວເລື່ອງການ ກວດພົບການລັກລອບຂົນໄມ້ຕ່າງໆ ເຊັ່ນ ການຊຸກເຊື່ອງໄປກັບລົດຂົນສົ່ງຕ່າງໆ ນັ້ນແມ່ນຜົນຂອງການປະຕິບັດຕາມຄຳສັ່ງເລກທີ 15/ນຍ ພ້ອມກັນນັ້ນຖ້າຫາກຮູ້ວ່າເຈົ້າໜ້າທີ່ຈຸດກວດໃດ ໂຍະຍານ ຫຼືປ່ອຍປະລະເລີຍ ກໍຈະມີການປັບປຸງຊັບຊ້ອນໜ້າທີ່ຕຳແໜ່ງຮັບຜິດຊອບ ເພື່ອເຮັດໃຫ້ໜ່ວຍງານມີຄວາມເຂັ້ມແຂງ.
ທ່ານກ່າວຕື່ມວ່າ: ຖ້າເຮົາບໍ່ປະຕິບັດຕາມຄຳສັ່ງດັ່ງກ່າວແມ່ນບໍ່ໄດ້ແທ້ໆ ການພັດທະນາປະເທດຊາດມັນຕ້ອງອະນຸລັກຮັກສາສິ່ງແວດລ້ອມ ຖ້າບໍ່ເຮັດແມ່ນບໍ່ສາມາດບັນລຸຄາດໝາຍທີ່ວ່າ ປີ 2020 ໃຫ້ເນື້ອທີ່ປ່າໄມ້ປົກຫຸ້ມ 70% ຂອງປະເທດ.
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ! | ຂ່າວພາຍໃນ | 2016-08-11T23:02:52+00:00 | https://laopost.com/?p=68182 |
ລາວຈະໄດ້ຮັບວັກຊິນປ້ອງກັນພະຍາດໂຄວິດ-19 ໃນປີ 2021 | ອີງຕາມການລາຍງານຈາກ ໜັງສືພິມວຽງຈັນທາມ ໃຫ້ຮູ້ວ່າ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບສະພາບການແຜ່ລະບາດ ແລະ ຢາວັກຊິນປ້ອງກັນພະຍາດໂຄວິດ-19 ເມື່ອວັນທີ 16 ທັນວາ 2020 ວ່າ: ພາຍໃນປີ 2021 ນີ້ລາວຈະໄດ້ຊົມໃຊ້ຢາວັກຊິນປ້ອງກັນພະຍາດໂຄວິດ-19 ຢ່າງແນ່ນອນ ແລະ ຖືວ່າເປັນຂ່າວດີ, ຢາວັກຊິນກ່ຽວກັບການປ້ອງກັນພະຍາດນີ້ມີການຄິດຄົ້ນຢູ່ທົ່ວໂລກປະມານ 209 ຊະນິດ ແຕ່ໄດ້ຖືກຮັບຮອງເອົາພຽງ 10 ຊະນິດ, ສະເພາະຢາວັກຊິນທີ່ຈະມາໃຊ້ຢູ່ລາວນີ້ ແມ່ນຢາວັກຊິນທີ່ຜະລິດຢູ່ປະເທດອັງກິດ ເຊິ່ງມີຄຸນນະພາບໃນການປ້ອງກັນແລະ ຕ້ານພະຍາດນີ້ສູງ ເຖິງ 95%.
ທ່ານ ດຣ. ຣັດຕະນະໄຊ ໄດ້ກ່າວຕື່ມວ່າ: ສະເພາະຜູ້ທີ່ຕິດເຊື້ອໂຄວິດ-19 ທີ່ນອນປິ່ນປົວຢູ່ໂຮງໝໍມິດຕະພາບແມ່ນຍັງເຫຼືອພຽງແຕ່ 5 ຄົນ ພາຍຫຼັງທີ່ຜູ້ຕິດເຊື້ອກໍລະນີທີ 34 ແລະ 38 ໄດ້ອອກຈາກໂຮງໝໍໃນວັນທີ 16 ທັນວາ 2020 , ນັບແຕ່ມີການແຜ່ເຊື້ອຂອງພະຍາດນີ້ ສປປ ລາວພົບຜູ້ຕິດເຊື້ອສະສົມຈາກພະຍາດນີ້ 41 ກໍລະນີ ແຕ່ ບໍ່ມີຜູ້ເສຍຊີວິດ.
ສະພາບການແຜ່ລະບາດຂອງພະະຍາດໂຄວິດ-19 ຮອດ 5 ໂມງແລງ ຂອງວັນທີ 15 ທັນວາ 2020, ໄດ້ຮັບລາຍງານວ່າທົ່ວໂລກຍັງມີການແຜ່ລະບາດຂອງພະຍາດນີ້ຢູ່ 210 ປະເທດ, ມີຜູ້ຕິດເຊື້ອຫຼາຍກວ່າ 73 ລ້ານຄົນ, ເສຍຊີວິດແລ້ວຫຼາຍກວ່າ 1,6 ລ້ານຄົນ, ປະເທດສະຫະລັດອາເມລິກາ ມີຜູ້ຕິດເຊື້ອຫຼາຍກວ່າປະເທດອື່ນມີຈຳນວນຜູ້ຕິດເຊື້ອຫຼາຍກວ່າ 17 ລ້ານກວ່າຄົນ, ຮອງລົງມາ ແມ່ນປະເທດອິນເດຍມີຜູ້ຕິດເຊື້ອສະສົມຈໍານວນ 9 ລ້ານກວ່າຄົນ.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວພາຍໃນ | 2020-12-17T13:32:25+00:00 | https://laopost.com/?p=122369 |
ການຄ້າ ນະຄອນຫຼວງວຽງຈັນ ປັບລາຄາປະເພດຊີ້ນໝູໃຫ້ຫຼຸດລົງ | ເພື່ອແນໃສ່ຊຸກຍູ້ສົ່ງເສີມຜູ້ດຳເນີນທຸລະກິດການຜະລິດ ຜູ້ຊື້-ຜູ້ຂາຍ ແລະ ເປັນການປົກປ້ອງສິດຜົນປະໂຫຍດຜູ້ຊົມໃຊ້ ໃຫ້ມີຄວາມຍຸຕິທຳບົນພື້ນຖານກົນໄກຕະຫຼາດ ຫຼີກລ່ຽງການເອົາລັດເອົາປຽບກັນລະຫວ່າງຜູ້ຊື້ ແລະ ຜູ້ຂາຍ ທັງຮັບປະກັນໃຫ້ສັງຄົມມີຄວາມສະຫງົບ.
ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການເລື່ອງການກຳນົດລາຄາຂາຍຍົກ-ຂາຍຍ່ອຍຊີ້ນໝູ ໂດຍອີງຕາມດຳລັດວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ອີງຕາມຄຳເຫັນດີເປັນເອກະພາບຂອງກອງປະຊຸມ ກ່ຽວກັບລາຄາຂາຍຍົກ-ຂາຍຍ່ອຍຊີ້ນໝູ ແລະ ແຈ້ງການຂອງກະຊວງອຸດສາຫະກຳ ແລະ ການຄ້າ ວ່າດ້ວຍການກຳນົດໂຄງປະກອບລາຄາສິນຄ້າ ຄວບຄຸມ ເພື່ອກຳນົດລາຄາຂາຍຍົກ-ຂາຍຍ່ອຍ ດັ່ງນັ້ນ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ຈຶ່ງໄດ້ອອກແຈ້ງການຄືດັ່ງນີ້: ລາຄາໝູເປັນ ໜ້າຟາມ ຊື້-ຂາຍ ບໍ່ໃຫ້ເກີນ 18 ພັນກີບ/ກິໂລ ລາຄາຂາຍຍົກໝູທັງຕົວທີ່ໄດ້ຂ້າຄົວ ແລະ ຊຳແຫຼະເປັນຊີ້ນລວມຂາຍສູງສຸດບໍ່ໃຫ້ເກີນ 21 ພັນກີບ/ກິໂລ ລາຄານີ້ແມ່ນລາຄານາຍຮ້ອຍສົ່ງໃຫ້ລູກຂຽງຮອດຕະຫຼາດ ສຳລັບລາຄາຂາຍຍ່ອຍຂອງລູກຂຽງໃຫ້ຜູ້ບໍລິໂພກຢູ່ຕະຫຼາດ ຊີ້ນໝູປະເພດໜຶ່ງ (ຊີ້ນກ້ອນ ດູກຂ້າງ ຊີ້ນສາມຊັ້ນ) ສູງສຸດ 33 ພັນກີບ/ກິໂລ ແລະ ຊີ້ນໝູປະເພດສອງ ລາຄາສູງສຸດບໍ່ໃຫ້ເກີນ 30 ພັນກີບ/ກິໂລ.
ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ແຈ້ງການໃຫ້ບັນດາຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ 9 ຕົວເມືອງ ຫົວໜ່ວຍທຸລະກິດຈັດສັນຕະຫຼາດ ບັນດາຟາມລ້ຽງໝູ (ຜູ້ຜະລິດໝູ) ຜູ້ປະກອບການທຸລະກິດຊື້ສັດ-ຂາຍຊີ້ນ (ນາຍຮ້ອຍ) ຜູ້ຈຳໜ່າຍຊີ້ນໝູ (ລູກຂຽງ) ຕາມຮ້ານຄ້າແຜງລອຍໃນຕະຫຼາດ ຢູ່ນະຄອນຫຼວງວຽງຈັນ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການນີ້ໃຫ້ມີປະສິດທິຜົນ.
ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່ | ຂ່າວພາຍໃນ | 2017-09-15T08:04:22+00:00 | https://laopost.com/?p=94973 |
ອົງການກວດສອບແຫ່ງລັດເລັ່ງກວດສອບກວ່າ 600 ເປົ້າໝາຍໃຫ້ສຳເລັດ | ສຳນັກຂ່າວສານປະເທດລາວ ລາຍງານເມື່ອວັນທີ 4 ພຶດສະພາ 2017 ທີ່ຜ່ານມາວ່າ ໃນທິດທາງແຜນການ ນັບແຕ່ປີ 2017-2021 ຂອງອົງການກວດສອບແຫ່ງລັດ ໄດ້ວາງເປົ້າການກວດສອບ ໃຫ້ຄົບຖ້ວນ ແລະ ທົ່ວເຖິງ ໃນອົງການຈັດຕັ້ງ ຂອງລັດແຕ່ຂັ້ນສູນກາງ, ບັນດາກະຊວງ, ຂະແໜງການ, ຫົວໜ່ວຍທຸລະກິດ, ທະນາຄານລັດ, ນັບທັງໂຄງການເງິນກູ້ຢືມ ແລະ ຊ່ວຍເຫລືອລ້າ ຈາກຕ່າງປະເທດ ເຊິ່ງຈະໃຫ້ສຳເລັດເກືອບ 600 ເປົ້າໝາຍ. ທັງນີ້ ເພື່ອຊ່ວຍໃຫ້ສະພາແຫ່ງຊາດ ແລະ ລັດຖະບານ ສາມາດເກັບກູ້ເງິນຄືນ ເຂົ້າງົບປະມານແຫ່ງຊາດ ໃຫ້ຫລາຍກວ່າເກົ່າ.
ທ່ານ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ໄດ້ຢືນຢັນຈະລົງເລິກການກວດສອບ ດ້ານລາຍຮັບ ແລະ ລາຍຈ່າຍ ງົບປະມານຂອງລັດ, ກວດສອບປະສິດທິພາບ-ປະສິດທິຜົນ ການເຄື່ອນໄຫວຂອງລະບົບທະນາຄານ ແລະ ທຸລະກິດລັດ, ລວມທັງບັນດາຄາດໝາຍເສດຖະກິດມະຫາພາກ ແລະ ຫົວຂໍ້ສະເພາະ ໃນການພັດທະນາເສດຖະກິດ-ສັງຄົມ. ຢ່າງໃດກໍຕາມ ໃນ 5 ປີຕໍ່ໜ້າຈະໃຫ້ສາມາດກວດສອບ ການເຊື່ອມຕໍ່ຂໍ້ມູນທາງດ້ານ ການບັນຊີ-ການເງິນ ກັບກະຊວງການເງິນ, ພ້ອມທັງສ້າງນັກກວດສອບ ໃຫ້ມີຄຸນນະພາບ ດ້ວຍການພັດທະນາຫລັກສູດ ການຮຽນ-ການສອນ ໃຫ້ພະນັກງານ ແຕ່ລະຂັ້ນ ໂດຍສະເພາະຂັ້ນພະແນກ, ພະນັກງານວິຊາການ ແລະ ພະນັກງານຝຶກງານ ໃຫ້ບັນລຸ 95%.
ສຳລັບການກວດສອບ ດ້ານລາຍຮັບ ແລະ ລາຍຈ່າຍ ຈະລົງເລິກຂະແໜງພາສີ-ອາກອນ ຕາມສາຍຕັ້ງ ໃນການແບ່ງຂັ້ນຄຸ້ມຄອງ, ລາຍຮັບວິຊາການ, ກອງທຶນລັດ, ລາຍຮັບຈາກທີ່ດິນ, ຊັບສິນຂອງລັດ ແລະ ລາຍຮັບຈາກການຄຸ້ມຄອງ ລັດວິສາຫະກິດປະກັນໄພ. ໃນຂະນະດຽວກັນ ຈະເນັ້ນກວດສອບລາຍຈ່າຍ ການລົງທຶນຂອງລັດ, ການບໍລິຫານ-ຄຸ້ມຄອງ, ການຊຳລະໜີ້ສິນພາຍໃນ ແລະ ຕ່າງປະເທດ ລວມທັງການປ່ອຍສິນເຊື່ອ ແລະ ລາຍຈ່າຍການລົງທຶນພັດທະນາອື່ນໆ.
ຮຽບຮຽງຂ່າວຈາກ:ຣາຊະວົງ | ຂ່າວທ້ອງຖິ່ນ | 2017-05-05T09:36:31+00:00 | https://laopost.com/?p=89518 |
ເຊຍລາວ U-16 ບານເຕະຮອບແບ່ງກຸ່ມມື້້ນີ້ | ສປປ ລາວ ເປັນເຈົ້າພາບຈັດການແຂ່ງຂັນ AFC U16 CHAMPIONSHIP INDIA 2016 QUALIFIERS ໃນລະຫວ່າງວັນທີ 12-20 ກັນຍາ 2015 ນີ້ ຢູ່ໃນກຸ່ມ G ມີ: ມາເລເຊຍ, ລາວ, ຟີລິບປິນ, ນອສເທີນ ມາເຣຍນາ, ຕີມໍ ເລສເຕ
ໃນນັດທຳອິດນີ້ທີມຊາດລາວຈະພົບກັບທີມຊາດຟີລິບປິນ ໃນວັນທີ 12 ກັນຍາ 2015 ມື້ນີ້ ເວລາ 19:00 ໂມງ ທີ່ສະໜາມກິລາແຫ່ງຊາດຫຼັກ 16 ເຊີ່ງຈະຖ່າຍທອດສົດທາງໂທລະພາບແຫ່ງຊາດລາວຊ່ອງ 3 ປີ້ເຂົ້າຊົມລາຄາ 10,000 ກີບ ທີມຊາດລາວຈະໄປເຖິງຝັນຫຼືບໍ່ກອງເຊຍກໍ່ມີສ່ວນໃນການຊຸກຍູ້ວົງການບານເຕະລາວໃຫ້ກ້າວສູ່ສາກົນ
ພົບກັນມື້ແລງຢ່າລືມໄປເຊຍລາວນຳກັນ | ຂ່າວພາຍໃນ | 2015-09-12T11:54:39+00:00 | https://laopost.com/?p=34924 |
ສັງເກດອາການຂອງມະເຮັງກະດູກ | ມະເຮັງກະດູກ ບັນໄດ້ວ່າເປັນພະຍາດທີ່ມີຄວາມຮຸນແຮງສູງ ເກີດຂຶ້ນກະທັນຫັນ ໂດຍທົ່ວໄປແລ້ວ ມະເຮັງກະດູກແບ່ງໄດ້ 2 ຊະນິດຄື: ຊະນິດປະຖົມພູມ ເກີດຈາກຄວາມຜິດປົກກະຕິພາຍໃນເຊວຂອງກະດູກທີ່ເປັນເນື້ອງອກ ຖ້າເປັນເນື້ອຮ້າຍກໍຈະໃຫ້ເກີດມະເຮັງກະດູກ ແລະຊະນິດທຸຕິພູມ ເກີດຈາກການແຜ່ກະຈາຍຂອງມະເຮັງຊະນິດອື່ນມາທີ່ກະດູກ ຊຶ່ງມັກເກີດກັບຜູ້ທີ່ມີປະຫວັດການເປັນມະເຮັງຂອງອະໄວຍະວະອື່ນມາກ່ອນ ເຊັ່ນ: ມະເຮັງເຕົ້ານົມ ຫຼືມະເຮັງຕ່ອມລູກໝາກເປັນຕົ້ນ.
ໂດຍປົກກະຕິມະເຮັງກະດູກໃນໄລຍະຕົ້ນ ຈະມີອາການເຈັບປວດບໍລິເວນກະດູກ ແລະເຈັບປວດແຮງຂຶ້ນເລື່ອຍໆ ເມື່ອມະເຮັງທໍາລາຍກະດູກຫຼາກຂຶ້ນ ຈະເຮັດໃຫ້ເກີດພາວະກະດູກແຂນ, ຂາຫັກ ຫຼືຫຼຸດອອກຈາກການຖືກມະເຮັງທໍາລາຍໄປກົດທັບໄຂມັນສັນຫຼັງ ຫຼືເສັ້ນປະສາດ ເຮັດໃຫ້ເກີດອາການຊາມື, ຕີນ ຫຼືແຂນຂາອ່ອນແຮງໄດ້.
ສໍາຫຼັບມະເຮັງຊະນິດທຸຕິພູມ: ອາດເກີດພາວະແຄວຊຽມໃນເລືອດສູງ ເນື່ອງຈາມີການທໍາລາຍກະດູກຈໍານວນຫຼາຍ ຜູ້ທີ່ເປັນມະເຮັງຊະນິດນີ້ຈະມີອາການຊຶມ, ມື, ຕີນຊາຜິດປົກກະຕິ, ອືດທ້ອງ, ຖອກທ້ອງ, ປັ່ນໄສ້, ປວດຮາກ, ຫົວໃຈເຕັ້ນຜິດຈັງຫວະ ໝົດສະຕິ ແລະອາດເສີຍຊີວິດໄດ້.
ສໍາຫຼັບການິ່ນປົວຜູ້ທີ່ເປັນມະເຮັງ ຂຶ້ນກັບຊະນິດ ແລະໄລຍະຂອງພະຍາດ ມີຕັ້ງແຕ່ການໃຫ້ຢາບັນເທົາອາການເຈັບປວດ, ຢາເຄມີບໍາບັດ, ຢາຕ້ານຮອກໂມນ, ຢາຫຼຸດແຄວຊຽມໃນເລືອດ ຊຶ່ງຈະຊ່ວຍຫຼຸດອາການເຈັບປວດ ແລະຊ່ວຍໃຫ້ກະດູກແຂງແຮງຂຶ້ນ ສ່ວນການໃຫ້ລັງສີປິ່ນປົວເປັນໄປເພື່ອຢຸດການຈະເລີນເຕີບໂຕຂອງເຊວມະເຮັງສະເພາະຕໍາແໜ່ງ, ຫຼຸດອາການເຈັບ, ຊ່ວຍໃຫ້ຫາຍຈາກອໍາມະພາດ ເມື່ອມະເຮັງແຜ່ກະຈາຍໄປທີ່ກະດູກສັນຫຼັງ ເປັນຫຼາຍ ຫຼືຫຼາຍຕໍາແໜ່ງອາດສີດສານກໍມມັນລັງສີ ເພື່ອຫຼຸດອາການ ແລະຫາພິຈາລະນາພົບວ່າດເກີດພາວະມະເຮັງກະດູກຕໍາແໜ່ງທີ່ຮັບນໍ້າໜັກຫຼາກເຊັ່ນ: ກະດູກກົກຂາ ແພດໝໍຈະໄດ້ໃຊ້ວິທີຜ່າຕັດ ເພື່ອເສີມສ້າງຄວາມແຂງແຮງຂອງກະດູກຂາ ຊ່ວຍໃຫ້ເດີນໄດ້ປົກກະຕິ.
ສັງເກດເຊັ່ນວ່າ: ມີກ້ອນບໍລິເວນແຂນ, ຂາ, ກະດູກ ຄວນຮີບປຶກສາແພດໝໍ ເພື່ອຈະໄດ້ຮັບການປິ່ນປົວແຕ່ໄລຍະຕົ້ນໆ ເພື່ອບໍ່ໃຫ້ມີກາຍແຜ່ກະຈາຍຂອງມະເຮັງໄປທີ່ອະໄວຍະວະອື່ນ ແລະເຮັດໃຫ້ມີໂອກາດລອດຊີວິດໄດ້ສູງພາຍຫຼັງໄດ້ຮັບການປິ່ນປົວ. | ສຸຂະພາບ ແລະ ສີ່ງແວດລ້ອມ | 2016-12-01T13:51:08+00:00 | https://laopost.com/?p=78495 |
ຈີນ-ອິນເດຍ ເສຍຊີວິດຈາກອາກາດເປັນພິດ 2 ລ້ານກວ່າຄົນ | ແຊນແນວນິວເອເຊຍ ລາຍງານເມື່ອວັນທີ 15 ກຸມພາ 2017 ຜ່ານມາວ່າ ປະເທດຈີນ ແລະອິນເດຍ ມີຈຳນວນຜູ້ເສຍຊີວິດ ລວມກັນຈາກມົນລະພາວະອາກາດເປັນພິດ ຫຼາຍກວ່າເຄິ່ງໜຶ່ງຂອງຈຳນວນຜູ້ເສຍຊີວິດທົ່ວໂລກ
ສະຖາບັນຜົນກະທົບຕໍ່ສຸຂະພາບໃນສະຫະລັດ ເຜີຍຜົນການສຶກສາໃນປີ 2016 ມີຈຳນວນຜູ້ເສຍຊີວິດຈາກມົນລະພາວະອາກາດເປັນພິດມີຫຼາຍກວ່າ 4.2 ລ້ານກວ່າຄົນທົ່ວໂລກ ເຊິ່ງຈີນ ແລະອິນເດຍ ມີຜູ້ເສຍຊີວິດລວມກັນເຖິງ 2.2 ລ້ານຄົນໃນປີດັ່ງກ່າວ
ຈີນເປັນປະເທດທີ່ມີປະຊາກອນຫຼາຍເປັນອັນດັບໜຶ່ງຂອງໂລກ ແລະຮອງລົງມາແມ່ນອິນເດຍ ເຊິ່ງທັງສອງປະເທດມີຜູ້ເສຍຊີວິດຈາກມົນລະພາວະເປັນພິດ ປະເທດລະ 1.1 ລ້ານຄົນ
ຜົນການສຶກສາຄັ້ງນີ້ ອ້າງອີງຂໍ້ມູນຈາກໂຄງການ Global Burden of Disease ເຊິ່ງເປັນໂຄງການຈາກມູລະນິທິບິລ ແລະເມລິນດາ ເກດສ໌ ທີ່ວັດຜົນຈາກພຶດຕິກຳມະນຸດ, ການກິນອາຫານ ແລະປັດໄຈແວດລ້ອມຕ່າງໆ ທີ່ສົ່ງຜົນໃຫ້ມີຜູ້ເສຍຊີວິດຈາກ 195 ປະເທດທົ່ວໂລກ | ຂ່າວຕ່າງປະເທດ | 2017-02-16T09:52:31+00:00 | https://laopost.com/?p=85232 |
ລາວ-ຫວຽດນາມ ຫາລືກໍ່ສ້າງຖານຂໍ້ມູນພົນລະເມືອງແຫ່ງຊາດ ແລະ ອອກບັດປະຈໍາຕົວທັນສະໄໝ | ໃນວັນທີ 24 ເມສາ 2023, ທີ່ກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມພົບປະຂັ້ນວິຊາການ ລະຫວ່າງ ຄະນະຜູ້ແທນຂັ້ນສູນກາງປ້ອງກັນຄວາມສະຫງົບລາວ ແລະ ຄະນະຜູ້ແທນກະຊວງປ້ອງກັນຄວາມສະຫງົບຫວຽດນາມ ກ່ຽວກັບໂຄງການກໍ່ສ້າງຖານຂໍ້ມູນພົນລະເມືອງແຫ່ງຊາດ ແລະ ອອກບັດປະຈໍາຕົວທັນສະໄໝ, ຝ່າຍລາວນຳໂດຍ ພົນຈັດຕະວາ ໜູໃບ ອິນທິສານ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບລາວ, ຝ່າຍຫວຽດນາມ ນຳໂດຍ ພົນຈັດຕະວາ ຫງວຽນ ກວັກ ຮຸ່ງ ຫົວໜ້າກົມຕໍາຫຼວດຄຸ້ມຄອງບໍລິຫານຄວາມເປັນລະບຽບຮຽບຮ້ອຍທາງາງຄົມ ກະຊວງປ້ອງກັນຄວາມສະຫງົບຫວຽດນາມ ໂດຍມີຄະນະສອງຝ່າຍເຂົ້າຮ່ວມ.
ໃນກອງປະຊຸມ, ຝ່າຍລາວໄດ້ລາຍງານສະພາບໂດຍຫຍໍ້ຂອງການຈັດຕັ້ງປະຕິບັດວຽກ ງານຈົດທະບຽນຄຸ້ມຄອງສຳມະໂນຄົວ ແລະ ອອກບັດປະຈຳຕົວໃນປັດຈຸບັນທົ່ວປະ ເທດມີ 17 ແຂວງ, 1 ນະຄອນຫຼວງວຽງຈັນ, ມີ 145 ເມືອງ, 3 ນະຄອນ, ມີ 1.158 ກຸ່ມບ້ານ, ມີ 8.399 ບ້ານ, ມີ 1.335.708 ຫຼັງຄາເຮືອນ, ມີ 1.399.904 ຄອບຄົວ, ພົນລະເມືອງທັງໝົດມີ 7.235.341 ຄົນ ຍິງ 3.640.015 ຄົນ, ຈຳນວນຄົນຕ່າງດ້າວ ມີ 13.576 ຄົນ ຍິງ 5.038 ຄົນ, ພົນລະເມືອງທີ່ໄດ້ຂຶ້ນທະບຽນສໍາມະໂນຄົວແລ້ວມີ 1.385.964 ຄອບຄົວ, ມີຈຳນວນພົນທັງໝົດ 7.113.973 ຄົນ ຍິງ 3.581.483 ຄົນ. ໃນນັ້ນ, ຄົນຕ່າງດ້າວ ມີ 4.823 ຄອບຄົວ ມີຈໍານວນ 13.576 ຄົນ ຍິງ 5.038 ຄົນ.
ນອກນີ້, ດ້ານວຽກງານການຈັດຕັ້ງປະຕິບັດວຽກງານຄຸ້ມຄອງພົນລະເມືອງ ແລະ ອອກບັດປະຈໍາຕົວດ້ວຍລະບົບເອເລັກໂຕຼນິກ ໂດຍຫັນເອົາຂໍ້ມູນພົນລະເມືອງເຂົ້າສູ່ລະບົບທັນສະໄໝແມ່ນເລີ່ມຕົ້ນຈັດຕັ້ງປະຕິບັດໃນປີ 2008 ໂດຍແມ່ນບໍລິສັດຮົວເວ້ ເປັນຜູ້ຮັບຈັດຕັ້ງປະຕິບັດ ເປັນຕົ້ນແມ່ນວຽກງານກໍ່ສ້າງພື້ນຖານໂຄງລ່າງ ແລະ ປັບປຸງຫ້ອງການເຮັດວຽກ ຢູ່ບັນດາແຂວງ ແລະ ເມືອງໃນຂອບເຂດທົ່ວປະເທດ, ວຽກງານເຕັກໂນໂລຊີ ແມ່ນໄດ້ສ້າງສູນຂໍ້ມູນ ເພື່ອຮອງຮັບຂໍ້ມູນພົນລະເມືອງ, ໄດ້ພັດທະນາລະບົບຊັອບແວ ມີ 2 ໂມດູນຫຼັກຄື: ຄຸ້ມຄອງສຳມະໂນຄົວລາວ-ຕ່າງດ້າວ, ອອກບັດປະຈໍາຕົວລາວ, ໄດ້ປະກອບ ແລະ ຕິດຕັ້ງອຸປະກອນເກັບກຳຂໍ້ມູນຢູ່ສູນກາງ, ບັນດາແຂວງ ແລະ ເມືອງໃນຂອບເຂດທົ່ວປະເທດ ເພື່ອປ້ອນຂໍ້ມູນບຸກຄົນເຂົ້າສູ່ລະບົບເຄື່ອງຈັກພິມບັດປະຈໍາຕົວ ແລະ ເຄື່ອງຈັກພິມປື້ມສໍາມະໂນຄົວ. ພ້ອມກັນນັ້ນ, ຍັງໄດ້ມີການຝຶກອົບຮົມການນຳໃຊ້ລະບົບໂປຼແກມຄຸ້ມຄອງພົນລະເມືອງ ແລະ ອອກບັດປະຈຳຕົວ ເຊິ່ງໄດ້ມີການແບ່ງຂັ້ນການຄຸ້ມຄອງ ແລະ ການນຳໃຊ້ລະບົບຄື: ຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ.
ຈາກນັ້ນ, ທັງສອງຝ່າຍກໍໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຈົດທະ ບຽນຄຸ້ມຄອງສຳມະໂນຄົວ ແລະ ອອກບັດປະຈຳຕົວທັນສະໄໝ ແລະ ແຜນການຈັດ ຕັ້ງປະຕິບັດ ເຮັດວຽກຮ່ວມກັນລະຫວ່າງກົມກອງອ້ອມຂ້າງກະຊວງປ້ອງກັນຄວາມສະຫງົບລາວ ກັບຄະນະຜູ້ແທນ ກະຊວງປ້ອງກັນຄວາມສະຫງົບຫວຽດນາມ ໃຫ້ເຊິ່ງກັນ ແລະ ກັນຮັບຊາບ, ພ້ອມທັງຮ່ວມກັນປຶກສາຫາລື ບັນດາວຽກງານທີ່ໄດ້ຮ່ວມ ກັນຈັດຕັ້ງປະຕິບັດ ເພື່ອຮ່ວມກັນສືບຕໍ່ຈັດຕັ້ງປະຕິບັດ ແລະ ແກ້ໄຂບັນດາຂໍ້ຄົງຄ້າງຕ່າງໆ ໃຫ້ມີຜົນສຳເລັດ.
ທີ່ມາ ຄວາມສະຫງົບ Lao Security News | ຂ່າວພາຍໃນ | 2023-04-25T09:37:08+00:00 | https://laopost.com/?p=144125 |
WHO ເປີດເຜີຍ ອີໂບລາຂ້າຜູ້ຕິດເຊື້ອຫລາຍກ່ວາ 3 ພັນຄົນແລ້ວ | ອົງການອະນາໄມໂລກເປີດເຜີຍ ຈຳນວນຜູ້ເສຍຊີວິດຈາກເຊື້ອອີໂບລາໃນອາຟຣິກາຕາເວັນຕົກ ມີຫລາຍກ່ວາ
3,000 ຄົນແລ້ວ.
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 28 ກັນຍາ 2014 ຜ່ານມານີ້ວ່າ ອົງການອະນາໄມໂລກ (WHO) ເປີດ
ເຜີຍຂໍ້ມູນສະຖານະການລະບາດຂອງເຊື້ອອີໂບລາ ໃນອາຟຣິກາຕາເວັນຕົກ ເມື່ອວັນສຸກທີ 26 ກັນຍາ 2014
ປະກົດວ່າ ຈຳນວນຜູ້ຕິດເຊື້ອໄດ້ເພີ່ມຂຶ້ນເປັນ 6,574 ຄົນແລ້ວ ແລະ ໃນຈຳນວນນີ້ ເສຍຊີວິດໄປແລ້ວຢ່າງ
ໜ້ອຍ 3,091 ຄົນ ໂດຍປະເທດໄລບີເຣຍ ເປັນປະເທດທີ່ມີຜູ້ເສຍຊີວິດຫລາຍທີ່ສຸດ ມີຫລາຍເຖິງ 1,830 ຄົນ.
ສ່ວນຢູ່ປະເທດໄນຈີເຣຍ ແລະ ເຊເນກັນ ເຊິ່ງໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອອີໂບລາໃນຄັ້ງນີ້
ເກືອບຈະສາມາດຄວບຄຸມການລະບາດໄດ້ໂດຍສົມບູນແລ້ວ ຫລັງຈາກບໍ່ມີລາຍງານຜູ້ຕິດເຊື້ອ ຫລື ເສຍຊີ
ວິດໃໝ່ເລີຍ ໃນໄລຍະ 2 – 3 ອາທິດທີ່ຜ່ານມາ. | ຂ່າວຕ່າງປະເທດ | 2014-09-29T17:12:09+00:00 | https://laopost.com/?p=11032 |
39 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່ ຍອດຕິດເຊື້ອທົ່ວໂລກທະລຸ 5 ລ້ານຄົນແລ້ວ! | ຕາມການຖະແຫຼງຂ່າວຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ COVID-19 ໃຫ້ຮູ້ວ່າ ປະເທດລາວບໍ່ມີຕົວເລກຜູ້ຕິດເຊື້ອເພີ່ມຂຶ້ນເປັນເວລາ 39 ມື້ລຽນຕິດແລ້ວ ເຊິ່ງຈໍານວນຜູ້ຕິດເຊື້ອທົ່ວໄປເທດສະສົມຍັງມີພຽງ 19 ຄົນ, ປິ່ນປົວແລ້ວ 14 ຄົນ ແລະ ຍັງຮັກສາຕົວຢູ່ໂຮງໝໍອີກ 5 ຄົນ. | ຂ່າວພາຍໃນ | 2020-05-21T16:42:32+00:00 | https://laopost.com/?p=119342 |
ໂລກອອນໄລນ໌ວິຈານໜັກ! ຜູ້ເຖົ້າ 80 ປີ ແຕ່ງງານກັບເດັກຍິງອາຍຸ12 ປີ | ເມື່ອວັນທີ 12 ມັງກອນ 2017 ທີ່ຜ່ານມາ ເຟສບຸ໊ກ Deplorables Inc ໄດ້ເຜີຍແຜ່ຄລິບງານແຕ່ງງານທີ່ປະເທດ ອາຫລັບ ລະຫວ່າງຊາຍເຖົ້າອາຍຸ 80 ປີ ກັບເດັກຍິງ ໄວອາຍຸ 12 ປີ ຈົນມີຍອດຜູ້ເຂົ້າຊົມຫຼາຍກວ່າ 5.8 ລ້ານຄັ້ງ ພ້ອມກັບສຽງວິພາກວິຈານຈາກທົ່ວໂລກ.
ຄລິບໄດ້ຈັບພາບນາທີທີ່ເຈົ້າບ່າວຍ່າງເຂົ້າມາໃນເຮືອນ ແລະ ຍ່າງເຂົ້າໄປໃນຫ້ອງເຈົ້າສາວ ຂະນະທີ່ມີຍາດພີ່ນ້ອງຂອງເຈົ້າສາວອອກມາຕ້ອນຮັບເຈົ້າບ່າວ ແລະ ສົ່ງສຽງໂຫ້ຮ້ອງຍິນດີ ເຈົ້າບ່າວໄດ້ຫອມເຈົ້າສາວ ແລະ ຂຶ້ນໄປນັ່ງຂ້າງໆເທິງຕຽງ ດ້ວຍສີໜ້າທີ່ມີຄວາມສຸກ ເຊິ່ງຕ່າງຈາກສີໜ້າທ່າທາງຂອງເຈົ້າສາວທີ່ເຕັມໄປດ້ວຍຄວາມເສົ້າ ແລະ ຄວາມຢ້ານກົວ.
ຊາວໂຊຊ້ຽວຕ່າງກໍ່ອອກມາສະແດງຄວາມຄິດເຫັນກ່ຽວກັບເລື່ອງນີ້ວ່າ ເດັກຍິງຄົນນີ້ຊ່າງເປັນຍິງສາວທີ່ໂຊກຮ້າຍ ພ້ອມສາບແຊ່ງເຈົ້າບ່າວ ແລະ ຍາດພີ່ນ້ອງຄອບຄົວຂອງເຈົ້າສາວ ແລະ ກ່າວວ່າເປັນປະເພນີທີ່ຕ່ຳຊາມໂຫດຮ້າຍທີ່ເຮັດໃຫ້ເດັກສາວແຕ່ງງານກັບຄົນເຖົ້າລຸ້ນລາວຄາວພໍ່ຕູ້ ແຕ່ເຖິງຢ່າງໃດກໍ່ຕາມກໍ່ຍັງມີຜູ້ທີ່ເຫັນດີກັບປະເພນີດັ່ງກ່າວອອກມາສະແດງຄວາມຄິດເຫັນຕອບໂຕ້ ພ້ອມເຕືອນວ່າ: ຢ່າເຂົ້າໄປຫຍຸ້ງກັບທຳນຽມປະເພນີຂອງຄົນອື່ນ ແລະ ອະທິບາຍວ່າ ນີ້ເປັນປະເພນີທ້ອງຖິ່ນທີ່ສືບຕໍ່ກັນມາຕັ້ງແຕ່ສະໃໝບູຮານ.
http://www.laopost.com/wp-content/uploads/2017/02/bb.2.mp4
ແຫລ່ງຂ່າວຈາກ: https://www.khaosod.co.th/monitor-news/news_183728
ວິດິໂອຈາກ: Deplorables Inc
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ! | ຂ່າວຕ່າງປະເທດ | 2017-02-03T11:13:51+00:00 | https://laopost.com/?p=84295 |
ເກົາຫຼີໃຕ້ ກ່າວວ່າ ເກົາຫຼີເໜືອ ເສັດສິ້ນ ການຕຽມພ້ອມ ເພື່ອທົດລອງ ນີວເຄລຍ | ທ່ານ Kim Jong Un ຜູ້ນຳເກົາຫຼີເໜືອ ຕົບມື ໃນລະຫວ່າງການຖ່າຍຮູບ ຮ່ວມກັບພວກທະຫານ KPA 966, 462, 101, 489.
ທ່ານ Kim Jong Un ຜູ້ນຳເກົາຫຼີເໜືອ ຕົບມື ໃນລະຫວ່າງການຖ່າຍຮູບ ຮ່ວມກັບພວກທະຫານ KPA 966, 462, 101, 489.
ລັດຖະມົນຕີປ້ອງກັນປະເທດເກົາຫຼີໃຕ້ ເຕືອນວ່າ ເກົາຫຼີເໜືອ ໄດ້ເສັດສິ້ນການກະກຽມ
ເພື່ອທຳການທົດລອງລະເບີດນີວເຄລຍ ຄັ້ງທີ 4 ຂອງຕົນ ແລະກ່າວວ່າ ການທົດລອງລະເບີດດັ່ງກ່າວ
ສາມາດເກີດຂຶ້ນໄດ້ ໃນເວລາໃດທີ່ລັດຖະບານພຽງຢ້າງຕັດສິນໃຈເທົ່ານັ້ນ.
ແຕ່ທ່ານ Kim Kwan-jin ກ່າວຕໍ່ບັນດານັກຂ່າວໃນວັນພະຫັດ ມື້ນີ້ວ່າມັນສາມາດໃຊ້ເວລາຕື່ມ
ອີກເລັກນ້ອຍ ກ່ອນເກົາຫຼີເໜືອ ຈະທຳການທົດລອງລະເບີດດັ່ງກ່າວ ໂດຍໃຫ້ຂໍ້ສັງເກດວ່າ
ການກະກຽມທີ່ວ່ານີ້ ສາມາດໃຊ້ເພື່ອເປັນການລວງຕາ ຕໍ່ໂລກພາຍນອກກໍເປັນໄດ.
ທ່ານ Kim Kwan-jin ກ່າວວ່າ ພວກນັກຊ່ຽວຊານບາງຄົນ ກ່າວວ່າ ການກະກຽມທີ່ແທ້ຈິງຂອງເກົາຫຼີເໜືອ
ທີ່ພົວພັນກັບການທົດລອງນີວເຄລຍ ແມ່ນເປັນການລວງຕາ ແລະໝາຍຄວາມວ່າເປັນກົນອຸບາຍຫຼືເລ້ຫຼ່ຽມ.
ແຕ່ຕາມທັດສະນະຂອງລັດຖະບານ ພວກເຮົາບໍ່ສາມາດຊ່ອຍເຫຼືອໄດ້ ແຕ່ກໍກັງວົນໃຈ ແລະກະກຽມ
ໃນຄວາມຈິງທີ່ວ່າເກົາຫຼີເໜືອໄດ້ເສັດສິ້ນການກະກຽມຕ່າງໆຂອງຕົນແລ້ວນັ້ນ.
ຮູບພາບທາງດາວທຽມຫວ່າງໄວໆຜ່ານມານີ້ ສະແດງໃຫ້ເຫັນການເຄື່ອນໄຫວ ທີ່ເພີ້ມທະວີຂຶ້ນຢູ່ສະຖານທີ່
ທົດລອງນີວເຄລຍໃຫຍ່ຂອງເກົາຫຼີເໜືອນັ້ນ. ແຕ່ຂ່າວລັບທີ່ວ່ານີ້ມັກເປັນຂ່າວທີ່ເຊື່ອຖືບໍ່ໄດ້ແລະ
ຄວາມປະພຶດຂອງຄະນະນຳພາເກົາຫຼີເໜືອມີຊື່ສຽງທີ່ທຳນາຍບໍ່ໄດ້.
ເກົາຫຼີເໜືອໄດ້ທຳການທົດລອງລະເບີດນີວເຄລຍຫຼາຍຄັ້ງ ໃນປີ 2006, 2009 ແລະໃນປີ 2013
ອັນເປັນລະເມີດຕໍ່ມະຕິຕ່າງໆຂອງສະພາຄວາມໝັ້ນຄົງສະຫະປະຊາຊາດນັ້ນ. ເກົາຫຼີເໜືອໄດ້ຂົ່ມຂູ່
ໃນຫວ່າງບໍ່ເທົ່າໃດເດືອນຜ່ານມານີ້ ທີ່ຈະທຳການທົດລອງນີວເຄລຍໃນຮູບແບບໃໝ່ທີ່ບໍ່ໄດ້ລະບຸໃຫ້ຊາບ. | ຂ່າວຕ່າງປະເທດ | 2014-05-10T12:33:41+00:00 | https://laopost.com/?p=5470 |
ຂໍ້ມູນລ່າສຸດຊີ້ ຍອດຜູ້ເສຍຊີວິດໃນສົງຄາມຊີເຣຍ ສູງເຖິງ 2 ແສນກ່ວາຄົນ! | ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 4 ທັນວານີ້ວ່າ ຍອດຜູ້ເສຍຊີວິດຈາກສົງຄາມກາງເມືອງໃນຊີເຣຍ ລ່າສຸດ
ໄດ້ເພີ່ມເປັນຢ່າງໜ້ອຍ 202,354 ຄົນແລ້ວ ນັບຕັ້ງແຕ່ເດືອນມີນາ 2011 ເປັນຕົ້ນມາ.
ແຫລ່ງຂ່າວໄດ້ລະບຸວ່າ ໃນຈຳນວນຂອງຜູ້ເສຍຊີວິດດັ່ງກ່າວ ມີນັກຮົບຂອງຝ່າຍລັດຖະບານຊີເຣຍ ແລະ ຝ່າຍກຸ່ມປະ
ກອບອາວຸດຕ່າງໆລວມຢູ່ນຳ ຫລາຍກ່ວາ 130,000 ຄົນ ໂດຍໃນຂະນະທີ່ຍອດພົນລະເຮືອນທີ່ເສຍຊີວິດນັ້ນ ແມ່ນມີ
ຢ່າງໜ້ອຍ 63,074 ຄົນ ໃນນີ້ມີເດັກນ້ອຍລວມຢູ່ເຖິງ 10,377 ຄົນ.
ແນວໃດກໍຕາມ ຕົວເລກໃນຕົວຈິງອາດມີຈຳນວນທີ່ສູງກ່ວານີ້ອີກຫລາຍ ເນື່ອງຈາກມີການສູ້ຮົບທີ່ໜັກໜ່ວງໃນ
ຫລາຍພື້ນທີ່ທົ່ວປະເທດຊີເຣຍ ເຊິ່ງເປັນອຸປະສັກໃນການເກັບກຳຂໍ້ມູນຂອງການສູນເສຍຢ່າງເປັນທາງການ. | ຂ່າວຕ່າງປະເທດ | 2014-12-04T11:44:42+00:00 | https://laopost.com/?p=14771 |
ທໍ່ນ້ຳ DD ສິນຄ້າທີ່ຄົນລາວຜະລິດ ໄດ້ມາດຕະຖານທີ່ສາກົນຍອມຮັບ | ຜະລິດຕະພັນຕ່າງໆທີ່ນຳເຂົ້າຈາກຕ່າງປະເທດໃນປັດຈຸບັນ ເຫັນວ່າມີຫຼາຍຜະລິດຕະພັນສາມາດຜະລິດຂຶ້ນຢູ່ທີ່ປະເທດລາວ ໂດຍສີມືຂອງຄົນລາວ ເຊິ່ງມີທັງຄວາມສວຍງາມ ຄຸນະພາບ ແລະ ລາຄາທີ່ຖືກກວ່າ ເຊັ່ນດຽວກັນກັບທໍ່ນ້ຳ DD ທີ່ຜະລິດຂຶ້ນໃນໂຮງງານທໍ່ນ້ຳລາວ ກໍ່ເປັນອີກໜຶ່ງຜະລິດຕະພັນທີ່ມີຄຸນະພາບທີ່ຮັບໃຊ້ສັງຄົມ.
ທ່ານ ຄຳກີ ໄຊຈະເລີນ ຜູ້ຈັດການບໍລິສັດ ທໍ່ນ້ຳລາວ ກ່າວວ່າ: ໂຮງງານທໍ່ນ້ຳເປັນໂຮງງານທີ່ຜະລິດທໍ່ນ້ຳຈຳໜ່າຍພາຍໃນປະເທດລາວ ເບື້ອງຕົ້ນໂຮງງານໄດ້ຖືກສ້າງຕັ້ງຂຶ້ນມາໄດ້ 6 ປີກວ່າແລ້ວ ຈາກການຮ່ວມທຶນກັນລະຫວ່າງນັກທຸລະກິດລາວ ແລະ ຈີນ ຫຼັງຈາກນັ້ນ ນັກທຸລະກິດຈີນໄດ້ຂາຍຫຸ້ນໃຫ້ກັບຝ່າຍລາວທັງໝົດ ປັດຈຸບັນແມ່ນເປັນທຸລະກິດຂອງຄົນລາວ 100% ພາຍຫຼັງທີ່ນັກທຸລະກິດລາວໄດ້ຊື້ເອົາຫຸ້ນທັງໝົດແລ້ວ ທາງໂຮງງານກໍ່ໄດ້ຕັ້ງໜ້າປະຕິບັດຕາມນະໂຍບາຍຂອງພັກ ແລະ ລັດວາງອອກ ໂດຍການຜະລິດສິນຄ້າທີ່ມີຄຸນະພາບອອກມາຮັບໃຊ້ສັງຄົມ.
ວັດຖຸດິບທີ່ໃຊ້ເຂົ້າໃນການຜະລິດ ແມ່ນໄດ້ນຳເຂົ້າມາຈາກຕ່າງປະເທດທັງໝົດ ໂດຍຈະນຳເຂົ້າມາຈາກປະເທດໄທ ຫວຽດນາມ ບຣູໄນ ແລະ ອື່ນໆ ແຕ່ດ້ານມາດຕະຖານໃນການຜະລິດຂອງໂຮງງານທໍ່ລາວ ແມ່ນໄດ້ມາດຕະຖານທີ່ສາກົນຍອມຮັບ ໄດ້ມີການລົງກວດສອບໃນທຸກໆຂັ້ນຕອນຂອງການຜະລິດ ໄດ້ມີການທົດລອງສິນຄ້າກ່ອນນຳອອກຈຳໜ່າຍສູ່ສັງຄົມ ມີລະບົບນ້ຳໝູນວຽນທີ່ສາມາດກຳຈັດນ້ຳເສຍໄດ້ ມີລະບົບການຮັກສາຄວາມປອດໄພໃນທຸກຂັ້ນຕອນຂອງການຜະລິດ ນອກຈາກນັ້ນ ພະນັກງານທຸກຄົນແມ່ນຈະໄດ້ຮັບການຄຸ້ມຄອງຈາກໂຮງງານເປັນຢ່າງດີ ໂດຍມີການເຮັດປະກັນໄພໃຫ້ກັບພະນັກງານທຸກຄົນ ລວມມີປະມານ 50 ກວ່າຄົນ.
ສຳລັບທໍ່ທີ່ຜະລິດຢູ່ທີ່ໂຮງງານທໍ່ນ້ຳລາວແມ່ນມີ 2 ປະເພດຄື: ທໍ່ນ້ຳ PVC ແລະ ທໍ່ໄຟຟ້າ PE ໂດຍສາມາດຜະລິດທໍ່ທີ່ມີຂະໜາດເສັ້ນຜ່າສູນກາງ (ໜ້າມົນ) ຕັ້ງແຕ່ 18 ມິນ ຫາ 200 ມິນ ແລະ ມີທໍ່ທີ່ສາມາດຮັບຄວາມດັນຂອງນ້ຳໄດ້ 3 ຊະນິດຄື: 5 Bar, 8,5 Bar ແລະ 13,5 Bar. ນອກຈາກນັ້ນ ທາງໂຮງງານຍັງສາມາດຜະລິດທໍ່ຊະນິດຕ່າງໆ ໃຫ້ໄດ້ຕາມທີ່ລູກຄ້າຕ້ອງການ ດ້ານການຈຳໜ່າຍໃນຕະຫຼາດປັດຈຸບັນ ແມ່ນກວມຢູ່ 25% ຈາກຕະຫຼາດທັງໝົດ ສ່ວນໃຫຍ່ຈະຢູ່ພາຍໃນນະຄອນຫຼວງວຽງຈັນ ເປັນຕົ້ນແມ່ນ ບັນດາບໍລິສັດຕ່າງໆທີ່ມີຄວາມຕ້ອງການໃຊ້ທໍ່ເຂົ້າໃນວຽກງານ ອຸດສາຫະກຳ ກະສິກຳ ແລະ ອື່ນໆ.
ສຳລັບແຜນການໃນອະນາຄົດ ແລະ ສິ່ງທ້າທາຍທີ່ຈະເກີດຂຶ້ນ ໄດ້ກຽມແຜນລົງພົບປະກັບລູກຄ້າແຕ່ລະບ່ອນແບບໃກ້ຊິດ ພ້ອມກັບທົດສອບເລື່ອງຄຸນະພາບຂອງສິນຄ້າໃຫ້ກັບລູກຄ້າຢູ່ເປັນປະຈຳ ສິນຄ້າທຸກອັນແມ່ນມີການຮັບປະກັນໃນເລື່ອງຂອງຄຸນະພາບ ສ້າງກິດຈະກຳສົ່ງເສີມການຂາຍ ເພື່ອເປັນການຄືນກຳໄລໃຫ້ກັບລູກຄ້າ ມີການບໍລິການຫຼັງການຂາຍທີ່ດີ ຖ້າສິນຄ້າມີຄວາມເສຍຫາຍກ່ອນມື້ຮັບປະກັນ ແມ່ນສາມາດປ່ຽນໃໝ່ໃຫ້ໄດ້.
ສິ່ງທ້າທາຍທີ່ທາງໂຮງງານກຳລັງກັງວົນຢູ່ໃນປັດຈຸບັນນີ້ ແມ່ນການເກີດຂຶ້ນຂອງໂຮງງານຜະລິດທໍ່ຢູ່ບ້ານເຮົາແມ່ນເລີ່ມມີຫຼາຍ ເຊິ່ງບາງໂຮງງານອາດຈະຜະລິດສິນຄ້າທີ່ມີຄຸນະພາບຕ່ຳ ອອກມາປະປົນກັບສິນຄ້າທີ່ມີຄຸນະພາບ ບາງບ່ອນແມ່ນມີການຜະລິດທີ່ບໍ່ຄຳນຶງເຖິງສິ່ງແວດລ້ອມອ້ອມຂ້າງ ດ້ວຍການປ່ອຍນ້ຳເສຍອອກມາ ເຮັດໃຫ້ມີຜົນກະທົບໂດຍກົງກັບສິ່ງແວດລ້ອມ ສະນັ້ນ ຈຶ່ງຢາກໃຫ້ທາງພາກສ່ວນທີ່ກ່ຽວຂ້ອງ ຄວນມີການລົງກວດສອບກັບບັນຫານີ້ເປັນປະຈຳ ຫຼື ຈຳກັດບໍ່ໃຫ້ໂຮງງານປະເພດດັ່ງກ່າວເກີດຂຶ້ນມາຫຼາຍເກີນໄປ.
ແຫລ່ງຂ່າວ: | ຂ່າວພາຍໃນ | 2016-04-22T15:04:36+00:00 | https://laopost.com/?p=54429 |
ລັດຖະສະພາອັງກິດ ລົງມະຕິເຫັນດີໃຫ້ກອງທັບ ເຂົ້າຮ່ວມໂຈມຕີກຸ່ມ IS ໃນອີຣັກ | ລັດຖະສະພາອັງກິດ ລົງມະຕິເຫັນດີໃຫ້ກອງທັບ ເຂົ້າຮ່ວມປະຕິບັດການໂຈມຕີກຸ່ມ IS ໃນອີຣັກແລ້ວ ແຕ່ຍັງປະຕິເສດ
ໃນການໂຈມຕີຢູ່ຊີເຣຍ.
ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 27 ກັນຍາ 2014 ຜ່ານມາວ່າ ສະມາຊິກລັດຖະສະພາອັງກິດ ໄດ້ລົງມະຕິເຫັນ
ດີໃຫ້ກອງທັບອາກາດ ເຂົ້າຮ່ວມກັບເຮືອບິນຮົບຂອງສະຫະລັດ, ຝຣັ່ງ ແລະ ຊາອຸດີອາຣະເບຍ, ສະຫະລັດອາຫລັບເອມິ
ເຣດ, ບາເຣນ ແລະ ຈໍແດນ ໃນການໂຈມຕີເປົ້າໝາຍຕ່າງໆຂອງພວກ IS, ທັງນີ້ ຝຣັ່ງເສດ ແລະ ອັງກິດ ຍັງຄົງປະຕິ
ເສດພາລະກິດໃນຊີເຣຍຢູ່ ແຕ່ເຖິງຢ່າງໃດກໍຕາມ ສະຫະລັດອາເມຣິກາ ແລະ ພັນທະມິດຊາດອາຫລັບ ໄດ້ເດີນໜ້າຖະ
ຫລົ່ມໃນອີຣັກ ແລະ ຊີເຣຍຢ່າງຕໍ່ເນື່ອງ. | ຂ່າວຕ່າງປະເທດ | 2014-09-29T17:31:54+00:00 | https://laopost.com/?p=11039 |
ຮ່ວມສະແດງຄວາມເສຍໃຈກັບການຈາກໄປຂອງ ລີ ຈີຮັນ ນັກສະແດງເກົາຫຼີໃຕ້ ເປັນໜຶ່ງໃນຜູ້ເສຍຊີວິດຂອງເຫດການອີແທວອນ | ບັນດາແຟນຄລັບຮ່ວມສະແດງຄວາມເສຍໃຈກັບການເສຍຊີວິດຂອງ ລີ ຈີຮັນ ທີ່ເປັນນັກສະແດງ ແລະ ນັກຮ້ອງຂອງເກົາຫຼີໃຕ້ ໄດ້ເສຍຊີວິດໃນເຫດການຢຽບກັນເສຍຊີວິດໃນ ອີແທວອນ ປະເທດເກົາຫຼີໃຕ້.
ແຟນຄລັບຕ່າງພາກັນຕົກໃຈກັບເຫດການສຸກສະຫຼົດໃນຄັ້ງນີ້ ທີ່ນັກສະແດງ “ລີ ຈີຮັນ” ລາວໄດ້ເປັນໜຶ່ງຂອງຜູ້ເສຍຊີວິດຂອງເຫດການ ວັນຮາໂລວີນໃນອີແທວອນ ວັນທີ 29 ຕຸລາ “ລີ ຈີຮັນ” (Lee Ji Han) ນັກສະແດງ ອາຍຸ 24 ປີ ສັງກັດຢູ່ 935 ເອນເຕີເທນເມັ້ນ ແລະ ອະດີດຂອງຜູ້ເຂົ້າແຂ່ງຂັນ Produce101 ທີ່ເປັນລາຍການແຂ່ງຂັນເອົານັກຮ້ອງສື່ດັງຂອງເກົາຫຼີໃຕ້ ໂດຍທາງຄອບຄົວໄດ້ຢືນຢັນວ່າ ລີ ຈີຮັນ ໄດ້ເສຍຊີວິດຈາກເຫດອີແທວອນ.
ເຊິ່ງໃນງານກ່ອນທີ່ຈະມີຄົນແຕກຕື່ນນັ້ນ ເກີດມາຈາກໄຟໄໝ້ຮ້ານອາຫານແຖວນັ້ນ ເຮັດໃຫ້ຜູ້ຄົນທີ່ອັດແໜ້ນໄດ້ຕື່ນຕົກໃຈ ແລ້ວບຽດກັນເພື່ອໜີເອົາຊີວິດລອດ ແຕ່ເຫດການທີ່ບໍ່ຄາດຝັນກໍເກີດຂຶ້ນ ເນື່ອງຈາກມີຄົນລົ້ມເຮັດໃຫ້ຫຼາຍໆຄົນກໍລົ້ມທັບກັນຈົນຄາດອາກາດຫາຍໃຈ ແລ້ວເສຍຊີວິດຕາມມາ.
ຈາກເຫດການໃນຄັ້ງນີ້ ຕ້ອງເຮັດໃຫ້ຫຼາຍໆຄົນທົ່ວໂລກຕ່າງພາກັນເສຍໃຈ ເພາະເປັນມື້ທີ່ສະຫຼອງວັນຮາໂລວີນ ແທນທີ່ຈະເປັນມື້ທີ່ຜູ້ຄົນພາກັນມ່ວນຊື່ນ ແຕ່ກັບເກີດເຫດເສົ້າສະຫຼົດ ຜູ້ຄົນນັບຮ້ອຍໄດ້ເສຍຊີວິດໃນສະຖານທີ່ນັ້ນ. | ຂ່າວຕ່າງປະເທດ | 2022-10-31T10:17:07+00:00 | https://laopost.com/?p=139009 |
ຄົນຕ່າງຊາດທີ່ມີວີຊ່າຊົ່ວຄາວໃນສະຫະລັດ ກຳລັງຕົກເປັນເຫຍື່ອການຄ້າມະນຸດ | ອົງການນອກພາກລັດທີ່ຕໍ່ສູ້ກັບການຄ້າທາດ ແລະ ຄ້າມະນຸດ ໂພລາລິສ ເຜີຍວ່າ ຄົນຕ່າງຊາດທີ່ມີວີຊ່າເຮັດວຽກຊົ່ວຄາວໃນສະຫະລັດກຳລັງຕົກເປັນເຫຍື່ອການຄ້າມະນຸດ ເພາະນາຍຫນ້າເຮັດວຽກ ແລະ ນາຍຈ້າງສວຍໂອກາດໃຊ້ຜົນປະໂຫຍດຈາກຊ່ອງວ່າງໃນລະບົບອັນເກີດຈາກຫນ່ວຍງານລັດເຮັດວຽກສັບຊ້ອນ.
ໂພລາລິສ ຕັ້ງຢູ່ໃນເມືອງວໍຊິງຕັນລະບຸວ່າ ແຮງງານຕ່າງຊາດຊົ່ວຄາວມັກຖືກຜູກຂາດກັບນາຍຈ້າງພຽງແຕ່ຜູ້ດຽວ ຖ້າຫາກປ່ຽນວຽກ ຫລື ລາອອກກໍຈະຖືກເນລະເທດ ນີ້ແມ່ນເປີດຊ່ອງທາງໃຫ້ແກ່ຂະບວນການຄ້າມະນຸດສັບສວຍໂອກາດ. ປັດຈຸບັນບໍ່ສາມາດຊອກຫາຕົວເລກຄົນຕ່າງຊາດທີ່ເຂົ້າມາເຮັດວຽກໃນສະຫະລັດໄດ້ ເພາະຫລາຍໆກະຊວງແມ່ນມີສິດອອກວີຊ່າ ຈື່ງເຮັດໃຫ້ເກີດຄວາມສັບຊ້ອນ. ສະຖາບັນນະໂຍບາຍເສດຖະກິດເຄີຍປະເມີນໄວ້ໃນປີ 2012 ວ່າມີຢູ່ປະມານ 1,42 ລ້ານຄົນ ທີ່ເຂົ້າມາເຮັດວຽກຢູ່ໃນສະຫະລັດ.
ຊ່ວງປີ 2015-2017 ໄດ້ຮັບແຈ້ງຜ່ານສາຍດ່ວນການຄ້າມະນຸດແຫ່ງຊາດວ່າ ມີແຮງງານຊົ່ວຄາວຕົກເປັນເຫຍື່ອການຄ້າມະນຸດປະມານ 800 ຄົນ ເຊື່ອວ່າຕົວເລກດັ່ງກ່າວເປັນພຽງສ່ວນຫນື່ງຂອງຜູ້ຕົກເປັນເຫຍື່ອທັງຫມົດ ສ່ວນໃຫຍ່ເຮັດວຽກກ່ຽວກັບການກະເສດ ເຄີ່ງຫນື່ງແມ່ນຄົນແມັກຊິກໂກ ທີ່ເຫລືອສ່ວນໃຫຍ່ແມ່ນຄົນຟີລິບປິນ, ມັກຖືກຍຶດຄ່າຈ້າງໄປເປັນຄ່າທຳນຽມຂອງນາຍໜ້າ ຫລື ຄ່າເດີນທາງ. ຂະນະທີ່ອົງກອນແຮງງານລະຫວ່າງປະເທດ ILO ແລະ ຫນ່ວຍງານຊັ້ນນຳຄາດວ່າທົ່ວໂລກມີຄົນຕົກເປັນເຫຍື່ອຂະບວນການຄ້າແຮງງານ ຫລື ຂະບວນການຄ້າປະເວນີ ຫລາຍເຖີງ 25ລ້ານຄົນ.
ໂພລາລິສ ສະເຫນີໃຫ້ແກ້ໄຂລະບຽບການອອກວີຊ່າໃຫ້ຄົນຕ່າງຊາດທີ່ເຮັດວຽກຊົ່ວຄາວສາມາດປ່ຽນວຽກເຮັດໄດ້ ຫ້າມການເກັບຄ່າທຳນຽມຊອກວຽກ ເພີ່ມຂະບວນການກວດຫານາຍຫນ້າຫາວຽກ ແລະ ນາຍຈ້າງ ໃຫ້ໂອກາດຄົນຕ່າງຊາດຊອກວຽກ ແລະ ປ່ຽນນາຍຈ້າງໄດ້ຫລາຍຂື້ນ.
ສຳນັກຂ່າວຕ່າງປະເທດ TDN | ຂ່າວຕ່າງປະເທດ | 2018-06-07T10:16:12+00:00 | https://laopost.com/?p=101250 |
ຜາສາດຫີນ ຫຼື ເຮືອນຫີນ ເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດແຫ່ງໜື່ງທີ່ຫນ້າສົນໃຈ ແລະ ໜ້າຄົ້ນຫາ. | ເຊື່ອວ່າຫລາຍຄົນຍັງບໍ່ເຄີຍໄດ້ໄປທ່ຽວຊົມ ແລະ ຮູ້ເລິກເຊີງກ່ຽວກັບສະຖານທີ່ ທີ່ງົດງາມແຫ່ງນີ້ ທີ່ບ້ານເຮືອນຫີນ ເມືອງໄຊພູທອງ ແຂວງສະຫວັນນະເຂດ, ຫ່າງຈາກເທດສະບານເມືອງ ສະຫວັນນະເຂດ 66 ກີໂລແມັດ.
ຜາສາດຫີນມີຄວາມເກົ່າແກ່ຫຼາຍຈົນບໍ່ມີໃຜບົ່ງບອກໄດ້ຢ່າງຊັດເຈນວ່າມັນຖືກສ້າງຂື້ນເມື່ອໃດ ແມ່ນໃຜເປັນຜູ້ສ້າງຂື້ນ ແລະ ຖືກສ້າງຂື້ນເພື່ອຫຍັງ. ຕາມການບອກເລົ່າປາກຕໍ່ປາກທີ່ສືບຕໍ່ກັນມາແຕ່ສະໄໝບູຮານ ແລະ ປື້ມນິທານ ທີ່ຕົກທອດມາແຕ່ປູ່ຍ່າຕາຍາຍໄດ້ໃຫ້ຮູ້ວ່າ ລຸງມະຫາກັນ ຢູ່ບ້ານເລົ່າໝາກຫູດ ທີ່ເປັນເຈົ້າກວານເຈົ້າລ່າມຂອງເຮືອນຫີນໄດ້ບັນທຶກໄວ້ວ່າ: ຜາສາດຫີນແຫ່ງນີ້ສ້າງຂື້ນໃນປີ ຄສ557 ຫາ 700 ໂດຍ ຂຸນອັງຄະຣາດ ແລະ ອົມທະຣາດ ສອງອ້າຍນ້ອງ ໃນສະໄໝອານາຈັກສີໂຄດຕະບູນຈະເລີນຮຸ່ງເຮືອງ ເພື່ອໃຊ້ເປັນສະຖານທີ່ເຄົາລົບບູຊາໃນສາດສະໜາພາມ.
ແຮງງານທີ່ກໍ່ສ້າງຜາສາດຫີນແມ່ນໄດ້ເກນເອົາຊົນເຜົ່າຕ່າງໆ ແລະ ຜາສາດຫີນໄດ້ຮັບການປະຕິສັງຂອນ ເປັນ 3 ໄລຍະຄື: ໄລຍະທຳອິດສະໄໝຂອມເຮືອງອຳນາດ, ໄລຍະທີ່2 ສະໄຫມເຈົ້າໄຊຍະເສດຖາທິລາດ ແຫ່ງອານາຈັກລາວລ້ານຊ້າງເຊີ່ງເປັນສະໄໝທີ່ສາສະໜາພຸດຈະເລີນຮຸ່ງເຮື່ອງ ແລະ ໄລຍະສຸດທ້າຍ ສະໄໝອານາຈັກລາວລ້ານຊ້າງເສຍເອກະລາດ.
ກ້ອນຫີນທີ່ນຳເອົາມາສ້າງຜາສາດຫີນນັ້ນ ໄດ້ໃຊ້ສີ່ວເຈາະ ເອົາມາຈາກຫຼາຍບ່ອນ ແຕ່ສ່ວນຫຼາຍແມ່ນນຳມາແຕ່ເບື້ອງຕາເວັນຕົກ ຫ່າງຈາກຜາສາດຫີນ 1 ກິໂລເແມັດ ເອີ້ນວ່າວັງເຮືອ ຍ້ອນວ່າມີຮ່ອງຮອຍບ່ອນທີ່ສີ່ວເອົາຫີນຫຼາຍຈົນເປັນຮູບຄ້າຍຄືເຮືອ ແລະ ປະຈຸບັນນີ້ກໍ່ຍັງມີກ້ອນຫີນສີ່ວອອກມາປະໄວ້ຫຼາຍກ້ອນຢາຍຢູ່ຕາມສະຖານທີ່ດັ່ງກ່າວ. ທຸກໆສ່ວນຂອງຜາສາດຫີນມີຂະໜາດແຕກຕ່າງກັນ ດ້ານທິດຕາເວັນອອກຂອງຜາສາດຫີນມີລານກວ້າງ 21ແມັດ, ຍາວ 24 ແມັດ, ດ້ານທິດຕາເວັນຕົກ ມີລານກວ້າງ13,20 ແມັດ ແລະ ກວ້າງ 17,50 ແມັດ, ທິດເຫນືອ ແລະ ທິດໃຕ້ຍາວ 85 ແມັດ. ສ່ວນບໍລີເວນທີ່ເປັນເຮືອນຍາວ 16,50 ແມັດ.
ປະຈຸບັນເຮືອນຫີນດັ່ງກ່າວບາງຈຸດແມ່ນມີການແຕກຫັກ ແລະ ໂງ່ນຫີນຫຼາຍກ້ອນກະແຈກກະຈາຍຢູຕາມຂອບເຂດດັ່ງກ່າວແຕ່ກໍ່ຍັງເປັນຮູບຮ່າງເຮືອນທີ່ສວຍງາມ. ພາຍໃນຜາສາດຫີນມີຮູບປັ້ນຂອງພະພຸດທະຮູບຂະຫນາດໃຫຍ່ ແລະ ນ້ອຍບາງຈຳນວນທີ່ນັກທ່ອງທ່ຽວ ແລະ ທຸກຄົນສາມາດເຂົ້າໄປ ກາບໄຫ້ວ ບູຊາ ແລະ ຂໍພອນ.
ອ້ອມຂ້າງຂອງຜາສາດຫີນ ມີຕົ້ມໄມ້ໃຫຍ່ຫຼາກຫຼາຍຊະນິດທີ່ສາມາດເປັນຮົ່ມເຢັນໃຫ້ແກ່ຄົນໄດ້ພັກເຊົາ. ຜາສາດຫີນແຫ່ງນີ້ແມ່ນໄດ້ມີການບູລະນະຈາກທາງເມືອງເຊີ່ງເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດຂອງແຂວງສະຫວັນນະເຂດອີກແຫ່ງໜື່ງທີ່ຫຼາຍໆຄົນຢາກໄປທ່ຽວຊົມຄວາມງາມ ແລະ ສຶກສາຄວາມເປັນມາ. ໃນປະຈຸບັນຜາສາດຫີນແຫ່ງນີ້ຍັງເປັນສະຖານທີ່ສຳລັບໄວ້ເຄົາລົບບູຊາຂອງຄົນໃນທ້ອງຖີ່ນ ເຊີ່ງໃນແຕ່ລະປີອົງການປົກຄອງເມືອງຮ່ວມກັບປະຊາຊົນບັນດາເຜົ່າພາຍໃນເມືອງ ໄດ້ຈັດງານບຸນນະມັດສະການ ຜາສາດຫີນ ຕາມຮີດຄອງປະເພນີໃນເດືອນ 4 ເພັງຂອງທຸກໆປີ.
ຂຽນໂດຍ: ສະຫະລັດ ວອນທິວົງໄຊ | ຂ່າວທ້ອງຖິ່ນ | 2019-03-28T12:25:46+00:00 | https://laopost.com/?p=112294 |
ປີໃໝ່ ຈາລະຈອນຈະລົງກວດ ໃຜເມົາແລ້ວຂັບຈະຖືກກັກ-ຕັກເຕືອນ | ເພື່ອເຮັດໃຫ້ການສະເຫຼີມສະຫຼອງປີໃໝ່ສາກົນ 2019 ດໍາເນີນໄປດ້ວຍບັນຍາກາດທີ່ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍປອດໄພ, ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ຈັດວາງກໍາລັງລົງປະຈໍາຕາມຈຸດ, ຕອມປ້ອມ ແລະ ເສັ້ນທາງໃນຕົວເມືອງ ທົ່ວນະຄອນຫຼວງວຽງຈັນ ຢ່າງແໜ້ນໜາ ພ້ອມທັງນໍາໃຊ້ມາດຕະການຕໍ່ຜູ້ລະເມີດກົດລະບຽບຈະລາຈອນຢ່າງເຂັ້ມງວດດ້ວຍການກວມເອົາຄວາມໄວ ແລະ ກວດເຫຼົ້າໃນຮ່າງກາຍ ອີກ ເພື່ອຊ່ວຍຫຼຸດຜ່ອນອຸບັດຕິເຫດທີ່ເກີດຂຶ້ນຕາມທ້ອງຖະໜົນ.
ພັນໂທ ຢຸດຕະພົງ ສຸວັນນະສິງ ຮອງຫົວໜ້າຫ້ອງການຕໍາຫຼວດ ຜູ້ຊີ້ນໍາວຽກງານຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໄລຍະສົ່ງທ້າຍປີເກົ່າ 2018 ແລະ ຕ້ອນຮັບປີໃໝ່ສາກົນ 2019 ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ວາງແຜນບັນຈຸກໍາລັງລົງປະຈໍາຢູ່ຕາມຈຸດກວດກາຄວບຄຸມຄວາມໄວລົດ, ກວດທາດເຫຼົ້າ ເພື່ອປ້ອງກັນອຸບັດຕິເຫດ. ຫາກກວດພົບຜູ້ຂັບຂີ່ພາຫະນະມີທາດເຫຼົ້າເກີນກໍານົດ ຈະໄດ້ກັກຕົວໄວ້ ເມື່ອສ່ວງເມົາແລ້ວກໍສຶກສາອົບຮົມ, ກ່າວເຕືອນພ້ອມປັບໃໝຕາມສະຖານການລະເມີດ ຈຶ່ງຈະປ່ອຍຕົວ ຖ້າຮ້າຍແຮງກໍຈະດໍາເນີນຄະດີຕໍ່ຜູ້ກະທໍາຜິດ.
ອີງຕາມຂໍ້ມູນໜັງສືພິມຄວາມສະຫງົບ ໄດ້ລະບຸ 5 ຂໍ້ຫ້າມສຳລັບການຂັບຂີ່ໃນໄລຍະສະຫຼອງປີໃໝ່ສາກົນຄື:
ຫ້າມດື່ມເຫຼົ້າ ແລະ ສິ່ງມຶນເມົາທຸກປະເພດ ແລ້ວຂັບຂີ່ລົດຢ່າງ ເດັດຂາດ.
ຫ້າມຂັບຂີ່ລົດໄວເກີນກໍານົດ, ສໍາລັບລົດໂດຍສານບໍ່ໃຫ້ໃຊ້ຄວາມໄວເກີນ 80 ກິໂລແມັດຕໍ່ຊົ່ວໂມງ ຕາມເສັ້ນທາງຫຼວງ ແລະ ຢູ່ເຂດນອກເມືອງ.
ຫ້າມນໍາໃຊ້ລົດກະບະບັນທຸກຄົນໂດຍສານໃສ່ຫຼັງກະບະ ຫຼື ນັ່ງຝາທ້າຍລົດຢ່າງເດັດຂາດ.
ຫ້າມຂັບຂີ່ລົດຈັກເປັນພຶງເປັນແພ ຫຼື ແຂ່ງຂັນກັນຕາມເສັ້ນທາງຫຼວງຢ່າງເດັດຂາດ.
ຫ້າມຜູ້ປົກຄອງປະປ່ອຍໃຫ້ເດັກນ້ອຍອາຍຸບໍ່ທັນເຖິງກະສຽນຂັບຂີ່ລົດຈັກ ແລະ ຂັບຂີ່ລົດໃຫຍ່ຢ່າງເດັດຂາດ.
ເພື່ອຮັບປະກັນບໍ່ໃຫ້ເກີດອຸບັດຕິເຫດ ໃນໄລຍະສົ່ງທ້າຍປີເກົ່າ 2018 ຕ້ອນຮັບປີໃໝ່ສາກົນ 2019 ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ກໍຄື ປກສ ນະຄອນຫຼວງວຽງຈັນຂໍຝາກເຕືອນມາຍັງບັນດານັກຂັບຂີ່ໃຫ້ມີສະຕິລະວັງຕົວໃນການຂັບຂີ່ພາຫະນະ ເມົາແລ້ວບໍ່ຂັບ ແລະ ປະຕິບັດກົດລະບຽບຈະລາຈອນທີ່ວາງອອກຢ່າງເຂັ້ມງວດ ທັງນັ້ນ, ເພື່ອຄວາມປອດໄພທັງຊີວິດ ແລະ ຊັບສິນຂອງຕົວທ່ານເອງ.
ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ
ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດການຄ້າ, ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ, LSecurity News | ຂ່າວທ້ອງຖິ່ນ | 2018-12-28T09:32:39+00:00 | https://laopost.com/?p=108483 |
ກະຊວງສສກກຽມຖະແຫຼງຂ່າວສົ່ງທັບນັກກິລາເຂົ້າຮ່ວມຊີເກມຄັ້ງທີ28ທີ່ສິງກະໂປ | ກະຊວງສຶກສາທິການ ແລະ ກິລາ (ສສກ) ກຽມຈັດພິທີຖະແຫຼງຂ່າວສົ່ງຄະນະນຳ, ຄູເຝິກ ແລະ ນັກກິລາລາວເຂົ້າຮ່ວມແຂ່ງຂັນໃນງານມະຫາກຳກິລາຊີເກມຄັ້ງທີ 28 ທີ່ປະເທດສິງກະໂປ ແລະ ສະຫຼຸບຜົນການເຂົ້າຮ່ວມງານມະຫາກຳກິລາເອຊຽນເກມຄັ້ງທີ 27 ປີ 2014 ທີ່ເມືອງອິນເຈິນ ສ.ເກົາຫຼີ ໃນວັນພະຫັດທີ 28 ພຶດສະພານີ້ທີ່ໂຮງແຮມລ້ານຊ້າງນະຄອນຫຼວງວຽງຈັນ.
ສຳລັບພິທີຖະແຫຼງຂ່າວພິທີຖະແຫຼງຂ່າວກຽມສົ່ງຄະນະນຳ, ຄູເຝິກ ແລະ ນັກກິລາລາວເຂົ້າຮ່ວມແຂ່ງຂັນໃນງານມະຫາກຳກິລາຊີເກມຄັ້ງທີ 28 ທີ່ປະເທດສິງກະໂປເປັນເຈົ້າພາບໃນລະຫວ່າງວັນທີ 5-16 ມິຖຸນາ 2015 ແລະ ສະຫຼຸບຜົນການເຂົ້າຮ່ວມງານມະຫາກຳກິລາເອຊຽນເກມຄັ້ງທີ 27 ປີ 2014 ທີ່ເມືອງອິນເຈິນ ສ.ເກົາຫຼີ ເປັນເຈົ້າພາບລະຫວ່າງ 19 ກັນຍາຫາ 4 ຕຸລາ 2014 ຈະໄດ້ຈັດຂຶ້ນໃນວັນທີ 28 ພຶດສະພາ 2015, ເວລາ 16:00 ໂມງທີ່ໂຮງແຮມລ້ານຊ້າງນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານດຣ. ພັນຄຳວິພາວັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ. ນອກຈາກນີ້, ພາຍໃນພິທີຍັງຈະມີການມອບ-ຮັບການອຸປະຖຳຈາກບັນດາບໍລິສັດຫ້າງຮ້ານທັງພາກລັດ ແລະ ເອກະຊົນ, ພິທີມອບຫຼຽນ, ໃບຍ້ອງຍໍແລະລາງວັນໃຫ້ແກ່ຄະນະນຳ, ຄູເຝິກ ແລະ ນັກກິລາທີ່ມີຜົນງານອີກດ້ວຍ.
ສປປ ລາວ ຄາດວ່າຈະສົ່ງຄະນະນຳ, ຄູເຝິກ ແລະ ນັກກິລາເຂົ້າຮ່ວມງານມະຫາກຳກິລາຊີເກມຄັ້ງທີ 28 ທີ່ປະເທດສິງກະໂປທັງໝົດ 300 ກວ່າຄົນ, ຍິງ 69 ຄົນໃນ 20 ປະເພດກິລາໃນນັ້ນກິລາທີ່ໃຊ້ງົບປະມານຂອງລັດຮອບດ້ານ 12 ປະເພດຄື: ເປຕັງ, ເທຄວັນໂດ, ວູຊູ, ຢູໂດ, ກະຕໍ້, ບີລຽດ-ສະນຸກເກີ, ລົດຖີບ, ຍິງທະນູ, ມວຍສາກົນ, ປັນຈັກສີລັດ, ແລ່ນ-ລານແລະລອຍນ້ຳ. ສ່ວນກິລາທີ່ກຸ້ມຕົນເອງລັດຊ່ວຍຄ່າເດີນທາງແລະທີ່ພັກ-ອາຫານປະກອບມີ 6 ປະເພດຄື: ເຕະບານຊາຍ, ດອກປີກໄກ່, ເທັນນິສ, ຍິງປືນ, ປິ່ງປ່ອງແລະກ໊ອຟ. ຂະນະທີ່ກິລາທີ່ກຸ້ມຕົນເອງຮອບດ້ານມີ 2 ປະເພດໄດ້ແກ່ຣັກບີ້ແລະຟັນດາບ.
ຢ່າງໃດກໍ່ຕາມ, ສຳລັບການເຂົ້າຮ່ວມງານມະຫາກຳກິລາຊີເກມຄັ້ງທີ 27 ໃນປີ 2013 ທີ່ສະຫະພາບມຽນມາທັບນັກກິລາລາວສາມາດຄວ້າມາໄດ້ທັງໝົດ 13 ຫຼຽນຄຳ, 17 ຫຼຽນເງິນແລະ 49 ຫຼຽນທອງລວມ 79 ຫຼຽນຈັດຢູ່ອັນດັບທີ 8 ຂອງຕາຕະລາງຈາກ 11 ປະເທດ ທີ່ເຂົ້າຮ່ວມແຂ່ງຂັນ. | ຂ່າວພາຍໃນ | 2015-05-27T14:57:35+00:00 | https://laopost.com/?p=26840 |
ຄະນະລັດຖະມົນຕີສີລັງກາ ສາບານຕົນເຂົ້າຮັບຕຳແໜ່ງ | ອີງຕາມການລາຍງານສຳນັກຂ່າວຊີນຫົວ ໃນວັນທີ 22 ກໍລະກົດ 2022 ທີ່ຜ່ານມາ, ລັດຖະມົນຕີ 18 ຄົນ ລວມທັງທ່ານ ດີເນສ ກຸນາວາເດນາ ນາຍົກລັດຖະມົນຕີສີລັງກາ ສາບານຕົນເຂົ້າຮັບຕຳແໜ່ງຄະນະລັດຖະມົນຕີຊຸດໃໝ່ຂອງສີລັງກາ ຕໍ່ໜ້າທ່ານ ລານິວ ວິກົມສິງເຫ ປະທານາທິບໍດີສີລັງກາ
ທ່ານ ດິເນສ ກຸນາວາເດນາ ສາບານຕົນເຂົ້າຮັບຕຳແໜ່ງນາຍົກລັດຖະມົນຕີສີລັງກາກ່ອນໜ້ານີ້ ພ້ອມກັນນັ້ນຍັງໄດ້ດຳລົງຕຳແໜ່ງລັດຖະມົນຕີວ່າການກະຊວງການບໍລິຫານລັດຖະກິດກິດຈະການພາຍໃນ ສະພາລະດັບຈັງຫວັດ ແລະ ລັດຖະບານທ້ອງຖິ່ນອີກດ້ວຍ
ຄະນະລັດຖະມົນຕີ ຊຸດໃໝ່ສາບານຕົນເຂົ້າຮັບຕຳແໜ່ງຫຼັງຈາກທ່ານ ລານິວ ວິກົມສິງເຫ ຊະນະການລົງຄະແນນສຽງໃນລັດຖະສະພາເມື່ອວັນທີ 20 ກໍລະກົດ ເພື່ອດຳລົງຕຳແໜ່ງປະທານາທິບໍດີຄົນໃໝ່ຂອງ ສີລັງກາ ຫຼັງຈາກາກນລາອອກຈາກຕຳແໜ່ງຂອງທ່ານ ໂກຕາບາຍາ ຣາດປັກສາ ອາດີປະທານາທິບໍດີສີລັງກາ.
ທຳນຽບປະທານາທິບໍດີສີລັງກາລະບຸວ່າ: ຜູ້ທີ່ສາບານຕົນເຂົ້າຮັບຄະນະຕຳແໜ່ງລັດຖະມົນຕີຊຸດໃໝ່ລວມເຖິງ ທ່ານ ອາລີ ຊາບີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ທ່ານ ຣາຟິນ ເຟີນານໂດ ລັດຖະມົນຕີວ່າການກະຊວງທ່ອງທ່ຽວ ແລະ ທີ່ດິນ, ທ່ານ ນາລິນ ເຟີນານໂດ ລັດຖະມົນຕີວ່າການກະຊວງການຄ້າ ພານິດ ແລະ ຄວາມໝັ້ນຄົງທາງດ້ານອາຫານ ແລະ ທ່ານ ກັນຈະນະ ວຶເຈສາເກລາ ລັດຖະມົນຕີວ່າການກະຊວງພະລັງງານ. | ຂ່າວຕ່າງປະເທດ | 2022-07-25T17:06:53+00:00 | https://laopost.com/?p=135994 |
ໂຮງໝໍກຸງເທບ – ອຸດອນ ໃຫ້ພະນັກງານຕ້ອນຮັບນຸ່ງຊຸດລາວ ຫວັງມັດໃຈລູກຄ້າຊາວລາວໃຫ້ເຖິງທີ່ສຸດ | ແຫຼ່ງຂ່າວລາວໂພສຕ໌ປະຈຳຕ່າງປະເທດ ໄດ້ລາຍງານເມື່ອວັນທີ 11 ມີນາ 2017 ນີ້ວ່າ ຢູ່ທີ່ໂຮງໝໍກຸງເທບ-ອຸດອນ ຈັງຫວັດອຸດອນທານີ ປະເທດໄທ ໄດ້ໃຫ້ພະນັກງານຕ້ອນຮັບພາກັນນຸ່ງຊຸດປະຈຳຊາດລາວ ນັ້ນກໍຄືນຸ່ງສິ້ນແລະເສື້ອໄໝແບບລາວ ມາປະຈຳການ ເຊິ່ງເຮັດໃຫ້ຜູ້ພົບເຫັນ ໂດຍສະເພາະແມ່ນລູກຄ້າທີ່ເປັນຄົນລາວ ຕ່າງກໍຍ້ອງຍໍຊົມເຊີຍວ່າ ມີຄວາມສຸພາບຮຽບຮ້ອຍ ອ່ອນຊ້ອຍ ສວຍງາມ ແລະເບິ່ງເປັນມິດກັບຄົນລາວຫຼາຍຂຶ້ນເປັນພິເສດ.
ໃນຫຼາຍປີທີ່ຜ່ານມາ ຄົນລາວຈຳນວນຫຼາຍທີ່ມີສະຖານະທາງດ້ານການເງິນດີ ມັກຈະເດິນທາງຂ້າມແດນໄປຮັບການປິ່ນປົວຢູ່ບັນດາໂຮງໝໍເອກະຊົນຂອງໄທ ໂດຍສະເພາະແມ່ນຢູ່ບັນດາຈັງຫວັດທີ່ຕິດກັບປະເທດລາວ. ສຳລັບຢູ່ເຂດນະຄອນຫຼວງວຽງຈັນ ມັກຈະເດິນທາງຂ້າມຊາຍແດນໄປປົວຢູ່ໜອງຄາຍ, ອຸດອນ ແລະຂອນແກ່ນ ເວົ້າໄດ້ວ່າລູກຄ້າຫຼັກຂອງໂຮງໝໍເອກະຊົນໄທໃນເຂດຈັງຫວັດໜອງຄາຍ, ອຸດອນ ແລະຂອນແກ່ນ ແມ່ນເປັນຄົນລາວ.
ຜູ້ສື່ຂ່າວຂອງລາວໂພສຕ໌ລາຍງານວ່າ ການທີ່ໂຮງໝໍກຸງເທບ-ອຸດອນ ໄດ້ແຕ່ງກາຍເປັນຊຸດລາວນັ້ນສາມາດເບິ່ງໄດ້ 2 ແງ່ ຄື:
1. ເປັນເທັກນິກທາງການຕະຫຼາດ ເພາະຊຸດປະຈຳຊາດລາວມີອິດທິພົນຕໍ່ຈິດໃຈຂອງຄົນລາວທີ່ສຸດ ໂດຍຫວັງຈະສ້າງຄວາມປະທັບໃຈແກ່ລູກຄ້າທີ່ເປັນຄົນລາວ ເຮັດໃຫ້ລູກຄ້າຊາວລາວຮູ້ສຶກເປັນມິດແລະອົບອຸ່ນ ດຶງດູດລູກຄ້າຈາກປະເທດລາວ ໂດຍທີ່ບໍ່ໄດ້ແບ່ງແຍກວ່ານັ້ນຄືຊຸດແຕ່ງກາຍປະຈຳຊາດລາວ ຫຼືຊາດໃດ ແຕ່ຂໍໃຫ້ການດຳເນີນທຸລະກິດດຳເນີນໄປໄດ້ດີກໍພໍ ເວົ້າໄດ້ວ່າໃຊ້ທຸກຮູບແບບທີ່ເຫັນວ່າດີແລະມີປະໂຫຍດຕໍ່ທຸລະກິດ.
2. ຄົນລາວແມ່ນລູກຄ້າເປົ້າໝາຍຫຼັກຂອງໂຮງໝໍ ກຸງເທບ-ອຸດອນ ຖ້າບໍ່ດັ່ງນັ້ນ ກໍຄົງບໍ່ເຖິງຂັ້ນຕ້ອງແຕ່ງກາຍເປັນຊຸດປະຈຳຊາດລາວ ຫຼືເບິ່ງອີກແງ່ໜຶ່ງ ຊຸດປະຈຳຊາດຂອງລາວມີຄວາມລຽບງາມແລະມີຄຸນຄ່າ ພ້ອມທັງຍັງມີອິດທິພົນທີ່ເຮັດໃຫ້ປະເທດເພື່ອນບ້ານຫຼົງສະເໜ່ ເຖິງຂັ້ນໃຫ້ພະນັກງານຂອງຕົນນຸ່ງຊາດປະຈຳຊາດລາວ.
ແນວໃດກໍຕາມ, ຖ້າຫວນຄືນໄປໃນປະຫວັດສາດຕໍ່ມາເຖິງປັດຈຸບັນ ປະຊາຊົນໄທໃນພາກອີສານແມ່ນມີວັດທະນະທຳການປາກເວົ້າ, ການແຕ່ງກາຍ ແລະວາດວິຖີຊີວິດຄືກັນກັບຄົນລາວທຸກປະການ. ດັ່ງນັ້ນ, ການແຕ່ງກາຍຊຸດລາວ ຈຶ່ງບໍ່ພຽງແຕ່ຈະມັດໃຈຄົນລາວ ແຕ່ຍັງຈະເປັນການມັດໃຈປະຊາຊົນໄທໃນພາກອີສານແລະເປັນການຟື້ນຟູວັດທະນະທຳການແຕ່ງກາຍຂອງທ້ອງຖິ່ນອີກດ້ວຍ. | ຂ່າວຕ່າງປະເທດ | 2017-03-11T18:48:36+00:00 | https://laopost.com/?p=86655 |
ອະດີດຜູ້ນຳອິນໂດເນເຊຍ ປະນາມກຸ່ມ ISIS ສ້າງຄວາມອັບປະຍົດແກ່ມຸດສະລິມທົ່ວໂລກ! | ອະດີດຜູ້ນຳອິນໂດເນເຊຍ ປະນາມກຸ່ມ ISIS ສ້າງຄວາມອັບປະຍົດແກ່ສາສະໜາ ແລະ ຊາດມຸດສະລິມທົ່ວໂລກ
ພ້ອມທັງກະຕຸ້ນໃຫ້ຜູ້ນຳທົ່ວໂລກ ຊອກຫາມາດຕະການກຳຈັດ.
ສື່ຂອງຕ່າງປະເທດລາຍງານ ໃນວັນທີ 21 ສິງຫາ 2014 ຜ່ານມານີ້ວ່າ ທ່ານ ຊູຊິໂລ ບຳບັງ ຢູໂດໂຍໂນ ອະດີດປະທາ
ນາທິບໍດີຂອງອິນໂດເນເຊຍ ໄດ້ອອກປະກາດວ່າ ການກະທຳອັນປ່າເຖື່ອນຂອງກຸ່ມກໍ່ການຮ້າຍ ISIS ໄດ້ສ້າງຄວາມ
ອັບປະຍົດຕໍ່ຊາດມຸດສະລິມທົ່ວໂລກ ທັງນີ້ໄດ້ລະບຸວ່າ ການກະທຳຂອງກຸ່ມ ISIS ເປັນການກະທຳທີ່ຢູ່ນອກເໜືອ
ບົດບັນຍັດຂອງສາສະໜາມຸດສະລິມ ແລະ ທົນບໍ່ໄດ້ທີ່ຈະໃຫ້ມີ ISIS ໃນອິນໂດເນເຊຍ.
ພ້ອມນີ້ ອະດີດຜູ້ນຳຂອງອິນໂດເນເຊຍ ຍັງໄດ້ກະຕຸ້ນໃຫ້ຜູ້ນຳມຸດສະລິມ ແລະ ຜູ້ນຳທຸກໆປະເທດໃນທົ່ວໂລກ ແກ້
ໄຂບັນຫາດັ່ງກ່າວນີ້ຮ່ວມກັນ ແລະ ແນະນຳໃຫ້ທົບທວນການຕໍ່ສູ້ ເພື່ອຮັບມືກັບອິດສະລາມຫົວຮຸນແຮງກຸ່ມນີ້
ອີກທັງຍັງບອກຕື່ມວ່າ ຊາວອິນໂດເນເຊຍເອງ ຍັງຖືກຄັດເລືອກໃຫ້ເຂົ້າຮ່ວມຂະບວນການອັນສຸດໂຕ່ງນີ້ ແຕ່ເຊື່ອ
ວ່າ ລັດຖະບານພະຍາຍາມເປັນຢ່າງຍິ່ງ ທີ່ຈະຂັດຂວາງ ແລະ ຫາມາດຕະການຢຸດຕິລັດທິຫົວຮຸນແຮງນີ້.
ທັງນີ້ ອິນໂດເນເຊຍ ເປັນປະເທດທີ່ມີຜູ້ນັບຖືສາສະໜາອິດສະລາມ ຫຼາຍທີ່ສຸດໃນໂລກ ແລະ ພວມຖືກກຸ່ມລັດທິ
ກໍ່ການຮ້າຍອິດສະລາມຫົວຮຸນແຮງ ISIS ປຸກລະດົມຂົນຂວາຍ ເພື່ອຊັກຊວນມວນຊົນຊາວມຸດສະລິມໃນອິນໂດ
ເນເຊຍ ໃຫ້ເຂົ້າຮ່ວມຂະບວນການດັ່ງກ່າວ. | ຂ່າວຕ່າງປະເທດ | 2014-08-22T09:00:39+00:00 | https://laopost.com/?p=9202 |
ລາວ-ອິນເດຍ ເຝິກຊ້ອມການຄວບຄຸມພະຍາດໝາກສຸກລີງ | ນັກວິທະຍາສາດຈາກອິນເດຍ ເຝິກອົບຮົມຜູ້ຊ່ຽວຊານຈາກ ລາວ ແລະ ອີກຫຼາຍປະເທດ ເພື່ອຮັບມືກັບພະຍາດໝາກສຸກລີງ ໃນໄລຍະການແຜ່ລະບາດນີ້.
ຈາກກຸງນິວເດ ປະເທດອິນເດຍ ນັກວິທະຍາສາດ ຢູ່ສະຖາບັນວິໄຈໄວຣັສວິທະຍາສາດແຫ່ງຊາດ ຂອງສະພາການແພດ ອິນເດຍ (ICMR) ຢູ່ນະຄອນປູເນ່ ກຳລັງເຝິກອົບຮົມບັນດາຜູ້ຊ່ຽວຊານຈາກ ລາວ, ຫວຽດນາມ, ມຽນມາ, ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສີລັງກາ ແລະ ໄທ ເພື່ອແກ້ໄຂການລະບາດຂອງພະຍາດໝາກສຸກລີງ ໃນທ່າມກາງຄວາມເປັນຫ່ວງທີ່ເພີ່ມຂຶ້ນ ກ່ຽວກັບພະຍາດໝາກສຸກລີງ.
ເປັນສ່ວນໜຶ່ງຂອງການຕອບສະໜອງຂອງອິນເດຍຕໍ່ໄພທີ່ເກີດຂຶ້ນໃໝ່, ນັກວິທະຍາສາດ NIV ກໍາລັງເຝິກອົບຮົມ ກັບບັນດາປະເທດເຫຼົ່ານີ້ ກ່ຽວກັບການທົດສອບ, ອາການທາງດ້ານຄລີນິກ, ຄໍານິຍາມກໍລະນີ, ການເກັບຕົວຢ່າງ ແລະ ອຸປະກອນທີ່ຈໍາເປັນສໍາລັບການທົດສອບ.
ທ່ານ ດຣ Pragya Yadav ນັກວິທະຍາສາດອາວຸໂສຂອງ NIV ປູເນ່ ກ່າວວ່າ: ການພັດທະນາຄວາມສາມາດໃນການວິໄຈ ແລະ ກວດຫາພະຍາດໝາກສຸກລີງໃນປະເທດເຫຼົ່ານີ້ ຈະຊ່ວຍປັບປຸງການກວດຫາກໍລະນີທີ່ສົງໃສ ແລະ ຫຼຸດຜ່ອນການແຜ່ລະບາດຂອງພະຍາດໂດຍຜ່ານການເດີນທາງ.
ສະຖາບັນບໍ່ພຽງແຕ່ສະໜອງໂຄງສ້າງຄວາມອາດສາມາດ, ແຕ່ຍັງສະໜອງ ຊຸດກວດທົດສອບ ສໍາລັບປະເທດອື່ນໆຕາມການຮ້ອງຂໍ.
ອາທິດທີ່ຜ່ານມາ, ຫ້ອງທົດລອງ NIV ໄດ້ແຍກສາຍພັນຂອງເຊື້ອໄວຣັສໝາກສຸກລີງ ເພື່ອຊ່ວຍໃຫ້ບໍລິສັດການຢາ ພັດທະນາວັກຊີນປ້ອງກັນໝາກສຸກລີງ ແລະ ຊຸດກວດພະຍາດ. ນອກຈາກນັ້ນ, ສະຖາບັນຍັງໄດ້ຖືກກຳນົດໃຫ້ເປັນຫ້ອງທົດລອງ ສົ່ງຕໍ່ເພື່ອທົດສອບກໍລະນີທີ່ສົງໃສ. ນອກຈາກນັ້ນ, ຫ້ອງທົດລອງເຄືອຂ່າຍ ICMR-VRDL (Viral Research and Diagnostic Laboratory) ອີກ 15 ແຫ່ງ ໄດ້ຖືກປັບປຸງໃຫ້ເໝາະສົມເພື່ອວິໄຈພະຍາດໝາກສຸກລີງ.
ຕາມອົງການອະນາໄມໂລກ (WHO) ນັບມາຮອດວັນທີ 5 ສິງຫານີ້ ໄດ້ມີຜູ້ຕິດເຊື້ອໄວຣັສໝາກສຸກລີງ ປະມານ 28.000 ກໍລະນີຢູ່ 88 ແຫ່ງໃນທົ່ວໂລກ. | ຂ່າວຕ່າງປະເທດ | 2022-08-08T13:45:02+00:00 | https://laopost.com/?p=136399 |
ການນຳໃຊ້ເສັ້ນທາງໃນໄລະຍະ ງານບຸນພຣະທາດຫຼວງ ນະຄອນຫຼວງວຽງຈັນ ປະຈຳປີ 2022 | ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ໄດ້ຕີລາຄາ ສະພາບການເສັ້ນທາງຫຼາຍສາຍ ທີ່ມຸງໜ້າມາສູ່ບໍລິເວນພຣະທາດຫຼວງ ຈະເຮັດໃຫ້ສະພາບການສັນຈອນຕິດຂັດການທຽວທາງໃນຊ່ວງໄລຍະເວລາດັ່ງກ່າວ ພົບຄວາມຫຍຸ້ງຍາກ, ສະນັ້ນ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ຈຶ່ງໄດ້ກໍານົດເສັ້ນທາງການສັນຈອນລະອຽດດັ່ງນີ້:
1. ລົດບັນທຸກ ທີ່ມາແຕ່ເສັ້ນທາງ 13 ເໜືອ ມີຈຸດປະສົງຈະໄປເສັ້ນທາງ 13 ໃຕ້ ມາຮອດ 3 ແຍກໜອງບຶກໃຫ້ລ້ຽວ – ຊ້າຍໄປຕາມເສັ້ນທາງໜອງບຶກຮອດໄຟອໍານາດດົງໂດກ ລ້ຽວຊ້າຍໄປຕາມຈຸດປະສົງ.
2. ສະເພາະລົດບັນທຸກທີ່ມາແຕ່ເສັ້ນທາງ 13 ເໜືອ ມີຈຸດປະສົງຈະໄປຂົວມິດຕະພາບໃຫ້ ໃຊ້ເສັ້ນທາງໜອງບຶກດົງໂດກ ຊອດໃສ່ເສັ້ນທາງ 450 ປີ ໄປຫາຂົວມິດຕະພາບ.
3. ລົດບັນທຸກທີ່ມາແຕ່ຂົວມິດຕະພາບ ມີຈຸດປະສົງໄປເສັ້ນ ທາງ 13 ໃຕ້ ໃຫ້ໃຊ້ເສັ້ນທາງ 450 ປີ ມາທາງ 4 ແຍກໄຟ – ອໍານາດດົງໂດກ ໃຫ້ລ້ຽວຂວາໄປທາງດອນໜູນ ແລ້ວໄປຕາມຈຸດປະສົງ.
4. ລົດບັນທຸກ ທີ່ມາແຕ່ເສັ້ນທາງ 13 ໃຕ້ ມີຈຸດປະສົງໄປຂົວມິດພາບ ໃຫ້ລ້ຽວຊ້າຍຊອດໃສ່ເສັ້ນທາງ 450 ປີ ແລ້ວລ້ຽວຊ້າຍໄປຂົວມິດຕະພາບ.
5. ພາຫະນະທີ່ມາແຕ່ເສັ້ນທາງ 13 ໃຕ້, ເສັ້ນທາງເລກ 10 ຫຼື ເສັ້ນທາງດອນຫນູນ, ເສັ້ນທາງໄກສອນ, ຖ້າບໍ່ມີ ຈຸດປະສົງມາທ່ຽວງານບຸນ, ມາຮອດໄຟອໍານາດໜອງໜ່ຽງໃຫ້ລ້ຽວຊ້າຍໄປເສັ້ນທາງບ້ານໜອງໜ່ຽງ ໄປທາງບ້ານວັງຊາຍ ໄປຕາມຈຸດປະສົງ ຫຼື ລ້ຽວຂວາອອກໄປເສັ້ນທາງໂຮງໝໍ 150 ຕຽງ ແລ້ວໄປຕາມຈຸດປະສົງ.
6. ກໍລະນີການສັນຈອນມີຄວາມສັບສົນ ເຈົ້າຫນ້າທີ່ ຈະໄດ້ແຍກລົດຢູ່ຈຸດໄຟອໍານາດດົງໂດກ ແລະ ຈຸດໄຟອໍານາດໜອງໜ່ຽງ ໃຫ້ລ້ຽວຂວາໄປໃຊ້ເສັ້ນທາງດົງໂດກ-ໜອງບຶກ ອອກໃສ່ປະຕູໂຂງມະຫາວິທະຍາໄລແຫ່ງຊາດ ແລ້ວລ້ຽວຊ້າຍ ໄປຕາມເສັ້ນທາງດົງໂດກ-ໂພນຕ້ອງ ຫຼື ຮອດໄຟອໍານາດຕານມີໄຟໃຫ້ລ້ຽວຊ້າຍໄປຕາມເສັ້ນທາງຕານມີອອກໄປທາງວັດດອນແດງ ແລ້ວໄປຕາມຈຸດປະສົງ.
7. ພາຫະນະທີ່ມາແຕ່ເສັ້ນຫນອງໄຮ, ໂພນທັນ, ເສັ້ນທາງຂົວມິດຕະພາບ ມີຈຸດປະສົງໃຊ້ເສັ້ນທາງກໍາແພງເມືອງ ໄປທາງໄຟອໍານາດທາດຫຼວງ ແລ້ວລ້ຽວຂວາ ຊອດໃສ່ບ້ານໂນນຄໍ້ ແລະ ໄປຕາມຈຸດປະສົງ ( ຂໍ້ທີ 7 ແມ່ນໃຊ້ສະເພາະງານບຸນພຣະທາດຫຼວງ ແລະ ມື້ໃສ່ບາດ).
8. ລົດເມ, ລົດໂດຍສານ, ລົດ 6 ລໍ້ຂຶ້ນໄປທີ່ມາຈາກເສັ້ນທາງທ່າເດືອ ເມືອງຫາດຊາຍຟອງ ທີ່ມີຈຸດປະສົງມາທ່ຽວງານບຸນແມ່ນອະນຸຍາດໃຫ້ຈອດຕາມທາງຊອຍບ້ານສະພັງໝໍ້ ແລະ ໂພນສີນວນ.
9. ພາຫະນະມາແຕ່ຊໍາເຄ້, ນາຄວາຍ, ດົງຄໍາຊ້າງ ແລະ ຊຽງດາ ໃຫ້ຈອດຢູ່ເຂດຕະຫຼາດຫົວຂົວ.
Cr. ຄວາມສະຫງົບ | ຂ່າວພາຍໃນ | 2022-11-02T11:46:00+00:00 | https://laopost.com/?p=139115 |
ເປີດງານວາງສະແດງ ຜົນງານວິຈິດສິນຄັ້ງທີ X ຂອງແມ່ຍິງ ຢູ່ສະຖາບັນວິຈິດສິນແຫ່ງຊາດ! | ງານວາງສະແດງຜົນງານວິຈິດສິນ ຄັ້ງທີ X ຂອງແມ່ຍິງ ໄດ້ຈັດຂຶ້ນ ໃນວັນທີ 11-18 ມີນານີ້ ຢູ່ສະຖາບັນວິຈິດສິນແຫ່ງຊາດ, ນະຄອນຫລວງວຽງຈັນ, ໂດຍສະຫະພັນແມ່ຍິງ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມກັບສະຖາບັນວິຈິດສິນແຫ່ງຊາດ.
ງານວາງສະແດງຜົນງານດັ່ງກ່າວ ປະກອບມີຮູບແຕ້ມ 110 ຜົນງານ, ພາບພິມ 154 ຜົນງານ, ປັ້ນຄັວດແກະ 30 ຜົນງານ, ດິນເຜົາ 24 ຜົນງານ, ຫັດຖະກໍາ 100 ຜົນງານ ເຊິ່ງທັງໝົດເຫລົ່ານັ້ນ ແມ່ນໄດ້ມາຈາກການປະດິດຄິດແຕ່ງໂດຍເອື້ອຍນ້ອງແມ່ຍິງ ພາຍໃນສະຖາບັນວິຈິດສິນແຫ່ງຊາດ, ສິລະປິນຫວຽດນາມ, ນັກຮຽນ ມສ ວຽງຈັນ, ມສ ເຈົ້າອານຸ, ມສ ສາທິດ, ມສ ສິຖານໃຕ້ ຮ່ວມກັບເອື້ອຍນ້ອງແມ່ຍິງ ຜູ້ທີ່ມີຄວາມສາມາດທາງດ້ານສິລະປະກໍາຈາກກົມກອງຕ່າງໆເຊັ່ນ: ຜົນງານຈາກສູນກາງຊາວໜຸ່ມ ເຂົ້າຮ່ວມວາງສະແດງ 10 ພາບ, ເຊິ່ງແຕ່ລະພາບໄດ້ສະທ້ອນໃຫ້ເຫັນເອກະລັກຂອງ ສິລະປະວັດທະນະທໍາອັນລໍ້າຄ່າຂອງຊາດລາວ ການດໍາລົງຊີວິດແບບລຽບງ່າຍ, ຮີດຄອງປະເພນີອັນດີງາມທີ່ພໍ່ແມ່ປະຊາຊົນເຄີຍປະຕິບັດກັນມາແຕ່ບູຮານນະການ.
ແຫລ່ງຂ່າວ: | ຂ່າວເຫດການ | 2016-03-14T11:14:36+00:00 | https://laopost.com/?p=50295 |
ບາເຢີນຫວັງພິກຊະນະບາຊາ | ການແຂ່ງຂັນ ຢູຟາແຊ້ມປ້ຽນລີກ ລະດູການ 2014-2015 ຮອບຮອງຊະນະເລີດນັດທີ 2 ປະຈຳວັນອັງຄານທີ 12 ພຶດສະພາ 2015 ເປັນການພົບກັນລະຫວ່າງ ບາເຢີນມິວນິກເປີດບ້ານພົບບາເຊໂລນາ ນັດທຳອິດບຸກໄປເສຍມາ 0-3 ແລະມື້ນີ້ຈະເຕະກັນໃນເວລາ 01:45 ນາທີ
ບາເຢີນ ມິວນິກ ທີມແຊ້ມບຸນເດດສ໌ລີກ້າ ເຢຍລະມັນແລະອະດີດແຊ້ມ 5 ສະໄໝ ຟອມແຜ່ວລົງຢ່າງບໍ່ໜ້າເຊື່ອຫາກໍ່ຊະນະນັດດຽວຈາກເກມ 5 ນັດຫຼັງສຸດ ເກມ 3 ນັດຫຼັງສຸດຍັງແພ້ແບບຍິງປະຕູບໍ່ໄດ້ເລີຍ ລ່າສຸດເມື່ອວັນເສົາທີ່ຜ່ານມາ (9 ພຶດສະພາ) ເສຍຄາບ້ານໃຫ້ ເອົາສ໌ບວກ 0-2
ສ່ວນວ່າລາຍການນີ້ບຸກໄປເສຍນັດທຳອິດແບບມຸ່ນອັບຍັບ 0-3 ເຮັດໃຫ້ໃນນັດນີ້ຕ້ອງຊະນະຢ່າງດຽວ ໂດຍ ເປບ ກວາດິໂອລາ ສັ່ງລຸຍແລະລໍຖ້າລຸ້ນເຂົ້າຮອບພາຍໃນ 90 ນາທີຕ້ອງຊະນະ 3-0 ໃຫ້ໄດ້ ເພື່ອຕໍ່ເວລາ ແຕ່ຖ້າຖືກຍິງປະຕູໃນບ້ານກໍ່ຈົບ
ບາເຊໂລນາ ວ່າທີ່ແຊ້ມລາລີກ້າ ສະເປນ ອະດີດແຊ້ມ 4 ສະໄໝໂຊຟອມສຸດໂຫດດ້ວຍການຊະນະ 7 ນັດລວດ ລ່າສຸດໃນແບບບໍ່ເສຍປະຕູອີກ ລ່າສຸດຫາກໍ່ຊະນະ ເຣອັນ ໂຊເຊດາດ 2-0 ນັດນີ້ອອກມາເຢືອນ ຫຼຸຍ ເອັນຣິເກ້ ໝັ້ນໃຈຜ່ານເຂົ້າໄປຊິງຊະນະເລີດແນ່ນອນແລະພ້ອມບຸກມາຢ້ຳແຄ້ນອີກຄັ້ງ
ສະຖິຕິທີ່ພົບກັນໃນການແຂ່ງຂັນ ຢູຟາ ບາເຢີນ ຊະນະ 4 ບາຊາ ຊະນະ 2 ສະເໝີກັນ 1 ຄັ້ງ
ສະໜາມ: ອາລິອັນ ອາລີນາ
ບັນຈຸຜູ້ເຂົ້າຊົມໄດ້: 75,000 ບ່ອນນັ່ງ
ຜູ້ຕັດສິນ: ມາກ ແຄັດແທນເບີກ
ເວລາເຕະ: 01:45 ນາທີ | ຂ່າວພາຍໃນ | 2015-05-12T20:56:17+00:00 | https://laopost.com/?p=25566 |
ເປີດນຳໃຊ້ໂຮງໝໍພາກສະໜາມລ້ານຊ້າງ ຮອງຮັບຜູ້ຕິດເຊື້ອໂຄວິດ-19 | ພິທີມອບ-ຮັບ ແລະເປີດນໍາໃຊ້ ໂຮງໝໍພາກສະໜາມລ້ານຊ້າງ ຈັດຂຶ້ນຕອນບ່າຍວັນທີ 3 ພຶດສະພາ 2021 ຢູ່ບ້ານດອນກອຍ ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ປະທານຄະນະສະເພາະກິດເພື່ອປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດໂຄວິດ19 ຂັ້ນສູນກາງ ແລະພາກສ່ວນກ່ຽວຂ້ອງ.
ໂຮງໝໍພາກສະໝາມລ້ານຊ້າງ ສ້າງຂຶ້ນພາຍໃນ 7 ວັນ ມີຂະຫນາດ 303 ຕຽງນອນ, ແບ່ງອອກເປັນ 2 ເຂດ ຄື: ເຂດ A ມີ 168 ຕຽງນອນ ແລະ ເຂດ B ມີ135 ຕຽງນອນ, ມີຫ້ອງສຸກເສີນເບື້ອງຕົ້ນຂະໜາດ 5 ຕຽງນອນ. ສະເພາະເຂດ A ວັນທີ 3 ພຶດສະພາສາມາດຮອງຮັບຄົນເຈັບໄດ້ແລ້ວ, ສຳລັບເຂດ B ຈະສາມາດນໍາໃຊ້ໄດ້ໃນວັນທີ 5 ພຶດສະພາ 2021
ທ່ານພັນທະຈິດ ອິນທິລາດ ປະທານບໍລິສັດ ອິນທຣາ ຄໍປໍເຣຊັນ ຈຳກັດຜູ້ດຽວລາຍງານໃຫ້ຮູ້ວ່າ: ການສ້າງໂຮງໝໍສະໜາມລ້ານຊ້າງ ໄດ້ຮັບການຊີ້ນໍາຢ່າງໃກ້ຊິດ, ທັງປະກອບສ່ວນດ້ານເຫື່ອແຮງ ແລະ ສິຕິປັນຍາຈາກການນຳ, ອ້າຍນ້ອງພະນັກງານ ທັງຈາກສູນກາງ, ນະຄອນຫລວງວຽງຈັນ ແລະ ໄດ້ຮັບການຊ່ວຍເຫລືອ ຈາກພາກທຸລະກິດ ເປັນຕົ້ນ ກຸ່ມບໍລິສັດ ເອໄອເອຟ, ບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ, ບໍລິສັດ ອິນທຣາ ຄໍປໍເຣຊັນ ຈຳກັດຜູ້ດຽວ, ໂດຍໄດ້ປະກອບສ່ວນດ້ານແຮງງານຈາກອ້າຍນ້ອງທະຫານ ນະຄອນຫລວງວຽງຈັນ, ບໍລິສັດທີ່ຮັບກໍ່ສ້າງ, ບໍລິສັດ ອະນາໄມ ພີເອສ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການກໍ່ສ້າງ ແລະ ກະກຽມໂຮງໝໍແຫ່ງນີ້ ຢ່າງບໍ່ມີເວັນ ບໍ່ມີຄືນ ແລະ ບໍ່ຮຽກຮ້ອງຜົນປະໂຫຍດຫຍັງຕອບແທນ ໃນສະໜາມຮົບຕ້ານໂຄວິດຄັ້ງນີ້, ຈຶ່ງເຮັດໃຫ້ໂຮງໝໍແຫ່ງນີ້ ສາມາດຮອງຮັບຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ ເຂົ້າປິ່ນປົວໄດ້ພາຍໃນວັນທີ 3 ພຶດສະພານີ້.
ໂອກາດນີ້ ທ່ານກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ປະທານຄະນະສະເພາະກິດເພື່ອປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດໂຄວິດ19 ຂັ້ນສູນກາງ ກ່າວວ່າ: ໃນນາມຄະນະສະເພາະກິດຂັ້ນສູນກາງ ສະແດງຄວາມຂອບໃຈເປັນຢ່າງສູງ ແລະຕີລາຄາສູງ ຕໍ່ການປະກອບສ່ວນຂອງບັນດາບໍລິສັດ ທີ່ຮ່ວມກັນໃນການຫັນສະຖານທີ່ດ້ານກິລາໃຫ້ມາເປັນໂຮງໝໍພາກສະໜາມ ເພື່ອຮັບໃຊ້ວຽກງານອັນຮີບດ່ວນ ແລະຈໍາເປັນທີ່ສຸດ ທີ່ເກີດຂຶ້ນຢູ່ໃນປະເທດຂອງພວກເຮົາ, ນີ້ສະແດງໃຫ້ເຫັນເຖິງການເສຍສະລະອັນສູງສົ່ງ ການຕື່ນຕົວປະກອບສ່ວນທີ່ສໍາຄັນຂອງຕົນເອັງໃນພາລະກິດລວມຂອງບ້ານຂອງເມືອງ , ນີ້ສະແດງໃຫ້ເຫັນຄວາມຮັກຊາດ ຮັກບ້ານເກີດເມືອງນອນ ຮັກລະບອບໃໝ່ຂອງພວກເຮົາໃນການຊ່ວຍເຫລືອປະຊາຊົນພີ່ນ້ອງຮ່ວມຊາດໃຫ້ຫລຸດພົ້ນຈາກໄພອັນຕະລາຍ, ເຊິ່ງຜ່ານມາກໍມີຫລາຍບໍລິສັດໄດ້ໃຫ້ການຊ່ວຍເຫລືອມາແລ້ວ ຍ້ອນແນວນັ້ນ ຈຶ່ງສະເໜີໃຫ້ພວກເຮົານໍາໃຊ້ສະຖານທີ່ແຫ່ງນີ້ໃຫ້ເກີດປະໂຫຍດສູງສຸດຫລາຍເທົ່າທີ່ຈະຫລາຍໄດ້.
ທ່ານກິແກ້ວ ໄຂຄໍາພິທູນ ໄດ້ຍົກໃຫ້ເຫັນບົດຮຽນຈາກການຕໍ່ສູ້ກັບພະຍາດໂຄວິດ19 ໃນໄລຍະຜ່ານມາວ່າ: ອັນທີ່ໜຶ່ງ ແມ່ນພັກ-ລັດຂອງພວກເຮົາມີຄວາມສະດຸ້ງໄວ, ສະກັດກັ້ນໄວ້ຫົວທີ ນີ້ສະແດງເຖິງຄວາມເປັນຫ່ວງເປັນໄຍຂອງພັກ-ລັດພວກເຮົາໃນການນໍາພາປະເທດຊາດ, ອັນທີສອງປະຊາຊົນບັນດາເຜົ່າມີຄວາມຕື່ນຕົວປະຕິບັດຄໍາສັ່ງຢ່າງເຂັ້ມງວດ ແຕ່ລະຄົນໄດ້ເປັນເຈົ້າການ ແລະປະກອບສ່ວນຮ່ວມມືກັບລັດຖະບານ, ອັນທີສາມ ພວກເຮົາໄດ້ນໍາໃຊ້ທຸກພາຫະນະທີ່ມີ ປຸກລະດົມສັງຄົມເຂົ້າຮ່ວມ ໃຫ້ການຊ່ວຍເຫລືອດ້ານຕ່າງໆຢ່າງທັນການ ລວມທັງປະຊາຊົນ, ທະຫານ, ຕໍາຫລວດ ອໍານາດການປົກຄອງ ທຸກຂັ້ນ ລວມທັງວິຊາການແພດໝໍ ເຊິ່ງຕົນເອັງມີຄວາມສ່ຽງຢູ່ແລ້ວ ແຕ່ຕ້ອງໄດ້ໃຫ້ການຊ່ວຍເຫລືອປິ່ນປົວຄົນເຈັບຫລາຍມື້ຕິດຕໍ່ກັນໂດຍບໍ່ໄດ້ພັກຜ່ອນ ນອກຈາກນັ້ນພວກເຮົາຍັງໄດ້ຮັບການຊ່ວຍເຫລືອແລກປ່ຽນຂໍ້ມູນຂ່າວສານກັບສາກົນ ແລະປະເທດຕ່າງໆ, ສະນັ້ນພວກເຮົາຕ້ອງອີງໃສ່ບົດຮຽນເຫລົ່ານີ້ ເພື່ອຕໍ່ສູ້ກັບພະຍາດຮ້າຍນີ້, ປະຈຸບັນຢູ່ນະຄອນຫລວງວຽງຈັນບາງອັນກໍມີແລ້ວ ແຕ່ບາງອັນກໍຕ້ອງພິຈາລະນາເບິ່ງເພື່ອເປັນບົດຮຽນໃຫ້ຫລາຍແຂວງຕື່ມອີກ. | ຂ່າວທ້ອງຖິ່ນ | 2021-05-03T14:29:28+00:00 | https://laopost.com/?p=124509 |
ນາຍົກກ່າວ! ວິທີເຮັດໃຫ້ລາຍຮັບ-ລາຍຈ່າຍບໍ່ຮົ່ວໄຫລຂະແໜງ ພາສີ-ອາກອນ ຕ້ອງໄດ້ປະຕິຮູບຄືນໃໝ່ | ເວັບໄຊໜັງສືພິມເສດຖະກິດ-ການຄ້າ ລາຍງານເມື່ອວັນທີ 11 ມິຖຸນາ 2018 ວ່າ ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໃນທ້າຍອາທິດທີ່ຜ່ານມາ ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈງຕໍ່ສະມາຊິກສະພາແຫ່ງຊາດກ່ຽວກັບ ມາດຕະການເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍໃນຕໍ່ໜ້າວ່າຈະມີທິດທາງແນວໃດ
ຕໍ່ປະເດັນດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຊີ້ແຈງວ່າ ການເກັບລາຍຮັບໃນຕໍ່ໜ້າລັດຖະບານຈະຕັດສິນໃຈຫັນໄປສູ່ຄວາມໂປ່ງໃສ, ຫັນໄປສູ່ລະບຽບກົດໝາຍ, ບໍ່ໃຫ້ຍົກເວັ້ນສິນຄ້າທີ່ບໍ່ເປັນລະບຽບອື່ນໆ ພວກເຮົາໄດ້ມີມາດຕະການມາດົນແລ້ວ ແລະ ພະຍາຍາມຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆ ໂດຍສະເພາະນ້ຳມັນເຊື້ອໄຟ ທີ່ໄດ້ປະກາດບໍ່ຍົກເວັ້ນພາສີໃນໄລຍະຜ່ານມາ ເຮັດໃຫ້ພາສີຕົວເລກລາຍຮັບດ້ານນີ້ສູງຂຶ້ນກວ່າເກົ່າຫຼາຍ.
ສ່ວນການເກັບລາຍຮັບຕ້ອງຫັນໄປສູ່ທັນສະໄໝ ເຊິ່ງເປັນນະໂຍບາຍຫຼັກຂອງລັດຖະບານ ຂໍໃຫ້ທຸກພາກສ່ວນເອົາໃຈໃສ່ຮ່ວມກັນ ແລະ ຮ່ວມກັນສະໜັບສະໜູນຕ້ອງສ້າງໃຫ້ເປັນລະບຽບ ແລະ ກົດໝາຍ ພ້ອມກັນປະຕິບັດໃຫ້ໄດ້ ຖ້າບໍ່ຫັນໄປສູ່ຄວາມທັນສະໄໝກໍ່ຈະຮົ່ວໄຫລຄືເກົ່າ, ນອກນັ້ນ ຈະເຂັ້ມງວດ ຜູ້ໃດກະທຳຜິດຈະຕ້ອງຖືກລົງໂທດ ຫຼື ຜູ້ໃດເຮັດຖືກຕ້ອງກໍ່ຕ້ອງໄດ້ຮັບການຍ້ອງຍໍ, ຂະນະທີ່ພະນັກງານໃນຂະແໜງ ພາສີ-ອາກອນ ຕ້ອງໄດ້ປະຕິຮູບຄືນໃໝ່ ເພາະໃນປັດຈຸບັນໃຊ້ຄົນຫຼາຍຈົນເກີນໄປ ແລະ ຂາດຈັນຍາບັນ ຕ້ອງເອົາຄົນດີມາເຮັດ. ດັ່ງນັ້ນ ຈິ່ງຂໍໃຫ້ສະມາຊິກສະພາແຫ່ງຊາດຊ່ວຍສະໜັບສະໜູນ ແລະ ຂໍໃຫ້ປະຊາຊົນຊ່ວຍເປັນຫູເປັນຕາ.
ແຫລ່ງຂ່າວ: ເສດຖະກິດກິດ-ການຄ້າ | ຂ່າວພາຍໃນ | 2018-06-12T10:27:33+00:00 | https://laopost.com/?p=101353 |
ຝົນຕົກ 3-4 ວັນຜ່ານມາ ສົ່ງຜົນກະທົບໜັກ ຕໍ່ການເກັບກ່ຽວເຂົ້ານາປີ | ກະຊວງກະສິກຳ ແລະ ປ່າໄມ້ ໄດ້ລາຍງານໃຫ້ຮູ້ວ່າ: ສະພາບຝົນຕົກໜັກໃນ 3- 4 ວັນທີ່ຜ່ານມາ ໄດ້ສົ່ງຜົນກະທົບຕໍ່ການເກັບກ່ຽວມ້ຽນມັດເຂົ້ານາປີ ຂອງຊາວກະສິກອນຫຼາຍທ້ອງຖິ່ນ, ເນື່ອງຈາກເປັນຊ່ວງໄລຍະການເກັບກ່ຽວ ເຮັດໃຫ້ເຂົ້າທີ່ກ່ຽວແລ້ວຖືກຝົນຮຳ ແລະ ສ່ວນໜຶ່ງຕ້ອງໄດ້ຢຸດການເກັບກ່ຽວ ແລະ ແກ່ຍາວມາ ອັນໄດ້ເຮັດໃຫ້ເຂົ້າແກ່ເກີນ, ຊຶ່ງໄລມາຮອດປັດຈຸບັນ ສາມາດເກັບກ່ຽວເຂົ້ານາປີໄດ້ພຽງ 50 ກວ່າສ່ວນຮ້ອຍຂອງເນື້ອທີ່ທັງໝົດ, ເພື່ອກະກຽມໃຫ້ແກ່ການຜະລິດລະດູແລ້ງໄດ້ຮັບຜົນ, ໂດຍສະເພາະເຂົ້ານາແຊງ, ຂະແໜງກະສິກຳກໍໄດ້ສົ່ງພະນັກງານວິຊາການຂອງຕົນ ລົງຊຸກຍູ້ການກະກຽມປັດໃຈຕ່າງໆ, ໂດຍສະເພາະແມ່ນຂອດຕອບສະໜອງນ້ຳຊົນລະປະທານ, ບັນຫາແນວພັນ, ເພື່ອຮັບປະກັນໃຫ້ແກ່ການປັກດຳທັນກັບລະດູການ ກະຊວງດັ່ງກ່າວໃຫ້ຮູ້ອີກວ່າ: ຄຽງຄູ່ກັບການເກັບກ່ຽວເຂົ້ານາປີ, ກະສິກອນບາງທ້ອງຖິ່່ນ, ຕ່າງກໍໄດ້ກະກຽມໃຫ້ແກ່ການປູກພືດລະດູແລ້ງ ຕາມຄວາມຕ້ອງການຂອງຕະຫຼາດ.
ແຫລ່ງຂ່າວ:
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ! | ຂ່າວພາຍໃນ | 2016-11-15T09:11:12+00:00 | https://laopost.com/?p=76462 |
ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ບວດເປັນພະແລ້ວ | ອີງຕາມການລາຍງານຂອງສື່ທອງຖິ່ນ ຈາກວັດຊຽງທອງ ຣາຊວໍຣະວິຫານ ເມືອງຫຼວງພະບາງ ແຂວງຫຼວງພະບາງໃຫ້ຮູ້ວ່າ ມື້ເຊົ້ານີ້ ທີ່ວັດໂພນເພົາ ເມືອງແລະແຂວງຫຼວງພະບາງ ໄດ້ມີພິທີອຸປະສົມບົດ ທ່ານນາກ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ການຜະລິດ ແລະ ຈໍລະຈອນ ເປັນພະພິກຂຸຢ່າງສົມບູນ ໂດຍການເຂົ້າຮ່ວມຂອງ ພະອາຈານ ຄຳມາ ປັນຍາວິຈິດ ຮອງປະທານ ອົງການພຸດທະສາດສະໜາສຳພັນລາວ ສູນກາງ.
ລາຍງານແຈ້ງວ່າອະດີດ ຮອງນາຍົກໄດ້ຕັດສິນໃຈເຂົ້າອຸປະສົມບົດໃນຄັ້ງນີ້ ແມ່ນເພື່ອເປັນການຕອບບຸນແທນຄຸນບິດາມານດາ, ສຶກສາຮຽນຮູ້ພະທຳຄຳສອນຂອງອົງສຳມາສຳພຸດທະເຈົ້າ ແລະເປັນການພັກຜ່ອນໃຈ ຈາກການປະຕິບັດໜ້າທີ່ໃນຄະນະນຳ ລັດຖະບານຂອງ ສປປລາວ ຕະຫຼອດຫຼາຍປີທີ່ຜ່ານມາ ຫຼັງຈາກໄດ້ພັກຜ່ອນເຂົ້າຮັບບຳນານ.
ອ່ານຂ່າວອື່ນໆ ທີ່ໜ້າສົນໃຈທີ່ນີ້ :www.laopost.com | ຂ່າວທ້ອງຖິ່ນ | 2016-07-10T17:36:48+00:00 | https://laopost.com/?p=64732 |
“ປາຂ່າ” ໃນແມ່ນໍ້າຂອງເພີ່ມຈຳນວນເປັນຄັ້ງທຳອິດ ໃນຮອບຫຼາຍສິບປີ | ຫົວໜ້າກົມປະມົງກຳປູເຈຍເປີດເຜີຍວ່າ 2 ປີຜ່ານມາ ໂລມາອີຣະວະດີ ຫຼື ປາຂ່າ ເພີ່ມຈຳນວນຂຶ້ນຈາກ 80 ໂຕ. ຫຼ້າສຸດ ມີໂລມາອີຣະວະດີເກີດໃໝ່ໃນປີນີ້ 3 ໂຕແລ້ວ ເຊິ່ງຖືວ່າເປັນການເພີ່ມຈຳນວນຄັ້ງທຳອິດໃນປະຫວັດສາດ.
ເຈົ້າໜ້າທີ່ກອງທຶນສັດປ່າໂລກ ຫຼື WFF ໃນກຳປູເຈຍໄດ້ເປີດເຜີຍວ່າ ໃນອະດີດ ໂລມາອີຣະວະດີເຄີຍມີພື້ນທີ່ຫາກິນ ແລະ ມີຖິ່ນອາໄສຕະຫຼອດແມ່ນໍ້າຂອງ. ແຕ່ໃນຫຼາຍສິບປີມານີ້ພື້ນທີ່ຫຼຸດລົງເຫຼືອພຽງແຕ່ 190 ກິໂລແມັດ ຈາກບໍລິເວນແມ່ນໍ້າຂອງຕອນກາງຂອງກຳປູເຈຍຮອດຊາຍແດນທາງເໜືອຂອງລາວເທົ່ານັ້ນ.
ມີລາຍກງານສະຖິຕິໂລມາອີຣະວະດີທີ່ເຄີຍສຳຫຼວດຄັ້ງທຳອິດເມື່ອປີ 1997 ວ່າມີປະມານ 200 ໂຕ ແຕ່ຫຼຸດລົງຢ່າງຕໍ່ເນື່ອງ ເຫຼືອປະມານ 80 ໂຕໃນປີ 2015 ເຊິ່ງສາເຫດຫຼັກມາຈາກການເຮັດປະມົງ ແລະ ຖິ່ນທີ່ຢູ່ອາໄສຫຼຸດລົງ.
ຫົວໜ້າກົມປະມົງກຳປູເຈຍເປີດເຜີຍວ່າ 3 ປີທີ່ຜ່ານມານີ້ ໂລມາອີຣະວະດີ ເພີ່ມຈຳນວນຂຶ້ນຈາກ 80 ໂຕເປັນ 92 ໂຕຫຼ້າສຸດ ມີໂລກມາອີຣະວະດີເກີດໃໝ່ໃນປີນີ້ 3 ໂຕແລ້ວ ເຊິ່ງຖືວ່າເປັນການເພີ່ມຈຳນວນຄັ້ງທຳອິດໃນປະຫວັດສາດ ເຊິ່ງເປັນຄວາມສຳເລັດຈາກຄວາມຮ່ວມມືຂອງຫຼາຍຝ່າຍ.
ທັງນີ້ ນັກອະນຸຮັກຍັງເປັນກັງວົນ ເນື່ອງຈາກໂລມາອີຣະວະດີຍັງຄົງຖືກຄຸກຄາມຢູ່ ເພາະຍັງມີການເຮັດປະມົງຜິດກົດໝາຍ ທັງການໃຊ້ລະເບີດ, ອຸປະກອນເອເລັກໂຕຮນິກຫາປາ ແລະ ໃຊ້ເຫຍື່ອພິດ ລວມເຖິງການສ້າງເຂື່ອນໃນແມ່ນໍ້າຂອງຕອນລຸ່ມອີກດ້ວຍ.
ຂໍ້ມູນ : Voice TV, @ມ່ວນ.
ຮູບພາບ : phnompenhpost | ຂ່າວທ້ອງຖິ່ນ | 2018-04-26T16:17:12+00:00 | https://laopost.com/?p=100540 |
ແຟຊັ່ນ ສີເຫຼັກດັດແຂ້ວທີ່ຜູ້ຄົນນິຍົມໃສ່ຫຼາຍທີ່ສຸດ | ແຟຊັ່ນ 2017 ມື້ນີ້ແອັດມິນກໍ່ມີອີກໜຶ່ງແຟຊັ່ນທີ່ໄດ້ຮັບຄວາມນິຍົມໃນກຸ່ມຄົນໄວລຸ້ນໃນປັດຈຸບັນ ນັ້ນກໍ່ຄືການໃສ່ເຫຼັກດັດແຂ້ວ ແລະ ແນ່ນອນວ່າສີເຫຼັກດັດແຂ້ວນັ້ນກໍ່ເປັນສິ່ງທີ່ຄົນດັດແຂ້ວໃຫ້ຄວາມສຳຄັນໃນການເລືອກມາສວມໃສ່ ເພື່ອໃຫ້ມີຄວາມໂດດເດັ່ນສວຍງາມແກ່ຜູ້ທີ່ພົບເຫັນ ເຊິ່ງ ສີເຫຼັກດັດແຂ້ວທີ່ກຳລັງເປັນທີ່ນິຍົມຄົນເລືອກໃສ່ຫຼາຍທີ່ສຸດຈະມີທັງໝົດ 5 ສີຄື: ສີບົວ, ສີແດງ, ສີຂຽວ, ສີນ້ຳເງິນ ແລະ ສີມ້ວງ ນັ້ນເອງ
ຕິດຕາມນານາສາລະ ກົດໄລຄ໌ເລີຍ! | ຂ່າວພາຍໃນ | 2017-01-11T12:17:17+00:00 | https://laopost.com/?p=82839 |
ເຜີຍຜົນວິໄຈ ດວງຈັນຫົດຕົວນ້ອຍລົງສາເຫດເກີດແຜ່ນດິນໄຫວ | ອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດສະຫະລັດ ຫຼື ນາຊ້າ ໄດ້ເປີດເຜີຍຜົນວິໄຈທີ່ສະແດງໃຫ້ເຫັນວ່າ ປັດຈຸບັນດວງຈັນຊຶ່ງເປັນບໍລິວານຂອງດາວໂລກໄດ້ຫົດຕົວນ້ອຍລົງກວ່າເກົ່າປະມານ 50 ແມັດ ໃນຮອບ 100 ຮ້ອຍລ້ານປີ ຈິ່ງເຮັດໃຫ້ຜິວດວງຈັນມີຮອຍແຫ່ວທີ່ເຫັນໄດ້ຢ່າງຊັດເຈນ.
ໂດຍສາເຫດການຫົດຕົວໃນຄັ້ງນີ້ກໍເນື່ອງມາຈາກການສູນເສຍຄວາມຮ້ອນໄປແບບຊ້າໆ ຈົນເຮັດໃຫ້ດວງຈັນເປັນດາວເຄາະອີກດວງໜຶ່ງທີ່ສາມາດເກີດແຜ່ນດິນໄຫວຄືກັບດາວໂລກໄດ້.
ທັງນີ້ ການເກີດປາກົດການດັ່ງກ່າວເຮັດໃຫ້ໂຄງການກ່ຽວກັບອະວະກາດທີ່ຈະໄປຕັ້ງສະຖານີສຳຫຼວດເທິງດວງຈັນໃນປີ 2028 ຈະຕ້ອງມີການສຶກສາ ແລະ ວິເຄາະໃຫ້ຫຼາຍຂຶ້ນ.
ສຳລັບການຮັບຮູ້ອົງປະກອບຂອງດວງຈັນຖືເປັນເລື່ອງທີ່ສຳຄັນ ເພາະນັກວິທະຍາສາດເຊື່ອວ່າດວງຈັນ ແລະ ໂລກເຄີຍເປັນດາວດວງດຽວກັນມາກ່ອນ ແລະ ຖ້າຫາກທຳຄວາມເຂົ້າໃຈດວງຈັນໄດ້ກໍຈະຊ່ວຍໃຫ້ເຂົ້າໃຈດາວໂລກໄດ້ເຊັ່ນກັນ ນອກຈາກດວງຈັນທີ່ເກີດການຫົດຕົວ ກໍຍັງມີດາວພຸດທີ່ເປັນດາວເຄາະຊັ້ນໃນສຸດຂອງລະບົບສຸລິຍະຈັກກະວານກໍເລີ່ມມີການຫົດຕົວເຊັ່ນກັນ.
ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: news.mthai.com | ຂ່າວຕ່າງປະເທດ | 2019-05-23T09:19:26+00:00 | https://laopost.com/?p=113578 |
ພາຍຸຫິມະຖະລົ່ມພາກເໜືອຂອງຍີ່ປຸ່ນ | ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນທີ 13 ມັງກອນ 2017 ວ່າ ຂ່າວໂທລະພາບໄດ້ເຜີຍແຜ່ໃຫ້ເຫັນສະພາບອາກາດທີ່ຮ້າຍແຮງເພາະພາຍຸລະດູໜາວພັດເຂົ້າມາກະໜ່ຳພື້ນທີ່ທາງພາກເໜືອ ແລະ ພາກຕະເວັນຕົກຂອງຍີ່ປຸ່ນ ມີປະລິມານຫິມະສະສົມສູງເຖິງ 2 ແມັດ ປະຊາຊົນຕ້ອງອອກມາຕັກຫິມະທີ່ໜ້າເຮືອນ ແລະ ເທິງຫຼັງຄາຂອງຕົນເອງອອກ ເຈົ້າໜ້າທີ່ຕຳຫຼວດໄດ້ພົບຍິງໄວອາຍຸ 61 ປີ ນອນເສຍຊີວິດເມື່ອວັນພະຫັດທີ່ຜ່ານມາ ຢູ່ກອງຫິມະໜ້າເຮືອນຂອງນາງເອງ ທີ່ແຂວງ ມາກາຕະ ເທິງເກາະຮອນຊູ
ສຳນັກຂ່າວອຸຕຸນິຍົມຂອງຍີ່ປຸ່ນ ຄາດວ່າຈະມີຫິມະຕົກໜັກຕໍ່ເນື່ອງໃນທ້າຍອາທິດນີ້ ແລະ ອຸນຫະພູມຈະປັບຫລຸດລົງຕ່ຳກວ່າ 0 ອົງສາໃນນະຄອນໂຕກຽວເມືອງຫຼວງຂອງ ຍີ່ປຸ່ນ
ຂ່າວຈາກ: http://www.dailynews.co.th/foreign/548823
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ! | ຂ່າວຕ່າງປະເທດ | 2017-01-14T09:42:22+00:00 | https://laopost.com/?p=83057 |
ຄົນຫຼັກຊາວຕື່ນແຜ່ນດິນໄຫວ 4.6 ແມັກນີຈູດ | ຕາມການລາຍງານຂອງຜູ້ສື່ຂ່າວ ປະຈຳທ້ອງຖິ່ນຫຼັກຊາວ ເມືອງຄຳເກີດ ແຂວງບໍລິຄຳໄຊ ລາຍງານເຂົ້າສູ່ກອງຂ່າວລາວໂພດວ່າ ມື້ນີ້ ວັນທີ 14 ມັງກອນ 2018 ເວລາປະມານ 13:48 ໂມງ ໄດ້ເກີດເຫດປະຊາຊົນແຕກຕື່ນ ເນື່ອງຈາກແຜ່ນດິນເກີດການສັ່ນໄກວ ເປັນໄລຍະເວລາປະມານ 10 ວິນາທີ ບ້ານເຮືອນມີການສັ່ນໄຫວ.
ຜູ້ໃຫ້ຂ່າວລາຍງານວ່າ ຕາມການກວດກາຂອງພະແນກຊັບພະຍາກອນ-ທຳມະຊາດ ເມືອງຄຳເກີດ ໃຫ້ຮູ້ວ່າຄວາມແຮງຂອງແຜ່ນດິນໄຫວຄັ້ງນີ້ໃນເຂດເທສະບານຫຼັກຊາວແທກໄດ້ 4.6 ແມັກນີຈູດ ແລະກ່າວວ່າຄວາມສັ່ນສະເທືອນຮັບຮູ້ໄດ້ເຖິງ ເມືອງນາກາຍແຂວງຄຳມ່ວນ ທີ່ໄກອອກໄປທາງທິດຕາເວັນຕົກສ່ຽງໃຕ້ 75 ກິໂລແມັດ.
ປະຊາຊົນທີ່ອາໄສຢູ່ເຂດທີ່ໃກ້ກັບຊາຍແດນຫວຽດນາມ ທີ່ໄກຈາກຫຼັກຊາວໄປທາງທິດຕາເວັນອອກປະມານ 30 ກິໂລແມັດ ລາຍງານວ່າມີການສັ່ນໄຫວແຮງກວ່າເຂດເທສະບານຫຼັກຊາວ.
ຫຼ້າສຸດມີລາຍງານວ່າຈຸດສູນກາງແຜ່ນດິນໄຫວຢູ່ເສັ້ນຂະໝານ 18.40 ອົງສາເໜືອ,ເສັ້ນແວງ 105.00 ອົງສາຕາເວັນອອກ ໃກ້ຊາຍແດນລາວ-ຫວຽດນາມບ້ານທີ່ໃກ້ທີ່ສຸດ ບ້ານນໍ້າປັນ(ນໍ້າໄຄ້) ເມືອງໄຊຈຳພອນ, ບ້ານຖໍ້າບິ້ງ, ສົບຈາດ ແລະບ້ານນາເຮືອງ ເມືອງຄຳເກີດ.
ແນວໃດກໍຕາມ, ແຜ່ນດິນໄຫວຄັ້ງນີ້ ຍັງບໍ່ມີລາຍງານຄວາມເສຍຫາຍ ຫຼືຜູ້ຄົນໄດ້ຮັບບາດເຈັບຫຼືເສຍຊີວິດ. | ຂ່າວພາຍໃນ | 2018-01-14T22:53:13+00:00 | https://laopost.com/?p=98392 |
ກອງປະຊຸມເປີດກ້ວາງ ຄົບຄະນະບໍລິຫານງານພັກ ກະຊວງ ແຜນການ ແລະການລົງທຶນ ປິດລົງຢ່າງຈົບງາມ | ພາຍຫລັງທີ່ກອງປະຊຸມ ເປີດກ້ວາງ ຄົບຄະນະບໍລິຫານງານພັກ ກະຊວງແຜນການ ແລະ ການລົງທຶນ ຄັ້ງທີ 2 ສະໄໝທີ III ໄດ້ດໍາເນີນມາເປັນເວລາ 2 ວັນເຕັມແຕ່ວັນທີ 26-27 ທັນວາ ນີ້ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ສຸພັນ ແກ້ວມີໄຊ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີບັນດາເລຂາຄະນະພັກຮາກຖານ, ຫົວໜ້າພະແນກ, ຮອງພະແນກ ແລະ ສະມາຊິກພັກສົມບູນສໍາຮອງ ຈໍານວນ 250 ກວ່າສະຫາຍເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້, ບັນດາຜູ້ເຂົ້າຮ່ວມ ພ້ອມກັນປະກອບຄໍາຄິດຄໍາເຫັນ ແລະ ເປັນເອກະພາບຕໍ່ບົດສະຫລຸບ ລາຍງານສະພາບການຈັດຕັ້ງປະຕິບັດ ບັນດາວຽກງານຂອງຄະນະບໍລິຫານງານ ພັກກະຊວງແຜນການ ແລະ ການລົງທຶນໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການ ໃນຕໍ່ໜ້າ ແລະ ເຜີຍບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານງານພັກ ກະຊວງ ຜທ ໄລຍະ 1 ປີ 2016 ພ້ອມນີ້ ໄດ້ຜ່ານບົດສໍາຫລວດ ຂອງບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ບັນດາສະຫາຍ ເລຂາ, ຮອງເລຂາ, ຄະນະໜ່ວຍພັກ ແລະ ພະນັກງານຂັ້ນປະລິນຍາເອກ ນອກນີ້ ໄດ້ມີການຍ້ອງຍໍ ບຸກຄົນດີເດັ່ນປະຈໍາປີ 2015 ແລະ ຍ້ອງຍໍບຸກຄົນດີເດັ່ນ ໃນການຮັບໃຊ້ກອງປະຊຸມໃຫຍ່ ຂອງອົງຄະນະພັກກະຊວງ ຜທ ຄັ້ງທີ III, ໃບຢັ້ງຢືນໜ່ວຍພັກເຂັ້ມແຂງ ຮູ້ນໍາພາຮອບດ້ານ ປະຈໍາປີ 2015 ຈາກນັ້ນ ແຕ່ລະໜ່ວຍພັກ ກໍໄດ້ຂຶ້ນຜ່ານຂໍ້ແຂ່ງຂັນສືບຕໍ່ສ້າງ ໜ່ວຍພັກເຂັ້ມແຂງຮູ້ນໍາພາຮອບດ້ານ ຈໍານວນ 16 ໜ່ວຍພັກ.
ໃນໂອກາດນີ້, ສະຫາຍ ສຸພັນ ແກ້ວມີໄຊ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາ ຕໍ່ກອງປະຊຸມໂດຍສະຫາຍ ໄດ້ເນັ້ນໃຫ້ເອົາໃຈໃສ່ບາງບັນຫາ ເປັນຕົ້ນ ແມ່ນຕ້ອງສ້າງໃຫ້ໄດ້ຖັນແຖວພະນັກງານ ຄຸ້ມຄອງທີ່ມີຄຸນທາດການເມືອງ ໃຫ້ໜັກແໜ້ນ, ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ຄົ້ນຄ້ວາວາງແຜນພັດທະນາ ເສດຖະກິດ-ສັງຄົມຂອງຊາດ, ສ້າງແຜນຍຸດທະສາດ ໃຫ້ສອດຄ່ອງກັບຄວາມເປັນຈິງ ຂອງປະເທດເຮົາ, ແຜນການຕ້ອງມີຈຸດສຸມ, ລະອຽດ, ຈະແຈ້ງ ແລະ ສາມາດປະຕິບັດໄດ້, ເອົາໃຈໃສ່ນໍາພາວຽກງານ ວິຊາສະເພາະ ໃຫ້ມີບາດກ້າວຂະຫຍາຍຕົວ, ຍາດແຍ່ງການຊ່ວຍເຫລືອ, ກູ້ຢືມ ແລະ ດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດເພື່ອພັດທະນາ ປະເທດຊາດ, ຖືເອົາການພັດທະນາເສດຖະກິດ-ສັງຄົມ ເປັນຫົວໃຈສໍາຄັນ, ປະເທດຈະຮັ່ງມີ ຫລື ຈະທຸກຍາກ ກໍແມ່ນຂຶ້ນກັບການພັດທະນາ ເສດຖະກິດ-ສັງຄົມ, ປັບປຸງແບບແຜນວິທີເຮັດວຽກ ຂອງຄະນະບໍລິຫານງານພັກ ຂອງໜ່ວຍພັກໃຫ້ດີ, ປະຕິບັດລວມສູນປະຊາທິປະໄຕ ໃຫ້ເຂັ້ມແຂງກວ່າເກົ່າ, ຕັ້ງໜ້າເສີມຂະຫຍາຍທ່າແຮງ ນໍາພາລວມຂອງໝູ່ຄະນະ ທັງເສີມຂະຫຍາຍທ່າແຮງ ແລະ ຫົວຄິດປະດິດສ້າງ ຂອງແຕ່ລະຄົນ, ເອົາໃຈໃສ່ປັບປຸງແບບແຜນ ດໍາລົງຊີວິດໃຫ້ປອດໄສຂາວສະອາດ, ເດັດຂາດແກ້ໄຂປະກົດການ ຫຍໍ້ທໍ້ຕ່າງໆ, ປະຫຍັດມັດທະຢັດ ແລະ ເຕົ້າໂຮມຄວາມສາມາດຄີພາຍໃນໃຫ້ເປັນປຶກແຜ່ນ
ຂ່າວ: ສຳນັກຂ່າວສານປະເທດລາວ | ຂ່າວເຫດການ | 2016-12-28T10:26:27+00:00 | https://laopost.com/?p=81722 |
Subsets and Splits