url
stringlengths 22
63
| context
stringlengths 4
47.2k
| title
stringlengths 4
4.16k
|
---|---|---|
https://www.moj.gov.la/lo/node/1180 | ໃນຕອນເຊົ້າຂອງວັນທີ 03 ພຶດສະພາ 2018 ຢູ່ທີ່ ຫ້ອງປະຊຸມພະແນກແຜນການ ແລະ ການລົງທືນ ແຂວງ ບໍລິຄຳໄຊ ໄດ້ຈັດກອງປະຊຸມທາບທາມຄຳຄິດຄຳເຫັນໃສ່ (ຮ່າງ) ກົດໝາຍວ່າດ້ວຍ ຄົນພິການ ຂື້ນ ພາຍໃຕ້ການເປັນປະທານ ຂອງ ທ່ານ ຄຳປິງ ແສງຕານນະລາດ ຫົວໜ້າກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ຜູ້ອາຍຸສູງ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ. ດວງຕາ ມໍຣະຄາສຸກ ກໍາມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງ ບໍລິຄຳໄຊ, ມີບັນດາຫົວໜ້າ, ຮອງພະແນກແຮງງານ ແລະ ສະຫັວດດີການສັງຄົມ 05 ແຂວງ ເຂົ້າຮ່ວມຄື: ແຂວງ ຫົວພັນ, ຊຽງຂວາງ, ໄຊສົມບູນ, ຄໍາມ່ວນ ແລະ ບໍລິຄຳໄຊ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງພາຍໃນແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ຄຳປິງ ແສງຕານນະລາດ ໄດ້ລາຍງານວ່າ: ການສ້າງ(ຮ່າງ) ກົດໝາຍວ່າດ້ວຍຄົນພິການແມ່ນເພື່ອຜັນຂະຫຍາຍແນວທາງນະໂຍບາຍຂອງພັກໂດຍສະເພາະມະຕິກອງປະຊຸມໃຫ່ຍຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວກ່ຽວກັບການບໍລິການທາງດ້ານສະຫັວດດີການສັງຄົມ ໃຫ້ໄດ້ຮັບການຍົກລະດັບ ແລະ ເຮັດໃຫ້ທຸກຄົນ ສາມາດເຂົ້າເຖິງການບໍລິການນັ້ນໄດ້ ເພື່ອຈັດຕັ້ງປະຕິບັດການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ເວົ້າສະເພາະແມ່ນການຄຸ້ມຄອງຄົນພິການ ແລະ ວຽກງານຄົນພິການ ໃຫ້ນັບມື້ຫັນໄປສູ່ການຄຸ້ມຄອງດ້ວຍກົດໝາຍ ແລະ ລະບຽບການ ເທື່ອລະກ້າວ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ແລະ ສະພາບການຕົວຈິງຂອງຄົນພິການຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ. ສະນັ້ນ, ສປປລາວໃນນາມລັດພາຄີ ມີຄວາມຈຳເປັນຈະຕ້ອງສ້າງກົດໝາຍທີ່ສອດຄ່ອງກັບຈຸດພິເສດ ແລະ ລະດັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງປະເທດເຮົາເພື່ອເປັນສິ່ງຄ້ຳປະກັນໃຫ້ແກ່ການປະຕິບັດສິດທິຂອງຄົນພິການຢູ່ສປປ ລາວ.
ພາຍຫຼັງທີ່ໄດ້ຮັບຟັງຄຳເຫັນຂອງທ່ານປະທານແລ້ວບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ພັດປ່ຽນກັນປະກອບຄຳເຫັນໃສ່(ຮ່າງ) ກົດໝາຍວ່າດ້ວຍຄົນພິການຢ່າງກົງໄປກົງມາ.
ກອງປະຊຸມ ໄດ້ດຳເນີນໄປເປັນເວລາ2ວັນ ແລະ ຈະປິດລົງຢ່າງເປັນທາງການ ໃນວັນທີ 4 ພຶດສະພາ ນີ້.
ຂຽນຂ່າວ ແລະ ຖ່າຍພາບ: ບູນເລີດ ນັກຂ່າວ ພະແນກຍຸຕິທຳແຂວງ ບໍລິຄຳໄຊ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ກອງປະຊຸມທາບທາມປະກອບຄຳເຫັນໃສ່ (ຮ່າງ)ກົດໝາຍວ່າດ້ວຍຄົນພິການຢູ່ ແຂວງບໍລິຄໍາໄຊ | ກອງປະຊຸມທາບທາມປະກອບຄຳເຫັນໃສ່ (ຮ່າງ)ກົດໝາຍວ່າດ້ວຍຄົນພິການຢູ່ ແຂວງບໍລິຄໍາໄຊ |
https://www.moj.gov.la/lo/node/1181 | ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 10-ພຶດສະພາ-2018ເລກທີຂອງເອກະສານ: 1
Video Link
ລາຍການຄວາມຮູ້ທາງກົດໝາຍ 7/5/2018 | ລາຍການຄວາມຮູ້ທາງກົດໝາຍ 7/5/2018 |
https://www.moj.gov.la/lo/node/1182 | ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 10-ພຶດສະພາ-2018ເລກທີຂອງເອກະສານ: 1
Video Link
ລາຍການຄວາມຮູ້ທາງກົດໝາຍ 9/5/2018 | ລາຍການຄວາມຮູ້ທາງກົດໝາຍ 9/5/2018 |
https://www.moj.gov.la/lo/node/1183 | ໃນຕອນເຊົ້າຂອງວັນທີ 4 ພຶດສະພາ 2018 ທີ່ຜ່ານມາ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ລົງໄປພົບປະການນຳເມືອງຫາດຊາຍຟອງ ໂດຍການຕ້ອນຮັບຂອງ ທ່ານ ແກ່ນ ວໍລະສານ ເລຂາພັກເມືອງ, ຮັກສາການເຈົ້າເມືອງຫາດຊາຍຟອງ, ເຂົ້າຮ່ວມມີທ່ານ ບຸນເພັງ ສີນະວົງພອນ ຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ, ຜູ້ຕາງໜ້າຈາກບັນດາກົມຂຶ້ນກັບກະຊວງຍຸຕິທຳ, ປະທານແນວລາວສ້າງຊາດເມືອງ, ຫົວໜ້າຫ້ອງວ່າການປົກຄອງເມືອງພ້ອມດ້ວຍຫົວໜ້າ ຫ້ອງການຍຸຕິທຳເມືອງເຂົ້າຮ່ວມ.
ໃນການລົງເຮັດວຽກ ແລະ ພົບປະການນຳເມືອງ ໃນຄັ້ງນີ້ ທ່ານຮອງລັດຖະມົນຕີ ກໍໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງເມືອງ, ການເຄື່ອນໄຫວວຽກງານຍຸຕິທຳ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດຄຳຕັດສີນຂອງສານພາຍໃນເມືອງ ພ້ອມທັງຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງ ໃນວຽກງານດັ່ງກ່າວ ຫຼັງຈາກນັ້ນ ທ່ານຮອງລັດຖະມົນຕີກໍໄດ້ມີຄຳເຫັນ ກ່ອນອື່ນທ່ານກໍໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ໃນການລົງເຮັດວຽກໃນຄັ້ງນີ້.
ຈຸດປະສົງຂອງການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ແມ່ນເພື່ອກະຕຸກຊຸກຍູ້ ການເຄື່ອນໄຫວວຽກງານຍຸຕິທຳຢູ່ເມືອງດັ່ງກ່າວ ໃຫ້ດຳເນີນໄປຢ່າງປົກກະຕິຕໍ່ເນື່ອງສາມາດຈັດຕັ້ງປະຕິບັດໄດ້ ແລະ ມີຜົນສຳເລັດອັນຍິ່ງໃຫຍ່ກວ່າເກົ່າ, ໃນວັນດຽວກັນທ່ານທ່ານຮອງລັດຖະມົນຕີ ກໍໄດ້ລົງພົບປະພະນັກງານ-ລັດຖະກອນຂອງຫ້ອງການຍຸຕິທຳເມືອງຫາດຊາຍຟອງ ໂດຍທ່ານໄດ້ເນັ້ນໜັກໃຫ້ພະນັກງານ-ລັດຖະກອນ ພ້ອມກັນສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ ໃນການປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍໃຫ້ປະສົບຜົນສຳເລັດ ແລະ ມີປະສິດທິພາບສູງ.
ຂຽນໂດຍ: ທ່ານ ບຸນລ້ອມ ດວງມາລາ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ຄະນະນຳກະຊວງຍຸຕິທຳ ລົງຊຸກຍູ້ວຽກງານຍຸຕິທຳ ຢູ່ເມືອງຫາດຊາຍຟອງ | ຄະນະນຳກະຊວງຍຸຕິທຳ ລົງຊຸກຍູ້ວຽກງານຍຸຕິທຳ ຢູ່ເມືອງຫາດຊາຍຟອງ |
https://www.moj.gov.la/lo/node/1184 | ໃນຕອນເຊົ້າຂອງວັນທີ 08 ພຶດສະພາ 2018 ເວລາ 08 ໂມງ 00 ນາທີ ທ່ານ ສີໄລ ສີສະແຫວງສຸກ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ ທັງເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈຳເຂດເລືອກຕັ້ງເມືອງຊານໄຊ ພ້ອມດ້ວຍຄະນະພັກ ຄະນະນຳຂອງພະແນກຍຸຕິທຳ ໄດ້ຕ້ອນຮັບທ່ານ ເລ ວັນ ຮ່າ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງແທ່ງຮ່ວາ ພ້ອມດ້ວຍຄະນະມາຈາກ ສ ສ ຫວຽດນາມ ທີ່ໄດ້ມາຢ້ຽມຢາມ ແລະ ແລກປ່ຽນຖອດຖອນບົດຮຽນຢູ່ ແຂວງອັດຕະປື. ໃນເວລາດຽວກັນ ກໍໄດ້ເປີດກອງປະຊຸມແລກປ່ຽນຖອດຖອນບົດຮຽນຂື້ນ ໂດຍພາຍໃຕ້ການເປັນປະທານຮ່ວມລະຫວ່າງ ທ່ານ ສີໄລ ສີສະແຫວງສຸກ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ ທັງເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈຳເຂດເລືອກຕັ້ງເມືອງຊານໄຊ ແລະ ທ່ານ ເລ ວັນ ຮ່າ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງແທ່ງຮ່ວາ ຊຶ່ງມີຜູ້ແທນທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຍຸຕິທຳ ແລະ ການພັດທະນາວຽກງານຍຸຕິທຳໃນໄລຍະຜ່ານມາ ກໍຄືສະເພາະໜ້າ ພ້ອມການປະສານສົມທົບວຽກງານການຮ່ວມມືລະຫວ່າງ ແຂວງອັດຕະປື ສປປ ລາວ ແລະ ແຂວງແທ່ງຮ່ວາ ສ ສ ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນ ພະແນກຍຸຕິທຳແຂວງອັດຕະປື ແລະ ພະແນກຍຸຕິທຳແຂວງແທ່ງຮ່ວາ ເຊິ່ງເວລາໃດກໍໄດ້ພົວພັນຮ່ວມມືຊ່ວຍເຫຼືອຢ່າງຮອບດ້ານໃນຂົງເຂດຍຸຕິທຳຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງມາໂດຍຕະຫຼອດ.
ໃນໄລຍະຜ່ານມາ ພະແນກຍຸຕິທຳແຂວງແທ່ງຮ່ວາ ໄດ້ໃຫ້ການຊ່ວຍເຫຼືອເຄື່ອງເອເລັກໂຕຣນິກເຂົ້າໃນການປະກອບສ່ວນວຽກງານອັນສຳຄັນຂອງພັກ-ລັດ. ນອກນັ້ນ, ຍັງໄດ້ເສີມຂະຫຍາຍການພົວພັນຮ່ວມມືເຊິ່ງກັນ ແລະ ກັນຢ່າງເລິກເຊິ່ງເຖິງຖອງ-ກ້ວາງຂວາງຂື້ນກ່ວາເກົ່າ; ສືບຕໍ່ໃຫ້ການຊ່ວຍເຫຼືອໃນວຽກງານຕ່າງໆທີ່ນອນຢູ່ໃນໜ້າທີ່ຂອງພະແນກຍຸຕິທຳແຂວງ.
ໃນໂອກາດນີ້ ທ່ານ ສີໄລ ສີສະແຫວງສຸກ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ການມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນຮ່ວມກັນໃນຄັ້ງນີ້. ພ້ອມທັງ ອວຍພອນໃຫ້ ທ່ານ ເລ ວັນ ຮ່າ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງແທ່ງ ຮ່ວາ ພ້ອມດ້ວຍຄະນະ ທີ່ມາມາຈາກ ສ ສ ຫວຽດນາມ ຈົ່ງປະສົບຜົນສໍາເລັດ ແລະ ຈົ່ງສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຂະແໜງການໃຫ້ໝັ້ນຄົງທະນົງແກ່ນ.
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຫົວໜ້າພະແນກຍຸຕິທຳແຂວງອັດຕະປື ຕ້ອນຮັບຄະນະຜູ້ແທນຈາກ ພະແນກຍຸຕິທຳແຂວງແຄ໋ງຮ່ວາ ສສ ຫວຽດນາມ | ຫົວໜ້າພະແນກຍຸຕິທຳແຂວງອັດຕະປື ຕ້ອນຮັບຄະນະຜູ້ແທນຈາກ ພະແນກຍຸຕິທຳແຂວງແທ່ງຮ່ວາ ສສ ຫວຽດນາມ |
https://www.moj.gov.la/lo/node/1185 | ໃນລະຫວ່າງວັນທີ 27ເມສາ - 3 ພຶດສະພາ 2018 ຜ່ານມານີ້ ພະແນກຍຸຕິທຳແຂວງຫຼວງພະບາງ ສົມທົບກັບ ຫ້ອງການຍຸຕິທຳເມືອງໂພນທອງ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ໃຫ້ແກ່ນາຍບ້ານ ແລະ ປະຊາຊົນ ຢູ່ 2 ກຸ່ມບ້ານ ຂອງເມືອງໂພນທອງ, ນຳພາຄະນະໂດຍທ່ານ ສຸລິພັດ ໄຊລັດສີ ຮອງຫົວໜ້າຂະແໜງກົດໝາຍ ແລະ ໂຄສະນາເຜີຍແຜ່ກົດໝາຍ ພະແນກຍຸຕິທໍາແຂວງຫຼວງພະບາງ, ສົມທົບກັບ ທ່ານ ນາງ ວິນຸດ ວົງໄຊຍາ ຮອງຫົວໜ້າພະແນກວິທະຍຸ ແລະ ໂທລະພາບ ກົມໂຄສະນາເຜີຍແຜ່ກົດໝາຍ, ມີນາຍບ້ານ ຕະຫຼອດພໍ່ແມ່ປະຊາຊົນ ຂອງ 2 ກຸ່ມບ້ານເຂົ້າຮ່ວມທັງໝົດ 1.110 ຄົນ, ຍິງ 427 ຄົນ.
ຈຸດປະສົງຂອງການລົງໂຄສະນາເຜີຍແຜ່ກົດໝາຍໃນຄັ້ງນີ້ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ ແລະ ກົດໝາຍຂອງລັດ ແລະ ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 38/ນຍ, ລົງວັນທີ 17 ຕຸລາ 2007 ກ່ຽວກັບການເອົາໃຈໃສ່ໂຄສະນາເຜີຍແຜ່, ສຶກສາອົບຮົມສ້າງສະຕິເຄົາລົບກົດໝາຍ, ກົດໝາຍທີ່ນຳມາໂຄສະນາເຜີຍແຜ່ໃນຄັ້ງນີ້ ປະກອບດ້ວຍ ກົດໝາຍວ່າດ້ວຍ ຢາເສບຕິດ, ກົດໝາຍວ່າດ້ວຍ ກຳມະສິດ, ກົດໝາຍວ່າດ້ວຍ ຄອບຄົວ, ກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ, ກົດໝາຍວ່າດ້ວຍ ການພັດທະນາ ແລະ ປົກປ້ອງແມ່ຍິງ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງຕື່ມອີກ ແນ່ໃສ່ເຮັດໃຫ້ປະຊາຊົນພາຍໃນ 2 ກຸ່ມບ້ານ ຂອງເມືອງໂພນທອງ ໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງກ່ຽວກັບເນື້ອໃນແຕ່ລະມາດຕາ ທີ່ໄດ້ກຳນົດໄວ້ໃນກົດໝາຍເຫຼົ່ານັ້ນ, ພ້ອມທັງສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍໃຫ້ທົ່ວສັງຄົມຢ່າງ ກ້ວາງຂວາງ.
ນອກນັ້ນຄະນະດັ່ງກ່າວ ຍັງໄດ້ລົງຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານຂອງຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ບ້ານແບບຢ່າງໃນການປະຕິບັດກົດໝາຍ ແລະ ວຽກງານທີ່ສຳຄັນ.
ໃນຕອນທ້າຍ ຕາງໜ້າອຳນາດການປົກຄອງບ້ານ 2 ກຸ່ມບ້ານ ຂອງເມືອງໂພນທອງ ກໍໄດ້ສະແດງຄວາມຂອບໃຈຕໍ່ຄະນະທີ່ມາຈາກພະແນກຍຸຕິທຳແຂວງ ຫຼວງພະບາງ ທີ່ໄດ້ລົງມາໃກ້ຊິດຕິດແທດຕະຫຼອດມາ ແລະ ຍັງໄດ້ນຳເອົາຄວາມຮູ້ທາງດ້ານກົດໝາຍລົງມາໂຄສະນາເຜີຍແຜ່ໃຫ້ແກ່ພໍ່ແມ່ປະຊາຊົນ ໄດ້ເຂົ້າໃຈກ່ຽວກັບບັນດາກົດໝາຍຕ່າງໆໃນຄັ້ງນີ້.
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງຫຼວງພະບາງ ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍຢູ່ 2 ກຸ່ມບ້ານ ຂອງເມືອງໂພນທອງ | ພະແນກຍຸຕິທຳແຂວງຫຼວງພະບາງ ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍຢູ່ 2 ກຸ່ມບ້ານ ຂອງເມືອງໂພນທອງ |
https://www.moj.gov.la/lo/node/1186 | ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ, ພະນັກງານ-ລັດຖະກອນ ແລະ ພະນັກງານນັກຮົບຂອງແຂວງ ແລະ ເມືອງ ພາຍໃນແຂວງອຸດົມໄຊ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບລັດຖະທຳມະນູນ ແລະ ກົດໝາຍ, ພ້ອມນັ້ນກໍເປັນການຍົກສູງບົດບາດການນໍາພາ ແລະ ການຈັດຕັ້ງປະຕິບັດວຽກງານໃຫ້ສອດ ຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ.
ໃນຕອນເຊົ້າຂອງວັນທີ 30 ເມສາ 2018 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳ ແຂວງອຸດົມໄຊ ໄດ້ຈັດພິທີເປິດຊຸດຝຶກອົບຮົມກົດໝາຍໄລຍະ 45 ວັນ ຊຸດທີ 4 ປະຈຳປີ 2018 ຂຶ້ນ ໂດຍການເປັນປະທານຂອງ ທ່ານ ຄຳແສນ ຊາວມົ້ງວື້ ຫົວໜ້າພະແນກຍຸຕິທຳແຂວງ, ມີຄະນະຮັບຜິດຊອບຊຸດຝຶກອົບຮົມ, ຄູ-ອາຈານ ຕະຫຼອດຮອດນັກສຳມະນາກອນ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ແມ່ນເລີ່ມຮຽນຢ່າງເປັນທາງການໃນວັນທີ 2 ພຶດສະພາ 2018 ຜ່ານມາ ຄູ-ອາຈານທີ່ມາສິດສອນໃນຄັ້ງນີ້ ມີຈຳນວນທັງໝົດ 18 ທ່ານ, ຍິງ 3 ທ່ານ ແລະ ນັກສຳມະນາກອນ ທີ່ມາຈາກພະແນກການອ້ອມຂ້າງແຂວງ ແລະ ສອງກອງບັນຊາການທະຫານ, ຕໍາຫຼວດແຂວງ ເຂົ້າຮ່ວມຝຶກອົບຮົມທັງໝົດ 48 ທ່ານ, ຍິງ 3 ທ່ານ, ຊຶ່ງຊຸດຝຶກອົບຮົມຄັ້ງນີ້ ແມ່ນຈະໄດ້ນຳເອົາຫຼັກສູດການຮຽນກໍຄືພາກທິດສະດີ ແລະ ພາກກົດໝາຍ ປະກອບມີ 28 ວິຊາ, 21 ໜ່ວຍກິດ, 315 ຊົ່ວໂມງ, ໃຊ້ເວລາຮຽນທັງໝົດ 45 ວັນ ຈຶ່ງຈະສຳເລັດ.
ຂ່າວ ພະແນກຍຸຕິທຳແຂວງອຸດົມໄຊ
ປັບປຸງຂ່າວ ອ່ອນຄຳ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງອຸດົມໄຊ ເປິດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ 4 ປະຈຳປີ 2018 | ພະແນກຍຸຕິທຳແຂວງອຸດົມໄຊ ເປິດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ 4 ປະຈຳປີ 2018 |
https://www.moj.gov.la/lo/node/1187 | ໃນວັນທີ 7 ພຶດສະພາ 2018 ຜ່ານມານີ້,ຢູ່ທີຫ້ອງປະຊຸມຂອງພະແນກຍຸຕິທຳແຂວງ ອຸດົມໄຊ, ຄະນະນຳຂອງກະຊວງຍຸຕິທໍາໄດ້ລົງເຄື່ອນໄຫວພົບປະ ແລະ ເຮັດວຽກຮ່ວມກັບພະແນກຍຸຕິທຳແຂວງ ອຸດົມໄຊ ຊຶ່ງນຳພາໂດຍ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທໍາ ໂດຍການຕ້ອນຮັບຂອງທ່ານ ຄຳແສນ ຊາວມົ້ງວື ຫົວໜ້າ ພະແນກຍຸຕິທໍາແຂວງ ອຸດົມໄຊ, ມີຜູ້ຕາງໜ້າຈາກບັນດາກົມທີ່ກຽ່ວຂ້ອງຂອງກະຊວງຍຸຕິທຳ ຕະຫຼອດຮອດພະນັກງານ-ລັດຖະກອນຂອງພະແນກຍຸຕິທຳແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ຄຳແສນ ຊາວມົ້ງວື ເລຂາຄະນະພັກຮາກຖານ ຫົວໜ້າພະແນກຍຸຕິທຳແຂວງ ອຸດົມໄຊ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ໃນໄລຍະຜ່ານມາ ພ້ອມທັງຍົກໃຫ້ເຫັນດ້ານດີ ແລະ ດ້ານອ່ອນ, ຂໍ້ຄົງຄ້າງ ຈຳນວນໜຶ່ງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ, ພ້ອມດຽວກັນນີ້ ຜູ້ຕາງໜ້າກົມທະບຽນສານ, ກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ກົມສົ່ງເສີມລະບົບຍຸຕິທຳ ແລະ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຂອງກະຊວງຍຸຕິທໍາ ກໍໄດ້ຂຶ້ນອະທິບາຍຊີ້ແຈງ, ແກ້ຂໍ້ຂ້ອງໃຈບາງບັນຫາ, ວິທີການ, ມາດຕະການທີ່ເໝາະສົມຖືກຕ້ອງ, ສອດຄ່ອງ ແລະ ແທດເໝາະກັບການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃຫ້ແກ່ພະນັກງານ-ລັດຖະກອນຂອງພະແນກຍຸຕິທຳແຂວງ ອຸດົມໄຊ ເພື່ອແນ່ໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ໄດ້ເຄື່ອນໄຫວຢ່າງມີປະສິດທິພາບ ແລະ ປະສົບຜົນສຳເລັດຕາມແຜນການທີ່ວາງໄວ້.
ຕອນທ້າຍທິພີ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທໍາ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກບາງບັນຫາ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການເຄື່ອນໄຫວວຽກງານຍຸຕິທຳຮາກຖານໃນໄລຍະຜ່ານມາຂອງຄະນະພັກ-ຄະນະນຳແລະ ພະນັກງານ-ລັດຖະກອນຂອງພະແນກຍຸຕິທຳແຂວງອຸດົມໄຊ ພ້ອມນັ້ນ ທ່ານຍັງເນັ້ນໃຫ້ຄະນະພັກ ແລະ ພະນັກງານ-ລັດຖະກອນຂອງພະແນກຍຸຕິທຳແຂວງ ຕ້ອງໄດ້ເພີ່ມທະວີຄວາມສາມັກຄີທັງພາຍໃນ ແລະ ພາຍນອກ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ມີຄວາມໜັກແໜ້ນຕໍ່ເນື່ອງ ແລະ ຖືເປັນບັນຫາສຳຄັນ, ໂຄສະນາເຜີຍແຜ່ບັນດານິຕິກຳ ກົດໝາຍ ແລະ ລະບຽບການຕ່າງໆໃຫ້ຕໍ່ເນື່ອງ, ກວ້າງຂວາງ ແລະ ທົ່ວເຖິງ, ສືບຕໍ່ປັບປຸງແບບແຜນວິທີການນຳພາ-ເຮັດວຽກໃຫ້ມີບາດກ້າວໃໝ່ ແລະ ທັນສະໄໝ ຕິດພັນກັບການບຳລຸງກໍ່ສ້າງພະນັກງານສືບທອດປຽ່ນແທນ, ພະນັກງານວິຊາການທີ່ມີຄວາມຊຳນານງານ, ສາມາດຕອບສະໜອງ ແລະ ບໍລິການດ້ານກົດໝາຍ ຕາມທິດສາມສ້າງທີ່ພັກ-ລັດວາງອອກໃຫ້ປະກົດຜົນເປັນຈິງ.
ຂ່າວ ພະແນກຍຸຕິທຳແຂວງອຸດົມໄຊ
ປັບປຸງ ອ່ອນຄຳ ໄຊຍະວົງ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຄະນະນຳຂອງກະຊວງຍຸຕິທຳ ໄດ້ລົງເຄື່ອນໄຫວພົບປະ ແລະ ເຮັດວຽກຮ່ວມກັບ ພະແນກຍຸຕິທຳແຂວງອຸດົມໄຊ | ຄະນະນຳຂອງກະຊວງຍຸຕິທຳ ໄດ້ລົງເຄື່ອນໄຫວພົບປະ ແລະ ເຮັດວຽກຮ່ວມກັບ ພະແນກຍຸຕິທຳແຂວງອຸດົມໄຊ |
https://www.moj.gov.la/lo/node/1188 | ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 14-ພຶດສະພາ-2018ເລກທີຂອງເອກະສານ: 1
Video Link
ລາຍການເພື່ອສັງຄົມຍຸຕິທຳ 13/5/2018 | ລາຍການເພື່ອສັງຄົມຍຸຕິທຳ 13/5/2018 |
https://www.moj.gov.la/lo/node/1189 | ເພື່ອປະຕິບັດຕາມແຜນຍຸດທະສາດການສ້າງລັດທີ່ປົກຄອງດ້ວຍກົດໝາຍ ກໍຄືແຜນການວຽກງານຍຸຕິທຳຮາກຖານ ທີ່ທາງກະຊວງຍຸຕິທຳວາງອອກ ພະແນກຍຸຕິທຳແຂວງສະຫວັນນະເຂດ ສົມທົບກັບການນຳຂອງເມືອງ ພະລານໄຊ ແລະ ຫ້ອງການຍຸຕິທຳເມືອງ ໄດ້ກຳນົດແຜນການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ໂດຍສະເພາະວຽກງານການຮຽນ-ສອນ ກົດໝາຍຊັ້ນຕົ້ນ ປະຈຳປີ 2018 ຊຶ່ງໄດ້ກຳນົດເອົາ ກຸ່ມບ້ານ ບຶງທະເລ (ກຸ່ມທີ 3) ຂອງເມືອງ ພະລານໄຊ ເປັນຈຸດເປີດການຮຽນ-ການສອນກົດໝາຍ ຊັ້ນຕົ້ນ.
ມາໃນວັນທີ 11 ພຶດສະພາ 2018 ເມືອງພະລານໄຊ ໄດ້ເປີດການຮຽນ-ການສອນ ກົດໝາຍຊັ້ນຕົ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ກົງແກ້ວ ມີວໍລະຈັກ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ພະລານໄຊ ພ້ອມດ້ວຍ ທ່ານ ມະນີວັນ ແກ້ວພິກຸນ ຮອງເລາຂາໜ່ວຍພັກ, ຮອງຫົວໜ້າພະແນກຍຸຕິທຳແຂວງ, ເຂົ້າຮ່ວມຄັ້ງນີ້ ປະກອບດ້ວຍບັນດາແຂກທີ່ມາຈາກຫ້ອງການອ້ອມຂ້າງເມືອງ, ຫ້ອງການຍຸຕິທຳເມືອງ ແລະ ຄູ-ອາຈານ ພ້ອມດ້ວຍນັກສຳມະນາກອນກົດໝາຍຊັ້ນຕົ້ນ ທີ່ມາຈາກບ້ານ, ກຸ່ມບ້ານ ແລະ ພະນັກງານຫຼັກແຫຼ່ງຂອງຫ້ອງການພາຍໃນເມືອງ ພະລານໄຊ.
ທ່ານ ນິນທາ ອິນທະສອນ, ຫົວໜ້າຫ້ອງການຍຸຕິທຳເມືອງ ພະລານໄຊ ໄດ້ຜ່ານບົດສະຫຼຸບລາຍງານການກະກຽມຄວາມພ້ອມໃນເປີດຮຽນ-ສອນ ກົດໝາຍຊັ້ນຕົ້ນ ລະບົບ 3 ເດືອນປະຈຳປີ 2018 ແລ້ວ, ຊຶ່ງໃນຄັ້ງນີ້ມີຈຳນວນຜູ່ເຂົ້າຮຽນຕົວຈິງ 31 ຄົນ, ຍິງ 8 ຄົນ ໃນນີ້ມີພະນັກງານອ້ອມຂ້າງເມືອງ ຈຳນວນ 5 ຄົນ, ຍິງ 3 ຄົນ.
ພາຍຫຼັງທີ່ທ່ານຫົວໜ້າຫ້ອງການຍຸຕິທຳເມືອງ ຜ່ານບົດສະຫຼຸບລາຍງານສຳເລັດແລ້ວ, ທ່ານຮອງຫົວໜ້າພະແນກຍຸຕິທຳແຂວງ ສະຫວັນນະເຂດ ແລະ ທ່ານເຈົ້າເມືອງ ພະລານໄຊ ກໍໄດ້ໃຫ້ກຽດເປີດການຮຽນ-ການສອນ ຢ່າງເປັນທາງການ ພ້ອມທັງປະກອບຄຳເຫັນໂອ້ລົມ ຊຶ່ງໄດ້ເນັ້ນໜັກໃຫ້ບັນດາຄູອາຈານ ແລະ ນັກສຳມະນາກອນກົດໝາຍຊັ້ນຕົ້ນຈົ່ງໄດ້ພ້ອມກັນເອົາໃຈໃສ່ປະຕິບັດໂມງເວລາຢ່າງເປັນເຈົ້າການ, ຕັ້ງໜ້າຄົ້ນຄ້ວາຮໍ່າຮຽນດ້ວຍຄວາມຮັບຜິດຊອບສູງ, ເອົາໃຈໃສ່ແລກປ່ຽນບົດຮຽນຈາກບັນດາຄູ-ອາຈານດ້ວຍຄວາມຫ້າວຫັນ, ອົດທົນຜ່ານທຸກຄວາມຫຍຸ້ງຍາກນາໆປະການ ເພື່ອເຮັດສຳເລັດໜ້າທີ່ວຽກງານທີ່ພັກ-ລັດມອບໝາຍໃຫ້ ໃນຊຸດຮຽນ-ສອນກົດໝາຍຊັ້ນຕົ້ນໄດ້ເປັນຢ່າງດີ.
ປະເພດຂ່າວ: ກອງປະຊຸມ-ສຳມະນາ | ເມືອງ ພະລານໄຊ ເປີດການຮຽນ - ການສອນກົດໝາຍຊັ້ນຕົ້ນ ຊຸດທີ IV ປີ 2018 |
https://www.moj.gov.la/lo/node/1190 | ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 16-ພຶດສະພາ-2018ເລກທີຂອງເອກະສານ: 1
Video Link
ລາຍການຄວາມຮູ້ທາງກົດໝາຍ 11/5/2018 | ລາຍການຄວາມຮູ້ທາງກົດໝາຍ 11/5/2018 |
https://www.moj.gov.la/lo/node/1191 | ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 16-ພຶດສະພາ-2018ເລກທີຂອງເອກະສານ: 1
Video Link
ລາຍການຄວາມຮູ້ທາງກົດໝາຍ 14/5/2018 | ລາຍການຄວາມຮູ້ທາງກົດໝາຍ 14/5/2018 |
https://www.moj.gov.la/lo/node/1192 | ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 16-ພຶດສະພາ-2018ເລກທີຂອງເອກະສານ: 1
Video Link
ລາຍການຄວາມຮູ້ທາງກົດໝາຍ 16/5/2018 | ລາຍການຄວາມຮູ້ທາງກົດໝາຍ 16/5/2018 |
https://www.moj.gov.la/lo/node/1193 | ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 18-ພຶດສະພາ-2018ເລກທີຂອງເອກະສານ: 1
Video Link
ລາຍການຄວາມຮູ້ທາງກົດໝາຍ 18/5/2018 | ລາຍການຄວາມຮູ້ທາງກົດໝາຍ 18/5/2018 |
https://www.moj.gov.la/lo/node/1194 | ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 21-ພຶດສະພາ-2018ເລກທີຂອງເອກະສານ: 1
Video Link
ລາຍການຄວາມຮູ້ທາງກົດໝາຍ 21/5/2018 | ລາຍການຄວາມຮູ້ທາງກົດໝາຍ 21/5/2018 |
https://www.moj.gov.la/lo/node/1195 | ເພື່ອຈັດຕັ້ງຜັນຂະຫຍາຍມະຕິກົມການເມືອງສູນກາງພັກ ສະບັບເລກທີ 032/ກມສພ, ລົງວັນທີ 3 ມັງກອນ 2018 ແລະ ບົດແນະນຳຂອງຄະນະສູນກາງພັກ ສະບັບເລກທີ 292/ຄຈສພ, ລົງວັນທີ 26 ເມສາ 2018 ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານ ນຳພາ-ຄຸ້ມຄອງ.
ໃນຕອນເຊົ້າຂອງວັນທີ 21 ພຶດສະພາ 2018 ຢູ່ທີ່ສະໂມສອນກະຊວງຍຸຕິທຳ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານ ນຳພາ-ຄຸ້ມຄອງ ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາສະຫາຍກຳມະການຄະນະພັກກະຊວງ, ຮອງລັດຖະມົນຕີ, ເລຂາ, ຮອງເລຂາໜ່ວຍພັກ ພ້ອມດ້ວຍສະມາຊິກພັກ, ພະນັກງານທີ່ຢູ່ໃນການຄຸ້ມຄອງຂອງໜ່ວຍພັກ, ພະນັກງານບຳນານອະດີດຮອງລັດຖະມົນຕີ ທີ່ຂຶ້ນກັບກະຊວງຍຸຕິທຳ ແລະ ທ່ານຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມທັງໝົດ 121 ສະຫາຍ.
ຈຸດປະສົງກອງປະຊຸມໃນຄັ້ງນີ້ ເພື່ອເປັນການສ້າງແຜນກຳນົດພະນັກງານ ນຳພາ-ຄຸ້ມຄອງ ຂອງກະຊວງຍຸຕິທຳ ຊຶ່ງເປັນວຽກງານໜຶ່ງ ທີ່ມີຄວາມໝາຍສຳຄັນ ເປັນພື້ນຖານຂອງວຽກງານກໍ່ສ້າງພະນັກງານ, ຮັບປະກັນການຫັນວຽກດັ່ງກ່າວໃຫ້ດຳເນີນຕາມລະບຽບແບບແຜນ ເພື່ອຕອບສະໜອງໜ້າທີ່ການເມືອງຂອງພັກ-ລັດ ໃນສະເພາະໜ້າ ແລະ ຍາວນານ, ເປັນການຫັນຍຸດທະສາດ ກ່ຽວກັບວຽກງານພະນັກງານ, ການສ້າງໂຄງການສັງລວມພື້ນຖານໃຫ້ແກ່ການສ້າງແຜນກໍ່ສ້າງ-ບຳລຸງພະນັກງານ ໃຫ້ມີຄວາມຮູ້, ຄວາມສາມາດທາງດ້ານວິຊາການກົດໝາຍ ແລະ ມີຄວາມໜັກແໜ້ນທາງດ້ານແນວຄິດການເມືອງ ສາມາດຄາດຄະເນສັບຊ້ອນ ແລະ ຈັດວາງພະນັກງານ ຢ່າງສົມເຫດສົມຜົນ ແລະ ຮັບປະກັນຕາມທິດຫັນເປັນໝຸ່ມເທື່ອລະກ້າວ.
ໃນກອງປະຊຸມ ສະຫາຍ ໄຊສີ ສັນຕິວົງ ປະທານກອງປະຊຸມ ໄດ້ໃຫ້ກຽດເຜີຍແຜ່ ມະຕິກົມການເມືອງສູນກາງພັກ ສະບັບເລກທີ 032/ກມສພ ວ່າດ້ວຍ ວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ມະຕິສະບັບເລກທີ 030/ກມສພ ວ່າດ້ວຍ ມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ. ພາຍຫຼັງທີ່ໄດ້ຮັບຟັງການເຜີຍແຜ່ແລ້ວ ຄະນະຮັບຜິດຊອບ ກໍໄດ້ດຳເນີນການທາບທາມ ຊຶ່ງການທາບທາມ ປະກອບດ້ວຍ III ຮອບ ຄື: ການທາບທາມຮອບທີ I ແມ່ນຂັ້ນຫົວໜ້າພະແນກຂຶ້ນໄປ ມີສິດປ່ອນບັດທາບທາມ; ຮອບທີ II ແມ່ນຂັ້ນຄະນະໜ່ວຍພັກຂຶ້ນໄປ ມີສິດປ່ອນບັດທາບທາມ ແລະ ຮອບທີ III ແມ່ນຂັ້ນຄະນະພັກກະຊວງ. ຫຼັງຈາກນັ້ນ, ຈະໄດ້ສັງລວມຄະແນນ ແລະ ເຜີຍແຜ່ຜົນຂອງການທາບທາມ ຄັ້ງທີ III ໃຫ້ຄະນະປະຈຳ ແລະ ຄະນະນໍາກະຊວງຊາບ ເພື່ອກຳນົດຈຳນວນພະນັກງານນຳພາ-ຄຸ້ມຄອງ ເຂົ້າໃນແຜນການກໍ່ສ້າງພະນັກງານ ຂອງກະຊວງຍຸຕິທຳ ໃນຂັ້ນຕໍ່ໄປ.
ກອງປະຊຸມ ຈະໄດ້ດຳເນີນເປັນເວລາ 2 ວັນ ແລະ ຈະປິດລົງ ໃນວັນທີ 22 ພຶດສະພາ 2018.
ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມສ້າງແຜນກຳນົດພະນັກງານ ນຳພາ-ຄຸ້ມຄອງ ຂອງກະຊວງຍຸຕິທຳ | ກອງປະຊຸມສ້າງແຜນກຳນົດພະນັກງານ ນຳພາ-ຄຸ້ມຄອງ ຂອງກະຊວງຍຸຕິທຳ |
https://www.moj.gov.la/lo/node/1197 | ໃນວັນທີ 25 ພຶດສະພາ 2018 ກຸ່ມແພ່ງ ແລະ ເສດຖະກິດ ຮ່ວມກັບໂຄງການພັດທະນາຊັບພະກອນມະນຸດ ໃນຂົງເຂດຍຸຕິທຳ ແຫ່ງ ສປປ ລາວ ໄລຍະ II (ອົງການ ໄຈກາ) ໄດ້ຈັດກອງປະຊຸມເຜີຍແຜ່ ປຶ້ມອະທິບາຍກົດໝາຍວ່າດ້ວຍ ແຮງງານ ຂຶ້ນທີ່ໂຮງແຮມ ແລນມາກ, ໂດຍການເຂົ້າຮ່ວມ ແລະ ເປັນປະທານຮ່ວມ ລະຫວ່າງ ທ່ານ ສົມສັກ ໄຕບຸນລັກ ປະທານສານປະຊາຊົນພາກກາງ ແລະ ທ່ານ ຄະຊຶໂນຣິ ອິຣິເອ ຜູ້ຊ່ຽວຊານດ້ານກົດໝາຍ ປະຈຳໂຄງການ ໄຈກາ, ມີຜູ້ເຂົ້າຮ່ວມຈາກ ບັນດາກະຊວງ, ອົງການລັດທຽບເທົ່າ, ຂະແໜງການທີ່ກ່ຽວຂ້ອງ ໃນຂົງເຂດ ແຮງງານ, ບັນດາສະມາຊິກກຸ່ມແພ່ງ ແລະ ເສດຖະກິດ (ຈາກພາກສ່ວນ ກະຊວງຍຸຕິທຳ, ອົງການ ໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ, ນອກຈາກນີ້ ຍັງມີຂະແໜງການທີ່ຮັບຜິດຊອບໃນການປະຕິບັດຕົວຈິງ ຄື: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ສູນກາງກຳມະບານລາວ) ພ້ອມດ້ວຍ ກອງເລຂາໂຄງການ ໄຈກາ ເຂົ້າຮ່ວມທັງໝົດ 50 ທ່ານ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອເຜີຍແຜ່ເນື້ອໃນປຶ້ມອະທິບາຍກົດໝາຍວ່າດ້ວຍ ແຮງງານ ແລະ ສ້າງຄວາມເຂົ້າໃຈເປັນເອກະພາບກັນໃນການຈັດຕັ້ງປະຕິບັດ ໃຫ້ແກ່ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອປົກປ້ອງສິດ ຜົນປະໂຫຍດອັນຊອບທຳ ຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ຢູ່ ສປປ ລາວ.
ປຶ້ມອະທິບາຍກົດໝາຍວ່າດ້ວຍ ແຮງງານ ປະກອບມີ 7 ບົດ ຄື: ບົດທີ 1 ແມ່ນຄວາມຮູ້ທົ່ວໄປ ກ່ຽວກັບກົດໝາຍວ່າດ້ວຍແຮງງານ; ບົດທີ 2: ສັນຍາແຮງງານ; ບົດທີ 3: ເວລາເຮັດວຽກ, ການພັກ ຜ່ອນ, ການພັກວຽກ ແລະ ການລາພັກ; ບົດທີ 4: ເງິນເດືອນ ຫຼື ຄ່າແຮງງານ; ບົດທີ 5: ຄວາມປອດໄພ ແລະ ສຸຂະພາບແຮງງານ; ບົດທີ 6: ການແກ້ໄຂຂໍ້ຂັດແຍ່ງທາງດ້ານແຮງງານ ແລະ ບົດທີ 7: ແຮງງານລາວ ຢູ່ຕ່າງປະເທດ ແລະ ແຮງານຕ່າງປະເທດ ຢູ່ ສປປ ລາວ. ປຶ້ມຄູ່ມືນີ້ ແມ່ນໝາກຜົນຂອງການຮວບໂຮມດ້ານທິດສະດີກົດໝາຍ, ລະບຽບການທີ່ກ່ຽວຂ້ອງຂອງອົງການແຮງງານ, ລະ ບຽບການຂອງສາກົນ ແລະ ການປະຕິບັດຕົວຈິງ ທີ່ເກີດຂຶ້ນໃນຂົງເຂດແຮງງານ ໂດຍກຸ່ມແພ່ງ ແລະ ເສດຖະກິດ ໄດ້ໃຊ້ຄວາມພະ ຍາຍາມ, ສະຕິປັນຍາເຂົ້າໃນການຄົ້ນຄ້ວາ, ວິເຄາະບັນຫາແຮງງານ ດ້ວຍການແບ່ງເປັນກຸ່ມຍ່ອຍ ແລະ ໄດ້ຈັດກອງປະຊຸມພາຍໃນ ແລະ ນອກສະຖານທີ່ຮ່ວມກັນຫຼາຍຄັ້ງ, ລວມທັງການປັບປຸງ ແລະ ກວດແກ້ຈາກຄະນະຊີ້ນໍາລວມ ແລະ ຄະນະບໍລິຫານໂຄງການ ຈຶ່ງສາມາດບັນລຸເນື້ອໃນທີ່ເປັນເອກະພາບກັນ ແລະ ນໍາມາໂຮມໄວ້ໃນປຶ້ມຄູ່ມືເຫຼັ້ມດັ່ງກ່າວ. ພາຍຫຼັງທີ່ເຜີຍແຜ່ເນື້ອໃນແລ້ວ ສະມາຊິກກຸ່ມແພ່ງ ແລະ ບັນດາສຳມະນາກອນ ກໍໄດ້ຮ່ວມກັນສົນທະນາ, ຖາມ-ຕອບ ທີ່ກ່ຽວຂ້ອງກັບບັນຫາແຮງງານ ຢ່າງກົງໄປກົງໄປ ດ້ວຍບັນຍາກາດຟົດຟື້ນ.
ປຶ້ມຄູ່ມືນີ້ ຈະເປັນປະໂຫຍດສຳຄັນ ທີ່ນໍາໃຊ້ສຳລັບຜູ້ອອກແຮງງານ, ຜູ້ໃຊ້ແຮງງານ, ອົງການຜູ້ຕາງໜ້າຜູ້ໃຊ້ແຮງງານ ແລະ ອົງການຜູ້ຕາງໜ້າຜູ້ອອກແຮງງານ, ພະນັກງານຂະແໜງການແຮງງານ ແລະ ສະຫວັດດີການສັງຄົມ ລວມທັງຂະແໜງການຍຸຕິທຳ ເພື່ອນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານ ແລະ ສ້າງຄວາມເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດ.
ຂຽນຂ່າວ-ຖ່າຍພາບ: ກົມໂຄສະນາເຜີຍແຜ່ກົດໝາຍ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມເຜີຍແຜ່ ປື້ມຄູ່ມືອະທິບາຍກົດໝາຍວ່າດ້ວຍ ແຮງງານ ຄັ້ງທີ 1 | ກອງປະຊຸມເຜີຍແຜ່ ປື້ມຄູ່ມືອະທິບາຍກົດໝາຍວ່າດ້ວຍ ແຮງງານ ຄັ້ງທີ 1 |
https://www.moj.gov.la/lo/node/1200 | ໃນວັນທີ 25 ພຶດສະພາ 2018 ຜ່ານມາ ນຳພາໂດຍ ທ່ານ ຄຳສອນ ສີຫາລາດ ວ່າການຫົວຫນ້າຫ້ອງການຍຸຕິທຳເມືອງ ໄຊຈຳພອນ, ມີຮອງຫົວໜ້າໜ່ວຍງານ, ວິຊາການຫ້ອງການ ແລະ ນັກຮຽນກົດໝາຍຊັ້ນຕົ້ນຂອງບ້ານ, ພ້ອມດ້ວຍຄະນະບ້ານ, ຄະນະໜ່ວຍແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ຈຳນວນພົນເຂົ້າຮ່ວມຮັບຟັງທັງໝົດມີ 30 ທ່ານ, ເປັນຍິງ 5 ທ່ານ.
ຈຸດປະສົງ ການລົງເຄື່ອນໄຫວໃນຄັ້ງນີ້ ແມ່ນເພື່ອລົງໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນໄດ້ຮັບຮູ້, ເຂົ້າໃຈ ເນື້ອໃນກົດໝາຍ ສົມທົບກັບການຈັດຕັ້ງປະຕິບັດຕົວຈິງ ຊຶ່ງກົດໝາຍທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ມີ 3 ກົດໝາຍຄື: ກົດໝາຍວ່າດ້ວຍ ຄອບຄົວ, ກົດໝາຍວ່າດ້ວຍ ຢາເສບຕິດ ແລະ ກົດໝາຍ ອາຍາ ຫຼັງຈາກທີ່ພໍ່ແມ່ປະຊາຊົນພາຍໃນບ້ານ ໄດ້ຮັບຟັງການເຜີຍແຜ່ກົດໝາຍແລ້ວ, ຄະນະຮັບຜິດຊອບ ກໍໄດ້ປະກາດຜົນຂອງການແຕ່ງຕັ້ງຄະນະແກ້ໄຂຂໍ້ຂັດແຍ່ງຂອງບ້ານໂພນຄຳ ຊຸດໃໝ່ ພ້ອມທັງ ໄດ້ບຳລຸງ ພາລະບົດບາດ, ສິດ ແລະ ໜ້າທີ່ໃຫ້ຄະນະດັ່ງກ່າວ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດວຽກງານໃຫ້ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ. ພ້ອມທັງ ໄດ້ມອບຮ່າງສະຖິຕິຄອບຄົວ ແລະ ບ້ານແບບຢ່າງໃນການປະຕິບັດກົດໝາຍ, ຮ່າງເກັບກຳຂໍ້ຂັດແຍ່ງຂັ້ນບ້ານ, ຮ່າງສະຖິຕິການເອົາເດັກມາເປັນລູກລ້ຽງໃຫ້ເກັບກຳແລ້ວ ສົ່ງໃຫ້ການຍຸຕິທຳເມືອງໃຫ້ທັນຕາມກຳນົດເວລາ. ນອກນັ້ນ ຄະນະຫ້ອງການຍຸຕິທຳເມືອງ ຍັງໄດ້ມອບປື້ມກົດໝາຍຈຳນວນໜຶ່ງໃຫ້ຄະນະບ້ານ, ຄະນະໜ່ວຍແກ້ໄຂຂໍ້ຂັດແຍ່ງ ເພື່ອເປັນຄູ່ມືໃນປະຕິບັດໜ້າທີ່ວຽກງານດັ່ງກ່າວ.
ຂຽນຂ່າວ-ຖ່າຍພາບ: ສົມໃຈ ຫວ່າງ ຈາກຫ້ອງການຍຸຕິທຳເມືອງ ໄຊຈຳພອນ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ລົງໂຄສະນາເຜີຍແຜ່ກົດໝາຍ ແລະ ຊຸກຍູ້ວຽກ ງານຍຸຕິທຳຮາກຖານ ຢູ່ບ້ານໂພນຄຳ. | ຫ້ອງການຍຸຕິທຳເມືອງ ໄຊຈຳພອນ ແຂວງບໍລິຄຳໄຊ ລົງໂຄສະນາເຜີຍແຜ່ກົດໝາຍ ແລະ ຊຸກຍູ້ວຽກ ງານຍຸຕິທຳຮາກຖານ ຢູ່ບ້ານໂພນຄຳ. |
https://www.moj.gov.la/lo/node/1201 | ໃນລະຫວ່າງວັນທີ 23-26 ພຶດສະພາ 2018 ຜ່ານມາ. ກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ ໄດ້ປະສານສົມທົບກັບຄະນະຮັບຜິດຊອບຈາກແຂວງບໍລິຄຳໄຊ ໄດ້ລົງເຄື່ອນໄຫວຈັດຕັ້ງປະຕິບັດແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລຳເນົາ ຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກຕ້ອງຕາມກົດໝາຍ ຢູ່ຕາມບໍລິເວນຊາຍແດນ ລາວ-ຫວຽດນາມ ຢູ່ ບ້ານນໍ້າມືດ ແລະ ບ້ານ ໂພນໂຮມ, ເມືອງວຽງທອງ ໂດຍການເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງ ວຽງທອງ, ມີພະນັກງານຈາກກະຊວງຍຸຕິທຳ, ພະແນກຍຸຕິທຳແຂວງ ແລະ ຫ້ອງການຍຸຕິທຳເມືອງ ເຂົ້າຮ່ວມ ຈຳນວນ 25 ທ່ານ, ຍິງ 3 ທ່ານ.
ການລົງເຄື່ອນໄຫວຄັ້ງນີ້ ແມ່ນເພື່ອຈົດທະບຽນສັນຊາດໃຫ້ປະຊາຊົນຜູ້ທີ່ຕັ້ງພູມລຳເນົາບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ໃນເຂດບ້ານນ້ຳມືດ ຈຳນວນ 9 ຄອບຄົວ ແລະ ບ້ານ ໂພນໂຮມ ຈຳນວນ 27 ຄອບຄົວ.
ຫຼັງຈາກນັ້ນ, ທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງ ວຽງທອງ ໄດ້ມີຄຳເຫັນໂອ້ລົມຕໍ່ພໍ່ແມ່ປະຊາຊົນຈາກສອງບ້ານ ເພື່ອເປັນກຳລັງໃຈ ແລະ ພ້ອມທັງແນະນຳການດຳລົງຊີວິດພາຍໃນບ້ານ ໃຫ້ມີຄວາມສະຫົງບສຸກ ແລະ ປາສະຈາກຫ່າງໄກຈາກສິ່ງທີ່ຜິດກົດໝາຍ.
ຂຽນຂ່າວ-ຖ່າຍພາບ: ບຸນເລີດ ຈາກພະແນກຍຸຕິທຳແຂວງ ບໍລິຄຳໄຊ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ລົງເຄື່ອນໄຫວຈົດທະບຽນສັນຊາດ ຢູ່ ເມືອງວຽງທອງ | ໜ່ວຍງານວິຊາການ ແຂວງບໍລິຄຳໄຊ ລົງເຄື່ອນໄຫວຈົດທະບຽນສັນຊາດ ຢູ່ ເມືອງວຽງທອງ |
https://www.moj.gov.la/lo/node/1202 | ຕອນເຊົ້າຂອງວັນທີ 21 ພຶດສະພາ 2018 ຜ່ານມາ, ຢູ່ທີ່ຫໍປະຊຸມກຸ່ມບ້ານຫາດໝວກ, ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຈັດພິທີປິດ ຊຸດຝຶກອົບຮົມກົດໝາຍຊັ້ນຕົ້ນ 3 ເດືອນໃຫ້ແກ່ຄະນະພັກຮາກຖານກຸ່ມຫາດໝວກ ຊຸດທີ VIII ຂອງເມືອງ, ໂດຍການເປັນປະທານຂອງ ທ່ານ ໄຊປະເສີດ ໄພສານ ກຳມະການພັກເມືອງ, ຫົວໜ້າຫ້ອງການຍຸຕິທໍາເມືອງ ເປັນກຽດເຂົ້າຮ່ວມໂດຍທ່ານ ທອງວັນ ຮັກພາສິດ ຄະນະປະຈຳພັກເມືອງ, ຫົວໜ້າຫ້ອງວ່າການປົກຄອງເມືອງ, ມີທ່ານ ນາງ ຂັນຄຳ ແກ້ວໄກສອນ ຮອງຫົວໜ້າພະແນກຍຸຕິທຳແຂວງ ບໍ່ແກ້ວ, ມີບັນດາຄະນະພັກຮາກຖານ, ອຳນາດການປົກຄອງບ້ານ, ສຳມະນາກອນເຂົ້າຮ່ວມຈຳນວນ 100 ຄົນ.
ໃນພິທີ ທ່ານ ໄຊປະເສີດ ໄພສານ ກຳມະການພັກເມືອງ, ຫົວໜ້າຫ້ອງການຍຸຕິທໍາເມືອງ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດຫຼັກສູດໂຄງການ, ການຮຽນ-ການສອນກົດໝາຍຊັ້ນຕົ້ນໄລຍະ 3 ເດືອນ ຊຶ່ງໄດ້ດຳເນີນມາແຕ່ວັນທີ 27 ກຸມພາ 2018 ແລະ ໄດ້ສຳເລັດຕາມແຜນການທີ່ວາງໄວ້. ໃນນີ້ ເປົ້າໝາຍຜູ້ເຂົ້າຮຽນ ແມ່ນໄດ້ຄະນະພັກຮາກຖານ, ພະນັກງານປະຈຳກຸ່ມບ້ານ, ເລຂາ-ຮອງເລຂາໜ່ວຍພັກຮາກຖານ, ອົງການຈັດຕັ້ງຂອງບ້ານທີ່ນອນຢູ່ໃນ 5 ໜ່ວຍງານຫຼັກຂອງບ້ານ ເຂົ້າຝຶກອົບຮົມທັງໝົດ 42 ຄົນ, ຍິງ 5 ຄົນ. ການຮຽນ-ການສອນ ແມ່ນປະຕິບັດຕາມຫຼັກສູດກົດໝາຍຊັ້ນຕົ້ນ ຊຶ່ງຄະນະຮັບຜິດຊອບ ແລະ ສຳມະນາກອນ ໄດ້ພ້ອມກັນເອົາໃຈໃສ່ຄົ້ນຄ້ວາ, ຍົກເອົາບັນຫາຕ່າງໆມາແລກປ່ຽນສົນທະນານຳກັນ ໂດຍສົມທຽບ ລະຫ່ວາງ ດ້ານທິດສະດີ ແລະ ການຈັດຕັ້ງປະຕິບັດຕົວຈິງ. ເນື້ອໃນເອກະສານ ປະກອບມີ 4 ພາກ, ມີ 37 ວິຊາຮຽນ 30 ໜ່ວຍກິດ, 450 ຊົ່ວໂມງ ຄື: ພາກວິຊາຄວາມຮູ້ທົ່ວໄປ ມີ 6 ວິຊາ, ພາກຄວາມຮູ້ກ່ຽວກັບກົດໝາຍ ມີ 29 ວິຊາ, ພາກຄວາມຮູ້ກ່ຽວກັບວຽກງານຍຸຕິທຳຮາກຖານ ມີ 1 ວິຊາ ແລະ ພາກຄວາມຮູ້ກ່ຽວກັບ ການແຕ່ງເອກະສານ ມີ 1 ວິຊາ.
ໂອກາດດຽວກັນນີ້ ທ່ານ ທອງວັນ ຮັກພາສິດ ຄະນະປະຈຳພັກເມືອງ ຫົວໜ້າຫ້ອງວ່າການປົກຄອງເມືອງ ໄດ້ມີຄຳເຫັນຊີ້ນຳໃນໂອກາດເຂົ້າຮ່ວມພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ໃນຄັ້ງນີ້ວ່າ: ເນື້ອແທ້ກໍແມ່ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ, ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 46/ນຍ ວ່າດ້ວຍການເພີ່ມທະວີເອົາໃຈໃສ່ຕໍ່ວຽກງານຍຸຕິທຳຮາກຖານ ໃນການຈັດຕັ້ງປະຕິບັດ 4 ເນື້ອໃນ 4 ຄາດໝາຍ 4 ບຸກທະລຸ ຕິດພັນກັບວຽກງານ 3 ສ້າງ ຕາມພາລະບົດບາດຂອງຂະແໜງຍຸຕິທຳ, ເປັນຂີດໝາຍໃຫ້ແກ່ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ໂດຍແມ່ນປະຊາຊົນ ແລະ ເພື່ອປະຊາຊົນ ຫັນການບໍລິຫານການປົກຄອງໄປສູ່ກົດໝາຍ ແລະ ລະບຽບການເທື່ອລະກ້າວ. ພ້ອມກັນນັ້ນ ທ່ານຍັງໄດ້ເນັ້ນໜັກ ແລະ ຮຽກຮ້ອງໃຫ້ນັກສຳມະນາກອນທຸກພາກສ່ວນ ຈົ່ງພ້ອມກັນສືບຕໍ່ຄົ້ນຄ້ວາ, ຜັນຂະຫຍາຍຜົນຂອງການຮຽນໃນຄັ້ງນີ້ ເພື່ອນຳໄປໜູນໃຊ້ຢູ່ທ້ອງຖີ່ນຂອງຕົນ. ໂດຍສະເພາະ ແມ່ນໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ໄປຄຽງຄູ່ກັບການສຶກສາອົບຮົມການເມືອງແນວຄິດ, ຮີດຄອງປະເພນີ, ກົດໝາຍ, ລະບຽບການ ກ່ຽວກັບການແກ້ໄຂຂໍ້ຂັດແຍ່ງຕ່າງໆຢູ່ຂັ້ນຮາກຖານບ້ານຂອງຕົນ ໃຫ້ຕົກແຕກລົງລອຍກັນ ໂດຍສັນຕິວິທີ, ຮັກສາໄດ້ຄວາມຮັກແພງສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ. ໂອກາດດຽວກັນນີ້ ທ່ານ ຍັງໄດ້ໃຫ້ກຽດມອບໃບປະກາສະນີຍະບັດໃຫ້ແກ່ສຳມະນາກອນທີ່ຈົບກົດໝາຍຊັ້ນຕົ້ນຊຸດນີ້ ເພື່ອເປັນການຢັ້ງຢືນເຖິງຜົນສຳເລັດໃນການຝຶກອົບຮົມຕາມໂຄງການຫຼັກສູດກົດໝາຍຊັ້ນຕົ້ນ ຊຸດທີ VIII ຂອງເມືອງ.
ຂຽນຂ່າວ-ຖ່າຍະພາບ: ອານົນ ໄພຍະສານ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພິທີ ປິດຊຸດຝຶກອົບຮົມກົດໝາຍ ຊັ້ນຕົ້ນ ໄລຍະ 3 ເດືອນ ຊຸດທີ VIII ຢູ່ກຸ່ມບ້ານຫາດໝວກ | ພິທີປິດ ຊຸດຝຶກອົບຮົມກົດໝາຍ ຊັ້ນຕົ້ນ ໄລຍະ 3 ເດືອນ ຊຸດທີ VIII ຢູ່ກຸ່ມບ້ານຫາດໝວກ ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ. |
https://www.moj.gov.la/lo/node/1203 | ຕອນເຊົ້າຂອງວັນທີ 28 ພຶດສະພາ 2018 ນີ້ ເວລາ 8 ໂມງ 00 ນາທີ ທ່ານ ສີໄລ ສີສະແຫວງສຸກ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງອັດຕະປື ໄດ້ຕ້ອນຮັບທ່ານ ສີສຸພັນ ທອງສາຍທາລາ ຮອງກົມສົ່ງເສີມລະບົບຍຸຕິທຳ ພ້ອມດ້ວຍຄະນະ ທີ່ມາຈາກກະຊວງຍຸຕິທຳ.ໃນໂອກາດການລົງມາຕິດຕາມການເຄື່ອນໄຫວວຽກງານຍຸຕິທຳຮາກຖານຂອງກົມສົ່ງເສີມລະບົບຍຸຕິທຳຄັ້ງນີ້ ໃນນາມຕາງໜ້າໃຫ້ຄະນະພັກ ຄະນະນຳຂອງພະແນກຍຸຕິທຳແຂວງອັດຕະປື ທ່ານ ສີໄລ ສີສະແຫວງສຸກ ກໍໄດ້ຂື້ນຜ່ານບົດລາຍງານກ່ຽວກັບການເຄື່ອນໄຫວວຽກງານຍຸຕິທຳຮາກຖານປະຈຳປີ 2018 ເຊິ່ງບົດສະຫຼຸບວຽກງານດັ່ງກ່າວນັ້ນ ກໍໄດ້ຍົກໃຫ້ເຫັນໄດ້ເຖິງຜົນສຳເລັດອັນຫຍິ່ງໃຫ່ຍຂອງວຽກງານໃນແຕ່ລະດ້ານເປັນຕົ້ນແມ່ນ ວຽກງານການຮຽນກົດໝາຍຊັ້ນຕົ້ນໄລຍະສັ້ນ 03 ເດືອນໃຫ້ແກ່ພະນັກງານຮາກຖານບ້ານ ໂດຍມີນັກຮຽນເຂົ້າຮຽນທັງໝົດ 178 ຄົນ,ຍິງ 58 ຄົນ; ວຽກງານໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມສ້າງສະຕິເຄົາລົບກົດໝາຍ ໄດ້ເຄື່ອນໄຫວວຽກງານໄດ້ທັງໝົດ 138 ຄັ້ງ ໃນ 139 ບ້ານ ແລະ 30 ໝວດໂຮງຮຽນ ມີຜູ່ເຂົ້າຮ່ວມທັງໝົດ 62.441 ຄົນ, ຍິງ 31.762 ຄົນ, ໂຄສະນາທາງວິທະຍຸກະຈາຍສຽງຂອງແຂວງ 32 ຄັ້ງ, ໂທລະໂຄ່ງເມືອງ ແລະ ບ້ານ 31 ຄັ້ງ; ເຜີຍແຜ່ກົດໝາຍຢູ່ຕາມໂຮງຮຽນໄດ້ 30 ໂຮງຮຽນ ມີຜູ້ເຂົ້າຮ່ວມທັງໝົດ 8.312 ຄົນ, ຍິງ 40.54 ຄົນ; ສຳເລັດການປັບປຸງຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານໄດ້ 55 ບ້ານ ແລະ ຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານໄດ້ 132 ບ້ານ; ສຳເລັດການປະເມີນຄອບຄົວແບບຢ່າງປະຕິບັດກົດໝາຍໃນຈຳນວນ 26.822 ຄອບຄົວ ແລະ ຮັກສາຄອບຄົວແບບຢ່າງປະຕິບັດກົດໝາຍໄວ້ໄດ້ 25.824 ຄອບຄົວ, ສ້າງ ແລະ ປະເມີນຄອບຄົວແບບຢ່າງປະຕິບັດກົດໝາຍໃຫມ່ໄດ້ 1.644 ຄອບຄົວ ແລະ ຮັບຮອງຄອບຄົວແບບຢ່າງປະຕິບັດກົດໝາຍໄດ້ 27.254 ຄອບຄົວ. ສຳເລັດການປະເມີນຄືນບ້ານແບບຢ່າງປະຕິບັດກົດໝາຍໃນຈຳນວນ 119 ບ້ານ ສາມາດຮັບຮອງໄດ້ 110 ບ້ານ ແລະ ໄດ້ສ້າງບ້ານແບບຢ່າງປະຕິບັດກົດໝາຍໃຫມ່ໄດ້ 11 ບ້ານ ລວມບ້ານແບບຢ່າງປະຕິບັດກົດໝາຍທັງໝົດ 121 ບ້ານ ທຽບເປັນສ່ວນຮ້ອຍແມ່ນເທົ່າກັບ 82,8 %(ສ່ວນຮ້ອຍ) ຂອງບ້ານທັງໝົດພາຍໃນແຂວງ; ຜ່ານມາມີຕູ້ກົດໝາຍປະຈຳບ້ານພາຍໃນແຂວງ 10 ໜ່ວຍ ແລະ ປັດຈຸບັນໄດ້ປະກອບຕູ້ກົດໝາຍປະຈຳບ້ານໄດ້ 09 ໜ່ວຍ ລວມທັງໝົດ 19 ໜ່ວຍໆລະບ້ານ.
ໃນຕໍ່ມາ ທ່ານ ສີສຸພັນ ທອງສາຍທາລາ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ມີຄຳເຫັນຕໍ່ຄະນະພັກ ຄະນະນຳຂອງພະແນກຍຸຕິທຳແຂວງ ຕະຫຼອດຮອດຄະນະພັກ-ຄະນະນຳຂອງເມືອງ ແລະ ຫ້ອງການຍຸຕິທຳເມືອງ ໂດຍຜ່ານໄປຍັງພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນແຂວງທີ່ໄດ້ສຸມທຸກກຳລັງແຮງ, ຄວາມຮູ້-ຄວາມສາມາດ ແລະ ຍາດແຍ່ງເອົາຜົນງານອັນດີເດັ່ນດັ່ງກ່າວນັ້ນມາໄດ້. ອີກຢ່າງໜຶ່ງ, ແມ່ນຍ້ອນຄະນະພັກ-ຄະນະນຳແຕ່ລະຂັ້ນຂອງແຂວງ, ເມືອງ ແລະ ບ້ານໄດ້ເປັນເຈົ້າການໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕ່າງໆທີ່ທາງພັກ-ລັດຂັ້ນເທິງມອບໝາຍໃຫ້ ເຊິ່ງມັນສະແດງອອກຢູ່ບ່ອນວ່າພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນຕ່າງກໍບໍ່ທໍ້ຖອຍຕໍ່ກັບວຽກງານດັ່ງກ່າວ ແລະ ຍັງເພີ່ມທະວີໃຫ້ຄວາມສຳຄັນ, ຍົກສູງສະຕິເຄົາລົບໃນການການຈັດຕັ້ງປະຕິບັດລະບຽບກົດໝາຍເປັນຢ່າງດີ. ນອກຈາກທີ່ກ່າວມາຂ້າງເທິງນັ້ນ, ທ່ານ ສີສຸພັນ ທອງສາຍທາລາ ກໍໄດ້ເນັ້ນໃຫ້ພະແນກຍຸຕິທຳ ກໍຄືຂະແໜງສົ່ງເສີມລະບົບຍຸຕິທຳຈົ່ງພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານໃນປັດຈຸບັນ ກໍຄືອະນາຄົດໃຫ້ໄດ້ຮັບຜົນດີຂື້ນກ່ວາເກົ່າ.
ພາບ-ບົດຂ່າວ: ໂດຍ ໂພທະສິນ ສະເຫຼີມສັກ.
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ກົມຄຸ້ມຄອງລະບົບຍຸຕິທຳ ລົງເຄື່ອນໄຫວວຽກງານຍຸຕິທຳຮາກຖານປີ 2018 ທີ່ແຂວງອັດຕະປື | ກົມຄຸ້ມຄອງລະບົບຍຸຕິທຳ ລົງເຄື່ອນໄຫວວຽກງານຍຸຕິທຳຮາກຖານປີ 2018 ທີ່ແຂວງອັດຕະປື. |
https://www.moj.gov.la/lo/node/1204 | ວຽກງານຍຸຕິທຳຮາກຖານ ແມ່ນໜຶ່ງໃນວຽກທີ່ສຳຄັນທີ່ປະກອບສ່ວນຈັດຕັ້ງຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ລັດຖະທຳມະນູນ ເວົ້າລວມ, ເວົ້າສະເພາະກໍຄື ວຽກງານກໍ່ສ້າງຮາກຖານການເມືອງ ແລະ ການສ້າງສະຕິເຄົາລົບລັດຖະທຳມະນູນ ແລະ ກົດໝາຍໃຫ້ແກ່ພົນລະເມືອງ ໃນຂອບເຂດທົ່ວປະເທດ ກໍຄື ປະຊາຊົນ ເມືອງ ແບງ ແຂວງ ອຸດົມໄຊ.
ເນື້ອໃນສຳຄັນຂອງວຽກງານດັ່ງກ່າວ ທີ່ເຄື່ອນໄຫວຢູ່ໃນຂອບເຂດທົ່ວປະເທດມີຄື: ໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ພົນລະເມືອງບັນດາເຜົ່າ; ປະກອບຕູ້ປຶ້ມກົດໝາຍປະຈຳບ້ານ; ສ້າງຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍ; ສ້າງ, ປັບປຸງ ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ; ວຽກງານຍຸຕິທຳເດັກ; ຝຶກອົບຮົມກົດໝາຍ 45 ວັນ, ສ້າງບຸກຄະລາກອນກົດໝາຍໃຫ້ບ້ານ ແລະ ກຸ່ມບ້ານ. ໃນ 7 ເນື້ອໃນນີ້ ສະເພາະ ປີ 2018 ເມືອງແບງ ແຂວງ ອຸດົມໄຊ ໄດ້ເຄື່ອນໄຫວ ດັ່ງນີ້: ໂຄສະນາເຜີຍແຜ່ກົດໝາຍ ໃຫ້ປະຊາຊົນຢູ່ຮາກຖານບ້ານ ຢູ່ເຂດພູດອຍໄດ້ 18 ບ້ານ ມີຜູ້ເຂົ້າຮ່ວມຮັບຟັງ 1,340 ຄົນ; ໄດ້ປະກອບຕູ້ປື້ມກົດໝາຍ ໄດ້ 2 ບ້ານ; ສ້າງຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍໄດ້ 5 ບ້ານ ຄື: ບ້ານນາງົວ, ບ້ານໂຮມ, ບ້ານນ້ຳຕຸ້ຍ, ບ້ານ ຂ້ອນ; ສ້າງ, ປັບປຸງ, ຝຶກອົບຮົມຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ໄດ້ 20 ບ້ານ, ມີ 100 ທ່ານ, ຍິງ 2 ທ່ານ; ວຽກງານຍຸຕິທຳເດັກ ໄດ້ເຜີຍແຜ່ກົດໝາຍທີ່ພົວພັນກັບເດັກ ຢູ່ 4 ໝວດໂຮງຮຽນ ມີ ຄູ-ອາຈານ, ນ້ອງນັກຮຽນ ເຂົ້າຮ່ວມ 1,160 ຄົນ; ສ້າງບຸກຄະລາກອນກົດໝາຍໃຫ້ພະນັກງານ ອ້ອມຂ້າງເມືອງ ໄດ້ 35 ທ່ານ.
ໃນນີ້ ທ່ານ ໜານທັນ ພັນທະວົງ ຫົວໜ້າຫ້ອງການຍຸຕິທຳເມືອງ ໄດ້ສະຫຼຸບວຽກງານວ່າ: ການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ໃນສົກປີນີ້ ມີຂໍ້ດີຫຼາຍຢ່າງ ເຊັ່ນ: ສາມາດລະດົມພະນັກງານ, ທະຫານ, ຕຳຫຼວດທີ່ມີຕຳແໜ່ງບໍລິຫານ ຂັ້ນຮອງຫົວໜ້າຫ້ອງການ ລົງຮອດວິຊາການຢູ່ທົ່ວຂະແໜງການອ້ອມຂ້າງເມືອງເຂົ້າຮຽນກົດໝາຍຊັ້ນຕົ້ນ ເຮັດໃຫ້ການຮຽນມີຄຸນນະພາບສູງກວ່າທຸກໆປີ ຜ່ານມາ, ສາມາດນຳເອົາກົດໝາຍໄປເຖິງປະຊາຊົນຢູ່ເຂດຫ່າງໄກໄດ້ບັນລຸຕາມແຜນທີ່ວາງໄວ້ ຜົນສຳເລັດທີ່ໄດ້ມາ ແມ່ນຍ້ອນການຊີ້ນຳ-ນຳພາ ຂອງຄະນະພັກ-ຄະນະນຳ ກະຊວງຍຸຕິທຳ ແລະ ການນຳພາຢ່າງໃກ້ສິດຂອງ ພະແນກ ຍຸຕິທຳແຂວງ ອຸດົມໄຊ, ການນຳຂັ້ນເມືອງ, ຫ້ອງການຍຸຕິທຳເມືອງ ແລະ ຂະແໜງການອ້ອມຂ້າງໃຫ້ການຮ່ວມມືເປັນຢ່າງດີ ຄຽງຄູ່ກັບດ້ານດີ ຍັງມີຂໍ້ຄົງຄ້າງຈຳນວນໜຶ່ງ ເປັນຕົ້ນ ການສ້າງສະຕິເຄົາລົບ ແລະ ຈັດຕັ້ງປະຕິບັດກົດໝາຍ ໃຫ້ແກ່ພົນລະເມືອງ ເຮັດໄດ້ບໍ່ທັນມີຫຼາຍຮູບ, ຫຼາຍສີ; ເສັ້ນທາງໄປສູ່ປະຊາຊົນເຂດພູດອຍຫ່າງໄກສອກຫຼີກ ແມ່ນມີຄວາມຫຍຸ້ງຍາກ ແລະ ພະນັກງານວິຊາການກົດໝາຍ ມີຈຳນວນຈຳກັດ ແລະ ບໍ່ທັນໄດ້ຜ່ານການຝຶກອົບຮົມ.
ເຖິງຢ່າງໃດກໍຕາມ ທ່ານ ກາງ ປາວຢາງ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ແບງ ໄດ້ຕີລາຄາຕໍ່ກອງປະຊຸມ ສະຫຼຸບວຽກງານຍຸຕິທຳຮາກຢູ່ເມືອງແບງ ບາງຕອນວ່າ: ວຽກງານນີ້ມີຄວາມສຳຄັນໂດຍກົງຕໍ່ການພັດທະນາ ເມືອງແບງ ມີຄວາມຈຳເປັນຕ້ອງໄດ້ສືບຕໍ່ເຮັດໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ ຊຶ່ງເນື້ອແທ້ຂອງວຽກງານດັ່ງກ່າວ ແມ່ນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການ ຂອງລັດ ເຂົ້າສູ່ການດຳລົງຊີວິດຕົວຈິງຂອງປະຊາຊົນ ເຮັດໃຫ້ປະຊົນບັນດາເຜົ່າຮັບຮູ້, ເຂົ້າໃຈ ແລະ ເພີ່ມທະວີການສ້າງສະຕິຕໍ່ກົດໝາຍ ປະຕິບັດສິດ ແລະ ພັນທະຂອງຕົນຕໍ່ປະເທດຊາດ ຢ່າງເຕັມສ່ວນ.
ຂຽນຂ່າວ-ຖ່າຍພາບ: ເພັງພາວັນ ອິນທະວົງ ກົມໂຄສະນາເຜີຍແຜ່ກົດໝາຍ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຜົນສຳເລັດການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ຢູ່ເມືອງແບງ ແຂວງອຸດົມໄຊ | ຜົນສຳເລັດການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ຢູ່ເມືອງແບງ ແຂວງອຸດົມໄຊ |
https://www.moj.gov.la/lo/node/1205 | ໃນໜຶ່ງອາທິດທີ່ຜ່ານມາ ພະແນກຍຸຕິທຳແຂວງ ອຸດົມໄຊ ໄດ້ເຂົ້າຮ່ວມພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ໄລຍະສັ້ນ 3 ເດືອນ ປະຈຳປີ 2018 ຂຶ້ນທີ່ບ້ານ ພູເຄືອ ເມືອງນາໝໍ້ ແຂວງ ອຸດົມໄຊ ພາຍໃຕ້ການເປັນປະທານຂອງ ທ່ານ ໃຈເພັດ ຄຳມະລີ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ນາໝໍ້, ມີທ່ານ ສີຖານ ມະນີໄຊ ຮອງຫົວໜ້າພະແນກຍຸຕິທຳແຂວງ ພ້ອມດ້ວຍທີມງານຂັ້ນເມືອງ ແລະ ນັກສຳມະກອນເຂົ້າຮ່ວມຈຳນວນ 73 ທ່ານ, ຍິງ 12 ທ່ານ.
ໃນພິທີປິດການຮຽນ-ການສອນໃນຄັ້ງນີ້ ໄດ້ພິຈາລະນາຮັບຮອງ ແລະ ມອບໃບປະກາດສະນີຍະບັດ ໃຫ້ແກ່ນັກສຳມະນາກອນທັງໝົດ 55 ທ່ານ, ຍິງ 7 ທ່ານ ເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕໍ່ວຽກງານການຮຽນ-ການສອນກົດໝາຍຊັ້ນຕົ້ນໃນຊຸມປິຕໍ່ໜ້າ ເວົ້າລວມ ເວົ້າສະເພາະ ແມ່ນການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານໃຫ້ເຂົ້າສູ່ລວງເລິກຢູ່ທ້ອງຖິ່ນຮາກຖານ ກໍຄືອຳນາດການປົກຄອງຂັ້ນບ້ານ.
ໃນຕອນທ້າຍ ທ່ານ ໃຈເພັດ ຄຳມະລີ ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງ ນາໝໍ້ ກໍຮຽກຮ້ອງໃຫ້ບັນດາອົງການການປົກຄອງຂັ້ນບ້ານ ແລະ ປະຊາຊົນພາຍໃນບ້ານ ໃຫ້ມີຄວາມຫ້າວຫັນເຂົ້າມາສຶກສາ-ຮ່ຳຮຽນເອົາບັນດາກົດໝາຍ ແລະ ລະບຽບການຕ່າງໆທີ່ພັກ-ລັດ ໄດ້ວາງອອກ ແລະ ປະກາດໃຊ້ໃນແຕ່ລະໄລຍະນັ້ນນຳໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງ.
ພ້ອມດຽວກັນນັ້ນ ພະແນກຍຸຕິທຳແຂວງ ຍັງໄດ້ເຂົ້າຮ່ວມພິທີປະກາດການສ້າງຕັ້ງໜ່ວຍງານທະບຽນສານ ຢູ່ທີ່ເມືອງ ປາກແບງ ໂດຍການເປັນປະທານຂອງທ່ານ ບຸນມີ ຈັນສະຫວັດ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ປາກແບງ ມີທ່ານ ສີຖານ ມະນີໄຊ ຮອງຫົວໜ້າພະແນກຍຸຕິທຳແຂວງ, ມີບັນດາພະນັກງານອ້ອມຂ້າງເມືອງ, ບັນດາພະນັກງານທະນາຄານ, ນັກທຸລະກິດ ແລະ ພໍ່ຄ້າຊາວຂາຍ ເຂົ້າຮ່ວມ 67 ທ່ານ, ຍິງ 27 ທ່ານ. ໃນກອງປະຊຸມຍັງໄດ້ຮັບຟັງ ການຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທຳ ວ່າດ້ວຍ ການສ້າງຕັ້ງໜ່ວຍງານທະບຽນສານ ແລະ ຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການແຕ່ງຕັ້ງຫົວໜ້າໜ່ວຍງານທະບຽນສານ.
ຕອນທ້າຍ ທ່ານ ບຸນມີ ຈັນສະຫວັດ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ປາກແບງ ໄດ້ໂອ້ລົມ ແລະ ໃຫ້ຄວາມສຳຄັນຕໍ່ພິທີເປີດໜ່ວຍງານທະບຽນສານ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງໜ້າທີ່ ແລະ ພາລະບົດບາດອັນສຳຄັນຂອງວຽກງານທະບຽນສານຕໍ່ສັງຄົມປັດຈຸບັນ ເປັນຕົ້ນແມ່ນການຈົດທະບຽນຢັ້ງຢືນຄວາມຖືກຕ້ອງທາງດ້ານກົດໝາຍຂອງສັນຍາ, ເອກະສານປະເພດຕ່າງໆ ແລະ ທ່ານຍັງຮຽກຮ້ອງມາຍັງນັກທຸລະກິດ, ພໍ່ຄ້າຊາວຂາຍ, ປະຊາຊົນບັນດາເຜົ່າທັງພາຍໃນ ແລະ ຕ່າງປະເທດເຂົ້າມາໃຊ້ບໍລິການຢູ່ໜ່ວຍງານທະບຽນສານ ຊຶ່ງຕັ້ງຢູ່ຫ້ອງການຍຸຕິທຳເມືອງ ປາກແບງ ແຂວງອຸດົມໄຊ.
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳແຂວງ ອຸດົມໄຊ | ເມືອງ ນາໝໍ້ ປິດການຮຽນ-ການສອນກົດໝາຍຊັ້ນຕົ້ນໄລຍະສັ້ນ 3 ເດືອນ ແລະ ປະກາດການສ້າງຕັ້ງໜ່ວຍງານທະບຽນສານ ຢູ່ທີ່ເມືອງ ປາກແບງ ແຂວງອຸດົມໄຊ |
https://www.moj.gov.la/lo/node/1206 | ເພື່ອເປັນການສະເຫຼີມສະຫຼອງວັນເດັກນ້ອຍສາກົນວັນທີ 1 ມິຖຸນາ ແລະ ວັນສາກົນຕ້ານການໃຊ້ແຮງງານເດັກ ວັນທີ 12 ມິຖຸນາ ດັ່ງນັ້ນ ໃນຕອນເຊົ້າຂອງວັນທີ 30 ພຶດສະພາ 2018 ກະຊວງຍຸຕິທຳ ໄດ້ຈັດພິທີສະເຫຼີມສະຫຼອງ ສອງວັນດັ່ງກ່າວຂຶ້ນ ໂດຍການເປັນປະທານຂອງ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີທ່ານຮອງລັດຖະມົນຕີ, ບັນດາຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ຕະຫຼອດພະນັກງານລັດຖະກອນ ພ້ອມດ້ວຍຫຼານນ້ອຍ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ໃຫ້ກຽດອ່ານສານອວຍພອນວັນເດັກຂອງພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດຽວກັນນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການປາຖະກະຖາຫວນຄືນມູນເຊື້ອ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ແລະ ວັນສາກົນຕ້ານການໃຊ້ແຮງງານເດັກ ວັນທີ 12 ມິຖຸນາ ຊຶ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນທາງດ້ານປະຫວັດສາດກ່ຽວກັບສິດທິຂອງເດັກ, ໂດຍສະເພາະແມ່ນການປ້ອງກັນ ແລະ ລຶບລ້າງການໃຊ້ຄວາມຮຸນແຮງຕໍ່ເດັກ, ການໃຊ້ແຮງງານ ແລະ ການຄ້າປະເວນີເດັກ ເພື່ອແນ່ໃສ່ເຮັດໃຫ້ເດັກນ້ອຍໄດ້ຮັບຄວາມຮັກທີ່ອົບອຸ່ນ ແລະ ການເບິ່ງແຍງເອົາໃຈໃສ່ເປັນຢ່າງດີຈາກຄອບຄົວ, ຊຸມຊົນ ແລະ ສັງຄົມ ເຮັດໃຫ້ເຂົາເຈົ້າເຕີບໃຫຍ່ກາຍເປັນຄົນດີຂອງສົງຄົມ ຊຶ່ງຢູ່ໃນບັນດາປະເທດ ກໍໄດ້ມີການສະເຫຼີມສະຫຼອງ ເຫັນໄດ້ຄວາມໝາຍ ແລະ ຄວາມສຳຄັນໃນວັນດັ່ງກ່າວ ຕາມເງື່ອນໄຂຕົວຈິງຂອງແຕ່ລະປະເທດ ສຳລັບ ສປປ ລາວ ພັກ ແລະ ລັດຖະບານ ກໍໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນໃນວຽກງານການສົ່ງເສີມ, ການປົກປ້ອງ ແລະ ພັດທະນາເດັກ ໂດຍມອບໝາຍໃຫ້ອົງການທີ່ກ່ຽວຂ້ອງ ຈັດກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງວັນດັ່ງກ່າວນີ້ໃຫ້ເປັນຂະບວນຟົດຟື້ນ.
ຫຼັງຈາກນັ້ນຜູ້ເຂົ້າຮ່ວມ ກໍໄດ້ຮັບຊົມການສະແດງສິລະປະຈາກຫຼານນ້ອຍໂຮງຮຽນອະນຸບານ ກະຊວງສຶກສາທິການ ແລະ ກິລາ ແລະ ການຈັດກິດຈະກຳຖາມ-ຕອບເພື່ອຮັບຂອງລາງວັນ ເຊິ່ງບັນຍາກາດເຕັມໄປດ້ວຍຄວາມເບີກບານມວ່ນຊື່ນ.
ຂຽນຂ່າວ ອ່ອນຄຳ ໄຊຍະວົງ
ພາບ ສົມຫັວງ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກະຊວງຍຸຕິທຳ ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ | ກະຊວງຍຸຕິທຳ ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ແລະ ວັນສາກົນຕ້ານການໃຊ້ແຮງງານເດັກ ວັນທີ 12 ມິຖຸນາ |
https://www.moj.gov.la/lo/node/1207 | ໃນຕອນເຊົ້າຂອງວັນທີ 17 ພຶດສະພາ 2018 ຜ່ານມານີ້ ພະແນກຍຸຕິທໍາແຂວງ ຈຳປາສັກ ໄດ້ຈັດພິທີປິດຊຸດຝຶກອົບຮົມກົດໝາຍ ໄລຍະສັ້ນ 45 ວັນ ຊຸດທີ VII ປະຈຳປີ 2018 ໂດຍການເປັນປະທານຂອງທ່ານ ເມກສະຫັວນ ພົມພິທັກ ຄະນະປະຈຳພັກແຂວງ ປະທານຄະນະປະຈຳສະພາປະຊາຊົນແຂວງ ຈຳປາສັກ, ມີບັນດາຄະນະພະແນກຍຸຕິທຳແຂວງ, ແຂກຖືກເຊີນ ຕະຫຼອດຮອດຄູ-ອາຈານ ແລະ ນັກຝຶກອົບຮົມເຂົ້າຮ່ວມທັງໝົດ 77 ທ່ານ, ຍິງ 12 ທ່ານ.
ໃນພິທີທ່ານ ບົວສອນ ວົງຫາຈັກ ຮອງຫົວໜ້າພະແນກຍຸຕິທຳແຂວງ ຈຳປາສັກ ທັງເປັນຄະນະຮັບຜິດຊອບຈັດຊຸດຝຶກອົບຮົມດັ່ງກ່າວ ກໍໄດ້ຂຶ້ນຜ່ານສະຫຼຸບລາຍງານຜົນສຳເລັດການຈັດຕັ້ງປະຕິບັດຊຸດຝຶກອົບຮົມກົດໝາຍ ໄລຍະ 45 ວັນ, ຊຸດທີ VII ປະຈຳປີ 2018 ຊຶ່ງຈຸດປະສົງຂອງການຝຶກອົບຮົມກົດໝາຍໃນຄັ້ງນີ້ ກໍເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງພາຍໃນແຂວງຈຳປາສັກ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບລັດຖະທຳມະນູນ ແລະ ກົດໝາຍ, ພ້ອມນັ້ນກໍເປັນການຍົກສູງບົດບາດການນໍາພາ ແລະ ການຈັດຕັ້ງປະຕິບັດວຽກງານໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ, ຫຼັງຈາກນັ້ນກໍໄດ້ມີການມອບໃບຢັ້ງຢືນໃຫ້ແກ່ຜູ້ທີ່ສຳເລັດການຝຶກອົບຮົມດັ່ງກ່າວ ຈຳນວນ 57 ທ່ານ, ຍິງ 12 ທ່ານ, ມອບໂດຍ ທ່ານ ເມກສະຫັວນ ພົມພິທັກ ຄະນະປະຈຳພັກແຂວງ ປະທານຄະນະປະຈຳສະພາປະຊາຊົນແຂວງ ຈຳປາສັກ.
ໃນຕອນທ້າຍຂອງພິທີ ທ່ານ ເມກສະຫັວນ ພົມພິທັກ ຄະນະປະຈຳພັກແຂວງ ປະທານຄະນະປະຈຳສະພາປະຊາຊົນແຂວງ ຈຳປາສັກ, ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກຝຶກອົບຮົມ ທີ່ໄດ້ເອົາໃຈໃສ່ໃນການສິດສອນ ແລະ ຄົ້ນຄວ້າຮ່ຳຮຽນຈົນສຳເລັດ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ນັກຝຶກອົບຮົມ ຈົ່ງນຳເອົາຄວາມຮູ້, ຄວາມສາມາດທີ່ໄດ້ຮຽນມາໄປຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານໃນຂອບເຂດທີ່ຕົນເອງຮັບຜິດຊອບໃຫ້ເກີດຜົນປະໂຫຍດສູງສຸດ.
ຂ່າວ: ນັກຂ່າວ ແຂວງຈຳປາສັກ
ປັບປຸງຂ່າວ: ອ່ອນຄຳ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງຈຳປາສັກ ໄດ້ຈັດພິທີປິດຊຸດຝຶກອົບຮົມກົ ວັນ | ພະແນກຍຸຕິທຳແຂວງຈຳປາສັກ ໄດ້ຈັດພິທີປິດຊຸດຝຶກອົບຮົມກົ ວັນ, ຊຸດທີ VII ປະຈຳປີ 20ດໝາຍ ໄລຍະ 4518 |
https://www.moj.gov.la/lo/node/1208 | ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 18 ພຶດສະພາ 2018 ຜ່ານມາ, ທີ່ສະໂມສອນເມືອງ ວຽງໄຊ ແຂວງ ຫົວພັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ເພີດ ມາປັນຍາ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຫົວພັນ, ທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳແຂວງ, ມີບັນດາຄະນະນຳຂອງເມືອງ ວຽງໄຊ, ມີທ່ານຜູ້ຕາງໜ້າຈາກຫ້ອງການອ້ອມຂ້າງເມືອງ, ຄູ-ອາຈານສອນ ແລະ ນັກສຳມະນາກອນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ພັນສີ ທິບມະນີ ຫົວໜ້າຫ້ອງການຍຸຕິທໍາ ເມືອງ ວຽງໄຊ ກໍໄດ້ຂຶ້ນຜ່ານບົດສະຫຼຸບການຮຽນ-ການສອນ, ການເມືອງ-ການປົກຄອງ ແລະ ການຮຽນກົດໝາຍຊັ້ນຕົ້ນ ປະຈຳປີ 2018 ຊຶ່ງການຮຽນ-ການສອນດັ່ງກ່າວໄດ້ດຳເນີນມາເລີ່ມແຕ່ວັນທີ 12 ກຸມພາ ຫາ ວັນທີ 18 ພຶດສະພາ 2018 ມີສຳມະນາກອນເຂົ້າຮໍ່າຮຽນທັງໝົດ 52 ຄົນ, ຍິງ 14 ຄົນ, ໃນນີ້ ຮຽນທິດສະດີການເມືອງ-ການປົກຄອງຈຳນວນ 32 ຄົນ, ຍິງ 9 ຄົນ ຫຼັກສູດການຮຽນປະກອບມີ 9 ວິຊາຮຽນ, ໃຊ້ເວລາຮຽນທັງໝົດ 393 ຊົ່ວໂມງ ແລະ ນັກຮຽນກົດໝາຍຊັ້ນຕົ້ນຈຳນວນ 20 ຄົນ, ຍິງ 5 ຄົນ ປະກອບມີ 37 ວິຊາຮຽນ, ໃຊ້ເວລາຮຽນທັງໝົດ 450 ຊົ່ວໂມງ, ຊຶ່ງຕະຫຼອດໄລຍະ 3 ເດືອນ ນັກສຳມະນາກອນທັງສອງລະບົບ ໄດ້ເອົາໃຈໃສ່ໃນການຄົ້ນຄວ້າຮ່ຳຮຽນ ແລະ ກຳໄດ້ບັນດາຫຼັກມູນພື້ນຖານທິດສະດີມາກ-ເລນິນ, ການນຳເອົາກໍລະນີສຶກສາທີ່ເກີດຂຶ້ນຕົວຈິງ ມາຄົ້ນຄວ້າ ແລະ ຮ່ວມກັນແກ້ໄຂ, ເຮັດໃຫ້ນັກສຳມະນາ ກອນໄດ້ຮັບຮູ້ ແລະ ເຂົ້້າໃຈ ຕໍ່ກັບການແກ້ໄຂຂໍ້ຂັດແຍ່ງຕ່າງໆທີ່ເກີດຂຶ້ນຢ່າງຖືກຕ້ອງ, ສອດຄ່ອງຕາມກົດໝາຍ ແລະ ກຳໄດ້ບັນດາຫຼັກມູນພື້ນຖານທິດສະດີມາກ-ເລນິນ, ຜ່ານການຮຽນ-ການສອນທິດສະດີການເມືອງ ແລະ ກົດໝາຍຊັ້ນຕົ້ນໃນຄັ້ງນີ້ ສາມາດຈັດລະດັບນັກສຳມະນາກອນ ໄດ້ດັ່ງນີ້: ລະດັບເກດ A ມີຈຳນວນ 34 ຄົນ, ຍິງ 13 ຄົນ ແລະ ລະດັບເກດ B ມີຈຳນວນ 18 ຄົນ, ຍິງ 1 ຄົນ.
ໃນຕອນທ້າຍຂອງພິທີ ທ່ານ ເພີດ ມາປັນຍາ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຫົວພັນ, ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກສຳມະນາກອນ ທີ່ໄດ້ເອົາໃຈໃສ່, ສິດສອນ ແລະ ຮ່ຳຮຽນ ຕະຫຼອດໄລຍະ 3 ເດືອນ. ພ້ອມກັນນັ້ນທ່ານ ຍັງໄດ້ເນັ້ນໜັກໃຫ້ນັກສຳມະນາກອນນຳເອົາຄວາມຮູ້ທາງດ້ານທິດສະດີການເມືອງ ແລະ ກົດໝາຍ ທີ່ໄດ້ຮ່ຳຮຽນມານຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານທີ່ຕົນຮັບຜິດຊອບໃຫ້ປະສົບຜົນສຳເລັດ ຕາມຄາດໝາຍ.
ຂ່າວ ແລະ ພາບ: ພວງເພັດ ພະແນກຍຸຕິທຳແຂວງຫົວພັນ
ປັບປຸງຂ່າວ: ອ່ອນຄຳ ໄຊຍະວົງ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພິທີ ປິດການຮຽນ-ການສອນທິດສະດີການເມືອງ-ການປົກຄອງ | ພິທີ ປິດການຮຽນ-ການສອນທິດສະດີການເມືອງ-ການປົກຄອງ ຊຸດທີ I ແລະ ການຮຽນ-ການສອນກົດໝາຍຊັ້ນຕົ້ນໄລຍະ 3 ເດືອນຊຸດທີ VII |
https://www.moj.gov.la/lo/node/1209 | ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 04-ມິຖຸນາ-2018ເລກທີຂອງເອກະສານ: 1
Video Link
ລາຍການຄວາມຮູ້ທາງກົດໝາຍ 01/6/2018 | ລາຍການຄວາມຮູ້ທາງກົດໝາຍ 01/6/2018 |
https://www.moj.gov.la/lo/node/1210 | ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 04-ມິຖຸນາ-2018ເລກທີຂອງເອກະສານ: 1
Video Link
ລາຍການຄວາມຮູ້ທາງກົດໝາຍ 23/5/2018 | ລາຍການຄວາມຮູ້ທາງກົດໝາຍ 23/5/2018 |
https://www.moj.gov.la/lo/node/1211 | ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 04-ມິຖຸນາ-2018ເລກທີຂອງເອກະສານ: 1
Video Link
ລາຍການຄວາມຮູ້ທາງກົດໝາຍ 25/5/2018 | ລາຍການຄວາມຮູ້ທາງກົດໝາຍ 25/5/2018 |
https://www.moj.gov.la/lo/node/1212 | ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 04-ມິຖຸນາ-2018ເລກທີຂອງເອກະສານ: 1
Video Link
ລາຍການຄວາມຮູ້ທາງກົດໝາຍ 28/5/2018 | ລາຍການຄວາມຮູ້ທາງກົດໝາຍ 28/5/2018 |
https://www.moj.gov.la/lo/node/1213 | ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 04-ມິຖຸນາ-2018ເລກທີຂອງເອກະສານ: 1
Video Link
ລາຍການຄວາມຮູ້ທາງກົດໝາຍ 30/5/2018 | ລາຍການຄວາມຮູ້ທາງກົດໝາຍ 30/5/2018 |
https://www.moj.gov.la/lo/node/1215 | ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 06-ພຶດສະພາ-2018ເລກທີຂອງເອກະສານ: 1
Video Link
ລາຍການຄວາມຮູ້ທາງກົດໝາຍ 6/5/2018 | ລາຍການຄວາມຮູ້ທາງກົດໝາຍ 6/5/2018 |
https://www.moj.gov.la/lo/node/1216 | ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 27-ພຶດສະພາ-2018ເລກທີຂອງເອກະສານ: 1
Video Link
ລາຍການຄວາມຮູ້ທາງກົດໝາຍ 27/5/2018 | ລາຍການຄວາມຮູ້ທາງກົດໝາຍ 27/5/2018 |
https://www.moj.gov.la/lo/node/1217 | ຜ່ານການດຳເນີນ ແລະ ຈັດຕັ້ງປະຕິບັດໂຄງການກົດໝາຍຊັ້ນຕົ້ນ ລະບົບ 3 ເດືອນ ໃນເວລາອັນເຄັ່ງຮ້ອນ ແລະ ເຕັມໄປດ້ວຍຄວາມຮັບຜິດຊອບສູງ ຂອງຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກຮຽນກົດໝາຍຊັ້ນຕົ້ນ ຊຶ່ງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ, ເຮັດໃຫ້ຊຸດຮຽນໃນເທື່ອນີ້ໄດ້ດຳເນີນໄປຕາມແຜນການ ແລະ ສຳເລັດຕາມຈຸດປະສົງ ແລະ ເປົ້າໝາຍທີ່ກຳນົດໄວ້.
ມາໃນຄັ້ງວັນທີ 31 ພຶດສະພາ 2018 ພະແນກຍຸຕິທຳແຂວງ ສະຫວັນນະເຂດ, ສະຖາບັນຍຸຕິທຳພາກກາງ ໄດ້ສົບທົມກັບຄະນະນຳຂອງເມືອງ ແລະ ຫ້ອງການຍຸຕິທຳເມືອງ ສອງຄອນ ໄດ້ຈັດຕັ້ງພິທີປິດຊຸດຮຽນ ກົດໝາຍຊົ້ນຕົ້ນລະບົບ 3 ເດືອນ ໃຫ້ແກ່ນັກຮຽນກົດໝາຍຊັ້ນຕົ້ນ ໂດຍໃຫ້ກຽດຮ່ວມເປັນ ຄະນະປະທານໃນພິທີປິດ ແລະ ມອບໃບຢັ້ງຢືນ ຂອງ ທ່ານ ສິລິ ບົວພັນ ຄະນະປະຈຳພັກເມືອງ, ປະທານກວດກາພັກ-ລັດເມືອງ, ທ່ານ ອຸໄພວັນ ໄຊຍະວົງ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ ພ້ອມ ທ່ານ ສົມສະໜິດ ດອນປະເສີດ ຫົວໜ້າສະຖາບັນຍຸຕິທຳພາກກາງ, ເຂົ້າຮ່ວມຄັ້ງນີ້ມີຄະນະພັກເມືອງ, ຫົວໜ້າ ແລະ ພະນັກງານຂອງຫ້ອງການຍຸຕິທຳເມືອງ, ຕາງໜ້າຫ້ອງການອ້ອມຂ້າງເມືອງ, ຄູ-ອາຈານ ແລະ ນັກຮຽນກົດໝາຍຊັ້ນຕົ້ນທັງໝົດ, ໃນພິທີທ່ານ ຫົວໜ້າຫ້ອງການຍຸຕິທຳເມືອງ ໄດ້ຜ່ານບົດສະຫຼຸບ ລາຍງານຜົນສຳເລັດຂອງຊຸດການຮຽນ-ສອນກົດໝາຍຊັ້ນຕົ້ນ ພ້ອມທັງ ຜ່ານບັນດາຂໍ້ຕົກລົງມອບໃບປະກາດ ແລະ ຂໍ້ຕົກລົງຍ້ອງຍໍຄູ-ອາຈານ ແລະ ນັກຮຽນກົດໝາຍຊັ້ນຕົ້ນ ຊຶ່ງໃນຊຸດຮຽນນີ້ ມີຜູ່ທີ່ໄດ້ຮັບໃບປະກາດສະນີຍະບັດກົດໝາຍຊັ້ນຕົ້ນທັງໝົດ 30 ຄົນ, ຍິງ 06 ຄົນ.
ໃນຕອຍທ້າຍຂອງພິທີ ທ່ານຄະນະປະທານ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການປະຕິບັດໂຄງການຫຼັກສູດການຮຽນ-ການສອນກົດໝາຍຊັ້ນຕົ້ນລະບົບ 3 ເດືອນຊຸດນີ້ ແລະ ທ່ານຍັງມີຄຳເຫັນແນະນຳບາງດ້ານດັ່ງນີ້: ຕ້ອງສືບຕໍ່ປະຕິບັດໂຄງການຫຼັກສູດການຮຽນ-ສອນ ກົດໝາຍຊັ້ນຕົ້ນນີ້ ໃຫ້ໄດ້ທຸກໆປີ ໂດຍມີແຜນການ, ແຜນງານ, ແຜນງົບປະມານ, ແຜນຄົນ ພ້ອມທັງກຳນົດກຸ່ມບ້ານທີ່ຈະເປີດຮຽນຢ່າງຊັດເຈນ ແລະ ມີການຂໍທິດຊີ້ນຳ ແລະ ມີການປະສານສົມທົບກັບສາຍຕັ້ງ ແລະ ສາຍຂວາງ ຢ່າງເປັນປະຈຳໃນການຈັດຕັ້ງປະຕິບັດ, ສໍາລັບຜູ່ເຂົ້າຮຽນເມື່ອສຳເລັດແລ້ວ ຕ້ອງນຳເອົາບົດຮຽນ, ກົດໝາຍ ທີ່ໄດ້ຮຽນມານັ້ນ ໄປຜັນຂະຫຍາຍຕໍ່ໃຫ້ກວ້າງຂວາງ ເປັນຕົ້ນການໝູນໃຊ້ຄວາມຮູ້ເຂົ້າໃນວຽກງານທີ່ຕົນຮັບຜິດຊອບ ພ້ອມທັງເຜີຍແຜ່ພາຍໃນຫ້ອງການຂອງຕົນ, ພາຍໃນກຸມບ້ານ, ບ້ານ ແລະ ຄອບຄົວ ຕາມເງື່ອນໄຂຕົວຈິງ ແລະ ຖືກຕ້ອງຕາມກົດໝາຍ.
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳ | ປີ 2018 ເມືອງ ສອງຄອນ ແຂວງ ສະຫວັນນະເຂດ ສຳເລັດການຮຽນ-ການສອນ ກົດໝາຍຊັ້ນຕົ້ນ ລະບົບ 3 ເດືອນ |
https://www.moj.gov.la/lo/node/1218 | ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 06-ມິຖຸນາ-2018ເລກທີຂອງເອກະສານ: 1
Video Link
ລາຍການຄວາມຮູ້ທາງກົດໝາຍ 04/6/2018 | ລາຍການຄວາມຮູ້ທາງກົດໝາຍ 04/6/2018 |
https://www.moj.gov.la/lo/node/1219 | ໃນຕອນເຊົ້າຂອງ ວັນທີ 23 ພຶດສະພາ ປີ 2018 ທີ່ຜ່ານມານີ້ຄະນະໜ່ວຍຮາກຖານຊາວໜຸ່ມພະແນກຍຸຕິທຳ ແຂວງ ວຽງຈັນໄດ້ຈັດກອງປະຊຸມໃຫ່ຍຊາວໜຸ່ມໜ່ວຍຮາກຖານພະແນກຍຸຕິທຳແຂວງ ວຽງຈັນໃນຄັ້ງທີ IV ເຊິ່ງໃນກອງປະຊຸມແມ່ນໄດ້ເລີ່ມຕັ້ງແຕ່ເວລາ 8:30-11:30 ນາທີ ຢູ່ທີ່ຫ້ອງປະຊຸມສານປະຊາຊົນແຂວງ ວຽງຈັນ ໂດຍເປັນປະທານຂອງສະຫາຍ ນາງ ເຄືອຄຳ ຫຼວງລາດ ເລຂາໜ່ວຍຊາວໜຸ່ມ ພະແນກຍຸຕິທໍາ ແຂວງວຽງຈັນ ເປັນກຽດເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ມີ ສະຫາຍ ນາງ ຈັນທະຄອນ ສີອຳພອນ ກຳມະການພັກແຂວງ, ກຳມະການສູນກາງຊາວໜຸ່ມ, ເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງ ວຽງຈັນ ແລະ ສະຫາຍ ຄຳພັນ ຊະນະໄພ ຄະນະພັກ, ຮອງຫົວໜ້າ ພະແນກຍຸຕິທຳແຂວງ ວຽງຈັນ ພ້ອມນີ້ຍັງ ມີບັນດາແຂກທີ່ຖືກເຊີນຈາກຊາວໜຸ່ມແຂວງ ແລະ ພະແນກການອ້ອມຂ້າງ ແຂວງ ວຽງຈັນ ໂດຍອົງການໄອຍະການແຂວງ, ສະພາປະຊາຊົນແຂວງ, ສານປະຊາຊົນແຂວງ ແລະ ສະມາຊິກຊາວໜຸ່ມຈາກພະແນກຍຸຕິທຳແຂວງ ວຽງຈັນ ເຂົ້າຮ່ວມທັງໝົດ ມີ 32 ສະຫາຍ, ຍິງ 11 ສະຫາຍ
ກອງປະຊຸມຍັງໄດ້ຮັບຟັງການລາຍງານການເມືອງຈາກສະຫາຍນາງ ເຄືອຄຳ ຫຼວງລາດ ເລຂາໜ່ວຍຊາວໜຸ່ມພະແນກຍຸຕິທຳ ເຊິ່ງການລາຍງານຄັ້ງນີ້ ແມ່ນໄດ້ຍົກເປັນສອງ ພາກກໍ່ຄືທິດທາງລວມ ແລະ ຄາດໝາຍສູ້ຊົນ ບໍ່ພຽງແຕ່ເທົ່ານັ້ນຍັງໄດ້ຍົກໃຫ້ເຫັນຜົນງານໃນໄລ່ຍະ 5 ປີ ຜ່ານມາພ້ອມທັງໄດ້ຕີລາຄາ ຈຸດອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ພ້ອມທັງກຳນົດທິດທາງ ແຜນການເຄື່ອນໄຫວໃນຊຸມປີຕໍ່ໜ້າເຊິ່ງທິດທາງລວມແມ່ນໄດ້ເພີ່ມທະວີຄວາມເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກຊາວໜຸ່ມໃຫ້ມີຫຼາຍຮູບ ຫຼາຍເນື້ອໃນ ແລະ ສອດຄ່ອງກັບແຕ່ ລະໄລຍະພ້ອມທັງປັບປຸງແບບແຜນວິທີນຳພາ, ວິທີເຮັດວຽກໃຫ້ມີຄວາມສອດຄ່ອງຂຶ້ນກວ່າເກົ່າ, ປັບປຸງຄືນກົງຈັກການຈັດຕັ້ງຊາວໜຸ່ມໃຫ້ມີຄວາມເຂັ້ມແຂງ ໃນທຸກດ້ານບຸກລະດົມຊຸກຍູ້ສະມາຊິກໃຫ້ ຍົກລະດັບຄວາມຮູ້ຄວາມສາມາດໃນດ້ານຕ່າງໆເພື່ອໃຫ້ສົມກັບໜ້າທີ່ການເມືອງທີ່ພັກລັດມອບ ໝາຍໃຫ້ໃນນັ້ນຄາດໝາຍສູ້ຊົນແມ່ນໄດ້ເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກຊາວໜຸ່ມ ແລະ ຈັດຕັ້ງເຊື່ອມຊຶມບັນດາແນວທາງນະໂຍບາຍ ມະຕິຄຳສັ່ງຕ່າງໆຂອງຂັ້ນເທິງ ໃຫ້ສະມາຊິກໄດ້ຮັບຮູ້ ແລະ ເລິກເຊິ່ງກວ່າເກົ່າເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງຫັນເອົາ ບັນດາມະຕິກອງປະຊຸມໃຫ່ຍຂອງໜ່ວຍພັກ, ຂອງຄະນະຊາວໜຸ່ມຂັ້ນເທິງຖັດຕົນ ມາເປັນແຜນການເຄື່ອນໄຫວໃນແຕ່ລະໄລຍະໃຫ້ເປັນປົກກະຕິເພື່ອເຮັດໃຫ້ກົງຈັກການຈັດຕັ້ງຊາວໜຸ່ມມີ ຄວາມເຂັ້ມແຂງໃນທຸກດ້ານບໍ່ພຽງແຕ່ເທົ່ານັ້ນຍັງໄດ້ຊຸກຍູ້ສົ່ງເສີມໃຫ້ສະມາຊິກໄດ້ຍົກລະດັບຄວາມຮູ້ ຄວາມສາມາດດ້ານວິຊາການ, ວິຊາສະເພາະດ້ານທິດສະດີທາງພາຍໃນ ແລະ ຕ່າງປະເທດໃຫ້ໄດ້ 5 ສະຫາຍ, ບຳລຸງສ້າງມະຫາຊົນຜູ້ກ່າວໜ້າເຂົ້າເປັນສະມາຊິກພັກໃຫ້ໄດ້ 3 ສະຫາຍ ແລະ ຍັງໄດ້ປຸກລະດົມສະມາຊິກຊາວໜຸ່ມເຂົ້າຮ່ວມຂະບວນການລວມຕ່າງໆຂອງຊາດຍູ້ແຮງຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມຕິດກັບປະຕິບັດວຽກງານວິຊາສະເພາະຜ່ານຂະບວນການ ດັ່ງກ່າວ ສ້າງໃຫ້ໄດ້ສະມາຊິກດີເດັ່ນຈຳນວນ 32 ສະຫາຍ, ຄອບຄົວແບບໃນດ້ານຕ່າງໆ 2 ຄອບຄົວ ພ້ອມດຽວກັນນີ້ຕ້ອງສ້າງໃຫ້ໄດ້ກອງທຶນພັດທະນາຊາວໜຸ່ມ-ເຍົາວະຊົນ ແລະ ກອງອາສາສະມັກຊາວໜຸ່ມຕະລຸມບອນ ນອກນັ້ນກອງປະຊຸມຍັງໄດ້ດຳເນີນການປ່ອນບັດການເລືອກຕັ້ງເອົາຄະນະໜ່ວຍຮາກຖານການເລືອກຕັ້ງຄະນະໜ່ວຍຮາກຖານຊາວໜຸ່ມສະໄໝທີ 4 ເຊິ່ງປະກອບມີ3ສະຫາຍຊຶ່ງມີລາຍຊື່ດັ່ງນີ້:1.ສະຫາຍນາງ ເຄືອຄຳ ຫຼວງລາດ 2.ສະຫາຍ ລັດ ສຸຂະວົງ 3.ສະຫາຍ ນາງພູທອນ ໄຊຍະສານ ເຊິ່ງກອງ ປະຊຸມຄັ້ງປະຖົມມະລຶກໄດ້ມີຄວາມເປັນເອກະພາບກັນເລືອກເອົາ ສະຫາຍ ນາງ ເຄືອຄຳ ຫຼວງລາດ ເປັນເລຂາ, ສະຫາຍ ລັດ ສຸຂະວົງ ເປັນຮອງເລຂາ, ສະຫາຍ ພູທອນ ໄຊຍະສານ ເປັນຄະນະ, ສະຫາຍ ບຸນທຳ ສີສະເກດ ເປັນຜູ້ຊ່ວຍວຽກກວດກາ ແລະ ໄດ້ເລືອກເອົາສະຫາຍ ນາງ ເຄືອຄໍາ ຫຼວງລາດ ເປັນຜູ້ແທນສົມບູນ ສະຫາຍ ລັດ ສຸຂະວົງ ເປັນຜູ້ແທນສຳຮອງເພື່ອເຂົ້າຮ່ວມກອງປະຊຸມໃຫ່ຍ ຜູ້ແທນ ຊາວໜຸ່ມແຂວງວຽງຈັນຄັ້ງທີVIIIໃນຕອນທ້າຍກອງປະຊຸມຍັງໄດ້ຮັບການໃຫ້ກຽດຢ່າງສູງໄດ້ຮັບຟັງການໂອ້ລົມຂອງສະຫາຍ ຄຳພັນ ຊະນະໄພຄະນະພັກ, ຮອງຫົວໜ້າພະແນກຍຸຕິທໍາ ແຂວງວຽງຈັນ ແລະ ສະຫາຍ ນາງ ຈັນທະຄອນ ສີອຳພອນ ກຳມະການພັກແຂວງ, ກຳມະການສູນກາງຊາວໜຸ່ມ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງວຽງຈັນ ເພື່ອເປັນບ່ອນອີງໃນການນຳພາ ເຄື່ອນໄຫວວຽກງານຊາວໜຸ່ມໃນຊຸມປີຕໍ່ໜ້າກອງປະຊຸມຍັງໄດ້ຮຽກຮ້ອງເຖິງຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມຕ້ອງເພີ່ມທະວີຄວາມສາມັກຄີ ຄວາມເປັນເອກະພາບ ພາຍໃນຄະນະພ້ອມກັນບຸກ ບືນຫ້າວຫັນດ້ານສະຕິປັນຍາເຫື່ອແຮງຫົວຄິດປະດິດສ້າງ ໃສ່ໜ້າທີ່ວຽກງານຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້ເອົາໃຈໃສ່ປັບປຸງ ແລະ ແກ້ໄຂແບບແຜນວິທີນຳພາ, ວິທີເຮັດວຽກໃຫ້ສອດຄ່ອງ ແລະ ຫັດກຸມຕັ້ງໜ້າປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງນີ້ໃຫ້ເປັນຮູບປະທຳເທື່ອລະກ້າວ.
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຜົນສຳເລັດກອງປະຊຸມໃຫ່ຍຄັ້ງທີ 4 ຂອງໜ່ວຍຮາກຖານຊາວໜຸ່ມພະແນກຍຸຕິທຳແຂວງວຽງຈັນ | ຜົນສຳເລັດກອງປະຊຸມໃຫ່ຍຄັ້ງທີ 4 ຂອງໜ່ວຍຮາກຖານຊາວໜຸ່ມພະແນກຍຸຕິທຳແຂວງວຽງຈັນ |
https://www.moj.gov.la/lo/node/1220 | ໃນຕອນບ່າຍຂອງວັນທີ 23 ພຶດສະພາ 2018 ທີ່ຜ່ານມານີ້ ຄະນະໜ່ວຍຮາກຖານຊາວໜຸ່ມພະແນກຍຸຕິທຳ ແຂວງ ວຽງຈັນ ໄດ້ຈັດຕັ້ງພິທີປະກາດຮັບຮອງເປັນໜ່ວຍຊາວໜຸ່ມ 4 ບຸກຮອບ III ຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມສານປະຊາຊົນແຂວງວຽງຈັນໂດຍພາຍໃຕ້ການເປັນປະທານຮ່ວມ ທ່ານ ນາງ ພິມມະສອນ ສຸທຳມະວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ວຽງຈັນ, ທ່ານ ຄຳພັນ ຊະນະໄພ ຄະນະພັກ ຮອງຫົວໜ້າພະແນກຍຸຕິທໍາແຂວງວຽງຈັນ, ທ່ານ ນາງ ເຄືອຄຳ ຫຼວງລາດ ເລຂາໜ່ວຍຮາກຖານຊາວໜຸ່ມພະແນກຍຸຕິທໍາ ມີບັນດາສະຫາຍຕາງໜ້າຈາກໄອຍະການປະຊົນແຂວງ, ສານປະຊາຊົນແຂວງ , ສະພາປະຊາຊົນແຂວງ ແລະ ສະມາຊິກຊາວໜຸ່ມພະແນກຍຸຕິທຳແຂວງເຂົ້າຮ່ວມທັງໝົດ 29 ສະຫາຍ, ຍິງ 12 ສະຫາຍ.
ໃນພິທີ ສະຫາຍ ນາງ ເຄືອຄຳ ຫຼວງລາດ ເລຂາໜ່ວຍຮາກຖານຊາວໜຸ່ມ ພະແນກຍຸຕິທໍາ ໄດ້ຂື້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ແລະ ແຜນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງໜ່ວຍຊາວໜຸ່ມພະແນກຍຸຕິທຳແຂວງ ວຽງຈັນສົກປີ 2017 ໄລຍະ 1 ປີຜ່ານມາຄະນະໜ່ວຍຮາກຖານຊາວໜຸ່ມຂອງພວກເຮົາໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ - ແນວຄິດໃຫ້ແກ່ສະມາຊິກຊາວໜຸ່ມໂດຍການນຳເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບ ແລະ ຂໍ້ແຂ່ງຂັນຂອງຊາວໜຸ່ມມາເຜີຍແຜ່ເຊື່ອມຊຶມໃຫ້ແກ່ສະມາຊິກຊາວໜຸ່ມພາຍໃນໜ່ວຍ ເຮັດໃຫ້ເຂົາເຈົ້າມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ, ຕໍ່ອຸດົມການຂອງຕົນໂດຍຜ່ານການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມເຫັນວ່າບັນລຸໄດ້ຕາມທິດທາງແຜນການ ແລະ ຄາດໝາຍສູ້ຊົນ, ເນື້ອໃນຂໍ້ແຂ່ງຂັນ 4 ບຸກໃນແຕ່ລະດ້ານສາມາດປະເມີນໄດ້ 85% ຂຶ້ນໄປ, ສະມາຊິກຊາວໜຸ່ມພາຍໃນໜ່ວຍໄດ້ຮັບການຢັ້ງຢືນ 100% ໃນພິທີຍັງໄດ້ມອບ-ຮັບໃບຢັ້ງຢືນ 4 ບຸກ ໃຫ້ແກ່ຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມຜູ້ທີ່ມີຜົນງານດີເດັ່ນໃນ 1 ປີຜ່ານມາ ແລະ ພ້ອມກັນຈັບມືແຂ່ງຂັນ.
ໃນຕອນທ້າຍ ທ່ານ ນາງ ພິມມະສອນ ສຸທຳມະວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ວຽງຈັນໄດ້ໃຫ້ກຽດໂອ້ລົມຕໍ່ ຄະນະຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມວ່າ ຈົ່ງເປັນເຈົ້າການ ແລະ ເຜີຍແຜ່ມະຕິ, ຄຳສັ່ງ, ຂໍ້ກຳນັດ, ກົດລະບຽບ, ກົດໝາຍ, ຂໍ້ແຂ່ງຂັນ 4 ບຸກ ແລະ ບັນດາເອກະສານຕ່າງໆ ທີ່ຕິດພັນກັບວຽກງານຊາວໜຸ່ມພວກເຮົາ. ສຶບຕໍ່ຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 4 ບຸກໃຫ້ເປັນປົກກະຕິ ສຶບຕໍ່ສ້າງສະມະຊິກຊາວໜຸ່ມເຂົ້າເປັນສະມະຊິກພັກ ສຶກສາອົບຮົມສ້າງອາຊີບເສີມໃຫ້ແກ່ສະມາຊິກໃຫ້ກາຍເປັນຄອບຄົວຕົນແບບ ແລະ ຍາດໃຫ້ໄດ້ທຸງໄຊນາມມະຍົດ.
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພິທີປະກາດ 4 ບຸກ ຮອບ III ຂອງໜ່ວຍຮາກຖານຊາວໜຸ່ມ ພະແນກຍຸຕິທຳແຂວງວຽງຈັນ | ພິທີປະກາດ 4 ບຸກ ຮອບ III ຂອງໜ່ວຍຮາກຖານຊາວໜຸ່ມ ພະແນກຍຸຕິທຳແຂວງ ວຽງຈັນ |
https://www.moj.gov.la/lo/node/1221 | ຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VI ປີ 2018 ໄດ້ໄຂຂື້ນຢ່າງເປັນທາງການໃນເວລາ 13 ໂມງ 30 ນາທີ ຂອງວັນທີ 05 ມິຖຸນາ 2018 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ບຸນຮຽນ ແກ້ວບົວພາດ ຄະນະປະຈຳພັກແຂວງ, ປະທານກວດກາພັກ, ຫົວໜ້າພະແນກກວດກາລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ, ຜູ້ຊີ້ນຳວຽກງານຍຸຕິທຳ ພ້ອມດ້ວຍຄະນະຮັບຜິດຊອບ, ອາຈານສອນ ແລະ ນັກສຳມະນາກອນທີ່ມາຈາກຄະນະພະແນກ, ອົງການທຽບເທົ່າ, ກຳລັງປກສ, ປກຊ ແລະ ບັນດາ 05 ຕົວເມືອງຂອງແຂວງອັດຕະປືເຂົ້າຮ່ວມ.
ທ່ານ ສີໄລ ສີສະແຫວງສຸກ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ ສະມາຊິກສະພາປະຊາຊົນແຂວງໄດ້ຜ່ານແຜນການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ໃຫ້ພະນັກງານຫຼັກແຫຼ່ງຂັ້ນແຂວງ ແລະ ເມືອງ ຊຸດທີ VI ປີ 2018 ຕໍ່ກອງປະຊຸມວ່າ: ການເປີດຝຶກອົບຮົມການຮຽນ-ການສອນກົດໝາຍໄລຍະສັ້ນ ຊຸດທີ VI ຂອງແຂວງ ອັດຕະປືໃນຄັ້ງນີ້ແມ່ນເພື່ອສືບຕໍ່ປະຕິບັດຕາມຫຼັກສູດການຝຶກອົບຮົມກົດໝາຍຂັ້ນພື້ນຖານຂອງກະຊວງຍຸຕິທຳ. ພ້ອມກັນນັ້ນ, ຍັງເປັນການປະກອບສ່ວນອັນສໍຳຄັນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວກ່ຽວກັບການສ້າງລັດແຫ່ງກົດໝາຍແຕ່ນີ້ຮອດປີ 2020, ມະຕິກອງປະຊຸມໃຫ່ຍຄັ້ງທີ X ຂອງອົງຄະນະພັກແຂວງອັດຕະປື, ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 03/ກມສພ ວ່າດ້ວຍການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ. ການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ແມ່ນໄດ້ເລັ່ງໃສ່ພະນັກງານນຳພາຫຼັກແຫຼ່ງຂອງບັນດາອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ສະຫະພັນນັກຮົບເກົ່າ, ກຳມະການພັກແຂວງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າພະແນກ, ຄະນະກອງບັນຊາການ ປກຊ-ປກສ ແລະ ຄະນະກອງບັນຊາການປກຊ-ປກສ ເມືອງ ໂດຍທັງໝົດປະກອບມີ 50 ທ່ານ, ຍິງ 10 ທ່ານ; ຊຶ່ງຜູ້ເຂົ້າຝຶກອົບຮົມທັງໝົດແມ່ນຖືກຄັດເລືອກຈາກຄະນະພັກ, ຄະນະນໍາແຕ່ລະຂັ້ນ ແລະ ຄວາມເປັນເອກະພາບຂອງຂະແໜງການທີ່ກ່ຽວຂ້ອງ ແລະ ຄະນະຮັບຜິດຊອບການຝຶກອົບຮົມ ໂດຍມີຂໍ້ຕົກລົງແຕ່ງຕັ້ງຈາກທ່ານເຈົ້າແຂວງ. ສຳລັບເນື້ອໃນຂອງການຝຶກອົບຮົມກົດໝາຍໃນຄັ້ງນີ້ແມ່ນໄດ້ຄັດເລືອກເອົາຈຳນວນ 28 ກົດໝາຍ, 21 ໜ່ວຍກິດ, 315 ຊົ່ວໂມງ ໃຊ້ເວລາຮຽນທັງໝົດ 45 ວັນ ໂດຍບໍ່ນັບວັນພັກທາງລັດຖະການ ແລະ ວັນພັກທາງສາສະໜາ. ຊຶ່ງກົດໝາຍທີ່ໄດ້ຄັດເລືອກມານີ້ແມ່ນລ້ວນແຕ່ມີຄວາມສຳຄັນທີ່ຕິດພັນກັບການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງພະນັກງານການນຳ , ຕິດພັນກັບການດຳລົງຊີວິດປະຈຳວັນຂອງປະຊາຊົນບັນດາເຜົ່າພາຍໃນແຂວງ.
ໃນໂອກາດອັນສະຫງ່າລາສີນີ້, ທ່ານ ບຸນຮຽນ ແກ້ວບົວພາດ ຄະນະປະຈຳພັກແຂວງ, ປະທານກວດກາພັກ, ຫົວໜ້າພະແນກກວດກາລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ, ຜູ້ຊີ້ນຳວຽກງານຍຸຕິທຳ ໄດ້ໃຫ້ກຽດຊີ້ນຳ ແລະ ໂອ້ລົມຕໍ່ພະນັກງານນຳພາຫຼັກແຫຼ່ງຂັ້ນເມືອງ ແລະ ແຂວງ ພາຍໃຕ້ກອງປະຊຸມໃນຄັ້ງນີ້ວ່າ: ເພື່ອເຮັດໃຫ້ການຊີ້ນຳ, ນຳພາການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມມີຄວາມສອດຄ່ອງ, ກົມກຽວເປັນໄປຕາມລັດຖະທຳມະນູນ ແລະ ກົດໝາຍ ໂດຍແນໃສ່ບັນຫາພື້ນຖານສຳຄັນໃນການສ້າງລັດແຫ່ງກົດໝາຍ ທີ່ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນແມ່ບົດພັດທະນາລັດແຫ່ງກົດໝາຍຮອດປີ 2020, ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງອັດຕະປື, ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 03/ກມສພ ວ່າດ້ວຍການສ້າງແຂວງເປັນຫົວໜ່ວຍຍຸດທະສາດ ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ຫຼື ເອີ້ນຫຍໍ້ວ່າ ມະຕິ 3 ສ້າງ ໃຫ້ເຂົ້າສູ່ຊິວິດຕົວຈິງນັ້ນ; ເຫັນວ່າ ພະນັກງານນຳພາ, ຄຸ້ມຄອງຫຼັກແຫຼ່ງຂອງອົງການຈັດຕັ້ງຕ່າງໆໃນລະບົບການເມືອງຢູ່ຂັ້ນແຂວງ ແລະ ເມືອງ ແມ່ນມີຄວາມຈຳເປັນຢ່າງຍິ່ງທີ່ຈະຕ້ອງໄດ້ມີຄວາມຮູ້ພື້ນຖານດ້ານກົດໝາຍ ຊຶ່ງເປັນອັນລະອຽດຂອງແນວທາງນະໂຍບາຍຂອງລັດແຕ່ລະດ້ານທີ່ພັກກຳອຳນາດວາງອອກ ແລະ ທັງເປັນການຍົກລະດັບໃຫ້ພະນັກງານຫຼັກແຫຼ່ງມີຄວາມຮູ້ພື້ນຖານທາງດ້ານກົດໝາຍ, ມີຄວາມສາມາດໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍລະບຽບກົດໝາຍ, ເພື່ອເພີ່ມທະວີໃຫ້ການແບ່ງຂັ້ນຄຸ້ມຄອງ ແລະ ການມອບຄວາມຮັບຜິດຊອບທາງດ້ານວິຊາການຂອງແຕ່ລະຂະແໜງການຢ່າງລະອຽດຈະແຈ້ງ, ຖືກຕ້ອງຕາມທິດທາງທີ່ວ່າ: ສ້າງແຂວງເປັນຫົວໜ່ວຍຍຸດທະສາດໃນການຄຸ້ມຄອງລັດດ້ວຍກົດໝາຍ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງທາງດ້ານກົດໝາຍ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາສະຕິເຄົາລົບກົດໝາຍໃຫ້ສູງຂຶ້ນ.
ດັ່ງນັ້ນ, ພະນັກງານການຳຫຼັກແຫຼ່ງທຸກທ່ານ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບຂອງຕົນ, ພ້ອມກັນຕັ້ງໜ້າສຸມສະຕິປັນຍາ, ເຫື່ອແຮງເຂົ້າໃສ່ການຄົ້ນຄ້ວາ ແລະ ຮ່ຳຮຽນ ເພື່ອກຳແໜ້ນເນື້ອໃນພື້ນຖານຂອງກົດໝາຍເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນໃຫ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ໃຫ້ປະກົດຜົນເປັນຈິງ.
ພາບ ແລະ ຂ່າວໂດຍ ພ.ສະເຫຼີມສັກ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ແຂວງອັດຕະປື ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VI ປີ 2018 | ແຂວງອັດຕະປື ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VI ປີ 2018 |
https://www.moj.gov.la/lo/node/1222 | ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ໃນວັນທີ 1 ມິຖຸນາ 2018 ທີ່ຜ່ານມາ ພະແນກຍຸຕິທໍາແຂວງເຊກອງ, ໄດ້ຈັດງານສະເຫຼີມສະຫຼອງວັນເດັກນ້ອຍສາກົນຂຶ້ນ, ໃຫ້ກຽດເປັນປະທານໂດຍ ທ່ານ ທອງຄຳ ທຳມະວົງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າພະແນກຍຸຕິທຳແຂວງ, ທັງເປັນຄະນະກຳມະທິການເພື່ອຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກຂອງແຂວງ, ທ່ານ ນາງ ມະນີວອນ ສາຍນໍ້າລິນ ຮອງປະທານຄະນະກຳມະທິການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກຂອງແຂວງ ເຊກອງ, ພ້ອມດ້ວຍບໍລິສັດລາວໂທລະຄົມສາຂາແຂວງ ເຊກອງ, ມີຄອບຄົວຂອງ ທ່ານ ຫົວໜ້າພະແນກຍຸຕິທຳແຂວງ, ບັນດາພະນັກງານພາຍໃນພະແນກ ພ້ອມດ້ວຍຄອບຄົວ ເຂົ້າຮ່ວມ ທັງໝົດ 143 ຄົນ, ໃນນັ້ນ ມີຫຼານນ້ອຍເຂົ້າຮ່ວມ 57 ຄົນ.
ກິດຈະກຳສະເຫຼີມສະຫຼອງວັນເດັກ ມີການຫຼີ້ນເກມ ແລະ ແຂ່ງຂັນກິລາຂອງຫຼານນ້ອຍ ປະເພດຕ່າງໆ ເຊັ່ນ: ເກມແຂ່ງຂັນຢຽບປູມເປົ້າໃຫ້ແຕກ, ເກມກິນໝາກກ້ວຍ ພາຍຫຼັງສິ້ນສຸດຫຼີ້ນເກມແລ້ວ ຄະນະນຳພະແນກຍຸຕິທຳແຂວງ ໄດ້ແຈກຢາຍຂະໜົມ, ຂອງຂັວນລາງວັນ ເພື່ອໃຫ້ແກ່ຫຼານນ້ອຍ.
ໃນວັນດຽວກັນນັ້ນເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ມີຄະນະປະຈຳພັກແຂວງ, ກໍາມະການພັກແຂວງ, ບັນດາຫົວໜ້າພະແນກການ ພ້ອມດ້ວຍ ທ່ານ ຄຳບາງ ພະສະແຫວງ ເລຂາໜ່ວຍພັກຫົວໜ້າພະແນກຍຸຕິທຳແຂວງ ແລະ ພະນັກງານພະແນກຍຸຕິທຳແຂວງ ໄດ້ເຂົ້າຮ່ວມພິທີປູກຕົ້ນໄມ້ຢູ່ໂຮງຮຽນ ມສ ບ້ານຊຽງຫຼວງ ເມືອງດາກຈຶງ ແຂວງ ເຊກອງ ເພື່ອຕ້ອນຮັບວັນດັ່ງກ່າວ ຢ່າງເປັນຂະບວນການຟົດຟື້ນ.
ຂຽນຂ່າວ-ຖ່າຍພາບ: ພູພຽງໃຈ ພິມມະວົງສາ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຢູ່ພະແນກຍຸຕິທຳ ແຂວງ ເຊກອງ | ການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຢູ່ພະແນກຍຸຕິທຳ ແຂວງ ເຊກອງ |
https://www.moj.gov.la/lo/node/1223 | ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 08-ມິຖຸນາ-2018ເລກທີຂອງເອກະສານ: 1
Video Link
ລາຍການຄວາມຮູ້ທາງກົດໝາຍ 06/06/2018 | ລາຍການຄວາມຮູ້ທາງກົດໝາຍ 06/6/2018 |
https://www.moj.gov.la/lo/node/1224 | ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 08-ມິຖຸນາ-2018ເລກທີຂອງເອກະສານ: 1
Video Link
ລາຍການຄວາມຮູ້ທາງກົດໝາຍ 08/6/2018 | ລາຍການຄວາມຮູ້ທາງກົດໝາຍ 08/6/2018 |
https://www.moj.gov.la/lo/node/1225 | ເພື່ອເຮັດໃຫ້ນັກສຶກສາກົດໝາຍ ຂອງສະຖາບັນຍຸຕິທຳແຫ່ງຊາດ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມໝາຍຄວາມສຳຄັນ ແລະ ຂັ້ນຕອນໃນການສ້າງສຳນວນຄະດີຈຳລອງ, ດັ່ງນັ້ນ ໃນຕອນບ່າຍຂອງວັນທີ 6 ມິຖຸນາ 2018 ສະຖາບັນຍຸຕິທຳແຫ່ງຊາດ ຮ່ວມກັບອົງການຮ່ວມມືສາກົນຍີ່ປຸ່ນ (JICA) ໄດ້ເປີດການສິດສອນທົດລອງການນຳໃຊ້ສຳນວນຄະດີຈຳລອງຂຶ້ນຢູ່ທີ່ສະຖາບັນຍຸຕິທຳແຫ່ງຊາດ ເພື່ອນຳເຂົ້າໃນການຮຽນ-ການສອນ ໂດຍການເປັນປະທານຂອງທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ເຂົ້າຮ່ວມມີທ່ານ ອາຈານ ຮາໂຕໂກະ ມາຊະໂນຣິ ທີ່ປຶກສາກິຕິມະສັກ ຊ່ຽວຊານຄະດີອາຍາ ຈາກປະເທດຍີ່ປຸ່ນ, ມີບັນດາຄູ-ອາຈານ ຈາກຄະນະ: ນິຕິສາດ-ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ, ທີມງານຈາກອົງການຮ່ວມມືສາກົນຍີ່ປຸ່ນ (JICA) ຕະຫຼອດຮອດຄູ-ອາຈານ ແລະ ນັກສຶກສາຂອງສະຖາບັນຍຸຕິທຳແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງການເປີດການສິດສອນທົດລອງການນຳໃຊ້ສຳນວນຄະດີຈຳລອງເຂົ້າໃນການຮຽນ-ການສອນໃນຄັ້ງນີ້ ແມ່ນເນັ້ນໜັກໃສ່ການສອນທົດລອງດ້ວຍການນຳໃຊ້ສຳນວນຄະດີອາຍາ ແລະ ສຳນວນຄະດີແພ່ງຈຳລອງ ໂດຍອາຈານທີ່ມີຄວາມຮູ້ ຄວາມສາມາດ ແລະ ມີປະສົບການສະເພາະດ້ານ ຈາກ ສປປ ລາວ ແລະ ປະເທດຍີ່ປຸ່ນ ຊຶ່ງໃນການສິດສອນຕົວຈິງຈະໄດ້ມີການຈັດກິດຈະກຳ ໂດຍເອົານັກສຶກສາເປັນໃຈກາງ ໂດຍມີການຖາມ-ຕອບ ແລະ ແລກປ່ຽນຄຳຄິດຄຳເຫັນ ພ້ອມທັງອະທິບາຍລະອຽດກ່ຽວກັບຂັ້ນຕອນໃນການສ້າງສຳນວນຄະດີອາຍາ ແລະ ສຳນວນຄະດີແພ່ງ ແນ່ໃສ່ເຮັດໃຫ້ນັກສຶກສາກົດໝາຍຂອງສະຖາບັນຍຸຕິທຳແຫ່ງຊາດ ໄດ້ຄົ້ນຄວ້າ ແລະ ສົມທຽບລະຫວ່າງທິດສະດີ ແລະ ພາກປະຕິບັດຕົວຈິງ ຊຶ່ງຈະສ້າງຄວາມຮັບຮູ້ອັນໃໝ່ໃຫ້ແກ່ນັກສຶກສາທີ່ສາມາດນຳໄປໝູນໃຊ້ເຂົ້າໃນການສຶກສາຄົ້ນຄວ້າ-ຮໍ່າຮຽນໃຫ້ປະສົບຜົນສຳເລັດ.
ຊຶ່ງການສິດສອນດັ່ງກ່າວໄດ້ດຳເນີນມາຮອດວັນທີ 8 ມິຖຸນາ 2018 ຈຶ່ງປິດລົງດ້ວຍຜົນສຳເລັດອັນຈົບງາມ.
ຂ່າວ: ອ່ອນຄຳ, ພາບ: ສົມຫັວງ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ສະຖາບັນຍຸຕິທຳແຫ່ງຊາດ ຮ່ວມກັບອົງການຮ່ມມືສາກົນຍີ່ປຸ່ນ (JICA) | ສະຖາບັນຍຸຕິທຳແຫ່ງຊາດ ຮ່ວມກັບອົງການຮ່ວມມືສາກົນຍີ່ປຸ່ນ (JICA) ເປີດການສິດສອນທົດລອງການນຳໃຊ້ສຳນວນຄະດີຈຳລອງເຂົ້າໃນການຮຽນ-ການສອນ |
https://www.moj.gov.la/lo/node/1226 | ໂດຍອີງຕາມວາລະຂອງກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຕອນເຊົ້າຂອງວັນທີ 7 ມິຖຸນາ 2018 ທີ່ຜ່ານມາ ຢູ່ທີ່ສະພາແຫ່ງຊາດ ໄດ້ມີການສະເໜີບົດລາຍງານຂອງລັດຖະບານ ກ່ຽວກັບການປະຕິບັດມະຕິ ຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 018/ສພຊ, ລົງວັນທີ 28 ພະຈິກ 2016 ວ່າດ້ວຍການອອກນິຕິກຳໃຕ້ກົດໝາຍ, ຊຶ່ງຢູ່ໃນຄວາມຮັບຜິດຊອບຂອງກະຊວງຍຸຕິທຳ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ.
ໃນກອງປະຊຸມ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຂຶ້ນຜ່ານບົດລາຍງານກ່ຽວກັບ ການຈັດຕັ້ງຜັນຂະຫຍາຍກົດໝາຍເປັນນິຕິກຳໃຕ້ກົດໝາຍໃນໄລຍະຜ່ານມາ ເພື່ອຜັນຂະຫຍາຍບັນດາກົດໝາຍທີ່ໄດ້ຮັບຮອງ ແລະ ປະກາດໃຊ້ ໃຫ້ເປັນອັນລະອຽດ ແລະ ການຈັດຕັ້ງປະຕິບັດຕົວຈິງໃຫ້ຖືກຕ້ອງຕາມກົດໝາຍນັ້ນ, ໄດ້ມີບັນດາມາດຕາຂອງກົດໝາຍຈຳນວນໜຶ່ງ ກຳນົດວ່າ ຈະມີລະບຽບການສະເພາະຕ່າງຫາກ ຊຶ່ງຈະຕ້ອງໄດ້ຜັນຂະຫຍາຍ ບັນດາມາດຕາເຫຼົ່ານັ້ນ ໃຫ້ເປັນນິຕິກຳໃຕ້ກົດໝາຍ, ຊຶ່ງຜ່ານມາກະຊວງຍຸຕິທຳ ກໍໄດ້ພະຍາຍາມປະສານສົມທົບ ກັບຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ບັນດາກະຊວງ-ອົງການລັດທຽບເທົ່າກະຊວງ ໃນການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ປະຈຳປີ, ໂດຍເປັນເຈົ້າການ ຈັດກອງປະຊຸມຮ່ວມ ກັບບັນດາກະຊວງ-ອົງການລັດທຽບເທົ່າກະຊວງ ປຶກສາຫາລື ແລະ ທົບທວນແຜນການສ້າງ ແລະ ປັບປຸງກົດໝາຍຂອງຕົນ ແລະ ຢັ້ງຢືນຄວາມພ້ອມຂອງຮ່າງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ຂອງແຕ່ລະຂະແໜງການກ່ອນຈະນຳສະເໜີຜ່ານກອງປະຊຸມລັດຖະບານ.
ຊຶ່ງຜ່ານການຈັດຕັ້ງປະຕິບັດມະຕິ ຂອງສະພາແຫ່ງຊາດ ສະບັບເລກທີ 018/ສພຊ, ລົງວັນທີ 28 ພະ ຈິກ 2016 ວ່າດ້ວຍການອອກນິຕິກຳໃຕ້ກົດໝາຍ ແລະ ຜັນຂະຫຍາຍເປັນມາດຕາຂອງກົດໝາຍ ທີ່ສະພາແຫ່ງຊາດ ໄດ້ຮັບຮອງ ໃນກອງປະຊຸມສະໄໝສາມັນ ເທືອທີ 2 ແລະ ເທື່ອ 3 ຂອງສະພາແຫ່ງຊາດ ຊຸດທີ VIII ຊຶ່ງລວມມີທັງໝົດ 321 ມາດຕາ ໃນນີ້ຜັນຂະຫຍາຍເປັນນິຕິກຳໃຕ້ກົດໝາຍ ແລະ ປະກາດໃຊ້ແລ້ວ ມີ 217 ມາດຕາ, ໄດ້ຮ່າງເປັນນິຕິກຳໃຕ້ກົດໝາຍ ແຕ່ບໍ່ທັນໄດ້ຮັບຮອງ ແລະ ປະກາດໃຊ້ ມີ 57 ມາດຕາ ແລະ ຍັງອີກ 49 ມາດຕາ ທີ່ບໍ່ທັນໄດ້ຜັນຂະຫຍາຍ.
ຫຼັງຈາກນັ້ນ ທ່ານ ສາຍທອງ ແກ້ວດວງດີ ກໍໄດ້ຂຶ້ນປະກອບຄຳເຫັນຕໍ່ກັບບົດລາຍງານດັ່ງກ່າວ ພ້ອມດຽວກັນນີ້ ບັນດາສະມາຊິກສະພາແຫ່ງຊາດກໍໄດ້ ປະກອບຄຳຄິດຄຳເຫັນ ແລະ ມີຄຳຖາມເຈາະຈີ້ມຈຳນວນໜຶ່ງຕໍ່ບົດລາຍງານດັ່ງກ່າວ.
ໃນຕອນທ້າຍ ທ່ານນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ ກໍໄດ້ມີການສັງລວມບັນດາຄຳຄິດເຫັນຕ່າງໆຂອງສະມາຊິກສະພາແຫ່ງຊາດ ພ້ອມທັງເນັ້ນໜັກໃຫ້ມີການສືບຕໍ່ກວດກາການສ້າງແຜນ ແລະ ປັບປຸງບັນດານິຕິກຳຂອງບັນດາກະຊວງ-ອົງການລັດທຽບເທົ່າຄືນໃໝ່ ເພື່ອໃຫ້ແທດເໝາະກັບສະພາບຕົວຈິງ ແນ່ໃສ່ໃຫ້ກົດໝາຍໃດທີ່ສະພາແຫ່ງຊາດຮັບຮອງ ປະທານປະເທດປະກາດໃຊ້ແລ້ວ ແລະ ພາຍຫຼັງລົງຈົດໝາຍເຫດທາງລັດຖະການແລ້ວນັ້ນ ໃຫ້ສາມາດນຳໄປຈັດຕັ້ງປະຕິບັດໄດ້ເລີຍ ເພື່ອຮັບປະກັນໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ໃຫ້ວ່ອງໄວ ແລະ ປາກົດຜົນເປັນຈິງ.
ຂ່າວ: ອ່ອນຄຳ ໄຊຍະວົງ ພາບ: ສົມຫັວງ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກະຊວງຍຸຕິທຳ ຜ່ານບົດລາຍງານຂອງລັດຖະບານ ກ່ຽວກັບການປະຕິບັດມະຕິ | ກະຊວງຍຸຕິທຳ ຜ່ານບົດລາຍງານຂອງລັດຖະບານ ກ່ຽວກັບການປະຕິບັດມະຕິ ຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 018/ສພຊ, ລົງວັນທີ 28 ພະຈິກ 2016 ວ່າດ້ວຍການອອກນິຕິກຳໃຕ້ກົດໝາຍ |
https://www.moj.gov.la/lo/node/1227 | ເພື່ອເປັນການສະເຫຼີມສະຫອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2018 ກະຊວງຍຸຕິທຳ ໄດ້ຈັດກິດຈະກຳປູກຕົ້ນໄມ້ຂຶ້ນ ທີ່ບໍລິເວນຕຶກກະຊວງຍຸຕິທຳຫຼັງໃໝ່ ໂດຍການນໍາພາຂອງທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຮອງລັດຖະມົນຕີ, ບັນດາຄະນະພັກ-ຄະນະນຳກະຊວງ, ຕະຫຼອດພະນັກງານ-ລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ ແລະ ເປັນຂະບວນການຟົດຟື້ນ.
ການຈັດກິດຈະກຳປູກຕົ້ນໄມ້ໃນຄັ້ງນີ້ ກໍເພື່ອເປັນການປູກຈິດສຳນຶກໃນການຮັກ, ຫວງແຫນປ່າໄມ້ ແລະ ສິ່ງແວດລ້ອມທຳມະຊາດ ໃຫ້ແກ່ພະນັກງານ-ລັດຖະກອນຂອງກະຊວງຍຸຕິທຳ ພ້ອມທັງປະກອບສ່ວນໃນການຈັດຕັ້ງປະຕິບັດຄາດໝາຍດ້ານສິ່ງແວດລ້ອມ ແລະ ຍຸດທະສາດປ່າໄມ້ແຕ່ນີ້ ຮອດປີ 2020 ຂອງລັດຖະບານ ໃຫ້ປະກົດຜົນເປັນຈິງ ນອກຈາກນັ້ນ ກໍເພື່ອປົກປັກຮັກສາຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ ແລະ ການນຳໃຊ້ຢ່າງມີປະສິດທິພາບຕາມ ທິດສີຂຽວ ແລະ ຍືນຍົງ ຕາມຄຳຂວັນທີ່ວ່າ ຊວ່ຍກັນປູກ ຊວ່ຍກັນຮັກສາ ແລະ ຟື້ນຟູປ່າໄມ້ ໃຫ້ອຸດົມສົມບູນໃນວັນນີ້ ຊີວິດຈະສົດໃສດີໃນວັນໜ້າ. ແລະ ຍັງເປັນການປະຕິບັດນະໂຍບາຍ ສ ສີຂຽວ ຂອງນະຄອນຫຼວງວຽງຈັນວາງອອກໃຫ້ປະກົດຜົນເປັນຈິງ .
ສຳລັບຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ ແມ່ນຕົ້ນໄມ້ທີ່ເປັນຮົ່ມ, ຕົ້ນໄມ້ປະດັບ ແລະ ຕົ້ນໄມ້ກິນໝາກ ຊຶ່ງບັນຍາກາດໃນວັນດັ່ງກ່າວເຕັມໄປດ້ວຍບັນຍາກາດຝົດຟື້ນ ແລະ ມ່ວນຊື່ນ.
ຂ່າວ ອ່ອນຄຳ , ພາບ ສົມຫັວງ, ສຸກສາຄອນ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກະຊວງຍຸຕິທຳ ຈັດກິດຈະກຳປູກຕົ້ນໄມ້ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ | ກະຊວງຍຸຕິທຳ ຈັດກິດຈະກຳປູກຕົ້ນໄມ້ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ |
https://www.moj.gov.la/lo/node/1228 | ໃນຕອນບ່າຍຂອງວັນທີ 25 ພຶດສະພາ 2018 ຜ່ານມານີ້ ພະແນກຍຸຕິທໍາແຂວງ ຜົ້ງສາລີໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ແລະ ແນະນໍາວິທີການໂຄສະນາເຜີຍແຜ່ກົດໝາຍໃຫ້ສໍານັກງານ, ອົງການອ້ອມຂ້າງແຂວງຂຶ້ນ ທີ່ສະໂມສອນ ກອງບັນຊາການ ປກສ ແຂວງ ໂດຍການເປັນປະທານຂອງທ່ານ ພອນໄຊ ອ່ອນສາ ຫົວໜ້າພະແນກຍຸຕິທໍາແຂວງ, ໃນນັ້ນມີບັນດາພະນັກງານໂຄສະນາເຜີຍແຜ່ກົດໝາຍປະຈໍາສໍານັກງານ, ອົງການອ້ອມຂ້າງແຂວງ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານ-ລັດຖະກອນພະແນກຍຸຕິທໍາແຂວງເຂົ້າຮ່ວມທັງໝົດ 42 ຄົນ, ຍິງ 12 ຄົນ. ໃນກອງປະຊຸມ ທ່ານ ພອນໄຊ ອ່ອນສາ ຫົວໜ້າພະແນກຍຸຕິທໍາແຂວງ ກໍໄດ້ຂຶ້ນຜ່ານບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານໂຄສະນາເຜີຍແຜ່ກົດໝາຍຢູ່ສໍານັກງານ, ອົງການອ້ອມຂ້າງແຂວງໃນໄລຍະທີ່ຜ່ານມາ ສາມາດເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍໄດ້ ທັງໝົດ 37 ຄັ້ງ, ມີຜູ້ເຂົ້າຮ່ວມຮັບຟັງ 404 ຄົນ, ຍິງ 96 ຄົນ, ໂຄສະນາເຜີຍແຜ່ກົດໝາຍ ທາງວິທະຍຸ-ໂທລະໂຄ່ງຂອງແຂວງໄດ້ 37 ຄັ້ງ ແລະ ອອກບົດຄວາມ ຄວາມຮູ້ທາງດ້ານກົດໝາຍໄດ້ 9 ບົດ, ສອນເປັນຊົ່ວໂມງໄດ້ 3 ຊົ່ວໂມງ, ແຈກຢາຍວາລະສານກົດໝາຍ ແລະ ຍຸຕິທໍາ ຈໍານວນ 41 ຫົວ, ແຈກຢາຍໜັງສືພິມກົດໝາຍ 123 ສະບັບ. ຈາກນັ້ນ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການແນະນໍາກ່ຽວກັບເຕັກນິກ ແລະ ວິທີການໂຄສະນາເຜີຍແຜ່ກົດໝາຍທາງປາກເປົ່າ ຈາກທ່ານ ພວງສັກ ແສງແກ້ວປະເສີດ ຮອງຫົວໜ້າພະແນກຍຸຕິທໍາແຂວງ ແລະ ທ່ານ ນາງ ພອນສະຫວັນ ສັກຕິຄູນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ. ຕອນທ້າຍຂອງກອງປະຊຸມ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການໂອ້ລົມຈາກທ່ານ ພອນໄຊ ອ່ອນສາ ຫົວໜ້າພະແນກຍຸຕິທໍາແຂວງ ກ່ອນອື່ນທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ກັບພະນັກງານໂຄສະນາເຜີຍແຜ່ກົດໝາຍ ປະຈໍາສໍານັກງານ, ອົງການອ້ອມຂ້າງແຂວງ ທີ່ເຫັນໄດ້ເຖິງຄວາມໝາຍ, ຄວາມສໍາຄັນຂອງວຽກງານໂຄສະນາເຜີຍແຜ່ກົດໝາຍ ແລະ ມີຄວາມເອົາໃຈໃສ່ໃນການໂຄສະນາເຜີຍແຜ່ບັນດາກົດໝາຍທີ່ກ່ຽວຂ້ອງກັບຂະແໜງການຕົນດ້ວຍຄວາມຮັບຜິດຊອບສູງ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ບັນດາພະແນກການອ້ອມຂ້າງ ຈົ່ງສືບຕໍ່ນໍາເອົາບັນດາກົດໝາຍທີ່ກ່ຽວຂ້ອງກັບຂະແໜງການຂອງຕົນໄປຜັນຂະຫຍາຍໂຄສະນາເຜີຍແຜ່ໃຫ້ຖັນແຖວພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ເພື່ອໃຫ້ຮັບຮູ້ ເຂົ້າໃຈຢ່າງເລິກເຊິ່ງ ແລະ ກວ້າງຂວາງ.
ຂ່າວ: ຄໍາສຸກ ພົມວັນລາວລີ. ປັບປຸງຂ່າວ ອ່ອນຄໍາ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທໍາຂວງຜົ້ງສາລີ ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ | ພະແນກຍຸຕິທໍາແຂວງຜົ້ງສາລີ ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ແລະ ແນະນໍາວິທີການໂຄສະນາເຜີຍແຜ່ກົດໝາຍໃຫ້ສໍານັກງານ, ອົງການອ້ອມຂ້າງແຂວງ ຜົ້ງສາລີ |
https://www.moj.gov.la/lo/node/1229 | ເພື່ອເປັນການຈັດຕັ້ງຜັນຂະຫຍາຍກອງປະຊຸມ ສີ່ພາກສ່ວນຂັ້ນສູນກາງ ລະຫວ່າງ ກະຊວງ ຍຸຕິທຳ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງ ປ້ອງກັນຄວາມສະຫງົບ ໃຫ້ປະກົດຜົນເປັນຈິງ.
ໃນຕອນເຊົ້າຂອງວັນທີ 30 ພຶດສະພາ 2018 ຜ່ານມານີ້ ຫ້ອງການຍຸຕິທຳເມືອງ ຈັນທະບູລີ ສົມທົບກັບ ສານປະຊາຊົນ ເຂດ III ຈັດກອງປະຊຸມ ສີ່ພາກສ່ວນ ກ່ຽວກັບການດຳເນີນຄະດີຂອງແຕ່ລະພາກສ່ວນໃຫ້ເຂົ້າສູ່ຂະບວນຍຸຕິທຳ ໂດຍການເປັນປະທານຂອງທ່ານ ຄຳພິທູນ ຈັນທະກຸນ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ເມືອງຈັນທະບູລີ, ມີບັນດາ ຫົວໜ້າ-ຮອງຫົວໜ້າ ຫ້ອງການຍຸຕິທຳເມືອງ, ສານປະຊາຊົນເຂດ III, ອົງການໄອຍະການປະຊາຊົນເຂດ III ແລະ ກອງບັນຊາການ ປກສ ເມືອງ ຈັນທະບູລີ ຕະຫຼອດ ຮອດຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 20 ທ່ານ, ຍິງ 9 ທ່ານ.
ໃນກອງປະຊຸມຜູ້ເຂົ້າຮ່ວມ ກໍໄດ້ພ້ອມກັນປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນກ່ຽວກັບການດຳເນີນຄະດີແພ່ງ ແລະ ການດຳເນີນຄະດີອາຍາ ທີ່ເຫັນວ່າຍັງມີຂໍ້ຫຍຸ້ງຍາກ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງທີ່ຈະຕ້ອງສືບຕໍ່ປະສານສົມທົບກັນແກ້ໄຂ ແລະ ພ້ອມດຽວກັນນັ້ນ ກໍໄດ້ພ້ອມກັນວາງທິດທາງແຜນການຕໍ່ໜ້າກ່ຽວກັບການແກ້ໄຂຄະດີຕ່າງໆ ໃຫ້ເຂົ້າສູ່ຂະບວນການຍຸຕິທຳນັບມື້ນັບຫຼາຍຂຶ້ນ.
ພ້ອມທັງເປັນການແລກປ່ຽນ ແລະ ຖອດຖອນບົດຮຽນ ກ່ຽວກັບການດຳເນີນຄະດີຂອງແຕ່ລະພາກສ່ວນໃຫ້ເຂົ້າສູ່ຂະບວນການຍຸຕິທຳ ໂດຍສະເພາະກໍແມ່ນການປະສານສົມທົບກັນຂອງທັງສີ່ພາກສ່ວນໃນການດຳເນີນຄະດີແພ່ງ ແລະ ການດຳເນີນຄະດີອາຍາໃຫ້ດຳເນີນໄປຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ ຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍ.
ຂ່າວ ອ່ອນຄຳ ໄຊຍະວົງ
ພາບ ສົມຫວັງ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຫ້ອງການຍຸຕິທຳເມືອງ ຈັນທະບູລີ ສົມທົບກັບ ສານປະຊາຊົນເຂດ III | ຫ້ອງການຍຸຕິທຳເມືອງ ຈັນທະບູລີ ສົມທົບກັບ ສານປະຊາຊົນເຂດ III ຈັດກອງປະຊຸມ ສີ່ພາກສ່ວນ ກ່ຽວກັບການດຳເນີນຄະດີໃນຂະບວນຍຸຕິທຳ |
https://www.moj.gov.la/lo/node/1230 | ທີ່ຫ້ອງປະຊຸມຊັ້ນສອງຂອງກະຊວງຍຸຕິທໍາ ໄດ້ເປີດກອງປະຊຸມປືກສາຫາລື ກ່ຽວກັບ (ຮ່າງ) ກົດໝາຍວ່າດ້ວຍ ສໍານັກງານຜູ້ຕາງໜ້າ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາຢູ່ຕ່າງປະເທດຂຶ້ນ ໃນຕອນເຊົ້າຂອງວັນທີ 11 ມິຖຸນາ 2018 ຊຶ່ງກອງປະຊຸມຈະດໍາເນີນເປັນເວລາ ສອງວັນ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີ ກະຊວງຍຸຕິທໍາ ແລະ ທ່ານ ນາງ ຄໍາເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ວິຊາການກົດໝາຍ ຂອງສອງກະຊວງເຂົ້າຮ່ວມ ຈໍານວນ 16 ທ່ານ, ຍິງ 3 ທ່ານ.
ຈຸດປະສົງຂອງການປະຊຸມ ແມ່ນເພື່ອກວດກາຄືນກ່ຽວກັບການ (ຮ່າງ) ກົດໝາຍວ່າດ້ວຍ ສໍານັກງານຜູ້ຕາງໜ້າ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາຢູ່ຕ່າງປະເທດ ເປັນຕົ້ນ ແມ່ນການກໍານົດຫຼັກການ, ລະບຽບການ, ມາດຕະຖານ ກ່ຽວກັບການຄຸ້ມຄອງ, ຕິດຕາມ ແລະ ກວດກາ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສໍານັກງານຜູ້ຕາງໜ້າ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາຢູ່ຕ່າງປະເທດ ເພື່ອຮັບປະກັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສໍານັກງານຜູ້ຕາງໜ້າ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາຢູ່ຕ່າງປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ແນໃສ່ປະຕິບັດນະໂຍບາຍການຕ່າງປະເທດຂອງ ສປປ ລາວ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ຮ່າງກົດໝາຍ ສະບັບດັ່ງກ່າວປະກອບດ້ວຍ 8 ພາກ, 62 ມາດຕາ ຄື:
ພາກທີ l ບົດບັນຍັດທົ່ວໄປ ( ມີ 7 ມາດຕາ, ມ 1-7), ພາກທີ ll ສໍານັກງານຜູ້ຕາງໜ້າ (ມີ 3 ໝວດ, ມີ 15 ມາດຕາ, ມ 8-22), ພາກທີ lll ສະມະຊິກຂອງສໍານັກງານຜູ້ຕາງໜ້າ (ມີ 7 ໝວດ, ມີ 24 ມາດຕາ, ມ 23-46), ພາກທີ lV ລະບອບວິທີການເຮັດວຽກຂອງສໍານັກງານຜູ້ຕາງໜ້າ (ມີ 5 ມາດຕາ, ມ 47-51), ພາກທີ V ຂໍ້ຫ້າມ (ມີ 2 ມາດຕາ, ມີ 52-53), ພາທີ Vl ການຄຸ້ມຄອງ ແລະ ກວດກາ (ມີ 2 ໝວດ, ມີ 5 ມາດຕາ, ມ 54-58), ພາກທີ Vll ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ (ມີ 2 ມາດຕາ, ມ 59-60), ພາກທີ Vlll ບົດບັນຍັດສຸດທ້າຍ (ມີ 2 ມາດຕາ, ມ 61-62).
ພາຍຫຼັງທີ່ສໍາເລັດກອງປະຊຸມໃນຄັ້ງນີ້ ຄະນະຮັບຜິດຊອບ (ຮ່າງ) ກົດໝາຍສະບັບນີ້ ຈະໄດ້ສືບຕໍ່ເຮັດວຽກຮ່ວມກັນ ເພື່ອນໍາເອົາຄໍາຄິດເຫັນ ຂອງຜູ້ເຂົ້າຮ່ວມ ມາປັບປຸງດ້ານເນື້ອໃນ ເຮັດໃຫ້ (ຮ່າງ) ກົດໝາຍ ມີເນື້ອໃນຄວາມອຸດົມສົມບູນ, ຄົບຖ້ວນຍິ່ງຂຶ້ນ.
ຂຽນຂ່າວ-ຖ່າຍພາບ: ຂົນ ບຸນທິສານ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມປຶກສາຫາລືກ່ຽວກັບ (ຮ່າງ) ກົດໝາຍວ່າດ້ວຍ ສໍານັກງານຜູ້ຕາງໜ້າ | ກອງປະຊຸມປຶກສາຫາລືກ່ຽວກັບ (ຮ່າງ) ກົດໝາຍວ່າດ້ວຍ ສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ |
https://www.moj.gov.la/lo/node/1231 | ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 11-ມິຖຸນາ-2018ເລກທີຂອງເອກະສານ: 1
Video Link | ລາຍການຄວາມຮູ້ທາງກົດໝາຍ 11/6/2018 |
https://www.moj.gov.la/lo/node/1232 | ໃນຕອນເຊົ້າຂອງວັນທີ 13 ມີຖຸນາ 2018 ຢູ່ທີ່ສະໂມສອນກະຊວງຍຸຕິທຳ ໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ບຸນທາ ຊົງເຢີທ່າວ ກຳມະການພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ມີບັນດາທ່ານ ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.
ໂດຍປະຕິບັດຕາມ ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 032/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍ ວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຂອງກະຊວງຍຸຕິທຳ ຮັບຮູ້, ເຂົ້າໃຈຢ່າງລະອຽດ, ເລິກເຊິ່ງ ກ່ຽວກັບຈຸດປະສົງ, ຄວາມໝາຍສຳຄັນ, ຫຼັກການ ແລະ ມາດຕະຖານຂອງແຕ່ລະຕຳແໜ່ງນຳພາ-ຄຸ້ມຄອງແຕ່ລະຂັ້ນ ຢ່າງຖືກຕ້ອງ. ດັ່ງນັ້ນ, ຄະນະບໍລິຫານງານພັກກະຊວງ ຈຶ່ງອອກມະຕິ ວ່າດ້ວຍ ການກຳນົດມາດຕະຖານຂອງພະນັກງານຂະແໜງຍຸຕິທຳ ສະບັບເລກທີ 175/ຄບພ.ກຍ, ລົງວັນທີ 20 ກັນຍາ 2017 ເພື່ອເປັນບ່ອນອີງໃຫ້ແກ່ການເລືອກເຟັ້ນ, ພະນັກງານ-ລັດຖະກອນ ເຂົ້າໃນຕຳແໜ່ງນຳພາ-ຄຸ້ມຄອງ ແຕ່ລະຂັ້ນ ແນ່ໃສ່ເພີ່ມທະວີປັບປຸງການຈັດຕັ້ງຂອງຂະແໜງຍຸຕິທຳ ໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ.
ຫຼັງຈາກນັ້ນ, ທ່ານ ບຸນທາ ຊົງເຢີທ່າວ ກຳມະການພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກໍໄດ້ເຜີຍແຜ່ ມະຕິ ສະບັບເລກທີ 032/ກມສພ, ວ່າດ້ວຍ ວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ເຜີຍແຜ່ມະຕິ ສະບັບເລກທີ 030/ກມສພ, ວ່າດ້ວຍ ມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ.
ຈຸດປະສົງ ແລະ ຄາດໝາຍ ມະຕິວ່າດ້ວຍ ວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແມ່ນການສ້າງແຜນກຳນົດພະນັກງານ, ການຄາດຄະເນເປົ້າໝາຍພະນັກງານທີ່ຈະຈັດວາງເຂົ້າຕຳແໜງ ນຳພາ-ຄຸ້ມຄອງ ແຕ່ລະຂັ້ນ, ແຕ່ລະຂະແໜ່ງການ ແນ່ໃສ່ຮັບປະກັນລັກສະນະສືບທອດປ່ຽນແທນຢ່າງຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ. ກະກຽມບຸກຄະລາກອນໃນລັກສະນະເປີດກວ້າງ ເພື່ອໃຫ້ມີແຫຼ່ງເລືອກເຟັ້ນພະນັກງານນຳພາ-ຄຸ້ມຄອງ ຕອບສະໜອງທາງດ້ານຈຳນວນ, ຄຸນນະພາບ, ໂຄງປະກອບບຸກຄະລາກອນໃຫ້ຄົບຊຸດຕາມຄວາມຮຽກຮ້ອງຕ້ອງການຕາມຕຳແໜງ ນຳພາ-ຄຸ້ມຄອງ ແຕ່ລະຂັ້ນ ແລະ ແຕ່ລະຂະແໜ່ງໃນລະບົບການເມືອງ, ເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ການຫັນປະເທດເປັນອຸດສະຫະກຳ ແລະ ທັນສະໄໝ ເທື່ອລະກ້າວ, ແນ່ໃສ່ປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມຈຸດໝາຍສັງຄົມນິຍົມ.
ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມເຊື່ອມຊຶມເອກະສານການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງກະຊວງຍຸຕິທຳ | ກອງປະຊຸມເຊື່ອມຊຶມເອກະສານການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງກະຊວງຍຸຕິທຳ |
https://www.moj.gov.la/lo/node/1233 | ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 13-ມິຖຸນາ-2018ເລກທີຂອງເອກະສານ: 1
Video Link
ລາຍການຄວາມຮູ້ທາງກົດໝາຍ 10/6/2018 | ລາຍການຄວາມຮູ້ທາງກົດໝາຍ 10/6/2018 |
https://www.moj.gov.la/lo/node/1234 | ໃນວັນທີ 08 ມີຖຸນາ 2018 ຜ່ານມານີ້ຢູ່ທີ່ສະໂມສອນໃຫຍ່ ເມືອງ ແກ້ວອຸດົມ ແຂວງ ວຽງຈັນ ໄດ້ຈັດພິທີປິດການຮຽນ - ການສອນກົດໝາຍຊັ້ນຕົ້ນຊຸດທີ IV ຢ່າງເປັນທາງການໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ກອງສີ ອຸດົມ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງ ວຽງຈັນ ທ່ານ ຄຳສະເຫວີຍ ພົມມະຈັນ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງແກ້ວອຸດົມ, ຄະນະປະຈຳພັກເມືອງ, ຫົວໜ້າຫ້ອງການ , ຄູອາຈານ ແລະ ນັກຝຶກອົບຮົມກົດໝາຍຊັ້ນຕົ້ນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີທ່ານ ທອງພັນ ເພັດວິໄຊ ກຳມະການພັກເມືອງຫົວໜ້າຫ້ອງການຍຸຕິທຳໄດ້ຜ່ານບົດລາຍງານຜົນສຳເລັດຂອງວຽກງານຍຸຕິທຳຮາກຖານການຈັດຕັ້ງປະຕິບັດການຮຽນ-ການສອນກົດໝາຍຊັ້ນຕົ້ນຊຸດທີ IV ເຊິ່ງໄດ້ເລີມເປີດແຕ່ວັນທີ 05 ມີນາ 2018 ເປັນຕົ້ນມາ ໂດຍສະເພາະຫຼັກສູດການຮຽນ-ການສອນແມ່ນມີວິຊາຮຽນທັງໝົດ 36 ວິຊາ , ມີ 30 ໜ່ວຍກິດ, ມີ 450 ຊົ່ວໂມງຮຽນ, ມີນັກຮຽນທັງໝົດ 51 ຄົນຍິງ 16 ຄົນ ແລະ ມີຄູອາຈານທັງໝົດ 21 ຄົນ, ຍິງ 04 ຄົນ, ໃນນັ້ນຄູສອນມາຈາກສານເຂດ ແລະ ໄອຍະການເຂດ 03 ທ່ານ ນອກນັ້ນແມ່ນຄູມາຈາກການນຳຂອງເມືອງ, ຫົວໜ້າຫ້ອງການຮອງຫົວໜ້າຫ້ອງຢູ່ພາຍໃນເມືອງແກ້ວອຸດົມ ສ່ວນຜົນການຮຽນແມ່ນເສັ້ງໄດ້ 100 %.
ໃນພິທີຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານຫົວໜ້າສະຖາບັນຍຸຕິທຳແຫ່ງຊາດວ່າດ້ວຍການມອບໃບປະກາດສະນີຍະບັດ ຜູ້ສຳເລັດການຝຶກອົບຮົມກົດໝາຍຊັ້ນຕົ້ນຊຸດທີ IV ພ້ອມນີ້ ທ່ານ ກອງສີ ອຸດົມກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງ ວຽງຈັນ ກໍ່ໃຫ້ກຽດຂື້ນມອບໃບປະກາດສະນີຍະບັດໃຫ້ແກ່ນັກຝຶກອົບຮົມກົດໝາຍຊັ້ນຕົ້ນຢ່າງສົມກຽດ.
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພິທີປິດການຮຽນ - ການສອນກົດໝາຍຊັ້ນຕົ້ນຊຸດທີ IV ຢູ່ເມືອງ ແກ້ວອຸດົມ | ພິທີປິດການຮຽນ - ການສອນກົດໝາຍຊັ້ນຕົ້ນຊຸດທີ IV ຢູ່ເມືອງ ແກ້ວອຸດົມ ແຂວງ ວຽງຈັນ |
https://www.moj.gov.la/lo/node/1236 | ຕອນເຊົ້າຂອງວັນທີ 7 ມິຖຸນາ 2018 ນີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ ຂອງເມືອງ ຊະນະຄາມ ແຂວງ ວຽງຈັນ ໄດ້ຈັດພິທີປິດການຮຽນ – ການສອນ ກົດໝາຍ ຊັ້ນຕົ້ນ ຊຸດທີ IV ຂື້ນຢ່າງເປັນທາງການໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ກອງສີ ອຸດົມ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງວຽງຈັນ, ມີທ່ານ ສະໝານ ວິເສດຍະພົງ ເລຂາພັກເມືອງ ເຈົ້າເມືອງ ຊະນະຄາມ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ ຄູອາຈານ ແລະ ນັກຮຽນກົດໝາຍຊັ້ນຕົ້ນກໍ່ເປັນກຽດເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ ທ່ານ ທອງ ຫຼວງໄຊ ກໍາມະການພັກເມືອງ ຫົວໜ້າຫ້ອງການຍຸຕິທຳເມືອງ ຊະນະຄາມ ໄດ້ຜ່ານຜົນສຳເລັດຂອງວຽກງານຍຸຕິທຳຮາກຖານ ກໍ່ຄື ການຈັດຕັ້ງປະຕິບັດການຮຽນ - ການສອນກົດໝາຍຊັ້ນຕົ້ນ ຊຸດທີ IV ເຊິ່ງໄດ້ເປີດແຕ່ ວັນທີ 20 ມີນາ 2018 ເປັນຕົ້ນມາ ໂດຍສະເພາະຫຼັກສູດການຮຽນ - ການສອນ ແມ່ນນຳໃຊ້ຫຼັກສູດຂອງກະຊວງຍຸຕິທຳກຳນົດໃຫ້ ເຊິ່ງປະກອບມີ 4 ພາກ , ມີຈຳນວນ 37 ວິຊາ, ມີ 31 ໜ່ວຍກິດ, ມີ 465 ຊົ່ວໂມງມີຄູ-ອາຈານທັງໜົດ 30 ຄົນ, ຍິງ 4 ຄົນ ໃນນັ້ນມາຈາກການນຳຂອງເມືອງ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ຢູ່ພາຍໃນເມືອງ ຊະນະຄາມ ແລະ ປະກອບມີນັກຮຽນທັງໜົດ 56 ຄົນ, ຍິງ 5 ຄົນ, ພະ 3 ອົງ ສ່ວນຜົນການຮຽນແມ່ນເສັງໄດ້ 100% .
ນອກຈາກນີ້ໃນພິທີຍັງໄດ້ຜ່ານຂໍ້ຕົກລົງ ຂອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ວ່າດ້ວຍ: ການມອບໃບປະກາສະນິຍະບັດໃຫ້ແກ່ຜູ້ສຳເລັດການສຶກສາ ກົດໝາຍຊັ້ນຕົ້ນ ຢູ່ເມືອງ ຊະນະຄາມ ແຂວງ ວຽງຈັນ ແລະ ທາງເມືອງ ຊະນະຄາມກໍ່ໄດ້ຈັດພິທີມອບ – ຮັບໃບປະກາດສະນິຍະບັດໃຫ້ນັກຮຽນກົດໝາຍ ຊັ້ນຕົ້ນ ຊຸດທີ IV ຢ່າງສົມກຽດ ແລະ ໄດ້ປິດຢ່າງເປັນທາງການ.
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ເມືອງຊະນະຄາມ ແຂວງວຽງຈັນ ຈັດພິທີປິດ ການຮຽນ – ການສອນ | ເມືອງ ຊະນະຄາມ ແຂວງ ວຽງຈັນ ຈັດພິທີປິດ ການຮຽນ – ການສອນ ກົດໝາຍຊັ້ນຕົ້ນ ຊຸດທີ IV |
https://www.moj.gov.la/lo/node/1237 | ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 15-ມິຖຸນາ-2018ເລກທີຂອງເອກະສານ: 1
Video Link
ລາຍການຄວາມຮູ້ທາງກົດໝາຍ 15/6/2018 | ລາຍການຄວາມຮູ້ທາງກົດໝາຍ 15/6/2018 |
https://www.moj.gov.la/lo/node/1238 | ຕອນເຊົ້າຂອງວັນທີ 07 ມິຖຸນາ 2018 ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ມັດເຈີ ໂບມມີເຢ Matthieu BOMMIER ຫົວໜ້າອົງການຝຣັ່ງເພື່ອການພັດທະນາປະຈຳລາວ ຫຼື AFD ພ້ອມດ້ວຍຄະນະໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.
ໃນໂອກາດນີ້, ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັັບ ແລະ ຕີລາຄາສູງຕໍ່ ທ່ານ ມັດເຈີ ໂບມມີເຢ Matthieu BOMMIER ຫົວໜ້າອົງການຝຣັ່ງເພື່ອການພັດທະນາປະຈຳລາວ ຫຼື AFD ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກະຊວງຍຸຕິທຳ.
ຫຼັງຈາກນັ້ນ, ທ່ານ ມັດເຈີ ໂບມມີເຢ Matthieu BOMMIER ກໍໄດ້ກ່າວຈຸດປະສົງຂອງການເຂົ້າຢ້ຽມຂ່ຳນັບ ແລະ ເຮັດວຽກຮ່ວມກັບກະຊວງຍຸຕິທຳເພື່ອສຶກສາຄວາມເປັນໄປໄດ້ຂອງອົງການ AFD ຕໍ່ກັບການຊ່ວຍເຫຼືອວຽກງານຍຸຕິທໍາໃນ ສປປ ລາວ ເວົ້າລວມ, ເວົ້າສະເພາະ ການຊ່ວຍເຫຼືອ ແລະ ເຮັດວຽກຮ່ວມນຳກົມກົດໝາຍ, ກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ແລະ ສະຖາບັນຍຸຕິທຳແຫ່ງຊາດ ໂດຍອີງຕາມບົດບັນທຶກການຊ່ວຍເຫຼືອກ່ຽວກັບການກຳນົດແຫຼ່ງທຶນຊ່ວຍເຫຼືອຂະແໜງຍຸຕິທຳ ຂອງໂຄງການຝຣັ່ງ ເພື່ອການພັດທະນາໃນ ສປປ ລາວ. ພ້ອມກັນນັ້ນ ທ່ານ ຍັງໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ດ້ວຍ.
ຂຽນຂ່າວ: ປາວີຄຳ ເພັດທະລາກຸນ; ພາບ: ສຸກສາຄອນ ຈັນທະວຸດ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານຮອງລັດຖະມົນຕີກະຊວງຍຸຕິທຳຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ | ທ່ານຮອງລັດຖະມົນຕີກະຊວງຍຸຕິທຳຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງອົງການຝຣັ່ງເພື່ອການພັດທະນາ (AFD) |
https://www.moj.gov.la/lo/node/1239 | ໃນຕອນເຊົ້າຂອງວັນທີ 13 ມິຖຸນາ 2018 ຢູ່ທີ່ຫ້ອງການຍຸຕິທຳ ເມືອງ ຈັນທະບູລີ ໄດ້ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VIII ປະຈຳປີ 2018 ແລະ ມອບໃບຍ້ອງຍໍໃຫ້ແກ່ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ໂດຍການເປັນປະທານຂອງທ່ານ ບຸນເພັງ ສີນະວົງພອນ ຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມໂດຍທ່ານ ຄຳພິທູນ ຈັນທະກຸນ ຮອງເລຂາພັກເມືອງ ຮອງເຈົ້າເມືອງຈັນທະບູລີ, ມີຜູ້ຕາງໜ້າຈາກຫ້ອງການອ້ອມຂ້າງເມືອງ ຕະຫຼອດຮອດນັກສຳມະນາກອນ ເຂົ້າຮ່ວມທັງໝົດ 55 ຄົນ, ຍິງ 21 ຄົນ.
ໃນພິທີທ່ານ ເພັດສະໝອນ ສົງຄຳຈັນ ຫົວໜ້າຫ້ອງການຍຸຕິທຳເມືອງ ຈັນທະບູລີ ກໍໄດ້ຂຶ້ນລາຍງານຜົນສຳເລັດການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VIII ປະຈຳປີ 2018 ຊຶ່ງມີນັກສຳມະນາກອນເຂົ້າຮຽນທັງໝົດຈຳນວນ 35 ຄົນ, ຍິງ 21 ຄົນ, ມາຈາກອົງການປົກຄອງບ້ານ 16 ຄົນ, ຍິງ 9 ຄົນ, ພະນັກງານອ້ອມຂ້າງເມືອງ 18 ຄົນ, ຍິງ 12 ຄົນ ຊຶ່ງການຮຽນ-ການສອນດັ່ງກ່າວແມ່ນໄດ້ນຳເອົາບາງກົດໝາຍໃນ 4 ຂົງເຂດມາສິດສອນ ຜ່ານການຮຽນກົດໝາຍຊັ້ນຕົ້ນເຮັດໃຫ້ພະນັກງານຫຼັກແຫຼ່ງ, ເລຂາພັກບ້ານ, ນາຍບ້ານ ພາຍໃນເມືອງ ໄດ້ຮັບຮູ້ເຂົ້າໃຈ ແລະ ເຄື່ອນໄຫວວຽກງານໃຫ້ຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ເປັນຕົ້ນ ການບໍລິຫານບ້ານເຂົ້າສູ່ລະບຽບກົດໝາຍເທື່ອລະກ້າວ, ເຮັດໃຫ້ກຸ່ມບ້ານ ແລະ ຮາກຖານບ້ານກໍຄືປະຊາຊົນມີການພັດທະນາ, ມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ແລະ ກາຍເປັນບ້ານແບບຢ່າງໃນການປະຕິບັດກົດໝາຍ.
ຫຼັງຈາກນັ້ນ ໃນພິທີກໍໄດ້ມີການມອບໃບຍ້ອງຍໍຂອງຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງ ຈັນ ໃຫ້ແກ່ຄະນະຮັບຜິດຊອບ, ຄູ-ອາຈານ, ນັກຮຽນກົດໝາຍຊັ້ນຕົ້ນ ແລະ ຄະນະແກ້ໄຂຂໍ້ຂັດແຍ່ງ ຂັ້ນບ້ານ ພາຍໃນເມືອງ ທີ່ມີຜົນງານໃນການເຄື່ອນໄຫວວຽກງານ ໃນໄລຍະ 1 ປີຜ່ານມາ ຊຶ່ງໃຫ້ກຽດ ມອບໂດຍທ່ານ ບຸນເພັງ ສີນະວົງພອນ ຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ.
ກອງປະຊຸມດັ່ງກ່າວໄດ້ດຳເນີນມາເປັນເວລາເຄິ່ງວັນຈຶ່ງສຳເລັດລົງດ້ວຍຜົນສຳເລັດອັນຈົບງາມ.
ຂ່າວ: ອ່ອນຄຳ, ພາບ ສຸກສາຄອນ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຫ້ອງການຍຸຕິທຳ ເມືອງຈັນທະບູລີໄດ້ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VIII | ຫ້ອງການຍຸຕິທຳ ເມືອງ ຈັນທະບູລີໄດ້ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VIII ປະຈຳປີ 2018 ແລະ ມອບໃບຍ້ອງຍໍໃຫ້ແກ່ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ |
https://www.moj.gov.la/lo/node/1240 | ກອງປະຊຸມກວດກາຄວາມສອດຄ່ອງຂອງຮ່າງກົດໝາຍວ່າດ້ວຍ ປ່າໄມ້ ສະບັບປັບປຸງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 07 ມິຖຸນາ 2018. ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີ ກະຊວງຍຸຕິທຳ ແລະ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີບັນດາທ່ານຄະນະກົມ-ຮອງກົມ, ຜູ້ຕ່າງຈາກສະພາແຫ່ງຊາດ, ສຳນັກງານນາຍົກລັດຖະມົນຕີ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອເປັນການກວດກາຄືນການດໍາເນີນການປັບປຸງຂອງຮ່າງກົດໝາຍສະບັບດັ່ງກ່າວເຊັ່ນ ການກວດກາໂຄງສ້າງຂອງຮ່າງກົດໝາຍ, ບັນຫາທີ່ເຫັນວ່າຍັງບໍ່ສອດຄ່ອງກັບສະພາບຕົວຈິງ, ເພື່ອເຮັດໃຫ້ຮ່າງກົດໝາຍສະບັບນີ້ມີຄວາມສົມບູນ, ຄົບຖ້ວນ ແລະ ສອດຄ່ອງກັບລະບຽບກົດໝາຍ ແນໃສ່ຮັບປະກັນການປົກປັກຮັກສາຄຸນນະພາບຂອງດິນ, ແຫຼ່ງນ້ໍາ, ຊີວະນາໆພັນ, ສິ່ງແວດລ້ອມຕາມທິດສີຂຽວ ແລະ ຍືນຍົງ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ທັງນີ້ກໍເພື່ອເປັນການກະກຽມຄວາມພ້ອມກ່ອນຈະນຳເອົາຮ່າງກົດໝາຍສະບັບດັ່ງກ່າວເຂົ້າໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VIII, ຊຶ່ງຮ່າງກົດໝາຍສະບັບປັບປຸງນີ້ປະກອບມີ, XIII ພາກ ແລະ 160 ມາດຕາ.
ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍປ່າໄມ້ ສະບັບປັບປຸງ ຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ.
ຂຽນຂ່າວ: ປາວີຄຳ ເພັດທະລາກຸນ, ພາບ: ສຸກສາຄອນ ຈັນທະວຸດ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມກວດກາຄວາມສອດຄ່ອງຂອງຮ່າງກົດໝາຍວ່າດ້ວຍ ປ່າໄມ້ (ສະບັບປັບປຸງ) | ກອງປະຊຸມກວດກາຄວາມສອດຄ່ອງຂອງຮ່າງກົດໝາຍ ວ່າດ້ວຍປ່າໄມ້ (ສະບັບປັບປຸງ). |
https://www.moj.gov.la/lo/node/1241 | ໃນລະຫວ່າງວັນທີ 11-12 ມິຖຸນາ 2018 ທີ່ກະຊວງຍຸຕິທຳ ໄດ້ເປີດກອງປະຊຸມຄົ້ນຄວ້າ ກວດກາ ດ້ານເຕັກນິກ ແລະ ຄວາມສອດຄ່ອງທາງດ້ານກົດໝາຍ ຕໍ່ກັບຮ່າງກົດໝາຍ ວ່າດ້ວຍ ສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ໂດຍການເປັນປະທານຂອງທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ເປັນກຽດເຂົ້າຮວ່ມຂອງທ່ານ ນາງ ຄຳເພົາ ເອິນທະວັນ ຮອງລັດຖະ ມົນຕີກະຊວງການຕ່າງປະເທດ, ມີບັນດາທ່ານຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງພະແນກ, ແຂກຖືກເຊີນ ແລະ ພະນັກງານວິຊາການກົດໝາຍຂອງສອງພາກສ່ວນເຂົ້າຮວ່ມຈຳນວນ 16 ທ່ານ, ຍິງ 3 ທ່ານ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອກວດກາຄືນກ່ຽວກັບຮ່າງກົດໝາຍ ວ່າດ້ວຍ ສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ຊຶ່ງປະກອບມີ 8 ພາກ, 17 ໝວດ, 62 ມາດຕາ ໃນຮ່າງກົດໝາຍສະບັບດັ່ງກ່າວ ໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ຕິດຕາມກວດກາ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບປະກັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ໃຫ້ມີປະສິດທິພາບ ແລະ ປະ ສິດທິຜົນສູງ ແນ່ໃສ່ປະຕິບັດນະໂຍບາຍການຕ່າງປະເທດຂອງ ສປປ ລາວ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ໃນກອງປະຊຸມຜູ້ເຂົ້າຮວ່ມໄດ້ສຸມໃສ່ຄົ້ນຄວ້າປຶກສາຫາລືແລກປຽ່ນບົດຮຽນ ແລະ ປະກອບຄຳ ຄິດຄຳເຫັນໃສ່ຮ່າງກົດໝາຍດັ່ງກ່າວ ໂດຍສະເພາະ ທາງດ້ານເຕັກນິກ ແລະ ຄວາມສອດຄ່ອງຂອງກົດໝາຍ ສະບັບດັ່ງກ່າວຢ່າງມີຄວາມຮັບຜິດຊອບສູງ ແລະ ມີບັນຍາກາດອັນດີ ແນ່ໃສ່ເຮັດໃຫ້ຮ່າງກົດໝາຍດັ່ງກ່າວມີເນື້ອໃນຄົບຖ້ວນສົມບູນຂຶ້ນ.
ຂ່າວ: ອ່ອນຄຳ ໄຊຍະວົງ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມຄົ້ນຄວ້າ ກວດກາດ້ານເຕັກນິກ ແລະ ຄວາມສອດຄ່ອງທາງດ້ານກົດໝາຍ ຕໍ່ກັບຮ່າງກົດໝາຍ ວ່າດ້ວຍ ສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ | ກອງປະຊຸມຄົ້ນຄວ້າ ກວດກາດ້ານເຕັກນິກ ແລະ ຄວາມສອດຄ່ອງທາງດ້ານກົດໝາຍ ຕໍ່ກັບຮ່າງກົດໝາຍ ວ່າດ້ວຍສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ. |
https://www.moj.gov.la/lo/node/1242 | ໃນຕອນບ່າຍ ຂອງວັນທີ 11 ມິຖຸນາ 2018 ຢູ່ທີ່ກະຊວງຍຸຕິທຳ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຫວູທິລານແອັງ, ຮອງອຳນວຍການມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກະຊວງຍຸຕິທຳ.
ໃນໂອກາດນີ້, ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ ທ່ານ ນາງ ຫວູທິລານແອັງ ພ້ອມດ້ວຍຄະນະໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກະຊວງຍຸຕິທຳໃນຄັ້ງນີ້ ຫຼັງຈາກນັ້ນ, ທ່ານ ນາງ ຫວູທິລານແອັງ ກ່າວຈຸດປະສົງຂອງການເຂົ້າຢ້ຽມຂ່ຳນັບໃນຄັ້ງນີ້ ກໍເພື່ອລາຍງານກ່ຽວກັບການຮ່ວມມືລະຫວ່າງສະຖາບັນຍຸຕິທຳແຫ່ງຊາດ ສປປ ລາວ ແລະ ມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ ສສ ຫວຽດນາມ ໃນໄລຍະຜ່ານມາ ຊຶ່ງທັງສອງຝ່າຍຈະໄດ້ສືບຕໍ່ປະຕິບັດຕາມບົດບັນທຶກ ແລະ ແຜນການຮ່ວມມືປະຈຳປີ 2018 ໃຫ້ປະກົດຜົນເປັນຈິງ ພ້ອມທັງແຜນການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຕໍ່ໜ້າໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.
ໂອກາດດຽວກັນນີ້, ທ່ານ ນາງ ຫວູທິລານແອັງ, ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ກຽດການຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຢ່າງອົບອຸ່ນໃນຄັ້ງນີ້.
ແລະ ໃນວັນດຽວກັນ ຄະນະຜູ້ແທນຈາກມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ ສສ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະຖາບັນຍຸຕິທຳແຫ່ງຊາດ ສປປ ລາວ ແລະ ມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ ສສ ຫວຽດນາມ ຢູ່ທີ່ ສະຖາບັນຍຸຕິທຳແຫ່ງຊາດ ກະຊວງຍຸຕິທຳ ສປປ ລາວ ຝ່າຍລາວນຳພາໂດຍທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ສປປ ລາວ, ຝ່າຍຫວຽດນາມນຳພາໂດຍ ທ່ານ ນາງ ຫວູທິລານແອັງ, ຮອງອຳນວຍການມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ ສສ ຫວຽດນາມ ພ້ອມດ້ວຍຄະນະ, ມີຮອງຫົວໜ້າສະຖາບັນ, ຫົວໜ້າ-ຮອງຫົວໜ້າພະແນກ, ຄູ-ອາຈານ ແລະ ນັກສຶກສາຂອງສະຖາບັນຍຸຕິທຳແຫ່ງຊາດເຂົ້າຮ່ວມ. ໃນກອງປະຊຸມທັງສອງຝ່າຍກໍໄດ້ລາຍງານສະພາບການເຄື່ອນໄຫວວຽກງານທີ່ຜ່ານມາ ພ້ອມນັ້ນກໍຍັງໄດ້ແລກປ່ຽນບົດຮຽນກ່ຽວກັບພາລະບົດບາດຂອງແຕ່ລະຝ່າຍ, ການຄຸ້ມຄອງການບໍລິຫານການສຶກສາດ້ານກົດໝາຍ ແລະ ປຶກສາຫາລືຄວາມເປັນໄປໄດ້ໃນການສ້າງສູນຄົ້ນຄວ້າກົດໝາຍ ລາວ-ຫວຽດນາມຮ່ວມກັນ ພ້ອມທັງໄດ້ປຶກສາຫາລືແຜນການພົວພັນຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນຕໍ່ໜ້າໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.
ຂ່າວ: ປາວີຄຳ ເພັດທະລາກຸນ; ພາບ: ສຸກສາຄອນ ຈັນທະວຸດ, ສົມຫວັງ ບົວລະພັນ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ຄະນະຜູ້ແທນຈາກມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ທ່ານລັດຖະມົນຕີກະຊວງຍຸຕິທຳ ແລະ ເຮັດວຽກຮ່ວມກັບສະຖາບັນຍຸຕິທຳແຫ່ງຊາດ ກະຊວງຍຸຕິທຳ ສປປ ລາວ | ຄະນະຜູ້ແທນຈາກມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ທ່ານລັດຖະມົນຕີກະຊວງຍຸຕິທຳ ແລະ ເຮັດວຽກຮ່ວມກັບສະຖາບັນຍຸຕິທຳແຫ່ງຊາດ ກະຊວງຍຸຕິທຳ ສປປ ລາວ |
https://www.moj.gov.la/lo/node/1244 | ເພື່ອເປັນການຈັດຕັ້ງປະຕິບັດຜັນຂະຫຍາຍຄຳແນະນຳ ເລກທີ 1387/ກຍ, ລົງວັນທີ 5 ທັນວາ ປີ 2017 ຂອງທ່ານລັດຖະມົນຕີກະຊວງຍຸຕິທຳ ແລະ ທິດທາງແຜນການຂອງພະແນກຍຸຕິທຳແຂວງກ່ຽວກັບການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ແລະ ວຽກງານສາມສ້າງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ບັນລຸຕາມຈຸດປະສົງລະດັບຄາດໝາຍທີ່ໄດ້ກຳນົດໄວ້ ແລະ ທັງເປັນການຜູກແໜ້ນຄວາມສາມັກຄີ ລະຫວ່າງ ພະນັກງານຂອງພະແນກຍຸຕິທຳແຂວງ ກັບ ນັກສຳມະນາກອນກົດໝາຍ 45 ວັນ
ສະນັ້ນລະຫວ່າງວັນທີ່ 14-15 ຂອງເດືອນ ມິຖຸນາ 2018 ພະແນກຍຸຕິທຳໄດ້ຈັດພິທີສ້າງຂະບວນການແຂ່ງຂັນກິລາເປຕັງ ເພື່ອຊິງຂັນທ່ານຫົວໜ້າພະແນກຍຸຕິທຳແຂວງ ໂດຍເປັນປະທານຂອງທ່ານ ຄຳແສນ ຊາວມົ້ງວື້ ຫົວໜ້າພະແນກຍຸຕິທຳແຂວງ, ຊຶ່ງມີນັກກິລາຈາກ ສະພາທະນາຍຄວາມປະຈຳແຂວງອຸດົມໄຊ, ມີນັກສຳມະນາກອນກົດໝາຍ 45 ວັນ ແລະ ພະນັກງານພະແນກຍຸຕິທຳເຂົ້າຮ່ວມແຂງຂັນທັງໝົດ 22 ທີມ, ຍິງ 7 ທີມ.
ຜົນການແຂ່ງຂັນສະຫຼຸບໄດ້ດັ່ງນີ້:
ທີມຊາຍ
- ຊະນະເລີດໄດ້ແກ່ ທີມສະພາທະນາຍຄວາມປະຈຳແຂວງ ອຸດົມໄຊ
- ຮອງຊະນະເລີດໄດ້ແກ່ ທີມຊາວໜຸ່ມພະແນກຍຸຕິທຳແຂວງ
- ອັນດັບ 3 ໄດ້ແກ່ ທີມນັກສຳມະນາກອນກົດໝາຍ 45 ວັນ
2. ທີມຍິງ
- ຊະນະເລີດໄດ້ແກ່ ທີມໜວ່ຍແມ່ຍິງພະແນກຍຸຕິທຳແຂວງ
- ຮອງຊະນະເລີດໄດ້ແກ່ ທີມອາຈານສອນກົດໝາຍ 45 ວັນ
- ອັນດັບ 3 ໄດ້ແກ່ ທີມນັກສຳມະນາກອນກົດໝາຍ 45 ວັນ
ໃນຕອນທ້າຍ ທ່ານ ສອນສຸວັນ ປັນຍາວົງ ຮອງຫົວໜ້າພະແນກຍຸຕິທຳແຂວງໄດ້ໃຫ້ກຽດຂຶ້ນມອບຂັນ ແລະ ເງິນລາງວັນໃຫ້ແຕ່ລະທີມ.
ຂຽນໂດຍ ນາງພູຄຳ ຫັດສະດີ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ການເຄື່ອນໄຫວຂອງພະແນກຍຸຕິທຳແຂວງ ອຸດົມໄຊ | ສ້າງຂະບວນການກິລາກັບຊຸດການຮຽນ-ການສອນ 45 ວັນ ທີ່ພະແນກຍຸຕິທຳແຂວງ ອຸດົມໄຊ |
https://www.moj.gov.la/lo/node/1245 | ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 20-ມິຖຸນາ-2018ເລກທີຂອງເອກະສານ: 1
Video Link
ລາຍການເພື່ອສັງຄົມຍຸຕິທຳ 17/6/2018 | ລາຍການເພື່ອສັງຄົມຍຸຕິທຳ 17/6/2018 |
https://www.moj.gov.la/lo/node/1246 | ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 21-ມິຖຸນາ-2018ເລກທີຂອງເອກະສານ: 1
Video Link
ລາຍການຄວາມຮູ້ທາງກົດໝາຍ 20/6/2018 | ລາຍການຄວາມຮູ້ທາງກົດໝາຍ 20/6/2018 |
https://www.moj.gov.la/lo/node/1247 | ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 25-ມິຖຸນາ-2018ເລກທີຂອງເອກະສານ: 1
Video Link
ລາຍການຄວາມຮູ້ທາງກົດໝາຍ 22/6/2018 | ລາຍການຄວາມຮູ້ທາງກົດໝາຍ 22/6/2018 |
https://www.moj.gov.la/lo/node/1248 | ໃນວັນທີ 22 ມິຖຸນາ 2018 ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VIII ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ໄດ້ຂຶ້ນສະເໜີກ່ຽວກັບການປັບປຸງກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໂດຍການເປັນປະທານຂອງ ທ່ານ ສົມພັນ ແສງຄໍາມີ ຮອງປະທານສະພາແຫ່ງຊາດ, ມີສະມາຊິກສະພາແຫ່ງຊາດເຂົ້າຮ່ວມທັງໝົດ 116 ທ່ານ. ຊຶ່ງທ່ານໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງກົດໝາຍສະບັບດັ່ງກ່າວ ເພື່ອໃຫ້ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມໃນປັດຈຸບັນ, ເຮັດໃຫ້ເນື້ອໃນກົດໝາຍມີຄວາມຊັດເຈນ ແລະ ຮັດກຸ່ມຂຶ້ນກວ່າເກົ່າ.
ໃນກອງປະຊຸມ ບັນດາສະມາຊິກສະພາແຫ່ງຊາດ ໄດ້ປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍ ຂໍ້ຂັດແຍ່ງທາງດ້ານເສດຖະກິດ (ສະບັບປັບປຸງ) ຊຶ່ງປະກອບມີ XI ພາກ, 7 ໝວດ, ແຕ່ໄດ້ສັບຊ້ອນພາກທີ IV ແລະ ພາກທີ V ມາເປັນພາກທີ III, ສັບຊ້ອນ ພາກທີ IV ແລະ ພາກທີ III ມາເປັນພາກທີ V. ໃນຮ່າງກົດໝາຍສະບັບປັບປຸງ. ປະກອບມີ 89 ມາດຕາ, ໃນນີ້ໄດ້ປັບປຸງໃໝ່ 55 ມາດຕາ , ສ້າງໃໝ່ 17 ມາດຕາ ແລະ ຮັກສາໄວ້ 17 ມາດຕາ. ກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການກວດກາວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການແກ້ໄຂຢ່າງສັນຕິວິທີ, ເປັນທໍາ ແລະ ວ່ອງໄວ ແນໃສ່ຊຸກຍູ້ການດໍາເນີນການຜະລິດ-ທຸລະກິດໃຫ້ຂະຫຍາຍຕົວ ແລະ ເຊື່ອມໂຍງເຂົ້າສາກົນ, ສ້າງສະພາບແວດລ້ອມເອື້ອອໍານວຍໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງຊາດ.
ຕອນບ່າຍຂອງວັນດຽວກັນພາຍຫຼັງທີ່ ສະມາຊິກສະພາແຫ່ງຊາດ ໄດ້ຜັດປ່ຽນກັນປະກອບຄໍາເຫັນໃສ່ (ຮ່າງ) ກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດແລ້ວ ກໍໄດ້ຮັບຮອງກົດໝາຍສະບັບດັ່ງກ່າວ ດ້ວຍຄະແນນສຽງສ່ວນຫຼາຍ.
ຂ່າວ-ພາບ: ຂົນ ບຸນທິສານ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ສະມາຊິກສະພາແຫ່ງຊາດ ປະກອບຄຳເຫັນ | ສະມາຊິກສະພາແຫ່ງຊາດ ປະກອບຄຳເຫັນ ແລະ ຮັບຮອງເອົາກົດໝາຍ ວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ (ສະບັບປັບປຸງ). |
https://www.moj.gov.la/lo/node/1249 | ໃນຕອນເຊົ້າຂອງວັນທີ 7 ມິຖຸນາ 2018 ພະແນກຍຸຕິທໍາແຂວງ ໄດ້ຈັດພິທີປິດການຮຽນ - ການສອນກົດໝາຍຊັ້ນຕົ້ນ ຊຸດທີ VII ປະຈຳປີ 2018 ຢູ່ທີ່ບ້ານ ປາກອູ, ເມືອງ ປາກອູ, ແຂວງ ຫຼວງພະບາງ ໂດຍການເປັນປະທານຂອງທ່ານ ອຸຕິ່ງ ພັນດາລັກ ຮອງເລຂາພັກເມືອງ ຮອງເຈົ້າເມືອງ ເມືອງ ປາກອູ ເຂົ້າຮ່ວມ ມີທ່ານ ຄອນສີ ຄອນຈະເລີນ ຮອງຫົວໜ້າພະແນກຍຸຕິທໍາແຂວງ ຫຼວງພະບາງ, ມີຫົວໜ້າຫ້ອງການຍຸຕິທຳເມືອງ, ທ່ານຜູ້ຕາງໜ້າຈາກຫ້ອງການອ້ອມຂ້າງເມືອງ ແລະ ນັກສຳມະນາກອນ ເຂົ້າຮ່ວມທັງໝົດ 106 ຄົນ, ຍິງ 26 ຄົນ.
ໃນພິທີທ່ານ ບຸນທ່ຽງ ປະສິດທິ ຫົວໜ້າຫ້ອງການຍຸຕິທຳເມືອງ ປາກອູ ໄດ້ສະຫຼຸບລາຍງານຜົນສຳເລັດການຈັດຕັ້ງປະຕິບັດຫຼັກສູດການຮຽນກົດໝາຍຊັ້ນຕົ້ນ 3 ເດືອນ ຊຸດທີ VII ປະຈຳປີ 2018 ຊຶ່ງການຮຽນ-ການສອນກົດໝາຍຊັ້ນຕົ້ນແມ່ນຈັດໃຫ້ສະເພາະພະນັກງານຫຼັກແຫຼ່ງຂອງຂະແໜງການອ້ອມຂ້າງເມືອງ, ເລຂາພັກບ້ານ, ນາຍບ້ານ ຂອງ ເມືອງປາກອູ, ການຮຽນ-ການສອນດັ່ງກ່າວ ແມ່ນໄດ້ນຳເອົາບາງກົດໝາຍໃນ 4 ຂົງເຂດມາສິດສອນ ຜ່ານການຮຽນກົດໝາຍຊັ້ນຕົ້ນເຮັດໃຫ້ນັກສຳມະນາກອນຮັບຮູ້, ເຂົ້າໃຈ ແລະ ເຄື່ອນໄຫວວຽກງານໃຫ້ຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ເປັນຕົ້ນ ການບໍລິຫານບ້ານເຂົ້າສູ່ກົດໝາຍ ແລະ ລະບຽບການເທື່ອລະກ້າວ, ແນ່ໃສ່ເຮັດໃຫ້ກຸ່ມບ້ານ ແລະ ຮາກຖານບ້ານມີການພັດທະນາ, ມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ແລະ ສາມາດກາຍເປັນບ້ານແບບຢ່າງໃນການປະຕິບັດກົດໝາຍ.
ພ້ອມດຽວກັນນັ້ນໃນພິທີ ກໍໄດ້ມີການມອບໃບປະກາສະນິຍະບັດໃຫ້ແກ່ຜູ້ສຳເລັດການຮຽນກົດໝາຍຊັ້ນຕົ້ນ ຈຳນວນ 42 ຄົນ, ຍິງ 7 ຄົນ ມອບໂດຍທ່ານ ອຸຕິ່ງ ພັນດາລັກ ຮອງເລຂາພັກເມືອງ ຮອງເຈົ້າເມືອງ ເມືອງ ປາກອູ.
ໃນຕອນທ້າຍຂອງພິທີ ທ່ານ ອຸຕິ່ງ ພັນດາລັກ ຮອງເລຂາພັກເມືອງ ຮອງເຈົ້າເມືອງ ເມືອງ ປາກອູ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກສຳມະນາກອນ ທີ່ໄດ້ເອົາໃຈໃສ່ໃນການສິດສອນ ແລະ ຄົ້ນຄວ້າຮ່ຳຮຽນຈົນສຳເລັດ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ນັກສຳມະນາກອນ ຈົ່ງນຳເອົາຄວາມຮູ້, ຄວາມສາມາດທີ່ໄດ້ຮຽນມາໄປຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານໃນຂອບເຂດທີ່ຕົນເອງຮັບຜິດຊອບໃຫ້ເກີດຜົນປະໂຫຍດສູງສຸດ.
ຂຽນຂ່າວ: ວິລະກອນ ສີພົມມະຈັນ ປັບປຸງຂ່າວ: ອ່ອນຄຳ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງ ຫຼວງພະບາງ ໄດ້ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຢູ່ເມືອງ ປາກອູ ແຂວງ ຫຼວງພະບາງ | ພະແນກຍຸຕິທຳແຂວງ ໄດ້ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຢູ່ເມືອງ ປາກອູ ແຂວງ ຫຼວງພະບາງ |
https://www.moj.gov.la/lo/node/1250 | ໂດຍອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ໃນຕອນເຊົ້າຂອງວັນທີ 19 ມິຖຸນາ 2018 ຢູ່ທີ ພະແນກຍຸຕິທຳ ແຂວງ ຄຳມ່ວນ ໄດ້ມີພິທີມອບ-ຮັບຕຳແໜ່ງຫົວໜ້າພະແນກຍຸຕິທຳແຂວງ ຄຳມວ່ນ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ຂຶ້ນ ໂດຍການເປັນປະທານຂອງທ່ານ ໄຊສີ ສັນຕິວົງ , ລັດຖະມົນຕີກະຊວງຍຸຕິທຳ ເປັນກຽດເຂົ້າຮ່ວມຂອງທ່ານ ໂອໄດ ສຸດາພອນ ເຈົ້າແຂວງ ຄຳມ່ວນ, ມີຫົວໜ້າຫ້ອງການ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານຂອງກະຊວງຍຸຕິທຳ, ບັນດາພະແນກການອ້ອມຂ້າງແຂວງ ຕະຫຼອດຮອດພະນັກງານພາຍໃນພະແນກຍຸຕິທຳແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີທ່ານ ລຳພອນ ສີອັກສອນ ຮອງຫົວໜ້າພະແນກຍຸຕິທຳແຂວງ ຄຳມ່ວນ ໄດ້ຂຶ້ນຜ່ານບົດບັນທຶກມອບຮັບໜ້າທີ່ຕຳແໜ່ງ ລະຫວ່າງ ທ່ານ ຈັນທາ ພົມມະສອນ ຫົວໜ້າພະແນກຍຸຕິທຳແຂວງ ຄຳມວ່ນ ຜູ້ເກົ່າ ກັບ ທ່ານ ຄຳເພົ້າ ທອງເທພາຮັກ ຫົວໜ້າພະແນກຍຸຕິທຳແຂວງ ຄຳມ່ວນ ຜູ້ໃໝ່ ຫຼັງຈາກນັ້ນ ກໍໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ ໂດຍຊ້ອງໜ້າຂອງຄະນະພັກ-ຄະນະນຳຂອງ ກະຊວງຍຸຕິທຳ, ຄະນະພັກ-ຄະນະນຳຂອງແຂວງ ຄຳມວ່ນ ທັງນີ້ເພື່ອເປັນການຍົກສູງ ບົດບາດຂອງຫົວໜ້າພະແນກຜູ້ໃໝ່ ໃນການຊີ້ນຳ-ນຳພາ ວຽກງານໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງທາງດ້ານການເມືອງ-ແນວຄິດ ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.
ໃນຕອນທ້າຍພິທີກໍໄດ້ຮັບຟັງການໂອ້ລົມຂອງທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ກ່ອນອື່ນທ່ານກໍໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ພະແນກຍຸຕິທຳແຂວງ ຄຳມ່ວນ ຍາດມາໄດ້ໃນໄລຍະຜ່ານມາ ພ້ອມນັ້ນ ຍັງໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ຈົ່ງໄດ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ແລະ ຕັ້ງໜ້າເສີມຂະຫຍາຍມູນເຊື້ອອັນດີງາມຂອງພະແນກຍຸຕິທຳແຂວງ ແລະ ເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້ໄດ້ຮັບຜົນສຳເລັດ.
ຂຽນຂ່າວ: ອອ່ນຄຳ ໄຊຍະວົງ ພາບ: ສົມຫັວງ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພິທີມອບ-ຮັບຕຳແໜ່ງຫົວໜ້າພະແນກຍຸຕິທຳແຂວງຄຳມວ່ນ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ | ພິທີມອບ-ຮັບຕຳແໜ່ງຫົວໜ້າພະແນກຍຸຕິທຳແຂວງຄຳມວ່ນ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ |
https://www.moj.gov.la/lo/node/1251 | ໃນຕອນເຊົ້າ ວັນທີ 22 ມິຖຸນາ 2018 ຜ່ານມານີ້ ພະແນກຍຸຕິທໍາແຂວງ ວຽງຈັນ ໄດ້ປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VIII ປະຈໍາປີ 2018 ຂຶ້ນ ຢູ່ຫ້ອງປະຊຸມ ສະພາປະຊາຊົນແຂວງວຽງຈັນ. ໃຫ້ກຽດເປັນປະທານຂອງ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ , ມີຫົວໜ້າພະແນກຍຸຕິທຳແຂວງ ວຽງຈັນ, ຮອງຫົວໜ້າພະແນກ, ມີຄະນະຮັບຜິດຊອບຊຸດຝຶກອົບຮົມ, ແຂກຖືກເຊີນ ພ້ອມດ້ວຍ ຄູ - ອາຈານ ແລະ ນັກຝຶກອົບຮົມ ເຂົ້າຮ່ວມທັງໝົດ 78 ທ່ານ, ຍິງ 16 ທ່ານ.
ທ່ານ ກອງສີ ອຸດົມ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ ວຽງຈັນ ກໍໄດ້ຂຶ້ນຜ່ານບົດສະຫຼຸບຜົນສຳເລັດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ, ຊຸດທີ VIII ໃຫ້ແກ່ພະນັກງານການນຳ, ພະນັກງານຫຼັກແຫຼ່ງຂັ້ນແຂວງ ແລະ ຂັ້ນເມືອງຂອງແຂວງ ວຽງຈັນ ຊຶ່ງຊຸດຝຶກອົບຮົມ ແມ່ນເລິ່ມ ເປິດຮຽນໃນວັນທີ 23 ເມສາ 2018 ແລະ ດຳເນີນໄປຈົົນເຖິງວັນທີ 22 ມີຖຸນາ 2018 ຈຶ່ງສໍາເລັດ, ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ນັກຝຶກອົບຮົມທັງໝົດ 50 ທ່ານ, ຍິງ 09 ທ່ານ. ຈຸດປະສົງຂອງການຝຶກອົບຮົມກົດໝາຍໃນຄັ້ງນີ້ ກໍເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງພາຍໃນແຂວງ ວຽງຈັນ ໄດ້ຮັບຮູ້ ເຂົ້າໃຈ ລັດຖະທຳມະນູນ ແລະ ກົດໝາຍ, ພ້ອມນັ້ນກໍເປັນການຍົກສູງບົດບາດການນໍາພາ ແລະ ການຈັດຕັ້ງປະຕິບັດວຽກງານໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ກົດໝາຍ.
ໃນຕອນທ້າຍຂອງພິທີ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທໍາ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ຄະນະຮັບຜິດຊອບ, ຄູ- ອາຈານ ແລະ ນັກຝຶກອົບຮົມ ທີ່ໄດ້ເອົາໃຈໃສ່ໃນການສິດສອນ ແລະ ຄົ້ນຄວ້າຮ່ຳຮຽນຈົນສຳເລັດ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ນັກຝຶກອົບຮົມ ຈົ່ງນຳເອົາຄວາມຮູ້, ຄວາມສາມາດທີ່ໄດ້ຮຽນມາໄປຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານໃນຂອບເຂດທີ່ຕົນເອງຮັບຜິດຊອບໃຫ້ເກີດຜົນປະໂຫຍດສູງສຸດ.
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງ ວຽງຈັນ ປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VIII ປະຈໍາປີ 2018 | ພະແນກຍຸຕິທຳແຂວງ ວຽງຈັນ ປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VIII ປະຈໍາປີ 2018 |
https://www.moj.gov.la/lo/node/1252 | ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 26-ມິຖຸນາ-2018ເລກທີຂອງເອກະສານ: 1
Video Link
ລາຍການເພື່ອສັງຄົມຍຸຕິທຳ 24/6/2018 | ລາຍການເພື່ອສັງຄົມຍຸຕິທຳ 24/6/2018 |
https://www.moj.gov.la/lo/node/1253 | ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 29-ມິຖຸນາ-2018ເລກທີຂອງເອກະສານ: 1
Video Link
ລາຍການຄວາມຮູ້ທາງກົດໝາຍ 25/6/2018 | ລາຍການຄວາມຮູ້ທາງກົດໝາຍ 25/6/2018 |
https://www.moj.gov.la/lo/node/1254 | ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 29-ມິຖຸນາ-2018ເລກທີຂອງເອກະສານ: 1
Video Link
ລາຍການຄວາມຮູ້ທາງກົດໝາຍ 27/6/2018 | ລາຍການຄວາມຮູ້ທາງກົດໝາຍ 27/6/2018 |
https://www.moj.gov.la/lo/node/1255 | ໃນເຊົ້າຂອງວັນທີ 26 ມີຖຸນາ 2018 ທ່ານ ພູທອນ ແກ້ວດວງມະນີ ຄະນະບໍລິຫານງານພັກ ກະຊວງຍຸຕິທຳ, ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ໄດ້ຕ້ອນຮັບ ທ່ານ ກິຄຳ ວົງໄຊ ຫົວໜ້າຫ້ອງວ່າການປົກຄອງເມືອງ ທຸລະຄົມ ພ້ອມດ້ວຍຄະນະທີ່ມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກົມໂຄສະນາເຜີຍແຜ່ກົດໝາຍ.
ຈຸດປະສົງຂອງການພົບປະໃນຄັ້ງນີ້ ແມ່ນເພື່ອແລກປ່ຽນຖອດຖອນບົດຮຽນວຽກງານໂຄສະນາເຜີຍແຜ່ກົດໝາຍຢູ່ທ້ອງຖິ່ນ ໂດຍສະເພາະ ແມ່ນຢູ່ເມືອງ ທຸລະຄົມ ແຂວງ ວຽງຈັນ. ທັງສອງຝ່າຍກໍໄດ້ລາຍງານການເຄື່ອນໄຫວວຽກງານຂອງຕົນໂດຍຫຍໍ້ໃຫ້ກັນຊາບ. ຈາກນັ້ນ, ກໍໄດ້ແລກປ່ຽນບົດ ຮຽນກ່ຽວກັບວຽກງານການໂຄສະນາເຜີຍແຜ່ກົດໝາຍ ເຮັດແນວໃດເພື່ອໃຫ້ພະນັກງານ-ລັດຖະກອນ ແລະ ປະຊາຊົນຢູ່ພາຍໃນເມືອງທຸລະຄົມ ແຂວງ ວຽງຈັນ ໄດ້ຮັບຮູ້, ເຂົ້າໃຈ, ມີສະຕິເຄົາລົບ, ປະຕິບັດລັດຖະທຳມະນູນ ແລະ ກົດໝາຍໃຫ້ຫຼາຍຂຶ້ນ.
ຕອນທ້າຍ ທ່ານ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກໍໄດ້ມອບປຶ້ມກົດໝາຍ 4 ຂົງເຂດ ຈຳນວນ 20 ຊຸດ ແລະ ວາລະສານກົດໝາຍ ແລະ ຍຸຕິທຳ ຈຳນວນ 50 ຫົວ, ລວມເປັນມູນຄ່າທັງໝົດ 10.550.000 ລ້ານກີບ, ເພື່ອນຳໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານໃຫ້ເກີດດອກອອກຜົນ ແລະ ປະກົດຜົນເປັນຈິງ. ຫຼັງຈາກນັ້ນ, ທ່ານ ກິຄຳ ວົງໄຊ ຫົວໜ້າຫ້ອງວ່າການປົກຄອງເມືອງທຸລະຄົມ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງຄະນະພັກ-ຄະນະນໍາກະຊວງຍຸຕິທໍາ, ໂດຍສະເພາະກໍແມ່ນກົມໂຄສະນາເຜີຍແຜ່ກົດໝາຍ ແລະ ໄດ້ມອບໃບກຽດຕິຄຸນຈາກເຈົ້າເມືອງ ທຸລະຄົມແຂວງ ວຽງຈັນ ໃຫ້ແກ່ກົມໂຄສະນາເຜີຍແຜ່ກົດໝາຍທັງໃຫ້ຄຳໝັ້ນສັນຍາວ່າຈະນຳໃຊ້ປຶ້ມກົດໝາຍດັ່ງກ່າວລົງໂຄສະນາເຜີຍແຜ່ໃຫ້ພະນັກງານ-ລັດຖະກອນ, ປະຊາຊົນພາຍໃນເມືອງໃຫ້ມີຄວາມຮັບຮູ້, ເຂົ້າໃຈ ແລະ ມີສະຕິເຄົາລົບລັດຖະທຳມະນູນ ແລະ ກົດໝາຍຫຼາຍຂຶ້ນກ່ວາເກົ່າ.
ຂຽນຂ່າວ: ປາວີຄຳ ເພັດທະລາກຸນ; ພາບ: ສຸກສາຄອນ ຈັນທະວຸດ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ຕ້ອນຮັບ ທ່ານຫົວໜ້າຫ້ອງວ່າການປົກຄອງເມືອງທຸລະຄົມ | ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ຕ້ອນຮັບ ທ່ານຫົວໜ້າຫ້ອງວ່າການປົກຄອງເມືອງທຸລະຄົມ ແຂວງ ວຽງຈັນ |
https://www.moj.gov.la/lo/node/1256 | ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ມິຖຸນາ 2018 ທີ່ຜ່ານມາ ຢູ່ໂຮງຮຽນປະຖົມສົມບູນເກົ້າຍອດ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນຄຳ ວິຈິດລາສີ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ສີສັດຕະນາກ, ເປັນກຽດເຂົ້າຮ່ວມຂອງທ່ານ ບຸນເພັງ ສີນະວົງພອນ ຫົວໜ້າພະແນກຍຸຕິທໍານະຄອນຫຼວງວຽງຈັນ, ມີຕາງໜ້າມາຈາກອົງການປົກຄອງບ້ານ, ຄະນະຮັບຜິດຊອບ, ຄູ-ອາຈານ, ແຂກຖືກເຊີນ ຕະຫຼອດຮອດນັກສໍາມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີໄດ້ຮັບຟັງການລາຍງານສະພາບການຮຽນ-ການສອນກົດໝາຍຊັ້ນຕົ້ນໄລຍະ 3 ເດືອນ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຫຍຸ້ງຍາກໃນການຮຽນ-ການສອນກົດໝາຍຊັ້ນຕົ້ນໃນໄລຍະຜ່ານມາ. ຊຶ່ງມີນັກສໍາມະນາກອນສຳເລັດການຮຽນກົດໝາຍຊັ້ນຕົ້ນທັງໝົດຈຳນວນ 43 ຄົນ, ຍິງ14 ຄົນ, ສາມາດຈັດປະເພດໄດ້ດັ່ງນີ້ ດີເດັ່ນ 20 ທ່ານ, ຍິງ 10 ທ່ານ, ດີ 15 ທ່ານ, ຍິງ 04 ທ່ານ.
ຕອນທ້າຍຂອງພິທີ ທ່ານ ບຸນຄໍາ ວິຈິດລາສີ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ສີສັດຕະນາກກໍໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ນັກສຳມະນາກອນ ແລະ ໃບຍ້ອງຍໍໃຫ້ຄູ-ອາຈານ ພ້ອມນັ້ນ ທ່ານຍັງໄດ້ໂອ້ລົມຕໍ່ຜູ້ສຳເລັດການຮຽນກົດໝາຍຊັ້ນຕົ້ນໃນຄັ້ງນີ້ຈົ່ງພ້ອມກັນນຳເອົາຄວາມຮູ້, ຄວາມສາມາດທີ່ໄດ້ຮຽນມາໄປນຳໃຊ້ເຂົ້າໃນວຽກງານ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດແກ່ສັງຄົມ.
ຂຽນຂ່າວ, ພາບ: ປາວີຄຳ ເພັດທະລາກຸນ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຫ້ອງການຍຸຕິທຳເມືອງ ສີສັດຕະນາກ ຈັດພິທີປິດການຮຽນ-ສອນກົດໝາຍຊັ້ນຕົ້ນ | ຫ້ອງການຍຸຕິທຳເມືອງ ສີສັດຕະນາກ ຈັດພິທີປິດການຮຽນ-ສອນກົດໝາຍຊັ້ນຕົ້ນ ປະຈຳປີ 2018 |
https://www.moj.gov.la/lo/node/1257 | ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ມິຖຸນາ 2018 ທີ່ຜ່ານມາ ຢູ່ສະໂມສອນ ເມືອງ ນາຊາຍທອງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນຊູ ພະວິເສດ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ນາຊາຍທອງ, ມີບັນດາຄະນະພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ເລຂາພັກບ້ານ, ນາຍບ້ານ, ຄະນະຮັບຜິດຊອບ, ຄູອາຈານ, ແຂກຖືກເຊີນ ຕະຫຼອດຮອດນັກສໍາມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີໄດ້ຮັບຟັງການລາຍງານສະພາບການຮຽນ-ການສອນກົດໝາຍຊັ້ນຕົ້ນໄລຍະ 3 ເດືອນ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຫຍຸ້ງຍາກໃນການຮຽນ-ການສອນກົດໝາຍຊັ້ນຕົ້ນໃນໄລຍະຜ່ານມາ. ຊຶ່ງມີນັກສໍາມະນາກອນສຳເລັດການຮຽນກົດໝາຍຊັ້ນຕົ້ນຊຸດທີ VII ປະຈຳປີ 2018 ທັງໝົດຈຳນວນ 31 ທ່ານ, ຍິງ12 ທ່ານ.
ຕອນທ້າຍຂອງພິທີ ທ່ານ ບຸນຊູ ພະວິເສດ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ນາຊາຍທອງ ກໍໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ນັກສຳມະນາກອນ ແລະ ໃບຍ້ອງຍໍໃຫ້ຄູ-ອາຈານ ພ້ອມນັ້ນ ທ່ານຍັງໄດ້ໂອ້ລົມຕໍ່ຜູ້ສຳເລັດການຮຽນກົດໝາຍຊັ້ນຕົ້ນໃນຄັ້ງນີ້ຈົ່ງພ້ອມກັນນຳເອົາຄວາມຮູ້, ຄວາມສາມາດທີ່ໄດ້ຮຽນມາໄປນຳໃຊ້ເຂົ້າໃນວຽກງານ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດແກ່ສັງຄົມ.
ຂຽນຂ່າວ: ປາວີຄໍາ ເພັດທະລາກຸນ; ພາບ: ສຸກສາຄອນ ຈັນທະວຸດ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຫ້ອງການຍຸຕິທຳເມືອງ ນາຊາຍທອງຈັດພິທີປິດການຮຽນ-ສອນກົດໝາຍຊັ້ນຕົ້ນ | ຫ້ອງການຍຸຕິທຳເມືອງ ນາຊາຍທອງຈັດພິທີປິດການຮຽນ-ສອນກົດໝາຍຊັ້ນຕົ້ນ ຊຸດທີ VII ປະຈໍາປີ 2018 |
https://www.moj.gov.la/lo/node/1258 | ໃນຕອນບ່າຍຂອງວັນທີ 20 ມິຖຸນາ 2018 ຜ່ານມານີ້ ຢູ່ທີ່ກອງບັນຊາການທະຫານເມືອງແປກ ແຂວງຊຽງຂວາງ ພະແນກຍຸຕິທຳໄດ້ລົງໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ນາຍ ແລະ ພົນທະຫານ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ມົນຕີ ສີອຸດົມ ຄະນະພັກ, ຮອງຫົວໜ້າພະແນກຍຸຕິທຳແຂວງຊຽງຂວາງ, ມີຄະນະພັກ, ຄະນະກອງບັນຊາການ, ນາຍ ແລະ ພົນທະຫານກອງບັນຊາການທະຫານເມືອງ ແປກ ເຂົ້າຮ່ວມທັງໝົດ 69 ທ່ານ, ຍິງ 13 ທ່ານ.
ຈຸດປະສົງຂອງການລົງໂຄສະນາເຜີຍແຜ່ກົດໝາຍໃນຄັ້ງນີ້ ກໍເພື່ອເປັນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ ແລະ ກົດໝາຍຂອງລັດ, ໂດຍສະເພາະແມ່ນພາລະບົດບາດຂອງອົງການປົກປ້ອງກົດໝາຍຂັ້ນແຂວງ ແລະ ບາງມາດຕາຂອງກົດໝາຍທີ່ຕິດພັນກັບການເຄື່ອນໄຫວ, ດຳລົງຊີວິດຂອງພົນລະເມືອງໃນສັງຄົມປັດຈຸບັນເປັນຕົ້ນ ກົດໝາຍວ່າດ້ວຍຢາເສບຕິດ, ກົດໝາຍອາຍາ, ກົດໝາຍວ່າດ້ວຍຂໍ້ຜຸກພັນໃນ ແລະ ນອກສັນຍາ, ກົດໝາຍຄອບຄົວ ແລະ ກົດໝາຍວ່າດ້ວຍການຄ້າມະນຸດ; ພ້ອມກັນນັ້ນ ກໍໄດ້ມອບປຶ້ມກົດໝາຍ 4 ໂຂງເຂດຈໍານວນ 1 ຊຸດ; ວາລະສານກົດໝາຍ ແລະ ຍຸຕິທຳ ຈຳນວນ 10 ຫົວ; ໃຫ້ຄະນະພັກ, ຄະນະກອງບັນຊາການທະຫານເມືອງດັ່ງກ່າວ ໄດ້ຄົ້ນຄວ້າສຶກສາຮໍ່າຮຽນຕື່ມອີກ.
ຫຼັງຈາກນັ້ນ, ທ່ານ ພັທ ພີມພອນ ດວງບຸນມີ ເລຂາຄະນະພັກຮາກຖານ, ຫົວໜ້າກອງບັນຊາການທະຫານເມືອງ ແປກ ກໍໄດ້ສະແດງຄວາມຂອບໃຈຕໍ່ພະແນກຍຸຕິທຳແຂວງ ຊຽງຂວາງທີ່ໄດ້ລົງມາໂຄສະນາເຜີຍແຜ່ບັນດາກົດໝາຍ ແລະ ມອບປຶ້ມກົດໝາຍ ແລະ ວາລະສານກົດໝາຍຈຳນວນດັ່ງກ່າວ ຊຶ່ງຈະເປັນບ່ອນອີງໃນການເຄື່ອນໄຫວວຽກງານ ແລະ ໃຫ້ເຂົ້າໃຈບັນດາເນື້ອໃນຂອງກົດໝາຍແຕ່ລະຂົງເຂດໃຫ້ນັບມື້ນັບເລິກເຊິງ ແລະ ກວ້າງຂວາງ.
ຂຽນຂ່າວ: ທ້ອງຖິ່ນ; ປັບປຸງ: ປາວີຄຳ ເພັດທະລາກຸນ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງ ຊຽງຂວາງ ລົງໂຄສະນາເຜີຍແຜ່ກົດໝາຍ ຢູ່ກອງບັນຊາການທະຫານ | ພະແນກຍຸຕິທຳແຂວງ ຊຽງຂວາງ ລົງໂຄສະນາເຜີຍແຜ່ກົດໝາຍ ຢູ່ກອງບັນຊາການທະຫານ ເມືອງແປກ ແຂວງຊຽງຂວາງ |
https://www.moj.gov.la/lo/node/1259 | ໃນວັນທີ 22 ມິຖຸນາ 2018 ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 8 ໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍການແກ້ໄຂຂໍ້ແຍ່ງທາງດ້ານເສດຖະກິດ (ສະບັບປັບປຸງ) ພາຍໃຕ້ການເປັນປະທານຂອງ ທ່ານ ສົມພັນ ແພງຄໍາມີ ຮອງປະທານສະພາແຫ່ງຊາດ. ສຳລັບຮ່າງກົດໝາຍ ວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ (ສະບັບປັບປຸງ) ປະກອບມີ 11 ພາກ, 7 ໝວດ, 89 ມາດຕາ ຊຶ່ງຢູ່ໃນຄວາມຮັບຜິດຊອບຂອງກະຊວງຍຸຕິທຳ.
ໃນກອງປະຊຸມ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຂຶ້ນສະເໜີກ່ຽວກັບການປັບປຸງຮ່າງກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນ, ການກະກຽມ ທາງດ້ານໂຄງປະກອບຂອງຮ່າງກົດໝາຍ ສະບັບປັບປຸງນີ້ ໂດຍລວມແລ້ວ ແມ່ນຍັງຮັກສາໂຄງປະກອບຂອງກົດໝາຍສະບັບປັດຈຸບັນ ທີ່ມີ 11 ພາກ, 7 ໝວດ, 72 ມາດຕາ ແຕ່ສັບຊ້ອນ ພາກທີ IV ແລະ ພາກທີ V ຂຶ້ນມາເປັນພາກທີ III, ພາກທີ IV ແລະ ພາກທີ III ມາເປັນພາກທີ V ສຳລັບມາດຕາ ແມ່ນໄດ້ເພີ່ມມາດຕາຈຳນວນໜຶ່ງຈາກ 72 ມາດຕາ ມາເປັນ 89 ມາດຕາ, ໃນນີ້ ໄດ້ປັບປຸງ 55 ມາດຕາ, ສ້າງໃໝ່ 17 ມາດຕາ ແລະ ອີກ 17 ມາດຕາ ຮັກສາໄວ້ຄືເກົ່າ ສຳລັບການຄາດຄະເນຜົນໄດ້ຮັບຈາກການປັບປຸງກົດໝາຍ ສະບັບດັ່ງກ່າວນີ້ ຈະເຮັດໃຫ້ຂັ້ນຕອນຂອງການພິຈາລະນາແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດມີຄວາມວ່ອງໄວ, ພ້ອມທັງສອດ ຄ່ອງກັບສະພາບຄວາມເປັນຈິງຂອງການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງປະເທດເຮົາ ໃນເງື່ອນໄຂເສດຖະກິດຕະຫຼາດ ແລະ ສາມາດເຊື່ອມໂຍງກັບສາກົນ, ທັງສອດຄ່ອງກັບຫຼັກການຂອງ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ພ້ອມທັງເປັນການສ້າງຄວາມໝັ້ນໃຈໃຫ້ນັກທຸລະກິດຕໍ່ລະບົບກົດໝາຍ ແລະ ຍົກສູງບົດບາດການຊີ້ນຳ-ນຳພາຂອງພັກຕໍ່ວຽກງານກົດໝາຍ ແລະ ຍຸຕິທຳ ຊຶ່ງຈະເຮັດໃຫ້ ສປປ ລາວ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກບັນດາປະເທດໃນພາກພື້ນ ແລະ ສາກົນຫຼາຍຂຶ້ນ.
ຈາກນັ້ນທ່ານປະທານກອງປະຊຸມ ກໍໄດ້ມີຄຳຖາມເຈາະຈີ້ມ ເພື່ອໃຫ້ບັນດາທ່ານສະມາຊິກສະພາແຫ່ງຊາດປະກອບຄຳເຫັນຢ່າງມີຈຸດສຸມ ໂດຍສະເພາະ ແມ່ນຄະນະໄກ່ເກ່ຍ ຕາມທີ່ກຳນົດໄວ້ໃນມາດຕາ 3 ຂໍ້ 4 ນັ້ນ ເຫັນວ່າເໝາະສົມແລ້ວບໍ່? ການເລືອກ ແລະ ການແຕ່ງຕັ້ງຜູ້ຕັດສີນ ຫຼື ຄະນະກຳມະການຕັດສີນ ຕາມທີ່ກຳນົດໄວ້ໃນມາດຕາ 35 ນັ້ນໄດ້ກຳນົດໃຫ້ມີການເລືອກຜູ້ຕັດສີນ 1-3 ຄົນເຫັນວ່າສອດຄ່ອງ ແລະ ແທດເໝາະແລ້ວບໍ່? ເພາະວ່າກົດໝາຍສະບັບ ປັດຈຸບັນ ແມ່ນກຳນົດໃຫ້ມີຜູ້ຕັດສິນແຕ່ສາມຄົນຂຶ້ນໄປ ພ້ອມດຽວກັນນັ້ນ ທ່ານປະທ່ານກອງປະຊຸມກໍໄດ້ໃຫ້ຄວາມສົນໃຈຕໍ່ມາດຕາ 52, 63, 67 ແລະ ມາດຕາອື່ນຕື່ມອີກ.
ຫຼັງຈາກນັ້ນບັນດາທ່ານສະມາຊິກແຫ່ງຊາດກໍໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບປັບປຸງດັ່ງກ່າວ ໂດຍໄດ້ລົງເລິກໃສ່ມາດຕາຕາມຄຳຖາມເຈາະຈີ້ມຂອງປະທານກອງປະຊຸມ ແລະ ມາດຕາທີ່ເຫັນວ່າຍັງບໍ່ທັນຈະແຈ້ງຊັດເຈນ.
ພາຍຫຼັງທີ່ສະມາຊິກສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສະບັບປັບປຸງ ແລ້ວ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ຫົວໜ້າຄະນະຮັບຜິດຊອບຮ່າງກົດໝາຍ ວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ (ສະບັບປັບປຸງ) ກໍໄດ້ຊີ້ແຈງ ແລະ ຕອບຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດ.
ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານ ກໍໄດ້ສັງລວມໂດຍຫຍໍ້ກ່ຽວກັບຄຳເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ.
ຫຼັງຈາກນັ້ນສະມາຊິກສະພາແຫ່ງຊາດກໍໄດ້ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ (ສະບັບປັບປຸງ) ຊຶ່ງໄດ້ຮັບການຮັບຮອງດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ.
ຂ່າວ: ອ່ອນຄໍາ ພາບ: ສົມຫັວງ ສະພາແຫ່ງຊາດ, ວັນທີ 22 ມິຖຸນາ 2018
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 8 | ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 8 ພິຈາລະນາ ແລະ ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ( ສະບັບປັບປຸງ) |
https://www.moj.gov.la/lo/node/1260 | ກອງປະຊຸມປຶກສາຫາລືແຜນການເຄື່ອນໄຫວວຽກງານໂຄງການໄລຍະໃໝ່ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 27 ມິຖຸນາ 2018 ຢູ່ທີສະໂມສອນກະຊວງຍຸຕິທຳ ໂດຍພາຍໃຕ້ການເປັນປະທານຂອງທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີຜູ້ຕ່າງໜ້າຈາກສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ຄະນະນິຕິສາດ-ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ຫົວໜ້າ-ຮອງຫົວໜ້າກົມແຕ່ລະພາກສ່ວນ, ຊ່ຽວຊານປະຈຳໂຄງການ, ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 24 ທ່ານ, ຍິງ 07 ທ່ານ.
ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືເຖິງຈຸດປະສົງ, ຄາດຄະເນ ແລະ ໝາກຜົນຂອງໂຄງການໄລຍະໃໝ່, ຈຸດພິເສດການຈັດຕັ້ງປະຕິບັດໂຄງການໄລຍະໃໝ່ ແລະ ເປົ້າໝາຍບຸກຄະລາກອນແຕ່ລະກຸ່ມເພື່ອໃຫ້ແຕ່ລະພາກສ່ວນໄດ້ເຂົ້າໃຈ, ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານໂຄງການໃນໄລຍະໃໝ່ນີ້ດຳເນີນໄປຢ່າງມີແບບແຜນ ແລະ ເປົ້າໝາຍທີ່ຊັດເຈນ ແລະ ສອດຄ່ອງກັບພາລະບົດບາດ.
ຂຽນຂ່າວ: ປາວີຄຳ ເພັດທະລາກຸນ; ພາບ: ສຸກສາຄອນ ຈັນທະວຸດ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມປຶກສາຫາລືແຜນການເຄື່ອນໄຫວວຽກງານໂຄງການໄລຍະໃໝ່ | ກອງປະຊຸມປຶກສາຫາລືແຜນການເຄື່ອນໄຫວວຽກງານໂຄງການໄລຍະໃໝ່ |
https://www.moj.gov.la/lo/node/1261 | ໃນຕອນບ່າຍຂອງວັນທີ 21 ມິຖຸນາ 2018 ທີ່ຫ້ອງຮັບແຂກ ຂອງກະຊວງຍຸຕິທຳ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ກຽດຕິຄຸນ ຊາດປະເສີນ ເອກອັກຄະລັດຖະທູດຣາຊະອານາຈັກໄທ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ທ່ານໄດ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດໄທ ຄົນໃໝ່ ປະຈຳ ສປປ ລາວ.
ທັງສອງຝ່າຍ ກໍ່ໄດ້ລາຍງານສະພາບຈຸດພິເສດ ແລະ ການເຄື່ອນໄຫວວຽກງານຍຸຕິທຳໃຫ້ກັນ ໄດ້ຮັບຊາບ ພ້ອມທັງປຶກສາຫາລືວຽກງານການປະສານສົມທົບ ແລະ ການພົວພັນຮວ່ມມືຊວ່ຍເຫຼືອເຊິ່ງກັນ ແລະ ກັນ ໃນຕໍ່ໜ້າ.
ແລະ ໃນຕອນບ່າຍຂອງວັນດຽວກັນ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ກໍໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ເອກອັກຄະລັດຖະທູດສາທາລະນະລັດອິນໂດເນເຊຍ ພ້ອມດ້ວຍຄະນະ, ເນື່ອງໃນໂອກາດທີ່ທ່ານໄດ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດອິນໂດເນເຊຍ ຄົນໃໝ່ ປະຈຳ ສປປ ລາວ, ໃນໂອກາດດັ່ງກ່າວ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ຕີລາຄາສູງຕໍ່ການເຂົ້າຢ້ຽມຢາມໃນຄັ້ງນີ້ ຊຶ່ງໃນໄລຍະຜ່ານມາການຮ່ວມມືໃນຂົງເຂດຍຸຕິທໍາ ແລະ ກົດໝາຍ ເຫັນວ່າທັງສອງປະເທດຍັງບໍ່ທັນມີການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດຮ່ວມກັນໃນກອບສອງຝ່າຍ ແຕ່ຈະມີໃນກອບການຮ່ວມມືອາຊຽນທີ່ກະຊວງຍຸຕິທຳ ຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸດໂສກົດໝາຍອາຊຽນ ຄັ້ງທີ 16 ແລະ ກອງປະຊຸມລັດຖະມົນຕີກົດໝາຍອາຊຽນ ຄັ້ງທີ 9 ທີ່ປະເທດອິນໂດເນເຊຍເປັນເຈົ້າພາບ ພ້ອມນັ້ນທັງສອງຝ່າຍໄດ້ປຶກສາຫາລືການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຕໍ່ໜ້າ ໂດຍສະເພາະໃນຂົງເຂດຍຸຕິທຳ ແລະ ກົດໝາຍ ໃຫ້ນັບມື້ນັບກວ້າງຂວາງຂຶ້ນຕື່ມ.
ຂ່າວ: ອອ່ນຄຳ ພາບ: ສົມຫວັງ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານ ລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບ ເອກອັກຄະລັດຖະທູດ ຣາຊະອານາຈັກໄທ | ທ່ານ ລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບ ເອກອັກຄະລັດຖະທູດ ຣາຊະອານາຈັກໄທ ແລະ ເອກອັກຄະລັດຖະທູດ ສາທາລະນະລັດ ອິນໂດເນເຊຍ ຄົນໃໝ່ ປະຈຳ ສປປ ລາວ |
https://www.moj.gov.la/lo/node/1262 | ຜ່ານການຈັດຕັ້ງປະຕິບັດຊຸດບຳລຸງກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VI ປີ 2018 ໃນເວລາອັນເຄັ່ງຮ້ອນ ແລະ ເຕັມໄປດ້ວຍຄວາມຮັບຜິດຊອບສູງ ຂອງຄະນະຮັບຜິດຊອບ ແລະ ຄູ-ອາຈານ ນັກສຳມະນາກອນຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ ຊຶ່ງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ, ເຮັດໃຫ້ຊຸດບຳລຸງໃນຄັ້ງນີ້ໄດ້ດຳເນີນໄປຕາມແຜນການ ແລະ ສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ກຳນົດໄວ້.
ໃນຄັ້ງວັນທີ 29 ມິຖຸນາ 2018 ພະແນກຍຸຕິທຳແຂວງ ສະຫວັນນະເຂດ ໄດ້ຈັດຕັ້ງພິທີສະຫຼຸບປິດຊຸດບຳລຸງກົດໝາຍໄລຍະສັ້ນ 45 ວັນ ແລະ ມອບ-ຮັບໃບຢັ້ງຢືນ ໃຫ້ແກ່ນັກສຳມະນາກອນ ໂດຍໃຫ້ກຽດເປັນປະທານ ໃນພິທີປິດ ແລະ ມອບໃບຢັ້ງຢືນ ໂດຍ ທ່ານ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ, ຮອງເລຂາພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດ, ເຂົ້າຮ່ວມຄັ້ງນີ້ມີ ຫົວໜ້າ ສະຖາບັນຍຸຕິທຳພາກກາງ, ຄະນະພັກ, ຄະນະພະແນກຍຸຕິທຳ, ຫົວໜ້າຫ້ອງການພະແນກຍຸຕິທຳ, ຄູ-ອາຈານ ແລະ ແຂກ ພ້ອມດ້ວຍນັກສຳມະນາກອນທັງໝົດ. ໃນພິທີ ທ່ານ ອຸໄພວັນ ໄຊຍະວົງ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ ສະຫວັນນະເຂດ ກໍໄດ້ຜ່ານບົດສະຫຼຸບລາຍງານຜົນສຳເລັດຂອງການຈັດຕັ້ງປະຕິບັດໂຄງການ ຫຼັກສູດກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VI ປີ 2018 ຊຶ່ງເລີ່ມເປີດຮຽນແຕ່ ວັນທີ 18 / 4 / 2017 – 19 / 6 / 2017 ຈຶ່ງສຳເລັດລົງ. ມີນັກສຳມະນາກອນທີ່ໄດ້ຮັບໃບຢັ້ງຢືນກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VI ປີ 2018 ຈຳນວນ 51 ທ່ານ, ຍິງ 11 ທ່ານ.
ໃນຕອນທ້າຍຂອງພິທີ ທ່ານ ໂພໄຊ ໄຊຍະສອນ ປະທານໃນພິທີ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການປະຕິບັດໂຄງການຫຼັກສູດກົດໝາຍໄລຍະສັ້ນ 45 ວັນຊຸດນີ້ ແລະ ທ່ານຍັງມີຄຳເຫັນແນະນຳບາງດ້ານດັ່ງນີ້: ຕ້ອງສືບຕໍ່ແຜນການເປີດຮຽນກົດໝາຍໄລຍະສັ້ນ 45 ວັນ ໃຫ້ໄດ້ 1 ຫາ 2 ຄັ້ງຕໍ່ປີ ຕາມແຜນການທີ່ວາງໄວ້ ແລະ ຂໍທິດຊີ້ນຳຢ່າງເປັນປະຈຳຈາກຂັ້ນເທິງ ກໍ່ຄືສາຍຕັ້ງ ແລະ ສາຍຂວາງ ພ້ອມທັງສືບຕໍ່ສູ້ຊົນຈັດຕັ້ງປະຕິ ບັດບັນດາກິດຈະກຳ ເປັນຕົ້ນ ການເປີດຮຽນ-ສອນ ຫຼັກສູດກົດໝາຍລະບົບເລັ່ງລັດ 3 ເດືອນ ໃຫ້ບ້ານ ແລະ ກຸ່ມບ້ານ ຂອງເມືອງທີ່ມີເງື່ອນໄຂ ແລະ ບັນດາວຽກງານອື່ນໆພາຍໃນ ພະແນກຍຸຕິທຳໃຫ້ມີຄວາມວ່ອງໄວ, ໂປ່ງໃສ່ ແລະ ຮັບປະ ກັນຄວາມຍຸຕິທຳ. ສະລັບຜູ່ເຂົ້າຮ່ວມການຝືກອົບຮົມເມື່ອສຳເລັດແລ້ວ ຕ້ອງນຳເອົາບົດຮຽນ, ກົດໝາຍ ທີ່ໄດ້ຮຽນມາໄປຜັນຂະຫຍາຍຕໍ່ເປັນຕົ້ນ ການໝູນໃຊ້ຄວາມຮູ້ຄວາມເຂົ້າໃຈໃນວຽກງານທີ່ຕົນຮັບຜິດຊອບ ພ້ອມທັງເຜີຍແຜ່ ພາຍໃນຫ້ອງການຂອງຕົ້ນ, ພາຍໃນບ້ານ ແລະ ຄອບຄົວ ຕາມເງື່ອນໄຂຕົວຈິງ ແລະ ຖືກຕ້ອງສອດຄ່ອງຕາມກົດໝາຍ.
ປະເພດຂ່າວ: ກອງປະຊຸມ-ສຳມະນາ | ປິດຊຸດບຳລຸງກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VI ປີ 2018 ແລະ ມອບ-ຮັບໃບຢັ້ງຢືນ ໃຫ້ແກ່ພະນັກງານຫຼັກແຫຼ່ງ, ພະແນກການ, ອົງການທຽບເທົ່າຂັ້ນແຂວງ ແລະ ຂັ້ນເມືອງ |
https://www.moj.gov.la/lo/node/1264 | ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 04-ກໍລະກົດ-2018ເລກທີຂອງເອກະສານ: 1
Video Link
ລາຍການເພື່ອສັງຄົມຍຸຕິທຳ 1/7/2018 | ລາຍການເພື່ອສັງຄົມຍຸຕິທຳ 1/7/2018 |
https://www.moj.gov.la/lo/node/1265 | ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 05-ກໍລະກົດ-2018ເລກທີຂອງເອກະສານ: 1
Video Link
ລາຍການຄວາມຮູ້ທາງກົດໝາຍ 2/7/2018 | ລາຍການຄວາມຮູ້ທາງກົດໝາຍ 2/7/2018 |
https://www.moj.gov.la/lo/node/1266 | ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 05-ກໍລະກົດ-2018ເລກທີຂອງເອກະສານ: 1
Video Link
ລາຍການຄວາມຮູ້ທາງກົດໝາຍ 4/7/2018 | ລາຍການຄວາມຮູ້ທາງກົດໝາຍ 4/7/2018 |
https://www.moj.gov.la/lo/node/1267 | ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 09-ກໍລະກົດ-2018ເລກທີຂອງເອກະສານ: 1
Video Link
ລາຍການຄວາມຮູ້ທາງກົດໝາຍ 6/7/2018 | ລາຍການຄວາມຮູ້ທາງກົດໝາຍ 6/7/2018 |
https://www.moj.gov.la/lo/node/1268 | ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 09-ກໍລະກົດ-2018ເລກທີຂອງເອກະສານ: 1
Video Link
ລາຍການຄວາມຮູ້ທາງກົດໝາຍ 9/7/2018 | ລາຍການຄວາມຮູ້ທາງກົດໝາຍ 9/7/2018 |
https://www.moj.gov.la/lo/node/1269 | ໃນວັນທີ 22 ມີຖຸນາ 2018 ຜ່ານມາ ຫ້ອງການຍຸຕິທຳເມືອງ ໄຊຈຳພອນ ແຂວງ ບໍລິຄຳໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮາກຖານ ຂຶ້ນຢູ່ທີ່ສະໂມສອນຂອງເມືອງ ໄຊຈຳພອນ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ຄຳພັດ ສຸລິຂັນ ວ່າການເລຂາ ພັກເມືອງ, ເຈົ້າເມືອງ ໄຊຈຳພອນ, ມີບັນດາຫົວໜ້າຫ້ອງການ, ພະນັກງານອ້ອມຂ້າງເມືອງ ພ້ອມດ້ວຍນັກສຶກສາກົດໝາຍຊັ້ນຕົ້ນເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ທ່ານ ຄຳສອນ ສີຫາລາດ ຫົວໝ້າຫ້ອງການຍຸຕິທຳເມືອງ ຂຶ້ນສະຫຼຸບລາຍງານການຈັດຕັ້ງປະຕິບັດການຮຽນ-ການສອນ ພ້ອມທັງຕີລາຄາຜົນສຳເລັດ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ທິດທາງແຜນການໃນຕໍ່ໜ້າ. ການຮຽນກົດໝາຍຊັ້ນຕົ້ນຊຸດນີ້ ມີນັກກົດໝາຍສຳເລັດການຮຽນຈຳນວນທັງໝົດ 28 ທ່ານ, ຍິງ 5 ທ່ານ.
ຕອນທ້າຍ ທ່ານ ຄຳພັດ ສຸລິຂັນ ວ່າການ ເລຂາພັກເມືອງ, ເຈົ້າເມືອງ ໄຊຈຳພອນ ໄດ້ໃຫ້ກຽດມອບໃບປະກາສະນີຍະບັດ ໃຫ້ແກ່ນັກຮຽນກົດໝາຍຊັ້ນຕົ້ນ ທີ່ສຳເລັດການຮຽນໃນຊຸດນີ້ ພ້ອມທັງມີຄຳເຫັນໂອ້ລົມຕໍ່ຜູ້ເຂົ້າຮ່ວມຈົ່ງໄດ້ນໍາເອົາຄວາມຮູ້ທີ່ໄດ້ຮັບຈາກການຮຽນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍໃນທ້ອງຖິ່ນຕົນໃຫ້ສຳເລັດຜົນ.
ຂຽນຂ່າວ-ຖ່າຍພາບ: ບຸນເລີດ ລັດທະພອນ ຈາກພະແນກຍຸຕິທຳແຂວງ ບໍລິຄຳໄຊ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ກອງປະຊຸມສະຫຼຸບວຽກງານຍຸຕິທຳຮາກຖານ ປະຈຳປີ 2018 ຢູ່ຫ້ອງການຍຸຕິທຳເມືອງ | ກອງປະຊຸມສະຫຼຸບວຽກງານຍຸຕິທຳຮາກຖານ ປະຈຳປີ 2018 ຢູ່ຫ້ອງການຍຸຕິທຳເມືອງ ໄຊຈຳພອນ ແຂວງ ບໍລິຄຳໄຊ |
https://www.moj.gov.la/lo/node/1270 | ໃນຕອນເຊົ້າຂອງວັນທີ 29 ມິຖຸນາ 2018 ພະແນກຍຸຕິທໍາແຂວງ ຫຼວງພະບາງ ໄດ້ຈັດພິທີປິດການຮຽນ - ການສອນກົດໝາຍຊັ້ນຕົ້ນ ຊຸດທີ VII ປະຈຳປີ 2018 ຢູ່ທີ່ຫ້ອງປະຊຸມໃຫຍ່ເທດສະບານເມືອງ ງອຍ ແຂວງ ຫຼວງພະບາງ ໂດຍການເປັນປະທານຂອງທ່ານ ຄຳດີ ຈິດຕະປັນຍາ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງ, ເຂົ້າຮ່ວມ ມີທ່ານ ມີໄຊ ໄຊເກີຢ່າຈົ່ງຕົວ ຫົວໜ້າພະແນກຍຸຕິທໍາແຂວງ ຫຼວງພະບາງ, ມີຫົວໜ້າຫ້ອງການຍຸຕິທຳເມືອງ, ທ່ານຜູ້ຕາງໜ້າຈາກຫ້ອງການອ້ອມຂ້າງເມືອງ ແລະ ນັກສຳມະນາກອນ ເຂົ້າຮຽນທັງໝົດ 64 ຄົນ, ຍິງ 17 ຄົນ.
ໃນພິທີທ່ານ ສຸລິພອນ ໂສຕາປະເສີດ ຫົວໜ້າຫ້ອງການຍຸຕິທຳເມືອງ ງອຍ ໄດ້ສະຫຼຸບລາຍງານຜົນສຳເລັດການຈັດຕັ້ງປະຕິບັດຫຼັກສູດການຮຽນກົດໝາຍຊັ້ນຕົ້ນ 3 ເດືອນ ຊຸດທີ VII ປະຈຳປີ 2018 ຊຶ່ງການຮຽນ-ການສອນກົດໝາຍຊັ້ນຕົ້ນ ແມ່ນຈັດໃຫ້ສະເພາະພະນັກງານຫຼັກແຫຼ່ງຂອງຂະແໜງການອ້ອມຂ້າງເມືອງ, ເລຂາພັກບ້ານ, ນາຍບ້ານ ຂອງເມືອງງອຍ, ການຮຽນ-ການສອນດັ່ງກ່າວ ແມ່ນໄດ້ນຳເອົາບາງກົດໝາຍໃນ 4 ຂົງເຂດມາສິດສອນ ຜ່ານການຮຽນກົດໝາຍຊັ້ນຕົ້ນເຮັດໃຫ້ສຳມະນາກອນຮັບຮູ້, ເຂົ້າໃຈ ແລະ ເຄື່ອນໄຫວວຽກງານໃຫ້ຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ແນ່ໃສ່ເຮັດໃຫ້ກຸ່ມບ້ານ ແລະ ຮາກຖານບ້ານມີການພັດທະນາ, ມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ແລະ ສາມາດກາຍເປັນບ້ານແບບຢ່າງໃນການປະຕິບັດກົດໝາຍ.
ຫຼັງຈາກນັ້ນ ໃນພິທີ ກໍໄດ້ມີການມອບໃບປະກາສະນິຍະບັດໃຫ້ແກ່ຜູ້ສຳເລັດການຮຽນກົດໝາຍຊັ້ນຕົ້ນ ຈຳນວນ 31 ຄົນ, ຍິງ 13 ຄົນ ໂດຍທ່ານ ມີໄຊ ໄຊເກີຢ່າຈົ່ງຕົວ ຫົວໜ້າພະແນກຍຸຕິທຳແຂວງ ຫຼວງພະບາງ ພ້ອມດຽວກັນນັ້ນ ກໍໄດ້ມີການມອບໃບຍ້ອງຍໍໃຫ້ແກ່ຄະນະຊີ້ນຳ, ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກສຳມະນາກອນຜູ້ທີ່ຮຽນດີ-ຮຽນເກັ່ງ ຈຳນວນທັງໝົດ 23 ທ່ານ, ຍິງ 6 ທ່ານ ໃຫ້ກຽດມອບໂດຍທ່ານ ຄຳດີ ຈິດຕະປັນຍາ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງ.
ໃນຕອນທ້າຍຂອງພິທີທ່ານ ຄຳດີ ຈິດຕະປັນຍາ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກສຳມະນາກອນ ທີ່ໄດ້ເອົາໃຈໃສ່ໃນການສິດສອນ ແລະ ຄົ້ນຄວ້າຮ່ຳຮຽນຈົນສຳເລັດ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ນັກສຳມະນາກອນ ຈົ່ງນຳເອົາຄວາມຮູ້, ຄວາມສາມາດທີ່ໄດ້ຮຽນມາໄປຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານໃນຂອບເຂດທີ່ຕົນເອງຮັບຜິດຊອບໃຫ້ເກີດຜົນປະໂຫຍດສູງສຸດ.
ຂຽນຂ່າວ: ນາງ ມະໄລກອນ ທໍ່ ປັບປຸງຂ່າວ: ອ່ອນຄຳ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງ ຫຼວງພະບາງ ໄດ້ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຢູ່ເມືອງ ງອຍ ແຂວງ ຫຼວງພະບາງ | ພະແນກຍຸຕິທຳແຂວງ ຫຼວງພະບາງ ໄດ້ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຢູ່ເມືອງ ງອຍ ແຂວງ ຫຼວງພະບາງ |
https://www.moj.gov.la/lo/node/1271 | ໃນຕອນເຊົ້າຂອງວັນທີ 2 ກໍລະກົດ 2018 ທີ່ ກະຊວງຍຸຕິທຳ ໄດ້ເປີດກອງປະຊຸມຄົ້ນຄວ້າ ປຶກສາຫາລື ປະກອບຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍ ຄວາມປອດໄພດ້ານລັງສີ ແລະ ນິວເຄຼຍ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ເປັນກຽດເຂົ້າຮ່ວມມີທ່ານ ປອ. ສຸລິອຸດົງ ສຸນດາລາ ຮອງລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ມີບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງພະແນກ ແລະ ພະນັກງານວິຊາການກົດໝາຍຂອງສອງພາກສ່ວນເຂົ້າຮວ່ມ.
ໃນທີ່ປະຊຸມຜູ້ເຂົ້າຮວ່ມກໍໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ແລກປຽ່ນບົດຮຽນ ແລະ ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍ ຄວາມປອດໄພດ້ານລັງສີ ແລະ ນິວເຄຼຍ, ດ້ວຍຄວາມຮັບຜິດຊອບສູງ ແລະ ມີບັນຍາກາດດີ ຊຶ່ງຮ່າງກົດໝາຍ ວ່າດ້ວຍ ຄວາມປອດໄພດ້ານລັງສີ ແລະ ນິວເຄຼຍປະກອບມີ 13 ພາກ 5 ໝວດ 77 ມາດຕາ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍເພື່ອເປັນການ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ການຕິດຕາມກວດກາ ການຈັດຕັ້ງ ແລະ ເຄື່ອນໄຫວວຽກງານຄວາມປອດໄພດ້ານລັງສີ ແລະ ນິວເຄຼຍ ເພື່ອຊຸກຍູ້ສົ່ງເສີມວຽກງານດັ່ງກ່າວ ໃຫ້ຖືກຕ້ອງຕາມມາດຕະຖານດ້ານເຕັກນິກ, ຮັບປະກັນໃຫ້ມີຄວາມປອດໄພໃນການນຳໃຊ້, ການຂົນສົ່ງການກະກຽມ ພ້ອມຮັບມືກັບກໍລະນີເກີດເຫດສຸກເສີນ ແລະ ມີຄວາມໝັ້ນຄົງໃນການຮັກສາແຫຼ່ງກຳມະຕະພາບລັງສີ ແນ່ໃສ່ປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບຕໍ່ ສຸຂະພາບຂອງຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ພ້ອມສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
ຂ່າວ: ອ່ອນຄຳ ໄຊຍະວົງ ພາບ: ສຸກສາຄອນ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍ ຄວາມປອດໄພດ້ານລັງສີ ແລະ ນິວເຄຼຍ | ກອງປະຊຸມຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍ ຄວາມປອດໄພດ້ານລັງສີ ແລະ ນິວເຄຼຍ ທີ່ ກະຊວງຍຸຕິທຳ |
https://www.moj.gov.la/lo/node/1272 | ໃນວັນທີ່ 03 ກໍລະກົດ 2018 ຫ້ອງການຍຸຕິທຳເມືອງ ຄູນຄຳ ໄດ້ສະຫລຸບ ວຽກງານຍຸຕິທຳຮາກຖານ ແລະ ມອບ-ຮັບ ໃບປະກາສະນີຍະບັດ ໃຫ້ແກ່ນັກຮຽນກົດໝາຍຊັ້ນຕົ້ນຊຸດທີ VI ຂື້ນທີ່ ຈຸດສຸມ ບ້ານ ຄູນເພັດ ກຸ່ມທ່ານາ ເມືອງ ຄູນຄຳ ແຂວງ ຄຳມ່ວນ ໂດຍການໃຫ້ກຽດເປັນປະທານຂອງທ່ານ ແກ້ວລັນດອນ ຈັນທະປານີ ເລຂາພັກເມືອງ ເຈົ້າເມືອງ ຄູນຄຳ ພ້ອມນັ້ນ ກໍ່ຍັງມີຄະນະພະແນກຍຸຕິທຳແຂວງ ຄຳມ່ວນ ເຂົ້າຮ່ວມ ໂດຍມີ ທ່ານ ວິໄລສອນ ທຳມະຈັກ ຫົວໜ້າຫ້ອງການຈັດຕັ້ງພະນັກງານ, ທ່ານ ຄູນຕາ ມະນີວົງ ຫົວໜ້າຫ້ອງບໍລິຫານການເງິນ ພ້ອມຄະນະ, ໃນນັ້ນກໍຍັງມີ ຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ຄະນະພັກຮາກຖານ, ເລຂາກຸ່ມບ້ານທ່ານາ, ອົງການຈັດຕັ້ງຂັ້ນບ້ານ, ຄະນະນາຍບ້ານ, ຮອງນາຍບ້ານ, ປ້ອງກັນຊາດ-ປ້ອງກັນສະຫງົບສຸກ, ກອງຫຼອນບ້ານ, ລວມໄປຮອດນັກຮຽນ-ນັກສຶກສາ ກໍ່ໃຫ້ກຽດ ເຂົ້າຮ່ວມພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນໃນຄັ້ງນີ້.
ໃນພິທີ ທ່ານ ສາຍສະໝອນ ພົມມະລີ ຫົວໜ້າຫ້ອງການຍຸຕິທຳເມືອງ ຄູນຄຳ ກໍ່ໄດ້ຂື້ນຜ່ານບົດສະຫລຸບຂອງວຽກງານທັງໝົດຕໍ່ກັບການກໍ່ສ້າງນັກກົດໝາຍຊັ້ນຕົ້ນໃຫ້ແກ່ຮາກຖານ ຊຸດທີ່ VI ປີ 2018 ຊື່ງມີຈຳນວນທັງໝົດ 36 ທ່ານ ໃນນັ້ນ ທ່ານກໍ່ຍັງຊີ້ໃຫ້ເຫັນ ເຖິງ ຈຸດດີ, ຈຸດອ່ອນ ຂໍ້ສະດວກ, ຂໍ້ຄົງຄ້າງຕ່າງໆ ໃນການຈັດຕັ້ງປະຕິບັດ ວຽກງານຍຸຕິທຳຮາກຖານ ແລະ ການຮຽນ-ການສອນກົດໝາຍຊັ້ນຕົ້ນ.
ຈາກນັ້ນ ທ່ານ ແກ້ວລັນດອນ ຈັນທະປານີ ເຈົ້າເມືອງ ຄູນຄຳ ກໍ່ໄດ້ໃຫ້ກຽດມອບໃບປະກາສະນີຍະບັດ ໃຫ້ແກ່ນັກຮຽນກົດໝາຍຊັ້ນຕົ້ນ ຈຳນວນ 36 ທ່ານ ຊື່ງໃນຈຳນວນດັ່ງກ່າວ ລັວນແຕ່ແມ່ນ ນາຍບ້ານ, ຮອງນາຍບ້ານ, ອຳນາດການປົກຄອງແຕ່ລະຂັ້ນ ແລະ ພໍ່ແມ່ປະຊາຊົນທີ່ຢູ່ໃນຂົງເຂດນັ້ນ. ໃນໂອກາດດຽວກັນນີ້ທ່ານ ເຈົ້າເມືອງ ກໍໄດ້ມີຄຳຄິດຄຳເຫັນ ຕໍ່ກັບໝາກຜົນ ຂອງວຽກງານຍຸຕິທຳຮາກຖານ ທີ່ສຳເລັດລົງ, ໃນນາມຕາງໜ້າອົງການຈັດຕັ້ງພັກ-ລັດ ຂັ້ນເມືອງ ຂໍຍ້ອງຍໍຊົມເຊີຍ ແລະ ຂອບໃຈ ມາຍັງຂົງເຂດຍຸຕິທຳເວົ້າລວມ, ເວົ້າສະເພາະ ກໍ່ຄື ອຳນາດການປົກຄອງຂັ້ນທ້ອງຖິ່ນ ທີ່ໄດ້ເອົາໃຈໃສ່ ແລະ ເຫັນຄວາມສຳຄັນຂອງວຽກງານຍຸຕິທຳຮາກຖານ ກໍ່ສ້າງບຸກຄະລາກອນກົດໝາຍໃຫ້ແກ່ທ້ອງຖິ່ນ ຊື່ງວຽກງານດັ່ງກ່າວແມ່ນນອນຢູ່ໃນແຜນແມ່ບົດຂອງວຽກງານທິດນຳ 03 ສ້າງ ທີ່ ທາງຂົງເຂດຍຸຕິທຳໄດ້ເນັ້ນໃສ່ກໍ່ສ້າງຊັບພະຍາກອນມະນຸດ ເພື່ອໃຫ້ ພໍ່, ແມ່ປະຊາຊົນ ໄດ້ຮຽນຮູ້, ໄດ້ເຂົ້າໃຈ ເຖິງຄວາມສຳຄັນຂອງລະບຽບກົດໝາຍທີ່ມີການນຳໃຊ້ ຢູ່ໃນ ສປປ ລາວ ເຊີ່ງ ພົວພັນເຖິງສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງລາວ, ແນໃສ່ການສ້າງລັດທີ່ຄຸ້ມຄອງດ້ວຍກົດໝາຍເທື່ອລະກ້າວ. ທ່ານຍັງໄດ້ກ່າວຕື່ມອີກວ່າ : ອຳນາດການປົກຄອງບ້ານ, ນາຍບ້ານ ຕ້ອງເປັນຜູ້ທີ່ຮູ້ ແລະ ໄດ້ຜ່ານການຮຽນກົດໝາຍຊັ້ນຕົ້ນ ຈິ່ງສາມາດ ຊີ້ນຳ-ນຳພາ, ຄຸ້ມຄອງບ້ານໃຫ້ເດີນຕາມແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ຢ່າງຖືກຕ້ອງ ເປັນທຳ ໂດຍອີງໃສ່ກົດໝາຍເປັນເຄື່ອງມືໃນການຈັດຕັ້ງປະຕິບັດວຽກງານທຸກໆດ້ານ ໃຫ້ປະກົດຜົນເປັນຈິງ.
ພິທີມອບໃບປະກາສະນີຍະບັດ ກົດໝາຍຊັ້ນຕົ້ນ ຊຸດທີ່ VI ປີ 2018 ໄດ້ອັດລົງໃນຕອນບ່າຍຂອງວັນດຽວກັນ.
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພິທີປິດການຮຽນກົດໝາຍຊັ້ນຕົ້ນ2018ຂອງເມືອງຄູນຄຳ | ພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນຊຸດທີ VI ປີ 2018 ທີ່ກຸ່ມບ້ານ ທ່ານາ, ເມືອງ ຄູນຄຳ, ແຂວງ ຄຳມ່ວນ. |
https://www.moj.gov.la/lo/node/1273 | ໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2018 ຢູ່ທີ່ຫ້ອງການອົງການບ້ານຈຸດສຸມສາກົນ ໄດ້ຈັດພິທີເປີດຝຶກອົບຮົມທັກສະການເປັນຄູຝຶກທີ່ຫຼາກຫຼາຍສຳລັບຄູຝຶກວຽກງານໂຄສະນາເຜີຍແຜ່ກົດໝາຍກ່ຽວກັບການສົ່ງເສີມໃຫ້ປະຊາຊົນເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທຳ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມຂອງ ທ່ານ ພູທອນ ແກ້ວດວງມະນີ ຄະນະບໍລິຫານງານພັກກະຊວງຍຸຕິທຳ, ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ແລະ ທ່ານ ນາງ ເຈນ ບຼາເຕໂຣ ຜູ້ບໍລິຫານໂຄງການໄລຟ໌, ມີບັນດານັກສຳມະນາກອນ ທີ່ມາຈາກກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ຈຳນວນ 14 ທ່ານ, ຍິງ 4 ທ່ານ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສ້າງຄວາມເຂົ້າໃຈໃຫ້ກັບພະນັກງານກົດໝາຍທີ່ເຮັດວຽກໂຄສະນາເຜີຍແຜ່ກົດໝາຍ ກ່ຽວກັບການນຳໃຊ້ຄູ່ມື, ເຄື່ອງມືຮັບໃຊ້ໃນການຝຶກອົບຮົມໃຫ້ແກ່ການຝຶກອົບຮົມໃຫ້ກັບພະນັກງານຂັ້ນທ້ອງຖິ່ນ ເພື່ອສົ່ງເສີມໃຫ້ປະຊາຊົນສາມາດເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທຳ ທັງເປັນການຂະຫຍາຍຄູຝຶກຢູ່ຂັ້ນສູນກາງໃຫ້ສາມາດປ່ຽນແທນກັນໄດ້ ຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດແຜນຊຸດຝຶກອົບຮົມໃຫ້ໄດ້ຮັບຜົນສຳເລັດຕາມເປົ້າໝາຍ.
ພາຍຫຼັງຄະນະປະທານກໍໄດ້ມີຄຳເຫັນກ່າວເປີດກອງປະຊຸມ ຢ່າງເປັນທາງການແລ້ວ ກໍໄດ້ຮັບຟັງການສະເໜີຈາກຄະນະຮັບຜິດຊອບຊຸດຝຶກອົບຮົມ ກ່ຽວກັບຫຼັກສູດຝຶກອົບຮົມ ເປັນຕົ້ນ ການສ້າງກິດຈະກຳ, ການວັດລະດັບຕົນເອງກ່ອນຝຶກອົບຮົມ, ທັກສະການສ້າງພື້ນທີ່ການຮຽນຮູ້ ແລະ ການສ້າງວັດທະນະທຳໃນການຮຽນຮູ້ຮ່ວມກັນ, ທິດສະດີຄວາມຫຼາກຫຼາຍທາງດ້ານປັນຍາຂອງກາສເນີ້, ການຈຳແນກການຮຽນຮູ້ຕາມທິດສະດີບຣູ້ມ, ວົງຈອນຄວາມຄິດສ້າງສັນ, ການນຳໃຊ້ເຕັກນິກການສ້າງແຜນວາດແນວຄວາມຄິດ, ການຂຽນບົດບັນທຶກສ່ວນຕົວ ແລະ ການຂຽນແບບຟອມບັນທຶກ, ການປະເມີນຜົນປະຈຳວັນ, ເຄື່ອງມືວິເຄາະດ້ານບວກ ແລະ ສິ່ງທີ່ໜ້າສົນໃຈ, ການນຳໃຊ້ເຄື່ອງມື ແລະ ຄັດເລືອກ ເພື່ອນຳໃຊ້ເຂົ້າໃນການຝຶກອົບຮົມ ແລະ ໂຄສະນາ ເຊັ່ນ: ການຄົ້ນຄວ້າເອກະສານຮ່າງຄູ່ມືປະກອບການຝຶກອົບຮົມ ແລະ ອື່ນໆ.
ໃນຕອນທ້າຍ ທ່ານປະທານກອງປະຊຸມ ກໍມີຄຳເຫັນຕໍ່ນັກສຳມະນາກອນທີ່ເຂົ້າຮ່ວມຊຸດຝຶກອົບຮົມໃນຄັ້ງນີ້ ຈົ່ງຕັ້ງໜ້າເອົາໃຈໃສ່ໃນການຄົ້ນຄວ້າຮ່ຳຮຽນໃຫ້ປະສົບຜົນສຳເລັດ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ ນັກຝຶກອົບຮົມ ຈົ່ງນຳເອົາຄວາມຮູ້, ຄວາມສາມາດທີ່ໄດ້ຮຽນມາໄປຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານໃນຂອບເຂດທີ່ຕົນເອງຮັບຜິດຊອບໃຫ້ເກີດຜົນປະໂຫຍດສູງສຸດ.
ການຝຶກອົບຮົມໃນຄັ້ງນີ້ໄດ້ດຳເນີນເປັນເວລາ 3 ວັນ ແລະ ຈະໄດ້ປິດລົງໃນວັນທີ 13 ກໍລະກົດ 2018.
ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ
ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ເປີດຝຶກອົບຮົມທັກສະການເປັນຄູຝຶກສຳລັບວຽກງານໂຄສະນາເຜີຍແຜ່ກົດ ໝາຍ ເພື່ອສົ່ງເສີມໃຫ້ປະຊາຊົນເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທຳ | ເປີດຝຶກອົບຮົມທັກສະການເປັນຄູຝຶກສຳລັບວຽກງານໂຄສະນາເຜີຍແຜ່ກົດໝາຍ ເພື່ອສົ່ງເສີມໃຫ້ປະຊາຊົນເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທຳ |
https://www.moj.gov.la/lo/node/1274 | ເພື່ອໃຫ້ການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງສາມາດຕອບສະໜອງທາງດ້ານປະລິມານ ແລະ ຄຸນນະພາບ, ເພື່ອປະກອບເຂົ້າໃສ່ຕຳແໜ່ງງານໃຫ້ຖືກຕ້ອງ ສອດຄ່ອງກັບໜ້າວຽກຕົວຈິງໃນການປະຕິບັດໜ້າທີ່ການເມືອງຂອງພັກ-ລັດ ໃນສະເພາະໜ້າ ແລະ ຍາວນານ, ແນ່ໃສ່ຮັບປະກັນລັກສະນະສືບທອດປ່ຽນແທນຢ່າງຕໍ່ເນື່ອງ, ເປັນການຫັນຍຸດທະສາດກ່ຽວກັບວຽກງານພະນັກງານໃຫ້ເປັນອັນລະອຽດ, ສ້າງໂຄງການສັງລວມພື້ນຖານໃຫ້ແກ່ການສ້າງແຜນການກໍ່ສ້າງ-ບຳລຸງຄາດຄະເນສັບຊ້ອນ ແລະ ຈັດວາງພະນັກງານໃຫ້ເໝາະສົມກັບໜ້າທີ່ວຽກງານ ແລະ ສະພາບເງື່ອນໄຂຕົວຈິງຢ່າງສົມເຫດສົມຜົນ.
ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນລະຫວ່າງວັນທີ 10-11 ກໍລະກົດ 2018 ທີ່ສະໂມສອນສະຖາບັນຍຸຕິທຳ ພາກກາງ ແຂວງ ສະຫວັນນະເຂດ, ໂດຍການເປັນປະທານຂອງທ່ານ ສົມສະນິດ ດອນປະເສີດ ຫົວໜ້າສະຖາບັນຍຸຕິທຳ ພາກກາງ , ເປັນກຽດເຂົ້າຮ່ວມມີທ່ານ ຄຳເສີດ ວິລະພັນ ຮອງຫົວໜ້າ ກົມຈັດຕັ້ງ ແລະ ພະນັກງານ ກະຊວງຍຸຕິທຳ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ ຕະຫຼອດຮອດພະນັກງານ, ຄູ-ອາຈານ ຂອງສະຖາບັນຍຸຕິທຳ ພາກກາງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມຜູ້ເຂົ້າຮ່ວມກໍຍັງໄດ້ຮັບຟັງການເຜີຍແຜ່ເອກະສານມະຕິຂອງກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ສະບັບເລກທີ 30 /ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍມາດຖານຂອງພະນັກງານນຳພາ-ຄຸ້ມຄອງ, ມະຕິຂອງກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ສະບັບເລກທີ 32/ ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ມະຕິຂອງຄະນະບໍລິຫານງານພັກກະຊວງຍຸຕິທຳ ສະບັບເລກທີ 175/ຄພບ.ກຍ ວ່າດ້ວຍ ມາດຖານພະນັກງານຂອງຂະແໜງຍຸຕິທຳ. ຊຶ່ງໃຫ້ກຽດໃນການເຜີຍແຜ່ໂດຍທ່ານ ຄຳເສີດ ວິລະພັນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງຍຸຕິທຳ ພ້ອມດຽວກັນນີ້, ກອງປະຊຸມ ກໍໄດ້ດຳເນີນການທາບທາມແຜນກຳນົດພະນັກງານນຳພາຄຸ້ມຄອງຂອງສະຖາບັນຍຸຕິທຳພາກກາງຕື່ມອີກ.
ກອງປະຊຸມດັ່ງກ່າວ ໄດ້ດຳເນີນມາຮອດວັນທີ 11 ກໍລະກົດ 2018 ຈຶ່ງປິດລົງດ້ວຍຜົນສຳເລັດອັນຈົບງາມ.
ຂ່າວ : ອ່ອນຄຳ ໄຊຍະວົງ ພາບ ສຸກສາຄອນ
ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ສະຖາບັນຍຸຕິທຳ ພາກກາງ ແຂວງສະຫວັນນະເຂດ ຈັດກອງປະຊຸມສ້າງແຜນກຳ | ສະຖາບັນຍຸຕິທຳ ພາກກາງ ແຂວງສະຫວັນນະເຂດ ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ |
https://www.moj.gov.la/lo/node/1275 | ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ, ພະນັກງານ-ລັດຖະກອນ ແລະ ພະນັກງານນັກຮົບຂອງແຂວງ ແລະ ເມືອງ ພາຍໃນແຂວງຫຼວງພະບາງ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບລັດຖະທຳມະນູນ ແລະ ກົດໝາຍ, ພ້ອມນັ້ນກໍເປັນການຍົກສູງບົດບາດການນໍາພາ ແລະ ການຈັດຕັ້ງປະຕິບັດວຽກງານໃຫ້ສອດ ຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ.
ໃນຕອນເຊົ້າຂອງວັນທີ 10 ກໍລະກົດ 2018 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳເມືອງ ຊຽງເງິນ ແຂວງຫຼວງພະບາງ ໄດ້ຈັດພິທີເປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VI ປະຈຳສົກປີ 2018 ຂຶ້ນ ໂດຍການເປັນປະທານຂອງ ທ່ານ ສາຍສະໝອນ ທິດາກອນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ຊຽງເງິນ, ມີຮອງຫົວໜ້າພະແນກຍຸຕິທຳແຂວງ, ຄະນະຮັບຜິດຊອບຊຸດຝຶກອົບຮົມ, ຄູ-ອາຈານ ຕະຫຼອດຮອດນັກສຳມະນາກອນ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ມີນັກສຳມະນາກອນເຂົ້າຮ່ວມຝຶກອົບຮົມທັງໝົດ 51 ທ່ານ, ຍິງ 11 ທ່ານ, ຊຶ່ງຊຸດຝຶກອົບຮົມຄັ້ງນີ້ ແມ່ນຈະໄດ້ນຳເອົາຫຼັກສູດການຮຽນກໍຄືພາກທິດສະດີ ແລະ ພາກກົດໝາຍ ປະກອບມີ 37 ວິຊາ, 30 ໜ່ວຍກິດ, 450 ຊົ່ວໂມງ, ໃຊ້ເວລາຮຽນທັງໝົດ 45 ວັນ ຈຶ່ງຈະສຳເລັດ.
ຂ່າວ ພະແນກຍຸຕິທຳແຂວງຫຼວງພະບາງ
ປັບປຸງຂ່າວ ປາວີຄຳ ເພັດທະລາກຸນ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳ | ເມືອງ ຊຽງເງິນ ແຂວງຫຼວງພະບາງ ຈັດພິທີເປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VI ປະຈຳສົກປີ 2018 |
https://www.moj.gov.la/lo/node/1276 | ໃນຕອນເຊົ້າຂອງວັນທີ 12 ກໍລະກົດ 2018 ທີ່ກະຊວງຍຸຕິທຳ ໄດ້ເປີດກອງປະຊຸມຄົ້ນຄວ້າ ປຶກສາຫາລື ປະກອບຄຳເຫັນໃສ່ຮ່າງດຳລັດວ່າດ້ວຍ ຈັນຍາບັນ ຂອງພະນັກງານ-ລັດຖະກອນ ໂດຍການເປັນປະທານຂອງທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ເຂົ້າຮ່ວມມີທ່ານ ນາງ ຄຳພູນ ແກ້ວສະຫັວນ ຫົວໜ້າກົມປະເມີນຜົນ ແລະ ພັດທະນາລັດຖະກອນ ກະຊວງ ພາຍໃນ ມີບັນດາຫົວໜ້າກົມ - ຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງພະແນກ ແລະ ພະນັກງານວິຊາການກົດໝາຍຂອງສອງພາກສ່ວນເຂົ້າຮວ່ມ.
ໃນທີ່ປະຊຸມຜູ້ເຂົ້າຮວ່ມກໍໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ແລກປຽ່ນບົດຮຽນ ແລະ ປະກອບຄຳຄິດຄຳເຫັນໃສ່ຮ່າງດຳລັດ ວ່າດ້ວຍ ຈັນຍາບັນຂອງພະນັກງານ-ລັດຖະກອນ ດ້ວຍຄວາມຮັບຜິດຊອບສູງ ແລະ ມີບັນຍາກາດດີ ຊຶ່ງຮ່າງດຳລັດ ວ່າດ້ວຍ ຈັນຍາບັນຂອງພະນັກງານ-ລັດຖະກອນ ປະກອບມີ 4 ໝວດ 15 ມາດຕາ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍເພື່ອເປັນການ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ການປະຕິບັດຈັນຍາບັນ ຂອງພະນັກງານ-ລັດຖະກອນ ເພື່ອເປັນບ່ອນອີງໃຫ້ການຈັດຕັ້ງ ພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ຂັ້ນສູນກາງ ແລະ ທ້ອງຖິ່ນ, ແນ່ໃສ່ຝຶກຝົນຫຼໍ່ຫຼອມພະນັກງານ-ລັດຖະກອນໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ, ມີຄວາມຕື່ນຕົວເຄົາລົບ ແລະ ປະຕິບັດກົດໝາຍ, ລະບຽບການຕ່າງໆທີ່ພັກ-ລັດໄດ້ວາງອອກໃຫ້ມີປະສິດທິພາບສູງ.
ຂ່າວ: ອ່ອນຄຳ ໄຊຍະວົງ
ພາບ: ສຸກສາຄອນ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມຄົ້ນຄວ້າປະກອບຄຳເຫັນ ໃສ່ຮ່າງດຳລັດ ວ່າດ້ວຍຈັນຍາບັນ | ກອງປະຊຸມຄົ້ນຄວ້າປະກອບຄຳເຫັນ ໃສ່ຮ່າງດຳລັດ ວ່າດ້ວຍຈັນຍາບັນ ຂອງພະນັກງານ-ລັດຖະກອນ |
https://www.moj.gov.la/lo/node/1277 | ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 17-ກໍລະກົດ-2018ເລກທີຂອງເອກະສານ: 1
Video Link
กลับไปยังการแก้ไขລາຍການເພື່ອສັງຄົມຍຸຕິທຳ 15/7/2018 | ລາຍການເພື່ອສັງຄົມຍຸຕິທຳ 15/7/2018 |
https://www.moj.gov.la/lo/node/1278 | ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 18-ກໍລະກົດ-2018ເລກທີຂອງເອກະສານ: 1
Video Link
ລາຍການຄວາມຮູ້ທາງກົດໝາຍ 11/7/2018 | ລາຍການຄວາມຮູ້ທາງກົດໝາຍ 11/7/2018 |
https://www.moj.gov.la/lo/node/1279 | ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 24-ກໍລະກົດ-2018ເລກທີຂອງເອກະສານ: 1
Video Link
ລາຍການຄວາມຮູ້ທາງກົດໝາຍ 16/7/2018 | ລາຍການຄວາມຮູ້ທາງກົດໝາຍ 16/7/2018 |
https://www.moj.gov.la/lo/node/1280 | ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 24-ກໍລະກົດ-2018ເລກທີຂອງເອກະສານ: 1
Video Link
ລາຍການຄວາມຮູ້ທາງກົດໝາຍ 20/7/2018 | ລາຍການຄວາມຮູ້ທາງກົດໝາຍ 20/7/2018 |
https://www.moj.gov.la/lo/node/1281 | ໃນຕອນບ່າຍ ຂອງວັນທີ 13 ກໍລະກົດ 2018 ຢູ່ທີ່ກະຊວງຍຸຕິທຳ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຫງ່ວຽນ ວັນ ທູ ຮອງຫົວໜ້າສະຖາບັນຍຸຕິທຳ ແຫ່ງ ສສ ຫວຽດນາມ, ພ້ອມດ້ວຍຄະນະໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ.
ໃນໂອກາດນີ້, ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ ທ່ານ ຫງ່ວຽນ ວັນ ທູ ຮອງຫົວໜ້າສະຖາບັນຍຸຕິທຳ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ພ້ອມທັງການປະຕິບັດໜ້າທີ່ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້.
ທ່ານ ຫງ່ວຽນ ວັນ ທູ ຮອງຫົວໜ້າສະຖາບັນຍຸຕິທຳ ແຫ່ງ ສສ ຫວຽດນາມໄດ້ກ່າວຈຸດປະສົງຂອງການຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອລາຍງານຜົນຂອງການສຳຫຼວດໂຄງການຊ່ວຍໜູນສະຖາບັນຍຸຕິທຳ ແຫ່ງ ສປປ ລາວ, ພ້ອມທັງສົນທະນາວຽກງານຍຸຕິທຳ ແລະ ຮ່ວມກັນປຶກສາຫາລືການພົວພັນຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນ ດ້ານວຽກງານຍຸຕິທຳໃນຕໍ່ໜ້າ. ຫຼັງຈາກນັ້ນ, ທ່ານກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງຮັບຟັງການລາຍງານການເຄື່ອນໄຫວວຽກງານຂອງທ່ານພ້ອມດ້ວຍຄະນະໃນຄັ້ງນີ້.
ຂຽນຂ່າວ: ປາວີຄຳ ເພັດທະລາກຸນ ພາບ: ສົມຫວັງ ບົວລະພັນ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ | ທ່ານລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ຕ້ອນຮັບຄະນະຜູ້ແທນຈາກສະຖາບັນຍຸຕິທຳ ແຫ່ງ ສສ ຫວຽດນາມ |
https://www.moj.gov.la/lo/node/1282 | ໃນຕອນເຊົ້າຂອງວັນທີ 17 ກໍລະກົດ 2018 ທີ່ກະຊວງຍຸຕິທຳ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານຜູ້ຊ່ວຍ ສຈ ອັດສະຖາຍຸດ ຜົນລະພາກ ຮອງຄະນະບໍດີ ຝ່າຍບໍລິຫານ ຄະນະນິຕິສາດ ມະຫາວິທະຍາໄລຊຽງໃໝ່ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ທ່ານໄດ້ມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບສະຖາບັນຍຸຕິທຳແຫ່ງຊາດຂອງ ສປປ ລາວ.
ໃນໂອກາດດັ່ງກ່າວ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ກໍໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການມາຢ້ຽມຢາມ ຂອງທ່ານ ຜູ້ຊ່ວຍ ສຈ ອັດສະຖາຍຸດ ຜົນລະພາກ ພ້ອມດ້ວຍຄະນະໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການເສີມສ້າງ ສາຍພົວພັນມິດຕະພາບ ແລະ ການພົວພັນຮ່ວມມືກັນລະຫວ່າງຂະແໜງຍຸຕິທຳຂອງ ສປປ ລາວ ແລະ ຣາຊະອາຈັກໄທໃຫ້ແໜ້ນແຟ້ນຂຶ້ນໄປເລື້ອຍໆ.
ພ້ອມດຽວກັນນັ້ນ ໃນຕອນບ່າຍຂອງວັນດຽວກັນທີ່ສະຖາບັນຍຸຕິທຳແຫ່ງຊາດ ກໍໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ລະຫວ່າງສະຖາບັນຍຸຕິທຳແຫ່ງຊາດ ຂອງ ສປປ ລາວ ແລະ ຄະນະ ນິຕິສາດ ມະຫາວິທະຍາໄລຊຽງໃໝ່ ຣາຊະອານາຈັກໄທ ຊຶ່ງໃຫ້ກຽດເຂົ້າຮ່ວມໃນພິທີໃນຄັ້ງນີ້ ມີທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ຜູ້ຊ່ວຍ ສຈ ອັດສະຖາຍຸດ ຜົນລະພາກ ຮອງຄະນະບໍດີ ຝ່າຍບໍລິຫານ ຄະນະ ນິຕິສາດ ມະຫາວິທະຍາໄລຊຽງໃໝ່ ໃນພິທີທັງສອງຝ່າຍໄດ້ປຶກສາຫາລືການພົວພັນຮ່ວມມືກັນໃນຂົງເຂດຍຸຕິທຳ ແລະ ກົດໝາຍ ໂດຍສະເພາະແມ່ນດ້ານການສຶກສາ ແລະ ຄົ້ນຄວ້າວິທະຍາສາດກົດໝາຍຮ່ວມກັນ ຫຼັງຈາກນັ້ນ ໃນພິທີທັງສອງຝ່າຍກໍໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈດ້ານການຮ່ວມມືກັນ ຊຶ່ງມີຄະນະນຳທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.
ໃນຕອນທ້າຍຂອງພິທີ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ທັງສອງຝ່າຍຍຶດຖື ແລະ ເຄົາລົບຕໍ່ບົດບັນທຶກດັ່ງກ່າວ ເພີ່ມທະວີການປະສານສົມທົບກັນ ໃນການຈັດຕັ້ງປະຕິບັດວຽກງານຕ່າງໆທີ່ໄດ້ເຊັນຮ່ວມກັນ ໃຫ້ປາກົດຜົນເປັນຈິງ ແລະ ດຳເນີນໄປຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.
ຂຽນຂ່າວ: ອ່ອນຄຳ ພາບ: ສົມຫັວງ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານ ລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຜູ້ຊ່ວຍ ສຈ | ທ່ານ ລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຜູ້ຊ່ວຍ ສຈ ອັດສະຖາຍຸດ ຜົນລະພາກ ຮອງຄະນະບໍດີ ຝ່າຍບໍລິຫານ ຄະນະນິຕິສາດ ມະຫາວິທະຍາໄລຊຽງໃໝ່ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ |
https://www.moj.gov.la/lo/node/1283 | ໃນຕອນເຊົ້າຂອງວັນທີ 18 ກໍລະກົດ 2018 ຫ້ອງການຍຸຕິທຳ ເມືອງ ປາກງື່ມ ໄດ້ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VII ປະຈຳປີ 2018 ໂດຍການເປັນປະທານຂອງທ່ານ ກອງມີ ສີສະໝຸດ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ປາກງື່ມ, ມີຜູ້ຕາງໜ້າຈາກພະແນກຍຸຕິທຳນະຄອນ ຫຼວງວຽງຈັນ, ບັນດາຂະແໜງການອ້ອມຂ້າງເມືອງ, ຕະຫຼອດຮອດຄູ-ອາຈານ ແລະ ນັກສຳມະນາກອນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີທ່ານ ບູນ ຄຳສຸກຖາວົງ ຫົວໜ້າຫ້ອງການຍຸຕິທຳເມືອງ ປາກງື່ມ ກໍໄດ້ຂຶ້ນລາຍງານຜົນສຳເລັດຂອງການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VII ປະຈຳປີ 2018 ຊຶ່ງການຮຽນ-ການສອນກົດໝາຍຊັ້ນຕົ້ນ ແມ່ນຈັດໄດ້ສະເພາະໃຫ້ບັນດາພະນັກງານຫຼັກແຫຼ່ງຂອງຂະແໜງການອ້ອມຂ້າງເມືອງ, ເລຂາພັກບ້ານ, ບັນດານາຍບ້ານຂອງເມືອງ ປາກງື່ມ. ການຮຽນ-ການສອນກົດໝາຍຊັ້ນຕົ້ນຊຸດນີ້ ແມ່ນໄດ້ນຳເອົາບາງກົດໝາຍໃນ 4 ຂົງເຂດມາສິດສອນ ຊຶ່ງຜ່ານການຮຽນກົດໝາຍຊັ້ນຕົ້ນເຫັນວ່າ ນັກສຳມະນາກອນໄດ້ຮັບຮູ້ ເຂົ້າໃຈເປັນເອກະພາບກັນທັງດ້ານທິດສະດີກົດໝາຍ ແລະ ການຈັດຕັ້ງປະຕິບັດຕົວຈິງ ພ້ອມທັງຖອດຖອນເອົາບົດຮຽນດັ່ງກ່າວ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການເຄື່ອນໄຫວວຽກງານໃຫ້ຖືກຕ້ອງສອດຄ່ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ແນ່ໃສ່ເຮັດໃຫ້ກຸ່ມບ້ານ ແລະ ຮາກຖານບ້ານມີການພັດທະນາ, ມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ແລະ ສາມາດກາຍເປັນບ້ານແບບຢ່າງໃນການປະຕິບັດກົດໝາຍ.
ຫຼັງຈາກນັ້ນ ໃນພິທີກໍໄດ້ມີການມອບໃບປະກາສະນິຍະບັດໃຫ້ແກ່ນັກກົດໝາຍທີ່ສຳເລັດການຮຽນກົດໝາຍຊັ້ນຕົ້ນ ຈຳນວນ 44 ທ່ານ, ຍິງ 9 ທ່ານ ແລະ ມອບໃບຍ້ອງຍໍຂອງເຈົ້າເມືອງ ປາກງື່ມ ໃຫ້ແກ່ຄະນະຮັບຜິດຊອບ, ຄູ-ອາຈານ, ຊຶ່ງໃຫ້ກຽດມອບໂດຍທ່ານ ກອງມີ ສີສະໝຸດ ຮອງເລຂາພັກເມືອງ, ຮອງເຈົ້າເມືອງປາກງື່ມ.
ພິທີດັ່ງກ່າວໄດ້ດຳເນີນມາເປັນເວລາເຄິ່ງວັນ ແລະ ສຳເລັດລົງດ້ວຍຜົນສຳເລັດອັນຈົບງາມ.
ຂ່າວ: ອ່ອນຄຳ, ພາບ ສົມຫັວງ
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຫ້ອງການຍຸຕິທຳ ເມືອງ ປາກງື່ມ ໄດ້ຈັດພິທີ ປິດການຮຽນ | ຫ້ອງການຍຸຕິທຳ ເມືອງ ປາກງື່ມ ໄດ້ຈັດພິທີ ປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VII ປະຈຳປີ 2018 |
https://www.moj.gov.la/lo/node/1284 | ໃນຕອນເຊົ້າ ວັນທີ 24 ມີຖຸນາ 2018 ທີ່ພະແນກຍຸຕິທຳ ແຂວງ ສະຫວັນນະເຂດ ໄດ້ຈັດຕັ້ງເຜີຍແຜ່ ຄຳສັ່ງ ຂອງນາຍຍົກລັດຖະມົນຕີ ສະບັບເລກທີ 03/ນຍ, ລົງວັນທີ 09 / ກຸມພາ / 2018. ໃຫ້ກຽດເຜີຍແຜ່ໂດຍທ່ານ ມະນີວັນ ແກ້ວພິກຸນ ຮອງຫົວໜ້າພະແນກຍຸຕິທຳແຂວງ ສະຫວັນນະເຂດ ມີບັນດາຄະນະພັກ-ຄະນະນຳ ແລະ ພະນັກງານ-ລັດຖະ ກອນ ພະແນກຍຸຕິທຳແຂວງ ຈຳນວນ 49 ທ່ານ, ຍິງ 20 ທ່ານ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ປະທານກອງປະຊຸມ ໄດ້ຍົກໃຫ້ເຫັນການວິເຄາະ ແລະ ການກຳນົດຕຳແໜ່ງງານແມ່ນມີຄວາມສຳຄັນ ແລະ ມີຄຸນປະໂຫຍດຫຼາຍ, ຖ້າກຳນົດໃຫ້ຖືກຕ້ອງ, ຊັດເຈນ ແລະ ແທດເໝາະກັບຕົວຈິງ ກໍຈະເຮັດໃຫ້ການສອບເສັງຄັດເລືອກລັດຖະກອນໃໝ່ ແລະ ການບັນຈຸຊັບຊ້ອນພະນັກງານ-ລັດຖະກອນ ໃສ່ຕຳແໜ່ງງານນັ້ນໆ ໄດ້ຢ່າງຖືກຕ້ອງຕາມວິຊາສະເພາະ ແລະ ຄວາມຮູ້ຄວາມສາມາດຕົວຈິງ ຈຶ່ງສາມາດແກ້ໄຂບັນຫາພະນັກງານເຫຼືອບໍ່ພໍ ໃນກົງຈັກການຈັດຕັ້ງທົ່ວລະບົບການເມືອງຂັ້ນຕ່າງໆ.
ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ ເອກະສານຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນ ລາວ-ກຳປູເຈຍ ຊຶ່ງໃຫ້ກຽດເຜີຍແຜ່ໂດຍທ່ານ ຄຳສິງ ເພັດໄຊຍະພອນ ຮອງຫົວໜ້າພະແນກຍຸຕິທຳແຂວງ ໂດຍຍົກໃຫ້ເຫັນເຖິງ: ການພົວພັນລະຫວ່າງລາວ-ກຳປູເຈຍ, ສະພາບຊາຍແດນ, ການປັກຫຼັກໝາຍ ແລະ ເຫດການທີ່ເກີດຂື້ນ ພ້ອມທັງການຊີ້ນຳ ແລະ ທິດທາງໃນການແກ້ໄຂບັນຫາທີ່ເກີດຂື້ນ ເພື່ອໃຫ້ພະນັກງານ-ລັດຖະກອນພາຍໃນພະແນກຍຸຕິທຳໄດ້ຮັບຮູ້ ແລະ ເຂົ້າໃຈ.
ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳ | ພະແນກຍຸຕິທຳ ແຂວງ ສະຫວັນນະເຂດ ຈັດຕັ້ງເຜີຍແຜ່ ຄຳສັ່ງຂອງ ນາຍົກລັດຖະມົນຕີ ສະບັບເລກທີ 03/ນຍ ແລະ ເອກະສານຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນ ລາວ-ກຳປູເຈຍ |
https://www.moj.gov.la/lo/node/1285 | ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 26-ກໍລະກົດ-2018ເລກທີຂອງເອກະສານ: 1
Video Link
ລາຍການຄວາມຮູ້ທາງກົດໝາຍ 23/7/2018 | ລາຍການຄວາມຮູ້ທາງກົດໝາຍ 23/7/2018 |
https://www.moj.gov.la/lo/node/1286 | ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 26-ກໍລະກົດ-2018ເລກທີຂອງເອກະສານ: 1
Video Link
ລາຍການຄວາມຮູ້ທາງກົດໝາຍ 25/7/2018 | ລາຍການຄວາມຮູ້ທາງກົດໝາຍ 25/7/2018 |
Subsets and Splits